ຖືກປົດປ່ອຍຈາກຊື່ສຽງ ແລະ ໂຊກລາບ

03 ເດືອນມີນາ 2022

ໂດຍ ສຽວໝິນ, ຈີນ

ກ່ອນກາຍເປັນຜູ້ທີ່ເຊື່ອ, ຂ້ອຍໄດ້ສະແຫວງຫາຊື່ສຽງ ແລະ ສະຖານະຢູ່ສະເໝີ ແລະ ຂ້ອຍຈະອິດສາ ແລະ ບໍ່ພໍໃຈກ່ຽວກັບມັນຖ້າມີຄົນເອົາຊະນະຂ້ອຍ. ຂ້ອຍເຮັດຫຍັງບໍ່ໄດ້ ນອກຈາກຜະເຊີນໜ້າກັບພວກເຂົາ ແລະ ປຽບທຽບຕົວເອງກັບພວກເຂົາ. ຂ້ອຍຮູ້ສຶກຄືກັບວ່າການດຳລົງຊີວິດໃນລັກສະນະນັ້ນມັນເຈັບປວດ ແລະ ອິດເມື່ອຍ, ແຕ່ຂ້ອຍຍັງຄິດວ່າ ຊື່ສຽງ ແລະ ໂຊກລາບບໍ່ແມ່ນສິ່ງທີ່ພວກເຮົາຄວນຈະຕາມຫາໃນຊີວິດບໍ? ຫຼັງຈາກນັ້ນ ຂ້ອຍກໍ່ໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ແລະ ໂດຍການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ໃນທີ່ສຸດຂ້ອຍກໍ່ສາມາດຫຼຸດພົ້ນຈາກພັນທະນາການຂອງຊື່ສຽງ ແລະ ໂຊກລາບໄດ້ ແລະ ດໍາລົງຊີວິດຢູ່ໃນລັກສະນະຂອງມະນຸດໜ້ອຍໜຶ່ງ.

ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິສຕະນັກເມື່ອໜຶ່ງປີກ່ອນ. ຂ້ອຍຮູ້ວ່ານີ້ແມ່ນຄວາມເມດຕາ ແລະ ຄວາມເອື້ອອາທອນຂອງພຣະເຈົ້າ. ຂ້ອຍຕັ້ງໃຈຢ່າງງຽບໆທີ່ຈະສະແຫວງຫາຄວາມຈິງຢ່າງຈິງຈັງ ແລະ ເຮັດໜ້າທີ່ຂອງຕົນໃຫ້ດີ. ຫຼັງຈາກນັ້ນ, ຂ້ອຍຫຍຸ້ງຢູ່ກັບວຽກຂອງຄຣິສຕະຈັກ ແລະ ເມື່ອຂ້ອຍຜະເຊີນກັບຄວາມຫຍຸ້ງຍາກ, ຂ້ອຍກໍເພິ່ງພຣະເຈົ້າ ແລະ ແນມຫາພຣະອົງ. ຂ້ອຍຍັງໄດ້ສົນທະນາເຖິງພວກມັນກັບເພື່ອນຮ່ວມງານ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ. ຫຼັງຈາກນັ້ນໄລຍະໜຶ່ງ, ວຽກງານຂອງຄຣິສຕະຈັກໃນທຸກດ້ານເລີ່ມຄືບໜ້າ ແລະ ຂ້ອຍຂອບໃຈພຣະເຈົ້າດ້ວຍໃຈຈິງສຳລັບການຊີ້ນຳຂອງພຣະອົງ. ບໍ່ດົນ, ການເລືອກຕັ້ງໄດ້ຈັດຂຶ້ນສໍາລັບຜູ້ນໍາຄຣິສຕະຈັກອື່ນ ແລະ ສິ່ງທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄືເອື້ອຍເຊຍຜູ້ທີ່ເຮັດໜ້າທີ່ກັບຂ້ອຍເມື່ອສອງສາມປີຄືນຫຼັງໄດ້ຖືກເລືອກ. ເອື້ອຍເຊຍບໍ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາດົນ ແລະ ປະສົບການຊີວິດຂອງລາວກໍຂ້ອນຂ້າງຜີວເຜີນ. ເມື່ອກ່ອນຕອນທີ່ພວກເຮົາເຮັດວຽກຮ່ວມກັນ, ຂ້ອຍຕ້ອງໄດ້ຊ່ວຍລາວແກ້ໄຂຂໍ້ຫຍຸ້ງຍາກ ແລະ ບັນຫາບາງຢ່າງທີ່ລາວຜະເຊີນ. ຂ້ອຍຮູ້ສຶກວ່າເວລານີ້ຢູ່ໃນວຽກຂອງພວກເຮົານໍາກັນ, ແນ່ນອນວ່າຂ້ອຍມີຄວາມສາມາດຫຼາຍກວ່າລາວ.

ຄັ້ງໜຶ່ງ, ຂ້ອຍກັບບ້ານເພື່ອຊອກຫາຂໍ້ຄວາມທີ່ເອື້ອຍເຊຍປະໄວ້ໃຫ້ຂ້ອຍ ໂດຍເວົ້າວ່າມີຫົວໜ້າກຸ່ມຄົນໜຶ່ງຢູ່ຄຣິສຕະຈັກຈຽງຊີທີ່ບໍ່ສາມາດປະຕິບັດວຽກທີ່ແທ້ຈິງ ແລະ ຕ້ອງຖືກປ່ຽນແທນ ແລະ ມີບາງບັນຫາທີ່ແທ້ຈິງອື່ນໆທີ່ຕ້ອງໄດ້ແກ້ໄຂທັນທີ່. ລາວຢາກໃຫ້ຂ້ອຍໄປຊ່ວຍ. ເມື່ອຄິດເຖິງສິ່ງນີ້, ຂ້ອຍຮູ້ສຶກວ່າລາວຕ້ອງຄິດວ່າຂ້ອຍມີຄວາມສາມາດຫຼາຍກວ່າລາວແທ້ໆ ແລະ ເນື່ອງຈາກວ່າລາວໃຫ້ຄວາມນັບຖືຂ້ອຍຫຼາຍປານນີ້, ຂ້ອຍຕ້ອງເຮັດວຽກໃຫ້ດີ ແລະ ບໍ່ເຮັດໃຫ້ໂຕເອງຂາຍໜ້າ! ຍິ່ງຂ້ອຍຄິດເຖິງມັນຫຼາຍເທົ່າໃດ, ຂ້ອຍຍິ່ງຮູ້ສຶກມີຄວາມສຸກຫຼາຍຂຶ້ນເທົ່ານັ້ນ. ເມື່ອຂ້ອຍມາຮອດທີ່ຊຸມນຸມ, ຂ້ອຍຄົ້ນພົບວ່າເອື້ອຍເຊຍມີຄວາມເຂົ້າໃຈລະອຽດກ່ຽວກັບວຽກ ແລະ ການສົນທະນາເຖິງຄວາມຈິງຂອງລາວກໍຖືກຈັດເປັນຊັ້ນ ແລະ ປະຕິບັດໄດ້. ຂ້ອຍແປກໃຈທີ່ເຫັນວ່າລາວມີຄວາມກ້າວໜ້າພໍສົມຄວນໃນສອງສາມປີທີ່ຜ່ານມາ. ຂ້ອຍໄດ້ຄິດວ່າໂຕເອງມີຄວາມສາມາດຫຼາຍກວ່າລາວ ແລະ ຂ້ອຍຈໍາເປັນຕ້ອງໃຫ້ຄໍາແນະນໍາລາວຫຼາຍກັບວຽກ, ແຕ່ເບິ່ງຄືວ່າລາວບໍ່ໄດ້ມີຄວາມສາມາດໜ້ອຍໄປກວ່າຂ້ອຍເລີຍ! ຂ້ອຍຮູ້ສຶກບໍ່ພໍໃຈແທ້ໆ ແລະ ເບິ່ງຄືວ່າລາວກຳລັງຈະເປັນຜູ້ນຳ, ສະນັ້ນ ຂ້ອຍຮູ້ສຶກວ່າຂ້ອຍຕ້ອງເຮັດໃຫ້ອ້າຍເອື້ອຍນ້ອງທຸກຄົນເຫັນວ່າຂ້ອຍມີຄວາມສາມາດຫຍັງແດ່. ຂ້ອຍບໍ່ກ້າຜ່ອນຄາຍແມ່ນແຕ່ໜ້ອຍ ແຕ່ໃຊ້ສະໝອງຂອງຂ້ອຍຄິດຫາວິທີວ່າຈະໃຫ້ການສົນທະນາຂອງຂ້ອຍດີກວ່າຂອງລາວໄດ້ແນວໃດ. ຜົນທີ່ໄດ້ຄື ການສົນທະນາຂອງຂ້ອຍກັບກາຍເປັນວ່າໜ້າເບື່ອຄືກັບຄູນ້ຳ ແລະ ແມ່ນແຕ່ຂ້ອຍເອງກໍບໍ່ມີຄວາມສຸກກັບມັນ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍສູນເສຍກຽດສັກສີ ແລະ ຮູ້ສຶກຕົກຕໍ່າແທ້ໆ.

ນັບຈາກນັ້ນມາ, ຂ້ອຍບໍ່ສາມາດມາດຢຸດແຂ່ງຂັນກັບເອື້ອຍເຊຍໄດ້. ມີຄັ້ງໜຶ່ງໃນທີ່ຊຸມນຸມ ເມື່ອລາວຮຽນຮູ້ກ່ຽວກັບສະພາວະຂອງອ້າຍເອື້ອຍນ້ອງ, ລາວພົບພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງ, ແລ້ວສານພວກມັນເຂົ້າກັນກັບປະສົບການຕົວຈິງຂອງລາວໃນການສົນທະນາຂອງລາວ ແລະ ຂ້ອຍເຫັນທຸກຄົນງຶກຫົວຂອງຕົນໃນຂະນະທີ່ຟັງຢູ່. ບາງຄົນເຖິງກັບຈົດບັນທຶກ ແລະ ບາງຄົນເວົ້າວ່າ “ນັບຈາກນີ້ໄປພວກເຮົາກໍມີຫົນທາງແລ້ວ”. ຂ້ອຍທັງຮູ້ສຶກຊື່ນຊົມ ແລະ ອິດສາໃນເລື່ອງນີ້, ແລ້ວຂ້ອຍກຳລັງຄິດຫຍັງຢູ່? “ຕອນນີ້ຂ້ອຍຕ້ອງຟ້າວແລກປ່ຽນການສົນທະນາບາງຢ່າງ. ບໍ່ວ່າຫຍັງກໍຕາມ, ຂ້ອຍບໍ່ສາມາດເບິ່ງຄືວ່າຂ້ອຍບໍ່ເຂົ້າກັນກັບລາວໄດ້”. ແຕ່ຍິ່ງຂ້ອຍຄິດແບບນັ້ນຫຼາຍເທົ່າໃດ, ຂ້ອຍຍິ່ງສາມາດຄິດເຖິງສິ່ງທີ່ຈະສົນທະນາໄດ້ໜ້ອຍລົງເທົ່ານັ້ນ. ຂ້ອຍເລີ່ມມີອະຄະຕິຕໍ່ເອື້ອຍເຊຍໂດຍຄິດວ່າ “ເຈົ້າຕ້ອງສົນທະນາຫຼາຍປານນັ້ນເລີຍບໍ? ເຈົ້າໄດ້ເວົ້າສິ່ງທີ່ຕ້ອງເວົ້າໄປໝົດແລ້ວ. ຂ້ອຍພຽງແຕ່ກຳລັງນັ່ງຢູ່ບ່ອນນີ້ຄືກັບຫູຂອງຄົນຫູໜວກ, ບໍ່ມີຫຍັງນອກຈາກການຕົບແຕ່ງ. ຍອມບໍ່ໄດ້ແທ້ໆ, ຂ້ອຍຕ້ອງແບ່ງປັນການສົນທະນາບາງຢ່າງເພື່ອກອບກູ້ຄວາມພາກພູກໃຈບາງຢ່າງຂອງຂ້ອຍ”. ຕອນທີ່ລາວຢຸດພັກກິນນ້ຳ, ຂ້ອຍກໍເລື່ອນຕັ່ງໄປທາງໜ້າ ແລະ ເລີ່ມສົນທະນາ. ຂ້ອຍຕ້ອງການແບ່ງປັນບາງສິ່ງທີ່ດີແທ້ໆ, ແຕ່ຂ້ອຍບໍ່ສາມາດເຮັດໃຫ້ຖືກຈຸດ. ການສົນທະນາຂອງຂ້ອຍເປັນເລື່ອງຕະຫຼົກ. ເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງເຮັດສີໜ້າແປກໆໃຫ້ຂ້ອຍ, ຂ້ອຍກໍຮັບຮູ້ໄດ້ວ່າຂ້ອຍອອກນອກຫົວຂໍ້ຢ່າງສິ້ນເຊີງ. ຂ້ອຍຮູ້ສຶກບໍ່ສະບາຍໃຈຢ່າງບໍ່ໜ້າເຊື່ອ ແລະ ຢາກຈະຫາຮູຄານເຂົ້າໄປ. ຂ້ອຍເຮັດໂຕໂງ່ຈ້າ. ຂ້ອຍພຽງຕ້ອງການເຮັດໃຫ້ໂຕເອງເບິ່ງດີ, ແຕ່ຂ້ອຍຈົບລົງດ້ວຍການເບິ່ງຄືໂຕຕະຫຼົກ. ຂ້ອຍວາງໂຕຢູ່ເທິງເວທີ ແລະ ທຸກຄົນເຫັນຂ້ອຍຕົກລົງ. ໃນໃຈຂ້ອຍ, ຂ້ອຍເລີ່ມໂທດພຣະເຈົ້າທີ່ໄດ້ໃຫ້ແສງສະຫວ່າງ່ແກ່ເອື້ອຍຂອງຂ້ອຍ, ແຕ່ບໍ່ໄດ້ໃຫ້ຂ້ອຍ ແລະ ຂ້ອຍກັງວົນວ່າຈາກນີ້ໄປອ້າຍເອື້ອຍນ້ອງຄົນອື່ນເບິ່ງຂ້ອຍແນວໃດ. ຍິ່ງຂ້ອຍຄິດຕາມທາງນີ້ຫຼາຍເທົ່າໃດ, ຂ້ານອຍຍິ່ງອາລົມເສຍຫຼາຍຂຶ້ນເທົ່ານັ້ນ. ຂ້ອຍຢາກແລ່ນໜີຈາກສະຖານະການດັ່ງກ່າວ ແລະ ບໍ່ຢາກເຮັດວຽກຮ່ວມກັບລາວອີກຕໍ່ໄປ. ຂ້ອຍຈື່ໄດ້ວ່າຄັ້ງໜຶ່ງໃນບ່ອນຊຸມນຸມ, ເອື້ອຍນ້ອງສອງສາມຄົນບໍ່ໄດ້ຢູ່ໃນສະພາວະທີ່ດີຫຼາຍ ແລະ ບໍ່ມີຫຍັງດີຂຶ້ນຫຼັງຈາກການສົນທະນາຂອງເອື້ອຍເຊຍ. ຂ້ອຍບໍ່ພຽງແຕ່ບໍ່ຊ່ວຍສົນທະນາ, ແຕ່ຂ້ອຍເຖິງກັບຄິດວ່າ “ຕອນນີ້ທຸກຄົນຈະໄດ້ເຫັນວ່າລາວບໍ່ສາາດແກ້ໄຂບັນຫາໄດ້, ດັ່ງນັ້ນ ພວກເຂົາຈະບໍ່ນັບຖືລາວໃນຂະນະທີ່ດູຖູກຂ້ອຍ”. ຕະຫຼອດໄລຍະເວລານັ້ນ, ຂ້ອຍພະຍາຍາມແຂ່ງຂັນກັບເອື້ອຍເຊຍຢູ່ຕະຫຼອດ ແລະ ສະພາວະຝ່າຍວິນຍານຂອງຂ້ອຍມືດມົນຂຶ້ນເລື້ອຍໆ. ຂ້ອຍຂາດແສງສະຫວ່າງເມື່ອສົນທະນາເຖິງພຣະທຳຂອງພຣະເຈົ້າໃນບ່ອນຊຸມນຸມ ແລະ ເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງຜະເຊີນກັບຄວາມຫຍຸ້ງຍາກ ຫຼື ບັນຫາ, ຂ້ອຍບໍ່ຮູ້ວ່າຈະແກ້ໄຂພວກມັນແນວໃດ. ຂ້ອຍເລີ່ມເຫງົານອນໄວທຸກໆຄືນ ແລະ ຂ້ອຍຕ້ອງບັງຄັງໂຕເອງເຮັດໜ້າທີ່ຂອງຕົນ. ຄວາມທຸກທໍລະມານຂອງຂ້ອຍເພີ່ມຂຶ້ນເລື້ອຍໆ. ຂ້ອຍເຮັດຫຍັງບໍ່ໄດ້ ນອກຈາກອະທິຖານຫາພຣະເຈົ້າ ແລະ ຂໍພຣະອົງຊ່ວຍຂ້ອຍໃຫ້ລອດພົ້ນ.

ມື້ໜຶ່ງ ຂ້ອຍອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າໃນການເຝົ້າດ່ຽວຂອງຂ້ອຍ: “ທັນທີທີ່ບາງສິ່ງສໍາຜັດກັບຕໍາແໜ່ງ, ໃບໜ້າ ຫຼື ຊື່ສຽງ, ຫົວໃຈຂອງທຸກຄົນເຕັ້ນແຮງຢ່າງຄາດບໍ່ເຖິງ ແລະ ພວກເຈົ້າແຕ່ລະຄົນກໍຢາກໂດດເດັ່ນ, ມີຊື່ສຽງ ແລະ ເປັນທີ່ຮັບຮູ້ຢູ່ສະເໝີ. ທຸກຄົນບໍ່ເຕັມໃຈທີ່ຈະຍອມແພ້, ແຕ່ກັບປາຖະໜາທີ່ຈະໂຕ້ຖຽງຢູ່ສະເໝີ. ເຖິງແມ່ນວ່າການໂຕ້ຖຽງກັນເປັນສິ່ງທີ່ໜ້າອາຍ ແລະ ບໍ່ໄດ້ຮັບອະນຸຍາດຢູ່ໃນເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີການໂຕ້ຖຽງກັນ, ເຈົ້າກໍຍັງບໍ່ພໍໃຈ. ເມື່ອເຈົ້າເຫັນຄົນໃດໜຶ່ງໂດດເດັ່ນ, ເຈົ້າຮູ້ສຶກອິດສາ, ກຽດຊັງ ແລະ ມັນບໍ່ຍຸຕິທຳ. ‘ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນຜູ້ນັ້ນຈຶ່ງໂດດເດັ່ນສະເໝີ ແລະ ມັນບໍ່ເຄີຍເປັນທີຂອງຂ້ອຍຈັກເທື່ອ?’ ຈາກນັ້ນເຈົ້າກໍຮູ້ສຶກເຖິງຄວາມຂຸນເຄື່ອງໃຈບາງຢ່າງ. ເຈົ້າພະຍາຍາມທີ່ຈະປາບມັນ, ແຕ່ເຈົ້າເຮັດບໍ່ໄດ້. ເຈົ້າອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອເຈົ້າຜະເຊີນໜ້າກັບສະຖານະການແບບນີ້ອີກ, ເຈົ້າກໍບໍ່ສາມາດເອົາຊະນະມັນໄດ້. ນີ້ບໍ່ໄດ້ສະແດງເຖິງວຸດທິພາວະຄວາມບໍ່ເປັນຜູ້ໃຫຍ່ບໍ? ການທີ່ຄົນໆໜຶ່ງກຳລັງຕົກຢູ່ໃນສະພາວະເຊັ່ນນີ້ເປັນກັບດັກບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເປີດເຜີຍສະພາວະຂອງຂ້ອຍທັງໝົດ ແລະ ຊື່ໄປທີ່ຫົວໃຈຂອງຂ້ອຍ. ຂ້ອຍທົບທວນເບິ່ງວ່າເປັນຫຍັງຂ້ອຍຈຶ່ງດຳລົງຊີວິດໃນທາງທີ່ຍາກລຳບາກ ແລະ ອິດເມື່ອຍເຊັ່ນນີ້. ຮາກເຫງົ້າຂອງມັນຄືຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະນັ້ນແຮງເກີນໄປ ແລະ ອຸປະນິໄສຂອງຂ້ອຍກໍອວດດີເກີນໄປ. ຂ້ອຍຫວນຄິດເຖິງຕອນທີ່ຂ້ອຍເລີ່ມເຮັດໜ້າທີ່ນີ້. ເມື່ອຂ້ອຍມີຄວາມສຳເລັດເລັກນ້ອຍໃນວຽກຂອງຕົນ ແລະ ອ້າຍເອື້ອຍນ້ອງກໍນັບຖືຂ້ອຍ, ຂ້ອຍຊົມເຊີຍຕົວເອງແທ້ໆ ແລະ ຄິດວ່າຕົນເອງເປັນຄົນມີຄວາມສາມາດພິເສດ ການເຮັດວຽກຮ່ວມກັບເອື້ອຍເຊຍ ແລະ ເຫັນວ່າລາວເຮັດໃຫ້ໄດ້ດີກວ່າຂ້ອຍ, ຂ້ອຍກໍອິດສາ, ບໍ່ເຫັນດີ ແລະ ແຂ່ງຂັນກັບລາວມາຕະຫຼອດ. ເມື່ອຂ້ານ້ອບໍ່ສາມາດເອົາຊະນະລາວໄດ້, ຂ້ອຍກໍຄິດລົບ ແລະ ຈົ່ມວ່າ ແລະ ເຖິງກັບລະບາຍຄວາມຮູ້ສຶກຂອງຂ້ອຍໃນໜ້າທີ່ຂອງຕົນ. ເມື່ອຂ້ອຍເຫັນວ່າລາວບໍ່ສາມາດແກ້ໄຂສະພາວະຂອງເອື້ອຍນ້ອງເຫຼົ່ານັ້ນ, ຂ້ອຍບໍ່ພຽງບໍ່ຊ່ວຍດ້ວຍການສົນທະນາ, ແຕ່ຂ້ອຍຍັງປະຕິເສດທີ່ຈະບໍ່ຍື່ນມືເຂົ້າໄປຊ່ວຍ ແລະ ຂ້ອຍເປີດເຜີຍຄວາມລົ້ມເຫຼວຂອງລາວ. ຂ້ອຍຕັ້ງໃຈຢາກເຫັນລາວອັບອາຍ. ນັ້ນຈະຖືວ່າເປັນການເຮັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ໃນນາມເປັນຜູ້ນຳໃນຄຣິສຕະຈັກ, ຂ້ອຍບໍ່ມີຄວາມຮັບຜິດຊອບເລີຍ ແລະ ຂ້ອຍບໍ່ໄດ້ຄິດເຖິງວຽກຂອງຄຣິສຕະຈັກເລີຍ ຫຼື ບໍ່ວ່າບັນຫາຂອງອ້າຍເອື້້ອຍນ້ອງໄດ້ຖືກແກ້ໄຂ ຫຼື ບໍ່. ຂ້ອຍຄິດພຽງແຕ່ວ່າຂ້ອຍຈະສາມາດຢູ່ເໜືອລາວໄດ້ແນວໃດ. ຂ້ອຍເຫັນແກ່ໂຕຫຼາຍ, ໜ້າລັງກຽດ ແລະ ມີເລ່ຫຼຽມຫຼາຍ. ຊື່ສຽງ ແລະ ສະຖານະໄດ້ເຮັດໃຫ້ສະໝອງຂອງຂ້ອຍສັບສົນ. ຂ້ອຍຕັ້ງໃຈທີ່ຈະເຫັນບັນຫາຂອງອ້າຍເອື້ອຍນ້ອງບໍ່ໄດ້ຖືກແກ້ໄຂ, ເຫັນວຽກງານຂອງຄຣິສຕະຈັກເສຍຫາຍ, ຕາບໃດທີ່ຂ້ອຍສາມາດປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍໄວ້ໄດ້. ບໍ່ແມ່ນຂ້ອຍນກຳລັງກັດມືທີ່ປ້ອນອາຫານຂ້ອຍບໍ? ຂ້ອຍພຽງແຕ່ບໍ່ເໝາະສົມກັບໜ້າທີ່ທີ່ສຳຄັນເຊັ່ນນີ້. ມັນໜ້າລັງກຽດຫຼາຍ, ໜ້າກຽດຊັງຫຼາຍສຳລັບພຣະເຈົ້າ! ໃນຄວາມຄິດນີ້, ຂ້ອຍບໍ່ເສຍເວລາໃນການມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ກັບໃຈ, ຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ປະຖິ້ມຫ່ວງໂສ້ຂອງຊື່ສຽງ ແລະ ສະຖານະ.

ຕໍ່ມາ ຂ້ອຍອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າທີ່ວ່າ: “ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າຄຳນຶງເຖິງສະຖານະ, ກຽດຕິຍົດ ຫຼື ຊື່ສຽງຂອງເຈົ້າເອງ. ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດອີກດ້ວຍ! ກ່ອນອື່ນໝົດ ເຈົ້າຕ້ອງຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າເຈົ້າບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ເຮັດສຸດຄວາມສາມາດຂອງເຈົ້າເພື່ອຈົງຮັກພັກດີ ຫຼື ບໍ່, ເຮັດສຸດຄວາມສາມາດຂອງເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ມອບທັງໝົດຂອງເຈົ້າແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ໃສ່ຄວາມຄິດຂອງເຈົ້າໃສ່ໜ້າທີ່ຂອງພຣະເຈົ້າ ແລະ ພາລະກິດໃນເຮືອນຂອງພຣະເຈົ້າຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້. ໃຫ້ຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າເຮັດໃຫ້ຫົວໃຈຂອງຂ້ອຍສົດໃສທັນທີ ແລະ ແລ້ວຂ້ອຍກໍມີເສັ້ນທາງ. ຖ້າຂ້ອຍຕ້ອງການເປັນອິດສະຫຼະຈາກພັນທະນາການຂອງຊື່ສຽງ ແລະ ສະຖານະ, ກ່ອນອື່ນຂ້ອຍຕ້ອງຕັ້ງຫົວໃຈຂອງຂ້ອຍໃຫ້ຖືກຕ້ອງ. ຂ້ອຍຕ້ອງຄິດເຖິງການມອບໝາຍຂອງພຣະເຈົ້າ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ ແລະ ຂ້ອຍຕ້ອງຄິດເຖິງວິທີທີ່ຂ້ອຍສາມາດເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ດ້ວຍສິ່ງດີໆຫຼາຍຂຶ້ນທີ່ຕື່ມເຕັມຫົວໃຈຂອງຂ້ອຍ, ສິ່ງທີ່ເປັນລົບເຊັ່ນ: ຊື່ສຽງ, ສະຖານະ, ຄວາມໄຮ້ສາລະ ແລະ ສັກສີກໍຈະປ່ອຍວາງໄດ້ງ່າຍຂຶ້ນ. ຂ້ອຍຮັບຮູ້ວ່າຄົນອື່ນຄິດວ່າຂ້ອຍແມ່ນບາງສິ່ງ ບໍ່ໄດ້ໝາຍຄວາມວ່າພຣະເຈົ້າເຫັນດີເຫັນພ້ອມກັບຂ້ອຍ ແລະ ການທີ່ຄົນອື່ນຄິດວ່າຂ້ອຍບໍ່ມີຫຍັງກໍບໍ່ໄດ້ໝາຍຄວາມວ່າພຣະເຈົ້າຈະບໍ່ໍ່ຊ່ວຍຂ້ອຍໃຫ້ລອດພົ້ນ. ສິ່ງທີ່ສຳຄັນແມ່ນທັດສະນະຂອງຂ້ອຍຕໍ່ພຣະເຈົ້າ ແລະ ບໍ່ວ່າຂ້ອຍສາມາດປະຕິບັດຄວາມຈິງໄດ້ ແລະ ເຮັດໜ້າທີ່ຂອງຂ້ອຍໄດ້ດີ ຫຼື ບໍ່ກໍຕາມ. ຂ້ອຍຂອບໃຈສຳລັບແສງສະຫວ່າງຂອງພຣະເຈົ້າທີ່ຫັນຂ້ອຍກັບມາຈາກການສະແຫວງຫາທີ່ຜິດໆຂອງຂ້ອຍ. ຂ້ອຍບໍ່ໄດ້ຕ້ອງການແຂ່ງຂັນກັບເອື້ອຍເຊຍອີກຕໍ່ໄປແລ້ວ, ແຕ່ຕ້ອງການພຽງແຕ່ເຮັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງເພື່ອເຮັດໃຫ້ພຣະເຈົ້າພໍໃຈເທົ່ານັ້ນ. ນັບແຕ່ນັ້ນມາ, ຂ້ອຍກໍອະທິຖານຫາພຣະເຈົ້າຢ່າງມີສະຕິ ແລະ ໃສ່ໃຈກັບໜ້າທີ່ຂອງຂ້ອຍ ແລະ ໃນການຊຸມນຸມຂອງຄຣິສຕະຈັກ, ຂ້ອຍຟັງການສົນທະນາຂອງອ້າຍເອື້້ອຍນ້ອງຢ່າງລະອຽດ. ເມື່ອຂ້ອຍຄົ້ນພົບບາງບັນຫາ, ຂ້ອຍກໍໄຕ່ຕອງພວກມັນຢ່າງຈິງຈັງ, ແລ້ວກໍພົບພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ແລະ ລວມພວກມັນເຂົ້າກັບປະສົບການຂອງຂ້ອຍເອງເພື່ອສົນທະນາ. ຂ້ອຍຍັງໄດ້ຮຽນຮູ້ຈຸດແຂງຈາກເອື້ອຍເຊຍເພື່ອຊົດເຊີຍຈຸດອ່ອນຂອງໂຕເອງ. ການປະຕິບັດແບບນີ້ເຮັດໃຫ້ຂ້ອຍຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈຫຼາຍຍິ່ງຂຶ້ນ ແລະ ສະພາວະຂອງຂ້ອຍກໍປັບປຸງຂຶ້ນຫຼາຍ. ຂ້ອຍຮູ້ສຶກຮູ້ບຸນຄຸນພຣະເຈົ້າຈາກກົ້ນບຶ້ງຂອງຫົວໃຈ. ແຕ່ຄວາມປາຖະໜາສຳລັບຊື່ສຽງ ແລະ ສະຖານະໄດ້ຢັ່ງຮາກເລິກຫຼາຍຢູ່ພາຍໃນໂຕຂ້ອຍຈົນທັນທີທີ່ສະຖານະການທີ່ຖືກຕ້ອງເກີດຂຶ້ນ, ທຳມະຊາດແບບຊາຕານຂອງຂ້ອຍນີ້ກໍ່ປາກົດຂຶ້ນອີກຄັ້ງ.

ຂ້ອຍຈື່ໄດ້ວ່າມີຢູ່ເທື່ອໜຶ່ງເມື່ອຂ້ອຍກຳລັງຈະໄປຈັດການກັບບາງບັນຫາໃນກຸ່ມໜຶ່ງ ແລະ ຂະນະທີ່ຂ້ອຍກຳລັງຈະອອກໄປ, ເອື້ອຍເຊຍໄດ້ເວົ້າວ່າ ບັນຫາໃນກຸ່ມນີ້ຂ້ອນຂ້າງຊັບຊ້ອນ ແລະ ລາວຢາກໄປກັບຂ້ອຍ. ການໄດ້ຍິນລາວເວົ້າແບບນີ້ແມ່ນບົດຄື້ນແຫ່ງຄວາມສຸກທີ່ຂ້ອຍກຳລັງຂີ່ຢູ່. ຂ້ອຍຄິດວ່າ “ເຈົ້າແມ່ນຄົນດຽວທີ່ສາມາດແກ້ໄຂສິ່ງຕ່າງໆໄດ້ບໍ? ເຈົ້າພຽງຕ້ອງສະແດງສິ່ງທີ່ເຈົ້າສາມາດເຮັດໄດ້ບໍ່ແມ່ນບໍ? ເຈົ້າໝາຍຄວາມວ່າແນວໃດໂດຍການເວົ້າສິ່ງນີ້ຕໍ່ໜ້າຫົວໜ້າຂອງພວກເຮົາ? ບໍ່ແມ່ນເຈົ້າຕັ້ງໃຈເຮັດໃຫ້ຂ້ອຍເບິ່ງບໍ່ດີບໍ?” ໃນຕອນນັ້ນຂ້ອຍຮູ້ສຶກບໍ່ສະບາຍໃຈແທ້ໆ. ຂ້ອຍຈົບລົງດ້ວຍການໄປຄົນດຽວ, ແຕ່ຂ້ອຍບໍ່ສາມາດລືມໄດ້ວ່າຂ້ອຍຮູ້ສຶກບໍ່ສະບາຍໃຈສ່ຳໃດ. ຂ້ອຍຈົ່ມໃຫ້ເອື້ອຍເຊຍຫຼາຍຕະຫຼອດທາງຈົນຫາບ່ອນຊຸມນຸມບໍ່ພົບ ແລະ ຕ້ອງກັບຄືນມາ. ຂ້ອຍຮູ້ສຶກບໍ່ດີຫຼາຍ. ຂ້ອຍຄິດວ່າ “ຂ້ອຍໄຮ້ປະໂຫຍດແທ້ໆບໍ? ຂ້ອຍບໍ່ສາມາດແມ່ນແຕ່ຈະຊອກຫາສະຖານທີ່ຊຸມນຸມໄດ້. ຫົວໜ້າຂອງພວກເຂົາຈະຄິດແນວໃດກັບຂ້ອຍ? ເທື່ອນີ້ຂ້ອຍເຮັດໃຫ້ໂຕເອງອັບອາຍແທ້ໆ!” ເມື່ອຂ້ອຍກັບມາຮອດ ແລະ ເຫັນເອື້ອຍນ້ອງຄົນອື່ນໆ, ຂ້ອຍບໍ່ຕ້ອງການລົມກັບພວກເຂົາ.

ມື້ຕໍ່ມາ, ເອື້ອຍເຊຍ ແລະ ຂ້ອຍແຍກກັນມຸ້ງໜ້າໄປຄຣິສຕະຈັກເພື່ອຈັດຕັ້ງປະຕິບັດສອງສາມໜ້າວຽກ ແລະ ຂ້ອຍຖືກໂຍນເຂົ້າສູ່ຄວາມວຸ້ນວາຍທາງດ້ານອາລົມອີກຄັ້ງ. ຂ້ອຍກຳລັງຄິດວ່າ “ຂ້ອຍບໍ່ສົນວ່າເຈົ້າຄິດວ່າເຈົ້າມີຄວາມສາມາດສໍ່າໃດ, ມາເບິ່ງກັນວ່າໃຜເຮັດໄດ້ດີທີ່ສຸດ!” ຂ້ອຍມາຮອດຄຣິສຕະຈັກຢ່າງເຕັມທີ່ ແລະ ລົງມືຈັດຕັ້ງປະຕິບັດວຽກງານຕ່າງໆ, ສົນທະນາ ແລະ ມອບໝາຍໜ້າວຽກໃນເວລາດຽວກັນ. ຂ້ອຍຄິດວ່າ “ເທື່ອນີ້ຂ້ອຍໄດ້ທຸ້ມເທຫຼາຍແທ້ໆ. ມັນຈະເກີດດອກອອກຜົນຢ່າງແນ່ນອນ ແລະ ແລ້ວຂ້ອຍຈະອອກມາຢູ່ທາງໜ້າເອື້ອຍເຊຍ”. ຕໍ່ມາ ໃນກອງປະຊຸມເພື່ອນຮ່ວມງານ, ຂ້ອຍພົບວ່າຂ້ອຍບັນລຸໜ້ອຍທີ່ສຸດໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ເຄີຍຝັນເລີຍວ່ານັ້ນຈະສາມາດເກີດຂຶ້ນໄດ້. ຕອນນັ້ນຂ້ອຍສິ້ນຫວັງ ແລະ ຮູ້ສຶກວ່າເຖິງແມ່ນວ່າຂ້ອຍຈະເຮັດວຽກໜັກພຽງໃດກໍຕາມ, ຂ້ອຍຈະບໍ່ມີວັນສາມາດເອົາຊະນະເອື້ອຍເຊຍໄດ້. ຕະຫຼອດຊ່ວງເວລານັ້ນ, ການເຫັນຫົວໜ້າຂອງພວກເຮົາເອົາໃຈໃສ່ເອື້ອຍເຊຍເມື່ອໃດກໍຕາມທີ່ລາວກັບມາຊ້າ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍຖືກປະໄວ້ໃນຄວາມໜາວເຢັນ. ຂ້ອຍອິດສາລາວແທ້ໆ. ເມື່ອຂ້ອຍເຫັນລາວເຮັດໄດ້ດີກວ່າຂ້ອຍໃນທຸກສິ່ງ ແລະ ຫົວໜ້າຂອງພວກເຮົາໃຫ້ຄຸນຄ່າລາວຢ່າງສູງ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍຈະບໍ່ມີມື້ຂອງຕົນໃນແສງແດດອີກຄັ້ງ. ຂ້ອຍຄິດວ່າການເປັນຫົວໜ້າກຸ່ມແມ່ນດີກວ່າການເປັນຜູ້ນຳຄຣິສຕະຈັກ. ຢ່າງໜ້ອຍອ້າຍເອື້ອຍນ້ອງກໍຈະນັບຖືຂ້ອຍ ແລະ ສະໜັບສະໜູນຂ້ອຍ. ຂ້ອຍຮູ້ສຶກວ່າຂ້ອຍຢາກເປັນປາໃຫຍ່ຢູ່ໃນໜອງນ້ອຍຫຼາຍກວ່າເປັນປານ້ອຍຢູ່ໃນໜອງໃຫຍ່. ຄວາມຄັບຂ້ອງໃຈຂອງຂ້ອຍໄຫຼອອກມາເລື້ອຍໆ. ຂ້ອຍທົນກັບການຢູ່ໃນສະພາບແວດລ້ອມນັ້ນແທ້ໆ ແລະ ບໍ່ສາມາດລໍຖ້າເພື່ອອອກຈາກບ່ອນນັ້ນໃຫ້ໄວເທົ່າທີ່ຈະໄວໄດ້. ສະພາວະຂອງຂ້ອຍຊຸດໂຊມລົງເລື້ອຍໆ. ຂ້ອຍອິດສາ ແລະ ບໍ່ພໍໃຈເອື້ອຍເຊຍ ແລະ ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດໂດດເດັ່ນໄດ້ຍ້ອນລາວ. ຂ້ອຍຍັງຄິດອີກວ່າ “ຖ້າລາວພຽງແຕ່ເຮັດບາງຢ່າງຜິດພາດໃນໜ້າທີ່ຂອງລາວ ແລະ ຖືກຍົກຍ້າຍອອກໄປ, ນັ້ນຈະເປັນການດີເລີຍ”.

ໃນຂະນະທີ່ຂ້ອຍຢູ່ສະພາວະການຕໍ່ສູ້ນີ້ເພື່ອຊື່ສຽງ ແລະ ຜົນປະໂຫຍດສ່ວນຕົວ ໂດຍບໍ່ໄດ້ທົບທວນໂຕເອງເລີຍ, ບໍ່ດົນ ລະບຽບວິໄນຂອງພຣະເຈົ້າກໍມາເຖິງຂ້ອຍ. ຄັ້ງໜຶ່ງ, ຂ້ອຍຈັດໃຫ້ມີການຊຸມນຸມກັບຜູ້ນຳຄົນອື່ນສອງສາມຄົນ. ບໍ່ພຽງແຕ່ບໍ່ມີໃຜມາ, ແຕ່ລະຫວ່າງທາງກັບບ້ານ ຢ່າງລົດຂອງຂ້ອຍຮົ່ວ ແລະ ບໍ່ດົນ ຂ້ອຍກໍມີອາການເຈັບຫຼັງຢ່າງຮ້າຍແຮງ. ມີອາການຄັນ ແລະ ໃຄ່ບວມ, ຄວາມເຈັບປວດຍາກຈະທົນໄດ້. ຂ້ອຍມາເຖິງຈຸດທີ່ວ່າຂ້ອຍບໍ່ສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້. ແລ້ວຂ້ອຍກໍຄິດເຖິງພຣະທຳຂອງພຣະເຈົ້າທີ່ວ່າ: “ໃນປັດຈຸບັນ ການຮຽກຮ້ອງໃຫ້ພວກເຈົ້າປະຕິບັດພາລະກິດຮ່ວມກັນຢ່າງປອງດອງແມ່ນຄ້າຍຄືກັບການຮັບໃຊ້ທີ່ພຣະເຢໂຮວາຮຽກຮ້ອງຈາກຊາວອິດສະຣາເອນ: ບໍ່ດັ່ງນັ້ນ ກໍໃຫ້ຢຸດການຮັບໃຊ້” (ຄັດຈາກບົດ “ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ສິ່ງນີ້ເຮັດໃຫ້ຂ້ອຍຢ້ານ. ເປັນໄດ້ບໍວ່າພຣະເຈົ້າຕ້ອງການດຶງຂ້ອຍອອກຈາກໂອກາດທີ່ຂ້ອຍຈະເຮັດໜ້າທີ່ຂອງຕົນ? ຕໍ່ມາ ຂ້ອຍອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າທີ່ວ່າ: “ຍິ່ງເຈົ້າດິ້ນຮົນຫຼາຍສ່ຳໃດ, ຄວາມມືດມົນຍິ່ງອ້ອມຮອບ ເຈົ້າຫຼາຍຂຶ້ນ ແລະ ເຈົ້າຍິ່ງຮູ້ສຶກອິດສາ ແລະ ກຽດຊັງຫຼາຍຂຶ້ນ ແລະ ຄວາມປາຖະໜາຢາກໄດ້ຂອງເຈົ້າຍິ່ງແຂງແກ່ນຂຶ້ນສ່ຳນັ້ນ. ຍິ່ງຄວາມປາຖະໜາຢາກໄດ້ຂອງເຈົ້າແຂງແກ່ນຂຶ້ນສ່ຳໃດ, ເຈົ້າຍິ່ງມີຄວາມສາມາດໜ້ອຍລົງສ່ຳນັ້ນ ແລະ ເນື່ອງຈາກເຈົ້າໄດ້ຮັບໜ້ອຍລົງ, ຄວາມກຽດຊັງຂອງເຈົ້າຈະເພີ່ມຂຶ້ນ. ເນື່ອງຈາກວ່າຄວາມກຽດຊັງຂອງເຈົ້າເພີ່ມຂຶ້ນ, ເຈົ້າຈະມືດມົນຢູ່ພາຍໃນຫຼາຍຂຶ້ນ. ຍິ່ງເຈົ້າມືດມົນຢູ່ພາຍໃນຫຼາຍຂຶ້ນສ່ຳໃດ, ເຈົ້າຍິ່ງຈະປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳນັ້ນ; ຍິ່ງເຈົ້າປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳໃດ, ເຈົ້າຍິ່ງເປັນປະໂຫຍດໜ້ອຍລົງສ່ຳນັ້ນ. ນີ້ແມ່ນວົງຈອນຊົ່ວຮ້າຍທີ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຖືກກຳຈັດເທື່ອລະໜ້ອຍ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳທີ່ຮຸນແຮງຂອງພະເຈົ້າເຮັດໃຫ້ຂ້ອຍຕົກໃຈ ແລະ ຕົວສັ່ນ. ຂ້ອຍສາມາດຮູ້ສຶກໄດ້ເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າເຊິ່ງບໍ່ອົດທົນຕໍ່ການເຮັດຜິດ. ໂດຍສະເພາະເມື່ອຂ້ອຍອ່ານສິ່ງນີ້ຈາກພຣະທຳຂອງພຣະເຈົ້າທີ່ວ່າ: “ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຖືກກຳຈັດເທື່ອລະໜ້ອຍ”, ຂ້ອຍຮູ້ສຶກແທ້ໆວ່າຂ້ອຍຕົກຢູ່ໃນອັນຕະລາຍທີ່ໃກ້ເຂົ້າມາ. ບໍ່ດົນຫຼັງຈາກນັ້ນ ຂ້ອຍກໍໄດ້ຍິນເອື້ອຍເຊຍເວົ້າວ່າ “ວຽກງານຂອງຄຣິສຕະຈັກກຳລັງຕົກຕ່ຳລົງໃນທຸກໆດ້ານ...” ລາວກັງວົນຫຼາຍຈົນລາວເລີ່ມຮ້ອງໄຫ້. ແລ້ວຂ້ອຍກໍ່ລະນຶກເຖິງຫົວໜ້າຂອງພວກເຮົາທີ່ແຍກແຍະແກ່ນແທ້ຂອງຄວາມລົ້ມເຫຼວຂອງພວກເຮົາເພື່ອເຮັດວຽກຮ່ວມກັນໃຫ້ດີ ໂດຍເວົ້າວ່າມັນເປັນການລົບກວນ ແລະ ທຳລາຍພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ. ຂ້ອຍບໍ່ກ້າສືບຕໍ່ຄິດກ່ຽວກັບເລື່ອງນັ້ນ, ແຕ່ພຽງແຕ່ຟ້າວມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານ ແລະ ການສະແຫວງຫາ. ຂ້ອຍຮູ້ດີຢ່າງເຕັມທີ່ວ່າການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ການອິດສາຄົນອື່ນບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢຸດໂຕເອງຈາກການສະແຫວງຫາສິ່ງຊົ່ວຮ້າຍເຫຼົ່ານັ້ນໄດ້?

ຕໍ່ມາ ຂ້ອຍໄດ້ອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າທີ່ວ່າ: “ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ໃນລັກສະນະນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ. ເມື່ອເບິ່ງການກະທຳຂອງຊາຕານໃນຕອນນີ້ແລ້ວ, ແຮງຈູງໃຈໃນການກະທໍາຊົ່ວຂອງມັນບໍ່ເປັນຕາລັງກຽດທີ່ສຸດບໍ? ບາງເທື່ອ ໃນປັດຈຸບັນ ພວກເຈົ້າຍັງບໍ່ສາມາດເບິ່ງອອກເຖິງແຮງຈູງໃຈອັນຊົ່ວຊ້າຂອງຊາຕານ ຍ້ອນພວກເຈົ້າຄິດວ່າມະນຸດບໍ່ສາມາດດຳລົງຊີວິດຢູ່ໄດ້ຫາກຂາດຊື່ສຽງ ແລະ ຜົນປະໂຫຍດ. ເຈົ້າຄິດວ່າ ຖ້າຜູ້ຄົນປະຖິ້ມຊື່ສຽງ ແລະ ຜົນປະໂຫຍດໄວ້ເບື້ອງຫຼັງ, ພວກເຂົາກໍຈະບໍ່ສາມາດເຫັນຫົນທາງທີ່ຢູ່ເບື້ອງໜ້າໄດ້ອີກຕໍ່ໄປ, ບໍ່ສາມາດເຫັນເປົ້າໝາຍຂອງພວກເຂົາໄດ້ອີກຕໍ່ໄປ, ອະນາຄົດຂອງພວກເຂົາກໍຈະມືດມິດ, ມືດມົວ ແລະ ເສົ້າໝອງ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍສາມາດພົບເຫັນຮາກເຫງົ້າຂອງບັນຫາໃນການເປີດເຜີຍພຣະທຳຂອງພຣະເຈົ້າ. ຂ້ອຍບໍ່ເຄີຍສາມາດຢຸດໂຕເອງຈາກການໄປນຳຊື່ສຽງ ແລະ ສະຖານະ ຍ້ອນຂ້ອຍໄດ້ຖືກສິດສອນຢູ່ໂຮງຮຽນ ແລະ ໄດ້ຮັບອິດທິພົນຈາກສັງຄົມນັບຕັ້ງແຕ່ຂ້ອຍຍັງເປັນເດັກນ້ອຍ. ປັດຊະຍາ ແລະ ການຫຼອກລວງຂອງຊາຕານໄດ້ຝັງເລິກຢູ່ໃນໃຈຂອງຂ້ອຍ, ຄືກັບ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”, “ສາມາດມີຜູ້ນໍາທີ່ເປັນຜູ້ຊາຍພຽງຄົນດຽວ”, “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ” ແລະ “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ”. ຂ້ອຍໄດ້ໃຊ້ສິ່ງເຫຼົ່ານັ້ນເປັນຄຳເວົ້າເພື່ອດຳລົງຊີວິດຕາມ ແລະ ໄດ້ຕັ້ງພວກມັນໃຫ້ເປັນເປົ້າໝາຍຊີວິດທີ່ຕ້ອງສະແຫວງຫາ. ບໍ່ວ່າຈະຢູ່ໃນໂລກ ຫຼື ຢູ່ໃນເຮືອນຂອງພຣະເຈົ້າ, ຂ້ອຍພຽງແຕ່ສະແຫວງຫາຄວາມນັບຖືອັນສູງສົ່ງຈາກຄົນອື່ນ. ບໍ່ວ່າຂ້ອຍຈະຢູ່ໃນກຸ່ມໃດກໍຕາມ, ຂ້ອຍຕ້ອງການຢູ່ທາງໜ້າ ແລະ ໃຈກາງເພື່ອໃຫ້ທຸກຄົນໝຸນອ້ອມຮອບໂຕຂ້ອຍ. ຂ້ອຍຮູ້ສຶກວ່ານັ້ນແມ່ນວິທີດຽວທີ່ມີຄວາມໝາຍໃນການການດຳລົງຊີວິດ. ຄວາມສາມາດຂອງຂ້ອຍບໍ່ໄດ້ຍິ່ງໃຫຍ່ປານນັ້ນ ແລະ ຂ້ອຍບໍ່ໄດ້ເກັ່ງຫຍັງເປັນພິເສດເຊັ່ນກັນ, ແຕ່ຂ້ອຍພຽງແຕ່ບໍ່ສາມາດຢືນຢູ່ກ້ອງຄົນອື່ນໄດ້. ເມື່ອບາງຄົນເກັ່ງກວ່າຂ້ອຍ, ຂ້ອຍກໍເສຍໃຈຫຼາຍ ແລະ ຂ້ອຍບໍ່ສາມາດຢຸດໂຕເອງຈາກການຍາດຊິງ ແລະ ແຂ່ງຂັນກັບພວກເຂົາ. ຂ້ອຍຈະພະຍາຍາມຄິດຫາສິ່ງໃດໜຶ່ງເພື່ອໄປຢູ່ຂ້າງໜ້າ. ຖ້າຂ້ອຍເຮັດບໍ່ໄດ້, ຂ້ອຍກໍອິດສາ ແລະ ກຽດຊັງພວກເຂົາ ແລະ ໂທດທຸກຄົນ ຍົກເວັ້ນໂຕເອງ. ນັ້ນແມ່ນວິທີການດໍາລົງຊີວິດທີ່ຂີ້ຮ້າຍ. ໃນທີ່ສຸດ ຂ້ອຍກໍເຫັນວ່າການສະແຫວງຫາຊື່ສຽງ ແລະ ສະຖານະບໍ່ແມ່ນເສັ້ນທາງທີ່ຖືກຕ້ອງເລີຍ ແລະ ຍິ່ງຂ້ອຍເຮັດແບບນັ້ນຫຼາຍເທົ່າໃດ, ຂ້ອຍກໍຍິ່ງອວດດີ ແລະ ໃຈນ້ອຍຫຼາຍຂຶ້ນເທົ່ານັ້ນ. ຂ້ອຍກາຍເປັນຄົນເຫັນແກ່ໂຕ ແລະ ໂຫດຮ້າຍຫຼາຍຂຶ້ນໂດຍບໍ່ມີລັກສະນະໃດໆທີ່ຄ້າຍຄືກັບມະນຸດ. ແລ້ວຂ້ອຍກໍແນມເບິ່ງເອື້ອຍເຊຍ: ລາວເຮັດໜ້າທີ່ຂອງລາວຢ່າງມີສະຕິ ແລະ ຢ່າງຈິງຈັງ ແລະ ການສົນທະນາຂອງລາວມີແສງສະຫວ່າງ. ລາວຍັງສາມາດແກ້ໄຂຂໍ້ຫຍຸ້ງຍາກທີ່ແທ້ຈິງຂອງອ້າຍເອື້ອຍນ້ອງໄດ້ດ້ວຍ. ນັ້ນເປັນປະໂຫຍດສຳລັບຄົນອື່ນ ແລະ ສຳລັບວຽກງານຂອງຄຣິສຕະຈັກ. ມັນແມ່ນສິ່ງທີ່ວິເສດ ແລະ ແມ່ນບາງສິ່ງທີ່ສາມາດນຳເອົາການປອບໂຍນມາສູ່ພຣະເຈົ້າໄດ້. ອີກປະການໜຶ່ງ, ຂ້ອຍຍັງນ້ອຍ ແລະ ຂີ້ອິດສາ, ຄິດຢູ່ສະເໝີວ່າລາວກຳລັງລັກຈຸດສົນໃຈຈາກຂ້ອຍ, ດັ່ງນັ້ນຂ້ອຍຈຶ່ງລຳອຽງກັບລາວ. ຂ້ອຍກະຕືລືລົ້ນຢ່າງຍິ່ງທີ່ຈະໃຫ້ລາວເຮັດໜ້າທີ່ຂອງລາວບໍ່ໄດ້ດີ ແລະ ຖືກແທນທີ່. ຂ້ອຍເຫັນວ່າຂ້ອຍເປັນຄົນຜູກພະຍາບາດຫຼາຍພຽງໃດ! ພຣະເຈົ້າຫວັງຈະເຫັນຜູ້ຄົນຈຳນວນຫຼາຍຂຶ້ນທີ່ສະແຫວງຫາຄວາມຈິງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ ແລະ ສາມາດເຮັດໜ້າທີ່ຂອງຕົນເພື່ອເຮັດໃຫ້ພຣະອົງພໍໃຈ. ແຕ່ໃນຄວາມພະຍາຍາມຂອງຂ້ອຍເພື່ອປົກປ້ອງຊື່ສຽງ ແລະ ຕຳແໜ່ງຂອງໂຕເອງ, ຂ້ອຍບໍ່ສາມາດທົນຕໍ່ອ້າຍເອື້ອຍນ້ອງທີ່ເຮັດແບບນັ້ນໄດ້. ຂ້ອຍອິດສາ ແລະ ບໍ່ທົນຕໍ່ພວກເຂົາ. ນັ້ນບໍ່ແມ່ນການຂັດສູ້ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງບໍ? ນັ້ນບໍ່ແມ່ນການຂັດຂວາງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າບໍ? ຂ້ອຍມີຄວາມແຕກຕ່າງຈາກມານຮ້າຍ ກໍຄືຊາຕານແນວໃດ? ບວກກັບມີພະນັກງານພັກຄອມມູນິດເຫຼົ່ານັ້ນທັງໝົດທີ່ຈັດຕັ້ງກຸ່ມ ແລະ ເຂົ້າຮ່ວມໃນການຕໍ່ສູ້ດິ້ນຮົລົນເພື່ອຊື່ສຽງ ແລະ ຕຳແໜ່ງ ແລະ ຈະບໍ່ຢຸດທີ່ຈະໂຈມຕ່ຝ່າຍກົງກັນຂ້າມ, ກຳຈັດສັດຕູຂອງພວກເຂົາ ແລະ ກົດຂີ່ປະຊາຊົນ. ບໍ່ມີໃຜບອກໄດ້ວ່າພວກເຂົາກໍ່ໃຫ້ເກີດຄວາມຊົ່ວຮ້າຍໄປຈັກຄົນ, ພວກເຂົາໄດ້ຂ້າໄປຈັກຄົນແລ້ວ! ໃນທີ່ສຸດ, ພວກເຂົາກໍນຳຄວາມພິນາດມາສູຕົວເອງ ແລະ ເມື່ອພວກເຂົາຕາຍ ພວກເຂົາກໍ່ໄປສູ່ນະລົກ ແລະ ຖືກລົງໂທດ. ແລ້ວເປັນຫຍັງພວກເຂົາຈຶ່ງຈົບລົງແບບນັ້ນ? ບໍ່ແມ່ນຍ້ອນພວກເຂົາວາງຊື່ສຽງ ແລະ ຕຳແໜ່ງໄວ້ເໜືອທຸກສິ່ງບໍ? ແລ້ວຈົ່ງເບິ່ງຄວາມປະພຶດຂອງຂ້ອຍເອງ, ເຖິງແມ່ນວ່າມັນບໍ່ໄດ້ຊົ່ວສ່ຳກັບຂອງພວກເຂົາ, ແຕ່ມັນກໍຄືກັນ. ຂ້ອຍດຳລົງຊີວິດຕາມປັດຊະຍາ ແລະ ກົດເກນຂອງຊາຕານ ແລະ ອຸປະນິໄສທີ່ຂ້ອຍເປີດເຜີຍອອກມາກໍອວດດີ, ເຈົ້າເລ່ ແລະ ໂຫດຮ້າຍ. ສິ່ງທີ່ຂ້ອຍອາໄສຢູ່ແມ່ນຜີປີສາດ ໂດຍບໍ່ມີຄວາມຄ້າຍຄືມະນຸດ. ນັ້ນຈະບໍ່ເປັນທີ່ໜ້າລັງກຽດ ແລະ ໜ້າກຽດຊັງສຳລັບພຣະເຈົ້າໄດ້ແນວໃດ? ການຖືກລົງວິໄນແບບນັ້ນແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າທີ່ມາເຖິງຂ້ອຍ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນຄວາມລອດພົ້ນຂອງພຣະອົງສຳລັບຂ້ອຍ. ເມື່ອຮັບຮູ້ທັງໝົດນີ້, ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າໂດຍໄວໃນຄຳອະທິຖານ. ຂ້ອຍເວົ້າວ່າ “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ໄດ້ສະແຫວງຫາຄວາມຈິງ. ຂ້ານ້ອຍພຽງແຕ່ສະແຫວງຫາຊື່ສຽງ ແລະ ສະຖານະ. ຂ້ານ້ອຍເຄີຍຖືກຊາຕານຫຼອກລວງ ແລະ ເຮັດໃຫ້ເສື່ອມຊາມ, ບໍ່ຮູ້ສຶກຄືເປັນມະນຸດເລີຍ. ເມື່ອຂ້ານ້ອຍສູນເສຍຊື່ສຽງ ແລະ ສະຖານະ, ຂ້ານ້ອຍບໍ່ຢາກເຮັດໜ້າທີ່ຂອງຕົນອີກຕໍ່ໄປ ແລະ ກຳລັງຈະທໍລະຍົດຕໍ່ພຣະອົງ. ພຣະເຈົ້າ, ຂ້ານ້ອຍປາຖະໜາທີ່ຈະກັບໃຈຫາພຣະອົງ. ຂ້ານ້ອຍເຕັມໃຈສະແຫວງຫາຄວາມຈິງ, ຮ່ວມມືກັບເອື້ອຍນ້ອງຂອງຂ້ານ້ອຍ ແລະ ເປັນພື້ນຖານໃນໜ້າທີ່ຂອງຂ້ານ້ອຍເພື່ອເຮັດໃຫ້ພຣະອົງພໍໃຈ”.

ຫຼັງຈາກນັ້ນ, ຂ້ອຍກໍເປີດໃຈກັບເອື້ອຍເຊຍ. ຂ້ອຍແຍກແຍະວິທີທີ່ຂ້ອຍຍາດຊິງເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພະຍາຍາມແຂ່ງຂັນກັບລາວ. ຂ້ອຍຍັງຂໍໃຫ້ລາວຈັບຕາເບິ່ງຂ້ອຍ ແລະ ຊ່ວຍເຫຼືອຂ້ອຍ. ຫຼັງຈາກນັ້ນ, ພວກເຮົາກໍສາມາດຮ່ວມມືກັນໃນໜ້າທີ່ຂອງພວກເຮົາຢ່າງສະດວກຫຼາຍຂຶ້ນ. ເຖິງແມ່ນວ່າໃນບາງຄັ້ງຄາວຂ້ອຍຍັງສະແດງຄວາມປາຖະໜາສຳລັບຊື່ສຽງ ແລະ ຜົນປະໂຫຍດ, ຂ້ອຍກໍສາມາດເຫັນໄດ້ໂດຍໄວວ່ານັ້ນແມ່ນອຸປະນິໄສແບບຊາຕານຂອງຂ້ອຍທີ່ກຳລັງສະແດງໂຕຂອງມັນເອງ, ຂ້ອຍຄິດເຖິງທຳມະຊາດ ແລະ ຜົນທີ່ຈະຕາມມາຂອງການສືບຕໍ່ແບບນັ້ນ ແລະ ຂ້ອຍກໍຟ້າວອະທິຖານຫາພຣະເຈົ້າ ແລະ ຮວບຮວມຄວາມຄິດຂອງຂ້ອຍຢ່າງມີສະຕິ. ຂ້ອຍໄປຟັງການສົນທະນາຂອງເອື້ອຍນ້ອງດ້ວຍໃຈຈິງ ແລະ ຮຽນຮູ້ຈາກຈຸດແຂງຂອງລາວ. ເມື່ອຂ້ອຍເຫັນວ່າລາວພາດບາງສິ່ງໃນການສົນທະນາຂອງລາວ, ຂ້ອຍກໍຮ້ອງບອກທັນທີ. ໃນຊ່ວງເວລາເຫຼົ່ານັ້ນ, ຂ້ອຍຄິດຫາວິທີວ່າຈະສົນທະນາຢ່າງຊັດເຈນໄດ້ແນວໃດ ເພື່ອໃຫ້ທຸກຄົນສາມາດໄດ້ຮັບຜົນປະໂຫຍດຈາກມັນ. ທຸກຄົນຮູ້ສຶກວ່າການເຕົ້າໂຮມກັນແບບນັ້ນເປັນການເສີມສ້າງແທ້ໆ ແລະ ຂ້ອຍກໍໄດ້ຮັບບາງສິ່ງບາງຢ່າງຈາກພວກເຂົາເຊັ່ນກັນ. ຂ້ອຍຮູ້ສຶກເປັນອິດສະຫຼະ ແລະ ສະບາຍໃຈພາຍໃນໃຈຂອງຂ້ອຍ. ມັນເປັນຄືກັບພຣະທຳຂອງພຣະເຈົ້າທີ່ເວົ້າວ່າ: “ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ, ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ປະຖິ້ມຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງເຈົ້າເອງ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ເອົາໃຈໃສ່ຜົນປະໂຫຍດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການດຳລົງຊີວິດ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ໂດຍບໍ່ຕ້ອງເປັນຄົນຕໍ່າຊາມ ຫຼື ເປັນຄົນໄຮ້ປະໂຫຍດ, ດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນມີຈິດໃຈຄັບແຄບ ຫຼື ໃຈໂຫດຮ້າຍ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນດຳລົງຊີວິດ ແລະ ປະຕິບັດ. ຄວາມປາຖະໜາພາຍໃນຫົວໃຈຂອງເຈົ້າເພື່ອຕອບສະໜອງຜົນປະໂຫຍດຂອງຕົວເຈົ້າເອງຈະຄ່ອຍໆຫຼຸດລົງ...” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຊາບຊຶ້ງຢ່າງຍິ່ງທີ່ໄດ້ດຳເນີນຊີວິດຕາມພຣະທຳຂອງພຣະເຈົ້າ. ຂໍຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ລົດຊາດຂອງການເປັນຄົນຊື່ສັດ

ໂດຍ ຢົງຊຸ່ຍ, ເກົາຫຼີໃຕ້ ມື້ໜຶ່ງໃນການເຕົ້າໂຮມໃນທ້າຍເດືອນມີນາ, ຜູ້ນຳຄົນໜຶ່ງໄດ້ເວົ້າກ່ຽວກັບອ້າຍຄົນໜຶ່ງທີ່ຖືກຈັບ ແລະ ຖືກທໍລະມານຢ່າງໂຫດຮ້າຍ....

ວິທີການເບິ່ງໜ້າທີ່ຂອງເຈົ້າ

ໂດຍ ຈົງເຊີງ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື...

Leave a Reply