ໂສ້ລ່າມແຫ່ງຊື່ສຽງ ແລະ ກຳໄລ

03 ເດືອນມີນາ 2022

ໂດຍ ເຈຍລີ່, ສະເປນ

ໃນປີ 2015, ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິດຕະຈັກໃນການຄັດເລືອກປະຈຳປີ. ຂ້ອຍຕື່ນເຕັ້ນແທ້ໆ, ຄິດວ່າການຖືກເລືອກໃຫ້ເປັນຜູ້ນຳຈາກອ້າຍເອື້ອຍນ້ອງຫຼາຍສິບຄົນຕ້ອງໝາຍຄວມວ່າຂ້ອຍດີກວ່າຄົນອື່ນໆ. ໃນໜ້າທີ່ຂອງຂ້ອຍນັບແຕ່ນັ້ນມາ, ອ້າຍເອື້ອຍນ້ອງຈະມາຫາຂ້ອຍເພື່ອໂອ້ລົມເມື່ອພວກເຂົາມີຄວາມຫຍຸ້ງຍາກໃນການເຂົ້າສູ່ຊີວິດ ແລະ ທີມຜູ້ນຳຈະສົນທະນາເຖິງບັນຫາທີ່ພວກເຂົາຜະເຊີນໃນພາລະກິດຂອງຄຣິດຕະຈັກກັບຂ້ອຍ. ຂ້ອຍບໍ່ສາມາດຊ່ວຍໄດ້ ແຕ່ມີຄວາມຮູ້ສຶກເຖິງຄວາມເໜືອກວ່ານີ້. ຂ້ອຍຍ່າງໄປມາຢ່າງອວດດີ, ເອີກເດັ້ງອອກ ແລະ ຂ້ອຍກໍປ່ຽມດ້ວຍຄວາມໝັ້ນໃຈເມື່ອສົນທະນາໃນທີ່ຊຸມນຸມ. ຫຼັງຈາກນັ້ນໄລຍະໜຶ່ງ, ຂ້ອຍສັງເກດເຫັນວ່າ ເອື້ອຍຫລູ່ຍ ເຊິ່ງເປັນເພື່ອນຮ່ວມງານຄົນໜຶ່ງທີ່ມີຄວາມສາມາດດີ, ການສົນທະນາຂອງລາວກ່ຽວກັບຄວາມຈິງນັ້ນຊັດເຈນຫຼາຍ ແລະ ລາວສາມາດເຂົ້າໃຈຮາກເງົ້າບັນຫາຂອງຜູ້ຄົນເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ລາວຍັງຊີ້ໃຫ້ເຫັນເສັ້ນທາງປະຕິບັດ ແລະ ທຸກຄົນຕ້ອງການໄດ້ຍິນການສົນທະນາຂອງລາວ. ແຕ່ຂ້ອຍບໍ່ຕ້ອງການທີ່ຈະພ່າຍແພ້, ດັ່ງນັ້ນ ຂ້ອຍຈຶ່ງກະກຽມຢ່າງຮອບຄອບກ່ອນການຊຸມນຸມທຸກຄັ້ງ, ລະດົມສະໝອງຂອງຂ້ອຍ ຄິດຫາວິທີສົນທະນາທີ່ເຂົ້າໃຈໄດ້ຫຼາຍຂຶ້ນ ແລະ ມີແສງສະຫວ່າຫຼາຍຂຶ້ນເພື່ອໃຫ້ຂ້ອຍເບິ່ງຄືວ່າດີກວ່າລາວ. ເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງງຶກຫົວເຫັນດີເມື່ອຂ້ອຍຈົບການສົນທະນາ, ຂ້ອຍຮູ້ສຶກພໍໃຈກັບຕົນເອງຫຼາຍ ແລະ ມີຄວາມຮູ້ສຶກເຖິງຄວາມສຳເລັດ. ແລ້ວຕໍ່ມາ ຂ້ອຍກໍຄົ້ນພົບວ່າ ເພື່ອນຮ່ວມງານຂອງຂ້ອຍ ອ້າຍເຈງ ຂ້ອນຂ້າງມີຄວາມຮູ້ມືອາຊີບກ່ຽວກັບຮູບເງົາ ແລະ ລາວເກັ່ງດ້ານຄອມພິວເຕີ. ອ້າຍເອື້ອຍນ້ອງທີ່ເຮັດໜ້າທີ່ຖ່າຍຮູບເງົາຈະມັກສົນທະນາເລື່ອງຕ່າງໆທີ່ກ່ຽວຂ້ອງກັບລາວເລື້ອຍໆ ແລະ ໃນນາມຜູ້ນຳຄຣິດຕະຈັກ ຂ້ອຍບໍ່ມີຫຍັງຈະເພີ່ມເຕີມ. ຂ້ອຍຮູ້ສຶກຄືກັບວ່າເປັນລໍ້ທີຫ້າ ແລະ ນັ້ນເຮັດໃຫ້ຂ້ອຍບໍ່ພໍໃຈແທ້ໆ. ຂ້ອຍຄິດວ່າ ໂດຍການນຳຫາອ້າຍເຈງ ເມື່ອໃດກໍ່ຕາມທີ່ພວກເຂົາມີບັນຫາ, ພວກເຂົາຕ້ອງຄິດວ່າຂ້ອຍບໍ່ເຂົ້າກັນກັບລາວ. ຂ້ອຍຄິດວ່າຄົງຈະເປັນການດີຖ້າຂ້ອຍຮູ້ບາງສິ່ງກ່ຽວກັບຮູບເງົາເຊັ່ນກັນ, ແລ້ວອ້າຍເອື້ອຍນ້ອງຈະປຶກຫສາບັນຫາຂອງພວກເຂົາກັບຂ້ອຍ. ຂ້ອຍເລີ່ມລຸກແຕ່ເຊົ້າ ແລະ ເຂົ້ານອນຊ້າເພື່ອຄົ້ນຫາ ແລະ ຮຽນຮູ້ກ່ຽວກັບວິທີການເຮັດຮູບເງົາ ເພື່ອໃຫ້ຂ້ອຍສາມາດຮູ້ຫຼາຍຂຶ້ນ. ຂ້ອຍເພີກເສີຍຕໍ່ບັນຫາທັງໝົດໃນຄຣິດຕະຈັກ ຕະຫຼອດຮອດສະພາວະຂອງອ້າຍເອື້ອຍນ້ອງ. ຫຼັງຈາກນັ້ນຊົ່ວໄລຍະໜຶ່ງ, ບັນຫາຕ່າງໆກໍເລີ່ມປາກົດຂຶ້ນໃນວຽກງານຂອງຫຼາຍທີມທີ່ຂ້ອຍບໍ່ສາມາດແກ້ໄຂໄດ້ ບໍ່ວ່າຂ້ອຍໄດ້ສົນທະນາ ຫຼື ຈັດການຊຸມນຸມແນວໃດກໍຕາມ. ເນື່ອງຈາກວ່າສະພາວະຂອງອ້າຍເອື້ອຍນ້ອງບໍ່ໄດ້ຖືກແກ້ໄຂ, ຄວາມຄືບໜ້າຂອງການຜະລິດຮູບເງົາຖືກຂັດຂວາງ ແລະ ເກີດມີບັນຫາຕາມໆກັນມາ. ຂ້ອຍຢູ່ພາຍໃຕ້ຄວາມກົດດັນຫຼາຍ ຈົນຂ້ອຍເກືອບຫາຍໃຈບໍ່ອອກ. ຂ້ອຍຮູ້ສຶກທໍລະມານ. ຂ້ອຍກັງວົນກ່ຽວກັບສິ່ງທີ່ຄົນອື່ນຈະຄິດກັບຂ້ອຍ, ຖ້າພວກເຂົາຈະຄິດວ່າຂ້ອຍຂາດຄວາມສາມາດໃນຖານະຜູ້ນຳຢ່າງສິ້ນເຊີງ ແລະ ຂ້ອຍບໍ່ມີຄຸນສົມບັດທີ່ຈະເຮັດໜ້າທີ່ນັ້ນ. ເບິ່ງຄືກັບວ່າຂ້ອຍຈະບໍ່ສາມາດຮັກສາຕຳແໜ່ງຜູ້ນຳຂອງຂ້ອຍໄວ້ໄດ້. ຂ້ອຍຄິດລົບຫຼາຍຂຶ້ນເມື່ອຂ້ອຍຄິດກ່ຽວກັບເລື່ອງນີ້. ຂ້ອຍຮູ້ສຶກຄືກັບໝາກປູມເປົ້າແວບ ແລະ ບໍ່ມີພະລັງເທົ່າທີ່ຂ້ອຍເຄີຍມີມາກ່ອນ. ການດຳລົງຊີວິດໃນທາງລົບ ແລະ ລະເລີຍໃນໜ້າທີ່ຂອງຕົນ, ໃນທີ່ສຸດ ຂ້ອຍກໍ່ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ. ເນື່ອງຈາກວ່າຂ້ອຍບໍ່ໄດ້ບັນລຸສິ່ງໃດໃນໜ້າທີ່ຂອງຂ້ອຍ, ຂ້ອຍຈຶ່ງຖືກປ່ຽນແທນ. ໃນຂະນະນີ້, ຂ້ອຍຮູ້ສຶກວ່າຂ້ອຍໄດ້ເສຍໜ້າຢ່າງສິ້ນເຊີງ ແລະ ຂ້ອຍຢາກໃຫ້ຜືນແຜ່ນດິນກືນກິນຂ້ອຍເສຍ. ຂ້ອຍຍັງສົງໄສເຊັ່ນກັນວ່າ “ອ້າຍເອື້ອຍນ້ອງຈະເວົ້າວ່າຂ້ອຍເປັນຜູ້ນຳຈອມປອມຜູ້ທີ່ບໍ່ໄດ້ປະຕິບັດວຽກງານທີ່ແທ້ຈິງບໍ?” ຍິ່ງຂ້ອຍຄິດຫຼາຍເທົ່າໃດ ຂ້ອຍກໍ່ຍິ່ງບໍ່ສະບາຍໃຈຫຼາຍຂຶ້ນເທົ່ານັ້ນ.

ຂ້ອຍນອນພິກໂຕໄປມາໃນຄືນນັ້ນ, ບໍ່ສາມາດນອນຫຼັບໄດ້. ຂ້ອຍຮ້ອງຫາພຣະເຈົ້າໃນຄຳອະທິຖານຊ້ຳແລ້ວຊ້ຳອີກ, ຮ້ອງຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ຮູ້ຈັກສະພາວະຂອງຕົນເອງ. ແລ້ວຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: ‘ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ’... ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?). ຂ້ອຍໄຕ່ຕອງສະພາວະຫຼ້າສຸດຂອງຂ້ອຍຫຼັງຈາກອ່ານຂໍ້ຄວາມນີ້. ນັບຕັ້ງແຕ່ຮັບໜ້າທີ່ເປັນຜູ້ນຳ, ຂ້ອຍບໍ່ໄດ້ເຮັດຫຍັງເລີຍ ນອກຈາກການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ຕ້ອງການເໜືອກວ່າຄົນອື່ນ. ເມື່ອຂ້ອຍເຫັນການສົນທະນາຂອງເອື້ອຍຫລິວກ່ຽວກັບຄວາມຈິງນັ້ນດີກວ່າຂອງຂ້ອຍ, ຂ້ອຍຢ້ານລາວຈະເອົາຊະນະຂ້ອຍ. ຂ້ອຍຄິດເຖິງວິທີການສົນທະນາໃຫ້ດີກວ່າລາວ ເພື່ອວ່າຄົນອື່ນຈະຊື່ນຊົມ ແລະ ສັນລະເສີນຂ້ອຍ. ເມື່ອຂ້ອຍເຫັນອ້າຍເຈງມີທັດສະດ້ານວິຊາຊີບ ແລະ ອ້າຍເອື້ອຍນ້ອງຫຼາຍຄົນເວົ້າກັບລາວກ່ຽວກັບບັນຫາໃນໜ້າທີ່ຂອງພວກເຂົາ. ຂ້ອຍຈຶ່ງອິດສາ ແລະ ປະຕິເສດລາວ. ຂ້ອຍເຮັດວຽກໜັກເພື່ອປະກອບໂຕເອງດ້ວຍຄວາມຮູ້ເພື່ອນຳໜ້າລາວ ແລະ ເຖິງກັບເມີນເສີຍບັນຫາຕ່າງໆພາຍໃນທີມ. ເມື່ອຂ້ອຍບໍ່ສາມາດແກ້ໄຂບັນຫາຂອງອ້າຍເອື້ອຍນ້ອງ, ຂ້ອຍບໍ່ໄດ້ເພິ່ງພຣະເຈົ້າ ຫຼື ສະແຫວງຫາຄວາມຈິງພ້ອມກັບອ້າຍເອື້ອຍນ້ອງ ເພື່ອຊອກຫາວິທີແກ້ໄຂບັນຫາຮ່ວມກັນຜ່ານການສົນທະນາ. ຂ້ອຍພຽງແຕ່ເປັນຫ່ວງການສູນເສຍສະຖານະຂອງຂ້ອຍ, ຢ້ານວ່າຂ້ອຍຈະບໍ່ສາມາດຮັກສາຕຳແໜ່ງຜູ້ນຳຂອງຂ້ອຍໄວ້ໄດ້ ຖ້າຂ້ອຍບໍ່ເຮັດໜ້າທີ່ຂອງຂ້ອຍໄດ້ດີ. ແລ້ວໃນທີ່ສຸດ ຂ້ອຍກໍ່ຮັບຮູ້ວ່າຂ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຄົນໂດຍຄຳນຶງເຖິງຄວາມປະສົງຂອງພຣະເຈົ້າເລີຍ, ແຕ່ເພື່ອຕອບສະໜອງຄວາມທະເຍີທະຍານອັນປ່າເຖື່ອນຂອງຂ້ອຍໃຫ້ເໜືອກວ່າຄົນອື່ນ, ເປັນນາຍເໜືອຄົນອື່ນ. ອ້າຍເອື້ອຍນ້ອງມອບຄວາມໄວ້ວາງໃຈຂອງພວກເຂົາໄວ້ກັບຂ້ອຍ ແລະ ຄັດເລືອກເອົາຂ້ອຍເປັນຜູ້ນຳຄຣິດຕະຈັກ, ແຕ່ຂ້ອຍບໍ່ໄດ້ຄຳນຶງເຖິງພາລະກິດຂອງຄຣິດຕະຈັກ ຫຼື ການເຂົ້າສູ່ຊີວິດຂອງພວກເຂົາເລີຍ. ຂ້ອຍບໍ່ໄດ້ກຳລັງແບກຮັບໜ້າທີ່ຂອງຄົນແທ້ໆ ຫຼື ມີຄວາມຮັບຜິດຊອບ ແລະ ສິ່ງນີ້ຈົບລົງດ້ວຍການທຳລາຍພາລະກິດຂອງຄຣິດຕະຈັກ. ຂ້ອຍເຫັນແກ່ຕົວ ແລະ ໜ້າລັງກຽດຫຼາຍ. ຂ້ອຍບໍ່ໄດ້ເຮັດໜ້າທີ່ຂອງຕົນເອງ ນັ້ນກໍ່ຄືຂ້ອຍເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ! ຂ້ອຍເສຍໃຈທີ່ບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງຂ້ອຍ, ແຕ່ສູ້ຊົນເພື່ອຊື່ສຽງ ແລະ ຜົນກຳໄລຢູ່ສະເໝີ, ເຮັດໃຫ້ພຣະເຈົ້າລັງກຽດ. ການຖືກປົດອອກຈາກໜ້າທີ່ຂອງຂ້ອຍແມ່ນການພິພາກສາ ແລະ ການຕິສອນອັນຊອບທຳຂອງພຣະເຈົ້າ. ພຣະອົງບໍ່ໄດ້ສ່ອງສະຫວ່າງຂ້ອຍ, ແຕ່ເຮັດໃຫ້ຂ້ອຍຖືກແທນທີ່ ສະນັ້ນຂ້ອຍຈະຕ້ອງໄຕ່ຕອງພຶດຕິກຳຂອງຂ້ອຍ. ນັ້ນແມ່ນການທີ່ພຣະເຈົ້າປົກປ້ອງ ແລະ ຊ່ວຍຂ້ອຍໃຫ້ລອດພົ້ນ! ສະພາວະຂອງຂ້ອຍປັບປຸງຂຶ້ນເທື່ອລະເລັກລະນ້ອຍຜ່ານຊ່ວງເວລາການເຝົ້າດ່ຽວ ແລະ ການໄຕ່ຕອງ, ດັ່ງນັ້ນ ຜູ້ນຳຄຣິດຕະຈັກໄດ້ຈັດແຈງໃຫ້ຂ້ອຍຮັບໜ້າທີ່ຕາມປົກກະຕິ. ຂ້ອຍຮູ້ສຶກຂອບໃຈພຣະເຈົ້າແທ້ໆທີ່ມອບໂອກາດນັ້ນໃຫ້ຂ້ອຍ ແລະ ຂ້ອຍຕັ້ງໃຈຢ່າງງຽບໆວ່າຂ້ອຍຈະຮັກສາໜ້າທີ່ນັ້ນໄວ້ຢ່າງແນ່ນອນ ແລະ ຢຸດສະແຫວງຫາຊື່ສຽງ ແລະ ສະຖານະໃນເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ.

ຫຼັງຈາກປະສົບການນັ້ນ, ຂ້ອຍຄິດວ່າຂ້ອຍສາມາດປ່ອຍວາງຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງ ແລະ ສະຖານະໄດ້ເລັກນ້ອຍ, ແຕ່ຂ້ອຍຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງໂດຍຊາຕານ. ອຸປະນິໄສທີ່ເສື່ອມຊາມບໍ່ສາມາດຖືກແກ້ໄຂໄດ້ດ້ວຍຄວາມເຂົ້າໃຈພຽງເລັກນ້ອຍ ແລະ ການໄຕ່ຕອງ, ດັ່ງນັ້ນ ພຣະເຈົ້າຈຶ່ງກຳນົດສະຖານະການໜຶ່ງຂຶ້ນອີກຄັ້ງເພື່ອເປີດໂປງຂ້ອຍ ແລະ ຊ່ວຍຂ້ອຍໃຫ້ລອດພົ້ນ.

ມີມື້ໜຶ່ງໃນສອງສາມເດືອນຕໍ່ມາ, ຜູ້ນຳຄຣິດຕະຈັກບອກພວກເຮົາໃຫ້ຄັດເລືອກຫົວໜ້າທີມ. ທັນທີທີ່ຂ້ອຍໄດ້ຍິນເລື່ອງນີ້, ຂ້ອຍກໍ່ເລີ່ມຊັ່ງຊາເບິ່ງວ່າ: “ຂ້ອຍຈະມີໂອກາດໄດ້ຮັບເລືອກໃຫ້ເປັນຫົວໜ້າທີມບໍ? ຂ້ອຍຂ້ອນຂ້າງເປັນຄົນງານທີ່ມີຄວາມສາມາດ, ແຕ່ຂ້ອຍບໍ່ມີທັກສະດ້ານວິຊາຊີບໃດໆ, ດັ່ງນັ້ນ ໂອກາດຂອງຂ້ອຍອາດຈະບໍ່ຫຼາຍຂະໜາດນັ້ນ”. ແລ້ວຂ້ອຍກໍພິຈາລະນາອ້າຍເອື້ອຍນ້ອງຄົນອື່ນສອງສາມຄົນພາຍໃນທີມ. ອ້າຍຊາງເກັ່ງໃນທັກສະດ້ານວິຊາຊີບ ແລະ ການສົນທະນາຂອງລາວກ່ຽວກັບຄວາມຈິງນັ້ນແມ່ນສາມາດໃຊ້ໄດ້ແທ້, ບວກກັບລາວຍັງມີຄວາມຍຸຕິທຳ ແລະ ລາວສາມາດຮັກສາພາລະກິດຂອງຄຣິດຕະຈັກໄດ້. ໂດຍລວມແລ້ວ ເບິ່ງຄືກັບວ່າລາວມີໂອກາດໄດ້ຖືກເລືອກຫຼາຍກວ່າ. ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍເຄີຍມອບໝາຍວຽກໃຫ້ອ້າຍຊາງ ເມື່ອຂ້ອຍເປັນຜູ້ນຳຄຣິດຕະຈັກ, ແຕ່ຖ້າລາວຖືກຄັດເລືອກເປັນຫົວໜ້າທີມ, ລາວຈະບອກຂ້ອຍເຖິງສິ່ງທີ່ຕ້ອງເຮັດ. ນັ້ນຈະບໍ່ເຮັດໃຫ້ຂ້ອຍເບິ່ງຕ່ຳກວ່າລາວບໍ? ຄວາມຄິດນີ້ເຮັດໃຫ້ຂ້ອຍອຶດອັດແທ້ໆ. ເມື່ອຮອດມື້ຄັດເລືອກ, ຂ້ອຍອົດບໍ່ໄດ້ທີ່ຈະກະວົນກະວາຍ ແລະ ການຕໍ່ສູ້ພາຍໃນກໍ່ເລີ່ມຂຶ້ນ: “ຂ້ອຍຄວນລົງຄະແນນສຽງໃຫ້ໃຜ? ຂ້ອຍຄວນລົງຄະແນນສຽງລົງຄະແນນສຽງໃຫ້ອ້າຍຊາງບໍ?” ຂ້ອຍຄິດກ່ຽວກັບວິທີທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ສົນທະນາຂໍ້ຫຍຸ້ງຍາກໃດໆໃນໜ້າທີ່ຂອງພວກເຂົາກັບລາວ ແລະ ຄົນໃນທີມອື່ນກໍ່ສົນທະນາເຖິງວຽກຂອງພວກເຂົາກັບລາວຕະຫຼອດເວລາເຊັ່ນກັນ ນັ້ນກໍຄື ມັນເຮັດໃຫ້ລາວເບິ່ງດີຫຼາຍ. ຖ້າລາວກາຍເປັນຫົວໜ້າທີມ, ລາວຈະບໍ່ຢູ່ໃນລະດັບທີ່ສູງກວ່າຂ້ອຍບໍ? ຕອນນັ້ນ, ຂ້ອຍບໍ່ຕ້ອງການທີ່ຈະລົງຄະແນນສຽງໃຫ້ລາວອີກຕໍ່ໄປ, ແຕ່ຂ້ອຍຂາດຄວາມຮູ້ດ້ານວິຊາຊີບ ແລະ ຂ້ອຍບໍ່ມີຄຸນສົມບັດທີ່ຈະເປັນຫົວໜ້າທີມ. ຂ້ອຍຮູ້ສຶກທໍ້ແທ້ ແລະ ເສຍໃຈຫຼາຍ ແລະ ຊັງທີ່ຂ້ອຍບໍ່ຮູ້ກ່ຽວກັບວຽກຫຼາຍກວ່ານີ້. ທັນໃດນັ້ນ, ຄວາມຄິດທີ່ເປັນຕາຢ້ານກໍ່ຜຸດຂຶ້ນມາໃນຫົວຂອງຂ້ອຍ: “ຖ້າຂ້ອຍບໍ່ສາມາດເປັນຫົວໜ້າທີມໄດ້, ຂ້ອຍຈະເຮັດໃຫ້ແນ່ໃຈວ່າເຈົ້າກໍ່ບໍ່ໄດ້ເປັນເຊັ່ນກັນ”. ດັ່ງນັ້ນ ຂ້ອຍຈຶ່ງລົງຄະແນນສຽງໃຫ້ອ້າຍຫວູ ຜູ້ທີ່ບໍ່ມີຄວາມຮູ້ດ້ານວິຊາການຫຼາຍປານໃດ. ຂ້ອຍປະຫຼາດໃຈທີ່ອ້າຍຊາງຍັງຄົງເປັນຄົນທີ່ຖືກລົງຄະແນນສຽງໃຫ້ເຂົ້າຮອບ. ຂ້ອຍບໍ່ພໍໃຈທີ່ເຫັນສິ່ງຕ່າງໆກາຍເປັນແບບນັ້ນ ແຕ່ຂ້ອຍກໍ່ຮູ້ສຶກບໍ່ສະບາຍໃຈຂຶ້ນມາທັນທີ, ຄືກັບວ່າຂ້ອຍໄດ້ເຮັດບາງສິ່ງທີ່ໜ້າອັບອາຍ. ແລ້ວຕໍ່ມາຂ້ອຍກໍ່ໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ຖ້າພວກເຂົາເຫັນວ່າໃຜບາງຄົນດີກວ່າຕົນເອງ, ພວກເຂົາກໍ່ກົດຂີ່ຂົ່ມເຫັງພວກເຂົາ, ເລີ່ມສ້າງຂ່າວລືກ່ຽວກັບພວກເຂົາ ຫຼື ໃຊ້ວິທີການບາງຢ່າງທີ່ໄຮ້ຢາງອາຍ ເພື່ອວ່າຄົນອື່ນຈະບໍ່ໃຫ້ຄວາມເຄົາລົບແກ່ພວກເຂົາ ແລະ ເພື່ອວ່າຈະບໍ່ມີໃຜດີໄປກວ່າໃຜ, ແລ້ວນີ້ກໍ່ແມ່ນອຸປະນິໄສທີ່ເສື່ອມຊາມຂອງຄວາມຈອງຫອງ ແລະ ການຖືວ່າຕົນເອງຊອບທຳ, ພ້ອມທັງຄວາມຄົດໂກງ, ຄວາມຫຼອກລວງ ແລະ ຄວາມຮ້າຍກາດ ແລະ ຄົນເຫຼົ່ານີ້ບໍ່ຢຸດທີ່ຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາດຳລົງຊີວິດແບບນີ້ ແລະ ກໍ່ຍັງຄິດວ່າພວກເຂົາດີເລີດ ແລະ ພວກເຂົາເປັນຄົນດີ. ເຖິງແນວໃດກໍ່ຕາມ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ກ່ອນອື່ນໝົດ, ເມື່ອເວົ້າຈາກມຸມມອງທຳມະຊາດຂອງເລື່ອງເຫຼົ່ານີ້, ຄົນທີ່ກະທຳແບບນີ້ບໍ່ພຽງແຕ່ຄົນທີ່ເຮັດຕາມທີ່ພວກເຂົາພໍໃຈບໍ? ພວກເຂົາຄຳນຶງເຖິງຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າບໍ? ພວກເຂົາຄິດເຖິງແຕ່ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແລະ ພວກເຂົາຕ້ອງການບັນລຸເປົ້າໝາຍຂອງພວກເຂົາເອງເທົ່ານັ້ນ, ໂດຍບໍ່ໄດ້ຄຳນຶງເຖິງຄວາມສູນເສຍທີ່ເກີດຂຶ້ນກັບພາລະກິດໃນຄອບຄົວຂອງພຣະເຈົ້າ. ຄົນແບບນີ້ບໍ່ພຽງແຕ່ເປັນຄົນອວດດີ ແລະ ຄິດວ່າຕົນເອງຖືກເທົ່ານັ້ນ, ພວກເຂົາຍັງເປັນຄົນເຫັນແກ່ຕົວ ແລະ ມັກດູຖູູກ; ພວກເຂົາບໍ່ຄຳນຶງເຖິງເຈດຈຳນົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ຄົນແບບນີ້ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຢ່າງບໍ່ຕ້ອງສົງໃສແມ່ນແຕ່ໜ້ອຍດຽວ. ນີ້ແມ່ນເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດສິ່ງໃດກໍ່ຕາມທີ່ພວກເຂົາຕ້ອງການ ແລະ ກະທຳຕາມອຳເພີໃຈ ໂດຍບໍ່ມີຄວາມຮູ້ສຶກຕຳນິ, ໂດຍບໍ່ມີຄວາມກັງວົນໃຈໃດໆ, ໂດຍບໍ່ມີຄວາມຫວັ່ນໄຫວ ຫຼື ຄວາມກັງວົນໃດໆ ແລະ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດເລື້ອຍໆ ແລະ ເປັນວິທີທີ່ພວກເຂົາປະພຶດຕົນສະເໝີມາ. ຄົນເຊັ່ນນັ້ນຈະຜະເຊີນໜ້າກັບຜົນທີ່ຕາມມາຫຍັງແດ່? ພວກເຂົາຈະເດືອດຮ້ອນ, ແມ່ນບໍ? ເວົ້າງ່າຍໆກໍ່ຄື ຄົນເຊັ່ນນີ້ຂີ້ອິດສາເກີນໄປ ແລະ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະມີຊື່ສຽງ ແລະ ສະຖານະສ່ວນຕົວ; ພວກເຂົາຫຼອກລວງ ແລະ ທໍລະຍົດເກີນໄປ. ເວົ້າໃຫ້ໜັກແໜ້ນກວ່ານີ້ກໍ່ຄື ບັນຫາທີ່ສໍາຄັນແມ່ນວ່າຫົວໃຈຂອງຄົນແບບນັ້ນບໍ່ໄດ້ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາເຊື່ອວ່າຕົວເອງມີຄວາມສຳຄັນທີ່ສຸດ ແລະ ພວກເຂົາຖືວ່າທຸກແງ່ມຸມຂອງຕົວເອງສູງກວ່າພຣະເຈົ້າ ແລະ ສູງກວ່າຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພຣະເຈົ້າມີຄ່າຄວນທີ່ຈະກ່າວເຖິງ ໜ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍທີ່ສຸດ ແລະ ພຣະເຈົ້າບໍ່ມີສະຖານະໃດເລີຍໃນຫົວໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ຜູ້ທີ່ບໍ່ເຄົາລົບພຣະເຈົ້າ ບັນລຸການເຂົ້າສູ່ຄວາມຈິງບໍ? (ບໍ່.) ສະນັ້ນ, ໂດຍປົກກະຕິແລ້ວເມື່ອພວກເຂົາໄປມາຢ່າງມ່ວນຊື່ນເຮັດໃຫ້ຕົນເອງບໍ່ວ່າງ ແລະ ໃຊ້ພະລັງງານຫຼາຍ, ພວກເຂົາກຳລັງເຮັດຫຍັງ? ຜູ້ຄົນດັ່ງກ່າວເຖິງກັບອ້າງວ່າໄດ້ປະຖິ້ມທຸກສິ່ງທຸກຢ່າງເພື່ອເສຍສະລະໃຫ້ແກ່ພຣະເຈົ້າ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ແຮງຈູງໃຈ, ຫຼັກການ ແລະ ຈຸດປະສົງຂອງການກະທຳທັງໝົດຂອງພວກເຂົາແມ່ນເພື່ອຜົນປະໂຫຍດຂອງຕົນເອງ; ພວກເຂົາກໍ່ພຽງພະຍາຍາມປົກປ້ອງຜົນປະໂຫຍດຂອງຕົນເອງທັງໝົດເທົ່ານັ້ນ. ພວກເຈົ້າ ຫຼື ເຈົ້າຈະບໍ່ເວົ້າວ່າຄົນປະເພດນີ້ເປັນຕາຢ້ານບໍ? ຄົນແບບໃດທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ມີຄວາມຢຳເກງພຣະເຈົ້າ? ຜູ້ຄົນທີ່ຈອງຫອງ. ແລ້ວສິ່ງໃດທີ່ຂາດຄວາມຢຳເກງພຣະເຈົ້າທີ່ສຸດ? ນອກຈາກສັດແລ້ວ ກໍແມ່ນຄົນຊົ່ວ, ຜູ້ຕໍ່ຕ້ານພຣະຄຣິດ, ມານຮ້າຍ ແລະ ຊາຕານ. ພວກເຂົາມີພຶດຕິກຳທີ່ຫຍາບຄາຍທີ່ຈະຕໍ່ສູ້ກັບພຣະເຈົ້າ; ພວກເຂົາຂາດຄວາມຢຳເກງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເງື່ອນໄຂຫ້າຢ່າງທີ່ຕ້ອງບັນລຸເພື່ອເລີ່ມຕົ້ນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ). ພຣະທຳເຫຼົ່ານີ້ຕັດຂ້ອຍໄປໂດຍໄວ. ເມື່ອຫວນຄິດເຖິງຄວາມຄິດ ແລະ ການກະທຳຂອງຂ້ອຍໃນລະຫວ່າງຂະບວນການຄັດເລືອກ, ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ກ້າສູ້ໜ້າ. ຂ້ອຍໄດ້ລົງຄະແນນສຽງຕາມແຮງຈູງໃຈສ່ວນຕົວຂອງຂ້ອຍ ເພື່ອປົກປ້ອງຕຳແໜ່ງ ແລະ ສັກສີຂອງຂ້ອຍໄວ້ ໂດຍບໍ່ໄດ້ຍອມຮັບການກວດສອບຂອງພຣະເຈົ້າ ແລະ ໂດຍບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າເລີຍ. ຂ້ອຍຮູ້ວ່າອ້າຍເຈງເປັນຄົນມີທັກສະ, ການສົນທະນາເຖິງຄວາມຈິງຂອງລາວນັ້ນປະຕິບັດໄດ້ ແລະ ການທີ່ລາວກາຍເປັນຫົວໜ້າທີມນັ້ນຈະເປັນປະໂຫຍດແກ່ການເຂົ້າສູ່ຊີວິດຂອງທຸກຄົນ ແລະ ເປັນປະໂຫຍດແກ່ພາລະກິດຂອງຄຣິດຕະຈັກ. ແຕ່ຂ້ອຍອິດສາ, ຢ້ານວ່າລາວຈະຢູ່ເໜືອກວ່າຂ້ອຍໃນນາມຫົວໜ້າທີມ, ດັ່ງນັ້ນ ຂ້ອຍຈຶ່ງຕັ້ງໃຈບໍ່ລົງຄະແນນສຽງລົງຄະແນນສຽງໃຫ້ລາວ. ຂ້ອຍໄດ້ເຮັດຕາມຫຼັກການຂອງມັງກອນແດງໃຫຍ່ກ່ຽວກັບ “ຖ້າລະບອບຜະເດັດການລົ້ມເຫຼວ, ໃຫ້ແນ່ໃຈວ່າລະບອບປະຊາທິປະໄຕບໍ່ສາມາດປະສົບຜົນສຳເລັດໄດ້”. ວິທີການປົກກະຕິໃນການເຮັດສິ່ງຕ່າງໆຂອງມັງກອນແດງໃຫຍ່ຄື ຖ້າມັນບໍ່ສາມາດມີອຳນາດ, ກໍ່ບໍ່ມີໃຜສາມາດມີໄດ້ເຊັ່ນກັນ. ຖ້າຈຳເປັນ, ມັນຈະໃຊ້ການຕໍ່ສູ້ທີ່ຂົມຂື່ນເພື່ອທຳລາຍທັງສອງຝ່າຍ. ບໍ່ແມ່ນຂ້ອຍກໍ່ເປັນຄືກັນບໍ? ຖ້າຂ້ອຍບໍ່ສາມາດໄດ້ຕຳແໜ່ງ, ຂ້ອຍກໍ່ບໍ່ຢາກໃຫ້ອາຍຊາງໄດ້ຕຳແໜ່ງເຊັ່ນກັນ. ຂ້ອຍຢາກເຫັນຄົນຜິດເຮັດໜ້າທີ່ແທນ ແລະ ຢາກເຮັດວຽກງານຂອງຄຣິດຕະຈັກເສຍຫາຍເພື່ອປົກປ້ອງສັກສີ ແລະ ສະຖານະຂອງຂ້ອຍເອງ. ຂ້ອຍຊ່າງເຫັນແກ່ຕົວ, ໜ້າລັງກຽດ, ເຈົ້າເລ່ ແລະ ຊົ່ວຮ້າຍ ໂດຍບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ຂ້ອຍຊື່ນຊົມຄວາມຈິງຫຼາຍຢ່າງທີ່ພຣະເຈົ້າສະແດງອອກ ແລະ ການມີໂອກາດປະຕິບັດໜ້າທີ່ຂອງຂ້ອຍແມ່ນການສະແດງຄວາມກາລຸນາຂອງພຣະເຈົ້າຕໍ່ຂ້ອຍ. ແຕ່ແທນທີ່ຈະຄິດກ່ຽວກັບວິທີການຕອບແທນຄວາມຮັກຂອງພຣະເຈົ້າ, ຂ້ອຍກັບອິດສາ ແລະ ຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດ. ຂ້ອຍຮັບໃຊ້ເປັນລູກນ້ອງຂອງຊາຕານ, ຂັດຂວາງພາລະກິດໃນຄົວເຮືອນຂອງພຣະເຈົ້າ. ບໍ່ແມ່ນຂ້ອຍເປັນຄົນເສື່ອມໂຊມທີ່ຫຼອກລວງບໍ? ຂ້ອຍຄິດກ່ຽວກັບວິທີທີ່ຂ້ອຍຈະຖືກໄລ່ອອກຈາກໜ້າທີ່ຂອງຂ້ອຍໜຶ່ງປີກ່ອນ ຍ້ອນຂ້ອຍກຳລັງຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດ, ບໍ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍຢ່າງເໝາະສົມ ແລະ ບໍ່ສາມາດປະຕິບັດພາລະກິດທີ່ແທ້ຈິງ. ຕອນນີ້, ຂ້ອຍຢູ່ໃນສະຖານະການດຽວກັນ ແຕ່ຂ້ອຍກໍ່ຍັງສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດ, ບໍ່ແມ່ນສະແຫວງຫາຄວາມຈິງ. ຖ້າຂ້ອຍສືບຕໍ່ແບບນັ້ນ, ຂ້ອຍຈະຖືກປະຕິເສດຢ່າງດູຖູກ ແລະ ຖືກກຳຈັດໂດຍພຣະເຈົ້າ.

ແລ້ວຕໍ່ມາ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ). “ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າຄົນເປັນ ‘ໜອນ’? ໃນສາຍຕາຂອງພຣະອົງ, ມະນຸດທີ່ເສື່ອມຊາມເຫຼົ່ານີ້ແມ່ນສິ່ງມີຊີວິດທີ່ຖືກສ້າງຢ່າງຊັດເຈນ, ແຕ່ພວກເຂົາໄດ້ປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ໆສິ່ງມີຊີວິດທີ່ຖືກສ້າງຄວນປະຕິບັດບໍ? ເຖິງແມ່ນວ່າຫຼາຍຄົນກຳລັງປະຕິບັດໜ້າທີ່ຂອງຕົນ, ການປະຕິບັດຂອງພວກເຂົາສະແດງອອກມາໄດ້ດີສ່ຳໃດ? ພວກເຂົາບໍ່ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ຂອງຕົນແມ່ນແຕ່ໜ້ອຍເລີຍ; ພວກເຂົາບໍ່ຄ່ອຍຍອມຮັບຕົວເອງທີ່ຈະເຮັດແນວນັ້ນ. ຖ້າພວກເຂົາບໍ່ຖືກລິຮານ, ຖືກຈັດການ ຫຼື ຖືກລົງວິໄນ, ພວກເຂົາກໍບໍ່ເຮັດຫຍັງ. ສະນັ້ນ, ມັນຈຶ່ງຈຳເປັນສະເໝີທີ່ຈະເຕົ້າໂຮມ, ໂອ້ລົມ ແລະ ສະໜອງໃຫ້ເພື່ອໃຫ້ພວກເຂົາມີຄວາມເຊື່ອເລັກນ້ອຍ, ເພື່ອໃຫ້ຫ້າວຫັນຂຶ້ນເລັກນ້ອຍເຊັ່ນກັນ. ນີ້ບໍ່ແມ່ນຄວາມເສື່ອມຊາມຂອງມະນຸດບໍ? ... ບໍ່ມີສິ່ງໃດທີ່ພວກເຂົາຄິດໝົດມື້ທີ່ມີສ່ວນກ່ຽວຂ້ອງກັບຄວາມຈິງ ຫຼື ເປັນໄປຕາມວິທີການຂອງພຣະເຈົ້າ; ພວກເຂົາໃຊ້ເວລາໝົດມື້ໃນການຕົບແຕ່ງໃບໜ້າຂອງຕົນ ແລະ ບໍ່ໄດ້ຄິດຫຍັງເລີຍ. ເຖິງແມ່ນວ່າພວກເຂົາຈະຄິດເລັກນ້ອຍກ່ຽວກັບບາງສິ່ງ, ມັນກໍບໍ່ແມ່ນສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງ. ມັນບໍ່ກ່ຽວຂ້ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດແມ່ນແຕ່ໜ້ອຍເລີຍ. ວຽກງານທັງໝົດທີ່ພວກເຂົາເຮັດເປັນສິ່ງກີດຂວາງ ແລະ ກໍ່ກວນ ແລະ ພວກເຂົາບໍ່ໄດ້ເປັນພະຍານໃຫ້ແກ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດເຖິງວິທີສະແຫວງຫາສິ່ງໃດກໍ່ຕາມທີ່ີດີສຳລັບເນື້ອໜັງ, ວິທີຕໍ່ສູ້ເພື່ອສະຖານະ ແລະ ຊື່ສຽງ, ວະທີເຂົ້າກັບຄົນບາງກຸ່ມ ແລະ ວິທີໄດ້ຮັບຕຳແໜ່ງ ແລະ ມີຊື່ສຽງທີ່ດີ. ພວກເຂົາຮັບປະທານອາຫານທີ່ພຣະເຈົ້າປະທານໃຫ້ແກ່ພວກເຂົາ, ເພີດເພີນກັບທຸກສິ່ງທີ່ພຣະອົງສະໜອງໃຫ້, ແຕ່ພວກເຂົາບໍ່ເຮັດສິ່ງທີ່ມະນຸດຄວນເຮັດ. ພຣະເຈົ້າຈະສາມາດມັກຄົນເຊັ່ນນັ້ນໄດ້ບໍ? ... ເໜືອສິ່ງອື່ນໃດ, ບັນດາຜູ້ທີ່ເປັນໜອນແມນໄຮ້ຄ່າ, ໄຮ້ຢາງອາຍ ແລະ ໃນສາຍຕາຂອງພຣະເຈົ້າ, ພວກເຂົາບໍ່ມີຄ່າຫຍັງ! ເປັນຫຍັງເຮົາຈຶ່ງເວົ້າວ່າຄົນເຊັ່ນນັ້ນບໍ່ມີຄຸນຄ່າ? ພຣະເຈົ້າສ້າງເຈົ້າຂຶ້ນມາ ແລະ ມອບຊີວິດໃຫ້ແກ່ເຈົ້າ, ແຕ່ເຈົ້າບໍ່ສາມາດປະຕີບັດໜ້າທີ່ຂອງເຈົ້າ ເຊິ່ງເປັນຂັ້ນຕ່ຳທີ່ສຸດທີ່ເຈົ້າຄວນເຮັດ; ເຈົ້າເປັນພຽງຄົນສວຍໂອກາດ. ໃນສາຍຕາຂອງພຣະອົງ, ເຈົ້າບໍ່ມີດີຫຍັງເລີຍ ແລະ ບໍ່ມີປະໂຫຍດທີ່ເຈົ້າຈະມີຊີວິດຢູ່. ຄົນເຊັ່ນນັ້ນບໍ່ແມ່ນໜອນບໍ? ສະນັ້ນແລ້ວ, ຜູ້ຄົນຄວນເຮັດຫຍັງຖ້າພວກເຂົາບໍ່ຢາກເປັນໜອນ? ກ່ອນອື່ນ, ຈົ່ງຊອກຫາບ່ອນຂອງຕົວເອງ ແລະ ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເຮັດໜ້າທີ່ຂອງເຈົ້າໃຫ້ສຳເລັດ ເພື່ອວ່າເຈົ້າຈະສ້າງຄວາມສຳພັນທີ່ປົກກະຕິກັບພຣະຜູ້ສ້າງ ແລະ ເຈົ້ໍາສາມາດມອບຝາກຊີວິດໄວ້ກັບພຣະເຈົ້າ. ຫຼັງຈາກນັ້ນ, ໃຫ້ພິຈາລະນາວ່າຈະບັນລຸຄວາມຈົ່ງຮັກພັກດີໃນການປະຕິບັດໜ້າທີ່ຂອງເຈົ້າແນວໃດ. ເຈົ້າບໍ່ຄວນເປັນຄົນທີ່ເຮັດພໍເປັນພິທີ ຫຼື ເຮັດພໍແລ້ວມືແລ້ວຕີນ; ກົງກັນຂ້າມ, ເຈົ້າຄວນໃສ່ໃຈທັງໝົດຂອງເຈົ້າລົງໄປ. ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະຜູ້ສ້າງ. ເຈົ້າຄວນເຮັດສິ່ງທີ່ພຣະເຈົ້າຂໍໃຫ້ເຈົ້າເຮັດ ແລະ ເຈົ້າຄວນເອົາໃຈໃສ່ ແລະ ຍອມອ່ອນນ້ອມ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຕົວບົ່ງຊີ້ຫົກຢ່າງຂອງການເຕີບໂຕໃນຊີວິດ).

ເມື່ອຂ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າ, ຂ້ອຍຮູ້ສຶກກະວົນກະວາຍໃຈຫຼາຍ. ຂ້ອຍຮັບຮູ້ວ່າພຣະເຈົ້າຖືວ່າການຕໍ່ສູ້ຂອງຂ້ອຍເພື່ອຊື່ສຽງ ແລະ ຜົນປະໂຫຍດເປັນສິ່ງທີ່ສົກກະປົກ ແລະ ຊົ່ວຊ້າຫຼາຍ. ການມີໂຊກລາບທີ່ດີທີ່ໄດ້ປະຕິບັດໜ້າທີ່ຂອງຂ້ອຍໃນເຮືອນຂອງພຣະເຈົ້າແມ່ນຄວາມສູງສົ່ງພິເສດຂອງພຣະເຈົ້າ, ແຕ່ຂ້ອຍບໍ່ໄດ້ປະຕິບັດຕາມພັນທະຂອງຂ້ອຍ. ກົງກັນຂ້າມ, ຂ້ອຍພຽງແຕ່ເຄີຍຄິດກ່ຽວກັບຊື່ສຽງ ແລະ ສະຖານະຂອງຂ້ອຍເອງເທົ່ານັ້ນ, ຂ້ອຍເຖິງກັບຂັດຂວາງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າສຳລັບສິ່ງເຫຼົ່ານັ້ນ. ຂ້ອຍກຳລັງເຮັດບົດບາດທີ່ເປັນສ່ວນຂອງຊາຕານ. ນັ້ນເປັນສິ່ງທີ່ໜ້າລັງກຽດ ແລະ ໜ້າກຽດຊັງຫຼາຍຕໍ່ພຣະເຈົ້າ! ພຣະເຈົ້າຊົງກ່າວວ່າ: “ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ?” ຂ້ອຍເຂົ້າໃຈວ່າ ຂ້ອຍເປັນສິ່ງຊົງສ້າງ, ເປັນຄົນທີ່ສົກກະປົກ ແລະ ເສື່ອມຊາມທີ່ບໍ່ມີຄວາມຄູ່ຄວນ ຫຼື ກຽດສັກສີໃຫ້ເວົ້າເຖິງ, ດັ່ງນັ້ນ ເຖິງແມ່ນວ່າຂ້ອຍໄດ້ຕຳແຫນ່ງ, ມັນກໍ່ບໍ່ສາມາດປ່ຽນແປງສິ່ງທີ່ຂ້ອຍເປັນໄດ້. ຂ້ອຍບໍ່ສາມາດແມ່ນແຕ່ເຮັດໜ້າທີ່ຂອງຕົນໃຫ້ດີ, ແຕ່ກັບຍາດຊິງກັນເພື່ອຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ຕ້ອງການໃຫ້ຄົນອື່ນແນມມາທີ່ຂ້ອຍ. ມະໂນທຳ ແລະ ຄວາມຮູ້ສຶກຂອງຂ້ອຍຢູ່ໃສ? ຊີວິດຂອງຂ້ອຍມີຄຸນຄ່າຫຍັງ? ບໍ່ແມ່ນຂ້ອຍເປັນໜອນທີ່ໄດ້ໄຮ້ຄ່າທີ່ສຸດໂຕໜຶ່ງບໍ? ຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງຂ້ອຍຈາກສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍ, ຂ້ອຍກໍ່ກຽດຊັງໂຕເອງ ແລະ ເຕັມໃຈທີ່ຈະປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ.

ຕໍ່ມາຂ້ອຍໄດ້ໄປຫາອ້າຍຊາງ ແລະ ເປີດເຜີຍກ່ຽວກັບຄວາມເສື່ອມຊາມຂອງຂ້ອຍ, ເປີດເຜີຍແຮງຈູງໃຈ ແລະ ການກະທຳທີ່ໜ້າລັງກຽດຂອງຂ້ອຍໃນການເລືອກຕັ້ງ. ລາວບໍ່ພຽງແຕ່ບໍ່ດູຖູກຂ້ອຍ, ແຕ່ລາວໄດ້ແບ່ງປັນການສົນທະນາກ່ຽວກັບປະສົບການຂອງລາວເອງເພື່ອຊ່ວຍຂ້ອຍ. ຫຼັງຈາກທີ່ໄດ້ສົນທະນາກັນ, ກຳແພງລະຫວ່າງພວກເຮົາກໍ່ສູນຫາຍໄປ ແລະ ຂ້ອຍຮູ້ສຶກເປັນອິດສະຫຼະ ແລະ ສະບາຍໃຈແທ້ໆ. ໃນໜ້າທີ່ຂອງຂ້ອຍນັບແຕ່ນັ້ນມາ, ເມື່ອໃດກໍ່ຕາມທີ່ຂ້ອຍມີຄວາມຫຍຸ້ງຍາກ ຫຼື ບໍ່ເຂົ້າໃຈບັນຫາ, ຂ້ອຍກໍ່ໄປຫາອ້າຍຊາງເພື່ອຄົ້ນຫາຄຳຕອບ ແລະ ລາວກໍ່ຕອບຄຳຖາມຂອງຂ້ອຍຜ່ານການສົນທະນາຢ່າງອົດທົນຢູ່ສະເໝີ. ຫຼັງຈາກນັ້ນບໍ່ດົນ ທັກສະດ້ານວິຊາຊີບຂອງຂ້ອຍກໍ່ປັບປຸງດີຂຶ້ນ. ເມື່ອຂ້ອຍປ່ອຍວາງຊື່ສຽງ ແລະ ສະຖານະ ແລະ ປະຕິບັດຄວາມຈິງ, ຂ້ອຍໄດ້ປະສົບກັບຄວາມສະບາຍໃຈ ແລະ ສັນຕິສຸກທີ່ມາຈາກການປະຕິບັດໜ້າທີ່ຂອງຂ້ອຍແບບນັ້ນ ແລະ ຂ້ອຍໃກ້ຊິດພຣະເຈົ້າຫຼາຍຂຶ້ນ. ຂ້ອຍໄດ້ຫຼຸດພົ້ນຈາກພັນທະນາການຂອງຊື່ສຽງ ແລະ ສະຖານະອີກຄັ້ງ ແລະ ໄດ້ຊີມລົດຊາດຄວາມລອດພົ້ນທີ່ແທ້ຈິງຂອງພຣະເຈົ້າສຳລັບຂ້ອຍ.

ການເລືອກຕັ້ງປະຈຳປີຂອງຄຣິດຕະຈັກໄດ້ເລີ່ມຂຶ້ນໃນເດືອນຕຸລາ 2017 ແລະ ຂ້ອຍໄດ້ຖືກແນະນຳໃຫ້ເປັນຜູ້ສະໝັກຄົນໜຶ່ງໂດຍອ້າຍເອື້ອຍນ້ອງ. ຂ້ອຍຮູ້ສຶກໄດ້ເຖິງບາງຢ່າງໃນໂຕຂ້ອຍ ແລະ ຂ້ອຍຄິດວ່າ “ມັນເປັນເວລາສອງປີມາແລ້ວ ນັບຕັ້ງແຕ່ຂ້ອຍຖືກຖອນອອກຈາກຕຳແໜ່ງການເປັນຜູ້ນຳຂອງຂ້ອຍ ແລະ ຂ້ອຍໄດ້ຍິນມາວ່າ ອ້າຍເອື້ອຍນ້ອງບາງຄົນມີຄຳຄິດເຫັນທີ່ດີກ່ຽວກັບຂ້ອຍ. ພວກເຂົາເວົ້າວ່າການສົນທະນາຂອງຂ້ອຍເປັນຈິງຫຼາຍຂຶ້ນ ແລະ ຂ້ອຍໄດ້ຜ່ານການປ່ຽນແປງບາງຢ່າງມາແລ້ວ. ຂ້ອຍສົງໄສວ່າຂ້ອຍຈະໄດ້ຮັບຕໍາແໜ່ງຜູ້ນໍາໃນຄັ້ງນີ້ ຫຼື ບໍ່”. ຂ້ອຍຮັບຮູ້ວ່າຂ້ອຍກຳລັງສະແຫວງຫາຊື່ສຽງ ແລະ ສະຖານະອີກ ແລະ ຄິດເຖິງວ່າໃນເມື່ອກ່ອນມັນເຈັບປວດສໍ່າໃດເມື່ອຂ້ອຍຖືກກັກຂັງ ແລະ ຖືກຈໍາກັດໂດຍສິ່ງເຫຼົ່ານັ້ນ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດສືບຕໍ່ການສະແຫວງຫານັ້ນໄດ້, ຮູ້ວ່າຂ້ອຍຄວນປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ. ແລ້ວຂ້ອຍກໍ່ຄິດເຖິງພຣະທຳຂອງພຣະເຈົ້າຂໍ້ຄວາມນີ້: “ເມື່ອເຈົ້າປະຖິ້ມຊື່ສຽງ ແລະ ສະຖານະທີ່ເປັນຂອງຊາຕານແລ້ວ, ເຈົ້າຈະບໍ່ຖືກຈຳກັດ ແລະ ຖືກຫຼອກລວງໂດຍແນວຄິດ ແລະ ທັດສະນະຂອງຊາຕານອີກຕໍ່ໄປ. ເຈົ້າຈະພົບກັບການປົດປ່ອຍ ແລະ ຈະຮູ້ສຶກສະບາຍໃຈຫຼາຍຂຶ້ນເລື້ອຍໆ; ເຈົ້າຈະເປັນອິດສະຫຼະ ແລະ ຖືກປົດປ່ອຍ. ເມື່ອວັນນັ້ນມາເຖິງ ທີ່ເຈົ້າເປັນອິດສະຫຼະ ແລະ ຖືກປົດປ່ອຍ, ເຈົ້າຈະຮູ້ສຶກວ່າສິ່ງຕ່າງໆທີ່ເຈົ້າໄດ້ປະຖິ້ມນັ້ນເປັນພຽງສິ່ງພົວພັນ ແລະ ສິ່ງທີ່ເຈົ້າໄດ້ຮັບຢ່າງແທ້ຈິງນັ້ນລ້ຳຄ່າຫຼາຍທີ່ສຸດສຳລັບເຈົ້າ. ເຈົ້າຈະຮູ້ສິ່ງວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ມີຄຸນຄ່າຫຼາຍທີ່ສຸດ ແລະ ເປັນສິ່ງທີ່ຄູ່ຄວນແກ່ການຫວງແຫນໄວ້ທີ່ສຸດ. ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ເຈົ້າມັກ ເຊິ່ງນັ້ນກໍຄື ຄວາມສຸກທາງວັດຖຸ, ຊື່ສຽງ ແລະ ໂຊກລາບ, ສະຖານະ, ເງິນ, ກຽດສັກສີ ແລະ ຄວາມນັບຖືຈາກຄົນອື່ນ ຈະເບິ່ງຄືກັບວ່າໄຮ້ຄ່າສຳລັບເຈົ້າ; ສິ່ງເຫຼົ່ານັ້ນໄດ້ເຮັດໃຫ້ເຈົ້າມີຄວາມທຸກທໍລະມານຫຼາຍ ແລະ ເຈົ້າຈະບໍ່ຕ້ອງການພວກມັນອີກຕໍ່ໄປ. ເຈົ້າຈະບໍ່ຕ້ອງການພວກມັນອີກຕໍ່ໄປ ເຖິງແມ່ນວ່າເຈົ້າຈະໄດ້ຮັບຊື່ສຽງ ແລະ ສະຖານະທີ່ສູງກວ່າກໍຕາມ; ກົງກັນຂ້າມ, ເຈົ້າຈະກຽດຊັງ ແລະ ປະຕິເສດພວກມັນຈາກກົ້ນບຶ້ງຫົວໃຈຂອງເຈົ້າ(ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫົວໃຈຂອງຂ້ອຍຜ່ອງໃສ ແລະ ຂ້ອຍຮູ້ວ່າການສະແຫວງຫາຊື່ສຽງ ແລະ ສະຖານະນັ້ນບໍ່ມີຄ່າ ແລະ ການເຮັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນແມ່ນສິ່ງທີ່ລ້ຳຄ່າທີ່ສຸດ. ຄວາມຈິງແລ້ວ, ການເຂົ້າຮ່ວມໃນການເລືອກຕັ້ງບໍ່ແມ່ນການຕໍ່ສູ້ເພື່ອຕຳແໜ່ງຜູ້ນຳ, ແຕ່ແມ່ນເພື່ອຕື່ມເຕັມຄວາມຮັບຜິດຊອບຂອງຂ້ອຍໂດຍການມີສ່ວນຮ່ວມໃນຂະບວນການດັ່ງກ່າວ. ຂ້ອຍຕ້ອງປະຖິ້ມຄວາມປາຖະໜາທີ່ແຮງກ້າຂອງຂ້ອຍຕໍ່ຊື່ສຽງ ແລະ ສະຖານະ ແລະ ລົງຄະແນນສຽງໃຫ້ຜູ້ນຳທີ່ເໝາະສົມຕາມຫຼັການແຫ່ງຄວາມຈິງ. ນັ້ນແມ່ນສິ່ງທີ່ຈະເປັນປະໂຫຍດແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າ. ຖ້າຂ້ອຍຖືກເລືອກໃຫ້ເປັນຜູ້ນຳ, ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຖ້າຂ້ອຍບໍ່ຖືກເລືອກ, ຂ້ອຍຈະບໍ່ໂທດພຣະເຈົ້າ, ແຕ່ຈະເຮັດໜ້າທີ່ຂອງຂ້ອຍຈົນສຸດຄວາມສາມາດ. ເມື່ອຂ້ອຍຕັ້ງແຮງຈູງຂອງຂ້ອຍໃຫ້ຊື່ກົງຕໍ່ການເລືອກຕັ້ງ, ທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄື ຂ້ອຍຖືກເລືອກໃຫ້ເຮັດໜ້າທີ່ເປັນຜູ້ນຳ. ເມື່ອເຫັນຜົນຮັບນີ້, ຂ້ອຍບໍ່ໄດ້ມີຄວາມສຸກກັບມັນຄືກັບທີ່ຜ່ານມາ ໂດຍຄິດວ່າຂ້ອຍດີກວ່າຄົນອື່ນ, ແຕ່ຂ້ອຍຮູ້ສຶກວ່າມັນແມ່ນການມອບໝາຍ ແລະ ຄວາມຮັບຜິດຊອບຂອງຂ້ອຍ ແລະ ຂ້ອຍຄວນສຸມໃສ່ການສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ ເພື່ອໃຫ້ຂ້ອຍຄູ່ຄວນກັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າ.

ຕະຫຼອດເວລານັ້ນເກືອບສາມປີ, ການພິພາກສາ ແລະ ການຕິສອນຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນຢ່າງຊັດເຈນເຖິງຄວາມອັນຕະລາຍທີ່ຊື່ສຽງ ແລະ ສະຖານະເຮັດກັບຂ້ອຍ ແລະ ຂ້ອຍກໍ່ຕັ້ງໃຈຢ່າງເດັດດ່ຽວທີ່ຈະສະແຫວງຫາຄວາມຈິງ. ເຖິງແມ່ນວ່າເວລານັ້ນ ຂ້ອຍຍັງຢາກຕໍ່ສູ້ເພື່ອຊື່ສຽງ ແລະ ຜົນກຳໄລຢູ່, ຂ້ອຍກໍສາມາດອະທິຖານຫາພຣະເຈົ້າໄດ້ຢ່າງມີສະຕິ, ສຸມໃສ່ການປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ. ຂ້ອຍບໍ່ໄດ້ຖືກຈຳກັດໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານອີກຕໍ່ໄປ. ເມື່ອຂ້ອຍປ່ອຍວາງກ່ຽວກັບຊື່ສຽງ ແລະ ສະຖານະ. ຂ້ອຍຮູ້ສຶກວ່ານັ້ນບໍ່ແມ່ນທັງໝົດທີ່ຂ້ອຍໄດ້ປ່ອຍວາງ, ແຕ່ຂ້ອຍຍັງໄດ້ປ່ອຍວາງໂສ້ລ່າມໜັກໆທີ່ຊາຕານຜູກມັດຂ້ອຍໄວ້ອີກດ້ວຍ. ຂ້ອຍຊ່າງຮູ້ສຶກຜ່ອນຄາຍ ແລະ ເປັນອິດສະຫຼະແທ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ບົດທົດສອບຄວາມເຈັບປ່ວຍ

ໂດຍ ຈົງຊິນ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ...

Leave a Reply