ການແກ້ໄຂແຮງຈູງໃຈຂອງຂ້ອຍໃນໜ້າທີ່ຂອງຕົນ

19 ເດືອນກຸມພາ 2022

ໂດຍ ເຊ້ຍຢູ, ຈີນ

ຂ້ອຍຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກໃນເດືອນມິຖຸນາທີ່ຜ່ານມາ. ໃນເວລານັ້ນ, ຂ້ອຍຮູ້ສຶກຕື່ນເຕັ້ນ ແລະ ຮູ້ສຶກວ່າອ້າຍເອື້ອຍນ້ອງຕ້ອງຄິດດີກັບຂ້ອຍ ແລະ ການທີ່ຫຼາຍໆຄົນລົງຄະແນນສຽງໃຫ້ຂ້ອຍ ໝາຍຄວາມວ່າຂ້ອຍເໜືອກວ່າຄົນອື່ນ. ຂ້ອຍບອກຕົວເອງວ່າຂ້ອຍຕ້ອງເຮັດວຽກໜັກແທ້ໆເພື່ອເຮັດໜ້າທີ່ນີ້ໃຫ້ດີ, ເພື່ອວ່າອ້າຍເອື້ອຍນ້ອງຈະເຫັນວ່າຂ້ອຍມີຄວາມສາມາດສ່ຳໃດ. ຂ້ອຍບໍ່ຄຸ້ນເຄີຍກັບວຽກງານຂອງຄຣິສຕະຈັກແທ້ໆເມື່ອຂ້ອຍແບ່ງປັນ, ດັ່ງນັ້ນ ຂ້ອຍຈຶ່ງຕັ້ງໃຈຟັງແທ້ໆ ແລະ ຈື່ຈຳສິ່ງຕ່າງໆໃນຂະນະທີ່ເຮັດວຽກຄຽງຂ້າງເອື້ອຍຄົນໜຶ່ງທີ່ຂ້ອຍຈັບຄູ່ນຳ ຜູ້ເຊິ່ງມີຄວາມຄຸ້ນເຄີຍກັບໜ້າທີ່ຫຼາຍກວ່າ. ຂ້ອຍຄິດຕະຫຼອດວ່າ “ເນື່ອງຈາກວ່າຕອນນີ້ ຂ້ອຍເປັນຜູ້ນຳຄຣິສຕະຈັກ, ຂ້ອຍຕ້ອງເຮັດວຽກໃຫ້ດີ ແລະ ເຮັດບາງສິ່ງໃຫ້ສຳເລັດ, ເພື່ອດຳລົງຕຳແໜ່ງ. ຂ້ອຍບໍ່ສາມາດໄດ້ຮັບຊື່ສຽງດ້ານລົບຂອງການເປັນຄົນທີ່ບໍ່ເຮັດວຽກຕົວຈິງ, ຜູ້ທີ່ໂລບມາກຢາກໄດ້ພອນແຫ່ງສະຖານະ. ແລ້ວຂ້ອຍຈະສາມາດສະແດງໜ້າໄດ້ແນວໃດ?” ຂ້ອຍຍັງໄຕ່ຕອງວ່າຈະເຮັດໜ້າທີ່ໃຫ້ດີແທ້ໆໄດ້ແນວໃດ. ຂ້ອຍກຳລັງຜະເຊີນໜ້າກັບອ້າຍເອື້ອຍນ້ອງຂອງຄຣິສຕະຈັກທັງໝົດ, ບາງຄົນໄດ້ເຮັດໜ້າທີ່ຂອງຕົນມາຫຼາຍປີ ແລະ ເຂົ້າໃຈຫຼັກການແຫ່ງຄວາມຈິງຫຼາຍກວ່າຂ້ອຍ. ພວກເຂົາຈະຄິດແນວໃດກັບຂ້ອຍ ຖ້າຂ້ອຍພະຍາຍາມຊ່ວຍພວກເຂົາແກ້ໄຂບັນຫາຂອງພວກເຂົາ ແຕ່ຂ້ອຍບໍ່ສາມາດຄົ້ນພົບສາຍເຫດທີ່ແທ້ຈິງໄດ້ເລີຍ ແລະ ຂ້ອຍບໍ່ສາມາດແບ່ງປັນເສັ້ນທາງປະຕິບັດໃນການສົນທະນາຂອງຂ້ອຍໄດ້? ພວກເຂົາຈະບໍ່ຄິດວ່າຂ້ອຍໄຮ້ຄວາມສາມາດໂດຍສິ້ນເຊີງ, ຂ້ອຍບໍ່ເໝາະສົມກັບໜ້າທີ່ການເປັນຜູ້ນຳບໍ? ຂ້ອຍຮູ້ສຶກວ່າການສົນທະນາຢູ່ໃນລະດັບທີ່ສູງກ່ວາພວກເຂົາແມ່ນມີຄວາມສໍາຄັນໃນຖານະເປັນຜູ້ນໍາ, ດັ່ງນັ້ນ ຂ້ອຍຕ້ອງບໍ່ເສຍເວລາໃນການປະກອບຕົວເອງດ້ວຍຄວາມຈິງເພື່ອວ່າ ເມື່ອອ້າຍເອື້ອຍນ້ອງຜະເຊີນກັບບັນຫາ, ຂ້ອຍກໍ່ຈະພ້ອມທີ່ຈະຊ່ວຍແກ້ໄຂບັນຫາໃຫ້ພວກເຂົາ. ແລ້ວພວກເຂົາກໍ່ຈະເຫັນວ່າ ຂ້ອຍມີຄວາມເປັນຈິງທີ່ແທ້ຈິງເລັກນ້ອຍ ແລະ ຂ້ອຍກໍ່ເຮັດໄດ້ດີໃນຖານະຜູ້ນຳ. ດັ່ງນັ້ນ ນອກຈາກຈະຫຍຸ້ງກັບວຽກງານຂອງຄຣິສຕະຈັກທຸກໆມື້ແລ້ວ, ຂ້ອຍຍັງຈະອ່ານພຣະທຳຂອງພຣະເຈົ້າບາງຂໍ້ເມື່ອໃດກໍ່ຕາມທີ່ຂ້ອຍມີເວລາຫວ່າງ. ຕາຕະລາງເວລາຂອງຂ້ອຍເຕັມທຸກມື້ ແລະ ເຖິງແມ່ນວ່າເອື້ອຍນ້ອງຄົນອື່ນຈະເຕືອນຂ້ອຍເມື່ອພວກເຂົາກໍາລັງຈະເຂົ້ານອນວ່າ “ມັນເດິກແລ້ວ. ເຈົ້າຄວນໄປນອນໄດ້ແລ້ວ”, ຂ້ອຍບໍ່ໄດ້ຮູ້ສຶກຢາກນອນເລີຍ ແລະ ຂ້ອຍມັກຈະເຮັດວຽກຈົນເດິກໃນຕອນກາງຄືນ. ເຖິງແມ່ນວ່າຂ້ອຍໄດ້ພະຍາຍາມຫຼາຍໃນການກະກຽມເພື່ອພວກເຂົາ, ຂ້ອຍກໍ່ຍັງບໍ່ຮູ້ສຶກໝັ້ນໃຈໃນການຊຸມນຸມກັບອ້າຍເອື້ອຍນ້ອງ.

ແລງມື້ໜຶ່ງ, ເອື້ອຍນ້ອງທີ່ຂ້ອຍເຮັດວຽກນຳບອກຂ້ອຍວ່າ ມື້ຕໍ່ໄປພວກເຮົາຕ້ອງຈັດການຊຸມນຸມສຳລັບທີມຂ່າວປະເສີດ. ນີ້ເຮັດໃຫ້ຂ້ອຍຕື່ນເຕັ້ນຢ່າງບໍ່ໜ້າເຊື່ອ. ຂ້ອຍຄິດ “ອ້າຍເອື້ອຍນ້ອງໃນທີມນັ້ນໄດ້ເປັນຜູ້ທີ່ເຊື່ອໃນພຣະເຈົ້າໄດ້ໄລຍະໜຶ່ງແລ້ວ ແລະ ຂ້ອຍກໍ່ໃໝ່ກັບໜ້າທີ່ການເປັນຜູ້ນຳ. ຂ້ອຍບໍ່ເຂົ້າໃຈແທ້ໆວ່າພວກເຂົາປະສົບກັບບັນຫາ ແລະ ຄວາມຫຍຸ້ງຍາກປະເພດໃດໃນວຽກງານຂ່າວປະເສີດຂອງພວກເຂົາ. ຖ້າພວກເຂົາເວົ້າເຖິງບັນຫາທີ່ຂ້ອຍບໍ່ສາມາດແກ້ໄຂໄດ້, ພວກເຂົາຈະບໍ່ຄິດວ່າຂ້ອຍບໍ່ເກັ່ງໃນໜ້າທີ່ຂອງຂ້ອຍບໍ? ນັ້ນຈະບໍ່ທຳລາຍພາບລັກການເປັນຜູ້ນຳຂອງຂ້ອຍບໍ? ບໍ່, ການກະກຽມບາງຢ່າງໃນນາທີສຸດທ້າຍກໍ່ດີກວ່າບໍ່ກະກຽມຫຍັງເລີຍ ແລະ ຂ້ອຍຄວນໃຊ້ເວລານີ້ໃຫ້ເກີດປະໂຫຍດສູງສຸດເພື່ອໃຫ້ຕົວເອງໄດ້ຮັບຄວາມຈິງບາງຢ່າງທີ່ກ່ຽວຂ້ອງ”. ແນວໃດກໍ່ຕາມ, ເນື່ອງຈາກວ່າຂ້ອຍບໍ່ສາມາດເຂົ້າໃຈທຸກຢ່າງໄດ້ໃນຊ່ວງເວລາສັ້ນໆເຊັ່ນນີ້, ຂ້ອຍຈຶ່ງຮູ້ສຶກບໍ່ໝັ້ນຄົງ. ຂ້ອຍຫຼຽວໄປມາເບິ່ງອັນນີ້ ແລະ ອັນນັ້ນຢູ່ໃນຄອມພິວເຕີຂອງຂ້ອຍ, ເບິ່ງສິ່ງນີ້ສຳລັບໄລຍະໜຶ່ງ, ຈາກນັ້ນກໍ່ເບິ່ງອີກສິ່ງໜຶ່ງຄາວໜຶ່ງ. ຈິດໃຈຂອງຂ້ອຍມ້ວນກັນເປັນມັດ ແລະ ຂ້ອຍບໍ່ສາມາດເຂົ້າໃຈຫຍັງເລີຍ, ບໍ່ມີຫຍັງໃຫ້ອ່ານ ນອກຈາກໄປນອນ. ໃນທີ່ຊຸມນຸມໃນມື້ຕໍ່ມາ ຂ້ອຍເບິ່ງເອື້ອຍນ້ອງທີ່ຂ້ອຍເຮັດວຽກນຳສົນທະນາເຖິງຄວາມຈິງກັບພວກເຂົາທຸກຄົນ, ຊ່ວຍພວກເຂົາແກ້ໄຂບັນຫາທີ່ພວກເຂົາຜະເຊີນໂດຍການແບ່ງປັນຂ່າວປະເສີດ, ໃນຂະນະທີ່ຂ້ອຍພຽງແຕ່ນັ່ງຢູ່ທີ່ນັ້ນໂດຍບໍ່ຮູ້ວ່າຈະເວົ້າຫຍັງ. ຂ້ອຍຮູ້ສຶກອຶດອັດແທ້ໆ. ຂ້ອຍຄິດວ່າ, “ຖ້າຂ້ອຍບໍ່ເວົ້າຫຍັງເລີຍ, ພວກເຂົາຈະບໍ່ຄິດວ່າຂ້ອຍເປັນພຽງໄມ້ປະດັບໃນຖານະຜູ້ນຳບໍ? ຂ້ອຍຄວນເວົ້າອອກມາ. ເອື້ອຍນ້ອງເຫຼົ່ານີ້ບາງຄົນຮູ້ຈັກຂ້ອຍແລ້ວ ແລະ ຕອນນີ້ ຂ້ອຍເປັນຜູ້ນຳ, ຂ້ອຍຄວນສາມາດແບ່ງປັນການສົນທະນາທີ່ເລິກເຊິ່ງກວ່າບໍ? ບໍ່ດັ່ງນັ້ນ, ພວກເຂົາຈະຄິດແນວໃດກັບຂ້ອຍ? ພວກເຂົາຈະບໍ່ເວົ້າວ່າຂ້ອຍເປັນຄົນບໍ່ດີບໍ?” ຂ້ອຍໃຊ້ສະໝອງຂອງຕົນເພື່ອຄິດຫາປະສົບການບາງຢ່າງທີ່ຂ້ອຍມີທີ່ຂ້ອຍສາມາດແບ່ງປັນໄດ້, ແຕ່ຍິ່ງຂ້ອຍມີຄວາມຕື່ນເຕັ້ນຫຼາຍເທົ່າໃດ, ຂ້ອຍຍິ່ງມີຄວາມວຸ້ນວາຍໃຈຫຼາຍເທົ່ານັ້ນ. ຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງ. ດັ່ງນັ້ນ ທຸກຄົນຈະບໍ່ເຫັນວ່າຂ້ອຍບໍ່ມີຫຍັງທີ່ຈະສົນທະນາ, ຂ້ອຍໄດ້ຕັ້ງໃຈຟັງການສົນທະນາຂອງຄູ່ຮ່ວມງານຂອງຂ້ອຍ ແລະ ທັນທີທີ່ລາວສົນທະນາແລ້ວ, ຂ້ອຍກໍ່ໂດດເຂົ້າໄປສະຫຼຸບໂດຍພື້ນຖານກ່ຽວກັບສິ່ງທີ່ລາວເວົ້າ. ວິທີນັ້ນ ມັນຈະສະແດງໃຫ້ເຫັນວ່າ ການສົນທະນາ ແລະ ຄວາມເຂົ້າໃຈຂອງຂ້ອຍດີກວ່າຂອງລາວ ແລະ ທຸກຄົນຈະເຫັນວ່າ ຂ້ອຍເຮັດໄດ້ດີ, ຂ້ອຍເໝາະສົມກັບຕຳແໜ່ງຜູ້ນຳ. ຂ້ອຍຮູ້ເປັນຢ່າງດີວ່າ ທຸກສິ່ງທີ່ຂ້ອຍກຳລັງເວົ້າແມ່ນຄວາມເຂົ້າໃຈຂອງຄູ່ຮ່ວມງານຂອງຂ້ອຍທີ່ຂ້ອຍນໍາເອົາມາໃຊ້ສ່ວນຕົວ. ຂ້ອຍຮູ້ວ່າມັນເປັນວິທີກະທຳທີ່ໜ້າກຽດຊັງແທ້ໆ. ຂ້ອຍຮູ້ສຶກຫວ່າງເປົ່າໃນໃຈຂອງຕົນແທ້ໆຫຼັງຈາກການຊຸມນຸມ; ຂ້ອຍຍັງຮູ້ອີກວ່າທຸກຄົນ, ທຸກເຫດການ ແລະ ທຸກສິ່ງທີ່ຂ້ອຍຜະເຊີນທຸກໆມື້ໄດ້ຖືກພຣະເຈົ້າຈັດຕຽມໄວ້, ແຕ່ຂ້ອຍບໍ່ຮູ້ວ່າຈະປະເຊີນກັບສິ່ງເຫຼົ່ານັ້ນແນວໃດ. ຂ້ອຍບໍ່ໄດ້ຮຽນຮູ້ຫຍັງເລີຍ. ຄວາມຄິດນີ້ເຮັດໃຫ້ຂ້ອຍຮູ້ສຶກບໍ່ດີຫຼາຍ ແລະ ຂ້ອຍຍັງຮູ້ສຶກເສຍໃຈເລັກນ້ອຍທີ່ຮັບໜ້າທີ່ນັ້ນ. ສອງສາມມື້ຕໍ່ມາ, ຂ້ອຍຮູ້ສຶກວ່າມີນ້ຳໜັກທີ່ໜັກກົດເທິງຫົວຂອງຂ້ອຍ, ຂ້ອຍຮູ້ສຶກມືດມົນ ແລະ ຄືກັບວ່າຂ້ອຍບໍ່ສາມາດຫາຍໃຈເລິກໆໄດ້. ການປະເຊີນບັນຫາໃນວຽກງານຂອງຄຣິສຕະຈັກ ແລະ ບໍ່ຮູ້ຮອດວ່າຈະເລີ່ມຈາກໃສນັ້ນເຈັບປວດແທ້ໆສຳລັບຂ້ອຍ. ຂ້ອຍອະທິຖານຫາພຣະເຈົ້າ “ໂອ ພຣະເຈົ້າ, ຂ້ອຍຢາກເຮັດໜ້າທີ່ນີ້ໃຫ້ດີ, ແຕ່ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ພ້ອມເຮັດວຽກນີ້ຢູ່ສະເໝີ. ຂ້ອຍບໍ່ຮູ້ວ່າຈະຕ້ອງເຮັດຫຍັງ. ກາລຸນາຊີ້ນຳຂ້ອຍໃຫ້ຮູ້ຈັກຕົວເອງ ເພື່ອໃຫ້ຂ້ອຍສາມາດຫຼຸດພົ້ນຈາກສະພາວະນີ້ໄດ້”.

ຫຼັງຈາກນັ້ນ, ຂ້ອຍກໍ່ເປີດໃຈກັບເພື່ອຮ່ວມງານຂອງຂ້ອຍ ແລະ ບອກລາວກ່ຽວກັບສະພາວະຂອງຂ້ອຍ. ລາວເອົາບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າໃຫ້ຂ້ອຍອ່ານ, ເອົາມາຈາກ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ”. ມັນເວົ້າວ່າ: “ມະນຸດທີ່ເສື່ອມຊາມທຸກຄົນທົນທຸກຈາກບັນຫາທົ່ວໄປ: ເມື່ອພວກເຂົາບໍ່ມີສະຖານະ, ເມື່ອພວກເຂົາເປັນອ້າຍເອື້ອຍນ້ອງທຳມະດາ, ພວກເຂົາກໍບໍ່ທະນົງຕົວເມື່ອກຳລັງມີປະຕິສຳພັນ ຫຼື ກຳລັງເວົ້າກັບຄົນໃດໜຶ່ງ ຫຼື ພວກເຂົາບໍ່ນໍາໃຊ້ຮູບແບບ ຫຼື ນໍ້າສຽງໃດໜຶ່ງໃນການເວົ້າຂອງພວກເຂົາ; ພວກເຂົາເປັນພຽງຄົນປົກກະຕິ ແລະ ທຳມະດາ ແລະ ບໍ່ຕ້ອງການຫຸ້ມຫໍ່ຕົນເອງ. ພວກເຂົາບໍ່ຮູ້ສຶກກົດດັນທາງດ້ານຈິດຕະວິທະຍາໃດໆ ແລະ ສາມາດໂອ້ລົມກັນຢ່າງເປີດເຜີຍ ແລະ ຈາກຫົວໃຈ. ພວກເຂົາສາມາດເຂົ້າເຖິງໄດ້ ແລະ ມີປະຕິສຳພັນນໍາງ່າຍ; ຄົນອື່ນຮູ້ສຶກວ່າພວກເຂົາເປັນຄົນດີຫຼາຍ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາກໍກາຍມາເປັນຄົນສູງສົ່ງ ແລະ ຍິ່ງໃຫຍ່, ຄືກັບວ່າບໍ່ມີຜູ້ໃດສາມາດເຂົ້າເຖິງພວກເຂົາ; ພວກເຂົາຮູ້ສຶກວ່າພວກເຂົາສົມຄວນໄດ້ຮັບຄວາມເຄົາລົບ ແລະ ພວກເຂົາ ແລະ ຄົນປົກກະຕິແມ່ນຖືກຕັດມາຈາກຜ້າແພທີ່ແຕກຕ່າງກັນ. ພວກເຂົາດູຖູກຄົນປົກກະຕິ ແລະ ຢຸດໂອ້ລົມຢ່າງເປີດເຜີຍກັບຄົນອື່ນ. ເປັນຫຍັງພວກເຂົາຈຶ່ງບໍ່ໂອ້ລົມຢ່າງເປີດເຜີຍອີກຕໍ່ໄປ? ພວກເຂົາຮູ້ສຶກວ່າ ຕອນນີ້ ພວກເຂົາມີສະຖານະ ແລະ ເປັນຜູ້ນໍາ. ພວກເຂົາຄິດວ່າຜູ້ນໍາຕ້ອງມີພາບລັກໂດຍສະເພາະ, ຂ້ອນຂ້າງສູງສົ່ງກວ່າຄົນທໍາມະດາ ແລະ ມີວຸດທິພາວະສູງກວ່າ ແລະ ສາມາດຮັບເອົາຄວາມຮັບຜິດຊອບຫຼາຍກວ່າ; ພວກເຂົາເຊື່ອວ່າ ເມື່ອທຽບໃສ່ຄົນທໍາມະດາ, ຜູ້ນໍາຕ້ອງມີຄວາມອົດທົນຫຼາຍກວ່າ, ສາມາດທົນທຸກ ແລະ ເສຍສະຫຼະໄດ້ຫຼາຍກວ່າ ແລະ ສາມາດອົດທົນຕໍ່ການລໍ້ລວງໃດໜຶ່ງ. ພວກເຂົາເຖິງກັບຄິດວ່າຜູ້ນໍາບໍ່ສາມາດຮ້ອງໄຫ້, ບໍ່ວ່າສະມາຊິກເທົ່າໃດຄົນໃນຄອບຄົວຂອງພວກເຂົາອາດຕາຍ ຫຼື ບໍ່ກໍຕາມ ແລະ ຖ້າພວກເຂົາຈະຮ້ອງໄຫ້ ພວກເຂົາກໍຕ້ອງຮ້ອງໄຫ້ຢ່າງລັບໆ ເພື່ອວ່າຈະບໍ່ມີຜູ້ໃດສາມາດເຫັນຄວາມລົ້ມເຫຼວ, ຂໍ້ບົກຜ່ອງ ຫຼື ຄວາມອ່ອນແອໃນພວກເຂົາ. ພວກເຂົາເຖິງກັບຮູ້ສຶກວ່າ ຜູ້ນໍາບໍ່ສາມາດປ່ອຍໃຫ້ຜູ້ໃດຮູ້ວ່າພວກເຂົາໄດ້ກາຍເປັນຄົນຄິດລົບແລ້ວ ຫຼື ບໍ່; ກົງກັນຂ້າມ, ພວກເຂົາຕ້ອງເຊື່ອງທຸກສິ່ງດັ່ງກ່າວໄວ້. ພວກເຂົາເຊື່ອວ່ານີ້ແມ່ນວິທີການທີ່ຄົນມີສະຖານະຄວນປະພຶດ” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານບົດຄວາມນີ້ເປັນການສັ່ນສະເທືອນອັນໃຫຍ່ຫຼວງສໍາລັບຂ້ອຍ, ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະທີ່ແທ້ຈິງຂອງຂ້ອຍ! ເປັນຫຍັງຂ້ອຍຈຶ່ງຢ້ານຫຼາຍທີ່ຈະຢູ່ໃນທຸກໆການຊຸມນຸມ? ເປັນຫຍັງຂ້ອຍຈຶ່ງຮູ້ສຶກຄຽດຫຼາຍ? ມັນເປັນຍ້ອນຂ້ອຍກຳລັງພະຍາຍາມຍົກຍໍຕົວເອງຂຶ້ນ. ນັບຕັ້ງແຕ່ເປັນຜູ້ນຳມາ, ຂ້ອຍໄດ້ຮູ້ສຶກຄືກັບວ່າຂ້ອຍມີຕຳແໜ່ງ ແລະ ສະຖານະ, ສະນັ້ນ ຂ້ອຍແຕກຕ່າງຈາກເມື່ອກ່ອນ. ຕອນນີ້ ໃນຖານະຜູ້ນຳ, ຂ້ອຍຄິດວ່າຂ້ອຍຕ້ອງຮັກສາພາບລັກຂອງຜູ້ນຳໄວ້, ຂ້ອຍຄວນຈະຢູ່ໃນຂັ້ນທີ່ສູງກວ່າຄົນອື່ນ ແລະ ມີຄວາມສາມາດຫຼາຍກວ່າພວກເຂົາ. ການສົນທະນາຂອງຂ້ານ້ອງຕ້ອງມີຄວາມເຂົ້າໃຈຫຼາຍຂຶ້ນ ແລະ ຂ້ອຍຕ້ອງເຫັນແກ່ນແທ້ຂອງບັນຫາດີຂຶ້ນ ແລະ ແກ້ໄຂບັນຫາໃດໆທີ່ອ້າຍເອື້ອຍນ້ອງຜະເຊີນໃນການເຂົ້າສູ່ຊີວິດຂອງພວກເຂົາ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຕ້ອງເປັນຄົນທີ່ໂດດເດັ່ນຈາກຝູງຊົນໃນທີ່ຊຸມນຸມ ບໍ່ວ່າຂ້ອຍຈະຢູ່ກັບທີມໃດກໍ່ຕາມ, ນັ້ນແມ່ນທາງດຽວທີ່ຈະຄູ່ຄວນກັບຕຳແໜ່ງນີ້. ດັ່ງນັ້ນ, ຫຼັງຈາກຍອມຮັບການມອບໝາຍນັ້ນ, ຂ້ອຍກໍ່ເວົ້າ ແລະ ກະທຳເພື່ອເຫັນແກ່ຕຳແໜ່ງຂອງຕົນໃນທຸກສິ່ງ. ແທ້ຈິງແລ້ວ, ຂ້ອຍຂາດແຄນໃນທຸກທຸກດ້ານ, ແຕ່ຂ້ອຍຕ້ອງການປອມຕົວ, ທຳທ່າວ່າເປັນຄົນສູງສົ່ງ ແລະ ຂ້ອຍເຖິງກັບມີສ່ວນຮ່ວມໃນພຶດຕິກຳທີ່ເຈົ້າເລ່, ພະຍາຍາມເອົາແສງສະຫວ່າງການສົນທະນາຂອງຄູ່ຮ່ວມງານຂອງຂ້ອຍໄປສ່ອງແສງຕົນເອງເພື່ອໃຫ້ຄົນອື່ນເຄົາລົບນັບຖືຂ້ອຍ. ມື້ນັ້ນ ແລະ ມື້ນີ້, ທັງໝົດທີ່ຂ້ອຍຄິດແມ່ນວິທີການຮັກສາສະຖານະຂອງຕົນ, ບໍ່ແມ່ນວິທີການປະຕິບັດໜ້າທີ່ຂອງຕົນໃຫ້ດີ, ວິທີການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດແມ່ນແຕ່ໜ້ອຍເລີຍ. ຂ້ອຍບໍ່ໄດ້ຈົດຈໍ່ຢູ່ກັບວຽກແທ້, ວຽກທີ່ເໝາະສົມຈາກໄລຍະໄກ. ນັ້ນຈະເປັນການສະແຫວງຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ນັ້ນແມ່ນການສະແຫວງຫາ ແລະ ການຖືກຄວບຄຸມໂດຍສະຖານະຢ່າງເຕັມທີ່, ມັນແມ່ນການກາຍເປັນທາດຂອງສະຖານະ. ເຖິງແມ່ນວ່າຂ້ອຍໄດ້ຖືກເລືອກເປັນຜູ້ນຳ, ຂ້ອຍບໍ່ໄດ້ມີວຸດທິພາວະທີ່ໜ້າເກງຂາມທັນທີ ຫຼື ຄວາມເປັນຈິງແຫ່ງຄວາມຈິງ, ແຕ່ຂ້ອຍຍັງເປັນຄົນເກົ່າຄົນເດີມ. ສິ່ງທີ່ແຕກຕ່າງກັນແມ່ນໜ້າທີ່ຂອງຂ້ອຍ. ພຣະເຈົ້າຕ້ອງການໃຫ້ຂ້ອຍໄດ້ຮັບການຝຶກຝົນຫຼາຍຂຶ້ນຜ່ານໜ້າທີ່ການເປັນຜູ້ນຳຂອງຂ້ອຍ, ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ເຮັດວຽກຕົວຈິງ. ມັນບໍ່ແມ່ນເພື່ອມອບສະຖານະໃຫ້ຂ້ອຍແຕ່ຢ່າງໃດເລີຍ. ແຕ່ຂ້ອຍຍົກຍໍຕົວເອງຂຶ້ນສູ່ສະຖານະຂອງຜູ້ນຳ, ເຖິງກັບຄິດຢ່າງຜິດໆເຖິງການເປັນຜູ້ນຳວ່າເປັນຄືກັບການເຮັດໜ້າທີ່ເປັນພະນັກງານລັດຖະກອນຢູ່ໃນໂລກ, ວ່າມັນໝາຍເຖິງການມີສະຖານະ. ນັ້ນບໍ່ແມ່ນມຸມມອງຂອງຜູ້ທີ່ບໍ່ເຊື່ອບໍ? ຊ່າງໄຮ້ເຫດຜົນແທ້!

ພາຍຫຼັງຮັບຮູ້ສິ່ງທັງໝົດນີ້, ຂ້ອຍອະທິຖານຫາພຣະເຈົ້າ: “ພຣະເຈົ້າ, ຂອບໃຈສຳລັບການສ່ອງສະຫວ່າງ ແລະ ການຊີ້ນຳຂອງພຣະອົງທີ່ໄດ້ອະນຸຍາດໃຫ້ຂ້ານ້ອຍເຂົ້າໃຈວ່າ ເຫດຜົນທີ່ຢູ່ເບື້ອງຫຼັງສະພາວະທີ່ບໍ່ຖືກຕ້ອງຂອງຂ້ານ້ອຍແມ່ນຂ້ານ້ອຍກຳລັງສະແຫວງຫາສະຖານະ. ຂ້ານ້ອຍຢູ່ບົນເສັ້ນທາງທີ່ຜິດ. ພຣະເຈົ້າ, ຂ້ານ້ອຍພ້ອມແລ້ວທີ່ຈະກັບໃຈ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂສະພາວະນີ້ຂອງຂ້ານ້ອຍ. ກະລຸນາຊີ້ນຳຂ້ານ້ອຍ”. ຫຼັງຈາກນັ້ນ ຂ້ອຍກໍ່ອ່ານບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ ເຊິ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ, “ຜູ້ຄົນເອງຄືສິ່ງຂອງຈາກການເນລະມິດສ້າງ. ສິ່ງຂອງຈາກການເນລະມິດສ້າງຈະສາມາດບັນລຸອຳນາດອັນໄພສານໄດ້ບໍ? ພວກເຂົາສາມາດບັນລຸຄວາມສົມບູນແບບ ແລະ ຄວາມໄຮ້ມົນທິນໄດ້ບໍ? ພວກເຂົາສາມາດບັນລຸຄວາມຊ່ຽວຊານໃນທຸກສິ່ງ, ມາເຂົ້າໃຈທຸກສິ່ງ ແລະ ສຳເລັດທຸກສິ່ງບໍ? ພວກເຂົາບໍ່ສາມາດເຮັດໄດ້. ເຖິງຢ່າງໃດກໍຕາມ, ພາຍໃນມະນຸດແມ່ນມີຄວາມອ່ອນແອ. ທັນທີທີ່ພວກເຂົາຮຽນຮູ້ທັກສະ ຫຼື ວິຊາຊີບ, ຜູ້ຄົນກໍຈະຮູ້ສຶກວ່າພວກເຂົາມີຄວາມສາມາດ, ພວກເຂົາເປັນຄົນທີ່ມີສະຖານະ, ມີຄຸນຄ່າ ແລະ ພວກເຂົາເປັນຜູ້ຊ່ຽວຊານ. ບໍ່ວ່າພວກເຂົາຈະຄິດວ່າພວກເຂົາ ‘ມີຄວາມສາມາດ’ ສໍ່າໃດກໍຕາມ, ພວກເຂົາທຸກຄົນກໍຕ້ອງການຫຸ້ມຫໍ່ຕົນເອງຂຶ້ນ, ແອບແຝງວ່າຕົນເອງເປັນບຸກຄົນສຳຄັນທີ່ສຸດ ແລະ ປາກົດວ່າສົມບູນ ແລະ ໄຮ້ມົນທິນ, ບໍ່ມີຂໍ້ບົກຜ່ອງແມ່ນແຕ່ໜ້ອຍດຽວ; ໃນສາຍຕາຂອງຄົນອື່ນ, ພວກເຂົາປາຖະໜາທີ່ຈະຖືກພິຈາລະນາໃຫ້ເປັນຄົນທີ່ຍິ່ງໃຫຍ່, ມີລິດອຳນາດ, ມີຄວາມສາມາດຢ່າງຄົບຖ້ວນ ແລະ ສາມາດເຮັດສຳເລັດທຸກສິ່ງ... ພວກເຂົາບໍ່ປາຖະໜາທີ່ຈະເປັນຄົນປົກກະຕິ, ເປັນຄົນທຳມະດາ ຫຼື ຄົນທົ່ວໄປເທົ່ານັ້ນ. ພວກເຂົາພຽງແຕ່ຕ້ອງການເປັນສຸດຍອດມະນຸດ ຫຼື ຄົນທີ່ມີຄວາມສາມາດ ຫຼື ອຳນາດທີ່ພິເສດ. ນີ້ແມ່ນບັນຫາທີ່ໃຫຍ່ຫຼວງ! ເມື່ອເວົ້າກ່ຽວກັບຄວາມອ່ອນແອ, ຂໍ້ບົກຜ່ອງ, ຄວາມບໍ່ຮູ້, ຄວາມໂງ່ຈ້າ ແລະ ການຂາດຄວາມເຂົ້າໃຈພາຍໃນຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາຈະສະຫຼຸບມັນທັງໝົດ, ຫຸ້ມຫໍ່ມັນ ແລະ ບໍ່ປ່ອຍໃຫ້ຄົນອື່ນເຫັນມັນ ແລະ ຫຼັງຈາກນັ້ນກໍຈະສືບຕໍ່ແອບແຝງຕົນເອງ... ພວກເຂົາບໍ່ຮູ້ວ່າພວກເຂົາເອງເປັນຜູ້ໃດ ຫຼື ພວກເຂົາບໍ່ຮູ້ຈັກວິທີທີ່ຈະດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາບໍ່ເຄີຍປະພຶດຄືກັບມະນຸດທີ່ແທ້ຈິງແມ່ນແຕ່ຄັ້ງດຽວ. ໃນການປະພຶດຕົນເອງ, ຖ້າຜູ້ຄົນເລືອກເສັ້ນທາງແບບນີ້ ໂດຍແທນທີ່ຈະເອົາຕີນຕິດດິດ ແຕ່ເອົາຫົວພວກເຂົາຄາຢູ່ໃນກ້ອນເມກ ແລະ ຕ້ອງການບິນຢູ່ສະເໝີ, ແລ້ວພວກເຂົາກໍຈະປະສົບກັບບັນຫາຢ່າງແນ່ນອນ. ເສັ້ນທາງໃນຊີວິດທີ່ເຈົ້າເລືອກບໍ່ຖືກຕ້ອງ. ເວົ້າກົງໄປກົງມາກໍຄື ຖ້າເຈົ້າເຮັດແບບນີ້ ແລ້ວບໍ່ວ່າເຈົ້າເຊື່ອໃນພຣະເຈົ້າແນວໃດກໍຕາມ, ເຈົ້າກໍຈະບໍ່ເຂົ້າໃຈຄວາມຈິງ ຫຼື ເຈົ້າຈະບໍ່ສາມາດຮັບເອົາຄວາມຈິງໄດ້, ເພາະຈຸດເລີ່ມຕົ້ນຂອງເຈົ້າບໍ່ຖືກຕ້ອງ” (ຄັດຈາກບົດ “ຫ້າສະພາວະທີ່ຈຳເປັນຕ້ອງຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຄົນໆໜຶ່ງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານເລື່ອງນີ້ຮູ້ສຶກຄືກັບວ່າຂ້ອຍໄດ້ປະເຊີນໜ້າກັບພຣະເຈົ້າ, ຖືກພຣະອົງຕັດສິນ. ມັນເປັນເລື່ອງທີ່ ໜ້າເສົ້າໃຈ ແລະ ເຮັດໃຫ້ຂ້ອຍເສຍໃຈຫຼາຍ, ໂດຍສະເພາະການອ່ານ “ຖ້າເຈົ້າເຮັດແບບນີ້ ແລ້ວບໍ່ວ່າເຈົ້າເຊື່ອໃນພຣະເຈົ້າແນວໃດກໍຕາມ, ເຈົ້າກໍຈະບໍ່ເຂົ້າໃຈຄວາມຈິງ ຫຼື ເຈົ້າຈະບໍ່ສາມາດຮັບເອົາຄວາມຈິງໄດ້, ເພາະຈຸດເລີ່ມຕົ້ນຂອງເຈົ້າບໍ່ຖືກຕ້ອງ”. ຂ້ອຍຮັບຮູ້ວ່າແຮງຈູງໃຈຂອງຜູ້ໃດຜູ້ໜຶ່ງ ແລະ ເສັ້ນທາງທີ່ພວກເຂົາເດີນໄປນັ້ນຢູ່ໃນໜ້າທີ່ຂອງພວກເຂົາແນວໃດ, ສິ່ງເຫຼົ່ານີ້ກຳນົດໂດຍກົງວ່າພວກເຂົາສາມາດໄດ້ຮັບຄວາມຈິງ ຫຼື ບໍ່. ຖ້າພວກເຮົາບໍ່ສະແຫວງຫາຄວາມຈິງໃນໜ້າທີ່ຂອງພວກເຮົາ, ຖ້າພວກເຮົາບໍ່ຄຳນຶງເຖິງພຣະປະສົງຂອງພຣະເຈົ້າ, ແຕ່ກັບສະໜັບສະໜູນສະຖານະຂອງພວກເຮົາເອງແທນ, ບໍ່ສຳຄັນວ່າພວກເຮົາເຮັດວຽກໜັກສ່ຳໃດ, ພວກເຮົາທົນທຸກ ແລະ ຈ່າຍລາຄາສ່ຳໃດ, ພວກເຮົາຈະບໍ່ມີວັນໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ, ແຕ່ພວກເຮົາຈະຖືກປະຕິເສດ, ຖືກພຣະເຈົ້າປະນາມ. ພຣະເຈົ້ົາບໍລິສຸດ ແລະ ພຣະອົງສາມາດເບິ່ງເຂົ້າໄປໃນສ່ວນເລິກຂອງຫົວໃຈ ແລະ ຈິດໃຈຂອງພວກເຮົາ. ຫຼັງຈາກທີ່ຂ້ອຍກາຍເປັນຜູ້ນຳ, ຂ້ອຍຄິດເຖິງແຕ່ພາບລັກ ແລະ ສະຖານະຂອງຂ້ອຍໃນສາຍຕາຂອງຄົນອື່ນ. ຕ້ອງການປົກປ້ອງຕຳແໜ່ງຜູ້ນຳຂອງຂ້ອຍ, ຂ້ອຍປອມຕົວຢູ່ຕະຫຼອດ, ປົກປິດຄວາມຜິດ ແລະ ຄວາມບໍ່ພຽງພໍຂອງຂ້ອຍເພື່ອວ່າຄົນອື່ນຈະເຄົາລົບນັບຖື ແລະ ຊົມເຊີຍຂ້ອຍ. ການມອບໝາຍຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຢູ່ໃນໃຈຂ້ອຍ ນັ້ນຄື ຂ້ອຍກຳລັງສະແຫວງຫາສະຖານະ, ກຳລັງຍ່າງບົນເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ. ຂ້ອຍຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດດ້ວຍວິທີນັ້ນໄດ້ແນວໃດ? ຄວາມມືດທີ່ຂ້ອຍໄດ້ຕົກຢູ່ໃນຂະນະນັ້ນແມ່ນອຸປະນິໄສທີ່ຊອບທຳຂອງພຣະເຈົ້າທີ່ມາເຖິງຂ້ອຍ. ຖ້າຂ້ອຍຍັງບໍ່ໄດ້ກັບໃຈ, ຂ້ອຍກໍ່ຈະຖືກພຣະເຈົ້າດູໝິ່ນຢ່າງແນ່ນອນ. ຂ້ອຍຄິດເຖິງຜູ້ຕໍ່ຕ້ານພຣະຄຣິດທີ່ໄດ້ຖືກໄລ່ອອກຈາກເຮືອນຂອງພຣະເຈົ້າ. ພວກເຂົາມີສະຖານະ ແລະ ຮູ້ສຶກຢູ່ສະເໝີວ່າພວກເຂົາບໍ່ໄດ້ເປັນຄືຄົນອື່ນ; ພວກເຂົາກາຍເປັນຄົນໂລບໂລພາສຳລັບພອນແຫ່ງສະຖານະ, ຍົກຍໍຕົວເອງຂຶ້ນ ແລະ ອວດອ້າງ, ດິ້ນລົນເພື່ອຍາດຊິງຄົນຂອງພຣະເຈົ້າຈາກພຣະອົງ. ພວກເຂົາເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ ແລະ ໃນທີ່ສຸດ ຈຸດຈົບຂອງພວກເຂົາແມ່ນຖືກເຕະອອກ, ຖືກກຳຈັດ. ເມື່ອຂ້ອຍຮັບຮູ້ສິ່ງທັງໝົດນີ້, ຂ້ອຍໄດ້ໄຕ່ຕອງເບິ່ງວ່າຂ້ອຍໄດ້ສົນທະນາແນວໃດ. ຂ້ອຍຄິດວ່າໜ້າທີ່ເປັນລຳດັບຊັ້ນ, ກຳນົດຕຳແໜ່ງໃຫ້ກັບຕົວເອງ ແລະ ຍົກຍໍຕົວເອງ. ຂ້ອຍຄິດວ່າຂ້ອຍໄດ້ບັນລຸສະຖານະ ແລະ ຂ້ອຍຕ້ອງການອວດອ້າງໂດຍການແກ້ໄຂບັນຫາຂອງຄົນອື່ນ ເພື່ອວ່າພວກເຂົາຈະນັບຖືຂ້ອຍ. ຂ້ອຍໄຮ້ຢາງອາຍ! ຄວາມຄິດນີ້ເຮັດໃບໜ້າຂອງຂ້ອຍລຸກໄໝ້ດ້ວຍຄວາມອັບອາຍ; ຂ້ອຍຮູ້ສຶກວ່າຂ້ອຍໜ້າລັງກຽດ ແລະ ການປົກປ້ອງສະຖານະຂອງຂ້ອຍໃນສາຍຕາຂອງຄົນອື່ນແບບນັ້ນເປັນການຍາດຊິງສະຖານະກັບພຣະເຈົ້າ. ມັນແມ່ນຫົນທາງຂອງພວກຕໍ່ຕ້ານພຣະຄຣິດ. ຕອນນັ້ນເອງທີ່ຂ້ອຍຮັບຮູ້ວ່າ ຊ່າງເປັນສະພາວະອັນຕະລາຍແທ້ ແລະ ຖ້າຂ້ອຍບໍ່ໄດ້ກັບໃຈ, ໃນທີ່ສຸດ ຂ້ອຍກໍ່ຄົງຈະຖືກລົງໂທດ ຄືກັບຜູ້ຕໍ່ຕ້ານພຣະຄຣິດ.

ໃນການສະແຫວງຫາ ແລະ ການໄຕ່ຕອງຕໍ່ມາຂອງຂ້ອຍ, ຂ້ອຍອ່ານບົດຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ເມື່ອເຈົ້າບໍ່ມີສະຖານະ, ເຈົ້າສາມາດໄຈ້ແຍກຕົນເອງຢູ່ເລື້ອຍໆ ແລະ ມາຮູ້ຈັກຕົນເອງ. ຄົນອື່ນສາມາດໄດ້ຮັບຜົນປະໂຫຍດຈາກສິ່ງນີ້. ເມື່ອເຈົ້າມີສະຖານະ, ເຈົ້າຍັງສາມາດໄຈ້ແຍກຕົນເອງຢູ່ເລື້ອຍໆ ແລະ ມາຮູ້ຈັກຕົນເອງ, ເຮັດໃຫ້ຄົນອື່ນເຫັນຄວາມເປັນຈິງຂອງຄວາມຈິງໃນຕົວເຈົ້າ ແລະ ຢັ່ງເຖິງຄວາມປະສົງຂອງພຣະເຈົ້າ. ຜູ້ຄົນສາມາດໄດ້ຮັບຜົນປະໂຫຍດຈາກສິ່ງນີ້ເຊັ່ນກັນ, ບໍ່ແມ່ນບໍ? ຖ້າເຈົ້າປະຕິບັດແບບນັ້ນ, ແລ້ວບໍ່ວ່າເຈົ້າມີສະຖານະ ຫຼື ບໍ່, ຄົນອື່ນກໍຈະໄດ້ຮັບຜົນປະໂຫຍດຈາກມັນເຊັ່ນກັນ. ສະນັ້ນ ສະຖານະໝາຍເຖິງຫຍັງສຳລັບເຈົ້າ? ໃນຄວາມເປັນຈິງແລ້ວ, ມັນແມ່ນສິ່ງທີ່ເພີ່ມເຕີມ ແລະ ເກີນ, ຄືກັບເສື້ອຜ້າຜືນໜຶ່ງ ຫຼື ໝວກໃບໜຶ່ງ; ຕາບໃດທີ່ເຈົ້າບໍ່ຖືວ່າມັນເປັນສິ່ງທີ່ຍິ່ງໃຫຍ່ເກີນໄປ, ມັນກໍບໍ່ສາມາດຄວບຄຸມເຈົ້າໄດ້. ຖ້າເຈົ້າຮັກສະຖານະ ແລະ ໃຫ້ຄວາມສຳຄັນກັບມັນເປັນພິເສດ, ເຮັດຄືກັບວ່າມັນເປັນເລື່ອງສຳຄັນຢູ່ສະເໝີ, ແລ້ວມັນກໍຈະເຮັດໃຫ້ເຈົ້າຢູ່ພາຍໃຕ້ການຄວບຄຸມຂອງມັນ; ຫຼັງຈາກນັ້ນ, ເຈົ້າຈະບໍ່ຕ້ອງການຮູ້ຈັກຕົນເອງອີກຕໍ່ໄປ ຫຼື ເຈົ້າຈະບໍ່ເຕັມໃຈທີ່ຈະເປີດໃຈ ແລະ ເປີດເຜີຍຕົນເອງ ຫຼື ປະວາງບົດບາດການເປັນຜູ້ນໍາຂອງເຈົ້າເພື່ອເວົ້າ ແລະ ປະຕິສຳພັນກັບຄົນອື່ນ ແລະ ເຮັດໜ້າທີ່ຂອງເຈົ້າ. ນີ້ແມ່ນບັນຫາແບບໃດ? ເຈົ້າບໍ່ໄດ້ຮັບເອົາສະຖານະນີ້ສຳລັບຕົນເອງບໍ? ແລ້ວຫຼັງຈາກນັ້ນ ເຈົ້າບໍ່ໄດ້ສືບຕໍ່ຄອບຄອງຕໍາແໜ່ງນັ້ນ ແລະ ບໍ່ເຕັມໃຈທີ່ຈະປະມັນໄປ ແລະ ເຖິງກັບຍາດຊິງກັບຄົນອື່ນເພື່ອປົກປ້ອງສະຖານະຂອງເຈົ້າບໍ? ເຈົ້າບໍ່ໄດ້ພຽງແຕ່ທໍລະມານກັບຕົນເອງບໍ? ຖ້າເຈົ້າຈົບລົງດ້ວຍການທໍລະມານຕົນເອງຈົນຕາຍ, ເຈົ້າຈະໂທດຜູ້ໃດ? ເມື່ອເຈົ້າມີສະຖານະ, ຖ້າເຈົ້າສາມາດຫັກຫ້າມຈາກການເຮັດໃຫ້ມັນເປັນເຈົ້ານາຍຄົນອື່ນ, ກົງກັນຂ້າມ ເຈົ້າໃຫ້ຄວາມສຳຄັນກັບວິທີການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ປະຕິບັດໜ້າທີ່ທັງໝົດທີ່ເຈົ້າຄວນເຮັດ ແລະ ຖ້າເຈົ້າເຫັນວ່າຕົນເອງເປັນອ້າຍເອື້ອຍນ້ອງທີ່ທຳມະດາ, ແລ້ວເຈົ້າຈະບໍ່ປະຖິ້ມແອກແຫ່ງສະຖານະບໍ?” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍມີເສັ້ນທາງປະຕິບັດ ແລະ ການເຂົ້າໄປໃນ. ບໍ່ວ່າຂ້ອຍມີສະຖານະໃດໆ ຫຼື ບໍ່ກໍ່ຕາມ, ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍເອງຢ່າງເໝາະສົມ, ສົນທະນາເຖິງສິ່ງໃດກໍ່ຕາມທີ່ຂ້ອຍເຂົ້າໃຈ ແລະ ເມື່ອຂ້ອຍຜະເຊີນບາງສິ່ງທີ່ຂ້ອຍບໍ່ເຂົ້າໃຈ, ຂ້ອຍຄວນສົນທະນາກັບອ້າຍເອື້ອຍນ້ອງຢ່າງເປີດເຜີຍເພື່ອສະແຫວງຫາຄວາມຈິງ ແລະ ແກ້ໄຂມັນຮ່ວມກັນ. ຂ້ອຍພຽງປະຕິບັດໜ້າທີ່ທີ່ແຕກຕ່າງກັນກັບຄົນອື່ນ, ແຕ່ບໍ່ມີໃຜທີ່ສູງສົ່ງກວ່າ ຫຼື ຕ່ຳຕ້ອຍກວ່າຄົນອື່ນໃດ. ຄວາມຈິງທີ່ວ່າຂ້ອຍເຮັດໜ້າທີ່ເປັນຜູ້ນຳນັ້ນ ແນ່ນອນມັນບໍ່ໄດ້ໝາຍຄວາມວ່າຂ້ອຍດີກວ່າພວກເຂົາ, ມີຄວາມສາມາດກວ່າພວກເຂົາ. ແຕ່ຂ້ອຍເຮັດໂຕຄືກັບຕົວຕະຫຼົກ, ຂາດຄວາມຮັບຮູ້ຕົນເອງຢ່າງສິ້ນເຊີງ. ຂ້ອຍຍັງມີຂໍ້ບົກຜ່ອງທຸກຮູບແບບເຊັ່ນກັນ ແລະ ຕ້ອງການຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ, ແຕ່ເຖິງປານນັ້ນ ຂ້ອຍກໍ່ຍັງຄິດວ່າຂ້ອຍຕ້ອງດີກວ່າພວກເຂົາ. ຊ່າງອວດດີ ແລະ ໂງ່ຈ້າແທ້! ຂ້ອຍຮູ້ສຶກວ່າ ການຍົກຕົວເອງຂຶ້ນສູງຢ່າງໜ້າຂາຍໜ້າເປັນຕາຢາກຫົວແທ້. ຂ້ອຍຂອບໃຈພຣະເຈົ້າຈາກຫົວໃຈທີ່ໄດ້ເປີດໂປງຂ້ອຍຜ່ານສະຖານະການນີ້, ອະນຸຍາດໃຫ້ຂ້ອຍເຫັນວ່າຂ້ອຍກຳລັງຍ່າງບົນເສັ້ນທາງທີ່ຜິດ. ຂ້ອຍອະທິຖານຫາພຣະເຈົ້າ “ພຣະເຈົ້າ, ຂອບໃຈພຣະອົງທີ່ໄດ້ເປີດເຜີຍຂ້ອຍ ເພື່ອໃຫ້ຂ້ອຍສາມາດເຫັນວ່າຂ້ອຍໝົກໝຸ້ນຢູ່ກັບສະຖານະແນວໃດ ແລະ ຂ້ອຍຢູ່ເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ. ຂ້ອຍປາຖະໜາທີ່ຈະກັບໃຈ, ປ່ອຍວາງຄວາມຄິດກ່ຽວກັບສະຖານະ, ປ່ຽນແປງທັດສະນະຂອງຂ້ອຍຕໍ່ໜ້າທີ່ຂອງຕົນເອງ ແລະ ເຮັດໜ້າທີ່ຂອງຕົນໃຫ້ສອດຄ່ອງກັບຫຼັກການແຫ່ງຄວາມຈິງ”.

ຄັ້ງໜຶ່ງ, ຂ້ອຍໄປທີ່ການຊຸມນຸມຂອງກຸ່ມ ເຊິ່ງອ້າຍເອື້ອຍນ້ອງສາມຄົນໃນທີ່ນັ້ນໄດ້ເຮັດໜ້າທີ່ຂອງພວກເຂົາດົນກວ່າຂ້ອຍ ແລະ ພວກເຂົາສອງສາມຄົນໄດ້ເຮັດໜ້າທີ່ເປັນຜູ້ນຳມາແລ້ວ. ພວກເຂົາໄດ້ແບ່ງປັນການສົນທະນາກ່ຽວກັບຄວາມຈິງກັບຂ້ອຍ ແລະ ຊ່ວຍຂ້ອຍແກ້ໄຂບັນຫາໃນເມື່ອກ່ອນ. ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກວ່າຖືກຈຳກັດໃນທີ່ຊຸມນຸມ. ຂ້ອຍຢ້ານວ່າ ຖ້າການສົນທະນາຂອງຂ້ອຍບໍ່ດີຫຼາຍ ແລະ ຂ້ອຍບໍ່ສາມາດຊ່ວຍແກ້ໄຂບັນຫາຂອງພວກເຂົາໄດ້, ພວກເຂົາອາດຄິດວ່າຂ້ອຍຂາດຄວາມເປັນຈິງທີ່ແທ້ຈິງຢ່າງສິ້ນເຊີງ ແລະ ຂ້ອຍບໍ່ເໝາະສົມກັບພາວະການເປັນຜູ້ນຳ. ຂ້ອຍບໍ່ກ້າທີ່ຈະຖາມພວກເຂົາວ່າພວກເຂົາຢູ່ໃນສະພາວະແບບໃດ, ຢ້ານວ່າພວກເຂົາຈະເວົ້າບາງສິ່ງທີ່ຂ້ອຍບໍ່ສາມາດຈັດການໄດ້. ໃນຈຸດນັ້ນ ຂ້ອຍຮັບຮູ້ວ່າ ຂ້ອຍກຳລັງພະຍາຍາມປົກປ້ອງໜ້າຕາ ແລະ ສະຖານະຂອງຕົວເອງອີກຄັ້ງ, ດັ່ງນັ້ນ ຂ້ອຍຈຶ່ງກ່າວຄຳອະທິຖານເພື່ອປະຖິ້ມຕົວເອງ. ແລ້ວພຣະທຳເຫຼົ່ານີ້ຈາກພຣະເຈົ້າກໍ່ເຂົ້າມາໃນຄວາມຄິດ: “ເມື່ອເຈົ້າມີສະຖານະ, ຖ້າເຈົ້າສາມາດຫັກຫ້າມຈາກການເຮັດໃຫ້ມັນເປັນເຈົ້ານາຍຄົນອື່ນ, ກົງກັນຂ້າມ ເຈົ້າໃຫ້ຄວາມສຳຄັນກັບວິທີການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ປະຕິບັດໜ້າທີ່ທັງໝົດທີ່ເຈົ້າຄວນເຮັດ ແລະ ຖ້າເຈົ້າເຫັນວ່າຕົນເອງເປັນອ້າຍເອື້ອຍນ້ອງທີ່ທຳມະດາ, ແລ້ວເຈົ້າຈະບໍ່ປະຖິ້ມແອກແຫ່ງສະຖານະບໍ?” (ຄັດຈາກບົດ “ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ຄົນນັ້ນຕ້ອງມີເສັ້ນທາງແຫ່ງການປະຕິບັດໂດຍສະເພາະ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຮູ້ວ່າຂ້ອຍຕ້ອງປັບການປະຕິບັດຂອງຂ້ອຍໃຫ້ເຂົ້າກັບຂໍ້ກຳນົດຂອງພຣະເຈົ້າ ແລະ ເຖິງແມ່ນວ່າຄວາມເຂົ້າໃຈເຖິງຄວາມຈິງຂອງຂ້ອຍຕື້ນ, ຂ້ອຍກໍ່ເຕັມໃຈທີ່ຈະເພິ່ງພຣະເຈົ້າ ແລະ ເຮັດໜ້າທີ່ຂອງຕົນຈົນສຸດຄວາມສາມາດ. ພາຍໃຕ້ການຊີ້ນຳຈາກພຣະທຳຂອງພຣະເຈົ້າ, ຂ້ອຍຮູ້ສຶກດີຫຼາຍໃນການປົດປ່ອຍ ແລະ ບໍ່ສົນສິ່ງທີ່ຄົນອື່ນຈະຄິດກັບຂ້ອຍອີກຕໍ່ໄປ. ຂ້ອຍຕັດສິນໃຈທີ່ຈະແບ່ງປັນການສົນທະນາຕາມຄວາມເຂົ້າໃຈທີ່ຂ້ອຍມີ. ເມື່ອໄດ້ຍິນສິ່ງທີ່ຂ້ອຍຕ້ອງເວົ້າ, ອ້າຍເອື້ອຍນ້ອງບໍ່ໄດ້ດູຖຸກຂ້ອຍແມ່ນແຕ່ໜ້ອຍເລີຍ, ແຕ່ພວກເຂົາທຸກຄົນລ້ວນເວົ້າວ່າ ພວກເຂົາໄດ້ຮັບບາງສິ່ງຈາກການສົນທະນານັ້ນ.

ໃນທີ່ຊຸມນຸມ, ຂ້ອຍອ່ານບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າທີ່ປາກົດໃນ “ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ”. ພຣະທຳຂອງພຣະເຈົ້າກ່າວວ່າ, “ບໍ່ວ່າບຸກຄົນໜຶ່ງຈະປະຕິບັດໜ້າທີ່ຫຍັງກໍຕາມ, ການບັນລຸຜົນເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ການຮັບເອົາການເຫັນດີຂອງພຣະອົງ ແລະ ການປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ມາດຕະຖານແມ່ນຂຶ້ນຢູ່ກັບການກະທຳຂອງພຣະເຈົ້າ. ຖ້າເຈົ້າມີຄວາມຮັບຜິດຊອບຂອງເຈົ້າ, ຖ້າເຈົ້າເຮັດໜ້າທີ່ຂອງເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ກະທຳ ແລະ ພຣະອົງບໍ່ໄດ້ບອກເຈົ້າວ່າຕ້ອງເຮັດຫຍັງ, ແລ້ວເຈົ້າກໍຈະບໍ່ຮູ້ເສັ້ນທາງຂອງເຈົ້າ, ທິດທາງຂອງເຈົ້າ ຫຼື ເປົ້າໝາຍຂອງເຈົ້າ. ໃນທີ່ສຸດຈະເກີດຜົນຫຍັງຕາມມາ? ກໍຈະເປັນຄວາມພະຍາຍາມທີ່ສູນເປົ່າ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ສະນັ້ນ, ການເຮັດໜ້າທີ່ຂອງເຈົ້າໃຫ້ໄດ້ມາດຕະຖານ ແລະ ການທີ່ສາມາດຍຶດໝັ້ນເປັນພະຍານພາຍໃນເຮືອນຂອງພຣະເຈົ້າ, ການໃຫ້ແສງສະຫວ່າງແກ່ອ້າຍເອື້ອຍນ້ອງ ແລະ ການໄດ້ຮັບຄວາມເຫັນດີຈາກພຣະເຈົ້າຈຶ່ງຂື້ນຢູ່ກັບພຣະເຈົ້າທັງສິ້ນ! ຜູ້ຄົນພຽງແຕ່ສາມາດເຮັດສິ່ງທີ່ພວກເຂົາສາມາດເຮັດເປັນການສ່ວນຕົວເທົ່ານັ້ນ, ສິ່ງທີ່ພວກເຂົາຄວນຈະເຮັດ ແລະ ຢູ່ພາຍໃນຄວາມສາມາດຢ່າງທຳມະຊາດຂອງພວກເຂົາ, ບໍ່ມີຫຍັງນອກເໜືອໄປກວ່ານັ້ນ. ສະນັ້ນ, ໃນທີ່ສຸດ ຜົນທີ່ຖືກເກັບກ່ຽວຈາກໜ້າທີ່ຂອງເຈົ້າແມ່ນຖືກກຳນົດໂດຍການຊີ້ນໍາຂອງພຣະເຈົ້າ; ພວກມັນຖືກກຳນົດໄວ້ໂດຍເສັ້ນທາງ, ເປົ້າໝາຍ, ທິດທາງ ແລະ ຫຼັກການທີ່ພຣະເຈົ້າໄດ້ມອບໃຫ້” (ຄັດຈາກບົດ “ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານພຣະທຳຂອງພຣະເຈົ້າເຮັດໃຫ້ຫົວໃຈຂອງຂ້ອຍສົດໃສຂຶ້ນ. ຂ້ອຍເຫັນວ່າພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າລ້ວນສຳເລັດໄປ ແລະ ຖືກສະໜັບສະໜູນໂດຍພຣະເຈົ້າແທ້ໆ ແລະ ໃນຖານະເປັນມະນຸດ, ພວກເຮົາພຽງເຮັດໜ້າທີ່ຂອງພວກເຮົາເອງເທົ່າທີ່ພວກເຂົາສາມາດເຮັດໄດ້. ແຕ່ຖ້າປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ປາສະຈາກການສ່ອງສະຫວ່າງ ແລະ ການຊີ້ນຳຂອງພຣະເຈົ້າ, ພວກເຮົາຈະບໍ່ເຮັດສິ່ງໃດສຳເລັດໃນໜ້າທີ່ຂອງພວກເຂົາໄດ້ ບໍ່ວ່າພວກເຮົາຈະເຮັດວຽກໜັກສ່ຳໃດກໍ່ຕາມ. ໃນໜ້າທີ່ຂອງພວກເຮົາ, ພວກເຮົາຕ້ອງເຂົ້າໃຈສິ່ງທີ່ພຣະເຈົ້າຮຽກຮ້ອງ, ແບກຮັບພາລະໄວ້ໃນໃຈພວກເຮົາ, ສະແຫວງຫາ ແລະ ປະຕິບັດຄວາມຈິງໃນທຸກສິ່ງ ແລະ ເຮັດວຽກໃຫ້ສອດຄ່ອງກັບຫຼັກການຕ່າງໆ. ນັ້ນແມ່ນທາງດຽວທີ່ຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ໄດ້ຮັບການອະນຸມັດຈາກພຣະເຈົ້າ. ຕຳແໜ່ງເປັນຜູ້ນຳຂອງຂ້ອຍ ແມ່ນເພື່ອໃຫ້ຂ້ອຍສົນທະນາເຖິງຄວມຈິງເພື່ອຊ່ວຍແກ້ໄຂຂໍ້ຫຍຸ້ງຍາກຂອງອ້າຍເອື້ອຍນ້ອງໃນໜ້າທີ່ຂອງພວກເຂົາ ແລະ ການເຂົ້າສູ່ຊີວິດຂອງພວກເຂົາ. ເຖິງແມ່ນວ່າມີບາງຄັ້ງທີ່ຂ້ອຍບໍ່ສາມາດແກ້ໄຂບັນຫາໄດ້ທັນທີ, ແຕ່ຂ້ອຍກໍ່ສາມາດບັນທຶກບັນຫານັ້ນໄວ້ສະເໝີ ແລະ ຕໍ່ມາກໍ່ຊອກຫາວິທີແກ້ໄຂບັນຫາ. ເພາະສະນັ້ນ, ຂ້ອຍສາມາດຖາມພວກເຂົາໄດ້ຢ່າງເປັນທຳມະຊາດວ່າພວກເຂົາຢູ່ໃນສະພາວະໃດ ແລະ ພວກເຂົາມີຄວາມຫຍຸ້ງຍາກອັນໃດໃນໜ້າທີ່ຂອງພວກເຂົາ. ເມື່ອພວກເຂົາແບ່ງປັນການສົນທະນາວ່າພວກເຂົາເປັນແນວໃດ, ຂ້ອຍສະຫງົບຈິດໃຈຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາ ແລະ ໄຕ່ຕອງມັນຢ່າງຕັ້ງໃຈ. ວິທີນັ້ນ ຂ້ອຍສາມາດຊີ້ໃຫ້ເຫັນຄວາມຂາດແຄນ ແລະ ຄວາມບົກຜ່ອງຂອງພວກເຂົາ ແລະ ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂສິ່ງເຫຼົ່ານີ້ ແລະ ເຂົ້າໄປໃນ. ຂ້ອຍຮູ້ວ່ານີ້ແມ່ນການຊີ້ນຳຂອງພຣະເຈົ້າທັງໝົດ. ຂ້ອຍຕື່ນເຕັ້ນ ແລະ ໄດ້ຊິມລົດຊາດວ່າການປ່ອຍວາງສະຖານະນັ້ນເປັນອິດສະຫຼະພຽງໃດ. ປະສົບການນັ້ນສະແດງໃຫ້ຂ້ອຍເຫັນເປັນການສ່ວນຕົວວ່າ ໂດຍການແກ້ໄຂທັດສະນະຂອງຂ້ອຍໃນໜ້າທີ່ຂອງຕົນ, ຕັ້ງໃຈເຮັດວຽກຕາມການມອບໝາຍຂອງພຣະເຈົ້າ, ໄຕ່ຕອງ ແລະ ສະແຫວງຫາວິທີເຮັດໜ້າທີ່ຂອງຕົນໃຫ້ດີ ແລະ ວິທີບັນລຸຜົນຮັບທີ່ດີທີ່ສຸດ, ກ່ອນທີ່ຂ້ອຍຮູ້ຈັກມາ, ຂ້ອຍໄດ້ເປັນອິດສະຫຼະຈາກພັນທະນາການ ແລະ ຄວາມເຄັ່ງຕຶງຂອງສະຖານະ. ຂ້ອຍສາມາດເກັບກ່ຽວຄວາມເປັນຜູ້ນໍາ ແລະ ພອນຂອງພະເຈົ້າໄດ້!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມລຳບາກໃນຄຸກ

ໂດຍ ສຽວຟານ, ຈີນມື້ໜຶ່ງ ຍ້ອນກັບໄປໃນເດືອນພຶດສະພາຂອງປີ 2004, ຂ້ານ້ອຍໄດ້ເຂົ້າຮ່ວມການເຕົ້າໂຮມກັບອ້າຍເອື້ອຍນ້ອງບາງຄົນ...