ການທົດລອງຂອງເຊື້ອສາຍຂອງໂມອາບ

24 ເດືອນທັນວາ 2021

ໂດຍ ຈວນຢີ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ” (ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້” (ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າເຮັດໃຫ້ຂ້ານ້ອຍຄິດເຖິງການທົດລອງຂອງຂ້ານ້ອຍໃນຖານະເຊື້ອສາຍຂອງໂມອາບ.

ຂ້ານ້ອຍຈື່ໄດ້ໃນປີ 1993, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ແລະ “ທາດແທ້ ແລະ ຕົວຕົນຂອງມະນຸດ”. ພຣະອົງເປີດເຜີຍວ່າໃນປະເທດຈີນ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນເຊື້ອສາຍຂອງໂມອາບ. ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນເວລານັ້ນ: “ເຊື້ອສາຍຂອງໂມອາບແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຜູ້ຄົນທັງໝົດໃນໂລກ. ບາງຄົນຖາມວ່າ ‘ເຊື້ອສາຍຂອງຮາມບໍ່ແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຄົນທັງປວງບໍ?’ ຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຊື້ອສາຍຂອງຮາມແມ່ນມີຄວາມສຳຄັນເຊິ່ງເປັນຕົວແທນທີ່ແຕກຕ່າງກັນ ແລະ ເຊື້ອສາຍຂອງຮາມກໍເປັນເລື່ອງທີ່ແຕກຕ່າງ: ບໍ່ວ່າພວກເຂົາຈະຖືກສາບແຊ່ງແບບໃດກໍຕາມ, ພວກເຂົາກໍຍັງເປັນເຊື້ອສາຍຂອງໂນອາ; ໃນຂະນະດຽວກັນ, ຕົ້ນກໍາເນີດຂອງໂມອາບບໍ່ໄດ້ບໍລິສຸດ: ໂມອາບມາຈາກພຶດຕິກໍາທີ່ຜິດສິນທໍາ ແລະ ໃນທີ່ນີ້ກໍໄດ້ມີຄວາມແຕກຕ່າງ” (ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຜູ້ທີ່ເຮົາຊ່ວຍໃຫ້ພົ້ນແມ່ນຜູ້ຄົນທີ່ເຮົາໄດ້ກໍານົດລ່ວງໜ້າແຕ່ດົນນານ ແລະ ຖືກເຮົາໄຖ່ບາບໃຫ້ແລ້ວ ໃນຂະນະທີ່ພວກເຈົ້າແມ່ນວິນຍານທີ່ໜ້າສົງສານ ທີ່ຖືກຈັດໃຫ້ຢູ່ໃນທ່າມກາງມະນຸດແມ່ນຂໍ້ຍົກເວັ້ນຈາກກົດລະບຽບນີ້. ພວກເຈົ້າຄວນຮູ້ວ່າ ພວກເຈົ້າບໍ່ເໝາະສົມທີ່ຈະຢູ່ໃນເຮືອນຂອງເດວິດ ຫຼື ຢາໂຄບ ແຕ່ເໝາະສົມທີ່ຈະຢູ່ກັບໂມອັບ ທີ່ເປັນສະມາຊິກຂອງຊົນເຜົ່າຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເນື່ອງຈາກເຮົາບໍ່ໄດ້ສ້າງສັນຍາກັບພວກເຈົ້າ, ແຕ່ພຽງປະຕິບັດພາລະກິດ, ກ່າວໃນທ່າມກາງພວກເຈົ້າ ແລະ ນໍາພາພວກເຈົ້າເທົ່ານັ້ນ. ເລືອດຂອງເຮົາບໍ່ໄດ້ລັ່ງອອກມາເພື່ອພວກເຈົ້າ; ເຮົາພຽງດໍາເນີນພາລະກິດໃນທ່າມກາງພວກເຈົ້າ ເພື່ອຄໍາພະຍານຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ຮູ້ສິ່ງນີ້ບໍ?” (ຄັດຈາກບົດ “ທາດແທ້ ແລະ ຕົວຕົນຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍຕົກໃຈຫຼາຍ. ຂ້ານ້ອຍສົງໄສວ່າ, “ພວກເຮົາເປັນເຊື້ອສາຍຂອງໂມອາບບໍ? ສິ່ງນີ້ເປັນຄວາມຈິງບໍ? ໂມອາບເກີດຈາກໂລດ ແລະ ລູກສາວຂອງລາວ. ລາວເປັນຜະລິດຕະຜົນຈາກຄວາມໝົກໝົ້ນທາງເພດ, ບໍ່ແມ່ນຕົ້ນກໍາເນີດທີ່ບໍລິສຸດ, ສະນັ້ນ ພວກເຮົາຈະສາມາດເປັນເຊື້ອສາຍຂອງລາວໄດ້ແນວໃດ? ໃນຄວາມເຊື່ອຂອງຂ້ານ້ອຍໃນພຣະຜູ້ເປັນເຈົ້າ, ພວກເຂົາເຄີຍເວົ້າວ່າພວກເຮົາເປັນເຊື້ອສາຍຂອງຊາວອິດສະຣາເອັນ, ພວກເຮົາເປັນເຊື້ອສາຍຂອງຢາໂຄບ. ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າພວກເຮົາເປັນເຊື້ອສາຍຂອງໂມອາບ?” ຂ້ານ້ອຍບໍ່ສາມາດຍອມຮັບສິ່ງນີ້ໄດ້ແທ້ໆ, ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍ່ຄິດວ່າ, “ພຣະທຳທຸກຂໍ້ຂອງພຣະເຈົ້າເປັນຄວາມຈິງ ແລະ ພຣະອົງເປີດເຜີຍແຕ່ຄວາມຈິງເທົ່ານັ້ນ. ມັນບໍ່ສາມາດຜິດພາດໄດ້! ເປັນຫຍັງຂ້ານ້ອຍຈຶ່ງເປັນເຊື້ອສາຍຂອງໂມອາບ ແລະ ເປັນຫຍັງຂ້ານ້ອຍຈຶ່ງເກີດໃນປະເທດຈີນ?” ຂ້ານ້ອຍຄິດວ່າ ໃນຖານະຜູ້ທໍາອິດທີ່ປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ຢູ່ໃນບັນດາຜູ້ທໍາອິດສໍາລັບພາລະກິດແຫ່ງການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເປັນຄົນທີ່ຈະຖືກເຮັດໃຫ້ກາຍເປັນຜູ້ເອົາຊະນະ, ເປັນຜູ້ເຊື່ອຕົ້ນແບບກ່ອນເກີດໄພພິບັດ, ສະຖານະຂອງຂ້ານ້ອຍຕ້ອງຍິ່ງໃຫຍ່ກວ່າທີ່ຄົນທີ່ພຣະເຈົ້າໄດ້ເລືອກໄວ້ໃນປະເທດອື່ນ. ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ ແລະ ຢູ່ເທິງສຸດຂອງການຖືກສາບແຊ່ງຈາກພຣະເຈົ້າ, ຂ້ານ້ອຍເປັນຜົນຜະລິດມາຈາກຄວາມໝົກໝົ້ນທາງເພດ. ຂ້ານ້ອຍເປັນຄົນຕ້ອຍຕໍ່າທີ່ສຸດ, ຊົ່ວຊ້າທີ່ສຸດໃນບັນດາມະນຸດຊາດທັງປວງ. ຄົນບໍ່ເຊື່ອຈະຄິດແນວໃດກ່ຽວກັບຂ້ານ້ອຍ ຖ້າພວກເຂົາຮູ້ກ່ຽວກັບເລື່ອງນັ້ນ? ສະມາຊິກໃນຄອບຄົວທີ່ບໍ່ເຊື່ອຂອງຂ້ານ້ອຍຈະເວົ້າແນວໃດ? ຂ້ານ້ອຍໄດ້ປະຖິ້ມເຮືອນ ແລະ ອາຊີບຂອງຂ້ານ້ອຍເພື່ອຄວາມເຊື່ອ, ທົນທຸກ ແລະ ສະລະຕົນເອງ, ແຕ່ສຸດທ້າຍແລ້ວ ຂ້ານ້ອຍກໍ່ເປັນເຊື້ອສາຍຂອງໂມອາບ. ມັນເປັນສິ່ງທີ່ໜ້າອັບອາຍ ແລະ ລະອາຍໃຈຫຼາຍ. ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍຕ້ອງທົນທຸກຢ່າງງຽບໆ. ຕະຫຼອດຊ່ວງເວລານັ້ນ ເຊິ່ງເປັນຊ່ວງເວລາທີ່ຂ້ານ້ອຍຄິດກ່ຽວກັບການເປັນເຊື້ອສາຍຂອງໂມອາບ, ຜະລິດຕະຜົນຂອງການໝົກໝົ້ນທາງເພດ, ຂ້ານ້ອຍມີຄວາມລະອາຍຢ່າງບໍ່ໜ້າເຊື່ອ ແລະ ບໍ່ສາມາດສະແດງໃບໜ້າຂອງຂ້ານ້ອຍໄດ້. ຂ້ານ້ອຍຢູ່ເຮືອນເປັນເວລາຫຼາຍມື້, ບໍ່ກິນ ຫຼື ນອນ ແລະ ບໍ່ມີຫົວໃຈທີ່ຈະເຮັດຫຍັງຢູ່ໃນເຮືອນເລີຍ. ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍໄດ້ຈົ່ມຢູ່ສະເໝີວ່າ, “ຂ້ານ້ອຍຈະເປັນໜຶ່ງໃນເຊື້ອສາຍຂອງໂມອາບໄດ້ແນວໃດ? ມໍລະດົກ ແລະ ສະຖານະຂອງຂ້ານ້ອຍຈະຕໍ່າຕ້ອຍໄດ້ແນວໃດ?” ຂ້ານ້ອຍເປັນຄືກັບຄົນທີ່ເຕີບໃຫຍ່ຢູ່ໃນຄອບຄົວທີ່ຮັ່ງມີ, ພູມໃຈຢ່າງບໍ່ໜ້າເຊື່ອ, ຄິດວ່າຂ້ານ້ອຍເກີດມາຢ່າງສູງສົ່ງ, ແຕ່ຫຼັງຈາກນັ້ນ ມື້ໜຶ່ງກໍ່ຮຽນຮູ້ໂດຍຄາດຄິດວ່າຂ້ານ້ອຍຖືກຕັກຂຶ້ນມາຈາກຂີ້ເຫຍື້ອ ແລະ ບໍ່ໄດ້ຢູ່ໃນສາຍຕະກູນນັ້ນເລີຍ. ຂ້ານ້ອຍຮູ້ສຶກເຖິງຄວາມວຸ້ນວາຍທີ່ໂສກເສົ້າ, ສິ້ນຫວັງ ແລະ ໝົດຫວັງຢູ່ພາຍໃນ ແລະ ຂ້ານ້ອຍບໍ່ສາມາດຍອມຮັບຂໍ້ແທ້ຈິງນີ້ໄດ້. ຂ້ານ້ອຍເຕັມໄປດ້ວຍຄວາມບໍ່ພໍໃຈ, ຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດ. ຂ້ານ້ອຍຄິດວ່າໃນຖານະທີ່ເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍຖືກສາບແຊ່ງ ແລະ ພຣະເຈົ້າຈະບໍ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນເລີຍ. ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ານ້ອຍກໍ່ຮູ້ສຶກຜິດຫຼາຍສໍ່ານັ້ນ. ມັນຄ້າຍຄືກັບວ່າມີສິ່ງຂອງໜັກມະຫາສານກົດໃສ່ໜ້າເອິກຂອງຂ້ານ້ອຍ ແລະ ຂ້ານ້ອຍເກືອບຫາຍໃຈບໍ່ອອກ. ຂ້ານ້ອຍຈະລັກໜີໄປຮ້ອງໄຫ້ຄົນດຽວຢູ່ໃນຫ້ອງນໍ້າ. ທຸກຄົນກຳລັງທົນທຸກໃນເວລານັ້ນ. ບາງຄົນຮ້ອງໄຫ້ເມື່ອໃດກໍ່ຕາມທີ່ມີການກ່າວເຖິງມັນ.

ເມື່ອພວກເຮົາກຳລັງທົນທຸກດ້ວຍຄວາມທໍລະມານນີ້ເອງ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ໄດ້ອອກພຣະທຳຂອງພຣະອົງ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໂດຍເປີດເຜີຍສະພາວະຂອງພວກເຮົາ ແລະ ບອກພວກເຮົາວ່າຄວາມປະສົງຂອງພຣະອົງແມ່ນຫຍັງ. ຂ້ານ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ໃນຕອນເລີ່ມຕົ້ນ, ເມື່ອເຮົາມອບຖານະຂອງຜູ້ຄົນຂອງພຣະເຈົ້າໃຫ້ກັບພວກເຈົ້າ ພວກເຈົ້າໂດດເຕັ້ນຂຶ້ນ ແລະ ລົງດ້ວຍຄວາມປິຕິຍິນດີຫຼາຍກວ່າຄົນອື່ນໆ. ແຕ່ທັນທີທີ່ເຮົາບອກວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ ພວກເຈົ້າເປັນແນວໃດ? ພວກເຈົ້າທຸກຄົນລົ້ມລົງ! ວຸດທິພາວະຂອງພວກເຈົ້າຢູ່ໃສ? ແນວຄິດຂອງພວກເຈົ້າກ່ຽວກັບຖານະແມ່ນໜັກແໜ້ນເກີນໄປ! ... ແມ່ນຫຍັງຄືການທົນທຸກທີ່ພວກເຈົ້າໄດ້ຮັບທີ່ ພວກເຈົ້າຮູ້ສຶກວ່າຜິດຫຼາຍ? ພວກເຈົ້າຄິດວ່າ ທັນທີທີ່ພຣະເຈົ້າໄດ້ທໍລະມານພວກເຈົ້າຈົນຮອດຈຸດໃດໜຶ່ງ ພຣະອົງຈະມີຄວາມສຸກ, ຄືກັບວ່າພຣະເຈົ້າມາເພື່ອກ່າວໂທດພວກເຈົ້າໂດຍເຈດຕະນາ ແລະ ຫຼັງຈາກທີ່ກ່າວໂທດ ແລະ ທຳລາຍພວກເຈົ້າ, ພາລະກິດຂອງພຣະອົງກໍສຳເລັດລົງ. ນັ້ນແມ່ນສິ່ງທີ່ເຮົາເວົ້າບໍ? ພວກເຈົ້າບໍ່ໄດ້ຄິດແບບນັ້ນຍ້ອນຄວາມຕາບອດຂອງພວກເຈົ້າບໍ? ມັນເປັນຍ້ອນພວກເຈົ້າເອງບໍທີ່ບໍ່ພະຍາຍາມຢ່າງດີ ຫຼື ເປັນຍ້ອນເຮົາທີ່ກ່າວໂທດພວກເຈົ້າໂດຍເຈດຕະນາ? ເຮົາບໍ່ເຄີຍເຮັດແບບນັ້ນຈັກເທື່ອ, ນັ້ນແມ່ນສິ່ງທີ່ພວກເຈົ້າຄິດຂຶ້ນເອງ. ເຮົາບໍ່ໄດ້ປະຕິບັດພາລະກິດແບບນັ້ນເລີຍ ຫຼື ເຮົາບໍ່ມີເຈດຕະນານັ້ນ. ຖ້າເຮົາຕ້ອງການທຳລາຍພວກເຈົ້າແທ້ໆ, ເຮົາຈຳເປັນຕ້ອງຜະເຊີນກັບຄວາມລໍາບາກຂະໜາດນັ້ນບໍ? ຖ້າເຮົາຕ້ອງການທຳລາຍພວກເຈົ້າແທ້ໆ, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າຢ່າງເອົາຈິງເອົາຈັງບໍ? ຄວາມປະສົງຂອງເຮົາກໍຄື: ເມື່ອເຮົາໄດ້ຊ່ວຍພວກເຈົ້າໃຫ້ລອດພົ້ນແລ້ວ ນັ້ນກໍຈະເປັນເວລາທີ່ເຮົາສາມາດພັກຜ່ອນໄດ້. ຍິ່ງຄົນຕໍ່າຕ້ອຍຫຼາຍສໍ່າໃດ, ພວກເຂົາຍິ່ງເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຫຼາຍສໍ່ານັ້ນ. ຍິ່ງພວກເຈົ້າສາມາດເຂົ້າເຖິງຢ່າງກະຕືລືລົ້ນຫຼາຍສໍ່າໃດ, ເຮົາຍິ່ງຈະມີຄວາມສຸກຫຼາຍສໍ່ານັ້ນ. ຍິ່ງພວກເຈົ້າແຕກແຍກກັນຫຼາຍສໍ່າໃດ ເຮົາກໍຍິ່ງບໍ່ສະບາຍໃຈຫຼາຍສໍ່ານັ້ນ. ພວກເຈົ້າຕ້ອງການຍ່າງວາງມາດຊົງ ແລະ ຍຶດເອົາບັນລັງສະເໝີ, ເຮົາຂໍບອກພວກເຈົ້າວ່າ ນັ້ນບໍ່ແມ່ນເສັ້ນທາງໃນການຊ່ວຍພວກເຈົ້າໃຫ້ລອດພົ້ນຈາກຄວາມສົກກະປົກ. ຄວາມເພີ້ຝັນຂອງການນັ່ງເທິງບັນລັງບໍ່ສາມາດເຮັດໃຫ້ພວກເຈົ້າສົມບູນໄດ້; ນັ້ນບໍ່ແມ່ນຄວາມຈິງ” (ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍຮູ້ສຶກຜິດຫຼາຍເມື່ອຂ້ານ້ອຍອ່ານສິ່ງນີ້. ຂ້ານ້ອຍໄດ້ຄິດກ່ຽວກັບວ່າ ກ່ອນໜ້ານີ້ ເມື່ອພຣະເຈົ້າເວົ້າວ່າພວກເຮົາຈະກາຍມາເປັນປະຊາຊົນຂອງອານາຈັກ ແລະ ພວກເຮົາຈະກາຍເປັນຜູ້ເອົາຊະນະ, ກາຍເປັນຕົ້ນແບບ, ຂ້ານ້ອຍກໍ່ຈອງຫອງ ແລະ ບໍ່ຮູ້ວ່າຂ້ານ້ອຍແມ່ນໃຜ, ເຊື່ອວ່າ ຍ້ອນຂ້ານ້ອຍເປັນຄົນໜຶ່ງໃນຄົນທຳອິດທີ່ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ໃນບັນດາຜູ້ທຳອິດທີ່ຖືກເຮັດໃຫ້ສົມບູນ, ຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າຄົນທີ່ພຣະເຈົ້າໄດ້ເລືອກໄວ້ຈາກປະເທດອື່ນ. ຂ້ານ້ອຍພູມໃຈກັບຕົວເອງຫຼາຍ, ພໍໃຈກັບຕົນເອງຫຼາຍ. ເມື່ອພຣະເຈົ້າເປີດເຜີຍວ່າພວກເຮົາວ່າເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍກໍ່ເຫັນວ່າຂ້ານ້ອຍມີຕົ້ນກຳເນີນ ແລະ ສະຖານະທີ່ຕໍ່າຕ້ອຍ ແລະ ຂ້ານ້ອຍຖືກສາບແຊ່ງໂດຍພຣະເຈົ້າ. ຂ້ານ້ອຍຄິດວ່າພຣະເຈົ້າຈະບໍ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ສະນັ້ນ ຂ້ານ້ອຍຈຶ່ງຄິດລົບ ແລະ ບໍ່ສາມາດເອົາມັນອອກໄດ້. ຂ້ານ້ອຍຮູ້ວ່າຄວາມປາຖະໜາຢາກໄດ້ສະຖານະຂອງຂ້ານ້ອຍແມ່ນແຮງກ້າເກີນໄປ ແລະ ວຸດທິພາວະຂອງຂ້ານ້ອຍກໍ່ຂາດເຂີນແທ້ໆ. ໃນຄວາມເປັນຈິງ, ເຖິງແມ່ນພຣະເຈົ້າໄດ້ເປີດໂປງວ່າພວກເຮົາເປັນເຊື້ອສາຍຂອງໂມອາບ, ແຕ່ພຣະອົງບໍ່ເຄີຍເວົ້າວ່າພຣະອົງຈະບໍ່ຊ່ວຍພວກເຮົາໃຫ້ລອດພົ້ນ. ໃນທີ່ສຸດແລ້ວ, ພຣະອົງໄດ້ກາຍເປັນເນື້ອໜັງຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ສະແດງຄວາມຈິງເພື່ອພິພາກສາ, ຂ້ຽນຕີ, ລ້ຽງດູ ແລະ ສະໜອງໃຫ້ພວກເຮົາ ເພື່ອວ່າພວກເຮົາ ເຊິ່ງເປັນຄົນສົກກະປົກ ແລະ ເສື່ອມຊາມທີ່ສຸດ ຈະສາມາດມີໂອກາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ເຈດຕະນາດີຂອງພຣະເຈົ້າຢູ່ເບື້ອງຫຼັງມັນທັງໝົດ! ແຕ່ຂ້ານ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຂ້ານ້ອຍຄິດວ່າໃນຖານະເປັນເຊື້ອສາຍຂອງໂມອາບ, ຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍຄືກັບຂ້ານ້ອຍຈະຖືກພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ, ບໍ່ມີທາງທີ່ພຣະອົງຈະຊ່ວຍຂ້ານ້ອຍໃຫ້ລອດພົ້ນໄດ້. ຂ້ານ້ອຍເຂົ້າໃຈຜິດ ແລະ ຈົ່ມຕໍ່ວ່າ, ຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍບໍ່ມີເຫດຜົນຫຼາຍ! ຫຼັງຈາກນັ້ນບໍ່ດົນ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າ: “ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ທຳມະຊາດຂອງພວກເຈົ້າ ແລະ ບ່ອນເກີດຂອງພວກເຈົ້າສູງສົ່ງທີ່ສຸດບໍ? ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງລາວ, ແຕ່ເຖິງຢ່າງໃດພວກເຈົ້າທຸກຄົນກໍຍັງແມ່ນລູກຫຼານຂອງໂມອາບຢູ່ດີບໍ່ແມ່ນບໍ? ຄວາມເປັນຈິງໃນຂໍ້ແທ້ຈິງນີ້ສາມາດປ່ຽນແປງໄດ້ບໍ? ການເປີດໂປງທຳມະຊາດຂອງພວກເຈົ້າໃນປັດຈຸບັນຄັດຄ້ານກັບຄວາມເປັນຈິງໃນຂໍ້ແທ້ຈິງບໍ? ໃຫ້ເບິ່ງຄວາມເປັນທາດຂອງພວກເຈົ້າ, ຊີວິດຂອງພວກເຈົ້າ ແລະ ລັກສະນະຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດຂອງສິ່ງທີ່ຕໍ່າຕ້ອຍທ່າມກາງມະນຸດຊາດ? ພວກເຈົ້າມີຫຍັງແດ່ໃຫ້ໂອ້ອວດ? ໃຫ້ເບິ່ງຖານະຂອງພວກເຈົ້າໃນສັງຄົມ. ພວກເຈົ້າບໍ່ໄດ້ຢູ່ໃນລະດັບທີ່ຕໍ່າຕ້ອຍທີ່ສຸດບໍ? ພວກເຈົ້າຄິດວ່າ ເຮົາໄດ້ເວົ້າຜິດບໍ? ອັບຣາຮາມຖວາຍອີຊາກ. ພວກເຈົ້າໄດ້ຖວາຍຫຍັງແດ່? ໂຢບຖວາຍທຸກສິ່ງທຸກຢ່າງ. ພວກເຈົ້າໄດ້ຖວາຍຫຍັງແດ່? ມີຫຼາຍຄົນທີ່ໄດ້ມອບຊີວິດຂອງພວກເຂົາ, ກົ້ມຫົວພວກເຂົາລົງ, ຫຼັ່ງເລືອດຂອງພວກເຂົາເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ພວກເຈົ້າໄດ້ຈ່າຍລາຄາດັ່ງກ່າວແລ້ວບໍ? ເມື່ອປຽບທຽບກັນແລ້ວ ພວກເຈົ້າບໍ່ມີຄຸນສົມບັດທີ່ຈະໄດ້ຮັບຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວເລີຍ, ແລ້ວມັນຜິດພວກເຈົ້າບໍ ທີ່ຈະເວົ້າໃນປັດຈຸບັນວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ? ຢ່າເຫັນຕົນເອງເປັນຄົນສູງສົ່ງເກີນໄປ. ເຈົ້າບໍ່ໄດ້ມີຫຍັງໃຫ້ໂອ້ອວດ. ຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວ, ຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວ ແມ່ນຖືກມອບໃຫ້ກັບພວກເຈົ້າລ້າໆ. ພວກເຈົ້າບໍ່ໄດ້ເສຍສະຫຼະຫຍັງເລີຍ, ແຕ່ໄດ້ຮັບຄວາມເມດຕາລ້າໆ. ພວກເຈົ້າບໍ່ຮູ້ສຶກອັບອາຍບໍ?” (ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຄໍາຖາມແຕ່ລະຂໍ້ຂອງພຣະເຈົ້າໄດ້ເຄາະປະຕູຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຮູ້ສຶກລະອາຍໃຈຫຼາຍ, ອັບອາຍຫຼາຍ! ຂ້ານ້ອຍຄິດເຖິງໄພ່ພົນຕະຫຼອດຍຸກຕ່າງໆ, ພວກເຂົາໄດ້ອຸທິດຕົນ ແລະ ເຊື່ອຟັງພຣະເຈົ້າ ແລະ ບໍ່ເຄີຍກ່າວໂທດພຣະອົງເມື່ອກຳລັງຜະເຊີນໜ້າກັບການທົດລອງທີ່ໃຫຍ່ຫຼວງ. ພວກເຂົາຢືນເປັນພະຍານໃຫ້ກັບພຣະເຈົ້າ ແລະ ໄດ້ຮັບຄວາມເຫັນດີ ແລະ ພອນຂອງພຣະອົງ. ອັບຣາຮາມເຊື່ອຟັງຄຳສັ່ງຂອງພຣະເຈົ້າ, ຖວາຍອີຊາກ ເຊິ່ງເປັນລູກຊາຍສຸດທີ່ຮັກຂອງລາວໃຫ້ແກ່ພຣະເຈົ້າ. ລາວບໍ່ໄດ້ເຈລະຈາເງື່ອນໄຂໃດໆ ຫຼື ພະຍາຍາມໂຕ້ຖຽງກັບພຣະເຈົ້າ, ແຕ່ພຽງແຕ່ເຊື່ອຟັງຢ່າງແທ້ຈິງ. ແລ້ວເມື່ອໂຢບໄດ້ຜ່ານການທົດລອງທີ່ຍິ່ງໃຫຍ່, ໂດຍສູນເສຍຊັບສິນທັງໝົດໃນຄອບຄົວ ແລະ ລູກທຸກຄົນຂອງລາວ, ຮ່າງກາຍຂອງລາວເຕັມໄປດ້ວຍຕຸ່ມ, ລາວກໍ່ຍັງສັນລະເສີນພຣະເຈົ້າ ໂດຍກ່າວວ່າ “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:21). ແຕ່ຂ້ານ້ອຍເກີດຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ໄດ້ຮັບການສຶກສາກ່ຽວກັບອະເທວານິຍົມ, ວິວັດທະນາການ ແລະ ວັດຖຸນິຍົມຕັ້ງແຕ່ຍັງນ້ອຍ. ຂ້ານ້ອຍບໍ່ເຄີຍຮູ້ວ່າມີພຣະເຈົ້າ, ແຮງໄກທີ່ຈະຮູ້ຈັກວິທີນະມັດສະການພຣະອົງ. ຄວາມເຊື່ອຂອງຂ້ານ້ອຍຄືການພຽງແຕ່ໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າ, ເພື່ອວ່າຕໍ່ມາ ຂ້ານ້ອຍຈະສາມາດເຂົ້າໄປໃນອານາຈັກສະຫວັນ ແລະ ມີຈຸດໝາຍປາຍທາງທີ່ດີ. ເມື່ອຜະເຊີນໜ້າກັບການທົດລອງ, ບໍ່ມີສະຖານະ ແລະ ບໍ່ໄດ້ຮັບພອນອັນໃດເລີຍ, ຂ້ານ້ອຍກໍ່ພຽງແຕ່ເຂົ້າໃຈຜິດ ແລະ ຈົ່ມຕໍ່ວ່າ, ມີຄວາມຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍບໍ່ໄດ້ເຊື່ອຟັງແທ້ໆ ແລະ ຂ້ານ້ອຍບໍ່ໄດ້ປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ. ຕະຫຼອດໄລຍະເວລາແຫ່ງຄວາມເຊື່ອເຫຼົ່ານັ້ນ, ຂ້ານ້ອຍມີຄວາມສຸກກັບການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າໂດຍບໍ່ເສຍຄ່າຫຍັງ ແລະ ການຊີ້ນຳເທື່ອລະຂັ້ນຕອນໃນພາລະກິດຂອງພຣະເຈົ້າ. ບໍ່ພຽງແຕ່ຂ້ານ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ານ້ອຍໃຫ້ດີເພື່ອຕອບແທນຄວາມຮັກຂອງພຣະອົງເທົ່ານັ້ນ, ແຕ່ສິ່ງທີ່ຂ້ານ້ອຍມອບໃຫ້ກັບພຣະອົງເປັນການຕອບແທນມີພຽງແຕ່ຄວາມເຂົ້າໃຈຜິດ ແລະ ການຈົ່ມຕໍ່ວ່າ, ຄວາມກະບົດ ແລະ ການຕໍ່ຕ້ານ. ຂ້ານ້ອຍເປັນຜູ້ເຊື່ອແບບໃດ? ເຖິງປານນັ້ນ, ຂ້ານ້ອຍກໍ່ຄິດວ່າຕົນເອງເປັນແກ້ວຕາດວງໃຈຂອງພຣະເຈົ້າ, ເປັນຄົນທີ່ສຳຄັນຕໍ່ພຣະອົງ ແລະ ຂ້ານ້ອຍຄິດວ່າຂ້ານ້ອຍມີສະຖານະສູງກວ່າຄົນທີ່ພຣະເຈົ້າເລືອກຈາກປະເທດອື່ນ, ຂ້ານ້ອຍມີຄຸນສົມບັດທີ່ສຸດສຳລັບລາງວັນ ແລະ ພອນຂອງພຣະເຈົ້າ. ຂ້ານ້ອຍຈອງຫອງຫຼາຍຈົນບໍ່ຮູ້ວ່າຫຍັງເປັນຫຍັງ. ຂ້ານ້ອຍບໍ່ມີຄວາມຮູ້ກ່ຽວກັບຕົນເອງເລີຍ! ຖ້າພຣະເຈົ້າບໍ່ໄດ້ເປີດເຜີຍແຫຼ່ງກໍາເນີດທີ່ສົກກະປົກ ແລະ ຕໍ່າຕ້ອຍຂອງຂ້ານ້ອຍ, ຂ້ານ້ອຍຍັງຄິດວ່າຂ້ານ້ອຍມາຈາກໜຶ່ງໃນ 12 ເຜົ່າຂອງຢາໂຄບ, ຂ້ານ້ອຍເປັນລູກຂອງອິດສະຣາເອນ, ເປັນເຊື້ອສາຍຂອງດາວິດ. ຂ້ານ້ອຍບໍ່ຮູ້ຈັກຢາງອາຍແທ້ໆ! ຕອນນີ້, ຂ້ານ້ອຍຮູ້ຕົວຕົນ ແລະ ສະຖານະຂອງຂ້ານ້ອຍ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ພະຍາຍາມດຶງດູດຫຼາຍ. ຂ້ານ້ອຍບໍ່ໄດ້ເປັນຄົນອວດດີຄືກັບທີ່ຂ້ານ້ອຍເຄີຍເປັນມາກ່ອນ. ຂ້ານ້ອຍຍັງໄດ້ຮັບເຫດຜົນບາງຢ່າງຕໍ່ໜ້າພຣະເຈົ້າ. ນີ້ແມ່ນຄວາມລອດຂອງພຣະເຈົ້າສໍາລັບຂ້ານ້ອຍ! ຂ້ານ້ອຍບໍ່ຄວນເກັບເອົາຄວາມຮຽກຮ້ອງໃດໜຶ່ງທີ່ເກີນເລີຍຈາກພຣະເຈົ້າ ແລະ ເຖິງແມ່ນວ່າຂ້ານ້ອຍຈະບໍ່ມີຈຸດຈົບ ຫຼື ຈຸດໝາຍປາຍທາງທີ່ດີໃນທີ່ສຸດ, ຂ້ານ້ອຍກໍ່ຍັງຍອມຕໍ່ສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ ແລະ ສັນລະເສີນຄວາມຊອບທໍາຂອງພຣະອົງ.

ຕໍ່ມາ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂຶ້ນ ແລະ ເຂົ້າໃຈຄວາມໝາຍຂອງການທີ່ພຣະເຈົ້າປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບຫຼາຍຂຶ້ນ. ຂ້ານ້ອຍເຫັນວ່ານີ້ແມ່ນສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ “ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້... ການປະຕິບັດພາລະກິດໃນພວກເຈົ້າໃນປັດຈຸບັນ ເຊິ່ງເປັນເຊື້ອສາຍຂອງໂມອາບ ບໍ່ແມ່ນການເຮັດໃຫ້ພວກເຈົ້າອັບອາຍໂດຍເຈດຕະນາ, ແຕ່ມັນແມ່ນເພື່ອເປີດເຜີຍຄວາມສຳຄັນຂອງພາລະກິດດັ່ງກ່າວ. ມັນຄືການຍົກຂຶ້ນທີ່ຍິ່ງໃຫຍ່ສຳລັບພວກເຈົ້າ. ຖ້າບຸກຄົນໜຶ່ງມີເຫດຜົນ ແລະ ຄວາມເຂົ້າໃຈ, ພວກເຂົາຈະເວົ້າວ່າ ‘ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ. ຂ້ານ້ອຍບໍ່ສົມຄວນສຳລັບການທີ່ຖືກພຣະເຈົ້າຍົກຂຶ້ນຢ່າງຍິ່ງໃຫຍ່ດັ່ງທີ່ຂ້ານ້ອຍໄດ້ຮັບໃນປັດຈຸບັນແທ້ໆ ຫຼື ບໍ່ສົມຄວນສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ເວົ້າ ແລະ ອີງຕາມສະຖານະ ແລະ ຄຸນຄ່າຂອງຂ້ານ້ອຍ, ຂ້ານ້ອຍບໍ່ເໝາະສົມສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ. ຊາວອິດສະຣາເອນມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະເຈົ້າ ແລະ ຄວາມເມດຕາທີ່ພວກເຂົາໄດ້ຮັບແມ່ນຖືກປະທານໃຫ້ກັບພວກເຂົາໂດຍພຣະອົງ, ແຕ່ສະຖານະຂອງພວກເຂົາແມ່ນສູງສົ່ງກວ່າຂອງພວກຂ້ານ້ອຍຫຼາຍ. ອັບຣາຮາມອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢໂຮວາ ແລະ ເປໂຕກໍອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢຊູ, ການອຸທິດຂອງພວກເຂົາລື່ນພວກຂ້ານ້ອຍເປັນຮ້ອຍເທົ່າ. ອີງຕາມການກະທຳຂອງພວກຂ້ານ້ອຍ, ພວກຂ້ານ້ອຍແມ່ນບໍ່ສົມຄວນທີ່ຈະໄດ້ຮັບຄວາມເມດຕາຂອງພຣະເຈົ້າຢ່າງແນ່ນອນ’” (ຄັດຈາກບົດ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ເຊື້ອສາຍຂອງໂມອາບຖືກສາບແຊ່ງ ແລະ ພວກເຂົາເກີດໃນປະເທດທີ່ຫຼ້າຫຼັງນີ້; ໂດຍບໍ່ຕ້ອງສົງໄສ, ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ລູກຫຼານຂອງໂມອັບມີສະຖານະທີ່ຕໍ່າຕ້ອຍທີ່ສຸດ. ເພາະວ່າຜູ້ຄົນເຫຼົ່ານີ້ມີສະຖານະຕໍ່າທີ່ສຸດໃນອະດີດຜ່ານມາ, ພາລະກິດທີ່ປະຕິບັດເຮັດຕໍ່ພວກເຂົາແມ່ນສາມາດລົບລ້າງແນວຄວາມເຊື່ອຂອງມະນຸດໄດ້ ແລະ ຍັງເປັນພາລະກິດທີ່ເປັນປະໂຫຍດທີ່ສຸດຕໍ່ກັບແຜນການຄຸ້ມຄອງຫົກພັນປີຂອງພຣະອົງອີກ. ການດຳເນີນພາລະກິດກັບຜູ້ຄົນເຫຼົ່ານີ້ ແມ່ນການກະທຳທີ່ສາມາດລົບລ້າງແນວຄວາມເຊື່ອຂອງມະນຸດ. ດ້ວຍເຫດນີ້ພຣະອົງຈຶ່ງເປີດຍຸກໃໝ່, ດ້ວຍເຫດນີ້ພຣະອົງຈຶ່ງລົບລ້າງຄວາມເຊື່ອຂອງມະນຸດທັງໝົດ, ດ້ວຍເຫດນີ້ ພຣະອົງຈຶ່ງຢຸດຕິພາລະກິດຂອງຍຸກແຫ່ງພຣະກະລຸນາທັງໝົດ. ພາລະກິດຂອງພຣະອົງແມ່ນໄດ້ດຳເນີນໃນຢູດາຍພາຍໃນຂອບເຂດຂອງອິດສະຣາເອນ, ໃນຊາດທີ່ບໍ່ແມ່ນຊາວຢິວ ພຣະອົງບໍ່ໄດ້ເຮັດພາລະກິດເປີດຍຸກໃໝ່ໃດໆທັງນັ້ນ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງບໍ່ພຽງແຕ່ຖືກດຳເນີນຕໍ່ກັບຜູ້ຄົນໃນຊາດທີ່ບໍ່ແມ່ນຊາວຢິວເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນຖືກດຳເນີນໃນຜູ້ຄົນທີ່ຖືກສາບອີກດ້ວຍ. ເຫດຜົນອັນດຽວນີ້ສາມາດເຮັດໃຫ້ຊາຕານຂາຍໜ້າໄດ້. ສະນັ້ນພຣະເຈົ້າຈຶ່ງ ‘ກາຍເປັນ’ ພຣະເຈົ້າທີ່ສ້າງສັບພະສິ່ງທັງປວງໃນຈັກກະວານນີ້, ພຣະຜູ້ເປັນເຈົ້າຂອງທຸກສິ່ງ, ເປັນສິ່ງບູຊາສຳລັບທຸກສິ່ງທຸກຢ່າງໃນຊີວິດ” (ຄັດຈາກບົດ “ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍເຄີຍມີແນວຄິດທີ່ວ່າພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າວ່າພຣະອົງຈະຊ່ວຍຜູ້ໃດ, ພວກເຂົາເປັນຄົນທີ່ພຣະອົງໄດ້ເລືອກໄວ້, ສະນັ້ນເນື່ອງຈາກວ່າຄົນຈີນເປັນເຊື້ອສາຍຂອງໂມອາບ, ຍ້ອນພວກເຮົາເປັນຄົນທີ່ຕໍ່າຕ້ອຍທີ່ສຸດ, ຄົນທີ່ຮັບຮູ້ພຣະເຈົ້າໜ້ອຍທີ່ສຸດ ແລະ ຕໍ່ຕ້ານພຣະເຈົ້າຫຼາຍທີ່ສຸດ ແລະ ພວກເຮົາຖືກສາບແຊ່ງ ແລະ ຖືກປະຕິເສດໂດຍພຣະເຈົ້າ, ພຣະອົງຈະບໍ່ຊ່ວຍພວກເຮົາໃຫ້ລອດພົ້ນ. ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າເຮັດເລີຍ. ພຣະອົງບໍ່ໄດ້ປະຖິ້ມພວກເຮົາເພາະວ່າພວກເຮົາຕໍ່າຕ້ອຍ ແລະ ພຣະອົງບໍ່ໄດ້ຍອມແພ້ທີ່ຈະບໍ່ຊ່ວຍພວກເຮົາ ເພາະວ່າພວກເຮົາສົກກະປົກ ແລະ ເສື່ອມຊາມ. ກົງກັນຂ້າມ, ພຣະອົງເອງໄດ້ກາຍມາເປັນເນື້ອໜັງ, ແບກຮັບຄວາມອັບອາຍ ແລະ ການທົນທຸກທີ່ໃຫຍ່ຫຼວງເພື່ອມາຢູ່ໃນທ່າມກາງພວກເຮົາ ເຊິ່ງເປັນເຊື້ອສາຍຂອງໂມອາບ, ເພື່ອປະຕິບັດພາລະກິດ, ພິພາກສາ, ຂ້ຽນຕີ, ທົດສອບ ແລະ ຫຼໍ່ຫຼອມພວກເຮົາຄັ້ງແລ້ວຄັ້ງເລົ່າດ້ວຍພຣະທຳຂອງພຣະອົງ. ມັນລ້ວນແລ້ວແຕ່ເກີດຂຶ້ນເພື່ອຊໍາລະລ້າງ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນ. ຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ! ມັນຄືກັນກັບການທີ່ພຣະເຢຊູເຈົ້າກິນຮ່ວມໂຕະດຽວກັນກັບຄົນບາບ. ຍິ່ງພວກເຮົາສົກກະປົກ ແລະ ຕໍ່າຕ້ອຍສໍ່າໃດ, ພວກເຮົາກໍ່ຍິ່ງເຫັນວ່າຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າຍິ່ງໃຫຍ່ສໍ່ານັ້ນ. ໃນທີ່ສຸດ, ພຣະເຈົ້າກໍ່ຈະຊ່ວຍພວກເຮົາເຊິ່ງເປັນຄົນທີ່ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ, ສົກກະປົກ ແລະ ຕໍ່າຕ້ອຍທີ່ສຸດ ໃຫ້ລອດພົ້ນຢ່າງສົມບູນ ຈາກກອງກໍາລັງທີ່ມືດມົວຂອງຊາຕານ ເພື່ອວ່າພວກເຮົາຈະສາມາດເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະອົງ. ນີ້ແມ່ນສິ່ງທີ່ຈະເຮັດໃຫ້ຊາຕານອັບອາຍທີ່ສຸດ. ນີ້ແມ່ນຄວາມໝາຍຂອງພາລະກິດຂອງພຣະເຈົ້າໃນເຊື້ອສາຍຂອງໂມອາບ! ອີກຢ່າງ, ພາລະກິດຂອງພຣະເຈົ້າຢູ່ໃນເຊື້ອສາຍຂອງໂມອາບໃນຍຸກສຸດທ້າຍໄດ້ທໍາລາຍແນວຄິດຂອງພວກເຮົາທັງໝົດ, ອະນຸຍາດໃຫ້ພວກເຮົາເຫັນວ່າພຣະອົງບໍ່ພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອັນເທົ່ານັ້ນ, ແຕ່ພຣະອົງຍັງເປັນພຣະເຈົ້າຂອງສິ່ງຖືກສ້າງທັງປວງ. ພຣະອົງບໍ່ໄດ້ເບິ່ງວ່າພວກເຮົາເກີດເປັນຫຍັງ, ເປັນຂອງປະເທດໃດ ຫຼື ຊົນເຜົ່າໃດ, ພວກເຮົາເປັນຊາວອິດສະຣາເອັນ ຫຼື ເຊື້ອສາຍຂອງໂມອາບ ແລະ ບໍ່ວ່າພວກເຮົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງຈາກພຣະເຈົ້າກໍ່ຕາມ. ຕາບໃດທີ່ພວກເຮົາເປັນສິ່ງຖືກສ້າງ ແລະ ຕາບໃດທີ່ພວກເຮົາສະແຫວງຫາຄວາມຈິງ ແລະ ຍອມຕໍ່ພາລະກິດຂອງພຣະເຈົ້າ, ພວກເຮົາກໍ່ສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ພຣະເຈົ້າຍຸຕິທຳ ແລະ ຊອບທຳກັບທຸກສິ່ງທີ່ຖືກສ້າງຂຶ້ນ ແລະ ທຸກຄົນມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະອົງ. ຍິ່ງຂ້ານ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຂ້ານ້ອຍກໍ່ຍິ່ງຮູ້ສຶກວ່າພາລະກິດຂອງພຣະເຈົ້າໃນເຊື້ອສາຍຂອງໂມອາບສໍາຄັນຫຼາຍສໍ່ານັ້ນ ແລະ ຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າເປັນຈິງກັບມະນຸດຊາດທີ່ເສື່ອມຊາມແນວໃດ. ແຕ່ຊ່າງໂຊກຮ້າຍ, ຄວາມສາມາດຂອງຂ້ານ້ອຍຂາດເຂີນຫຼາຍ ແລະ ຄວາມເຂົ້າໃຈຂອງຂ້ານ້ອຍກ່ຽວກັບພາລະກິດຂອງພຣະເຈົ້າກໍ່ມີຂໍ້ຈໍາກັດ. ຂ້ານ້ອຍພຽງແຕ່ສາມາດແບ່ງປັນຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງຂ້ານ້ອຍໜ້ອຍໜຶ່ງ, ແຕ່ຂ້ານ້ອຍບໍ່ສາມາດເປັນພະຍານທີ່ດີ. ຂ້ານ້ອຍເປັນໜີ້ພຣະເຈົ້າຫຼາຍແທ້ໆ.

ເມື່ອຄິດຍ້ອນຄືນຫາມັນໃນຕອນນີ້, ເມື່ອຜ່ານການທົດລອງຂອງການເປັນເຊື້ອສາຍຂອງໂມອາບ, ເຖິງແມ່ນຂ້ານ້ອຍໄດ້ທົນທຸກໃນຕອນນັ້ນ, ຂ້ານ້ອຍກໍ່ມາຮູ້ຈັກຕົວຕົນ ແລະ ຄຸນຄ່າຂອງຂ້ານ້ອຍເອງ. ຂ້ານ້ອຍໄດ້ຮັບຄວາມເຂົ້າໃຈໜ້ອຍໜຶ່ງກ່ຽວກັບພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ອຸປະນິໄສທີ່ຊອບທໍາຂອງພຣະອົງ ແລະ ຂ້ານ້ອຍບໍ່ເຄີຍຈອງຫອງ ແລະ ພໍໃຈກັບຕົວເອງນັບຕັ້ງແຕ່ນັ້ນມາ. ຂ້ານ້ອຍເລີ່ມຮູ້ສຶກວ່າຂ້ານ້ອຍຕໍ່າຕ້ອຍ ແລະ ເສື່ອມຊາມສໍ່າໃດ, ຂ້ານ້ອຍບໍ່ສົມຄວນໄດ້ຮັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະອົງ ແລະ ຂ້ານ້ອຍບໍ່ກ້າຮຽກຮ້ອງຫຍັງຈາກພຣະອົງອີກ. ບໍ່ວ່າພຣະເຈົ້າປະຕິບັດຕໍ່ຂ້ານ້ອຍແນວໃດ ຫຼື ສິ່ງທີ່ພຣະອົງຈັດແຈງໃຫ້ຂ້ານ້ອຍເປັນຫຍັງກໍ່ຕາມ, ຂ້ານ້ອຍກໍ່ເຕັມໃຈຍອມຮັບມັນ ແລະ ຍອມອ່ອນນ້ອມ. ຂ້ານ້ອຍພຽງແຕ່ຕ້ອງການຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າຢ່າງຊື່ສັດ ແລະ ສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງຂ້ານ້ອຍ. ເຖິງແມ່ນວ່າເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍຍັງຕ້ອງສະແຫວງຫາຄວາມຈິງ ແລະ ຢືນເປັນພະຍານໃຫ້ກັບພຣະເຈົ້າ. ມັນເປັນໄປຕາມທີ່ເພງສັນລະເສີນກ່າວໄວ້, “ພວກຂ້ານ້ອຍບໍ່ແມ່ນຊາວອິດສະຣາເອນ, ແຕ່ແມ່ນເຊື້ອສາຍຂອງໂມອາບທີ່ຖືກປະຖິ້ມ, ພວກຂ້ານ້ອຍບໍ່ແມ່ນເປໂຕ ຜູ້ທີ່ມີຄວາມສາມາດທີ່ພວກຂ້ານ້ອຍບໍ່ສາມາດມີ ຫຼື ບໍ່ແມ່ນໂຢບ ແລະ ພວກຂ້ານ້ອຍບໍ່ສາມາດແມ່ນແຕ່ຈະໄປປຽບທຽບກັບຄວາມຕັ້ງໃຈຂອງໂປໂລໃນການທົນທຸກເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ແກ່ພຣະເຈົ້າ ແລະ ພວກຂ້ານ້ອຍກໍຫຼ້າຫຼັງຫຼາຍ ແລະ ດ້ວຍເຫດນັ້ນ ພວກຂ້ານ້ອຍຈຶ່ງບໍ່ມີຄຸນສົມບັດທີ່ຈະໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຍັງໄດ້ຍົກພວກຂ້ານ້ອຍຂຶ້ນໃນປັດຈຸບັນ; ສະນັ້ນ ພວກຂ້ານ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ພວກຂ້ານ້ອຍຈະມີຄວາມສາມາດ ຫຼື ຄຸນສົມບັດທີ່ບໍ່ພຽງພໍ, ພວກຂ້ານ້ອຍກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ພວກຂ້ານ້ອຍມີຄວາມຕັ້ງໃຈນີ້. ພວກຂ້ານ້ອຍແມ່ນເຊື້ອສາຍຂອງໂມອາບ ແລະ ພວກຂ້ານ້ອຍຖືກສາບແຊ່ງ. ນີ້ແມ່ນຄໍາບັນຊາຂອງພຣະເຈົ້າ ແລະ ພວກຂ້ານ້ອຍກໍບໍ່ສາມາດປ່ຽນແປງມັນໄດ້, ແຕ່ການດໍາລົງຊີວິດຂອງພວກຂ້ານ້ອຍ ແລະ ຄວາມຮູ້ຂອງພວກຂ້ານ້ອຍແມ່ນສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ” (ຈາກບົດເພງ “ການແກ້ໄຂທີ່ລູກຫຼານຂອງຊາວໂມອາບຄວນມີ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່).

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນ ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຍຶດໝັ້ນໃນໜ້າທີ່ຂອງຂ້ອຍ

ໂດຍ ຢາງໝູ່, ເກົາຫຼີໃຕ້ ຂ້ອຍເຄີຍຮູ້ສຶກອິດສາຫຼາຍເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງສະແດງ, ຮ້ອງເພງ ແລະ ຟ້ອນລໍາເພື່ອສັນລະເສີນພະເຈົ້າ....

Leave a Reply