ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ແມ່ນຫຍັງຄືການບັງເກີດເປັນມະນຸດ?"

16 ເດືອນເມສາ 2023

ສອງພັນປີກ່ອນ, ເມື່ອອົງພຣະເຢຊູເຈົ້າມາເພື່ອເທດສະນາ ແລະ ປະຕິບັດພາລະກິດ, ປະໂລຫິດໃຫຍ່, ພວກທຳມະຈານ ແລະ ພວກຟາຣີຊາຍຂອງນິກາຍຢູດາໄດ້ຕັດສິນໃຫ້ພຣະອົງເປັນຄົນທຳມະດາ. ພວກເຂົາເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອຕໍ່ຕ້ານ, ປະນາມ ແລະ ໝິ່ນປະໝາດອົງພຣະເຢຊູເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍ່ຄຶງພຣະອົງໃສ່ໄມ້ກາງແຂນ ເຊິ່ງເປັນການເຮັດຜິດຢ່າງຮ້າຍແຮງ. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເຮັດວຽກໃນພາບລັກຂອງບຸດມະນຸດ, ແຕ່ຍັງມີຫຼາຍຄົນທີ່ຂາດຄວາມຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ປະຕິບັດຕໍ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືກັບຄົນທຳມະດາ, ປະຕິເສດທີ່ຈະສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ປະນາມ ແລະ ຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ ແລະ ໃນການເຮັດແບບນັ້ນກໍ່ໄດ້ເຮັດຜິດທີ່ຄຶງກາງແຂນພຣະເຈົ້າອີກຄັ້ງ. ເປັນຫຍັງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າຈຶ່ງຖືກປະນາມ ແລະ ຖືກປະຕິເສດໂດຍມະນຸດ? ເພາະຜູ້ຄົນຂາດຄວາມຮູ້ກ່ຽວກັບພຣະເຈົ້າ, ບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ແລະ ແຮງໄກທີ່ຈະເຂົ້າໃຈຄວາມເລິກລັບທີ່ຍິ່ງໃຫຍ່ຂອງການບັງເກີດເປັນມະນຸດ. ສະນັ້ນ ແມ່ນຫຍັງຄືການບັງເກີດເປັນມະນຸດແທ້ໆ? ພວກເຮົາຄວນເຂົ້າໃຈແນວໃດກ່ຽວກັບການບັງເກີດເປັນມະນຸດ? ໃນຕອນນີ້ຂອງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາໄດ້ສະແຫວງຫາຄວາມຈິງຮ່ວມກັນເພື່ອເຂົ້າໃຈຄວາມເລິກລັບຂອງການບັງເກີດເປັນມະນຸດ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ