ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 11
22 ເດືອນຕຸລາ 2025
ເປັນຫຍັງຕ້ອງອ້າງເຖິງພາລະກິດສາມຂັ້ນຕອນຢ່າງຕໍ່ເນື່ອງ? ການຜ່ານໄປຂອງຍຸກ, ການພັດທະນາຂອງສັງຄົມ ແລະ ເບື້ອງໜ້າທັງໝົດທີ່ປ່ຽນໄປຂອງທຳມະຊາດລ້ວນແລ້ວແຕ່ສືບເນື່ອງຈາກການປ່ຽນແປງໃນພາລະກິດສາມຂັ້ນຕອນ. ມະນຸດຊາດປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ ແລະ ບໍ່ພັດທະນາດ້ວຍຕົວມັນເອງ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກກ່າວເຖິງເພື່ອນໍາສິ່ງຊົງສ້າງທັງໝົດ ແລະ ທຸກຄົນໃນທຸກສາສະໜາ ແລະ ນິກາຍໃຫ້ມາຢູ່ພາຍໃຕ້ອຳນາດຂອງພຣະເຈົ້າອົງດຽວ. ບໍ່ວ່າເຈົ້າຈະນັບຖືສາດສະໜາໃດກໍຕາມໃນທີ່ສຸດ, ພວກເຈົ້າທັງໝົດກໍຈະຍອມຈໍານົນພາຍໃຕ້ອຳນາດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດນີ້ໄດ້; ຫົວໜ້າທາງສາສະໜາໃດໜຶ່ງບໍ່ສາມາດປະຕິບັດໄດ້. ມີຫຼາຍສາສະໜາຫຼັກໆໃນໂລກ ແລະ ແຕ່ລະສາສະໜາກໍມີຫົວໜ້າ ຫຼື ຜູ້ນໍາ ແລະ ຜູ້ຕິດຕາມແຜ່ກະຈາຍໄປທົ່ວທຸກປະເທດທີ່ແຕກຕ່າງກັນ ແລະ ອານາເຂດທົ່ວແຜ່ນດິນໂລກ; ເກືອບທຸກປະເທດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນມີສາສະໜາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີສາສະໜາຫຼາຍສໍ່າໃດທົ່ວເທິງໂລກນີ້, ໃນທີ່ສຸດ ທຸກຄົນທີ່ຢູ່ໃນຈັກກະວານກໍຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າອົງດຽວ, ບໍ່ໄດ້ຢູ່ພາຍໃຕ້ການນໍາພາຂອງຫົວໜ້າ ຫຼື ຜູ້ນໍາທາງສາສະໜາ. ນີ້ເວົ້າໄດ້ວ່າ ມະນຸດຊາດບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາໃດໜຶ່ງ; ກົງກັນຂ້າມ, ບັນດາມວນມະນຸດຊາດຖືກນໍາພາໂດຍພຣະຜູ້ສ້າງ ເຊິ່ງເປັນຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ຍັງສ້າງມະນຸດຊາດ, ນີ້ກໍ່ຄືຄວາມຈິງ. ເຖິງແມ່ນວ່າ ໂລກມີຫຼາຍສາສະໜາໃຫຍ່ໆທີ່ຫຼາກຫຼາຍກັນ ບໍ່ວ່າພວກມັນຈະຍິ່ງໃຫຍ່ສໍ່າໃດ ແຕ່ພວກມັນທັງໝົດກໍຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ ແລະ ພວກເຂົາບໍ່ມີໃຜເລີຍທີ່ສາມາດຢູ່ເໜືອຂອບເຂດອຳນາດນີ້ໄດ້. ການພັດທະນາຂອງມະນຸດຊາດ, ຄວາມກ້າວໜ້າຢ່າງເໜືອຊັ້ນຂອງສັງຄົມ, ການພັດທະນາຂອງວິທະຍາສາດທຳມະຊາດ, ແຕ່ລະຢ່າງບໍ່ສາມາດແຍກໄດ້ຈາກການຈັດກຽມຂອງພຣະຜູ້ສ້າງ ແລະ ພາລະກິດນີ້ບໍ່ແມ່ນສິ່ງທີ່ຫົວໜ້າທາງສາສະໜາໃດໜຶ່ງທີ່ຖືກແຕ່ງຕັ້ງຈະສາມາດປະຕິບັດໄດ້. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາໃນສາສະໜາໃດໜຶ່ງ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ ຫຼື ພວກເຂົາບໍ່ສາມາດເປັນຕົວແທນໃຫ້ຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ. ຫົວໜ້າທາງສາສະໜາສາມາດນໍາຄົນເຫຼົ່ານັ້ນທັງໝົດທີ່ຢູ່ພາຍໃນສາສະໜາທັງໝົດ ແຕ່ພວກເຂົາບໍ່ສາມາດສັ່ງສິ່ງຊົງສ້າງທັງໝົດທີ່ຢູ່ພາຍໃຕ້ສະຫວັນ, ນີ້ຄືຄວາມຈິງທີ່ເປັນທີ່ຍອມຮັບທົ່ວໆໄປ. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາ ແລະ ບໍ່ສາມາດຢືນໄດ້ຢ່າງເທົ່າທຽມກັບພຣະເຈົ້າ (ພຣະຜູ້ສ້າງ). ສິ່ງທັງໝົດຢູ່ໃນມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພວກເຂົາທັງໝົດຈະກັບຄືນສູ່ມືຂອງພຣະຜູ້ສ້າງ. ມະນຸດຊາດຖືກສ້າງໂດຍພຣະເຈົ້າ ແລະ ບໍ່ວ່າຈະເປັນສາສະໜາໃດກໍຕາມ, ທຸກໆຄົນຈະກັບຄືນໄປຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ, ນີ້ຄືສິ່ງທີ່ຫຼີກຫຼ່ຽງບໍ່ໄດ້. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າທີ່ສູງສຸດທ່າມກາງທຸກສິ່ງຢ່າງ ແລະ ຜູ້ປົກຄອງທີ່ສູງສຸດທ່າມກາງສິ່ງຊົງສ້າງຍັງຕ້ອງໄດ້ກັບຄືນໄປສູ່ອຳນາດຂອງພຣະອົງ. ບໍ່ວ່າມະນຸດຢູ່ໃນສະຖານະສູງສໍ່າໃດ, ມະນຸດຄົນນັ້ນບໍ່ສາມາດນໍາມະນຸດຊາດໃຫ້ໄປສູ່ຈຸດໝາຍທີ່ເໝາະສົມໄດ້ ແລະ ບໍ່ມີໃຜສາມາດຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດໄດ້. ພຣະເຢໂຮວາ ພຣະອົງເອງໄດ້ສ້າງມະນຸດຊາດ ແລະ ຈັດແບ່ງແຕ່ລະຄົນອອກຕາມປະເພດຂອງເຂົາເຈົ້າ ແລະ ເມື່ອເວລາສຸດທ້າຍມາເຖິງ ພຣະອົງຍັງຈະປະຕິບັດພາລະກິດຂອງພຣະອົງເອງດ້ວຍຕົນເອງ ໂດຍການຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດ, ບໍ່ມີໃຜສາມາດປະຕິບັດສິ່ງນີ້ໄດ້ຍົກເວັ້ນພຣະເຈົ້າ. ພາລະກິດສາມຂັ້ນຕອນທີ່ປະຕິບັດຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນແມ່ນຖືກປະຕິບັດໂດຍພຣະເຈົ້າພຣະອົງເອງ ແລະ ຖືກປະຕິບັດໂດຍພຣະເຈົ້າອົງດຽວ. ຄວາມຈິງຂອງພາລະກິດສາມຂັ້ນຕອນນີ້ແມ່ນຄວາມຈິງຂອງຄວາມເປັນຜູ້ນໍາບັນດາມວນມະນຸດຂອງພຣະເຈົ້າ ເຊິ່ງເປັນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ໃນຕອນສຸດທ້າຍຂອງພາລະກິດສາມຂັ້ນຕອນ, ທຸກສິ່ງຢ່າງຈະຖືກຈັດແບ່ງອອກເປັນແຕ່ລະປະເພດ ແລະ ກັບຄືນສູ່ອຳນາດຂອງພຣະເຈົ້າ ຍ້ອນວ່າ ທົ່ວທັງຈັກກະວານທັງໝົດ ມີພຽງພຣະເຈົ້າອົງນີ້ອົງດຽວ ແລະ ບໍ່ມີສາສະໜາອື່ນໆອີກເລີຍ. ຄົນນັ້ນທີ່ບໍ່ສາມາດສ້າງແຜ່ນດິນໂລກຈະບໍ່ສາມາດນໍາຈຸດສິ້ນສຸດມາເຖິງມັນໄດ້ ໃນຂະນະທີ່ພຣະອົງຜູ້ສ້າງແຜ່ນດິນໂລກຈະສາມາດນໍາຈຸດສິ້ນສຸດມາເຖິງຢ່າງແນ່ນອນ. ດ້ວຍເຫດນັ້ນ ຖ້າຄົນໃດໜຶ່ງບໍ່ສາມາດນໍາຈຸດສິ້ນສຸດມາເຖິງຍຸກ ແລະ ພຽງແຕ່ສາມາດຊ່ວຍມະນຸດໃຫ້ຝຶກຝົນຕົວເອງ ແລະ ຫຼໍ່ຫຼອມບຸກຄະລິກຂອງຕົວເອງ ແລ້ວເຂົາກໍບໍ່ແມ່ນພຣະເຈົ້າຢ່າງແນ່ນອນ ແລະ ຈະບໍ່ແມ່ນພຣະຜູ້ເປັນເຈົ້າຂອງມະນຸດຊາດຢ່າງແນ່ນອນ. ຄົນນັ້ນຈະບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໄດ້; ມີພຽງຄົນດຽວທີ່ສາມາດປະຕິບັດພາລະກິດດັ່ງກ່າວ ແລະ ທຸກຄົນທີ່ບໍ່ສາມາດປະຕິບັດພາລະກິດນີ້ໄດ້ກໍເປັນສັດຕູຢ່າງແນ່ນອນ ແລະ ບໍ່ແມ່ນພຣະເຈົ້າ. ຕາບເທົ່າທີ່ມັນເປັນສາສະໜາທີ່ຊົ່ວຮ້າຍ, ມັນກໍບໍ່ເຂົ້າກັບພຣະເຈົ້າ ແລະ ສິ່ງທີ່ບໍ່ເຂົ້າກັບພຣະເຈົ້າແມ່ນສັດຕູຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ແທ້ຈິງພຣະອົງດຽວທີ່ສາມາດປະຕິບັດພາລະກິດທັງໝົດໄດ້ ແລະ ຈັກກະວານທັງໝົດແມ່ນຖືກບັນຊາໂດຍພຣະເຈົ້າພຣະອົງດຽວນີ້. ບໍ່ວ່າມັນຈະເປັນການທີ່ພຣະອົງປະຕິບັດພາລະກິດໃນປະເທດອິດສະຣາເອນ ຫຼື ໃນປະເທດຈີນ, ບໍ່ວ່າ ພາລະກິດຖືກປະຕິບັດໂດຍພຣະວິນຍານ ຫຼື ໂດຍເນື້ອໜັງ, ພຣະເຈົ້າກໍປະຕິບັດພາລະກິດທັງໝົດດ້ວຍຕົວພຣະອົງເອງ ແລະ ບໍ່ມີໃຜສາມາດປະຕິບັດໄດ້. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນວ່າ ພຣະອົງເປັນພຣະເຈົ້າຂອງບັນດາມວນມະນຸດທີ່ພຣະເຈົ້າປະຕິບັດພາລະກິດຢ່າງມີອິດສະຫຼະ ໂດຍບໍ່ມີສະພາບໃດໆມາບັງຄັບ. ນີ້ເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງນິມິດທັງໝົດ. ໃນຖານະທີ່ເປັນສິ່ງຊົງສ້າງຂອງພຣະເຈົ້າ, ຖ້າເຈົ້າຕ້ອງການປະຕິບັດໜ້າທີ່ຂອງສິ່ງຊົງສ້າງຂອງພຣະເຈົ້າ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າສຳລັບສິ່ງຊົງສ້າງທັງໝົດ, ເຈົ້າຕ້ອງເຂົ້າໃຈແຜນການຄຸ້ມຄອງຂອງພຣະອົງ ແລະ ເຈົ້າຕ້ອງເຂົ້າໃຈຄວາມສຳຄັນທັງໝົດຂອງພາລະກິດທີ່ພຣະອົງປະຕິບັດ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈສິ່ງນີ້ບໍ່ມີຄຸນສົມບັດໃນການເປັນສິ່ງຊົງສ້າງ! ໃນຖານະທີ່ເປັນສິ່ງຊົງສ້າງຂອງພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈວ່າ ເຈົ້າມາຈາກໃສ, ບໍ່ເຂົ້າໃຈປະຫວັດສາດຂອງມະນຸດຊາດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ເຂົ້າໃຈວ່າ ມະນຸດຊາດພັດທະນາມາຮອດປັດຈຸບັນໄດ້ແນວໃດ ແລະ ບໍ່ຮູ້ວ່າ ໃຜຄວບຄຸມມະນຸດຊາດທັງໝົດ, ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້. ພຣະເຈົ້ານໍາມະນຸດຊາດມາຈົນຮອດປັດຈຸບັນ ແລະ ຕັ້ງແຕ່ທີ່ພຣະອົງສ້າງມະນຸດຢູ່ເທິງແຜ່ນດິນໂລກ ພຣະອົງກໍບໍ່ເຄີຍປະຖິ້ມເຂົາຈັກເທື່ອ. ພຣະວິນຍານບໍລິສຸດບໍ່ເຄີຍຢຸດປະຕິບັດພາລະກິດຈັກເທື່ອ, ບໍ່ເຄີຍຢຸດໃນການນໍາພາມະນຸດຊາດ ແລະ ບໍ່ເຄີຍປະຖິ້ມມະນຸດຊາດ. ແຕ່ມະນຸດຊາດບໍ່ສຳນຶກວ່າ ມີພຣະເຈົ້າ, ແຮງໄກທີ່ເຂົາຈະຮູ້ຈັກພຣະອົງ. ມີຫຍັງອີກທີ່ເປັນຕາອັບອາຍກວ່າສິ່ງນີ້ສຳລັບສິ່ງຊົງສ້າງທັງໝົດ? ພຣະເຈົ້ານໍາພາມະນຸດເປັນການສ່ວນຕົວ ແຕ່ມະນຸດບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ. ເຈົ້າເປັນສິ່ງຊົງສ້າງ ແຕ່ເຈົ້າບໍ່ເຂົ້າໃຈປະຫວັດສາດຂອງເຈົ້າເອງ ແລະ ບໍ່ຮັບຮູ້ວ່າ ໃຜນໍາພາເຈົ້າໃນການເດີນທາງຂອງເຈົ້າ, ເຈົ້າບໍ່ຮູ້ພາລະກິດທີ່ພຣະເຈົ້າປະຕິບັດ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າ. ຖ້າເຈົ້າຍັງບໍ່ຮູ້ຈັກໃນຕອນນີ້ ແລ້ວເຈົ້າຈະບໍ່ມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າຈັກເທື່ອ. ໃນປັດຈຸບັນ ພຣະຜູ້ສ້າງແມ່ນນໍາພາມະນຸດທຸກຄົນເປັນການສ່ວນຕົວອີກຄັ້ງ ແລະ ເຮັດໃຫ້ມະນຸດທຸກຄົນເຫັນສະຕິປັນຍາ, ຄວາມຍິ່ງໃຫຍ່, ຄວາມລອດພົ້ນ ແລະ ຄວາມອັດສະຈັນຂອງພຣະອົງ. ແຕ່ເຈົ້າຍັງບໍ່ສຳນຶກ ຫຼື ເຂົ້າໃຈ ແລະ ສະນັ້ນ ເຈົ້າບໍ່ແມ່ນຄົນທີ່ຈະຮັບຄວາມລອດພົ້ນບໍ? ຄົນເຫຼົ່ານັ້ນທີ່ເປັນຂອງຊາຕານບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ເປັນຂອງພຣະເຈົ້າສາມາດໄດ້ຍິນສຽງຂອງພຣະເຈົ້າ. ທຸກຄົນເຫຼົ່ານັ້ນທີ່ສຳນຶກ ແລະ ເຂົ້າໃຈພຣະທຳທີ່ເຮົາກ່າວແມ່ນຄົນທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ຄົນທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ; ທຸກຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈພຣະທຳທີ່ເຮົາກ່າວບໍ່ສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ເປັນຄົນທີ່ຕ້ອງຖືກໂຍນອອກ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ ແລະ ບໍ່ສຳນຶກພາລະກິດຂອງພຣະເຈົ້າບໍ່ສາມາດຮັບຄວາມຮູ້ຂອງພຣະເຈົ້າ ແລະ ຄົນປະເພດດັ່ງກ່າວຈະບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການເປັນພະຍານໃຫ້ກັບພຣະເຈົ້າ ແລ້ວເຈົ້າກໍ່ຕ້ອງຮູ້ຈັກພຣະເຈົ້າ; ຄວາມຮູ້ຂອງພຣະເຈົ້າແມ່ນຖືກເຮັດໃຫ້ສົມບູນໂດຍຜ່ານທາງພາລະກິດຂອງພຣະເຈົ້າ. ໂດຍລວມແລ້ວ, ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ ເຈົ້າກໍຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າແມ່ນສິ່ງທີ່ສຳຄັນທີ່ສຸດ. ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ພວກເຂົາຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້ ແລະ ຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ເຂົາເຈົ້າທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ. ບັນດາຜູ້ທີ່ສາມາດເປັນພະຍານຕໍ່ພຣະເຈົ້າ ຈະສາມາດຮັບຄໍາສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ຈະເປັນກຸ່ມທີ່ຄົງຢູ່ຕະຫຼອດຈົນເຖິງຕອນສຸດທ້າຍ, ເປັນກຸ່ມທີ່ມີສິດອໍານາດຈາກພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ. ບາງເທື່ອພວກເຈົ້າອາດຈະກາຍເປັນສະມາຊິກຂອງກຸ່ມນີ້ ຫຼື ບາງເທື່ອອາດມີພຽງແຕ່ເຄິ່ງໜຶ່ງ ຫຼື ພຽງແຕ່ບາງຄົນເທົ່ານັ້ນ, ມັນກໍ່ຂຶ້ນກັບເຈດຕະນາຂອງພວກເຈົ້າ ແລະ ຂຶ້ນກັບການສະແຫວງຫາຂອງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ