ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 29

16 ເດືອນເມສາ 2021

ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ, ພຣະເຈົ້າປະຕິບັດຕໍ່ມວນມະນຸດດັ່ງຄົນທີ່ພຣະອົງຮັກຫຼາຍທີ່ສຸດ ຫຼື ດັ່ງທີ່ມະນຸດອາດຈະເວົ້າວ່າ ເປັນສຸດທີ່ຮັກຂອງພຣະອົງ ແລະ ບໍ່ແມ່ນຂອງຫຼິ້ນຂອງພຣະອົງ. ເຖິງແມ່ນພຣະເຈົ້າກ່າວວ່າພຣະອົງແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນການຊົງສ້າງຂອງພຣະອົງ, ເຊິ່ງຟັງເບິ່ງຄືກັບວ່າ ມີຄວາມແຕກຕ່າງເລັກນ້ອຍໃນຕໍາແໜ່ງ, ຄວາມຈິງກໍຄື ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາເພື່ອມະນຸດແມ່ນໄກຈາກຄວາມສຳພັນໃນລັກສະນະນີ້ຫຼາຍ. ພຣະເຈົ້າຮັກມະນຸດ, ດູແລມະນຸດ ແລະ ສະໜອງໃຫ້ມະນຸດຊາດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ໃນໃຈຂອງພຣະອົງ, ພຣະອົງບໍ່ເຄີຍຮູ້ສຶກວ່າ ນີ້ແມ່ນພາລະກິດເພີ່ມເຕີມ ຫຼື ບາງສິ່ງທີ່ສົມຄວນໄດ້ຮັບຄວາມເຊື່ອຖືທີ່ສຸດ ແລະ ພຣະອົງກໍບໍ່ຮູ້ສຶກວ່າ ການຊ່ວຍຊີວິດມະນຸດໃຫ້ລອດພົ້ນ, ການສະໜອງໃຫ້ພວກເຂົາ ແລະ ປະທານທຸກສິ່ງໃຫ້ພວກເຂົາແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ມວນມະນຸດ. ພຣະອົງພຽງແຕ່ສະໜອງໃຫ້ມະນຸດຢ່າງງຽບໆດ້ວຍວິທີຂອງພຣະອົງເອງ ແລະ ຜ່ານທາດແທ້ຂອງພຣະອົງເອງ ແລະ ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ບໍ່ວ່າມະນຸດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກພຣະອົງຫຼາຍສໍ່າໃດ, ພຣະເຈົ້າບໍ່ເຄີຍຄິດໃສ່ໃຈ ຫຼື ພະຍາຍາມຫວັງໄດ້ຮັບການຍ້ອງຍໍສັນລະເສີນ. ນີ້ໄດ້ຖືກກຳນົດໂດຍທາດແທ້ຂອງພຣະເຈົ້າ ແລະ ຍັງເປັນການສະແດງເຖິງອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງອີກດ້ວຍ. ນີ້ແມ່ນເຫດຜົນທີ່ພວກເຮົາບໍ່ເຄີຍເຫັນພຣະເຈົ້າ ບໍ່ວ່າຈະຢູ່ໃນພຣະຄໍາພີ ຫຼື ໃນໜັງສືອື່ນໆ ສະແດງຄວາມຄິດຂອງພຣະອົງ ແລະ ພວກເຮົາບໍ່ເຄີຍເຫັນພຣະເຈົ້າບັນລະຍາຍ ຫຼື ປະກາດຕໍ່ມະນຸດ ໂດຍມີຈຸດປະສົງໃນການເຮັດໃຫ້ມະນຸດກະຕັນຍູຕໍ່ພຣະອົງ ຫຼື ສັນລະເສີນພຣະອົງ. ເປັນຫຍັງພຣະອົງຈຶ່ງເຮັດສິ່ງຕ່າງໆເຫຼົ່ານີ້ ຫຼື ເປັນຫຍັງພຣະອົງຈຶ່ງໃສ່ໃຈມວນມະນຸດຫຼາຍ. ແມ່ນແຕ່ເວລາທີ່ພຣະອົງເຈັບປວດ, ເມື່ອຫົວໃຈຂອງພຣະອົງເຈັບປວດທີ່ສຸດ, ພຣະອົງບໍ່ເຄີຍລືມຄວາມຮັບຜິດຊອບຂອງພຣະອົງຕໍ່ມວນມະນຸດ ຫຼື ຄວາມຫ່ວງໃຍຂອງພຣະອົງຕໍ່ມວນມະນຸດ; ແຕ່ພຣະອົງກັບແບກຮັບຄວາມເຈັບ ແລະ ຄວາມປວດນີ້ພຽງລຳພັງຢ່າງງຽບໆ. ໃນທາງກົງກັນຂ້າມ, ພຣະເຈົ້າສືບຕໍ່ສະໜອງມະນຸດດັ່ງທີ່ພຣະອົງໄດ້ເຮັດມາຕະຫຼອດ. ເຖິງແມ່ນວ່າ ມວນມະນຸດສັນລະເສີນພຣະເຈົ້າເລື້ອຍໆ ຫຼື ເປັນພະຍານໃຫ້ກັບພຣະອົງ, ບໍ່ມີການປະພຶດໃດທີ່ຖືກຮຽກຮ້ອງໂດຍພຣະເຈົ້າ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ເຄີຍຕັ້ງໃຈເຮັດສິ່ງດີໆໃຫ້ກັບມະນຸດເພື່ອແລກປ່ຽນກັບຄວາມກະຕັນຍູ ຫຼື ເພື່ອໄດ້ຮັບການຕອບແທນ. ໃນອີກດ້ານໜຶ່ງ, ບັນດາຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າໄດ້ຢ່າງແທ້ຈິງ, ຟັງພຣະອົງ ແລະ ຊື່ສັດຕໍ່ພຣະອົງ ລວມເຖິງບັນດາຜູ້ທີ່ເຊື່ອຟັງພຣະອົງ, ຄົນເຫຼົ່ານີ້ແມ່ນຜູ້ທີ່ຈະໄດ້ຮັບການອວຍພອນເລື້ອຍໆ ແລະ ພຣະເຈົ້າຈະປະທານພອນດັ່ງກ່າວໃຫ້ຢ່າງບໍ່ຈຳກັດ. ຍິ່ງໄປກວ່ານັ້ນ, ພອນທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າກໍຈະເໜືອຈິນຕະນາການຂອງພວກເຂົາ ແລະ ຍັງເໜືອສິ່ງໃດໆທີ່ມະນຸດສາມາດໃຫ້ເຫດຜົນຜ່ານສິ່ງທີ່ພວກເຂົາໄດ້ເຮັດ ຫຼື ລາຄາທີ່ພວກເຂົາໄດ້ຈ່າຍ. ເມື່ອມະນຸດມີຄວາມສຸກກັບພອນຂອງພຣະເຈົ້າ, ມີໃຜສົນໃຈສິ່ງທີ່ພຣະເຈົ້າກຳລັງກະທຳຢູ່ບໍ? ມີໃຜສະແດງຄວາມກັງວົນວ່າພຣະເຈົ້າກຳລັງຮູ້ສຶກແນວໃດບໍ? ມີໃຜພະຍາຍາມເຂົ້າໃຈຄວາມເຈັບປວດຂອງພຣະອົງບໍ? ຄຳຕອບແມ່ນ ບໍ່ມີເລີຍ! ມີມະນຸດຄົນໃດ ລວມເຖິງໂນອາສາມາດເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າໃນເວລານັ້ນບໍ? ມີໃຜສາມາດເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈິ່ງສ້າງພັນທະສັນຍາແບບດັ່ງກ່າວ? ພວກເຂົາບໍ່ເຂົ້າໃຈ! ພວກເຂົາບໍ່ເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າ ບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈຄວາມເຈັບປວດຂອງພຣະເຈົ້າ ແລະ ບໍ່ແມ່ນຍ້ອນຊ່ອງຫວ່າງລະຫວ່າງພຣະເຈົ້າ ແລະ ມະນຸດ ຫຼື ຄວາມແຕກຕ່າງດ້ານສະຖານະຂອງພວກເຂົາ; ກົງກັນຂ້າມ, ແມ່ນຍ້ອນມະນຸດບໍ່ສົນໃຈກ່ຽວກັບຄວາມຮູ້ສຶກຂອງພຣະເຈົ້າເອງ. ມະນຸດຄິດວ່າພຣະເຈົ້າເປັນອິດສະຫຼະ, ພຣະເຈົ້າບໍ່ຕ້ອງການໃຫ້ຄົນສົນໃຈພຣະອົງ, ເຂົ້າໃຈພຣະອົງ ຫຼື ສະແດງຄວາມຮູ້ສຶກຕໍ່ພຣະອົງ. ພຣະເຈົ້າຄືພຣະເຈົ້າ, ດັ່ງນັ້ນ ພຣະອົງບໍ່ມີຄວາມເຈັບປວດ, ບໍ່ມີຄວາມຮູ້ສຶກ; ພຣະອົງບໍ່ເຫງົາ, ພຣະອົງບໍ່ຮູ້ສຶກເສົ້າໃຈ, ດັ່ງນັ້ນ ພຣະອົງຈຶ່ງບໍ່ຕ້ອງການໆສະແດງອອກຄວາມຮູ້ສຶກໃດໆ ແລະ ພຣະອົງບໍ່ຕ້ອງການຄວາມປອບໃຈດ້ານອາລົມແຕ່ຢ່າງໃດ. ບາງສະຖານະການ, ຖ້າພຣະອົງຕ້ອງການສິ່ງເຫຼົ່ານີ້, ພຣະອົງກໍສາມາດຮັບມືຄົນດຽວໄດ້ ແລະ ຈະບໍ່ຮຽກຮ້ອງຄວາມຊ່ວຍເຫຼືອໃດໆຈາກມະນຸດ. ກົງກັນຂ້າມ, ມັນແມ່ນມະນຸດຜູ້ “ອ່ອນແອ, ຂາດວຸທິພາວະ” ທີ່ຕ້ອງການການປອບໃຈ, ການສະໜອງ, ກຳລັງໃຈ ແລະ ຕ້ອງການໃຫ້ພຣະອົງປອບໂຍນຄວາມຮູ້ສຶກຂອງພວກເຂົາທຸກບ່ອນ ແລະ ທຸກເວລາ. ສິ່ງດັ່ງກ່າວແມ່ນຝັງເລິກຢູ່ໃນຫົວໃຈຂອງມະນຸດ: ມະນຸດເປັນຜູ້ອ່ອນແອ; ພວກເຂົາຕ້ອງການໃຫ້ພຣະເຈົ້າເບິ່ງແຍງພວກເຂົາໃນທຸກດ້ານ, ພວກເຂົາສົມຄວນໄດ້ຮັບການດູແລທຸກຢ່າງຈາກພຣະເຈົ້າ ແລະ ພວກເຂົາຄວນຮ້ອງຂໍຈາກພຣະເຈົ້າສິ່ງໃດກໍຕາມທີ່ພວກເຂົາຮູ້ສຶກວ່າເປັນຂອງພວກເຂົາ. ພຣະເຈົ້າເປັນຜູ້ເຂັ້ມແຂງ; ພຣະອົງມີທຸກສິ່ງ ແລະ ພຣະອົງຄວນຈະເປັນຜູ້ພິທັກ ແລະ ເປັນຜູ້ປະທານພອນຂອງມະນຸດ. ເນື່ອງຈາກວ່າພຣະອົງເປັນພຣະເຈົ້າຢູ່ແລ້ວ, ພຣະອົງມີອຳນາດໃນທຸກສິ່ງ ແລະ ບໍ່ຕ້ອງການຫຍັງຈາກມະນຸດ.

ເນື່ອງຈາກວ່າມະນຸດບໍ່ໄດ້ໃສ່ໃຈກັບການເປີດເຜີຍໃດໆຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ເຄີຍຮູ້ສຶກເຖິງຄວາມໂສກເສົ້າ, ຄວາມເຈັບປວດ ຫຼື ຄວາມສຸກຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພຣະເຈົ້າຮູ້ຈັກທຸກການສະແດງອອກຂອງມະນຸດຄືກັບຝາມືຂອງພຣະອົງເອງ. ພຣະເຈົ້າສະໜອງຄວາມຕ້ອງການຂອງທຸກຄົນໃນທຸກແຫ່ງ ແລະ ທຸກເວລາ, ພຣະອົງສັງເກດເບິ່ງການປ່ຽນແປງແນວຄິດຂອງທຸກຄົນ ພ້ອມທັງປອບໃຈ ແລະ ຕັກເຕືອນພວກເຂົາ, ນຳພາພວກເຂົາ ແລະ ເຍືອງທາງພວກເຂົາ. ສໍາລັບທຸກສິ່ງທີ່ພຣະເຈົ້າໄດ້ກະທໍາຕໍ່ມະນຸດ ແລະ ລາຄາທັງໝົດທີ່ພຣະອົງໄດ້ຈ່າຍເພື່ອພວກເຂົາ, ພວກເຂົາສາມາດຄົ້ນຫາຂໍ້ຄວາມໃນພຣະຄຳພີ ຫຼື ຈາກສິ່ງໃດກໍຕາມທີ່ພຣະເຈົ້າໄດ້ກ່າວຈົນຮອດປັດຈຸບັນທີ່ລະບຸຢ່າງຊັດເຈນວ່າພຣະເຈົ້າຈະຮຽກຮ້ອງບາງສິ່ງຈາກມະນຸດບໍ? ບໍ່! ກົງກັນຂ້າມ, ບໍ່ວ່າມະນຸດຈະເບິ່ງຂ້າມຄວາມຄິດຂອງພຣະເຈົ້າແນວໃດກໍຕາມ, ພຣະອົງກໍຍັງນຳພາມະນຸດ, ສະໜອງໃຫ້ກັບມະນຸດ ແລະ ຊ່ວຍພວກເຂົາຊໍ້າແລ້ວຊໍ້າອີກເພື່ອເຮັດໃຫ້ພວກເຂົາຕິດຕາມເສັ້ນທາງຂອງພຣະອົງ ເພື່ອວ່າ ພວກເຂົາຈະສາມາດບັນລຸຈຸດໝາຍປາຍທາງອັນງົດງາມທີ່ພຣະອົງໄດ້ຈັດຕຽມໄວ້ໃຫ້ພວກເຂົາ. ເມື່ອເວົ້າເຖິງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ພຣະຄຸນຂອງພຣະອົງ, ຄວາມເມດຕາຂອງພຣະອົງ ແລະ ລາງວັນທັງໝົດຂອງພຣະອົງແມ່ນຈະຖືກປະທານໃຫ້ແກ່ບັນດາຜູ້ທີ່ຮັກ ແລະ ຕິດຕາມພຣະອົງຢ່າງບໍ່ມີຂໍ້ຈຳກັດ. ແຕ່ພຣະອົງບໍ່ເຄີຍເປີດເຜີຍຄວາມເຈັບປວດທີ່ພຣະອົງທົນທຸກ ຫຼື ສະພາບຈິດໃຈຂອງພຣະອົງໃຫ້ແກ່ໃຜ ແລະ ພຣະອົງບໍ່ເຄີຍຈົ່ມວ່າໃຫ້ກັບຜູ້ໃດທີ່ບໍ່ໄດ້ສົນໃຈພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ. ພຣະອົງພຽງແຕ່ແບກຮັບເອົາທັງໝົດນີ້ຢ່າງງຽບໆ ແລະ ລໍຖ້າວັນທີ່ມະນຸດຈະສາມາດເຂົ້າໃຈໄດ້.

ເປັນຫຍັງເຮົາຈຶ່ງກ່າວສິ່ງເຫຼົ່ານີ້ໃນນີ້? ພວກເຈົ້າເຫັນຫຍັງຈາກສິ່ງທີ່ເຮົາໄດ້ກ່າວມາບໍ່? ມີບາງສິ່ງໃນທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ອາດເບິ່ງຂ້າມໄດ້ງ່າຍ, ບາງສິ່ງທີ່ພຣະເຈົ້າມີ ແລະ ຄົນອື່ນບໍ່ມີ, ລວມເຖິງຄົນອື່ນໆທີ່ຄິດວ່າເປັນຄົນໃຫຍ່ໂຕ, ເປັນຄົນດີ ຫຼື ເປັນພຣະເຈົ້າແຫ່ງຈິນຕະນາການຂອງພວກເຂົາ. ສິ່ງນີ້ແມ່ນຫຍັງ? ມັນຄືຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ. ເມື່ອເວົ້າເຖິງຄວາມບໍ່ເຫັນແກ່ຕົວ, ເຈົ້າອາດຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນ ຍ້ອນວ່າເມື່ອເວົ້າເຖິງລູກໆຂອງເຈົ້າ, ເຈົ້າບໍ່ເຄີຍຕໍ່ລອງ ຫຼື ຖຽງກັບພວກເຂົາ, ຫຼື ເຈົ້າຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນເມື່ອເວົ້າເຖິງພໍ່ແມ່ຂອງເຈົ້າ. ບໍ່ວ່າເຈົ້າຈະຄິດແນວໃດກໍຕາມ, ຢ່າງໜ້ອຍເຈົ້າກໍມີແນວຄວາມຄິດກ່ຽວກັບຄຳວ່າ “ບໍ່ເຫັນແກ່ຕົວ” ແລະ ຄິດວ່າມັນເປັນດ້ານບວກ, ການເປັນຄົນບໍ່ເຫັນແກ່ຕົວເປັນສິ່ງທີ່ສູງສົ່ງຫຼາຍ. ເມື່ອເຈົ້າເປັນຄົນບໍ່ເຫັນແກ່ຕົວ, ເຈົ້ານັບຖືຕົວເອງຢ່າງສູງ. ແຕ່ບໍ່ມີໃຜສາມາດເຫັນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າໃນທຸກສິ່ງ, ທ່າມກາງທຸກຄົນ, ເຫດການ, ວັດຖຸ ແລະ ໃນພາລະກິດຂອງພຣະອົງ. ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າມະນຸດເຫັນແກ່ຕົວເກີນໄປ! ເປັນຫຍັງເຮົາຈິ່ງເວົ້າແບບນີ້? ມະນຸດອາໄສຢູ່ໃນໂລກວັດຖຸ. ເຈົ້າອາດຈະຕິດຕາມພຣະເຈົ້າ, ແຕ່ເຈົ້າບໍ່ເຄີຍເຫັນ ແລະ ຮູ້ຄຸນຄ່າວ່າພຣະເຈົ້າສະໜ້ອງໃຫ້ກັບເຈົ້າຫຼາຍສໍ່າໃດ, ຮັກເຈົ້າ ແລະ ສະແດງຄວາມຫ່ວງໃຍເຈົ້າສໍ່າໃດ. ແລ້ວເຈົ້າເຫັນຫຍັງ? ເຈົ້າເຫັນພີ່ນ້ອງຮ່ວມສາຍເລືອດຂອງເຈົ້າທີ່ຮັກເຈົ້າ ແລະ ຫຼົງໄຫຼໃນຕົວເຈົ້າ. ເຈົ້າເຫັນສິ່ງທີ່ເປັນປະໂຫຍດແກ່ເນື້ອໜັງຂອງເຈົ້າ, ເຈົ້າໃສ່ໃຈຄົນ ແລະ ສິ່ງທີ່ເຈົ້າຮັກ. ນີ້ແມ່ນສິ່ງທີ່ເອີ້ນວ່າ ຄວາມບໍ່ເຫັນແກ່ຕົວຂອງມະນຸດ. ແນວໃດກໍຕາມ, ຄົນ “ບໍ່ເຫັນແກ່ຕົວ” ດັ່ງກ່າວນີ້ບໍ່ເຄີຍກັງວົນກ່ຽວກັບພຣະເຈົ້າຜູ້ປະທານຊີວິດໃຫ້ກັບພວກເຂົາ. ກົງກັນຂ້າມກັບພຣະເຈົ້າ, ຄວາມບໍ່ເຫັນແກ່ຕົວຂອງມະນຸດກາຍເປັນຄວາມເຫັນແກ່ຕົວ ແລະ ໜ້າລັງກຽດທີ່ສຸດ. ຄວາມບໍ່ເຫັນແກ່ຕົວທີ່ມະນຸດເຊື່ອແມ່ນຫວ່າງເປົ່າ ແລະ ບໍ່ເປັນຈິງ, ເຈືອປົນ, ບໍ່ສອດຄຄ່ອງກັບພຣະເຈົ້າ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ຄວາມບໍ່ເຫັນແກ່ຕົວຂອງມະນຸດແມ່ນເພື່ອຕົວພວກເຂົາເອງ, ໃນຂະນະທີ່ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າແມ່ນການເປີດເຜີຍທີ່ແທ້ຈິງເຖິງທາດແທ້ຂອງພຣະອົງ. ມັນແມ່ນຍ້ອນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເອງທີ່ມະນຸດຖືກສະໜອງໂດຍພຣະອົງຢູ່ຕະຫຼອດເວລາ. ພວກເຈົ້າອາດບໍ່ໄດ້ຮັບຜົນກະທົບຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ທີ່ເຮົາກຳລັງເວົ້າໃນມືນີ້ ແລະ ເປັນພຽງການງຶກຫົວເຫັນດີ, ແຕ່ເມື່ອເຈົ້າພະຍາຍາມເຫັນຄຸນຄ່າຫົວໃຈຂອງພຣະເຈົ້າ, ເຈົ້າຈະຄົ້ນພົບສິ່ງນີ້ຢ່າງບໍ່ໄດ້ເຈດຕະນາ: ທ່າມກາງທຸກຄົນ, ເລື່ອງ ແລະ ສິ່ງຕ່າງໆທີ່ເຈົ້າສາມາດສໍາຜັດໃນໂລກນີ້, ມີພຽງຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເທົ່ານັ້ນທີ່ເປັນຈິງ ແລະ ເປັນຮູບປະທຳ, ຍ້ອນວ່າມີພຽງຄວາມຮັກຂອງພຣະເຈົ້າເທົ່ານັ້ນທີ່ມີຕໍ່ເຈົ້າແບບບໍ່ມີເງື່ອນໄຂ ແລະ ບໍ່ມີມົນທິນ. ນອກຈາກພຣະເຈົ້າແລ້ວ, ຄົນອື່ນໆທີ່ເອີ້ນວ່າ ບໍ່ເຫັນແກ່ຕົວ ແມ່ນພາກັນຕັ້ງຕິເຮັດ, ເຮັດແບບຜິວເຜີນ ແລະ ບໍ່ແທ້ຈິງ; ມີຈຸດປະສົງ, ມີຄວາມຕັ້ງໃຈໃດໜຶ່ງ, ມີຂໍ້ແລກປ່ຽນ ແລະ ບໍ່ສາມາດທົນຕໍ່ການທົດສອບໄດ້. ເຈົ້າຍັງສາມາດເວົ້າໄດ້ວ່າ ມັນສົກກະປົກ ແລະ ໜ້າລັງກຽດ. ພວກເຈົ້າເຫັນດີກັບຄຳເວົ້າເຫຼົ່ານີ້ບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ