ເພງຄຣິດສະຕຽນ “ຜູ້ຄົນບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ”

01 ເດືອນກຸມພາ 2023

ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງພຣະເຈົ້າ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ,

ແຕ່ເຖິງຢ່າງນັ້ນ ພຣະອົງກໍ່ຍັງເວົ້າໄດ້ວ່າ ພວກເຂົາບໍ່ເຊື່ອໃນພຣະອົງຢ່າງແທ້ຈິງ.

ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກ ຂອງພວກເຂົາວ່າພຣະເຈົ້າເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ພຣະອົງເວົ້າ

ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງ ທີ່ພຣະອົງຮ້ອງຂໍຈາກພວກເຂົາ.

ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ;

ຜູ້ຄົນຍອມຮັບພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບຊີວິດ;

ຜູ້ຄົນຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ,

ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະອົງ.

ພຣະເຈົ້າລັງກຽດພວກເຂົາ ຍ້ອນຄວາມກະຕືລືລົ້ນຂອງພວກເຂົາ,

ຍ້ອນພວກເຂົາພຽງແຕ່ໃຊ້ຄໍາເວົ້າ ທີ່ມ່ວນຫູເພື່ອຫຼອກລວງພຣະອົງ;

ບໍ່ມີຜູ້ໃດໃນບັນດາພວກເຂົາ ທີ່ນະມັດສະການພຣະອົງຢ່າງແທ້ຈິງ.

ຄໍາເວົ້າຂອງພວກເຈົ້າປະກອບມີການລໍ້ລວງຂອງງູພິດ;

ຍິ່ງໄປກວ່ານັ້ນ, ພວກມັນຈອງຫອງຢ່າງສຸດຂີດ, ເປັນຄໍາປະກາດຢ່າງແທ້ຈິງຂອງອັກຄະທູດສະຫວັນ.

ຍິ່ງໄປກວ່ານັ້ນ, ການກະທໍາຂອງພວກເຈົ້າຈີກຂາດ ແລະ ແຕກຫັກຈົນເປັນຕາອັບອາຍ;

ຄວາມປາດຖະໜາທີ່ເກີນຂອບເຂດ ແລະ ເຈດຕະນາ ທີ່ໂລບມາກຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ.

ພວກເຈົ້າທຸກຄົນໄດ້ກາຍເປັນມອດໃນເຮືອນ ຂອງພຣະເຈົ້າ, ເປັນສິ່ງຂອງ ທີ່ຈະຖືກກໍາຈັດຖິ້ມພ້ອມກັບຄວາມກຽດຊັງ.

ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຮັກຄວາມຈິງ; ກົງກັນຂ້າມ, ພວກເຈົ້າປາດຖະໜາເພື່ອຮັບພອນ,

ເພື່ອຂຶ້ນສູ່ສະຫວັນ,

ເພື່ອເບິ່ງນິມິດທີ່ສະຫງ່າຜ່າເຜີຍຂອງພຣະຄຣິດ ທີ່ມີລິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ.

ພຣະເຈົ້າລັງກຽດພວກເຂົາ ຍ້ອນຄວາມກະຕືລືລົ້ນຂອງພວກເຂົາ,

ຍ້ອນພວກເຂົາພຽງແຕ່ໃຊ້ຄໍາເວົ້າ ທີ່ມ່ວນຫູເພື່ອຫຼອກລວງພຣະອົງ;

ບໍ່ມີຜູ້ໃດໃນບັນດາພວກເຂົາ ທີ່ນະມັດສະການພຣະອົງຢ່າງແທ້ຈິງ.

ແຕ່ພວກເຈົ້າເຄີຍຄິດບໍວ່າຄົນແບບພວກເຈົ້າ ເຊິ່ງເປັນຄົນທີ່ເສື່ອມຊາມຢ່າງຮ້າຍແຮງ

ແລະ ເປັນຄົນທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຄືຫຍັງ,

ສົມຄວນທີ່ຈະຕິດຕາມພຣະເຈົ້າໄດ້ແນວໃດ?

ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ?

ເຈົ້າສົມຄວນທີ່ຈະເບິ່ງສາກອັນສະຫງ່າຜາເຜີຍແບບນັ້ນ ເຊິ່ງເປັນສາກງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ແນວໃດ?

ພຣະເຈົ້າລັງກຽດພວກເຂົາ ຍ້ອນຄວາມກະຕືລືລົ້ນຂອງພວກເຂົາ,

ຍ້ອນພວກເຂົາພຽງແຕ່ໃຊ້ຄໍາເວົ້າ ທີ່ມ່ວນຫູເພື່ອຫຼອກລວງພຣະອົງ;

ບໍ່ມີຜູ້ໃດໃນບັນດາພວກເຂົາ ທີ່ນະມັດສະການພຣະອົງຢ່າງແທ້ຈິງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ