ວິທີຜະເຊີນກັບຄວາມຫຍຸ້ງຍາກໃນການແບ່ງປັນຂ່າວປະເສີດ

22 ເດືອນສິງຫາ 2023

ໝົດຄອບຄົວຂອງຂ້ອຍເປັນຊາວຄາໂທລິກ ແລະ ຊາວບ້ານຄົນອື່ນໆສ່ວນໃຫຍ່ຢູ່ທີ່ນັ້ນກໍ່ເຊັ່ນກັນ. ແຕ່ເນື່ອງຈາກວ່າຄຣິສຕະຈັກຄາໂທລິກໃນບ້ານຂອງພວກເຂົາບໍ່ມີປະໂລຫິດທີ່ປົກຄອງຄຣິສຕະຈັກ, ເປັນເວລາດົນທີ່ບໍ່ມີໃຜໄປສຶກສາພຣະຄຳພີທີ່ຄຣິສຕະຈັກ. ແລ້ວໃນວັນທີ 22 ພຶດສະພາ 2020, ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທາງອອນລາຍ. ຜ່ານການອ່ານພຣະທຳຂອງພຣະເຈົ້າ, ຂ້ອຍໝັ້ນໃຈວ່າພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ, ພຣະອົງແມ່ນພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຂ້ອຍກໍຮັບເອົາພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຕໍ່ມາ, ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ ‘ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ’. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ). ຂ້ອຍຮູ້ວ່າໃນຖານະຜູ້ເຊື່ອ, ພວກເຮົາຄວນຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ. ມີຜູ້ເຊື່ອເປັນຈຳນວນຫຼາຍພາຍໃນບ້ານ ແລະ ບໍ່ມີໃຜໃນພວກເຂົາທີ່ໄດ້ຍິນສຽງຂອງພຣະເຈົ້າ ຫຼື ຕ້ອນຮັບພຣະເຢຊູເຈົ້າຜູ້ກັບຄືນມາ, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງການແບ່ງປັນຂ່າວທີ່ບໍ່ໜ້າເຊື່ອກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າກັບພວກເຂົາແທ້ໆ. ແຕ່ຂ້ອຍຮູ້ສຶກຢ້ານເລັກນ້ອຍ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຍັງໜຸ່ມ ແລະ ບໍ່ຮູ້ວິທີແບ່ງປັນຂ່າວປະເສີດ, ດັ່ງນັ້ນ ພວກເຂົາຈະບໍ່ຮັບຟັງຂ້ອຍຢ່າງແນ່ນອນ. ນອກຈາກນັ້ນ, ພວກເຂົາເປັນຜູ້ເຊື່ອມາເປັນເວລາຫຼາຍປີ, ດັ່ງນັ້ນ ພວກເຂົາຈະຟັງຄຳພະຍານຂອງຂ້ອຍກ່ຽວກັບການກັບຄືນມາຂອງພຣະເຢຊູເຈົ້າບໍ? ຂ້ອຍຈະສາມາດໂອ້ລົມເພື່ອແກ້ໄຂແນວຄິດ ຫຼື ຄວາມສັບສົນທີ່ພວກເຂົາອາດມີໄດ້ແນວໃດ? ຂ້ອຍຈະເຮັດແນວໃດຖ້າພວກເຂົາຕໍ່ຕ້ານຂ້ອຍໃນການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການແບ່ງປັນຂ່າວປະເສີດ? ພວກເຂົາຈະປະຕິບັດຕໍ່ຂ້ອຍແນວໃດ? ຂ້ອຍກັງວົນວ່າພວກເຂົາຈະດູຖູກຂ້ອຍ ແລະ ເວົ້າວ່າ “ເຈົ້າຍັງໜຸ່ມຫຼາຍ. ເປັນຫຍັງຫຍຸ້ງຢູ່ກັບການເທດສອນ ແທນທີ່ຈະໄປໂຮງຮຽນ ຫຼື ຊອກຫາວຽກເຮັດ?” ຂ້ອຍຄິດກ່ຽວກັບມັນຫຼາຍ, ແຕ່ຂ້ອຍຮູ້ວ່າການເຜີຍແຜ່ຂ່າວປະເສີດແມ່ນຄວາມປະສົງຂອງພຣະເຈົ້າ. ຂ້ອຍຕ້ອງແບ່ງປັນຂ່າວປະເສີດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ.

ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ເສີມສ້າງຄວາມໝັ້ນໃຈຂອງຂ້ອຍຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະອົງ: “ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໄຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້? ແມ່ນແຕ່ໃນມື້ທີ່ແສງສະຫວ່າງແວວຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກເຊິ່ງຍັງຄົງຖືກຈ່ອງຈຳໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ເມື່ອໃດພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປ? ສິ່ງທີ່ເປັນຕາຢ້ານກໍຄືຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກຜ່ອນ ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດໄຮ້ປານີ ແລະ ປະຫວັດສາດທີ່ແຂງກະດ້າງ. ແລ້ວໃຜເຄີຍໄດ້ຍິນສຽງຮ້ອງໄຫ້ຂອງພວກເຂົາ? ໃຜເຄີຍເບິ່ງສະພາວະທີ່ເປັນທຸກຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ໄຮ້ດຽງສາ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ໃນທີ່ສຸດແລ້ວ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ແລ້ວເຖິງແມ່ນວ່າ ມະນຸດຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກໃສ່ພິດໂດຍຄົນທີ່ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ຈາກຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມຊ່ວຍຜູ້ລອດຊີວິດເຫຼົ່ານີ້ບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດກຳລັງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເມື່ອທຸກສິ່ງຖືກກ່າວ ແລະ ກະທຳ, ເຈົ້າຈະຕີຄວາມໝາຍການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈທີ່ຈະດຳລົງຊີວິດອັນມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ຮັບໃຊ້ພຣະເຈົ້າແທ້ໆບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?). ຂ້ອຍຮຽນຮູ້ວ່າ ການແບ່ງປັນຂ່າວປະເສີດແມ່ນໜ້າທີ່ຂອງພວກເຮົາ. ຫຼາຍຄົນຍັງບໍ່ທັນໄດ້ຍິນສຽງຂອງພຣະເຈົ້າ ແລະ ພວກເຂົາບໍ່ຮູ້ວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາ ແລະ ກຳລັງປະຕິບັດພາລະກິດແຫ່ງການພິພາກສາເພື່ອຊຳລະລ້າງຜູ້ຄົນ. ພວກເຂົາຍັງຢູ່ໃນຄວາມທຸກຍາກແຫ່ງຄວາມເສື່ອມຊາມຂອງຊາຕານ. ພຣະເຈົ້າຫວັງວ່າ ພວກເຮົາທຸກຄົນຈະສາມາດຄຳນຶງເຖິງຄວາມປະສົງຂອງພຣະອົງ, ຢືນຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ. ບໍ່ວ່າພວກເຮົາຜະເຊີນໜ້າກັບບັນຫາ ຫຼື ຂໍ້ຫຍຸ້ງຍາກຫຍັງກໍຕາມ, ພວກເຮົາຄວນອະທິຖານຫາພຣະເຈົ້າ ແລະ ເພິ່ງພາພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ເພື່ອເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ແຕ່ຂ້ອຍບໍ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍຮູ້ສຶກວ່າການຍັງໜຸ່ມຫຼາຍ, ຂ້ອຍບໍ່ສາມາດແບ່ງປັນຂ່າວປະເສີດໄດ້. ຂ້ອຍຢ້ານວ່າຊາວບ້ານຈະບໍ່ຟັງຂ້ອຍ ແລະ ຈະດູຖູກຂ້ອຍ, ດັ່ງນັ້ນ, ຂ້ອຍຈຶ່ງຕິດຢູ່ກັບຄວາມຫຍຸ້ງຍາກແຫ່ງຈິນຕະນາການຂອງຂ້ອຍເອງ, ເຕັມໄປດ້ວຍຄວາມກັງວົນ. ຂ້ອຍຄິດເຖິງແຕ່ຄວາມຍາກລຳບາກຂອງຂ້ອຍເອງເທົ່ານັ້ນ ໂດຍບໍ່ໄດ້ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ຂ້ອຍບໍ່ໄດ້ຄິດທີ່ຈະອະທິຖານ ແລະ ເພິ່ງພາພຣະເຈົ້າຜ່ານການດິ້ນຮົນເຫຼົ່ານີ້, ເຮັດໜ້າທີ່ຂອງຂ້ອຍ ແລະ ມີຄວາມຮັບຜິດຊອບ. ເມື່ອຂ້ອຍຄິດກ່ຽວກັບວ່າຫຼາຍຄົນກຳລັງຄອງຖ້າການກັບຄືນມາຂອງວພຣະຜູ້ເປັນເຈົ້າແນວໃດ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມມືດມົນແນວໃດ, ຂ້ອຍຮູ້ສຶກໄດ້ເຖິງຄວາມຮີບດ່ວນ. ຂ້ອຍຕັ້ງໃຈເຮັດທຸກຢ່າງທີ່ຂ້ອຍສາມາດເຮັດໄດ້ເພື່ອເຜີຍແຜ່ ແລະ ເປັນພະຍານໃຫ້ແກ່ຂ່າວປະເສີດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ທຸ້ມເທເວລາ ແລະ ເຫື່ອແຮງທັງໝົດຂອງຂ້ອຍເຂົ້າໃນວຽກງານຂ່າວປະເສີດ.

ຫຼັງຈາກນັ້ນ, ຂ້ອຍກໍເລີ່ມສ້າງແຜນແບ່ງປັນຂ່າວປະເສີດກັບພວກເຂົາ. ກ່ອນອື່ນ, ຂ້ອຍໄປຮ້ານອັດເອກະສານເພື່ອພິມຄຳເຊີນຈຳນວນໜຶ່ງ ສຳລັບສິບຄອບຄົວໃຫ້ໄປຟັງຄຳເທດສະໜາຢູ່ເຮືອນຂອງຂ້ອຍ. ພວກເຂົາທຸກຄົນຂ້ອນຂ້າງຕົກໃຈ ແລະ ມີສິ່ງທີ່ສວຍງາມໃຫ້ເວົ້າກ່ຽວກັບສິ່ງທີ່ຂ້ອຍກຳລັງເຮັດ. ຂ້ອຍມີຄວາມສຸກຫຼາຍ ຫຼັງຈາກນັ້ນ, ຂ້ອຍກໍຄິດວ່າ ຖ້າຫຼາຍຄົນມາໃນແລງມື້ນັ້ນ, ດ້ວຍພຽງມືຖືນ້ອຍໆຂອງຂ້ອຍ, ມັນຈະເປັນການຍາກສຳລັບທຸກຄົນທີ່ຈະອ່ານພຣະທຳຂອງພຣະເຈົ້າໃນຂະນະທີ່ຟັງຄຳເທດສອນ. ດັ່ງນັ້ນ, ຂ້ອຍຈຶ່ງໄປຂໍຢືມແລັບທັອບຈາກເພື່ອນຄົນໜຶ່ງ. ແລງມື້ນັ້ນ, ມີ 13 ຄົນທີ່ມາຟັງຄຳເທດສອນ ແລະ ທຸກຄົນມັກການອ່ານພຣະທຳຂອງພຣະເຈົ້າໃນການເຕົ້າໂຮມ. ໃຜກໍຕາມທີ່ຕ້ອງການອ່ານຈະຢືນຂຶ້ນ ແລະ ອາສາສະໝັກ ແລະ ພວກເຂົາກໍຮັກມັນ. ທຸກຄົນມີຄວາມສຸກແທ້ໆຫຼັງຈາກການເຕົ້າໂຮມ. ພວກເຂົາເວົ້າວ່າພຣະທຳຂອງພຣະເຈົ້ານັ້ນປະເສີດ ແລະ ຮູ້ສຶກໄດ້ຮັບການບຳລຸງລ້ຽງສຳລັບພວກເຂົາ ແລະ ມັນເປັນການດີຫຼາຍທີ່ຈະເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າ. ພວກເຂົາຍັງຕ້ອງການພາສະມາຊິກຄອບຄົວຂອງພວກເຂົາມານຳໃນມື້ຕໍ່ໄປ. ການເຫັນວ່າທຸກຄົນປາຖະໜາໃນພຣະທຳຂອງພະເຈົ້າແນວໃດເຮັດໃຫ້ຂ້ອຍມີຄວາມສຸກແທ້ໆ. ແຕ່ການຢືມແລັບທັອບຂອງໝູ່ຂ້ອຍຢູ່ສະເໝີແມ່ນເປັນໄປບໍ່ໄດ້, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງການຊື້ໜ່ວຍໜຶ່ງເປັນຂອງຕົນເອງ. ແຕ່ເມື່ອເອົາເງິນທັງໝົດມາລວມກັນແລ້ວ ມັນກໍຍັງບໍ່ພໍທີ່ຈະຊື້ແລັບທັອບ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຢູ່ໃນຄວາມລັງເລໃຈ. ຫຼັງຈາກທີ່ຖາມໄປຖາມມາ, ຂ້ອຍກໍຮຽນຮູ້ວ່າໂປຣເຈັກເຕີຖືກກວ່າຄອມພິວເຕີ, ດັ່ງນັ້ນ ຂ້ອຍຈຶ່ງຕັດສິນໃຈກູ້ຢືມເງິນເພື່ອຊື່ໂປຣເຈັກເຕີ ເພື່ອໃຫ້ຊາວບ້ານຄົນອື່ນໆສາມາດອ່ານພຣະທຳຂອງພຣະເຈົ້າໄດ້ດ້ວຍວິທີນັ້ນ. ຂ້ອຍໄປທີ່ຫ້ອງການເທດສະບານເພື່ອກູ້ຢືມເງິນ ແລະ ຂ້ອຍກໍຊື້ໂປຣເຈັກເຕີ. ຂ້ອຍໄດ້ທຸກຢ່າງຮຽບຮ້ອຍສຳລັບການເຕົ້າໂຮມຄັ້ງຕໍ່ໄປ. ຊາວບ້ານເລີ່ມປາກົດຕົວກ່ອນດົນເກີນໄປ. ສິບເກົ້າຄົນເຂົ້າຮ່ວມ, ຈົນເຮັດໃຫ້ເຕັມຫ້ອງ. ໃນຊ່ວງເວລານັ້ນ ຂ້ອຍເຫັນວ່າພຣະເຈົ້າໄດ້ຈັດຕຽມທຸກສິ່ງ ແລະ ຂ້ອຍກໍ່ຕື່ນເຕັ້ນຫຼາຍ. ຂ້ອຍຟ້າວໄປຫາລຳໂພງ ເພື່ອໃຫ້ທຸກຄົນສາມາດໄດ້ຍິນພຣະທຳຂອງພຣະເຈົ້າ. ຂ້ອຍໂອ້ລົມເຖິງຄວາມຈິງກ່ຽວກັບວ່າຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ສຳເລັດລົງແນວໃດ, ຈະຕ້ອນຮັບພຣະອົງແນວໃດ, ຈະແນ່ໃຈໄດ້ແນວໃດວ່າພຣະເຢຊູເຈົ້າໄດ້ກັບຄືນມາ ແລະ ພຣະເຈົ້າໄດ້ມາ ເພື່ອເປີດໂປງຄົນທຸກປະເພດ. ຜູ້ຄົນທີ່ມາຮ່ວມຕ່າງກໍມີສ່ວນຮ່ວມໃນການອ່ານພຣະທຳຂອງພຣະເຈົ້າຢ່າງກະຕືລືລົ້ນ ແລະ ເດັກນ້ອຍບາງຄົນກໍ່ຕື່ນເຕັ້ນທີ່ຈະອ່ານພຣະທຳຂອງພຣະເຈົ້າເຊັ່ນກັນ. ເມື່ອເຫັນວ່າພວກເຂົາກະຫາຍພຣະທຳຂອງພຣະເຈົ້າຫຼາຍພຽງໃດ, ຂ້ອຍຮູ້ວ່ານີ້ລ້ວນແລ້ວແຕ່ແມ່ນພາລະກິດຂອງພຣະເຈົ້າ. ບາງຄົນກໍລໍຖ້າຫຼັງຈາກການເຕົ້າໂຮມກັນຈົບລົງ ແລະ ເວົ້າວ່າພວກເຂົາມີຄວາມສຸກກັບມັນແທ້ໆ. ນາຍບ້ານ ແລະ ຄົນອື່ນກໍລ້ວນແຕ່ໄດ້ຮັບການດົນບັນດານຫຼາຍ ແລະ ນາຍບ້ານຕ້ອງການໃຫ້ຄົນໃນທ້ອງຖິ່ນທັງໝົດມາຟັງພຣະທຳຂອງພຣະເຈົ້າ. ມັນຊ່າງເປັນຄວາມປະຫຼາດໃຈທີ່ໜ້າພໍໃຈ. ຜົນໄດ້ຮັບນີ້ໄດ້ທຳລາຍແນວຄິດ ແລະ ຈິນຕະນາການຂອງຂ້ອຍຢ່າງສິ້ນເຊີງ, ຂ້ອຍຮູ້ສຶກລະອາຍໃຈ. ຂ້ອຍເປັນພະຍານໃຫ້ແກ່ພາລະກິດ ແລະ ການຊີ້ນໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ໄດ້ຄວາມຄວາມເຊື່ອເພີ່ມຂຶ້ນເພື່ອແບ່ງປັນຂ່າວປະເສີດ. ຂ້ອຍເຊີນຊວນຊາວບ້ານມາຟັງຄຳເທດສອນທຸກໆມື້ຫຼັງຈາກນັ້ນ ແລະ ມີຄົນປາກົດຕົວຫຼາຍຂຶ້ນເລື້ອຍໆ. ພວກເຂົາທຸກຄົນຕື່ນເຕັ້ນ ແລະ ເວົ້າວ່າ “ຂ້ອຍບໍ່ເຄີຍອ່ານຫຍັງແບບນີ້ມາກ່ອນ. ພຣະເຈົ້າໄດ້ກາຍມາເປັນມະນຸດ ແລະ ກັບຄືນມາ ແລະ ພວກເຮົາສາມາດມາຢູ່ຊ່ອງໜ້າພຣະອົງ. ພວກເຮົາໂຊກດີຫຼາຍທີ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າ”. ພວກເຂົາຍັງວາງແຜນຈັດງານກິດຈະກຳເພື່ອເຊີນຫຼາຍໆຄົນຈາກເມືອງທີ່ຢູ່ອ້ອມແອ້ມໃຫ້ເຂົ້າຮ່ວມການເຕົ້າໂຮມ. ພວກເຂົາບອກຂ້ອຍວ່າ “ເຈົ້າຍັງໜຸ່ມຫຼາຍ, ແຕ່ເຈົ້າກຳລັງເຮັດສິ່ງນີ້ສຳລັບຊາວບ້ານ, ຊ່ວຍໃຫ້ພວກເຮົາໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ເຮັດໃຫ້ມີສະຕິກັບມັນຫຼາຍ. ບໍ່ມີໃຜເຄີຍເຮັດຫຍັງແບບນີ້ສຳລັບພວກເຮົາມາກ່ອນ. ພວກເຮົາບໍ່ເຄີຍຄິດວ່າ ຄົນໜຸ່ມຄືເຈົ້າຈະເຮັດສິ່ງນີ້, ມັນເປັນສິ່ງທີ່ອັດສະຈັນ”. ຂ້ອຍຮູ້ວ່ານີ້ແມ່ນການກະທຳຂອງພຣະເຈົ້າທັງໝົດ ເຊິ່ງເຮັດໃຫ້ຂ້ອຍຕື່ນເຕັ້ນ ແລະ ເສີມກຳລັງຄວາມເຊື່ອຂອງຂ້ອຍ.

ແຕ່ຂ້ອຍກໍປະສົບກັບຄວາມຫຍຸ້ງຍາກທຸກຮູບແບບ ເມື່ອຂ້ອຍກຳລັງລ້ຽງດູຜູ້ເຊື່ອໃໝ່ເຫຼົ່ານີ້. ບາງຄັ້ງ ການເຊື່ອມຕໍ່ອິນເຕີເນັດຂອງຂ້ອຍບໍ່ດີ ແລະ ຂ້ອຍຕ້ອງໄປເຮືອນນັ້ນເຮືອນນີ້ເພື່ອຈັດການເຕົ້າໂຮມ. ສິ່ງທີ່ຮ້າຍແຮງໄປກວ່ານັ້ນຄືທີ່ນັ້ນພວກເຮົາມີຝົນຕົກຫຼາຍ ແລະ ເມື່ອຝົນຕົກ ທາງກໍຈະກາຍເປັນຂີ້ຕົມທັງໝົດ ແລະ ມັນຍາກທີ່ຈະຍ່າງເທິງທາງນັ້ນ. ເມື່ອຂ້ອຍອອກໄປລ້ຽງດູພວກເຂົາ, ຂ້ອຍຈະພັກແຮມຄືນຈາກເຮືອນໜຶ່ງສູ່ອີກເຮືອນໜຶ່ງ. ບາງຄັ້ງ, ຂ້ອຍຟ້າວອອກໄປເຮືອນຜູ້ເຊື່ອໃໝ່ກ່ອນທີ່ຝົນເລີ່ມຕົກ ແລະ ຂ້ອຍຕ້ອງລໍຖ້າ ຍ້ອນພວກເຂົາຍັງບໍ່ທັນມາຮອດເຮືອນເທື່ອ. ແລ້ວເມື່ອຂ້ອຍສຳເລັດການໂອ້ລົມກັບພວກເຂົາ, ທາງກັບບ້ານກໍຢູ່ໃນສະພາບທີ່ບໍ່ດີ. ຂ້ອຍຮູ້ສຶກຄິດລົບ ແລະ ອ່ອນແອເມື່ອຂ້ອຍໝົດແຮງ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າ. ແລ້ວຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ. ການທົດລອງແມ່ນພອນຈາກເຮົາ ແລ້ວມີຈັກຄົນທີ່ມາຄຸເຂົ່າຢູ່ຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ? ເດັກໂງ່ເອີຍ! ເຈົ້າຄິດສະເໝີວ່າ ພຣະທໍາອັນປະເສີດພຽງບາງຂໍ້ກໍຖືວ່າ ເປັນພອນຂອງເຮົາ ແຕ່ບໍ່ຮັບຮູ້ວ່າ ຄວາມຂົມຂື່ນກໍແມ່ນໜຶ່ງໃນບັນດາພອນຂອງເຮົາເຊັ່ນກັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 41). “ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງສາມາດປະຖິ້ມຄວາມກັງວົນຫາເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ... ບໍ່ວ່າວຸດທິພາວະຕົວຈິງຂອງເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະປະຖິ້ມເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກສ່ວນຕົວ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເຈົ້າຍັງຕ້ອງສາມາດຮູ້ສຶກສຳນຶກຜິດກ່ຽວກັບຕົນເອງໃນຫົວໃຈຂອງເຈົ້າ: ໃນອະດີດ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ ເຈົ້າສາມາດສໍານຶກຜິດຕົນເອງ. ເຈົ້າຕ້ອງບໍ່ຂາດໃນສິ່ງໃດໜຶ່ງ, ມັນແມ່ນຜ່ານສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າບໍ່ສາມາດບັນລຸເງື່ອນໄຂເຫຼົ່ານີ້, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ). ພຣະທຳຂອງພຣະເຈົ້າໜູນໃຈ ແລະ ປອບໃຈຂ້ອຍບໍ່ໃຫ້ທໍ້ໃຈ ຫຼື ອ່ອນແອ, ພຣະເຈົ້າຈະຊີ້ນຳ ແລະ ຊ່ວຍເຫຼືອຂ້ອຍ. ຂ້ອຍໄດ້ປະສົບກັບຄວາມບໍ່ສະບາຍທາງຮ່າງກາຍພໍສົມຄວນ ແລະ ໄດ້ຈ່າຍລາຄາໜ້ອຍໜຶ່ງ ເພື່ອແບ່ງປັນຂ່າວປະເສີດ, ແຕ່ມັນມີຄວາມໝາຍ ແລະ ມີຄຸນຄ່າ, ມັນເປັນສິ່ງຊອບທຳທີ່ສຸດທີ່ຕ້ອງເຮັດ ແລະ ເປັນສິ່ງທີ່ຈະໄດ້ຮັບການຮັບຮອງ ແລະ ພອນຂອງພຣະເຈົ້າຫຼາຍທີ່ສຸດ. ຂ້ອຍຄິດເຖິງເປໂຕ, ມັດທາຍ ແລະ ອັກຄະສາວົກຄົນອື່ນໆຂອງພຣະເຢຊູເຈົ້າ ຜູ້ທີ່ໄດ້ທົນທຸກຫຼາຍເພື່ອເຜີຍແຜ່ຂ່າວປະເສີດ ແລະ ບາງຄົນເຖິງກັບຕາຍໃນຄວາມພະຍາຍາມຂອງພວກເຂົາທີ່ຈະແບ່ງປັນຂ່າວປະເສີດ. ແຕ່ພວກເຂົາຍັງຄົງໜັກແໜ້ນໃນການແບ່ງປັນຂ່າວປະເສີດຂອງພຣະເຈົ້າ ແລະ ບໍ່ເຄີຍທໍ້ຖອຍ. ເມື່ອທຽບກັບພວກເຂົາ, ສິ່ງເລັກນ້ອຍທີ່ຂ້ອຍທົນທຸກບໍ່ສົມຄວນໃຫ້ເວົ້າເຖິງຊ້ຳ. ການມີຄວາມໂຊກດີທີ່ຈະຮັບເອົາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ການທີ່ສາມາດເຮັດໜ້າທີ່ຂອງຂ້ອຍເພື່ອເຜີຍແຜ່ຂ່າວປະເສີດແຫ່ງອານາຈັກ ແມ່ນການຍົກສູງ ແລະ ພຣະຄຸນຂອງພຣະເຈົ້າ. ຂ້ອຍບໍ່ສາມາດຄຳນຶງເຖິງເນື້ອໜັງຂອງຕົວເອງ, ຢ້ານຄວາມລຳບາກເລັກໆນ້ອຍໆໄດ້ອີກຕໍ່ໄປ. ຂ້ອຍຕ້ອງເຕັມໃຈທີ່ຈະທົນທຸກ. ຂ້ອຍບໍ່ສາມາດທໍ້ໃຈພາຍໃຕ້ຄວາມຍາກລຳບາກໃດໆ. ເຖິງແມ່ນວ່າຂ້ອຍທົນທຸກຈາກຄວາມບໍ່ສະດວກສະບາຍທາງຮ່າງກາຍ, ຂ້ອຍຍັງຕ້ອງແບ່ງປັນຂ່າວປະເສີດ ແລະ ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຮັດໜ້າທີ່ຂອງຂ້ອຍເພື່ອເຮັດໃຫ້ພຣະເຈົ້າພໍໃຈ.

ຕໍ່ມາຮອດຈຸດໜຶ່ງຂ້ອຍກໍເຈັບປ່ວຍ ແລະ ເປັນຫວັດມາໄດ້ຫຼາຍມື້. ໃນແລງມື້ທີ່ຂ້ອຍມີໄຂ້, ເຈັບຫົວ ແລະ ເຈັບທ້ອງ. ຂ້ອຍບໍ່ສາມາດເວົ້າຫຍັງໄດ້ເລີຍ. ເອື້ອຍຄົນໜຶ່ງເຫັນຂ້ອຍຢູ່ໃນສະພາບທີ່ບໍ່ດີ ແລະ ບອກຂ້ອຍວ່າ “ເຈົ້າບໍ່ຄວນໄປທີ່ການເຕົ້າໂຮມຄືນນີ້”. ຂ້ອຍເຫັນດີໃນຕອນນັ້ນ. ແຕ່ຫຼັງຈາກນັ້ນ, ຄວາມຄິດກ່ຽວກັບການປະໃຫ້ຜູ້ເຊື່ອໃໝ່ເຕົ້າໂຮມກັນເອງ ເຮັດໃຫ້ຂ້ອຍບໍ່ສະບາຍໃຈ. ຂ້ອຍຄິດວ່າ ການຮູ້ສຶກບໍ່ສະບາຍເປັນການທົດລອງສຳລັບຂ້ອຍ ແລະ ຂ້ອຍຍັງຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຂ້ອຍຈື່ໄດ້ວ່າຄັ້ງໜຶ່ງກ່ອນໜ້ານີ້ຂ້ອຍເຈັບປ່ວຍ ແລະ ໄດ້ຮັບບາດເຈັບທີ່ຂາ, ແຕ່ຂ້ອຍກໍຍັງສາມາດໄປເຕະບານໄດ້. ສະນັ້ນ ເປັນຫຍັງຕອນນີ້ຂ້ອຍຈຶ່ງບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້? ດ້ວຍຄວາມຄິດນີ້, ຂ້ອຍຈຶ່ງຂຶ້ນລົດຈັກຂອງຂ້ອຍ ແລະ ໄປທີ່ການເຕົ້າໂຮມ. ດ້ວຍຄວາມປະຫຼາດໃຈ, ເມື່ອຂ້ອຍໄປຮອດ ຂ້ອຍບໍ່ໄດ້ຮູ້ສຶກວ່າບໍ່ສະບາຍ. ຂ້ອຍມີຄວາມສຸກແທ້ໆ. ຂ້ອຍດີຂຶ້ນໃນເວລາພຽງສອງສາມມື້.

ຕໍ່ມາ, ຫຼັງຈາກການເຮັດວຽກໜັກຫຼາຍກວ່າໜຶ່ງເດືອນ, ຊາວບ້ານສ່ວນໃຫຍ່ ນອກຈາກພວກທີ່ໄປເຮັດວຽກນອກເມືອງ, ໄດ້ຮັບເອົາຂ່າວປະເສີດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຕໍ່ມາ, ຂ້ອຍຄິດວ່າ ເຖິງແມ່ນວ່າຂ້ອຍໄດ້ແບ່ງປັນຂ່າວປະເສີດກັບຊາວບ້ານທຸກຄົນ, ສິ່ງນັ້ນຍັງບໍ່ພຽງພໍທີ່ຈະບັນລຸຄວາມປະສົງຂອງພຣະເຈົ້າ. ຂ້ອຍຕ້ອງການໃຫ້ຫຼາຍຄົນໄດ້ຍິນສຽງຂອງພຣະເຈົ້າ, ເພາະຍັງມີອີກຫຼາຍຄົນທີ່ບໍ່ຮູ້ຈັກວ່າພຣະເຢຊູເຈົ້າໄດ້ກັບຄືນມາ, ກໍາລັງສະແດງຄວາມຈິງຫຼາຍຢ່າງ ແລະ ກຳລັງປະຕິບັດພາລະກິດແຫ່ງການຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ດັ່ງນັ້ນ ຂ້ອຍຈຶ່ງຕັດສິນໃຈໄປແບ່ງປັນຂ່າວປະເສີດໃນບ້ານອື່ນ. ຂ້ອຍອະທິຖານໃນໃຈຂອງຂ້ອຍວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ກະລຸນາຊີ້ນຳຂ້ານ້ອຍດ້ວຍ ເພື່ອໃຫ້ຂ້ານ້ອຍບໍ່ສູນເສຍຄວາມເຊື່ອ ແລະ ຂ້ານ້ອຍສາມາດດຳເນີນຕໍ່ໄປໄດ້. ຂ້ານ້ອຍໝັ້ນໃຈວ່າ ພຣະອົງຈະຊ່ວຍຂ້ານ້ອຍແກ້ໄຂຂໍ້ຫຍຸ້ງຍາກໃດກໍຕາມທີ່ຂ້ານ້ອຍຜະເຊີນ”. ຫຼັງຈາກນັ້ນ, ຂ້ອຍໄດ້ໄປບ້ານໃກ້ຄຽງເພື່ອແບ່ງປັນຂ່າວປະເສີດ. ຂ້ອຍໄດ້ຍ່າງລົງຄ້ອຍໄປຕາມທາງທີ່ມີຂີ້ຕົມເປັນເວລາ 30 ນາທີ ເພື່ອປະກາດຂ່າວປະເສີດໃຫ້ແກ່ພວກເຂົາ, ແຕ່ສາມເຮືອນທຳອິດລ້ວນແລ້ວແຕ່ເວົ້າວ່າ ພວກເຂົາບໍ່ມີເວລາ ແລະ ປະຕິເສດຂ້ອຍຢ່າງສຸພາບ. ຂ້ອຍຮູ້ສຶກຜິດຫວັງ ແລະ ຂ້ອນຂ້າງທໍ້ໃຈແທ້ໆ. ຂ້ອຍເມືອຮອດເຮືອນເດິກແທ້ໆໃນຄືນນັ້ນ. ເອື້ອຍແອນນີ້ໂທຫາຂ້ອຍເພື່ອຖາມກ່ຽວກັບວ່າການແບ່ງປັນຂ່າວປະເສີດຂອງຂ້ອຍດຳເນີນໄປແນວໃດ, ບວກກັບລາວໄດ້ໂອ້ລົມເຖິງພຣະທຳຂອງພຣະເຈົ້າກັບຂ້ອຍ, ໜູນໃຈ ແລະ ຊ່ວຍຂ້ອຍ. ຂ້ອຍອ່ານບາງສິ່ງໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອເຊື່ອຟັງຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກີດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າ ເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະຫຼະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?). ການອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າໄດ້ມອບຄວາມເຂັ້ມແຂງໃຫ້ແກ່ຂ້ອຍພໍສົມຄວນ. ຂ້ອຍຮູ້ສຶກຄືກັບພຣະເຈົ້າກຳລັງບອກຂ້ອຍວ່າ ຂ້ອຍຄວນມີຄວາມເຊື່ອໃນພຣະອົງ ແລະ ບໍ່ວ່າຂ້ອຍຜະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ຂ້ອຍບໍ່ສາມາດອ່ອນແອ ຫຼື ຄິດລົບໄດ້, ຂ້ອຍບໍ່ສາມາດທໍ້ໃຈ ຫຼື ທໍ້ຖອຍໄດ້, ເພາະພຣະເຈົ້າກຳລັງຊີ້ນຳຂ້ອຍຢູ່. ຕາບໃດທີ່ຂ້ອຍຄຳນຶງເຖິງພຣະປະສົງຂອງພຣະເຈົ້າ ແລະ ໄດ້ອອກໄປເຜີຍແຜ່ຂ່າວປະເສີດແຫ່ງອານາຈັກຂອງພຣະອົງ, ພຣະອົງຈະເປີດເສັ້ນທາງໃຫ້ແກ່ຂ້ອຍ. ຜ່ານພຣະທຳຂອງພຣະເຈົ້າ ຂ້ອຍເຫັນວ່າ ເສັ້ນທາງແຫ່ງການແບ່ງປັນຂ່າວປະເສີດນັ້ນບໍ່ໄດ້ງ່າຍ, ແຕ່ມັນຕ້ອງໄດ້ທົນທຸກ ແລະ ຈ່າຍລາຄາ. ໂນອາປະກາດຂ່າວປະເສີດເປັນເວລາ 120 ປີ ແລະ ລາວໄດ້ຖືກເຍາະເຍີ້ຍ, ໃສ່ຮ້າຍປ້າຍສີ ແລະ ຖືກຜູ້ຄົນກ່າວຫາ. ລາວທົນທຸກຫຼາຍ ແລະ ເຖິງແມ່ນວ່າລາວບໍ່ໄດ້ປ່ຽນໃຈໃຜ, ລາວກໍຍັງບໍ່ຍອມແພ້ ຫຼື ອ່ອນແອ, ລາວສືບຕໍ່ແບ່ງປັນຂ່າວປະເສີດ. ໂນອາໄດ້ຍຶດໝັ້ນໃນການອຸທິດຕົນ ແລະ ການຍອມອ່ອນນ້ອມຂອງລາວຕໍ່ພຣະເຈົ້າ. ລາວປະຕິບັດໜ້າທີ່ຂອງລາວໃນຖານະສິ່ງຖືກສ້າງ ແລະ ໄດ້ຮັບການຮັບຮອງ ແລະ ພອນຂອງພຣະເຈົ້າ. ເມື່ອພຣະເຈົ້າສົ່ງນ້ຳຖ້ວມມາເພື່ອທຳລາຍໂລກ, ຄອບຄົວຂອງໂນອາຈຳນວນແປດຄົນໄດ້ຖືກພຣະເຈົ້າຊ່ວຍໃຫ້ລອດ. ພວກເຂົາລອດຊີວິດ. ແລ້ວເມື່ອຄິດເຖິງຂ້ອຍ, ຂ້ອຍຫາກໍແບ່ງປັນຂ່າວປະເສີດກັບສາມຄອບຄົວ ແລະ ຂ້ອຍກໍສູນເສຍກຳລັງໃຈເມື່ອພວກເຂົາບໍ່ຍອມຮັບມັນ. ຂ້ອຍບໍ່ໄດ້ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ໃນຄວາມຈິງແລ້ວ, ພຣະເຈົ້າໄດ້ອະນຸຍາດໃຫ້ສະຖານະການນີ້, ຄວາມຫຍຸ້ງຍາກນີ້ເກີດຂຶ້ນກັບຂ້້ອຍ ເພື່ອເຮັດໃຫ້ຄວາມເຊື່ອຂອງຂ້ອຍ ແລະ ການອຸທິດຕົນຂອງຂ້ອຍຕໍ່ພຣະເຈົ້າສົມບູນ. ດັ່ງນັ້ນ ບໍ່ວ່າພວກເຂົາຮັບເອົາຂ່າວປະເສີດ ຫຼື ບໍ່ກໍຕາມ, ຂ້ອຍຕ້ອງໄປປະກາດຂ່າວປະເສີດ. ນັ້ນແມ່ນໜ້າທີ່ຂອງຂ້ອຍ.

ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍເຂັ້ມແຂງ. ຂ້ອຍໄປອີກບ້ານໜຶ່ງໃນມື້ຕໍ່ມາເພື່ອເລີ່ມແບ່ງປັນຂ່າວປະເສີດ. ຂ້ອຍຍັງກ່າວຄຳອະທິຖານ, ຂໍໃຫ້ພຣະເຈົ້າອົງຊົງລິດທານຸພາບສູງສຸດສ່ອງສະຫວ່າງໃຫ້ແກ່ຜູ້ທີ່ມີແນວໂນ້ມເປັນຜູ້ຮັບຂ່າວປະເສີດໃຫ້ເຂົ້າໃຈພຣະທຳຂອງພຣະອົງ. ໃນແລງມື້ນັ້ນ, ຂ້ອຍພົບວ່າມີບາງຄົນສົນໃຈໃນການຟັງຂ່າວປະເສີດ ແລະ ຍິ່ງໄປກວ່ານັ້ນ, ຫຼັງຈາກນັ້ນ ຂ້ອຍກໍສືບຕໍ່ຊອກຫາຄົນອື່ນເພື່ອແບ່ງປັນຂ່າວປະເສີດ ແລະ ເຮັດໃຫ້ຫົກຄົນກັບໃຈເຊື່ອໃນຄືນນັ້ນ. ຂ້ອຍປະຫຼາດໃຈຫຼາຍ ຍ້ອນຜູ້ຮັບຂ່າວປະເສີດບາງຄົນເປັນຊາວຄາໂທລິກ ແລະ ມີແນວຄິດຫຼາຍຢ່າງ, ແຕ່ພວກເຂົາສາມາດເຂົ້າໃຈຫຼັງຈາກທີ່ຂ້ອຍໂອ້ລົມພຣະທຳຂອງພຣະເຈົ້າກັບພວກເຂົາ ແລະ ພວກເຂົາຍອມຮັບຂ່າວປະເສີດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຫຼັງຈາກນັ້ນຂ້ອຍກໍໄປບ່ອນອື່ນ ແລະ ທຸກຄັ້ງທີ່ຂ້ອຍອອກໄປແບ່ງປັນຂ່າວປະເສີດ ຂ້ອຍຈະອະທິຖານ, ຂໍໃຫ້ພຣະເຈົ້າສ່ອງສະຫວ່າງ ແລະ ຊີ້ນຳຂ້ອຍ ເພື່ອໃຫ້ຂ້ອຍຮູ້ວິທີເທດສອນ ແລະ ເປັນພະຍານໃຫ້ແກ່ພຣະທຳຂອງພຣະເຈົ້າ. ເມື່ອຜູ້ຄົນຍອມຮັບຂ່າວປະເສີດຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ຄວາມເຊື່ອຂອງຂ້ອຍກໍເຕີບໃຫຍ່ຂຶ້ນ. ເຖິງແມ່ນວ່າບາງຄັ້ງ ເມື່ອຂ້ອຍໄປບ້ານອື່ນເພື່ອເທດສອນໃຫ້ແກ່ຄົນແປກໜ້າ ຂ້ອຍຮູ້ສຶກອາຍ ແລະ ຢ້ານເລັກນ້ອຍ, ການຊີ້ນຳຈາກພຣະທຳຂອງພຣະເຈົ້າມອບຄວາມໝັ້ນໃຈ ແລະ ກຳລັງໃຈໃຫ້ຂ້ອຍຜະເຊີນໜ້າກັບມັນ. ຂ້ອຍຮູ້ວ່າຂ້ອຍຕ້ອງໂອ້ລົມກັບພວກເຂົາແນ່ນອນ, ມັນແມ່ນໜ້າທີ່ຂອງຂ້ອຍ ແລະ ຖ້າຂ້ອຍບໍ່ແບ່ງປັນຂ່າວປະເສີດກັບພວກເຂົາ, ຂ້ອຍຈະບໍ່ມີໂອກາດໃຫ້ປະຕິບັດອີກ ແລະ ຂ້ອຍຈະບໍ່ໄດ້ຮຽນຮູ້ ແລະ ໄດ້ຮັບຄວາມຈິງຫຼາຍຂຶ້ນອີກ. ຫຼັງຈາກນັ້ນ, ໂດຍປະຕິບັດການແບ່ງປັນຂ່າວປະເສີດຢ່າງຕໍ່ເນື່ອງ, ຂ້ອຍກໍເຊົາວິຕົກກັງວົນ ແລະ ຢ້ານຫຼາຍ ແລະ ໄດ້ເຂົ້າໃຈຄວາມຈິງແຫ່ງນິມິດຢ່າງຊັດເຈນຂຶ້ນເລື້ອຍໆ. ຂ້ອຍຮູ້ສຶກຜ່ອນຄາຍ ແລະ ເປັນອິດສະລະແທ້ໆ.

ຂ້ອຍໄດ້ຮັບຫຼາຍຢ່າງແທ້ໆຜ່ານຂະບວນການແບ່ງປັນຂ່າວປະເສີດ. ຖ້າຂ້ອຍບໍ່ໄດ້ປະສົບກັບທຸກສິ່ງນີ້, ກໍບໍ່ມີທາງທີ່ຂ້ອຍຈະສາມາດເຂົ້າໃຈການປົກຄອງອັນຊົງລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຂ້ອຍຈະບໍ່ສາມາດຮູ້ເຖິງຄວາມສຳຄັນຂອງການເຮັດໜ້າທີ່ຂອງຂ້ອຍ ຫຼື ຈະສະແຫວງຫາພຣະເຈົ້າຜ່ານຄວາມຍາກລຳບາກແນວໃດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການທົດລອງຂອງເຊື້ອສາຍຂອງໂມອາບ

ໂດຍ ຈວນຢີ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ...

ບໍ່ມີການໂອ້ອວດອີກຕໍ່ໄປ

ໂດຍ ໂມ່ເຫວີນ, ສະເປນຂ້ານ້ອຍຈື່ໄດ້ວ່າຍ້ອນກັບໄປໃນປີ 2018, ຂ້ານ້ອຍເຮັດໜ້າທີ່ປະກາດຂ່າວປະເສີດໃນຄຣິດຕະຈັກ ແລະ ຕໍ່ມາ ຂ້ານ້ອຍໄດ້ຮັບຜິດຊອບວຽກງານນັ້ນ....

Leave a Reply