ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 216

16 ເດືອນມີນາ 2020

ພາລະກິດການຄຸ້ມຄອງຂອງພຣະເຈົ້າເລິ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນສາມາດເວົ້າໄດ້ວ່າ ພຣະອົງສ້າງເພື່ອມະນຸດເທົ່ານັ້ນ. ເນື່ອງຈາກວ່າພາລະກິດການຄຸ້ມຄອງຂອງພຣະອົງແມ່ນໃຊ້ເວລາຫຼາຍພັນປີ ເຊິ່ງບໍ່ໄດ້ດໍາເນີນຢູ່ໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ ແຕ່ພຣະອົງຕ້ອງໄດ້ສ້າງສິ່ງຈໍາເປັນຫຼາຍຢ່າງເພື່ອຄວາມຢູ່ລອດຂອງມະນຸດ, ເຊັ່ນ: ຕາເວັນ, ດວງເດືອນ, ທຸກສິ່ງທຸກຢ່າງທີ່ມີຊີວິດ, ອາຫານ ແລະ ສະພາບແວດລ້ອມສໍາລັບມະນຸດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ.

ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ດ້ວຍເຫດນີ້ຈຶ່ງພາໃຫ້ເກີດມີພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າ ນັ້ນກໍຄືເລື່ອງລາວຂອງຍຸກແຫ່ງພຣະບັນຍັດ. ໃນລະຫວ່າງສອງສາມພັນປີຂອງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດໄດ້ຄຸ້ນເຄີຍກັບການນໍາພາຂອງຍຸກດັ່ງກ່າວ ແລະ ພວກເຂົາກໍໄດ້ເລິ່ມຖືເບົາ ແລະ ສຸດທ້າຍກໍໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າ. ພ້ອມນັ້ນໃນຂະນະທີ່ພວກເຂົາຍຶດໝັ້ນຕໍ່ກົດບັນຍັດ ພວກເຂົາຍັງບູຊາຮູບປັ້ນບູຊາ ແລະ ພາກັນກະທໍາຄວາມຊົ່ວຮ້າຍຕ່າງໆນາໆ. ພວກເຂົາບໍ່ໄດ້ຮັບການປົກປ້ອງຈາກພຣະເຢໂຮວາ ແລະ ພວກເຂົາພຽງແຕ່ໃຊ້ຊີວິດຂອງພວກເຂົາຢູ່ຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊົນຊາດອິດສະຣາແອນຍັງນັບຖືກົດບັນຍັດ ແລະ ກ່າວເຖິງພຣະນາມຂອງພຣະເຢໂຮວາ ແລະ ແມ່ນກະທັ້ງເຖິງກັບອວດດີໃຈຫລົງເຊື່ອວ່າ ມີແຕ່ພວກຕົນທີ່ເປັນຄົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ພຣະເຢໂຮວາເລືອກ ແຕ່ສະຫງ່າລາສີຂອງພຣະເຈົ້ານັ້ນແມ່ນໄດ້ປະຖິ້ມພວກເຂົາໄປແບບງຽບໆແລ້ວ...

ເມື່ອພຣະເຈົ້າກະທໍາພາລະກິດຂອງພຣະອົງ, ພຣະອົງມັກຈະອອກຈາກບ່ອນໜຶ່ງຢ່າງງຽບໆ ແລ້ວຄ່ອຍໆດໍາເນີນພາລະກິດໃໝ່ທີ່ພຣະອົງເລິ່ມຕົ້ນຢູ່ບ່ອນອື່ນ. ນີ້ເບິ່ງຄືວ່າ ເປັນຕາເຫຼືອເຊື່ອສໍາລັບຜູ້ຄົນທີ່ຂາດຄວາມຮູ້ສຶກ. ຜູ້ຄົນມັກຈະຖະໜຸຖະໜອມໃນສິ່ງເກົ່າ ແລະ ຖືເອົາສິ່ງໃໝ່ທີ່ຕົນບໍ່ຄຸ້ນເຄີຍເປັນສັດຕູ ຫຼື ເຫັນສິ່ງໃໝ່ນັ້ນເປັນສິ່ງເບື່ອນ່າຍ. ດັ່ງນັ້ນ ບໍ່ວ່າຈະເປັນພາລະກິດໃໝ່ທີ່ພຣະເຈົ້າກະທໍາຈາກຕົ້ນຈົນຈົບຈະແມ່ນຫຍັງກໍຕາມ, ມະນຸດຈະເປັນຄົນສຸດທ້າຍທີ່ຮູ້ຈັກກັບສິ່ງນັ້ນໃນບັນດາສັບພະທຸກສິ່ງ.

ດັ່ງທີ່ເຄີຍເປັນມາ, ຫຼັງຈາກພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າກໍເລີ່ມຕົ້ນພາລະກິດໃໝ່ຂອງຍຸກທີ່ສອງຂອງພຣະອົງ: ພຣະອົງກາຍເປັນເນື້ອໜັງ ແລະ ບັງເກີດເປັນມະນຸດເປັນເວລາສິບຊາວປີ ແລະ ກ່າວເຖິງ ແລະ ປະຕິບັດພາລະກິດຂອງພຣະອົງໃນທ່າມກາງຜູ້ຄົນທີ່ມີຄວາມເຊື່ອ. ໂດຍບໍ່ມີຂໍ້ຍົກເວັ້ນ, ບໍ່ມີໃຜ ແລະ ມີພຽງຄົນຈໍານວນໜ້ອຍທີ່ໄດ້ຮັບຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ກາຍເປັນເນື້ອໜັງ ຫຼັງຈາກທີ່ພຣະເຢຊູໄດ້ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ໄດ້ຟື້ນຊີວິດຄືນມາໃໝ່...ທັນທີທີ່ພາລະກິດຍຸກທີ່ສອງຂອງພຣະເຈົ້າໄດ້ສໍາເລັດລົງຫຼັງຈາກການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການກອບກູ້ມະນຸດຈາກບາບ (ເຊິ່ງເວົ້າໄດ້ອີກວ່າ ເປັນການກອບກູ້ມະນຸດໃຫ້ລອດພົ້ນຈາກກໍາມືຂອງຊາຕານ) ນັ້ນໄດ້ສໍາເລັດລົງ. ດ້ວຍເຫດນັ້ນ, ນັບແຕ່ເວລານັ້ນເປັນຕົ້ນມາ, ມະນຸດຕ້ອງໄດ້ຍອມຮັບເອົາພຣະເຢຊູ ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ເພື່ອໃຫ້ບາບຂອງຕົນໄດ້ຮັບການໃຫ້ອະໄພ. ຖ້າຈະເວົ້າໄປແລ້ວ, ບາບຂອງມະນຸດແມ່ນບໍ່ໄດ້ເປັນອຸປະສັກໃນການບັນລຸຜົນຂອງການໄຖ່ບາບຂອງຕົນ ແລະ ໃນການໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ໃນການກ່າວຫາມະນຸດອີກຕໍ່ໄປ. ນັ້ນກໍເນື່ອງຈາກວ່າ ພຣະເຈົ້າໄດ້ກະທໍາການພາລະກິດຢ່າງແທ້ຈິງ, ໄດ້ກາຍເປັນເນື້ອໜັງທີ່ຄ້າຍຄື ແລະ ມີລົດຊາດທີ່ຄ້າຍຄືກັບບາບ ແລະ ພຣະເຈົ້າພຣະອົງເອງແມ່ນເຄື່ອງຖວາຍບາບ. ດ້ວຍວິທີນີ້, ມະນຸດຈິ່ງລົງຈາກໄມ້ກາງແຂນ, ໄດ່ຮັບດ້ວຍການຖືກໄຖ່ບາບ ແລະ ຖືກຊ່ວຍໃຫ້ລອດພົ້ນຍ້ອນການເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ເນື້ອໜັງທີ່ມີບາບດັ່ງກ່າວນີ້. ສະນັ້ນ, ຫຼັງຈາກຖືກຊາຕານຈັບກຸມ, ມະນຸດຈຶ່ງເລີ່ິ່ມເຂົ້າໃກ້ການຍອມຮັບເອົາການໄຖ່ບາບຢູ່ຕໍ່ໜ້າພຣະອົງ. ແນ່ນອນຢູ່ແລ້ວທີ່ພາລະກິດຂອງຍຸກນີ້ ແມ່ນເປັນການຄຸ້ມຄອງຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນຕໍ່ຈາກຍຸກແຫ່ງພຣະບັນຍັດ ແລະ ຂັ້ນຕອນນີ້ແມ່ນຢູ່ໃນລະດັບທີ່ເລິກເຊິ່ງກວ່າຍຸກພຣະບັນຍັດ.

ນັ້ນແມ່ານການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດໃຫ້ກັບຊາຕານ ເຊິ່ງເປັນມະນຸດທີ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ, ບໍ່ຮູ້ວ່າພຣະຜູ້ສ້າງແມ່ນຫຍັງຄືໃຜ, ບໍ່ຮູ້ຈັກວິທີບູຊາພຣະເຈົ້າ, ບໍ່ຮູ້ວ່າເປັນຫຍັງມັນຈຶ່ງຈໍາເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໃຫ້ຄວາມເສື່ອຊາມຂອງຊາຕານຄວບຄຸມຢ່າງອິດສະຫຼະ. ພຣະເຈົ້າຈະກອບກູ້ເອົາມະນຸດຈາກກໍາມືຂອງຊາຕານເທື່ອລະກ້າວຈົນກວ່າມະນຸດຈະບູຊາພຣະເຈົ້າຢ່າງສົມບູນ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ທຸກສິ່ງດັ່ງກ່າວມານີ້ແມ່ນຟັງເບິ່ງຄືກັບວ່າເປັນເລຶ່ອງນິທານບູຮານ ແລະ ເບິ່ງຄືວ່າເປັນເລຶ່ອງສັບສົນ. ຜູ້ຄົນຈຶ່ງມີຄວາມຮູ້ສຶກວ່າມັນເປັນຄືກັບນິທານບູຮານ ແລະ ນັ້ນກໍເນື່ອງຈາກວ່າພວກເຂົາບໍ່ຮູ້ວ່າມີຫຍັງແດ່ທີ່ເກີດຂຶ້ນກັບມະນຸດໃນໄລຍະສອງສາມພັນຜີຜ່ານມາ ແລ້ວເຫດໃດຈະໃຫ້ພວກເຂົາຮູ້ໃນເລຶ່ອງທີ່ເກີດຂຶ້ນໃນທົ່ວຈັກກະວານອັນກວ້າງໃຫຍ່ໄພສານນີ້. ຍິ່ງໄປກວ່ານັ້ນ, ຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມສິ່ງທີ່ໜ້າອັດສະຈັນ ແລະ ໂລກທີ່ໜ້າຢ້ານກົວທີ່ສຸດທີ່ຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ດວງຕາຂອງພວກເຂົາປິດບັງບໍ່ຍອມໃຫ້ພວກເຂົາເບິ່ງເຫັນ. ມະນຸດອາດຈະຮູ້ສຶກວ່ານີ້ເປັນສິ່ງທີ່ເຂົ້າໃຈຍາກ ແລະ ນັ້ນກໍເພາະວ່າ ພວກເຂົາບໍ່ເຂົ້າໃຈຄວາມສໍາຄັນຂອງການໄຖ່ບາບມະນຸດຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມສໍາຄັນຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈໃນສິ່ງທີ່ພຣະເຈົ້າປາດຖະໜາໃຫ້ມະນຸດເປັນ. ມະນຸດເປັນຄືອາດາມ ແລະ ເອວາ ທີ່ຊາຕານບໍ່ໄດ້ເຮັດໃຫ້ເສື່ອມຊາມບໍ? ບໍ່ເລີຍ! ການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ບູຊາພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດດັ່ງກ່າວນີ້ແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມ ແຕ່ບໍ່ເຫັນຊາຕານເປັນພໍ່ຂອງຕົນອີກຕໍ່ໄປ; ເຂົາຮັບຮູ້ເຖິງໜ້າຕາທີ່ບໍ່ງາມຂອງຊາຕານ ແລະ ໄດ້ປະຕິເສດມັນ ແລະ ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາຄໍາພິພາສາ ແລະ ການລົງໂທດຂອງພຣະອົງ. ເຂົາຮູ້ຈັກວ່າ ແມ່ນຫຍັງທີ່ບໍ່ງາມ ແລະ ຮູ້ວ່າມັນກົງກັນຂ້າມກັບຄວາມບໍລິສຸດແນວໃດ ແລະ ເຂົາຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດແບບນີ້ຈະບໍ່ກະທໍາເພື່ອຊາຕານ ຫຼື ບູຊາຊາຕານ ຫຼື ຍົກຊາຕານໄວ້ເທິງແທ່ນບູຊາອີກຕໍ່ໄປ. ນັ້ນກໍເພາະວ່າ ພວກເຂົາເປັນກຸ່ມຄົນທີ່ໄດ້ຮັບພອນຈາກພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ. ໃນໄລຍະການເຮັດພາລະກິດການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຄືເປົ້າໝາຍແຫ່ງການເສື່ອມຊາມຂອງຊາຕານ ແລະ ໃນເວລາດຽວກັນພວກເຂົາກໍເປັນເປົ້າໝາຍຂອງການເຮັດໃຫ້ລອດພົ້ນຂອງພຣະເຈົ້າ ພ້ອມທັງເປັນຜົນຜະລິດທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນເພື່ອຍາດຊີງເອົາ. ໃນເວລາດຽວກັນ ທີ່ປະຕິບັດພາລະກິດຂອງພຣະອົງ, ພຣະເຈົ້າກໍຄ່ອຍໆກູ້ເອົາມະນຸດຈາກມືຂອງຊາຕານ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...

ແລ້ວຍຸກແຫ່ງອານາຈັກກໍມາເຖິງ ເຊິ່ງເປັນຍຸກຂອງພາລະກິດທີ່ມີຄວາມຈິງຫຼາຍຂຶ້ນ ແຕ່ເປັນຍຸກທີ່ມະນຸດຮັບເອົາຍາກທີ່ສຸດ. ນັ້ນກໍເນື່ອງຈາກວ່າມະນຸດມາຢູ່ໃກ້ພຣະເຈົ້າຫຼາຍເທົ່າໃດ ໄມ້ຄ້ອນຂອງພຣະອົງກໍຍິ່ງເຂົ້າໃກ້ມະນຸດຫຼາຍເທົ່ານັ້ນ ແລະ ໜ້າຕາຂອງພຣະອົງກໍປະກົດຕໍ່ມະນຸດແຈ້ງຂຶ້ນ. ພາຍຫຼັງຈາກການໄຖ່ບາບຂອງມະນຸດຊາດ, ມະນຸດໄດ້ກັບຄືນມາຫາຄອບຄົວຂອງພຣະເຈົ້າຢ່າງເປັນທາງການ. ມະນຸດຄິດວ່ານີ້ຄືເວລາຂອງການເພີດເພີນ ແຕ່ເຂົາຍັງຕ້ອງຖືກລົງໂທດຢ່າງສາຫັດໂດຍພຣະເຈົ້າ ທີ່ບໍ່ມີໃຜຄາດຄິດມາກ່ອນ: ແຕ່ໃນຄວາມເປັນຈິງແລ້ວ, ນີ້ຄືການຮັບບັບຕິສະມາທີ່ຜູ້ຄົນຂອງພຣະເຈົ້າຕ້ອງໄດ້ “ເພີດເພີນ.” ພາຍໃຕ້ການປະຕິບັດແບບນີ້, ຜູ້ຄົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ຢຸດ ແລະ ຄິດກັບຕົນເອງວ່າ: ຂ້ານ້ອຍເປັນລູກແກະທີ່ຫຼົງທາງເປັນເວລາຫຼາຍປີ ເຊິ່ງພຣະເຈົ້າຊົງເສຍສະລະຢ່າງໜັກເພື່ອໄຖ່ຄືນມາ ແລ້ວເຫດໃດພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ານ້ອຍແບບນີ້? ນີ້ແມ່ນວິທີທີ່ພຣະເຈົ້າຫົວຂວັນຍົວະເຍີ້ຍ ແລະ ເປີດໂປ່ງຂ້ານ້ອຍບໍ?… ຫຼັງຈາກຫຼາຍປີຜ່ານໄປ, ມະນຸດໄດ້ກາຍເປັນຄົນອົດທົນ ຍ້ອນໄດ້ຮັບປະສົບການຈາກການທົນທຸກທໍລະມານ ຂອງການຖືກເຮັດໃຫ້ບໍລິສຸດ ແລະ ການລົງທົດ. ເຖິງແມ່ນວ່າ ມະນຸດໄດ້ສູນເສຍ “ສະຫງ່າລາສີ” ແລະ “ຄວາມຮັກ” ໃນອະດີດຜ່ານມາ ແຕ່ເຂົາໄດ້ມາເຂົ້າໃຈຫຼັກການແຫ່ງພຶດຕິກຳຂອງມະນຸດໂດຍບໍ່ຮູ້ຕົວ ແລະ ໄດ້ຊື່ນຊົມທີ່ພຣະເຈົ້າໃຊ້ເວລາຫຼາຍປີອຸທິດເພື່ອໄຖບາບໃຫ້ກັບມະນຸດ. ມະນຸດເລິ່ມກຽດຊັງຄວາມໂຫດຮ້າຍຂອງຕົນເອງຢ່າງຊ້າໆ. ເຂົາເລິ່ມຊັງຄວາມໂຫດຮ້າຍທີ່ຕົນເປັນ ແລະ ຄວາມເຂົ້າໃຈຜິດທັງໝົດທີ່ມີຕໍ່ພຣະເຈົ້າ ແລະ ການຮຽກຮ້ອງທີ່ບໍ່ສົມເຫດສົມຜົນທີ່ເຂົາມີຕໍ່ພຣະອົງ. ບໍ່ສາມາດຫວນຄືນເວລາໄດ້; ເຫດການໃນອະດີດກາຍເປັນຄວາມຊົງຈໍາທີ່ມະນຸດຄິດເສຍໃຈກັບມັນ ແລະ ພຣະທໍາ ແລະ ຄວາມຮັກຂອງພຣະເຈົ້າກາຍເປັນແຮງບັນດານໃຈໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຖືກປິ່ນປົວທຸກມື້, ພາລະກໍາລັງຂອງເຂົາໄດ້ກັບຄືນມາ ແລະ ເຂົາລຸກຢືນຂຶ້ນ ແລະ ເງີຍໜ້າເບິ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ... ພຽງແຕ່ໄດ້ຮູ້ວ່າພຣະອົງຊົງຢູ່ຄຽງຂ້າງເຮົາຕະຫຼອດມາ ແລະ ຮອຍຍິ້ມ ແລະ ໃບໜ້າອັນສະຫງ່າລາສີຂອງພຣະອົງຍັງເປັນທີ່ຕື່ນເຕັ້ນຕັນໃຈຢູ່ສະເໝີ. ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດທີ່ພຣະອົງສ້າງສະເໝີ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືໃນແຕ່ຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ສວນເອເດັນອີກຄັ້ງ ແຕ່ເທື່ອນີ້ມະນຸດບໍ່ໄດ້ເຊື່ອຟັງການລໍ້ລວງຂອງງູ ແລະ ບໍ່ໄດ້ເດີນໜີຈາກພຣະເຢໂຮວາ. ມະນຸດຂາບລົງຕໍ່ໜ້າພຣະເຈົ້າ ແລ້ວເງີຍໜ້າເບິ່ງໃບໜ້າອັນຍິ້ມແຍ້ມແຈ່ມໃສຂອງພຣະອົງ ແລະ ຖວາຍການເສຍສະລະທີ່ມີຄຸນຄ່າທີ່ສຸດຂອງຕົນເອງ. ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!

ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າຂະຫຍາຍທຸກລາຍລະອຽດຂອງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ຫຼື ບໍ່, ພຣະອົງຍັງກະທໍາພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງບໍ່ມີຄວາມອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈການຄຸ້ມຄອງຂອງພຣະເຈົ້າຫຼາຍປານໃດກໍຕາມ, ທຸກຄົນສາມາດສັນລະເສີນຜົນປະໂຫຍດ ແລະ ການຊ່ວຍເຫຼືອຂອງພາລະກິດທີ່ກະທໍາໂດຍພຣະເຈົ້າໄດ້. ບາງເທື່ອ, ມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກໃດໆ ຫຼື ຊີວິດທີ່ພຣະເຈົ້າສະໜອງໃຫ້, ແຕ່ຖ້າເຈົ້າຍັງບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ທໍ້ແທ້ຕໍ່ຄວາມຕັ້ງໃຈຂອງເຈົ້າໃນການສະແຫວງຫາຄວາມຈິງ, ມັນກໍຈະມີມື້ນັ້ນສະເໝີທີ່ພຣະເຈົ້າເປີດເຜີຍຮອຍຍິ້ມໃຫ້ກັບເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອກອບກູ້ມະນຸດທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມມະນຸດທີ່ຊາຕານເຮັດໃຫ້ເສື່ອມຊາມ ແລະ ປະຖິ້ມຜູ້ທີ່ຕໍ່ຕ້ານພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ