ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 141

02 ເດືອນກັນຍາ 2020

ສ່ວນໃຫຍ່ແລ້ວ ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ລະຫວ່າງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ໂດຍການກ່າວພຣະທຳ, ການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອແຜ່ນດິນໂລກຈະໄດ້ກາຍມາເປັນໂລກແຫ່ງພຣະທຳ, ເພື່ອທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ເຂົ້າໃຈຢ່າງຊັດເຈນກ່ຽວກັບນິມິດ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລົບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ. ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດຄວາມເຊື່ອທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າອອກຈາກຫົວໃຈຂອງມະນຸດ. ແຕ່ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື ໃນແນວຄວາມຄິດຂອງມະນຸດ, ມະນຸດເຊື່ອວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າຄວນເປັນ. ຍ້ອນວ່າ ເມື່ອພຣະເຢຊູມາ ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການກຳຈັດພາບລັກໃນຄວາມເຊື່ອທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າອອກຈາກຫົວໃຈຂອງມະນຸດ; ເມື່ອພຣະອົງມາ ພຣະອົງຈຶ່ງຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ສ່ວນເລື່ອງກ່ຽວກັບ ການລົງມາບັງເກີດເປັນມະນຸດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍນີ້ ແມ່ນເພື່ອກຳຈັດຄວາມເຊື່ອທີ່ບໍ່ຊັດເຈນຂອງມະນຸດກ່ຽວກັບພຣະເຈົ້າ ເພື່ອວ່າຈະບໍ່ມີພາບທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າໃນຫົວໃຈຂອງມະນຸດອີກຕໍ່ໄປ. ດ້ວຍພຣະທຳທີ່ແທ້ຈິງ ແລະ ພາລະກິດທີ່ແທ້ຈິງຂອງພຣະອົງ, ການເຄື່ອນໄຫວຂອງພຣະອົງທົ່ວແຜ່ນດິນ, ພາລະກິດທີ່ພິເສດ ແລະ ປົກກະຕິ ທີ່ພຣະອົງໄດ້ປະຕິບັດທ່າມກາງມະນຸດ, ພຣະອົງເຮັດໃຫ້ມະນຸດມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ ແລະ ກຳຈັດຄວາມເຊື່ອທີ່ບໍ່ຊັດເຈນກ່ຽວກັບພຣະເຈົ້າອອກຈາກຫົວໃຈຂອງມະນຸດ. ອີກດ້ານໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳທີ່ກ່າວໂດຍເນື້ອໜັງຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ທຸກສິ່ງສຳເລັດລົງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍນີ້.

ສິ່ງທີ່ພວກເຈົ້າຕ້ອງຮູ້:

1. ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ເກີນທຳມະຊາດ ແລະ ພວກເຈົ້າບໍ່ຄວນເຊື່ອງຊ້ອນແນວຄວາມຄິດຕ່າງໆກ່ຽວກັບພາລະກິດຂອງພຣະອົງ.

2. ພວກເຈົ້າຕ້ອງເຂົ້າໃຈຈຸດສໍາຄັນຂອງພາລະກິດທີ່ພຣະເຈົ້າຜູ້ມາບັງເກີດເປັນມະນຸດໄດ້ລົງມາເພື່ອປະຕິບັດໃນເວລານີ້.

ພຣະອົງບໍ່ແມ່ນມາເພື່ອຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ ຫຼື ເພື່ອເຮັດການອັດສະຈັນຕ່າງໆ ແລະ ພຣະອົງບໍ່ແມ່ນມາເພື່ອເຜີຍແຜ່ຂ່າວປະເສີດແຫ່ງການສາລະພາບບາບ ຫຼື ເພື່ອມອບຄວາມລອດພົ້ນໃຫ້ກັບມະນຸດ. ນັ້ນກໍຍ້ອນວ່າ ພຣະເຢຊູໄດ້ສໍາເລັດພາລະກີດນີ້ແລ້ວ ແລະ ພຣະເຈົ້າຈະບໍ່ກະທໍາຊໍ້າພາລະກິດແບບດຽວກັນ. ໃນປັດຈຸບັນ ພຣະເຈົ້າລົງມາເພື່ອນໍາຈຸດຈົບມາສູ່ຍຸກແຫ່ງພຣະຄຸນ ແລະ ຍົກເລີກການປະຕິບັດທຸກຢ່າງຂອງຍຸກແຫ່ງພຣະຄຸນ. ພຣະເຈົ້າແຫ່ງຄວາມຈິງແມ່ນລົງມາເພື່ອສະແດງວ່າພຣະອົງເປັນພຣະເຈົ້າທີ່ແທ້ຈິງໂດຍສະເພາະ. ເມື່ອພຣະເຢຊູມາ ພຣະອົງກ່າວພຣະທຳພຽງເລັກນ້ອຍ; ສິ່ງທີ່ສຳຄັນກໍຄື ພຣະອົງສະແດງມະຫັດສະຈັນ, ເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນຕ່າງໆ ແລະ ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຫຼື ບໍ່ດັ່ງນັ້ນ ພຣະອົງກໍຈະກ່າວຄຳທຳນວາຍເພື່ອຊັກຈູງມະນຸດ ແລະ ເພື່ອເຮັດໃຫ້ມະນຸດເຫັນວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ ແລະ ເປັນພຣະເຈົ້າທີ່ບໍ່ມີອະຄະຕິ. ແຕ່ພັນທະກິດຫຼັກຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ພຣະເຈົ້າແຫ່ງຍຸກປັດຈຸບັນບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ ຫຼື ພຣະອົງບໍ່ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ເມື່ອພຣະເຢຊູມາ ພາລະກິດທີ່ພຣະອົງປະຕິບັດແມ່ນພຽງສະແດງເຖິງສ່ວນໜຶ່ງຂອງພຣະເຈົ້າ ແຕ່ປັດຈຸບັນນີ້ ພຣະເຈົ້າແມ່ນມາເພື່ອປະຕິບັດຂັ້ນຕອນຂອງພາລະກິດທີ່ກໍານົດໄວ້ທັງໝົດ ຍ້ອນພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ; ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າ. ດ້ວຍເຫດນີ້ ທຸກສິ່ງທີ່ເຈົ້າເຫັນໃນປັດຈຸບັນແມ່ນພຣະທຳ ແລະ ພາລະກິດຂອງພຣະເຈົ້າແຫ່ງຄວາມຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ