ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?"

16 ເດືອນເມສາ 2023

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເນື້ອໜັງໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ກຳລັງປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ພຣະອົງໄດ້ສຳເລັດໃນການສ້າງກຸ່ມຜູ້ເອົາຊະນະກ່ອນໄພພິບັດ. ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ໄປເຖິງທຸກປະເທດໃນໂລກ ແລະ ອີກຫຼາຍຄົນກຳລັງໄດ້ຍິນສຽງຂອງພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງແມ່ນຈະເປັນແບບນັ້ນ, ຫຼາຍຄົນທີ່ຢູ່ພາຍໃນໂລກສາສະໜາກໍ່ບໍ່ເຊື່ອແທ້ໆວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນເນື້ອໜັງ, ພຣະອົງໄດ້ປາກົດຂຶ້ນ ແລະ ກຳລັງປະຕິບັດພາລະກິດ. ພວກເຂົາເຊື່ອວ່າອົງພຣະເຢຊູເຈົ້າໄດ້ປາກົດໃນຮູບຮ່າງວິນຍານເປັນເວລາສີ່ສິບມື້ຫຼັງຈາກທີ່ພຣະອົງຟື້ນຄືນຊີບ, ສະນັ້ນ ພຣະອົງຈຶ່ງຄວນກັບມາໃນຮູບຮ່າງວິນຍານ. ເປັນຫຍັງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງບໍ່ປາກົດເປັນພຣະວິນຍານ, ແຕ່ໃນຖານະບຸດມະນຸດທີ່ບັງເກີດເປັນມະນຸດ? ຫຼາຍຄົນປະຕິເສດທີ່ຈະຍອມຮັບພຣະອົງ ໂດຍອີງໃສ່ຂໍ້ແທ້ຈິງທີ່ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຢູ່ໃນຮູບຮ່າງວິນຍານ, ແຕ່ເປັນບຸດມະນຸດທີ່ບັງເກີດເປັນມະນຸດ. ພວກເຂົາກຳລັງພາດໂອກາດດຽວຂອງພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນໂດຍພຣະຜູ້ໄຖ່ເອງ ເຊິ່ງເປັນສິ່ງທີ່ພວກເຂົາຈະເສຍດາຍຕະຫຼອດໄປເປັນນິດ. ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງບໍ່ປາກົດຂຶ້ນເພື່ອປະຕິບັດພາລະກິດໃນຮູບຮ່າງວິນຍານໃນຍຸກສຸດທ້າຍ, ແຕ່ພຣະອົງໄດ້ກາຍມາເປັນເນື້ອໜັງເປັນບຸດມະນຸດ? ໃນຕອນນີ້ຂອງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດລົງເລິກໃນເລື່ອງນີ້ຮ່ວມກັນ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບພາລະກິດຂອງພຣະເຈົ້າ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ