ພຣະທຳປະຈຳວັນຂອງພຣະເຈົ້າ | "ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)" | ຄັດຕອນ 30

0 |16 ເດືອນພຶດສະພາ 2021

ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງເຮົາຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ມີແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບທີ່ແຕກຕ່າງກັນຂອງມະນຸດແຕ່ລະຊົນຊັ້ນຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ ໃນລະຫວ່າງພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ການຈັດແບ່ງຜູ້ຄົນຕາມປະເພດບໍ່ແມ່ນການສົ່ງຜູ້ຄົນຄືນສູ່ຊົນຊັ້ນເດີມຂອງພວກເຂົາ, ຍ້ອນໃນເວລາທີ່ມະນຸດຖືກສ້າງນັ້ນ, ມີມະນຸດພຽງແຕ່ປະເພດດຽວ ທີ່ແບ່ງແຍກອອກເປັນຜູ້ຊາຍ ແລະ ແມ່ຍິງ. ບໍ່ໄດ້ມີຜູ້ຄົນຫຼາຍປະເພດທີ່ແຕກຕ່າງກັນ. ພຽງແຕ່ຫຼັງຈາກເວລາສອງສາມພັນປີແຫ່ງຄວາມເສື່ອມຊາມ, ຊົນຊັ້ນທີ່ແຕກຕ່າງກັນຂອງມະນຸດຈຶ່ງປາກົດຂຶ້ນ ໂດຍບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ສົກກະປົກ, ບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ຊົ່ວຮ້າຍ ແລະ ບາງຄົນ ເຊິ່ງເປັນຄົນທີ່ສະແຫວງຫາຫົນທາງແຫ່ງຊີວິດກໍຢູ່ພາຍໃຕ້ອິດທິພົນຂອງອົງຊົງລິດທານຸພາບສູງສຸດ. ດ້ວຍລັກສະນະນີ້ເທົ່ານັ້ນ ຊົນຊັ້ນຕ່າງໆຈຶ່ງເກີດຂຶ້ນເທື່ອລະໜ້ອຍຢູ່ທ່າມກາງຜູ້ຄົນ ແລະ ພຽງແຕ່ດ້ວຍເຫດນັ້ນ ຜູ້ຄົນຈຶ່ງແຍກອອກເປັນຊົນຊັ້ນຕ່າງໆພາຍໃນຄອບຄອບໃຫຍ່ຂອງມະນຸດ. ຜູ້ຄົນລ້ວນແລ້ວແຕ່ມີ “ບິດາ” ທີ່ແຕກຕ່າງກັນ; ມັນບໍ່ແມ່ນຄວາມຈິງທີ່ທຸກຄົນຢູ່ພາຍໃຕ້ອິດທິພົນຂອງອົງຊົງລິດທານຸພາບສູງສຸດທັງສິ້ນ, ຍ້ອນມະນຸດກະບົດເກີນໄປ. ການພິພາກສາທີ່ຊອບທຳເປີດໂປງຕົວຕົນທີ່ແທ້ຈິງຂອງຄົນແຕ່ລະປະເພດ ໂດຍບໍ່ປິດບັງຫຍັງທັງສິ້ນ. ທຸກຄົນສະແດງໃບໜ້າທີ່ແທ້ຈິງຂອງພວກເຂົາໃນແສງສະຫວ່າງ. ໃນຈຸດນີ້, ມະນຸດແມ່ນບໍ່ໄດ້ເປັນແບບທີ່ເຂົາເປັນໃນເມື່ອກ່ອນອີກຕໍ່ໄປ; ລັກສະນະດັ້ງເດີມຂອງບັນພະບຸລຸດຂອງເຂົາແມ່ນຫາຍໄປແຕ່ດົນແລ້ວ, ຍ້ອນເຊື້ອສາຍທີ່ນັບບໍ່ຖ້ວນຂອງອາດາມ ແລະ ເອວາແມ່ນໄດ້ຖືກຊາຕານຈັບກຸມຕັ້ງແຕ່ດົນແລ້ວ, ບໍ່ຮູ້ຈັກສະຫວັນ ແລະ ຕາເວັນອີກຕໍ່ໄປ ແລະ ຍ້ອນຜູ້ຄົນເຕັມໄປດ້ວຍພິດທຸກຮູບແບບຂອງຊາຕານ. ສະນັ້ນ ຜູ້ຄົນຈຶ່ງມີຈຸດໝາຍປາຍທາງທີ່ເໝາະສົມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ບົນພື້ນຖານຂອງພິດທີ່ແຕກຕ່າງກັນຂອງພວກເຂົາ ພວກເຂົາຈຶ່ງຖືກຈັດແບ່ງຕາມປະເພດ ໝາຍຄວາມວ່າພວກເຂົາຖືກຈັດອອກອີງຕາມຂອບເຂດທີ່ພວກເຂົາຖືກເອົາຊະນະໃນປັດຈຸບັນ. ຈຸດຈົບຂອງມະນຸດບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າຕັ້ງແຕ່ການເນລະມິດສ້າງໂລກ. ນັ້ນກໍຍ້ອນວ່າ ໃນຕອນເລີ່ມຕົ້ນ, ມີພຽງຊົນຊັ້ນດຽວ ເຊິ່ງຖືກເອີ້ນລວມກັນວ່າ “ມະນຸດຊາດ” ແລະ ມະນຸດແມ່ນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຕັ້ງແຕ່ຕົ້ນ ແລະ ຜູ້ຄົນລ້ວນແລ້ວແຕ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ໂດຍບໍ່ມີຄວາມມືດມົວບັງເກີດຂຶ້ນກັບພວກເຂົາ. ແຕ່ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ຄົນທຸກຮູບແບບ ແລະ ທຸກປະເພດຈຶ່ງແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ, ຄົນທຸກຮູບແບບ ແລະ ທຸກປະເພດທີ່ມາຈາກຄອບຄົວທີ່ເອີ້ນລວມກັນວ່າ “ມະນຸດຊາດ” ເຊິ່ງປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ. ພວກເຂົາລ້ວນແລ້ວແຕ່ຖືກນໍາພາໂດຍບັນພະບຸລຸດຂອງພວກເຂົາໃຫ້ຫັນເຫໄປຈາກບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ ກໍຄືມະນຸດຊາດທີ່ປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ (ນັ້ນກໍຄື ອາດາມ ແລະ ເອວາຄົນເດີມ ເຊິ່ງເປັນບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ). ໃນເວລານັ້ນ, ຊາວອິດສະຣາເອັນຄືຊົນຊາດດຽວທີ່ຖືກພຣະເຢໂຮວານໍາພາຊີວິດເທິງແຜ່ນດິນໂລກ. ແລ້ວຄົນປະເພດຕ່າງໆທີ່ເກີດມາຈາກອິດສະຣາເອັນທັງໝົດ (ໝາຍເຖິງ ມາຈາກຊົນເຜົ່າຂອງຄອບຄົວເດີມ) ກໍໄດ້ສູນເສຍການນໍາພາຂອງພຣະເຢໂຮວາ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນສະໄໝກ່ອນ ບໍ່ຮູ້ຈັກເຖິງເລື່ອງຕ່າງໆຂອງໂລກມະນຸດທັງສິ້ນ ຈຶ່ງເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ແລ້ວພາກັນດຳລົງຊີວິດໃນເຂດແດນທີ່ພວກເຂົາອ້າງສິດ ເຊິ່ງໄດ້ສືບຕໍ່ກັນມາຈົນເຖິງປັດຈຸບັນນີ້. ສະນັ້ນ ພວກເຂົາຍັງບໍ່ຮູ້ຈັກວ່າພວກເຂົາຫັນເຫໄປຈາກພຣະເຢໂຮວາໄດ້ແນວໃດ ແລະ ພວກເຂົາຖືກມານຮ້າຍທີ່ສົກກະປົກທຸກຮູບແບບ ແລະ ວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈົນເຖິງປັດຈຸບັນນີ້ໄດ້ແນວໃດ. ຄົນທີ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ຖືກໃສ່ພິດຈົນເຖິງປັດຈຸບັນນີ້ ກໍຄືຄົນທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດ ແລະ ຈະບໍ່ມີທາງເລືອກ ນອກຈາກເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ເຊິ່ງເປັນມານຮ້າຍສົກກະປົກທີ່ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດກໍຈະໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ ໝາຍເຖິງ ໄປສູ່ຈຸດຈົບທີ່ສະຫງວນໄວ້ໃຫ້ກັບຄົນທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ຄົນທີ່ຖືກເອົາຊະນະ. ທຸກສິ່ງແມ່ນຈະຖືກປະຕິບັດເພື່ອຊ່ວຍທຸກຄົນທີ່ສາມາດຊ່ວຍໃຫ້ລອດພົ້ນໄດ້, ແຕ່ສຳລັບຄົນທີ່ຕາຍດ້ານ ແລະ ບໍ່ສາມາດປີ່ນປົວໄດ້ນັ້ນ, ທາງເລືອກດຽວຂອງພວກເຂົາກໍຈະເປັນການຕິດຕາມບັນພະບຸລຸດຂອງພວກເຂົາສູ່ເຫວເລິກແຫ່ງການຂ້ຽນຕີຢ່າງບໍ່ສິ້ນສຸດ. ຢ່າຄິດວ່າຈຸດຈົບຂອງເຈົ້າຖືກກຳນົດໄວ້ລ່ວງໜ້າໃນຕອນເລີ່ມຕົ້ນ ແລະ ຫາກໍຖືກເປີດເຜີຍໃນຕອນນີ້. ຖ້າເຈົ້າຄິດໃນລັກສະນະນັ້ນ, ແລ້ວເຈົ້າກໍລືມໄປວ່າ ໃນລະຫວ່າງການເນລະມິດສ້າງມະນຸດຊາດໃນເບື້ອງຕົ້ນນັ້ນ, ຊົນຊັ້ນຂອງຊາຕານແມ່ນບໍ່ໄດ້ຖືກສ້າງຂຶ້ນຕ່າງຫາກ? ເຈົ້າລືມແລ້ວບໍວ່າ ມີພຽງມະນຸດຊາດໜຶ່ງດຽວທີ່ຖືກສ້າງຂຶ້ນ ເຊິ່ງປະກອບດ້ວຍອາດາມ ແລະ ເອວາ (ໝາຍເຖິງ ມີພຽງຜູ້ຊາຍ ແລະ ແມ່ຍິງທີ່ຖືກສ້າງຂຶ້ນ?) ຖ້າເຈົ້າເປັນເຊື້ອສາຍຂອງຊາຕານໃນຕອນເລີ່ມຕົ້ນ, ສິ່ງນີ້ຈະບໍ່ໝາຍຄວາມວ່າເມື່ອພຣະເຢໂຮວາສ້າງມະນຸດ, ພຣະອົງໄດ້ລວມກຸ່ມຂອງຊາຕານໄວ້ໃນການເນລະມິດສ້າງຂອງພຣະອົງບໍ? ພຣະອົງຈະເຮັດແບບນັ້ນໄດ້ບໍ? ບໍ່, ພຣະອົງສ້າງມະນຸດຍ້ອນເຫັນແກ່ຄຳພະຍານຂອງພຣະອົງ; ພຣະອົງສ້າງມະນຸດຍ້ອນເຫັນແກ່ສະຫງ່າລາສີຂອງພຣະອົງ. ເປັນຫຍັງພຣະອົງຈຶ່ງຈະເຈດຕະນາສ້າງຊົນຊັ້ນໜຶ່ງຂອງລູກຫຼານຂອງຊາຕານເພື່ອໃຫ້ຕັ້ງໃຈຕໍ່ຕ້ານພຣະອົງ? ພຣະເຢໂຮວາຈະເຮັດສິ່ງດັ່ງກ່າວໄດ້ແນວໃດ? ຖ້າພຣະອົງໄດ້ເຮັດແບບນັ້ນ, ຜູ້ໃດຈະເວົ້າວ່າພຣະອົງເປັນພຣະເຈົ້າທີ່ຊອບທຳ? ເມື່ອເຮົາເວົ້າໃນຕອນນີ້ວ່າ ພວກເຈົ້າບາງຄົນຈະໄປກັບຊາຕານໃນຕອນສຸດທ້າຍ, ມັນບໍ່ໄດ້ໝາຍຄວາມວ່າ ເຈົ້າຢູ່ກັບຊາຕານຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ ມັນໝາຍຄວາມວ່າ ເຈົ້າໄດ້ຈົມລົງເລິກຫຼາຍ, ເຖິງແມ່ນພຣະເຈົ້າພະຍາຍາມຊ່ວຍເຈົ້າໃຫ້ລອດພົ້ນ, ເຈົ້າກໍຍັງບໍ່ສາມາດໄດ້ຮັບຄວາມລອດພົ້ນນັ້ນ. ບໍ່ມີທາງເລືອກອື່ນ ນອກຈາກຈະຈັດປະເພດໃຫ້ເຈົ້າຢູ່ກັບຊາຕານ. ນີ້ກໍຍ້ອນວ່າເຈົ້າຢູ່ໄກຈາກຄວາມລອດພົ້ນຫຼ່າຍ, ບໍ່ແມ່ນຍ້ອນພຣະເຈົ້າບໍ່ຊອບທຳຕໍ່ເຈົ້າ ແລະ ເຈດຕະນາດັດແປງຊະຕາຂອງເຈົ້າໃຫ້ເປັນຮູບຮ່າງຂອງຊາຕານ ແລະ ຫຼັງຈາກນັ້ນກໍຈັດປະເພດເຈົ້າໃຫ້ຢູ່ກັບຊາຕານ ແລະ ມີຈຸດປະສົງຕ້ອງການໃຫ້ເຈົ້າທົນທຸກ. ນີ້ບໍ່ແມ່ນເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ. ຖ້ານັ້ນແມ່ນສິ່ງທີ່ເຈົ້າເຊື່ອ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍລຳອຽງຫຼາຍ. ຂັ້ນຕອນສຸດທ້າຍຂອງການເອົາຊະນະໝາຍເຖິງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການເປີດເຜີຍຈຸດຈົບຂອງພວກເຂົາ. ມັນແມ່ນການເປີດໂປງຄວາມເສື່ອມໂຊມຂອງຜູ້ຄົນຜ່ານການພິພາກສາ, ແລ້ວກໍເຮັດໃຫ້ພວກເຂົາກັບໃຈ, ລຸກຂຶ້ນ ແລະ ສະແຫວງຫາຊີວິດ ແລະ ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ. ມັນແມ່ນການປຸກຫົວໃຈຂອງຄົນທີ່ດ້ານຊາ ແລະ ໂງ່ຈ້າ ແລະ ສະແດງເຖິງຄວາມກະບົດພາຍໃນພວກເຂົາຜ່ານທາງການພິພາກສາ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນຍັງບໍ່ສາມາດກັບໃຈໄດ້, ຍັງບໍ່ສາມາດສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ບໍ່ສາມາດປະຖິ້ມຄວາມເສື່ອມຊາມເຫຼົ່ານີ້, ແລ້ວພວກເຂົາກໍຢູ່ໄກຈາກຄວາມລອດພົ້ນ ແລະ ຈະຖືກກືນກິນໂດຍຊາຕານ. ສິ່ງດັ່ງກ່າວແມ່ນຄວາມໝາຍຂອງການເອົາຊະນະຂອງພຣະເຈົ້າ: ການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການສະແດງເຖິງຈຸດຈົບຂອງພວກເຂົາ. ຈຸດຈົບທີ່ດີ, ຈຸດຈົບທີ່ບໍ່ດີ, ພວກມັນລ້ວນແລ້ວແຕ່ຖືກເປີດເຜີຍໂດຍພາລະກິດແຫ່ງການເອົາຊະນະ. ບໍ່ວ່າຜູ້ຄົນຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກສາບແຊ່ງກໍລ້ວນແລ້ວແຕ່ຖືກເປີດເຜີຍໃນລະຫວ່າງພາລະກິດແຫ່ງການເອົາຊະນະ.

ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ

ເບິ່ງເພີ່ມເຕີມ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

Leave a Reply

ແບ່ງປັນ

ຍົກເລີກ