ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 10
21 ເດືອນຕຸລາ 2025
ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້, ນີ້ກໍ່ເພື່ອເວົ້າວ່າມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ. ໃນປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດທີ່ຫຼາກຫຼາຍສາສະໜາ ແລະ ນິກາຍກຳລັງປະເຊີນຢູ່ແມ່ນ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດຈຳແນກຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ບໍ່ແມ່ນຂອງພຣະວິນຍານບໍລິສຸດ, ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າຂັ້ນຕອນໃນປັດຈຸບັນຂອງພາລະກິດນີ້ຖືກປະຕິບັດໂດຍພຣະເຈົ້າພຣະເຢໂຮວາ ຄືກັບສອງຂັ້ນຕອນກ່ອນໜ້າຂອງພາລະກິດ ຫຼື ບໍ່. ເຖິງແມ່ນວ່າ ຜູ້ຄົນຕິດຕາມພຣະເຈົ້າ, ຫຼາຍຄົນກໍຍັງບໍ່ສາມາດບອກໄດ້ວ່າມັນເປັນຫົນທາງທີ່ຖືກຕ້ອງ ຫຼື ບໍ່. ມະນຸດກັງວົນວ່າ ຫົນທາງນີ້ແມ່ນຫົນທາງທີ່ນໍາໂດຍພຣະເຈົ້າພຣະອົງເອງເປັນການສ່ວນຕົວ ຫຼື ບໍ່ ແລະ ການມາບັງເກີດເປັນມະນຸດຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່ ແລະ ຫຼາຍຄົນຍັງບໍ່ຮູ້ເລີຍກ່ຽວກັບວິທີການແຍກແຍະສິ່ງເຫຼົ່ານັ້ນ. ຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າບໍ່ສາມາດກຳນົດຫົນທາງ ແລະ ດ້ວຍເຫດນັ້ນ ຂໍ້ຄວາມທີ່ໄດ້ກ່າວອອກມາກໍມີພຽງແຕ່ຜົນສະທ້ອນບາງສ່ວນທ່າມກາງຄົນເຫຼົ່ານີ້ເທົ່ານັ້ນ ແລະ ບໍ່ສາມາດເຕັມປະສິດຕິພາບຢ່າງສົມບູນໄດ້ ແລະ ດ້ວຍເຫດນີ້ ສິ່ງນີ້ກໍມີຜົນກະທົບຕໍ່ການດຳລົງຊີວິດຂອງຜູ້ຄົນເຫຼົ່ານັ້ນ; ຖ້າຫາກມະນຸດສາມາດເຫັນພາລະກິດສາມຂັ້ນຕອນທີ່ພຣະເຈົ້າພຣະອົງເອງປະຕິບັດໃນເວລາທີ່ແຕກຕ່າງກັນ, ໃນສະຖານທີ່ໆແຕກຕ່າງກັນ ແລະ ໃນຜູ້ຄົນທີ່ແຕກຕ່າງກັນ, ຖ້າມະນຸດສາມາດເຫັນວ່າ ເຖິງແມ່ນພາລະກິດຈະແຕກຕ່າງກັນ ແຕ່ມັນກໍຖືກປະຕິບັດໂດຍພຣະເຈົ້າອົງດຽວທັງໝົດ ແລະ ເມື່ອພາລະກິດຖືກປະຕິບັດໂດຍພຣະເຈົ້າອົງດຽວ, ແລ້ວມັນກໍ່ຕ້ອງຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຖິງແມ່ນວ່າ ມັນບໍ່ຖືກກັບແນວຄິດຂອງມະນຸດ ແຕ່ກໍບໍ່ມີໃຜສາມາດປະຕິເສດໄດ້ວ່າ ມັນບໍ່ແມ່ນພາລະກິດຂອງພຣະເຈົ້າອົງດຽວ, ຖ້າມະນຸດສາມາດເວົ້າໄດ້ຢ່າງແນ່ນອນວ່າ ມັນເປັນພາລະກິດຂອງພຣະເຈົ້າອົງດຽວ ແລ້ວແນວຄິດຂອງມະນຸດກໍ່ຈະຖືກຫຼຸດໃຫ້ກາຍເປັນເລື່ອງທີ່ບໍ່ສຳຄັນ, ບໍ່ມີຄ່າໃຫ້ກ່າວເຖິງ. ຍ້ອນນິມິດຂອງມະນຸດບໍ່ຊັດເຈນ ແລະ ເພາະມະນຸດພຽງແຕ່ຮູ້ຈັກພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢຊູເປັນພຣະຜູ້ເປັນເຈົ້າ ແລະ ສອງຈິດສອງໃຈກ່ຽວກັບພຣະເຈົ້າທີ່ມາບັງເກີດເປັນມະນຸດໃນປັດຈຸບັນ, ຫຼາຍຄົນຍັງຊື່ສັດກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແລະ ອ້ອມລ້ອມໄປດ້ວຍແນວຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ, ຄົນສ່ວນຫຼາຍຍັງສົງໄສຕະຫຼອດເວລາ ແລະ ບໍ່ຈິງຈັງກັບພາລະກິດໃນປັດຈຸບັນ. ມະນຸດບໍ່ມີແນວຄິດກ່ຽວກັບພາລະກິດສອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດເຫັນໄດ້. ນັ້ນກໍຍ້ອນມະນຸດບໍ່ເຂົ້າໃຈຄວາມເປັນຈິງຂອງພາລະກິດສອງຂັ້ນຕອນກ່ອນໜ້າ ແລະ ບໍ່ໄດ້ພົບພໍ້ມັນດ້ວຍຕົນເອງ. ມັນກໍຍ້ອນບໍ່ມີໃຜສາມາດເຫັນຂັ້ນຕອນເຫຼົ່ານີ້ໃນພາລະກິດໄດ້ ຈຶ່ງເຮັດໃຫ້ມະນຸດຈິນຕະນາການຕາມໃຈມັກ; ບໍ່ວ່າເຂົາຈະສະເໜີຫຍັງກໍຕາມ, ກໍ່ຈະບໍ່ມີຂໍ້ອ້າງອີງມາພິສູດຈິນຕະນາການດັ່ງກ່າວ ແລະ ບໍ່ມີໃຜແກ້ໄຂພວກມັນໃຫ້ຖືກຕ້ອງ. ມະນຸດຢາກເຮັດກໍໄດ້ຢ່າງມີອິດສະຫຼະຕາມອາລົມຂອງເຂົາ, ເຮັດໂດຍບໍ່ກັງວົນເຖິງຜົນຕາມມາ ແລະ ປ່ອຍໃຫ້ຈິນຕະນາການຂອງເຂົາເປັນອິດສະຫຼະ; ບໍ່ມີຂໍ້ອ້າງອີງມາພິສູດຈິນຕະນາການຂອງເຂົາ ແລະ ດ້ວຍເຫດນັ້ນ ຈິນຕະນາການຂອງມະນຸດກໍກາຍມາເປັນ “ຄວາມຈິງ” ໂດຍບໍ່ສົນວ່າ ຈະມີຫຼັກຖານມາພິສູດ ຫຼື ບໍ່. ສະນັ້ນ, ມະນຸດເຊື່ອໃນພຣະເຈົ້າທີ່ເຂົາຈິນຕະນາການຂຶ້ນມາໃນຄວາມຄິດຂອງຕົນເອງ ແລະ ບໍ່ສະແຫວງຫາພຣະເຈົ້າທີ່ເປັນຄວາມເປັນຈິງ. ຖ້າຄົນໜຶ່ງຄົນມີຄວາມເຊື່ອແບບໜຶ່ງ ແລ້ວທ່າມກາງຄົນຮ້ອຍຄົນກໍຈະມີຮ້ອຍຄວາມເຊື່ອ. ມະນຸດຖືກຄອບງຳໂດຍຄວາມເຊື່ອດັ່ງກ່າວ ເພາະວ່າ ເຂົາບໍ່ໄດ້ເຫັນຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າ ເພາະເຂົາພຽງແຕ່ໄດ້ຍິນມັນດ້ວຍຫູຂອງເຂົາເອງ ແລະ ບໍ່ໄດ້ເຫັນມັນດ້ວຍຕາຂອງເຂົາ. ມະນຸດໄດ້ຍິນກ່ຽວກັບຕໍານານ ແລະ ເລື່ອງລາວ, ແຕ່ເຂົາບໍ່ຄ່ອຍໄດ້ຍິນເຖິງຄວາມຮູ້ຂອງຄວາມຈິງແຫ່ງພາລະກິດຂອງພຣະເຈົ້າ. ສະນັ້ນ, ມັນຄືຄົນເຫຼົ່ານັ້ນທີ່ຫາກໍມາເປັນຜູ້ເຊື່ອໄດ້ພຽງໜຶ່ງປີທີ່ມາເຊື່ອໃນພຣະເຈົ້າ ແລະ ຜ່ານແນວຄິດຂອງພວກເຂົາເອງ. ເລື່ອງດັ່ງກ່າວກໍ່ຍັງເປັນຄວາມຈິງສຳລັບຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງພວກເຂົາ. ຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນຄວາມຈິງຈະບໍ່ສາມາດໜີຈາກຄວາມເຊື່ອທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າໄດ້ຈັກເທື່ອ. ມະນຸດເຊື່ອວ່າ ເຂົາໄດ້ປົດປ່ອຍໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດຂອງແນວຄິດເກົ່າແກ່ຂອງເຂົາ ແລະ ໄດ້ເຂົ້າສູ່ແຜ່ນດິນໃໝ່ແລ້ວ. ມະນຸດບໍ່ຮູ້ບໍວ່າ ຄວາມຮູ້ຂອງຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ມີຫຍັງເລີຍ ນອກຈາກແນວຄິດ ແລະ ເລື່ອງທີ່ໄດ້ຍິນມາ? ມະນຸດຄິດວ່າ ແນວຄິດຂອງເຂົາຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຂົາຄິດວ່າ ແນວຄິດເຫຼົ່ານີ້ມາຈາກພຣະເຈົ້າ. ໃນປັດຈຸບັນ ເມື່ອມະນຸດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ ເຂົາກໍຈະລະບາຍແນວຄິດທີ່ເກັບໄວ້ເປັນເວລາຫຼາຍປີອອກມາ. ຈິນຕະນາການ ແລະ ຄວາມຄິດໃນອະດີດໄດ້ກາຍມາເປັນອຸປະສັກໃຫ້ກັບພາລະກິດໃນຂັ້ນຕອນນີ້ ແລະ ກາຍມາເປັນຄວາມຫຍຸ້ງຍາກທີ່ຈະໃຫ້ມະນຸດປະຖິ້ມແນວຄິດດັ່ງກ່າວ ແລະ ໂຕ້ແຍ້ງຄວາມຄິດດັ່ງກ່າວ. ແນວຄິດກ່ຽວກັບພາລະກິດທີ່ເປັນໄປຕາມແຕ່ລະຂັ້ນຕອນຂອງຫຼາຍຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຈົນຮອດປັດຈຸບັນໄດ້ກາຍມາເປັນສິ່ງທີ່ຮ້າຍແຮງຂຶ້ນ ແລະ ຄົນເຫຼົ່ານີ້ໄດ້ສ້າງຄວາມເປັນສັດຕູທີ່ດື້ດຶງເທື່ອລະໜ້ອຍກັບພຣະເຈົ້າທີ່ມາບັງເກີດເປັນມະນຸດ. ແຫຼ່ງກຳເນີດຂອງຄວາມກຽດຊັງນີ້ແມ່ນແນວຄິດ ແລະ ຈິນຕະນາການຂອງມະນຸດ. ແນວຄິດ ແລະ ຈິນຕະນາການຂອງມະນຸດໄດ້ກາຍມາເປັນສັດຕູຂອງພາລະກິດໃນປັດຈຸບັນ, ພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ. ສິ່ງເກີດຂຶ້ນກໍ່ເພາະຄວາມຈິງບໍ່ອະນຸຍາດໃຫ້ມະນຸດຈິນຕະນາການຢ່າງມີອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດປະຕິເສດໄດ້ຢ່າງງ່າຍດາຍ ແລະ ແນວຄິດ ແລະ ຈິນຕະນາການຂອງມະນຸດບໍ່ຍອມທົນຕໍ່ການມີຢູ່ຂອງຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ຍ້ອນມະນຸດບໍ່ມອບຄວາມຄິດໃຫ້ກັບຄວາມຖືກຕ້ອງ ແລະ ຄວາມແທ້ຈິງຂອງຄວາມຈິງ ແລະ ພຽງແຕ່ມາຍແນວຄິດຂອງເຂົາຢ່າງໃຈດຽວເທົ່ານັ້ນ ແລະ ນໍາໃຊ້ຈິນຕະນາການຂອງເຂົາເອງ. ສິ່ງນີ້ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງແນວຄິດຂອງມະນຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງພາລະກິດຂອງພຣະເຈົ້າ. ມະນຸດອາດຈິນຕະນາການຕາມທີ່ເຂົາຕ້ອງການ ແຕ່ເຂົາອາດຈະບໍ່ໂຕ້ຖຽງຂັ້ນຕອນໃດໜຶ່ງຂອງພາລະກິດຂອງພຣະເຈົ້າ ຫຼື ສ່ວນໃດສ່ວນໜຶ່ງຢ່າງມີອິດສະຫຼະ; ຄວາມຈິງຂອງພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດລະເມີດໂດຍມະນຸດໄດ້. ເຈົ້າອາດມີອິດສະຫຼະໃນຈິນຕະນາການຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ອາດຮວບຮວມເລື່ອງລາວທີ່ດີງາມກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແຕ່ເຈົ້າອາດບໍ່ປະຕິເສດຄວາມຈິງຂອງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ; ນີ້ຄືຫຼັກການ ແລະ ມັນຍັງເປັນພຣະບັນຍັດສຳລັບຄຸ້ມຄອງ ແລະ ພວກເຈົ້າຄວນເຂົ້າໃຈເຖິງຄວາມສຳຄັນຂອງບັນຫາເຫຼົ່ານີ້. ມະນຸດເຊື່ອວ່າ ຂັ້ນຕອນນີ້ຂອງພາລະກິດບໍ່ເຂົ້າກັບແນວຄິດຂອງມະນຸດ ແລະ ນີ້ບໍ່ແມ່ນບັນຫາສຳລັບພາລະກິດສອງຂັ້ນຕອນທີ່ຜ່ານມາ. ໃນຈິນຕະນາການຂອງເຂົາ, ມະນຸດເຊື່ອວ່າ ພາລະກິດຂອງສອງຂັ້ນຕອນທີ່ຜ່ານມາບໍ່ຄືກັບພາລະກິດໃນປັດຈຸບັນຢ່າງແນ່ນອນ, ແຕ່ເຈົ້າເຄີຍພິຈາລະນາບໍວ່າ ຫຼັກການຂອງພາລະກິດຂອງພຣະເຈົ້າຄືກັນທັງໝົດ, ພາລະກິດຂອງພຣະອົງເປັນຈິງຢູ່ສະເໝີ ແລະ ບໍ່ວ່າຈະເປັນຍຸກໃດກໍຈະມີຄົນຈຳນວນຫຼວງຫຼາຍທີ່ຂັດຂືນ ແລະ ຕໍ່ຕ້ານຄວາມຈິງຂອງພາລະກິດຂອງພຣະອົງ? ໃນປັດຈຸບັນ ທຸກຄົນເຫຼົ່ານັ້ນທີ່ຂັດຂືນ ແລະ ຕໍ່ຕ້ານຂັ້ນຕອນນີ້ຂອງພາລະກິດຍັງໄດ້ຕໍ່ຕ້ານພຣະເຈົ້າໃນເວລາອະດີດຢ່າງບໍ່ຕ້ອງສົງໄສ ຍ້ອນຄົນປະເພດນີ້ຈະເປັນສັດຕູຂອງພຣະເຈົ້າຢູ່ສະເໝີ. ຄົນທີ່ຮູ້ຈັກຄວາມຈິງຂອງພາລະກິດຂອງພຣະເຈົ້າຈະເຫັນພາລະກິດສາມຂັ້ນຕອນເປັນພາລະກິດຂອງພຣະເຈົ້າອົງດຽວ ແລະ ຈະປະຖິ້ມແນວຄິດຂອງພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນປະເພດນີ້ກໍແມ່ນຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ. ເມື່ອການຄຸ້ມຄອງຂອງພຣະເຈົ້າທັງໝົດໃກ້ເຖິງຈຸດສິ້ນສຸດ, ພຣະເຈົ້າຈະຈັດແບ່ງສິ່ງທັງໝົດຕາມແຕ່ລະປະເພດ. ມະນຸດຖືກສ້າງໂດຍມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພຣະອົງຕ້ອງນໍາມະນຸດກັບມາຄືນສູ່ອຳນາດຂອງພຣະອົງຢ່າງສົມບູນ; ນີ້ຄືການສິ້ນສຸດຂອງພາລະກິດສາມຂັ້ນຕອນ. ຂັ້ນຕອນຂອງພາລະກິດຂອງຍຸກສຸດທ້າຍ ແລະ ສອງຂັ້ນຕອນກ່ອນໜ້າໃນປະເທດອິດສະຣາເອນ ແລະ ຢູເດຍແມ່ນແຜນການຄຸ້ມຄອງຂອງພຣະເຈົ້າໃນຈັກກະວານທັງໝົດ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ແລະ ມັນເປັນຄວາມຈິງຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າ ມະນຸດຍັງບໍ່ໄດ້ປະເຊີນ ຫຼື ພົບພໍ້ຫຼາຍສິ່ງຫຼາຍຢ່າງຂອງພາລະກິດນີ້, ຄວາມຈິງກໍຍັງເປັນຄວາມຈິງ ແລະ ມະນຸດຄົນໃດບໍ່ສາມາດປະຕິເສດສິ່ງນີ້ໄດ້. ຄົນທີ່ເຊື່ອໃນພຣະເຈົ້າໃນທຸກດິນແດນແຫ່ງຈັກກະວານຈະຍອມຮັບພາລະກິດສາມຂັ້ນຕອນທັງໝົດ. ຖ້າເຈົ້າພຽງແຕ່ຮູ້ຈັກຂັ້ນຕອນໃດໜຶ່ງຂອງພາລະກິດ ແລະ ບໍ່ເຂົ້າໃຈອີກສອງຂັ້ນຕອນຂອງພາລະກິດ, ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າໃນອະດີດ ເຈົ້າກໍຈະບໍ່ສາມາດກ່າວຄວາມຈິງທັງໝົດຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າໄດ້ ແລະ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍມີແຕ່ດ້ານດຽວ ຍ້ອນໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ເຈົ້າບໍ່ໄດ້ຮູ້ຈັກ ຫຼື ບໍ່ເຂົ້າໃຈພຣະອົງ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າຄວາມຮູ້ໃນປັດຈຸບັນຂອງເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈະເລິກເຊິ່ງ ຫຼື ບໍ່ສຳຄັນ, ໃນທີ່ສຸດ ພວກເຈົ້າຕ້ອງມີຄວາມຮູ້ ແລະ ຕ້ອງໝັ້ນໃຈຢ່າງຮອບຄອບ ແລະ ທຸກຄົນຈະເຫັນຄວາມສົມບູນຂອງພາລະກິດຂອງພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ໃນຕອນສຸດທ້າຍຂອງພາລະກິດນີ້, ທຸກສາສະໜາຈະກາຍເປັນໜຶ່ງດຽວ, ທຸກສິ່ງຊົງສ້າງຈະກັບຄືນສູ່ອຳນາດຂອງພຣະຜູ້ສ້າງ, ທຸກສິ່ງຊົງສ້າງຈະນະມັດສະການພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ສາສະໜາທີ່ຊົ່ວຮ້າຍທັງໝົດຈະຫາຍໄປ ໂດຍທີ່ຈະບໍ່ປະກົດຂຶ້ນອີກຈັກເທື່ອ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ