ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ແມ່ນຫຍັງຄືການຖືກຮັບຂຶ້ນເມືອແທ້ໆ?"

05 ເດືອນພຶດສະພາ 2023

ໃນຍຸກສຸດທ້າຍ, ຜູ້ເຊື່ອທຸກຄົນປາຖະໜາໃຫ້ພຣະຜູ້ໄຖ່ລົງມາເທິງກ້ອນເມກເພື່ອທີ່ຈະຖືກຮັບຂຶ້ນເມືອເພື່ອພົບກັບພຣະອົງ. ແຕ່ຕອນນີ້ເມື່ອໄພພິບັດທີ່ຍິ່ງໃຫຍ່ໄດ້ເກີດຂຶ້ນ, ພວກເຂົາກໍ່ຍັງບໍ່ທັນໄດ້ຕ້ອນຮັບພຣະຜູ້ເປັນເຈົ້າທີ່ກັບມາເທິງກ້ອນເມກ. ຜູ້ຄົນກຳລັງຮູ້ສຶກຢ້ານ ຫຼື ອາດເຖິງກັບຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ, ຮູ້ສຶກຄືກັບວ່າພວກເຂົາສາມາດຕາຍໃນໄພພິບັດໃນທຸກຊ່ວງເວລາ. ມັນສ້າງຄວາມປະຫຼາດໃຈໃຫ້ກັບພວກເຂົາທີ່ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານວ່າອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຫຼາຍຄົນທີ່ປາຖະໜາຫາຄວາມຈິງກໍ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຮັບຮູ້ສຽງຂອງພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້, ຖືກຄໍ້າຈູນ ແລະ ບຳລຸງລ້ຽງໂດຍພຣະທຳເຫຼົ່ານັ້ນ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມຊີອານ້ອຍ. ພວກເຂົາເປັນຄົນທີ່ຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າກ່ອນໄພພິບັດ. ຫຼາຍຄົນທີ່ເຄັ່ງໃນສາສະໜາສັບສົນ ໂດຍຄິດວ່າ “ອົງພຣະເຢຊູເຈົ້າບໍ່ໄດ້ພາຜູ້ຄົນຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະອົງບໍ? ຜູ້ເຊື່ອໃນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຍັງຢູ່ເທິງໂລກຢ່າງຊັດເຈນ, ແລ້ວພວກເຂົາຈະຖືກຮັບຂຶ້ນເມືອໄດ້ແນວໃດ?” ຫຼາຍຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການຖືກຮັບຂຶ້ນເມືອ, ແຕ່ຄິດວ່າມັນໝາຍເຖິງການຖືກຮັບຂຶ້ນສູ່ທ້ອງຟ້າ, ສະນັ້ນ ຄົນໃດໜຶ່ງທີ່ຍັງຢູ່ເທິງໂລກກໍ່ບໍ່ໄດ້ຖືກຮັບຂຶ້ນເມືອ. ນີ້ຄືສິ່ງທີ່ຖືກຕ້ອງບໍ? ການຖືກຮັບຂຶ້ນເມືອໝາຍຄວາມວ່າແນວໃດແທ້ໆ? ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະນໍາພາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ