ການຫາຍໃຈງ່າຍໂດຍບໍ່ມີຄວາມອິດສາ

19 ເດືອນກຸມພາ 2022

ໂດຍ ອ່ານຈິ້ງ, ຈີນ

ໃນເດືອນມັງກອນຂອງປີ 2017, ຂ້ອຍໄດ້ຮັບໜ້າທີ່ໃນການພາຍໃນຄຣິດຕະຈັກ. ຂ້ອຍຊື່ນຊົມຍິນດີຫຼາຍທີີ່ພຣະເຈົ້າໃຫ້ໂອກາດຝຶກຝົນໃນໜ້າທີ່ນີ້ ແລະ ຕັດສິນໃຈທີ່ຈະເຮັດມັນຢ່າງຕັ້ງໃຈ ແລະ ໃຫ້ດີ. ຫຼັງຈາກຊົ່ວເວລາໜຶ່ງ, ຂ້ອຍບັນລຸຜົນບາງຢ່າງ, ບໍ່ວ່າຈະຢູ່ໃນການຊ່ວຍເຫຼືອອ້າຍເອື້ອຍນ້ອງແກ້ໄຂສະພາວະຂອງພວກເຂົາໃຫ້ຖືກຕ້ອງ ຫຼື ການໂອ້ລົມກັບພວກເຂົາໃນການເຕົ້າໂຮມ. ອ້າຍເອື້ອຍນ້ອງຂອງຂ້ອຍ ແລະ ຜູ້ນໍາຄຣິດຕະຈັກລ້ວນແລ້ວແຕ່ເຄົາລົບຂ້ອຍເປັນຢ່າງສູງ ແລະ ຂ້ອຍເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ, ຂ້ອຍກຳລັງເຮັດໄດ້ດີ.

ໃນເດືອນມິຖຸນາ, ຜູ້ນໍາໃນຄຣິດຕະຈັກຂອງຂ້ອຍໄດ້ຈັດແຈງໃຫ້ເອື້ອຍເວີນຈິງເຮັດວຽກກັບຂ້ອຍໃນໜ້າທີ່ນີ້ ແລະ ຂໍໃຫ້ຂ້ອຍຊ່ວຍເອື້ອຍຂອງຂ້ອຍໃນກໍລະນີທີ່ລາວຕ້ອງການຄວາມຊ່ວຍເຫຼືອ ເຊິ່ງຂ້ອຍກໍ່ເຫັນດີຢ່າງມີຄວາມສຸກທີ່ຈະເຮັດ. ເມື່ອພວກເຮົາເຮັດວຽກຮ່ວມກັນ, ຂ້ອຍກໍ່ຄົ້ນພົບວ່າເອື້ອຍເວີນຈິງສະແຫວງຫາຄວາມຈິງ ແລະ ຄວາມສາມາດຂອງລາວ ແລະ ວິທີການຂອງລາວກັບຄຳເວົ້າກໍ່ລ້ວນແລ້ວແຕ່ດີພໍສົມຄວນ. ເມື່ອເຫັນແບບນີ້, ຂ້ອຍຈຶ່ງເຝົ້າຄອຍລະວັງລາວໜ້ອຍໜຶ່ງ. ຂ້ອຍເລີ່ມຄິດວ່າ: “ດ້ວຍການຝຶກຝົນອີກໜ້ອຍໜຶ່ງ, ລາວຈະເກັ່ງລື່ນຂ້ອຍ. ອ້າຍເອື້ອຍນ້ອງຂອງພວກເຮົາຈະເລີ່ມເຄົາລົບລາວຢ່າງແນ່ນອນ, ຜູ້ນໍາຈະໃຊ້ເວລາຫຼາຍຂຶ້ນໃນການບຳລຸງລ້ຽງພອນສະຫວັນຂອງລາວ ແລະ ຫຼັງຈາກນັ້ນກໍ່ຈະບໍ່ມີຜູ້ໃດເຄົາລົບຂ້ອຍອີກຕໍ່ໄປ”. ແຕ່ສິ່ງທີ່ຂ້ອຍຢ້ານກໍ່ເກີດຂຶ້ນໃນທີ່ສຸດ. ຫຼັງຈາກການເຕົ້າໂຮມໃນມື້ນີ້, ຂ້ອຍກໍ່ໄປຫາຜູ້ນໍາຄຣິດຕະຈັກເພື່ອມອບຄຳພະຍານກ່ຽວກັບປະສົບການໃຫ້ກັບລາວ, ເຊິ່ງຖືກຂຽນໂດຍຂ້ອຍເອງ ແລະ ເອື້ອຍເວີນຈິງ. ຫຼັງຈາກທີ່ໄດ້ອ່ານພວກມັນ, ຜູ້ນໍາຄຣິດຕະຈັກຂອງພວກເຮົາກໍ່ຍິ້ມ ແລະ ເວົ້າວ່າ “ບົດຄວາມຄຳພະຍານຂອງເອື້ອຍເວີນຈິງຂ້ອນຂ້າງດີ. ມີປະສົບການຕົວຈິງໃນທີ່ນີ້ ແລະ ລາວຂຽນໄດ້ເປັນຢ່າງດີ”. ເມື່ອໄດ້ຍິນລາວຍົກຍ້ອງເອື້ອຍເວີນຈິງແບບນີ້, ຂ້ອຍກໍ່ຮູ້ສຶກບໍ່ມີຄວາມສຸກຫຼາຍ. ຂ້ອຍຄິດກັບຕົນເອງວ່າ: “ເອື້ອຍເວີນຈິງມີຄວາມສາມາດດີ, ມັນເປັນຄວາມຈິງ. ແຕ່ຂ້ອຍແກ້ໄຂບັນຫາໃນວຽກງານໄດ້ຫຼາຍກວ່າທີ່ລາວແກ້ໄຂ. ຂ້ອຍຍັງດີກວ່າລາວໃນເລື່ອງນັ້ນ. ຂ້ອຍຈຳເປັນຕ້ອງເຮັດວຽກໜັກຂຶ້ນ, ຂ້ອຍບໍ່ສາມາດປ່ອຍໃຫ້ລາວລື່ນຂ້ອຍ, ຖ້າບໍ່ດັ່ງນັ້ນ ຂ້ອຍຈະສູນເສຍຕໍໍາແໜ່ງຂອງຂ້ອຍໃນທີ່ນີ້”.

ສອງສາມມື້ຕໍ່ມາ, ເອື້ອຍເວີນຈິງໄດ້ຂຽນຄຳພະຍານກ່ຽວກັບປະສົບການອີກສະບັບ. ຜູ້ນໍາຂອງພວກເຮົາໄດ້ອ່ານມັນ ແລະ ອີກຄັ້ງ ລາວກໍ່ຍົກຍ້ອງຄວາມສາມາດຂອງເອື້ອຍເວີນຈິງ ແລະ ຄວາມຄິດບວກທີ່ລາວໄດ້ຂຽນໃນບົດຄວາມຂອງລາວ ແລະ ຂໍໃຫ້ຂ້ອຍໃຊ້ເວລາເພີ່ມອີກສຳລັບບົດຄວາມຂອງຂ້ອຍ. ຂ້ອຍບໍ່ພໍໃຈໃນຄຳເວົ້າຂອງລາວ ແລະ ເລີ່ມໂທດຜູ້ນໍາ ໂດຍຄິດວ່າ: “ເຈົ້າສືບຕໍ່ເວົ້າກ່ຽວກັບຄວາມສາມາດຂອງເອື້ອຍເວີນຈິງຍິ່ງໃຫຍ່ສໍ່າໃດຢູ່ສະເໝີ. ລາວດີກວ່າຂ້ອຍໃນທຸກສິ່ງບໍ? ເອື້ອຍເວີນຈິງພຽງແຕ່ຕ້ອງເຂົ້າຮ່ວມສະຖານທີ່ການເຕົ້າໂຮມສອງສາມແຫ່ງເທົ່ານັ້ນ ເຊິ່ງເຮັດໃຫ້ລາວມີເວລາຫຼາຍທີ່ຈະຂຽນບົດຄວາມເຫຼົ່ານີ້. ຖ້າຂ້ອຍບໍ່ຫຍຸ້ງຫຼາຍກັບວຽກງານຂອງຄຣິດຕະຈັກ, ຂ້ອຍຈະມີເວລາວ່າງຫຼາຍທີ່ຈະຂຽນບົດຄວາມເຊັ່ນກັນ”. ຂ້ອຍເມື່ອຍກັບການໄດ້ຍິນລາວຖືກຍົກຍ້ອງ, ສະນັ້ນ ຂ້ອຍຈຶ່ງພຽງແຕ່ເວົ້າກັບຜູ້ນໍາຄຣິດຕະຈັກຂອງຂ້ອຍຢ່າງກົງໄປກົງມາວ່າ: “ຂ້ອຍສາມາດຂຽນໄດ້ຄືກັນ”. ໜຶ່ງອາທິດຕໍ່ມາ, ຜູ້ນໍາຄຣິດຕະຈັກອີກຄົນໜຶ່ງກໍ່ຍົກຍ້ອງຄຳພະຍານກ່ຽວກັບປະສົບການຂອງເອື້ອຍເວີນຈິງວ່າເປັນຈິງຫຼາຍ ແລະ ໜູນໃຈໃຫ້ລາວຂຽນເພີ່ມ, ໃນຂະນະທີ່ຍັງຂໍໃຫ້ຂ້ອຍຂຽນຢ່າງກະຕືລືລົ້ນຄືກັບລາວ. ຂ້ອຍບໍ່ພໍໃຈແທ້ໆ, ລາວຫາກໍ່ຢູ່ທີ່ນີ້ເປັນເວລາສັ້ນ ແລະ ຂຽນຄຳພະຍານກ່ຽວກັບປະສົບການສອງສະບັບແລ້ວ ແລະ ລາວກຳລັງຖືກຍົກຍ້ອງໂດຍຜູ້ນໍາຄຣິດຕະຈັກ. ຂ້ອຍໄດ້ເຮັດໜ້າທີ່ເປັນຊ່ວງເວລາໜຶ່ງ ແຕ່ຫາກໍ່ໄດ້ຂຽນສະບັບດຽວ, ຜູ້ນໍາຄຣິດຕະຈັກຈະຄິດແນວໃດກ່ຽວກັບຂ້ອຍ? ພວກເຂົາຈະເວົ້າວ່າຂ້ອຍບໍ່ສາມາດຈັດການເວລາຂອງຂ້ອຍ, ຂ້ອຍບໍ່ເຕັມໃຈທີ່ຈະທົນທຸກ ຫຼື ຈ່າຍລາຄາເພື່ອຂຽນຄຳພະຍານຂອງຂ້ອຍບໍ? ຂ້ອຍໄດ້ເຫັນເຖິງຄຸນນະພາບຂອງຄວາມສາມາດທີ່ເໜືອກວ່າຂອງເອື້ອຍເວີນຈິງແລ້ວ ແລະ ຕອນນີ້ ລາວກໍ່ສາມາດຂຽນບົດຄວາມເຫຼົ່ານີ້, ຜູ້ນໍາກໍ່ຄິດວ່າລາວດີກວ່າຂ້ອຍຢ່າງແນ່ນອນ. ຖ້າລາວສືບຕໍ່ຂຽນພວກມັນ, ຂ້ອຍຈະບໍ່ເບິ່ງຄືຂີ້ຮ້າຍກວ່າເກົ່າບໍ? ຂ້ອຍຕັດສິນໃຈວ່າ ສິ່ງທີ່ຂ້ອຍຕ້ອງເຮັດຄືການຊອກຫາວິທີການເພື່ອເຮັດໃຫ້ລາວຫຍຸ້ງວຽກ, ເພື່ອວ່າລາວຈະບໍ່ມີເວລາຂຽນບົດຄວາມເຫຼົ່ານີ້ ແລະ ຈະບໍ່ປາກົດວ່າມີຄວາມແຕກຕ່າງຫຼາຍລະຫວ່າງພວກເຮົາໃນສາຍຕາຂອງຜູ້ນໍາ. ເພື່ອຮັກສາສະຖານະຂອງຂ້ອຍໃນຄຣິດຕະຈັກ, ຂ້ອຍເລີ່ມສ້າງຄວາມກົດດັນໃຫ້ກັບລາວ ແລະ ມອບໝາຍກຸ່ມການພົບປະເພື່ອໂອ້ລົມກັນຫຼາຍກຸ່ມໃຫ້ກັບລາວ. ເມື່ອເຫັນວ່າລາວເລີ່ມຫຍຸ້ງໃນທຸກໆມື້ຫຼັງຈາກນີ້, ຂ້ອຍກໍ່ຄິດກ່ຽວກັບການສະເໜີເພື່ອຮັບເອົາຄວາມຮັບຜິດຊອບບາງຂອງລາວຄືນ. ແຕ່ຂ້ອຍກໍ່ຄິດກັບຕົນເອງວ່າ: “ຖ້າເຈົ້າບໍ່ຫຍຸ້ງຂະໜາດນີ້, ແລ້ວເຈົ້າກໍ່ມີເວລາຫຼາຍທີ່ຈະຂຽນບົດຄວາມເຫຼົ່ານັ້ນ. ມັນດີທີ່ສຸດທີ່ຈະເຮັດໃຫ້ເຈົ້າຫຍຸ້ງວຽກ. ໃນຕອນແລງຂອງມື້ໜຶ່ງ, ຂ້ອຍພົບວ່າລາວກຳລັງຂຽນບົດຄວາມໜຶ່ງສະບັບ ແລະ ດ້ວຍນໍ້າສຽງທີ່ເຂັ້ມງວດ ຂ້ອຍໄດ້ກົດດັນສຳລັບລາຍລະອຽດກ່ຽວກັບວຽກງານໃນທຸກກຸ່ມທີ່ລາວຮັບຜິດຊອບ ແລະ ພົບວ່າມີຜູ້ເຊື່ອໃໝ່ສອງສາມຄົນທີ່ມີບັນຫາເຊິ່ງບໍ່ທັນໄດ້ຮັບການແກ້ໄຂ. ຂ້ອຍຈຶ່ງຕໍານິລາວ, ໂດຍບອກລາວວ່າລາວບໍ່ເອົາໃຈໃສ່ໃນໜ້າທີ່ຂອງລາວ. ຫຼັງຈາກທີ່ຂ້ອຍຕໍານິລາວແລ້ວ, ລາວກໍ່ພຽງແຕ່ກົ້ມຫົວ ແລະ ບໍ່ໄດ້ເວົ້າຫຍັງ.

ໜຶ່ງເດືອນຕໍ່ມາ, ຜູ້ນໍາຄຣິດຕະຈັກເຫັນວ່າເອື້ອຍເວີນຈິງບໍ່ມີຄວາມສຳເລັດຫຼາຍກັບກຸ່ມຕ່າງໆທີ່ລາວຮັບຜິດຊອບ ແລະ ຍັງມີບາງບັນຫາທີ່ລາວປ່ອຍໃຫ້ບໍ່ມີການແກ້ໄຂ ແລະ ລາວຈຶ່ງຖາມຂ້ອຍວ່າກຳລັງເກີດຫຍັງຂຶ້ນ. ຂ້ອຍຄິດກັບຕົນເອງວ່າ: “ເຈົ້າເຄົາລົບລາວເປັນຢ່າງສູງຫຼາຍ, ແຕ່ຕອນນີ້ ເຈົ້າຮູ້ວ່າລາວບໍ່ໄດ້ປະສົບຄວາມສຳເລັດຫຼາຍໃນໜ້າທີ່ຂອງລາວ, ເຈົ້າຈະບໍ່ເຄົາລົບລາວເປັນຢ່າງສູງອີກຕໍ່ໄປ! ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ລາວຍົກປະເດັນເພື່ອຂໍໃຫ້ຂ້ອຍຊ່ວຍລາວຫຼາຍຂຶ້ນອີກ! ຂ້ອຍຕໍ່ຕ້ານສິ່ງນີ້ຫຼາຍ. ຂ້ອຍຄິດວ່າ, “ເຈົ້າຮູ້ສຶກຮັກແພງແຕ່ເອື້ອຍເວີນຈິງເທົ່ານັ້ນ”. “ຄວາມສາມາດຂອງລາວດີກວ່າຂ້ອຍ. ຖ້າຂ້ອຍສືບຕໍ່ຊ່ວຍເຫຼືອລາວ, ລາວຈະແທນທີ່ຂ້ອຍໃນທີ່ສຸດ”. ຂ້ອຍເລີ່ມຫາຂໍ້ອ້າງ, ແຕ່ຜູ້ນໍາຄຣິດຕະຈັກກໍ່ເຫັນທະລຸສະພາວະຂອງຂ້ອຍ. ລາວໄດ້ເປີດໂປງຄວາມເຫັນແກ່ຕົວ ແລະ ຄວາມໃຈແຄບຂອງຂ້ອຍ ແລະ ເວົ້າວ່າຂ້ອຍບໍ່ໄດ້ສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ. ລາວຍັງເວົ້າວ່າເອື້ອຍເວີນຈິງມີຄວາມສາມາດດີ ແລະ ຄຸ້ມຕໍ່ການຝຶກຝົນ, ຂ້ອຍຕ້ອງໂອ້ລົມກັບລາວ ແລະ ຊ່ວຍເຫຼືອລາວຂຶ້ນອີກ ແລະ ຂ້ອຍບໍ່ສາມາດກັງວົນກ່ຽວກັບສະຖານະ ແລະ ຊື່ສຽງຂອງຂ້ອຍພຽງຢ່າງດຽວ. ພາຍຫຼັງຕໍ່ມາ, ຂ້ອຍບັງຄັບໃຫ້ຕົນເອງຖາມເອື້ອຍເວີນຈິງວ່າລາວມີຄວາມຫຍຸ້ງຍາກຫຍັງ ຫຼື ບໍ່ ໃນການປະຕິບັດໜ້າທີ່ຂອງລາວ. ຂ້ອຍເຫັນວ່າລາວຮູ້ສຶກອຶດອັດຈາກຂ້ອຍ ແລະ ບໍ່ຕ້ອງການເປີດໃຈໃຫ້ກັບຂ້ອຍ. ສິ່ງນັ້ນຄວນເຮັດໃຫ້ຂ້ອຍມີສາຍເຫດທີ່ຈະໄຕ່ຕອງກ່ຽວກັບຕົນເອງ, ແຕ່ຂ້ອຍບໍ່ມັກລາວ ແລະ ຄິດກັບຕົນເອງວ່າ: “ຂ້ອຍພະຍາຍາມຊ່ວຍເຫຼືອລາວ, ແຕ່ລາວບໍ່ຕ້ອງການເວົ້າຫຍັງ”. ຈິດໃຈຂອງຂ້ອຍເລີ່ມມືດມົວເທື່ອລະໜ້ອຍ. ເມື່ອກຳລັງປຶກສາຫາລືກ່ຽວກັບວຽກງານຂອງຄຣິດຕະຈັກ, ຂ້ອຍບໍ່ໄດ້ຄຳນຶງເຖິງບັນຫາທີ່ຊັດເຈນຈຳນວນໜຶ່ງທີ່ກຳລັງເກີດຂຶ້ນ. ຍິ່ງຂ້ອຍເຫັນລາວຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງອາລົມເສຍໂດຍການປາກົດຕົວຂອງລາວຫຼາຍສໍ່ານັ້ນ. ມື້ໜຶ່ງ ຂ້ອຍເຫັນວ່າລາວກຳລັງເຮັດຂໍ້ຜິດພາດ ແລະ ຂ້ອຍໃຈຮ້າຍ ແລະ ຕໍານິລາວຢ່າງເຂັ້ມງວດ ໂດຍເວົ້າວ່າ, “ພວກເຮົາໄດ້ປຶກສາຫາລືກັນກ່ຽວກັບບັນຫານີ້ແລ້ວ ແລະ ເຈົ້າຍັງບໍ່ໄດ້ແກ້ໄຂມັນ. ເຈົ້າໃສ່ໃຈຢູ່ສະເໝີ ເມື່ອເຈົ້າກຳລັງຂຽນບົດຄວາມເຫຼົ່ານັ້ນ, ມັນຊ່າງເປັນຕາອັບອາຍທີ່ເຈົ້າບໍ່ສາມາດເຮັດໄດ້ແບບດຽວກັນ ເມື່ອເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ!” ຫຼັງຈາກນີ້, ເອື້ອຍເວີນຈິງກໍ່ຮູ້ສຶກອຶດອັດຈາກຂ້ອຍ ແລະ ບໍ່ກ້າທີ່ຈະຂຽນຄຳພະຍານອີກຕໍ່ໄປ. ຂ້ອຍຮູ້ວ່າຂ້ອຍໄດ້ທຳຮ້າຍລາວ, ແຕ່ຂ້ອຍບໍ່ສາມາດຊ່ວຍຫຍັງໄດ້, ຂ້ອຍພົບວ່າຕົນເອງໃຈຮ້າຍກັບລາວຢູ່ສະເໝີ ໂດຍທີ່ບໍ່ໄດ້ຕັ້ງໃຈ. ຂ້ອຍກຳລັງທົນທຸກໃນຫົວໃຈເຊັ່ນກັນ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ເພື່ອໃຫ້ຊ່ວຍເຫຼືອຂ້ອຍອອກຈາກສະພາວະນີ້.

ມື້ຕໍ່ມາ, ໃນລະຫວ່າງການເຕົ້ມໂຮມ ເອື້ອຍເວີນຈິງເວົ້າວ່າ ລາວຮູ້ສຶກຄືກັບຄວາມບົກຜ່ອງຂອງລາວມີຫຼາຍເກີນໄປ, ລາວບໍ່ສົມຄວນກັບໜ້າທີ່ນີ້ ແລະ ຕ້ອງການກັບຄືນໄປເຮັດໜ້າທີ່ໆລາວເຮັດກ່ອນໜ້າ. ເມື່ອໄດ້ຍິນແບບນີ້, ຂ້ອຍກໍ່ຄິດໃນທັນທີວ່າ: “ທັງໝົດນີ້ເປັນຍ້ອນຄວາມເຈັບປວດທີ່ຂ້ອຍໄດ້ກໍ່ໃຫ້ກັບລາວບໍ? ຖ້າສິ່ງນັ້ນເປັນຈິງ, ແລ້ວຂ້ອຍໄດ້ເຮັດບາງສິ່ງທີ່ຊົ່ວຮ້າຍແທ້ໆ”. ຂ້ອຍເລີ່ມກັງວົນໃຈ ແລະ ຢ້ານໜ້ອຍໜຶ່ງ. ຂ້ອຍຖາມລາວກ່ຽວກັບເຫດຜົນທີ່ຢູ່ເບື້ອງຫຼັງທຸກສິ່ງນີ້ ແລະ ໂອ້ລົມກ່ຽວກັບຄວາມປະສົງຂອງພຣະເຈົ້າເພື່ອຊ່ວຍເຫຼືອລາວ. ຫຼັງຈາກທີ່ໄດ້ໂອ້ລົມກັບລາວ, ສະພາວະຂອງລາວກໍ່ດີຂຶ້ນຫຼາຍ ແລະ ດ້ວຍຄວາມໂລ່ງໃຈຫຼາຍຂອງຂ້ອຍ ລາວເວົ້າວ່າລາວເຕັມໃຈທີ່ຈະສືບຕໍ່ປະຕິບັດໜ້າທີ່ນີ້. ໃນເວລານັ້ນເອງ, ຜູ້ນໍາຄຣິດຕະຈັກກໍ່ເຂົ້າມາ. ເມື່ອລາວພົບວ່າຂ້ອຍໄດ້ກົດຂີ່ເອື້ອຍເວີນຈິງ ແລະ ເອື້ອຍເວີນຈິງບໍ່ຕ້ອງການເຮັດວຽກກັບຂ້ອຍຕໍ່, ລາວຈຶ່ງຈັດການກັບຂ້ອຍຢ່າງຮຸນແຮງ. ລາວເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ສາມາດໂອ້ລົມກັບລາວຢ່າງໃຈເຢັນ ແລະ ຊ່ວຍເຫຼືອລາວ ເມື່ອເຈົ້າເຫັນວ່າລາວເຮັດສິ່ງຕ່າງໆຜິດ? ກົງກັນຂ້າມ, ເຈົ້າຫົວຮ້ອນ ແລະ ປະຕິບັດຕໍ່ລາວຢ່າງບໍ່ດີ. ຜົນໄດ້ຮັບໃນໜ້າທີ່ຂອງເຈົ້າກໍ່ບໍ່ດີຢ່າງຊັດເຈນໃນຊ່ວງຫຼັງໆ, ເຈົ້າຈຳເປັນຕ້ອງມີການໄຕ່ຕອງບາງຢ່າງກ່ຽວກັບຕົນເອງຢ່າງຈິງຈັງ. ສິ່ງທີ່ລາວເວົ້າເຮັດໃຫ້ຂ້ອຍເຂົ້າໃຈແທ້ໆ. ນໍ້າຕາຂອງຂ້ອຍໄຫຼ ແລະ ພາຍໃນ ຂ້ອຍຮູ້ສຶກຜິດ ແລະ ເລີ່ມປະທ້ວງວ່າ: “ຖ້າສິ່ງຕ່າງໆບໍ່ໄດ້ດຳເນີນໄປດ້ວຍດີກັບວຽກງານໃນປັດຈຸບັນ, ມັນກໍ່ບໍ່ໄດ້ເປັນຍ້ອນຂ້ອຍພຽງຄົນດຽວ, ເປັນຫຍັງຈຶ່ງມີເປັນພຽງຂ້ອຍຄົນດຽວທີ່ຖືກຈັດການ?” ແຕ່ຫຼັງຈາກນັ້ນ, ຂ້ອຍກໍ່ຄິດຫາພຣະທຳຂອງພຣະເຈົ້າ: “ຖ້າເຈົ້າເຊື່ອໃນລິດທານຸພາບສູງສຸດຂອງພຣະເຈົ້າ, ເຈົ້າກໍຕ້ອງເຊື່ອເຫດການທີ່ເກີດຂຶ້ນໃນແຕ່ລະມື້ ບໍ່ວ່າຈະດີ ຫຼື ຮ້າຍ, ບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ບໍ່ແມ່ນວ່າມີຄົນເຈດຕະນາເຮັດໃຫ້ເຈົ້າຍາກລຳບາກ ຫຼື ເຮັດໃຫ້ເຈົ້າຕົກເປັນເປົ້າ; ນີ້ແມ່ນລ້ວນແລ້ວແຕ່ຖືກຈັດແຈງໂດຍພຣະເຈົ້າ. ເປັນຫຍັງພຣະເຈົ້າຈິ່ງປັ້ນແຕ່ງສິ່ງເຫຼົ່ານີ້ໄວ້? ມັນບໍ່ແມ່ນເພື່ອເປີດເຜີຍໃຫ້ເຈົ້າຮູ້ວ່າເຈົ້າແມ່ນໃຜ ຫຼື ເປີດໂປງເຈົ້າ; ການເປີດໂປງເຈົ້າບໍ່ແມ່ນເປົ້າໝາຍສຸດທ້າຍ. ເປົ້າໝາຍແມ່ນເພື່ອເຮັດໃຫ້ເຈົ້າສົມບູນ ແລະ ຊ່ວຍເຈົ້າໃຫ້ລອດພົ້ນ” (ຄັດຈາກບົດ “ເພື່ອບັນລຸຄວາມຈິງ, ເຈົ້າຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ມັນເປັນຈິງ, ມັນຄືການອະນຸຍາດຂອງພຣະເຈົ້າທີ່ຂ້ອຍກຳລັງຜະເຊີນໜ້າກັບທຸກຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ໃນຕອນນີ້. ມັນບໍ່ແມ່ນວ່າຜູ້ນໍາຄຣິດຕະຈັກກຳລັງຕັ້ງໃຈເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຂ້ອຍ; ມັນຄືອຸປະນິໄສທີ່ເສື່ອມຊາມຂອງຂ້ອຍເອງ ເຊິ່ງຂ້ອຍຈຳເປັນຕ້ອງໄຕ່ຕອງ ແລະ ແກ້ໄຂ. ຂ້ອຍຈຳເປັນຕ້ອງຢຸດສ້າງຂໍ້ແກ້ຕົວ ແລະ ຈົ່ມຕໍ່ວ່າ, ຂ້ອຍຈຳເປັນຕ້ອງຮັກສາຫົວໃຈທີ່ເຊື່ອຟັງ ແລະ ຍອມຮັບສິ່ງທີ່ກຳລັງເກີດຂຶ້ນ. ເມື່ອຂ້ອຍຄິດຫາສິ່ງນີ້, ຂ້ອຍກໍ່ຮູ້ສຶກເສຍໃຈໜ້ອຍລົງໜ້ອຍໜຶ່ງຈາກທຸກສິ່ງທີ່ໄດ້ເກີດຂຶ້ນ.

ໃນຕອນແລງຂອງມື້ນັ້ນ, ຂ້ອຍບໍ່ສາມາດນອນຫຼັບໄດ້. ຂ້ອຍນອນເທິງຕຽງ ແລ້ວກິ້ງໄປກິ້ງມາ, ໃນຂະນະທີ່ທຸກສິ່ງທີ່ເກີດຂຶ້ນໃນມື້ນັ້ນສືບຕໍ່ປາກົດຢູ່ໃນຫົວຂອງຂ້ອຍ, ຄືກັບຮູບເງົາ. ຂ້ອຍສືບຕໍ່ຖາມຕົນເອງວ່າ: “ຖ້າພຣະເຈົ້າຈັດແຈງໃຫ້ຜູ້ນໍາຄຣິດຕະຈັກຈັດການ ແລະ ລິຮານຂ້ອຍ, ຂ້ອຍຄວນຮຽນຮູ້ຫຍັງຈາກທຸກສິ່ງນີ້? ຂ້ອຍກຳລັງປະຕິບັດຕໍ່ເອື້ອຍເວີນຈິງແນວໃດ?” ຂ້ອຍຮູ້ດີວ່າລາວມີຄວາມສາມາດດີ, ແຕ່ຂ້ອຍບໍ່ໄດ້ພະຍາຍາມຮຽນຮູ້ຈາກລາວ; ກົງກັນຂ້າມ ຂ້ອຍພະຍາຍາມແຂ່ງຂັນກັບລາວ. ລາວຕ້ອງການຂຽນບົດຄວາມເພື່ອເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ຂ້ອຍພະຍາຍາມທຳລາຍຄວາມກະຕືລືລົ້ນຂອງລາວສຳລັບການຂຽນບົດຄວາມເຫຼົ່ານີ້. ຂ້ອຍສາມາດເຮັດສິ່ງທີ່ຊົ່ວຮ້າຍຫຼາຍແບບນີ້ໄດ້ແນວໃດ? ແມ່ນຫຍັງຄືຄວາມຄິດທີ່ຢູ່ເບື້ອງຫຼັງການກະທຳແບບນັ້ນ ແລະ ມັນມາຈາກໃສ?

ມື້ຕໍ່ມາໃນລະຫວ່າງການເຝົ້າດ່ຽວຂອງຂ້ອຍ, ຂ້ອຍໄດ້ອ່ານຂໍ້ຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ: “ມີບາງຄົນທີ່ຢ້ານຢູ່ສະເໝີວ່າ ຄົນອື່ນຈະເກັ່ງກວ່າພວກເຂົາ ແລະ ສູງສົ່ງກວ່າພວກເຂົາ, ຢ້ານວ່າຄົນອື່ນຈະໄດ້ຮັບການຍ້ອງຍໍ ໃນຂະນະທີ່ພວກເຂົາເອງຖືກເມີນເສີຍ. ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີຄວາມສາມາດຫຼາຍກວ່າພວກເຂົາເອງບໍ? ພຶດຕິກຳດັ່ງກ່າວບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືຄວາມມຸ່ງຮ້າຍ! ການຄິດເຖິງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ການຕອບສະໜອງຄວາມປາຖະໜາຂອງຕົນເອງເທົ່ານັ້ນ, ການບໍ່ພິຈາລະນາເຖິງໜ້າທີ່ຂອງຄົນອື່ນ ຫຼື ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ. ຖ້າເຈົ້າສາມາດຍອມຮັບການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າຊ່ວຍເຫຼືອຄົນດີ ແລະ ບໍາລຸງລ້ຽງໃຫ້ພວກເຂົາເກັ່ງ ເຊິ່ງເຮັດໃຫ້ມີອີກຄົນທີ່ມີຄວາມສາມາດພິເສດໃນເຮືອນຂອງພຣະເຈົ້າ, ແລ້ວວຽກງານຂອງເຈົ້າຈະບໍ່ງ່າຍຂຶ້ນ ບໍ? ແລ້ວເຈົ້າຈະບໍ່ໄດ້ດໍາລົງຊີວິດຕາມຄວາມຈົງຮັກພັກດີຂອງເຈົ້າໃນໜ້າທີ່ນີ້ບໍ? ນີ້ຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ເປັນຜູ້ນໍາຄວນມີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຕໍ່ສູ້ກັນເອງ, ການຍາດແຍ່ງຊື່ສຽງ-ໂຊກລາບ ແລະ ການຂ້າຟັນກັນເອງ. ມື້ໃດມັນຈະໝົດສິ້ນໄປ? ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ພວກເຂົາກະທໍາການເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດ, ສະຖານະ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອເຄື່ອງນູ່ງຮົ່ມ, ເພື່ອອາຫານ ແລະ ຮ່າງກາຍ. ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອປະໂຫຍດຂອງຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ແລະ ເລືອກປະຕິບັດກັບຄົນອື່ນ ເພື່ອປະໂຫຍດໃນການຮັກສາສະຖານະຂອງພວກເຂົາເຈົ້າເອງ?” (ຄັດຈາກບົດ “ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ເວົ້າແມ່ນສະພາວະຂອງຂ້ອຍເອງຢ່າງຖືກຕ້ອງ. ມັນປາກົດວ່າ ຂ້ອຍກຳລັງຍາດຊິງເອົາການຍອມຮັບ ແລະ ຊື່ສຽງກັບເອື້ອຍຂອງຂ້ອຍ. ຂ້ອຍຕິດກັບດັກຈາກຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະ ແລະ ຂ້ອຍບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນຈາກມັນໄດ້. ນັບຕັ້ງແຕ່ທີ່ຂ້ອຍເລີ່ມເຮັດວຽກກັບເອື້ອຍເວີນຈິງໃນໜ້າທີ່ນີ້ ແລະ ເຫັນຄວາມສາມາດທີ່ດີຂອງລາວ ແລະ ຄວາມຮັກມັກຂອງລາວສຳລັບການຂຽນຄຳພະຍານກ່ຽວກັບປະສົບການ ແລະ ການທີ່ລາວຖືກຍົກຍ້ອງໂດຍຜູ້ນໍາຄຣິດຕະຈັກ, ຂ້ອຍກໍ່ອິດສາ ແລະ ບໍ່ເຕັມໃຈທີ່ຈະຍອມຮັບມັນ. ຂ້ອຍເຮັດໃຫ້ຕົນເອງຕໍ່ສູ້ກັບລາວ, ແຂ່ງຂັນກັບລາວຢ່າງລັບໆໃນຈິດໃຈຂອງຂ້ອຍເອງ. ຂ້ອຍໃຫ້ລາວຮັບຜິດຊອບກຸ່ມການພົບປະກັນຫຼາຍກຸ່ມ ເພື່ອວ່າລາວຈະບໍ່ມີເວລາຂຽນບົດຄວາມຂອງລາວ ແລະ ເມື່ອລາວມີບັນຫາໃນໜ້າທີ່ຂອງລາວ, ຂ້ອຍບໍ່ພຽງແຕ່ບໍ່ຊ່ວຍເຫຼືອລາວ, ແຕ່ຂ້ອຍຍັງຮ້າຍດ່າລາວຈົນລາວບໍ່ຫ້າວຫັນ ແລະ ອຶດອັດ. ຂ້ອຍຮູ້ວ່າລາວມີຄວາມສາມາດດີ ແລະ ຄຸ້ມຕໍ່ການຝຶກຝົນ ແລະ ຂ້ອຍຄວນຊ່ວຍເຫຼືອລາວຫຼາຍກວ່ານີ້. ແຕ່ຂ້ອຍອິດສາຄວາມສາມາດຂອງລາວ ແລະ ຂ້ອຍບໍ່ຕ້ອງການໃຫ້ຜູ້ໃດດີກວ່າຂ້ອຍ. ເມື່ອຂ້ອຍຮູ້ວ່າລາວດີກວ່າຂ້ອຍ, ຂ້ອຍກໍ່ເລີ່ມອິດສາ ແລະ ມີເຈດຕະນາຮ້າຍ. ເພື່ອຮັກສາສະຖານະ ແລະ ຊື່ສຽງຂອງຂ້ອຍເອງ, ຂ້ອຍບໍ່ພຽງແຕ່ບໍ່ໄດ້ຊ່ວຍເຫຼືອລາວ, ແຕ່ຂ້ອຍໄດ້ກົດຂີ່ລາວ ແລະ ພະຍາຍາມທຳລາຍຄວາມກະຕືລືລົ້ນຂອງລາວໃນການຂຽນບົດຄວາມ. ຂ້ອຍຊ່າງມຸ່ງຮ້າຍ ແລະ ເປັນຕາລັງກຽດຫຼາຍ! ພຣະເຈົ້າໄດ້ມອບຄວາມກະລຸນາໃຫ້ກັບຂ້ອຍ, ຍອມໃຫ້ຂ້ອຍຝຶກຝົນໃນການປະຕິບັດໜ້າທີ່ການຫົດນ້ຳ. ຂ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍຢ່າງເໝາະສົມເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ກົງກັນຂ້າມ ຂ້ອຍອິດສາຄວາມສາມາດຂອງເອື້ອຍເວີນຈິງ ແລະ ຍາດຊິງເອົາຊື່ສຽງ ແລະ ຜົນປະໂຫຍດກັບລາວ. ຂ້ອຍບໍ່ມີຄວາມສຳນຶກ ຫຼື ເຫດຜົນແມ່ນແຕ່ເສດສ່ວນດຽວ. ຂ້ອຍຮູ້ສຶກເສົ້າໃຈ ແລະ ໂທດຕົນເອງ; ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງຊີ້ນໍາຂ້ອຍເພື່ອຄົ້ນຫາແຫຼ່ງທີ່ມາຂອງບັນຫານີ້.

ຫຼັງຈາກນັ້ນ ຂ້ອຍກໍ່ອ່ານພຣະທຳຂອງພຣະເຈົ້າ: “ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ໃນລັກສະນະນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຂ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ເຂົ້າໃຈວ່າຊື່ສຽງ ແລະ ຜົນປະໂຫຍດຄືໂສ້ທີ່ຊາຕານໃຊ້ເພື່ອຜູກມັດພວກເຮົາ ແລະ ເຄື່ອງທີ່ຖືກນໍາໃຊ້ໂດຍຊາຕານເພື່ອເຮັດໃຫ້ພວກເຮົາເສື່ອມຊາມ. ຂ້ອຍບໍ່ສາມາດເຮັດໃຫ້ຕົນເອງເປັນອິດສະຫຼະຈາກໂສ້ ແລະ ຂໍ້ຈຳກັດຂອງຊື່ສຽງ ແລະ ຜົນປະໂຫຍດ ຍ້ອນເປົ້າໝາຍຊີວິດ, ແນວຄິດ ແລະ ມຸມມອງຂອງຂ້ອຍບໍ່ຖືກຕ້ອງຢູ່ສະເໝີ. ຂ້ອຍບໍ່ໄດ້ປະພຶດຕົນໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຕາມຄວາມຕ້ອງການຂອງພຣະອົງ ນັ້ນກໍ່ຄື ຂ້ອຍໄດ້ປະພຶດຕົນຕາມກົດລະບຽບແຫ່ງການດຳລົງຊີວິດຂອງຊາຕານ ເຊິ່ງຊາຕານໄດ້ປູກຝັງໃນຕົວຂອງພວກເຮົາ ເຊິ່ງມີ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ”, “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ” ແລະ “ມະນຸດຄວນພະຍາຍາມທີ່ຈະດີກວ່າຄົນຮຸ່ນດຽວກັນຂອງພວກເຂົາຢູ່ສະເໝີ”. ບໍ່ວ່າມັນຈະເປັນທີ່ໂຮງຮຽນ ຫຼື ເມື່ອກຳລັງເຮັດວຽກໃນສັງຄົມ, ຂ້ອຍດີ້ນລົນໝົດມື້ໝົດຄືນເພື່ອໄດ້ຮັບຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ເພື່ອກາຍເປັນທີ່ໜຶ່ງ ແລະ ຕອບສະໜອງຄວາມທະເຍີທະຍານຂອງຂ້ອຍໃນການເປັນທີ່ໂດດເດັ່ນຈາກຝູງຊົນ. ຫຼັງຈາກທີ່ໄດ້ເຊື່ອໃນພຣະເຈົ້າ, ຂ້ອຍກໍ່ຍັງດຳລົງຊີວິດໃນການຕົກເປັນທາດສຳລັບຊື່ສຽງ ແລະ ສະຖານະ. ເມື່ອຂ້ອຍຖືກຍົກຍ້ອງ ແລະ ໄດ້ຮັບການເຄົາລົບເປັນຢ່າງສູງຈາກອ້າຍເອື້ອຍນ້ອງໃນໜ້າທີ່ຂອງຂ້ອຍ ແລະ ຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະກຳລັງຖືກບັນລຸ, ຂ້ອຍຈະເປີດເຜີຍຄວາມປິຕິຍິນດີໃນການເປັນທີ່ໂດດເດັ່ນ ແລະ ຂ້ອຍກໍ່ຮູ້ສຶກມີຄວາມສຸກຫຼາຍ. ແຕ່ເມື່ອຂ້ອຍເຫັນວ່າເອື້ອຍເວີນຈິງດີກວ່າຂ້ອຍ, ຂ້ອຍກໍ່ເລີ່ມອິດສາຄວາມສາມາດຂອງລາວ. ຂ້ອຍຢ້ານວ່າລາວຈະໂດດເດັ່ນກວ່າຂ້ອຍ ແລະ ເປັນໄພອັນຕະລາຍຕໍ່ຕໍາແໜ່ງຂອງຂ້ອຍ, ສະນັ້ນ ຂ້ອຍຈຶ່ງເຮັດທຸກສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອກົດຂີ່ ແລະ ຂົ່ມເຫັງລາວ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ ຫຼື ຄວາມຮູ້ສຶກຂອງລາວ. ໃນຊ່ວງເວລານັ້ນ, ຂ້ອຍໄດ້ເຫັນຢ່າງຊັດເຈນວ່າຂ້ອຍກາຍມາເປັນທາດທີ່ອຸທິດຕົນໃຫ້ກັບຊື່ສຽງ ແລະ ສະຖານະ ແລະ ໃນການຕາມລ່າຫາສິ່ງເຫຼົ່ານີ້ ຂ້ອຍໄດ້ສູນເສຍຄວາມສຳນຶກ ແລະ ເຫດຜົນຂອງຂ້ອຍ. ຂ້ອຍມີເລ່ຫຼ່ຽມ, ມຸ່ງຮ້າຍ, ເລີ່ມເຫັນແກ່ຕົວຫຼາຍຂຶ້ນເລື້ອຍໆ ແລະ ມີຈິດໃຈທີ່ຄັບແຄບ ແລະ ຂ້ອຍບໍ່ໄດ້ດຳລົງຊີວິດຕາມຫຍັງເລີຍ ນອກຈາກພາບລັກຂອງຊາຕານທີ່ຊົ່ວຮ້າຍ. ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະໄດ້ກາຍມາເປັນເຄື່ອງມືທີ່ຊາຕານນໍາໃຊ້ເພື່ອເຮັດໃຫ້ຂ້ອຍເສື່ອມຊາມ ແລະ ເຮັດໃຫ້ຂ້ອຍຕິດກັບດັກໃນການຕໍ່ຕ້ານ ແລະ ການທໍລະຍົດພຣະເຈົ້າຢ່າງແທ້ຈິງ. ຂ້ອຍຄິດຫາຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານີ້ທີ່ຖືກຂັບໄລ່ອອກຈາກເຮືອນຂອງພຣະເຈົ້າໃນເມື່ອກ່ອນ: ພວກເຂົາປະເມີນຄ່າສະຖານະສູງກວ່າສິ່ງອື່ນໃດ. ເພື່ອເຫັນແກ່ສະຖານະ, ພວກເຂົາໄລ່ ແລະ ກົດຂີ່ອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ລົງໂທດ ແລະ ຂັບໄລ່ຜູ້ຄົນຕາມອຳເພີໃຈ. ໃນທີ່ສຸດ, ພວກເຂົາກໍ່ໄດ້ກະທຳສິ່ງທີ່ຊົ່ວຮ້າຍທຸກຮູບແບບ ແລະ ຖືກກຳຈັດ. ຂ້ອຍໄດ້ເປີດເຜີຍອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິດຂອງຂ້ອຍໃນລັກສະນະທີ່ຂ້ອຍປະຕິບັດ ແລະ ປະພຶດຕໍ່ເອື້ອຍເວີນຈິງ ແລະ ຂ້ອຍຮູ້ວ່າຂ້ອຍບໍ່ໄດ້ຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າ ແລະ ກັບໃຈຢ່າງຈິງຈັງ, ຫຼັງຈາກນັ້ນບໍ່ໄວກໍ່ຊ້າ ຂ້ອຍຈະຖືກກຳຈັດຄືກັບຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນເຊັ່ນກັນ. ຂ້ອຍເຫັນວ່າຂ້ອຍຢູ່ໃນສະພາວະທີ່ອັນຕະລາຍ, ຄວາມມືດມົວໃນວິນຍານຂອງຂ້ອຍ ແລະ ຄວາມລົ້ມເຫຼວຂອງຂ້ອຍໃນໜ້າທີ່ຂອງຂ້ອຍຄືການພິພາກສາ ແລະ ການລົງວິໄນທີ່ເຂັ້ມງວດຂອງພຣະເຈົ້າ. ຄວາມປະສົງຂອງພຣະເຈົ້າກໍ່ຄືຂ້ອຍຄວນໄຕ່ຕອງກ່ຽວກັບຕົນເອງ ແລະ ຫັນຫຼັງກັບ ແລະ ອອກຈາກເສັ້ນທາງທີ່ຜິດເຊິ່ງຂ້ອຍກຳລັງຕິດຕາມ, ກ່ອນທີ່ມັນຈະຊ້າເກີນໄປ.

ດັ່ງນັ້ນ, ຂ້ອຍຈຶ່ງໄດ້ອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງຊີ້ນໍາຂ້ອຍສູ່ເສັ້ນທາງແຫ່ງການປະຕິບັດ. ຫຼັງຈາກນັ້ນ ຂ້ອຍກໍ່ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ໃຫ້ຄິດແບບນີ້: ຫຼີກລ່ຽງທີ່ຈະຕົກລົງສູ່ສະພາວະທີ່ບັງບຽດຄົນອື່ນເພື່ອຮັບເອົາຄວາມໂດດເດັ່ນ ແລະ ກຳໄລ, ເພື່ອເຮັດໃຫ້ຕົນເອງເປັນອິດສະຫຼະຈາກສະພາວະທີ່ເສື່ອມຊາມເຫຼົ່ານີ້, ປົດປ່ອຍເຈົ້າເອງໃຫ້ຫຼຸດພົ້ນຈາກຄວາມຕຶງຄຽດ ແລະ ໂສ້ຂອງສະຖານະ ແລະ ຊື່ສຽງ, ເຈົ້າຕ້ອງເຂົ້າໃຈຄວາມຈິງອັນໃດ? ເຈົ້າຕ້ອງມີຄວາມຈິງອັນໃດເພື່ອຮັບເອົາອິດສະຫຼະພາບ ແລະ ການປົດປ່ອຍ? ກ່ອນອື່ນ, ເຈົ້າຕ້ອງເຫັນວ່າຊາຕານໃຊ້ສະຖານະ ແລະ ຊື່ສຽງເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ພວກເຂົາຕິດກັບດັກ, ຂົ່ມເຫັງພວກເຂົາ, ເຮັດໃຫ້ພວກເຂົາເສື່ອມຖອຍລົງ ແລະ ຈົມລົງສູ່ຄວາມຜິດບາບ; ຍິ່ງໄປກວ່ານັ້ນ, ໂດຍການຍອມຮັບຄວາມຈິງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດປະຖິ້ມ, ສາມາດໂຍນຖິ້ມຊື່ສຽງໄດ້... ເຈົ້າຕ້ອງຮຽນຮູ້ທີ່ຈະປ່ອຍວາງ ແລະ ປະຖິ້ມສິ່ງເຫຼົ່ານີ້, ແນະນຳຄົນອື່ນ ແລະ ອະນຸຍາດໃຫ້ພວກເຂົາໂດດເດັ່ນ. ຢ່າດິ້ນຮົນ ຫຼື ຟ້າວຟັ່ງທີ່ຈະສວຍໂອກາດໃນທັນທີທີ່ເຈົ້າພົບກັບໂອກາດທີ່ຈະໂດດເດັ່ນ ຫຼື ໄດ້ຮັບຄວາມສະຫງ່າລາສີ. ເຈົ້າຕ້ອງຮຽນຮູ້ທີ່ຈະຖອຍອອກ, ແຕ່ເຈົ້າຕ້ອງບໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າຊັກຊ້າ. ຈົ່ງເປັນຄົນທີ່ເຮັດວຽກຢ່າງງຽບໆ ແລະ ຜູ້ທີ່ບໍ່ໂອ້ອວດກັບຄົນອື່ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົ່ງຮັກພັກດີ. ຍິ່ງເຈົ້າປ່ອຍວາງສັກສີ ແລະ ສະຖານະຂອງເຈົ້າຫຼານສ່ຳໃດ ແລະ ຍິ່ງເຈົ້າປ່ອຍວາງຜົນປະໂຫຍດຂອງເຈົ້າເອງຫຼາຍສ່ຳໃດ, ເຈົ້າຍິ່ງເປັນສຸກຫຼາຍເທົ່ານັ້ນ ແລະ ພື້ນທີ່ໃນຫົວໃຈຂອງເຈົ້າຍິ່ງຈະເປີດກວ້າງຫຼາຍຂຶ້ນ ແລະ ສະພາວະຂອງເຈົ້າຍິ່ງຈະຂຶ້ນເທົ່ານັ້ນ. ຍິ່ງເຈົ້າດິ້ນຮົນ ແລະ ແຂ່ງຂັນຫຼາຍສ່ຳໃດ, ສະພາວະຂອງເຈົ້າຍິ່ງມືດມົນຫຼາຍຂຶ້ນເທົ່ານັ້ນ. ຖ້າເຈົ້າບໍ່ເຊື່ອມັນ, ກໍຈົ່ງລອງເບິ່ງ! ຖ້າເຈົ້າຢາກຫັນປ່ຽນສະພາວະແບບນີ້ ແລະ ບໍ່ຖືກຄວບຄຸມໂດຍສິ່ງເຫຼົ່ານີ້, ກ່ອນອື່ນ ເຈົ້າກໍຕ້ອງປ່ອຍວາງພວກມັນ ແລະ ສະຫຼະພວກມັນເສຍ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ໜ້າທີ່ກໍບໍ່ຄືກັນ. ມີແຕ່ຮ່າງກາຍດຽວ. ແຕ່ລະຄົນປະຕິບັດໜ້າທີ່ຂອງເຂົາ, ແຕ່ລະຄົນຢູ່ໃນທີ່ຂອງເຂົາ ແລະ ເຮັດດ້ວຍສຸດຄວາມສາມາດຂອງເຂົາ, ຍ້ອນເມັດໄຟນ້ອຍໆແຕ່ລະດວງກໍມີແສງສະຫວ່າງໜຶ່ງດວງທີ່ວາບວາວ ແລະ ສະແຫວງຫາຄວາມເຕີບໃຫຍ່ໃນຊີວິດ. ສະນັ້ນ ເຮົາຈຶ່ງຈະພໍໃຈ” (ຄັດຈາກ “ບົດທີ 21” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນເຖິງເສັ້ນທາງແຫ່ງການປະຕິບັດ. ພຣະທຳເຫຼົ່ານີ້ໄດ້ສະແດງໃຫ້ຂ້ອຍເຫັນວ່າ ເມື່ອຄວາມຄິດທີ່ອິດສາເກີດຂຶ້ນກັບຂ້ອຍ, ຂ້ອຍຕ້ອງອະທິຖານຫາພຣະເຈົ້າ ແລະ ປະຖິ້ມເຈດຕະນາທີ່ມີຂໍ້ບົກຜ່ອງຂອງຂ້ອຍເອງ, ໂຍນຖິ້ມຜົນປະໂຫຍດສ່ວນຕົວຂອງຂ້ອຍ, ໃຫ້ຄວາມສຳຄັນກັບວຽກງານໃນເຮືອນຂອງພຣະເຈົ້າເໜືອສິ່ງອື່ນໃດ ແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ. ພວກເຮົາທຸກຄົນມີຈຸດແຂງ ແລະ ຈຸດອ່ອນຂອງພວກເຮົາເອງ, ແຕ່ຄວາມປະສົງຂອງພຣະເຈົ້າກໍ່ຄືໃຫ້ພວກເຮົາຮຽນຮູ້ຈາກຈຸດແຂງຂອງກັນເອງ ແລະ ທົດແທນສຳລັບຈຸດອ່ອນຂອງພວກເຮົາ, ເພື່ອວ່າທຸກຄົນຈະສາມາດຢືນໃນຕໍາແໜ່ງຂອງພວກເຂົາ ແລະ ເຮັດໜ້າທີ່ຕາມຈຸດປະສົງຂອງພວກເຂົາໃຫ້ດີທີ່ສຸດເທົ່າທີ່ພວກເຂົາສາມາດເຮັດໄດ້. ເອື້ອຍເວີນຈິງມີຄວາມສາມາດດີ, ເປັນຄົນທີ່ສະແຫວງຫາຄວາມຈິງ. ເຫດຜົນທີ່ເຮືອນຂອງພຣະເຈົ້າໄດ້ຈັດແຈງໃຫ້ລາວເຮັດວຽກກັບຂ້ອຍບໍ່ແມ່ນເພື່ອໃຫ້ຂ້ອຍອິດສາຄວາມສາມາດຂອງລາວ ແລະ ແຂ່ງຂັນກັບລາວໃນການໂອ້ອວດ, ແຕ່ເພື່ອວ່າຂ້ອຍຈະສາມາດຮຽນຮູ້ຈາກຈຸດແຂງຂອງລາວ ແລະ ທົດແທນສຳລັບຈຸດອ່ອນຂອງຂ້ອຍເອງ. ນີ້ແມ່ນຄວາມກະລຸນາຂອງພຣະເຈົ້າຕໍ່ຂ້ອຍ. ຂ້ອຍຈຳເປັນຕ້ອງແກ້ໄຂທັດສະນະຂອງຂ້ອຍ; ເອື້ອຍເວີນຈິງດີກວ່າຂ້ອຍ ແລະ ມີຈຸດແຂງຂອງລາວ, ຂ້ອຍຕ້ອງຜະເຊີນໜ້າກັບຂໍ້ແທ້ຈິງ ແລະ ຍອມຮັບຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງຂ້ອຍເອງ. ຂ້ອຍຈຳເປັນຕ້ອງຮຽນຮູ້ຈາກເອື້ອຍຂອງຂ້ອຍ. ຂ້ອຍເຮັດໜ້າທີ່ນີ້ເປັນເວລາຊົ່ວໄລຍະໜຶ່ງ ແລະ ເຂົ້າໃຈຫຼັກການຫຼາຍຂຶ້ນ. ເມື່ອເປັນດັ່ງນັ້ນ, ຂ້ອຍຈຳເປັນຕ້ອງເຮັດສິ່ງທີ່ຂ້ອຍສາມາດເຮັດໄດ້ເພື່ອຊ່ວຍເຫຼືອເອື້ອຍຂ້ອງຂ້ອຍ, ເພື່ອວ່າພວກເຮົາຈະສາມາດເຮັດໜ້າທີ່ຂອງພວກເຮົາຮ່ວມກັນຢ່າງກົມກຽວກັນ.

ຕໍ່ມາ ຂ້ອຍໄດ້ເຂົ້າຫາເອື້ອຍເວີນຈິງ ແລະ ເປີດໃຈກັບລາວກ່ຽວກັບຄວາມເສື່ອມຊາມທີ່ຂ້ອຍໄດ້ເປີດເຜີຍ. ຂ້ອຍຂໍໂທດລາວ ແລະ ລາວກໍ່ເປີດຫົວໃຈຂອງລາວໃຫ້ກັບຂ້ອຍ ແລະ ໂອ້ລົມກ່ຽວກັບສິ່ງທີ່ລາວໄດ້ຮຽນຮູ້ໃນສະຖານະການນີ້. ລາວໜູນໃຈຂ້ອຍ ແລະ ໃຫ້ກຳລັງໃຈຂ້ອຍ ແລະ ຂ້ອຍກໍ່ຮູ້ສຶກອັບອາຍ ແລະ ຜິດຫຼາຍແທ້ໆ. ຫຼັງຈາກນັ້ນ, ເມື່ອຂ້ອຍເຫັນວ່າລາວກຳລັງພົບກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງລາວ, ບາງຄັ້ງ ຂ້ອຍກໍ່ຄິດກັບຕົນເອງວ່າ: “ຖ້າຂ້ອຍຊ່ວຍລາວແກ້ໄຂບັນຫານີ້, ຜູ້ນໍາຈະພຽງແຕ່ເຫັນວ່າລາວກຳລັງເຮັດໜ້າທີ່ຂອງລາວໄດ້ດີ. ບໍ່ມີຜູ້ໃດຈະຮູ້ເຖິງສິ່ງທີ່ຂ້ອຍເຮັດເພື່ອຊ່ວຍເຫຼືອລາວ. ໂອກາດທີ່ຈະເປັນທີ່ໂດດເດັ່ນ ແລະ ສະແດງອອກກໍ່ຈະເປັນຂອງລາວຄົນດຽວ”. ດ້ວຍເຫດນີ້, ຂ້ອຍຈຶ່ງຮູ້ສຶກລັງເລໜ້ອຍໜຶ່ງທີ່ຈະຊ່ວຍເຫຼືອລາວ, ແຕ່ຂ້ອຍກໍ່ຮັບຮູ້ໂດຍໄວວ່າ ອີກຄັ້ງ ຂ້ອຍກຳລັງແຂ່ງຂັນກັບລາວເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ຂ້ອຍຈະອະທິຖານສຳລັບຄວາມຊ່ວຍເຫຼືອຂອງພຣະເຈົ້າໃນການແກ້ໄຂໃຫ້ແຮງຈູງໃຈຂອງຂ້ອຍຖືກຕ້ອງ ແລະ ຈະເລີ່ມໄປຊ່ວຍເຫຼືອລາວ. ຕະຫຼອດເວລາ, ສະພາວະຂອງຂ້ອຍດີຂຶ້ນ. ຂ້ອຍບໍ່ຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມຜິດຫວັງທີ່ຂ້ອຍເຄີຍມີໃນກົ້ນເລິກໃນຫົວໃຈຂອງຂ້ອຍ ແລະ ຄວາມສຳພັນຂອງຂ້ອຍກັບເອື້ອຍເວີນຈິງກໍ່ກົມກຽວກັນຫຼາຍຂຶ້ນ. ເອື້ອຍເວີນຈິງຈະໂອ້ລົມກັບຂ້ອຍຢ່າງເປີດໃຈກ່ຽວກັບສະພາວະຂອງຂ້ອຍ ຫຼື ສິ່ງທີ່ລາວໄດ້ຮັບ ແລະ ຫົວໃຈຂອງຂ້ອຍກໍ່ເຕັມໄປດ້ວຍຄວາມຫວານຊື່ນ ແລະ ຄວາມປິຕິຍິນດີ.

ການຜ່ານພົ້ນປະສົບການນີ້ເຮັດໃຫ້ຂ້ອຍຮັບຮູ້ເຖິງຄວາມເສື່ອມຊາມທີ່ແທ້ຈິງໃນຄວາມອິດສາຂອງຂ້ອຍ ແລະ ຄວາມເປັນມະນຸດທີ່ມຸ່ງຮ້າຍຂອງຂ້ອຍ. ມັນເຮັດໃຫ້ຂ້ອຍກຽດຊັງຕົນເອງ, ໃນຂະນະທີ່ໃນເວລາດຽວກັນກໍ່ຊ່ວຍໃຫ້ຂ້ອຍມີຄວາມເຂົ້າໃຈຕົວຈິງບາງຢ່າງກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ມັນຊ່ວຍໃຫ້ຂ້ອຍຮຽນຮູ້ກ່ຽວກັບວິທີການຫຼົບຫຼີກຈາກໂສ້ ແລະ ຂໍ້ຈຳກັດໃນຄວາມອິດສາຂອງຂ້ອຍເອງ ແລະ ຂ້ອຍກໍ່ໄດ້ຊີມລົດຊາດຂອງສັນຕິສຸກ ແລະ ຄວາມໝັ້ນຄົງທີ່ມາຈາກການປະພຶດຕົນເອງຕາມພຣະທຳຂອງພຣະເຈົ້າ ເຊິ່ງເປັນຄວາມຈິງ. ມັນເຮັດໃຫ້ຂ້ອຍມີຄວາມປະສົງທີ່ຈະສະແຫວງຫາຄວາມຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ແລະ ເຮັດໜ້າທີ່ຂອງຂ້ອຍໄດ້ເປັນຢ່າງດີ. ຂອບພຣະຄຸນຄວາມລອດພົ້ນຂອງພຣະເຈົ້າ!

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ໃນທີ່ສຸດ ຂ້ານ້ອຍໄດ້ຮຽນຮູ້ວິທີການປະຕິບັດໜ້າທີ່ຂອງຂ້ານ້ອຍ

ໂດຍ ຊິ່ນເຊີງ, ອິຕາລີ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ...

ການທໍລະມານໃນຫ້ອງສອບສວນ

ໂດຍ ສຽວມິນ, ຈີນ ໃນປີ 2012 ໃນລະຫວ່າງຊ່ວງການປະກາດຂ່າວປະເສີດ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນ. ຈົນຮອດຕອນແລງຂອງວັນທີ 13 ກັນຍາ,...

Leave a Reply