ມື້ແຫ່ງການສະແຫວງຫາຊື່ສຽງ ແລະ ຜົນກຳໄລ

03 ເດືອນມີນາ 2022

ໂດຍ ລີໝິນ, ສະເປນ

ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ” (ຈາກບົດເພງ “ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າເປັນແສງສະຫວ່າງໃນຄວາມລອດພົ້ນຂອງມະນຸດ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ການຮ້ອງເພງສັນເສີນແຫ່ງພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍປະທັບໃຈຢ່າງເລິກເຊິ່ງ. ຂ້ອຍເຄີຍດຳລົງຊີວິດດ້ວຍພິດຂອງຊາຕານ ເຊັ່ນ: “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ແລະ “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ”. ຂ້ອຍສະແຫວງຫາຊື່ສຽງ ແລະ ສະຖານະຢ່າງຕໍ່ເນື່ອງ, ທັງຖືກຫຼອກລໍ້ ແລະ ເຮັດໃຫ້ເສຍຫາຍໂດຍຊາຕານ, ເຮັດໃຫ້ກັງວົນຕໍ່ຜົນປະໂຫຍດ ແລະ ການສູນເສຍຊື່ສຽງ ແລະ ສະຖານະຂອງຂ້ອຍ. ມັນເປັນວິຖີຊີວິດທີ່ເຈັບປວດ. ມັນບໍ່ແມ່ນຈົນກວ່າຂ້ອຍຈະປະສົບກັບການພິພາກສາ, ການຂ້ຽນຕີ, ການບອກສອນ ແລະ ການລົງວິໄນຈາກພຣະທໍາຂອງພະເຈົ້າທີ່ຂ້ອຍເຂົ້າໃຈໜ້ອຍໜຶ່ງກ່ຽວກັບທຳມະຊາດທີ່ເສື່ອມຊາມຂອງຂ້ອຍ ແລະ ໄດ້ຮັບຄວາມກະຈາງແຈ້ງບາງຢ່າງກ່ຽວກັບແກ່ນແທ້ ແລະ ຜົນທີ່ຕາມມາຂອງການສະແຫວງຫາຊື່ສຽງ ແລະ ສະຖານະ. ໃນທີ່ສຸດ ຂ້ອຍກໍເລີ່ມຕື່ນຂຶ້ນ ແລະ ຮູ້ສຶກສຳນຶກຜິດ. ຂ້ອຍບໍ່ຕ້ອງການໃຊ້ຊີວິດແບບນັ້ນອີກຕໍ່ໄປ, ແຕ່ພຽງແຕ່ສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີເພື່ອເຮັດໃຫ້ພຣະເຈົ້າພໍໃຈ.

ຂ້ອຍຈື່ໄດ້ວ່າ ໃນເດືອນກັນຍາ 2016 ທີ່ຂ້ອຍເລີ່ມເຮັດໜ້າທີ່ໃນການສ້າງເພງສັນເສີນ. ຫຼັງຈາກນັ້ນບໍ່ດົນ, ຜູ້ນຳຂອງພວກເຮົາກໍມາຫາພວກເຮົາເພື່ອຫາລືກ່ຽວກັບການເລືອກຫົວໜ້າທີມ. ຂ້ອຍຮູ້ສຶກຕື່ນເຕັ້ນທັນທີທີ່ໄດ້ຍິນເລື່ອງນີ້ ແລະ ເລີ່ມຊັ່ງຊາຜູ້ສະໝັກທີ່ຄາດວັງໃນໃຈຂ້ອຍ. ອ້າຍເອື້ອຍນ້ອງຄົນອື່ນທີ່ເຮັດໜ້າທີ່ດຽວກັບຂ້ອຍຍັງໜຸ່ມເກີນໄປ ຫຼື ບໍ່ເກັ່ງພໍ. ມີພຽງແຕ່ອ້າຍລີ ເຊິ່ງການສົນທະນາຂອງລາວເຖິງຄວາມຈິງແມ່ນຂ້ອນຂ້າງປະຕິບັດໄດ້ ແລະ ລາວເຂົ້າໃຈວຽກງານບາງຢ່າງ. ແຖມລາວມີການວາງໂຕທີ່ສະຫງົບສະງ່ຽມອີກດ້ວຍ. ຂ້ອຍຄິດວ່າລາວມີໂອກາດທີ່ຈະຖືກເລືອກ, ແຕ່ການສົນທະນາຂອງຂ້ອຍກໍບໍ່ໄດ້ຂີ້ຮ້າຍຄືກັນ ແລະ ໂດຍສະເພາະແລ້ວ ຂ້ອຍເປັນນັກຮຽນຮູ້ທີ່ດີ ແລະ ໄວໃນການເຂົ້າໃຈສິ່ງໃໝ່ໆໄດ້ພໍສົມຄວນ. ຂ້ອຍຍັງເກັ່ງໃນການເບິ່ງພາບລວມອີກດ້ວຍ. ດັ່ງນັ້ນ, ຂ້ອຍຄິດວ່າໂອກາດຂອງຂ້ອຍທີ່ຈະຖືກເລືອກໜ້າຈະດີກວ່າຂອງລາວ. ແຕ່ວ່າທຸກຄົນໃນທີມແມ່ນໃໝ່ສຳລັບວຽກນັ້ນ ແລະ ພວກເຮົາບໍ່ໄດ້ເຮັດວຽກຮ່ວມກັນດົນປານໃດ, ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກກັນ ແລະ ກັນບໍ່ດີພໍ. ການທີ່ພວກເຂົາຈະເລືອກຂ້ອຍ ຫຼື ບໍ່ແມ່ນເປັນເລື່ອງບໍ່ຮູ້. ດັ່ງນັ້ນ ຂ້ອຍຈຶ່ງແນະນຳໃຫ້ຜູ້ນຳປະເມີນຜົນການປະຕິບັດໜ້າທີ່ຂອງພວກເຮົາແຕ່ລະຄົນວ່າໄດ້ປະຕິບັດສໍາເລັດບໍ, ແລ້ວກໍກຳນົດໃຜຄົນໜຶ່ງໃຫ້ນຳທີມຊົ່ວຄາວ. ທຸກຄົນເຫັນດີ. ຂ້ອຍມີຄວາມຍິນຢ່າງລັບໆ; ຂ້ອຍຮູ້ສຶກວ່າຂ້ອຍຂ້ອນຂ້າງມີປະຫວັດທີ່ດີໃນໜ້າທີ່, ສະນັ້ນ ຂ້ອຍອາດຊະນະການເລືອກຕັ້ງນີ້ຢ່າງງ່າຍດາຍ. ໃນມື້ຕໍ່ມາ, ຂ້ອຍໄປທີ່ການຊຸມນຸມເຕັມດ້ວຍຄວາມໝັ້ນໃຈ, ແຕ່ທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄື ໃນທີ່ສຸດ ອ້າຍລີກໍໄດ້ຖືກເລືອກ. ຕອນນັ້ນ ຂ້ອຍຜິດຫວັງແທ້ໆ, ແຕ່ເພື່ອຮັກສາໜ້າ, ຂ້ອຍທຳທ່າເຮັດເປັນບໍ່ສົນໃຈ ແລະ ເວົ້າວ່າ “ຂໍຂອບໃຈພຣະເຈົ້າ. ນັບແຕ່ນີ້ເປັນຕົ້ນໄປ, ພວກເຮົາທຸກຄົນຈົ່ງມາເຮັດວຽກຮ່ວມກັນເພື່ອເຮັດໜ້າທີ່ຂອງພວກເຮົາໃຫ້ສຳເລັດ”. ເລິກໆແລ້ວ, ຂ້ອຍບໍ່ສາມາດຍອມຮັບມັນໄດ້ເລີຍ. ຂ້ອຍຮູ້ສຶກໝົດເຫື່ອມົດແຮງເມື່ອເດີນທາງກັບບ້ານ. ຂ້ອຍພຽງອົດຄິດບໍ່ໄດ້ວ່າ: ອ້າຍລີມີຫຍັງກັບຂ້ອຍບໍ? ຂ້ອຍພຽງແຕ່ບໍ່ສາມາດຍອມຮັບມັນໄດ້. ຂ້ອຍຮູ້ສຶກວ່າ ຂ້ອຍຄວາມສາມາດພິເສດຫຼາຍຢ່າງຊັດເຈນ, ດັ່ງນັ້ນ ການບໍ່ເລືອກຂ້ອຍ ບໍ່ແມ່ນເປັນການເຮັດໃຫ້ເສຍໄປລ້າບໍ? ເພາະສະນັ້ນແລ້ວ ຂ້ອຍຮູ້ສຶກວ່າຂ້ອຍຕ້ອງພິສູດໂຕເອງຢ່າງແທ້ຈິງ ແລະ ສະແດງໃຫ້ຄົນອື່ນເຫັນວ່າຂ້ອຍຖືກສ້າງມາຈາກຫຍັງ. ຫຼັງຈາກນັ້ນ ເຖິງແມ່ນວ່າໂດຍຜິວເຜີນແລ້ວ ຂ້ອຍເບິ່ງຄືວ່າໃຈເຢັນ, ແຕ່ຂ້ອຍກຳລັງຕໍ່ສູ້ກັບອ້າຍລີຢ່າງງຽບໆ. ຂ້ອຍທຸ້ມເທໃນການສຶກສາເພື່ອປັບປຸງທັກສະຂອງໂຕເອງ ເພື່ອໃຫ້ຂ້ອຍສາມາດເອົາຊະນະລາວໄດ້. ຂ້ອຍສະຫຼອງຢ່າງງຽບໆເມື່ອຂ້ອຍເຫັນວ່າລາວເປັນຄົນຮຽນຊ້າ ໂດຍຄິດວ່າ “ແລ້ວຄວາມຈິງກໍອອກມາ! ເຈົ້າບໍ່ໄດ້ດີເລີດເລີຍ! ເມື່ອເວລາຜ່ານໄປ, ອ້າຍເອື້ອຍນ້ອງຈະເຫັນວ່າໃຜເກັ່ງກວ່າກັນ”. ຂ້ອຍເປີດເຜີຍຄວາມຜິດເລັກໆນ້ອຍໆທຸກອັນທີ່ລາວເຮັດ ໂດຍຄິດກັບໂຕເອງວ່າ “ເຈົ້າມີຄວາມສາມາດບໍ? ດຽວນີ້ເຂົາເຈົ້າຈະເຫັນເຈົ້າໃນສິ່ງທີ່ເຈົ້າເປັນ!” ການເບິ່ງອ້າຍລີແກ້ໄຂບັນຫາຂອງຄົນອື່ນນັ້ນເຮັດໃຫ້ຂ້ອຍອິດສາ. ຂ້ອຍຮູ້ສຶກວ່າຂ້ອຍກໍມີປະສົບການທີ່ເປັນຈິງນັ້ນເຊັ່ນກັນ ແລະ ຖ້າຂ້ອຍເປັນຫົວໜ້າທີມ, ຂ້ອຍຈະເກັ່ງໃນການສົນທະນາເຊັ່ນກັນ. ໂດຍສະເພາະເມື່ອພວກເຮົາລົມກັນເລື່ອງວຽກ, ບໍ່ວ່າອ້າຍລີແນະນຳຫຍັງ, ຂ້ອຍກໍພະຍາຍາມເວົ້າບາງສິ່ງທີ່ເຂົ້າໃຈໄດ້ ແລະ ເຂົ້າໃຈເລິກເຊິ່ງຫຼາຍຂຶ້ນ.

ຂ້ອຍຈື່ໄດ້ວ່າໃນກອງປະຊຸມໜຶ່ງ, ໃນຂະນະທີ່ພວກເຮົາລົມກັນເລື່ອງແນວຄິດສຳລັບເພງສັນລະເສີນ, ອ້າຍລີໄດ້ໃຫ້ຄຳແນະນຳທີ່ດີຫຼາຍແທ້ໆ. ແຕ່ຂ້ອຍຄິດວ່າ ຖ້າຂ້ອຍຍອມຮັບມັນ, ນັ້ນຈະບໍ່ເຮັດໃຫ້ລາວເບິ່ງດີກວ່າຂ້ອຍບໍ? ແລ້ວຂ້ອຍຈະເງີຍໜ້າຂຶ້ນໄດ້ແນວໃດ? ຂ້ອຍມົວແຕ່ອອກຄຳໂຕ້ແຍ້ງ ແລະ ໃຫ້ຄຳແນະນຳທີ່ແຕກຕ່າງອອກໄປ, ແຕ່ສຸດທ້າຍທີມງານກໍເຫັນດີກັບແນວຄິດຂອງລາວ. ຂ້ອຍຮູ້ສຶກຄືກັບວ່າຖືກຕົບໜ້າ. ເຫັນອ້າຍເອື້ອຍນ້ອງລົມກັນຢ່າງຟົດຟື້ນ, ຂ້ອຍແຮງຮູ້ສຶກຕໍ່ຕ້ານອ້າຍລີຫຼາຍຂຶ້ນ ແລະ ຂ້ອຍບໍ່ໄດ້ມີຄວາມສົນໃຈທີ່ຈະຟັງອີກຕໍ່ໄປ. ຂ້ອຍລະນຶກເຖິງໜ້າທີ່ທີ່ຜ່ານມາທີຂ້ອຍໄດ້ປະຕິບັດ; ແນວໃດກໍຕາມ, ຂ້ອຍໄດ້ເປັນຫົວໜ້າທີມ ແລະ ອ້າຍເອື້ອຍນ້ອງກໍໃຫ້ຄວາມເຄົາລົບແກ່ຂ້ອຍ. ແຕ່ຕອນນີ້ ຂ້ອຍບໍ່ແມ່ນຫົວໜ້າທີມອີກຕໍ່ໄປແລ້ວ ແລະ ອ້າຍລີກໍເບິ່ງດີກວ່າຂ້ອຍໃນທຸກດ້ານ. ຖ້າຂ້ອຍຮູ້ວ່າຈະເກີດເລື່ອງແບບນີ້, ຂ້ອຍຄົງຈະບໍ່ມາບ່ອນນີ້ເພື່ອປະຕິບັດໜ້າທີ່ຂອງຂ້ອຍດອກ. ຫຼັງຈາກການຊຸມນຸມ, ຄວາມຄິດຂອງຂ້ອຍກໍປັ່ນປ່ວນ ແລະ ຂ້າງໃນຂ້ອຍກໍຮູ້ສຶກມືດມົນແທ້ໆ. ເມື່ອຮູ້ໂຕວ່າຂ້ານອຍບໍ່ໄດ້ຢູ່ໃນສະພາວະທີ່ເໝາະສົມ, ຂ້ອຍອະທິຖານຫາພຣະເຈົ້າ ແລະ ບົດຄວາມນີ້ຈາກພຣະທຳຂອງພຣະອົງກໍເຂົ້າມາໃນຫົວຂອງຂ້ອຍ: “ເຮົາມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຄວາມບໍ່ບໍລິສຸດໃນຈິດໃຈຂອງສິ່ງທີ່ຖືກຊົງສ້າງແຕ່ລະຄົນ ແລະ ກ່ອນທີ່ເຮົາໄດ້ສ້າງພວກເຈົ້າ ເຮົາແມ່ນຮູ້ເຖິງຄວາມບໍ່ຊອບທໍາທີ່ຝັງເລິກຢູ່ໃນໃຈມະນຸດມາກ່ອນແລ້ວ ແລະ ເຮົາກໍຮູ້ເຖິງຄວາມຫຼອກລວງ ແລະ ຄວາມຄົດງໍໃນໃຈຂອງມະນຸດ. ດັ່ງນັ້ນ, ເຖິງວ່າຈະບໍ່ມີຮ່ອງຮອຍເລີຍໃນເວລາທີ່ຜູ້ຄົນເຮັດໃນສິ່ງທີ່ບໍ່ຊອບທໍາ, ເຮົາກໍຍັງຮູ້ວ່າ ຄວາມບໍ່ຊອບທໍາທີ່ຢູ່ພາຍໃນໃຈຂອງພວກເຈົ້າແມ່ນມີຫຼາຍກວ່າຄວາມອຸດົມສົມບູນຂອງທຸກສິ່ງທຸກຢ່າງທີ່ເຮົາໄດ້ຊົງສ້າງ. ພວກເຈົ້າທຸກຄົນໄດ້ຂຶ້ນໄປສູ່ຈຸດສູງສຸດຂອງຝູງຊົນ; ພວກເຈົ້າໄດ້ຂຶ້ນໄປເປັນບັນພະບຸລຸດຂອງມວນຊົນ. ພວກເຈົ້າເຮັດຕາມອໍາເພີໃຈທີ່ສຸດ ແລະ ພວກເຈົ້າແລ່ນອາລະວາດໃນທ່າມກາງໂຕໜອນ ໂດຍຊອກຫາບ່ອນທີ່ຈະຜ່ອນຄາຍ ແລະ ພະຍາຍາມກິນໜອນທີ່ນ້ອຍກວ່າພວກເຈົ້າ. ໃນຈິດໃຈຂອງພວກເຈົ້າ ພວກເຈົ້າແມ່ນມີເຈດຕະນາຮ້າຍ ແລະ ເປັນຕາຢ້ານຫຼາຍກວ່າຜີສາດ ທີ່ໄດ້ຈົມລົງໄປກົ້ນທະເລ. ພວກເຈົ້າຢູ່ໃນພື້ນຂອງກອງຂີ້ສັດ, ລົບກວນໂຕໜອນອື່ນໆແຕ່ທາງເທິງຈົນຮອດລຸ່ມ ຈົນກວ່າພວກມັນບໍ່ມີຄວາມສະຫງົບ, ຕໍ່ສູ້ກັນເອງໄລຍະໜຶ່ງ ແລະ ຫຼັງຈາກນັ້ນກໍໃຈເຢັນລົງ. ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ?” (ຄັດຈາກບົດ “ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເປີດໂປງຄວາມຂີ້ຮ້າຍທັງໝົດຂອງການຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດຂອງຂ້ອຍ. ນັບຕັ້ງແຕ່ຂ້ອຍຍອມຮັບໜ້າທີ່ນີ້, ຂ້ອຍເຄີຍໝົກມຸ່ນຢູ່ກັບຄວາມທະເຍີທະຍານ, ຢາກຈະບັນລຸບາງສິ່ງເພື່ອໃຫ້ອ້າຍເອື້ອຍນ້ອງ ແລະ ຜູ້ນຳຄທຸກຄົນຄິດເຖິງຂ້ອຍຢ່າງສູງສົ່ງ ແລະ ຂ້ອຍສາມາດມີພື້ນຖານຢູ່ໃນທີມໄດ້. ໃນຂະບວນການຄັດເລືອກ, ຂ້ອຍໄດ້ພະຍາຍາມໃຊ້ໄຫວພິບໃຫ້ເປັນປະໂຫຍດແກ່ໂຕເອງ ໂດຍໃຫ້ຜູ້ນຳຈັດການເລືອກຕັ້ງຊົ່ວຄາວ ຕາມໜ້າທີ່ທີ່ພວກເຮົາເຄີຍເຮັດສຳເລັດໃນອະດີດ. ຂ້ອຍອິດສາເມື່ອເຫັນອ້າຍລີຖືກເລືອກ ແລະ ມີທັດສະນະທີ່ແຂ່ງຂັນກັບລາວ. ເມື່ອຂ້ອຍເຫັນບາງບັນຫາໃນວຽກຂອງລາວ, ຂ້ອຍບໍ່ໄດ້ຮັກສາຜົນປະໂຫຍດຂອງຄຣິສຕະຈັກ ຫຼື ພະຍາຍາມຊ່ວຍລາວ, ແຕ່ກັບກະຕືລືລົ້ນຢ່າງຍິ່ງເພື່ອໃຫ້ລາວຖືກປ່ຽນແທນຍ້ອນການໄຮ້ຄວາມສາມາດ ເຊິ່ງຈະເຮັດໃຫ້ຂ້ອຍມີໂອກາດເປັນຫົວໜ້າທີມ. ຂ້ອຍຕົກຢູ່ໃນສະພາວະຂອງການວາງອຸບາຍ ແລະ ການສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດ ແລະ ການກະທຳຂອງຂ້ອຍແມ່ນໄຮ້ສາມັນສໍານຶກ ແລະ ເຫດຜົນໂດຍສິ້ນເຊີງ. ມັນໜ້າລັງກຽດ ແລະ ເປັນພິດຢ່າງແທ້ຈິງ. ຂ້ອຍເສົ້າໃຈຫຼາຍ ແລະ ຕຳນິໂຕເອງແທ້ໆເມື່ອຂ້ອຍຮັບຮູ້ສິ່ງນີ້. ຂ້ອຍອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງນຳພາຂ້ອຍໃຫ້ປະຕິບັດຄວາມຈິງ ເພື່ອທີ່ຂ້ອຍຈະບໍ່ຖືກຜູກມັດ ແລະ ຖືກຈຳກັດໂດຍອຸປະນິໄສທີ່ເສື່ອມຊາມຂອງຊາຕານອີກຕໍ່ໄປ.

ມື້ໜຶ່ງ, ຂ້ອຍອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ສຳລັບທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນພຽງໃດ, ວິທີທີ່ງ່າຍທີ່ສຸດໃນການປະຕິບັດໂດຍການເຂົ້າສູ່ຄວາມເປັນຈິງ-ຄວາມຈິງ ແມ່ນການຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໃນທຸກສິ່ງ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວ, ເຈດຕະນາສ່ວນຕົວ, ແຮງຈູງໃຈ, ຊື່ສຽງ ແລະ ສະຖານະ. ຈົ່ງເອົາໃຈໃສ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກ່ອນ ເຊິ່ງຢ່າງໜ້ອຍທີ່ສຸດ ນີ້ກໍຄືສິ່ງທີ່ຄົນໆໜຶ່ງຄວນເຮັດ. ຖ້າບຸກຄົນໜຶ່ງທີ່ປະຕິບັດໜ້າທີ່ຂອງເຂົາບໍ່ສາມາດແມ່ນແຕ່ເຮັດສິ່ງນີ້ໄດ້ຫຼາຍ, ແລ້ວເຂົາຈະສາມາດຖືກກ່າວໄດ້ແນວໃດວ່າກຳລັງປະຕິບັດໜ້າທີ່ຂອງເຂົາຢູ່? ນີ້ບໍ່ແມ່ນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າຊີ້ໃຫ້ຂ້ອຍເຫັນຫຼັກການ ແລະ ທິດທາງໃນການປະຕິບັດໜ້າທີ່ຂອງຂ້ອຍ ເຊິ່ງເປັນການປ່ອຍວາງຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະ ແລະ ໃຫ້ວຽກຂອງຄຣິສຕະຈັກມາກ່ອນບໍ່ວ່າຫຍັງກໍຕາມ ແລະ ປະຕິບັດໜ້າທີ່ຂອງຂ້ອຍຈົນສຸດຄວາມສາມາດ. ເມື່ອນັ້ນເທົ່ານັ້ນ ຂ້ອຍຈຶ່ງຈະໄດ້ປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ມີຄວາມຄ້າຍຄືມະນຸດເລັກນ້ອຍ. ຖ້າຂ້ອຍສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ລະເລີຍວຽກຫຼັກຂອງຕົນ, ນັ້ນຈະບໍ່ແມ່ນການປະຕິບັດໜ້າທີ່ຂອງຂ້ອຍ; ຂ້ອຍຈະຕໍ່ຕ້ານພຣະເຈົ້າ ແລະ ເຮັດຄວາມຊົ່ວ. ຫຼັງຈາກນັ້ນ, ຂ້ອຍກໍເປີດໃຈກັບອ້າຍເອື້ອຍນ້ອງຂອງຂ້ອຍກ່ຽວກັບທັງໝົດນີ້ໃນທີ່ຊຸມນຸມ ແລະ ເປີດເຜີຍຄວາມເສື່ອມຊາມຂອງຂ້ອຍເອງ. ພວກເຂົາບໍ່ໄດ້ດູຖູກຂ້ອຍ ແລະ ກຳແພງນັ້ນລະຫວ່າງຂ້ອຍ ແລະ ອ້າຍລີກໍຫາຍໄປ. ຫຼັງຈາກນັ້ນ ຂ້ອຍກໍແບ່ງປັນ ການສົນທະນາຢ່າງຫ້າວຫັນໃນລະຫວ່າງການຊຸມນຸມທີ່ລາວອຳນວຍຄວາມສະດວກ ແລະ ຂ້ອຍບໍ່ໄດ້ເຍາະເຍີ້ຍເມື່ອຂ້ອຍເຫັນຂໍ້ບົກພ່ອງໃນການເຮັດວຽກຂອງລາວ. ກົງກັນຂ້າມ, ຂ້ອຍສະເໜີຄຳແນະນຳ ແລະ ການສະໜັບສະໜູນ ແລະ ເມື່ອໃດກໍຕາມທີ່ຂ້ອຍເຫັນລາວກຳລັງຊ່ວຍອ້າຍເອື້ອຍນ້ອງແກ້ບັນຫາຂອງພວກເຂົາ, ຂ້ອຍບໍ່ໄດ້ອິດສາຄືແຕ່ກ່ອນ, ແຕ່ກັບຮູ້ສຶກວ່າໃນເຮືອນຂອງພຣະເຈົ້າ, ມີພຽງບົດບາດຂອງພວກເຮົາທີ່ແຕກຕ່າງກັນ, ບໍ່ແມ່ນຈຸດຢືນ. ຂ້ອຍພຽງຕ້ອງການເຮັດວຽກຮ່ວມກັບລາວເພື່ອເຮັດໜ້າທີ່ຂອງພວກເຮົາໃຫ້ດີ. ຂ້ອຍຮູ້ສຶກສະບາຍໃຈຫຼາຍຂຶ້ນເມື່ອຂ້ອຍນຳສິ່ງນັ້ນເຂົ້າສູ່ການປະຕິບັດ ແລະ ຕໍ່ມາຂ້ອຍກໍໄດ້ເຫັນພອນຂອງພຣະເຈົ້າ. ເຖິງແມ່ນວ່າກ່ອນໜ້ານີ້ທີມຂອງພວກເຮົາມີພື້ນຖານດົນຕີທີ່ບໍ່ດີທີ່ສຸດ, ມັນບໍ່ໄດ້ໃຊ້ເວລາດົນກ່ອນທີ່ພວກເຮົາໄດ້ຜະລິດເພງສະເປນເພງທໍາອິດ ແລະ ມັນກໍໄດ້ຮັບການຕອບຮັບເປັນຢ່າງດີຈາກອ້າຍເອື້ອຍນ້ອງຄົນອື່ນ.

ປະມານເຄິ່ງປີຜ່ານໄປ ແລະ ຂ້ອຍຄຸ້ນເຄີຍຫຼາຍຂຶ້ນກັບວຽກ. ອ້າຍເອື້ອຍນ້ອງມີແນວໂນ້ມທີ່ຈະຍອມຮັບແນວຄິດຂອງຂ້ອຍເມື່ອພວກເຮົາລົມກັນເລື່ອງວຽກ. ໂດຍປົກກະຕິແລ້ວຂ້ອຍໄດ້ນໍາພາການແລກປ່ຽນການເຮັດວຽກເປັນທີມປະຈໍາເດືອນຂອງພວກເຮົາ. ຂ້ອຍຮູ້ສຶກວ່າຄວາມຕ້ອງການຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະແມ່ນເປັນທີ່ພໍໃຈເປັນສ່ວນໃຫຍ່. ນອກຈາກນີ້, ໃນຊ່ວງເວລານັ້ນ ຜູ້ນຳຂອງພວກເຮົາກໍໃຫ້ຂ້ອຍເຮັດຫຼາຍຂຶ້ນເພື່ອຂັບເຄື່ອນວຽກ. ການຖືກຜູ້ນຳຄິດເຖິງຢ່າງສູງສົ່ງແບບນັ້ນເຮັດໃຫ້ຂ້ອຍຮູ້ສຶກຫຼາຍຂຶ້ນວ່າຂ້ອຍເປັນຄົນມີຄວາມສາມາດພິເສດ ທີ່ມີຄຸນຄ່າ. ຮອດຈຸດໜຶ່ງ, ພວກເຮົາຕ້ອງການໃຜຄົນໜຶ່ງເພື່ອເຮັດວຽກພິເສດ ແລະ ເຖິງແມ່ນວ່າມັນແທດເໝາະກັບຄວາມສາມາດຂອງຂ້ອຍ, ຂ້ອຍກໍໄດ້ເຮັດການຄໍານວນທາງຈິດໃຈບາງຢ່າງຄື: “ມັນຈະບໍ່ເຮັດໃຫ້ຂ້ອຍເປັນຈຸດສົນໃຈ ແລະ ຈະກິນເວລາຂອງຂ້ອຍ. ສະນັ້ນຖ້າຂ້ອຍແກ້ໄຂມັນ, ຂ້້ານ້ອຍອາດຈະສູນເສຍຄວາມສົນໃຈບາງຢ່າງທີ່ຂ້ອຍມີຕໍ່ໂຕເອງ. ແຕ່ຖ້າອ້າຍລີເຮັດມັນ, ຂ້ອຍກໍສາມາດສ້າງຊ່ອງທາງຂອງໂຕເອງອອກມາຢູ່ບ່ອນນີ້ໄດ້”. ດັ່ງນັ້ນ, ຂ້ອຍໄດ້ພົບທຸກຂໍ້ແກ້ໂຕທີ່ເປັນໄປໄດ້ເພື່ອປີ້ນເລື່ອງນີ້ ແລະ ແນະນຳໃຫ້ອ້າຍລີເຮັດມັນແທນ. ຄວາມຈິງຄືຂ້ອຍຮູ້ສຶກຜິດ ແລະ ບໍ່ໝັ້ນຄົງໃນເວລານັ້ນ, ແຕ່ຂ້ອຍກໍຍັງດື້ດ້ານ, ຕ້ອງການປົກປ້ອງຕຳແໜ່ງຂອງຂ້ອຍໄວ້. ອ້າຍລີກໍຮັບເຮັດໜ້າທີ່ທີ່ບໍ່ຄຸ້ນເຄີຍນັ້ນ. ລາວກາຍເປັນຄົນຄິດລົບ ຫຼັງຈາກທີ່ໄດ້ຜະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ ເຊິ່ງສົ່ງຜົນກະທົບຕໍ່ການເຮັດວຽກຂອງລາວ. ຫຼັງຈາກໄດ້ຍິນກ່ຽວກັບເລື່ອງນີ້, ຂ້ອຍກໍຍັງບໍ່ທົບທວນໂຕເອງ. ອ້າຍລີມັກຈະບໍ່ສາມາດມີສ່ວນຮ່ວມໃນວຽກທີ່ເຮັດໂດຍທີມງານຂອງພວກເຮົາ, ດັ່ງນັ້ນ ບັນຫາສ່ວນຫຼາຍ ທັງໃຫຍ່ ແລະ ນ້ອຍຈຶ່ງຕົກມາຢູ່ທີ່ຂ້ອຍ. ດ້ວຍເຫດນັ້ນ, ຄວາມປາຖະໜາຂອງຂ້ອຍຕໍ່ຊື່ສຽງ ແລະ ສະຖານະພຽງແຕ່ບວມຂຶ້ນ. ຂ້ອຍເຫັນວ່າວຽກຂອງອ້າຍເອື້ອຍນ້ອງມີຄວາມຄາດເຄື່ອນ ແລະ ຂໍ້ບົກຜ່ອງ ເຊິ່ງຂັດຂວາງຄວາມກ້າວໜ້າຂອງພວກເຮົາ ແລະ ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກກັງວົນໃຈແທ້ໆ. ຂ້ອຍຄິດວ່າ “ຂ້ອຍຮັບຜິດຊອບວຽກນີ້, ດັ່ງນັ້ນ ຖ້າມີບາງສິ່ງຜິດພາດ, ຜູ້ນຳຈະຄິດແນວໃດກັບຂ້ອຍ? ຂ້ອຍຈະບໍ່ຖືກເບິ່ງວ່າໄຮ້ຄວາມສາມາດບໍ?” ເມື່ອຄິດແບບນັ້ນແລ້ວ ຂ້ອຍກໍອົດບໍ່ໄດ້ທີ່ຈະອາລົມເສຍ ແລະ ຮ້າຍອ້າຍເອື້ອຍນ້ອງວ່າ “ພວກເຈົ້າເອີ້ນວ່ານີ້ເປັນການເຮັດໜ້າທີ່ຂອງພວກເຈົ້າໄດ້ແນວໃດ? ພວກເຈົ້າເອົາໃຈໃສ່ບໍ່ໄດ້ບໍ? ພວກເຈົ້າເຊົາເຮັດຜິດພາດອີກໄດ້ບໍ?” ດ້ວຍເຫດນັ້ນ, ພວກເຂົາທຸກຄົນລ້ວນຮູ້ສຶກຖືກຂ້ອຍບີບບັງຄັບແທ້ໆ. ອີກເທື່ອໜຶ່ງ, ຂ້ອຍບໍ່ຢູ່ສອງສາມມື້ເພື່ອປະຕິບັດໜ້າທີ່ຂອງຂ້ອຍ ແລະ ເມື່ອຂ້ອຍກັບມາ, ຂ້ອຍເຫັນເອື້ອຍນ້ອງຄົນໜຶ່ງສ້າງແຜນໂດຍທີ່ບໍ່ໄດ້ປຶກສາກັບຂ້ອຍກ່ອນ. ສິ່ງນີ້ເຮັດໃຫ້ຂ້ອຍໃຈຮ້າຍແທ້ໆ. ຂ້ອຍຄິດວ່າ “ເຮັດເກີນໄປແທ້! ເຈົ້າບໍ່ມີຄວາມເຄົາລົບຕໍ່ຂ້ອຍເລີຍ”. ຂ້ອຍຈຶ່ງລົງໃສ່ລາວທັງໝົດເລີຍ. ໃນຂະນະດຽວກັນ ບັນຫາກໍເລີ່ມເກີດຂຶ້ນໃນທີມຕາມໆກັນມາ. ຄັ້ງໜຶ່ງ, ຄວາມຄິດຂອງຂ້ອຍບໍ່ໄດ້ຖືກນໍາມາໃຊ້ໂດຍອ້າຍເອື້ອຍນ້ອງ ແລະ ພວກເຂົາແມ່ນແຕ່ໃຫ້ຄໍາຄິດເຫັນບາງຢ່າງກັບຂ້ອຍ. ຂ້ອຍຮູ້ສຶກວ່າມັນເປັນການດູຖູກ ແລະ ຂ້ອຍກໍອາລົມຂຶ້ນ. ຂ້ອຍເວົ້າວ່າ “ເນື່ອງຈາກວ່າພວກເຈົ້າທຸກຄົນເບິ່ງຄືວ່າຄິດຕ່າງອອກໄປ, ກໍຈົ່ງເຮັດຕາມທີ່ເຫັນວ່າສົມຄວນ! ແລ້ວເມື່ອເກີດເລື່ອງຂຶ້ນ, ພວກເຈົ້າຕ້ອງຮັບຜິດຊອບ!” ຫຼັາຈາກເວົ້າອອກໄປ, ຂ້ອຍຮູ້ສຶກຕື່ນຕະນົກຊະນິດທີ່ວ່າບໍ່ສາມາດອະທິບາຍໄດ້ ແລະ ມີການຕຳນິຕົນເອງບາງຢ່າງ. ຂ້ອຍຄິດກ່ຽວກັບວ່າຂ້ອຍດຳລົງຊີວິດຢູ່ໃນອຸປະນິໄສທີ່ອວດດີໄດ້ແນວໃດ, ອາລົມເສຍໃສ່ອ້າຍເອື່ອຍນ້ອງຢູ່ຕະຫຼອດ. ພຣະເຈົ້າຈະເຫັນດີນຳບໍ? ແຕ່ແລ້ວຂ້ອຍກໍຄິດວ່າ “ບໍ່ແມ່ນຂ້ອຍເຮັດແບບນັ້ນເພື່ອໜ້າທີ່ຂອງຂ້ອຍບໍ? ມີໃຜໃນພວກເຮົາທີ່ບໍ່ເຄີຍເປີດເຜີຍຄວາມເສື່ອມຊາມແດ່?” ຂ້ອຍບໍ່ໄດ້ທົບທວນໂຕເອງຢ່າງແທ້ຈິງ. ມື້ຕໍ່ມາ, ຂ້ອຍຂໍ້ຕີນມີອາການເຄັດໃນຂະນະທີ່ຫຼິ້ນບານບ້ວງ; ມັນໄຄ່ຂຶ້ນຄືໝາກປູມເປົ້າ ແລະ ເຈັບປວດຫຼາຍແທ້ໆ. ຂ້ອຍບໍ່ສາມາດຍ່າງ ແລະ ປະຕິບັດໜ້າທີ່ຂອງຕົນໄດ້. ຂ້ອຍຮັບຮູ້ແທ້ໆວ່ານີ້ແມ່ນການລົງວິໄນຂອງພຣະເຈົ້າ ແລະ ເມື່ອນັ້ນເອງຂ້ອຍຈຶ່ງເລີ່ມທົບທວນໂຕເອງ. ຕະຫຼອດເວລານັ້ນ, ຂ້ອຍສະແຫວງຫາຊື່ສຽງ ແລະ ສະຖານະ, ອວດດີ ແລະ ຮ້າຍອ້າຍເອື້ອຍນ້ອງ. ມັນຫຼິ້ນຢູ່ໃນຫົວຂ້ອຍເທື່ອລະສາກ ຄືກັບຮູບເງົາ. ຂ້ອຍກຽດຊັງໂຕເອງ ແລະ ສົງໄສວ່າ: ເປັນຫຍັງຂ້ອຍຈຶ່ງບໍ່ເຄີຍປ່ຽນ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດປ້ອງກັນໂຕເອງຈາກການກະບົດ ແລະ ການຕໍ່ຕ້ານພຣະເຈົ້າ?

ສອງສາມມື້ຕໍ່ມາ, ອ້າຍເອື້ອຍນ້ອງບາງຄົນມາພົບຂ້ອຍ ແລະ ສົນທະນາກັບຂ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ. ພວກເຂົາຍັງໄດ້ອ່ານບົດຄວາມຈາກພຣະທຳຂອງພຣະເຈົ້າທີ່ເວົ້າເຖິງສະພາວະຂອງຂ້ອຍໂດຍສະເພາະ: “ຖ້າພວກເຂົາເຫັນວ່າໃຜບາງຄົນດີກວ່າຕົນເອງ, ພວກເຂົາກໍ່ກົດຂີ່ຂົ່ມເຫັງພວກເຂົາ, ເລີ່ມສ້າງຂ່າວລືກ່ຽວກັບພວກເຂົາ ຫຼື ໃຊ້ວິທີການບາງຢ່າງທີ່ໄຮ້ຢາງອາຍ ເພື່ອວ່າຄົນອື່ນຈະບໍ່ໃຫ້ຄວາມເຄົາລົບແກ່ພວກເຂົາ ແລະ ເພື່ອວ່າຈະບໍ່ມີໃຜດີໄປກວ່າໃຜ, ແລ້ວນີ້ກໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງຄວາມຈອງຫອງ ແລະ ການຖືວ່າຕົນເອງຊອບທຳ, ພ້ອມທັງຄວາມຄົດໂກງ, ຄວາມຫຼອກລວງ ແລະ ຄວາມຮ້າຍກາດ ແລະ ຄົນເຫຼົ່ານີ້ບໍ່ຢຸດທີ່ຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາດຳລົງຊີວິດແບບນີ້ ແລະ ກໍ່ຍັງຄິດວ່າພວກເຂົາດີເລີດ ແລະ ພວກເຂົາເປັນຄົນດີ. ເຖິງແນວໃດກໍ່ຕາມ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ກ່ອນອື່ນໝົດ, ເມື່ອເວົ້າຈາກມຸມມອງທຳມະຊາດຂອງເລື່ອງເຫຼົ່ານີ້, ຄົນທີ່ກະທຳແບບນີ້ບໍ່ພຽງແຕ່ຄົນທີ່ເຮັດຕາມທີ່ພວກເຂົາພໍໃຈບໍ? ພວກເຂົາຄຳນຶງເຖິງຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າບໍ? ພວກເຂົາຄິດເຖິງແຕ່ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແລະ ພວກເຂົາຕ້ອງການບັນລຸເປົ້າໝາຍຂອງພວກເຂົາເອງເທົ່ານັ້ນ, ໂດຍບໍ່ໄດ້ຄຳນຶງເຖິງຄວາມສູນເສຍທີ່ເກີດຂຶ້ນກັບພາລະກິດໃນຄອບຄົວຂອງພຣະເຈົ້າ. ຄົນແບບນີ້ບໍ່ພຽງແຕ່ເປັນຄົນອວດດີ ແລະ ຄິດວ່າຕົນເອງຖືກເທົ່ານັ້ນ, ພວກເຂົາຍັງເປັນຄົນເຫັນແກ່ຕົວ ແລະ ມັກດູຖູູກ; ພວກເຂົາບໍ່ຄຳນຶງເຖິງເຈດຈຳນົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ຄົນແບບນີ້ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຢ່າງບໍ່ຕ້ອງສົງໃສແມ່ນແຕ່ໜ້ອຍດຽວ. ນີ້ແມ່ນເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດສິ່ງໃດກໍ່ຕາມທີ່ພວກເຂົາຕ້ອງການ ແລະ ກະທຳຕາມອຳເພີໃຈ ໂດຍບໍ່ມີຄວາມຮູ້ສຶກຕຳນິ, ໂດຍບໍ່ມີຄວາມກັງວົນໃຈໃດໆ, ໂດຍບໍ່ມີຄວາມຫວັ່ນໄຫວ ຫຼື ຄວາມກັງວົນໃດໆ ແລະ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດເລື້ອຍໆ ແລະ ເປັນວິທີທີ່ພວກເຂົາປະພຶດຕົນສະເໝີມາ. ຄົນເຊັ່ນນັ້ນຈະຜະເຊີນໜ້າກັບຜົນທີ່ຕາມມາຫຍັງແດ່? ພວກເຂົາຈະເດືອດຮ້ອນ, ແມ່ນບໍ? ເວົ້າງ່າຍໆກໍ່ຄື ຄົນເຊັ່ນນີ້ຂີ້ອິດສາເກີນໄປ ແລະ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະມີຊື່ສຽງ ແລະ ສະຖານະສ່ວນຕົວ; ພວກເຂົາຫຼອກລວງ ແລະ ທໍລະຍົດເກີນໄປ. ເວົ້າໃຫ້ໜັກແໜ້ນກວ່ານີ້ກໍ່ຄື ບັນຫາທີ່ສໍາຄັນແມ່ນວ່າຫົວໃຈຂອງຄົນແບບນັ້ນບໍ່ໄດ້ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາເຊື່ອວ່າຕົວເອງມີຄວາມສຳຄັນທີ່ສຸດ ແລະ ພວກເຂົາຖືວ່າທຸກແງ່ມຸມຂອງຕົວເອງສູງກວ່າພຣະເຈົ້າ ແລະ ສູງກວ່າຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພຣະເຈົ້າມີຄ່າຄວນທີ່ຈະກ່າວເຖິງ ໜ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍທີ່ສຸດ ແລະ ພຣະເຈົ້າບໍ່ມີສະຖານະໃດເລີຍໃນຫົວໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ຜູ້ທີ່ບໍ່ເຄົາລົບພຣະເຈົ້າ ບັນລຸການເຂົ້າສູ່ຄວາມຈິງບໍ? (ບໍ່.) ສະນັ້ນ, ໂດຍປົກກະຕິແລ້ວເມື່ອພວກເຂົາໄປມາຢ່າງມ່ວນຊື່ນເຮັດໃຫ້ຕົນເອງບໍ່ວ່າງ ແລະ ໃຊ້ພະລັງງານຫຼາຍ, ພວກເຂົາກຳລັງເຮັດຫຍັງ? ຜູ້ຄົນດັ່ງກ່າວເຖິງກັບອ້າງວ່າໄດ້ປະຖິ້ມທຸກສິ່ງທຸກຢ່າງເພື່ອເສຍສະລະໃຫ້ແກ່ພຣະເຈົ້າ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ແຮງຈູງໃຈ, ຫຼັກການ ແລະ ຈຸດປະສົງຂອງການກະທຳທັງໝົດຂອງພວກເຂົາແມ່ນເພື່ອຜົນປະໂຫຍດຂອງຕົນເອງ; ພວກເຂົາກໍ່ພຽງພະຍາຍາມປົກປ້ອງຜົນປະໂຫຍດຂອງຕົນເອງທັງໝົດເທົ່ານັ້ນ. ພວກເຈົ້າ ຫຼື ເຈົ້າຈະບໍ່ເວົ້າວ່າຄົນປະເພດນີ້ເປັນຕາຢ້ານບໍ? ຄົນແບບໃດທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ມີຄວາມຢຳເກງພຣະເຈົ້າ? ຜູ້ຄົນທີ່ຈອງຫອງ. ແລ້ວສິ່ງໃດທີ່ຂາດຄວາມຢຳເກງພຣະເຈົ້າທີ່ສຸດ? ນອກຈາກສັດແລ້ວ ກໍແມ່ນຄົນຊົ່ວ, ຜູ້ຕໍ່ຕ້ານພຣະຄຣິດ, ມານຮ້າຍ ແລະ ຊາຕານ. ພວກເຂົາມີພຶດຕິກຳທີ່ຫຍາບຄາຍທີ່ຈະຕໍ່ສູ້ກັບພຣະເຈົ້າ; ພວກເຂົາຂາດຄວາມຢຳເກງພຣະເຈົ້າ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳທີ່ຮຸນແຮງຂອງພະເຈົ້າເຮັດໃຫ້ຂ້ອຍເຊົາໄວແທ້. ຂ້ອຍເຫັນວ່າຂ້ອຍເຄີຍອວດດີຫຼາຍ, ເຫັນແກ່ໂຕ ແລະ ເຈົ້່າເລ່, ຂາດຄວາມເຄົາລົບຕໍ່ພຣະເຈົ້າຢ່າງສິ້ນເຊີງ. ເມື່ອມີຄົນຈຳເປັນຕ້ອງເຮັດໜ້າທີ່ພິເສດນັ້ນ, ຂ້ອຍຮູ້ດີວ່າຂ້ອຍຂ້ອນຂ້າງເໝາະສົມກັບໜ້າທີ່ນັ້ນ, ແຕ່ເພື່ອຮັກສາຊື່ສຽງ ແລະ ສະຖານະຂອງໂຕເອງ, ຂ້ອຍບໍ່ໄດ້ຄິດຫຍັງເລີຍກ່ຽວກັບການຫຼີ້ນເກມ, ເຊິ່ງເຮັດໃຫ້ວຽກງານຂອງເຮືອນຂອງພະເຈົ້າອ່ອນແອລົງ. ເມື່ອຂ້ອຍເຫັນບັນຫາກັບວຽກຂອງອ້າຍເອື້່ອຍນ້ອງທີ່ຂັດຂວາງຄວາມກ້າວໜ້າຂອງພວກເຮົາ, ຂ້ອຍກໍບໍ່ໄດ້ເຮັດວຽກຮ່ວມກັບພວກເຂົາເພື່ອແກ້ໄຂບັນຫາຕ່າງໆ; ກົງກັນຂ້າມ, ຂ້ອຍຄິດວ່າພວກເຂົາກຳລັງດຶງຂ້ອຍລົງ ແລະ ສົ່ງຜົນກະທົບຕໍ່ໂອກາດທີ່ຈະໂດດເດັ່ນຂອງຂ້ອຍ, ສະນັ້ນ ຂ້ອຍຈຶ່ງສວຍໂອກາດໃຊ້ຕຳແໜ່ງຂອງຂ້ອຍຮ້າຍພວກເຂົາ ແລະ ພວກເຂົາທຸກຄົນລ້ວນຮູ້ສຶກຖືກບີບບັງຄັບ ແລະ ຢູ່ໃນສະພາວະທົນທຸກທໍລະມານ. ຂ້ອຍບໍ່ໄດ້ຍອມຮັບຄຳແນະນຳຂອງພວກເຂົາເຊັ່ນກັນ. ຂ້ອຍບໍ່ປາກບໍ່ເວົ້າ, ອາລົມເສຍ ແລະ ລະບາຍຄວາມຫງຸດຫງິດໃນການເຮັດໜ້າທີ່ຂອງຕົນອອກມາ ໂດຍບໍ່ຄຳນຶ່ງເຖິງວ່າວຽກງານຂອງຄຣິສຕະຈັກອາດໄດ້ຮັບຜົນກະທົບແນວໃດແດ່. ແທ້ຈິງແລ້ວ, ຂ້ອຍບໍ່ມີຄວາມສາມາດພິເສດ ທີ່ແທ້ຈິງໃດໆເລີຍ; ສິ່ງທີ່ຂ້ອຍມີແມ່ນຄວາມສົນໃຈເລັກນ້ອຍໃນດົນຕີ ແລະ ຄວາມກະຕືລືລົ້ນບາງຢ່າງ, ແຕ່ພຣະເຈົ້າກໍມີຄວາມກະລຸນາພໍທີ່ຈະໃຫ້ໂອກາດນີ້ແກ່ຂ້ອຍເພື່ອທີ່ຂ້ອຍຈະສາມາດສ້າງຄວາມກ້າວໜ້າທາງວິຊາຊີບ ແລະ ໃນການສະແຫວງຫາຄວາມຈິງຂອງຂ້ອຍ. ແນວໃດກໍຕາມ, ແທນທີ່ຈະຖະນຸຖະໜອມມັນ, ແຕ່ຂ້ອຍພຽງແຕ່ດິ້ນຮົນຢ່າງດຸເດືອດເພື່ອສະຖານະ ແລະ ກຽດສັກສີ. ຂ້ອຍສະແຫວງຫາຜົນປະໂຫຍດຂອງຕົນເອງ ໃນຂະນະທີ່ໂບກທຸງແຫ່ງການເຮັດວຽກຂອງຂ້ອຍ, ໃຊ້ອ້າຍເອື້ອຍນ້ອງເປັນເຄື່ອງມືຊ່ວຍໃຫ້ຂ້ອຍກ້າວໜ້າ. ຂ້ອຍຂາດຄວາມເປັນມະນຸດຢ່າງສິ້ນເຊີງ. ໃນທຸກການກະທຳຂອງຂ້ອຍ ແມ່ນຂ້ອຍກຳລັງເຮັດຄວາມຊົ່ວຮ້າຍ ແລະ ລ່ວງເກີນອຸປະນິໄສຂອງພຣະເຈົ້າ. ມັນເປັນສິ່ງທີ່ໜ້າກຽດຊັງ ແລະ ໜ້າລັງກຽດຕໍ່ພຣະເຈົ້າ! ການຮັບຮູ້ເຊັ່ນນັ້ນເຮັດໃຫ້ຂ້ອຍຢ້ານ ແລະ ຂ້ອຍກໍຮູ້ສຶກຕຳນິໂຕເອງຫຼາຍແທ້ໆ. ຂ້ອຍອະທິຖານຫາພຣະເຈົ້າຜ່ານນ້ຳຕາຂອງຂ້ອຍວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍຜິດໄປແລ້ວ! ຂ້ານ້ອຍບໍ່ຕ້ອງການກະບົດ ແລະ ແຂ່ງຂັນກັບພຣະອົງອີກຕໍ່ໄປ ແລະ ຂ້ານ້ອຍບໍ່ຕ້ອງການຕໍ່ສູ້ເພື່ອຜົນປະໂຫຍດສ່ວນຕົວຕໍ່ໄປແລ້ວ. ຂ້ານ້ອຍພ້ອມແລ້ວທີ່ຈະກັບໃຈ”.

ຕໍ່ມາຂ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ຊາຕານໃຊ້ຫຍັງເພື່ອເຮັດໃຫ້ມະນຸດຢູ່ພາຍໃນການຄວບຄຸມຂອງມັນຢ່າງໜຽວແໜ້ນ? (ຊື່ສຽງ ແລະ ຜົນປະໂຫຍດ.) ສະນັ້ນ ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ໃນລັກສະນະນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການເປີດເຜີຍນີ້ຈາກພຣະທຳຂອງພຣະເຈົ້າມອບຄວາມເຂົ້າໃຈບາງຢ່າງໃຫ້ແກ່ຂ້ອຍກ່ຽວກັບກົນລະຍຸດທີ່ໜ້າກຽດຊັງ ແລະ ແຮງຈູງໃຈທີ່ຊົ່ວຮ້າຍຂອງຊາຕານໃນການໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ. ມັນຜູກມັດ ແລະ ທຳຮ້າຍຜູ້ຄົນດ້ວຍວິທີນີ້, ເຮັດໃຫ້ພວກເຂົາທໍລະຍົດ ແລະ ຕີໂຕອອກຫ່າງຈາກພຣະເຈົ້າ. ຊື່ສຽງ ແລະ ສະຖານະແມ່ນເຄື່ອງມືທີ່ຊາຕານໃຊ້ທຳລາຍຜູ້ຄົນ. ຂ້ອຍໄດ້ຮັບອິດທິພົນ ແລະ ໄດ້ຮັບການສຶກສາຈາກຊາຕານນັບຕັ້ງແຕ່ຂ້ອຍຍັງເປັນເດັກນ້ອຍ ແລະ ຍຶດຖືຕາມຫຼັກປັດຊະຍາເຊັ່ນ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ແລະ “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ”. ຂ້ອຍໄດ້ຮັບເອົາພວກມັນມາເປັນຄະຕິປະຈຳຕົວຂອງຂ້ອຍເອງ. ຂ້ອຍອວດດີຂຶ້ນເລື້ອຍໆ ແລະ ໃນທຸກກຸ່ມ ຂ້ອຍຈະຕໍ່ສູ້ເພື່ອສະຖານະເພື່ອວ່າຄົນອື່ນຈະນັບຖືຂ້ອຍ. ແມ່ນແຕ່ຫຼັງຈາກທີ່ກາຍເປັນຜູ້ທີ່ເຊື່ອ, ຂ້ອຍກໍຍັງສະແຫວງຫາຊື່ສຽງ ແລະ ສະຖານະ ແທນທີ່ຈະສະແຫວງຫາຄວາມຈິງ. ຂ້ອຍໄດ້ທົນທຸກ ແລະ ໄດ້ຈ່າຍລາຄາໃນໜ້າທີ່ຂອງຕົນສຳລັບສິ່ງເຫຼົ່ານີ້, ເຮັດວຽກຢ່າງໜັກເພື່ອປັບປຸງທັກສະຂອງໂຕເອງເພື່ອແຂ່ງຂັນ ແລະ ຕໍ່ສູ້ກັບຄົນອື່ນ. ຂ້ອຍຄິດວ່າຂ້ອຍເປັນບາງສິ່ງບາງຢ່າງແທ້ໆ ທຸກເທື່ອທີ່ຂ້ອຍບັນລຸສິ່ງໃດໜຶ່ງ, ດັ່ງນັ້ນ ຂ້ອຍຈຶ່ງຮ້າຍອ້າຍເອື້ອຍນ້ອງຢ່າງຈອງຫອງ. ຂ້ອຍອວດດີ ແລະ ຖືໂຕເກີນທົນແທ້ໆ; ຂ້ອຍຂາດຄວາມຄ້າຍຄືມະນຸດໃດໆໃນວິຖີຊີວິດຂອງຂ້ອຍ. ຂ້ອຍດຳລົງຊີວິດຕາມປັດຊະຍາຊາຕານ, ທຸ້ມເທໂຕເອງໃຫ້ແກ່ການໄດ້ຮັບຊື່ສຽງ ແລະ ສະຖານະ. ຂ້ອຍບໍ່ພຽງແຕ່ທຳຮ້າຍຄົນອື່ນເທົ່ານັ້ນ, ແຕ່ຂ້ອຍຍັງເຮັດຫຼາຍສິ່ງຫຼາຍຢ່າງທີ່ໜ້າລັງກຽດສຳລັບພຣະເຈົ້າດ້ວຍ. ຂ້ອຍຍັງສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກດ້ວຍການລ່ວງລະເມີດ ແລະ ການກະທຳທີ່ຊົ່ວຮ້າຍຂອງຂ້ອຍດ້ວຍ. ຊື່ສຽງ ແລະ ສະຖານະເຮັດໃຫ້ຂ້ອຍເສຍຫາຍຫຼາຍ. ເມື່ອນັ້ນເອງຂ້ອຍຈຶ່ງເຫັນປັດຊະຍາຂອງຊາຕານນັ້ນ ເຊັ່ນ: “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ” ແລະ “ການເກັ່ງກວ່າຄົນອື່ນ” ລ້ວນເປັນຄວາມເຂົ້າໃຈຜິດ ແລະ ການດຳລົງຊີວິດຕາມຄຳຂີ້ຕົວະເຫຼົ່ານີ້ລ້ວນນຳໄປສູ່ຄວາມເສື່ອມຊາມ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນ, ເຮັດໃຫ້ຄົນໆໜຶ່ງກະບົດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ໃນທີ່ສຸດກໍຖືກພຣະອົງລົງໂທດ. ເມື່ອຂ້ອຍຮັບຮູ້ສິ່ງທັງໝົດນີ້, ຂ້ອຍຮູ້ສຶກວ່າຂ້ອຍຕາບອດ ແລະ ໂງ່ຈ້າຫຼາຍທີ່ປະຕິບັດຕໍ່ຊື່ສຽງ ແລະ ສະຖານະຄືກັບວ່າພວກມັນເປັນສາຍໃຍຊີວິດທີ່ຂ້ອຍຕ້ອງຍຶດໝັ້ນບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ. ຂ້ອຍຍັງເຫັນອີກວ່າ ການສະແຫວງຫາຊື່ສຽງ ແລະ ສະຖານະແມ່ນເສັ້ນທາງທີ່ກົງກັນຂ້າມກັບພຣະເຈົ້າ. ຂ້ອຍອະທິຖານ ແລະ ກັບໃຈຕໍ່ໜ້າພຣະເຈົ້າ. ຫຼັງຈາກນັ້ນ, ເມື່ອໃດກໍຕາມທີ່ຂ້ອຍຄິດກ່ຽວກັບການສະແຫວງຫາສິ່ງເຫຼົ່ານັ້ນໃນໜ້າທີ່ຂອງຂ້ອຍ, ຂ້ອຍກໍຮູ້ສຶກຢ້ານແທ້ໆ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ປະຖິ້ມເນື້ອໜັງ. ນອກຈາກນັ້ນ, ຂ້ອຍໄດ້ເປີດໃຈກັບອ້າຍເອື້ອຍນ້ອງ, ເປີດເຜີຍຄວາມເສື່ອມຊາມຂອງໂຕເອງ. ຜ່ານໄປໄລຍະໜຶ່ງ, ຂ້ອຍຮູ້ສຶກວ່າຂ້ອຍມີແຮງກະຕຸ້ນໜ້ອຍລົງຫຼາຍທີ່ຈະສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ຂ້ອຍເລີ່ມມີຄວາມຮູ້ສຶກສະຫງົບພາຍໃນ.

ຕໍ່ມາ, ເມື່ອຄຣິສຕະຈັກເລືອກຜູ້ນຳ, ຄວາມປາຖະໜາສຳລັບຊື່ສຽງ ແລະ ສະຖານະໄດ້ຮັບການລ້ຽງດູອີກຄັ້ງລະຫວ່າງກາລົງຄະແນນສຽງ ແລະ ການຕໍ່ສູ້ພາຍໃນກໍເກີດຂຶ້ນ: “ຂ້ານອຍຄວນລົງຄະແນນສຽງໃຫ້ອ້າຍລີບໍ ຫຼື ໃຫ້ໂຕເອງ? ສຳລັບຂ້ອຍແລ້ວ, ຂ້ອຍບໍ່ເກັ່ງໃນການແກ້ໄຂບັນຫາຜ່ານການສົນທະນາເຖິງຄວາມຈິງ. ສ່ວນລາວ, ແລ້ວໃນໂອກາດທີ່ລາວຊະນະ, ຄົນອື່ນຈະເບິ່ງຂ້ອຍແນວໃດ?” ຂ້ອຍຮັບຮູ້ໄດ້ວ່າຂ້ອຍກຳລັງສະແຫວງຫາຊື່ສຽງ ແລະ ສະຖານະອີກຄັ້ງ ແລະ ຮູ້ສຶກໄດ້ວ່າຄວາມຄິດແບບນັ້ນຂີ້ຮ້າຍຫຼາຍ. ຂ້ອຍອະທິຖານຫາພຣະເຈົ້າ, ປະຖິ້ມ ແລະ ສາບແຊ່ງຄວາມຄິດເຫຼົ່ານັ້ນ. ຕໍ່ມາ, ບົດຄວາມອື່ນຈາກພຣະທຳຂອງພຣະເຈົ້າກໍມາຢູ່ໃນຫົວ: “ຖ້າຈິດໃຈຂອງເຈົ້າເຕັມໄປດ້ວຍຄວາມຄິດວ່າຈະບັນລຸຕຳແໜ່ງທີ່ສູງສົ່ງໄດ້ແນວໃດ, ຈະກະທຳຕໍ່ໜ້າຄົນອື່ນແນວໃດ, ຈະໃຫ້ພວກເຂົາຊົມເຊີຍເຈົ້າແນວໃດ ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຜິດ. ມັນໝາຍເຖິງເຈົ້າກຳລັງເຮັດສິ່ງຕ່າງໆເພື່ອຊາຕານ. ຖ້າຈິດໃຈຂອງເຈົ້າເຕັມໄປດ້ວຍຄວາມຄິດກ່ຽວກັບວິທີການປ່ຽນແປງ ເພື່ອວ່າເຈົ້າຈະເປັນຄືມະນຸດຫຼາຍຂຶ້ນເລື້ອຍໆ, ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ສາມາດອ່ອນນ້ອມຕໍ່ພຣະອົງ ແລະ ເຄົາລົບນັບຖືພຣະອົງ ແລະ ສະແດງຄວາມອົດກັ້ນ ແລະ ຍອມຮັບການກວດກາຂອງພຣະອົງໃນທຸກສິ່ງທີ່ເຈົ້າເຮັດ, ແລ້ວສະພາບຂອງເຈົ້າກໍຈະດີຂຶ້ນເລື້ອຍໆ. ນີ້ແມ່ນສິ່ງທີ່ໝາຍເຖິງການເປັນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ດັ່ງນັ້ນ ມັນຈິ່ງມີສອງເສັ້ນທາງຄື: ເສັ້ນທາງໜຶ່ງພຽງແຕ່ເນັ້ນໜັກເຖິງພຶດຕິກຳ, ການຕື່ມເຕັມຄວາມທະເຍີທະຍານ, ຄວາມປາຖະໜາ, ຄວາມຕັ້ງໃຈ ແລະ ແຜນການຂອງຄົນໆໜຶ່ງ; ນີ້ແມ່ນການດຳລົງຊີວິດຢູ່ຕໍ່ໜ້າຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ການປົກຄອງຂອງມັນ. ອີກເສັ້ນທາງໜຶ່ງແມ່ນເນັ້ນໜັກເຖິງວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ, ຍອມຕໍ່ພຣະເຈົ້າ ແລະ ບໍ່ມີຄວາມເຂົ້າໃຈຜິດ ຫຼື ຄວາມບໍ່ເຊື່ອຟັງຕໍ່ພຣະອົງ ເພື່ອວ່າເຈົ້າຈະເຄົາລົບນັບຖືພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນເອງໄດ້ດີຂຶ້ນ. ນີ້ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ” (ຄັດຈາກບົດ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດມີຄວາມເປັນມະນຸດປົກກະຕິໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ເມື່ອພິຈາລະນາພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າສິ່ງທີ່ພຣະອົງແນມເບິ່ງແມ່ນແຮງຈູງໃຈ ແລະ ມຸມມອງຂອງຜູ້ຄົນໃນການກະທຳຂອງພວກເຂົາ ນັ້ນຄື ສິ່ງເຫຼົ່ານີ້ສຳຄັນຫຼາຍແທ້ໆ. ຖ້າແຮງຜັກດັນຂອງຂ້ອຍແມ່ນຊື່ສຽງ ແລະ ສະຖານະ ແລະ ຄວາມປາຖະໜາທີ່ຈະໃຫ້ຄົນອື່ນຄິດຢ່າງສູງກັບຂ້ອຍ, ແລ້ວນັ້ນກໍຈະເປັນເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ ແລະ ຈະບໍ່ມີວັນນຳທາງຂ້ອຍໄປສູ່ຄວາມຈິງ ຫຼື ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຂ້ອຍເຕັມໃຈທີ່ຈະເຮັດໃຫ້ແຮງຈູງໃຈຂອງໂຕເອງໃຫ້ຖືກຕ້ອງ ແລະ ບໍ່ວ່າຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກ ຫຼື ບໍ່ກໍຕາມ, ຂ້ອຍກໍພ້ອມທີ່ຈະອ່ອນນ້ອມຕໍ່ການຈັດຕຽມຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີ. ຫຼັງຈາກນັ້ນ, ເມື່ອຮອດເວລາລົງຄະແນນສຽງ, ຂ້ອຍຊັ່ງຊາຫຼັກການ ແລະ ລົງຄະແນນສຽງໃຫ້ອ້າຍລີ. ໃນທີ່ສຸດ, ລາວກໍຖືກເລືອກໃຫ້ເຮັດໜ້າທີ່ເປັນຜູ້ນຳຄຣິສຕະຈັກ. ຂ້ອຍເຫັນດີນຳ. ເຖິງແມ່ນວ່າຂ້ອຍບໍ່ໄດ້ຊະນະ, ຂ້ອຍກໍ່ບໍ່ເສຍໃຈ, ຍ້ອນວ່າ ໃນທີ່ສຸດແລ້ວ ຂ້ອຍໄດ້ນຳຄວາມຈິງເຂົ້າສູ່ການປະຕິບັດ, ດັ່ງນັ້ນຈຶ່ງປົດພັນທະນາການຂອງຊື່ສຽງ ແລະ ສະຖານະອອກໄດ້. ຂ້ອຍຍັງຮູ້ສຶກເຖິງຄວາມສະຫງົບພາຍໃນ ແລະ ຄວາມໝັ້ນຄົງຈາກການປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ພົບວ່າການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້ານັ້ນແມ່ນຄວາມລອດພົ້ນສຳລັບຂ້ອຍຢ່າງແທ້ຈິງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າໃນຊີວິດ

ໂດຍ ຊິ່ນຊິນ, ສະຫະລັດອາເມຣິກາພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ,...

Leave a Reply