ລົດຊາດຂອງການເປັນຄົນຊື່ສັດ

19 ເດືອນກຸມພາ 2022

ໂດຍ ຢົງຊຸ່ຍ, ເກົາຫຼີໃຕ້

ມື້ໜຶ່ງໃນການເຕົ້າໂຮມໃນທ້າຍເດືອນມີນາ, ຜູ້ນຳຄົນໜຶ່ງໄດ້ເວົ້າກ່ຽວກັບອ້າຍຄົນໜຶ່ງທີ່ຖືກຈັບ ແລະ ຖືກທໍລະມານຢ່າງໂຫດຮ້າຍ. ໃນຊ່ວງເວລາທີ່ອ່ອນແອທີ່ສຸດ, ລາວໄດ້ຂາຍສະມາຊິກອີກສອງຄົນໃນຄຣິດຕະຈັກ. ລາວເຕັມໄປດ້ວຍຄວາມເສຍໃຈ ແລະ ໂດຍການອ່ານພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າ, ລາວໄດ້ເຫັນເຖິງສາເຫດຂອງຄວາມລົ້ມເຫຼວຂອງລາວ ແລະ ໄດ້ກັບໃຈຢ່າງແທ້ຈິງ. ຜູ້ນຳໄດ້ຖາມພວກເຮົາວ່າພວກເຮົາຄິດແນວໃດກ່ຽວກັບປະສົບການນັ້ນ ແລະ ມັນນັບເປັນຄຳພະຍານທີ່ແທ້ຈິງ ຫຼື ບໍ່. ລາວຍັງໄດ້ຂໍໃຫ້ພວກເຮົາທຸກຄົນແລກປ່ຽນຄວາມຄິດຂອງພວກເຮົາ. ສິ່ງນີ້ເຮັດໃຫ້ຂ້ອຍກະວົນກະວາຍແທ້ໆ ແລະ ຂ້ອຍກໍ່ເລີ່ມຄິດພິຈາລະນາວ່າ: ເປັນຫຍັງລາວຈຶ່ງຢາກໃຫ້ພວກເຮົາສົນທະນາກ່ຽວກັບສິ່ງນີ້? ມັນແມ່ນເພື່ອທົດສອບວ່າພວກເຮົາເຫັນບັນຫາຢ່າງຖືກຕ້ອງບໍ? ຂ້ອຍຄິດວ່າ, “ອ້າຍຄົນນັ້ນຂາຍຄົນອື່ນ ພຽງແຕ່ຍ້ອນຊ່ວງເວລາທີ່ອ່ອນແອ. ນັ້ນຄືການຝ່າຝືນ. ແຕ່ລາວໄດ້ຮຽນຮູ້ກ່ຽວກັບຕົນເອງ ແລະ ກັບໃຈຢ່າງແທ້ຈິງ, ສະນັ້ນ ປະສົບການຂອງລາວຈຶ່ງຄວນນັບເປັນຄຳພະຍານ”. ແຕ່ຫຼັງຈາກນັ້ນຂ້ອຍກໍ່ຄິດໂດຍບໍ່ແນ່ໃຈວ່າ, “ຂ້ອຍຈະເບິ່ງສິ່ງທີ່ຄົນອື່ນຈະເວົ້າກ່ອນ ເພື່ອວ່າຂ້ອຍຈະບໍ່ເຮັດໃຫ້ຫຍຸ້ງໄປໝົດ ຫຼື ເວົ້າບາງສິ່ງທີ່ຄຸມເຄືອເກີນໄປ ແລະ ເຮັດໃຫ້ຕົນເອງເບິ່ງບໍ່ດີ”. ຄົນອື່ນກໍ່ເລີ່ມເວົ້າຂຶ້ນດ້ວຍຄວາມຄິດຂອງພວກເຂົາ. ເພື່ອເລີ່ມຕົ້ນ, ເອື້ອຍຄົນໜຶ່ງເວົ້າບາງສິ່ງທີ່ຂ້ອນຂ້າງໃກ້ຄຽງກັບສິ່ງທີ່ຂ້ອຍຄິດ, ສະນັ້ນ ຂ້ອຍຈຶ່ງຮູ້ສຶກຖືກຕ້ອງ. ແຕ່ຫຼັງຈາກນັ້ນ, ເອື້ອຍອີກຄົນໜຶ່ງກໍ່ເວົ້າວ່າອ້າຍຄົນນັ້ນເປັນຢູດາທີ່ທໍລະຍົດຕໍ່ພຣະເຈົ້າ, ສະນັ້ນ ສິ່ງນັ້ນຈຶ່ງບໍ່ແມ່ນຄຳພະຍານປະເພດໜຶ່ງທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້. ຫຼັງຈາກນັ້ນ ຄົນອື່ນອີກສອງສາມຄົນກໍ່ເວົ້າຢ່າງໝັ້ນໃຈຫຼາຍວ່າ ປະສົບການຂອງລາວບໍ່ນັບວ່າເປັນຄຳພະຍານ. ການເບິ່ງຄົນຫຼາຍຄົນສະທ້ອນມຸມມອງນັ້ນ ແລະ ສະໜັບສະໜູນມັນເຮັດໃຫ້ຂ້ອຍຫວັ່ນໄຫວ ແລະ ຂ້ອຍບໍ່ຮູ້ວ່າຈະຄິດແນວໃດ. ໃນເວລານັ້ນເອງ, ຜູ້ນຳກໍ່ເວົ້າວ່າ, “ຖ້າພວກເຈົ້າຄິດວ່າສິ່ງນີ້ບໍ່ແມ່ນຄຳພະຍານ, ຈົ່ງຍົກມືຂອງເຈົ້າຂຶ້ນ”. ມີສອງສາມຄົນທີ່ຍົກມືຂອງພວກເຂົາຂຶ້ນ, ແຕ່ຂ້ອຍບໍ່ແນ່ໃຈ, ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ຍົກມືຂອງຂ້ອຍຂຶ້ນ. ຂ້ອຍກຳລັງຄິດວ່າ, “ຂ້ອຍບໍ່ສາມາດຍົກມືຂອງຂ້ອຍໃນເວລາທີ່ບໍ່ຖືກຕ້ອງ. ສິ່ງນັ້ນຈະບໍ່ສະແດງໃຫ້ເຫັນວ່າຂ້ອຍຂາດຄວາມສາມາດ ແລະ ຄວາມເຂົ້າໃຈບໍ?” ໃນຂະນະທີ່ຂ້ອຍກຳລັງຄິດຫາສິ່ງນີ້, ຜູ້ນຳໄດ້ຖາມຂ້ອຍວ່າ, “ເປັນຫຍັງເຈົ້າບໍ່ຍົກມືຂອງເຈົ້າຂຶ້ນ?” ຂ້ອຍຄິດກັບຕົນເອງວ່າ, “ໂອ ບໍ່, ເປັນຫຍັງລາວຈຶ່ງຖາມຂ້ອຍ? ຂ້ອຍຄວນຍົກມືຂອງຂ້ອຍຂຶ້ນບໍ?” ຂ້ອຍຈຶ່ງເດມືຂ້ອຍຂຶ້ນສູ່ອາກາດ. ຫົວໃຈຂອງຂ້ອຍເລີ່ມເຕັ້ນແຮງ, ຂ້ອຍເລີ່ມຮູ້ສຶກບໍ່ສະບາຍໃຈ. ມັນຖືກຕ້ອງບໍທີ່ຈະຍົກມືຂອງຂ້ອຍຂຶ້ນ ຫຼື ບໍ່ຖືກຕ້ອງ? ຂ້ອຍຮູ້ສຶກຢູ່ໃນຫົວໃຈວ່າມັນສາມາດເຮັດໜ້າທີ່ເປັນຄຳພະຍານ, ແຕ່ຂ້ອຍຍົກມືຂອງຂ້ອຍຂຶ້ນໂດຍບໍ່ໄດ້ຄິດຢ່າງຖີ່ຖ້ວນແທ້ໆ. ຂ້ອຍຄິດວ່າຂ້ອຍຍົກມືຂອງຂ້ອຍສູ່ອາກາດແລ້ວ, ສະນັ້ນ ຂ້ອຍຈຶ່ງເລີ່ມຟັງຄວາມຄິດທຸກຄົນ. ພວກເຂົາທຸກຄົນກຳລັງແບ່ງປັນສິ່ງທີ່ພວກເຂົາຄິດ, ສະນັ້ນຂ້ອຍຈຶ່ງເລີ່ມພິຈາລະນາມັນຢ່າງສະຫງົບ. ອ້າຍຄົນນັ້ນໄດ້ກັບໃຈແທ້ໆ, ສະນັ້ນ ຄຳພະຍານຂອງລາວຄວນຕັ້ງຢູ່. ຂ້ອຍຮູ້ສຶກວ່າ ບາງທີ ຂ້ອຍບໍ່ຄວນຍົກມືຂອງຂ້ອຍຂຶ້ນ. ຂ້ອຍຕ້ອງການແບ່ງປັນສິ່ງທີ່ຂ້ອຍຄິດແທ້ໆໃນເວລານັ້ນ, ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າຂ້ອຍບໍ່ມີຄວາມເຂົ້າໃຈທີ່ຄົບຖ້ວນ, ສະນັ້ນ ມັນຈະດີຖ້າຂ້ອຍເວົ້າຖືກ. ຖ້າບໍ່ດັ່ງນັ້ນ, ຜູ້ນຳຈະຄິດແນວໃດກັບຂ້ອຍ? ລາວຈະເວົ້າວ່າຂ້ອຍບໍ່ມີຄວາມສາມາດ ຫຼື ມີຄວາມເລິກເຊິ່ງໃນປະສົບການຂອງຂ້ອຍບໍ? ຖ້າຜູ້ນໍາເຫັນສິ່ງນີ້ຢູ່ໃນຕົວຂ້ອຍ, ລາວຈະຄິດວ່າຂ້ອຍບໍ່ສົມຄວນແກ່ການຝຶກຝົນ ແລະ ຂ້ອຍຈະບໍ່ມີອະນາຄົດໃດໜຶ່ງຢູ່ໃນເຮືອນຂອງພຣະເຈົ້າ. ອີກຢ່າງ, ມີອ້າຍເອື້ອຍນ້ອງຫຼາຍຄົນຢູ່ທີ່ນັ້ນ, ສະນັ້ນ ມັນຈະເປັນສິ່ງທີ່ເປັນຕາອັບອາຍແທ້ໆທີ່ຈະເຂົ້າໃຈຜິດ. ຂ້ອຍກັບໄປກັບມາ ແລະ ຕ້ອງການເວົ້າບາງສິ່ງຢູ່ຫຼາຍຄັ້ງ, ແຕ່ໃນທີ່ສຸດ ຂ້ອຍກໍ່ມິດງຽບຢູ່.

ຫຼັງຈາກນັ້ນ, ຜູ້ນໍາກໍ່ໂອ້ລົມກັນວ່າ ມັນຕັ້ງເປັນຄຳພະຍານຢ່າງແນ່ນອນ ແລະ ການທໍລະຍົດພຣະເຈົ້າໃນຊ່ວງເວລາທີ່ອ່ອນແອ, ແລ້ວຜະເຊີນກັບການພິພາກສາ ແລະ ການຂ້ຽນຕີ ແລະ ກັບໃຈຢ່າງແທ້ຈິງຄືຄຳພະຍານທີ່ຍິ່ງໃຫຍ່. ມັນໜູນໃຈຄົນອື່ນຫຼາຍ ແລະ ສະແດງໃຫ້ເຫັນວ່າພຣະເຈົ້າປະທານຄວາມເມດຕາທີ່ຍິ່ງໃຫຍ່ໃຫ້ແກ່ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ. ພຣະເຈົ້າຮູ້ວ່າພວກເຮົາເສື່ອມຊາມສໍ່າໃດ, ສະນັ້ນ ຕາບໃດທີ່ພວກເຮົາຮູ້ສຶກສຳນຶກຜິດແທ້ໆ ແລະ ຫັນກັບຄືນມາຫາພຣະອົງ, ພຣະອົງກໍ່ຈະໃຫ້ໂອກາດພວກເຮົາກັບໃຈ ແລະ ຄຳພະຍານປະເພດນັ້ນກໍ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ ແລະ ເຮັດໃຫ້ຊາຕານອັບອາຍທີ່ສຸດ. ຜູ້ນໍາສືບຕໍ່ອະທິບາຍວ່າຄວາມເຂົ້າໃຈຂອງພວກເຮົາບໍ່ບໍລິສຸດ ແລະ ເວົ້າວ່າພວກເຮົາຫຼອກລວງ ແລະ ບໍ່ຊື່ສັດ, ພວກເຮົາບໍ່ໄດ້ອີງມຸມມອງຂອງພວກເຮົາໃສ່ພຣະທຳຂອງພຣະເຈົ້າ. ເມື່ອເຫັນວ່າພວກເຮົາຄວນສົນທະນາເຖິງບັນຫາດັ່ງກ່າວ, ພວກເຮົາກໍ່ເດົາວ່າມີບາງຢ່າງບໍ່ຖືກຕ້ອງກັບປະສົບການຂອງອ້າຍຄົນນັ້ນ. ພວກເຮົາພະຍາຍາມເດົາວ່າຜູ້ນໍາກຳລັງຄິດຫຍັງ ແລະ ບໍ່ໄດ້ເວົ້າຢ່າງຊື່ສັດແມ່ນແຕ່ຄຳດຽວ. ຜູ້ນຳໂອ້ລົມຢ່າງໃຈເຢັນກັບພວກເຮົາວ່າພວກເຮົາຕ້ອງຄິດດ້ວຍຕົນເອງ ແລະ ມີມຸມມອງຂອງພວກເຮົາເອງໃນທຸກສິ່ງ ແລະ ພວກເຮົາຄວນເວົ້າຄວາມຈິງ, ບໍ່ວ່າພວກເຮົາຈະເວົ້າຖືກ ຫຼື ບໍ່ກໍ່ຕາມ. ນັ້ນແມ່ນສ່ວນສຳຄັນທີ່ສຸດສໍາລັບຄວາມປະພຶດຂອງພວກເຮົາ. ການໄດ້ຍິນຄຳເວົ້າເຫຼົ່ານັ້ນ “ສ່ວນສຳຄັນທີ່ສຸດ” ເຮັດໃຫ້ຂ້ອຍບໍ່ສະບາຍໃຈແທ້ໆ. ຂ້ອຍຄິດວ່າ, “ລາວເວົ້າຖືກ. ເຖິງວ່າຂ້ອຍຈະເວົ້າຜິດ, ການແບ່ງປັນຄວາມຄິດທີ່ແທ້ຈິງຂອງຂ້ອຍກໍ່ດີກວ່າການຕາມຝູງຊົນ. ຢ່າງໜ້ອຍ ມັນກໍ່ຈະເປັນມຸມມອງຂອງຂ້ອຍເອງ ແລະ ຂ້ອຍຈະຊື່ສັດ”. ຂ້ອຍກຽດຊັງຕົນເອງທີ່ບໍ່ໄດ້ເວົ້າໃນສິ່ງທີ່ຂ້ອຍຄິດແທ້ໆ. ໃນເວລາສັ້ນໆພຽງແຕ່ສິບນາທີເມື່ອຂ້ອຍຄວນແບ່ງປັນຈຸດຢືນຂອງຂ້ອຍ, ຂ້ອຍກໍ່ໄດ້ຫຼອກລວງ ແລະ ບໍ່ໄດ້ປະຕິບັດຄວາມຈິງ, ບໍ່ບັນລຸແມ່ນແຕ່ສ່ວນສຳຄັນທີ່ສຸດສຳລັບຄວາມປະພຶດຂອງມະນຸດ. ຂ້ອຍບໍ່ພຽງແຕ່ເວົ້າສິ່ງທີ່ບໍ່ຖືກຕ້ອງ ແລະ ເຮັດສິ່ງທີ່ຜິດ, ແຕ່ຂ້ອຍລົ້ມເຫຼວທີ່ຈະປະພຶດຕົນເອງຢ່າງຖືກຕ້ອງ.

ໃນການເຝົ້າດ່ຽວຂອງຂ້ອຍຫຼັງຈາກການເຕົ້າໂຮມ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ວິທີທີ່ພວກເຂົາປະພຶດຕົນ, ຜູ້ຄົນຕ້ອງຍ່າງບົນເສັ້ນທາງທີ່ຖືກຕ້ອງ; ບໍ່ນຳໃຊ້ຮູບແບບ ແລະ ວິທີການທີ່ຄົດໂກງ ແລະ ຊົ່ວຮ້າຍ. ຮູບແບບ ແລະ ວິທີການທີ່ຄົດໂກງ ແລະ ຊົ່ວຮ້າຍແມ່ນຫຍັງ? ພວກມັນແມ່ນຄວາມເຊື່ອໃນພຣະເຈົ້າທີ່ອາໄສຄວາມສະຫຼຽວສະຫຼາດເລັກນ້ອຍ ແລະ ການຫຼອກລວງຢ່າງມີສິນລະປະ ແລະ ອຸບາຍກະຈອກຢູ່ສະເໝີ; ພວກເຂົາມັນກຳລັງພະຍາຍາມປົກປິດຄວາມເສື່ອມຊາມຂອງເຈົ້າ ແລະ ການປົກປິດບັນຫາດັ່ງກ່າວເປັນຂໍ້ບົກຜ່ອງ, ຄວາມຜິດ ແລະ ຄວາມສາມາດຕ່ຳຂອງເຈົ້າ. ພວກເຂົາກຳລັງຈັດການກັບສິ່ງຕ່າງໆໂດຍໃຊ້ປັດຊະຍາຂອງຊາຕານ, ພະຍາຍາມລູບແຄ່ງເລຍຂາພຣະເຈົ້າ ແລະ ຜູ້ນຳຄຣິສຕະຈັກໃນເລື່ອງທີ່ເປີດເຜີຍ, ແຕ່ບໍ່ປະຕິບັດຄວາມຈິງ, ບໍ່ຈັດການສິ່ງຕ່າງໆຕາມຫຼັກການ ແລະ ເອົາໃຈໃສ່ຜູ້ຄົນຢ່າງໃກ້ຊິດຢູ່ຕະຫຼອດ; ພວກເຂົາຖາມວ່າ ‘ຂ້ອຍໄດ້ເຮັດແນວໃດເມື່ອບໍ່ດົນມານີ້? ພວກເຈົ້າທຸກຄົນເຂົ້າຂ້າງຂ້ອຍບໍ? ພຣະເຈົ້າຮູ້ກ່ຽວກັບສິ່ງດີໆທີ່ຂ້ອຍໄດ້ເຮັດບໍ? ແລ້ວຖ້າພຣະອົງບໍ່ຮູ້, ພຣະອົງຈະຍົກຍ້ອງຂ້ອຍບໍ? ບ່ອນຂອງຂ້ອຍຢູ່ໃນໃຈພຣະເຈົ້າແມ່ນຫຍັງ? ຂ້ອຍມີຄວາມໝາຍຫຍັງກັບພຣະເຈົ້າບໍ?’ ສິ່ງທີ່ພວກເຂົາກຳລັງຖາມຢູ່ແທ້ໆກໍຄື ພວກເຂົາສາມາດໄດ້ຮັບພອນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ຫຼື ບໍ່. ການຄຸ່ນຄິດຢ່າງຕໍ່ເນື່ອງກ່ຽວກັບສິ່ງດັ່ງກ່າວບໍ່ແມ່ນຮູບແບບ ແລະ ວິທີການທີ່ຄົດໂກງ ແລະ ຊົ່ວຮ້າຍບໍ? ນີ້ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ແລ້ວແມ່ນຫຍັງຄືເສັ້ນທາງທີ່ຖືກຕ້ອງ? ເສັ້ນທາງທີ່ຖືກຕ້ອງແມ່ນເມື່ອຜູ້ຄົນສະແຫວງຫາຄວາມຈິງໃນຄວາມເຊື່ອຂອງພວກເຂົາ, ເມື່ອພວກເຂົາສາມາດໄດ້ຮັບຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ” (ຄັດຈາກບົດ “ຕົວບົ່ງຊີ້ຫົກຢ່າງຂອງການເຕີບໂຕໃນຊີວິດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ນີ້ຄືການທີ່ພຣະເຈົ້າເຕືອນໃຈ ແລະ ຕັກເຕືອນພວກເຮົາໃຫ້ເດີນໃນເສັ້ນທາງທີ່ຖືກຕ້ອງໃນການປະພຶດຂອງພວກເຮົາ ແລະ ໃນຖານະເປັນຜູ້ເຊື່ອ. ພວກເຮົາຕ້ອງສະແຫວງຫາ ແລະ ປະຕິບັດຄວາມຈິງ. ຖ້າພວກເຮົາບໍ່ພະຍາຍາມເຮັດສິ່ງທີ່ດີເຫຼົ່ານີ້, ຖ້າພວກເຮົາໝົກໝຸ່ນກັບການປົກປິດຂໍ້ບົກຜ່ອງຂອງພວກເຮົາ, ການໂອ້ອວດ, ການເຮັດດີກັບຜູ້ນໍາ, ການມີຕໍາແໜ່ງຢູ່ໃນຄຣິດຕະຈັກ ແລະ ພວກເຮົາກັງວົນເກີນໄປກັບສິ່ງທີ່ພຣະເຈົ້າ ແລະ ຜູ້ນຳຄິດກ່ຽວກັບພວກເຮົາແທ້ໆ, ນີ້ຄືການຍ່າງໃນເສັ້ນທາງແຫ່ງຄວາມຊົ່ວຮ້າຍ. ຂ້ອຍເຫັນວ່າສິ່ງທີ່ຂ້ອຍກຳລັງເຮັດຄືສິ່ງທີ່ພຣະເຈົ້າເປີດເຜີຍແທ້ໆ. ຂ້ອຍບໍ່ແນ່ໃຈວ່າປະສົບການຂອງອ້າຍຄົນນັ້ນເປັນຄຳພະຍານທີ່ແທ້ຈິງ ຫຼື ບໍ່, ແຕ່ຂ້ອຍກໍ່ບໍ່ໄດ້ເວົ້າຈາກຫົວໃຈ. ກົງກັນຂ້າມ, ຂ້ອຍພະຍາຍາມເຂົ້າໃຈຄວາມຄິດຂອງຄົນອື່ນ, ເຮັດຢ່າງວາງແຜນ ແລະ ຄຳນວນສິ່ງທີ່ຄົນອື່ນອາດກຳລັງຄິດຢູ່. ເມື່ອຜູ້ນຳຖາມຂ້ອຍວ່າເປັນຫຍັງຂ້ອຍຈຶ່ງບໍ່ຍົກມືຂອງຂ້ອຍຂຶ້ນ, ຂ້ອຍກໍ່ຄິດວ່ານັ້ນເປັນການຕັດສິນໃຈທີ່ຜິດ ແລະ ເມື່ອຄົນສ່ວນຫຼາຍຄິດວ່າປະສົບການຂອງອ້າຍຄົນນັ້ນບໍ່ແມ່ນຄຳພະຍານ, ຂ້ອຍກໍ່ຟ້າວຕາມຝູງຊົນ. ຂ້ອຍເບິ່ງແບບແຄບໆ ໂດຍເບິ່ງທິດທາງທີ່ລົມພັດ. ຂ້ອຍບໍ່ໄດ້ສະແດງຫຍັງນອກຈາກອຸປະນິໄສທີ່ຫຼອກລວງແບບຊາຕານ. ຂ້ອຍສົງໄສວ່າເປັນຫຍັງມັນຈຶ່ງຍາກຫຼາຍທີ່ເວົ້າປະໂຫຍກທີ່ເປັນຈິງແມ່ນແຕ່ປະໂຫຍກດຽວ. ມັນເປັນເພາະວ່າ ຂ້ອຍຢ້ານທີ່ຈະເຮັດໃຫ້ຕົນເອງອັບອາຍໂດຍເວົ້າສິ່ງທີ່ຜິດ, ຜູ້ນໍາຈະເຄົາລົບຂ້ອຍໜ້ອຍລົງ ແລະ ຈະບໍ່ເຊີດຊູ ຫຼື ຝຶກອົບຮົມຂ້ອຍ ແລະ ຂ້ອຍອາດຖືກປົດຈາກໜ້າທີ່ຂອງຂ້ອຍ ຖ້າມີເລື່ອງແບບນັ້ນເກີດຂຶ້ນຕະຫຼອດ. ຂ້ອຍພຽງແຕ່ຕ້ອງການປົກປ້ອງກຽດຕິຍົດຂອງຂ້ອຍເອງ ແລະ ຮັກສາຕໍາແໜ່ງຂອງຂ້ອຍ, ປິດບັງຄວາມສາມາດທີ່ບໍ່ດີຂອງຂ້ອຍ ແລະ ເຮັດສຸດຄວາມສາມາດຂອງຂ້ອຍເພື່ອສ້າງການສະແດງທີ່ດີ. ຂ້ອຍຕ້ອງການເຮັດຄືກັບຄົນທີ່ມີຄວາມສາມາດສູງ ຜູ້ທີ່ເຂົ້າໃຈຄວາມຈິງ ແລະ ມີຄວາມເຂົ້າໃຈທີ່ດີໃນສິ່ງຕ່າງໆ. ຂ້ອຍຕ້ອງການໃຫ້ມີຄໍາຕອບທີ່ຖືກຕ້ອງສຳລັບຄໍາຖາມໃດໜຶ່ງທີ່ເຂົ້າກັບແນວຄິດຂອງຜູ້ນໍາ, ເພື່ອວ່າລາວຈະເຄົາລົບຂ້ອຍຫຼາຍຂຶ້ນ ແລະ ຂ້ອຍຈະເຮັດໃຫ້ປະທັບໃຈເປັນຢ່າງດີ. ຫຼັງຈາກນັ້ນ ອ້າຍເອື້ອຍນ້ອງກໍ່ຈະຮອງຮັບຂ້ອຍ ແລະ ເຊີດຊູຂ້ອຍເຊັ່ນກັນ. ຂ້ອຍໄດ້ເຫັນເຖິງຄວາມຫຼອກລວງ ແລະ ການວາງແຜນໃນວິທີການຂອງຂ້ອຍ. ຂ້ອຍບໍ່ສາມາດເວົ້າຢ່າງກົງໄປກົງມາກ່ຽວກັບບາງສິ່ງທີ່ງ່າຍຫຼາຍ. ຂ້ອຍເກືອບບໍ່ສາມາດເວົ້າຄໍາເວົ້າທີ່ຊື່ສັດ ແລະ ຈິງໃຈແມ່ນແຕ່ຄຳດຽວ. ຂ້ອຍພະຍາຍາມເຂົ້າໃຈຄວາມຄິດຂອງຄົນອື່ນຢ່າງມີເລ່ຫຼ່ຽມຢູ່ສະເໝີ ເພື່ອຮັກສາຕໍາແໜ່ງໃນເຮືອນຂອງພຣະເຈົ້າ. ຂ້ອຍກຳລັງເດີນຕາມເສັ້ນທາງແຫ່ງຄວາມຊົ່ວຮ້າຍ, ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ຂ້ອຍຮູ້ສິ່ງທັງໝົດນີ້ ແຕ່ບໍ່ໄດ້ດຳເນີນການຄຸ່ນຄິດໃຫ້ເລິກເຊິ່ງຍິ່ງຂຶ້ນ.

ຫຼັງຈາກນັ້ນ, ສາມເດືອນຕໍ່ມາ ຂ້ອຍໄດ້ຟັງການສົນທະນານີ້ຈາກພຣະເຈົ້າ. ພຣະເຈົ້າກ່າວວ່າ: “ຜູ້ຕໍ່ຕ້ານພຣະຄຣິດມີສ່ວນຮ່ວມກັບພຣະຄຣິດໃນວິທີດຽວກັບທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ, ຮັບຄຳແນະນຳຈາກພຣະຄຣິດໃນທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດ, ຟັງນ້ຳສຽງຂອງພຣະອົງ ແລະ ຟັງຄວາມໝາຍໃນພຣະທຳຂອງພຣະອົງ. ເມື່ອພວກເຂົາເວົ້າ, ບໍ່ມີແມ່ນແຕ່ຄຳດຽວທີ່ເປັນຈິງ ຫຼື ຈິງໃຈ; ພວກເຂົາຮູ້ເວົ້າພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນທີ່ວ່າງເປົ່າເທົ່ານັ້ນ. ພວກເຂົາພະຍາຍາມຫຼອກລວງ ແລະ ໂກງບຸກຄົນນີ້ ຜູ້ທີ່ເປັນພຽງຄົນທຳມະດາໃນສາຍຕາຂອງພວກເຂົາ. ພວກເຂົາເວົ້າຄືກັບງູເລືອຍ, ເສັ້ນທາງທີ່ຄົດລ້ຽວ ແລະ ທາງອ້ອມ. ທ່າທາງ ແລະ ທິດທາງຄຳເວົ້າຂອງພວກເຂົາເປັນຄືກັບເຄືອໝາກແຕງເມລອນທີ່ປີນຂຶ້ນໄປເທິງເສົາ. ເມື່ອພຣະອົງເວົ້າວ່າບາງຄົນມີຄວາມສາມາດດີ ແລະ ສາມາດຖືກເລື່ອນຕຳແໜ່ງໄດ້, ພວກເຂົາກໍ່ເວົ້າທັນທີວ່າພວກເຂົາດີແນວໃດ ແລະ ແມ່ນຫຍັງທີ່ຖືກສະແດງອອກ ແລະ ຖືກເປີດເຜີຍໃນຕົວພວກເຂົາ ແລະ ຖ້າພຣະອົງເວົ້າວ່າບາງຄົນບໍ່ດີ, ພວກເຂົາກໍ່ຟ້າວເວົ້າວ່າພວກເຂົາບໍ່ດີ ແລະ ຊົ່ວຮ້າຍແນວໃດ, ເວົ້າກ່ຽວກັບວ່າພວກເຂົາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນຄຣິດຕະຈັກແນວໃດ. ເມື່ອພຣະອົງປາຖະໜາທີ່ຈະຮຽນຮູ້ຄວາມຈິງກ່ຽວກັບບາງສິ່ງ, ພວກເຂົາກໍ່ບໍ່ມີຫຍັງຈະເວົ້າ; ພວກເຂົາບິດເບືອນ ແລະ ຖ້າໃຫ້ພຣະອົງຕັດສິນໃຈ, ຟັງຄວາມໝາຍໃນພຣະທຳຂອງພຣະອົງ, ພະຍາຍາມຄົ້ນຄິດເຖິງຄວາມຕັ້ງໃຈຂອງພຣະອົງ. ທຸກສິ່ງທີ່ພວກເຂົາເວົ້າເປັນຄຳຍົກຍໍເກີນຄວາມຈິງ, ການປະຈົບປະແຈງ ແລະ ຄວາມປະຈົບສໍພໍ; ບໍ່ມີຄຳເວົ້າແຫ່ງຄວາມຈິງແມ່ນແຕ່ຄຳດຽວອອກຈາກປາກຂອງພວກເຂົາ” (ຄັດຈາກບົດ “ພວກເຂົາລັງກຽດຄວາມຈິງ, ດູຖູກຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີສອງ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ພຣະທຳເຫຼົ່າຈາກພຣະເຈົ້າໄດ້ຕຳນິຂ້ອຍຢ່າງຮຸນແຮງ. ຕະຫຼອດເວລາເຫຼົ່ານັ້ນ, ການທີ່ຂ້ອຍບໍ່ໄດ້ຊື່ສັດ ແລະ ປັ້ນແຕ່ງການກະທໍາຂອງຂ້ອຍໃຫ້ເຂົ້າກັບສິ່ງທີ່ຄົນອື່ນຕ້ອງການກໍ່ເຂົ້າມາໃນຄວາມຄິດ. ເຖິງແມ່ນວ່າຂ້ອຍບໍ່ໄດ້ຕິດຕໍ່ກັບພຣະຄຣິດໂດຍກົງ, ຂ້ອຍກໍ່ຈະບໍ່ຍອມຮັບການກວດສອບຂອງພຣະເຈົ້າໃນສະພາບແວດລ້ອມທີ່ພຣະອົງສ້າງຂຶ້ນ. ຂ້ອຍພຽງແຕ່ຢາກໂອ້ອວດ ແລະ ເຮັດໃຫ້ຜູ້ນໍາມັກຂ້ອຍ, ສະນັ້ນ ຂ້ອຍຈຶ່ງວັດແທກຄໍາເວົ້າຂອງຂ້ອຍ ແລະ ເວົ້າສິ່ງທີ່ລາວຢາກໄດ້ຍິນໂດຍບໍ່ໄດ້ຊື່ສັດແມ່ນແຕ່ໜ້ອຍດຽວ. ມັນລ້ວນແລ້ວແຕ່ເປັນສິ່ງທີ່ບໍ່ມີຄວາມຈິງ. ວິທີທີ່ຂ້ອຍເວົ້າ ແລະ ປະຕິບັດແມ່ນຄືກັບງູເທົ່ານັ້ນ ແລະ ມັນເປັນຕາລັງກຽດຕໍ່ພຣະເຈົ້າ. ຂ້ອຍຄິດວ່າການໄຫຼຕາມນ້ຳໃນລັກສະນະນັ້ນຈະສາມາດຫຼອກລວງຜູ້ນໍາ ແລະ ຂ້ອຍຄິດວ່າຂ້ອຍຈະເຮັດໃຫ້ລາວປະທັບໃຈເປັນຢ່າງດີໂດຍທີ່ຈະດູດີ ເມື່ອຂ້ອຍຕອບຄໍາຖາມ, ຫຼັງຈາກນັ້ນ ຂ້ອຍກໍ່ຈະຮັບເອົາຕໍາແໜ່ງ ແລະ ອະນາຄົດຂອງຂ້ອຍໃນເຮືອນຂອງພຣະເຈົ້າ. ນັ້ນເປັນສິ່ງທີ່ໂງ່ຫຼາຍໃນຕົວຂ້ອຍ ແລະ ໃນຄວາມຈິງແລ້ວ ຂ້ອຍພະຍາຍາມຫຼອກລວງພຣະເຈົ້າ. ຂ້ອຍບໍ່ເຊື່ອແທ້ໆວ່າພຣະເຈົ້າຈະກວດສອບທຸກສິ່ງ. ຄວາມສາມາດ, ວຸດທິພາວະ ແລະ ຄວາມຄິດຂອງຂ້ອຍ ແລະ ທ່າທີ່ ແລະ ທັດສະນະຄະຕິຂອງຂ້ອຍໃນທຸກໆສະຖານະການ, ພຣະອົງເຫັນທຸກສິ່ງເຫຼົ່ານີ້ດ້ວຍຄວາມຊັດເຈນຢ່າງແທ້ຈິງ. ເຖິງແມ່ນວ່າຂ້ອຍສາມາດປິດບັງຜູ້ຄົນທີ່ຢູ່ອ້ອມຂ້າງຂ້ອຍໄດ້, ຂ້ອຍກໍ່ບໍ່ສາມາດປິດບັງຈາກພຣະເຈົ້າໄດ້ຈັກເທື່ອ. ໃນຄວາມຈິງແລ້ວ, ພຣະເຈົ້າບໍ່ໄດ້ເບິ່ງສິ່ງທີ່ຂ້ອຍເວົ້າ ຫຼື ເຮັດຕໍ່ໜ້າຄົນອື່ນ, ແຕ່ເບິ່ງວິທີທີ່ຂ້ອຍເຂົ້າຫາຄວາມຈິງ. ພຣະອົງເບິ່ງສິ່ງທີ່ຂ້ອຍປະຕິບັດ ແລະ ດໍາລົງຊີວິດໃນທຸກໆມື້ ແລະ ວິທີທີ່ຂ້ອຍປະພຶດຕົວໃນໜ້າທີ່ຂອງຂ້ອຍ. ໂດຍສະເພາະແລ້ວ ພຣະເຈົ້າກວດສອບທຸກສິ່ງທີ່ເລັກນ້ອຍແບບນີ້. ພຣະອົງເບິ່ງວ່າຂ້ອຍຮັກ ແລະ ປະຕິບັດຄວາມຈິງ ຫຼື ບໍ່ ແລະເບື້ອງໜ້າທີ່ປອມຂອງຂ້ອຍບໍ່ສາມາດຫຼອກລວງພຣະອົງໄດ້ເລີຍ. ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ໃນທີ່ສຸດວ່າຂ້ອຍບໍ່ພຽງແຕ່ຊົ່ວຮ້າຍ, ແຕ່ຂ້ອຍກຳລັງປະຕິເສດຄວາມຊອບທໍາຂອງພຣະເຈົ້າ ແລະ ຂໍ້ແທ້ຈິງທີ່ວ່າພຣະອົງສັງເກດເຫັນທຸກສິ່ງ. ຂ້ອຍກຳລັງເຮັດຄືກັບຄົນທີ່ບໍ່ມີຄວາມເຊື່ອ. ກ່ອນໜ້ານີ້, ເມື່ອຂ້ອຍໄດ້ຍິນການທີ່ພຣະເຈົ້າວິເຄາະກ່ຽວກັບຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງດູຖູກພຣະຄຣິດ ແລະ ປະຈົບປະແຈງພຣະອົງ, ຂ້ອຍບໍ່ຄິດວ່າມັນມີສ່ວນກ່ຽວຂ້ອງກັບຂ້ອຍຫຼາຍ. ຂ້ອຍບໍ່ເຄີຍພົບກັບພຣະຄຣິດເປັນການສ່ວນຕົວ, ສະນັ້ນ ຂ້ອຍຈຶ່ງຄິດວ່າຂ້ອຍຈະບໍ່ສະແດງອຸປະນິໄສຂອງຊາຕານແບບນັ້ນ. ຫຼັງຈາກນັ້ນ ໃນທີ່ສຸດ ຂ້ອຍກໍ່ຮູ້ວ່າຂ້ອຍຜິດ, ເຈົ້າບໍ່ຕ້ອງມາພົວພັນກັບພຣະຄຣິດເພື່ອເປີດເຜີຍອຸປະນິໄສແບບຊາຕານນັ້ນ. ຂ້ອຍພະຍາຍາມປະຈົບປະແຈງ ແລະ ເກັບຄະແນນກັບຜູ້ນໍາ ແລະ ຂ້ອຍເຕັມໃຈທີ່ຈະເຮັດສິ່ງຕ່າງໆແບບນັ້ນ ເພື່ອຮັກສາຕໍາແໜ່ງຂອງຂ້ອຍຢູ່ໃນເຮືອນຂອງພຣະເຈົ້າ. ຂ້ອຍກຳລັງສະແດງໃຫ້ເຫັນອຸປະນິໄສແບບຊາຕານນັ້ນຢ່າງແນ່ນອນ. ຖ້າຂ້ອຍມາພົບກັບພຣະຄຣິດຢູ່ຊ່ອງໜ້າ, ສິ່ງນັ້ນກໍ່ຈະຊັດເຈນຍິ່ງຂຶ້ນຢ່າງແນ່ນອນ. ຂ້ອຍຈະບໍ່ສາມາດຫ້າມຕົນເອງຈາກການພະຍາຍາມຫຼອກລວງ ແລະ ຕໍ່ຕ້ານພຣະເຈົ້າໄດ້.

ເປັນເວລາສອງສາມມື້, ຂ້ອຍສືບຕໍ່ຄິດກ່ຽວກັບວ່າ ເຖິງແມ່ນພວກເຮົາບໍ່ໄດ້ໃຫ້ຄຳຕອບທີ່ຖືກຕ້ອງ ຜູ້ນໍາກໍ່ບໍ່ໄດ້ລິຮານ ແລະ ຈັດການກັບພວກເຮົາດັ່ງທີ່ຂ້ອຍຄິດໄດ້ແນວໃດ ແລະ ລາວບໍ່ໄດ້ເວົ້າວ່າຄວາມສາມາດຂອງພວກເຮົາຂາດເຂີນ, ປົດພວກເຮົາ ຫຼື ປະຕິເສດທີ່ຈະຝຶກຝົນພວກເຮົາ. ລາວພຽງແຕ່ຂໍໃຫ້ພວກເຮົາແບ່ງປັນຄວາມຄິດຂອງພວກເຮົາ ເພື່ອລາວຈະເຂົ້າໃຈຂໍ້ບົກຜ່ອງຂອງພວກເຮົາກ່ອນທີ່ຈະໂອ້ລົມກັນກ່ຽວກັບຄວາມຈິງ ແລະ ໃຫ້ການຊີ້ນໍາກ່ຽວກັບຫຼັກການຕ່າງໆ. ລາວຍັງເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ບອກພວກເຮົາໃຫ້ທົບທວນຕົວເອງ. ທຸກສິ່ງທີ່ລາວເຮັດແມ່ນເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຮົາ. ບໍ່ຈໍາເປັນຕ້ອງຄາດເດົາໃນເຮືອນຂອງພຣະເຈົ້າ ແລະ ກັບອ້າຍເອື້ອຍນ້ອງ. ສິ່ງນັ້ນເຮັດໃຫ້ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ: “ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳ ແລະ ການກະທໍາຂອງພຣະເຈົ້າສົມຄວນໄດ້ຮັບຄວາມໄວ້ວາງໃຈທີ່ສຸດຈາກພວກເຮົາ ແລະ ພຣະອົງປະຕິບັດຕໍ່ພວກເຮົາດ້ວຍຄວາມຈິງໃຈ. ເມື່ອພຣະເຈົ້າສ້າງມະນຸດ, ພຣະອົງບອກພວກເຂົາວ່າ ໝາກໄມ້ໃດໃນສ່ວນທີ່ພວກເຂົາສາມາດກິນໄດ້ ແລະ ບໍ່ສາມາດກິນໄດ້. ພຣະອົງເວົ້າແບບທຳມະດາ ແລະ ກົງໄປກົງມາ, ບໍ່ຈຳເປັນຕ້ອງຄາດເດົາ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າໄດ້ກ່າວວ່າ “ເຮົາບອກພວກເຈົ້າຕາມຄວາມຈິງວ່າ” ຕະຫຼອດເວລາ. ແລ້ວໃນຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ, ພວກເຮົາສາມາດຮູ້ສຶກວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຊື່ສັດ ແລະ ເປັນຈິງສໍ່າໃດ. ໂດຍສ່ວນໃຫຍ່ແລ້ວ, ພວກມັນຄືພຣະທຳທີ່ຈິງໃຈຢ່າງເລິກເຊິ່ງທີ່ອົບອຸ່ນ ແລະ ມີຄວາມກະລຸນາ ແລະ ເຖິງແມ່ນສ່ວນຕ່າງໆທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເບິ່ງຄືວ່າຮຸນແຮງ, ພວກມັນກໍ່ລ້ວນແລ້ວແຕ່ອີງໃນຄວາມເປັນຈິງ ແລະ ພວກມັນລ້ວນແລ້ວເປັນການຊໍາລະລ້າງ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນ. ພຣະເຈົ້າຈິງໃຈ ແລະ ໂປ່ງໃສກັບພວກເຮົາ. ບໍ່ມີການທຳທ່າເຮັດຫຍັງເລີຍ. ແຕ່ຂ້ອຍກຳລັງຄຳນວນ ແລະ ວາງແຜນໃນສະຖານະການນັ້ນໂດຍບໍ່ມີຄວາມຊື່ສັດແມ່ນແຕ່ໜ້ອຍດຽວ. ຂ້ອຍຮູ້ສຶກວ່າຂ້ອຍເປັນຄົນຫຼອກລວງ ແລະ ເປັນຕາລັງກຽດເກີນໄປແທ້ໆ.

ຫຼັງຈາກນັ້ນ, ຂ້ອຍກໍ່ຈື່ພຣະທຳບາງຂໍ້ຈາກພຣະເຈົ້າ. “ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້” (ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍບໍ່ເຄີຍເຂົ້າໃຈມາກ່ອນວ່າ ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າຄົນທີ່ບໍ່ສົງໃສຄົນອື່ນ ແລະ ພ້ອມຍອມຮັບຄວາມຈິງກໍ່ເປັນຄົນຊື່ສັດໃນສາຍຕາຂອງພຣະເຈົ້າ. ແຕ່ດຽວນີ້, ເມື່ອໄດ້ໄຕ່ຕອງພຣະທຳຂອງພຣະອົງ, ຂ້ອຍກໍ່ເລີ່ມເຂົ້າໃຈ. ຄົນທີ່ຊື່ສັດບໍ່ມີຄວາມສົງໄສຕໍ່ພຣະເຈົ້າ ຫຼື ມະນຸດ; ພວກເຂົາໄຮ້ດຽງສາ. ພວກເຂົາບໍ່ພະຍາຍາມຄິດຫາສິ່ງຕ່າງໆດ້ວຍສະໝອງແບບມະນຸດຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ. ພວກເຂົາຍອມຮັບ ແລະ ປະຕິບັດສິ່ງທີ່ພວກເຂົາສາມາດເຂົ້າໃຈ ແລະ ພວກເຂົາເຮັດໃນສິ່ງທີ່ພຣະເຈົ້າເວົ້າ. ພວກເຂົາເຂົ້າຫາຄວາມຈິງດ້ວຍຫົວໃຈທີ່ຊື່ສັດ ແລະ ຫົວໃຈແບບນັ້ນກໍ່ມີຄ່າຫຼາຍ. ນີ້ແມ່ນຄວາມໝາຍຂອງການເປັນຄືເດັກນ້ອຍ. ພຣະເຈົ້າອວຍພອນໃຫ້ພວກເຂົາ; ພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ ແລະ ນຳພາ ແລະ ສ່ອງແສງໃຫ້ແກ່ພວກເຂົາ. ຫຼັງຈາກນັ້ນ, ພວກເຂົາກໍ່ເຂົ້າໃຈ ແລະ ໄດ້ຮັບຄວາມຈິງຢ່າງງ່າຍດາຍຂຶ້ນ. ແຕ່ເຖິງແມ່ນວ່າຄົນໃດໜຶ່ງສາມາດເວົ້າບາງສິ່ງທີ່ເປັນຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໜ້ອຍໜຶ່ງ, ຖ້າພວກເຂົາເປັນຄືກັບເຂົາວົງກົດຢູ່ຂ້າງໃນ, ສົງໄສຢູ່ສະເໝີ ແລະ ຕັ້ງທ່າລະວັງ ແລະ ເຖິງກັບສົງໄສກ່ຽວກັບພຣະເຈົ້າຜູ້ເປັນຕາຮັກ ແລະ ມີຄວາມກະລຸນາ, ແລ້ວພວກເຂົາກໍ່ເປັນຄົນປະເພດທີ່ຫຼອກລວງ ແລະ ບໍ່ຊື່ສັດທີ່ສຸດ. ໃນຈຸດນັ້ນ, ຂ້ອຍກໍ່ເລີ່ມເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າຄົນຫຼອກລວງບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ສ່ວນໜຶ່ງຂອງເຫດຜົນນັ້ນກໍ່ຄືພຣະເຈົ້າເປັນຈິງຫຼາຍ, ພະອົງກຽດຊັງຜູ້ຄົນທີ່ຫຼອກລວງ ແລະ ບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ອີກສ່ວນແມ່ນກ່ຽວຂ້ອງກັບການສະແຫວງຫາສ່ວນຕົວຂອງພວກເຮົາ. ຄົນທີ່ຫຼອກລວງຊັບຊ້ອນເກີນໄປ. ພວກເຂົາຄາດເດົາ, ວິເຄາະ ແລະ ຕັ້ງທ່າປ້ອງກັນຜູ້ຄົນ, ສິ່ງຕ່າງໆ ແລະ ພຣະເຈົ້າຢູ່ສະເໝີ. ພວກເຂົາຮູ້ຈັກວິທີອ່ານຄົນແທ້ໆ. ຄວາມຄິດຂອງເຂົາເຈົ້າຖືກຄອບງຳດ້ວຍສິ່ງເຫຼົ່ານີ້ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ. ພຣະວິນຍານບໍລິສຸດບໍ່ສາມາດປະຕິບັດພາລະກິດໃດເລີຍໃນພວກເຂົາ. ນັ້ນຄືເຫດຜົນທີ່ພວກເຂົາຈະບໍ່ເຂົ້າໃຈຄວາມຈິງຈັກເທື່ອ. ຄືກັບທີ່ພຣະເຈົ້າກ່າວວ່າ, “ພຣະເຈົ້າບໍ່ເຮັດໃຫ້ຄົນທີ່ຫຼອກລວງສົມບູນ. ຖ້າຫົວໃຈຂອງເຈົ້າບໍ່ຊື່ສັດ ນັ້ນກໍຄື ຖ້າເຈົ້າບໍ່ເປັນຄົນຊື່ສັດ ແລ້ວເຈົ້າກໍຈະບໍ່ສາມາດຖືກຮັບເອົາໂດຍພຣະເຈົ້າຈັກເທື່ອ. ໃນທຳນອງດຽວກັນ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ສາມາດໄດ້ຮັບພຣະເຈົ້າອີກດ້ວຍ” (ຄັດຈາກບົດ “ຕົວບົ່ງຊີ້ຫົກຢ່າງຂອງການເຕີບໂຕໃນຊີວິດ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ສະນັ້ນ, ໃນຈຸດນັ້ນ ຂ້ອຍຈຶ່ງພະຍາຍາມກວດສອບຕົນເອງຢ່າງໜັກ. ເມື່ອພົບກັບບັນຫາໜຶ່ງ, ຂ້ອຍບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງດ້ວຍຫົວໃຈທີ່ຊື່ສັດ, ແຕ່ກົງກັນຂ້າມ ຂ້ອຍມົກມຸ່ນກັບການວັດແທກນໍ້າສຽງຂອງຄົນອື່ນ. ຂ້ອຍເປັນແບບນັ້ນຫຼາຍ ແມ່ນແຕ່ໃນການສົນທະນາປົກກະຕິກັບອ້າຍເອື້ອຍນ້ອງ. ບາງຄັ້ງ ຂ້ອຍບໍ່ເຂົ້າໃຈບາງສິ່ງຢ່າງຄົບຖ້ວນ, ແຕ່ຂ້ອຍພຽງເຫັນດີກັບຄວາມເຂົ້າໃຈຫຍັງກໍ່ຕາມທີ່ຄົນສ່ວນໃຫຍ່ມີ. ບາງຄັ້ງ ຂ້ອຍມີຄວາມຄິດເຫັນຂອງຂ້ອຍເອງ, ແຕ່ຂ້ອຍຢ້ານທີ່ຈະເວົ້າສິ່ງທີ່ບໍ່ຖືກຕ້ອງ, ສະນັ້ນ ຂ້ອຍຈຶ່ງຢຸດ ແລະ ຟັງຄົນອື່ນກ່ອນ ແລະ ພຽງແຕ່ເວົ້າຖ້າຂ້ອຍຮູ້ວ່າຂ້ອຍເວົ້າຖືກ. ຖ້າບໍ່ດັ່ງນັ້ນ, ຂ້ອຍກໍ່ຄິດວ່າ ຂ້ອຍບໍ່ຈຳເປັນຕ້ອງເວົ້າຫຍັງເພື່ອທີ່ຂ້ອຍຈະບໍ່ເສຍໜ້າ. ຂ້ອຍເຫັນວ່າຂ້ອຍຫຼອກລວງ ແລະ ບໍ່ກົງໄປກົງມາສໍ່າໃດ. ຂ້ອຍພຽງແຕ່ຕາມຝູງຄົນ ເມື່ອຂ້ອຍບໍ່ເຂົ້າໃຈບາງສິ່ງ ແລະ ເຝົ້າເບິ່ງ ແລະ ເຫັນດີກັບສິ່ງທີ່ຄົນອື່ນເຮັດ. ສິ່ງນັ້ນເຮັດໃຫ້ຂ້ອຍບໍ່ເຂົ້າໃຈຄວາມຈິງແທ້ໆ. ແຕ່ບໍ່ມີຫຍັງທີ່ເປັນຕາຢ້ານກ່ຽວກັບການຂາດຄວາມສາມາດ ຫຼື ການບໍ່ຮູ້ຄວາມຈິງ. ສິ່ງທີ່ເປັນຕາຢ້ານກໍ່ຄືເມື່ອຜູ້ຄົນປົກປິດສິ່ງທີ່ພວກເຂົາບໍ່ເຂົ້າໃຈຢູ່ສະເໝີ. ຫຼັງຈາກນັ້ນ, ພວກເຂົາຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້ຈັກເທື່ອ. ຂ້ອຍຮູ້ສຶກວ່າມັນອັນຕະລາຍທີ່ຈະດຳເນີນໄປໃນລັກສະນະນັ້ນ ແລະ ການເປັນຄົນຊື່ສັດເປັນສິ່ງສໍາຄັນຫຼາຍ.

ຂ້ອຍເລີ່ມສະແຫວງວິທີເປັນຄົນຊື່ສັດເມື່ອຂ້ອຍພົບກັບສິ່ງຕ່າງໆໃນອະນາຄົດ ແລະ ຫຼັກການທີ່ຂ້ອຍຄວນຍຶດຕິດ. ຂ້ອຍອ່ານຂໍ້ຄວາມສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເພື່ອຄວາມຈິງໃຈ, ເຈົ້າຕ້ອງປະວາງຄວາມປາຖະໜາສ່ວນຕົວຂອງເຈົ້າກ່ອນ. ແທນທີ່ຈະໃຫ້ຄວາມສົນໃຈກັບວິທີການທີ່ພຣະເຈົ້າປະຕິບັດຕໍ່ເຈົ້າ, ໃຫ້ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ຢ່າໄຕ່ຕອງ ຫຼື ພິຈາລະນາວ່າຜົນຕາມມາຂອງຄຳເວົ້າຂອງເຈົ້າຈະເປັນແນວໃດ; ໃຫ້ເວົ້າຫຍັງກໍຕາມທີ່ເຈົ້າກຳລັງຄິດ, ໃຫ້ປະວາງແຮງຜັກດັນຂອງເຈົ້າ ແລະ ຢ່າເວົ້າສິ່ງຕ່າງໆພຽງແຕ່ເພື່ອບັນລຸຈຸດປະສົງບາງຢ່າງເທົ່ານັ້ນ. ເມື່ອເຈົ້າມີເຈດຕະນາສ່ວນຕົວຫຼາຍເກີນໄປ, ເຈົ້າກໍຈະຄຳນວນລັກສະນະທີ່ເຈົ້າເວົ້າຢູ່ສະເໝີ ໂດຍພິຈາລະນາວ່າ ‘ຂ້ານ້ອຍຄວນເວົ້າສິ່ງນີ້, ບໍ່ແມ່ນສິ່ງນັ້ນ, ຂ້ານ້ອຍຕ້ອງລະມັດລະວັງກ່ຽວກັບສິ່ງທີ່ຂ້ານ້ອຍເວົ້າ, ຂ້ານ້ອຍຕ້ອງບັນລຸຈຸດປະສົງຂອງຂ້ານ້ອຍ’, ມີແຮງຜັກດັນສ່ວນຕົວຮ່ວມຢູ່ໃນນີ້ບໍ? ໃນຄວາມຄິດຂອງເຈົ້າ, ເຈົ້າເວົ້າວົນໄປວົນມາກ່ອນທີ່ຄຳເວົ້າຈະອອກຈາກປາກຂອງເຈົ້າດ້ວຍຊໍ້າ, ເຈົ້າຄິດໃນສິ່ງທີ່ເຈົ້າຈະເວົ້າຢູ່ຫຼາຍຄັ້ງ ແລະ ກັ່ນຕອງມັນຫຼາຍຄັ້ງໃນຫົວຂອງເຈົ້າ. ເມື່ອຄໍາເວົ້າເຫຼົ່ານັ້ນອອກມາຈາກປາກຂອງເຈົ້າ, ຄຳເວົ້າດັ່ງກ່າວກໍເຕັມໄປດ້ວຍກົນອຸບາຍທີ່ຫຼອກລວງຂອງຊາຕານ. ນັ້ນກໍຄື ຄຳເວົ້າທີ່ອອກມາຈາກປາກຂອງເຈົ້າແມ່ນເຊື່ອງຊ້ອນແຮງຈູງໃຈ ແລະ ຈຸດປະສົງສ່ວນຕົວ; ຄຳເວົ້າດັ່ງກ່າວບໍ່ເປັນຈິງ ແລະ ພວກມັນບໍ່ໄດ້ມາຈາກຫົວໃຈ. ນີ້ບໍ່ແມ່ນຄວາມຈິງໃຈ” (ຄັດຈາກບົດ “ພວກເຂົາລັງກຽດຄວາມຈິງ, ດູຖູກຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີສອງ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). “ໃນທຸກເລື່ອງ, ເຈົ້າຄວນເປີດເຜີຍກັບພຣະເຈົ້າ ແລະ ເຈົ້າຄວນເປັນຄົນເປີດໃຈ, ນີ້ແມ່ນເງື່ອນໄຂ ແລະ ສະພາວະດຽວທີ່ຄວນຖືກຮັກສາໄວ້ຢູ່ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ເມື່ອເຈົ້າບໍ່ເປີດເຜີຍ, ເຈົ້າກໍ່ເປີດເຜີຍຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າຮູ້, ບໍ່ວ່າເຈົ້າເປີດເຜີຍ ຫຼື ບໍ່ກໍ່ຕາມ. ເຈົ້າບໍ່ໄດ້ເປັນຄົນໂງ່ຈ້າບໍ ຖ້າເຈົ້າບໍ່ສາມາດເຫັນສິ່ງນັ້ນໄດ້? ແລ້ວເຈົ້າຈະສາມາດເປັນຄົນມີສະຕິປັນຍາໄດ້ແນວໃດ? ເຈົ້າຮູ້ວ່າພຣະເຈົ້າກວດສອບ ແລະ ຮູ້ທຸກສິ່ງ, ສະນັ້ນ ຢ່າຄິດວ່າພຣະອົງອາດຈະບໍ່ຮູ້; ເນື່ອງຈາກມັນແນ່ນອນວ່າ ພຣະເຈົ້າເຫັນຄວາມຄິດຂອງຜູ້ຄົນຢ່າງລັບໆ, ຜູ້ຄົນຈະເປັນຄົນມີສະຕິປັນຍາທີ່ຈະເປີດໃຈຫຼາຍຂຶ້ນເລັກນ້ອຍ, ບໍລິສຸດຫຼາຍຂຶ້ນເລັກນ້ອຍ ແລະ ຊື່ສັດ, ນັ້ນຄືສິ່ງທີ່ສະຫຼາດທີ່ຈະເຮັດ... ເຈົ້າສາມາດໃຊ້ເຕັກນິກບາງຢ່າງໃນການປະຕິສຳພັນຂອງເຈົ້າກັບຜູ້ຄົນ, ແຕ່ເປັນການດີທີ່ສຸດທີ່ຈະເປີດໃຈກັບພຣະເຈົ້າ ແລະ ຖ້າເຈົ້າປິດບັງຄວາມຕັ້ງໃຈ ແລະ ໃຊ້ເຕັກນິກຕ່າງໆ, ບັນຫາກໍ່ຈະເກີດຂຶ້ນ. ໃນໃຈຂອງເຈົ້າ, ເຈົ້າຄິດຢູ່ສະເໝີວ່າ ‘ຂ້ອຍສາມາດເວົ້າຫຍັງໄດ້ເພື່ອເຮັດໃຫ້ພຣະເຈົ້າຊື່ນຊົມຂ້ອຍ ແລະ ບໍ່ຮູ້ສິ່ງທີ່ຂ້ອຍກຳລັງຄິດຢູ່ຂ້າງໃນ? ແມ່ນຫຍັງຄືສິ່ງທີ່ຖືກຕ້ອງທີ່ຕ້ອງເວົ້າ? ຂ້ອຍຕ້ອງຮັກສາຕົວເອງໃຫ້ຫຼາຍຂຶ້ນ, ຂ້ອຍຕ້ອງມີຄວາມຄ່ອງແຄ້ວໃຫ້ຫຼາຍຂຶ້ນໜ້ອຍໜຶ່ງ, ຂ້ອຍຕ້ອງມີວິທີການ; ບາງທີ ພຣະເຈົ້າອາດຈະຊື່ນຊົມຂ້ອຍ’. ເຈົ້າຄິດວ່າພຣະເຈົ້າຈະບໍ່ຮູ້ວ່າເຈົ້າກຳລັງຄິດແບບນັ້ນຢູ່ສະເໝີບໍ? ພຣະເຈົ້າຮູ້ ບໍ່ວ່າເຈົ້າຄິດຫຍັງກໍ່ຕາມ. ມັນເປັນຕາອິດເມື່ອຍຫຼາຍທີ່ຈະຄິດແບບນັ້ນ. ມັນງ່າຍກວ່າຫຼາຍທີ່ຈະເວົ້າຢ່າງກົງໄປກົງມາ ແລະ ຢ່າງຈິງໃຈ ແລະ ມັນເຮັດໃຫ້ຊີວິດຂອງເຈົ້າງ່າຍຂຶ້ນ. ພຣະເຈົ້າຈະເວົ້າວ່າ ເຈົ້າຊື່ສັດ ແລະ ບໍລິສຸດ, ເຈົ້າເປີດໃຈ ແລະ ນັ້ນເປັນສິ່ງທີ່ລ້ຳຄ່າຫຼາຍທີ່ສຸດ. ຖ້າເຈົ້າມີຫົວໃຈທີ່ເປີດກວ້າງ ແລະ ມີທັດສະນະທີ່ຊື່ສັດ, ແລ້ວເຖິງແມ່ນວ່າມີບາງຄັ້ງເມື່ອເຈົ້າໄປໄກເກີນໄປ ແລະ ກະທຳຢ່າງໂງ່ຈ້າ, ສຳລັບພຣະເຈົ້າແລ້ວ ນີ້ບໍ່ແມ່ນການລ່ວງລະເມີດ; ມັນດີກວ່າອຸບາຍເລັກໆນ້ອຍໆຂອງເຈົ້າ ແລະ ດີກວ່າການໄຕ່ຕອງ ແລະ ການປະມວນຜົນຢ່າງຕໍ່ເນື່ອງຂອງເຈົ້າ” (ຄັດຈາກບົດ “ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສອງ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ມັນເວົ້າໃນພຣະທຳຂອງພຣະເຈົ້າວ່າ ແມ່ນຫຍັງຄືສິ່ງທີ່ສຳຄັນທີ່ສຸດ ແລະ ເປັນພື້ນຖານທີ່ສຸດໃນວິທີການທີ່ພວກເຮົາເຂົ້າຫາພຣະເຈົ້າ ແລະ ສະຖານະການຕ່າງໆທີ່ພຣະອົງສ້າງຂຶ້ນແມ່ນການເປີດໃຈ. ພວກເຮົາຈຳເປັນເປີດເຜີຍຫົວໃຈຂອງພວກເຮົາໃຫ້ກັບພຣະເຈົ້າໂດຍບໍ່ມີການປົກປິດ ຫຼື ການປິດບັງ, ໂດຍບໍ່ພະຍາຍາມສຶກສາ ຫຼື ປະມວນຜົນສິ່ງຕ່າງໆ. ພວກເຮົາບໍ່ຄວນມີແຮງຈູງໃຈຢູ່ເບື້ອງຫຼັງຄຳເວົ້າຂອງພວກເຮົາ ຫຼື ໃຊ້ກົນລະຍຸດໃດໜຶ່ງ, ແຕ່ແບ່ງປັນຄວາມຄິດຂອງພວກເຮົາດ້ວຍຈິດວິນຍານແຫ່ງຄວາມຈິງເທົ່ານັ້ນ. ພວກເຮົາຈໍາເປັນຕ້ອງຍອມຮັບວ່າພວກເຮົາບໍ່ເຂົ້າໃຈສິ່ງຕ່າງໆທີ່ພວກເຮົາບໍ່ສາມາດຢັ່ງເຖິງໄດ້ ແລະ ແລ້ວກໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງດ້ວຍຫົວໃຈທີ່ໄຮ້ດຽງສາ ແລະ ຊື່ສັດ. ນັ້ນຄືການເປັນຄົນທີ່ມີສະຕິປັນຍາ. ພຣະເຈົ້າເຫັນທຸກສິ່ງ ແລະ ຮູ້ຈັກພວກເຮົາຄືກັບຫຼັງມືຂອງພຣະອົງ. ຄວາມສາມາດຂອງຂ້ອຍ, ຂ້ອຍເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ຄວາມເລິກເຊິ່ງໃນປະສົບການຂອງຂ້ອຍ ແລະ ຂ້ອຍເຂົ້າໃຈສິ່ງໆໜຶ່ງ ຫຼື ບໍ່ ແມ່ນສິ່ງທີ່ພຣະເຈົ້າຮູ້ຈັກດີ. ຂ້ອຍຖືກເປີດເຜີຍຢູ່ຕໍ່ໜ້າພຣະເຈົ້າ. ຈຳເປັນຫຍັງຕ້ອງປົກປິດຂໍ້ຜິດພາດຂອງຂ້ອຍ ແລະ ທໍາທ່າເຂົ້າໃຈທຸກຢ່າງ? ໃນຄວາມເປັນຈິງແລ້ວ, ການຄຳນວນຢູ່ສະເໝີ, ການສັງເກດຄົນອື່ນ ແລະ ການຄາດເດົາສິ່ງທີ່ພວກເຂົາຄິດ ແລະ ໃຊ້ສະໝອງຂອງຂ້ອຍກ່ຽວກັບສິ່ງທີ່ຈະເວົ້າ ແມ່ນເປັນຕາເມື່ອຍທັງຈິດໃຈ ແລະ ຄວາມຮູ້ສຶກ ແລະ ພຣະເຈົ້າກໍ່ກຽດຊັງມັນ. ນັ້ນແມ່ນເວລາທີ່ຂ້ອຍໄດ້ເຫັນໃນທີ່ສຸດວ່າມັນສໍາຄັນສຳ່ໃດທີ່ຈະເປັນຄົນໄຮ້ດຽງສາ ແລະ ຊື່ສັດຈາກຫົວໃຈ. ພຣະເຈົ້າເຊີດຊູສິ່ງນັ້ນ ແລະ ມັນຍັງເປັນວິທີການດຳລົງຊີວິດທີ່ມີອິດສະຫຼະຫຼາຍກວ່າ ແລະ ຜ່ອນຄາຍຫຼາຍກວ່າ. ຂ້ອຍຍັງເຫັນວ່າ ພຣະເຈົ້າບໍ່ພຽງແຕ່ເບິ່ງຄວາມສາມາດຂອງຜູ້ຄົນ ຫຼື ເບິ່ງວ່າຄວາມຄິດເຫັນຂອງພວກເຂົາຖືກຕ້ອງ ຫຼື ບໍ່. ພຣະອົງເບິ່ງທີ່ຫົວໃຈຂອງພວກເຮົາ, ທັດສະນະຄະຕິຂອງພວກເຮົາຕໍ່ຄວາມຈິງ ແລະ ອຸປະນິໄສທີ່ພວກເຮົາສະແດງອອກໃນລະຫວ່າງທາງ. ເຖິງແມ່ນວ່າບາງຄັ້ງພວກເຮົາຜິດພາດ, ຖ້າພວກເຮົາເປີດເຜີຍ ແລະ ຊື່ສັດ, ພຣະເຈົ້າຈະບໍ່ສົນໃຈວ່າ ພວກເຮົາໂງ່ຈ້າ ຫຼື ຂາດຄວາມສາມາດ ຫຼື ບໍ່ ແລະ ພຣະອົງຈະບໍ່ປະນາມພວກເຮົາດ້ວຍສິ່ງນັ້ນ. ໃນທາງກົງກັນຂ້າມ, ການຫຼອກລວງຢູ່ສະເໝີເປັນສິ່ງທີ່ພຣະເຈົ້າຄົ້ນພົບວ່າເປັນຕາລັງກຽດ ແລະ ເປັນຕາຊັງ. ໃນຈຸດນັ້ນ, ຂ້ອຍກໍ່ຕັ້ງໃຈວ່າຂ້ອຍຈະປະຕິບັດຄວາມຈິງ ແລະ ເປັນຄົນຊື່ສັດ. ໂດຍການເປີດເຜີຍຕໍ່ພຣະເຈົ້າໃນສະພາບແວດລ້ອມທີ່ພຣະອົງສ້າງຂຶ້ນ, ການເປັນຄົນຊື່ສັດໃນການພົວພັນກັບຄົນອື່ນ, ການເວົ້າຈາກຫົວໃຈ ແລະ ການເປີດໃຈກ່ຽວກັບສິ່ງທີ່ຂ້ອຍເຂົ້າໃຈ, ຂ້ອຍສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມ, ຫຼອກລວງ ແລະ ໜ້າຊື່ໃຈຄົດຂອງຂ້ອຍຢ່າງຊ້າໆ.

ຂ້ອຍຈື່ໄດ້ວ່າ ມີຄັ້ງຫນຶ່ງເມື່ອພວກເຮົາເຂົ້າຫາຜູ້ນໍາກ່ຽວກັບເພງສັນລະເສີນຂອງຄຣິດຕະຈັກທີ່ມີສອງສາມແຖວເຊິ່ງເບິ່ງຄືກັບວ່າເປົ່າວ່າງສໍາລັບພວກເຮົາ. ລາວບໍ່ໄດ້ເວົ້າຫຍັງກ່ຽວກັບແຖວເຫຼົ່ານັ້ນ, ແຕ່ລາວເວົ້າວ່າເພງສັນລະເສີນບໍ່ມີຄຸນຄ່າ, ມັນບໍ່ດີ. ຄຳ ວ່າ “ແມ່ນແລ້ວ” ຫາກໍ່ຫຼຸດອອກມາຈາກປາກຂອງຂ້ອຍ. ຂ້ອຍຮູ້ໃນທັນທີວ່າຂ້ອຍຫຼອກລວງອີກແລ້ວ. ຂ້ອຍບໍ່ເຄີຍເຫັນບັນຫາທີ່ລາວເຫັນຢູ່ໃນນັ້ນ. ຂ້ອຍເປັນຄົນທີ່ຍອມຕາມຄົນອື່ນ, ທຳທ່າວ່າຂ້ອຍເຂົ້າໃຈ. ຂ້ອຍກຽດຊັງວິທີການທີ່ຄຳເວົ້າຕົວະຫຼຸດອອກມາໃນຊ່ວງເວລາທີ່ຂ້ອຍອ້າປາກ ແລະ ຂ້ອຍບໍ່ຢາກບັນລຸດ້ວຍວິທີການປະຕິບັດທີ່ຈອມປອມຂອງຂ້ອຍຜ່ານສິ່ງນີ້. ຖ້າຂ້ອຍບໍ່ເຂົ້າໃຈມັນ, ກໍ່ແມ່ນຂ້ອຍບໍ່ເຂົ້າໃຈມັນ. ຂ້ອຍຄິດເຖິງພຣະຄໍາຂອງພຣະເຈົ້າ: “ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍຮູ້ວ່າຂ້ອຍຕ້ອງແກ້ໄຂຄຳເວົ້າຕົວະທີ່ຂ້ອຍຫາກໍ່ເວົ້າອອກ ແລະ ເປັນຄົນຊື່ສັດ. ສະນັ້ນ ຂ້ອຍຈຶ່ງບອກຜູ້ນໍາວ່າ “ຂ້ອຍຄິດວ່າມີບັນຫາກັບສອງແຖວ. ຂ້ອຍບໍ່ຮູ້ວ່າເພງສັນລະເສີນນີ້ບໍ່ມີຄຸນຄ່າ”. ລາວໂອ້ລົມກັບພວກເຮົາຢ່າງໃຈເຢັນກ່ຽວກັບບັນຫາຕ່າງໆໃນເພງສັນລະເສີນ ແລະ ສິ່ງນີ້ໄດ້ເປີດຕາຂອງຂ້ອຍໜ້ອຍໜຶ່ງກ່ຽວກັບເພງນັ້ນ. ຂ້ອຍຮູ້ສຶກເຖິງຄວາມສະຫງົບ. ຄວາມຈິງກໍ່ຄື ບໍ່ຈຳເປັນຕ້ອງຫຸ້ມຫໍ່ຄຳເວົ້າ, ການກະທຳ ຫຼື ມຸມມອງຂອງພວກເຮົາ, ແຕ່ພວກເຮົາພຽງແຕ່ສາມາດເປັນຄົນທີ່ຊື່ສັດຜູ້ທີ່ໃຊ້ໄດ້ ແລະ ເປັນຈິງ. ຂ້ອຍຍັງເລີ່ມປະຕິບັດຄວາມຊື່ສັດ ເມື່ອອ້າຍເອື້ອຍນ້ອງໃນທີມຂອງຂ້ອຍກຳລັງສົນທະນາກ່ຽວກັບບັນຫາ. ບໍ່ວ່າຂ້ອຍຈະເວົ້າຖືກ ຫຼື ຜິດ, ຂ້ອຍກໍ່ພຽງແຕ່ແບ່ງປັນຄວາມຄິດເຫັນທີ່ແທ້ຈິງຂອງຂ້ອຍ. ຂ້ອຍເວົ້າກົງໄປກົງມາກ່ຽວກັບແມ່ນຫຍັງກໍ່ຕາມທີ່ຂ້ອຍບໍ່ເຂົ້າໃຈ ແລະ ຖ້າຂ້ອຍເວົ້າຜິດ, ຂ້ອຍກໍ່ແກ້ໄຂຂໍ້ຜິດພາດຂອງຂ້ອຍ. ສິ່ງນັ້ນເຮັດໃຫ້ຂ້ອຍມີຄວາມສະຫງົບສຸກຫຼາຍ. ຂ້ອຍບໍ່ໄດ້ຢູ່ໃກ້ຄຽງກັບມາດຕະຖານຂອງຄົນຊື່ສັດຢ່າງແທ້ຈິງເທື່ອ, ແຕ່ຂ້ອຍຮູ້ສຶກເຖິງຄວາມສໍາຄັນຂອງການເປັນຄົນສັດຊື່ແທ້ໆ ແລະ ຂ້ອຍຮູ້ວ່ານັ້ນເປັນວິທີດຽວທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ຂ້ອຍປາຖະໜາແທ້ໆທີ່ຈະກາຍມາເປັນຄົນທີ່ຊື່ສັດ ແລະ ຂ້ອຍຕ້ອງການສືບຕໍ່ພະຍາຍາມເພື່ອສິ່ງນັ້ນ, ເພື່ອສະແຫວງຫາສິ່ງນັ້ນ. ຂອບພຣະຄຸນພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

Leave a Reply