ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 125

27 ເດືອນພຶດສະພາ 2021

ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນເພື່ອມວນມະນຸດຊາດ ແລະ ແນໃສ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມັນກໍຍັງແນໃສ່ມະນຸດຊາດທັງປວງ; ພຣະອົງເປັນພຣະເຈົ້າຂອງມວນມະນຸດຊາດ ແລະ ເປັນພຣະເຈົ້າຂອງສັບພະສິ່ງທີ່ຖືກສ້າງ ແລະ ບໍ່ຖືກສ້າງທັງປວງ. ເຖິງແມ່ນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນແມ່ນຢູ່ພາຍໃນຂອບເຂດຈຳກັດ ແລະ ເປົ້າໝາຍຂອງພາລະກິດນີ້ກໍຍັງມີຄວາມຈຳກັດເຊັ່ນດຽວກັນ, ແຕ່ວ່າ ໃນແຕ່ລະຄັ້ງທີ່ພຣະອົງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ພຣະອົງກໍເລືອກຕົວແທນທີ່ສູງສຸດໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ; ພຣະອົງບໍ່ເລືອກກຸ່ມຄົນທີ່ທຳມະດາ ແລະ ບໍ່ໂດດເດັ່ນເພື່ອປະຕິບັດພາລະກິດ, ແຕ່ກົງກັນຂ້າມ ພຣະອົງເລືອກກຸ່ມຄົນທີ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ. ກຸ່ມຄົນເຫຼົ່ານີ້ຖືກເລືອກກໍຍ້ອນຂອບເຂດຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນມີຈຳກັດ ແລະ ຖືກຈັດກຽມໄວ້ໃຫ້ກັບເນື້ອໜັງທີ່ເປັນມະນຸດຂອງພຣະອົງໂດຍສະເພາະ ແລະ ຖືກເລືອກສຳລັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໂດຍສະເພາະ. ການທີ່ພຣະເຈົ້າເລືອກເປົ້າໝາຍຂອງພາລະກິດຂອງພຣະອົງບໍ່ແມ່ນບໍ່ມີຫຼັກການ, ແຕ່ອີງຕາມຫຼັກການດັ່ງນີ້: ເປົ້າໝາຍຂອງພາລະກິດຕ້ອງມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຕ້ອງສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້. ຕົວຢ່າງເຊັ່ນ ຊາວຢິວສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໃນການຍອມຮັບການໄຖ່ບາບສ່ວນຕົວຂອງພຣະເຢຊູ ແລະ ຊາວຈີນກໍສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້ໃນການຍອມຮັບເອົາໄຊຊະນະສ່ວນຕົວຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ຊາວຢິວທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງແມ່ນມີພຸ້ນຖານ ແລະ ຊາວຈີນທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງກໍມີພື້ນຖານໃນການຍອບຮັບເອົາໄຊຊະນະສ່ວນຕົວຂອງພຣະເຈົ້າ. ບໍ່ມີຫຍັງທີ່ເປີດເຜີຍຄວາມໝາຍຂອງການໄຖ່ບາບໄດ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບທີ່ປະຕິບັດທ່າມກາງຊາວຢິວ ແລະ ບໍ່ມີຫຍັງທີ່ເປີດເຜີຍຄວາມລະອຽດ ແລະ ຄວາມສຳເລັດຂອງພາລະກິດແຫ່ງການເອົາຊະນະໄດ້ຫຼາຍກວ່າພາລະກິດແຫ່ງການເອົາຊະນະທ່າມກາງຊາວຈີນ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດປາກົດຂຶ້ນໂດຍແນໃສ່ຄົນກຸ່ມນ້ອຍເທົ່ານັ້ນ, ແຕ່ໃນຄວາມເປັນຈິງ ພາລະກິດຂອງພຣະອົງໃນທ່າມກາງກຸ່ມນ້ອຍນີ້ແມ່ນພາລະກິດຂອງຈັກກະວານທັງປວງ ແລະ ພຣະທຳຂອງພຣະອົງກໍແນໃສ່ມະນຸດຊາດທັງປວງ. ຫຼັງຈາກພາລະກິດຝ່າຍເນື້ອໜັງຂອງພຣະອົງມາເຖິງຈຸດສິ້ນສຸດ, ຄົນທີ່ຕິດຕາມພຣະອົງຈະເລີ່ມເຜີຍແຜ່ພາລະກິດທີ່ພຣະອົງປະຕິບັດທ່າມກາງພວກເຂົາ. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສົດໃສຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ; ທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງຮັບໃຊ້ຊາຕານ ແລະ ນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນຜົນງານຂອງພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍບໍ່ສະແຫວງຫາ ແລະ ງົມຫາສິ່ງທີ່ເລື່ອນລອຍ ແລະ ບໍ່ແຈ່ມແຈ້ງເຫຼົ່ານັ້ນອີກຕໍ່ໄປ ແລະ ເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີ່ມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືຫວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້. ເມື່ອພຣະເຈົ້າດໍາເນີນພາລະກິດຂອງພຣະອົງມາເຖິງຂັ້ນຕອນນີ້, ພາລະກິດຂອງພຣະອົງກໍໄດ້ບັນລຸຜົນຢ່າງພໍໃຈທີ່ສຸດແລ້ວ ແລະ ຖືວ່າເປັນຄວາມສຳເລັດທີ່ບໍລິບູນ. ພາລະກິດສ່ວນຕົວຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ເຮັດໃຫ້ພາລະກິດເກົ້າສິບເປີເຊັນຂອງການຄຸ້ມຄອງທັງໝົດຂອງພຣະອົງສຳເລັດລົງ. ເນື້ອໜັງນີ້ໄດ້ສະໜອງການເລີ່ມຕົ້ນທີ່ດີກວ່າໃຫ້ກັບພາລະກິດທັງໝົດຂອງພຣະອົງ, ເປັນບົດສະຫຼຸບສຳລັບພາລະກິດທັງໝົດຂອງພຣະອົງ, ປະກາດໃຊ້ພາລະກິດທັງໝົດຂອງພຣະອົງ ແລະ ໄດ້ເສີມເຕີມພາລະກິດທັງໝົດນີ້ຢ່າງທົ່ວເຖິງເປັນຄັ້ງສຸດທ້າຍ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຈະບໍ່ມີພຣະເຈົ້າທີ່ບັງເກີດເປັນມະນຸດອີກເພື່ອປະຕິບັດພາລະກິດຂັ້ນຕອນທີສີ່ຂອງພຣະເຈົ້າ ແລະ ຈະບໍ່ມີພາລະກິດທີ່ມະຫັດສະຈັນອີກຂອງການບັງເກີດເປັນມະນຸດຄັ້ງທີສາມຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ