ຄົນໆໜຶ່ງຄວນພິຈາລະນາໜ້າທີ່ຂອງຕົນເອງແນວໃດ

19 ເດືອນກຸມພາ 2022

ໂດຍ ເຈີ້ງເຢ, ເກົາຫຼີໃຕ້

ບໍ່ດົນຫຼັງຈາກທີ່ໄດ້ກາຍມາເປັນຜູ້ເຊື່ອຖື, ຂ້ອຍສັງເກດເຫັນອ້າຍເອື້ອຍນ້ອງຜູ້ທີ່ເປັນຜູ້ນໍາຈັດການເຕົ້າໂຮມ ແລະ ໂອ້ລົມກັນກ່ຽວກັບຄວາມຈິງຢູ່ເລື້ອຍໆ ແລະ ບາງຄົນກໍ່ມີໜ້າທີ່ໆຈຳເປັນຕ້ອງມີທັກສະ ເຊັ່ນ: ການສ້າງວິດີໂອ ຫຼື ການຮ້ອງເພງ ແລະ ການເຕັ້ນລໍາ. ຂ້ອຍຊົມເຊີຍພວກເຂົາແທ້ໆ ແລະ ຄິດວ່ານັ້ນເປັນສິ່ງທີ່ເປັນຕາເຄົາລົບ. ແຕ່ສໍາລັບຄົນທີ່ດຳເນີນການຮັບຮອງເປັນເຈົ້າພາບ ຫຼື ຈັດການບັນຫາໃນຄຣິດຕະຈັກ, ໜ້າທີ່ເຫຼົ່ານັ້ນບໍ່ຕ້ອງເວົ້າເຖິງຫຼາຍ ແລະ ບໍ່ຈຳເປັນຕ້ອງມີທັກສະເລີຍ, ສະນັ້ນ ພວກເຂົາຈຶ່ງຈະບໍ່ສາມາດສ້າງຊື່ສຽງໃຫ້ຕົນເອງຈັກເທື່ອ. ຂ້ອຍຄິດວ່າ ໃນອະນາຄົດ, ຂ້ອຍຕ້ອງການໜ້າທີ່ໆສາມາດເຮັດໃຫ້ຂ້ອຍດູດີ. ສອງປີຕໍ່ມາ ຂ້ອຍໄດ້ຮັບໜ້າທີ່ໃນການດັດແກ້ເອກະສານ. ຂ້ອຍດີໃຈຫຼາຍ, ໂດຍສະເພາະເມື່ອອ້າຍເອື້ອຍນ້ອງທຸກຄົນອົບອຸ່ນຕໍ່ຂ້ອຍແທ້ໆ ແລະ ເບິ່ງຂ້ອຍດ້ວຍຄວາມຊົມເຊີຍ ໃນທຸກຄັ້ງທີ່ຂ້ອຍໄປຄຣິດຕະຈັກເພື່ອໃຫ້ການຊີ້ນໍາກ່ຽວກັບວຽກງານການດັດແກ້ເອກະສານ. ຂ້ອຍພໍໃຈກັບຕົນເອງແທ້ໆ ແລະ ຮູ້ສຶກວ່າໜ້າທີ່ຂອງຂ້ອຍໄດ້ຮັບຄວາມຊົມເຊີຍຫຼາຍກວ່າຄົນອື່ນ. ໃນປີ 2018, ຂ້ອຍຖືກສົ່ງໄປພື້ນທີ່ອື່ນເພື່ອປະຕິບັດໜ້າທີ່ຂອງຂ້ອຍ. ໃນຂະນະທີ່ຢູ່ໃນທີ່ນັ້ນ, ຄັ້ງໜຶ່ງເມື່ອອ້າຍຄົນໜຶ່ງຮູ້ວ່າໜ້າທີ່ຂອງຂ້ອຍແມ່ນຫຍັງ, ລາວກໍ່ເລີ່ມສົນທະນາກັບຂ້ອຍກ່ຽວກັບເລື່ອງນີ້. ການໄດ້ເຫັນວ່າລາວເຄົາລົບຂ້ອຍແນວໃດເຮັດໃຫ້ຂ້ອຍມີຄວາມສຸກແທ້ໆ ແລະ ຂ້ອຍຮູ້ສຶກວ່າການປະຕິບັດໜ້າທີ່ນັ້ນເປັນກຽດແທ້ໆ.

ຂ້ອຍຢູ່ໃນສະພາວະທີ່ພູມໃຈໃນຕົນເອງ ແລະ ຊົມເຊີຍຕົນເອງຢູ່ສະເໝີໃນລະຫວ່າງເວລານັ້ນ. ຂ້ອຍກຳລັງແຂ່ງຂັນເພື່ອຊື່ສຽງ ແລະ ຜົນປະໂຫຍດໃນໜ້າທີ່ຂອງຂ້ອຍ ແລະ ບໍ່ໄດ້ຈິງຈັງ. ຂ້ອຍຖືກປົດອອກສອງເດືອນຕໍ່ມາ ເພາະຂ້ອຍບໍ່ໄດ້ບັນລຸຫຍັງເລີຍ. ສິ່ງນັ້ນເຮັດໃຫ້ຂ້ອຍຮູ້ສຶກບໍ່ພໍໃຈແທ້ໆ ແລະ ຄິດລົບໜ້ອຍໜຶ່ງ, ສະນັ້ນ ຜູ້ນໍາຈຶ່ງໂອ້ລົມກັບຂ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ເວົ້າວ່າ “ເຮືອນຂອງພຣະເຈົ້າຕ້ອງການໃຫ້ຜູ້ຄົນເຮັດວຽກເປັນເຈົ້າໜ້າທີ່ຄວບຄຸມເວທີສຳລັບຮູບເງົາຂອງພວກເຮົາ. ເຈົ້າສາມາດເຮັດໜ້າທີ່ນັ້ນ. ບໍ່ວ່າໜ້າທີ່ຂອງເຈົ້າຈະເປັນຫຍັງໃດກໍ່ຕາມ, ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ໃສ່ຄວາມພະຍາຍາມທັງໝົດຂອງເຈົ້າເຂົ້າໃນການເຮັດໜ້າທີ່ຂອງເຈົ້າໃຫ້ດີ”. ຂ້ອຍບໍ່ຮູ້ວ່າໜ້າທີ່ນັ້ນຈະນໍາຫຍັງມາແທ້ໆ ແຕ່ຂ້ອຍກໍ່ຄິດວ່າຂ້ອຍຄວນພຽງແຕ່ຍອມອ່ອນນ້ອມ ເພາະມັນແມ່ນສິ່ງທີ່ຜູ້ນໍາທີ່ໄດ້ຈັດແຈງ. ຫຼັງຈາກທີ່ເປັນເຈົ້າໜ້າທີ່ຄວບຄຸມເວທີເປັນເວລາຊົ່ວໄລຍະໜຶ່ງ, ຂ້ອຍກໍ່ຮູ້ວ່າວຽກສ່ວນໃຫຍ່ເປັນວຽກທີ່ຕ້ອງໃຊ້ຮ່າງກາຍຢ່າງໜັກ, ໂດຍເຄື່ອນຍ້າຍອຸປະກອນປະກອບສາກທຸກຮູບແບບໄປມາ. ມັນບໍ່ກ່ຽວຂ້ອງກັບທັກສະໃດເລີຍ. ມັນເປັນພຽງແຕ່ວຽກງານທີ່ຕ້ອງໃຊ້ຂາຫຼາຍ ແລະ ໜ້າວຽກທີ່ທຳມະດາ. ຂ້ອຍຄິດວ່າ, “ກ່ອນໜ້ານີ້, ໜ້າທີ່ການດັດແກ້ເອກະສານຂອງຂ້ອຍຮຽກຮ້ອງໃຫ້ຂ້ອຍໃຊ້ສະໝອງ. ມັນມີກຽດ ແລະ ເປັນທີ່ເຄົາລົບນັບຖືດີ. ການເຄື່ອນຍ້າຍເສດສ່ວນທີ່ປະກອບສາກທັງໝົດເຫຼົ່ານີ້ໄປມາເປັນວຽກທີ່ຕ້ອງໃຊ້ຮ່າງກາຍ. ມັນເປິເປື້ອນ ແລະ ເຮັດໃຫ້ເມື່ອຍ. ອ້າຍເອື້ອຍນ້ອງຈະດູຖູກຂ້ອຍບໍ?” ຫົວໃຈຂອງຂ້ອຍຈົມຢູ່ກັບຄວາມຄິດນີ້ ແລະ ຂ້ອຍຮູ້ສຶກວ່າຕໍ່ຕ້ານໜ້າທີ່ນີ້ໜ້ອຍໜຶ່ງ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຂ້ອຍກໍ່ເຮັດວຽກຢ່າງບໍ່ເຕັມໃຈ ແລະ ປະລະໜ້າທີ່ເມື່ອຂ້ອຍສາມາດເຮັດໄດ້. ບາງຄັ້ງ ເມື່ອພວກເຮົາຂາດອຸປະກອນປະກອບສາກ ແລະ ຈຳເປັນຕ້ອງຢືມມັນຈາກອ້າຍເອື້ອຍນ້ອງ, ຂ້ອຍກໍ່ໃຫ້ຄົນອື່ນໄປຂໍ, ໂດຍຢ້ານວ່າຖ້າຂ້ອຍເປັນຄົນໄປຂໍ ອ້າຍເອື້ອຍນ້ອງທີ່ຮູ້ຈັກຂ້ອຍຈະຄົ້ນພົບວ່າຂ້ອຍໄດ້ປ່ຽນຈາກໜ້າທີ່ກ່ອນໜ້າຂອງຂ້ອຍ ແລະ ຕອນນີ້ ຂ້ອຍກໍາລັງເຮັດວຽກໃນການປະກອບສາກທີ່ຕຳ່ຕ້ອຍ. ແລ້ວພວກເຂົາຈະຄິດແນວໃດກ່ຽວກັບຂ້ອຍ? ຂ້ອຍບໍ່ຕ້ອງການທີ່ຈະພັດທະນາທັກສະທີ່ກ່ຽວຂ້ອງອີກດ້ວຍ, ໂດຍຢ້ານວ່າຖ້າຂ້ອຍຮຽນຮູ້ເພີ່ມເຕີມ, ຂ້ອຍຈະເຮັດຫນ້າທີ່ນັ້ນຕະຫຼອດໄປ ແລະ ມື້ຂອງຂ້ອຍທີ່ຈະໂດດເດັ່ນຈະບໍ່ເກີດຂຶ້ນຈັກເທື່ອ. ບາງຄັ້ງ ໃນຂະນະທີ່ພວກເຮົາກໍາລັງກະກຽມປະກອບສາກ, ຜູ້ກຳກັບຈະຂໍໃຫ້ຂ້ອຍຕິດຕັ້ງອຸປະກອນປະກອບສາກໃນລັກສະນະທີ່ສະເພາະ. ສິ່ງນີ້ເຮັດໃຫ້ຂ້ອຍອຶດອັດໃຈຢູ່ສະເໝີແທ້ໆ, ຄືກັບວ່າມັນເປັນຄວາມອັບອາຍສໍາລັບຂ້ອຍ. ຂ້ອຍຄິດກ່ຽວກັບວ່າ ໃນໜ້າທີ່ການດັດແກ້ເອກະສານຂອງຂ້ອຍໃນກ່ອນໜ້ານີ້, ຄົນອື່ນເຄົາລົບຂ້ອຍ ແລະ ປະຕິບັດຕາມການຊີ້ນໍາຂອງຂ້ອຍແນວໃດ, ແຕ່ຕອນນີ້ ຂ້ອຍເປັນຄົນທີ່ຖືກສັ່ງວ່າຕ້ອງເຮັດຫຍັງ. ມັນເປັນການຫຼຸດລະດັບແທ້ໆ. ຄັ້ງໜຶ່ງ, ອ້າຍຄົນໜຶ່ງຂໍໃຫ້ຂ້ອຍອອກໄປຂ້າງນອກເພື່ອນໍາເອົາເຟືອງເຂົ້າມາປະກອບສາກ. ຂ້ອຍບໍ່ຕ້ອງການເຮັດມັນແທ້ໆ. ຂ້ອຍຄິດວ່າ “ການອອກໄປເຮັດສິ່ງນັ້ນເປັນສິ່ງທີ່ເປັນຕາອາຍຫຼາຍ. ຖ້າອ້າຍເອື້ອຍນ້ອງເຫັນສິ່ງນັ້ນ, ພວກເຂົາຈະຄິດວ່າຂ້ານ້ອຍໝົດທາງທີ່ຈະປະສົບຄວາມສຳເລັດຢ່າງແນ່ນອນ ຍ້ອນເຮັດສິ່ງແບບນັ້ນເມື່ອອາຍຸຍັງໜຸ່ມ”. ແຕ່ຍ້ອນມັນຄືໜ້າທີ່ຂອງຂ້ອຍທີ່ຈະຕ້ອງເຮັດ, ຂ້ອຍກໍ່ພຽງແຕ່ລໍຖ້າຈົນບໍ່ມີໃຜຢູ່ແຖວນັ້ນ ແລະ ຮວບຮວມຄວາມກ້າຫານຂອງຕົນເອງເພື່ອໄປເຮັດມັນ. ຂ້ອຍເຫັນອ້າຍຄົນໜຶ່ງກຳລັງຍ່າງມາ ໃນຂະນະທີ່ຂ້ອຍກຳລັງເກັບເຟືອງເຂົ້າ. ລາວໃສ່ເກີບໜັງ ແລະ ຖົງຕີນສີຂາວ, ລາວເບິ່ງຄືສະອາດແທ້ໆ. ໃນທາງກົງກັນຂ້າມ, ຂ້ອຍເປິເປື້ອນນັບຕັ້ງແຕ່ຫົວຈົນຮອດຕີນ. ຂ້ອຍຮູ້ສຶກໝົດຫວັງ ແລະ ບໍ່ພໍໃຈໃນທັນທີ ໂດຍຄິດວ່າ “ພວກເຮົາກໍ່ອາຍຸສໍ່າກັນ, ແຕ່ລາວເຮັດໜ້າທີ່ໆດີ ແລະ ສະອາດ, ໃນຂະນະທີ່ຂ້ອຍພຽງແຕ່ສາມາດເຮັດໜ້າທີ່ໆສົກກະປົກ ເຊັ່ນ: ການເກັບເຟືອງເຂົ້າ. ມັນຊ່າງແຕກຕ່າງກັນແທ້ໆ! ຊ່າງເປັນຕາອັບອາຍແທ້ໆ! ຂ້ອຍກຳລັງຈະກັບໄປ ແລະ ບອກຜູ້ນໍາວ່າ ຂ້ອຍບໍ່ຕ້ອງການເຮັດໜ້າທີ່ນີ້ອີກຕໍ່ໄປ ແລະ ຂໍໃຫ້ລາວມອບໝາຍສິ່ງອື່ນໃຫ້ກັບຂ້ອຍ”.

ຫຼັງຈາກທີ່ກັບມາ ຂ້ອຍກໍ່ຮູ້ສຶກເຖິງການຕໍ່ສູ້ກັນພາຍໃນແທ້ໆ ໂດຍສົງໄສວ່າຂ້ອຍຄວນເວົ້າບາງສິ່ງກັບຜູ້ນໍາ ຫຼື ບໍ່. ຖ້າຂ້ອຍບໍ່ເວົ້າ, ຂ້ອຍກໍ່ຈຳເປັນຕ້ອງສືບຕໍ່ເຮັດໜ້າທີ່ນັ້ນ, ແຕ່ຖ້າຂ້ອຍເວົ້າຂຶ້ນ ແລະ ເວົ້າວ່າຂ້ອຍບໍ່ຕ້ອງການເຮັດໜ້າທີ່ນັ້ນ, ນັ້ນກໍ່ຈະເປັນການຍ່າງອອກຈາກໜ້າທີ່ຂອງຂ້ອຍ. ໃນຄວາມຄິດນີ້, ຂ້ອຍໄດ້ຂົ່ມຄວາມຮູ້ສຶກຂອງຂ້ອຍ ແລະ ບໍ່ໄດ້ເວົ້າຫຍັງ. ບໍ່ດົນຫຼັງຈາກນັ້ນ, ຜູ້ນຳກໍ່ຈັດແຈງໃຫ້ເຈົ້າໜ້າທີ່ຄວບຄຸມເວທີ ແລະ ນັກສະແດງເຂົ້າຮ່ວມການເຕົ້າໂຮມນໍາກັນ. ຂ້ອຍບໍ່ມີຄວາມສຸກກ່ຽວກັບສິ່ງນັ້ນເລີຍ. ພວກເຂົາສາມາດສ້າງຊື່ສຽງໃຫ້ກັບຕົນເອງ ແລະ ເພິ່ງພໍໃຈໃນແສງໄຟ ໃນຂະນະທີ່ຂ້ອຍເຮັດວຽກທີ່ຕໍ່າຕ້ອຍ. ພວກເຮົາບໍ່ໄດ້ຢູ່ໃນລະດັບດຽວກັນແທ້ໆ. ການເຕົ້າໂຮມກັນຈະບໍ່ພຽງແຕ່ເນັ້ນຢໍ້າຄວາມດ້ອຍຂອງຂ້ອຍບໍ? ທຸກຄົນມີສ່ວນຮ່ວມຢ່າງຫ້າວຫັນໃນການໂອ້ລົມໃນການເຕົ້າໂຮມ, ແຕ່ຂ້ອຍບໍ່ຕ້ອງການແບ່ງປັນຫຍັງເລີຍ. ໃນການເຕົ້າໂຮມກັບນັກສະແດງ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍພຽງແຕ່ເຮັດໜ້າທີ່ເພື່ອໃຫ້ພວກເຂົາດູດີຂຶ້ນ. ມັນຜິດຫວັງ. ເມື່ອເວລາຜ່ານໄປ, ຄວາມມືດມົວໃນຈິດວິນຍານຂອງຂ້ອຍກໍ່ເຕີບໃຫຍ່ຂຶ້ນ ແລະ ຂ້ອຍເຖິງກັບບໍ່ຕ້ອງການໄປການເຕົ້າໂຮມອີກຕໍ່ໄປ. ຂ້ອຍມັກນຶກເຖິງເວລາທີ່ເຮັດໜ້າທີ່ການດັດແກ້ເອກະສານຢູ່ເລື້ອຍໆ, ເມື່ອຂ້ອຍໄດ້ຮັບການທັກທາຍຢ່າງກະຕືລືລົ້ນຈາກອ້າຍເອື້ອຍນ້ອງ ແລະ ຜູ້ນໍາເຫັນຄ່າ. ນັບຕັ້ງແຕ່ຂ້ອຍຖືກປົດອອກຈາກໜ້າທີ່ນັ້ນ, ຂ້ອຍພຽງແຕ່ເຮັດໜ້າທີ່ໆທຳມະດາ ແລະ ບໍ່ມີຜູ້ໃດເຄົາລົບຂ້ອຍອີກຕໍ່ໄປ. ຂ້ອຍຮູ້ສຶກຜິດຫວັງ ແລະ ເປັນທຸກ, ຮູ້ສຶກຕ້ອຍຕໍ່າລົງເລື້ອຍໆ ແລະ ບໍ່ຢາກເຂົ້າສັງຄົມ. ຂ້ອຍໂສກເສົ້າຢູ່ສະເໝີ ແລະ ເກືອບຈະບໍ່ຮູ້ສຶກຄືກັບຕົວຂ້ອຍເອງ. ຂ້ອຍສູນເສຍນໍ້າໜັກຫຼາຍໃນເວລາທີ່ໄວແທ້ໆ. ໃນຕອນແລງຂອງມື້ໜຶ່ງ, ໃນຂະນະທີ່ຂ້ອຍຍ່າງລຳພັງ, ຂ້ອຍພຽງແຕ່ບໍ່ສາມາດເກັບຄວາມໂສກເສົ້າທີ່ຢູ່ພາຍໃນຂ້ອຍອີກຕໍ່ໄປ. ຂ້ອຍໄດ້ອະທິຖານໂດຍຮ້ອງໄຫ້ຫາພຣະເຈົ້າວ່າ “ໂອ ພຣະເຈົ້າ! ໃນອະດີດ, ຂ້ານ້ອຍຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ານ້ອຍເພື່ອເຮັດໃຫ້ພຣະອົງພໍໃຈ, ແຕ່ຕອນນີ້ເມື່ອບໍ່ມີໂອກາດໃຫ້ໂອ້ອວດໃນໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍກໍ່ຮູ້ສຶກດ້ອຍກວ່າຄົນອື່ນ. ຂ້ານ້ອຍຄິດລົບແທ້ໆ ແລະ ອ່ອນແອ ແລະ ຂ້ານ້ອຍຮູ້ສຶກຄືກັບວ່າຂ້ານ້ອຍກຳລັງຈະທໍລະຍົດພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ພຣະເຈົ້າເອີຍ, ຂ້ານ້ອຍບໍ່ຕ້ອງການສືບຕໍ່ຄິດລົບແບບນີ້, ແຕ່ຂ້ານ້ອຍບໍ່ຮູ້ວ່າຕ້ອງເຮັດແນວໃດ. ໄດ້ໂປດຊີ້ນໍາຂ້ານ້ອຍອອກຈາກສະພາວະນີ້”.

ຫຼັງຈາກນັ້ນ, ຂ້ອຍກໍ່ໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ໜ້າທີ່ເກີດຂຶ້ນໄດ້ແນວໃດ? ຖ້າຈະເວົ້າແບບກວ້າງໆ, ມັນເກີດຂຶ້ນ ໂດຍເປັນຜົນມາຈາກພາລະກິດການແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ນໍາຄວາມລອດພົ້ນມາສູ່ມະນຸດ; ຖ້າຈະເວົ້າແບບສະເພາະເຈາະຈົງກໍ່ຄື ມັນເປັນຜົນມາຈາກການທີ່ພາລະກິດຄຸ້ມຄອງຂອງພຣະເຈົ້າເປີດເຜີຍອອກທ່າມກາງມະນຸດຊາດ, ຫຼາກຫຼາຍໜ້າທີ່ໄດ້ເກີດຂຶ້ນ ເຊິ່ງຈຳເປັນຕ້ອງເຮັດໃຫ້ສຳເລັດ ແລະ ພວກມັນຮຽກຮ້ອງໃຫ້ຜູ້ຄົນຮ່ວມມື ແລະ ເຮັດໃຫ້ໜ້າທີ່ເຫຼົ່ານັ້ນສຳເລັດ. ສິ່ງນີ້ກໍ່ໃຫ້ເກີດຄວາມຮັບຜິດຊອບ ແລະ ພາລະກິດເພື່ອໃຫ້ຜູ້ຄົນໄດ້ປະຕິບັດ ແລະ ຄວາມຮັບຜິດຊອບ ແລະ ພາລະກິດເຫຼົ່ານີ້ແມ່ນໜ້າທີ່ໆພຣະເຈົ້າປະທານໃຫ້ແກ່ມະນຸດຊາດ” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ບໍ່ວ່າໜ້າທີ່ຂອງເຈົ້າຈະແມ່ນຫຍັງກໍ່ຕາມ, ຢ່າຈຳແນກລະຫວ່າງສິ່ງທີ່ສູງ ແລະ ຕໍ່າ. ສົມມຸດເຈົ້າເວົ້າວ່າ ‘ເຖິງແມ່ນໜ້າທີ່ນີ້ເປັນການຝາກຝັງຈາກພຣະເຈົ້າ ແລະ ວຽກງານໃນເຮືອນຂອງພຣະເຈົ້າ, ຖ້າຂ້ານ້ອຍເຮັດມັນ, ຜູ້ຄົນອາດດູຖູກຂ້ານ້ອຍ. ຄົນອື່ນໆໄດ້ເຮັດວຽກທີ່ເຮັດໃຫ້ພວກເຂົາໂດດເດັ່ນ. ໜ້າທີ່ນີ້ທີ່ຂ້ານ້ອຍໄດ້ຮັບ ເຊິ່ງບໍ່ເຮັດໃຫ້ຂ້ານ້ອຍໂດດເດັ່ນ ແຕ່ເຮັດໃຫ້ຂ້ານ້ອຍພະຍາຍາມຕົນເອງຢ່າງໜັກຢູ່ຫຼັງສາກ ຈະຖືກເອີ້ນວ່າໜ້າທີ່ໄດ້ແນວໃດ? ນີ້ແມ່ນໜ້າທີ່ໆຂ້ານ້ອຍບໍ່ສາມາດຍອມຮັບ; ນີ້ບໍ່ແມ່ນໜ້າທີ່ຂອງຂ້ານ້ອຍ. ໜ້າທີ່ຂອງຂ້ານ້ອຍຕ້ອງເປັນໜ້າທີ່ໆເຮັດໃຫ້ຂ້ານ້ອຍໂດດເດັ່ນຕໍ່ໜ້າຄົນອື່ນ ແລະ ເຮັດໃຫ້ຂ້ານ້ອຍສ້າງຊື່ສຽງສຳລັບຕົນເອງ ແລະ ເຖິງແມ່ນຂ້ານ້ອຍບໍ່ໄດ້ສ້າງຊື່ສຽງສຳລັບຕົນເອງ ຫຼື ໂດດເດັ່ນ, ຂ້ານ້ອຍຍັງຕ້ອງໄດ້ຮັບຜົນປະໂຫຍດຈາກມັນ ແລະ ຮູ້ສຶກສະບາຍກາຍ’. ນີ້ແມ່ນທ່າທີ່ໆສາມາດຍອມຮັບໄດ້ບໍ? ການເລືອກຫຼາຍບໍ່ແມ່ນການຍອມຮັບສິ່ງທີ່ມາຈາກພຣະເຈົ້າ; ມັນຄືການຕັດສິນໃຈຕາມຄວາມມັກຂອງເຈົ້າເອງ. ນີ້ບໍ່ແມ່ນການຍອມຮັບໜ້າທີ່ຂອງເຈົ້າ; ມັນຄືການປະຕິເສດໜ້າທີ່ຂອງເຈົ້າ, ການສະແດງອອກເຖິງຄວາມກະບົດຂອງເຈົ້າ. ການເລືອກຫຼາຍດັ່ງກ່າວຖືກປົນເປື້ອນດ້ວຍຄວາມມັກ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າ; ເມື່ອເຈົ້າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າ, ຊື່ສຽງຂອງເຈົ້າ ແລະ ອື່ນໆອີກ, ທ່າທີ່ຂອງເຈົ້າຕໍ່ໜ້າທີ່ຂອງເຈົ້າບໍ່ແມ່ນການຍອມອ່ອນນ້ອມ. ນີ້ແມ່ນທ່າທີ່ຕໍ່ໜ້າທີ່: ຢ່າງທຳອິດ, ເຈົ້າອາດບໍ່ວິເຄາະມັນ ຫຼື ຄິດກ່ຽວກັບວ່າຜູ້ໃດມອບໝາຍມັນໃຫ້ແກ່ເຈົ້າ; ກົງກັນຂ້າມ, ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ, ໃຫ້ເປັນໜ້າທີ່ຂອງເຈົ້າ ແລະ ໃຫ້ເປັນສິ່ງທີ່ເຈົ້າຄວນເຮັດ. ຢ່າງທີສອງ, ຢ່າຈຳແນກລະຫວ່າງສິ່ງທີ່ສູງ ແລະ ຕໍ່າ ແລະ ຢ່າເຮັດໃຫ້ຕົນເອງກັງວົນກັບທຳມະຊາດຂອງມັນ, ບໍ່ວ່າມັນຈະຖືກປະຕິບັດຕໍ່ໜ້າຜູ້ຄົນ ຫຼື ນອກສາຍຕາຂອງພວກເຂົາ, ບໍ່ວ່າມັນຈະເຮັດໃຫ້ເຈົ້າໂດດເດັ່ນ ຫຼື ບໍ່. ຢ່າພິຈາລະນາສິ່ງເຫຼົ່ານີ້” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການອ່ານສິ່ງນີ້ໄດ້ສະແດງໃຫ້ຂ້ອຍເຫັນວ່າຂ້ອຍມີທັດສະນະ ແລະ ທ່າທີທີ່ບໍ່ຖືກຕ້ອງຕໍ່ໜ້າທີ່ຂອງຂ້ອຍ. ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາ ແລະ ມັນຖືກຕ້ອງ ແລະ ເໝາະສົມທີ່ພວກເຮົາຈະເຮັດແບບນັ້ນ. ພວກເຮົາບໍ່ຄວນມີທາງເລືອກໃນເລື່ອງນີ້. ແຕ່ຂ້ອຍປ່ອຍໃຫ້ລຶ້ງເຄີຍກັບຄວາມມັກຂອງຂ້ອຍ, ພຽງແຕ່ຕ້ອງການໜ້າທີ່ໆໄດ້ຮັບການຍົກຍ້ອງ ແລະ ຄວາມນັບຖື. ຂ້ອຍຕໍ່ຕ້ານ ແລະ ປະຕິເສດແມ່ນຫຍັງກໍ່ຕາມທີ່ຢູ່ເບື້ອງຫຼັງສາກ ຫຼື ສິ່ງທີ່ບໍ່ໂດດເດັ່ນ. ຂ້ອຍບໍ່ຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ຂ້ອຍເຖິງກັບປະໝາດ, ຄິດລົບ ແລະ ປະຕິເສດທີ່ຈະເຮັດວຽກ ແລະ ຂ້ອຍກຳລັງຕໍ່ຕ້ານພຣະເຈົ້າ. ຂ້ອຍຍ້ອນຄິດຫາເວລາທີ່ຂ້ອຍມີຄວາມເຊື່ອໃໝ່ໆ. ຂ້ອຍອິດສາຜູ້ນໍາ ແລະ ອ້າຍເອື້ອຍນ້ອງທີ່ກໍາລັງເຮັດໜ້າທີ່. ຂ້ອຍຄິດວ່າໜ້າທີ່ເຫຼົ່ານັ້ນມີຄວາມສຳຄັນແທ້ໆ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກຄົນອື່ນ ແລະ ຄົນທີ່ເຮັດວຽກທີ່ບໍ່ໂດດເດັ່ນສໍ່າໃດໂດຍໃຊ້ຮ່າງກາຍແມ່ນບໍ່ມີທັກສະແທ້ໆໃຫ້ເວົ້າເຖິງ. ໜ້າທີ່ປະເພດນັ້ນແມ່ນຕໍ່າຕ້ອຍ ແລະ ຜູ້ຄົນດູຖູກມັນ. ຍ້ອນຂ້ອຍຖືກນໍາພາຢ່າງຜິດໆໃນຄວາມຄິດຂອງຂ້ອຍ, ຂ້ອຍໄດ້ຈັດປະເພດໜ້າທີ່ເປັນຊັ້ນທີ່ແຕກຕ່າງກັນ, ສະນັ້ນເມື່ອຂ້ອຍເລີ່ມເຮັດໜ້າທີ່ເປັນເຈົ້າໜ້າທີ່ຄວບຄຸມເວທີ ຂ້ອຍກໍ່ຄິດວ່າຂ້ອຍພຽງແຕ່ກໍາລັງເຮັດໜ້າວຽກທຳມະດາທີ່ບໍ່ສຳຄັນ ແລະ ມັນຈະທໍາລາຍຊື່ສຽງ ແລະ ພາບລັກຂອງຂ້ອຍ. ຂ້ອຍຕໍ່ຕ້ານມັນແທ້ໆ ແລະ ບໍ່ຕ້ອງການຍອມອ່ອນນ້ອຍຕໍ່ມັນ. ຂ້ອຍບໍ່ມີຄວາມຮັບຜິດຊອບຫຍັງສຳລັບໜ້າທີ່ຂອງຂ້ອຍ ແລະ ບໍ່ຕ້ອງການຮຽນຮູ້ທັກສະທີ່ຂ້ອຍຄວນຮຽນຮູ້. ຂ້ອຍເຖິງກັບຄິດທີ່ຈະປະລາໄຊ ແລະ ທໍລະຍົດພຣະເຈົ້າ. ຂ້ອຍເຫັນວ່າຂ້ອຍພຽງແຕ່ສົນໃຈກັບຄວາມມັກສ່ວນຕົວຂອງຂ້ອຍໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍພຽງແຕ່ຄິດເຖິງຄວາມຫຍິ່ງຍະໂສ ແລະ ກຽດສັກສີຂອງຂ້ອຍເທົ່ານັ້ນ ແລະ ເຖິງຜົນປະໂຫຍດຂອງຂ້ອຍເອງ. ຂ້ອຍຂາດຄວາມເຊື່ອຟັງທີ່ແທ້ຈິງຢ່າງສິ້ນເຊິງ, ແຮງໄກທີ່ຂ້ອຍຈະຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ. ທ່າທີຂອງຂ້ອຍເປັນຕາລັງກຽດຫຼາຍ ແລະ ເປັນທີ່ກຽດຊັງສຳລັບພຣະເຈົ້າຫຼາຍ! ການຮູ້ຈັກສິ່ງນີ້ເປັນສິ່ງທີ່ເຮັດໃຫ້ບໍ່ພໍໃຈ ແລະ ຂ້ອຍກໍ່ຕຳນິຕົນເອງ.

ຕໍ່ມາ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ມະນຸດແມ່ນສິ່ງມີຊີວິດທີ່ຖືກສ້າງ. ແມ່ນຫຍັງຄືໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງ? ສິ່ງນີ້ກ່ຽວຂ້ອງກັບການປະຕິບັດ ແລະ ໜ້າທີ່ຂອງຜູ້ຄົນ. ເຈົ້າເປັນສິ່ງມີຊີວິດທີ່ຖືກສ້າງ; ພຣະເຈົ້າໄດ້ມອບຂອງຂວັນແຫ່ງສຽງເພງໃຫ້ແກ່ເຈົ້າ. ເມື່ອພຣະອົງໃຊ້ເຈົ້າໃຫ້ຮ້ອງເພງ, ເຈົ້າຄວນເຮັດຫຍັງ? ເຈົ້າຄວນຍອມຮັບໜ້າທີ່ນີ້ທີ່ພຣະອົງໄດ້ຝາກຝັງໃຫ້ແກ່ເຈົ້າ ແລະ ຮ້ອງເພງໃຫ້ດີ. ເມື່ອພຣະເຈົ້າໃຊ້ເຈົ້າໃຫ້ເຜີຍແຜ່ຂ່າວປະເສີດ, ໃນຖານະສິ່ງມີຊີວິດທີ່ຖືກສ້າງ, ເຈົ້າກາຍເປັນຫຍັງ? ເຈົ້າກາຍເປັນຜູ້ປະກາດຂ່າວປະເສີດ. ເມື່ອພຣະອົງຕ້ອງການໃຫ້ເຈົ້ານຳພາ, ເຈົ້າຄວນຮັບເອົາການຝາກຝັງນີ້; ຖ້າເຈົ້າສາມາດປະຕິບັດໜ້າທີ່ນີ້ໃຫ້ສອດຄ່ອງກັບຫຼັກການຄວາມຈິງ, ແລ້ວນີ້ກໍ່ຈະເປັນອີກໜ້າທີ່ໜຶ່ງທີ່ເຈົ້າຮັບໃຊ້. ບາງຄົນທັງບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສະແຫວງຫາມັນ; ພວກເຂົາເຮັດໄດ້ພຽງແຕ່ໃຊ້ຄວາມພະຍາຍາມເທົ່ານັ້ນ. ສະນັ້ນ, ແມ່ນຫຍັງຄືໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງເຫຼົ່ານັ້ນ? ມັນແມ່ນການໃຊ້ຄວາມພະຍາຍາມ ແລະ ການໃຫ້ບໍລິການ” (ຄັດຈາກບົດ “ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈິ່ງສາມາດຮູ້ຈັກການກະທຳຂອງພຣະເຈົ້າໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຈາກພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ຮຽນຮູ້ວ່າ ບໍ່ວ່າຄົນໆໜຶ່ງຈະເຮັດໜ້າທີ່ຫຍັງກໍ່ຕາມໃນເຮືອນຂອງພຣະເຈົ້າ, ບໍ່ວ່າມັນຈະໂດດເດັ່ນ ຫຼື ບໍ່ກໍ່ຕາມ, ມີພຽງແຕ່ຊື່ ແລະ ໜ້າທີ່ການເຮັດວຽກທີ່ແຕກຕ່າງກັນ, ແຕ່ຄວາມຮັບຜິດຊອບສ່ວນຕົວຂອງພວກເຂົາຍັງຄືກັນ. ຕົວຕົນ ແລະ ແກ່ນແທ້ໂດຍທຳມະຊາດຂອງບຸກຄົນໜຶ່ງບໍ່ໄດ້ປ່ຽນແປງ, ພວກເຂົາຈະເປັນສິ່ງຖືກສ້າງຢູ່ສະເໝີ. ຂ້ອຍເປັນສິ່ງຖືກສ້າງໃນໜ້າທີ່ການດັດແກ້ເອກະສານຂອງຂ້ອຍ ແລະ ຂ້ອຍຍັງເປັນສິ່ງຖືກສ້າງໃນໜ້າທີ່ການຄວບຄຸມເວທີຂອງຂ້ອຍ. ບໍ່ມີລຳດັບຊັ້ນໃນໜ້າທີ່ພາຍໃນເຮືອນຂອງພຣະເຈົ້າ ແລະ ມັນລ້ວນແລ້ວແຕ່ຖືກຈັດແຈງໂດຍອີງໃສ່ຄວາມຕ້ອງການໃນວຽກງານຂອງຄຣິດຕະຈັກ ແລະ ໂດຍອີງຕາມວຸດທິພາວະ, ຄວາມສາມາດ ແລະ ຈຸດແຂງຂອງແຕ່ລະຄົນ. ບໍ່ວ່າມັນຈະເປັນໜ້າທີ່ຫຍັງກໍ່ຕາມ, ຄວາມປະສົງຂອງພຣະເຈົ້າກໍ່ຄືໃຫ້ພວກເຮົາໃສ່ຄວາມພະຍາຍາມທັງໝົດເຂົ້າໃນໜ້າທີ່ຂອງພວກເຮົາຢ່າງແທ້ຈິງ, ໃຫ້ພວກເຮົາມີພື້ນຖານໃນການສະແຫວງຫາຄວາມຈິງຂອງພວກເຮົາ, ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ເຮັດໜ້າທີ່ຂອງພວກເຮົາໃຫ້ດີ. ດັ່ງທີ່ມັນກ່າວໄວ້ໃນພຣະທຳຂອງພຣະເຈົ້າວ່າ “ໜ້າທີ່ກໍບໍ່ຄືກັນ. ມີແຕ່ຮ່າງກາຍດຽວ. ແຕ່ລະຄົນປະຕິບັດໜ້າທີ່ຂອງເຂົາ, ແຕ່ລະຄົນຢູ່ໃນທີ່ຂອງເຂົາ ແລະ ເຮັດດ້ວຍສຸດຄວາມສາມາດຂອງເຂົາ, ຍ້ອນເມັດໄຟນ້ອຍໆແຕ່ລະດວງກໍມີແສງສະຫວ່າງໜຶ່ງດວງທີ່ວາບວາວ ແລະ ສະແຫວງຫາຄວາມເຕີບໃຫຍ່ໃນຊີວິດ. ສະນັ້ນ ເຮົາຈຶ່ງຈະພໍໃຈ” (ຄັດຈາກ “ບົດທີ 21” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຜູ້ນໍາຄຣິດຕະຈັກໄດ້ຈັດແຈງໃຫ້ຂ້ອຍເຮັດໜ້າທີ່ເປັນເຈົ້າໜ້າທີ່ຄວບຄຸມເວທີ ຍ້ອນນັ້ນຄືສິ່ງທີ່ຈຳເປັນສຳລັບວຽກງານ ແລະ ຂ້ອຍບໍ່ຄວນເລືອກເຮັດ ຫຼື ບໍ່ພໍໃຈໂດຍອີງໃສ່ຄວາມມັກຂອງຂ້ອຍເອງ, ແຕ່ຄວນຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ຂ້ອຍຄວນຕິດຕັ້ງອຸປະກອນປະກອບສາກຕາມຄວາມຕ້ອງການຂອງໂຄງການ ແລະ ເຮັດສ່ວນເລັກນ້ອຍຂອງຂ້ອຍສຳລັບການຖ່າຍທຳທຸກຢ່າງທີ່ເປັນພະຍານໃຫ້ກັບພຣະເຈົ້າ. ນີ້ແມ່ນໜ້າທີ່ຂອງຂ້ອຍ. ຂ້ອຍມີການປ່ຽນແປງໜ້ອຍໜຶ່ງໃນທັດສະນະຂອງຂ້ອຍ ຫຼັງຈາກທີ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂ້ອຍປ່ອຍວາງສິ່ງທີ່ເປັນພາລະໃຫ້ກັບຂ້ອຍເປັນເວລາດົນນານ. ຂ້ອຍຍັງສາມາດເຂົ້າຫາໜ້າທີ່ຂອງຂ້ອຍໄດ້ຢ່າງຖືກຕ້ອງ. ຫຼັງຈາກນັ້ນເປັນຕົ້ນມາ, ຂ້ອຍກໍ່ຊອກຫາວັດສະດຸ ແລະ ຂໍ້ມູນອ້າງອີງຢ່າງດຸໝັ່ນ ເພື່ອພັດທະນາທັກສະຕ່າງໆ ແລະ ໃນການເຕົ້າໂຮມກັບນັກສະແດງ, ຂ້ອຍກໍ່ບໍ່ໄດ້ປຽບທຽບລະຫວ່າງໜ້າທີ່ຂອງພວກເຮົາອີກຕໍ່ໄປ, ແຕ່ກົງກັນຂ້າມ ຂ້ອຍເປີດໃຈກ່ຽວກັບຄວາມກະບົດ ແລະ ຄວາມເສື່ອມຊາມຂອງຂ້ອຍ. ຂ້ອຍໂອ້ລົມກ່ຽວກັບຄວາມເຂົ້າໃຈທັງໝົດທີ່ຂ້ອຍມີ. ໃນໜ້າທີ່ຂອງຂ້ອຍຫຼັງຈາກນັ້ນ, ບາງຄັ້ງ ຄວາມຢ້ານກົວຂອງຂ້ອຍທີ່ຈະຖືກດູຖູກກໍ່ປາກົດຂຶ້ນ ແລະ ຂ້ອຍຮູ້ວ່າຂ້ອຍໄດ້ຈັດລຽງລໍາດັບໜ້າທີ່ສູງ ຫຼື ຕໍ່າອີກຄັ້ງ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າຢ່າງໄວວາ ແລະ ປະຖິ້ມແນວຄິດທີ່ບໍ່ຖືກຕ້ອງຂອງຂ້ອຍ, ໃສ່ໃຈກັບໜ້າທີ່ຂອງຂ້ອຍ ແລະ ວາງອັນດັບການເຮັດໃຫ້ພຣະເຈົ້າພໍໃຈເປັນສິ່ງທຳອິດ. ຂ້ອຍຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈຫຼາຍຫຼັງຈາກທີ່ໄດ້ປະຕິບັດໃນລັກສະນະນີ້ເປັນເວລາຊົ່ວໄລຍະໜຶ່ງ. ຂ້ອຍບໍ່ຮູ້ສຶກອີກຕໍ່ໄປວ່າການເຮັດວຽກກັບຈັດສາກ ແລະ ການເຄື່ອນຍ້າຍອຸປະກອນປະກອບສາກໄປມາເປັນໜ້າທີ່ໆຕໍ່າຕ້ອຍ. ກົງກັນຂ້າມ, ຂ້ອຍຮູ້ສຶກວ່າພຣະເຈົ້າໄດ້ຝາກຝັງຄວາມຮັບຜິດຊອບໃຫ້ກັບຂ້ອຍ. ຂ້ອຍເປັນກຽດ ແລະ ພູມໃຈທີ່ຈະສາມາດເຮັດໜ້າທີ່ນີ້ ແລະ ຈະເຮັດສ່ວນຂອງຂ້ອຍສໍາລັບການຖ່າຍທຳຮູບເງົາໃນເຮືອນຂອງພຣະເຈົ້າ.

ຂ້ອຍຄິດວ່າຂ້ອຍໄດ້ຮັບວຸດທິພາວະບາງຢ່າງຫຼັງຈາກທີ່ຖືກເປີດໂປງໃນລັກສະນະນັ້ນ, ຂ້ອຍສາມາດຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍຈະບໍ່ຄິດລົບ ແລະ ກະບົດອີກຕໍ່ໄປ ເພາະໜ້າທີ່ຂອງຂ້ອຍບໍ່ແມ່ນຫຍັງທີ່ພິເສດ. ແຕ່ຄັ້ງຕໍ່ໄປທີ່ຂ້ອຍຜະເຊີນໜ້າກັບສະຖານະການທີ່ຂ້ອຍບໍ່ມັກ, ບັນຫາເດີມກໍ່ປາກົດຂຶ້ນອີກຄັ້ງ.

ສອງເດືອນຕໍ່ມາເມື່ອມັນເປັນລະດູການທີ່ຫຍຸ້ງວຽກແທ້ໆສຳລັບຊາວກະສິກອນ, ມີອ້າຍເອື້ອຍນ້ອງບາງຄົນທີ່ອອກໄປເຜີຍແຜ່ຂ່າວປະເສີດ ແລະ ບໍ່ສາມາດກັບຄືນມາໄດ້ທັນເວລາສຳລັບການເກັບກ່ຽວ. ຜູ້ນຳຖາມຂ້ອຍວ່າຂ້ອຍສາມາດຊ່ວຍພວກເຂົາໃນວຽກງານກະສິກຳຂອງພວກເຂົາ ຫຼື ບໍ່. ຂ້ອຍຄິດວ່າ, “ສິ່ງນີ້ສາມາດເຮັດໃຫ້ອ້າຍເອື້ອຍນ້ອງເຫຼົ່ານັ້ນສະບາຍໃຈ ເພື່ອພວກເຂົາຈະສາມາດໃສ່ໃຈກັບວຽກງານຂ່າວປະເສີດ ແລະ ມັນຈະເປັນປະໂຫຍດສໍາລັບວຽກງານໃນເຮືອນຂອງພຣະເຈົ້າ. ຂ້ອຍຄວນຮັບເອົາວຽກນີ້”. ແຕ່ເມື່ອຂ້ອຍໄປຮອດທົ່ງນາ, ຂ້ອຍກໍ່ເຫັນວ່າອ້າຍນ້ອງຄົນອື່ນທີ່ຢູ່ໃນທີ່ນັ້ນຢູ່ໃນຊ່ວງອາຍຸ 40 ຫຼື 50 ປີ. ບໍ່ມີແມ່ນແຕ່ຄົນດຽວທີ່ຢູ່ໃນຊ່ວງອາຍຸ 20 ປີ ຄືກັບຂ້ອຍ. ຂ້ອຍບໍ່ພໍໃຈຫຼາຍ. ໃນເວລານັ້ນເອງ, ອ້າຍຄົນໜຶ່ງໄດ້ມາຫາ ແລະ ຖາມດ້ວຍຄວາມປະຫຼາດໃຈວ່າ “ນ້ອງຊາຍ, ເຈົ້າມີເວລາມາເຮັດວຽກຢູ່ໃນທົ່ງນາໄດ້ແນວໃດ? ເຈົ້າບໍ່ເຮັດໜ້າທີ່ດັດແກ້ເອກະສານຂອງເຈົ້າບໍ?” ໃບໜ້າຂອງຂ້ອຍເລີ່ມແດງຂຶ້ນໃນທັນທີ ແລະ ຂ້ອຍກໍ່ຕອບຢ່າງໄວວາວ່າ “ຂ້ອຍພຽງແຕ່ມາຊ່ວຍຊົ່ວຄາວ”. ຫຼັງຈາກທີ່ລາວຍ່າງຈາກໄປ, ຂ້ອຍກໍ່ຄິດວ່າ “ລາວຈະຄິດແນວໃດກ່ຽວກັບຂ້ອຍ? ລາວຈະຄິດບໍວ່າການມາເຮັດວຽກປະເພດນີ້ຢູ່ຊ່ວງອາຍຸຂອງຂ້ອຍໝາຍຄວາມວ່າຂ້ອຍບໍ່ມີຄວາມສາມາດ ຫຼື ພອນສະຫວັນໃດໜຶ່ງທີ່ແທ້ຈິງ ແລະ ຂ້ອຍພຽງແຕ່ຢູ່ທີ່ນີ້ ເພາະຂ້ອຍບໍ່ສາມາດຮັບໜ້າທີ່ໃດໜຶ່ງທີ່ສຳຄັນ? ນັ້ນຊ່າງເປັນການຕົກຕໍ່າແທ້ໆ!” ຂ້ອຍຮູ້ສຶກໂສກເສົ້າຫຼາຍຂຶ້ນເລື້ອຍໆ. ເຖິງແມ່ນວ່າຂ້ອຍກໍາລັງເຮັດວຽກໂດຍໃຊ້ຮ່າງກາຍ, ຈິດໃຈຂອງຂ້ອຍເຕັມໄປດ້ວຍຄວາມຄິດກ່ຽວກັບສິ່ງທີ່ອ້າຍນ້ອງຢູ່ທີ່ນັ້ນຈະຄິດກ່ຽວກັບຂ້ອຍ ແລະ ພວກເຂົາຈະດູຖູກຂ້ອຍ ຫຼື ບໍ່. ຂ້ອຍພຽງແຕ່ເຮັດໃຫ້ວຽກສຳເລັດໂດຍບໍ່ມີຄວາມຕັ້ງໃຈ. ເມື່ອຂ້ອຍມາຮອດເຮືອນ, ຂ້ອຍກໍ່ເຫັນອ້າຍຄົນອື່ນໆບາງຄົນຢູ່ຕໍ່ໜ້າຄອມພິວເຕີ ແລ້ວກຳລັງເຮັດໜ້າທີ່ຂອງພວກເຂົາ ແລະ ຂ້ອຍກໍ່ຮູ້ສຶກຄືກັບວ່າຂ້ອຍຢູ່ໃນຂັ້ນທີ່ຕໍ່າກວ່າໃນທັນທີ. ຂ້ອຍຄິດວ່າ “ໜ້າທີ່ຂອງຄົນອື່ນດີກວ່າຂອງຂ້ອຍ. ເປັນຫຍັງຂ້ອຍຕ້ອງອອກໄປຫຍຸ້ງໃນການເຮັດວຽກໃນທົ່ງນາ? ບໍ່ວ່າກໍລະນີຈະເປັນແນວໃດກໍ່ຕາມ, ຢ່າງໜ້ອຍ ຂ້ອຍກໍ່ໄດ້ເຂົ້າຮຽນວິທະຍາໄລ ແລະ ຂ້ອຍໄດ້ເຮັດວຽກໜັກໃນການສຶກສາຂອງຂ້ອຍ. ນັ້ນບໍ່ແມ່ນການຫຼົບໜີຈາກໂຊກຊະຕາຂອງຊາວກະສິກອນໃນການເຮັດວຽກໃນທົ່ງນາໝົດມື້ບໍ? ຂ້ອຍຈະບໍ່ໄປເຮັດວຽກໃນມື້ອື່ນ”. ຂ້ອຍຮູ້ວ່າຂ້ອຍບໍ່ຄວນຄິດແບບນັ້ນ, ແຕ່ຂ້ອຍກໍ່ຮູ້ສຶກຜິດຫຼາຍ ໂດຍຄິດວ່າການໃຫ້ຂ້ອຍເຮັດວຽກໃນທົ່ງນາເປັນການສິ້ນເປືອງພອນສະຫວັນຂອງຂ້ອຍ ແລະ ເປັນສິ່ງທີ່ອັບອາຍສຳລັບຂ້ອຍ. ຂ້ອຍວຸ້ນວາຍໃຈຫຼາຍຂຶ້ນເມື່ອຂ້ອຍຄິດກ່ຽວກັບມັນ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າວ່າ “ພຣະເຈົ້າເອີຍ, ຂ້ານ້ອຍຮູ້ສຶກວ່າການເຮັດວຽກໜັກ ແລະ ເຫື່ອອອກໃນວຽກງານກະສິກຳເປັນໜ້າທີ່ຕ່ຳຕ້ອຍ ເຊິ່ງຄົນອື່ນຈະດູຖູກ. ຂ້ານ້ອຍບໍ່ຕ້ອງການທີ່ຈະເຮັດວຽກນັ້ນອີກຕໍ່ໄປ. ຂ້ານ້ອຍຮູ້ວ່າຄວາມຄິດຂອງຂ້ານ້ອຍກ່ຽວກັບເລື່ອງນີ້ເປັນສິ່ງທີ່ຜິດ, ແຕ່ຂ້ານ້ອຍບໍ່ສາມາດຫ້າມມັນໄດ້. ຂ້ານ້ອຍເປັນທຸກໃຈແທ້ໆ. ໄດ້ໂປດສ່ອງແສງ ແລະ ຊີ້ນໍາຂ້ານ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ເຊື່ອຟັງດ້ວຍເທີ້ນ”.

ຫຼັງຈາກຄຳອະທິຖານຂອງຂ້ອຍ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ແມ່ນຫຍັງຄືຄວາມອ່ອນນ້ອມທີ່ແທ້ຈິງ? ເມື່ອໃດກໍ່ຕາມທີ່ພຣະເຈົ້າເຮັດບາງສິ່ງທີ່ເປັນໄປຕາມແນວທາງຂອງເຈົ້າ ແລະ ເຈົ້າຮູ້ສຶກວ່າທຸກສິ່ງເປັນຕາເພິ່ງພໍໃຈ ແລະ ເໝາະສົມ ແລະ ເຈົ້າຖືກເຮັດໃຫ້ໂດດເດັ່ນ, ເຈົ້າຮູ້ສຶກວ່າສິ່ງນີ້ຂ້ອນຂ້າງມີສະຫງ່າລາສີ ແລະ ເຈົ້າກໍ່ເວົ້າວ່າ ‘ຂອບໃຈພຣະເຈົ້າ’ ແລະ ສາມາດຍອມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ. ເຖິງແນວໃດກໍ່ຕາມ, ເມື່ອໃດກໍ່ຕາມທີ່ເຈົ້າຖືກມອບໝາຍໃຫ້ຢູ່ໃນສະຖານທີ່ໆບໍ່ໂດດເດັ່ນ ເຊິ່ງເປັນບ່ອນທີ່ເຈົ້າຈະບໍ່ມີວັນສາມາດໄດ້ໂດດເດັ່ນຈັກເທື່ອ ແລະ ໃນບ່ອນທີ່ບໍ່ມີໃຜຈະຮັບຮູ້ເຈົ້າ, ຫຼັງຈາກນັ້ນ ເຈົ້າກໍ່ເຊົາຮູ້ສຶກມີຄວາມສຸກ ແລະ ພົບວ່າມັນຍາກທີ່ຈະຍອມອ່ອນນ້ອມ... ໂດຍປົກກະຕິແລ້ວ ການຍອມອ່ອນນ້ອມໃນຂະນະທີ່ເງື່ອນໄຂເອື້ອອຳນວຍເປັນສິ່ງທີ່ງ່າຍດາຍ. ຖ້າເຈົ້າຍັງສາມາດຍອມອ່ອນນ້ອມໃນສະຖານະການທີ່ບໍ່ເພິ່ງປະສົງ ນັ້ນກໍ່ຄື ບັນດາສິ່ງຕ່າງໆບໍ່ເປັນໄປຕາມທາງຂອງເຈົ້າ ແລະ ຄວາມຮູ້ສຶກຂອງເຈົ້າເຈັບປວດ, ເຮັດໃຫ້ເຈົ້າອ່ອນແອ, ເຮັດໃຫ້ເຈົ້າທົນທຸກທາງຮ່າງກາຍ ແລະ ສ້າງຄວາມເສຍຫາຍໃຫ້ກັບຊື່ສຽງຂອງເຈົ້າ, ທີ່ບໍ່ສາມາດຕອບສະໜອງຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງເຈົ້າໄດ້ ແລະ ທີ່ເຮັດໃຫ້ເຈົ້າປະສົບກັບຄວາມເຈັບປວດທາງຈິດໃຈ, ຫຼັງຈາກນັ້ນ ເຈົ້າຈະເຕີບໃຫຍ່ຢ່າງແທ້ຈິງ. ນີ້ບໍ່ແມ່ນເປົ້າໝາຍທີ່ພວກເຈົ້າຄວນສະແຫວງຫາບໍ? ຖ້າພວກເຈົ້າມີຄວາມເດັດດ່ຽວເຊັ່ນນີ້, ເປົ້າໝາຍເຊັ່ນນີ້, ແລ້ວກໍ່ຍັງມີຫວັງຢູ່” (ຄັດຈາກການສົນທະນາຂອງພຣະເຈົ້າ).

ຂ້ອຍຮູ້ສຶກລະອາຍໃຈໃນຂະນະທີ່ຂ້ອຍພິຈາລະນາພຣະທຳຂອງພຣະເຈົ້າ. ພຣະທຳເຫຼົ່ານັ້ນໄດ້ເປີດເຜີຍສະພາວະທີ່ແທ້ຈິງຂອງຂ້ອຍ. ເມື່ອຂ້ອຍຄິດວ່າຂ້ອຍສາມາດໂອ້ອວດໃນຂະນະທີ່ເຮັດໜ້າທີ່ດັດແກ້ເອກະສານຂອງຂ້ອຍ, ຂ້ອຍກໍ່ດີໃຈຫຼາຍທີ່ຈະຍອມຮັບມັນ ແລະ ຍອມປະຕິບັດມັນ ແລະ ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍຢ່າງກະຕືລືລົ້ນ. ແຕ່ເມື່ອຂ້ອຍກຳລັງຊ່ວຍເຫຼືອໃນທົ່ງນາ ແລະ ຄວາມຫຍິ່ງຍະໂສ ແລະ ໜ້າຕາຂອງຂ້ອຍໄດ້ຮັບຜົນກະທົບ, ຂ້ອຍກໍ່ຮູ້ສຶກບໍ່ພໍໃຈ ແລະ ບໍ່ເຕັມໃຈທີ່ຈະເຮັດມັນ. ໂດຍສະເພາະເມື່ອຂ້ອຍເຫັນອ້າຍນ້ອງຄົນອື່ນໆທີ່ກຳລັງເຮັດວຽກກັບຄອມພິວເຕີຂອງພວກເຂົາ, ຂ້ອຍກໍ່ຮູ້ສຶກຄືກັບວ່າຂ້ອຍບໍ່ເກັ່ງສໍ່າພວກເຂົາ. ຂ້ອຍສູນເສຍຄວາມສົມດຸນຂອງຂ້ອຍ ໂດຍຄິດວ່າ ຍ້ອນຂ້ອຍມີການສຶກສາ ຂ້ອຍຄວນເຮັດໜ້າທີ່ໆມີກຽດເຊິ່ງຈຳເປັນຕ້ອງໃຊ້ທັກສະ. ຂ້ອຍຕໍ່ຕ້ານ ແລະ ຈົ່ມຕໍ່ວ່າ ແລະ ຂ້ອຍບໍ່ຕ້ອງການສືບຕໍ່ເຮັດວຽກງານກະສິກຳ. ໃນໜ້າທີ່ຂອງຂ້ອຍ, ຂ້ອຍບໍ່ໄດ້ພິຈາລະນາສິ່ງທີ່ຈະເປັນປະໂຫຍດຕໍ່ເຮືອນຂອງພຣະເຈົ້າ ຫຼື ຂ້ອຍບໍ່ໄດ້ຄຳນຶງເຖິງຄວາມປະສົງຂອງພຣະອົງ. ກົງກັນຂ້າມ, ຂ້ອຍຄິດກ່ຽວກັບຄວາມຫຍິ່ງຍະໂສຂອງຂ້ອຍເອງໃນທຸກໆຄັ້ງ. ຂ້ອຍເຫັນແກ່ຕົວ ແລະ ເປັນຕາກຽດຊັງຫຼາຍ. ຂ້ອຍບໍ່ໄດ້ເຫັນວ່າຕົນເອງເປັນສະມາຊິກໃນເຮືອນຂອງພຣະເຈົ້າເລີຍ. ຜູ້ເຊື່ອທີ່ແທ້ຈິງ ເຊິ່ງເປັນຜູ້ທີ່ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແມ່ນຈະຮັບເອົາການປະຕິບັດໜ້າທີ່ຂອງພວກເຂົາເປັນຄວາມຮັບຜິດຊອບສ່ວນຕົວຂອງພວກເຂົາ, ເຂົ້າຮ່ວມບ່ອນໃດກໍ່ຕາມທີ່ຕ້ອງການພວກເຂົາ, ເຖິງແມ່ນວ່າມັນຈະຫຍຸ້ງຍາກ, ເປັນຕາເມື່ອຍ ຫຼື ຫຼຸດຊື່ສຽງ ຫຼື ຜົນປະໂຫຍດຂອງພວກເຂົາ. ຕາບໃດທີ່ມັນດີສໍາລັບວຽກງານໃນຄຣິດຕະຈັກ, ພວກເຂົາກໍ່ດຳເນີນການລິເລີ່ມເພື່ອເຮັດມັນໃຫ້ດີ. ມີພຽງແຕ່ຜູ້ຄົນແບບນັ້ນຈຶ່ງມີຄວາມເປັນມະນຸດ ແລະ ຢືນຢູ່ກັບເຮືອນຂອງພຣະເຈົ້າ. ຂ້ອຍຄິດກ່ຽວກັບວຽກງານຫຼ້າສຸດຂອງຂ້ອຍໃນການເກັບກ່ຽວໃນລະດູໃບໄມ້ຫຼົ່ນ. ອ້າຍເອື້ອຍນ້ອງບາງຄົນຕ້ອງການຄວາມຊ່ວຍເຫຼືອ ແລະ ຄົນອື່ນໆອີກຈໍານວນໜຶ່ງກໍ່ສາມາດເຮັດມັນໄດ້ເຊັ່ນກັນ, ແລ້ວເປັນຫຍັງພຣະເຈົ້າຈຶ່ງໃຫ້ໜ້າທີ່ນີ້ຕົກລົງເທິງຕັກຂອງຂ້ອຍ? ມັນບໍ່ຄືກັບວ່າຂ້ອຍໄດ້ເພີ່ມມູນຄ່າທີ່ສະເພາະເຂົ້າໃນວຽກງານນັ້ນ. ແຕ່ພຣະເຈົ້າກຳລັງເປີດໂປງທ່າທີຂອງຂ້ອຍຕໍ່ໜ້າທີ່ຂອງຂ້ອຍ ໂດຍເຮັດໃຫ້ຂ້ອຍເຮັດວຽກບາງຢ່າງທີ່ເປິເປື້ອນ ແລະ ເປັນຕາເມື່ອຍ ເພື່ອວ່າຂ້ອຍຈະສາມາດຮັບຮູ້ເຖິງຄວາມເສື່ອມຊາມ ແລະ ຄວາມບໍ່ບໍລິສຸດຂອງຂ້ອຍ ໃນຂະນະທີ່ກຳລັງເຮັດໜ້າທີ່ນັ້ນ, ແລ້ວສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ. ແຕ່ຂ້ອຍບໍ່ໄດ້ເຂົ້າໃຈເຈດຕະນາທີ່ກະລຸນາຂອງພຣະເຈົ້າ. ຂ້ອຍຍັງຈູ້ຈີ້ກ່ຽວກັບໜ້າທີ່ຂອງຂ້ອຍ ແລະ ມີຄວາມມັກ ແລະ ຄວາມຕ້ອງການຂອງຂ້ອຍເອງຢູ່ສະເໝີ. ຂ້ອຍບໍ່ສາມາດຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ແຕ່ໄດ້ກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ອຍເຮັດໃຫ້ພຣະອົງເຈັບປວດແທ້ໆ! ໃນຄວາມຄິດນີ້, ຂ້ອຍເຂົ້າໃຈວ່າຄວາມປະສົງຂອງພຣະເຈົ້າຄືການເປີດໂປງ ແລະ ຊໍາລະລ້າງອຸປະນິໄສທີ່ເສື່ອມຊາມຂອງຂ້ອຍຜ່ານສະຖານະການນັ້ນ ແລະ ເພື່ອແກ້ໄຂທ່າທີຂອງຂ້ອຍຕໍ່ໜ້າທີ່ຂອງຂ້ອຍ. ນີ້ແມ່ນຄວາມຮັກຂອງພຣະເຈົ້າ. ມັນບໍ່ສໍາຄັນວ່າ ຂ້ອຍຖືກມອບໝາຍໃຫ້ຮັບວຽກທີ່ເປິເປື້ອນ, ເປັນຕາເມື່ອຍ ຫຼື ບໍ່ເປັນຕາປະທັບໃຈ ຫຼື ບໍ່. ຕາບໃດທີ່ມັນເປັນປະໂຫຍດຕໍ່ວຽກງານຂອງຄຣິດຕະຈັກ, ຂ້ອຍກໍ່ຄວນຍອມຮັບມັນໂດຍບໍ່ມີເງື່ອນໄຂ, ຍອມອ່ອນນ້ອມ ແລະ ທຸ້ມເທສຸດຄວາມສາມາດເຂົ້າໃນໜ້າທີ່ນັ້ນ. ມີພຽງແຕ່ສິ່ງນັ້ນຈຶ່ງເປັນບຸກຄົນທີ່ມີຄວາມສຳນຶກ ແລະ ມີເຫດຜົນ. ເມື່ອຂ້ອຍເລີ່ມເຂົ້າໃຈແບບນີ້, ຂ້ອຍກໍ່ຄ່ອຍໆໄດ້ຮັບຄວາມສູ້ສຶກສະຫງົບສຸກ.

ຕໍ່ມາ ຂ້ອຍບໍ່ສາມາດອົດທີ່ຈະໄຕ່ຕອງກ່ຽວກັບຕົນເອງ: ເປັນຫຍັງຂ້ອຍຈຶ່ງຕໍ່ຕ້ານ ແລະ ບໍ່ພໍໃຈຫຼາຍ ເມື່ອຂ້ອຍເຮັດໜ້າທີ່ໆບໍ່ໄດ້ໂດດເດັ່ນ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຍອມຮັບມັນ ແລະ ຍອມປະຕິບັດຕາມມັນຢ່າງແທ້ຈິງໄດ້? ໃນການສະແຫວງຫາຂອງຂ້ອຍ, ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນທຳມະຊາດໃນຂອງມະນຸດ. ‘ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’ ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັໃດຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ... ຍັງມີພິດຂອງຊາຕານຫຼາຍໃນຊີວິດຂອງຜູ້ຄົນ ໃນການປະພຶດ ແລະ ພຶດຕິກຳ; ພວກເຂົາເກືອບບໍ່ມີຄວາມຈິງເລີຍ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ພວກເຂົາທຸກຄົນແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນທຸກສິ່ງທີ່ເປັນຂອງຊາຕານ” (ຄັດຈາກບົດ “ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າຊ່ວຍໃຫ້ຂ້ອຍເຂົ້າໃຈວ່າການທີ່ບໍ່ເຊື່ອຟັງ ແລະ ເລືອກໜ້າທີ່ຂອງຂ້ອຍແມ່ນເປັນຍ້ອນຂ້ອຍຖືກສັ່ງສອນ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍພິດຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຄົນທີ່ເຮັດວຽກໜັກດ້ວຍຄວາມຄິດຂອງພວກເຂົາແມ່ນປົກຄອງຄົນອື່ນ ແລະ ຄົນທີ່ເຮັດວຽກໜັກດ້ວຍມືຂອງພວກເຂົາແມ່ນຖືກຄົນອື່ນປົກຄອງ” ແລະ “ມີພຽງແຕ່ຄົນສະຫຼາດທີ່ຢູ່ເທິງ ແລະ ຄົນໂງ່ຈ້າທີ່ຢູ່ລຸ່ມເຊິ່ງບໍ່ສາມາດປ່ຽນແປງໄດ້” ແລະ ເພາະຂ້ອຍສະແຫວງຫາເພື່ອທີ່ຈະໂດດເດັ່ນ, ເກັ່ງກວ່າຄົນອື່ນ. ຂ້ອຍຫວນຄິດຄືນຫຼັງຫາຕອນທີ່ຂ້ອຍຢູ່ໃນໂຮງຮຽນ. ຄູ ແລະ ພໍ່ແມ່ຂອງຂ້ອຍບອກຂ້ອຍໃຫ້ເຮັດວຽກໜັກຢູ່ສະເໝີ ເພື່ອວ່າຂ້ອຍຈະສາມາດເຂົ້າຮຽນໃນມະຫາວິທະຍາໄລທີ່ດີ ແລະ ຫຼົບໜີຈາກຊີວິດຂອງຊາວກະສິກອນ, ມັນຈະເປັນທາງດຽວທີ່ຈະກ້າວໜ້າໄດ້. ນັ້ນຄືເຫດຜົນທີ່ຂ້ອຍຮຽນຢ່າງໜັກ ຕັ້ງແຕ່ຕອນທີ່ຂ້ອຍຍັງນ້ອຍ, ໂດຍຫວັງວ່າຂ້ອຍຈະໄດ້ປະລິນຍາທີ່ດີ ແລະ ຊອກຫາວຽກທີ່ນັບໜ້າຖືຕາໃນຖານະຜູ້ຄຸມງານ ຫຼື ຜູ້ຈັດການ, ບາງສິ່ງທີ່ເປັນຕາຊົມເຊີຍ ເຊິ່ງຄົນອື່ນຈະເຄົາລົບ. ຫຼັງຈາກທີ່ໄດ້ກາຍມາເປັນຜູ້ເຊື່ອ, ຂ້ອຍຍັງປະເມີນໜ້າທີ່ໃນເຮືອນຂອງພຣະເຈົ້າດ້ວຍສາຍຕາຂອງຄົນທີ່ບໍ່ເຊື່ອ, ຈັດອັນດັບໜ້າທີ່ວ່າສູງສົ່ງ ຫຼື ຕໍ່າຕ້ອຍ. ຂ້ອຍຄິດວ່າການເປັນຜູ້ນຳ ຫຼື ການເຮັດບາງສິ່ງທີ່ອາໄສທັກສະແມ່ນສິ່ງທີ່ເປັນຕາເຄົາລົບ ແລະ ອ້າຍເອື້ອຍນ້ອງຈະນັບຖືໜ້າທີ່ດັ່ງກ່າວ, ໃນຂະນະທີ່ໜ້າທີ່ເບື້ອງຫຼັງສາກ ແລະ ໃຊ້ຮ່າງກາຍຢ່າງໜັກເປັນໜ້າທີ່ໆຕໍ່າຕ້ອຍ ແລະ ຈະຖືກດູຖູກ. ຂ້ອຍເຫັນວ່າພິດເຫຼົ່ານີ້ຂອງຊາຕານໄດ້ກາຍມາເປັນທໍາມະຊາດຂອງຂ້ອຍເອງ, ຄອບງໍາຄວາມຄິດຂອງຂ້ອຍ, ເຮັດໃຫ້ຂ້ອຍສະແຫວງຫາຊື່ສຽງ ແລະ ສະຖານະຢ່າງດື້ດ້ານ, ຕ້ອງການເປັນຄົນທີ່ພິເສດຢູ່ສະເໝີ. ເມື່ອບາງສິ່ງເປັນອັນຕະລາຍຕໍ່ກຽດຕິຍົດ ແລະ ສະຖານະຂອງຂ້ອຍ, ຂ້ອຍກໍ່ຄິດລົບ ແລະ ຕໍ່ຕ້ານ. ຂ້ອຍພຽງແຕ່ບໍ່ສາມາດຍອມຮັບຕໍາແໜ໋ງຂອງຂ້ອຍ ແລະ ເຮັດໜ້າທີ່ຂອງຂ້ອຍໃນຖານະສິ່ງຖືກສ້າງ. ຂ້ອຍຂາດຄວາມສຳນຶກ ແລະ ເຫດຜົນທຸກປະການ. ຂ້ອຍຮູ້ວ່າຖ້າຂ້ອຍສືບຕໍ່ດຳລົງຊີວິດໂດຍພິດເຫຼົ່ານີ້ຂອງຊາຕານ, ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຮັດໜ້າທີ່ຂອງຂ້ອຍຕາມທີ່ພຣະເຈົ້າຮຽກຮ້ອງ, ບໍ່ພຽງແຕ່ວ່າຂ້ອຍຈະບໍ່ສາມາດຮັບເອົາຄວາມຈິງ ແລະ ຊີວິດ, ແຕ່ຂ້ອຍຈະກຽດຊັງພຣະເຈົ້າ ແລະ ຖືກກຳຈັດ. ຫຼັງຈາກທີ່ຮູ້ທຸກສິ່ງເຫຼົ່ານີ້, ຂ້ອຍກໍ່ຕັດສິນໃຈທີ່ຈະປະຖິ້ມເນື້ອໜັງຂອງຂ້ອຍ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ຂ້ອຍບໍ່ຕ້ອງການດຳລົງຊີວິດໂດຍພິດຂອງຊາຕານອີກຕໍ່ໄປ. ຂ້ອຍໄປເຮັດວຽກຢູ່ທົ່ງນາອີກຄັ້ງໃນມື້ຕໍ່ມາ.

ຕໍ່ມາ ຂ້ອຍໄດ້ອ່ານພຣະທຳບາງຂໍ້ຈາກພຣະເຈົ້າ. “ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງ ຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ” (ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ໃນທີ່ສຸດ, ບໍ່ວ່າຜູ້ຄົນຈະສາມາດບັນລຸຄວາມລອດພົ້ນໄດ້ ຫຼື ບໍ່ນັ້ນ ບໍ່ໄດ້ຂຶ້ນຢູ່ກັບວ່າພວກເຂົາປະຕິບັດໜ້າທີ່ຫຍັງ, ແຕ່ຂຶ້ນຢູ່ກັບວ່າພວກເຂົາເຂົ້າໃຈ ແລະ ໄດ້ຮັບຄວາມຈິງ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າພວກເຂົາຍອມອ່ອນນ້ອມຕໍ່ການຈັດຕຽມຂອງພຣະເຈົ້າ ແລະ ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ບໍ່. ພຣະເຈົ້າຊອບທຳ ແລະ ນີ້ແມ່ນມາດຕະຖານທີ່ພຣະອົງໃຊ້ເພື່ອວັດແທກມະນຸດຊາດທັງປວງ. ຫຼັກການນີ້ບໍ່ສາມາດປ່ຽນແປງໄດ້ ແລະ ເຈົ້າຕ້ອງຈື່ຫຼັກການນີ້. ເພາະສະນັ້ນ, ຢ່າຄິດກ່ຽວກັບການຊອກຫາທາງອື່ນ ຫຼື ສະແຫວງຫາບາງສິ່ງທີ່ບໍ່ເປັນຈິງ. ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກທຸກຄົນທີ່ບັນລຸຄວາມລອດພົ້ນແມ່ນບໍ່ປ່ຽນແປງຕະຫຼອດໄປ; ພວກມັນຍັງຄືເກົ່າ ບໍ່ວ່າເຈົ້າຈະເປັນໃຜກໍຕາມ” (ຄັດຈາກບົດ “ທັດສະນະທີ່ມະນຸດຄວນມີຕໍ່ພຣະເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍສາມາດເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ. ພຣະເຈົ້າບໍ່ໄດ້ກຳນົດຜົນໄດ້ຮັບ ແລະ ຈຸດໝາຍປາຍທາງຂອງບຸກຄົນໜຶ່ງໂດຍອີງໃສ່ໜ້າທີ່ໆພວກເຂົາເຮັດ, ຈຳນວນວຽກງານທີ່ພວກເຂົາໄດ້ເຮັດ ຫຼື ພວກເຂົາປະກອບສ່ວນຫຼາຍສໍ່າໃດ. ພຣະອົງເບິ່ງທີ່ວ່າພວກພວກເຂົາສາມາດຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະອົງ ແລະ ເຮັດໜ້າທີ່ຂອງສິ່ງຖືກສ້າງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດຮັບເອົາຄວາມຈິງໃນທີ່ສຸດ ແລະ ປ່ຽນແປງຊີວິດ-ອຸປະນິໄສຂອງພວກເຂົາໄດ້ ຫຼື ບໍ່. ຫາກບໍ່ມີການສະແຫວງຫາຄວາມຈິງໃນຄວາມເຊື່ອຂອງຂ້ອຍ, ແລ້ວບໍ່ວ່າໜ້າທີ່ຂອງຂ້ອຍອາດເບິ່ງຄືປະຫຼາດໃຈ ຫຼື ເປັນຕາປະທັບໃຈຫຼາຍສໍ່າໃດຕໍ່ຄົນອື່ນ, ຂ້ອຍກໍ່ຈະບໍ່ສາມາດຮັບເອົາຄວາມຈິງໄດ້ຈັກເທື່ອ, ແຮງໄກທີ່ຈະຮັບເອົາການຮອງຮັບຈາກພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງ. ຂ້ອຍຄິດຫາຜູ້ຕໍ່ຕ້ານພຣະຄຣິດທີ່ຖືກຄຣິດຕະຈັກຂອງພວກເຮົາຂັບໄລ່ອອກ. ລາວໄດ້ປະຕິບັດໜ້າທີ່ບາງຢ່າງທີ່ສຳຄັນ ແລະ ເຮັດວຽກໃນຖານະຜູ້ນຳ ແລະ ສະມາຊິກໃໝ່ບາງຄົນໃນຄຣິດຕະຈັກກໍ່ເຄົາລົບນັບຖືລາວ. ແຕ່ລາວບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ການປ່ຽນແປງດ້ານອຸປະນິໄສໃນໜ້າທີ່ຂອງລາວ, ກົງກັນຂ້າມ ລາວຍາດຊິງເອົາຊື່ສຽງ ແລະ ສະຖານະ ແລະ ຍຶດຕິດກັບເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ລາວເຮັດສິ່ງຊົ່ວຮ້າຍທຸກຮູບແບບ ແລະ ຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ລາວຖືກໄລ່ອອກໃນທີ່ສຸດ. ຂ້ອຍຍັງໄດ້ເຫັນວ່າມີອ້າຍນ້ອງບາງຄົນທີ່ກຳລັງເຮັດໜ້າທີ່ປົກກະຕິ, ເຊິ່ງບໍ່ໄດ້ເບິ່ງຄືກັບວ່າພິເສດຫຍັງເລີຍ, ແຕ່ພວກເຂົາກໍ່ພຽງແຕ່ເຮັດໜ້າທີ່ຂອງພວກເຂົາຢ່າງງຽບໆໂດຍບໍ່ມີການຈົ່ມຕໍ່ວ່າ. ເມື່ອພວກເຂົາປະສົບກັບບັນຫາ, ພວກເຂົາກໍ່ຈະສະແຫວງຫາຄວາມຈິງ ແລະ ຄວາມປະສົງຂອງພຣະເຈົ້າ. ພວກເຂົາມີແສງສະຫວ່າງ ແລະ ການຊີ້ນໍາຂອງພຣະວິນຍານຍານບໍລິສຸດໃນໜ້າທີ່ຂອງພວກເຂົາ ແລະ ພວກເຂົາເຮັດໄດ້ດີຂຶ້ນເລື້ອຍໆໃນວຽກງານຂອງພວກເຂົາ. ພວກເຂົາດໍາລົງຊີວິດຕາມລັກສະນະຂອງມະນຸດຫຼາຍຂຶ້ນເລື້ອຍໆ. ສິ່ງນີ້ສະແດງໃຫ້ຂ້ອຍເຫັນວ່າ ໃນຄວາມເຊື່ອ ການຮັບເອົາຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບວ່າໜ້າທີ່ຂອງຄົນໆໜຶ່ງແມ່ນຫຍັງ. ບໍ່ວ່າຄົນໆໜຶ່ງຈະເຮັດໜ້າທີ່ຫຍັງກໍ່ຕາມ, ການສະແຫວງຫາຄວາມຈິງ ແລະ ການປ່ຽນແປງດ້ານອຸປະນິໄສຄືສິ່ງສຳຄັນ. ນັ້ນເປັນເສັ້ນທາງດຽວທີ່ຖືກຕ້ອງທີ່ຕ້ອງຮັບເອົາ. ຕອນນີ້, ບໍ່ວ່າຜູ້ນໍາຈະໃຫ້ຂ້ອຍເຮັດວຽກເປັນເຈົ້າໜ້າທີ່ຄວບຄຸມເວທີ ຫຼື ຜູ້ຊ່ວຍຊາວກະສິກອນ, ມັນກໍ່ລ້ວນແລ້ວແຕ່ເປັນການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ມັນຄືສິ່ງທີ່ຂ້ອຍຈຳເປັນຕ້ອງມີເພື່ອເຂົ້າສູ່ຊີວິດຂອງຂ້ອຍ. ຂ້ອຍຄວນຍອມຮັບເອົາມັນຢູ່ສະເໝີ ແລະ ຍອມປະຕິບັດມັນ. ໃນໜ້າທີ່ຂອງຂ້ອຍ, ຂ້ອຍຄວນຈະສະແຫວງຫາຄວາມຈິງ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ປະຕິບັດຫຼັກການແຫ່ງຄວາມຈິງ. ມີພຽງແຕ່ສິ່ງນັ້ນທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ການຮັບຮູ້ທຸກສິ່ງນີ້ເຮັດໃຫ້ຂ້ອຍມີຄວາມຮູ້ສຶກເປັນອິດສະຫຼະ. ຕໍ່ມາ ຜູ້ນຳໄດ້ມອບໝາຍໃຫ້ຂ້ອຍເຮັດໜ້າທີ່ທົ່ວໄປຫຼາຍຂຶ້ນ, ເຊິ່ງຂ້ອຍກໍ່ຍອມຮັບຢ່າງສະຫງົບສຸກ. ຂ້ອຍເຖິງກັບສະເໜີທີ່ຈະຊ່ວຍອ້າຍເອື້ອຍນ້ອງໃນວຽກເຮືອນໃນເວລາວ່າງຂອງຂ້ອຍ. ເມື່ອຂ້ອຍເຮັດໃນລັກສະນະນັ້ນ, ຂ້ອຍກໍ່ພົບວ່າ ບໍ່ວ່າຂ້ອຍຈະຊ່ວຍໃນການອະນາໄມ, ການປູກຕົ້ນໄມ້ ຫຼື ການຂຸດຄອງ, ມັນກໍ່ມີບົດຮຽນໃຫ້ຮຽນຮູ້ຢູ່ສະເໝີ. ພຣະເຈົ້າບໍ່ໄດ້ລຳອຽງຕໍ່ຂ້ອຍ ເພາະຂ້ອຍກຳລັງໃຊ້ແຮງງານຮ່າງກາຍ. ຕາບໃດທີ່ຂ້ອຍໃສ່ຫົວໃຈຂອງຂ້ອຍເຂົ້າໃນໜ້າທີ່ນັ້ນ, ສະແຫວງຫາຄວາມຈິງ ແລະ ນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ຂ້ອຍກໍ່ສາມາດເກັບກ່ຽວໃນແມ່ນຫຍັງກໍ່ຕາມ.

ຫຼັງຈາກທີ່ໄດ້ຜະເຊີນກັບບັນຫານີ້, ຂ້ອຍກໍ່ຮູ້ຢ່າງແທ້ຈິງວ່າ ບໍ່ວ່າໜ້າທີ່ຂອງຂ້ອຍຈະເປັນຫຍັງກໍ່ຕາມ, ມັນຄືສິ່ງທີ່ພຣະເຈົ້າໄດ້ຈັດແຈງໃຫ້ ແລະ ມັນແມ່ນສິ່ງທີ່ຂ້ອຍຕ້ອງການສໍາລັບການເຂົ້າສູ່ຊີວິດຂອງຂ້ອຍ. ຂ້ອຍຄວນຍອມຮັບມັນ ແລະ ເຊື່ອຟັງຢູ່ສະເໝີ, ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂ້ອຍ ແລະ ສະແຫວງຫາຄວາມຈິງ ແລະ ການປ່ຽນແປງດ້ານອຸປະນິໄສຕະຫຼອດຂະບວນການນີ້. ເຖິງແມ່ນວ່າຂ້ອຍຈັດອັນດັບໜ້າທີ່ໆແຕກຕ່າງກັນຢູ່ສະເໝີ ແລະ ຕໍ່ຕ້ານເມື່ອພົບກັບໜ້າທີ່ໆຂ້ອຍບໍ່ມັກ, ເຕັມໄປດ້ວຍຄວາມກະບົດ ແລະ ການຕໍ່ຕ້ານພຣະເຈົ້າ, ພຣະອົງກໍ່ບໍ່ໄດ້ປະຕິບັດຕໍ່ຂ້ອຍໂດຍອີງໃສ່ການເຮັດຜິດຂອງຂ້ອຍ. ກົງກັນຂ້າມ, ພຣະອົງຊີ້ນໍາຂ້ອຍເທື່ອລະບາດກ້າວດ້ວຍພຣະທຳຂອງພຣະອົງ, ເຮັດໃຫ້ຂ້ອຍເຂົ້າໃຈຄວາມຈິງ ແລະ ຮູ້ຈັກຄວາມຮັບຜິດຊອບ ແລະ ພາລະກິດຂອງສິ່ງຖືກສ້າງ. ພຣະອົງປ່ຽນທັດສະນະທີ່ຖືກນໍາພາຢ່າງຜິດໆຂອງຂ້ອຍ ເພື່ອວ່າຂ້ອຍຈະສາມາດເຂົ້າຫາໜ້າທີ່ຂອງຂ້ອຍໄດ້ຢ່າງຖືກຕ້ອງ ແລະ ເລີ່ມເຊື່ອຟັງພຣະອົງ. ນີ້ຄືຄວາມຮັກຂອງພຣະເຈົ້າ. ຂອບພຣະຄຸນພຣະເຈົ້າ!

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ການທໍລະມານໃນຫ້ອງສອບສວນ

ໂດຍ ສຽວມິນ, ຈີນ ໃນປີ 2012 ໃນລະຫວ່າງຊ່ວງການປະກາດຂ່າວປະເສີດ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນ. ຈົນຮອດຕອນແລງຂອງວັນທີ 13 ກັນຍາ,...

ພອນທີ່ມາຈາກການເຈັບປ່ວຍ

ໂດຍ ສຽວ ລານ, ປະເທດຈີນ ໃນປີ 2014, ພັກຄອມມູນິດໄດ້ເລີ່ມເຮັດໃຫ້ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແປດເປື້ອນດ້ວຍຄະດີຂອງ ເຈົາຍວນ ໃນວັນທີ...

ຄວາມອວດດີໄປກ່ອນການລົ້ມສະຫຼາຍ

ໂດຍ ຊິນເຈຍ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ,...

ພຣະທຳຂອງພຣະເຈົ້າໄດ້ປຸກສັ່ນວິນຍານຂອງຂ້ອຍໃຫ້ຕື່ນຂຶ້ນ

ໂດຍ ນານນານ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຂັ້ນຕອນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນຍຸກສຸດທ້າຍ...

Leave a Reply