ປະສົບການຂອງຊາວຄຣິດຄົນມຽນມ້າໃນນະຮົກຫຼັງຈາກທີ່ເສຍຊີວິດ

02 ເດືອນເມສາ 2023

ໂດຍ ດານີ, ປະເທດມຽນມາ

ຂ້ອຍສົນໃຈໃນສາສະໜາຄຣິດ ເມື່ອຂ້ອຍຍັງນ້ອຍ, ແຕ່ຍ້ອນຄອບຄົວຂອງຂ້ອຍເປັນຊາວພຸດ, ຂ້ອຍຈຶ່ງບໍ່ໄດ້ກາຍມາເປັນຊາວຄຣິດ. ຂ້ອຍໄດ້ຍິນກ່ຽວກັບນະຮົກໃນຕອນນັ້ນ, ແຕ່ຂ້ອຍບໍ່ໄດ້ເຊື່ອໃນມັນແທ້ໆ.

ໃນເດືອນເມສາ 2022, ໝູ່ຄົນໜຶ່ງໄດ້ຊວນໃຫ້ຂ້ອຍເຂົ້າຮ່ວມການເຕົ້າໂຮມອອນລາຍ, ເຊິ່ງເປັນຄັ້ງທຳອິດທີ່ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍຮູ້ສຶກວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທີ່ພຣະຜູ້ສ້າງໃນສະຫວັນກ່າວກັບມະນຸດຊາດ. ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້ໃນອອນລາຍຫຼັງຈາກນັ້ນ. ຂ້ອຍໄດ້ຮຽນຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ແຕ່ຍ້ອນຄອບຄົວຂອງຂ້ອຍຂວາງທາງ ແລະ ຍັງເປັນເພາະຂ້ອຍຍຶດຕິດກັບສິ່ງຕ່າງໆທາງໂລກ, ຂ້ອຍຈຶ່ງບໍ່ໄດ້ເຂົ້າຮ່ວມການເຕົ້າໂຮມຢ່າງເປັນປະຈຳ ແລະ ຂ້ອຍເຖິງກັບອອກຈາກກຸ່ມເຕົ້າໂຮມຂອງຂ້ອຍຊົ່ວໄລຍະໜຶ່ງ.

ຫຼັງຈາກນັ້ນໃນປະມານ 9:30 ເຊົ້າ ໃນວັນທີ 3 ກຸມພາ 2023, ຂ້ອຍເມື່ອຍພໍສົມຄວນຫຼັງຈາກການເຕົ້າໂຮມ, ສະນັ້ນຂ້ອຍຈຶ່ງນອນພັກຜ່ອນ. ຕໍ່ມານ້ອງຊາຍຂອງຂ້ອຍໄດ້ບອກຂ້ອຍວ່າ ຄອບຄົວຂອງຂ້ອຍບໍ່ສາມາດປຸກຂ້ອຍໃຫ້ຕື່ນໄດ້ຈາກການນອນພັກ ບໍ່ວ່າພວກເຂົາຈະພະຍາຍາມສໍ່າໃດກໍຕາມ, ສະນັ້ນພວກເຂົາຈຶ່ງຟ້າວເອົາຂ້ອຍໄປໂຮງໝໍສຳລັບການປິ່ນປົວສຸກເສີນ. ທ່ານໝໍໄດ້ກວດສຸຂະພາບຂ້ອຍ ແລະ ເວົ້າວ່າຂ້ອຍເຊົາຫາຍໃຈແລ້ວ, ສະນັ້ນລາວຈຶ່ງອອກໃບຢັ້ງຢືນການເສຍຊີວິດ. ຄອບຄົວຂອງຂ້ອຍບໍ່ມີທາງເລືອກ ນອກຈາກພາຂ້ອຍກັບເມືອເຮືອນ. ພວກເຂົາແຈ້ງໃຫ້ຍາດພີ່ນ້ອງ ແລະ ເພື່ອນບ້ານຂອງພວກເຮົາ ແລະ ກະກຽມທີ່ຈະຈັດງານສົບ ແລະ ຝັງຂ້ອຍສາມມື້ໃນພາຍຫຼັງ.

ຂ້ອຍບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນໃນເຮືອນຂອງພວກເຮົາໃນຕອນນັ້ນ. ສິ່ງດຽວທີ່ຂ້ອຍຮູ້ກໍຄືຂ້ອຍໄປໂລກອີກໃບໜຶ່ງ. ຂ້ອຍກຳລັງສວມໃສ່ເສື້ອຄຸມສີຂາວ, ຍ່າງຄົນດຽວຕາມເສັ້ນທາງນ້ອຍໆທີ່ບໍ່ມີໄຟ ແລະ ມີຄວັນ. ຂ້ອຍບໍ່ສາມາດເຫັນທ້ອງຟ້າ ຫຼື ສິ່ງທີ່ຢູ່ຕໍ່ໜ້າຂ້ອຍ. ເສັ້ນທາງເປັນເສັ້ນລົງເຂົາ, ບໍ່ລຽບ, ເຕັມໄປດ້ວຍຂຸມ, ບໍ່ແປນ ແລະ ຄົດຄ້ຽວ. ໃນທັງສອງດ້ານ, ຂ້ອຍພຽງແຕ່ເບິ່ງເຫັນພືດແປກປະຫຼາດທຸກປະເພດທີ່ຂ້ອຍບໍ່ເຄີຍເຫັນມາກ່ອນ ເຊິ່ງປົກຄຸມດ້ວຍໜາມ. ຂ້ອຍຍັງສາມາດໄດ້ຍິນສຽງຮ້ອງຂອງສັດຢູ່ທົ່ວທຸກຫົນແຫ່ງ... ຂ້ອຍກຳລັງຍ່າງຕີນເປົ່າຕາມເສັ້ນທາງ ແລະ ມັນແທງເຂົ້າໄປໃນຕີນຂອງຂ້ອຍ. ທົ່ວຮ່າງກາຍຂອງຂ້ອຍກຳລັງເຜົາໄໝ້ດ້ວຍຄວາມຮ້ອນ ແລະ ຂ້ອຍເກືອບຫາຍໃຈບໍ່ອອກ. ຂ້ອຍຍ່າງໄປຍ່າງມາ, ແລ້ວກໍມາພົບກັບມານຮ້າຍທີ່ນຸ່ງເຄື່ອງສີດຳ. ມັນດຳຕັ້ງແຕ່ຫົວຈົນຮອດນິ້ວຕີນ, ຂ້ອຍບໍ່ສາມາດເຫັນໃບໜ້າ ຫຼື ຕີນຂອງມັນ. ມັນເວົ້າວ່າ “ມາກັບຂ້ອຍ!” ສຽງຂອງມັນເປັນຕາຢ້ານແທ້ໆ. ດ້ວຍຄວາມຢ້ານກົວ, ຂ້ອຍດີ້ນຮົນເພື່ອທີ່ຈະເວົ້າວ່າ “ເຈົ້າກຳລັງພາຂ້ອຍໄປໃສ? ຂ້ອຍບໍ່ເຄີຍໄປມາກ່ອນ, ຂ້ອຍຈະບໍ່ໄປ. ຂ້ອຍຕ້ອງການເມືອເຮືອນ”. ຂ້ອຍຕ້ອງການແລ່ນໜີ. ໃນຕອນນັ້ນເອງ, ມານຮ້າຍສີ່ ຫຼື ຫ້າໂຕທີ່ສວມໃສ່ເສື້ອຄຸມສີຟ້າດຳກໍລອຍຂຶ້ນມາ, ຈັບເອົາຂ້ອຍ ແລະ ເວົ້າວ່າ “ເຈົ້າຕາຍແລ້ວ, ເຈົ້າບໍ່ສາມາດກັບໄປໄດ້. ເຈົ້າເຮັດບາບຫຼາຍ ແລະ ເຈົ້າຕ້ອງຖືກລົງໂທດສຳລັບຄວາມຜິດບາບທີ່ເຈົ້າເຮັດໃນລະຫວ່າງທີ່ເຈົ້າມີຊີວິດຢູ່”.

ຫຼັງຈາກນັ້ນພວກເຂົາກໍພາຂ້ອຍໄປໜ້າປະຕູໃຫຍ່ໆ ເຊິ່ງເປັນບ່ອນທີ່ຂ້ອຍເຫັນມານຮ້າຍຫຼາຍໂຕກຳລັງຢືນເຝົ້າຍາມຢູ່. ພວກເຂົາສູງ, ມີຕາ ແລະ ຫູທີ່ໃຫຍ່ ແລະ ບາງໂຕກໍມີແຂ້ວແຫຼມຊີ້ອອກມາ, ເຮັດໃຫ້ເຫັນຮູບຮ່າງລັກສະນະທີ່ເປັນຕາຕົກໃຈ. ພວກເຂົາຈັບອາວຸດ ແລະ ບໍ່ໄດ້ສວມໃສ່ເສື້ອຜ້າຈາກແອວຂຶ້ນໄປ, ສວມໃສ່ສ້ອຍຄໍທີ່ສ້າງມາຈາກກະດູກ ແລະ ກະໂຫຼກຂອງຄົນຕາຍຫ້ອຍຈາກຮ່າງກາຍຂອງພວກເຂົາ. ພວກເຂົາເຕັມໄປດ້ວຍຮອຍບາດ. ຂ້ອຍໄດ້ຍິນສຽງຮ້ອງທີ່ເຈັບປວດຫຼາຍທັນທີທີ່ຜູ້ຮັກສາປະຕູໄດ້ເປີດປະຕູອອກ. ໃນບ່ອນທີ່ໃກ້ ແລະ ຫ່າງໄກອອກໄປ, ສະຖານທີ່ນັ້ນເຕັມໄປດ້ວຍສຽງຄວາມດີ້ນຮົນຈາກຄວາມເຈັບປວດທີ່ໂຫດຮ້າຍ. ມັນກຳລັງເຜົາໄໝ້ດ້ວຍຄວາມຮ້ອນຢູ່ບ່ອນນັ້ນ, ຮ້ອນເຜົາຜານ. ຂ້ອຍຢ້ານແທ້ໆ ແລະ ຖາມມານຮ້າຍວ່າ “ຂ້ອຍເຮັດຫຍັງຜິດ? ຂ້ອຍບໍ່ຄວນຢູ່ບ່ອນນີ້”. ພວກເຂົາສະແດງໃຫ້ຂ້ອຍເຫັນຄວາມຜິດບາບທຸກຢ່າງທີ່ຂ້ອຍເຮັດຕະຫຼອດຊີວິດຂອງຂ້ອຍເທື່ອລະຢ່າງ, ມື້ໃດ, ຊົ່ວໂມງໃດ ແລະ ແມ່ນແຕ່ນາທີ ແລະ ວິນາທີໃດທີ່ຂ້ອຍເຮັດສິ່ງເຫຼົ່ານັ້ນ. ແມ່ນແຕ່ຄຳເວົ້າຕົວະທີ່ຂ້ອຍຄິດວ່າມັນບໍ່ມີຫຍັງກໍຖືກບັນທຶກຢູ່ບ່ອນນີ້ຢ່າງສົມບູນຊັດເຈນ. ນີ້ແມ່ນບາງຕົວຢ່າງ. ໃນວັນທີ 5 ກັນຍາ 2022, ອ້າຍເອື້ອຍນ້ອງໄດ້ໂທມາເພື່ອເຊີນຊວນໃຫ້ຂ້ອຍເຂົ້າຮ່ວມການເຕົ້າໂຮມ, ແຕ່ຂ້ອຍຮູ້ສຶກຜິດຫວັງຈາກຄວາມກົດດັນທາງຄອບຄົວ ແລະ ບໍ່ໄດ້ເຂົ້າຮ່ວມ. ໃນວັນທີ 10 ກັນຍາ 2022, ຂ້ອຍຂາດການເຕົ້າໂຮມ ແລະ ບໍ່ໄດ້ຕອບຮັບສາຍໂທຂອງອ້າຍເອື້ອຍນ້ອງ, ບໍ່ຕ້ອງການທີ່ຈະພົບກັບພວກເຂົາ. ໃນວັນທີ 5 ຕຸລາ 2022, ຂ້ອຍໄດ້ອອກຈາກກຸ່ມເຕົ້າໂຮມທັງໝົດ ແລະ ຕັດຂາດຄວາມສຳພັນກັບສະມາຊິກຄົນອື່ນໆໃນຄຣິສຕະຈັກ. ໃນວັນທີ 6 ຕຸລາ 2022, ຂ້ອຍໄດ້ຍ່າງໜີຈາກພຣະເຈົ້າເພື່ອເຫັນແກ່ກະແສທາງໂລກ ແລະ ການມີຄວາມມ່ວນຊື່ນ. ຂ້ອຍຕົກຕະລຶງ. ການໄດ້ເຫັນວ່າຂ້ອຍເຮັດບາບຫຼາຍສໍ່າກໍເຮັດໃຫ້ຂ້ອຍຢ້ານແທ້ໆ.

ຫຼັງຈາກນັ້ນ, ມານຮ້າຍທີ່ສວມໃສ່ຊຸດດຳກໍພາຂ້ອຍໄປບ່ອນໃດໜຶ່ງ ທີ່ປ້າຍເຮັດຈາກໄມ້, ເຊິ່ງລະບຸວ່ານີ້ແມ່ນບ່ອນທີ່ຄົນສໍ້ໂກງ, ຄົນຕັດສິນ ຫຼື ໝິ່ນປະໝາດພຣະເຈົ້າຈະຖືກລົງໂທດ. ນີ້ແມ່ນບ່ອນທີ່ຂ້ອຍເຫັນການລົງໂທດທີ່ຮຸນແຮງທີ່ສຸດ. ການລົງໂທດປະເພດທຳອິດກໍຄື ການໃຫ້ແມງໄມ້ຂຸດອອກຈາກພາຍໃນປາກ ແລະ ຜິວໜັງຂອງຄົນທີ່ກຳລັງຖືກລົງໂທດ ແລະ ກັດກິນພວກເຂົາ, ເພື່ອວ່າແມງໄມ້ຈະກັດຂົບພວກເຂົາທົ່ວໝົດ, ມັນເປັນຕາຢ້ານແທ້ໆ. ໃນປະເພດທີສອງ, ຄົນທີ່ຖືກລົງໂທດແມ່ນເປືອຍກາຍຢູ່ ແລະ ພວກເຂົາຖືກພາໄປຫາກະດານຍາວໆເທື່ອລະຄົນ, ເຊິ່ງເປັນບ່ອນທີ່ 10 ຄົນຖືກລົງໂທດພ້ອມກັນ. ພວກເຂົາຕ້ອງຄຸເຂົ່າລົງ, ມືຂອງພວກເຂົາຖືກມັດຢູ່ດ້ານຫຼັງຂອງພວກເຂົາ ແລະ ຄາງຂອງພວກເຂົາຖືກວາງໃສ່ກະດານ. ພວກເຂົາມີເຊືອກຮັດຄໍຂອງພວກເຂົາ ແລະ ເມື່ອເຊືອກຖືກດຶງກັບຫຼັງ, ລີ້ນຂອງພວກເຂົາກໍໂພ່ອອກ. ຈາກອີກສົ້ນໜຶ່ງຂອງກະດານ, ມານຮ້າຍທີ່ມີເຂົາຢູ່ຫົວຂອງມັນກໍເອົາຂໍເກາະລາກຜ່ານລີ້ນຂອງພວກເຂົາ, ແລ້ວໃຊ້ແຮງກະຊາກດຶງອອກມາ; ບາງຄົນກໍຖືກດຶງລີ້ນຂອງພວກເຂົາຈົນມັນຍາວອອກສອງເທົ່າ. ຫຼັງຈາກນັ້ນມານຮ້າຍກໍໃຊ້ຕະປູທີ່ຍາວສໍ່າກັບປາກກາເພື່ອຕອກລີ້ນໃສ່ກະດານ, ເຊິ່ງມີໄຟທີ່ເຜົາໄໝ້ຢູ່ກ້ອງມັນ. ມານຮ້າຍໂຕນັ້ນຍັງເທນໍ້າຕົ້ມຮ້ອນທີ່ມີແປວໄຟໃສ່ລີ້ນຢ່າງບໍ່ຢຸດເຊົາ. ນໍ້າທີ່ມີແປວໄຟນີ້ແມ່ນນໍາມາຈາກສະນໍ້າທີ່ຢູ່ຫ່າງໄກ ແລະ ມອບໃຫ້ມານຮ້າຍທັງໝົດຢ່າງຕໍ່ເນື່ອງ. ເມື່ອມັນຖືກເທໃສ່ລີ້ນຂອງຄົນໃດໜຶ່ງ, ລີ້ນນັ້ນກໍຖືກທຳລາຍຢ່າງສົມບູນ. ລູກຕາຂອງບາງຄົນເຖິງກັບລົ່ນອອກມາ. ຫຼັງຈາກນັ້ນ, ມານຮ້າຍກໍເທນໍ້າທີ່ມີແປວໄຟໃສ່ທົ່ວຮ່າງກາຍຂອງພວກເຂົາ, ສະນັ້ນພວກເຂົາຈຶ່ງຖືກທຳລາຍທັງໝົດ. ຄົນທີ່ກຳລັງຖືກລົງໂທດກໍຮ້ອງໄຫ້ດ້ວຍຄວາມເຈັບປວດຈົນພວກເຂົາຕາຍ. ມັນເປັນພາບທີ່ເປັນຕາຢ້ານ. ບາງຄົນບໍ່ສາມາດທົນກັບມັນໄດ້ ແລະ ຕາຍໃນເວລາຕໍ່ມາ, ແຕ່ຖ້າພວກເຂົາຍັງຈຳເປັນຕ້ອງໄດ້ຮັບການລົງໂທດສຳລັບຄວາມຜິດບາບອີກ, ພວກເຂົາກໍຈະຖືກນໍາກັບມາມີຊີວິດເພື່ອໃຫ້ຖືກລົງໂທດຕໍ່. ຖ້າພວກເຂົາຍັງບໍ່ຕາຍ ເມື່ອການລົງໂທດຂອງພວກເຂົາສິ້ນສຸດລົງ, ແມງໄມ້ຈະອອກມາຈາກຮ່າງກາຍຂອງພວກເຂົາ ແລະ ກັດກິນພວກເຂົາ, ແລ້ວພວກເຂົາຈະກັບມາມີຊີວິດ ແລະ ຖືກລົງໂທດໃນອີກວິທີໜຶ່ງ.

ການລົງໂທດປະເພດທີສາມຄືການຖືກໂຍນລົງສູ່ສະນໍ້າທີ່ມີແປວໄຟ. ຂ້ອຍໄດ້ເຫັນແຜ່ນເຫຼັກມົນຂະໜາດໃຫຍ່ ທີ່ຮັດຕິດໄປດ້ວຍເຊືອກສີ່ສາຍ. ໜຶ່ງ ຫຼື ສອງຮ້ອຍຄົນ ມາຈາກບ່ອນລົງໂທດອີກແຫ່ງພຽງແຕ່ສອງສາມວິນາທີ, ປາກົດຢູ່ເທິງແຜ່ນນັ້ນ. ພວກເຂົາຄຸເຂົ່າເທິງແຜ່ນຮ້ອນທີ່ເຜົາໄໝ້ ໂດຍບໍ່ໄດ້ສວມໃສ່ເສື້ອຜ້າ ໃນຂະນະທີ່ເຊືອກໜາມໃນພວກມັນຮັດໃສ່ມື ແລະ ຮ່າງກາຍຊ່ວງເທິງຂອງພວກເຂົາໂດຍອັດຕະໂນມັດ. ຄົນເຫຼົ່ານີ້ມາຈາກສາສະໜາ ແລະ ຊາຕິພັນທີ່ແຕກຕ່າງກັນ. ບາງຄົນບໍ່ໄດ້ເຊື່ອໃນພຣະເຈົ້າ, ໃນຂະນະທີ່ບາງຄົນເປັນຊາວຄຣິດ ຫຼື ຊາວພຸດ. ພວກເຂົາກຳລັງຖືກລົງໂທດ ເພາະພວກເຂົາບໍ່ໄດ້ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ໝິ່ນປະໝາດ ແລະ ຕັດສິນພຣະເຈົ້າ. ເຖິງແມ່ນວ່າພວກເຂົາບາງຄົນໄດ້ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ, ຄວາມເຊື່ອຂອງພວກເຂົາແມ່ນພຽງແຕ່ຜິວເຜີນ, ພໍເປັນພິທີ ແລະ ຫຼອກລວງຕໍ່ພຣະເຈົ້າ. ຄົນປະເພດນັ້ນຍັງຖືກລົງໂທດໂດຍພຣະເຈົ້າອີກດ້ວຍ. ພວກເຂົາທຸກຄົນຮ້ອງຫາພຣະເຈົ້າດ້ວຍຄວາມເຊື່ອຂອງພວກເຂົາ. ບາງຄົນເອີ້ນຫາພຣະເຈົ້າອົງນີ້, ບາງຄົນກໍເອີ້ນຫາພຣະເຈົ້າອົງນັ້ນ. ມັນເປັນການສຽງດັງທີ່ບໍ່ປະສານກັນ ແລະ ຂ້ອຍບໍ່ສາມາດໄດ້ຍິນພວກມັນໄດ້ຢ່າງຊັດເຈນ. ເຖິງຢ່າງໃດກໍຕາມ, ມັນບໍ່ສຳຄັນວ່າພວກເຂົາຮ້ອງໄຫ້ແນວໃດ; ພວກເຂົາບໍ່ໄດ້ຮັບຄຳຕອບ. ຫຼັງຈາກນັ້ນ, ຄົນເຫຼົ່ານັ້ນກໍຖືກພາໄປສະນໍ້າຂະໜາດໃຫຍ່ ແລະ ຢູ່ພາຍໃນສະນໍ້ານັ້ນແມ່ນນໍ້າຕົ້ມທີ່ມີແປວໄຟ. ເຊືອກຂອງພວກເຂົາມາຍອອກໂດຍອັດຕະໂນມັດ, ແຜ່ນເຫຼັກຫງ່ຽງ ແລະ ພວກເຂົາທຸກຄົນຕົກລົງໄປໃນນັ້ນ. ພວກເຂົາກຳລັງຖືກຕົ້ມ ແລະ ທອດ, ເຜົາໄໝ້ຈົນເຖິງຈຸດທີ່ພວກເຂົາຮ້ອງຂຶ້ນດ້ວຍຄວາມເຈັບປວດແສນທໍລະມານ. ບາງຄົນຢູ່ຂອບ, ຕໍ່ສູ້ສຸດຄວາມສາມາດຂອງພວກເຂົາເພື່ອຄານອອກຈາກສະນໍ້າ, ແຕ່ພວກເຂົາກໍຕົກກັບເຂົ້າໄປຄືນ. ຕໍ່ມາບໍ່ດົນ, ສຽງຮ້ອງກໍຫາຍໄປ. ທຸກຄົນຕາຍ, ລອຍຢູ່ເທິງສະນໍ້າທີ່ມີແປວໄຟ. ເມື່ອພວກເຂົາທຸກຄົນຕາຍ, ຕາໜ່າງຂະໜາດໃຫຍ່ໄດ້ກວາດເອົາພວກເຂົາທຸກຄົນຂຶ້ນມາ ແລະ ພວກເຂົາກັບມາມີຊີວິດສຳລັບການລົງໂທດຖັດໄປ.

ຫຼັງຈາກນັ້ນຂ້ອຍກໍຖືກພາໄປບ່ອນອື່ນອີກ. ຄົນຢູ່ບ່ອນນັ້ນຖືກລົງໂທດດ້ວຍທຸກວິທີການສຳລັບການດູຖູກພໍ່ແມ່, ຜູ້ອາວຸໂສ ຫຼື ຄູອາຈານຂອງພວກເຂົາ. ພວກເຂົາບາງຄົນເປືອຍກາຍ, ຖືກລ່າມໂສ້ຢູ່ຄໍ, ແຂນ ແລະ ຂາດ້ວຍໂສ້ທີ່ມີໜາມ. ພວກເຂົາຖືກຂ້ຽນຕີຈົນບວບຊໍ້າໄປດ້ວຍເລືອດ ຈົນເນື້ອໜັງ ແລະ ເລືອດຂອງພວກເຂົາໄຫຼລົງມາ. ພວກເຂົາດີ້ນຮົນ ແລະ ຮ້ອງອອກມາຍ້ອນຄວາມເຈັບປວດ. ມານຮ້າຍໃນນະຮົກໃຊ້ຂວານເພື່ອຕັດມື ແລະ ຕີນຂອງພວກເຂົາ ແລະ ໃຊ້ບາງຢ່າງທີ່ຄ້າຍຄືຄ້ອນຕີເພື່ອທຸບພວກເຂົາໃຫ້ແຫຼກ. ໃນຂະນະທີ່ຖືກລົງໂທດ ພວກເຂົາກໍຖືກຖາມວ່າ “ໃນເວລານັ້ນ ເຈົ້າບໍ່ໄດ້ຄິດຈະເຮັດບາບນີ້ບໍ?” ພວກເຂົາກັບໃຈ, ແຕ່ບໍ່ມີຜູ້ໃດສາມາດຊ່ວຍພວກເຂົາໃຫ້ລອດພົ້ນໄດ້ ແລະ ພວກເຂົາຖືກທໍລະມານຈົນຕາຍ. ຫຼັງຈາກນັ້ນ, ພວກເຂົາກໍກັບມາມີຊີວິດ ແລະ ໄດ້ຮັບການລົງໂທດຖັດໄປ. ບາງຄົນຖືກຝັງທັງເປັນ. ພື້ນດິນຢູ່ບ່ອນນັ້ນມີການເຄື່ອນເໜັງ, ປັ່ນປວນ ແລະ ມີໄຟທີ່ເຜົາໄໝ້ໃນດິນ. ຄົນທີ່ຖືກລົງໂທດກໍຖືກດູດເຂົ້າໄປຊ້າໆ, ຈົມເຂົ້າໄປໃນແຜ່ນດິນຈົນພວກເຂົາຕາຍ.

ຫຼັງຈາກນັ້ນຂ້ອຍກໍຖືກພາໄປບ່ອນທີ່ຄົນຫຼິ້ນຊູ້ກຳລັງຖືກລົງໂທດ. ພວກເຂົາກຳລັງແລ່ນເພື່ອເອົາຊີວິດຂອງພວກເຂົາໃຫ້ລອດ. ບາງຄົນຖືກຍິງ ແລະ ຖືກຂ້າໂດຍລູກສອນ, ໃນຂະນະທີ່ຄົນອື່ນຖືກແທງຈົນຕາຍ. ບາງຄົນຖືກຕາມລ່າ ແລະ ກັດໃຫ້ຕາຍໂດຍສັດ. ໃນທີ່ສຸດແລ້ວ, ບໍ່ມີຜູ້ໃດສາມາດຫຼົບໜີໄດ້ ແລະ ພວກເຂົາທຸກໆຄົນຕາຍໝົດ. ຫຼັງຈາກນັ້ນ, ຄົນທີ່ຕາຍກໍກັບມາມີຊີວິດເພື່ອຮັບການລົງໂທດຖັດໄປ.

ຂ້ອຍເຫັນອີກບ່ອນໜຶ່ງ ທີ່ກຳລັງລົງໂທດຄົນທີ່ສໍ້ໂກງ ຫຼື ເຊື່ອງເຈດຕະນາທີ່ບໍ່ດີຕໍ່ຄົນອື່ນ, ຄົນທີ່ເອົາປຽບຜູ້ຄົນ ຫຼື ຄົນທີ່ກຳລັງວາງແຜນໃຫ້ຕົນເອງໄດ້ປຽບ ຫຼື ອິດສາຄົນອື່ນ. ມີຂົວລອຍທີ່ມີຊັ້ນເປັນໄມ້ ແລະ ເຊືອກໜາມຢູ່ທັງສອງດ້ານ. ການຈັບເຊືອກໜາມຈະເຮັດໃຫ້ມີເລືອດອອກ, ແຕ່ພວກເຂົາຈະຕົກລົງຖ້າບໍ່ຈັບພວກມັນ ແລະ ມີທະເລສາບທີ່ມີແປວໄຟຢູ່ຂ້າງລຸ່ມ. ເຖິງແມ່ນວ່າພວກເຂົາບໍ່ຕົກ, ພວກເຂົາກໍຕ້ອງຜ່ານເຄື່ອງບົດຊີ້ນ ແລະ ຖືກບົດໃຫ້ແຫຼກ ແລະ ຫຼັງຈາກນັ້ນກໍຍັງຈົບລົງໃນທະເລສາບແຫ່ງໄຟຄືເກົ່າ.

ບາງຄົນກັງວົນກັບຮູບຮ່າງພາຍນອກແທ້ໆ, ເສຍເວລາຂອງພວກເຂົາໃນການພະຍາຍາມແຕ່ງຕົວໃຫ້ດູດີ ແຕ່ບໍ່ໄດ້ເຊື່ອໃນພຣະເຈົ້າເລີຍ ແລະ ເຖິງກັບຕັດສິນ ແລະ ໝິ່ນປະໝາດພຣະອົງ. ໃບໜ້າຂອງພວກເຂົາຖືກກັດກິນເທື່ອລະໜ້ອຍໂດຍແມງໄມ້. ນອກຈາກພວກເຂົາແລ້ວ, ຍັງມີຄົນທີ່ກຳລັງຖືກລົງໂທດສຳລັບການສາບແຊ່ງຄົນອື່ນ, ລັກສິ່ງຂອງ ແລະ ອື່ນໆອີກ. ໂດຍຂຶ້ນກັບຄວາມຜິດບາບທີ່ພວກເຂົາເຮັດ, ຜູ້ຄົນຖືກລົງໂທດຊໍ້າໆດ້ວຍວິທີໜຶ່ງແລ້ວຫຼັງຈາກນັ້ນກໍປ່ຽນໄປຮັບການລົງໂທດອີກປະເພດໜຶ່ງ. ການເຫັນພາບນີ້ເຮັດໃຫ້ທົ່ວຮ່າງກາຍຂອງຂ້ອຍສັ່ນເຊັ່ນດ້ວຍຄວາມຢ້ານກົວ. ການຖືກລົງໂທດດ້ວຍວິທີນັ້ນຈະເປັນສິ່ງທີ່ໂຫດຮ້າຍແທ້ໆ! ຂ້ອຍເສຍໃຈກັບຄວາມຜິດບາບທີ່ຂ້ອຍໄດ້ເຮັດ, ແຕ່ຂ້ອຍບໍ່ຮູ້ວ່າຈະອ້ອນວອນຫາຜູ້ໃດ, ຜູ້ໃດສາມາດຊ່ວຍຂ້ອຍໃຫ້ລອດພົ້ນໄດ້. ໃນເວລານັ້ນ, ຂ້ອຍໄດ້ທ່ອງຈຳບົດສວດບາງຢ່າງດ້ວຍຄວາມມຶນງົງ, ແຕ່ບໍ່ມີການຕອບກັບ ແລະ ຄວາມຢ້ານກົວຂອງຂ້ອຍບໍ່ໄດ້ດີຂຶ້ນເຊັ່ນກັນ. ໃນທັນໃດນັ້ນ, ຂ້ອຍກໍຈື່ວ່າຂ້ອຍເຊື່ອໃນພຣະເຈົ້າທີ່ແທ້ຈິງອົງດຽວ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ບາງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເວົ້າກໍເຂົ້າມາໃນຄວາມຄິດ. “ໃນຊີວິດປະຈຳວັນຂອງເຈົ້າ, ບໍ່ວ່າເຈົ້າຈະປະສົບກັບຄວາມຫຍຸ້ງຍາກຫຍັງກໍຕາມ, ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ; ສິ່ງທຳອິດທີ່ເຈົ້າຄວນເຮັດກໍຄືຄູ້ເຂົ່າຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ນີ້ຄືສິ່ງທີ່ຈຳເປັນທີ່ສຸດ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໃນຄວາມເຊື່ອໃນພຣະເຈົ້າ, ການຮັບເອົາຄວາມຈິງຄືສິ່ງທີ່ຈຳເປັນທີ່ສຸດ). ຂ້ອຍຮູ້ວ່າພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ສິ່ງທີ່ຂ້ອຍກຳລັງຜະເຊີນແມ່ນເກີດຂຶ້ນດ້ວຍການອະນຸຍາດຂອງພຣະອົງ, ສະນັ້ນຂ້ອຍຄວນເອີ້ນຫາພຣະອົງ. ຂ້ອຍຄິດຫາຄວາມຜິດບາບທີ່ມີຢູ່ຢ່າງຫຼາກຫຼາຍຂອງຂ້ອຍ. ຂ້ອຍເຮັດພໍເປັນພິທີກັບພຣະເຈົ້າ ແລະ ປະຕິເສດທີ່ຈະຮັບຟັງພຣະອົງ. ຂ້ອຍປະຕິບັດຄວາມເຊື່ອຂອງຂ້ອຍ ແລະ ເຂົ້າຮ່ວມການເຕົ້າໂຮມ ເມື່ອຂ້ອຍຮູ້ສຶກດີ, ແຕ່ບໍ່ໄດ້ເຂົ້າຮ່ວມການເຕົ້າໂຮມເມື່ອຂ້ອຍບໍ່ຮູ້ສຶກດີ. ຂ້ອຍເປັນຊາວຄຣິດ ແຕ່ຂ້ອຍບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ຂ້ອຍເຮັດພໍເປັນພິທີ ແລະ ຫຼອກລວງຕໍ່ພຣະອົງ. ຂ້ອຍມີຄວາມສຸກທີ່ຈະເສຍເວລາກັບຄວາມມ່ວນຊື່ນ, ແຕ່ບໍ່ໄດ້ໃຊ້ເວລາໃນການນະມັດສະການພຣະເຈົ້າເລີຍ. ຂ້ອຍເສຍໃຈແທ້ໆ ເມື່ອຂ້ອຍຄິດຫາທຸກສິ່ງນັ້ນ ແລະ ຂ້ອຍໄດ້ອະທິຖານຫາພຣະເຈົ້າໃນຫົວໃຈຂອງຂ້ອຍວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍໄດ້ເຮັດບາບຫຼາຍຢ່າງ. ຂ້ານ້ອຍເມີນເສີຍ ແລະ ເສີຍຊາກັບພຣະອົງ, ມີຄວາມສຸກຢ່າງປິຕິຍິນດີໃນການເຮັດບາບ ແລະ ບໍ່ເຮັດໜ້າທີ່ຂອງຂ້ານ້ອຍໄດ້ເປັນຢ່າງດີ. ຕອນນີ້, ຂ້ານ້ອຍຢ້ານແທ້ໆ ແລະ ເຕັມໄປດ້ວຍຄວາມເສຍໃຈ. ຂ້ານ້ອຍບໍ່ຕ້ອງການມາຢູ່ບ່ອນນີ້ ແລະ ຖືກລົງໂທດສຳລັບຄວາມຜິດບາບເຫຼົ່ານັ້ນ. ຂ້ານ້ອຍພ້ອມທີ່ຈະກັບໃຈ, ກະລຸນາມອບໂອກາດໃຫ້ຂ້ານ້ອຍໄດ້ກັບໃຈ. ຂ້ານ້ອຍຕ້ອງການຍອມຕໍ່ການຈັດແຈງຂອງພຣະອົງ ແລະ ເຮັດທຸກສິ່ງຕາມຄວາມປະສົງຂອງພຣະອົງ”. ຂ້ອຍໄດ້ອະທິຖານ ແລະ ສາລະພາບໃນລັກສະນະນີ້ກັບໄປກັບມາ, ກັບໃຈມາຫາພຣະເຈົ້າສຳລັບຄວາມຜິດບາບແຕ່ລະຢ່າງທີ່ຂ້ອຍໄດ້ເຮັດ. ຂ້ອຍສະຫງົບລົງເທື່ອລະໜ້ອຍ ແລະ ຂ້ອນຂ້າງທີ່ຈະບໍ່ໄດ້ຮູ້ສຶກຢ້ານຫຼາຍອີກຕໍ່ໄປ. ຕໍ່ມາຂ້ອຍຮູ້ສຶກຄືກັບວ່າມີສຽງທີ່ເອີ້ນຊື່ຂອງຂ້ອຍ. ຫຼັງຈາກນັ້ນຂ້ອຍກໍເຫັນແສງໄຟ ແລະ ສຽງມາຈາກແສງນັ້ນ ແລະ ເວົ້າກັບຂ້ອຍວ່າ “ດານີ, ເຈົ້າໄດ້ກັບໃຈແລ້ວບໍ? ເຈົ້າໄດ້ເຮັດບາບຫຼາຍຢ່າງ. ເຈົ້າຈຳເປັນຕ້ອງເພິ່ງພາພຣະເຈົ້າ ແລະ ເຊົາເຮັດຄວາມຜິດບາບເຫຼົ່ານີ້, ເຈົ້າບໍ່ສາມາດລໍຖ້າຈົນມີການລົງໂທດເພື່ອກັບໃຈ. ສະລັກພຣະທຳຂອງພຣະເຈົ້າເຂົ້າໃສຫົວໃຈຂອງເຈົ້າ ແລະ ສະແຫວງຫາຄວາມຈິງ. ສິ່ງທີ່ເຈົ້າເຂົ້າໃຈ ແລະ ນໍາໄປປະຕິບັດຕ້ອງເປັນສິ່ງທີ່ຖືກຕ້ອງ. ນີ້ຄືໂອກາດຄັ້ງສຸດທ້າຍຂອງເຈົ້າ ແລະ ຄັ້ງຕໍ່ໄປແມ່ນຈະບໍ່ມີຄວາມລອດພົ້ນໃຫ້ກັບເຈົ້າອີກ. ໃນຂະນະທີ່ເຈົ້າມີຊີວິດຢູ່, ຈົ່ງເຮັດວຽກຢ່າງໜັກເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ເຈົ້າຢ່າເຮັດບາບ ຫຼື ເຮັດຜິດພາດຊໍ້າໄປຊໍ້າມາ ແລະ ຢ່າເຮັດສິ່ງຕ່າງໆທີ່ເຈົ້າເສຍດາຍ. ຍ້ອນເຈົ້າບໍ່ໄດ້ເຮັດໜ້າທີ່ຂອງເຈົ້າໃຫ້ສຳເລັດ, ເຈົ້າຈະບໍ່ຕາຍ. ເຈົ້າກຳລັງຈະຊ່ວຍຄົນທີ່ຕົກລົງສູ່ໄພພິບັດ”.

ສຽງນັ້ນບໍ່ໄດ້ເປັນຂອງຄົນໃດໜຶ່ງທີ່ຂ້ອຍຮູ້. ມັນເບິ່ງຄືກັບວ່າເວົ້າມາພ້ອມກັບສຽງລົມ. ມັນຟັງບໍ່ໄດ້ຊັດເຈນແທ້ໆ, ແຕ່ຂ້ອຍສາມາດໄດ້ຍິນມັນ. ເຖິງແມ່ນຄຳເວົ້າຮຸນແຮງ, ພວກມັນກໍເປັນການຕັກເຕືອນ ແລະ ເຮັດໃຫ້ຂ້ອຍຮູ້ສຶກສະຫງົບສຸກ. ພວກມັນອົບອຸ່ນ, ມີຄວາມຮູ້ສຶກປອດໄພ. ຂ້ອຍຮູ້ສຶກມີຄວາມສຸກທີ່ຂ້ອຍບໍ່ເຄີຍຮູ້ມາກ່ອນ. ຂ້ອຍຮູ້ວ່າພຣະເຈົ້າກຳລັງຊ່ວຍຂ້ອຍໃຫ້ລອດພົ້ນ, ເຮັດໃຫ້ຂ້ອຍມີໂອກາດຄັ້ງທີສອງໃນຊີວິດ. ຂ້ອຍຄ່ອຍໆມີສະຕິຫຼັງຈາກທີ່ໄດ້ຍິນສຽງນີ້.

ຫຼັງຈາກທີ່ຕື່ນຂຶ້ນ, ຂ້ອຍກໍສັ່ນເຊັ່ນ, ຍັງຮູ້ສຶກຢ້ານແທ້ໆ. ຂ້ອຍຮູ້ສຶກບໍ່ດີ ແລະ ເສຍໃຈແທ້ໆທີ່ເຮັດບາບຫຼາຍຢ່າງເຊັ່ນນັ້ນ. ຂ້ອຍຮູ້ວ່ານີ້ຄືການເຕືອນຂອງພຣະເຈົ້າສຳລັບຂ້ອຍ. ທຸກສິ່ງທີ່ພຣະເຈົ້າເວົ້າເປັນຈິງ. ຂ້ອຍຕ້ອງເຊື່ອສິ່ງທີ່ພຣະອົງເວົ້າ ແລະ ຮັບຟັງພຣະອົງ. ຂ້ອຍບໍ່ສາມາດປະຕິເສດສິ່ງທີ່ພຣະອົງກ່າວ ແລະ ເຮັດພໍເປັນພິທີ. ພຣະເຈົ້າໃຫ້ໂອກາດແກ່ຂ້ອຍ ສະນັ້ນຂ້ອຍບໍ່ສາມາດປ່ອຍມັນຜ່ານໄປອີກຄັ້ງ. ຂ້ອຍບອກກັບນ້ອງຊາຍຂອງຂ້ອຍວ່າ “ຂ້ອຍຕ້ອງການເວົ້າກັບເອື້ອຍຊໍາເມີ”. ເອື້ອຍຊໍາເມີເປັນຜູ້ລ້ຽງດູໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຄົນທີ່ເຕົ້າໂຮມອອນລາຍກັບຂ້ອຍໃນຫຼາຍຄັ້ງ. ຊໍາເມີໄດ້ສົ່ງພຣະທຳບາງຂໍ້ຂອງພຣະເຈົ້າມາໃຫ້ຂ້ອຍ ຫຼັງຈາກທີ່ລາວໄດ້ຮຽນຮູ້ກ່ຽວກັບສະຖານະການຂອງຂ້ອຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະເຈົ້າແມ່ນຮັບຜິດຊອບສໍາລັບຊີວິດມະນຸດທຸກຄົນ ແລະ ພຣະອົງແມ່ນຮັບຜີດຊອບຈົນເຖິງທີ່ສຸດ. ພຣະເຈົ້າສະໜອງໃຫ້ແກ່ເຈົ້າ ແລະ ໃນສະພາບແວດລ້ອມທີ່ຖືກຊາຕານທໍາລາຍແບບນີ້ ເຖິງແມ່ນວ່າ ເຈົ້າຈະຖືກເຮັດໃຫ້ເຈັບເປັນ ຫຼື ເຮັດໃຫ້ເປິເປື້ອນ ຫຼື ຖືກລະເມີດ ແຕ່ມັນກໍຈະບໍ່ເປັນຫຍັງ, ເພາະວ່າ ພຣະເຈົ້າຈະສະໜອງໃຫ້ເຈົ້າ ແລະ ພຣະເຈົ້າຈະໃຫ້ເຈົ້າດໍາເນີນຊີວິດຕໍ່ໄປ. ເຈົ້າຄວນມີຄວາມເຊື່ອໃນສິ່ງນີ້. ພຣະເຈົ້າບໍ່ປ່ອຍໃຫ້ມະນຸດຕາຍຢ່າງງ່າຍດາຍ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VII). “ນັບຕັ້ງແຕ່ເວລາທີ່ເຈົ້າເກີດຈົນມາເຖິງປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງໃນຕົວເຈົ້າ, ແຕ່ພຣະອົງບໍ່ໄດ້ໃຫ້ການບັນທຶກຢ່າງລະອຽດກ່ຽວກັບທຸກສິ່ງທີ່ພຣະອົງເຮັດ. ພຣະເຈົ້າບໍ່ຍອມໃຫ້ເຈົ້າຮູ້ເຖິງສິ່ງນີ້ ແລະ ພຣະອົງບໍ່ໄດ້ບອກແກ່ເຈົ້າ. ເຖິງຢ່າງໃດກໍຕາມ, ສຳລັບມະນຸດຊາດແລ້ວ, ທຸກສິ່ງທີ່ພຣະອົງເຮັດແມ່ນສຳຄັນ. ສໍາລັບພຣະເຈົ້າແລ້ວ, ມັນຄືສິ່ງທີ່ພຣະອົງຕ້ອງເຮັດ. ໃນຫົວໃຈຂອງພຣະອົງ ມີສິ່ງທີ່ພຣະອົງຕ້ອງເຮັດທີ່ສໍາຄັນເໜືອສິ່ງຕ່າງໆເຫຼົ່ານີ້. ນັ້ນກໍຄື ຈາກເວລາທີ່ບຸກຄົນໃດໜຶ່ງເກີດຂຶ້ນມາຈົນເຖິງປັດຈຸບັນນີ້, ພຣະເຈົ້າຕ້ອງຮັບປະກັນຄວາມປອດໄພຂອງພວກເຂົາ... ‘ຄວາມປອດໄພ’ ນີ້ໝາຍຄວາມວ່າ ເຈົ້າຈະບໍ່ຖືກກືນກິນໂດຍຊາຕານ. ສິ່ງນີ້ສຳຄັນບໍ? ການບໍ່ຖືກກືນກິນໂດຍຊາຕານ, ສິ່ງນີ້ກ່ຽວກັບຄວາມປອດໄພຂອງເຈົ້າ ຫຼື ບໍ່? ແມ່ນແລ້ວ, ສິ່ງນີ້ກ່ຽວຂ້ອງກັບຄວາມປອດໄພສ່ວນຕົວຂອງເຈົ້າ ແລະ ບໍ່ສາມາດມີຫຍັງທີ່ສຳຄັນໄປກວ່ານີ້. ຫຼັງຈາກທີ່ເຈົ້າຖືກຊາຕານກືນກິນ, ວິນຍານຂອງເຈົ້າ ແລະ ເນື້ອໜັງຂອງເຈົ້າຈະບໍ່ເປັນຂອງພຣະເຈົ້າອີກຕໍ່ໄປ. ພຣະເຈົ້າຈະບໍ່ຊ່ວຍເຈົ້າໃຫ້ລອດພົ້ນອີກຕໍ່ໄປ. ພຣະເຈົ້າປະຖິ້ມວິນຍານ ແລະ ຜູ້ຄົນທີ່ຖືກຊາຕານກືນກິນ. ສະນັ້ນ ເຮົາຈຶ່ງເວົ້າວ່າ ສິ່ງທີ່ສຳຄັນທີ່ສຸດທີ່ພຣະເຈົ້າຕ້ອງເຮັດກໍຄືການຮັບປະກັນຄວາມປອດໄພນີ້ໃຫ້ແກ່ເຈົ້າ, ການຮັບປະກັນວ່າເຈົ້າຈະບໍ່ຖືກກືນກິນໂດຍຊາຕານ. ສິ່ງນີ້ສຳຄັນຫຼາຍ, ບໍ່ແມ່ນບໍ?(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI).

ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຮັດໃຫ້ຂ້ອຍມີຄວາມຮູ້ສຶກປອດໄພ, ຄືກັບວ່າຂ້ອຍມີບາງຢ່າງໃຫ້ເພິ່ງພາ. ປະສົບການນີ້ໄດ້ສະແດງໃຫ້ຂ້ອຍເຫັນຢ່າງຊັດເຈນຍິ່ງຂຶ້ນ, ນັບຕັ້ງແຕ່ຕອນເກີດຈົນເຖິງຊ່ວງເວລາປັດຈຸບັນ, ພຣະເຈົ້າໄດ້ຊີ້ນໍາພວກເຮົາ, ເຝົ້າເບິ່ງ ແລະ ປົກປ້ອງພວກເຮົາໃນທຸກຊ່ວງເວລາ. ຂ້ອຍຄວນມາຢູ່ຕໍ່ໜ້າພຣະເຈົ້າ, ເຮັດໜ້າທີ່ຂອງຂ້ອຍ ແລະ ຕອບແທນຄວາມກະລຸນາທີ່ເຫຼືອລົ້ນຂອງພຣະອົງ. ຂ້ອຍຈຳເປັນຕ້ອງເປັນພະຍານວ່າ ພຣະເຈົ້າປົກຄອງສິ່ງທັງປວງຢ່າງແທ້ຈິງ, ລວມເຖິງໂລກຝ່າຍວິນຍານທີ່ສາຍຕາຂອງພວກເຮົາບໍ່ສາມາດເບິ່ງເຫັນໄດ້. ນະຮົກມີຈິງແທ້ໆ. ຂ້ອຍບໍ່ມີປະສົບການຄວາມໂສກເສົ້າຈາກການລົງໂທດໃນນະຮົກ, ແຕ່ຂ້ອຍເຫັນພາບທີ່ຜູ້ຄົນຖືກລົງໂທດໃນນະຮົກ. ມີຫຼາຍຄົນຢູ່ອ້ອມຂ້າງຂ້ອຍທີ່ສະແຫວງຫາແນວໂນ້ມທາງໂລກ, ຕິດຕາມຊາຕານ. ພວກເຂົາບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າ. ຂ້ອຍກັງວົນສຳລັບພວກເຂົາແທ້ໆ ແລະ ຂ້ອຍບໍ່ຕ້ອງການໃຫ້ຄົນທີ່ຂ້ອຍຮູ້ຈັກນັ້ນໄປນະຮົກ, ທົນທຸກໃນລັກສະນະນັ້ນ. ບໍ່ວ່າພວກເຂົາຈະຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ບໍ່, ຂ້ອຍກໍຈະປະຕິບັດຄວາມຮັບຜິດຊອບຂອງຂ້ອຍ ແລະ ເປັນພະຍານໃຫ້ກັບພວກເຂົາວ່ານະຮົກມີຈິງແທ້ໆ ແລະ ສິດອຳນາດຂອງພຣະເຈົ້າມີຈິງແທ້ໆ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ສາມາດຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມໂສກເສົ້າໃນນະຮົກ. ຂ້ອຍຕ້ອງການອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສຳລັບຄົນທີ່ບໍ່ມາຢູ່ຕໍ່ໜ້າພຣະອົງ ແລະ ສຳລັບຄົນທີ່ໄດ້ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແຕ່ບໍ່ເຊີດຊູຄວາມລອດພົ້ນຂອງພຣະອົງ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າຊອບທໍາຫຼາຍ

ໂດຍ ຈາງຫຼິນ, ຍີ່ປຸ່ນໃນເດືອນກັນຍາ 2012, ຂ້ອຍຮັບຜິດຊອບວຽກງານຄຣິດຕະຈັກເມື່ອຂ້ອຍພົບກັບຜູ້ນໍາຂອງຂ້ອຍ: ເອື້ອຍຍັນຊູ....

ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດໄດ້ຮັບການສັນລະເສີນຂອງພຣະເຈົ້າໄດ້ບໍ?

ໂດຍ ຫຼິວຢີ່, ຈີນກ່ອນທີ່ຂ້ອຍຈະເປັນຜູ້ເຊື່ອ, ຂ້ອຍລະມັດລະວັງຢູ່ສະເໝີທີ່ຈະບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ຂ້ອຍສາມາດເຂົ້າກັນໄດ້ກັບທຸກຄົນ....

Leave a Reply