ຊື່ສຽງ ແລະ ໂຊກລາບໄດ້ນຳເອົາຄວາມທຸກທໍລະມານມາສູ່ຂ້ອຍ

24 ເດືອນທັນວາ 2021

ໂດຍ ທຽນທຽນ, ຈີນ

ມື້ໜຶ່ງໃນລະດູໃບໄມ້ປົ່ງ, ທ່ານໝໍອາວຸໂສບາງຄົນ ແລະ ຂ້ອຍອອກໄປແຕ່ງກິນນອກບ້ານ. ລະຫວ່າງທາງ, ຊາວບ້ານທ້ອງຖິ່ນບາງຄົນຈື່ ດຣ. ຫວັງໄດ້. ພວກເຂົາເບິ່ງມີຄວາມສຸກ ແລະ ຮູ້ບຸນຄຸນຫຼາຍ. ພວກເຂົາທັກທາຍລາວຢ່າງອົບອຸ່ນ. ແລ້ວເມື່ອພວກເຮົາກຳລັງແຕ່ງກິນຢູ່, ພວກເຮົາຮູ້ວ່າພວກເຮົາຂາດເຄື່ອງບາງຢ່າງ. ຊາວບ້ານໃຈດີຢ່າງບໍ່ໜ້າເຊື່ອ. ເມື່ອພວກເຂົາເຫັນວ່າພວກເຮົາຕ້ອງການບາງສິ່ງ, ພວກເຂົາກໍ່ຈະມອບເຄື່ອງຂອງໂຕເອງໃຫ້ພວກເຮົາ. ເຄື່ອງຂອງໃຊ້ທີ່ຈໍາເປັນປະຈໍາວັນແມ່ນຂາດແຄນໃນສະໄໝນັ້ນ ແລະ ມີຄຸນຄ່າຫຼາຍພໍສົມຄວນ. ຕົວຢ່າງ: ບໍ່ມີນ້ຳນົມຫຼາຍ. ຫຼາຍຄົນຕ້ອງໄດ້ຕໍ່ແຖວກັນເພື່ອໄດ້ຮັບນ້ຳນົມ. ແຕ່ຄົນທີ່ມາຈາກໂຮງງານຜະລິດນົມຫາກໍ່ເອົາມັນມາໃຫ້ພວກເຮົາ. ທັງໝົດນີ້ແມ່ນຍ້ອນຊື່ສຽງຂອງ ດຣ. ຫວັງ. ຂ້ອຍເຫັນດວງຕາຂອງ ດຣ. ຫວັງ ຫຼຽວຂຶ້ນມາໃນຂະນະທີ່ລາວຍິ້ມ ແລະ ຂ້ອຍອົດບໍ່ໄດ້ທີ່ຈະອິດສາລາວ ແລະ ຄິດວ່າ: “ຜູ້ຄົນຊື່ນຊົມ ແລະ ນັບຖື ດຣ. ຫວັງ ແທ້ໆ! ພວກເຂົາໃຫ້ຄວາມນັບຖືລາວໃນທຸກບ່ອນທີ່ລາວໄປ ແລະ ລາວບໍ່ຕ້ອງກັງວົນຫຍັງ. ລາວພຽງແຕ່ຕ້ອງສະແດງໜ້າຂອງລາວເພື່ອເຮັດໃຫ້ສິ່ງຕ່າງໆສຳເລັດໂດຍງ່າຍ. ແຕ່ສຳລັບຂ້ອຍ, ຂ້ອຍເປັນພຽງແພດຮັກສາທີ່ບໍ່ມີໃຜຮູ້ຈັກ. ຂ້ອຍບໍ່ສາມາດຖືກປະຕິບັດແບບນັ້ນໄດ້. ຂ້ອຍເຮັດໄດ້ພຽງແຕ່ຈັບຍອຍເສື້ອຂອງລາວເທົ່ານັ້ນ”. ແຕ່ຕໍ່ມາ, ໃນຄວາມຜິດຫວັງຂອງຂ້ອຍ, ຂ້ອຍແນມເບິ່ງຜົມສີເງິນຂອງ ດຣ. ຫວັງ ແລະ ຄິດວ່າ: “ບໍ່ແມ່ນຂ້ອຍຍັງໜຸ່ມຢູ່ບໍ? ຖ້າຂ້ອຍຮຽນການຢາຢ່າງຖືກຕ້ອງ, ຮຽນຮູ້ຈາກທ່ານໝໍຜູ້ມີປະສົບການ ແລະ ເຮັດວຽກໜັກ, ບໍ່ໄວກໍ່ຊ້າ ຂ້ອຍກໍ່ສາມາດເປັນຄົນທີ່ມີຊື່ສຽງ ແລະ ເປັນທີ່ນັບຖືຄືກັບພວກເຂົາ”.

ຫຼັງຈາກນັ້ນ, ຫຼັງຈາກພະຍາຍາມຢ່າງຕໍ່ເນື່ອງເປັນເວລາໜຶ່ງເດືອນ, ຂ້ອຍກໍ່ສາມາດປະຕິບັດໜ້າທີ່ໄດ້ດ້ວຍຕົນເອງ ແລະ ຂ້ອຍຍັງມີໂອກາດໄດ້ຝຶກການຜ່າຕັດອີກດ້ວຍ. ແຕ່ນີ້ເປັນພຽງບາດກ້າວທຳອິດເທົ່ານັ້ນ. ຂ້ອຍຍັງຕ້ອງໄດ້ເຮັດວຽກໜັກຂຶ້ນຕື່ມອີກ. ດັ່ງນັ້ນ ຂ້ອຍຈຶ່ງສຶກສາທິດສະດີດ້ານການແພດຢ່າງຕໍ່ເນື່ອງ. ຂ້ອຍໄດ້ສອບເສັງທັກສະ ແລະ ຮຽນວິຊາຮັກສາພະຍາດທຸກປະເພດຢູ່ນອກບ່ອນເຮັດວຽກ. ຖ້າມີການຜ່າຕັດສຸກເສີນ, ບໍ່ວ່າຈະເປັນລະຫວ່າງໂມງເຮັດວຽກ ຫຼື ບໍ່ກໍ່ຕາມ, ຂ້ອຍກໍ່ບໍ່ເຄີຍພາດໂອກາດປະຕິບັດການຜ່າຕັດ. ບາງຄັ້ງເມື່ອຂ້ອຍຫຍຸ້ງຢູ່ກັບການຜ່າຕັດ, ຂ້ອຍຈະຫິວຫຼາຍ ແຕ່ຂ້ອຍບໍ່ສາມາດເບິ່ງແຍງຮ່າງກາຍຂອງຕົວເອງໄດ້ ຍ້ອນວ່າໃນການຜ່າຕັດນັ້ນແມ່ນບໍ່ສາມາດເຮັດຜິດພາດໄດ້. ບາງຄັ້ງ ຂ້ານ້ອຍກໍ່ຈຳເປັນຕ້ອງເຮັດວຽກເຕັມ 24 ຊົ່ວໂມງ. ຫຼັງຈາກເລີກວຽກ, ຫົວຂອງຂ້ອຍບໍ່ສາມາດຄິດຫຍັງໄດ້ ແລະ ຮ່າງກາຍຂອງຂ້ອຍອິດເມື່ອຍຫຼາຍ. ຂ້ອຍຢາກພັກຜ່ອນແຮງ, ແຕ່ຕໍ່ມາຂ້ອຍຈື່ໄດ້ວ່າພໍ່ຂອງຂ້ອຍບອກຂ້ອຍສະເໝີວ່າ “ບໍ່ເຈັບ, ບໍ່ໄດ້” ແລະ ເລື່ອງຕ່າງໆກ່ຽວກັບການເຮັດວຽກໜັກເພື່ອບັນລຸເປົ້າໝາຍຂອງຄົນໆໜຶ່ງ. ດັ່ງນັ້ນ ຂ້ອຍຈຶ່ງຊຸກຍູ້ໂຕເອງໃຫ້ສືບຕໍ່ ແລະ ບັງຄັບໂຕເອງໃຫ້ເຮັດວຽກໜັກຕໍ່ໄປ. ທັນທີທີ່ຂ້ອຍເມືອຮອດເຮືອນໃນຕອນກາງຄືນ, ຫົວຂອງຂ້ອຍຈະຮອດໝອນທັນທີ. ຂ້ອຍຈະຢຽດໂຕອອກ ແລະ ຜ່ອນຄາຍຮ່າງກາຍທີ່ອ່ອນລ້າ ແລະ ປວດເມື່ອຍຂອງຂ້ອຍ. ເມື່ອຂ້ອຍຫຼັບຕາລົງ, ຕ້ອງການທີ່ຈະນອນຫຼັບ, ທຸກລາຍລະອຽດຂອງການຜ່າຕັດກໍ່ຈະແວັບເຂົ້າມາໃນຫົວຂອງຂ້ອຍ. ຂ້ອຍຢ້ານວ່າສະພາບຈິດໃຈທີ່ອ່ອນກຳລັງຂອງຂ້ອຍຈະເຮັດໃຫ້ຂ້ອຍເຮັດຜິດພາດໃນການຜ່າຕັດ. ຂ້ອຍຈະຄິດເຖິງເພື່ອນຮ່ວມງານຄົນເກົ່າທີ່ເຮັດຜິດພາດເລັກໆນ້ອຍໆໃນການເຮັດວຽກ ແລະ ບໍ່ມີສິດຜ່າຕັດອີກເລີຍ. ຖ້າມີບາງສິ່ງຜິດພາດ, ຂ້ອຍຈະບໍ່ມີວັນປະສົບຜົນສຳເລັດ. ຈາກນັ້ນ ຂ້ອຍກໍ່ຮູ້ສຶກຄຽດ, ເມື່ອຍ, ຢ້ານ ແລະ ກັງວົນທັນທີ. ຮ່າງກາຍ ແລະ ຈິດໃຈຂອງຂ້ອຍເມື່ອຍຫຼາຍແທ້ໆ. ບາງຄັ້ງຂ້ອຍກໍ່ຄິດເຖິງການຜ່າຕັດທາງເລືອກທີ່ໄດ້ກໍານົດໄວ້ສໍາລັບມື້ຕໍ່ໄປ ແລະ ບໍ່ວ່າມັນຈະເດິກສໍ່າໃດເມື່ອຂ້ອຍມາຮອດເຮືອນ, ຂ້ອຍຈະຕ້ອງກວດເບິ່ງຊ້ຳໆ ແລະ ທົບທວນຄວາມຮູ້ທາງການແພດທີ່ຂ້ອຍຕ້ອງການສໍາລັບການຜ່າຕັດດັ່ງກ່າວໃນມື້ຕໍ່ມາ ເພື່ອທີ່ຂ້ອຍຈະບໍ່ໄດ້ເຮັດຜິດພາດໃດໆ. ຂ້ອຍເມື່ອຍຫຼາຍ, ແຕ່ຂ້ອຍກໍ່ຈະກະຕຸ້ນຕົວເອງເພື່ອໃຫ້ຂ້ອຍສາມາດເຮັດມັນໄດ້ໃນມື້ໃດໜຶ່ງ: “ຈົ່ງເຮັດວຽກໜັກ! ມີແສງສະຫວ່າງຢູ່ປາຍອຸໂມງ!”

ໃນທີ່ສຸດ, ຫຼັງຈາກເຈັດປີຂອງການເຮັດວຽກໜັກ ແລະ ຄວາມພາກພຽນ, ຂ້ອຍໄດ້ກາຍເປັນທ່ານໝໍທີ່ໄດ້ຜ່ານການຮັບຮອງ. ໃນຊ່ວງເວລານັ້ນ, ຄໍາເວົ້າທີ່ໂດດເດັ່ນທີ່ສຸດຢູ່ໃນໃຈຂອງຂ້ອຍແມ່ນ: ມັນຄຸ້ມຄ່າແທ້ໆ! ເມື່ອຊັ້ນຂອງຂ້ອຍເພີ່ມຂຶ້ນ, ລາຄາທີ່ຈະພົບຂ້ອຍກໍ່ໄດ້ເພີ່ມຂຶ້ນ. ຂ້ອຍຈະເຮັດການຜ່າຕັດທັງໝົດທີ່ສາມາດເຮັດໄດ້ໃນລະດັບທ່ານໝໍທີ່ໄດ້ຜ່ານການຮັບຮອງ ແລະ ຊື່ຂອງຂ້ອຍກໍ່ຢູ່ໃນລາຍຊື່ຫົວໜ້າໝໍຜ່າຕັດ. ເງິນເດືອນ ແລະ ສະຖານະຂອງຂ້ອຍສູງຂຶ້ນໃນຂະນະທີ່ເພື່ອນຮ່ວມງານຂອງຂ້ອຍກັບຫຼ້າຫຼັງ. ຂ້ອຍຮູ້ສຶກມີຄວາມສຸກຈົນເກີນບັນຍາຍ, ໂດຍສະເພາະຢູ່ເທິງຖະໜົນທີ່ຫຍຸ້ງ ບ່ອນທີ່ບາງຄົນຈະຈື່ຈຳຂ້ອຍໄດ້. ຂ້ອຍບໍ່ຮູ້ຈັກພວກເຂົາ, ແຕ່ພວກເຮົາຮູ້ຈັກຂ້ອຍ. ພວກເຂົາຍັງຍ້ອງຍໍຂ້ອຍວ່າເປັນທ່ານໝໍຜ່າຕັດທີ່ດີ. ແວວຕາແຫ່ງຄວາມຊົມເຊີຍທີ່ຄົນເຈັບມອບໃຫ້ຂ້ອຍ ແລະ ສິ່ງຕ່າງໆທີ່ພວກເຂົາເວົ້າ: “ຂ້ອຍໄດ້ມາພົບເຈົ້າໃນເມື່ອກ່ອນ ແລະ ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍ່ດີຂຶ້ນ ໂດຍບໍ່ໄດ້ໃຊ້ເງິນຫຼາຍ, ແຕ່ທ່ານໝໍທ່ານອື່ນຂອງຂ້ອຍປິ່ນປົວຂ້ອຍມາດົນໂດຍບໍ່ມີອາການດີຂຶ້ນເລີຍ”. ບາງຄົນເວົ້າວ່າ: “ຄົນນັ້ນຄົນນີ້ວ່າເຈົ້າເປັນທ່ານໝໍທີ່ດີ. ລາວແນະນຳໃຫ້ຂ້ອຍມາພົບເຈົ້າ. ທຸກມື້ນີ້ມັນຍາກຫຼາຍທີ່ຈະໄດ້ເຂົ້າພົບເຈົ້າ”. ເມື່ອຂ້ອຍໄດ້ຍິນເລື່ອງນີ້, ຂ້ອຍຈະຍິ້ມຈົນຮອດກົກຫູ. ຂ້ອຍຮູ້ສຶກມີຄວາມສຸກຫຼາຍຢູ່ພາຍໃນ. ຜູ້ຄົນຍັງຈື່ສິ່ງເຫຼົ່ານີ້ໄດ້ຫຼັງຈາກດົນນານມາແລ້ວ ແລະ ຄົນອື່ນເຖິງກັບມາຫາຂ້ອຍເພາະວ່າຂ້ອຍເປັນທີ່ຮູ້ຈັກກັນດີ. ໃນທັນໃດນັ້ນ ຂ້ອຍກໍ່ຮູ້ສຶກຄືກັບວ່າຊື່ສຽງຂອງຂ້ອຍໄດ້ເຕີບໃຫຍ່ຂຶ້ນ ແລະ ດຽວນີ້ຂ້ອຍຮູ້ລົດຊາດຂອງຄວາມສໍາເລັດ. ແຕ່ຫຼັງຈາກຄວາມສຸກນັ້ນ, ຂ້ອຍຄິດວ່າໂຕເອງຫ່າງໄກຈາກການເປັນແພດປະຈຳ. ຂ້ອຍສາມາດເຮັດໄດ້ແຕ່ການຜ່າຕັດປົກກະຕິເທົ່ານັ້ນ. ຖ້າຂ້ອຍໄດ້ເປັນແພດປະຈຳ ແລະ ສາມາດເຮັດການຜ່າຕັດໃນລະດັບທີ່ສູງຂຶ້ນ, ຄົນເຈັບກໍ່ຈະຍ້ອງຍໍຂ້ອຍຫຼາຍຍິ່ງຂຶ້ນ ແລະ ມີຫຼາຍຄົນທີ່ຕ້ອງການພົບຂ້ອຍ. ສະຖານະຂອງຂ້ອຍທີ່ຢູ່ໃນສາຍຕາຂອງພວກເຂົາຈະບໍ່ຍິ່ງສູງຂຶ້ນບໍ?

ຫຼັງຈາກນັ້ນ, ຂ້ອຍກໍ່ເລັ່ງບາດກ້າວຂອງຂ້ອຍໄວຂຶ້ນສູ່ຊື່ສຽງ ແລະ ໂຊກລາບ. ສາມີຂອງຂ້ອຍຈົ່ມ ແລະ ຖຽງກັບຂ້ອຍຫຼາຍ, ເວົ້າວ່າຂ້ອຍໃຊ້ເວລາຢູ່ກັບລາວໜ້ອຍລົງເລື້ອຍໆ. ຂ້ອຍຮູ້ສຶກເມື່ອຍ ແລະ ຮູ້ສຶກຜິດຫຼາຍ ແລະ ຂ້ອຍອົດບໍ່ໄດ້ທີ່ຈະຖາມຕົວເອງຊໍ້າແລ້ວຊໍ້າອີກວ່າ: “ຂ້ອຍພະຍາຍາມໄປເພື່ອຫຍັງ? ມັນບໍ່ແມ່ນເພື່ອໃຫ້ມີອາຊີບທີ່ປະສົບຜົນສຳເລັດ ແລະ ມີຊີວິດທີ່ດີບໍ? ຂ້ອຍໄດ້ເຮັດຫຍັງຜິດພາດບໍ? ຂ້ອຍບໍ່ໄດ້ເຮັດຜິດ. ແມ່ນສາມີຂອງຂ້ອຍທີ່ເປັນຄົນບໍ່ມີເຫດຜົນ. ລາວບໍ່ມີຄວາມທະເຍີທະຍານ”. ຂ້ອຍເຊັດນ້ຳຕາ ແລະ ສະໝັກຂໍໂອກາດໄປໜ່ວຍງານການແພດລະດັບເທດສະບານເພື່ອສຶກສາຕໍ່ເພື່ອປັບປຸງທັກສະການແພດຂອງຂ້ອຍຕໍ່ໄປ ແລະ ກາຍເປັນແພດປະຈຳ. ມັນເປັນໂອກາດທີ່ຫາຍາກຫຼາຍ ແລະ ຂ້ອຍກໍ່ຫວງແຫນມັນ. ແຕ່ໃນລະຫວ່າງການຝຶກອົບຮົມ, ຂ້ອຍຕົກໃຈທີ່ພົບວ່າຕົວເອງຖືພາ. ການພົບວ່າຕົວເອງຖືພາເຮັດໃຫ້ຂ້ອຍຮູ້ສຶກສັບສົນ ແລະ ຂ້ອຍບໍ່ຄິດແທ້ໆວ່າມັນແມ່ນເວລາທີ່ຖືກຕ້ອງໃນການມີລູກ. ຂ້ອຍໄດ້ຜ່ານຫຼາຍສິ່ງຫຼາຍຢ່າງເພື່ອໃຫ້ໄດ້ໂອກາດນີ້, ຂ້ອຍບໍ່ສາມາດຍອມຖິ້ມມັນພຽງແຕ່ຍ້ອນມີລູກ ແລະ ທຳລາຍຄວາມຄາດຫວັງຂອງຕົວເອງ. ແຕ່ຕໍ່ມາຂ້ອຍກໍ່ຄິດເຖິງລູກ. ຂ້ອຍບໍ່ຕ້ອງການທຳແທ້ງ. ຕໍ່ມາ, ຍ້ອນຂ້ອຍຢືນເປັນເວລາດົນເພື່ອເຮັດການຜ່າຕັດ ແລະ ເຮັດວຽກຫຼາຍເກີນໄປ, ຂ້ອຍບໍ່ໄດ້ກິນເຂົ້າເພື່ອເຮັດການຜ່າຕັດທີ່ບໍ່ໄດ້ນັດໝາຍໄວ້, ຂ້ອຍລົງເອີຍດ້ວຍການຫຼຸລູກ. ແຕ່ຂ້ອຍບໍ່ເຄີຍຢຸດເຊົາການສະແຫວງຫາເພື່ອຊື່ສຽງ ແລະ ໂຊກລາບຂອງຂ້ອຍແມ່ນແຕ່ຊ່ວງເວລາໜຶ່ງ. ຂ້ອຍຕ້ອງການກັບໄປເຮັດວຽກຢູ່ໂຮງໝໍພາຍຫຼັງມື້ທີ່ໄດ້ເອົາເດັກໃນທ້ອງອອກ, ແຕ່ມື້ນັ້ນຮ່າງກາຍຂອງຂ້ອຍອ່ອນແອຫຼາຍ. ຂ້ອຍຮູ້ສຶກວ່າຮ່າງກາຍຂອງຕົນກຳລັງພັງທະລາຍລົງ. ທ້ອງຂອງຂ້ອຍກໍ່ເຈັບ ແລະ ແຂນຂາກໍ່ອ່ອນແຮງ. ສິ່ງທີ່ຂ້ອຍສາມາດເຮັດໄດ້ແມ່ນນອນລົງເທິງຕຽງ ແລະ ພັກຜ່ອນ. ແຕ່ຂ້ອຍບໍ່ໄດ້ກຳລັງຄິດເຖິງລູກທີ່ຫຼຸ ຫຼື ຈະເບິ່ງແຍງຮ່າງກາຍຂອງຂ້ອຍເອງແນວໃດ, ຂ້ອຍພຽງແຕ່ກັງວົນວ່າເວລາຮຽນຂອງຂ້ອຍຈະຊັກຊ້າ ແລະ ມັນອາດສົ່ງຜົນກະທົບຕໍ່ການຮຽນຈົບຂອງຂ້ອຍ. ມັນບໍ່ໄດ້ສູນເປົ່າທັງໝົດບໍ?

ຫຼັງຈາກເຮັດວຽກອິດເມື່ອຍມາອີກເຈັດປີ, ໃນທີ່ສຸດຂ້ອຍກໍ່ໄດ້ຮັບຕຳແໜ່ງເປັນແພດປະຈຳທີ່ຂ້ອຍໄດ້ຝັນເຖິງ. ຄົນເຈັບທີ່ຂ້ອຍເຫັນທຸກຄົນກໍ່ທັກທາຍຂ້ອຍເມື່ອພວກເຂົາເຫັນຂ້ອຍ ແລະ ເວົ້າກັບຄົນອ້ອມຂ້າງວ່າ “ດຣ. ຕຽນ ໄດ້ຜ່າຕັດຂ້ອຍ ແລະ ຊ່ວຍຊີວິດຂ້ອຍ”. ບາງຄົນໄປຢ້ຽມຢາມຂ້ອຍຢູ່ເຮືອນພ້ອມນຳເອົາອາຫານພື້ນເມືອງທຸກຊະນິດມາໃຫ້. ບາງຄົນກໍ່ເອົາຂອງຂວັນ ແລະ ບັດຊື້ເຄື່ອງໃຫ້ຂ້ອຍເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາ. ບາງຄັ້ງ, ຂ້ອຍກໍ່ຈະໄປກິນເຂົ້າຢູ່ຮ້ານອາຫານ ແລະ ເມື່ອພວກເຂົາເຫັນຂ້ອຍ, ພວກເຂົາຈະຈ່າຍຄ່າອາຫານໃຫ້ໂດຍທີ່ຂ້ອຍບໍ່ຮູ້. ເຖິງແມ່ນວ່າສິ່ງທັງໝົດນີ້ເຮັດໃຫ້ຜູ້ຄົນອິດສາ, ຄວາມສຸກຂອງຂ້ອຍກໍ່ພຽງຊົ່ວຄາວເທົ່ານັ້ນ. ບໍ່ມີໃຜຮູ້ຖິງຄວາມລຳບາກ ແລະ ຄວາມເຈັບປວດທີ່ຢູ່ເບື້ອງຫຼັງຄວາມສຸກຂອງຂ້ອຍ. ຂ້ອຍບໍ່ສາມາດເຮັດຜິດພາດໄດ້ແມ່ນແຕ່ໜ້ອຍເລີຍໃນການຜ່າຕັດ ຫຼື ຜົນທີ່ຕາມມາຈະຄິດບໍ່ເຖິງ ແລະ ຂ້ອຍກັງວົນຕະຫຼອດເວລາເຖິງການເຮັດຜິດພາດທີ່ຈະທຳລາຍຂ້ອຍ. ຂ້ອຍລະມັດລະວັງຫຼາຍ, ຄືກັບຍ່າງເທິງຄົມມີດ. ຂ້ອຍຢູ່ພາຍໃຕ້ຄວາມກົດດັນຫຼາຍເກີນໄປ ແລະ ຈິດໃຈຂອງຂ້ອຍບໍ່ສາມາດຮັບມັນໄດ້. ສຸຂະພາບຂອງຂ້ອຍໄດ້ທົນທຸກ ແລະ ນ້ຳໜັກຂອງຂ້ອຍຫຼຸດລົງປະມານ 90 ປອນ. ໂດຍການເຮັດວຽກເກີນຂອບເຂດເປັນເວລາດົນ, ສຸຂະພາບຂອງຂ້ອຍຊຸດໂຊມລົງຈົນຂ້ອຍທໍລະມານຈາກການນອນບໍ່ຫຼັບ, ເຈັບທ້ອງ ແລະ ຖົງບີອັກເສບ. ຂ້ອຍບໍ່ສາມາດກິນ, ຂ້ອຍບໍ່ສາມາດນອນຫຼັບໄດ້. ຂ້ອຍນອນນັບແກະໝົດຄືນ ແລະ ກິນຢານອນຫຼັບໄປເຖິງ 4 ເມັດ, ແຕ່ກໍ່ບໍ່ມີຜົນຫຍັງ. ໃນຕອນກາງເວັນ ຂ້ອຍຮູ້ສຶກມຶນງົງ ແລະ ບໍ່ມີແຮງ. ຂາຂອງຂ້ອຍຮູ້ສຶກຄືກັບວ່າພວກມັນຖືກເຮັດມາຈາກກົ່ວ. ມັນລຳບາກເຫຼືອທົນ. ຂ້ອຍອົດບໍ່ໄດ້ທີ່ຈະຍິ້ມຢ່າງຂົມຂື່ນ ແລະ ຄິດ: “ຂ້ອຍໄດ້ຮັບສະຖານະ ແລະ ການຍົກຍ້ອງຈາກຄົນອື່ນ, ແຕ່ຕອນນີ້ຂ້ອຍບໍ່ສາມາດແມ່ນແຕ່ນອນ ຫຼື ກິນຄືກັບຄົນປົກກະຕິໄດ້”. ຂ້ອຍຍັງຢາກຫຼີກເວັ້ນການເຮັດວຽກ, ຫຼີກເວັ້ນທຸກຢ່າງ ແລະ ພຽງແຕ່ນອນຫຼັບດີ, ແຕ່ນັ້ນກໍ່ເປັນພຽງຝັນລົມໆແລ້ງໆເທົ່ານັ້ນ. ສິ່ງທີ່ເຮັດໃຫ້ມັນຮ້າຍແຮງໄປກວ່ານັ້ນແມ່ນເມື່ອຂ້ອຍຕ້ອງການການດູແລ ແລະ ການເບິ່ງແຍງຫຼາຍທີ່ສຸດ, ສາມີຂອງຂ້ອຍອອກໄປດື່ມເຫຼົ້າ ແລະ ມີຄວາມສຸກ ແລະ ຂ້ອຍຕ້ອງທົນກັບຄວາມໂສກເສົ້າດ້ວຍຕົວເອງ. ຂ້ອຍຮູ້ສຶກເສົ້າໝອງ ແລະ ສິ້ນຫວັງໃນຄືນທີ່ສະຫງົບງຽບເຫຼົ່ານັ້ນ. ການນອນຫຼັບເປັນເລື່ອງຍາກ ແລະ ຂ້ອຍມັກຝັນເລື້ອຍໆວ່າຂ້ອຍກຳລັງຍ່າງໂຊເຊໃນຄວາມມືດ, ບໍ່ສາມາດເຫັນທິດທາງທີ່ຂ້ອຍມຸ່ງໜ້າໄປ ຫຼື ທາງກັບບ້ານ. ຂ້ອຍຮູ້ສຶກຢ້ານ ແລະ ຂ້ອຍດິ້ນລົນ. ຄັ້ງໜຶ່ງ, ຂ້ອຍຕື່ນຂຶ້ນມາ ແລ້ວເລີ່ມຮ້ອງໄຫ້ “ອ້າ!” ມີເຫື່ອຢູ່ເທິງໜ້າຜາກຂອງຂ້ອຍ. ຂ້ອຍເປີດໄຟ ແລະ ນັ່ງຢູ່ສົ້ນຕຽງ ແລະ ຄິດເຖິງຄວາມເຄົາລົບຈາກຄົນເຈັບ ແລະ ການສັນລະເສີນຈາກຄອບຄົວຂອງຂ້ອຍ, ແຕ່ນັ້ນບໍ່ໄດ້ຊ່ວຍບັນເທົາຄວາມເຈັບປວດເລີຍ. ຫວນຄິດເຖິງຄວາມພະຍາຍາມທີ່ຂ້ອຍໄດ້ທຸ້ມເທຕະຫຼອດເວລາຫຼາຍປີ, ຂ້ອຍສືບຕໍ່ຖາມໂຕເອງວ່າ: “ຂ້ອຍໄດ້ເຮັດວຽກໜັກມາເຄິ່ງຊີວິດເພື່ອກ້າວໄປຂ້າງໜ້າ ແຕ່ໃນທີ່ສຸດ, ນອກຈາກຊ່ວງເວລາແຫ່ງຄວາມຮຸ່ງເຮືອງອັນສັ້ນເຫຼົ່ານັ້ນ, ທັງໝົດທີ່ຂ້ອຍໄດ້ຮັບຄືຮ່າງກາຍທີ່ເຈັບປ່ວຍ, ສາມີທີ່ທໍລະຍົດ ແລະ ຄວາມທຸກທໍລະມານ ແລະ ຄວາມເຈັບປວດທີ່ບໍ່ຈົບສິ້ນ. ເປັນຫຍັງຄືເປັນແບບນັ້ນ? ບຸກຄົນໜຶ່ງຄວນດຳລົງຊີວິດແນວໃດເພື່ອໃຫ້ມີຊີວິດທີ່ມີຄວາມໝາຍ ແລະ ຄຸ້ມຄ່າ?” ຂ້ອຍຢາກຈະຫຼຸດພົ້ນຈາກຄວາມເຈັບປວດ. ຂ້ອຍໄປຫາໝໍດູດວງ, ຂ້ອຍໄດ້ຊອກຫາຄໍາຕອບຢູ່ໃນຄໍາເວົ້າຂອງຄົນທີ່ມີຊື່ສຽງ ແລະ ໄດ້ຄົ້ນຫາ “ພະລັງງານບວກ” ທີ່ຜູ້ຄົນສະແຫວງຫາຫຼາຍ. ຂ້ອຍໄດ້ຄໍາຕອບທາງອອນລາຍໃນພຸດທະສາສະໜາ, ແຕ່ບໍ່ມີຄໍາຕອບທີ່ພໍໃຈ ແລະ ພວກມັນບໍ່ໄດ້ແກ້ໄຂບັນຫາຂອງຂ້ອຍເລີຍ. ໃນເວລາທີ່ຄວາມເຈັບປ່ວຍຂອງຂ້ອຍກາຍເປັນຄວາມເຈັບປວດທີ່ເກີນຈະທົນໄດ້, ເມື່ອຂ້ອຍບໍ່ສາມາດເຫັນຄວາມຫວັງໃນຊີວິດ ຫຼື ພົບເສັ້ນທາງໄປຂ້າງໜ້າ, ພຣະຄຸນແຫ່ງການຊ່ວຍເຫຼືອຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ໄດ້ມາເຖິງຂ້ອຍ.

ຫຼັງຈາກພົບຄວາມເຊື່ອໃນພຣະເຈົ້າ, ຂ້ອຍກໍ່ພົບຄຳຕອບໃນພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າກ່າວວ່າ: “ຜູ້ຄົນຄິດວ່າ ຫຼັງຈາກທີ່ພວກເຂົາມີຊື່ສຽງ ແລະ ຜົນປະໂຫຍດ, ແລ້ວພວກເຂົາກໍໄດ້ຜົນປະໂຫຍດຈາກສິ່ງເຫຼົ່ານີ້ເພື່ອມີຄວາມສຸກກັບສະຖານະທີ່ສູງສົ່ງ ແລະ ຄວາມຮັ່ງມີທີ່ຍິ່ງໃຫຍ່ ແລະ ເພື່ອມີຄວາມສຸກກັບຊີວິດ. ພວກເຂົາຄິດວ່າຊື່ສຽງ ແລະ ຜົນປະໂຫຍດເປັນທຶນປະເພດໜຶ່ງທີ່ພວກເຂົາສາມາດນໍາໃຊ້ເພື່ອຮັບເອົາຊີວິດແຫ່ງການສະແຫວງຫາຄວາມສຸກ ແລະ ເພື່ອໝົກມຸ້ນຢູ່ກັບຄວາມສຸກຝ່າຍເນື້ອໜັງ. ເພື່ອເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້ ເຊິ່ງມະນຸດຊາດປາຖະໜາຫຼາຍ, ຜູ້ຄົນຈຶ່ງເຕັມໃຈທີ່ຈະມອບຮ່າງກາຍຂອງພວກເຂົາ, ຄວາມຄິດ, ທຸກສິ່ງທີ່ພວກເຂົາມີ, ອະນາຄົດຂອງພວກເຂົາ ແລະ ໂຊກຊະຕາຂອງພວກເຂົາໃຫ້ກັບຊາຕານ ເຖິງແມ່ນຈະບໍ່ຮູ້ຕົວກໍຕາມ. ພວກເຂົາເຮັດແບບນັ້ນໂດຍບໍ່ລັງເລແມ່ນແຕ່ວິນາທີດຽວເລີຍ, ເຖິງກັບບໍ່ຮູ້ຈັກຄວາມຕ້ອງການທີ່ຈະຟື້ນຟູທຸກສິ່ງທີ່ພວກເຂົາໄດ້ມອບໃຫ້. ຜູ້ຄົນສາມາດຄວບຄຸມຕົນເອງໄດ້ບໍ ຫຼັງຈາກທີ່ພວກເຂົາໄດ້ພາກັນລີ້ໄພຢູ່ກັບຊາຕານໃນລັກສະນະແບບນີ້ ແລະ ພາກັນຈົງຮັກພັກດີກັບມັນແບບນີ້? ບໍ່ໄດ້ແນ່ນອນ. ພວກເຂົາຖືກຄວບຄຸມໂດຍຊາຕານທັງສິ້ນ ແລະ ໂດຍສິ້ນເຊີງ. ພວກເຂົາຈົມລົງສູ່ບວກຕົມທັງສິ້ນ ແລະ ໂດຍສິ້ນເຊີງ ແລະ ບໍ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະໄດ້. ຫຼັງຈາກທີ່ບາງຄົນຈົມປັກຢູ່ກັບຊື່ສຽງ ແລະ ຜົນປະໂຫຍດ, ພວກເຂົາກໍຈະບໍ່ສະແຫວງສິ່ງທີ່ສົດໃສ, ສິ່ງທີ່ຊອບທຳ ຫຼື ທຸກສິ່ງທີ່ສວຍງາມ ແລະ ດີອີກຕໍ່ໄປ. ນີ້ເປັນຍ້ອນອຳນາດຈູງໃຈທີ່ຊື່ສຽງ ແລະ ຜົນປະໂຫຍດມີຕໍ່ຜູ້ຄົນແມ່ນມີຫຼາຍເກີນໄປ; ພວກມັນກາຍເປັນສິ່ງທີ່ຜູ້ຄົນໄດ້ສະແຫວງຫາຕະຫຼອດຊີວິດຂອງພວກເຂົາ ແລະ ເຖິງກັບຕະຫຼອດໄປເປັນນິດໂດຍບໍ່ມີຈຸດຈົບ. ນີ້ບໍ່ແມ່ນຄວາມຈິງບໍ?” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເຮັດໃຫ້ຫົວໃຈຂອງຂ້ອຍສົດໃສ. ຂ້ອຍຈື່ໄດ້ຕອນອອກໄປແຕ່ງກິນຢູ່ຂ້າງນອກກັບ ດຣ. ຫວັງ ຕອນທີ່ຂ້ອຍຕັ້ງໃຈວ່າຕາບໃດທີ່ຂ້ອຍມີສະຖານະ ແລະ ມີທັກສະດ້ານການແພດຂັ້ນສູງ, ແລ້ວຜູ້ຄົນກໍ່ຈະນັບຖືຂ້ອຍ ແລະ ຂ້ອຍຈະໄດ້ຮັບການປະຕິບັດເປັນພິເສດ ແລະ ຊີວິດກໍ່ຈະດຳເນີນໄປຢ່າງບໍ່ມີອຸປະສັກໃດໆ. ຂ້ອຍຍັງໄດ້ຍອມຮັບພິດຂອງຊາຕານ ເຊັ່ນ “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ”, “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ແລະ “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ”, ຫຼາຍຈົນການຕາມຫາຊື່ສຽງ ແລະ ໂຊກລາບກາຍເປັນການສະແຫວງຫາ ແລະ ເປົ້າໝາຍໃນຊີວິດ. ຂ້ອຍເຮັດວຽກໜັກຢ່າງຕໍ່ເນື່ອງເພື່ອພັດທະນາອາຊີບຂອງຂ້ອຍ. ພາຍຫຼັງທີ່ໄດ້ຮັບຄວາມເຄົາລົບ ແລະ ການສັນລະເສີນຈາກຄົນອ້ອມຂ້າງຂ້ອຍ, ຂ້ອຍຮູ້ສຶກໄດ້ເຖິງຄວາມສຳເລັດຢ່າງແທ້ຈິງ ເຊິ່ງເຮັດໃຫ້ຂ້ອຍສືບຕໍ່ຢູ່ບົນເສັ້ນທາງທີ່ຜິດໂດຍບໍ່ມີການຫຼຽວຫຼັງເລີຍ. ຂ້ອຍໃຊ້ເວລາຫຼາຍກວ່າ 10 ປີທີ່ດີທີ່ສຸດຂອງຂ້ອຍໃນການຕາມຫາຊື່ສຽງ ແລະ ໂຊກລາບ, ເສຍສະລະຄອບຄົວ ແລະ ລູກໃນທ້ອງຂອງຂ້ອຍ. ຂ້ອຍໄດ້ທຳລາຍສຸຂະພາບຂອງຕົວເອງ ແລະ ຖືກປະໄວ້ພ້ອມກັບຮ່າງກາຍທີ່ເຈັບປ່ວຍ. ມັນເປັນເລື່ອງໜ້າອັບອາຍທີ່ຫຼັງຈາການເສຍສະລະເຫຼົ່ານັ້ນ, ເມື່ອນັ້ນເອງຂ້ອຍຈຶ່ງຄິດໄດ້ວ່າ: “ຊື່ສຽງ ແລະ ໂຊກລາບມີປະໂຫຍດຫຍັງກັບຂ້ອຍ? ການໄລ່ຕາມມັນນຳເອົາຄວາມອິດເມື່ອຍ ແລະ ການທົນທຸກມາໃຫ້ຂ້ອຍ ແລະ ຫຼັງຈາກທີ່ໄດ້ຮັບມັນແລ້ວ, ຂ້ອຍກໍ່ຍັງທົນທຸກເກີນຄຳບັນຍາຍ. ເຫັນໄດ້ຊັດເຈນວ່າ ການໄລ່ຕາມຊື່ສຽງ ແລະ ໂຊກລາບແມ່ນເສັ້ນທາງທີ່ຜິດທັງສິ້ນ”. ໃນທີ່ສຸດ ຂ້ອຍກໍ່ເຂົ້າໃຈວ່າການຕໍ່ສູ້ເພື່ອໄລ່ຕາມຊື່ສຽງ ແລະ ໂຊກລາບແມ່ນກອງກຳລັງຊົ່ວຮ້າຍທີ່ພັນຮອບໂຕຜູ້ຄົນຄືກັບເຊືອກ ແລະ ເຮັດໃຫ້ພວກເຂົາຫາຍໃຈບໍ່ອອກ. ມັນຄ້າຍຄືກັບແອກທີ່ຊາຕານວາງໄວ້ເທິງຮ່າງກາຍຂອງຂ້ອຍທີ່ເຮັດໃຫ້ຂ້ອຍເຕັມໃຈທົນທຸກທໍລະມານ ແລະ ເສຍສະລະທຸກສິ່ງ. ໃນທີ່ສຸດ, ຊາຕານໄດ້ໃຫ້ຂ້ອຍຢູ່ບ່ອນທີ່ມັນຕ້ອງການຂ້ອຍ. ມັນເປັນຄືກັບທີ່ພຣະທຳຂອງພຣະເຈົ້າກ່າວວ່າ: “ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ໃນລັກສະນະນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຫັນວ່າຊາຕານໜ້າກຽດຊັງແທ້ໆ ແລະ ຂ້ອຍຂອບໃຈພຣະເຈົ້າຈາກກົ້ນບຶ້ງຂອງຫົວໃຈຂອງຂ້ອຍ. ໃນເວລາທີ່ຊາຕານໄດ້ຂັບໄລ່ຂ້ອຍໃຫ້ຈົນມຸມ, ພຣະເຈົ້າບໍ່ພຽງແຕ່ນັ່ງ ແລະ ເຝົ້າເບິ່ງ, ພຣະອົງໄດ້ຍື່ນມືແຫ່ງຄວາມລອດພົ້ນຂອງພຣະອົງອອກມາໃຫ້ຂ້ອຍ, ປອບໃຈຂ້ອຍດ້ວຍພຣະທຳຂອງພຣະອົງ, ໃຫ້ກຳລັງໃຈຂ້ອຍ ແລະ ຊ່ວຍໃຫ້ຂ້ອຍພົບທີ່ມາຂອງຄວາມເຈັບປວດຂອງຂ້ອຍ. ມີແຕ່ພຣະເຈົ້າທີ່ຮັກຜູ້ຄົນທີ່ສຸດ. ພຣະອົງກາຍເປັນເນື້ອໜັງເພື່ອສຳແດງຄວາມຈິງເພື່ອສອນໃຫ້ພວກເຮົາແຍກແຍະສິ່ງທີ່ດີຈາກສິ່ງທີ່ບໍ່ດີ ແລະ ສິ່ງທີ່ເປັນບວກຈາກສິ່ງທີ່ເປັນລົບ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດສືບຕໍ່ໄປໃນທາງທີ່ຜິດ, ໃຊ້ຊີວິດຂອງຂ້ອຍເພື່ອຊອກຫາຊື່ສຽງ ແລະ ຫາຜົນປະໂຫຍດ. ຂ້ອຍຄວນນະມັດສະການພຣະຜູ້ສ້າງ. ຫຼັງຈາກນັ້ນ, ຂ້ອຍໃຊ້ເວລາຫວ່າງຂອງຂ້ອຍຫຼາຍຂຶ້ນໃນການອ່ານພຣທຳຂອງພຣະເຈົ້າ ແລະ ສົນທະນາກັບອ້າຍເອື້ອຍນ້ອງຂອງຂ້ອຍເຖິງສິ່ງຕ່າງໆທີ່ຂ້ອຍບໍ່ເຂົ້າໃຈ ແລະ ພວກເຮົາກໍ່ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ກ່ອນທີ່ຂ້ອຍຮູ້ຕົວ, ຂ້ອຍເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄວາມເຂົ້າໃຈທີ່ດີຂຶ້ນໃນບາງສິ່ງ. ຈິດໃຈຂອງຂ້ອຍຜ່ອນຄາຍຫຼາຍຂຶ້ນ. ອາການນອນບໍ່ຫຼັບຂອງຂ້ອຍຄ່ອຍໆດີຂຶ້ນ ແລະ ອາການເຈັບທ້ອງ ແລະ ຖົງນ້ຳບີອັກເສບຂອງຂ້ອຍກໍ່ຫາຍໄປເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຂ້ອຍບໍ່ສາມາດບັນລຸໄດ້ໃນການຊອກຫາຊື່ສຽງ ແລະ ຜົນປະໂຫຍດ. ຂ້ອຍສຳຜັດໄດ້ເຖິງຄວາມສຸກແຫ່ງເສລີພາບທາງຝ່າຍວິນຍານຢ່າງແທ້ຈິງ.

ຕໍ່ມາ, ຂ້ອຍເຫັນເພື່ອຮ່ວມງານຂອງຂ້ອຍທຸກຄົນກຳເຮັດວຽກເພື່ອໃຫ້ໄດ້ຮັບການເລື່ອນຕຳແໜ່ງ ແລະ ຜູ້ທີ່ມີທັກສະດ້ານວິຊາການຕ່ຳກວ່າຂ້ອຍ, ເຊິ່ງບາງຄົນເຖິງກັບເປັນເພື່ອນຮ່ວມງານທີ່ຂ້ອຍຝຶກຝົນມາ, ທຸກຄົນໄດ້ກາຍເປັນຮອງສາສະດາຈານ. ຂ້ອຍຮູ້ສຶກສູນເສຍ. ຂ້ອຍຄິດວ່າຖ້າສຸຂະພາບຂອງຂ້ອຍບໍ່ໄດ້ຊຸດໂຊມລົງ ແລະ ເຮັດໃຫ້ຂ້ອຍກັບມາໄດ້ອີກໜຶ່ງທົດສະວັດ ຫຼື ປະມານນັ້ນ, ດ້ວຍທັກສະຄວາມຊ່ຽວຊານຂອງຂ້ອຍ, ຢ່າງໜ້ອຍຂ້ອຍກໍ່ສາມາດເປັນຮອງສາສະດາຈານໄດ້. ແຕ່ຄິດຫວນຄືນເຖິງວິທີທີ່ຂ້ອຍເຄີຍໄລ່ຕາມການເລື່ອນຕຳແໜ່ງ ແລະ ມີຮ່າງກາຍທີ່ເຈັບປ່ວຍ, ເຈັບປວດ ແລະ ທົນທຸກທໍລະມານ, ຂ້ອຍຮັບຮູ້ວ່າ ນີ້ແມ່ນໜຶ່ງໃນແຜນການທີ່ມີເລ່ຫຼ່ຽມຂອງຊາຕານ. ຊາຕານໃຊ້ຄວາມປາຖະໜາຂອງຂ້ອຍເພື່ອຊັກຈູງຂ້ອຍໃຫ້ກັບຄືນສູ່ວົງຈອນຂອງຊື່ສຽງ ແລະ ຜົນປະໂຫຍດ. ຖ້າຂ້ອຍເລີ່ມແລ່ນຕາມຊື່ສຽງ ແລະ ຜົນປະໂຫຍດອີກ, ຂ້ອຍອາດຈະເຖິງຂັ້ນເສຍຊີວິດໄດ້. ມັນຈະມີປະໂຫຍດຫຍັງ? ຂ້ອຍຄິດເຖິງບາງສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວ: “ຍ້ອນວ່າມະນຸດຈະໄດ້ຮັບປະໂຫຍດຫຍັງ, ຖ້າເຂົາຈະໄດ້ຮັບໂລກທັງໝົດ ແລະ ສູນເສຍຈິດວິນຍານຂອງເຂົາເອງ? ຫຼື ມະນຸດຈະແລກປ່ຽນຫຍັງກັບຈິດວິນຍານຂອງເຂົາ?” (ມັດທາຍ 16:26). ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ສໍາລັບບາງຄົນທີ່ເປັນຄົນທຳມະດາ ແລະ ຄົນທີ່ສະແຫວງຫາຄວາມຮັກສໍາລັບພຣະເຈົ້າ, ການເຂົ້າສູ່ອານາຈັກເພື່ອກາຍເປັນປະຊາຊົນຂອງພຣະເຈົ້າແມ່ນອະນາຄົດຢ່າງແທ້ຈິງຂອງພວກເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າພວກເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ໃນປັດຈຸບັນ ພວກເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງພວກເຈົ້າແມ່ນມີຄວາມໝາຍທີ່ສຸດ” (ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທຳຂອງພຣະອົງ. ບໍ່ວ່າສະຖານະຂອງຄົນໆໜຶ່ງຈະສູງສົ່ງພຽງໃດ ຫຼື ຊື່ສຽງຂອງພວກເຂົາຈະເປັນຫຍັງກໍ່ຕາມ, ການໄລ່ຕາມຊື່ສຽງ ແລະ ໂຊກລາບແມ່ນເສັ້ນທາງທີ່ຜິດ ແລະ ແມ່ນເສັ້ນທາງທີ່ນຳໄປສູ່ຄວາມຕາຍ. ພວກເຮົາບໍ່ສາມາດໄດ້ຮັບພອນ ຫຼື ການປົກປ້ອງຂອງພຣະເຈົ້າທີ່ລົງມາບົນເສັ້ນທາງນີ້ໄດ້. ມັນແມ່ນໂດຍການສະແຫວງຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງພວກເຮົາ, ກຳຈັດຄວາມເສື່ອມຊາມຂອງພວກເຮົາໂດຍການປະສົບກັບພາລະກິດຂອງພຣະເຈົ້າ ແລະ ພະຍາຍາມຮູ້ຈັກພຣະເຈົ້າ ພວກເຮົາຈຶ່ງສາມາດມີຊີວິດທີ່ມີຄວາມໝາຍ ແລະ ມີຄຸນຄ່າ ແລະ ໃນທີ່ສຸດກໍ່ໄດ້ຮັບພອນຂອງພຣະເຈົ້າ. ນີ້ແມ່ນອະນາຄົດທີ່ແທ້ຈິງທີ່ຄົນໆໜຶ່ງຄວນມີ. ຖ້າຂ້ອຍພະຍາຍາມຕອບສະໜອງຜົນປະໂຫຍດຂອງເນື້ອໜັງຕໍ່ໄປ, ພຣະເຈົ້າບໍ່ພຽງແຕ່ຈະບໍ່ອວຍພອນຂ້ອຍ, ພຣະອົງຈະກຽດຊັງຂ້ອຍແທ້ໆ. ນີ້ແມ່ນຕົວຢ່າງຊີວິດຈິງຂອງຄົນທີ່ຂ້ອຍຮູ້ຈັກ: ລູກສາວຫົວໜ້າຂອງຂ້ອຍຮຽນຈົບຈາກວິທະຍາໄລ ແລະ ມີອາຊີບການງານທີ່ດີຢູ່ຕ່າງປະເທດ. ແຕ່ຫຼາຍປີຫຼັງຈາກການແຂ່ງຂັນທີ່ດຸເດືອດ ແລະ ຖືກກົດດັນຫຼາຍເກີນໄປ, ລາວຮູ້ສຶກຫົດຫູ່ໃຈ ແລະ ກະໂດດຕຶກຂ້າໂຕຕາຍ. ມີລູກຊາຍຂອງໝູ່ຂ້ອຍ ທີ່ກາຍເປັນຜູ້ບໍລິຫານແຕ່ອາຍຸຍັງນ້ອຍ ແລະ ປະສົບຜົນສຳເລັດ, ໄດ້ເປັນພະຍາດຕັບແຂງຈາການກິນດື່ມເພື່ອເຂົ້າສັງຄົມຫຼາຍເກີນໄປ. ຫຼັງຈາກນັ້ນ ບໍ່ຮອດຫົກເດືອນລາວກໍ່ຕາຍ ແລະ ຜົມຂອງໝູ່ຂ້ອຍກາຍເປັນສີເທົາໃນເວລາຂ້າມຄືນຈາກຄວາມເຈັບປວດທີ່ມັນເກີດຂຶ້ນ. ຂ້ອຍຫວນຄິດໄດ້ວ່າຄັ້ງໜຶ່ງເຄີຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ຜູ້ຄົນຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຊື່ສຽງ ແລະ ຜົນປະໂຫຍດບໍ່ສາມາດກຳຈັດຄວາມທຸກທໍລະມານຈາກຜູ້ຄົນໄດ້ ແລະ ບໍ່ສາມາດຊ່ວຍຊີວິດພວກເຂົາໄດ້. ພວກມັນເຮັດໄດ້ພຽງລໍ້ໃຫ້ຜູ້ຄົນກັບເຂົ້າສູ່ເຫວເລິກແຫ່ງຄວາມຕາຍ ຫຼັງຈາກຄວາມສຸກບາງຢ່າງທີ່ແສນສັ້ນ. ເມື່ອເຂົ້າໃຈເລື່ອງນີ້, ຂ້ອຍກໍ່ບໍ່ຖືກລົບກວນ ຫຼື ໄດ້ຮັບຜົນກະທົບຈາກຄົນອ້ອມຂ້າງອີກຕໍ່ໄປ. ຂ້ອຍເຕັມໃຈທີ່ຈະໃຊ້ເວລາຫວ່າງທີ່ຈຳກັດຂອງຂ້ອຍໃນການສະແຫວງຫາຄວາມຈິງ ແລະ ຮູ້ຈັກພຣະເຈົ້າ, ດຳລົງຊີວິດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃນເຮືອນຂອງພຣະເຈົ້າ.

ມື້ໜຶ່ງ, ຂ້ອຍໄດ້ຮັບສາຍໂທເຂົ້າຈາກອຳນວຍການໂຮງໝໍອື່ນ. ລາວເວົ້າວ່າ, “ຕອນນີ້ເຈົ້າເຂົ້າບຳນານແລ້ວ, ສະນັ້ນພວກເຮົາຈຶ່ງກໍາລັງວາງແຜນຈັດງານລ້ຽງສໍາລັບເຈົ້າເພື່ອສະເຫຼີມສະຫຼອງ ແລະ ພວກເຮົາສາມາດສົນທະນາກ່ຽວກັບການຮ່ວມມືທີ່ພວກເຮົາເຄີຍເວົ້າກັນມາກ່ອນ. ພວກເຮົາຢາກແຂວນໃບປະກອບວິຊາຊີບແພດປະຈຳຂອງເຈົ້າໃນໂຮງໝໍຂອງພວກເຮົາເມື່ອດຶງດູດຄົນເຈັບເກົ່າຂອງເຈົ້າ. ເຈົ້າຍັງສາມາດເຮັດວຽກໃຫ້ພວກເຮົາ ຫຼື ເຈົ້າສາມາດກາຍເປັນຜູ້ຖືຫຸ້ນໄດ້. ມັນກໍ່ແລ້ວແຕ່ເຈົ້າ”. ເມື່ອຂ້ອຍໄດ້ຍິນດັ່ງນີ້, ຂ້ອຍອົດຄິດບໍ່ໄດ້ວ່າ “ຂ້ອຍໃຊ້ເວລາເກືອບໝົດຊີວິດເພື່ອໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ ແລະ ຂ້ອຍໄດ້ຫຍັງຈາກມັນ? ຂ້ອຍຈະໃຊ້ທັງຊີວິດຈົມຢູ່ກັບຊື່ສຽງ ແລະ ຜົນປະໂຫຍດແທ້ບໍ? ມັນບໍ່ງ່າຍເລີຍທີ່ຈະກຳຈັດຄວາມເຈັບປວດຈາກການໄລ່ຕາມຊື່ສຽງ ແລະ ໂຊກລາບ. ຂ້ອຍບໍ່ຈຳເປັນຕ້ອງນັບແກະຕອນການຄືນອີກແລ້ວ ຫຼື ໃຊ້ຊີວິດຢ່າງກັງວົນ ແລະ ຢ້ານໄປໝົດມື້. ຂ້ອຍໄດ້ຊີມລົດຄວາມສະຫງົບໃນຈິດໃຈທີ່ການເຊື່ອໃນພຣະເຈົ້າ ແລະ ການເຂົ້າໃຈຄວາມຈິງໄດ້ນໍາມາສູ່ຂ້ອຍ. ຂ້ອຍຄວນຍຶດຕິດກັບຄວາມສຸກນີ້ໄວ້ດີກວ່າ. ນອກຈາກນັ້ນ, ເຖິງແມ່ນວ່າຂ້ອຍພຽງແຕ່ຕ້ອງແຂວນໃບອະນຸຍາດຢູ່ໂຮງໝໍ, ຖ້າມີບັນຫາ ຂ້ອຍຍັງຕ້ອງເຂົ້າມາ ແລະ ນັ້ນຈະບໍ່ແຊກແຊງການປະຕິບັດໜ້າທີ່ຂອງຂ້ອຍບໍ?” ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ້າຈໍາເປັນຕ້ອງຖະໜອມທຸກສິ່ງທີ່ພວກເຈົ້າມີໃນມື້ນີ້ ແລະ ເຫັນຄຸນຄ່າໃນທຸກນາທີທີ່ຜ່ານໄປ. ເຈົ້າຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າເພື່ອໃຫ້ຕົວຂອງເຈົ້າເອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ເພື່ອວ່າເຈົ້າຈະບໍ່ໄດ້ໃຊ້ຊີວິດນີ້ຢ່າງສູນເປົ່າ” (ຄັດຈາກບົດ “ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍໂຊກດີຫຼາຍທີ່ໄດ້ມີໂອກາດທີ່ຫາໄດ້ຍາກໃນການຄົ້ນຫາພຣະເຈົ້າ. ແມ່ນພຣະເຈົ້າທີ່ເຮັດໃຫ້ຂ້ອຍເຂົ້າໃຈຄວາມໝາຍຂອງຊີວິດ ແລະ ນຳເອົາຂ້ອຍອອກຈາກເຫວເລິກແຫ່ງຄວາມເຈັບປວດ. ຂ້ອຍຈະກັບໄປຫາອ້ອມກອດຂອງຊາຕານອີກໄດ້ແນວໃດ? ພາລະກິດຂອງພຣະເຈົ້າເກືອບຈະສິ້ນສຸດລົງແລ້ວ ແລະ ຂ້ອຍຍັງບໍ່ທັນໄດ້ຮັບຄວາມຈິງເທື່ອ. ຂ້ອຍຕ້ອງທະນຸຖະໜອມທຸກມື້ ແລະ ສະແຫວງຫາຄວາມຈິງໃນເວລາທີ່ຈຳກັດຂອງຂ້ອຍ. ນັ້ນຄືຊີວິດທີ່ສວຍງາມແທ້! ເມື່ອເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍໄດ້ປະຕິເສດຂໍ້ສະເໜີຂອງອຳນວຍການ. ໃນຕອນທີ່ຂ້ານອຍວາງໂທລະສັບລົງ, ຂ້ອຍຮູ້ສຶກເປັນອິດສະລະຫຼາຍກວ່າທີ່ຂ້ອຍເຄີຍເປັນມາກ່ອນ. ຂ້ອຍອົດບໍ່ໄດ້ທີ່ຈະເວົ້າວ່າ “ຂ້ອຍຄວນໄດ້ຢຸດໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດແຕ່ດົນແລ້ວ”. ໂຮງໝໍອື່ນລົມກັບຂ້ອຍເລື່ອງການເຮັດວຽກຮ່ວມກັນ ແລະ ຂ້ອຍກໍ່ປະຕິເສດພວກເຂົາທັງໝົດ. ຕອນນີ້, ຂ້ອຍທຸ້ມເທໃຫ້ກັບການປະຕິບັດໜ້າທີ່ຂອງຕົນ. ຂ້ອຍຮູ້ສຶກສະບາຍໃຈຫຼາຍ ແລະ ພໍໃຈທຸກໆມື້. ນີ້ແມ່ນບາງສິ່ງທີ່ບໍ່ມີຄວາມສຸກທາງວັດຖຸ ຫຼື ຊື່ສຽງ ຫຼື ສະຖານະໃດສາມາດນຳມາໄດ້. ຂ້ອຍຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ໄດ້ຊ່ວຍຂ້ອຍໃຫ້ລອດພົ້ນ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພອນທີ່ມາຈາກການເຈັບປ່ວຍ

ໂດຍ ສຽວ ລານ, ປະເທດຈີນໃນປີ 2014, ພັກຄອມມູນິດໄດ້ເລີ່ມເຮັດໃຫ້ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແປດເປື້ອນດ້ວຍຄະດີຂອງ ເຈົາຍວນ ໃນວັນທີ 28...

ມື້ແລ້ວມື້ເລົ່າໃນຄຸກຂອງພັກກອມມູນິດຈີນ

ໂດຍ ຢາງຢີ່, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ....

ວິທີການເບິ່ງໜ້າທີ່ຂອງເຈົ້າ

ໂດຍ ຈົງເຊີງ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ...

Leave a Reply