ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 109

15 ເດືອນມັງກອນ 2026

ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດແກ່ນແທ້ຂອງພຣະອົງ. ພຣະອົງສາມາດເຮັດໃຫ້ສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍແກ່ນແທ້ຂອງພຣະອົງ; ເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າເປັນ “ການເປີດເຜີຍຢ່າງທຳມະຊາດ” ຂອງພຣະອົງ ກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງໄດ້ມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ວ່າພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບຫຼັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ອ່ອນນ້ອມຈົນຕາຍ. ນີ້ກໍຍ້ອນວ່າ ແກ່ນແທ້ຂອງພຣະອົງແມ່ນແກ່ນແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ມັນກໍແມ່ນຄວາມເປັນຈິງ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງສະແດງໃຫ້ເຫັນເຖິງອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ໃນເວລານັ້ນ ບົດສະຫຼຸບຂອງພາລະກິດທັງໝົດຂອງພຣະອົງສາມາດຢືນຢັນໄດ້ວ່າ ພຣະອົງເປັນພຣະທຳທີ່ກາຍເປັນມະນຸດຢ່າງແທ້ຈິງ ແລະ ບໍ່ຄືກັນກັບເນື້ອໜັງ ແລະ ເລືອດເນື້ອຂອງມະນຸດ. ທຸກບາດກ້າວຂອງພາລະກິດຂອງພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກແມ່ນມີຄວາມສໍາຄັນໃນຕົວຂອງມັນເອງ ແຕ່ມະນຸດທີ່ຜະເຊີນກັບພາລະກິດທີ່ແທ້ຈິງຂອງແຕ່ລະບາດກ້າວນັ້ນ ແມ່ນບໍ່ສາມາດເຂົ້າໃຈຄວາມສໍາຄັນຂອງພາລະກິດຂອງພຣະອົງໄດ້; ເປັນຕົ້ນໂດຍສະເພາະສຳລັບສອງສາມບາດກ້າວຂອງພາລະກິດທີ່ດໍາເນີນໂດຍພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີ່ສອງຂອງພຣະອົງ. ຄົນສ່ວນຫຼາຍທີ່ພຽງແຕ່ໄດ້ຍິນ ຫຼື ເຫັນພຣະທຳຂອງພຣະຄຣິດ ແຕ່ບໍ່ເຄີຍເຫັນພຣະອົງບໍ່ມີແນວຄວາມຄິດກ່ຽວກັບພາລະກິດຂອງພຣະອົງ; ຄົນທີ່ເຫັນພຣະຄຣິດ ແລະ ໄດ້ຍິນພຣະທຳຂອງພຣະອົງ ພ້ອມທັງຜະເຊີນພາລະກິດຂອງພຣະອົງ ເຫັນມັນເປັນເລື່ອງຍາກທີ່ຈະຍອມຮັບພາລະກິດຂອງພຣະອົງ. ນີ້ບໍ່ແມ່ນເປັນຍ້ອນການປາກົດຕົວ ແລະ ຄວາມເປັນມະນຸດທຳມະດາຂອງພຣະຄຣິດບໍ່ແມ່ນລົດນິຍົມຂອງມະນຸດບໍ? ຄົນທີ່ຍອມຮັບພາລະກິດຂອງພຣະອົງຫຼັງຈາກທີ່ພຣະຄຣິດໄດ້ຈາກໄປຈະບໍ່ພົບກັບຄວາມຫຍຸ້ງຍາກດັ່ງກ່າວ ຍ້ອນພວກເຂົາພຽງແຕ່ຍອມຮັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ໄດ້ສໍາຜັດກັບຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ. ມະນຸດແທນທີ່ຈະປ່ອຍວາງແນວຄິດຕ່າງໆນາໆຂອງເຂົາກ່ຽວກັບພຣະເຈົ້າ ແຕ່ຊໍ້າພັດພາກັນສໍາຫຼວດພຣະອົງຢ່າງຮຸນແຮງ; ນີ້ເປັນເພາະຄວາມຈິງທີ່ວ່າມະນຸດໃສ່ໃຈພຽງແຕ່ການປາກົດຂອງພຣະອົງເທົ່ານັ້ນ ແລະ ບໍ່ສາມາດຮັບຮູ້ແກ່ນແທ້ຂອງພຣະອົງໂດຍອີງຕາມພາລະກິດ ແລະ ພຣະທຳຂອງພຣະອົງນັ້ນ. ຖ້າມະນຸດຫຼັບຕາຕໍ່ການປາກົດຂອງພຣະຄຣິດ ຫຼື ຫຼີກເວັ້ນການສົນທະນາກ່ຽວກັບຄວາມເປັນມະນຸດຂອງພຣະຄຣິດ ແລະ ກ່າວເຖິງພຽງແຕ່ຄວາມເປັນພຣະເຈົ້າຂອງພຣະອົງເທົ່ານັ້ນ ເຊິ່ງມີພາລະກິດ ແລະ ພຣະທຳທີ່ມະນຸດບໍ່ສາມາດຮັບໄດ້ ແລ້ວແນວຄິດຕ່າງໆນາໆຂອງມະນຸດກໍຈະຫຼຸດລົງເຄິ່ງໜຶ່ງ ຈົນເຖິງຂັ້ນທີ່ວ່າ ຄວາມຫຍຸ້ງຍາກທຸກຢ່າງຂອງມະນຸດຈະໄດ້ຮັບການແກ້ໄຂ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດບໍ່ສາມາດທົນພຣະອົງໄດ້ ແລະ ເຕັມໄປດ້ວຍແນວຄິດຕ່າງໆນາໆກ່ຽວກັບພຣະອົງ ແລະ ເຫດການທີ່ພວກເຂົາຕໍ່ຕ້ານ ແລະ ກະບົດກໍພົບເຫັນໄດ້ທົ່ວໄປ. ມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະເຈົ້າ, ບໍ່ສາມາດສະແດງຄວາມເມດຕາຕໍ່ຄວາມຖ່ອມຕົວ ແລະ ການລີ້ລັບຂອງພຣະຄຣິດ ຫຼື ຍົກໂທດໃຫ້ພຣະຄຣິດທີ່ມີແກ່ນແທ້ໃນການອ່ອນນ້ອມຕໍ່ພຣະບິດາທີ່ຢູ່ໃນສະຫວັນ. ດ້ວຍເຫດນັ້ນ ພຣະອົງບໍ່ສາມາດຢູ່ຮ່ວມກັບມະນຸດຊົ່ວນິດນິລັນ, ຫຼັງຈາກທີ່ພຣະອົງສຳເລັດພາລະກິດຂອງພຣະອົງ, ພຣະອົງກໍຈະຈາກໄປ ຍ້ອນວ່າມະນຸດບໍ່ເຕັມໃຈທີ່ຈະໃຫ້ພຣະອົງຢູ່ຄຽງຂ້າງພວກເຂົາ. ຖ້າມະນຸດບໍ່ສາມາດສະແດງຄວາມເມດຕາຕໍ່ພຣະອົງໃນລະຫວ່າງໄລຍະເວລາຂອງການປະຕິບັດພາລະກິດ ແລ້ວພວກເຂົາຈະສາມາດທົນຕໍ່ພຣະອົງທີ່ຢູ່ຄຽງຂ້າງພວກເຂົາຫຼັງຈາກທີ່ພຣະອົງສຳເລັດພັນທະກິດຂອງພຣະອົງ ເມື່ອພຣະອົງເບິ່ງພວກເຂົາຄ່ອຍໆສໍາຜັດກັບພຣະທຳຂອງພຣະອົງໄດ້ແນວໃດ? ແລ້ວຫຼາຍຄົນຈະບໍ່ລົ້ມລົງຍ້ອນພຣະອົງບໍ? ມະນຸດພຽງແຕ່ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດເທິງແຜ່ນດິນໂລກ; ສິ່ງນີ້ຄືຄວາມກະລຸນາທີ່ຍິ່ງໃຫຍ່ສຸດຂອງມະນຸດ. ຖ້າບໍ່ແມ່ນຍ້ອນພາລະກິດຂອງພຣະອົງ ມະນຸດຄົງຈະຂັບໄລ່ພຣະອົງອອກຈາກໂລກຕັ້ງແຕ່ດົນແລ້ວ, ເພາະສະນັ້ນ ຫຼັງຈາກພາລະກິດຂອງພຣະອົງສໍາເລັດລົງແລ້ວ ພວກເຂົາຈະສະແດງຄວາມເມດຕາຕໍ່ພຣະອົງຫຼາຍໜ້ອຍສໍ່າໃດ? ແລ້ວມະນຸດຈະບໍ່ຂ້າພຣະອົງ ແລະ ທໍລະມານພຣະອົງຈົນຕາຍບໍ? ຖ້າພຣະອົງບໍ່ໄດ້ຖືກເອີ້ນວ່າພຣະຄຣິດ, ກໍເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດປະຕິບັດພາລະກິດທ່າມກາງມະນຸດຊາດໄດ້; ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດດ້ວຍຕົວຕົນຂອງພຣະເຈົ້າເອງ ແລະ ປະຕິບັດພາລະກິດເປັນພຽງມະນຸດທຳມະດາແທນ ແລ້ວມະນຸດຈະບໍ່ທົນແມ່ນພຣະຄຳຂອງພຣະອົງແມ່ນແຕ່ປະໂຫຍກດຽວ ແຮງໄກທີ່ຈະທົນຕໍ່ສ່ວນເລັກນ້ອຍສຸດໃນພາລະກິດຂອງພຣະອົງເລີຍ. ດ້ວຍເຫດນັ້ນ ພຣະອົງພຽງແຕ່ສາມາດໃຊ້ຕົວຕົນນີ້ຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງມີອຳນາດຫຼາຍກວ່າເວລາທີ່ພຣະອົງບໍ່ໄດ້ປະຕິບັດພາລະກິດແບບນັ້ນ ຍ້ອນມະນຸດທຸກຄົນເຕັມໃຈທີ່ຈະເຊື່ອຟັງຖານະ ແລະ ຕົວຕົນທີ່ຍິ່ງໃຫຍ່. ຖ້າພຣະອົງບໍ່ໃຊ້ຕົວຕົນຂອງພຣະເຈົ້າເອງ ໃນຂະນະທີ່ພຣະອົງປະຕິບັດພາລະກິດ ຫຼື ປາກົດຕົວເປັນພຣະເຈົ້າເອງ ແລ້ວພຣະອົງຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດເລີຍ. ເຖິງແມ່ນເປັນຄວາມຈິງທີ່ວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ການເປັນຢູ່ຂອງພຣະຄຣິດ ມະນຸດກໍຈະບໍ່ຜ່ອນຄາຍ ແລະ ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດຢ່າງງ່າຍດາຍທ່າມກາງມະນຸດຊາດ. ພຣະອົງໃຊ້ຕົວຕົນຂອງພຣະເຈົ້າເອງໃນພາລະກິດຂອງພຣະອົງ; ເຖິງແມ່ນວ່າ ພາລະກິດດັ່ງກ່າວຈະມີອຳນາດຫຼາຍກວ່າພາລະກິດທີ່ປາສະຈາກພາບລັກສະນະດັ່ງກ່າວຕໍ່ຫຼາຍສິບເທົ່າ, ມະນຸດຍັງບໍ່ອ່ອນນ້ອມຕໍ່ພຣະອົງຢ່າງເຕັມປ່ຽມ ຍ້ອນມະນຸດພຽງແຕ່ຍອມຢູ່ພາຍໃຕ້ຖານະຂອງພຣະອົງ ແລະ ບໍ່ແມ່ນແກ່ນແທ້ຂອງພຣະອົງ. ຖ້າເປັນດັ່ງນັ້ນ ບາງເທື່ອ ມື້ໜຶ່ງຖ້າພຣະຄຣິດລົງມາຈາກຕໍາແໜ່ງຂອງພຣະອົງ ມະນຸດຈະສາມາດອະນຸຍາດໃຫ້ພຣະອົງຍັງຄົງມີຊີວິດຢູ່ແມ່ນແຕ່ມື້ດຽວບໍ? ພຣະເຈົ້າເຕັມໃຈອາໄສຢູ່ເທິງແຜ່ນດິນໂລກກັບມະນຸດ ເພື່ອພຣະອົງອາດເຫັນຜົນພາລະກິດທີ່ປະຕິບັດດ້ວຍມືຂອງພຣະອົງຈະນໍາມາສູ່ຄວາມສໍາເລັດສືບຕໍ່ໄປເປັນນິດ. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດທົນການຊົງຢູ່ຂອງພຣະອົງໄດ້ແມ່ນແຕ່ມື້ດຽວ ສະນັ້ນ ພຣະອົງເຮັດໄດ້ແຕ່ຍອມຈໍານົນ. ຖືວ່າເປັນຄວາມເມດຕາ ແລະ ຄວາມກະລຸນາທີ່ຍິ່ງໃຫຍ່ສຸດແລ້ວທີ່ມະນຸດອະນຸຍາດໃຫ້ພຣະເຈົ້າປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດທ່າມກາງມະນຸດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ເຖິງແມ່ນວ່າ ຄົນທີ່ຖືກເອົາຊະນະໂດຍພຣະເຈົ້າເປັນການສ່ວນຕົວໄດ້ສະແດງຄວາມກະລຸນາດັ່ງກ່າວຕໍ່ກັບພຣະອົງ ພວກເຂົາກໍພຽງແຕ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄດ້ຈົນກວ່າພາລະກິດຂອງພຣະອົງສຳເລັດລົງ ແລະ ຫລັງຈາກນັ້ນກໍບໍ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄປແມ່ນແຕ່ນາທີດຽວ. ຖ້າເປັນດັ່ງນັ້ນ ຄົນທີ່ພຣະອົງບໍ່ໄດ້ເອົາຊະນະເດ? ເຫດຜົນທີ່ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍວິທີນີ້ ບໍ່ແມ່ນຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງມະນຸດທຳມະດາບໍ? ຖ້າພຣະອົງມີພຽງແຕ່ຄວາມເປັນພຣະເຈົ້າ ແລະ ບໍ່ມີຄວາມເປັນມະນຸດທຳມະດາ ແລ້ວຄວາມຫຍຸ້ງຍາກຕ່າງໆຂອງມະນຸດຈະບໍ່ໄດ້ຮັບການແກ້ໄຂງ່າຍເກີນໄປບໍ? ມະນຸດຮັບຮູ້ຄວາມເປັນພຣະເຈົ້າຂອງພຣະອົງດ້ວຍຄວາມບໍ່ພໍໃຈ ແລະ ບໍ່ສົນໃຈຕໍ່ເປືອກນອກຂອງມະນຸດທຳມະດາຂອງພຣະອົງ ເຖິງແມ່ນວ່າ ແກ່ນແທ້ຂອງພຣະອົງກໍມາຈາກພຣະຄຣິດຜູ້ເຊິ່ງຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນຢ່າງຊັດເຈນ. ຖ້າເປັນດັ່ງນັ້ນ ພຣະອົງພຽງແຕ່ສາມາດຍົກເລີກພາລະກິດຂອງພຣະອົງທີ່ຢູ່ທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກກັບພວກເຂົາ ຍ້ອນມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະອົງໄດ້ອີກຕໍ່ໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ