ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 105
15 ເດືອນມັງກອນ 2026
ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດແມ່ນການບັງເກີດເປັນມະນຸດຂອງພຣະວິນຍານ ແທນທີ່ຈະແມ່ນເນື້ອໜັງ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ