ການທົດລອງຂອງຕົວປະກອບ

24 ເດືອນທັນວາ 2021

ໂດຍ ຊິງຕ່າວ, ເກົາຫຼີໃຕ້

ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ ມັນກໍຍ້ອນການຍົກຂຶ້ນຂອງພຣະອົງ ແລະ ຖ້າມັນຕໍ່າຕ້ອຍ ມັນກໍຍ້ອນການແຕ່ງຕັ້ງຂອງພຣະອົງ. ທຸກສິ່ງຢູ່ໃນມືຂອງພຣະອົງ. ຂ້ານ້ອຍບໍ່ມີທາງເລືອກ ຫຼື ການຕໍ່ວ່າໃດເລີຍ. ພຣະອົງກຳນົດວ່າ ຂ້ານ້ອຍຈະເກີດໃນປະເທດນີ້ ແລະ ທ່າມກາງຄົນເຫຼົ່ານີ້ ແລະ ສິ່ງດຽວທີ່ຂ້ານ້ອຍຄວນເຮັດກໍຄືເຊື່ອຟັງພາຍໃຕ້ອຳນາດຂອງພຣະອົງທັງໝົດ ເພາະທຸກສິ່ງຢູ່ພາຍໃນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ຂ້ານ້ອຍບໍ່ໄດ້ຄິດກັບສະຖານະ; ໃນທີ່ສຸດແລ້ວ ຂ້ານ້ອຍກໍເປັນພຽງສິ່ງຖືກສ້າງ. ຖ້າພຣະອົງວາງຂ້ານ້ອຍໄວ້ໃນຂຸມເລິກທີ່ສຸດ, ໃນທະເລສາບແຫ່ງໄຟ ແລະ ມາດ, ຂ້ານ້ອຍກໍບໍ່ແມ່ນຫຍັງ ນອກຈາກສິ່ງຖືກສ້າງ. ຖ້າພຣະອົງໃຊ້ຂ້ານ້ອຍ, ຂ້ານ້ອຍກໍເປັນສິ່ງຖືກສ້າງ. ຖ້າພຣະອົງເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງເປັນສິ່ງຖືກສ້າງ. ຖ້າພຣະອົງບໍ່ເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງຈະຮັກພຣະອົງ ເພາະຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງ. ຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງເລັກນ້ອຍທີ່ຖືກເນລະມິດສ້າງຂຶ້ນໂດຍພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ, ເປັນພຽງຄົນໜຶ່ງທ່າມກາງມະນຸດທີ່ຖືກສ້າງທັງປວງ. ພຣະອົງເປັນຜູ້ສ້າງຂ້ານ້ອຍ ແລະ ບັດນີ້ ພຣະອົງໄດ້ວາງຂ້ານ້ອຍໄວ້ໃນມືຂອງພຣະອົງອີກຄັ້ງເພື່ອຈັດການກັບຂ້ານ້ອຍຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະເປັນເຄື່ອງມືຂອງພຣະອົງ ແລະ ຕົວປະກອບຂອງພຣະອົງ ເພາະທຸກສິ່ງແມ່ນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ບໍ່ມີໃຜສາມາດປ່ຽນແປງມັນໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ” (“ຂ້ອຍເປັນພຽງແຕ່ສິ່ງມີຊີວິດນ້ອຍໆທີ່ຖືກສ້າງຂຶ້ນ” ໃນການຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ການຮ້ອງເພງສັນລະເສີນນີ້ກ່ຽວກັບພຣະທຳຂອງພຣະເຈົ້າໄດ້ດົນບັນດານຂ້ານ້ອຍຢ່າງເລິກເຊິ່ງ. ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດຫາປະສົບການທີ່ຂ້ານ້ອຍມີໃນການທົດລອງຂອງຕົວປະກອບ.

ໃນຕົ້ນປີ 1993, ຂ້ານ້ອຍມີໜ້າທີ່ໃນການລ້ຽງດູຜູ້ເຊື່ອໃໝ່ໃນຄຣິດຕະຈັກ. ພວກເຮົາຕົກຢູ່ໃນອັນຕະລາຍທີ່ຈະຖືກຈັບກຸມຢູ່ບ່ອນໃດກໍ່ຕາມທີ່ພວກເຮົາໄປ ເພາະການຂົ່ມເຫັງທີ່ບ້າປ່ວງ ແລະ ການຈັບກຸມຄຣິດຕຽນຂອງພັກກອມມູນິດຈີນ. ເຖິງແມ່ນຈະຢູ່ໃນສະພາບແວດລ້ອມທີ່ໂຫດຮ້າຍ, ຂ້ານ້ອຍກໍ່ບໍ່ເຄີຍຖອຍ, ແຕ່ສືບຕໍ່ເຮັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ “ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ” (ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຫຼັງຈາກນັ້ນ, ຂ້ານ້ອຍກໍ່ຮູ້ສຶກເຕັມລົ້ນດ້ວຍຄວາມເຊື່ອທີ່ຈະສະແຫວງຫາເພື່ອກາຍມາເປັນຄົນທີ່ຮັກພຣະເຈົ້າ. ຂ້ານ້ອຍຄິດວ່າການສະແຫວງຫາປະເພດນັ້ນຈະໄດ້ຮັບການເຫັນດີຂອງພຣະເຈົ້າ ແລະ ຂ້ານ້ອຍຈະເຂົ້າສູ່ສະຫວັນຢ່າງແນ່ນອນ ເປັນໜຶ່ງໃນປະຊາຊົນຂອງອານາຈັກຂອງພຣະອົງ.

ເມື່ອຂ້ານ້ອຍກຳລັງເສຍສະລະຕົນເອງຢ່າງກະຕືລືລົ້ນຢູ່ນັ້ນເອງ, ໂດຍແນ່ໃຈວ່າຂ້ານ້ອຍຈະຖືກຮັບເຂົ້າໄປໃນອານາຈັກຂອງພຣະເຈົ້າ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ໄດ້ສະແດງພຣະທຳທີ່ເຮັດໃຫ້ຂ້ານ້ອຍຕົກຢູ່ໃນການທົດລອງຂອງຕົວປະກອບ. ມື້ໜຶ່ງໃນເດືອນມີນາ, ອ້າຍເອື້ອຍນ້ອງໄດ້ສົ່ງຖ້ອຍຄຳໃໝ່ຂອງພຣະເຈົ້າໄປໃຫ້ຄຣິດຕະຈັກຂອງພວກເຮົາ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)”. ຂ້ານ້ອຍອ່ານໃນພຣະທຳຂອງພຣະເຈົ້າວ່າ: “ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນຜູ້ທີ່ຖືກພຣະເຈົ້າເລືອກໃນປະເທດຈີນ ເພື່ອເປີດເຜີຍອຸປະນິໄສກະບົດທັງໝົດຂອງເຂົາ ແລະ ຖອດໜ້າກາກແຫ່ງຄວາມຂີ້ຮ້າຍທັງໝົດຂອງພວກເຂົາ ແລະ ສິ່ງນີ້ໄດ້ໃຫ້ບໍລິບົດເພື່ອເວົ້າທຸກສິ່ງທີ່ເຮົາຈຳເປັນຕ້ອງເວົ້າ. ຫຼັງຈາກນັ້ນ ເມື່ອເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ, ເຮົາຈະໃຊ້ການທີ່ເຮົາພິພາກສາພວກເຈົ້າເພື່ອພິພາກສາຄວາມບໍ່ຊອບທຳຂອງທຸກຄົນໃນຈັກກະວານທັງປວງ ຍ້ອນພວກເຈົ້າທຸກຄົນເປັນຕົວແທແຫ່ງຄວາມກະບົດທ່າມກາງມະນຸດຊາດ. ຄົນທີ່ບໍ່ສາມາດກ້າວຜ່ານໄປໄດ້ແມ່ນຈະກາຍເປັນຄົນຂັດຂວາງ ແລະ ເຄື່ອງມືຮັບໃຊ້ເທົ່ານັ້ນ, ໃນຂະນະທີ່ຄົນທີ່ສາມາດກ້າວຜ່ານໄດ້ຈະຖືກນໍາໃຊ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ບໍ່ສາມາດກ້າວຜ່ານແມ່ນຈະເຮັດໜ້າທີ່ເປັນຜູ້ຂັດຂວາງເທົ່ານັ້ນ? ມັນເປັນເພາະພຣະທຳ ແລະ ພາລະກິດໃນປັດຈຸບັນຂອງເຮົາລ້ວນແລ້ວແຕ່ແນໃສ່ເບື້ອງຫຼັງຂອງພວກເຈົ້າ ແລະ ຍ້ອນພວກເຈົ້າໄດ້ກາຍມາເປັນຕົວແທນ ແລະ ຕົວຢ່າງແຫ່ງຄວາມກະບົດທ່າມກາງມະນຸດຊາດທັງປວງ. ຕໍ່ມາ, ເຮົາຈະນໍາພຣະທຳເຫຼົ່ານີ້ທີ່ເອົາຊະນະພວກເຈົ້າໄປຕ່າງປະເທດ ແລະ ໃຊ້ພຣະທຳເຫຼົ່ານັ້ນເພື່ອເອົາຊະນະຜູ້ຄົນໃນທີ່ນັ້ນ, ແຕ່ເຈົ້າຈະບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ. ສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າກາຍເປັນຜູ້ຂັດຂວາງບໍ? ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທັງປວງ, ການກະທຳທີ່ກະບົດຂອງມະນຸດ ແລະ ພາບ ແລະ ໃບໜ້າທີ່ຂີ້ຮ້າຍຂອງມະນຸດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກບັນທຶກໃນພຣະທຳໃນປັດຈຸບັນທີ່ໃຊ້ເພື່ອເອົາຊະນະພວກເຈົ້າ. ແລ້ວເຮົາຈະໃຊ້ພຣະທຳເຫຼົ່ານີ້ເພື່ອເອົາຊະນະຜູ້ຄົນໃນທຸກຊົນຊາດ ແລະ ທຸກນິກາຍ, ເພາະພວກເຈົ້າຄືຕົ້ນແບບ ແລະ ເປັນຕົວຢ່າງຜ່ານມາ. ເຖິງຢ່າງໃດກໍຕາມ, ເຮົາບໍ່ໄດ້ກ່າວໂດຍມີເຈດຕະນາທີ່ຈະປະຖິ້ມພວກເຈົ້າ; ຖ້າພວກເຈົ້າບໍ່ສາມາດປະຕິບັດຢ່າງດີໃນການສະແຫວງຫາຂອງພວກເຈົ້າ ແລະ ດ້ວຍເຫດນັ້ນ ພວກເຈົ້າກໍໄດ້ພິສູດວ່າຕົນເອງປົວບໍ່ໄດ້, ພວກເຈົ້າຈະບໍ່ເປັນພຽງເຄື່ອງມືຮັບໃຊ້ ແລະ ຄົນຂັດຂວາງເທົ່ານັ້ນບໍ? ເຮົາເຄີຍເວົ້າວ່າສະຕິປັນຍາຂອງເຮົາແມ່ນຖືກນໍາໃຊ້ໂດຍອີງຕາມກົນອຸບາຍຂອງຊາຕານ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ນັ້ນບໍ່ແມ່ນຄວາມຈິງທີ່ຢູ່ເບື້ອງຫຼັງສິ່ງທີ່ເຮົາກຳລັງເວົ້າ ແລະ ເຮັດໃນຕອນນີ້ບໍ? ຖ້າເຈົ້າບໍ່ສາມາດກ້າວຜ່ານໄປໄດ້, ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ ແຕ່ກົງກັນຂ້າມຖືກລົງໂທດ, ເຈົ້າຈະບໍ່ກາຍເປັນຄົນຂັດຂວາງບໍ? ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ; ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ, ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ, ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ, ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ, ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ໃນການເປັນຄົນຮັບໃຊ້ທີ່ດີ, ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ?” (ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍມີປະຕິກິລິຍາແທ້ໆທີ່ໄດ້ເຫັນຄຳວ່າ “ຕົວປະກອບ” ຖືກກ່າວເຖິງຊໍ້າໄປຊໍ້າມາໃນພຣະທຳຂອງພຣະເຈົ້າ. ຂ້ານ້ອຍຄິດວ່າ “ຕົວປະກອບ” ບໍ? ພຣະເຈົ້າໄດ້ກ່າວເຖິງຕົວປະກອບໃນພຣະທຳຂອງພຣະອົງໃນເມື່ອກ່ອນ, ແຕ່ນັ້ນບໍ່ໄດ້ໝາຍເຖິງມັງກອນແດງທີ່ຍິ່ງໃຫຍ່ບໍ? ຂ້ານ້ອຍໄດ້ເສຍສະລະສຳລັບພຣະເຈົ້າໃນຄວາມເຊື່ອຂອງຂ້ານ້ອຍ ແລະ ຂ້ານ້ອຍສະແຫວງຫາເພື່ອຮັກພຣະອົງ. ຂ້ານ້ອຍຄວນເປັນໜຶ່ງໃນປະຊາຊົນໃນອະນາຈັກຂອງພຣະອົງ. ຂ້ານ້ອຍຈະສາມາດເປັນຕົວປະກອບໄດ້ແນວໃດ?” ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າອີກຄັ້ງຢ່າງລະມັດລະວັງຫຼາຍ. ພຣະເຈົ້າເວົ້າວ່າພວກເຮົາເຊິ່ງເປັນຄົນຈີນເປັນຄົນທີ່ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ, ການທີ່ພວກເຮົາຕໍ່ຕ້ານພຣະເຈົ້າເປັນສິ່ງທີ່ໂຫດຮ້າຍທີ່ສຸດ ແລະ ພວກເຮົາເປັນຕົວແທນຂອງຄວາມກະບົດຂອງມະນຸດຊາດທັງປວງ. ພຣະອົງເວົ້າວ່າ ຖ້າຜູ້ຕິດຕາມຂອງພຣະເຈົ້າບໍ່ຈົບລົງດ້ວຍການປ່ຽນແປງ, ຖ້າພວກເຂົາບໍ່ໄດ້ຮັບຊີວິດ, ພວກເຂົາກໍ່ຈະຮັບໃຊ້ເປັນຕົວປະກອບສຳລັບພາລະກີິດຂອງພຣະເຈົ້າ ແລະ ພວກເຂົາທຸກຄົນຈະຖືກກຳຈັດໂດຍພຣະເຈົ້າ. ໜ້າເອິກຂອງຂ້ານ້ອຍແໜ້ນຂຶ້ນເມື່ອຂ້ານ້ອຍໄດ້ອ່ານສິ່ງນີ້ ແລະ ຂ້ານ້ອຍກໍ່ສົງໄສວ່າ “ຂ້ານ້ອຍເປັນຕົວປະກອບບໍ? ມັນບໍ່ສາມາດເປັນແບບນັ້ນໄດ້. ຖ້າຂ້ານ້ອຍເປັນຕົວປະກອບແທ້ໆ, ຂ້ານ້ອຍຈະຍັງສາມາດເຂົ້າສູ່ອານາຈັກສະຫວັນໄດ້ບໍ?”

ບໍ່ດົນຫຼັງຈາກນັ້ນ, ຂ້ານ້ອຍກໍ່ໄດ້ອ່ານການໂອ້ລົມນີ້ຈາກພຣະເຈົ້າ: “ເພາະພວກເຈົ້າບໍ່ຊື່ສັດ ແລະ ຫຼອກລວງ ແລະ ຍ້ອນພວກເຈົ້າຂາດເຂີນໃນຄວາມສາມາດ ແລະ ພວກເຈົ້າມີສະຖານະທີ່ຕໍ່າ, ພວກເຈົ້າບໍ່ເຄີຍຢູໃນສາຍຕາຂອງເຮົາ ຫຼື ຢູ່ໃນຫົວໃຈຂອງເຮົາເລີຍ. ພາລະກິດຂອງເຮົາແມ່ນປະຕິບັດດ້ວຍເຈດຕະນາທີ່ຈະປະນາມພວກເຈົ້າເທົ່ານັ້ນ; ມືຂອງເຮົາບໍ່ເຄີຍອອກຫ່າງພວກເຈົ້າຈັກເທື່ອ ຫຼື ການຂ້ຽນຕີຂອງເຮົາກໍເຊັ່ນກັນ. ເຮົາໄດ້ສືບຕໍ່ພິພາກສາ ແລະ ສາບແຊ່ງພວກເຈົ້າ. ເພາະພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມໂກດຮ້າຍຂອງເຮົາແມ່ນຢູ່ເທິງພວກເຈົ້າສະເໝີ. ເຖິງແມ່ນເຮົາປະຕິບັດພາລະກິດທ່າມກາງພວກເຈົ້າຢູ່ສະເໝີ, ພວກເຈົ້າກໍຄວນຮູ້ທ່າທີຂອງເຮົາທີ່ມີຕໍ່ພວກເຈົ້າ. ມັນບໍ່ແມ່ນຫຍັງເລີຍນອກຈາກຄວາມກຽດຊັງ, ບໍ່ມີທ່າທີ ຫຼື ຄວາມຄິດເຫັນອື່ນອີກເລີຍ. ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບສຳລັບສະຕິປັນຍາຂອງເຮົາ ແລະ ລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາ. ພວກເຈົ້າບໍ່ແມ່ນຫຍັງນອກຈາກເປັນຕົວປະກອບຂອງເຮົາ ເພາະຄວາມຊອບທຳຂອງເຮົາຖືກເປີດເຜີຍຜ່ານຄວາມກະບົດຂອງພວກເຈົ້າ. ເຮົາໃຫ້ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບສຳລັບພາລະກິດຂອງເຮົາ, ເພື່ອເປັນສ່ວນປະກອບໃນພາລະກິດຂອງເຮົາ...” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍໄດ້ເຫັນວ່າພຣະເຈົ້າລະບຸຢ່າງຊັດເຈນຫຼາຍວ່າພວກເຮົາເປັນຕົວປະກອບ, ພວກເຮົາເປັນສ່ວນເພີ່ມເຕີມໃນພາລະກິດຂອງພຣະອົງ ແລະ ພຣະອົງກໍ່ບໍ່ໄດ້ຮູ້ສຶກຫຍັງ ນອກຈາກກຽດຊັງ ແລະ ລັງກຽດພວກເຮົາ. ຂ້ານ້ອຍຕົກຕະລຶງ ແລະ ຮູ້ສຶກວ່າຂ້ານ້ອຍຖືກພຣະເຈົ້າປະຖິ້ມ. ຂ້ານ້ອຍເສົ້າໃຈແທ້ໆ ແລະ ການຈົ່ມຕໍ່ວ່າກໍ່ເກີດຂຶ້ນພາຍໃນຂ້ານ້ອຍ. ຂ້ານ້ອຍຄິດວ່າ “ຂ້ານ້ອຍເຊື່ອຕະຫຼອດເວລາຫຼາຍປີ, ສະລະຄອບຄົວ ແລະ ອາຊີບຂອງຂ້ານ້ອຍ ແລະ ຂ້ານ້ອຍທົນທຸກຢ່າງຫຼວງຫຼາຍເພື່ອເສຍສະລະໃຫ້ກັບພຣະເຈົ້າ. ຂ້ານ້ອຍໄດ້ຜ່ານການທົດລອງຂອງຜູ້ໃຫ້ບໍລິການ ແລະ ການທົດລອງແຫ່ງຄວາມຕາຍ. ຫຼັງຈາກນັ້ນ ຂ້ານ້ອຍກໍ່ເລີ່ມສະແຫວງຫາຄວາມຮັກຕໍ່ພຣະເຈົ້າ ໂດຍຄິດວ່າການກາຍມາເປັນຄົນໃນອານາຈັກແມ່ນແນ່ນອນ. ຂ້ານ້ອຍບໍ່ເຄີຍຈິນຕະນາການວ່າຂ້ານ້ອຍຈະເປັນຕົວປະກອບ, ເປັນສິ່ງຮັບໃຊ້, ເຊິ່ງຈະຖືກກຳຈັດທັນທີຫຼັງຈາກທີ່ຂ້ານ້ອຍຈົບລົງດ້ວຍການເປັນຈຸດກົງກັນຂ້າມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ແລ້ວຂ້ານ້ອຍຈ່າຍລາຄາຕະຫຼອດປີທີ່ຜ່ານມາເຫຼົ່ານີ້ເພື່ອຫຍັງ? ຖ້າພວກເຂົາຮູ້, ໝູ່ເພື່ອນ ແລະ ພີ່ນ້ອງຂອງຂ້ານ້ອຍຈະຄິດແນວໃດກ່ຽວກັບຂ້ານ້ອຍ? ພວກເຂົາບໍ່ສາມາດເຂົ້າໃຈ ເມື່ອຂ້ານ້ອຍສະລະອາຊີບ ແລະ ຄອບຄົວຂອງຂ້ານ້ອຍເພື່ອຄວາມເຊື່ອຂອງຂ້ານ້ອຍ. ພວກເຂົາເຍາະເຍີ້ຍຂ້ານ້ອຍ. ສະນັ້ນ ໃນເວລານັ້ນ ຂ້ານ້ອຍຕ້ອງການເປັນຜູ້ເຊື່ອທີ່ດີ ເພື່ອວ່າຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສຳເລັດລົງ ແລະ ໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງ, ຂ້ານ້ອຍກໍ່ຈະຖືກຮັບເຂົ້າສູ່ອານາຈັກຂອງພຣະອົງ. ແລ້ວຂ້ານ້ອຍຈະສາມາດເງີຍໜ້າຂຶ້ນສູງ ແລະ ພວກເຂົາທຸກຄົນກໍ່ຈະອັບອາຍ. ຜູ້ໃດຈະຄິດວ່າຂ້ານ້ອຍຈະຈົບລົງດ້ວຍການເປັນຫຍັງທີ່ຕ້ອຍຕໍ່າຄືກັບຕົວປະກອບ? ຕົວປະກອບບໍ່ມີຊີວິດ. ພວກເຂົາເປັນຂີ້ເຫຍື້ອ, ບໍ່ໄດ້ດີເທົ່າກັບຜູ້ໃຫ້ບໍລິການເລີຍ. ຢ່າງໜ້ອຍທີ່ສຸດ ຜູ້ໃຫ້ບໍລິການກໍ່ສາມາດເຮັດການບໍລິການສຳລັບພຣະເຈົ້າເປັນເວລາຊົ່ວໄລຍະໜຶ່ງ ແລະ ໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະອົງ. ແມ່ນແຕ່ການເປັນຜູ້ໃຫ້ບໍລິການກໍ່ຈະດີ. ໃນກໍລະນີໃດກໍ່ຕາມ, ມັນກໍ່ຟັງເບິ່ງດີກວ່າຕົວປະກອບ”.

ຄຳວ່າ “ຕົວປະກອບ” ພຽງແຕ່ກ້ອງຢູ່ໃນຫົວຂອງຂ້ານ້ອຍຕະຫຼອດສອງສາມມື້ຕໍ່ມາ ແລະ ຂ້ານ້ອຍບໍ່ສາມາດຢຸດສົງໄສວ່າ “ຂ້ານ້ອຍຈະສາມາດເປັນພຽງແຕ່ຕົວປະກອບໄດ້ແນວໃດ? ເປັນຫຍັງຂ້ານ້ອຍຈຶ່ງເກີດໃນປະເທດຈີນ? ຖ້າມັງກອນແດງທີ່ຍິ່ງໃຫຍ່ບໍ່ໄດ້ເຮັດໃຫ້ຄົນຈີນເສື່ອມຊາມຢ່າງເລິກເຊິ່ງແບບນີ້, ຂ້ານ້ອຍກໍ່ຄົງຈະບໍ່ເປັນຕົວປະກອບ! ຂ້ານ້ອຍຄິດວ່າຂ້ານ້ອຍກຳລັງຈະເຂົ້າສູ່ອານາຈັກຂອງພຣະເຈົ້າ ແລະ ກາຍມາເປັນໜຶ່ງໃນປະຊາຊົນຂອງອານາຈັກ, ມີຄວາມສຸກກັບສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້. ຂ້ານ້ອຍບໍ່ເຄີຍຄິດວ່າຂ້ານ້ອຍຈະຈົບລົງດ້ວຍການເປັນຕົວປະກອບແທນ”. ຂ້ານ້ອຍບໍ່ພໍໃຈຫຼາຍຍິ່ງຂຶ້ນ ເມື່ອຂ້ານ້ອຍຄິດກ່ຽວກັບສິ່ງນັ້ນ ແລະ ຂ້ານ້ອຍບໍ່ສາມາດຢຸດຮ້ອງໄຫ້ໄດ້. ຂ້ານ້ອຍຄິດວ່າ ຍ້ອນນັ້ນເປັນຄວາມຈິງ, ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ນອກຈາກປ່ອຍຕົນເອງໃຫ້ເປັນໄປຕາມໂຊກຊະຕາຂອງຂ້ານ້ອຍ.

ຫຼັງຈາກນັ້ນ, ເຖິງແມ່ນຂ້ານ້ອຍສືບຕໍ່ເຂົ້າຮ່ວມການເຕົ້າໂຮມ ແລະ ເຮັດໜ້າທີ່ຂອງຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍ່ບໍ່ໄດ້ຢູ່ໃນສິ່ງນັ້ນ. ຂ້ານ້ອຍບໍ່ມີຫຍັງເວົ້າກັບພຣະເຈົ້າໃນຄຳອະທິຖານ ແລະ ຂ້ານ້ອຍບໍ່ມີຫົວໃຈທີ່ຈະຮ້ອງເພງ. ຂ້ານ້ອຍບໍ່ໄດ້ຮັບແສງສະຫວ່າງຫຍັງຈາກພຣະທຳຂອງພຣະເຈົ້າ. ຂ້ານ້ອຍຮູ້ສຶກວ່າ ຍ້ອນຂ້ານ້ອຍເປັນຕົວປະກອບ, ບໍ່ມີປະເດັນຫຍັງໃນການສະແຫວງຫາເພີ່ມເຕີມ ເນື່ອງຈາກວ່າຂ້ານ້ອຍຈົບລົງດ້ວຍການຖືກໂຍນຖິ້ມ ແລະ ຖືກຈຳກັດ, ຖືກໂຍນເຂົ້າສູ່ເຫວເລິກທີ່ບໍ່ສິ້ນສຸດ. ຂ້ານ້ອຍຄິດລົບ ແລະ ທຸກໃຈແທ້ໆ. ໃນຕອນແລງຂອງມື້ໜຶ່ງ ເມື່ອຂ້ານ້ອຍກຳລັງນອນບໍ່ຫຼັບໃນຕຽງນອນ, ຂ້ານ້ອຍກໍ່ຄິດກ່ຽວກັບພຣະທຳເຫຼົ່ານັ້ນທັງໝົດທີ່ພຣະເຈົ້າໄດ້ກ່າວອອກມາໃນພາລະກິດຂອງພຣະອົງໃນຍຸກສຸດທ້າຍເຊິ່ງກຳລັງລ້ຽງດູ ແລະ ບຳລຸງລ້ຽງພວກເຮົາ ແລະ ການທົດລອງ ແລະ ການຫຼໍ່ຫຼອມທີ່ກຳລັງຊໍາລະລ້າງພວກເຮົາ. ຂ້ານ້ອຍຄິດກ່ຽວກັບການທົດລອງຂອງຜູ້ໃຫ້ບໍລິການໂດຍສະເພາະ. ໃນເວລານັ້ນ, ເຖິງແມ່ນພຣະເຈົ້າໄດ້ປົດຄວາມຫວັງທາງເນື້ອໜັງຂອງພວກເຮົາອອກ ແລະ ສາບແຊ່ງພວກເຮົາສູ່ເຫວເລິກທີ່ບໍ່ສິ້ນສຸດ, ມັນກໍ່ເປັນການທົດລອງແຫ່ງພຣະທຳ ແລະ ສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນກັບພວກເຮົາແທ້ໆ. ແມ່ນຜ່ານການທົດລອງນັ້ນ, ຂ້ານ້ອຍຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງທີ່ວ່າແຮງຈູງໃຈຂອງຂ້ານ້ອຍສຳລັບຄວາມເຊື່ອຄືການຮັບເອົາພອນ ແລະ ຂ້ານ້ອຍໄດ້ປະສົບກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າໜ້ອຍໜຶ່ງ. ຂ້ານ້ອຍເຫັນວ່າ ບໍ່ວ່າພຣະເຈົ້າຈະເຮັດພາລະກິດຫຍັງກໍ່ຕາມ, ມັນກໍ່ລ້ວນແລ້ວແຕ່ເພື່ອຊໍາລະລ້າງ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນ. ຂ້ານ້ອຍຍັງຈື່ວ່າຂ້ານ້ອຍຕັ້ງໃຈແນວໃດຕໍ່ໜ້າພຣະເຈົ້າ ເຊິ່ງຂ້ານ້ອຍມີຄວາມສຸກທີ່ໄດ້ໃຫ້ການບໍລິການແກ່ພຣະອົງ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ຮູ້ສຶກເຖິງການຕຳນິຕົນເອງບາງຢ່າງ ແລະ ໄດ້ຮັບແຮງຜັກດັນບາງຢ່າງ ແລະ ຄິດວ່າ “ບໍ່ວ່າຂ້ານ້ອຍຈະເປັນຜູ້ໃຫ້ບໍລິການ ຫຼື ຕົວປະກອບ, ການເຮັດໜ້າທີ່ຂອງຂ້ານ້ອຍສຳລັບພຣະຜູ້ສ້າງກໍ່ຖືກຕ້ອງ ແລະ ເໝາະສົມ ແລະ ບໍ່ວ່າພຣະເຈົ້າຈະຈັດແຈງຫຍັງກໍ່ຕາມໃນອະນາຄົດ, ເຖິງແມ່ນວ່າຂ້ານ້ອຍບໍ່ມີຜົນໄດ້ຮັບທີ່ດີຫຼັງຈາກການບໍລິການຂອງຂ້ານ້ອຍ, ຂ້ານ້ອຍກໍ່ຍັງຈະເຮັດການບໍລິການເພື່ອພຣະອົງຈົນເຖິງທີ່ສຸດ”. ແລ້ວດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງສືບຕໍ່ປະຕິບັດໜ້າທີ່ຂອງຂ້ານ້ອຍ. ແຕ່ຍ້ອນຂ້ານ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ເມື່ອໃດກໍ່ຕາມທີ່ຂ້ານ້ອຍຄິດກ່ຽວກັບການເປັນຕົວປະກອບໂດຍບໍ່ໄດ້ຮັບເອົາຊີວິດ ຫຼື ຜົນໄດ້ຮັບທີ່ດີ, ຂ້ານ້ອຍກໍ່ຮູ້ສຶກຄິດລົບ ແລະ ບໍ່ສະບາຍໃຈ.

ໃນຕົ້ນເດືອນເມສາ, ພວກເຮົາໄດ້ຮັບພຣະຄຳຈາກພຣະເຈົ້າຫຼາຍຂຶ້ນ. ຂ້ານ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: ‘ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ’. ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ພຽງແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມຕັ້ງໃຈທີ່ຢູ່ເໜືອຕົນເອງຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນແມ່ນເນົ່າເປື່ອຍຫຼາຍຈົນທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າເປັນຕາລັງກຽດຢ່າງເຫຼືອທົນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີຕໍ່ພຣະເຈົ້າ ກໍເປັນສິ່ງທີ່ທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ແລະ ອ່ອນແອຫຼາຍ. ພວກເຂົາບໍ່ຮູ້ສຶກກຽດຊັງອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ຕັດທະລຸໃນທັນທີ. ພຣະທຳເຫຼົ່ານັ້ນໄດ້ເປີດໂປງອຸປະນິໄສແບບຊາຕານຂອງຂ້ານ້ອຍ ແລະ ຄວາມຄິດຂອງຂ້ານ້ອຍສຳລັບການເອົາຕົວລອດຂອງຂ້ານ້ອຍເອງ. ຂ້ານ້ອຍຮູ້ສຶກລະອາຍໃຈແທ້ໆ. ຂ້ານ້ອຍຄິດຍ້ອນກັບໄປວ່າ ໃນຕອນທຳອິດ ຄວາມເຊື່ອຂອງຂ້ານ້ອຍແມ່ນພຽງແຕ່ເພື່ອຮັບເອົາພອນໄດ້ແນວໃດ. “ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ.” ນີ້ຄືສິ່ງທີ່ຂ້ານ້ອຍຄິດໃນເວລານັ້ນ. ຫຼັງຈາກທີ່ຜ່ານການທົດລອງຂອງຜູ້ໃຫ້ບໍລິການ ແລະ ການທົດລອງແຫ່ງຄວາມຕາຍ, ຂ້ານ້ອຍກໍ່ເລີ່ມເຂົ້າໃຈແຮງຈູງໃຈຂອງຂ້ານ້ອຍທີ່ຈະຮັບເອົາພອນ ແລະ ເຕັມໃຈທີ່ໃຫ້ການບໍລິການແກ່ພຣະເຈົ້າ, ແຕ່ໃນສ່ວນເລິກຫົວໃຈຂອງຂ້ານ້ອຍ, ຄວາມປາຖະໜາຢາກໄດ້ພອນນັ້ນກໍ່ຍັງຝັ່ງເລິກແທ້ໆ ແລະ ບໍ່ຖືກຊໍາລະລ້າງອອກຢ່າງສົມບູນ. ໂດຍສະເພາະແລ້ວເມື່ອຂ້ານ້ອຍເຫັນຄຳສັນຍາແຫ່ງພອນຂອງພຣະເຈົ້າສຳລັບຄົນທີ່ຮັກພຣະອົງ, ຄວາມປາຖະໜາຢາກໄດ້ພອນຂອງຂ້ານ້ອຍກໍ່ຖືກກະຕຸ້ນຂຶ້ນອີກ. ຂ້ານ້ອຍຄິດວ່າໃນຄັ້ງນີ້ຂ້ານ້ອຍຕ້ອງເຂົ້າສູ່ອານາຈັກສະຫວັນຢ່າງແນ່ນອນ, ສະນັ້ນ ຂ້ານ້ອຍຈຶ່ງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງກະຕືລືລົ້ນຫຼາຍຍິ່ງຂຶ້ນ. ແຕ່ເມື່ອພຣະເຈົ້າເປີດໂປງພວກເຮົາວ່າເປັນຕົວປະກອບ, ເປັນສ່ວນເພີ່ມເຕີມ ແລະ ເປັນເປົ້າໝາຍທີ່ພຣະອົງລັງກຽດ, ຂ້ານ້ອຍກໍ່ຮູ້ສຶກວ່າຄວາມຫວັງຂອງຂ້ານ້ອຍສຳລັບພອນໄດ້ແຕກສະຫຼາຍ, ຂ້ານ້ອຍບໍ່ມີອະນາຄົດສຳລັບສະຖານະອີກຕໍ່ໄປ. ຂ້ານ້ອຍຮູ້ສຶກທຸກໃຈເຫຼືອເກີນ ແລະ ຂ້ານ້ອຍເຕັມໄປດ້ວຍຄຳຕໍ່ວ່າ. ຂ້ານ້ອຍໃຊ້ການເສຍສະລະ ແລະ ການເຮັດວຽກໜັກຂອງຂ້ານ້ອຍໃຫ້ເປັນເງິນທຶນທີ່ຂ້ານ້ອຍສາມາດໃຊ້ໄດ້ເພື່ອເຈລະຈາກັບພຣະເຈົ້າ, ເພື່ອຮັບປີ້ຈາກພຣະເຈົ້າເພື່ອຜ່ານເຂົ້າສູ່ອານາຈັກຂອງພຣະອົງໂດຍບໍ່ເສຍຄ່າຫຍັງ, ຖ້າບໍ່ດັ່ງນັ້ນ ຂ້ານ້ອຍກໍ່ບໍ່ເຕັມໃຈທີ່ຈະສືບຕໍ່ເສຍສະລະຕົນເອງ. ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຮູ້ວ່າຄວາມປາຖະໜາຂອງຂ້ານ້ອຍສຳລັບສະຖານະ ແລະ ຄວາມປາຖະໜາທີ່ເຫຼືອເກີນຂອງຂ້ານ້ອຍຮ້າຍແຮງສໍ່າໃດ. ຂ້ານ້ອຍບໍ່ມີຄວາມຮັກ ຫຼື ການຍອມອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ເສດສ່ວນດຽວ. ມັນເປັນການທຸລະກຳ, ຄວາມກະບົດ ແລະ ການຫຼອກລວງທັງສິ້ນ. ເມື່ອຜະເຊີນໜ້າກັບຂໍ້ແທ້ຈິງດັ່ງກ່າວ, ຂ້ານ້ອຍກໍ່ເຊື່ອໝັ້ນຢ່າງທີ່ສຸດ. ຂ້ານ້ອຍເຫັນວ່າຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງສໍ່າໃດ. ຂ້ານ້ອຍອວດດີ, ຫຼອກລວງ, ເຫັນແກ່ຕົວ ແລະ ເປັນຕາລັງກຽດ, ບໍ່ມີຄວາມສຳນຶກ ແລະ ເຫດຜົນຫຍັງທັງສິ້ນ. ຂ້ານ້ອຍຍັງເຫັນເຖິງອຸປະນິໄສທີ່ບໍລິສຸດ ແລະ ຊອບທຳຂອງພຣະເຈົ້າເຊິ່ງບໍ່ອົດກັ້ນຕໍ່ການເຮັດຜິດ. ຄົນທີ່ເສື່ອມຊາມຄືຂ້ານ້ອຍ ເຊິ່ງມີມົນທິນຫຼາຍຈາກແຮງຈູງໃຈ ແລະ ອຸປະນິໄສທີ່ເສື່ອມຊາມຫຼາຍ, ຂ້ານ້ອຍຈະບໍ່ເຮັດໃຫ້ພຣະເຈົ້າລັງກຽດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເອີ້ນຂ້ານ້ອຍວ່າເປັນຫຍັງກໍ່ຕາມ, ບໍ່ວ່າພຣະອົງຈະປະຕິບັດຕໍ່ຂ້ານ້ອຍແນວໃດກໍ່ຕາມ, ມັນກໍ່ຊອບທຳ.

ຕໍ່ມາ, ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນການເຕົ້າໂຮມ: “ເຈົ້າຄວນອ່ານເພີ່ມເຕີມກ່ຽວກັບພຣະຄຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວໃນລະຫວ່າງຊ່ວງເວລານີ້ ແລະ ເບິ່ງການກະທຳຂອງເຈົ້າເພື່ອການປຽບທຽບ: ມັນເປັນຄວາມຈິງແທ້ທີ່ເຈົ້າສະບາຍດີ ແລະ ເປັນຕົວປະກອບຢ່າງແທ້ຈິງ! ແມ່ນຫຍັງຄືຂອບເຂດຂອງຄວາມຮູ້ຂອງເຈົ້າໃນມື້ນີ້? ແນວຄິດຂອງເຈົ້າ, ຄວາມຄິດຂອງເຈົ້າ, ພຶດຕິກຳຂອງເຈົ້າ, ຄຳເວົ້າ ແລະ ການກະທຳຂອງເຈົ້າ, ທຸກການສະແດງອອກເຫຼົ່ານີ້ບໍ່ເທົ່າກັບການເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າບໍ? ການເວົ້າຂອງພວກເຈົ້າບໍ່ແມ່ນການສະແດງອອກເຖິງອຸປະນິໄສອັນເສື່ອມຊາມທີ່ຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າບໍ? ຄວາມຄິດ ແລະ ແນວຄິດຂອງເຈົ້າ, ແຮງຈູງໃຈຂອງເຈົ້າ ແລະ ຄວາມເສື່ອມຊາມທີ່ຖືກເປີດເຜີຍໃນຕົວເຈົ້າສະແດງເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າ ພ້ອມທັງເປັນຄວາມບໍລິສຸດຂອງພຣະອົງ. ພຣະເຈົ້າກໍເກີດໃນດິນແດນທີ່ສົກກະປົກເຊັ່ນກັນ ແຕ່ພຣະອົງຍັງບໍ່ໄດ້ເປິເປື້ອນໄປດ້ວຍຄວາມສົກກະປົກ. ພຣະອົງດຳລົງຊີວິດໃນໂລກທີ່ສົກກະປົກແບບດຽວກັບເຈົ້າ, ແຕ່ພຣະອົງມີເຫດຜົນ, ມີຄວາມເຂົ້າໃຈ ແລະ ພຣະອົງກຽດຊັງຄວາມສົກກະປົກ. ເຈົ້າເຖິງກັບອາດຈະບໍ່ສາມາດຄົ້ນພົບສິ່ງທີ່ສົກກະປົກໃນຄຳເວົ້າ ແລະ ການກະທຳຂອງເຈົ້າ, ແຕ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງຊີ້ແຈງສິ່ງເຫຼົ່ານີ້ໃຫ້ກັບເຈົ້າ. ສິ່ງເດີມໆເຫຼົ່ານັ້ນຂອງເຈົ້າ, ການຂາດການປູກຝັງ, ຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງເຈົ້າ ແລະ ວິທີການດຳລົງຊີວິດທີ່ຫຼ້າຫຼັງຂອງເຈົ້າ, ບັດນີ້ ສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະໂດຍການເປີດເຜີຍໃນປັດຈຸບັນ; ໂດຍການທີ່ພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດແບບນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະເຫັນເຖິງຄວາມບໍລິສຸດ ແລະ ອຸປະນິໄສອັນຊອບທຳຂອງພຣະອົງ” (ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ແນ່ນອນ ພຣະເຈົ້າບໍ່ເຮັດໃຫ້ພວກເຈົ້າເປັນຕົວປະກອບພຽງແຕ່ເພື່ອເຫັນແກ່ສິ່ງນັ້ນ. ກົງກັນຂ້າມ ມັນເປັນພຽງເມື່ອພາລະກິດນີ້ເກີດໝາກຜົນເທົ່ານັ້ນ ມັນຈຶ່ງຈະຊັດເຈນວ່າ ຄວາມກະບົດຂອງມະນຸດເປັນຕົວປະກອບຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ມັນເປັນພຽງແຕ່ຍ້ອນພວກເຈົ້າເປັນຕົວປະກອບເທົ່ານັ້ນ ພວກເຈົ້າຈຶ່ງມີໂອກາດທີ່ຈະຮູ້ຈັກການສະແດງອອກໂດຍທຳມະຊາດຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ພວກເຈົ້າຖືກພິພາກສາ ແລະ ຖືກຂ້ຽນຕີຍ້ອນຄວາມກະບົດຂອງພວກເຈົ້າ, ແຕ່ມັນຄືຄວາມກະບົດຂອງພວກເຈົ້າເຊັ່ນກັນທີ່ເຮັດໃຫ້ພວກເຈົ້າເປັນຕົວປະກອບ ແລະ ມັນເປັນຍ້ອນຄວາມກະບົດຂອງພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຄວາມກະລຸນາອັນຍິ່ງໃຫຍ່ທີ່ພຣະເຈົ້າປະທານໃຫ້ແກ່ພວກເຈົ້າ. ຄວາມກະບົດຂອງພວກເຈົ້າເປັນຕົວປະກອບໃນອຳນາດອັນຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ແລະ ມັນຍັງເປັນຍ້ອນຄວາມກະບົດຂອງພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຄວາມລອດພົ້ນ ແລະ ພອນອັນຍິ່ງໃຫຍ່. ເຖິງແມ່ນພວກເຈົ້າຖືກເຮົາພິພາກສາຢູ່ຊໍ້າແລ້ວຊໍ້າອີກ, ພວກເຈົ້າກໍໄດ້ຮັບຄວາມລອດພົ້ນຢ່າງໃຫຍ່ຫຼວງທີ່ມະນຸດບໍ່ເຄີຍໄດ້ຮັບມາກ່ອນ. ພາລະກິດນີ້ມີຄວາມສຳຄັນທີ່ສຸດສຳລັບພວກເຈົ້າ. ການເປັນ ‘ຕົວປະກອບ’ ຍັງມີຄຸນຄ່າຫຼາຍສຳລັບພວກເຈົ້າ: ພວກເຈົ້າຖືກຊ່ວຍໃຫ້ລອດພົ້ນ ແລະ ໄດ້ຮັບຄວາມກະລຸນາແຫ່ງການລອດພົ້ນ ຍ້ອນພວກເຈົ້າເປັນຕົວປະກອບ, ສະນັ້ນຕົວປະກອບດັ່ງກ່າວບໍ່ມີຄຸນຄ່າທີ່ສຸດບໍ? ມັນບໍ່ໄດ້ມີຄວາມສຳຄັນທີ່ສຸດບໍ? ມັນເປັນຍ້ອນພວກເຈົ້າດຳລົງຊີວິດໃນໂລກດຽວກັນ ນັ້ນກໍຄື ດິນແດນອັນສົກກະປົກຜືນດຽວກັນກັບພຣະເຈົ້າ, ພວກເຈົ້າຈຶ່ງເປັນຕົວປະກອບ ແລະ ໄດ້ຮັບຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ໃດຈະມີຄວາມເມດຕາຕໍ່ພວກເຈົ້າ ແລະ ຜູ້ໃດຈະເບິ່ງແຍງພວກເຈົ້າ, ຜູ້ທີ່ເປັນຄົນຕ້ອຍຕໍ່າແບບນັ້ນ? ຜູ້ໃດຈະດູແລພວກເຈົ້າ? ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດທ່າມກາງພວກເຈົ້າ, ເມື່ອໃດພວກເຈົ້າຈຶ່ງຈະໄດ້ຮັບຄວາມລອດພົ້ນນີ້ ທີ່ຜູ້ຄົນຢູ່ມາກ່ອນພວກເຈົ້າບໍ່ເຄີຍໄດ້ຮັບມາກ່ອນ? ຖ້າເຮົາບໍ່ໄດ້ກາຍມາເປັນເນື້ອໜັງເພື່ອດູແລພວກເຈົ້າ, ເພື່ອພິພາກສາຄວາມຜິດບາບຂອງພວກເຈົ້າ, ພວກເຈົ້າຈະບໍ່ຕົກລົງສູ່ດິນແດນມໍລະນາຕັ້ງແຕ່ດົນແລ້ວບໍ? ຖ້າເຮົາບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຖ່ອມຕົນລົງທ່າມກາງພວກເຈົ້າ, ພວກເຈົ້າຈະມີຄຸນສົມບັດເພື່ອເປັນຕົວປະກອບໃນອຸປະນິໄສອັນຊອບທຳຂອງພຣະເຈົ້າໄດ້ແນວໃດ? ... ເຖິງແມ່ນເຮົາໄດ້ໃຊ້ ‘ຕົວປະກອບ’ ເພື່ອເອົາຊະນະພວກເຈົ້າ, ພວກເຈົ້າກໍຄວນຮູ້ຈັກວ່າ ຄວາມລອດພົ້ນ ແລະ ພອນນີ້ແມ່ນໄດ້ຖືກມອບໃຫ້ກໍເພື່ອຮັບເອົາພວກເຈົ້າ; ມັນແມ່ນເພື່ອເຫັນແກ່ການເອົາຊະນະ ແລະ ມັນຍັງເພື່ອວ່າ ເຮົາອາດຈະໄດ້ຮັບພວກເຈົ້າໄດ້ດີກວ່າ. ‘ຕົວປະກອບ’ ຄືຄວາມຈິງ, ແຕ່ເຫດຜົນທີ່ພວກເຈົ້າເປັນຕົວປະກອບກໍຍ້ອນຄວາມກະບົດຂອງພວກເຈົ້າ ແລະ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງໄດ້ຮັບພອນທີ່ບໍ່ມີຜູ້ໃດເຄີຍໄດ້ຮັບມາກ່ອນ. ມື້ນີ້ ພວກເຈົ້າຖືກສ້າງໃຫ້ເຫັນ ແລະ ໄດ້ຍິນ; ມື້ອື່ນ ພວກເຈົ້າຈະໄດ້ຮັບ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຈະໄດ້ຮັບພອນຢ່າງໃຫຍ່ຫຼວງ. ສະນັ້ນ ຕົວປະກອບບໍ່ໄດ້ມີຄຸນຄ່າທີ່ສຸດບໍ?” (ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ານ້ອຍເຫັນວ່າມັນໝາຍຄວາມແນວໃດໃນການເປັນຕົວປະກອບ. ພວກເຮົາເກີດໃນປະເທດຈີນ, ສະນັ້ນ ພວກເຮົາກໍ່ຖືກສັ່ງສອນ, ໄດ້ຮັບອິດທິພົນ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍມັງກອນແດງໃຫຍ່ຕະຫຼອດຫຼາຍປີເຫຼົ່ານີ້. ພວກເຮົາເຕັມໄປດ້ວຍປັດຊະຍາແບບຊາຕານ, ອະເທວານິຍົມ, ວິວັດທະນາການ ແລະ ຄວາມເຊື່ອຜິດໆອື່ນໆ. ຄວາມຄິດຂອງພວກເຮົາຊົ່ວຮ້າຍ ແລະ ຂັດກັບຄວາມຈິງ. ແຕ່ພວກເຮົາບໍ່ຮູ້ສິ່ງນີ້, ກົງກັນຂ້າມ ພວກເຮົາຄິດວ່າພວກເຮົາເປັນຄົນດີ, ພວກເຮົາເຮັດຕາມຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດໂປງອຸປະນິໄສແບບຊາຕານຂອງພວກເຮົາທັງໝົດຢ່າງຫຼັກແຫຼມ ເຊັ່ນ: ຄວາມອວດດີ, ຄວາມມີເລ່ຫຼ່ຽມ ແລະ ຄວາມຊົ່ວຮ້າຍ ແລະ ຫຼັງຈາກນັ້ນ ພຣະອົງກໍ່ເຮັດໃຫ້ພວກເຮົາເຊື່ອຢ່າງສິ້ນເຊີງໂດຍເປີດເຜີຍຂໍ້ແທ້ຈິງ. ເມື່ອພຣະເຈົ້າກ່າວຄວາມຈິງເພື່ອພິພາກສາ ແລະ ເປີດໂປງຄວາມເສື່ອມຊາມຂອງພວກເຮົາ, ອຸປະນິໄສທີ່ຊອບທຳຂອງພຣະອົງທີ່ກຽດຊັງຄວາມຜິດບາບ ແລະ ຄວາມຊົ່ວຮ້າຍກໍ່ປາກົດອອກມາໂດຍທຳມະຊາດ. ພວກເຮົາເຫັນເຖິງຄວາມບໍລິສຸດຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງທີ່ບໍ່ອົດທົນຕໍ່ການເຮັດຜິດ, ແລ້ວຄວາມເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງພວກເຮົາກໍ່ກາຍມາເປັນຕົວປະກອບໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ຂ້ານ້ອຍຍັງເຫັນເຖິງຄວາມຮັກ ແລະ ຄວາມລອດພົ້ນສຳລັບມະນຸດຊາດໃນພຣະທຳຂອງພຣະເຈົ້າ, ໂດຍສະເພາະເມື່ອພຣະອົງເວົ້າວ່າ “ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ໃດຈະມີຄວາມເມດຕາຕໍ່ພວກເຈົ້າ ແລະ ຜູ້ໃດຈະເບິ່ງແຍງພວກເຈົ້າ, ຜູ້ທີ່ເປັນຄົນຕ້ອຍຕໍ່າແບບນັ້ນ? ຜູ້ໃດຈະດູແລພວກເຈົ້າ?” ນັ້ນເປັນສິ່ງທີ່ດົນບັນດານຂ້ານ້ອຍແທ້ໆ. ເມື່ອຂ້ານ້ອຍຕຶກຕອງພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍ່ຮູ້ວ່າພຣະເຈົ້າບໍ່ໄດ້ປະຖິ້ມ ຫຼື ກຳຈັດພວກເຮົາ ເພາະຄວາມສົກກະປົກ ແລະ ຄວາມເສື່ອມຊາມຂອງພວກເຮົາ, ແຕ່ກົງກັນຂ້າມ ພຣະອົງມີຄວາມເມດຕາຕໍ່ພວກເຮົາ ຜູ້ເຊິ່ງຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ແລະ ໄດ້ຮັບຄວາມເສຍຫາຍຈາກຊາຕານ. ພຣະອົງກາຍມາເປັນເນື້ອໜັງດ້ວຍຕົນເອງເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ, ທົນທຸກກັບຄວາມອັບອາຍທີ່ໃຫຍ່ຫຼວງເພື່ອປະຕິບັດພາລະກິດທ່າມກາງພວກເຮົາ, ສະແດງຄວາມຈິງເພື່ອລ້ຽງດູ ແລະ ບຳລຸງລ້ຽງພວກເຮົາ, ເພື່ອພິພາກສາ ແລະ ເປີດໂປງພວກເຮົາ. ເຖິງແມ່ນວ່າພຣະອົງໄດ້ເປີດໂປງວ່າພວກເຮົາເປັນຕົວປະກອບ, ຄວາມປະສົງຂອງພຣະອົງບໍ່ແມ່ນເພື່ອກຳຈັດພວກເຮົາ, ແຕ່ເພື່ອເຮັດໃຫ້ພວກເຮົາຮັບຮູ້ຖິງຄວາມປາຖະໜາຢາກໄດ້ສະຖານະຂອງພວກເຮົາ ແລະ ຄວາມຫວັງຂອງພວກເຮົາສຳລັບອະນາຄົດ, ເພື່ອຮູ້ຈັກເຖິງອຸປະນິໄສທີ່ອວດດີ, ຫຼອກລວງ ແລະ ຊົ່ວຮ້າຍແບບຊາຕານຂອງພວກເຮົາ ເພື່ອວ່າພວກເຮົາຈະສາມາດສະແຫວງຫາຄວາມຈິງ, ປະຖິ້ມຄວາມເສື່ອມຊາມ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ນີ້ຄືຄວາມຮັກ ແລະ ຄວາມລອດພົ້ນທີ່ແທ້ຈິງຫຼາຍຂອງພຣະເຈົ້າສຳລັບພວກເຮົາ! ຫຼັງຈາກທີ່ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍກໍ່ຄິດກ່ຽວກັບວ່າຂ້ານ້ອຍໄດ້ປະພຶດແນວໃດຕໍ່ພຣະເຈົ້າ ແລະ ຂ້ານ້ອຍຢາກໃຫ້ພື້ນດິນກືນກິນຂ້ານ້ອຍເສຍ. ຂ້ານ້ອຍເປັນສິ່ງຖືກສ້າງທີ່ບໍ່ສຳຄັນ ແລະ ເລັກນ້ອຍ ເຊິ່ງຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ທັງສົກກະປົກ ແລະ ຕໍ່າຊ້າ. ການທີ່ສາມາດຮັບໃຊ້ເປັນຕົວປະກອບໃຫ້ກັບພຣະເຈົ້າ, ພຣະຜູ້ສູງສຸດ ແລະ ການທີ່ມີໂອກາດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງເປັນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳລັບຂ້ານ້ອຍ! ຖ້າມັນບໍ່ແມ່ນຍ້ອນການທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ເວົ້າ ແລະ ເຮັດພາລະກິດຢູ່ທ່າມກາງພວກເຮົາ, ຂ້ານ້ອຍຈະມີໂອກາດເຂົ້າໃຈຄວາມຈິງຫຼາຍຢ່າງແບບນີ້ໄດ້ແນວໃດ? ຂ້ານ້ອຍຈະມີໂອກາດຮູ້ຈັກເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ແນວໃດ? ບໍ່ພຽງແຕ່ຂ້ານ້ອຍບໍ່ໄດ້ຂອບໃຈພຣະເຈົ້າ, ແຕ່ຂ້ານ້ອຍຍັງພະຍາຍາມໂຕ້ຖຽງກັບພຣະເຈົ້າສຳລັບການທີ່ຖືກເອີ້ນວ່າ ຕົວປະກອບ. ຂ້ານ້ອຍບໍ່ມີເຫດຜົນ ຫຼື ຄວາມເປັນມະນຸດໃດເລີຍ. ເມື່ອຂ້ານ້ອຍຮູ້ແບບນີ້, ຂ້ານ້ອຍກໍ່ຮູ້ສຶກວ່າຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງຫຼາຍສໍ່າໃດ ແລະ ຂ້ານ້ອຍຕິດໜີ້ພຣະເຈົ້າຫຼາຍສໍ່າໃດ. ຂ້ານ້ອຍຕ້ອງການກັບໃຈມາຫາພຣະເຈົ້າ ແລະ ຂ້ານ້ອຍຕ້ອງການຍອມອ່ອນນ້ອມຕໍ່ການປັ້ນແຕ່ງຂອງພຣະເຈົ້າ ບໍ່ວ່າພຣະອົງຈະເອີ້ນຂ້ານ້ອຍວ່າຫຍັງກໍ່ຕາມ ແລະ ບໍ່ວ່າອະນາຄົດ ແລະ ຈຸດໝາຍປາຍທາງຂອງຂ້ານ້ອຍຈະເປັນຫຍັງກໍ່ຕາມ. ຂ້ານ້ອຍຕ້ອງການສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສ.

ໂດຍການຜະເຊີນກັບການທົດລອງຂອງຕົວປະກອບ, ຂ້ານ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບແຮງຈູງໃຈຂອງຂ້ານ້ອຍໃນການຮັບເອົາພອນ ແລະ ອຸປະນິໄສແບບຊາຕານຂອງຂ້ານ້ອຍ ແລະ ຂ້ານ້ອຍຮູ້ວ່າ ບໍ່ວ່າຈະມີສະຖານະສູງ ຫຼື ຕໍ່າ, ຂ້ານ້ອຍກໍ່ເປັນພຽງສິ່ງຖືກສ້າງທີ່ເລັກນ້ອຍ ແລະ ຂ້ານ້ອຍຄວນຍອມອ່ອນນ້ອມຕໍ່ສິ່ງທີ່ພຣະເຈົ້າຈັດແຈງຕະຫຼອດເວລາ. ເຖິງແມ່ນວ່າຂ້ານ້ອຍເຮັດໜ້າທີ່ເປັນຕົວປະກອບໃຫ້ກັບພຣະເຈົ້າ, ຂ້ານ້ອຍກໍ່ຕ້ອງຍົກຍ້ອງຄວາມຊອບທຳຂອງພຣະອົງ, ສະແຫວງຫາຄວາມຈິງໃຫ້ດີ ແລະ ເຮັດໜ້າທີ່ຂອງຂ້ານ້ອຍໃນຖານະສິ່ງຖືກສ້າງ. ນັ້ນຄືຄຳພະຍານທີ່ເໝາະສົມທີ່ສິ່ງຖືກສ້າງຄວນມີ.

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ຫຼັງຈາກຄຳເວົ້າຕົວະ

ໂດຍ ເຊີນຊື່, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ...

ລາກ່ອນ, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ!

ໂດຍ ລີເຟີຍ, ສະເປນ ເມື່ອເວົ້າເຖິງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຄິດວ່າພວກເຂົາດີຫຼາຍ ກ່ອນຂ້ອຍເຊື່ອໃນພຣະເຈົ້າ. ພວກເຂົາມີອຸປະນິໄສທີ່ອ່ອນໂຍນ,...

Leave a Reply