ເພງຄຣິດສະຕຽນ “ສະແຫວງຫາທີ່ຈະຮັກພຣະເຈົ້າ ບໍ່ວ່າການທົນທຸກຂອງເຈົ້າຈະຍິ່ງໃຫຍ່ພຽງໃດກໍຕາມ”

26 ເດືອນສິງຫາ 2021

ເຈົ້າຈະຮູ້ຈັກຢ່າງແທ້ຈິງວ່າ

ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນມີຄ່າຫຼາຍສໍ່າໃດ.

ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ.

ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ

ພວກເຂົາຖືກໂລກປະຖິ້ມ

ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ

ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ

ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ.

ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ

ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ.

ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ

ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ

ພວກເຂົາບໍ່ມີຄວາມບາກບັ່ນ

ພວກເຂົາອ່ອນແອ ແລະ ບໍ່ມີພະລັງ

ພວກເຂົາອ່ອນແອ ແລະ ບໍ່ມີພະລັງ!

ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ

ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ

ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ

ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ

ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ.

ຖ້າເຈົ້າຮັກພຣະອົງ

ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ

ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ

ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ

ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ.

ເມື່ອເຈົ້າຮັກພຣະເຈົ້າ

ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່

ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້

ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່

ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້

ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ

ເຈົ້າຈະຖືກຫຼໍ່ຫຼອມ

ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ

ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເກີນໄປ

ມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້.

ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ

ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ

ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດ

ຕາມຄວາມປະສົງຂອງພຣະເຈົ້າໄດ້

ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ.

ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດ

ນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ.

ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດ

ນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ.

ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້

ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ.

ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ

ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ

ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ

ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ

ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ

ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ

ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່

ໝັ້ນຄົງ ແລະ ກຶກກ້ອງ.

ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ

ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່

ໝັ້ນຄົງ ແລະ ກຶກກ້ອງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ