ການປົດປ່ອຍຫົວໃຈ

24 ເດືອນທັນວາ 2021

ໂດຍ ເຈີ້ງຊິນ, ສະຫະລັດອາເມຣິກາ

ໃນເດືອນຕຸລາຂອງປີ 2016, ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ໃນຂະນະທີ່ພວກເຮົາຢູ່ຕ່າງປະເທດ. ສອງສາມເດືອນຕໍ່ມາ, ເອື້ອຍຫວາງ ເຊິ່ງເປັນຜູ້ທີ່ຍອມຮັບພາລະກິດຂອງພຣະເຈົ້າກັບຂ້ານ້ອຍ, ໄດ້ຮັບພັດທະນາຢ່າງໄວວາ ແລະ ທຸກຄົນກໍຊົມເຊີຍລາວສຳລັບຄວາມສາມາດທີ່ດີ. ມີຄັ້ງໜຶ່ງຫຼັງຈາກການເຕົ້າໂຮມກັນຄັ້ງໜຶ່ງ, ຂ້ານ້ອຍໄດ້ຍິນເອື້ອຍຫຼິນເວົ້າວ່າ “ທຸກສິ່ງທີ່ເອື້ອຍຫວາງສົນທະນາໃນມື້ນີ້, ກ່ຽວກັບການຍອມຮັບຂອງລາວ ແລະ ການເຂົ້າໃຈພຣະທຳຂອງພຣະເຈົ້າ ແມ່ນໄດ້ເວົ້າອອກມາຈາກໃຈ. ສິ່ງທີ່ລາວເວົ້າຍັງແມ່ນມີແສງສະຫວ່າງບາງຢ່າງ ແລະ ສຳລັບຂ້ານ້ອຍແລ້ວ ມັນມີປະໂຫຍດຫຼາຍ”. ໃນຄວາມຈິງແລ້ວ, ໃນຕອນທຳອິດ ເມື່ອໄດ້ຍິນທຸກຄົນເວົ້າແບບນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກຂ້ອນຂ້າງອິດສາລາວ. ແຕ່ຕໍ່ມາບໍ່ດົນ, ຂ້ານ້ອຍກໍເລີ່ມຮູ້ສຶກບໍ່ພໍໃຈ: ທຸກຄົນຊົມເຊີຍລາວ ແລະ ບໍ່ແມ່ນຂ້ານ້ອຍໄດ້ແນວໃດ? ຂ້ານ້ອຍບໍ່ໄດ້ເຕີບໂຕເລີຍບໍ? ມີບາງສິ່ງທີ່ບໍ່ຖືກຕ້ອງໃນການສົນທະນາຂອງຂ້ານ້ອຍບໍ? ຂ້ານ້ອຍບໍ່ເຕັມໃຈທີ່ຈະຍອມຮັບຂໍ້ແທ້ຈິງທີ່ວ່າລາວດີກ່ວາຂ້ານ້ອຍ ແລະ ເລີ່ມຕັ້ງຕົວເອງຕໍ່ຕ້ານລາວຢ່າງລັບໆເທື່ອລະໜ້ອຍ. ຂ້ານ້ອຍຄິດກັບຕົນເອງວ່າ “ເຈົ້າສາມາດສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ຂ້ານ້ອຍກໍສາມາດເຮັດໄດ້ຄືກັນ. ມື້ນັ້ນຈະມາເຖິງເມື່ອຂ້ານ້ອຍຈະລື່ນເຈົ້າ. ຂ້ານ້ອຍຈະບັນທຶກຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ຂ້ານ້ອຍໄດ້ຮັບຈາກພຣະທຳຂອງພຣະເຈົ້າ ແລະ ພຽງແຕ່ແບ່ງປັນມັນເມື່ອຢູ່ໃນການເຕົ້າໂຮມເທົ່ານັ້ນ. ດ້ວຍວິທີນັ້ນ, ທຸກຄົນຈະເຫັນວ່າການສົນທະນາຂອງຂ້ານ້ອຍແມ່ນຂ້ອນຂ້າງດີ ແລະ ເປັນຈິງຄືກັນ”.

ເປັນຊ່ວງເວລາໜຶ່ງຫຼັງຈາກນັ້ນ, ຂ້ານ້ອຍໄດ້ຂຽນລົງໃນປື້ມບັນທຶກກ່ຽວກັບທຸກສິ່ງທີ່ຂ້ານ້ອຍໄດ້ຮັບ ແລະ ເຂົ້າໃຈຈາກພຣະທຳຂອງພຣະເຈົ້າ. ເມື່ອມັນຮອດເວລາສຳລັບການເຕົ້າໂຮມ, ຂ້ານ້ອຍຕ້ອງໄດ້ໄຕ່ຕອງພວກມັນຢ່າງລະມັດລະວັງໃນໃຈຂອງຂ້ານ້ອຍ ເພື່ອເບິ່ງວ່າຂ້ານ້ອຍຈະແບ່ງປັນພວກມັນໃນການສົນທະນາໃນລັກສະນະທີ່ຈະແຈ້ງ, ເປັນລະບຽບ ແລະ ມີຫຼັກການຄືກັບເອື້ອຍຫວາງໄດ້ແນວໃດ. ແຕ່ດ້ວຍເຫດຜົນບາງຢ່າງ, ຍິ່ງຂ້ານ້ອຍພະຍາຍາມໂອ້ອວດຫຼາຍສໍ່າໃດຕໍ່ໜ້າອ້າຍເອື້ອຍນ້ອງຂອງຂ້ານ້ອຍ, ຂ້ານ້ອຍກໍຍິ່ງເຮັດໃຫ້ຕົນເອງກາຍເປັນຄົນໂງ່ຫຼາຍສໍ່ານັ້ນ. ທັນທີທີ່ມັນຮອດຜຽນຂອງຂ້ານ້ອຍທີ່ຈະສົນທະນາ, ຄວາມຄິດຂອງຂ້ານ້ອຍກໍວ່າງເປົ່າ ຫຼື ຄໍາເວົ້າຂອງຂ້ານ້ອຍຈະອອກມາແບບສັບສົນທັງໝົດ. ຂ້ານ້ອຍບໍ່ສາມາດລະບຸທັດສະນະຄະຕິທີ່ຂ້ານ້ອຍຕ້ອງການກ່າວອອກໄດ້ຢ່າງຈະແຈ້ງ. ການເຕົ້າໂຮມໄດ້ສິ້ນສຸດລົງໂດຍທີ່ເປັນຕາອັບອາຍຫຼາຍສຳລັບຂ້ານ້ອຍ. ຫຼັງຈາກຂ້ານ້ອຍມາຮອດເຮືອນມື້ໜຶ່ງ, ຂ້ານ້ອຍໄດ້ເວົ້າກັບຜົວຂອງຂ້ານ້ອຍວ່າ "ເມື່ອໃດກໍຕາມທີ່ຂ້ານ້ອຍໄດ້ຍິນວ່າມີແສງສະຫວ່າງໃນການສົນທະນາຂອງເອື້ອຍຫວາງກ່ຽວກັບພຣະທຳຂອງພຣະເຈົ້າໃນລະຫວ່າງການເຕົ້າໂຮມ, ຂ້ານ້ອຍກໍຮູ້ສຶກອຶດອັດແທ້ໆ". ແຕ່ກ່ອນທີ່ຂ້ານ້ອຍຈະເວົ້າຈົບ, ຜົວຂອງຂ້ານ້ອຍກໍຈ້ອງເບິ່ງຂ້ານ້ອຍ ແລະ ເວົ້າກັບຂ້ານ້ອຍຢ່າງຈິງຈັງທີ່ສຸດວ່າ “ການສົນທະນາຂອງເອື້ອຍຫວາງມີແສງສະຫວ່າງ ແລະ ເປັນປະໂຫຍດຕໍ່ພວກເຮົາ. ພວກເຮົາຄວນຂອບພຣະຄຸນພຣະເຈົ້າສໍາລັບສິ່ງນີ້. ຄວາມອຶດອັດທີ່ເຈົ້າຮູ້ສຶກ, ມັນບໍ່ແມ່ນພຽງຄວາມອິດສາບໍ?" ຄຳເວົ້າຂອງລາວເປັນຄືກັບການຕົບໜ້າ. ຂ້ານ້ອຍແກວ່ງຫົວຢ່າງໄວເພື່ອເປັນການປະຕິເສດ: “ບໍ່, ມັນບໍ່ແມ່ນແບບນັ້ນ. ຂ້ອຍບໍ່ໄດ້ເປັນແບບນັ້ນ”. ຜົວຂອງຂ້ານ້ອຍສືບຕໍ່ເວົ້າວ່າ “ອ້າຍເອື້ອຍນ້ອງຂອງພວກເຮົາທຸກຄົນໄດ້ຮັບຄວາມສຸກຈາກການສົນທະນາຂອງເອື້ອຍຫວາງ, ແຕ່ການໄດ້ຍິນມັນເຮັດໃຫ້ເຈົ້າຮູ້ສຶກອຶດອັດ. ນັ້ນພຽງແຕ່ໝາຍຄວາມວ່າ ເຈົ້າອິດສາ ເພາະລາວມີຄວາມສາມາດຫຼາຍກວ່າເຈົ້າ”. ການໄດ້ຍິນແບບນີ້ຍິ່ງເຮັດໃຫ້ຂ້ານ້ອຍຮູ້ສຶກບໍ່ພໍໃຈຫຼາຍຂຶ້ນ. ມັນສາມາດເປັນໄປໄດ້ບໍວ່າ ຂ້ານ້ອຍເປັນຄົນອິດສາແບບນັ້ນແທ້ໆ? ຂ້ານ້ອຍເວົ້າກັບລາວວ່າ “ຢຸດເວົ້າດຽວນີ້. ໃຫ້ຂ້ອຍສະຫງົບລົງກ່ອນ ແລະ ຂ້ອຍຈະຄິດບາງຢ່າງດ້ວຍຕົນເອງ”. ຫຼັງຈາກນັ້ນ, ຜົວຂອງຂ້ານ້ອຍໄດ້ບອກເອື້ອຍຫຼິວໃນຄຣິສຕະຈັກກ່ຽວກັບສິ່ງທີ່ເກີດຂຶ້ນກັບຂ້ານ້ອຍ ໂດຍຫວັງວ່າລາວຈະຊ່ວຍຂ້ານ້ອຍໄດ້. ເມື່ອຂ້ານ້ອຍໄດ້ຍິນກ່ຽວກັບເລື່ອງນັ້ນ, ຂ້ານ້ອຍຈຶ່ງຕໍາໜິລາວວ່າ: “ເຈົ້າເວົ້າກັບລາວໂດຍທີ່ບໍ່ໄດ້ລົມກັບຂ້ອຍກ່ອນໄດ້ແນວໃດ? ຖ້າລາວບອກທຸກຄົນກ່ຽວກັບເລື່ອງນີ້, ພວກເຂົາຈະເບິ່ງຂ້ອຍແນວໃດ?” ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ານ້ອຍກໍ່ຮູ້ສຶກບໍ່ພໍໃຈຫຼາຍສຳ່ນັ້ນ. ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບວ່າ: “ໂອ ພຣະເຈົ້າ! ກະລຸນາໃຫ້ການຊີ້ນໍາແກ່ຂ້ານ້ອຍ. ກະລຸນາຊ່ວຍຂ້ານ້ອຍດ້ວຍ".

ມື້ຕໍ່ມາ, ຂ້ານ້ອຍໄດ້ຕຶກຕອງກ່ຽວກັບສິ່ງທີ່ຂ້ານ້ອຍໄດ້ສະແດງອອກໃນຊ່ວງເວລານັ້ນ. ມັນປາກົດຂຶ້ນໃນໃຈຂ້ານ້ອຍວ່າ ໂດຍປົກກະຕິແລ້ວ ເມື່ອຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ, ຂ້ານ້ອຍຈະຮັກສາແສງສະຫວ່າງໃດໜຶ່ງທີ່ຂ້ານ້ອຍໄດ້ຮັບກັບຕົນເອງ ແລະ ຫຼັງຈາກນັ້ນກໍແບ່ງປັນມັນໃນລະຫວ່າງການເຕົ້າໂຮມຂອງພວກເຮົາ. ນີ້ເປັນພຽງຄວາມປາຖະໜາຢາກຈະເວົ້າກ່ຽວກັບສິ່ງຕ່າງໆທີ່ຄົນອື່ນບໍ່ຮູ້ ເພື່ອວ່າອ້າຍເອື້ອຍນ້ອງຂອງຂ້ານ້ອຍຈະມີຄວາມຄິດເຫັນກ່ຽວກັບຂ້ານ້ອຍທີ່ສູງຂຶ້ນ. ເມື່ອຂ້ານ້ອຍເຫັນວ່າເອື້ອຍຫວາງມີແສງສະຫວ່າງໃນການສົນທະນາຂອງລາວ, ຂ້ານ້ອຍກໍຮູ້ສຶກອຶດອັດຢູ່ສະເໝີ ແລະ ຕ້ອງການລື່ນລາວ. ຂ້ານ້ອຍເຄີຍຄິດວ່າ ຂ້ານ້ອຍເຂົ້າກັນງ່າຍກັບຄົນອື່ນແທ້ໆ ແລະ ບໍ່ເຄີຍມີແນວໂນ້ມທີ່ຈະບໍ່ພໍໃຈກັບທຸກສິ່ງທີ່ເລັກນ້ອຍ, ຂ້ານ້ອຍເປັນຄົນງ່າຍໆໃນຫົວໃຈ. ແຕ່ດຽວນີ້ມັນກາຍເປັນວ່າຂ້ານ້ອຍສາມາດອິດສາຄົນໆໜຶ່ງ ແລະ ຂ້ານ້ອຍເຖິງກັບສາມາດຕັ້ງຕົນເອງເພື່ອຕໍ່ຕ້ານຢ່າງລັບໆ ແລະ ແຂ່ງຂັນກັບພວກເຂົາ. ຂ້ານ້ອຍສາມາດເປັນຄົນແບບນັ້ນໄດ້ແນວໃດ? ຂ້ານ້ອຍໂທຫາເອື້ອຍຜ່ານໂທລະສັບ ແລະ ຖາມລາວວ່າ “ເອື້ອຍ, ເຈົ້າເຄີຍຮູ້ສຶກອິດສາບໍໃນລະຫວ່າງການເຕົ້າໂຮມ ຫຼັງຈາກໄດ້ຍິນແສງສະຫວ່າງໃນການສົນທະນາຂອງອ້າຍເອື້ອຍນ້ອງຄົນອື່ນໆກ່ຽວກັບພຣະທຳຂອງພຣະເຈົ້າ?” ລາວຕອບວ່າ “ບໍ່, ຂ້ານ້ອຍບໍ່ເຄີຍ. ຖ້າອ້າຍເອື້ອຍນ້ອງຂອງພວກເຮົາມີແສງສະຫວ່າງໃນການສົນທະນາຂອງພວກເຂົາ, ນັ້ນກໍເປັນປະໂຫຍດຕໍ່ຂ້ານ້ອຍ. ມັນເຮັດໃຫ້ຂ້ານ້ອຍມີຄວາມສຸກແທ້ໆ ແລະ ຂ້ານ້ອຍກໍມັກມັນຫຼາຍ!” ເມື່ອໄດ້ຍິນລາວເວົ້າແບບນັ້ນກໍເຮັດໃຫ້ຂ້ານ້ອຍຮູ້ສຶກບໍ່ດີຂຶ້ນກວ່າເກົ່າ. ຂ້ານ້ອຍຮູ້ສຶກຢ່າງຮຸນແຮງກ່ຽວກັບວ່າຂ້ານ້ອຍສາມາດເປັນຄົນອິດສາຫຼາຍແບບນີ້ໄດ້ແນວໃດ. ບໍ່ມີຜູ້ໃດອິດສາເອື້ອຍ; ມີພຽງແຕ່ຂ້ານ້ອຍ. ເມື່ອດໍາລົງຊີວິດໃນສະພາວະດັ່ງກ່າວ, ຂ້ານ້ອຍກໍອະທິຖານຫາພຣະເຈົ້າ. ຂ້ານ້ອຍເວົ້າກັບພຣະອົງວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ຕ້ອງການເປັນຄົນອິດສາ, ແຕ່ທຸກຄັ້ງທີ່ຂ້ານ້ອຍໄດ້ຍິນການສົນທະນາທີ່ອັດສະຈັນຂອງເອື້ອຍຄົນນີ້, ຂ້ານ້ອຍກໍອິດສາລາວໂດຍບໍ່ຕັ້ງໃຈ. ໂອ ​ພະ​ເຈົ້າ! ຂ້ານ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ຂໍໃຫ້ພຣະອົງນໍາພາໃຫ້ຂ້ານ້ອຍປະຖິ້ມພັນທະນາການແຫ່ງການອິດສາຂອງຂ້ານ້ອຍດ້ວຍເທີ້ນ”.

ຕໍ່ມາ, ເອື້ອຍຫຼິວຈາກຄຣິສຕະຈັກຂອງພວກເຮົາກໍມາເບິ່ງຂ້ານ້ອຍ. ລາວສົນທະນາກັບຂ້ານ້ອຍຕາມສະພາວະຂອງຂ້ານ້ອຍ ແລະ ຍັງອ່ານຂໍ້ຄວາມຈາກພຣະທຳຂອງພຣະເຈົ້າ: “ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການຍ້ອງຍໍ ໃນຂະນະທີ່ພວກເຂົາເອງຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ! ການຄິດເຖິງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ການຕອບສະໜອງຄວາມປາຖະໜາຂອງຕົນເອງເທົ່ານັ້ນ, ການບໍ່ພິຈາລະນາເຖິງໜ້າທີ່ຂອງຄົນອື່ນ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ” (“ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ເມື່ອຂ້ານ້ອຍໄດ້ຍິນພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ຂ້ານ້ອຍກໍຮູ້ສຶກວ່ານີ້ແມ່ນສະພາວະຂ້ານ້ອຍຕົກຢູ່ແທ້ໆ. ການສົນທະນາຂອງເອື້ອຍຫວາງກ່ຽວກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ສ່ອງແສງສະຫວ່າງ, ແຕ່ຂ້ານ້ອຍບໍ່ໄດ້ພະຍາຍາມທີ່ຈະເຂົ້າໃຈຄວາມຈິງ ຫຼື ສະແຫວງຫາເສັ້ນທາງແຫ່ງການປະຕິບັດຈາກສິ່ງທີ່ລາວໄດ້ເວົ້າ. ໃນທາງກົງກັນຂ້າມ, ຂ້ານ້ອຍຮູ້ສຶກອິດສາລາວ. ເມື່ອການສົນທະນາຂອງຂ້ານ້ອຍເອງບໍ່ໄດ້ດີ ແລະ ເມື່ອຂ້ານ້ອຍບໍ່ສາມາດໄດ້ໂອ້ອວດ ແຕ່ເຮັດໃຫ້ຕົນເອງອັບອາຍແທນ, ຈິດໃຈຂອງຂ້ານ້ອຍກໍສັບສົນ ແລະ ຂ້ານ້ອຍຈະຄິດລົບຫຼາຍ ແລະ ບໍ່ພໍໃຈ. ຂ້ານ້ອຍຢ້ານກົວຢູ່ເລິກໆວ່າອ້າຍເອື້ອຍນ້ອງຂອງຂ້ານ້ອຍຈະດູຖູກຂ້ານ້ອຍ. ຂ້ານ້ອຍເຫັນແກ່ຕົວຫຼາຍ ແລະ ເປັນຕາລັງກຽດ ແລະ ສິ່ງທີ່ຂ້ານ້ອຍຄິດມີພຽງແຕ່ການທີ່ສາມາດເປັນທີ່ໂດດເດັ່ນ ເຊິ່ງນັ້ນກໍຄື ຂ້ານ້ອຍບໍ່ສາມາດທົນເບິ່ງຄົນໜຶ່ງທີ່ເຮັດໄດ້ດີກວ່າຂ້ານ້ອຍແທ້ໆ. ນັ້ນບໍ່ແມ່ນການອິດສາ ແລະ ລິດສະຫຍາບໍ? ບໍ່ມີຄວາມເປັນມະນຸດທີ່ປົກກະຕິແມ່ນແຕ່ເສດສ່ວນດຽວໃນສິ່ງນັ້ນ! ເມື່ອຄິດຍ້ອນກັບໄປ, ຂ້ານ້ອຍຍັງເປັນແບບນັ້ນກ່ອນທີ່ຂ້ານ້ອຍຈະເຊື່ອໃນພຣະເຈົ້າ. ເມື່ອຂ້ານ້ອຍພົວພັນກັບໝູ່ເພື່ອນ ແລະ ຍາດພີ່ນ້ອງ, ເພື່ອນບ້ານ ແລະ ເພື່ອນຮ່ວມງານຂອງຂ້ານ້ອຍ, ຂ້ານ້ອຍຕ້ອງການໃຫ້ຄົນອື່ນເວົ້າດີໆກ່ຽວກັບຂ້ານ້ອຍຢູ່ສະເໝີ. ບາງຄັ້ງ, ເມື່ອເພື່ອນຮ່ວມງານຊົມເຊີຍວຽກງານຂອງຄົນອື່ນຕໍ່ໜ້າຂ້ານ້ອຍ, ຂ້ານ້ອຍຈະຮູ້ສຶກອຶດອັດ ແລະ ເພື່ອທີ່ຈະໃຫ້ຄົນອື່ນເວົ້າເຖິງຂ້ານ້ອຍຢ່າງສູງສົ່ງ, ຂ້ານ້ອຍຈະອຸທິດຕົນເອງໃນການເຮັດວຽກງານຂອງຂ້ານ້ອຍໃຫ້ດີ ແລະ ຂ້ານ້ອຍກໍມີຄວາມສຸກທີ່ຈະເຮັດແບບນັ້ນ ບໍ່ວ່າມັນຈະຫຍຸ້ງຍາກ ຫຼື ອິດເມື່ອຍຫຼາຍສໍ່າໃດກໍຕາມ. ຂ້ານ້ອຍເຄີຍບໍ່ຮູ້ກ່ຽວກັບສິ່ງນັ້ນ, ພຽງແຕ່ຄິດວ່າມັນເປັນຄວາມປາຖະໜາບາງຢ່າງເພື່ອຄວາມກ້າວໜ້າ. ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຮູ້ວ່າສິ່ງເຫຼົ່ານັ້ນເປັນການສຳແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ຫຼັງຈາກນັ້ນ, ຂ້ານ້ອຍກໍມາຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ອະທິຖານຫາພຣະອົງກ່ຽວກັບຄວາມຫຍຸ້ງຍາກຂອງຂ້ານ້ອຍ. ໃນລະຫວ່າງການເຕົ້າໂຮມ, ຂ້ານ້ອຍເນັ້ນທີ່ການສະຫງົບຫົວໃຈຂອງຂ້ານ້ອຍ ແລະ ການຮັບຟັງການສົນທະນາຂອງຄົນອື່ນ. ເມື່ອມັນຮອດຜຽນຂອງຂ້ານ້ອຍທີ່ຈະສົນທະນາ, ຂ້ານ້ອຍກໍບໍ່ຄິດກ່ຽວກັບວິທີການສົນທະນາໃຫ້ດີກວ່າເອື້ອຍຫວາງອີກຕໍ່ໄປ. ກົງກັນຂ້າມ, ຂ້ານ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງສະຫງົບ ແລະ ແບ່ງປັນການສົນທະນາທີ່ຂ້ານ້ອຍເຂົ້າໃຈກ່ຽວກັບພວກມັນ. ໃນຂະນະທີ່ຂ້ານ້ອຍປະຕິບັດໃນລັກສະນະນີ້, ຂ້ານ້ອຍກໍຮູ້ສຶກຜ່ອນຄາຍ ແລະ ເປັນອິດສະຫຼະຫຼາຍແທ້ໆ.

ຫຼັງຈາກຊ່ວງເວລາໜຶ່ງ, ຂ້ານ້ອຍຮູ້ສຶກແທ້ໆວ່າ ຄວາມອິດສາຂອງຂ້ານ້ອຍໄດ້ຫຼຸດລົງ ເມື່ອທຽບໃສ່ກັບທີ່ເຄີຍໄປ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງຊາຕານໄດ້ຝັງເລິກແທ້ໆ ແລະ ມັນເປີດເຜີຍຕົວມັນເອງເມື່ອໃດກໍຕາມທີ່ເກີດສະຖານະການທີ່ເໝາະສົມ. ຕໍ່ມາ, ໃນລະຫວ່າງການເຕົ້າໂຮມສອງສາມຄັ້ງ ເມື່ອໃດກໍຕາມທີ່ຂ້ານ້ອຍເຫັນວ່າອ້າຍເອື້ອຍນ້ອງຄົນອື່ນໆກຳລັງຊົມເຊີຍການສົນທະນາຂອງເອື້ອຍຫວາງ, ຂ້ານ້ອຍກໍເລີ່ມຮູ້ສຶກເຖິງຄວາມອິດສາບາງຢ່າງອີກຄັ້ງ. ຫຼັງຈາກນັ້ນ, ຂ້ານ້ອຍກໍຮູ້ສຶກວ່າມີໄລຍະຫ່າງບາງຢ່າງລະຫວ່າງຂ້ານ້ອຍ ແລະ ລາວ. ເຖິງແນວໃດກໍຕາມ, ເມື່ອດໍາລົງຊີວິດຢູ່ພາຍໃນສະພາວະນັ້ນ, ຂ້ານ້ອຍບໍ່ກ້າເປີດໃຈກັບຄົນອື່ນ. ຂ້ານ້ອຍຢ້ານວ່າຖ້າຂ້ານ້ອຍເປີດໃຈ, ພວກເຂົາຈະດູຖູກຂ້ານ້ອຍ. ສະນັ້ນ, ໃນລະຫວ່າງການເຕົ້າໂຮມຫຼາຍຄັ້ງ, ຂ້ານ້ອຍຈຶ່ງຮູ້ສຶກອຶດອັດຫຼາຍ.

ຕອນແລງຂອງມື້ໜຶ່ງ, ເອື້ອຍຫຼິວໄດ້ໂທຫາຂ້ານ້ອຍ. ດ້ວຍຄວາມເປັນຫ່ວງ, ລາວຈຶ່ງຖາມຂ້ານ້ອຍວ່າ ວ່າງບໍ່ດົນມານີ້ ຂ້ານ້ອຍໄດ້ປະສົບກັບຄວາມຫຍຸ້ງຍາກໃດໜຶ່ງ ຫຼື ບໍ່. ຂ້ານ້ອຍຕອບຢ່າງຄຸມເຄືອວ່າ “ຂ້ານ້ອຍເສື່ອມຊາມເກີນໄປບໍ? ພຣະເຈົ້າຈະປະຕິເສດທີ່ຈະຊ່ວຍຄົນຄືຂ້ານ້ອຍໃຫ້ລອດພົ້ນບໍ?” ຍ້ອນຢ້ານວ່າລາວຈະດູຖູກຂ້ານ້ອຍ, ຂ້ານ້ອຍຈຶ່ງບໍ່ໄດ້ເວົ້າຫຍັງຕື່ມ. ຫຼັງຈາກນັ້ນ, ເອື້ອຍຫຼິວກໍອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າສຳລັບຂ້ານ້ອຍກ່ຽວກັບສະພາວະຂອງຂ້ານ້ອຍ: ”ເມື່ອບາງຄົນໄດ້ຍິນວ່າໃນການເປັນຄົນສັດຊື່ນັ້ນ, ຄົນໆໜຶ່ງຕ້ອງເປີດໃຈ ແລະ ເປີດເຜີຍຕົວເອງ, ພວກເຂົາເວົ້າວ່າ “ມັນຍາກທີ່ຈະເປັນຄົນສັດຊື່. ຂ້ອຍຕ້ອງເວົ້າທຸກສິ່ງທີ່ຂ້ອຍຄິດກ່ຽວກັບຄົນອື່ນບໍ? ມັນບໍ່ພຽງພໍທີ່ຈະແບ່ງປັນສິ່ງທີ່ເປັນບວກບໍ? ຂ້ອຍບໍ່ຈໍາເປັນຕ້ອງບອກຄົນອື່ນກ່ຽວກັບດ້ານມືດ ຫຼື ດ້ານທີ່ເສື່ອມຊາມຂອງຂ້ອຍ, ບໍ່ແມ່ນບໍ?” ຖ້າເຈົ້າບໍ່ບອກສິ່ງເຫຼົ່ານີ້ກັບຄົນອື່ນ ແລະ ບໍ່ໃຈ້ແຍກຕົວເອງ, ແລ້ວເຈົ້າຈະບໍ່ຮູ້ຈັກຕົວເຈົ້າເອງຈັກເທື່ອ; ເຈົ້າຈະບໍ່ມີວັນຮັບຮູ້ວ່າເຈົ້າເປັນຄົນປະເພດໃດ ແລະ ຄົນອື່ນຈະບໍ່ສາມາດເຊື່ອໃຈເຈົ້າໄດ້ຈັກເທື່ອ. ນີ້ແມ່ນຂໍ້ແທ້ຈິງ. ຖ້າເຈົ້າປາຖະໜາທີ່ຈະໃຫ້ຄົນອື່ນເຊື່ອໃຈເຈົ້າ, ກ່ອນອື່ນ ເຈົ້າຕ້ອງເປັນຄົນສັດຊື່. ຖ້າເຈົ້າຢາກເປັນຄົນສັດຊື່, ກ່ອນອື່ນ ເຈົ້າຕ້ອງເປີດເຜີຍຫົວໃຈຂອງເຈົ້າອອກ ເພື່ອວ່າທຸກຄົນຈະສາມາດເບິ່ງເຂົ້າໄປໃນມັນໄດ້, ເຫັນທຸກສິ່ງທີ່ເຈົ້າຄິດ ແລະ ຫຼຽວເບິ່ງໃບໜ້າທີ່ແທ້ຈິງຂອງເຈົ້າ; ເຈົ້າຕ້ອງບໍ່ພະຍາຍາມປອມຕົວ ຫຼື ຫຸ້ມຫໍ່ຕົວເອງເພື່ອໃຫ້ເບິ່ງວ່າດີ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຈະເຊື່ອໝັ້ນເຈົ້າ ແລະ ຖືວ່າເຈົ້າເປັນຄົນສັດຊື່. ນີ້ແມ່ນການປະຕິບັດທີ່ເປັນພື້ນຖານທີ່ສຸດ ແລະ ເງື່ອນໄຂເບື້ອງຕົ້ນຂອງການເປັນຄົນສັດຊື່” (“ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່” ໃນການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກທີ່ໄດ້ອ່ານພຣະທຳເຫຼົ່ານັ້ນຈາກພຣະເຈົ້າ, ລາວກໍສົນທະນາກັບຂ້ານ້ອຍວ່າ "ພວກເຮົາຈະຕ້ອງເປີດໃຈ ແລະ ສົນທະນາກັນ ເພື່ອສະແຫວງຫາຄວາມຈິງ; ນີ້ເປັນຫົນທາງດຽວທີ່ຈະໄດ້ຮັບອິດສະຫຼະຝ່າຍວິນຍານ. ມັນຍັງເປັນວິທີທີ່ຈະປະຕິບັດຄວາມຈິງ ແລະ ເປັນຄົນທີ່ຊື່ສັດ. ໂດຍການເຮັດແບບນັ້ນ, ພວກເຮົາສາມາດໄດ້ຮັບຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຂອງພວກເຮົາ. ສິ່ງນີ້ເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາໄດ້ຮັບການແກ້ໄຂຢ່າງໄວຍິ່ງຂຶ້ນ ແລະ ເຮັດໃຫ້ພວກເຮົາຮູ້ສຶກເຖິງອິດສະຫຼະພາບ. ຖ້າພວກເຮົາບໍ່ເຕັມໃຈທີ່ຈະເປີດເຜີຍຄວາມຫຍຸ້ງຍາກຂອງພວກເຮົາ, ພວກເຮົາຈະຕົກລົງໃນກົນອຸບາຍຂອງຊາຕານຢ່າງງ່າຍດາຍ ແລະ ຊີວິດຂອງພວກເຮົາຈະມີແນວໂນ້ມທີ່ຈະໄດ້ຮັບການສູນເສຍ". ຫຼັງຈາກທີ່ໄດ້ຮັບຟັງການສົນທະນາຂອງເອື້ອຍຫຼິວ, ຂ້ານ້ອຍກໍຮວບຮວມຄວາມກ້າຫານຂອງຂ້ານ້ອຍ ແລະ ບອກລາວເຖິງສິ່ງທີ່ຂ້ານ້ອຍກຳລັງປະສົບ. ແລ້ວເອື້ອຍຫຼິວກໍອ່ານຂໍ້ຄວາມອື່ນຈາກພຣະທຳຂອງພຣະເຈົ້າ: “ຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນແມ່ນບັນດາຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາບໍ່ແມ່ນຄົນສົມບູນແບບທີ່ບໍ່ມີຕຳນິແມ່ນແຕ່ໜ້ອຍ ແລະ ພວກເຂົາບໍ່ແມ່ນຄົນທີ່ອາໄສຢູ່ໃນສູນຍາກາດ. ສຳລັບບາງຄົນ, ທັນທີທີ່ຄວາມເສື່ອມຊາມຂອງພວກເຂົາຖືກເປີດເຜີຍ, ພວກເຂົາຄິດວ່າ “ຂ້ອຍໄດ້ຕໍ່ຕ້ານພຣະເຈົ້າອີກແລ້ວ; ຂ້ອຍເຊື່ອໃນພຣະອົງມາຫຼາຍປີແລ້ວ, ແຕ່ຂ້ອຍຍັງບໍ່ປ່ຽນແປງ. ແນ່ນອນວ່າພຣະເຈົ້າບໍ່ຕ້ອງການຂ້ອຍອີກຕໍ່ໄປ!” ນີ້ແມ່ນທັດສະນະຄະຕິແບບໃດ? ພວກເຂົາຍອມແພ້ກັບຕົວເອງ ແລະ ຄິດວ່າພຣະເຈົ້າບໍ່ຕ້ອງການພຣະເຈົ້າອີກຕໍ່ໄປ. ນີ້ບໍ່ແມ່ນກໍລະນີຂອງການເຂົ້າໃຈພຣະເຈົ້າຜິດບໍ? ເມື່ອພວກເຂົາຄິດລົບຫຼາຍ, ມັນງ່າຍທີ່ສຸດສຳລັບຊາຕານທີ່ຈະຫາຈຸດອ່ອນໃນຊຸດເກາະຂອງພວກເຂົາ ແລະ ເມື່ອມັນເຮັດສຳເລັດ, ຜົນທີ່ຕາມມາແມ່ນບໍ່ສາມາດຈິນຕະນາການໄດ້. ເພາະສະນັ້ນ, ບໍ່ວ່າຜູ້ຄົນຈະປະສົບກັບຄວາມຫຍຸ້ງຍາກຫຼາຍປານໃດ ຫຼື ພວກເຂົາມີຄວາມຮູ້ສຶກໃນແງ່ລົບແນວໃດ, ພວກເຂົາຕ້ອງບໍ່ຍອມແພ້! ໃນຂະນະທີ່ຊີວິດຂອງຜູ້ຄົນກໍາລັງພັດທະນາ ແລະ ໃນຂະນະທີ່ພວກເຂົາກໍາລັງຖືກຊ່ວຍໃຫ້ລອດພົ້ນ, ບາງຄັ້ງພວກເຂົາເດີນໄປໃນທາງທີ່ຜິດ ຫຼື ຫຼົງທາງ. ພວກເຂົາສະແດງບາງສະພາວະ ແລະ ພຶດຕິກຳທີ່ບໍ່ບັນລຸນິຕິພາວະໃນຊີວິດຂອງພວກເຂົາຊົ່ວໄລຍະໜຶ່ງ ຫຼື ບາງຄັ້ງກໍອ່ອນແອ ແລະ ຄິດລົບຫຼາຍຂຶ້ນ, ເວົ້າສິ່ງທີ່ຜິດ, ພະລາດລົ້ມ ຫຼື ປະສົບກັບຄວາມລົ້ມເຫຼວ. ຈາກທັດສະນະຂອງພຣະເຈົ້າ, ສິ່ງເຫຼົ່ານັ້ນເປັນເລື່ອງປົກກະຕິ ແລະ ພະອົງຈະບໍ່ເຮັດໃຫ້ເຂົາເຈົ້າວຸ່ນວາຍໃນເລື່ອງເຫຼົ່ານີ້.” (“ທາງເຂົ້າສູ່ຊີວິດແມ່ນສຳຄັນທີ່ສຸດໃນການເຊື່ອໃນພຣະເຈົ້າ” ໃນການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ເອື້ອຍຄົນນັ້ນໄດ້ແບ່ງປັນການສົນທະນານີ້ກັບຂ້ານ້ອຍ: “ພວກເຮົາທຸກຄົນຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຢ່າງຮ້າຍແຮງ. ພວກເຮົາອວດດີ, ມີເລ່ຫຼ່ຽມ, ຊົ່ວຮ້າຍ ແລະ ໂຫດຮ້າຍ. ອຸປະນິໄສເຫຼົ່ານີ້ຂອງຊາຕານຕິດແໜ້ນພາຍໃນພວກເຮົາທຸກຄົນຢ່າງເລິກເຊິ່ງ ແລະ ໄດ້ກາຍມາເປັນທຳມະຊາດແທ້ໆຂອງພວກເຮົາ. ດ້ວຍເຫດຜົນນີ້, ພຶດຕິກໍາ ແລະ ທັດສະນະຄະຕິຂອງພວກເຮົາຈຶ່ງເປີດເຜີຍເຖິງຄວາມເສື່ອມຊາມໃນທຸກດ້ານ. ມັນເຄີຍລົບກວນຂ້ານ້ອຍແທ້ໆວ່າ: ຂ້ານ້ອຍມີຄວາມເຂົ້າໃຈບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ ແລະ ຮູ້ສຶກເສຍໃຈຫຼັງຈາກທີ່ສະແດງມັນອອກມາ, ສະນັ້ນ ເປັນຫຍັງຂ້ານ້ອຍຈຶ່ງຈະເຮັດມັນອີກຄັ້ງຖັດໄປ? ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ໃນທີ່ສຸດ ຂ້ານ້ອຍກໍຮູ້ວ່າອຸປະນິໄສແບບຊາຕານຂອງຂ້ານ້ອຍເປັນສິ່ງທີ່ຮ້າຍແຮງແທ້ໆ ແລະ ມັນເລີ່ມສ່ອງແສງໃຫ້ຂ້ານ້ອຍຮູ້ວ່າ ການປ່ຽນແປງໃນອຸປະນິໄສບໍ່ແມ່ນສິ່ງທີ່ເກີດຂຶ້ນຂ້າມຄືນ. ຜູ້ຄົນບໍ່ສາມາດປ່ຽນແປງໄດ້ຫຼັງຈາກທີ່ພຽງແຕ່ໄດ້ຮັບຄວາມຮູ້ເລັກນ້ອຍກ່ຽວກັບຕົນເອງ. ຫາກບໍ່ມີການພິພາກສາໃນໄລຍະຍາວ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ຫາກບໍ່ຖືກລິຮານ ແລະ ຖືກຈັດການ ແລະ ຫາກບໍ່ມີການທົດລອງ ແລະ ການຫຼໍ່ຫຼອມ, ການປ່ຽນແປງທີ່ແທ້ຈິງແມ່ນເປັນໄປບໍ່ໄດ້. ຈຸດປະສົງຂອງທີ່ພຣະເຈົ້າມາດຳເນີນການພິພາກສາ ແລະ ການຂ້ຽນຕີແມ່ນເພື່ອຊໍາລະລ້າງ ແລະ ປ່ຽນແປງພວກເຮົາ. ພຣະອົງຮູ້ວ່າຊາຕານໄດ້ເຮັດໃຫ້ພວກເຮົາເສື່ອມຊາມຢ່າງເລິກເຊິ່ງຫຼາຍສໍ່າໃດ ແລະ ພຣະອົງຮູ້ເຖິງວຸດທິພາວະຂອງພວກເຮົາ ແລະ ຄວາມຫຍຸ້ງຍາກທີ່ພວກເຮົາພົບພໍ້ໃນການທີ່ພະຍາຍາມປ່ຽນແປງອຸປະນິໄສຂອງພວກເຮົາ, ສະນັ້ນ ພຣະອົງຈຶ່ງໃຫ້ອະໄພ ແລະ ອົດທົນກັບຜູ້ທີ່ສະແຫວງຫາຄວາມຈິງ. ພຣະເຈົ້າຫວັງວ່າ ພວກເຮົາຈະມີຄວາມຕັ້ງໃຈເພື່ອສະແຫວງຫາຄວາມຈິງ ແລະ ພວກເຮົາເຕັມໃຈທີ່ຈະສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຮົາ. ດັ່ງນັ້ນ, ພວກເຮົາຕ້ອງປະຕິບັດຕໍ່ຕົນເອງຢ່າງຖືກຕ້ອງ. ພວກເຮົາຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳເຫຼົ່ານັ້ນ, ປະຖິ້ມເນື້ອໜັງ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຫຼັງຈາກນັ້ນ ໃນມື້ໜຶ່ງ, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຈຶ່ງຈະປ່ຽນແປງຢ່າງແນ່ນອນ”.

ຫຼັງຈາກນັ້ນ, ພວກເຮົາໄດ້ອ່ານຂໍ້ຄວາມອື່ນຈາກພຣະທຳຂອງພຣະເຈົ້າ: “ທັນທີທີ່ມັນສໍາຜັດກັບຕໍາແໜ່ງ, ໃບໜ້າ ຫຼື ຊື່ສຽງ, ຫົວໃຈຂອງທຸກຄົນເຕັ້ນແຮງຢ່າງຄາດບໍ່ເຖິງ ແລະ ພວກເຈົ້າແຕ່ລະຄົນກໍຢາກໂດດເດັ່ນ, ມີຊື່ສຽງ ແລະ ເປັນທີ່ຮັບຮູ້ຢູ່ສະເໝີ. ທຸກຄົນບໍ່ເຕັມໃຈທີ່ຈະຍອມແພ້, ແຕ່ກັບປາຖະໜາທີ່ຈະໂຕ້ຖຽງຢູ່ສະເໝີ. ເຖິງແມ່ນວ່າການໂຕ້ຖຽງກັນເປັນສິ່ງທີ່ໜ້າອາຍ ແລະ ບໍ່ໄດ້ຮັບອະນຸຍາດຢູ່ໃນເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີການໂຕ້ຖຽງກັນ, ເຈົ້າກໍຍັງບໍ່ພໍໃຈ. ເມື່ອເຈົ້າເຫັນຄົນໃດໜຶ່ງໂດດເດັ່ນ, ເຈົ້າຮູ້ສຶກອິດສາ, ກຽດຊັງ ແລະ ມັນບໍ່ຍຸຕິທຳ. “ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນຜູ້ນັ້ນຈຶ່ງໂດດເດັ່ນສະເໝີ ແລະ ມັນບໍ່ເຄີຍເປັນທີຂອງຂ້ອຍຈັກເທື່ອ?” ຈາກນັ້ນເຈົ້າກໍຮູ້ສຶກເຖິງຄວາມຂຸນເຄື່ອງໃຈບາງຢ່າງ. ເຈົ້າພະຍາຍາມທີ່ຈະປາບມັນ, ແຕ່ເຈົ້າເຮັດບໍ່ໄດ້. ເຈົ້າອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອເຈົ້າຜະເຊີນໜ້າກັບສະຖານະການແບບນີ້ອີກ, ເຈົ້າກໍບໍ່ສາມາດເອົາຊະນະມັນໄດ້. ນີ້ບໍ່ໄດ້ສະແດງເຖິງວຸດທິພາວະຄວາມບໍ່ເປັນຜູ້ໃຫຍ່ບໍ? ການທີ່ຄົນໆໜຶ່ງກຳລັງຕົກຢູ່ໃນສະພາວະເຊັ່ນນີ້ເປັນກັບດັກບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ. ... ເຈົ້າຕ້ອງຮຽນຮູ້ທີ່ຈະປ່ອຍວາງ ແລະ ປະຖິ້ມສິ່ງເຫຼົ່ານີ້, ແນະນຳຄົນອື່ນ ແລະ ອະນຸຍາດໃຫ້ພວກເຂົາໂດດເດັ່ນ. ຢ່າດິ້ນຮົນ ຫຼື ຟ້າວຟັ່ງທີ່ຈະສວຍໂອກາດໃນທັນທີທີ່ເຈົ້າພົບກັບໂອກາດທີ່ຈະໂດດເດັ່ນ ຫຼື ໄດ້ຮັບຄວາມສະຫງ່າລາສີ. ເຈົ້າຕ້ອງຮຽນຮູ້ທີ່ຈະຖອຍອອກ, ແຕ່ເຈົ້າຕ້ອງບໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າຊັກຊ້າ. ຈົ່ງເປັນຄົນທີ່ເຮັດວຽກຢ່າງງຽບໆ ແລະ ຜູ້ທີ່ບໍ່ໂອ້ອວດກັບຄົນອື່ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົ່ງຮັກພັກດີ. ຍິ່ງເຈົ້າປ່ອຍວາງສັກສີ ແລະ ສະຖານະຂອງເຈົ້າຫຼານສ່ຳໃດ ແລະ ຍິ່ງເຈົ້າປ່ອຍວາງຜົນປະໂຫຍດຂອງເຈົ້າເອງຫຼາຍສ່ຳໃດ, ເຈົ້າຍິ່ງເປັນສຸກຫຼາຍເທົ່ານັ້ນ ແລະ ພື້ນທີ່ໃນຫົວໃຈຂອງເຈົ້າຍິ່ງຈະເປີດກວ້າງຫຼາຍຂຶ້ນ ແລະ ສະພາວະຂອງເຈົ້າຍິ່ງຈະຂຶ້ນເທົ່ານັ້ນ. ຍິ່ງເຈົ້າດິ້ນຮົນ ແລະ ແຂ່ງຂັນຫຼາຍສ່ຳໃດ, ສະພາວະຂອງເຈົ້າຍິ່ງມືດມົນຫຼາຍຂຶ້ນເທົ່ານັ້ນ. ຖ້າເຈົ້າບໍ່ເຊື່ອມັນ, ກໍຈົ່ງລອງເບິ່ງ! ຖ້າເຈົ້າຢາກຫັນປ່ຽນສະພາວະແບບນີ້ ແລະ ບໍ່ຖືກຄວບຄຸມໂດຍສິ່ງເຫຼົ່ານີ້, ກ່ອນອື່ນ ເຈົ້າກໍຕ້ອງປ່ອຍວາງພວກມັນ ແລະ ສະຫຼະພວກມັນເສຍ. ບໍ່ດັ່ງນັ້ນ, ຍິ່ງເຈົ້າດິ້ນຮົນຫຼາຍສ່ຳໃດ, ຄວາມມືດມົນຍິ່ງອ້ອມຮອບ ເຈົ້າຫຼາຍຂຶ້ນ ແລະ ເຈົ້າຍິ່ງຮູ້ສຶກອິດສາ ແລະ ກຽດຊັງຫຼາຍຂຶ້ນ ແລະ ຄວາມປາຖະໜາຢາກໄດ້ຂອງເຈົ້າຍິ່ງແຂງແກ່ນຂຶ້ນສ່ຳນັ້ນ. ຍິ່ງຄວາມປາຖະໜາຢາກໄດ້ຂອງເຈົ້າແຂງແກ່ນຂຶ້ນສ່ຳໃດ, ເຈົ້າຍິ່ງມີຄວາມສາມາດໜ້ອຍລົງສ່ຳນັ້ນ ແລະ ເນື່ອງຈາກເຈົ້າໄດ້ຮັບໜ້ອຍລົງ, ຄວາມກຽດຊັງຂອງເຈົ້າຈະເພີ່ມຂຶ້ນ. ເນື່ອງຈາກວ່າຄວາມກຽດຊັງຂອງເຈົ້າເພີ່ມຂຶ້ນ, ເຈົ້າຈະມືດມົນຢູ່ພາຍໃນຫຼາຍຂຶ້ນ. ຍິ່ງເຈົ້າມືດມົນຢູ່ພາຍໃນຫຼາຍຂຶ້ນສ່ຳໃດ, ເຈົ້າຍິ່ງຈະປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳນັ້ນ; ຍິ່ງເຈົ້າປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ດີຫຼາຍສ່ຳໃດ, ເຈົ້າຍິ່ງເປັນປະໂຫຍດໜ້ອຍລົງສ່ຳນັ້ນ. ນີ້ແມ່ນວົງຈອນຊົ່ວຮ້າຍທີ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຖືກກຳຈັດເທື່ອລະໜ້ອຍ” (“ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ການສົນທະນາຂອງເອື້ອຍຄົນນັ້ນກ່ຽວກັບພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍຮູ້ວ່າ ຄວາມອິດສາຂອງຂ້ານ້ອຍເກີດຂຶ້ນຈາກການມີຄວາມປາຖະໜາອັນແຮງກ້າເກີນໄປສໍາລັບຊື່ ແລະ ສະຖານະ ແລະ ອຸປະນິໄສຂອງຂ້ານ້ອຍກໍອວດດີເກີນໄປ. ຂ້ານ້ອຍຖືກປູກຝັງດ້ວຍການສຶກສາຂອງພັກກອມມູນິດຈີນ ແລະ ປັດຊະຍາຊີວິດ ແລະ ພິດຂອງຊາຕານທຸກຮູບແບບຈາກຕອນຍັງນ້ອຍ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ,” ແລະ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”.  ພິດເຫຼົ່ານີ້ຂອງຊາຕານໄດ້ຝັງເລິກຢູ່ພາຍໃນຫົວໃຈຂອງຂ້ານ້ອຍ, ເຮັດໃຫ້ຂ້ານ້ອຍອວດດີ, ຫຼອກລວງຕົນເອງ, ເຫັນແກ່ຕົວ ແລະ ເປັນຕາລັງກຽດ. ຂ້ານ້ອຍເຕີບໂຕດ້ວຍຄວາມທະເຍີທະຍານ ແລະ ຄວາມກ້າວລ້າວເປັນພິເສດ; ບໍ່ວ່າຂ້ານ້ອຍຈະເຮັດຫຍັງກໍຕາມ, ຂ້ານ້ອຍຮູ້ສຶກວ່າຖືກບັງຄັບໃຫ້ລື່ນຄົນອື່ນ. ຂ້ານ້ອຍເຄີຍເປັນແບບນັ້ນຢູ່ໃນສັງຄົມ ແລະ ຂ້ານ້ອຍກໍເປັນແບບນັ້ນໃນຄຣິສຕະຈັກຄືກັນ. ເຖິງແມ່ນວ່າໃນຂະນະທີ່ກຳລັງສົນທະນາ ແລະ ອະທິຖານໃນການເຕົ້າໂຮມ, ຂ້ານ້ອຍພຽງແຕ່ຕ້ອງການດີກ່ວາຄົນອື່ນອີກດ້ວຍ ແລະ ເວລາດຽວທີ່ຂ້ານ້ອຍມີຄວາມສຸກແມ່ນເວລາທີ່ຄົນອື່ນຊົມເຊີຍຂ້ານ້ອຍ. ທັນທີທີ່ຄົນໜຶ່ງພິສູດໄດ້ວ່າດີກວ່າຂ້ານ້ອຍ, ຂ້ານ້ອຍກໍບໍ່ສາມາດຍອມຮັບມັນໄດ້ ແລະ ຈະອິດສາ. ເລິກໆພາຍໃນ, ຂ້ານ້ອຍຈະຕໍ່ຕ້ານ ແລະ ເຮັດວຽກຕໍ່ສູ້ກັບຄົນນັ້ນ. ເມື່ອຂ້ານ້ອຍບໍ່ສາມາດລື່ນພວກເຂົາແທ້ໆ, ຂ້ານ້ອຍຈະອາໄສຢູ່ໃນຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດເທົ່ານັ້ນ, ບໍ່ສາມາດປະຕິບັດຕໍ່ຕົນເອງຢ່າງຖືກຕ້ອງ. ຂ້ານ້ອຍເຖິງກັບຈະເຂົ້າໃຈຜິດຕໍ່ພຣະເຈົ້າ ແລະ ຄິດວ່າຂ້ານ້ອຍບໍ່ສາມາດເປັນເປົ້າໝາຍສຳລັບຄວາມລອດຂອງພຣະເຈົ້າໄດ້. ຂ້ານ້ອຍເຫັນວ່າຄວາມເສື່ອມຊາມຂອງຊາຕານໄດ້ເຮັດໃຫ້ຂ້ານ້ອຍອວດດີ ແລະ ບອບບາງ, ເຫັນແກ່ຕົວ ແລະ ເປັນຕາລັງກຽດ ແລະ ຊີວິດຂອງຂ້ານ້ອຍຂີ້ຮ້າຍແບບທີ່ບໍ່ສາມາດເວົ້າໄດ້. ຈາກພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ຂ້ານ້ອຍຍັງພົບເສັ້ນທາງແຫ່ງການປະຕິບັດ: ຂ້ານ້ອຍຕ້ອງຮຽນຮູ້ທີ່ຈະປ່ອຍວາງ, ປະວາງສິ່ງຕ່າງໄວ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ. ຂ້ານ້ອຍຕ້ອງຮຽນຮູ້ທີ່ຈະປະຖິ້ມເນື້ອຫນັງຂອງຂ້ານ້ອຍເອງ ແລະ ປະວາງຄວາມຖືວ່າຕົນເອງສຳຄັນ ແລະ ສະຖານະຂອງຂ້ານ້ອຍ ແລະ ຮຽນຮູ້ຫຼາຍຂຶ້ນຈາກຈຸດແຂງຂອງເອື້ອຍຫວາງ ແລະ ຊົດເຊີຍຄວາມອ່ອນແອຂອງຂ້ານ້ອຍເອງ. ນີ້ແມ່ນວິທີດຽວທີ່ຈະເຂົ້າໃຈ ແລະ ໄດ້ຮັບຄວາມຈິງຫຼາຍຂຶ້ນ.

ຕໍ່ມາ, ຂ້ານ້ອຍໄດ້ອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າທີ່ວ່າ: “ໜ້າທີ່ກໍບໍ່ຄືກັນ. ມີແຕ່ຮ່າງກາຍດຽວ. ແຕ່ລະຄົນປະຕິບັດໜ້າທີ່ຂອງເຂົາ, ແຕ່ລະຄົນຢູ່ໃນທີ່ຂອງເຂົາ ແລະ ເຮັດດ້ວຍສຸດຄວາມສາມາດຂອງເຂົາ, ຍ້ອນເມັດໄຟນ້ອຍໆແຕ່ລະດວງກໍມີແສງສະຫວ່າງໜຶ່ງດວງທີ່ວາບວາວ ແລະ ສະແຫວງຫາຄວາມເຕີບໃຫຍ່ໃນຊີວິດ. ສະນັ້ນ ເຮົາຈຶ່ງຈະພໍໃຈ” (ຄັດຈາກ “ບົດທີ 21” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຫຼັງຈາກທີ່ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ, ຂ້ານ້ອຍກໍເຂົ້າໃຈວ່າ ເພາະຄວາມສາມາດ ແລະ ຂອງຂວັນທີ່ພຣະເຈົ້າປະທານໃຫ້ແມ່ນແຕກຕ່າງກັນສໍາລັບແຕ່ລະຄົນ, ຂໍ້ກຳນົດຂອງພຣະອົງສໍາລັບແຕ່ລະຄົນຈຶ່ງແຕກຕ່າງກັນ. ໃນຄວາມເປັນຈິງແລ້ວ, ຕາບໃດທີ່ພວກເຮົາເຮັດທຸກສິ່ງໃນອຳນາດຂອງພວກເຮົາເພື່ອປະຕິບັດໜ້າທີ່ຂອງພວກເຮົາ, ພຣະເຈົ້າກໍຈະສະບາຍໃຈ. ເອື້ອຍຫວາງມີຄວາມສາມາດທີ່ດີ ແລະ ເຂົ້າໃຈຄວາມຈິງໄດ້ໄວຫຼາຍ. ມື້ນີ້, ພຣະເຈົ້າຈັດແຈງໃຫ້ພວກເຮົາມາເຕົ້າໂຮມກັນ ແລະ ຈຸດປະສົງຂອງພຣະອົງແມ່ນເພື່ອໃຫ້ພວກເຮົາຮຽນຮູ້ຈາກຈຸດແຂງຂອງກັນເອງ ແລະ ຊົດເຊີຍຄວາມອ່ອນແອຂອງພວກເຮົາເອງ ເພື່ອວ່າພວກເຮົາຈະສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າຮ່ວມກັນ. ຂ້ານ້ອຍຄວນຈັດການຈຸດແຂງ ແລະ ຂໍ້ບົກຜ່ອງຂອງຂ້ານ້ອຍເອງຢ່າງເໝາະສົມ. ບໍ່ວ່າພຣະເຈົ້າໄດ້ກຳນົດຄວາມສາມາດແບບໃດກໍຕາມໃຫ້ແກ່ຂ້ານ້ອຍ, ຂ້ານ້ອຍຕ້ອງຍອມຢູ່ໃຕ້ການປົກຄອງ ແລະ ການຈັດແຈງຂອງພຣະອົງ, ແກ້ໄຂແຮງຈູງໃຈຂອງຂ້ານ້ອຍ ແລະ ສະແຫວງຫາຄວາມຈິງດ້ວຍສຸດຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຄວນສົນທະນາຕາມທີ່ຂ້ານ້ອຍຈະເຂົ້າໃຈ ແລະ ປະຕິບັດຕາມທີ່ຂ້ານ້ອຍຮູ້. ຂ້ານ້ອຍຄວນເຮັດສຸດຄວາມສາມາດຂອງຂ້ານ້ອຍ ແລະ ໃນລັກສະນະນີ້ ພຣະເຈົ້າຈະສ່ອງແສງ ແລະ ຊີ້ນໍາຂ້ານ້ອຍ. ເພື່ອຮັບຜົນນີ້, ຂ້ານ້ອຍໄດ້ຕັ້ງໃຈດັ່ງຕໍ່ໄປນີ້ຕໍ່ໜ້າພຣະເຈົ້າວ່າ: ຕັ້ງແຕ່ນີ້ຕໍ່ໄປ, ຂ້ານ້ອຍເຕັມໃຈທີ່ຈະພະຍາຍາມສະແຫວງຫາຄວາມຈິງ, ຢຸດເປັນຄົນໃຈແຄບ ແລະ ອິດສາຜູ້ຄົນທີ່ມີຄວາມສາມາດຫຼາຍກວ່າຂ້ານ້ອຍ ແລະ ດໍາລົງຊີວິດຕາມລັກສະນະຂອງມະນຸດທີ່ແທ້ຈິງ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ.

ການເຕົ້າໂຮມຄັ້ງຖັດໄປຂອງຄຣິສຕະຈັກເກີດຂຶ້ນໄວຫຼາຍ. ຂ້ານ້ອຍຕ້ອງການເປີດໃຈກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍກ່ຽວກັບວ່າ ຂ້າອິດສາເອື້ອຍຫວາງແນວໃດ ແລະ ຂ້ານ້ອຍສະແດງລັກສະນະໃດໃນອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍອອກມາ, ແຕ່ທັນທີທີ່ຂ້ານ້ອຍຄິດກ່ຽວກັບມັນ, ຂ້ານ້ອຍກໍຢ້ານວ່າພວກເຂົາຈະເບິ່ງຂ້ານ້ອຍແນວໃດ ແລະ ເອື້ອຍຫວາງຈະຄິດແນວໃດກ່ຽວກັບຂ້ານ້ອຍ ຖ້າລາວຮູ້ວ່າຂ້ານ້ອຍອິດສາລາວແນວໃດ. ເລິກໆຂ້າງໃນ, ຂ້ານ້ອຍຮູ້ສຶກລັງເລໜ້ອຍໜຶ່ງທີ່ຈະຜະເຊີນກັບສະຖານະການດັ່ງກ່າວ. ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆພາຍໃນຕົນເອງ. ຂ້ານ້ອຍເວົ້າວ່າ “ໂອ ພຣະເຈົ້າ! ຂໍໃຫ້ພຣະອົງປະທານຄວາມເຊື່ອ ແລະ ຄວາມກ້າຫານໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະປະວາງຄວາມໂອຫັງ ແລະ ສະຖານະຂອງຂ້ານ້ອຍ, ແບ່ງປັນການສົນທະນາຢ່າງເປີດເຜີຍກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ລະລາຍອຸປະສັກລະຫວ່າງພວກເຮົາ. ຂໍໃຫ້ພຣະອົງ ຜູ້ທີ່ເປັນພຣະເຈົ້າ ເປັນຜູ້ ນຳທາງຂ້ານ້ອຍດ້ວຍ”. ຫຼັງຈາກທີ່ອະທິຖານ, ຂ້ານ້ອຍກໍຮູ້ສຶກສະຫງົບຫຼາຍຂຶ້ນ ແລະ ສະນັ້ນ ຂ້ານ້ອຍຈຶ່ງໄດ້ເວົ້າເຖິງສະພາວະທີ່ຂ້ານ້ອຍຕົກຢູ່ ແລະ ກ່ຽວກັບທຸກສິ່ງທີ່ຂ້ານ້ອຍໄດ້ຜະເຊີນ. ຫຼັງຈາກທີ່ໄດ້ຍິນຂ້ານ້ອຍເວົ້າອອກມາ, ອ້າຍເອື້ອຍນ້ອງຂອງຂ້ານ້ອຍບໍ່ພຽງແຕ່ບໍ່ໄດ້ດູຖູກຂ້ານ້ອຍ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາທຸກຄົນຊົມເຊີຍຄວາມກ້າຫານຂອງຂ້ານ້ອຍທີ່ສາມາດປະຕິບັດຄວາມຊື່ສັດໄດ້. ພວກເຂົາເວົ້າວ່າປະສົບການຂອງຂ້ານ້ອຍເຮັດໃຫ້ພວກເຂົາຮູ້ວ່າ ໂດຍການປະຕິບັດຕາມພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຂົາກໍສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາເອງ ແລະ ໄດ້ຮັບການປົດປ່ອຍ ແລະ ອິດສະຫຼະພາບ. ພວກເຂົາຍັງກ່າວອີກວ່າ ດຽວນີ້ ພວກເຂົາຮູ້ວ່າຈະເຮັດແນວໃດໃນຄັ້ງຖັດໄປທີ່ພວກເຂົາປະສົບກັບສະຖານະການດັ່ງກ່າວ. ໃນລະຫວ່າງການເຕົ້າໂຮມພາຍຫຼັງ, ຂ້ານ້ອຍໄດ້ຄົ້ນພົບຈຸດແຂງຫຼາຍຢ່າງຂອງເອື້ອຍຫວາງ: ເມື່ອກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ລາວສາມາດປະສົມປະສານສະພາວະຂອງລາວເອງໃນການສົນທະນາຂອງລາວ. ເມື່ອໃດກໍຕາມທີ່ລາວພົບກັບບັນຫາ, ລາວສາມາດຕັ້ງໃຈໃສ່ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ການສະແຫວງຫາເຈດຕະນາຂອງພຣະອົງ ແລະ ການຄົ້ນຫາເສັ້ນທາງສໍາລັບການປະຕິບັດຈາກພາຍໃນພຣະທຳຂອງພຣະອົງ. ພຽງແຕ່ຫຼັງຈາກໄດ້ເຫັນຈຸດແຂງເຫຼົ່ານີ້ຂອງລາວ ຂ້ານ້ອຍຈຶ່ງເຂົ້າໃຈວ່າລາວບໍ່ແມ່ນຄູ່ແຂ່ງຂອງຂ້ານ້ອຍ, ແຕ່ເປັນຄົນທີ່ສາມາດຊ່ວຍຂ້ານ້ອຍໄດ້. ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຮູ້ສຶກຈາກກົ້ນເລິກຂອງຫົວໃຈຂອງຂ້ານ້ອຍວ່າ ຈຸດປະສົງຂອງການຈັດແຈງຂອງພຣະເຈົ້າໃຫ້ພວກເຮົາເຮັດວຽກຮ່ວມກັນແມ່ນເພື່ອໃຫ້ພວກເຮົາຮຽນຮູ້ຈາກຈຸດແຂງຂອງກັນເອງ ເພື່ອຊົດເຊີຍຈຸດອ່ອນຂອງກັນ. ເມື່ອຂ້ານ້ອຍຄິດແບບນັ້ນ, ຂ້ານ້ອຍກໍຮູ້ສຶກວ່າໄດ້ຮັບການປົດປ່ອຍຢ່າງສົມບູນ. ຕອນນີ້, ຂ້ານ້ອຍຮູ້ສຶກວ່າການເຕົ້າໂຮມທຸກຄັ້ງເປັນຄວາມສຸກຮູບແບບໜຶ່ງ. ຂ້ານ້ອຍບໍ່ໄດ້ຮັບອິດທິພົນຈາກຄວາມອິດສາອີກຕໍ່ໄປ, ແຕ່ຂ້ານ້ອຍສາມາດດຶງເອົາຈຸດແຂງຂອງຄົນອື່ນເພື່ອຊົດເຊີຍຈຸດອ່ອນຂອງຕົນເອງ, ດໍາລົງຊີວິດຢ່າງສາມັກຄີກັບພວກເຂົາ ແລະ ຮູ້ສຶກປົດປ່ອຍໃນຝ່າຍວິນຍານ.

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ຊື່ສຽງ ແລະ ໂຊກລາບໄດ້ນຳເອົາຄວາມທຸກທໍລະມານມາສູ່ຂ້ອຍ

ໂດຍ ທຽນທຽນ, ຈີນ ມື້ໜຶ່ງໃນລະດູໃບໄມ້ປົ່ງ, ທ່ານໝໍອາວຸໂສບາງຄົນ ແລະ ຂ້ອຍອອກໄປແຕ່ງກິນນອກບ້ານ. ລະຫວ່າງທາງ, ຊາວບ້ານທ້ອງຖິ່ນບາງຄົນຈື່ ດຣ. ຫວັງໄດ້....

ການຕື່ນຕົວຂອງທາດຂອງເງິນ

ໂດຍ ຊິງອູ່, ຈີນ ເມື່ອຂ້ອຍຍັງໜຸ່ມ, ຄອບຄົວຂ້ອຍທຸກຍາກ ແລະ ພໍ່ແມ່ຂອງຂ້ອຍບໍ່ສາມາດຈ່າຍຄ່າຮຽນໃຫ້ຂ້ອຍໄດ້, ສະນັ້ນ ຂ້ອຍຈຶ່ງໄດ້ສ້າງ ແລະ...

ການທົດລອງຂອງຕົວປະກອບ

ໂດຍ ຊິງຕ່າວ, ເກົາຫຼີໃຕ້ “ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ...

Leave a Reply

ຕິດຕໍ່ພວກເຮົາຜ່ານທາງ Messenger