ເພງຄຣິດສະຕຽນ “ວິທີທີ່ຈະສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ”

06 ເດືອນພະຈິກ 2021

ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າ

ຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າ

ມີຄວາມສະຫງົບກັບການສະຖິດຂອງພຣະອົງ.

ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນ

ຂອງການເຂົ້າສູ່ໃນປັດຈຸບັນ.

ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນ

ຂອງການເຂົ້າສູ່ໃນປັດຈຸບັນ.

ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າ

ສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້

ທໍາອິດ ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ.

ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ

ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ.

ຈາກນັ້ນ ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າ

ມີຄວາມສະຫງົບຕໍ່ໜ້າພຣະເຈົ້າ

ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ.

ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ

ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ.

ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ.

ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່

ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ.

ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ

ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ

ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ

ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ.

ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າ

ທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ

ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ

ໄຕ່ຕອງພຣະທຳຂອງພຣະເຈົ້າ

ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ

ໄຕ່ຕອງພຣະທຳຂອງພຣະເຈົ້າ

ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ.

ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກ

ໃນລະດັບໃດໜຶ່ງແລ້ວ

ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ

ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ

ບໍ່ວ່າສະພາບອ້ອມຂ້າງຈະເປັນແນວໃດກໍຕາມ

ຈົ່ງຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ

ຈົນກວ່າເຈົ້າຈະໄປເຖິງຈຸດທີ່

ເຕັມໄປດ້ວຍຄໍາສັນລະເສີນລັ່ງໄຫຼເຂົ້າໃນຫົວໃຈຂອງເຈົ້າ

ເຊິ່ງສິ່ງເຫຼົ່ານັ້ນແມ່ນດີກວ່າການອະທິຖານຫຼ່າຍເທົ່າ.

ແນ່ນັ້ນ ຖ້າເຈົ້າປະສົບຜົນສໍາເລັດດ້ວຍວີທີດັ່ງກ່າວ

ເຈົ້າກໍຈະມີວຸດທິພາວະຢ່າງສົມບູນ.

ພຽງແຕ່ຫຼັງຈາກທີ່ມະນຸດສາມາດ

ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ

ພວກເຂົາຈຶ່ງສາມາດໄດ້ຮັບ

ການສຳຜັດໂດຍພຣະວິນຍານບໍລິສຸດ

ແລະ ໄດ້ຮັບແສງສະຫວ່າງ ແລະ

ແສງເຍືອງທາງຈາກພຣະວິນຍານບໍລິສຸດ

ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງສາມາດ

ສື່ສານກັບພຣະເຈົ້າໄດ້ຢ່າງແທ້ຈິງ

ລວມທັງການເຂົ້າໃຈຄວາມປະສົງຂອງພຣະເຈົ້າ

ແລະ ການນໍາພາຂອງພຣະວິນຍານບໍລິສຸດ.

ຫລັງຈາກນັ້ນ ພວກເຂົາກໍຈະໄດ້ເຂົ້າສູ່ເສັ້ນທາງທີ່

ຖືກຕ້ອງໃນຊີວິດຝ່າຍວິນຍານຂອງພວກເຂົາ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ