ຫຼັງຈາກຄຳເວົ້າຕົວະ

19 ເດືອນກຸມພາ 2022

ໂດຍ ເຊີນຊື່, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະເຢຊູເຈົ້າຍັງກ່າວອີກວ່າ, “ແລ້ວເວົ້າວ່າ ເຮົາເວົ້າກັບເຈົ້າແທ້ໆ ນອກຈາກເຈົ້າຈະກັບໃຈໃໝ່ ແລະ ກາຍມາເປັນຄືກັບເດັກນ້ອຍ ເຈົ້າຈະບໍ່ເຂົ້າສູ່ອະນາຈັກສະຫວັນເລີຍ” (ມັດທາຍ 18:3). ພວກເຮົາສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າພຣະອົງຊື່ສັດ, ພຣະອົງມັກຄົນສັດຊື່ ແລະ ກຽດຊັງຄົນທີ່ຫຼອກລວງ ແລະ ມີພຽງຄົນທີ່ຊື່ສັດເທົ່ານັ້ນທີ່ສາມາດຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນໄດ້. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຮຽກຮ້ອງຄັ້ງແລ້ວຄັ້ງເລົ່າໃຫ້ພວກເຮົາຊື່ສັດ ແລະ ໃຫ້ພວກເຂົາແກ້ໄຂແຮງຈູງໃຈທີ່ເວົ້າຕົວະ ແລະ ຫຼອກລວງຂອງພວກເຮົາ. ແຕ່ໃນຊີວິດຈິງ, ເມື່ອໃດກໍຕາມທີ່ມີບາງສິ່ງລາມຫາຊື່ສຽງ ແລະ ສະຖານະຂອງຂ້ອຍ, ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກເວົ້າຕົວະ ແລະ ຫຼອກລວງ. ຫາກບໍ່ມີການພິພາກສາ ແລະ ການເປີດເຜີຍຈາກພຣະທຳຂອງພຣະເຈົ້າ, ຫາກບໍ່ມີການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງ, ຂ້ອຍຈະບໍ່ກັບໃຈຢ່າງແທ້ຈິງ, ຫັນໜີຈາກການເວົ້າຕົວະ ແລະ ປະຕິບັດຄວາມຈິງໃນຖານະຄົນຊື່ສັດໄດ້ຈັກເທື່ອ.

ສອງສາມປີທີ່ຜ່ານມາ, ຂ້ອຍໄດ້ປະຕິບັດໜ້າທີ່ຂອງຜູ້ນໍາຄຣິດຕະຈັກ. ມື້ໜຶ່ງ ຜູ້ນຳຂອງຂ້ອຍໄດ້ຂໍໃຫ້ຂ້ອຍເຂົ້າຮ່ວມການເຕົ້າໂຮມຂອງເພື່ອນຮ່ວມງານຄົນໜຶ່ງ. ຂ້ອຍມີຄວາມສຸກຫຼາຍ. ຂ້ອຍຄິດເຖິງວ່າຂ້ອຍເຮັດວຽກໜັກສໍ່າໃດໃນຄຣິດຕະຈັກເມື່ອບໍ່ດົນມານີ້, ຈັດໃຫ້ມີການເຕົ້າໂຮມ ແລະ ການໂອ້ລົມກັນທຸກໆມື້ ແລະ ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍປະກອບສ່ວນໃນໜ້າທີ່ຂອງພວກເຂົາຢ່າງຫ້າວຫັນ. ບາງກຸ່ມມີຄວາມຄືບໜ້າຫຼາຍ, ສະນັ້ນ ຂ້ອຍຈຶ່ງຄິດວ່າ ການເຕົ້າໂຮມຄັ້ງນີ້ຈະເປັນໂອກາດໃຫ້ຄົນອື່ນເຫັນຂ້ອຍຢ່າງແນ່ນອນ. ຂ້ອຍສາມາດສະແດງໃຫ້ຜູ້ນໍາ ແລະ ເພື່ອນຮ່ວມງານຮູ້ວ່າຂ້ອຍມີຄວາມສາມາດສໍ່າໃດ, ຂ້ອຍເກັ່ງກວ່າຄົນອື່ນ. ເມື່ອຂ້ອຍມາຮອດ, ຂ້ອຍເຫັນເອື້ອຍຫຼິວກຳລັງເຮັດໜ້າເປັນກັງວົນ ແລະ ລາວກໍເວົ້າໂດຍຖອນຫາຍໃຈວ່າ “ວຽກງານການລ້ຽງດູ ແລະ ການສະໜັບສະໜູນອ້າຍເອື້ອຍນ້ອງຂອງເຈົ້າເປັນແນວໃດ? ພວກເຮົາພົບກັບຄວາມຫຍຸ້ງຍາກ. ຂ້ອຍຕ້ອງຂາດຄວາມເປັນຈິງແຫ່ງຄວາມຈິງ. ມີຫຼາຍບັນຫາທີ່ຂ້ອຍບໍ່ສາມາດແກ້ໄຂໄດ້”. ຂ້ອຍຍິ້ມ ແລະ ເວົ້າວ່າ “ວຽກງານການລ້ຽງດູເປັນໄປດ້ວຍດີໃນຄຣິດຕະຈັກຂອງພວກເຮົາ, ດີກວ່າແຕ່ກ່ອນຫຼາຍ”. ໃນຕອນນັ້ນ ຜູ້ນໍາກໍເຂົ້າມາ ແລະ ເລີ່ມຖາມກ່ຽວກັບວຽກງານການລ້ຽງດູໃນຄຣິດຕະຈັກ. ຂ້ອຍຄິດວ່າມັນເປັນໂອກາດຂອງຂ້ອຍທີ່ຈະສ່ອງແສງ, ສະນັ້ນຂ້ອຍຈຶ່ງຈຳເປັນຕ້ອງສ້າງການສະແດງທີ່ດີ. ແຕ່ໜ້າປະຫຼາດໃຈ, ລາວບໍ່ໄດ້ຖາມພວກເຮົາກ່ຽວກັບຄວາມສໍາເລັດຂອງພວກເຮົາໃນວຽກງານການລ້ຽງດູ, ແຕ່ໄດ້ຖາມກ່ຽວກັບຄວາມຫຍຸ້ງຍາກທີ່ເກີດຂຶ້ນ, ພວກມັນຖືກແກ້ໄຂແນວໃດຜ່ານການໂອ້ລົມກ່ຽວກັບຄວາມຈິງ ແລະ ຄວາມຫຍຸ້ງຍາກອັນໃດທີ່ບໍ່ໄດ້ຖືກແກ້ໄຂ. ຂ້ອຍຕົກໃຈ. ໂດຍທົ່ວໄປແລ້ວ, ຂ້ອຍພຽງແຕ່ເປັນຜູ້ຈັດການວຽກງານ ແລະ ບໍ່ຮູ້ລາຍລະອຽດເລີຍ, ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ເຮັດການລ້ຽງດູທີ່ແທ້ຈິງ. ຂ້ອຍບໍ່ຮູ້ຈະເຮັດແນວໃດ. ຂ້ອຍຄວນເວົ້າຫຍັງເມື່ອຜູ້ນຳຖາມຂ້ອຍ? ຖ້າຂ້ອຍບອກຄວາມຈິງ, ລາວຈະຄິດວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງບໍ? ຂ້ອຍຫາກໍເວົ້າອວດກັບເອື້ອຍຫຼິວ ໂດຍເວົ້າວ່າວຽກງານທີ່ຂ້ອຍຮັບຜິດຊອບດຳເນີນໄປດ້ວຍດີ. ຖ້າຂ້ອຍບໍ່ສາມາດເວົ້າກ່ຽວກັບລາຍລະອຽດໄດ້, ລາວຈະເວົ້າວ່າຂ້ອຍເວົ້າອວດໂດຍບໍ່ມີຫຍັງບໍ? ຂ້ອຍຈະສາມາດເຮັດຫຍັງໄດ້? ຂ້ອຍຮູ້ສຶກເປັນກັງວົນຫຼາຍຂຶ້ນເລື້ອຍໆ. ໃນເວລານັ້ນເອງ, ອ້າຍຊູກໍໄດ້ເວົ້າກ່ຽວກັບບັນຫາບາງຢ່າງທີ່ພວກເຂົາພົບພໍ້ໃນວຽກງານການລ້ຽງດູໃນຄຣິດຕະຈັກຂອງພວກເຂົາ ແລະ ຄວາມເສື່ອມຊາມທີ່ລາວໄດ້ເປີດເຜີຍໃນວຽກງານຂອງລາວ. ຫຼັງຈາກນັ້ນ ລາວກໍໄດ້ອະທິບາຍເຖິງວິທີການທີ່ລາວສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງເຫຼົ່ານີ້. ລາວໄດ້ອະທິບາຍມັນໃນລັກສະນະຕົວຈິງ ແລະ ເປັນລາຍລະອຽດ, ເຊິ່ງສະແດງໃຫ້ພວກເຮົາເຫັນເຖິງເສັ້ນທາງແຫ່ງການປະຕິບັດ. ຂ້ອຍຮູ້ສຶກອາຍແທ້ໆຫຼັງຈາກທີ່ໄດ້ຍິນການໂອ້ລົມຂອງລາວ. ເມື່ອຮູ້ວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງໃດເລີຍ, ຂ້ອຍກໍກົ້ມຫົວຂອງຂ້ອຍລົງ ແລະ ໃບໜ້າຂອງຂ້ອຍກໍກາຍເປັນສີແດງ. ຫຼັງຈາກນັ້ນ ຜູ້ນຳໄດ້ຂໍໃຫ້ຂ້ອຍເວົ້າ. ຫົວໃຈຂອງຂ້ອຍເຕັ້ນໄວຫຼາຍ. ຂ້ອຍຄວນເວົ້າຫຍັງ? ຂ້ອຍບໍ່ມີລາຍລະອຽດໃຫ້ແບ່ງປັນ ແລະ ພຽງແຕ່ພາບລວມເທົ່ານັ້ນຈະສະແດງໃຫ້ເຫັນວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ. ຜູ້ຄົນຈະຄິດແນວໃດກັບຂ້ອຍ ຖ້າຂ້ອຍບອກຄວາມຈິງ? ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດເວົ້າຢ່າງກົງໄປກົງມາໄດ້. ສະນັ້ນ ຂ້ອຍພຽງແຕ່ເວົ້າວ່າ “ສະຖານະການຂອງຂ້ອຍຂ້ອນຂ້າງຄືກັນກັບອ້າຍຊູ. ບໍ່ຈຳເປັນຕ້ອງເວົ້າມັນຄືນອີກ”. ຜູ້ນຳຮັບຟັງ ແລະ ບໍ່ໄດ້ເວົ້າຫຍັງ, ຫຼັງຈາກນັ້ນກໍເລີ່ມການເຕົ້າໂຮມໂດຍການອ່ານພຣະທໍາຄຳຂອງພຣະເຈົ້າ. ໃນການເຕົ້າໂຮມນັ້ນ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ລັກເອົາບາງສິ່ງຈາກບາງຄົນ. ຂ້ອຍຮູ້ສຶກວິຕົກກັງວົນແທ້ໆ, ຢ້ານມື້ທີ່ຜູ້ນໍາຂອງຂ້ອຍຈະກວດກາ ຫຼື ຕິດຕາມດູແລວຽກງານຂອງຂ້ອຍ ແລ້ວພົບວ່າການປະຕິບັດຂອງຂ້ອຍບໍ່ໄດ້ຄືກັນກັບຂອງອ້າຍຊູ ແລະ ປົດຂ້ອຍອອກຈາກໜ້າທີ່ຂອງຂ້ອຍເນື່ອງຈາກການທີ່ບໍ່ໄດ້ເຮັດວຽກງານຕົວຈິງ, ເນື່ອງຈາກການເວົ້າຕົວະ ແລະ ການຫຼອກລວງ. ຄວາມກັງວົນຂອງຂ້ອຍເພີ່ມຂຶ້ນ ແຕ່ຂ້ອຍຍັງຂາດຄວາມກ້າຫານທີ່ຈະເວົ້າຄວາມຈິງ. ຂ້ອຍຕັດສິນໃຈຢ່າງງຽບໆວ່າ “ຂ້ອຍຕ້ອງເຮັດວຽກໃນລັກສະນະທີ່ອ້າຍຊູເຮັດແທ້ໆ ເພື່ອທົດແທນສຳລັບຄວາມບໍ່ຊື່ສັດຂອງຂ້ອຍໃນມື້ນີ້”.

ເມື່ອຂ້ອຍກັບໄປທີ່ຄຣິດຕະຈັກ, ຂ້ອຍພົບກັບສິດຍາພິບານ ແລະ ຜູ້ນໍາກຸ່ມໃນທັນທີ, ໃຫ້ການໂອ້ລົມທີ່ເປັນລາຍລະອຽດ ແລະ ເປັນການສ່ວນຕົວ ແລະ ໃຫ້ພວກເຂົາເລີ່ມຕົ້ນໃນທັນທີ. ຫຼັງຈາກນັ້ນ ຂ້ອຍກໍຂີ່ລົດຖີບຂອງຂ້ອຍໄປເຮືອນຂອງເອື້ອຍລູ. ຂ້ອຍໄດ້ບອກລາວກ່ຽວກັບເສັ້ນທາງຂອງອ້າຍຊູຢ່າງລະອຽດ ແລະ ບອກລາວໃຫ້ແບ່ງປັນມັນກັບອ້າຍເອື້ອຍນ້ອງຄົນອື່ນໆກ່ຽວກັບໜ້າທີ່ການລ້ຽງດູ. ສາມມື້ຜ່ານໄປແບບນັ້ນ ແລະ ຂ້ອຍລໍຖ້າຢ່າງມີຄວາມສຸກເພື່ອເກັບກ່ຽວໝາກຜົນຈາກແຮງງານຂອງຂ້ອຍ. ແຕ່ຂ້ອຍກໍປະຫຼາດໃຈ, ພວກເຂົາບອກຂ້ອຍວ່າ ພວກເຂົາພົບພໍ້ກັບບັນຫາຫຼາຍຢ່າງໃນວຽກງານການລ້ຽງດູຂອງພວກເຂົາ, ເຊິ່ງສຳລັບວຽກງານບາງອັນ ພວກເຂົາບໍ່ສາມາດແກ້ໄຂໄດ້ ແລະ ຜູ້ເຊື່ອໃໝ່ໄດ້ຖືກຕົວະໂດຍຄຳເວົ້າຕົວະຂອງພັກກອມມູນິດຈີນ ແລະ ສິດຍາພິບານທາງສາສະໜາ ເພາະພວກເຂົາບໍ່ໄດ້ຖືກລ້ຽງດູທັນເວລາ ແລະ ດ້ວຍເຫດນັ້ນ ພວກເຂົາກໍບໍ່ກ້າເຂົ້າມາຮ່ວມການເຕົ້າໂຮມອີກຕໍ່ໄປ. ຈິດໃຈຂອງຂ້ອຍໂຊເຊໄປມາ. ສິ່ງນັ້ນສາມາດເກີດຂຶ້ນໄດ້ແນວໃດ? ຂ້ອຍຟ້າວກັບໄປເຮືອນຂອງເອື້ອຍລູ ແລະ ທັນທີທີ່ລາວເຫັນຂ້ອຍ, ລາວກໍເວົ້າຢ່າງກະວົນກະວາຍວ່າ “ດຽວນີ້ ພວກເຮົາຄວນເຮັດແນວໃດກ່ຽວກັບບັນຫາເຫຼົ່ານີ້ໃນວຽກງານການລ້ຽງດູຂອງພວກເຮົາ? ຂ້ອຍບໍ່ຮູ້ແທ້ໆ”. ຂ້ອຍບໍ່ຮູ້ແທ້ໆວ່າຈະເວົ້າຫຍັງ. ຂ້ອຍໄດ້ແນະນຳລາວຜ່ານການໂອ້ລົມເປັນພິເສດ ແລະ ລົງເລິກຢ່າງລະອຽດຫຼາຍຂຶ້ນໃນການໂອ້ລົມຂອງຂ້ອຍ, ແຕ່ລາວກໍຍັງບໍ່ເຂົ້າໃຈ. ຂ້ອຍສົງໄສວ່າແມ່ນຫຍັງຜິດປົກກະຕິກັບຄົນເຫຼົ່ານັ້ນ. ຂ້ອຍໂອ້ລົມຢ່າງຊັດເຈນຫຼາຍ ແຕ່ພວກເຂົາຍັງບໍ່ເຂົ້າໃຈມັນ. ຜູ້ນຳຈະຄິດແນວໃດກັບຂ້ອຍ ຖ້າວຽກງານຂອງຂ້ອຍບໍ່ໄດ້ເຮັດອອກມາດີ? ຍິ່ງຂ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ອຍກໍຍິ່ງຮູ້ສຶກທໍ້ໃຈ ແລະ ເສົ້າໃຈຫຼາຍສໍ່ານັ້ນ. ຂ້ອຍກິ້ງໄປກິ້ງມາເທິງຕຽງໃນຄືນນັ້ນ, ບໍ່ສາມາດນອນຫຼັບໄດ້, ຮູ້ສຶກຄືບໍ່ມີກຳລັງຫຍັງທັງສິ້ນ. ໃນທີ່ສຸດ ຂ້ອຍກໍໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານວ່າ: “ພຣະເຈົ້າ, ຂ້ານ້ອຍໄດ້ເຮັດວຽກໜັກຫຼາຍໃນໜ້າທີ່ຂອງຂ້ານ້ອຍໃນສອງສາມມື້ຜ່ານມານີ້, ແຕ່ຂ້ານ້ອຍບໍ່ໄດ້ສຳເລັດຫຍັງເລີຍ. ຂ້ານ້ອຍບໍ່ສາມາດຮູ້ສຶກເຖິງການຊີ້ນຳຂອງພຣະອົງ ແລະ ຂ້ານ້ອຍດຳລົງຊີວິດຢູ່ໃນຄວາມມືດ. ພຣະເຈົ້າ, ຂ້ານ້ອຍກຳລັງເຮັດບາງສິ່ງທີ່ຂັດກັບຄວາມປະສົງຂອງພຣະອົງ, ເຮັດໃຫ້ພຣະອົງລັງກຽດ ແລະ ກຽດຊັງ ບໍ? ກະລຸນາສ່ອງແສງໃຫ້ຂ້ານ້ອຍ ເພື່ອວ່າຂ້ານ້ອຍອາດເຂົ້າໃຈສະພາວະຂອງຂ້ານ້ອຍເອງ”.

ຫຼັງຈາກນັ້ນ ຂ້ອຍໄດ້ອ່ານພຣະທຳທີ່ເປີດເຜີຍເຫຼົ່ານີ້ຈາກພຣະເຈົ້າ: “ເປົ້າໝາຍ ແລະ ເຈດຕະນາຂອງເຈົ້າຖືກສ້າງຂຶ້ນຮ່ວມກັບເຮົາໃນໃຈບໍ? ຄຳເວົ້າ ແລະ ການກະທຳທັງໝົດຂອງເຈົ້າຖືກເວົ້າ ແລະ ກະທຳຢູ່ຕໍ່ໜ້າເຮົາບໍ? ເຮົາກວດສອບຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ເຈົ້າບໍ່ຮູ້ສຶກຜິດບໍ? ເຈົ້າຕັ້ງໜ້າຜິດໆເພື່ອໃຫ້ຄົນອື່ນເຫັນ ແລະ ເຈົ້າຮັບເອົາອາກາດແຫ່ງຄວາມຊອບທຳໃນຕົວເອງຢ່າງໃຈເຢັນ; ເຈົ້າເຮັດສິ່ງນີ້ເພື່ອປົກປ້ອງຕົວເອງ. ເຈົ້າເຮັດສິ່ງນີ້ເພື່ດປົກປິດຄວາມຊົ່ວຂອງເຈົ້າ ແລະ ເຈົ້າເຖິງຂັ້ນຄິດຫາວິທີທີ່ຈະຜັກດັນຄວາມຊົ່ວຮ້າຍນັ້ນໃຫ້ແກ່ຄົນອື່ນ. ການທໍລະຍົດຈັ່ງແມ່ນມີຢູ່ໃນໃຈເຈົ້າ!” (ຄັດຈາກ “ບົດທີ 13” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). “ຢ່າປະພຶດແບບໜຶ່ງໃນເວລາຢູ່ຕໍ່ໜ້າຄົນອື່ນ ແລ້ວປະພຶດອີກແບບເວລາຢູ່ລັບຫຼັງພວກເຂົາ, ເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າອາດຫຼອກລວງຄົນອື່ນໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເຮົາເຫັນທຸກສິ່ງຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປົກປິດສິ່ງໃດສິ່ງໜຶ່ງ; ທຸກສິ່ງຢູ່ພາຍໃນກໍາມືຂອງເຮົາ. ຢ່າຄິດວ່າຕົນເອງສະຫຼາດຫຼາຍເກີນໄປທີ່ເຮັດໃຫ້ການຄຳນວນເລັກໆນ້ອຍໆທີ່ບໍ່ສຳຄັນຂອງເຈົ້າເກີດປະໂຫຍດແກ່ເຈົ້າ. ເຮົາຈະບອກກັບເຈົ້າວ່າ: ບໍ່ວ່າມະນຸດສາມາດມີແຜນການຫຼາຍສໍ່າໃດ ບໍ່ວ່າຈະເປັນພັນ ຫຼື ເປັນໝື່ນໆແຜນການ, ແຕ່ໃນທີ່ສຸດແລ້ວ ພວກເຂົາແມ່ນບໍ່ສາມາດໜີພົ້ນຈາກຝາມືຂອງເຮົາໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຖືກຄວບຄຸມດ້ວຍມືຂອງເຮົາ, ແລ້ວພຽງມະນຸດຄົນດຽວຈະໜີພົ້ນໄດ້ບໍ! ຢ່າພະຍາຍາມຫຼີກເວັ້ນເຮົາ ຫຼື ລີ້, ຢ່າພະຍາຍາມຫຼອກລໍ້ ຫຼື ປົກປິດ. ສາມາດເປັນໄປໄດ້ບໍ່ວ່າ ເຈົ້າຍັງບໍ່ທັນໄດ້ເຫັນໃບໜ້າທີ່ສະຫງ່າລາສີຂອງເຮົາ, ເຫັນຄວາມໂກດຮ້າຍຂອງເຮົາ ແລະ ການພິພາກສາຂອງເຮົາທີ່ເປີດອອກຢ່າງເປີດເຜີຍ? ຜູ້ໃດກໍຕາມທີ່ບໍ່ຕ້ອງການເຮົາຢ່າງຈິງໃຈ ເຮົາຈະພິພາກສາພວກເຂົາທັນທີ ແລະ ປາສະຈາກຄວາມເມດຕາ. ຄວາມສົງສານຂອງເຮົາໄດ້ມາເຖິງຈຸດສິ້ນສຸດແລ້ວ ແລະ ບໍ່ມີເຫຼືອອີກເລີຍ. ຈົ່ງຢ່າເປັນຄົນໜ້າຊື່ໃຈຄົດອີກຕໍ່ໄປ ແລະ ຈົງເຊົາວິທີທີ່ປ່າເຖື່ອນ ແລະ ໄຮ້ປະໂຫຍດຂອງເຈົ້າ” (ຄັດຈາກ “ບົດທີ 44” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຂ້ອຍໄຕ່ຕອງເບິ່ງຕົນເອງຫຼັງຈາກທີ່ໄດ້ອ່ານສິ່ງນີ້. ຂ້ອຍຟ້າວເຮັດນັ້ນເຮັດນີ້ເພື່ອຈັດການເຕົ້າໂຮມ ແລະ ການໂອ້ລົມກັບສິດຍາພິບານ ແລະ ຜູ້ນໍາກຸ່ມ, ແຕ່ທັງໝົດນີ້ແມ່ນເພື່ອຫຍັງ? ຂ້ອຍເຮັດມັນເພື່ອເຫັນແກ່ວຽກງານຂອງຄຣິດຕະຈັກແທ້ໆ, ເພື່ອຊີວິດຂອງອ້າຍເອື້ອຍນ້ອງຂອງຂ້ອຍບໍ? ຂ້ອຍເຮັດມັນເພື່ອແກ້ໄຂບັນຫາຕົວຈິງຂອງພວກເຂົາບໍ? ຫຼັງຈາກນັ້ນ ຂ້ອຍກໍຄິດເຖິງການທີ່ຂ້ອຍຕົວະແນວໃດໃນການເຕົ້າໂຮມນັ້ນ. ເມື່ອຜູ້ນຳຖາມກ່ຽວກັບວຽກງານການລ້ຽງດູ, ຂ້ອຍກໍຮູ້ເປັນຢ່າງດີວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງໃດເລີຍ, ແຕ່ຂ້ອຍຫຼອກລວງເພື່ອວ່າຂ້ອຍຈະບໍ່ເບິ່ງຄືຄົນໂງ່, ເພື່ອວ່າຜູ້ຄົນຈະບໍ່ເບິ່ງຜ່ານຂ້ອຍ ຫຼື ດູຖູກຂ້ອຍ. ຂ້ອຍຟ້າວກັບຄືນເພື່ອໄປຕາບຮູໃນວຽກງານຂອງຂ້ອຍ ເພື່ອວ່າຜູ້ນໍາຈະບໍ່ຮູ້ວ່າຂ້ອຍໄດ້ເວົ້າຕົວະ. ຫຼັງຈາກນັ້ນ ຂ້ອຍກໍຮູ້ວ່າຂ້ອຍໄດ້ເຮັດວຽກໜັກຫຼາຍ ພຽງແຕ່ເພື່ອໃຫ້ການຕົວະຂອງຂ້ອຍດຳເນີນຕໍ່ໄປ, ປົກປິດຄວາມຈິງທີ່ຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ ແລະ ເພື່ອຊື່ສຽງ ແລະ ສະຖານະຂອງຂ້ອຍເອງ. ຂ້ອຍຫາກໍໃຊ້ເສັ້ນທາງທີ່ອ້າຍຊູໄດ້ໂອ້ລົມ ແທນທີ່ຈະເຂົ້າໃຈຄວາມຫຍຸ້ງຍາກຕົວຈິງຂອງອ້າຍເອື້ອຍນ້ອງຢ່າງແທ້ຈິງ ແລະ ແກ້ໄຂບັນຫາຂອງພວກເຂົາໂດຍການໂອ້ລົມກ່ຽວກັບຄວາມຈິງ. ຂ້ອຍບໍ່ລະມັດລະວັງໃນໜ້າທີ່ຂອງຂ້ອຍ, ປູກຝັງແຮງຈູງໃຈທີ່ເປັນຕາລັງກຽດນັ້ນ. ສິ່ງນັ້ນຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້ແນວໃດ? ພຣະເຈົ້າເບິ່ງເຂົ້າໄປໃນຫົວໃຈຂ້າງໃນສຸດຂອງພວກເຮົາ, ແລ້ວພຣະອົງຈະບໍ່ລັງກຽດກັບການທີ່ຂ້ອຍພະຍາຍາມຫຼອກລວງພຣະອົງ, ສໍ້ໂກງພຣະອົງ ແລະ ເວົ້າຕົວະພຣະອົງໃນລັກສະນະນັ້ນໄດ້ແນວໃດ? ຄວາມມືດທີ່ຂ້ອຍໄດ້ຕົກເຂົ້າໄປແມ່ນການທີ່ພຣະເຈົ້າຂ້ຽນຕີ ແລະ ລົງວິໄນຂ້ອຍ. ການຮັບຮູ້ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກຢ້ານໜ້ອຍໜຶ່ງ ແລະ ຂ້ອຍຄິດກ່ຽວກັບການປະຕິບັດຄວາມຈິງ ແລະ ເປີດໃຈໃນການເຕົ້າໂຮມຄັ້ງຖັດໄປ. ແຕ່ຂ້ອຍຮູ້ສຶກມີຄວາມກັງວົນບາງຢ່າງ, ຄິດກ່ຽວກັບວ່າຂ້ອຍບອກເລື່ອງຕົວະທີ່ໃຫຍ່ແບບນັ້ນໄດ້ແນວໃດ. ຄົນອື່ນຈະຄິດແນວໃດກັບຂ້ອຍ ຖ້າຂ້ອຍຍອມຮັບມັນ? ພວກເຂົາຈະເວົ້າວ່າຂ້ອຍມີເລ່ຫຼ່ຽມບໍ?

ຫຼັງຈາກນັ້ນ ຂ້ອຍໄດ້ອ່ານອີກຂໍ້ຄວາມໃນພຣະທຳຂອງພຣະເຈົ້າ. “ເມື່ອເຈົ້າເວົ້າຕົວະ, ເຈົ້າບໍ່ໄດ້ເສຍໜ້າໃນທັນທີ, ແຕ່ໃນໃຈຂອງເຈົ້າ, ເຈົ້າຮູ້ສຶກວ່າເຈົ້າຖືກລົດຄວາມໜ້າເຊື່ອຖືສຸດໆ ແລະ ຈິດສຳນຶກຂອງເຈົ້າຈະກ່າວຫາເຈົ້າວ່າບໍ່ຊື່ສັດ. ເລິກລົງໄປ, ເຈົ້າຈະກຽດຊັງດູໝິ່ນຕົນເອງ ແລະ ດູຖູກຕົນເອງ ແລະ ຈະຄິດວ່າ ‘ເປັນຫຍັງຂ້ອຍຈຶ່ງມີຊີວິດຢູ່ຢ່າງໜ້າສົງສານແທ້? ມັນຍາກແຮງບໍທີ່ຈະເວົ້າຄວາມຈິງ? ຂ້ອຍຕ້ອງເວົ້າຄຳຂີ້ຕົວະເຫຼົ່ານີ້ພຽງເພື່ອເຫັນແກ່ຊື່ສຽງຂອງຂ້ອຍບໍ? ເປັນຫຍັງຊີວິດຈຶ່ງອິດເມື່ອຍຫຼາຍສຳລັບຂ້ອຍ?’ ເຈົ້າບໍ່ຈຳເປັນຕ້ອງດຳລົງຊີວິດທີ່ອິດເມື່ອຍຫຼາຍ, ແຕ່ເຈົ້າບໍ່ໄດ້ເລືອກເສັ້ນທາງແຫ່ງຄວາມສະບາຍໃຈ ແລະ ອິດສະຫຼະພາບ. ເຈົ້າໄດ້ເລືອກເສັ້ນທາງທີ່ສະໜັບສະໜູນຊື່ສຽງ ແລະ ຄວາມທະນົງຕົວຂອງເຈົ້າ, ດັ່ງນັ້ນ ສຳລັບເຈົ້າແລ້ວ, ຊີວິດແມ່ນອິດເມື່ອຍຫຼາຍ. ແມ່ນຫຍັງຄືຊື່ສຽງທີ່ເຈົ້າໄດ້ຮັບຈາກການເວົ້າຕົວະ? ຊື່ສຽງແມ່ນສິ່ງທີ່ເປົ່າຫວ່າງ ແລະ ບໍ່ຄຸ້ມຄ່າເລີຍ. ໂດຍການເວົ້າຕົວະ, ເຈົ້າໄດ້ຂາຍຄວາມຊື່ສັດ ແລະ ກຽດສັກສີຂອງເຈົ້າອອກໄປ. ຄຳຂີ້ຕົວະເຫຼົ່ານີ້ເຮັດໃຫ້ເຈົ້າສູນເສຍກຽດສັກສີຂອງເຈົ້າ ແລະ ບໍ່ມີຄວາມຊື່ສັດຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າບໍ່ມີຄວາມສຸກໃນສິ່ງນີ້ ແລະ ພຣະອົງກຽດຊັງມັນ. ດັ່ງນັ້ນ ມັນຄຸ້ມຄ່າບໍ? ນີ້ແມ່ນເສັ້ນທາງທີ່ຖືກຕ້ອງບໍ? ບໍ່, ມັນບໍ່ຖືກຕ້ອງ ແລະ ໂດຍການຕິດຕາມມັນ ເຈົ້າບໍ່ໄດ້ດຳລົງຊີວິດຢູ່ໃນຄວາມສະຫວ່າງ. ເມື່ອເຈົ້າບໍ່ດຳລົງຊີວິດໃນຄວາມສະຫວ່າງ, ເຈົ້າຈະຮູ້ສຶກອິດເມື່ອຍ. ເຈົ້າເວົ້າຕົວະຢູ່ສະເໝີ ແລະ ພະຍາຍາມເຮັດໃຫ້ຄຳຕົວະຟັງເບິ່ງມີເຫດຜົນ, ເຮັດໃຫ້ສະໝອງຂອງເຈົ້າຄິດເລື່ອງໄຮ້ສາລະທີ່ຈະເວົ້າ, ເຮັດໃຫ້ເຈົ້າເອງທຸກທໍລະມານຫຼາຍ ຈົນໃນທີ່ສຸດ ເຈົ້າກໍຄິດວ່າ ‘ຂ້ອຍຕ້ອງບໍ່ເວົ້າຕົວະອີກຕໍ່ໄປ. ຂ້ອຍຈະມິດງຽບ ແລະ ເວົ້າໜ້ອຍໆ’. ແຕ່ເຈົ້າກໍບໍ່ສາມາດຊ່ວຍຕົວເອງໄດ້. ເປັນຫຍັງຈຶ່ງເປັນແບບນີ້? ເຈົ້າບໍ່ສາມາດປະຖິ້ມສິ່ງຕ່າງໆເຊັ່ນ: ຊື່ສຽງ ແລະ ກຽດສັກສີຂອງເຈົ້າ, ດັ່ງນັ້ນ ເຈົ້າຈຶ່ງສາມາດສະໜັບສະໜູນມັນດ້ວຍຄຳຂີ້ຕົວະເທົ່ານັ້ນ. ເຈົ້າຮູ້ສຶກວ່າເຈົ້າສາມາດໃຊ້ຄຳຂີ້ຕົວະເພື່ອຍຶດຖືສິ່ງເຫຼົ່ານີ້, ແຕ່ທີ່ຈິງແລ້ວ ເຈົ້າບໍ່ສາມາດເຮັດໄດ້. ບໍ່ພຽງແຕ່ຄໍາຂີ້ຕົວະຂອງເຈົ້າບໍ່ປະສົບຜົນສຳເລັດໃນການຮັກສາຄວາມຊື່ສັດ ແລະ ກຽດສັກສີຂອງເຈົ້າ, ແຕ່ທີ່ສຳຄັນໄປກວ່ານັ້ນ ແມ່ນເຈົ້າໄດ້ສູນເສຍໂອກາດທີ່ຈະປະຕິບັດຄວາມຈິງ. ເຖິງແມ່ນວ່າເຈົ້າໄດ້ຮັກສາຊື່ສຽງ ແລະ ກຽດສັກສີຂອງເຈົ້າໄດ້, ເຈົ້າກໍໄດ້ສູນເສຍຄວາມຈິງ; ເຈົ້າໄດ້ສູນເສຍໂອກາດທີ່ຈະນຳມັນເຂົ້າສູ່ການປະຕິບັດ ລວມເຖິງໂອກາດທີ່ຈະເປັນຄົນຊື່ສັດ. ນີ້ແມ່ນການສູນເສຍທີ່ຍິ່ງໃຫຍ່ທີ່ສຸດ” (ຄັດຈາກບົດ “ໂດຍການເປັນຄົນຊື່ສັດເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດດຳລົງຊີວິດຕາມລັກສະນະມະນຸດທີ່ແທ້ຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳທຸກຂໍ້ຂອງພຣະເຈົ້າເຂົ້າໄປໃນຫົວໃຈຂອງຂ້ອຍໃນທັນທີ. ຂ້ອຍຮັກສາຊື່ສຽງຂອງຂ້ອຍຫຼັງຈາກທີ່ຂ້ອຍເວົ້າຕົວະ, ແຕ່ຂ້ອຍບໍ່ສາມາດຮູ້ສຶກເຖິງຄວາມສຸກແມ່ນແຕ່ໜ້ອຍດຽວ. ກົງກັນຂ້າມ ຂ້ອຍບໍ່ສະບາຍໃຈ, ຮູ້ສຶກບໍ່ດີຢູ່ສະເໝີກ່ຽວກັບສິ່ງທີ່ຂ້ອຍໄດ້ເຮັດ. ບາງຄັ້ງ ຂ້ອຍບໍ່ຕ້ອງການຈ້ອງຕາຜູ້ຄົນ ເມື່ອຂ້ອຍເວົ້າ, ຢ້ານວ່າພວກເຂົາຈະເຫັນເຖິງການຫຼອກລວງຂອງຂ້ອຍ ແລະ ຈະບໍ່ໄວ້ໃຈຂ້ອຍອີກຕໍ່ໄປ. ຂ້ອຍເຖິງກັບພະຍາຍາມເຮັດທຸກສິ່ງເພື່ອປົກປິດຄຳເວົ້າຕົວະຂອງຂ້ອຍ ເພື່ອເຮັດໃຫ້ມັນເປັນຕາເຊື່ອ. ມັນເປັນວິທີການດໍາລົງຊີວິດທີ່ລຳບາກ ແລະ ຂ້ອຍບໍ່ສາມາດຊອກຫາການບັນເທົາທຸກໃດໆ. ຂ້ອຍໄດ້ຕົວະ ແລະ ຫຼອກລວງ ແລະ ຂ້ອຍໄດ້ດໍາລົງຊີວິດໃນວິທີທີ່ເປັນຕາກຽດຊັງ ແລະ ບໍ່ມີສັກສີ. ເມື່ອບໍ່ຕ້ອງການປົກປິດຕົນເອງອີກຕໍ່ໄປ, ຂ້ອຍຈຶ່ງອະທິຖານຫາພຣະເຈົ້າເພື່ອສາລະພາບ ແລະ ກັບໃຈ ແລະ ຕັດສິນໃຈວ່າຂ້ອຍຈະປະຖິ້ມເນື້ອໜັງຂອງຂ້ອຍ ແລະ ເປີດໃຈໃນຄັ້ງຖັດໄປທີ່ຂ້ອຍເຫັນອ້າຍເອື້ອຍນ້ອງ.

ຜູ້ນຳໄດ້ມາຮ່ວມການເຕົ້າໂຮມກັບພວກເຮົາສອງສາມມື້ຕໍ່ມາ ແລະ ຂ້ອຍຮູ້ສຶກວ່າມັນແມ່ນການທີ່ພຣະເຈົ້າໃຫ້ໂອກາດຂ້ອຍເພື່ອປະຕິບັດຄວາມຈິງ. ຂ້ອຍອະທິຖານວ່າ “ໂອ້ ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະເປີດເຜີຍຄຳເວົ້າຕົວະຂອງຂ້ານ້ອຍ ແລະ ການຫຼອກລວງຂອງຂ້ານ້ອຍ. ກະລຸນາມອບຄວາມເດັດດ່ຽວທີ່ຈະປະຕິບັດຄວາມຈິງໃຫ້ແກ່ຂ້ານ້ອຍ”. ເມື່ອຂ້ອຍມາຮອດ, ຂ້ອຍໄດ້ຮຽນຮູ້ວ່າລາວມາເລືອກຄູ່ຮ່ວມງານຈາກບັນດາພວກເຮົາທີ່ເປັນຜູ້ນໍາຄຣິດຕະຈັກ. ການຕໍ່ສູ້ພາຍໃນໄດ້ເກີດຂຶ້ນພາຍໃນຕົວຂ້ອຍ: ຈາກບັນດາພວກເຮົາທີ່ເປັນຜູ້ນໍາຄຣິດຕະຈັກ, ຄວາມສາມາດ ແລະ ຄວາມສໍາເລັດຂອງຂ້ອຍແມ່ນຂ້ອນຂ້າງດີກວ່າຄົນອື່ນ, ສະນັ້ນ ບາງເທື່ອ ພວກເຂົາເຫັນຂ້ອຍເປັນຕົວແທນທີ່ເໝາະສົມແລ້ວ. ແຕ່ຖ້າຂ້ອຍເວົ້າຄວາມຈິງ ແລະ ເປີດເຜີຍຄຳເວົ້າຕົວະຂອງຂ້ອຍ, ພວກເຂົາຈະເຄົາລົບຂ້ອຍໜ້ອຍລົງບໍ? ພວກເຂົາຈະຄິດວ່າຂ້ອຍມີເລ່ຫຼ່ຽມເກີນໄປ ແລະ ບໍ່ເລືອກຂ້ອຍບໍ? ຂ້ອຍຈະສະແດງໜ້າຂອງຂ້ອຍອີກໄດ້ແນວໃດ ຖ້າຄົນອື່ນຖືກເລືອກ? ຂ້ອຍຄິດວ່າຂ້ອຍບໍ່ສາມາດເວົ້າກ່ຽວກັບມັນໄດ້. ໃນຂະນະທີ່ຂ້ອຍກົ້ມຫົວລົງ, ຫຼົງທາງໃນຄວາມຄິດ, ຜູ້ນຳກໍໄດ້ຂໍໃຫ້ຂ້ອຍແບ່ງປັນວ່າຂ້ອຍເປັນແນວໃດໃນຊ່ວງນີ້. ຂ້ອຍບຶດເບືອນມັນໂດຍສະດຸດໃນຄຳເວົ້າຂອງຂ້ອຍ. “ຂ້ອຍຢູ່ໃນສະພາວະທີ່ດີ. ເມື່ອປະສົບກັບຄວາມຫຍຸ້ງຍາກ, ຂ້ອຍຮູ້ທີ່ຈະອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ”. ຫຼັງຈາກທີ່ເວົ້າສິ່ງນີ້, ຂ້ອຍກໍຮູ້ສຶກວ່າຂ້ອຍໄດ້ເຮັດສິ່ງທີ່ເປັນຕາອັບອາຍ ແລະ ຂ້ອຍເຕັມໄປດ້ວຍຄວາມວິຕົກກັງວົນ. ຂ້ອຍເຫື່ອແຕກ. ເມື່ອເຫັນວ່າຂ້ອຍສືບຕໍ່ເຊັດເຫື່ອອອກ, ຜູ້ນໍາໄດ້ເອົານໍ້າຮ້ອນຈອກໜຶ່ງມາໃຫ້ຂ້ອຍ ແລະ ຖາມຢ່າງອ່ອນໂຍນວ່າຂ້ອຍເປັນຫວັດ ຫຼື ບໍ່. ຂ້ອຍເວົ້າວ່າ “ຂ້ອຍບໍ່ຮູ້ວ່າເປັນຫຍັງ, ຂ້ອຍຮູ້ສຶກກັງວົນໃຈ ແລະ ບໍ່ສາມາດເຊົາເຫື່ອອອກໄດ້”. ທີ່ຈິງແລ້ວ, ຂ້ອຍຮູ້ເປັນຢ່າງດີວ່າມັນເປັນເພາະວ່າຂ້ອຍຕົວະອີກຄັ້ງ ແລະ ບໍ່ໄດ້ປະຕິບັດຄວາມຈິງ. ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບວ່າ: “ພຣະເຈົ້າ, ຂ້ານ້ອຍໄດ້ຕົວະຄັ້ງແລ້ວຄັ້ງເລົ່າ, ປະຕິເສດທີ່ຈະປະຕິບັດຄວາມຈິງຢ່າງດື້ດຶງ. ຂ້ານ້ອຍດື້ຫຼາຍ, ກະບົດຫຼາຍ. ກະລຸນາຊີ້ນໍາຂ້ານ້ອຍ ເພື່ອວ່າຂ້ານ້ອຍອາດປະຕິບັດຄວາມຈິງ ແລະ ເປັນຄົນຊື່ສັດໄດ້”.

ຫຼັງຈາກນັ້ນ ເອື້ອຍຫຼິວກໍສະເໜີໃຫ້ພວກເຮົາຮ້ອງເພງສັນລະເສີນພຣະທຳຂອງພຣະເຈົ້າ. “ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ບໍ່ເຕັມໃຈທີ່ສຸດໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ. ຖ້າການສະແຫວງຫາ ຫົນທາງແຫ່ງຄວາມຈິງ ເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ເຈົ້າກໍແມ່ນຄົນທີ່ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ” (ຈາກບົດເພງ “ພຣະເຈົ້າອວຍພອນຄົນທີ່ສັດຊື່” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ໃນຂະນະທີ່ຂ້ອຍຮ້ອງເພງສັນລະເສີນນີ້, ຂ້ອຍຮູ້ສຶກທັງໂສກເສົ້າ ແລະ ອັບອາຍ. ຂ້ອຍໄດ້ອະທິຖານຕໍ່ໜ້າການເຕົ້າໂຮມ ເພາະຂ້ອຍຢາກເປີດເຜີຍວ່າຂ້ອຍຕົວະ ແລະ ຫຼອກລວງແນວໃດ, ແຕ່ເມື່ອຂ້ອຍພົບວ່າຜູ້ນໍາກໍາລັງເລືອກຄົນທີ່ຈະເຮັດວຽກກັບລາວ, ຂ້ອຍບໍ່ຕ້ອງການເປີດເຜີຍຫຍັງ. ຂ້ອຍຢ້ານວ່າຜູ້ນໍາ ແລະ ເພື່ອນຮ່ວມງານຈະຮູ້ວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ ແລະ ເຖິງກັບເວົ້າຕົວະ, ພວກເຂົາຈະເວົ້າວ່າຂ້ອຍມີເລ່ຫຼ່ຽມເກີນໄປ ແລະ ຈະບໍ່ເລືອກຂ້ອຍສໍາລັບຕໍາແໜ່ງ. ຫຼັງຈາກນັ້ນ ຂ້ອຍຈະສູນເສຍໂອກາດໃນການເປັນຜູ້ນຳ. ຂ້ອຍຫຼອກລວງຫຼາຍ! ພຣະເຈົ້າເຫັນທຸກສິ່ງ. ຂ້ອຍອາດຈະສາມາດຕົວະຄົນອື່ນໄດ້ ແຕ່ບໍ່ສາມາດຫຼອກລວງພຣະເຈົ້າໄດ້. ພຣະທຳເຫຼົ່ານີ້ປາກົດຂຶ້ນມາແທ້ໆ: “ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ”. ຂ້ອຍຮູ້ສຶກບໍ່ສະບາຍໃຈຫຼາຍຂຶ້ນ. ຂ້ອຍບໍ່ແມ່ນຄົນທີ່ມີຄວາມໝັ້ນໃຈຫຼາຍເຊິ່ງລາວລັງເລທີ່ຈະແບ່ງປັນ, ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ບໍ? ຂ້ອຍຮູ້ຈັກເປັນຢ່າງດີແທ້ໆວ່າ ຂ້ອຍບໍ່ຮູ້ລາຍລະອຽດສະເພາະຂອງວຽກງານການລ້ຽງດູ, ແຕ່ເມື່ອຜູ້ນໍາຖາມຂ້ອຍກ່ຽວກັບມັນ, ຂ້ອຍໄດ້ຫຼິ້ນເກມ ແລະ ເວົ້າຕົວະໂດຍເຈດຕະນາ ແລະ ເມື່ອຂ້ອຍກັບໄປທີ່ຄຣິດຕະຈັກ ຂ້ອຍກໍບໍ່ໄດ້ເປີດໃຈກັບຄົນອື່ນ ເພື່ອເປີດເຜີຍຄວາມເສື່ອມຊາມຂອງຂ້ອຍ ແລະ ຂໍ້ຜິດພາດໃນວຽກງານຂອງຂ້ອຍ. ກົງກັນຂ້າມ ຂ້ອຍພະຍາຍາມປົກປິດຄຳເວົ້າຕົວະຂອງຂ້ອຍ ແລະ ສືບຕໍ່ດຳເນີນພວກມັນ ໃນຂະນະທີ່ປາກົດວ່າກຳລັງເຮັດໜ້າທີ່ຂອງຂ້ອຍ. ນັ້ນຄືການປະຕິບັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ມັນລ້ວນແລ້ວແຕ່ເປັນການປົກປ້ອງຊື່ ແລະ ສະຖານະຂອງຂ້ອຍ. ຂ້ອຍພະຍາຍາມຫຼອກລວງພຣະເຈົ້າ ແລະ ນໍພາຜູ້ຄົນຢ່າງຜິດໆ. ແລ້ວອີກຄັ້ງ, ເພື່ອທີ່ຈະຊະນະຕໍາແໜ່ງໃໝ່ນີ້, ຂ້ອຍໄດ້ຜິດຄໍາປະຕິຍານຂອງຂ້ອຍຢ່າງໜ້າດ້ານ, ສໍ້ໂກງທັງພຣະເຈົ້າ ແລະ ມະນຸດ. ຂ້ອຍເວົ້າຕົວະ ແລະ ຫຼອກລວງຄັ້ງແລ້ວຄັ້ງເລົ່າ! ຫຼັງຈາກນັ້ນ ພຣະທຳເຫຼົ່ານີ້ຈາກພຣະເຈົ້າໄດ້ປາກົດຂຶ້ນກັບຂ້ອຍ: “ແຕ່ໃຫ້ການສື່ສານຂອງເຈົ້າເປັນ ແມ່ນແລ້ວ, ແມ່ນແລ້ວ; ບໍ່ແມ່ນ, ບໍ່ແມ່ນ: ຍ້ອນແມ່ນຫຍັງກໍ່ຕາມທີ່ເປັນຫຼາຍກວ່າສິ່ງເຫຼົ່ານີ້ແມ່ນມາຈາກຄວາມຊົ່ວຮ້າຍ” (ມັດທາຍ 5:37). “ເຈົ້າເປັນຄືພໍ່ຂອງເຈົ້າ ເຊິ່ງເປັນມານຮ້າຍ ແລະ ເຈົ້າຈະເຮັດຕາມກິເລດຂອງພໍ່ຂອງເຈົ້າ. ເຂົາເປັນຄາດຕະກອນຕັ້ງແຕ່ເລີ່ມຕົ້ນ ແລະ ບໍ່ໄດ້ຢູ່ໃນຄວາມຈິງ, ເພາະວ່າບໍ່ມີຄວາມຈິງຢູ່ໃນຕົວເຂົາ. ເມື່ອເຂົາເວົ້າຕົວະ, ເຂົາກໍ່ເວົ້າເລື່ອງຂອງເຂົາເອງ: ຍ້ອນເຂົາເປັນຄົນເວົ້າຕົວະ ແລະ ເປັນພໍ່ຂອງການເວົ້າຕົວະ” (ໂຢຮັນ 8:44). ຂ້ອຍຮູ້ທຸກຢ່າງເປັນຢ່າງດີວ່າພຣະເຈົ້າມັກຄົນຊື່ສັດ, ແຕ່ຂ້ອຍເວົ້າຕົວະ ແລະ ປົກປິດຄຳເວົ້າຕົວະຂອງຂ້ອຍຄັ້ງແລ້ວຄັ້ງເລົ່າ, ພະຍາຍາມຫຼອກລວງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງຂອງຂ້ອຍ. ຂ້ອຍແຕກຕ່າງຈາກຊາຕານແນວໃດ? ຂ້ອຍມີຄວາມເປັນມະນຸດທີ່ປົກກະຕິພຽງຕ່ໜ້ອຍດຽວບໍ? ຖ້າຂ້ອຍບໍ່ກັບໃຈ ແລະ ປ່ຽນແປງ, ຂ້ອຍຮູ້ວ່າຂ້ອຍຈະຖືກຜູກມັດກັບຈຸດຈົບດຽວກັນກັບຊາຕານ. ຄວາມຄິດນີ້ເຮັດໃຫ້ຂ້ອຍຢ້ານກົວ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ຂ້ອຍຮວບຮວມຄວາມກ້າຫານທີ່ຈະທໍາລາຍຊື່ສຽງຂອງຂ້ອຍເອງໃຫ້ແຕກສະຫຼາຍ. ຂ້ອຍໄດ້ເປີດເຜີຍການເວົ້າຕົວະ ແລະ ການປິດບັງຂໍ້ແທ້ຈິງທີ່ຂ້ອຍກຳລັງເຮັດ ແລະ ແຮງຈູງໃຈທີ່ເປັນຕາລັງກຽດ ແລະ ມີເລ່ຫຼ່ຽມຂອງຂ້ອຍຢ່າງລະອຽດຫຼາຍ, ບໍ່ເຫຼືອຫຍັງໄວ້ເລີຍ. ຫຼັງຈາກທີ່ຂ້ອຍໄດ້ທຳຄວາມສະອາດທັງໝົດ, ຂ້ອຍກໍຮູ້ສຶກວ່າ ນໍ້າໜັກຂະໜາດໃຫຍ່ໄດ້ຖືກຍົກອອກ ແລະ ຂ້ອຍກໍຮູ້ສຶກຜ່ອນຄາຍຫຼາຍຂຶ້ນ. ຂ້ອຍຮູ້ສຶກເປັນອິດສະຫຼະ ແລະ ສະບາຍໃຈຢູ່ໃນຫົວໃຈຂອງຂ້ອຍ.

ອ້າຍເອື້ອຍນ້ອງບໍ່ໄດ້ດູຖູກຂ້ອຍ ແລະ ຜູ້ນຳເຖິງກັບອ່ານຂໍ້ຄວາມຈາກພຣະຄຳຂອງພຣະເຈົ້າໃຫ້ຂ້ອຍຟັງ. “ເມື່ອຜູ້ຄົນມີສ່ວນຮ່ວມໃນການຫຼອກລວງ, ເຈດຕະນາໃດທີ່ມາຈາກສິ່ງນີ້? ອຸປະນິໄສແບບໃດທີ່ພວກເຂົາເປີດເຜີຍອອກມາ? ເປັນຫຍັງພວກເຂົາຈຶ່ງສາມາດສະແດງອຸປະນິໄສແບບນີ້ອອກມາ? ແມ່ນຫຍັງຄືຮາກເຫງົ້າຂອງມັນ? ມັນກໍຄື ຜູ້ຄົນເຫັນຜົນປະໂຫຍດສ່ວນຕົວຂອງຕົນເອງວ່າມີຄວາມສໍາຄັນຫຼາຍກວ່າທຸກສິ່ງ. ພວກເຂົາມີສ່ວນຮ່ວມໃນການຫຼອກລວງເພື່ອຜົນປະໂຫຍດຂອງຕົນເອງ ແລະ ດ້ວຍເຫດນັ້ນ ອຸປະນິໄສທີ່ຫຼອກລວງຂອງພວກເຂົາຈຶ່ງຖືກເປີດເຜີຍອອກມາ. ບັນຫານີ້ຄວນຖືກແກ້ໄຂແນວໃດ? ກ່ອນອື່ນ, ເຈົ້າຕ້ອງສະຫຼະຜົນປະໂຫຍດຂອງຕົນເອງ. ການໃຫ້ຄົນສະຫຼະຜົນປະໂຫຍດຂອງພວກເຂົາເອງແມ່ນສິ່ງທີ່ເຮັດຍາກທີ່ສຸດ. ຄົນສ່ວນຫຼາຍບໍ່ໄດ້ສະແຫວງຫາຫຍັງ ນອກຈາກຜົນກຳໄລ; ຜົນປະໂຫຍດຂອງຜູ້ຄົນແມ່ນຊີວິດຂອງພວກເຂົາ ແລະ ການເຮັດໃຫ້ພວກເຂົາສະຫຼະສິ່ງເຫຼົ່ານັ້ນກໍເທົ່າກັບການບັງຄັບໃຫ້ພວກເຂົາຍອມສະຫຼະຊີວິດຂອງຕົນ. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຕ້ອງຮຽນຮູ້ທີ່ຈະສະຫຼະ, ປະຖິ້ມ, ທົນທຸກ ແລະ ອົດທົນກັບຄວາມເຈັບປວດຂອງການປ່ອຍວາງຜົນປະໂຫຍດທີ່ເຈົ້າຮັກ. ເມື່ອເຈົ້າໄດ້ອົດທົນກັບຄວາມເຈັບປວດນີ້ ແລະ ສະຫຼະຜົນປະໂຫຍດຂອງເຈົ້າຈໍານວນໜຶ່ງ, ເຈົ້າຈະຮູ້ສຶກໂລ່ງໃຈເລັກນ້ອຍ ແລະ ຮູ້ສືກຖືກປົດປ່ອຍເລັກນ້ອຍ ແລະ ດ້ວຍວິທີນີ້, ເຈົ້າຈະເອົາຊະນະເນື້ອໜັງຂອງເຈົ້າໄດ້. ແນວໃດກໍຕາມ, ຖ້າເຈົ້າຍຶດຕິດກັບຜົນປະໂຫຍດຂອງເຈົ້າ ແລະ ບໍ່ສາມາດປ່ອຍວາງພວກມັນໄດ້ ໂດຍເວົ້າວ່າ ‘ຂ້ອຍຫຼອກລວງ, ແລ້ວຈັງໃດ? ພຣະເຈົ້າບໍ່ໄດ້ລົງໂທດຂ້ອຍ, ແລ້ວຜູ້ຄົນຈະສາມາດເຮັດຫຍັງກັບຂ້ອຍໄດ້? ຂ້ອຍຈະບໍ່ສະຫຼະສິ່ງໃດເລີຍ!’ ເມື່ອເຈົ້າບໍ່ສະຫຼະສິ່ງໃດເລີຍ, ກໍບໍ່ມີໃຜຈະປະສົບກັບຄວາມສູນເສຍໃດໆ; ແມ່ນຕົວເຈົ້າເອງທີ່ເປັນຜູ້ສູນເສຍໃນທີ່ສຸດ. ເມື່ອເຈົ້າຮັບຮູ້ອຸປະນິໄສທີ່ເສື່ອມຊາມຊອງເຈົ້າເອງ, ຄວາມຈິງແລ້ວ ນີ້ແມ່ນໂອກາດສຳລັບເຈົ້າທີ່ຈະເຂົ້າສູ່, ກ້າວໜ້າ ແລະ ປ່ຽນແປງ; ມັນແມ່ນໂອກາດສຳລັບເຈົ້າທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ. ຍິ່ງໄປກວ່ານັ້ນ, ນີ້ແມ່ນໂອກາດສຳລັບເຈົ້າທີ່ຈະບັນລຸຄວາມລອດພົ້ນ. ຖ້າເຈົ້າຍອມແພ້ໃນການສະແຫວງຫາຄວາມຈິງ, ນັ້ນກໍເທົ່າກັບວ່າເປັນການສະຫຼະໂອກາດທີ່ຈະບັນລຸຄວາມລອດພົ້ນ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີ. ຖ້າເຈົ້າຕ້ອງການຜົນກຳໄລ, ແຕ່ບໍ່ຕ້ອງການຄວາມຈິງ ແລະ ຜົນກຳໄລແມ່ນສິ່ງທີ່ເຈົ້າໄດ້ເລືອກ, ໃນທີ່ສຸດແລ້ວ, ຜົນກຳໄລກໍແມ່ນສິ່ງທີ່ເຈົ້າຈະໄດ້ຮັບ ເຖິງແມ່ນວ່າເຈົ້າຈະໄດ້ປະຖິ້ມຄວາມຈິງກໍຕາມ. ຈົ່ງບອກເຮົາເບິ່ງ: ນີ້ແມ່ນການໄດ້ ຫຼື ການເສຍ? ຜົນກຳໄລບໍ່ເປັນນິລັນດອນ. ສະຖານະ, ຄວາມເຄົາລົບໂຕເອງ, ເງິນ, ສິ່ງຂອງທີ່ເປັນວັດຖຸ, ພວກມັນລ້ວນເປັນສິ່ງຊົ່ວຄາວ. ເມື່ອເຈົ້າໄດ້ກຳຈັດອົງປະກອບນີ້ໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ໄດ້ຮັບຄວາມຈິງດ້ານນີ້ ແລະ ບັນລຸຄວາມລອດພົ້ນ, ເຈົ້າຈະເປັນຄົນໜຶ່ງທີ່ມີຄ່າຢູ່ຕໍ່ໜ້າພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຄວາມຈິງທີ່ຜູ້ຄົນໄດ້ຮັບກໍນິລັນດອນ; ຊາຕານບໍ່ສາມາດເອົາຄວາມຈິງເຫຼົ່ານີ້ໄປຈາກພວກເຂົາໄດ້ ແລະ ບໍ່ມີໃຜສາມາດເອົາໄປໄດ້. ເຈົ້າໄດ້ສະຫຼະຜົນປະໂຫຍດຂອງເຈົ້າ ແຕ່ສິ່ງທີ່ເຈົ້າໄດ້ຮັບແມ່ນຄວາມຈິງ ແລະ ຄວາມລອດພົ້ນ; ຜົນຮັບເຫຼົ່ານີ້ເປັນຂອງເຈົ້າ. ເຈົ້າໄດ້ຮັບເອົາພວກມັນເພື່ອຕົນເອງ. ຖ້າຜູ້ຄົນເລືອກທີ່ຈະປະຈິບັດຄວາມຈິງ, ຫຼັງຈາກນັ້ນ ເຖິງແມ່ນວ່າພວກເຂົາໄດ້ສູນເສຍຜົນປະໂຫຍດຂອງຕົນເອງ, ພວກເຂົາກໍກຳລັງໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ຊີວິດນິລັນດອນ. ຄົນເຫຼົ່ານັ້ນແມ່ນຄົນທີ່ສະຫຼາດທີ່ສຸດ. ຖ້າຜູ້ຄົນໄດ້ຮັບຜົນປະໂຫຍດໂດຍການແລກກັບຄວາມຈິງ, ແລ້ວສິ່ງທີ່ພວກເຂົາສູນເສຍແມ່ນຊີວິດ ແລະ ຄວາມລອດພົ້ນຂອງພຣະເຈົ້າ; ຄົນເຫຼົ່ານັ້ນແມ່ນຄົນທີ່ໂງ່ຈ້າທີ່ສຸດ. ສ່ວນວ່າທ້າຍທີ່ສຸດແລ້ວ ຄົນໆໜຶ່ງຈະເລືອກຫຍັງນັ້ນ ບໍ່ວ່າຈະເປັນຜົນປະໂຫຍດສ່ວນຕົວ ຫຼື ຄວາມຈິງ, ນີ້ເປັນເລື່ອງທີ່ເປີດເຜີຍບຸກຄົນຫຼາຍກວ່າເລື່ອງອື່ນ. ບັນດາຜູ້ທີ່ຮັກຄວາມຈິງຈະເລືອກຄວາມຈິງ; ພວກເຂົາຈະເລືອກທີ່ຈະຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າ ແລະ ຕິດຕາມພຣະອົງ. ພວກເຂົາຈະຍອມປະຖິ້ມຜົນປະໂຫຍດຂອງຕົນເອງ. ບໍ່ວ່າພວກເຂົາໄດ້ທົນທຸກຫຼາຍສ່ຳໃດກໍຕາມ, ພວກເຂົາກໍຕັ້ງໃຈທີ່ຈະຢືນເປັນພະຍານເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ນີ້ແມ່ນເສັ້ນທາງພື້ນຖານຂອງການປະຕິບັດຄວາມຈິງ ແລະ ການເຂົ້າສູ່ຄວາມຈິງ-ຄວາມເປັນຈິງ” (ຄັດຈາກບົດ “ການຮູ້ຈັກອຸປະນິໄສຂອງຄົນໆໜຶ່ງ ແມ່ນຮາກຖານຂອງການປ່ຽນແປງມັນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ການໄດ້ຍິນພຣະທຳເຫຼົ່ານີ້ເຮັດໃຫ້ຫົວໃຈຂອງຂ້ອຍສົດໃສ. ຂ້ອຍໄຕ່ຕອງວ່າ ຂ້ອຍເວົ້າຕົວະ ແລະ ຫຼອກລວງຄັ້ງແລ້ວຄັ້ງເລົ່າ ຫຼັກໆເພາະວ່າຂ້ອຍກັງວົນຫຼາຍເກີນໄປກ່ຽວກັບຊື່ສຽງ ແລະ ຕໍາແໜ່ງ ແລະ ເພາະວ່າຂ້ອຍມີທຳມະຊາດທີ່ຫຼອກລວງ. ຂ້ອຍໄດ້ຮັບການສຶກສາ ແລະ ຖືກປູກຝັງໂດຍຊາຕານ ນັບຕັ້ງແຕ່ທີ່ຂ້ອຍຍັງນ້ອຍ ແລະ ໄດ້ຊຶມຊັບເອົາສານພິດຂອງມັນໄວ້ຫຼາຍເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ດັ່ງຕົ້ນໄມ້ທີ່ມີຊີວິດຢູ່ເພື່ອເປືອກຂອງມັນ, ມະນຸດມີຊີວິດຢູ່ເພື່ອໜ້າຕາຂອງເຂົາ”, “ຄຳຂີ້ຕົວະຈະກາຍເປັນຄວາມຈິງ ຖ້າມັນຖືກເວົ້າຊໍ້າສິບພັນຄັ້ງ”, “ບໍ່ມີຄວາມສຳເລັດທີ່ຍິ່ງໃຫຍ່ໃດທີ່ຖືກເຮັດໃຫ້ສຳເລັດໂດຍບໍ່ເວົ້າຕົວະ”, “ຈົ່ງຄິດກ່ອນເວົ້າ ແລະ ຫຼັງຈາກນັ້ນຈົ່ງເວົ້າໂດຍມີຂໍ້ຈຳກັດ” ແລະ ອື່ນໆ. ປັດຊະຍາຂອງຊາຕານເຫຼົ່ານັ້ນໄດ້ກາຍເປັນກົດເກນຂອງຂ້ອຍສຳລັບຄວາມຢູ່ລອດ. ຂ້ອຍຢູ່ກັບພວກມັນ, ຍິ່ງກາຍເປັນຄົນເຫັນແກ່ຕົວ, ຫຼອກລວງ ແລະ ຈອມປອມ. ຂ້ອຍພຽງແຕ່ຄິດເຖິງຜົນປະໂຫຍດຂອງຂ້ອຍເອງ ແລະ ບໍ່ສາມາດເຮັດຫຍັງໄດ້ ນອກຈາກເວົ້າຕົວະ ແລະ ຫຼອກລວງຈົນເຖິງທີ່ສຸດ. ເຖິງແມ່ນວ່າຂ້ອຍຈະຮູ້ສຶກຜິດ ແລະ ຕໍາໜິຕົນເອງຫຼັງຈາກທີ່ເວົ້າຕົວະ ແລະ ຂ້ອຍຕ້ອງການກັບໃຈຫາພຣະເຈົ້າ ແລະ ເປີດໃຈໃຫ້ກັບຄົນອື່ນ, ຄວາມຢ້ານຂອງຂ້ອຍທີ່ຈະຖືກເຮັດໃຫ້ອັບອາຍ ແລະ ການທີ່ຂ້ອຍຖືກຫົວຂວັນເພື່ອປົກປິດຕົນເອງ ແລະ ໃສ່ສາກໜ້າທີ່ປອມ. ຂ້ອຍບໍ່ເຕັມໃຈເປີດໃຈ ແລະ ເປີດເຜີຍແຮງຈູງໃຈທີ່ມີເລ່ຫຼ່ຽມຂອງຂ້ອຍເອງ ແລະ ພຶດຕິກໍາທີ່ຫຼອກລວງ. ໂດຍສະເພາະແລ້ວ ຂ້ອຍຂາດຄວາມກ້າຫານທີ່ຈະປະໃບໜ້າຂອງຂ້ອຍ ແລະ ເປັນຄົນຊື່ສັດ ໂດຍຄິດວ່າໃນຊ່ວງເວລາທີ່ຂ້ອຍເວົ້າຄວາມຈິງ, ຜູ້ຄົນຈະເບິ່ງຂ້ອຍເນື່ອງຈາກສິ່ງທີ່ຂ້ອຍເປັນ ແລະ ພວກເຂົາຈະບໍ່ເຄົາລົບຂ້ອຍຢ່າງສູງສົ່ງອີກຕໍ່ໄປ. ຂ້ອຍມັກການດີ້ນຮົນຢູ່ໃນຄວາມມືດ ແລະ ຄວາມເຈັບປວດຫຼາຍກວ່າການປະຕິບັດຄວາມຈິງ ແລະ ການເປັນຄົນຊື່ສັດ. ຂ້ອຍເຫັນວ່າຊາຕານເຮັດໃຫ້ຂ້ອຍເສື່ອມຊາມຢ່າງເລິກເຊິ່ງສໍ່າໃດ! ຫາກພຣະເຈົ້າບໍ່ເປີດເຜີຍໃຫ້ຂ້ອຍຮູ້ໃນລັກສະນະນັ້ນ, ຫາກບໍ່ມີການພິພາກສາ ແລະ ການເປີດເຜີຍພຣະທຳຂອງພຣະອົງ, ຂ້ອຍຈະບໍ່ເຫັນວ່າທໍາມະຊາດຂອງຂ້ອຍມີເລ່ຫຼ່ຽມສໍ່າໃດ ແລະ ຂ້ອຍຈະບໍ່ຖືກກະຕຸ້ນໃຫ້ປະຕິບັດຄວາມຈິງ ແລະ ເປີດເຜີຍຕົວຕົນທີ່ແທ້ຈິງຂອງຂ້ອຍ. ຫຼັງຈາກນັ້ນ ຂ້ອຍໄດ້ຮັບຮູ້ວ່າການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າຄືການທີ່ພຣະອົງປົກປ້ອງ ແລະ ຊ່ວຍຂ້ອຍໃຫ້ລອດພົ້ນ ແລະ ຂ້ອຍຮູ້ສຶກວ່າການສະແຫວງຫາຄວາມຈິງ ແລະ ການປະຕິບັດຄວາມຊື່ສັດມີຄວາມສໍາຄັນສໍ່າໃດ.

ນັບຈາກນັ້ນເປັນຕົ້ນມາ, ຂ້ອຍກໍຕັ້ງໃຈທີ່ຈະປະຕິບັດການເວົ້າຄວາມຈິງ ແລະ ການເປັນຄົນຊື່ສັດ. ຫຼັງຈາກຊົ່ວໄລຍະໜຶ່ງ, ຂ້ອຍພົບວ່າຜູ້ນໍາທີ່ເຂົ້າຮ່ວມກັບພວກເຮົາໃນການເຕົ້າໂຮມສາມາດອວດດີ ແລະ ເຫັນວ່າຕົນເອງຊອບທຳໃນບາງຄັ້ງ ແລະ ຈະບໍ່ຍອມຮັບຄໍາສະເໜີຂອງຄົນອື່ນຢ່າງງ່າຍດາຍ. ຂ້ອຍຕ້ອງການກ່າວເຖິງມັນໃຫ້ລາວຮູ້ສອງສາມເທື່ອ, ແຕ່ຫຼັງຈາກນັ້ນ ຂ້ອຍກໍຄິດວ່າ “ທຸກຢ່າງຈະດີ ຖ້າລາວຍອມຮັບສິ່ງທີ່ຂ້ອຍເວົ້າ, ແຕ່ຖ້າບໍ່ແມ່ນ, ລາວຈະຄິດແນວໃດກັບຂ້ອຍ?” ຂ້ອຍຕັດສິນໃຈທີ່ຈະລໍຖ້າ ແລະ ເບິ່ງ. ມື້ ໜຶ່ງ ລາວຖາມຂ້ອຍວ່າ “ນ້ອງສາວ, ພວກເຮົາໄດ້ຮູ້ຈັກກັນມາເປັນຊົ່ວໄລຍະໜຶ່ງແລ້ວ. ຖ້າເຈົ້າເຫັນບັນຫາໃດໜຶ່ງໃນຕົວຂ້ອຍ, ກະລຸນາບອກໃຫ້ຂ້ອຍຮັບຮູ້. ສິ່ງນັ້ນຈະເປັນປະໂຫຍດສຳລັບຂ້ອຍ”. ຂ້ອຍເບິ່ງລາວ ແລະ ກຳລັງຈະເວົ້າວ່າ “ຂ້ອຍບໍ່ໄດ້ສັງເກດເຫັນຫຍັງເລີຍ. ເຈົ້າຍອດຍ້ຽມ”. ແຕ່ຂ້ອຍຮູ້ວ່ານັ້ນຈະເປັນການຫຼອກລວງ, ສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ເຮັດໃຫ້ຕົນເອງເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ. ຂ້ອຍບໍ່ສາມາດສືບຕໍ່ເວົ້າຕົວະ ແລະ ຫຼອກລວງ, ເຮັດໃຫ້ພຣະເຈົ້າລັງກຽດ. ສະນັ້ນ, ຂ້ອຍຈຶ່ງເປີດໃຈ ແລະ ບອກລາວກ່ຽວກັບບັນຫາຂອງລາວ. ລາວຮັບຟັງ, ຫຼັງຈາກນັ້ນກໍງຶກຫົວຢ່າງໄວວາ ແລະ ເວົ້າວ່າ “ຂອບພຣະຄຸນພຣະເຈົ້າ! ຂ້ອຍບໍ່ເຄີຍຮູ້ເຖິງສິ່ງນີ້ ຖ້າເຈົ້າບໍ່ໄດ້ບອກຂ້ອຍ. ຂ້ອຍຈຳເປັນຕ້ອງໄຕ່ຕອງຕົນເອງ ແລະ ເຂົ້າໃຈສິ່ງນີ້ແທ້ໆ”. ຂ້ອຍມີຄວາມຮູ້ສຶກສະຫງົບສຸກ ແລະ ເປັນອິດສະຫຼະຫຼາຍ ແລະ ມີປະສົບການຢ່າງແທ້ຈິງວ່າມັນອັດສະຈັນສໍ່າໃດທີີ່ຈະປະຕິບັດຄວາມຈິງ ແລະ ເປັນຄົນຊື່ສັດແທ້ໆ!

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ການທໍລະມານໃນຫ້ອງສອບສວນ

ໂດຍ ສຽວມິນ, ຈີນ ໃນປີ 2012 ໃນລະຫວ່າງຊ່ວງການປະກາດຂ່າວປະເສີດ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນ. ຈົນຮອດຕອນແລງຂອງວັນທີ 13 ກັນຍາ,...

ພອນທີ່ມາຈາກການເຈັບປ່ວຍ

ໂດຍ ສຽວ ລານ, ປະເທດຈີນ ໃນປີ 2014, ພັກຄອມມູນິດໄດ້ເລີ່ມເຮັດໃຫ້ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແປດເປື້ອນດ້ວຍຄະດີຂອງ ເຈົາຍວນ ໃນວັນທີ...

Leave a Reply