ເພງຄຣິດສະຕຽນ “ພຣະເຈົ້າຕັດສິນຈຸດຈົບຂອງມະນຸດໂດຍອີງໃສ່ວ່າພວກເຂົາມີຄວາມຈິງ ຫຼື ບໍ່”

15 ເດືອນເມສາ 2022

ຕອນນີ້ເປັນເວລາທີ່ພຣະເຈົ້າ

ຈະກໍານົດຈຸດຈົບຂອງມະນຸດແຕ່ລະຄົນ,

ບໍ່ແມ່ນຂັ້ນຕອນທີ່ພຣະອົງເລີ່ມປັ້ນມະນຸດ.

ພຣະເຈົ້າບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນ,

ເສັ້ນທາງທີ່ພວກເຂົາຕິດຕາມພຣະອົງ,

ຄຸນລັກສະນະໂດຍທຳມະຊາດຂອງພວກເຂົາ ແລະ

ວິທີທີ່ພວກເຂົາປະພຶດຕົນໃນທີ່ສຸດໄວ້ໃນປຶ້ມບັນທຶກຂອງພຣະອົງ.

ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ,

ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງພຣະເຈົ້າໄດ້

ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ພຣະອົງກໍານົດໄວ້.

ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ,

ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງພຣະເຈົ້າໄດ້

ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ພຣະອົງກໍານົດໄວ້.

ພຣະເຈົ້າຕັດສິນຈຸດໝາຍປາຍທາງ

ຂອງແຕ່ລະຄົນໂດຍບໍ່ໄດ້ອີງຕາມອາຍຸ,

ຄວາມອາວຸໂສ, ຈໍານວນການທົນທຸກ

ແລະ ໜ້ອຍທີ່ສຸດແມ່ນລະດັບ

ທີ່ພວກເຂົາຮຽກຮ້ອງຄວາມໜ້າສົງສານ

ແຕ່ຕັດສິນຕາມວ່າພວກເຂົາມີຄວາມຈິງ ຫຼື ບໍ່.

ບໍ່ມີທາງເລືອກອື່ນ ນອກຈາກທາງເລືອກນີ້ທາງດຽວ.

ພວກເຈົ້າຕ້ອງຮູ້ວ່າ ທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງ

ຂອງພຣະເຈົ້າຍັງຈະຖືກລົງໂທດ.

ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້.

ເພາະສະນັ້ນ, ທຸກຄົນທີ່ຖືກລົງໂທດກໍຈະຖືກລົງໂທດ

ຕາມຄວາມຊອບທໍາຂອງພຣະເຈົ້າ

ແລະ ເປັນຜົນກໍາຈາກການກະທໍາ

ທີ່ຊົ່ວຮ້າຍຫຼາຍຄັ້ງຂອງພວກເຂົາ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ