ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 135

07 ເດືອນທັນວາ 2025

ໃນປັດຈຸບັນ ຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ແທ້ຈິງກໍຍັງລຳອຽງເກີນໄປ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມສຳຄັນຂອງການບັງເກີດເປັນມະນຸດກໍຍັງນ້ອຍເກີນໄປ. ກັບເນື້ອໜັງຂອງພຣະເຈົ້າ, ຜູ້ຄົນເຫັນຜ່ານພາລະກິດ ແລະ ພຣະທຳຂອງພຣະອົງວ່າ ພຣະວິນຍານຂອງພຣະເຈົ້າມີຫຼາຍສິ່ງຫຼາຍຢ່າງ, ວ່າພຣະອົງອຸດົມສົມບູນຫຼາຍ. ເຖິງຢ່າງໃດກໍ່ຕາມ, ຄຳພະຍານຂອງພຣະເຈົ້າກໍມາຈາກພຣະວິນຍານຂອງພຣະເຈົ້າໃນທີ່ສຸດ ນັ້ນກໍຄື: ສິ່ງທີ່ພຣະເຈົ້າກະທຳໃນເນື້ອໜັງ, ຫຼັກການທີ່ພຣະອົງປະຕິບັດພາລະກິດ, ສິ່ງທີ່ພຣະອົງກະທຳໃນຄວາມເປັນມະນຸດ ແລະ ສິ່ງທີ່ພຣະອົງກະທຳໃນຄວາມເປັນພຣະເຈົ້າ. ຜູ້ຄົນຕ້ອງມີຄວາມຮູ້ກ່ຽວກັບສິ່ງນີ້. ໃນປັດຈຸບັນ ເຈົ້າສາມາດນະມັດສະການບຸກຄົນນີ້ ໃນຂະນະທີ່ໃນແກ່ນແທ້ແລ້ວ ເຈົ້າກຳລັງນະມັດສະການພຣະວິນຍານ ແລະ ນັ້ນຄືສິ່ງເລັກນ້ອຍທີ່ສຸດທີ່ຜູ້ຄົນຄວນບັນລຸໃນຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື: ການຮູ້ແກ່ນແທ້ຂອງພຣະວິນຍານຜ່ານເນື້ອໜັງ, ການຮູ້ພາລະກິດສັກສິດຂອງພຣະວິນຍານໃນເນື້ອໜັງ ແລະ ພາລະກິດມະນຸດໃນເນື້ອໜັງ, ການຍອມຮັບພຣະທຳທຸກຂໍ້ ແລະ ຖ້ອຍຄຳໃນເນື້ອໜັງຂອງພຣະວິນຍານ ແລະ ການເຫັນວ່າ ພຣະວິນຍານຂອງພຣະເຈົ້າຊີ້ນໍາເນື້ອໜັງ ແລະ ສຳແດງລິດອຳນາດຂອງພຣະອົງໃນເນື້ອໜັງແນວໃດ. ນີ້ໝາຍຄວາມວ່າ ມະນຸດໄດ້ຮູ້ຈັກພຣະວິນຍານໃນສະຫວັນຜ່ານທາງເນື້ອໜັງ; ການປາກົດຕົວຂອງພຣະເຈົ້າທີ່ແທ້ຈິງທ່າມກາງມະນຸດໄດ້ກຳຈັດພຣະເຈົ້າເລື່ອນລອຍທີ່ຢູ່ໃນແນວຄິດຂອງຜູ້ຄົນ. ການນະມັດສະການພຣະເຈົ້າທີ່ແທ້ຈິງຂອງຜູ້ຄົນໄດ້ເພີ່ມຄວາມອ່ອນນ້ອມຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຜ່ານພາລະກິດສັກສິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ພາລະກິດມະນຸດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມະນຸດຈຶ່ງສາມາດຮັບການເປີດເຜີຍ ແລະ ໄດ້ຮັບການດູແລ ແລະ ມີການບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງມະນຸດ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການມາຂອງພຣະວິນຍານໃນເນື້ອໜັງ ແລະ ຈຸດປະສົງຕົ້ນຕໍ ກໍແມ່ນເພື່ອໃຫ້ຜູ້ຄົນໄດ້ມີສ່ວນຮ່ວມກັບພຣະເຈົ້າ, ເພິ່ງພາພຣະເຈົ້າ ແລະ ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ.

ໂດຍລວມແລ້ວ ແມ່ນຫຍັງຄືທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າທີ່ແທ້ຈິງ? ເຈົ້າຮູ້ຫຍັງກ່ຽວກັບການບັງເກີດເປັນມະນຸດ, ກ່ຽວກັບການປາກົດຕົວໃນເນື້ອໜັງຂອງພຣະທຳ, ກ່ຽວກັບການປາກົດຕົວໃນເນື້ອໜັງຂອງພຣະເຈົ້າ, ກ່ຽວກັບການກະທຳຂອງພຣະເຈົ້າທີ່ແທ້ຈິງ? ຫົວຂໍ້ຫຼັກຂອງການສົນທະນາໃນປັດຈຸບັນແມ່ນຫຍັງ? ການບັງເກີດເປັນມະນຸດ, ການມາຂອງພຣະທໍາໃນເນື້ອໜັງ ແລະ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ ລ້ວນເປັນປະເດັນທີ່ຕ້ອງໄດ້ຮັບການເຂົ້າໃຈ. ພວກເຈົ້າຕ້ອງໄດ້ເຂົ້າໃຈບັນຫາເຫຼົ່ານີ້ເທື່ອລະໜ້ອຍ ແລະ ຕ້ອງມີຄວາມຮູ້ທີ່ຊັດເຈນກ່ຽວກັບພວກມັນໃນປະສົບການຊີວິດຂອງພວກເຈົ້າ ໂດຍອີງຕາມວຸດທິພາວະຂອງພວກເຈົ້າ ແລະ ອີງຕາມຍຸກສະໄໝ. ຂະບວນການທີ່ຜູ້ຄົນມີປະສົບການກັບພຣະທຳຂອງພຣະເຈົ້າກໍຄືກັບຂະບວນການທີ່ພວກເຂົາຮູ້ຈັກການປາກົດຕົວຂອງພຣະທຳຂອງພຣະເຈົ້າໃນເນື້ອໜັງ. ຍິ່ງຜູ້ຄົນມີປະສົບການກັບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະວິນຍານຂອງພຣະເຈົ້າຫຼາຍສໍ່ານັ້ນ; ຜ່ານການສໍາຜັດພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດເຂົ້າໃຈເຖິງຫຼັກການແຫ່ງພາລະກິດຂອງພຣະວິນຍານ ແລະ ຮຽນຮູ້ພຣະເຈົ້າທີ່ແທ້ຈິງ. ໃນຄວາມຈິງແລ້ວ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ ແລະ ຮັບເອົາພວກເຂົາ, ພຣະອົງກຳລັງປ່ອຍໃຫ້ພວກເຂົາຮູ້ຈັກເຖິງການກະທຳຂອງພຣະເຈົ້າທີ່ແທ້ຈິງ; ພຣະອົງກຳລັງໃຊ້ພາລະກິດຂອງພຣະເຈົ້າທີ່ແທ້ຈິງເພື່ອສະແດງໃຫ້ຜູ້ຄົນເຫັນເຖິງຄວາມໝາຍສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດ ແລະ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວຕໍ່ໜ້າມະນຸດຢ່າງແທ້ຈິງ. ເມື່ອຜູ້ຄົນຖືກຮັບເອົາ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ການສຳແດງອອກຂອງພຣະເຈົ້າທີ່ແທ້ຈິງໄດ້ເອົາຊະນະພວກເຂົາ, ພຣະທຳຂອງພຣະເຈົ້າທີ່ແທ້ຈິງໄດ້ປ່ຽນແປງພວກເຂົາ ແລະ ເຮັດໃຫ້ຊີວິດຂອງພຣະອົງຢູ່ໃນພວກເຂົາ, ເຕີ່ມເຕັມພວກເຂົາດ້ວຍສິ່ງທີ່ພຣະອົງເປັນ (ບໍ່ວ່າສິ່ງທີ່ພຣະອົງເປັນໃນຄວາມເປັນມະນຸດຂອງພຣະອົງ ຫຼື ສິ່ງທີ່ພຣະອົງເປັນໃນຄວາມເປັນພຣະເຈົ້າຂອງພຣະອົງ), ເຕີ່ມເຕັມພວກເຂົາດ້ວຍແກ່ນແທ້ແຫ່ງພຣະທຳຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນດຳລົງຊີວິດຕາມພຣະທຳຂອງພຣະອົງ. ເມື່ອພຣະເຈົ້າໄດ້ຮັບເອົາຜູ້ຄົນ, ພຣະອົງປະຕິບັດແບບນັ້ນ ຕົ້ນຕໍ ແມ່ນໃຊ້ພຣະທຳ ແລະ ຖ້ອຍຄຳຂອງພຣະເຈົ້າທີ່ແທ້ຈິງເພື່ອລິຮານກັບຂໍ້ບົກຜ່ອງຂອງຜູ້ຄົນ ແລະ ເພື່ອພິພາກສາ ແລະ ເປີດເຜີຍນິໄສທີ່ກະບົດຂອງພວກເຂົາ, ເຮັດໃຫ້ພວກເຂົາໄດ້ຮັບໃນສິ່ງທີ່ພວກເຂົາຕ້ອງການ ແລະ ສະແດງໃຫ້ພວກເຂົາເຫັນວ່າ ພຣະເຈົ້າໄດ້ມາທ່າມກາງມະນຸດ. ສິ່ງທີ່ສຳຄັນທີ່ສຸດ, ພາລະກິດທີ່ກະທຳໂດຍພຣະເຈົ້າທີ່ແທ້ຈິງ ແມ່ນການຊ່ວຍທຸກຄົນໃຫ້ອອກຈາກອິດທິພົນຂອງຊາຕານ, ນໍາພວກເຂົາອອກຈາກດິນແດນແຫ່ງຄວາມສົກກະປົກ ແລະ ກຳຈັດນິໄສທີ່ເສື່ອມຊາມຂອງພວກເຂົາ. ຄວາມສຳຄັນທີ່ເລິກເຊິ່ງທີ່ສຸດໃນການຖືກຮັບເອົາໂດຍພຣະເຈົ້າທີ່ແທ້ຈິງແມ່ນການສາມາດດຳລົງຊີວິດໃນຄວາມເປັນມະນຸດທຳມະດາຮ່ວມກັບພຣະເຈົ້າທີ່ແທ້ຈິງໃຫ້ເປັນຕົວຢ່າງ ແລະ ເປັນແບບຢ່າງ, ສາມາດປະຕິບັດຕາມພຣະທຳ ແລະ ເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າທີ່ແທ້ຈິງ ໂດຍປາສະຈາກການບິດເບືອນ ຫຼື ການເຮັດຜິດແມ່ນແຕ່ໜ້ອຍດຽວ, ປະຕິບັດ ຕາມທຸກຢ່າງວິທີທີ່ພຣະອົງກ່າວໄວ້ ແລະ ສາມາດບັນລຸສິ່ງໃດກໍຕາມທີ່ພຣະອົງຮຽກຮ້ອງ. ດ້ວຍວິທີນີ້ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ. ເມື່ອເຈົ້າຖືກຮັບເອົາໂດຍພຣະເຈົ້າ ເຈົ້າບໍ່ພຽງແຕ່ຈະມີພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ຫຼັກໆແລ້ວ ເຈົ້າຈະສາມາດດຳລົງຊີວິດຕາມເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າທີ່ແທ້ຈິງໄດ້. ການທີ່ພຽງແຕ່ມີພາລະກິດຂອງພຣະວິນຍານບໍລິສຸດ ບໍ່ໄດ້ໝາຍຄວາມວ່າ ເຈົ້າມີຊີວິດຕາມເງື່ອນໄຂຂອງພຣະອົງ. ປະເດັນສໍາຄັນກໍຄື ເຈົ້າຈະສາມາດປະຕິບັດຕາມເງື່ອນໄຂຈຳເປັນຂອງພຣະເຈົ້າທີ່ແທ້ຈິງ ທີ່ຮຽກຮ້ອງຈາກຕົວເຈົ້າໄດ້ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າ ເຈົ້າສາມາດທີ່ຈະຖືກຮັບໂດຍພຣະເຈົ້າ ຫຼື ບໍ່. ນີ້ແມ່ນຄວາມໝາຍທີ່ຍິ່ງໃຫຍ່ທີ່ສຸດຂອງພາລະກິດໃນເນື້ອໜັງຂອງພຣະເຈົ້າທີ່ແທ້ຈິງ. ນີ້ໝາຍຄວາມວ່າ ພຣະເຈົ້າໄດ້ຮັບເອົາກຸ່ມຄົນໂດຍການປາກົດຕົວໃນເນື້ອໜັງຢ່າງແທ້ຈິງ ແລະ ມີຊີວິດຊີວາຄືກັບຄົນທົ່ວໄປ, ຜູ້ຄົນເຫັນໄດ້, ປະຕິບັດພາລະກິດຂອງພຣະວິນຍານໃນເນື້ອໜັງຢ່າງແທ້ຈິງ ແລະ ການປະຕິບັດຕົວເປັນຕົວຢ່າງໃຫ້ກັບຜູ້ຄົນທີ່ຢູ່ໃນເນື້ອໜັງ. ການມາຂອງພຣະເຈົ້າໃນເນື້ອໜັງ ຕົ້ນຕໍແລ້ວ ແມ່ນເພື່ອເຮັດໃຫ້ຜູ້ຄົນເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ເພື່ອເຮັດໃຫ້ພຣະວິນຍານທີ່ບໍ່ມີຮູບຮ່າງການເປັນເນຶ້ອໜັງ ແລະ ເພື່ອອະນຸຍາດໃຫ້ຜູ້ຄົນເຫັນ ແລະ ສຳຜັດພຣະອົງໄດ້. ດ້ວຍວິທີນີ້ ຄົນທີ່ຖືກພຣະອົງເຮັດໃຫ້ສົມບູນຈະດຳລົງຊີວິດຕາມພຣະອົງ, ຈະຖືກຮັບເອົາໂດຍພຣະອົງ ແລະ ຈະສອດຄ່ອງກັບເຈດຕະນາຂອງພຣະອົງ. ຖ້າພຣະເຈົ້າກ່າວແຕ່ຢູ່ໃນສະຫວັນ ແລະ ບໍ່ໄດ້ລົງມາເທິງແຜ່ນດິນໂລກຢ່າງແທ້ຈິງ ແລ້ວຜູ້ຄົນກໍຈະບໍ່ສາມາດຮູ້ຈັກພຣະເຈົ້າໄດ້ເທື່ອ, ພວກເຂົາພຽງແຕ່ຈະສາມາດເທດສະໜາກ່ຽວກັບການກະທຳຂອງພຣະເຈົ້າໂດຍໃຊ້ທິດສະດີທີ່ວ່າງເປົ່າ ແລະ ຈະບໍ່ມີພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງເລີຍ. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ ຕົ້ນຕໍແລ້ວແມ່ນເພື່ອປະຕິບັດຕົນເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນທີ່ພຣະອົງຈ້ອງຮັບເອົາ; ມີພຽງແຕ່ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ, ສາມາດສຳຜັດພຣະເຈົ້າ, ເຫັນພຣະອົງ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກພຣະເຈົ້າຮັບເອົາຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ພຣະເຈົ້າທີ່ແທ້ທີ່ແທ້ຈິງແມ່ນພຣະອົງເຈົ້າເອງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ