ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 120

26 ເດືອນກໍລະກົດ 2020

ສິດອໍານາດຂອງພຣະເຈົ້ານັ້ນເປັນເອກະລັກ. ມັນແມ່ນລັກສະນະການສະແດງອອກ ແລະ ແກ່ນສານພິເສດແຫ່ງຕົວຕົນຂອງພຣະເຈົ້າເອງ ເຊັ່ນວ່າ ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ຖືກສ້າງຂຶ້ນ; ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຄອບຄອງສິດອຳນາດແບບນີ້. ເຊິ່ງເວົ້າໄດ້ວ່າ ມີພຽງພຣະຜູ້ຊົງສ້າງ ນັ້ນກໍຄື ພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນທີ່ສາມາດສະແດງອອກໃນທາງນີ້ ແລະ ມີແກ່ນສານແບບນີ້. ດັ່ງນັ້ນ ເປັນຫຍັງພວກເຮົາຈິ່ງຄວນສົນທະນາກ່ຽວກັບສິດອຳນາດຂອງພຣະເຈົ້າ? ສິດອຳນາດຂອງພຣະເຈົ້າແຕກຕ່າງກັບ “ສິດອຳນາດ” ທີ່ມະນຸດຄິດຢູ່ໃນໃຈເຂົາແນວໃດ? ມີຫຍັງພິເສດກ່ຽວກັບມັນບໍ? ເປັນຫຍັງມັນຈິ່ງມີຄວາມສຳຄັນພິເສດທີ່ຈະຕ້ອງເວົ້າເຖິງມັນຢູ່ໃນນີ້? ພວກເຈົ້າທຸກຄົນຕ້ອງພິຈາລະນາບັນຫານີ້ຢ່າງຮອບຄອບ. ສຳລັບຄົນສ່ວນຫຼາຍ “ສິດອຳນາດຂອງພຣະເຈົ້າ” ແມ່ນຄວາມຄິດທີ່ເລື່ອນລອນ ເຊິ່ງຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍເພື່ອໃຫ້ຄົນເຂົ້າໃຈ ແລະ ການສົນທະນາໃດໆກ່ຽວກັບມັນກໍຈະເປັນຄືກັບນາມມະທໍາ. ດັ່ງນັ້ນ ຈະມີຊ່ອງຫວ່າງສະເໝີລະຫວ່າງຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ແກ່ນແທ້ຂອງສິດອຳນາດຂອງພຣະເຈົ້າທີ່ມະນຸດສາມາດຄອບຄອງໄດ້. ເພື່ອເຊື່ອມຕໍ່ຊ່ອງຫວ່າງນີ້, ຜູ້ຄົນຕ້ອງຮູ້ຈັກສິດອຳນາດຂອງພຣະເຈົ້າຜ່ານຜູ້ຄົນ, ເຫດການ, ສິ່ງຕ່າງໆ ຫຼື ປະກົດການພາຍໃນເອື້ອມມື ແລະ ຄວາມສາມາດຂອງມະນຸດໃນຊີວິດຈິງຂອງພວກເຂົາ. ເຖິງແມ່ນວ່າປະໂຫຍກ “ສິດອຳນາດຂອງພຣະເຈົ້າ” ອາດຈະເບິ່ງຄືວ່າ ບໍ່ສາມາດເຂົ້າໃຈໄດ້, ສິດອຳນາດຂອງພຣະເຈົ້າບໍ່ແມ່ນນາມມະທຳເລີຍ. ພຣະອົງສະຖິດຢູ່ກັບມະນຸດຕະຫຼອດທຸກນາທີໃນຊີວິດຂອງມະນຸດ, ຊົງນຳພາເຂົາທຸກວັນ. ດັ່ງນັ້ນ, ໃນຊີວິດຈິງ ທຸກຄົນຈຳເປັນຈະຕ້ອງເຫັນ ແລະ ປະສົບກັບລັກສະນະທີ່ເປັນຮູບປະທໍາທີ່ສຸດກ່ຽວກັບສິດອຳນາດຂອງພຣະເຈົ້າ. ລັກສະນະຮູບປະທຳນີ້ພິສຸດວ່າ ສິດອຳນາດຂອງພຣະເຈົ້ານັ້ນມີຢູ່ຈິງ ແລະ ມັນຊ່ວຍໃຫ້ຄົນຮັບຮູ້ ແລະ ເຂົ້າໃຈຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້.

ພຣະເຈົ້າສ້າງທຸກສິ່ງ ແລະ ເມື່ອສ້າງມັນຂຶ້ນມາ, ພຣະອົງກໍມີອຳນາດໜືອທຸກສິ່ງ. ນອກຈາກມີອຳນາດຢູ່ເໜືອທຸກສິ່ງແລ້ວ, ພຣະອົງຍັງຄວບຄຸມທຸກສິ່ງອີກດ້ວຍ. ຄວາມຄິດທີ່ວ່າ “ພຣະເຈົ້າຄວບຄຸມທຸກສິ່ງ” ນີ້ໝາຍຄວາມວ່າແນວໃດ? ແລ້ວຈະໃຫ້ອະທິບາຍແບບໃດ? ມັນໃຊ້ເຂົ້າກັບຊີວິດຈິງໄດ້ແນວໃດ? ການເຂົ້າໃຈຄວາມຈິງທີ່ວ່າ ພຣະເຈົ້າຊົງຄວບຄຸມທຸກສິ່ງ ສາມາດນໍາມາຄວາມເຂົ້າໃຈກ່ຽວກັບສິດອໍານາດຂອງພຣະອົງໄດ້ແນວໃດ? ຈາກປະໂຫຍກ “ພຣະເຈົ້າຊົງຄວບຄຸມທຸກສິ່ງ” ນີ້, ພວກເຮົາຄວນເຫັນວ່າ ສິ່ງທີ່ພຣະເຈົ້າຄວບຄຸມນັ້ນບໍ່ແມ່ນພຽງແຕ່ສ່ວນໜຶ່ງຂອງດາວເຄາະ, ສ່ວນໜຶ່ງຂອງການຊົງສ້າງ, ທັງບໍ່ແມ່ນສ່ວນໜຶ່ງຂອງມະນຸດຊາດ ແຕ່ແມ່ນທຸກສິ່ງຢ່າງ: ຈາກຂະໜາດໃຫຍ່ເຖິງຂະໜາດນ້ອຍ, ຈາກສິ່ງທີ່ສາມາດເບິ່ງເຫັນໄດ້ເຖິງສິ່ງທີ່ບໍ່ສາມາດເບິ່ງເຫັນໄດ້, ຈາກດວງດາວຕ່າງໆຂອງຈັກກະວານເຖິງສິ່ງທີ່ມີຊີວິດເທິງແຜ່ນດິນໂລກ ລວມເຖິງຈຸລິນຊີທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້ ແລະ ສິ່ງມີຊີວິດທີ່ຢູ່ໃນຮູບແບບອື່ນໆ. ນີ້ແມ່ນຄຳນິຍາມແທ້ຈິງຂອງຄໍາວ່າ “ທຸກສິ່ງ” ທີ່ພຣະເຈົ້າ “ຄວບຄຸມ”; ມັນແມ່ນຂອບເຂດແຫ່ງສິດອໍານາດຂອງພຣະອົງ, ຂອບເຂດອຳນາດອະທິປະໄຕ ແລະ ການປົກຄອງຂອງພຣະອົງ.

ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍດອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.

ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ. ຕົວຢ່າງ ເຊັ່ນພະຍາດລະບາດ. ມັນລະບາດໂດຍບໍ່ມີການແຈ້ງເຕືອນໃດໆ, ບໍ່ມີໃຜຮູ້ທີ່ມາຂອງມັນ ຫຼື ເຫດຜົນແທ້ຈິງວ່າເປັນຫຍັງມັນຈິ່ງເກີດຂຶ້ນ ແລະ ເມື່ອໃດພະຍາດລະບາດເກີດຂຶ້ນ ບໍ່ວ່າສະຖານທີ່ໃດກໍຕາມ, ບັນດາຜູ້ທີ່ຕິດເຊື້ອແມ່ນຈະບໍ່ສາມາດໜີພົ້ນໄພພິບັດນັ້ນໄດ້. ວິທະຍາສາດຂອງມະນຸດເຂົ້າໃຈພະຍາດລະບາດທີ່ເກີດຈາກການແຜ່ກະຈາຍຂອງແມ່ພະຍາດທີ່ໂຫດຮ້າຍ ຫຼື ເປັນອັນຕະລາຍ ແລະ ຄວາມໄວ, ຂອດເຂດ ແລະ ວິທີການສົ່ງຕໍ່ຂອງພວກມັນບໍ່ສາມາດຖືກຄາດເດົາໄດ້ ຫຼື ຄວບຄຸມໄດ້ໂດຍວິທະຍາສາດຂອງມະນຸດ. ເຖິງແມ່ນວ່າຄົນຕໍ່ຕ້ານພະຍາດລະບາດດ້ວຍທຸກວິທີທາງທີ່ເປັນໄປໄດ້ ແຕ່ພວກເຂົາບໍ່ສາມາດຄວບຄຸມໄດ້ວ່າບຸກຄົນໃດ ຫຼື ສັດໂຕໃດຈະໄດ້ຮັບຜົນກະທົບຢ່າງບໍ່ສາມາດຫຼີກເວັ້ນໄດ້ເມື່ອມີພະຍາດລະບາດເກີດຂຶ້ນ. ສິ່ງດຽວທີ່ມະນຸດສາມາດເຮັດໄດ້ກໍ່ຄືພະຍາຍາມປ້ອງກັນພວກມັນ, ຕໍ່ຕ້ານພວກມັນ ແລະ ວິໄຈພວກມັນ. ແຕ່ບໍ່ມີໃຜຮູ້ຕົ້ນປາຍສາເຫດໃນການເລີ່ມຕົ້ນ ແລະ ການສິ້ນສຸດຂອງພະຍາດລະບາດໃດໜຶ່ງໄດ້ ແລະ ກໍບໍ່ມີໃຜສາມາດຄວບຄຸມພວກມັນໄດ້. ເມື່ອຜະເຊີນກັບການເພີ່ມຂຶ້ນ ຫຼື ການແຜ່ກະຈາຍຂອງພະຍາດລະບາດ, ມາດຕະການທຳອິດທີ່ມະນຸດໃຊ້ຄືການພັດທະນາຢາວັກຊີນ, ແຕ່ຫຼາຍຄັ້ງພະຍາດລະບາດໄດ້ຕາຍໄປເອງກ່ອນທີ່ຢາວັກຊິນຈະມີໃຊ້. ເປັນຫຍັງພະຍາດລະບາດຈິ່ງຕາຍໄປ? ບາງຄົນເວົ້າວ່າ ຍ້ອນພະຍາດໄດ້ຖືກຄວບຄຸມໄວ້ ແລະ ບາງຄົນເວົ້າວ່າ ພວກມັນຕາຍຍ້ອນການປ່ຽນແປງຂອງລະດູການ... ບໍ່ວ່າການສັນນິຖານລົມໆແລ້ງໆເຫຼົ່ານີ້ຈະສາມາດຢັ້ງຢືນໄດ້ ຫຼື ບໍ່ນັ້ນ, ທາງວິທະຍາສາດແມ່ນບໍ່ສາມາດອະທິບາຍ ແລະ ສາມາດໃຫ້ຄຳຕອບໄດ້ຢ່າງແນ່ນອນ. ມະນຸດຕ້ອງບໍ່ຄິດໃສ່ພຽງແຕ່ການສັນນິຖານເຫຼົ່ານີ້ເທົ່ານັ້ນ ແຕ່ຍັງຕ້ອງຄິດໃສ່ການຂາດຄວາມເຂົ້າໃຈ ແລະ ຄວາມຢ້ານກົວພະຍາດລະບາດຂອງມະນຸດອີກດ້ວຍ. ໃນການວິເຄາະສຸດທ້າຍ ບໍ່ມີໃຜຮູ້ວ່າເປັນຫຍັງພະຍາດລະບາດຈິ່ງເລີ້ມຕົ້ນຂຶ້ນ ຫຼື ເປັນຫຍັງມັນຈິ່ງສິ້ນສຸດລົງ. ຍ້ອນວ່າມະນຸດມີຄວາມເຊື່ອພຽງໃນວິທະຍາສາດເທົ່ານັ້ນ, ເພິ່ງພາອາໄສທຸກສິ່ງຕໍ່ວິທະຍາສາດ ແລະ ບໍ່ຍອມຮັບຮູ້ສິດອຳນາດຂອງພຣະຜູ້ຊົງສ້າງ ຫຼື ຍອມຮັບອຳນາດອະທິປະໄຕຂອງພຣະອົງ, ພວກເຂົາຈຶ່ງຈະບໍ່ໄດ້ຮັບຄຳຕອບໃດໆເລີຍ.

ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ທຸກສິ່ງເປັນຢູ່ ແລະ ພິນາດໄປຍ້ອນສິດອຳນາດ ແລະ ການຄຸ້ມຄອງຂອງພຣະອົງ. ບາງສິ່ງມາ ແລະ ໄປຢ່າງງຽບໆ ແລະ ມະນຸດບໍ່ສາມາດບອກໄດ້ວ່າພວກມັນມາຈາກໃສ ຫຼື ເຂົ້າໃຈແບບແຜນທີ່ພວກເຂົາປະຕິບັດ ແລ້ວແຮງໄກທີ່ຈະເຂົ້າໃຈເຫດຜົນວ່າເປັນຫຍັງພວກເຂົາຈິ່ງມາ ແລະ ໄປ. ເຖິງແມ່ນວ່າມະນຸດສາມາດເຫັນທຸກຢ່າງທີ່ເກີດຂຶ້ນໃນທຸກສິ່ງດ້ວຍຕາຂອງເຂົາເອງ ແລະ ສາມາດໄດ້ຍິນມັນດ້ວຍຫູຂອງເຂົາເອງ, ສາມາດປະສົບມັນດ້ວຍຕົວຂອງເຂົາເອງ; ເຖິງແມ່ນວ່າມັນຈະມີຜົນກະທົບຕໍ່ມະນຸດ ແລະ ເຖິງແມ່ນວ່າມະນຸດຈະເຂົ້າໃຈຄວາມຜິດປົກກະຕິ, ຄວາມສະໝ່ຳສະເໝີ ຫຼື ແມ່ນແຕ່ຄວາມແປກປະຫຼາດຂອງຫຼາກຫຼາຍເຫດການທີ່ກ່ຽວພັນກັນດ້ວຍຈິດໃຕ້ສຳນຶກກໍ່ຕາມ ແຕ່ເຂົາກໍບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນ ເຊິ່ງມັນແມ່ນຄວາມປະສົງ ແລະ ຄວາມຄິດຂອງພຣະຜູ້ຊົງສ້າງ. ມີເລື່ອງລາວຕ່າງໆຢູ່ເບື້ອງຫຼັງປະກົດການເຫຼົ່ານີ້ ແລະ ມີຄວາມຈິງຫຼາຍປະການທີ່ປິດບັງຢູ່. ຍ້ອນວ່າມະນຸດໄດ້ຍ່າງຊັດເຊພະເນຈອນໄປໄກຈາກພຣະຜູ້ຊົງສ້າງ ແລະ ຍ້ອນເຂົາບໍ່ຍອມຮັບຄວາມຈິງທີ່ວ່າສິດອຳນາດຂອງພຣະຜູ້ຊົງສ້າງປົກຄອງທຸກສິ່ງ, ເຂົາຈະບໍ່ມີທາງຮູ້ ແລະ ເຂົ້າໃຈທຸກສິ່ງທີ່ເກີດຂຶ້ນພາຍໃຕ້ອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ສ່ວນໃຫຍ່ແລ້ວ ການຄວບຄຸມ ແລະ ອຳນາດອະທິປະໄຕຂອງພຣະເຈົ້ານັ້ນເກີນຂອບເຂດທີ່ມະນຸດຈະຈິນຕະນາການໄດ້, ເກີນຄວາມຮູ້ຂອງມະນຸດ, ເກີນຄວາມເຂົ້າໃຈຂອງມະນຸດ ແລະ ເກີນສິ່ງທີ່ວິທະຍາສາດຂອງມະນຸດສາມາດບັນລຸໄດ້; ມັນເກີນຄວາມຮູ້ຂອງມະນຸດທີ່ຖືກສ້າງຂຶ້ນ. ບາງຄົນເວົ້າວ່າ “ເນື່ອງຈາກວ່າເຈົ້າບໍ່ໄດ້ເປັນພະຍານເຖິງອຳນາດອະທິປະໄຕຂອງພຣະເຈົ້າດ້ວຍຕົວເຈົ້າເອງ ແລ້ວເຈົ້າຈະເຊື່ອໄດ້ແນວໃດວ່າທຸກສິ່ງທຸກຢ່າງຂຶ້ນກັບສິດອຳນາດຂອງພຣະອົງ?” ການເບິ່ງເຫັນບໍ່ແມ່ນການເຊື່ອສະເໝີໄປ ແລະ ບໍ່ແມ່ນການຮັບຮູ້ ແລະ ຄວາມເຂົ້າໃຈສະເໝີໄປ. ແລ້ວຄວາມເຊື່ອມາຈາກໃສ? ເຮົາກ້າເວົ້າຢ່າງໝັ້ນໃຈວ່າ “ຄວາມເຊື່ອມາຈາກລະດັບ ແລະ ຄວາມເລິກເຊິ່ງດ້ານຄວາມເຂົ້າໃຈຂອງຄົນ, ປະສົບການ, ຄວາມເປັນຈິງ ແລະ ສາເຫດຕົ້ນຕໍຂອງສິ່ງຕ່າງໆ”. ຖ້າເຈົ້າເຊື່ອວ່າພຣະເຈົ້າມີຢູ່ຈິງ ແຕ່ເຈົ້າບໍ່ສາມາດຮັບຮູ້ໄດ້ ທັງບໍ່ຍອມຮັບຄວາມຈິງແຫ່ງການຄວບຄຸມ ແລະ ສິດອຳນາດຂອງພຣະເຈົ້າເໜືອທຸກສິ່, ແລ້ວໃນໃຈຂອງເຈົ້າຈະບໍ່ມີທາງຍອມຮັບວ່າພຣະເຈົ້າມີສິດອຳນາດແບບນີ້ ແລະ ຍອມຮັບວ່າສິດອຳນາດຂອງພຣະເຈົ້ານັ້ນເປັນເອກະລັກ. ເຈົ້າຈະບໍ່ມີທາງຍອມຮັບພຣະຜູ້ຊົງສ້າງໃຫ້ເປັນພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງເຈົ້າໄດ້ຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ