ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | "ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?"

02 ເດືອນເມສາ 2023

ເມື່ືອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍ່ທຽບມັນໃສ່ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີໂຊກຊະຕາທີ່ດີ ແລະ ຄິດວ່າຄົນທຸກຍາກ, ຄົນທີ່ບໍ່ໂດດເດັ່ນ, ຄົນທີ່ທົນທຸກກັບເຄາະຮ້າຍ ແລະ ຄວາມລຳບາກ, ຄົນທີ່ຖືກດູຖູກ ແມ່ນມີໂຊກຊະຕາທີ່ບໍ່ດີ. ສະນັ້ນ ເພື່ອປ່ຽນແປງໂຊກຊະຕາຂອງພວກເຂົາ, ພວກເຂົາໄດ້ສະແຫວງຫາຄວາມຮູ້ຢ່າງກະຕືລືລົ້ນ, ຫວັງວ່າສິ່ງນີ້ຈະຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຮັ່ງມີ ແລະ ສະຖານະ ແລ້ວປ່ຽນແປງຊະຕາກຳຂອງພວກເຂົາ. ການມີເງິນ, ສະຖານະ ແລະ ຄວາມສຳເລັດໃນຊີວິດໝາຍເຖິງການມີໂຊກຊະຕາທີ່ດີແທ້ໆບໍ? ການທົນທຸກກັບເຄາະຮ້າຍ ແລະ ຄວາມລຳບາກໃນຊີວິດໝາຍເຖິງການມີໂຊກຊະຕາທີ່ບໍ່ດີແທ້ໆບໍ? ຄວາມຮູ້ສາມາດປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງບໍ? ຜູ້ໃດສາມາດຊ່ວຍມະນຸດຊາດ ແລະ ປະຕິວັດໂຊກຊະຕາຂອງພວກເຮົາແທ້ໆ? ໃນຕອນນີ້ທີ່ມີຊື່ວ່າ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາຈະຊ່ວຍໃຫ້ທ່ານຄົ້ນພົບເສັ້ນທາງທີ່ມະນຸດຊາດຈະຮັບເອົາຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ