ເພງຄຣິດສະຕຽນ “ພຣະເຈົ້າຕ້ອງການຄົນທີ່ສາມາດປະຕິບັດຄວາມປະສົງຂອງພຣະອົງຢ່າງກະຕືລືລົ້ນ”

30 ເດືອນພຶດສະພາ 2023

ໃນຂະນະທີ່ພາລະກິດ ແລະ ແຜນການ ຂອງພຣະເຈົ້າຄືບໜ້າຢ່າງບໍ່ຢຸດຢັ້ງ

ແລະ ຫຼັງຈາກທີ່ພຣະເຈົ້າ ໄດ້ສ້າງພຣະສັນຍາແຫ່ງສາຍຮຸ້ງກັບມະນຸດ

ເຊິ່ງເປັນສັນຍາລັກບົ່ງບອກວ່າພຣະອົງ ຈະບໍ່ທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມອີກຈັກເທື່ອ,

ພຣະເຈົ້າມີຄວາມປາຖະໜາອັນຮີບດ່ວນຂຶ້ນເລື້ອຍໆ ທີ່ຈະຮັບເອົາຄົນທີ່ສາມາດມີແນວຄິດ ທີ່ສອດຄ່ອງກັບພຣະອົງ.

ພຣະເຈົ້າປາຖະໜາທີ່ຈະຮັບເອົາຄົນ ທີ່ເຂົ້າໃຈຄວາມປະສົງຂອງພຣະອົງ,

ຮູ້ຈັກອຸປະນິໄສຂອງພຣະອົງ ແລະ ນະມັດສະການພຣະອົງ.

ກຸ່ມຄົນດັ່ງກ່າວຈະສາມາດ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງ

ແລະ ມັນສາມາດເວົ້າໄດ້ວ່າ ພວກເຂົາຈະເປັນເພື່ອນສະໜິດຂອງພຣະອົງ.

ສະນັ້ນ ພຣະອົງຍິ່ງມີຄວາມປາຖະໜາ ອັນຮີບດ່ວນຫຼາຍຂຶ້ນເພື່ອຮັບເອົາຄົນ ທີ່ສາມາດປະຕິບັດຕາມຄວາມປະສົງ ຂອງພຣະອົງເທິງແຜ່ນດິນໂລກ

ແລະ ຍິ່ງໄປກວ່ານັ້ນກໍຄືຮັບເອົາກຸ່ມຄົນທີ່ສາມາດ ເປັນອິດສະຫຼະຈາກອໍານາດແຫ່ງຄວາມມືດ

ແລະ ບໍ່ຖືກຜູກມັດໂດຍຊາຕານ,

ເຊິ່ງເປັນກຸ່ມທີ່ຈະສາມາດ ເປັນພະຍານໃຫ້ກັບພຣະອົງເທິງແຜ່ນດິນໂລກ.

ພຣະເຈົ້າປາຖະໜາທີ່ຈະຮັບເອົາຄົນ ທີ່ເຂົ້າໃຈຄວາມປະສົງຂອງພຣະອົງ,

ຮູ້ຈັກອຸປະນິໄສຂອງພຣະອົງ ແລະ ນະມັດສະການພຣະອົງ.

ກຸ່ມຄົນດັ່ງກ່າວຈະສາມາດ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງ

ແລະ ມັນສາມາດເວົ້າໄດ້ວ່າ ພວກເຂົາຈະເປັນເພື່ອນສະໜິດຂອງພຣະອົງ.

ການຮັບເອົາກຸ່ມຄົນດັ່ງກ່າວຄືຄວາມປາຖະໜາ ທີ່ພຣະເຈົ້າມີເປັນເວລາດົນນານແລ້ວ,

ມັນຄືສິ່ງທີ່ພຣະອົງລໍຖ້ານັບຕັ້ງແຕ່ ເວລາການເນລະມິດສ້າງ.

ສະນັ້ນ ບໍ່ວ່າພຣະເຈົ້າຈະໃຊ້ນໍ້າຖ້ວມ ເພື່ອທຳລາຍແຜ່ນດິນໂລກ ຫຼື ໃຊ້ພຣະສັນຍາຂອງພຣະອົງກັບມະນຸດ,

ຄວາມປະສົງ, ຂອບເຂດຄວາມຄິດ, ແຜນການ ແລະ ຄວາມຫວັງ ຂອງພຣະເຈົ້າກໍລ້ວນແລ້ວແຕ່ເປັນຄືເກົ່າ.

ພຣະເຈົ້າປາຖະໜາທີ່ຈະຮັບເອົາຄົນ ທີ່ເຂົ້າໃຈຄວາມປະສົງຂອງພຣະອົງ,

ຮູ້ຈັກອຸປະນິໄສຂອງພຣະອົງ ແລະ ນະມັດສະການພຣະອົງ.

ກຸ່ມຄົນດັ່ງກ່າວຈະສາມາດ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງ

ແລະ ມັນສາມາດເວົ້າໄດ້ວ່າ ພວກເຂົາຈະເປັນເພື່ອນສະໜິດຂອງພຣະອົງ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ