ເພງຄຣິດສະຕຽນ “ມີພຽງແຕ່ພຣະເຈົ້າທີ່ຮັກມະນຸດຫຼາຍທີ່ສຸດ”

14 ເດືອນຕຸລາ 2021

ພວກເຮົາເຊີນຊວນໃຫ້ທ່ານເຂົ້າຊົມເວບໄຊ້ຂອງພວກເຮົາ ບ່ອນທີ່ທ່ານສາມາດອ່ານພຣະຄຳເພີ່ມຕື່ມຂອງພຣະເຈົ້າໄດ້.:

https://lo.godfootsteps.org/books.html

ພຣະເຈົ້າສາມາດກາຍເປັນເນື້ອຫນັງໃນມື້ນີ້

ເພື່ອພາລະກິດຊ່ວຍມະນຸດຊາດ

ເພາະແຜນການຄຸ້ມຄອງຂອງພຣະອົງໄດ້ມາເຖິງຂັ້ນຕອນນີ້

ພຣະອົງຈະບໍ່ຊ່ວຍມະນຸດຊາດໃຫ້ລອດພົ້ນ

ນອກຈາກພຣະອົງຮັກມະນຸດຊາດ

ແລະ ມັນເປັນພຽງເພາະພຣະອົງຖືກກະຕຸ້ນໂດຍຄວາມຮັກ

ພາຍໃຕ້ເງື່ອນໄຂເບື້ອງຕົ້ນແຫ່ງຄວາມຮັກ

ພຣະອົງຈຶ່ງປະຕິບັດພາລະກິດແບບນັ້ນ.

ການທີ່ພຣະເຈົ້າທົນທຸກໃນຄວາມອັບອາຍຢ່າງມະຫາສານ

ໂດຍກາຍມາເປັນເນື້ອໜັງເພື່ອຊ່ວຍມະນຸດຊາດ

ທີ່ເສື່ອມຊາມໃຫ້ລອດພົ້ນ

ເປັນເຄື່ອງພິສູດຢ່າງສົມບູນວ່າ

ຄວາມຮັກຂອງພຣະອົງຍິ່ງໃຫຍ່ສໍ່າໃດ.

ເປັນເຄື່ອງພິສູດຢ່າງສົມບູນວ່າ

ຄວາມຮັກຂອງພຣະອົງຍິ່ງໃຫຍ່ສໍ່າໃດ.

ລະຫວ່າງແຖວໃນພຣະທຳຂອງພຣະເຈົ້າ

ແມ່ນມີການແນະນໍາ, ການປອບໃຈ

ການໃຫ້ກຳລັງໃຈ, ຄວາມອົດກັ້ນ, ຄວາມອົດທົນ

ການພິພາກສາ, ການຂ້ຽນຕີ, ການສາບແຊ່ງ

ການເປີດໂປງຕໍ່ສາທາລະນະ

ຄຳສັນຍາທີ່ມີສະຫງ່າລາສີ ແລະ ອື່ນໆອີກ.

ທຸກວິທີການຂອງພຣະອົງແມ່ນຖືກຊີ້ນໍາໂດຍຄວາມຮັກ

ນີ້ແມ່ນແກ່ນແທ້ໃນພາລະກິດຂອງພຣະອົງ.

ມື້ນີ້, ເປັນຫຍັງຄົນສ່ວນໃຫຍ່ຈຶ່ງຕິດຕາມພຣະເຈົ້າ

ຢ່າງໃກ້ຊິດຫຼາຍ, ຢ່າງກະຕືລືລົ້ນຫຼາຍ?

ເພາະພວກເຂົາຮູ້ຈັກຄວາມຮັກຂອງພຣະເຈົ້າ

ແລະ ພວກເຂົາເຫັນວ່າພາລະກິດຂອງພຣະເຈົ້າ

ຄືຄວາມລອດພົ້ນຂອງມະນຸດ.

ພາລະກິດຂອງພຣະເຈົ້າຖືກຈັດແຈງຢ່າງຊັດເຈນ

ໃນເວລາດຽວກັນຂອງມັນ

ພາລະກິດຂອງພຣະອົງດຳເນີນຕໍ່ໄປໜຶ່ງຂັ້ນຕອນຕາມໆກັນ

ໂດຍບໍ່ມີການຊັກຊ້າ

ພຣະອົງບໍ່ມີການຊັກຊ້າເພື່ອເຫັນແກ່ມະນຸດ.

ພຣະອົງບໍ່ຕ້ອງການເສຍສະຫຼະວິນຍານດວງດຽວ

ແລະ ພຣະອົງບໍ່ປາຖະໜາທີ່ຈະສູນເສຍວິນຍານອີກໜຶ່ງດວງ

ໃນຂະນະດຽວກັນ, ມະນຸດບໍ່ສົນໃຈໂຊກຊະຕາຂອງເຂົາເອງ.

ສະນັ້ນ ຜູ້ໃດຮັກເຈົ້າຫຼາຍທີ່ສຸດໃນໂລກນີ້?

ເຈົ້າບໍ່ຮັກຕົນເອງ, ເຈົ້າບໍ່ຮູ້ຈັກຊື່ນຊົມ

ຫຼື ເຊີດຊູຊີວິດຂອງເຈົ້າເອງ

ພຣະເຈົ້າມີຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດສຳລັບມະນຸດ.

ມັນຈະບໍ່ແມ່ນເລື່ອງງ່າຍທີ່ຜູ້ຄົນ

ຈະຮູ້ຈັກຄວາມຮັກຂອງພຣະເຈົ້າແທ້ໆ

ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດ

ແລະ ຊີ້ນໍາມະນຸດຢ່າງຊ່ອງໜ້າ

ຜ່ານວັນຜ່ານຄືນກັບມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ