ຫົນທາງທີ່ອັດສະຈັນໃນການດຳລົງຊີວິດ

19 ເດືອນກຸມພາ 2022

ໂດຍ ຊຸນຈິ໋ວ, ຍີ່ປຸ່ນ

ເມື່ອຂ້ອຍຍັງນ້ອຍ, ພໍ່ແມ່ຂອງຂ້ອຍສອນຂ້ອຍບໍ່ໃຫ້ເວົ້າກົງໆກັບຄົນອື່ນ ແລະ ບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ນັ້ນຄືປັດຊະຍາສຳລັບການດຳລົງຊີວິດ. ສະນັ້ນ ຂ້ອຍຈຶ່ງດຳລົງຊີວິດໂດຍປັດຊະຍາຂອງຊາຕານຢູ່ສະເໝີ ເຊັ່ນ: “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ” ແລະ “ຢ່າຕີຜູ້ຄົນລຸ່ມສາຍແອວຈັກເທື່ອ” ກັບເພື່ອນຮ່ວມຫ້ອງ, ໝູ່ເພື່ອນ, ເພື່ອນບ້ານ ເຊິ່ງນັ້ນກໍຄື ທຸກຄົນ. ເມື່ອໃດກໍຕາມທີ່ຂ້ອຍເຫັນຄົນໃດໜຶ່ງເຮັດບາງສິ່ງທີ່ຜິດ, ຂ້ອຍບໍ່ຕ້ອງການເຮັດໃຫ້ພວກເຂົາອັບອາຍ ແລະ ພະຍາຍາມທີ່ຈະບໍ່ເປີດໂປງຂໍ້ບົກຜ່ອງຂອງພວກເຂົາ. ຜູ້ຄົນຍົກຍ້ອງຂ້ອຍຢູ່ສະເໝີສຳລັບການເຂົ້າໃຈ ແລະ ການຄຳນຶງເຖິງຄົນອື່ນ ແລະ ຂ້ອຍຄິດວ່າມັນເປັນວິທີທີ່ດີທີ່ຈະເຮັດແບບນັ້ນເຊັ່ນກັນ, ມັນຄືຫຼັກການພື້ນຖານສຳລັບການເຂົ້າກັນໄດ້ດີກັບຄົນອື່ນ. ຫຼັງຈາກທີ່ຂ້ອຍໄດ້ຮັບຄວາມເຊື່ອ ແລະ ປະສົບກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍຮູ້ວ່ານັ້ນບໍ່ແມ່ນການເປັນຄົນດີແທ້ໆ, ແຕ່ມັນເປັນການເຮັດຕາມປັດຊະຍາຊີວິດຂອງຊາຕານ. ມັນບໍ່ໄດ້ຊ່ວຍຜູ້ໃດເລີຍ ແລະ ມັນເຖິງກັບສາມາດທຳຮ້າຍຄົນອື່ນ. ທັດສະນະຂອງຂ້ອຍກ່ຽວກັບສິ່ງຕ່າງໆຖືກປ່ຽນແປງ ແລະ ພຣະທຳຂອງພຣະເຈົ້າມອບຫຼັກການປະພຶດໃຫ້ແກ່ຂ້ອຍ.

ເມື່ອຂ້ອຍຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກໃນເດືອນສິງຫາຂອງປີ 2019, ຂ້ອຍສໍານຶກໃນບຸນຄຸນຂອງພຣະເຈົ້າຫຼາຍສຳລັບໂອກາດດັ່ງກ່າວ. ຂ້ອຍຕັດສິນໃຈທີ່ຈະແບກຮັກຄວາມຮັບຜິດຊອບຂອງໜ້າທີ່ນັ້ນຢ່າງງຽບໆ. ຫຼັງຈາກຊົ່ວໄລຍະໜຶ່ງ, ຂ້ອຍສັງເກດເຫັນບັນຫາບາງຢ່າງໃນວຽກງານຂອງອ້າຍເອື້ອຍນ້ອງ. ຕົວຢ່າງ: ພວກເຂົາບາງຄົນປະໝາດໃນໜ້າທີ່ຂອງພວກເຂົາ ເຊິ່ງນໍາໄປສູ່ບັນຫາບາງຢ່າງທີ່ຊັດເຈນກ່ຽວກັບວິດີໂອທີ່ພວກເຂົາເຮັດ. ບາງຄົນບໍ່ໄດ້ເຮັດວຽກກັບຄົນອື່ນເປັນຢ່າງດີ, ສະນັ້ນ ວຽກງານຂອງທຸກຄົນຈຶ່ງບໍ່ເຂົ້າກັນ ແລະ ປະສິດທິພາບຂອງວຽກກໍໄດ້ຮັບຜົນກະທົບ. ເມື່ອຂ້ອຍເຫັນສິ່ງນີ້, ຂ້ອຍກໍ່ຄິດວ່າ “ພວກເຂົາກຳລັງສະແດງຄວາມເສື່ອມຊາມໃນໜ້າທີ່ຂອງພວກເຂົາ. ພາລະກິດໃນເຮືອນຂອງພຣະເຈົ້າຈະໄດ້ຮັບຜົນກະທົບຢ່າງແນ່ນອນ ຖ້າມັນບໍ່ຖືກຍົກຂຶ້ນມາເວົ້າ. ຂ້ອຍຈຳເປັນຕ້ອງໂອ້ລົມກັບພວກເຂົາ ແລະ ວິເຄາະມັນ ເພື່ອວ່າພວກເຂົາຈະເຂົ້າໃຈສິ່ງນີ້ ແລະ ປ່ຽນແປງ”. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ “ຖ້າຂ້ອຍເປີດໂປງບັນຫາຂອງທຸກຄົນໃນທັນທີຫຼັງຈາກທີ່ຮັບເອົາໜ້າທີ່ນີ້, ພວກເຂົາຈະຄິດແນວໃດກ່ຽວກັບຂ້ອຍ? ພວກເຂົາຈະເວົ້າວ່າຂ້ອຍເຂັ້ມງວດກັບພວກເຂົາເກີນໄປ, ຂ້ອຍໂຫດຮ້າຍເກີນໄປ ແລະ ເຂົ້າກັນໄດ້ຍາກບໍ? ມັນຈະບໍ່ເຮັດໃຫ້ທຸກຄົນອອກຫ່າງບໍ ຖ້າຂ້ອຍໃຫ້ພວກເຂົາມີຄວາມຮູ້ສຶກແບບນັ້ນ? ລືມມັນໄປ. ຂ້ອຍຈະບໍ່ເວົ້າເຖິງມັນໃນຕອນນີ້. ກ່ອນອື່ນ, ຂ້ອຍຕ້ອງສ້າງຄວາມສຳພັນທີ່ດີກັບທຸກຄົນ”. ສະນັ້ນ ຂ້ອຍຈຶ່ງເວົ້າບິດເບືອນບັນຫາຂອງອ້າຍເອື້ອຍນ້ອງທຸກຄົນ ໂດຍຢ້ານຢູ່ສະເໝີທີ່ຈະເຮັດໃຫ້ຜູ້ຄົນອັບອາຍ ຫຼື ເຮັດໃຫ້ພວກເຂົາຕົກເປັນຈຸດສົນໃຈ ເຊິ່ງຈະທຳລາຍຄວາມເປັນມິດຂອງພວກເຮົາ.

ຄັ້ງໜຶ່ງ, ນ້ອງສາວຄົນໜຶ່ງບອກຂ້ອຍວ່າອ້າຍວາງຫົວດື້ແທ້ໆໃນໜ້າທີ່ຂອງລາວ ແລະ ຈະບໍ່ຮັບຂໍ້ສະເໜີຫຍັງເລີຍ ແລະ ມັນຂັດຂວາງຄວາມຄືບໜ້າຂອງວຽກງານ. ຂ້ອຍຖາມໄປທົ່ວເພື່ອຂໍຄວາມຄິດເຫັນຈາກຄົນອື່ນ ແລະ ພວກເຂົາທຸກຄົນກໍເວົ້າວ່າອ້າຍວາງອວດດີ, ຜະເດັດການ ແລະ ມັກໃຊ້ອຳນາດ ແລະ ຄົນສ່ວນໃຫຍ່ທີ່ເຮັດວຽກກັບລາວກໍຮູ້ສຶກອຶດອັດ. ເມື່ອໄດ້ຍິນຄຳຕິຊົມນີ້, ຂ້ອຍກໍຮູ້ວ່າອ້າຍວາງມີບັນຫາທີ່ຂ້ອນຂ້າງຮຸນແຮງ ແລະ ການບໍ່ຈັດການກັບມັນໃນທັນທີຈະບໍ່ເປັນຜົນດີຫຍັງສຳລັບທາງເຂົ້າສູ່ຊີວິດຂອງລາວ ຫຼື ວຽກງານໃນເຮືອນຂອງພຣະເຈົ້າ. ຂ້ອຍຈຳເປັນຕ້ອງຊອກຫາລາວເພື່ອໂອ້ລົມກັນ, ເພື່ອຊ່ວຍໃຫ້ລາວເຂົ້າໃຈຄວາມຮ້າຍແຮງຂອງບັນຫາ. ແຕ່ເມື່ອຂ້ອຍເວົ້າກັບອ້າຍວາງ, ຂ້ອຍພຽງແຕ່ຢາຫັນຫຼັງກັບແບ້ວໜີໄປ. ຂ້ອຍຄິດວ່າ “ບັນຫາທັງໝົດເຫຼົ່ານີ້ທີ່ຄົນອື່ນຍົກຂຶ້ນມາເປັນສ່ວນທີ່ຮ້າຍແຮງທີ່ສຸດຂອງອ້າຍວາງ. ຖ້າຂ້ອຍເປີດເຜີຍທຸກບັນຫາອອກ, ລາວຈະບໍ່ຮູ້ສຶກວ່າຂ້ອຍກຳລັງດູຖູກລາວຄືກັບວ່າລາວບໍ່ມີຄຸນຄວາມດີຫຍັງທັງສິ້ນບໍ? ສິ່ງນັ້ນຈະບໍ່ເປັນຕາອັບອາຍບໍ? ແລ້ວຖ້າລາວຮູ້ສຶກວ່າຂ້ອຍກຳລັງຕັ້ງເປົ້າໃສ່ລາວເປັນການສ່ວນຕົວ, ລາວຈະບໍ່ຂຸ່ນເຄື່ອງຂ້ອຍຍ້ອນສິ່ງນັ້ນບໍ? ພວກເຮົາເຫັນກັນຢູ່ສະເໝີ, ໃນການເຕົ້າໂຮມ, ເມື່ອກຳລັງເຮັດໜ້າທີ່ຂອງພວກເຮົາ. ພວກເຮົາຈະເຂົ້າກັນໄດ້ດີແນວໃດ ຖ້າເລີ່ມມີຄວາມອຶດອັດລະຫວ່າງພວກເຮົາ?” ຫຼັງຈາກນັ້ນ ຂ້ອຍກໍຄິດເຖິງການທີ່ລາວເວົ້າຢູ່ສະເໝີໃນການເຕົ້າໂຮມວ່າ ລາວມີອຸປະນິໄສທີ່ອວດດີ, ສະນັ້ນ ຖ້າຂ້ອຍບອກໄບ້ໃນສິ່ງນີ້ໂດຍບໍ່ເວົ້າເລິກລົງກ່ຽວກັບມັນແທ້ໆ ແລະ ໂຈມຕີຈຸດອ່ອນໄຫວໃດໜຶ່ງ, ນັ້ນຈະບໍ່ເປັນຄວາມອັບອາຍເກີນໄປສຳລັບລາວ ແລະ ກໍຈະບໍ່ມີຄວາມອຶດຫຼາຍລະຫວ່າງພວກເຮົາ. ສະນັ້ນ ໃນການໂອ້ລົມຂອງພວກເຮົາ, ຂ້ອຍຈຶ່ງພຽງແຕ່ຈັບຕ້ອງມັນເບົາໆ ໂດຍເວົ້າວ່າລາວອວດດີ ແລະ ໃຊ້ອຳນາດຕໍ່ຄົນອື່ນ. ລາວຮັບຟັງຂ້ອຍ ແລະ ຍອມຮັບວ່າລາວມີບັນຫາເຫຼົ່ານັ້ນ, ລາວຮູ້ພວກມັນແລ້ວ. ຂ້ອຍຮູ້ວ່າລາວບໍ່ໄດ້ສຳນຶກວ່າບັນຫາຮຸນແຮງສໍ່າໃດ, ແຕ່ຂ້ອຍກໍບໍ່ໄດ້ເວົ້າຫຍັງຕື່ມອີກ. ຍ້ອນລາວບໍ່ໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງໃດໜຶ່ງກ່ຽວກັບຕົນເອງ, ລາວຍັງຄົງຫົວດື້ຄືແຕ່ກ່ອນໃນໜ້າທີ່ຂອງລາວ, ບໍ່ສາມາດເຮັດວຽກກັບຄົນອື່ນ ແລະ ຖ່ວງດຶງວຽກງານຂອງຄຣິດຕະຈັກ. ຕໍ່ມາ ລາວຖືກຍ້າຍອອກ. ລາວຮັບໜ້າທີ່ອື່ນ, ແຕ່ຍັງຖືກຂັດຂວາງໂດຍອຸປະນິໄສທີ່ເສື່ອມຊາມຂອງລາວ, ຢູ່ບ່ອນນັ້ນ ລາວກໍບໍ່ໄດ້ມີປະສິດທິພາບຫຼາຍເຊັ່ນກັນ. ມື້ໜຶ່ງ ຜູ້ຄວບຄຸມດູແລຂອງລາວເວົ້າກັບຂ້ອຍຢ່າງໃຈຮ້າຍ “ເຈົ້າຮູ້ບໍກ່ຽວກັບບັນຫາຂອງອ້າຍວາງ? ຖ້າຮູ້, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ໂອ້ລົມກັບລາວ? ລາວເຮັດໃຫ້ເກີດຜົນກະທົບທີ່ຮ້າຍແຮງຕໍ່ຄວາມຄືບໜ້າໃນວຽກງານຂອງພວກເຮົາ”. ຄຳເວົ້າທີ່ໜັກແໜ້ນຂອງລາວເຮັດໃຫ້ຂ້ອຍຮູ້ສຶກຄືກັບວ່າພຣະເຈົ້າກຳລັງຕຳນິຂ້ອຍຜ່ານລາວສຳລັບການບໍ່ປະຕິບັດຄວາມຈິງ. ຂ້ອຍຮູ້ສຶກບໍ່ດີແທ້ໆ, ຮູ້ສຶກຜິດແທ້ໆ. ຖ້າຂ້ອຍພຽງແຕ່ຊີ້ໃຫ້ເຫັນເຖິງບັນຫາຂອງລາວໄດ້ກົງເວລາ ແລະ ລາວໄດ້ໄຕ່ຕອງພວກມັນແທ້ໆ, ລາວກໍອາດຈະສາມາດເຮັດໜ້າທີ່ຂອງລາວຢ່າງຖືກຕ້ອງ. ແຕ່ກົງກັນຂ້າມ, ລາວບໍ່ໄດ້ມີຄວາມເຂົ້າໃຈໃດເລີຍກ່ຽວກັບທຳມະຊາດແບບຊາຕານຂອງລາວ, ສະນັ້ນ ລາວຈຶ່ງບໍ່ພຽງແຕ່ລົ້ມເຫຼວໃນໜ້າທີ່ກ່ອນໜ້າຂອງລາວ ແຕ່ຍັງບໍ່ໄດ້ປ່ຽນແປງເລີຍຫຼັງຈາກທີ່ຖືກຍ້າຍ. ລາວຍັງຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍກຳລັງທຳຮ້າຍຄົນອື່ນ ແລະ ຖ່ວງດຶງວຽກງານໃນເຮືອນຂອງພຣະເຈົ້າບໍ? ຂ້ອຍເຄີຍຄິດວ່າຂ້ອຍມີຄວາມເປັນມະນຸດທີ່ດີ, ແຕ່ຕອນນີ້ ຂ້ອຍເຫັນວ່າຂ້ອຍພຽງແຕ່ຮັກສາຄວາມສຳພັນຂອງຂ້ອຍກັບຄົນອື່ນ ເພື່ອວ່າຂ້ອຍຈະບໍ່ເຮັດໃຫ້ພວກເຂົາອັບອາຍ ແລະ ເຮັດໃຫ້ພວກເຂົາມີຄວາມຮູ້ສຶກທີ່ບໍ່ດີ. ແຕ່ສິ່ງນັ້ນບໍ່ດີຕໍ່ທາງເຂົ້າຊີວິດຂອງຄົນອື່ນ ຫຼື ວຽກງານໃນເຮືອນຂອງພຣະເຈົ້າເລີຍ. ນັ້ນຄືການມີຄວາມເປັນມະນຸດທີ່ດີບໍ?

ຕໍ່ມາ ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຕ້ອງມີມາດຕະຖານສໍາລັບການມີຄວາມເປັນມະນຸດທີ່ດີ. ມັນບໍ່ກ່ຽວຂ້ອງກັບການຍ່າງໄປຕາມເສັ້ນທາງຂອງຄວາມພໍປະມານ, ບໍ່ຍຶດຕິດກັບຫຼັກການ, ພະຍາຍາມບໍ່ເຮັດໃຫ້ໃຜຂຸ່ນເຄືອງໃຈ, ເຮັດໃຫ້ມີຄວາມໂປດປານຢູ່ທຸກບ່ອນທີ່ເຈົ້າໄປ, ນິ້ມນວນ ແລະ ລຽບງ່າຍກັບທຸກຄົນທີ່ເຈົ້າພົບ ແລະ ເຮັດໃຫ້ທຸກຄົນຮູ້ສຶກດີ. ນີ້ບໍ່ແມ່ນມາດຕະຖານ. ແລ້ວແມ່ນຫຍັງຄືມາດຕະຖານ? ມັນລວມເຖິງການປະຕິບັດຕໍ່ພຣະເຈົ້າ, ຄົນອື່ນ ແລະ ເຫດການຕ່າງໆດ້ວຍໃຈຈິງ, ສາມາດຮັບຜິດຊອບ ແລະ ເຮັດສິ່ງທັງໝົດນີ້ໃນລັກສະນະທີ່ຊັດເຈນໃຫ້ທຸກຄົນໄດ້ເຫັນ ແລະ ຮູ້ສຶກ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຄົ້ນຫາຫົວໃຈຂອງຜູ້ຄົນ ແລະ ຮູ້ຈັກພວກເຂົາແຕ່ລະຄົນ. ບາງຄົນໂອ້ອວດສະເໝີວ່າຕົນເອງມີຄວາມເປັນມະນຸດທີ່ດີ, ອ້າງວ່າບໍ່ເຄີຍເຮັດຫຍັງທີ່ບໍ່ດີຈັກເທື່ອ, ລັກຊັບສິນຂອງຄົນອື່ນ ຫຼື ໂລບເອົາສິ່ງຂອງໆຄົນອື່ນ. ພວກເຂົາຍັງໄປໄກເຖິງຂັ້ນເຮັດໃຫ້ຄົນອື່ນໄດ້ຮັບຜົນປະໂຫຍດຈາກໃຊ້ຈ່າຍຂອງພວກເຂົາເອງເມື່ອມີການຂັດແຍ່ງເລື່ອງຜົນປະໂຫຍດ, ມັກທີ່ຈະປະສົບກັບຄວາມສູນເສຍ ແລະ ພວກເຂົາບໍ່ເຄີຍເວົ້າຫຍັງບໍ່ດີກ່ຽວກັບໃຜພຽງເພື່ອໃຫ້ທຸກຄົນຄິດວ່າພວກເຂົາເປັນຄົນດີ. ແນວໃດກໍຕາມ, ເມື່ອປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາເຈົ້າເລ່ ແລະ ລື່ນໄຫຼ, ວາງແຜນອຸບາຍເພື່ອຕົນເອງຢູ່ສະເໝີ. ພວກເຂົາບໍ່ເຄີຍຄິດເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ພວກເຂົາບໍ່ເຄີຍປະຕິບັດຢ່າງຮີບດ່ວນຕໍ່ສິ່ງທີ່ພຣະເຈົ້າປະຕິບັດຢ່າງຮີບດ່ວນ ຫຼື ຄິດແບບທີ່ພຣະເຈົ້າຄິດ ແລະ ພວກເຂົາບໍ່ເຄີຍສາມາດປະຖິ້ມຜົນປະໂຫຍດຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງຕົນໄດ້. ພວກເຂົາບໍ່ເຄີຍປະຖິ້ມຜົນປະໂຫຍດຂອງຕົນເອງຈັກເທື່ອ. ແມ່ນແຕ່ເມື່ອພວກເຂົາເຫັນຄົນຊົ່ວຊ້າກຳລັງເຮັດຄວາມຊົ່ວຢູ່, ພວກເຂົາກໍບໍ່ເປີດໂປງພວກເຂົາ; ພວກເຂົາບໍ່ມີຫຼັກການໃດເລີຍ. ນີ້ບໍ່ແມ່ນຕົວຢ່າງຂອງຄວາມເປັນມະນຸດທີ່ດີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ກຳນົດຫຼັກການໃນການປະຕິບັດ. ຄົນທີ່ດີແທ້ໆບໍ່ດຳເນີນຕາມເສັ້ນທາງສາຍກາງ ຫຼື ຢູ່ຢ່າງງຽບໆກ່ຽວກັບບັນຫາຂອງຄົນອື່ນ. ພວກເຂົາບໍ່ສະແຫວງຫາຄວາມສາມັກຄີເຊັ່ນກັນ ຫຼື ພະຍາຍາມຮັກສາຄວາມເປັນມິດຢ່າງສົມບູນກັບຄົນອື່ນ. ມາດຕະຖານສຳລັບຄົນດີແທ້ໆແມ່ນນອນຢູ່ໃນການມີຫຼັກການ ແລະ ການມີຄວາມຮູ້ສຶກເຖິງຄວາມຍຸຕິທຳ. ມັນຄືການສະໜັບສະໜູນຫຼັກການໂດຍບໍ່ຢ້ານທີ່ຈະເຮັດໃຫ້ຜູ້ຄົນບໍ່ພໍໃຈ ເພື່ອປົກປ້ອງເຮືອນຂອງພຣະເຈົ້າເມື່ອຜົນປະໂຫຍດຂອງມັນຖືກຫຼຸດລົງ. ໃນການພົວພັນຂອງຂ້ອຍກັບອ້າຍເອື້ອຍນ້ອງ, ຂ້ອຍພຽງແຕ່ໃຫ້ຄວາມສຳຄັນກັບການບໍ່ເຮັດໃຫ້ຄົນໃດໜຶ່ງອັບອາຍ ຫຼື ບໍ່ພໍໃຈ, ໂດຍຄິດວ່າທຸກຄົນຈະຄິດດີກັບຂ້ອຍ ຕາບໃດທີ່ຂ້ອຍຮັກສາຄວາມສຳພັນຂອງຂ້ອຍກັບພວກເຂົາ. ແຕ່ສິ່ງນັ້ນບໍ່ໄດ້ສອດຄ່ອງກັບຫຼັກການແຫ່ງຄວາມຈິງເລີຍ. ຂ້ອຍເຫັນຄົນອື່ນເຮັດສິ່ງຕ່າງໆຍ້ອນຄວາມເສື່ອມຊາມ ແລະ ກຳລັງຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ, ແຕ່ຕ້ອງການປົກປ້ອງພາບລັກທີ່ດີຂອງຂ້ອຍ, ຂ້ອຍບໍ່ໄດ້ປົກປ້ອງຜົນປະໂຫຍດຂອງຄຣິດຕະຈັກ, ແຕ່ຫຼັບຫູຫຼັບຕາໃສ່. ຂ້ອຍປ່ອຍໃຫ້ບັນຫາທີ່ຂ້ອຍເຫັນຢ່າງຊັດເຈນນັ້ນຮຸນແຮງຂຶ້ນ. ໂດຍສະເພາະກັບອ້າຍວາງ, ຂ້ອຍຮູ້ວ່າບັນຫາຂອງລາວໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານໃນເຮືອນຂອງພຣະເຈົ້າແລ້ວ. ແຕ່ຂ້ອຍຢ້ານວ່າ ລາວອາດຄິດວ່າຂ້ອຍກຳລັງຕັ້ງເປົ້າໃສ່ລາວເປັນການສ່ວນຕົວ, ລາວຈະບໍ່ຍອມຮັບສິ່ງທີ່ຂ້ອຍເວົ້າ ແລະ ຈະເລີ່ມມີອະຄະຕິກັບຂ້ອຍ. ສະນັ້ນ ເມື່ອຂ້ອຍໂອ້ລົມກັບລາວ, ຂ້ອຍຈຶ່ງພຽງແຕ່ເວົ້າບິດເບືອນກ່ຽວກັບສິ່ງຕ່າງໆ, ແກ້ໄຂບັນຫາດັ່ງກ່າວຢ່າງບໍ່ເຕັມທີ່. ຜົນຕາມມາກໍ່ຄື ລາວບໍ່ໄດ້ຈິງຈັງກັບບັນຫາຂອງລາວ. ໃນທາງຜິວເຜີນ, ຂ້ອຍຮັກສາພາບລັກທີ່ດີຂອງຂ້ອຍໃນການເປັນຄົນບໍ່ມີພິດມີໄພ, ແຕ່ໃນຄວາມເປັນຈິງ ຂ້ອຍກຳລັງສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ ແລະ ທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ຂ້ອຍເຫັນວ່າຂ້ອຍເປັນພຽງ “ຄົນດີ”, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຜູ້ຫຼອກລວງໃນທຸກສິ່ງ.

ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າໃນການອຸທິດຕົນຂອງຂ້ອຍຫຼັງຈາກນັ້ນ: “ເມື່ອເຫັນບັນດາອ້າຍເອື້ອຍນ້ອງຂອງພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ລະມັດລະວັງ ແລະ ບໍ່ມີປະສິດທິພາບ, ຜູ້ນຳຄຣິດຕະຈັກບາງຄົນບໍ່ໄດ້ຕຳນິພວກເຂົາ ເຖິງແມ່ນວ່າພວກເຂົາຄວນເຮັດ. ເມື່ອພວກເຂົາເຫັນບາງສິ່ງບາງຢ່າງທີ່ເປັນອັນຕະລາຍຕໍ່ຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຈະແຈ້ງ, ພວກເຂົາເຮັດທໍາທ່າບໍ່ເຫັນ ແລະ ບໍ່ໄດ້ສອບຖາມຫຍັງ ເພື່ອບໍ່ເຮັດໃຫ້ຄົນອື່ນຂູ່ນເຄື່ອງໃຈເປັນຢ່າງໜ້ອຍ. ຈຸດປະສົງ ແລະ ເປົ້າໝາຍທີ່ແທ້ຈິງຂອງພວກເຂົາບໍ່ແມ່ນເພື່ອສະແດງຄວາມເຫັນໃຈຕໍ່ກັບຈຸດອ່ອນຕ່າງໆຂອງຄົນອື່ນ. ພວກເຂົາຮູ້ເປັນຢ່າງດີວ່າພວກເຂົາຕັ້ງໃຈເຮັດຫຍັງ: ‘ຖ້າຂ້ອຍສືບເຮັດສິ່ງນີ້ ແລະ ບໍ່ເຮັດໃຫ້ຜູ້ໃດຂຸ່ນເຄືອງໃຈ, ພວກເຂົາຈະຄິດວ່າຂ້ອຍເປັນຜູ້ນໍາທີ່ດີ. ພວກເຂົາຈະມີຄວາມຄິດເຫັນທີ່ດີ, ສູງສົ່ງກ່ຽວກັບຂ້ອຍ. ພວກເຂົາຈະຍອມຮັບຂ້ອຍ ແລະ ມັກຂ້ອຍ’. ບໍ່ວ່າຄວາມເສຍຫາຍຕໍ່ຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າຈະເກີດຂຶ້ນຫຼາຍປານໃດກໍຕາມ ແລະ ບໍ່ວ່າຜູ້ທີ່ຖືກເລືອກຂອງພຣະເຈົ້າຈະຖືກຂັດຂວາງຫຼາຍປານໃດກໍຕາມໃນການເຂົ້າສູ່ຊີວິດຂອງພວກເຂົາ ຫຼື ຊີວິດຄຣິດຕະຈັກຂອງພວກເຂົາຈະຖືກລົບກວນຫຼາຍປານໃດກໍຕາມ, ຜູ້ຄົນດັ່ງກ່າວແມ່ນຍຶດໝັ້ນຢູ່ໃນປັດຊະຍາຂອງຊາຕານຂອງພວກເຂົາ ແລະ ບໍ່ເຮັດໃຫ້ຜູ້ໃດຂຸ່ນເຄືອງໃຈ. ບໍ່ເຄີຍມີຄວາມຮູ້ສຶກເຖິງການຕຳນິຕົນເອງຢູ່ໃນໃຈຂອງພວກເຂົາເລີຍ; ຫຼາຍທີ່ສຸດ, ພວກເຂົາອາດຈະກ່າວເຖິງບາງບັນຫາແບບຜ່ານໆແບບສະບາຍໆ ແລະ ຈາກນັ້ນກໍຖືວ່າສິ້ນສຸດກັບມັນ. ພວກເຂົາບໍ່ສົນທະນາຄວາມຈິງ ແລະ ພວກເຂົາຍັງບໍ່ຊີ້ໃຫ້ເຫັນແກ່ນແທ້ຂອງບັນຫາຕ່າງໆຂອງຄົນອື່ນ ແລະ ຍິ່ງໜ້ອຍທີ່ພວກເຂົາຈະແຍກສະພາວະຂອງຜູ້ຄົນ. ພວກເຂົາບໍ່ນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ພວກເຂົາບໍ່ເຄີຍເຜີຍແຜ່ວ່າຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ຫຼື ຄວາມຜິດຕ່າງໆທີ່ຄົນມັກຈະກະທໍາ ຫຼື ປະເພດຕ່າງໆຂອງຄວາມເສື່ອມຊາມທີ່ຜູ້ຄົນເປີດເຜີຍ. ພວກເຂົາບໍ່ແກ້ໄຂບັນຫາຕົວຈິງຕ່າງໆເຊັ່ນບັນຫາເຫຼົ່ານີ້; ກົງກັນຂ້າມ, ພວກເຂົາເຄີຍເບິ່ງຜ່ານຄວາມອ່ອນແອຕ່າງໆ ແລະ ການຄິດລົບຂອງຄົນອື່ນ ແລະ ຍັງມີຄວາມບໍ່ໃສ່ໃຈ ແລະ ຄວາມບໍ່ມີປະສິດທິພາບຂອງພວກເຂົາ. ພວກເຂົາປ່ອຍການກະທຳ ແລະ ພຶດຕິກຳເຫຼົ່ານີ້ຂອງຜູ້ຄົນໄປຢ່າງຕໍ່ເນື່ອງໂດຍບໍ່ຖືກເອີ້ນວ່າເປັນໃນສິ່ງທີ່ພວກເຂົາເປັນ ແລະ ເນື່ອງຈາກພວກເຂົາເຮັດແນວນັ້ນແທ້ໆ, ຄົນສ່ວນຫຼາຍຈຶ່ງຄິດວ່າ: ‘ຜູ້ນຳຂອງພວກເຮົາເປັນຄືກັບແມ່ສຳລັບພວກເຮົາ. ລາວຍິ່ງມີຄວາມເຂົ້າໃຈກ່ຽວກັບຈຸດອ່ອນຕ່າງໆຂອງພວກເຮົາຫຼາຍກວ່າທີ່ພຣະເຈົ້າເຂົ້າໃຈ. ວູດທິພາວະຂອງພວກເຮົາອາດຈະນ້ອຍເກີນໄປທີ່ຈະດໍາລົງຊີວິດຕາມຄວາມຕ້ອງການຂອງພຣະເຈົ້າ, ແຕ່ມັນພຽງພໍທີ່ພວກເຮົາຈະສາມາດດໍາລົງຊີວິດຕາມຄວາມຕ້ອງການຂອງຜູ້ນໍາຂອງພວກເຮົາ. ລາວເປັນຜູ້ນໍາທີ່ດີສໍາລັບພວກເຮົາ. ຖ້າມື້ໃດມື້ໜຶ່ງມາເຖິງເມື່ອເບື້ອງເທິງປ່ຽນຜູ້ນຳຂອງພວກເຮົາ, ຈາກນັ້ນພວກເຮົາຄວນເວົ້າອອກ ແລະ ສະແດງຄວາມຄິດເຫັນ ແລະ ຄວາມປາຖະໜາຕ່າງໆຂອງພວກເຮົາ. ພວກເຮົາຄວນພະຍາຍາມເຈລະຈາກັບເບື້ອງເທິງ’. ຖ້າຜູ້ຄົນມີຄວາມຄິດດັ່ງກ່າວ, ຖ້າພວກເຂົາມີຄວາມສໍາພັນປະເພດນີ້ກັບຜູ້ນໍາຂອງພວກເຂົາ ແລະ ມີຄວາມຮູ້ສຶກດັ່ງກ່າວຂອງພວກເຂົາ ແລະ ໄດ້ມີຄວາມຮູ້ສຶກເພິ່ງພາອາໄສ, ຍົກຍ້ອງ, ເຄົາລົບ ແລະ ບູຊາຕໍ່ຜູ້ນໍາຂອງພວກເຂົາໃນໃຈຂອງພວກເຂົາ, ແລ້ວຜູ້ນໍາຄວນຈະຮູ້ສຶກແນວໃດ? ໃນເລື່ອງນີ້, ຖ້າພວກເຂົາຮູ້ສຶກຕໍານິຕົນເອງໜ້ອຍໜຶ່ງ, ບໍ່ສະບາຍໃຈໜ້ອຍໜຶ່ງ ແລະ ຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ, ພວກເຂົາກໍບໍ່ຄວນຍຶດຢູ່ກັບສະຖານະພາບຂອງພວກເຂົາ ຫຼື ຮູບພາບໃນໃຈຂອງຄົນອື່ນ. ພວກເຂົາຄວນເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຍົກຍໍສັນລະເສີນພຣະອົງ ເພື່ອວ່າພຣະອົງຈະມີບ່ອນຢູ່ໃນໃຈຂອງຜູ້ຄົນ ແລະ ເພື່ອວ່າຜູ້ຄົນຈະເຊີດຊູພຣະເຈົ້າວ່າຍິ່ງໃຫຍ່. ດ້ວຍວິທີນີ້ເທົ່ານັ້ນ ຫົວໃຈຂອງພວກເຂົາຈະມີຄວາມສະຫງົບສຸກທີ່ແທ້ຈິງ ແລະ ຜູ້ທີ່ເຮັດແນວນັ້ນຈະແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ແນວໃດກໍຕາມ, ສິ່ງນີ້ບໍ່ແມ່ນເປົ້າໝາຍທີ່ຢູ່ເບື້ອງຫຼັງການກະທໍາຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິດ ກົງກັນຂ້າມ ພວກເຂົາໃຊ້ວິທີການ ແລະ ເຕັກນິກເຫຼົ່ານີ້ເພື່ອຊັກຈູງຜູ້ຄົນໃຫ້ຫຼົງທາງຈາກທາງທີ່ແທ້ຈິງ ແລະ ທໍລະຍົດຄວາມຈິງ ເຖິງຂັ້ນກັບລະເລີຍໂດຍບໍ່ປ່ຽນແປງຕໍ່ການປະຕິບັດໜ້າທີ່ຂອງຜູ້ຄົນ ທີ່ບໍ່ມີຄວາມລະມັດລະວັງ, ເຮັດພໍເປັນພິທີ ແລະ ທີ່ບໍ່ມີຄວາມຮັບຜິດຊອບ ໂດຍມີເປົ້າໝາຍເພື່ອຄອບຄອງບາງບ່ອນໃນຫົວໃຈຂອງຜູ້ຄົນ ແລະ ການຊະນະເຈດຕະນາດີຂອງພວກເຂົາ. ສິ່ງນີ້ບໍ່ແມ່ນຄວາມພະຍາຍາມທີ່ຈະເອົາຊະນະຜູ້ຄົນບໍ? ສິ່ງນີ້ບໍ່ແມ່ນສິ່ງຊົ່ວຮ້າຍ ແລະ ໜ້າລັງກຽດບໍ? ມັນເປັນຕາລັງກຽດ!” (ຄັດຈາກບົດ “ພວກເຂົາພະຍາຍາມເອົາຊະນະຜູ້ຄົນ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍແກ່ນແທ້ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງຂ້ອຍ. ນັບຕັ້ງແຕ່ທີ່ກາຍມາເປັນຜູ້ນໍາ, ຂ້ອຍພຽງແຕ່ລະມັດລະວັງເພື່ອຮັກສາຄວາມສຳພັນທີ່ດີກັບຜູ້ຄົນ. ຂ້ອຍຈະບໍ່ເປີດເຜີຍບັນຫາຂອງຜູ້ຄົນ, ພຽງແຕ່ປົກປ້ອງກຽດສັກສີຂອງພວກເຂົາ. ຂ້ອຍບໍ່ມີແມ່ນຄວາມຮູ້ສຶກຮີບດ່ວນ ເມື່ອຂ້ອຍເຫັນອ້າຍວາງກຳລັງຂັດຂວາງ ແລະ ກຳລັງກີດກັນວຽກງານໃນຄຣິດຕະຈັກ. ກົງກັນຂ້າມ, ຂ້ອຍພຽງແຕ່ເວົ້າກັບທຸກຄົນໄປທົ່ວ, ຕ້ອງການຮັກສາຕໍາແໜ່ງຂອງຂ້ອຍໃນທ່າມກາງພວກເຂົາ. ຂ້ອຍເບິ່ງຄືອ່ອນໂຍນ ແລະ ບໍ່ມີພິດມີໄພຈາກພາຍນອກ, ແຕ່ນັ້ນເປັນສາກໜ້າທີ່ນໍາພາອ້າຍເອື້ອຍນ້ອງຢ່າງຜິດໆ. ຂ້ອຍໃຊ້ສິ່ງທີ່ຜູ້ຄົນເບິ່ງວ່າເປັນພຶດຕິກຳ ແລະ ຄຳເວົ້າທີ່ດີ ເພື່ອເອົາຊະນະຜູ້ຄົນ ເພື່ອວ່າພວກເຂົາຈະມັກຂ້ອຍ ແລະ ເຄົາລົບຂ້ອຍ. ດ້ວຍວິທີນັ້ນ ຂ້ອຍຈະສາມາດເສີມສ້າງຕໍາແໜ່ງຂອງຂ້ອຍ. ຂ້ອຍຕ້ອງການເຮັດໃຫ້ເສັ້ນທາງຂອງຂ້ອຍບໍ່ມີອຸປະສັກ ແລະ ຂ້ອຍເຮັດແບບນັ້ນໂດຍສູນເສຍຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ຂ້ອຍຂັດກັບຫຼັກການແຫ່ງຄວາມຈິງ ແລະ ທຳລາຍວຽກງານໃນເຮືອນຂອງພຣະເຈົ້າ. ຂ້ອຍກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ໃນຈຸດນີ້, ພຣະທຳຂອງພຣະເຈົ້າປາກົດເຂົ້າມາໃນຄວາມຄິດ: “ເຈົ້າອາດຈະຈິງໃຈ ແລະ ຊື່ສັດຕໍ່ກັບຍາດພີ່ນ້ອງ, ໝູ່ເພື່ອນ, ເມຍ (ຫຼື ຜົວ), ລູກຊາຍ ແລະ ລູກສາວ ແລະ ພໍ່ແມ່ຂອງເຈົ້າເປັນພິເສດ ແລະ ບໍ່ເຄີຍເອົາປຽບຄົນອື່ນເລີຍ; ແຕ່ຖ້າເຈົ້າບໍ່ສາມາດເຂົ້າຫາ ແລະ ພົວພັນກັບພຣະຄຣິດໄດ້, ເຖິງແມ່ນວ່າເຈົ້າຈະເສຍສະຫຼະຊັບສິນທັງໝົດຂອງເຈົ້າເພື່ອຊ່ວຍເຫຼືອເພື່ອນບ້ານຂອງເຈົ້າ ຫຼື ເອົາໃຈໃສ່ດູແລເບິ່ງແຍງພໍ່, ແມ່ ແລະ ສະມາຊິກໃນຄອບຄົວຂອງເຈົ້າ, ເຮົາຂໍບອກເຈົ້າເລີຍວ່າ ເຈົ້າຍັງຊົ່ວຮ້າຍຢູ່ ແລະ ຍິ່ງໄປກວ່ານັ້ນ ຍັງເປັນຄົນຫຼອກລວງເກັ່ງທີ່ສຸດ” (ຄັດຈາກບົດ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເຮືອນຂອງພຣະເຈົ້າອະນຸຍາດໃຫ້ຂ້ອຍເຮັດໜ້າທີ່ດັ່ງຜູ້ນໍາເພື່ອຊີ້ນໍາຄົນອື່ນໃຫ້ປະຕິບັດຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາ, ເພື່ອສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ, ເພື່ອໂອ້ລົມກ່ຽວກັບຄວາມຈິງໃນການແກ້ໄຂບັນຫາຂອງຄົນອື່ນ ເພື່ອວ່າພວກເຂົາຈະສາມາດເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຮຽນຮູ້ທີ່ຈະເຮັດໜ້າທີ່ຂອງພວກເຂົາດ້ວຍຫຼັກການ. ນັ້ນຄືຄວາມຮັບຜິດຊອບຂອງຂ້ອຍ. ແຕ່ຂ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ອຍຕາມທີ່ພຣະເຈົ້າຮຽກຮ້ອງ. ຂ້ອຍພຽງແຕ່ໃຫ້ຄວາມສຳຄັນກັບຄວາມສຳພັນຂອງຂ້ອຍ ແລະ ຮັກສາກຽດຕິຍົດຂອງຂ້ອຍກັບຄົນອື່ນ, ເຊິ່ງສ້າງຄວາມເສຍຫາຍແກ່ວຽກງານໃນເຮືອນຂອງພຣະເຈົ້າ ແລະ ກີດກັນທາງເຂົ້າສູ່ຊີວິດຂອງຄົນອື່ນ. ຂ້ອຍກຳລັງເຮັດໜ້າທີ່ຢູ່ຂ້າງຊາຕານ. ຂ້ອຍເຫັນວ່າຂ້ອຍເປັນສິ່ງທີ່ພຣະເຈົ້າເປີດໂປງໃນພຣະທຳຂອງພຣະອົງແທ້ໆ. ບໍ່ພຽງແຕ່ເປັນຄົນບໍ່ດີ, ແຕ່ຂ້ອຍຍັງເປັນຄົນຊົ່ວຮ້າຍທີ່ມີເລ່ຫຼ່ຽມ, ເຫັນແກ່ຕົວ, ເປັນຕາລັງກຽດ. ຖ້າຂ້ອຍບໍ່ກັບໃຈ ແລະ ປ່ຽນແປງ, ຂ້ອຍກໍ່ຈະກາຍເປັນອຸປະສັກໃຫ້ກັບທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງພຽງແຕ່ເທົ່ານັ້ນ. ໃນທີ່ສຸດ ຂ້ອຍກໍເຂົ້າໃຈກົດລະບຽບຂອງຂ້ອຍສຳລັບຊີວິດໃນການພົວພັນກັບຄົນອື່ນ. ຂ້ອຍເຫັນໄດ້ຢ່າງແທ້ຈິງວ່າ “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ” ແລະ “ຢ່າຕີຜູ້ຄົນລຸ່ມສາຍແອວຈັກເທື່ອ” ຄືພິດຂອງຊາຕານ, ບໍ່ແມ່ນຫຼັກການສຳລັບຄວາມປະພຶດທີ່ແທ້ຈິງ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ເຕັມໃຈທີ່ຈະກັບໃຈ ແລະ ແກ້ໄຂການສະແຫວງຫາທີ່ບໍ່ຖືກຕ້ອງຂອງຂ້ອຍ.

ຕໍ່ມາ ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າທີ່ວ່າ: “ຖ້າເຈົ້າຢາກມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ໂດຍຖືເອົາສິ່ງນີ້ເປັນພື້ນຖານ ເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາທ່າມກາງຜູ້ຄົນດ້ວຍທັດສະນະ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ຜູ້ຄົນຍົກຍໍຊົມເຊີຍເຈົ້າ, ແຕ່ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າເພື່ອສ້າງຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນຂອງເຈົ້າກັບທຸກຄົນກໍຈະເປັນປົກກະຕິຢ່າງທໍາມະຊາດ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ຖືກສ້າງຂຶ້ນຈາກຝ່າຍເນື້ອໜັງ ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດໆທາງຝ່າຍເນື້ອໜັງ ແຕ່ທາງຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຫົວໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານການແບກຫາບພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ” (ຄັດຈາກບົດ “ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າຄວາມສຳພັນທີ່ເໝາະສົມລະຫວ່າງບຸກຄົນບໍ່ສາມາດຖືກສ້າງຂຶ້ນໄດ້ໂດຍນໍາໃຊ້ປັດຊະຍາທາງໂລກສຳລັບການດຳລົງຊີວິດ. ພວກເຮົາຄວນບຳລຸງລ້ຽງວິນຍານຂອງຄົນອື່ນຕາມພຣະທຳຂອງພຣະເຈົ້າ ແລະ ມີແຕ່ໃນວິທີນີ້ເທົ່ານັ້ນ ມັນຈຶ່ງຈະສົ່ງຜົນປະໂຫຍດແກ່ທຸກຄົນ. ເມື່ອຂ້ອຍເຫັນວ່າຄົນອື່ນກຳລັງເຮັດໜ້າທີ່ຂອງພວກເຂົາດ້ວຍອຸປະນິໄສທີ່ເສື່ອມຊາມ ເຊິ່ງສົ່ງຜົນກະທົບຕໍ່ວຽກງານຂອງພວກເຂົາ, ຂ້ອຍບໍ່ຄວນໃຫ້ຄວາມສຳຄັນກັບສະຖານະ ແລະ ພາບລັກຂອງຂ້ອຍເອງ. ຂ້ອຍຄວນນໍາໃຊ້ພຣະທຳຂອງພຣະເຈົ້າໃສ່ບັນຫາ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ໂອ້ລົມກ່ຽວກັບຄວາມປະສົງຂອງພຣະເຈົ້າ ເພື່ອວ່າພວກເຂົາຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ. ພຣະເຈົ້າກໍຈະເຫັນດີ. ໃນການເຕົ້າໂຮມ, ອ້າຍວາງສາມາດເຂົ້າໃຈຕົນເອງໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ ເຊິ່ງໝາຍຄວາມວ່າລາວຕ້ອງການແກ້ໄຂບັນຫາຂອງລາວ. ມັນເປັນພຽງແຕ່ວ່າລາວບໍ່ເຂົ້າໃຈເຖິງສາຍເຫດຂອງບັນຫາ ແລະ ບໍ່ໄດ້ກຽດຊັງຕົນເອງຢ່າງແທ້ຈິງ, ສະນັ້ນ ລາວຈຶ່ງຍັງດຳລົງຊີວິດພາຍໃນອຸປະນິໄສທີ່ເສື່ອມຊາມຂອງລາວ ເມື່ອບັນຫາເກີດຂຶ້ນ. ຖ້າຂ້ອຍໃຊ້ພຣະທຳຂອງພຣະເຈົ້າເພື່ອວິເຄາະແກ່ນແທ້ຂອງບັນຫາ ເພື່ອວ່າລາວຈະສາມາດຄົ້ນຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳເຫຼົ່ານັ້ນ, ສິ່ງນີ້ກໍຈະຊ່ວຍລາວແທ້ໆ. ເມື່ອຮັບຮູ້ສິ່ງນີ້, ຂ້ອຍຕ້ອງການປ່ຽນແປງການສະແຫວງຫາທີ່ຜິດຂອງຂ້ອຍ ແລະ ເຮັດສິ່ງຕ່າງໆຕາມຂໍ້ກຳນົດຂອງພຣະເຈົ້າ. ຫຼັງຈາກນັ້ນ, ຂ້ອຍສະຫຼຸບບັນຫາຂອງອ້າຍວາງໃນໜ້າທີ່ຂອງລາວ ແລະ ລະບຸພວກມັນອອກເທື່ອລະຢ່າງ. ຂ້ອຍໂອ້ລົມກັບລາວ, ໄຈ້ແຍກພຶດຕິກຳຂອງລາວ ແລະ ວິເຄາະສາຍເຫດຂອງບັນຫາ. ຫຼັງຈາກນັ້ນ, ລາວບໍ່ໄດ້ກຽດຊັງຂ້ອຍ ຫຼື ຫຼົບຫຼີກຂ້ອຍຄືກັບທີ່ຂ້ອຍຄິດວ່າລາວຈະເຮັດ, ແຕ່ລາວຍອມຮັບການໂອ້ລົມຂອງຂ້ອຍຢ່າງແທ້ຈິງ. ລາວສົ່ງຂໍ້ຄວາມຫາຂ້ອຍໃນພາຍຫຼັງ ໂດຍເວົ້າວ່າ “ມັນດີທີ່ເຈົ້າຍົກສິ່ງນີ້ຂຶ້ນມາເວົ້າກັບຂ້ອຍ, ຖ້າບໍ່ດັ່ງນັ້ນ ຂ້ອຍຈະບໍ່ເຫັນວ່າບັນຫາຮ້າຍແຮງສໍ່າໃດ”. ຂ້ອຍຖືກດົນບັນດານແທ້ໆ. ຫຼັງຈາກທີ່ຂ້ອຍແກ້ໄຂແຮງຈູງໃຈຂອງຂ້ອຍ ແລະ ບໍ່ໄດ້ໃຫ້ຄວາມສົນໃຈກັບສິ່ງທີ່ຄົນອື່ນຄິດກ່ຽວກັບຂ້ອຍ, ແຕ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າ ແລະ ຍຶດຖືຫຼັກການ, ຂ້ອຍກໍ່ສາມາດໃຫ້ການຊ່ວຍເຫຼືອທີ່ແທ້ຈິງແກ່ຄົນທີ່ຢູ່ອ້ອມຂ້າງຂ້ອຍ. ຂ້ອຍັງຮູ້ສຶກສະບາຍໃຈ ແລະ ສະຫງົບສຸກ.

ຕໍ່ມາ, ຂ້ອຍສັງເກດເຫັນນ້ອງສາວຄົນໜຶ່ງເຮັດໜ້າທີ່ຂອງລາວແບບເຍື້ອນມື້ເວັນ ແລະ ຕາມອຳເພີໃຈ ເຊິ່ງກໍ່ໃຫ້ເກີດບັນຫາຫຼາຍຢ່າງ. ລາວເຫັນບັນຫາເຫຼົ່ານີ້ ແລະ ຄິດລົບກ່ຽວກັບມັນແທ້ໆ. ຂ້ອຍເຫັນວ່າບັນຫາເຫຼົ່ານີ້ມາຈາກທັດສະນະຄະຕິຂອງລາວຕໍ່ໜ້າທີ່ຂອງລາວເປັນສ່ວນໃຫຍ່, ສະນັ້ນ ຂ້ອຍຈຶ່ງຕ້ອງການຍົກສິ່ງນີ້ຂຶ້ນມາເວົ້າ. ແຕ່ຫຼັງຈາກນັ້ນ ຂ້ອຍກໍຄິດວ່າ “ລາວຮູ້ສຶກບໍ່ດີ ແລະ ທໍ້ໃຈແລ້ວ. ຖ້າຂ້ອຍລົມກ່ຽວກັບບັນຫາຂອງລາວ, ຂ້ອຍຈະບໍ່ໂຍນເກືອໃສ່ບາດແຜຂອງລາວບໍ? ຖ້າລາວຄິດລົບຫຼາຍກວ່າເກົ່າ, ຜູ້ຄົນອາດເວົ້າວ່າຂ້ອຍກຳລັງຂາດຄວາມເປັນມະນຸດ, ຂ້ອຍບໍ່ໃຫ້ອະໄພ ແລະ ຫຼັງຈາກນັ້ນກໍ່ຈະບໍ່ຍອມຮັບຂ້ອຍ”. ຂ້ອຍຄິດວ່າມັນຈະພຽງພໍແລ້ວ ຖ້າຂ້ອຍສາມາດຊອກຫາວິທີແກ້ໄຂບັນຫາໃນໜ້າທີ່ຂອງລາວ, ຫຼັງຈາກນັ້ນ ຂ້ອຍກໍຈະບໍ່ຈຳເປັນຕ້ອງກ່າວເຖິງບັນຫາຂອງລາວ. ແລ້ວຂ້ອຍກໍ່ຮູ້ວ່າຂ້ອຍກຳລັງປະຕິບັດຕາມປັດຊະຍາເຫຼົ່ານີ້ຂອງຊາຕານອີກຄັ້ງ ແລະ ຖ້າຂ້ອຍບໍ່ໄດ້ສະແດງໃຫ້ນ້ອງສາວຄົນນີ້ເຫັນເຖິງບັນຫາຂອງລາວ, ລາວຈະບໍ່ເຫັນອຸປະນິໄສທີ່ເສື່ອມຊາມຂອງລາວເອງ ແລະ ສິ່ງນັ້ນຈະບໍ່ຊ່ວຍລາວເຊັ່ນກັນ. ຂ້ອຍອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງທີ່ຂ້ອຍຄວນເຂົ້າຫາໃນສະຖານະການນັ້ນ. ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າທີ່ວ່າ: “ພຣະເຈົ້າບໍ່ເຄີຍລັງເລ ຫຼື ບໍ່ແນ່ໃຈໃນການກະທຳຂອງພຣະອົງ; ຫຼັກການ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພຣະອົງລ້ວນແລ້ວແຕ່ຊັດເຈນ ແລະ ໂປ່ງໃສ, ບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ, ບໍ່ມີກົນອຸບາຍ ຫຼື ເລ່ກົນປະສົມຢູ່ຂ້າງໃນຢ່າງແນ່ນອນ. ເວົ້າອີກຢ່າງໜຶ່ງກໍຄື ທາດແທ້ຂອງພຣະເຈົ້າບໍ່ມີຄວາມມືດມົນ ຫຼື ຄວາມຊົ່ວຮ້າຍ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ພຣະເຈົ້າບໍ່ໄດ້ພໍປະມານ; ພຣະອົງບໍ່ໄດ້ມີມົນທິນຈາກຄວາມຄິດຂອງມະນຸດ. ສຳລັບພຣະອົງແລ້ວ, ໜຶ່ງແມ່ນໜຶ່ງ ແລະ ສອງແມ່ນສອງ; ຖືກແມ່ນຖືກ ແລະ ຜິດແມ່ນຜິດ. ບໍ່ມີຄວາມບໍ່ແນ່ນອນ” (ຄັດຈາກບົດ “ຖ້າຫາກວ່າຄົນໆໜຶ່ງພຽງແຕ່ເຊື່ອຟັງຢ່າງແທ້ຈິງ ພວກເຂົາຈຶ່ງມີຄວາມເຊື່ອທີ່ແທ້ຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ສິ່ງນີ້ໄດ້ສະແດງໃຫ້ຂ້ອຍເຫັນວ່າພຣະເຈົ້າມີຫຼັກການຫຼາຍໃນພຣະທຳ ແລະ ການກະທຳຂອງພຣະອົງ, ພຣະອົງຮູ້ຈັກສິ່ງທີ່ພຣະອົງມັກ ແລະ ບໍ່ມັກ. ພຣະເຈົ້າເຫັນດີເມື່ອຜູ້ຄົນເຮັດສິ່ງທີ່ດີ, ແຕ່ເມື່ອຜູ້ຄົນຂັດກັບຄວາມຈິງ ແລະ ທຳລາຍຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ພຣະເຈົ້າກໍກຽດຊັງສິ່ງນີ້. ພຣະເຈົ້າຊັດເຈນແທ້ໆໃນການກະທຳຂອງພຣະອົງ ເຊິ່ງນັ້ນກໍຄື ການບໍ່ມີການຄຸມເຄືອ. ສິ່ງນີ້ເຮັດໃຫ້ຂ້ອຍຄິດເຖິງຊ່ວງກ່ອນທີ່ພຣະເຢຊູເຈົ້າຈະຖືກຄຶງທີ່ໄມ້ກາງແຂນ ເຊິ່ງເປໂຕເວົ້າວ່າ “ຂໍໃຫ້ມັນຫ່າງຈາກພຣະອົງ, ພຣະຜູ້ເປັນເຈົ້າ: ສິ່ງນີ້ຈະບໍ່ຕົກໃສ່ພຣະອົງ” (ມັດທາຍ 16:22). ແລ້ວພຣະຜູ້ເປັນເຈົ້າກໍກ່າວວ່າ “ໃຫ້ເຈົ້າອອກໄປຈາກເຮົາ, ຊາຕານ” (ມັດທາຍ 16:23). ໂດຍການເວົ້າແບບນີ້, ເປໂຕໄດ້ຂວາງທາງພາລະກິດຂອງພຣະເຈົ້າແທ້ໆ ເຊິ່ງເປັນເຫດຜົນທີ່ພຣະເຈົ້າລະບຸສິ່ງນີ້ວ່າເປັນການອອກມາຈາກຊາຕານ. ພຣະເຢຊູເຈົ້າບໍ່ໄດ້ຢັບຢັ້ງຄວາມຢ້ານທີ່ຈະທຳຮ້າຍຄວາມເຄົາລົບຕົນເອງຂອງເປໂຕ ຫຼື ເຮັດໃຫ້ລາວບໍ່ພໍໃຈ. ພຣະອົງຕັດສິນໃຈຢ່າງຊັດເຈນໂດຍອີງໃສ່ການກະທຳຂອງເປໂຕ ເພື່ອວ່າລາວຈະສາມາດເຫັນວ່າທັດສະນະຄະຕິຂອງພຣະເຈົ້າຊັດເຈນ ແລະ ຮູ້ຈັກເຖິງທຳມະຊາດຂອງການກະທຳຂອງລາວ. ທັດສະນະຄະຕິຂອງພຣະເຈົ້າຕໍ່ຜູ້ຄົນໄດ້ສະແດງໃຫ້ຂ້ອຍເຫັນເຖິງຫຼັກການໃນການປະຕິບັດ. ຄວາມອົດກັ້ນ ແລະ ຄວາມອົດທົນແມ່ນຈຳເປັນຕ້ອງມີສຳລັບບັນຫາບາງຢ່າງຂອງອ້າຍເອື້ອຍນ້ອງ, ແຕ່ຖ້າບາງສິ່ງສົ່ງຜົນກະທົບຕໍ່ໜ້າທີ່ຂອງພວກເຂົາ ຫຼື ກີດກັນວຽກງານໃນເຮືອນຂອງພຣະເຈົ້າ, ສິ່ງນີ້ກໍຈະຮຽກຮ້ອງໃຫ້ມີການໂອ້ລົມ ແລະ ການຍຶດຖືຕາມຫຼັກການແຫ່ງຄວາມຈິງ. ຂ້ອຍບໍ່ສາມາດເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈໂດຍຂວາງທາງ. ຂ້ອຍຮູ້ວ່ານ້ອງສາວຄົນນັ້ນກຳລັງຄິດລົບ, ແຕ່ດ້ວຍແຮງຈູງໃຈທີ່ຖືກຕ້ອງ ໂດຍບໍ່ດູຖູກລາວ ຫຼື ຮ້າຍດ່າລາວແບບຜະເດັດການ, ແຕ່ໂອ້ລົມດ້ວຍຄວາມຮັກກ່ຽວກັບຄວາມຈິງ ເພື່ອຊ່ວຍວິເຄາະບັນຫາຂອງລາວ, ລາວກໍສາມາດເຂົ້າໃຈເຖິງອຸປະນິໄສທີ່ເສື່ອມຊາມຂອງລາວ. ຫຼັງຈາກນັ້ນ ພວກເຮົາສາມາດສະແຫວງຫາເສັ້ນທາງແຫ່ງການປະຕິບັດ ແລະ ໜ້າທີ່ຂອງຂ້ອຍກໍ່ຈະສຳເລັດຕາມຄວາມປະສົງຂອງພຣະເຈົ້າ. ຕໍ່ມາ, ຂ້ອຍໄດ້ຊອກຫາລາວເພື່ອໂອ້ລົມກ່ຽວກັບບັນຫາຂອງລາວ ແລະ ສົນທະນາກ່ຽວກັບທັດສະນະທີ່ບໍ່ຖືກຕ້ອງຂອງລາວ. ຂ້ອຍຍັງໄດ້ແບ່ງປັນປະສົບການຂອງຂ້ອຍເອງເພື່ອເປັນການຊີ້ນໍາ. ໃນຕອນທຳອິດ, ຂ້ອຍຢ້ານວ່າການໂອ້ລົມແບບນັ້ນຈະຮຸນແຮງເກີນໄປ ແລະ ລາວອາດບໍ່ສາມາດຮັບມືກັບມັນໄດ້. ແຕ່ເມື່ອຂ້ອຍເວົ້າແລ້ວ, ລາວກໍບໍ່ໄດ້ໂສກເສົ້າ ຫຼື ມີອະຄະຕິກັບຂ້ອຍຄືກັບທີ່ຂ້ອຍຄິດ, ແຕ່ລາວເວົ້າຢ່າງຈິງໃຈຫຼາຍວ່າ ລາວບໍ່ໄດ້ເຂົ້າໃຈບັນຫາຂອງລາວແທ້ໆໃນເມື່ອກ່ອນ ແລະ ລາວສາມາດຍອມຮັບການຖືກຈັດການໃນລັກສະນະນັ້ນ. ທັດສະນະຄະຕິຂອງລາວໃນໜ້າທີ່ຂອງລາວດີຂຶ້ນຫຼັງຈາກນັ້ນ ແລະ ລາວເລີ່ມສະແຫວງຫາຫຼັກການແຫ່ງຄວາມຈິງຢ່າງມີສະຕິ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຫັນສິ່ງນີ້. ການປະຕິບັດຄວາມຈິງ ແລະ ການເຮັດໜ້າທີ່ຂອງຂ້ອຍຕາມຂໍ້ກຳນົດຂອງພຣະເຈົ້າເຮັດໃຫ້ມີຄວາມຮູ້ສຶກທີ່ດີຫຼາຍ.

ໃນການພົວພັນຂອງຂ້ອຍກັບຄົນອື່ນ, ຂ້ອຍຢ້ານທີ່ຈະເຮັດໃຫ້ຜູ້ຄົນອັບອາຍໂດຍການເວົ້າແຮງເກີນໄປ, ສະນັ້ນ ຂ້ອຍຈຶ່ງຈັດການກັບຄວາມສຳພັນຂອງຂ້ອຍໂດຍອີງໃສ່ປັດຊະຍາທາງໂລກ. ມັນເປັນວິທີການໃນການດຳລົງຊີວິດທີ່ອິດເມື່ອຍແທ້ໆ. ຜ່ານປະສົບການເຫຼົ່ານີ້ ແລະ ການຊີ້ນໍາຈາກພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ຮຽນຮູ້ວ່າການເປັນຄົນດີທີ່ແທ້ຈິງແມ່ນຫຍັງ. ຂ້ອຍຍັງມີປະສົບການວ່າ ມັນສຳຄັນຫຼາຍທີ່ຈະສະໜັບສະໜູນຫຼັກການແຫ່ງຄວາມຈິງ ແລະ ປະຕິບັດພຣະທຳຂອງພຣະເຈົ້າ ເມື່ອກຳລັງພົວພັນກັບຄົນອື່ນ. ນັ້ນຄືຫຼັກການທີ່ແທ້ຈິງໃນການປະພຶດທີ່ດີ. ຂໍຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການແກ້ຄວາມຜູກພັນທີ່ຜູກມັດອອກ

ໂດຍ ຊຸ່ຍໄປ໋, ອິຕາລີພຣະທຳຂອງພຣະເຈົ້າກ່າວວ່າ “ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາຂອງພວກເຈົ້າ....

Leave a Reply