ເພງຄຣິດສະຕຽນ “ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະຮັບເອົາຄວາມຈິງ ແລະ ຈະບໍ່ລົ້ມລົງອີກຕໍ່ໄປ”

31 ເດືອນສິງຫາ 2021

ຂ້ານ້ອຍໄດ້ເຫັນຄວາມຊົ່ວຮ້າຍ ແລະ

ຄວາມມືດມົວຂອງໂລກຢ່າງຊັດເຈນ

ແລະ ຈະບໍ່ປະຕິບັດຕາມກະແສຂອງມັນຢ່າງຫຼັບຫູຫຼັບຕາອີກຕໍ່ໄປ.

ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ

ທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນ

ຫົວໃຈຂອງຂ້ານ້ອຍບອກຂ້ານ້ອຍວ່າມັນເປັນຄວາມຈິງ.

ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຍອມຮັບຄວາມຈິງ

ຕິດຕາມພຣະອົງ?

ເປັນຫຍັງຂ້ານ້ອຍຈຶ່ງຍັງຢູ່ຫ່າງໄກ?

ຂ້ານ້ອຍຈົມລົງເລິກຫຼາຍ ຂ້ານ້ອຍຈະຖືກທຳລາຍ

ດັ່ງຄົນໂງ່ຈ້າທີ່ບໍ່ຮູ້ຫຍັງເລີຍບໍ?

ຂ້ານ້ອຍໄດ້ເຫັນໄພພິບັດທີ່ກໍາລັງເກີດຂຶ້ນ ແລະ

ຕື່ນຈາກຄວາມຝັນຂອງຂ້ານ້ອຍດ້ວຍການສັ່ນໄຫວ.

ຂ້ານ້ອຍບໍ່ປາຖະໜາທີ່ຈະຢູ່ຢ່າງຄົນຄິດລົບ ແລະ ລົ້ມເຫຼວ.

ຈາກນີ້ເປັນຕົ້ນໄປ, ຂ້ານ້ອຍຈະເລີ່ມຕົ້ນລຸກຂຶ້ນສູ້.

ມື້ນີ້, ຂ້ານ້ອຍຈະລຸກຂຶ້ນຢືນດ້ວຍຕີນຂອງຂ້ານ້ອຍ.

ສັນຍານາມຂອງຂ້ານ້ອຍຈະບໍ່ແມ່ນຄົນຂີ້ຢ້ານ ແຕ່ແມ່ນນັກຮົບ.

ຂ້ານ້ອຍພຽງແຕ່ປາຖະໜາຮັບເອົາຄວາມຈິງ

ຂ້ານ້ອຍຕ້ອງການຕໍ່ສູ້ເພື່ອພຣະຄຣິດ

ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດ

ຍອມຕໍ່ການອອກແບບຂອງພຣະອົງ.

ແລະ ຂ້ານ້ອຍຈະເຊື່ອຟັງ ແລະ ຕິດຕາມພຣະອົງ

ຕະຫຼອດຊີວິດ, ຕະຫຼອດຊີວິດທີ່ເຫຼືອຂອງຂ້ານ້ອຍ

ຕະຫຼອດຊີວິດທີ່ເຫຼືອຂອງຂ້ານ້ອຍ.

ຂ້ານ້ອຍພຽງແຕ່ປາຖະໜາຮັບເອົາຄວາມຈິງ

ຂ້ານ້ອຍຕ້ອງການຕໍ່ສູ້ເພື່ອພຣະຄຣິດ

ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດ

ຍອມຕໍ່ການອອກແບບຂອງພຣະອົງ.

ແລະ ຂ້ານ້ອຍຈະເຊື່ອຟັງ ແລະ ຕິດຕາມພຣະອົງ

ຕະຫຼອດຊີວິດ, ຕະຫຼອດຊີວິດທີ່ເຫຼືອຂອງຂ້ານ້ອຍ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ