ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?"

20 ເດືອນເມສາ 2023

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ໄຖ່ຖອນໄດ້ປາກົດຕົວ ແລະ ເຮັດພາລະກິດ, ສະແດງຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາ. ຫຼາຍຄົນຈາກທຸກນິກາຍທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮູ້ວ່າມັນຄືສຽງຂອງພຣະເຈົ້າ, ຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ເຕັມລົ້ນດ້ວຍຄວາມປິຕິຍິນດີ, ພວກເຂົາໄດ້ກັບຄືນມາຫາພຣະອົງ ແລະ ຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ພວກເຂົາກໍາລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ສິ່ງນີ້ສໍາເລັດຕາມຄຳທຳນາຍຕ່າງໆຂອງພຣະເຢຊູເຈົ້າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20). ເຖິງຢ່າງໃດກໍຕາມ, ມີຫຼາຍຄົນທີ່ຍັງຍຶດຕິດກັບພຣະທໍາໃນພຣະຄຳພີໄບເບິນກ່ຽວກັບການມາຂອງທີ່ພຣະຜູ້ເປັນເຈົ້າໂດຍຢູ່ເທິງກ້ອນເມກ, ໂດຍບໍ່ສະແຫວງຫາເພື່ອຟັງສຽງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜົນຕາມມາກໍຄື ພວກເຂົາໄດ້ພາດໂອກາດທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດຕ່າງໆ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສະນັ້ນ ເປັນຫຍັງພວກເຮົາຈຶ່ງສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງຫາສຽງຂອງພຣະເຈົ້າເທົ່ານັ້ນ? ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະນໍາພາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ