ເພງຄຣິດສະຕຽນ “ເຊື່ອຟັງພາລະກິດຂອງພຣະວິນຍານເພື່ອຕິດຕາມຈົນເຖິງທີ່ສຸດ”

14 ເດືອນເມສາ 2022

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້.

ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ,

ຕາມການເປີດເຜີຍແຫ່ງວັນໃໝ່

ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ

ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ.

ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ.

ຫາກມະນຸດບໍ່ສາມາດກ້າວຕາມທັນ,

ພວກເຂົາກໍອາດຈະຖືກປະຖິ້ມໄດ້ທຸກເວລາ.

ຖ້າຫາກມະນຸດບໍ່ມີຫົວໃຈທີ່ເຊື່ອຟັງ,

ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ.

ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່.

ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່.

ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ,

ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ,

ເພາະສະນັ້ນ ຖ້າບໍ່ມີການເຊື່ອຟັງໃນຈິດໃຈຂອງພວກເຂົາ

ຜູ້ຄົນຈະພົບຄວາມຫຍຸ້ງຍາກ

ໃນການເດີນຕາມບາດກ້າວຂອງພຣະເຈົ້າ.

ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ

ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດ

ຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້.

ແຕ່ພາລະກິດທີ່ພຣະອົງປະຕິບັດ

ຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ.

ແຕ່ພາລະກິດທີ່ພຣະອົງປະຕິບັດ

ຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ.

ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ

ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ.

ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ

ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງ

ຈິດໃຈຂັ້ນສຸດທ້າຍຂອງພວກເຂົາ.

ຄວາມຮູ້ຂອງມະນຸດກ່ຽວກັບຊີວິດ

ແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ

ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າ

ກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ.

ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ

ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້.

ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່

ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ

ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່

ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ

ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ

ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ.

ທຸກຄົນທີ່ບໍ່ເຊື່ອຟັງໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານ

ຈະຖືກປ່ອຍຖິ້ມໄວ້ຢູ່ໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ

ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ;

ຜູ້ທີ່ເຕັມໃຈເຊື່ອຟັງ ແລະ ຜູ້ທີ່ຍິນດີຖ່ອມຕົນເທົ່ານັ້ນ

ທີ່ຈະສາມາດກ້າວໄປເຖິງຈຸດສຸດທ້າຍຂອງເສັ້ນທາງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ