ໂອ ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ, ກະລຸນາລໍຖ້າຂ້ານ້ອຍດ້ວຍເທີ້ນ

26 ເດືອນກໍລະກົດ 2019

ໂອ ພຣະຜູ້ເປັນເຈົ້າ, ຄຣິດຕະຈັກໄດ້ກາຍເປັນສິ່ງທີ່ໂດດດ່ຽວ.

ໂອ ພຣະຜູ້ເປັນເຈົ້າ, ພຣະອົງຢູ່ທີ່ໃດ?

ດວງເດືອນຄືບຄານສູ່ຍອດຕົ້ນໄມ້,

ແສງສະຫວ່າງຂອງມັນງົດງາມ, ຄືກັບຜູ້ເປັນທີ່ຮັກຂອງຂ້ານ້ອຍ.

ຜູ້ເປັນທີ່ຮັກຂອງຂ້ານ້ອຍ, ພຣະອົງຢູ່ທີ່ໃດ?

ພຣະອົງໄດ້ຍິນຂ້ານ້ອຍຮ້ອງໄຫ້ບໍ?

ແມ່ນໃຜອີກທີ່ຈະມອບຄວາມຮັກໃຫ້ກັບຂ້ານ້ອຍ ນອກຈາກພຣະອົງ?

ແມ່ນໃຜທີ່ຈະສົນໃຈຂ້ານ້ອຍ ນອກຈາກພຣະອົງ?

ແມ່ນໃຜທີ່ຈະດູແລຂ້ານ້ອຍ ນອກຈາກພຣະອົງ?

ແມ່ນໃຜທີ່ຈະຖະໜອມຊີວິດຂອງຂ້ານ້ອຍ ນອກຈາກພຣະອົງ?

ດວງເດືອນ, ອີກບໍ່ດົນກໍກັບຄືນສູ່ອີກສົ້ນໜຶ່ງທີ່ແສນໄກຂອງສະຫວັນ.

ຢ່າເຮັດໃຫ້ຜູ້ເປັນທີ່ຮັກຂອງຂ້ານ້ອຍກັງວົນເລີຍ.

ກະລຸນາສະແດງຄວາມຄິດຂອງຂ້ານ້ອຍໃຫ້ພຣະອົງຮັບຮູ້ດ້ວຍເທີ້ນ.

ຢ່າລືມທີ່ຈະເອົາຄວາມຮັກຂອງຂ້ານ້ອຍໄປກັບພຣະອົງເລີຍ.

ຫ່ານປ່າບິນໄປໄກແສນໄກ, ຄູ່ແລ້ວຄູ່ເລົ່າ

ພວກມັນສາມາດນໍາຂ່າວຄາວຂອງຜູ້ເປັນທີ່ຮັກຂອງຂ້ານ້ອຍກັບມາໄດ້ບໍ?

ຫ່ານປ່າເອີຍ, ຂໍໃຫ້ຂ້ານ້ອຍຢືມປີກຂອງເຈົ້າດ້ວຍເທີ້ນ,

ເພື່ອຂ້ານ້ອຍຈະບິນກັບຄືນສູ່ບ້ານທີ່ອົບອຸ່ນຂອງຂ້ານ້ອຍ.

ຂ້ານ້ອຍຈະຕອບແທນຄວາມຫ່ວງໄຍ

ເຊິ່ງຜູ້ເປັນທີ່ຮັກຂອງຂ້ານ້ອຍໄດ້ສຳແດງແກ່ຂ້ານ້ອຍ,

ແລະ ບອກຜູ້ເປັນທີ່ຮັກຂອງຂ້ານ້ອຍບໍ່ໃຫ້ກັງວົນອີກຕໍ່ໄປ.

ຂ້ານ້ອຍຕ້ອງການທີ່ຈະມອບຄຳຕອບທີ່ຊື່ນຊົມຍິນດີໃຫ້ກັບພຣະອົງ

ແລະ ບໍ່ເຮັດໃຫ້ລາຄາທີ່ພຣະອົງຊົງຊໍາລະນັ້ນສູນເສຍເປົ່າ.

ຂ້ານ້ອຍຕ້ອງການທີ່ຈະເຕີບໃຫຍ່ຢ່າງໄວວາ

ແລະ ປະຖິ້ມຊີວິດແຫ່ງຄວາມເຈັບປວດທີ່ເລື່ອນລອຍໄປມານີ້.

ໂອ ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ, ກະລຸນາລໍຖ້າຂ້ານ້ອຍດ້ວຍເທີ້ນ.

ຂ້ານ້ອຍຈະບິນໄປຈາກຄວາມຮັ່ງມີທາງໂລກ.

ຂ້ານ້ອຍຈະຕອບແທນຄວາມຫ່ວງໄຍ

ເຊິ່ງຜູ້ເປັນທີ່ຮັກຂອງຂ້ານ້ອຍໄດ້ສຳແດງແກ່ຂ້ານ້ອຍ,

ແລະ ບອກຜູ້ເປັນທີ່ຮັກຂອງຂ້ານ້ອຍບໍ່ໃຫ້ກັງວົນອີກຕໍ່ໄປ.

ຂ້ານ້ອຍຕ້ອງການທີ່ຈະມອບຄຳຕອບທີ່ຊື່ນຊົມຍິນດີໃຫ້ກັບພຣະອົງ

ແລະ ບໍ່ເຮັດໃຫ້ລາຄາທີ່ພຣະອົງຊົງຊໍາລະນັ້ນສູນເສຍເປົ່າ.

ແລະ ບໍ່ເຮັດໃຫ້ລາຄາທີ່ພຣະອົງຊົງຊໍາລະນັ້ນສູນເສຍເປົ່າ.

ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ແນະນຳ:

Lao Christian Song | "ມາຫາພຣະເຈົ້າເລື້ອຍໆ"

https://lo.godfootsteps.org/videos/come-before-God-often-mv.html

ຟ້າແມບເຫຼື້ອມ ທິດຕາເວັນອອກ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຂຶ້ນເນື່ອງຈາກການປາກົດຕົວ ແລະ ກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການກັບມາຄັ້ງທີສອງຂອງພຣະເຍຊູ, ພຣະຄຣິດແຫ່ງຍຸກສຸດທ້າຍ. ຄຣິສຕະຈັກແມ່ນປະກອບມີຜູ້ຄົນທັງໝົດທີ່ຍອມຮັບເອົາກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ແລະ ຜູ້ຖືກເອົາຊະນະໃຈ ແລະ ຊ່ວຍໃຫ້ລອດພົ້ນໂດຍພຣະທໍາຂອງພຣະອົງ. ຄຣິສຕະຈັກແມ່ນຖືກກໍ່ຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເອງ ແລະ ພຣະອົງເປັນຜູ້ນຳພາເໝືອນດັ່ງຄົນລ້ຽງແກະ. ແນ່ນອນວ່າຄຣິສຕະຈັກບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດ. ພຣະຄຣິດຄືຄວາມຈິງ, ຄືວິທີທາງ ແລະ ຄືຊີວິດ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ. ເມື່ອທ່ານອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທ່ານຈະເຫັນວ່າພຣະເຈົ້າໄດ້ປາກົດຕົວແລ້ວ.

ພວກເຮົາຍິນດີໃຫ້ທ່ານດາວໂຫຼດແອັບຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ຄຳຖະແຫຼງພິເສດ: ວິດີໂອນີ້ຖືກສ້າງຂຶ້ນເປັນເນື້ອຫາທີ່ບໍ່ຫວັງຜົນກຳໄລ ໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະແດງທີ່ປາກົດໃນວິດີໂອນີ້ກຳລັງສະແດງແບບບໍ່ຫວັງຜົນກຳໄລ ແລະ ບໍ່ໄດ້ຮັບຄ່າຈ້າງໃດໆ. ວິດີໂອນີ້ຈະບໍ່ອະນຸດຍາດໃຫ້ແຈກຢາຍຕໍ່ໃຫ້ພາກສ່ວນທີສາມເພື່ອຫວັງຜົນກຳໄລໃດໆທັງສິ້ນ; ພວກເຮົາຫວັງວ່າທຸກຄົນຈະແບ່ງປັນ ແລະ ແຈກຢາຍມັນໂດຍບໍ່ຄິດຄ່າ. ກະລຸນາໃຫ້ເຄຣດິດແກ່ແຫຼ່ງຂໍ້ມູນໃນເວລາແຈກຢາຍມັນ. ໂດຍບໍ່ມີການຍິນຍອມເຫັນດີນໍາຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ບໍ່ມີອົງການ, ກຸ່ມສັງຄົມ ຫຼື ບຸກຄົນໃດຈະສາມາດປ່ຽນແປງ ຫຼື ບິດເບືອນເນື້ອຫາຂອງວິດີໂອນີ້ໄດ້.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ