ວິທີການເບິ່ງໜ້າທີ່ຂອງເຈົ້າ

03 ເດືອນມີນາ 2022

ໂດຍ ຈົງເຊີງ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ເຊື່ອຟັງຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ” (ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ໜ້າທີ່ແມ່ນວຽກງານທີ່ຖືກມອບໝາຍໄວ້ໃຫ້ແກ່ຜູ້ຄົນໂດຍພຣະເຈົ້າ; ພວກມັນຄືພາລະກິດເພື່ອໃຫ້ຜູ້ຄົນປະຕິບັດໃຫ້ສຳເລັດ. ເຖິງຢ່າງໃດກໍ່ຕາມ, ໜ້າທີ່ບໍ່ແມ່ນທຸລະກິດທີ່ຖືກຈັດການໂດຍເຈົ້າເອງເປັນການສ່ວນຕົວຢ່າງແນ່ນອນ ຫຼື ມັນບໍ່ແມ່ນສິ່ງທີ່ຖ່ວງດຶງເຈົ້າບໍ່ໃຫ້ໂດດເດັ່ນຈາກຝູງຊົນ. ບາງຄົນໃຊ້ໜ້າທີ່ຂອງພວກເຂົາໃຫ້ເປັນໂອກາດເພື່ອມີສ່ວນຮ່ວມໃນການຈັດການຂອງພວກເຂົາເອງ ແລະ ສ້າງພັກພວກ; ບາງຄົນໃຊ້ມັນເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາ; ບາງຄົນໃຊ້ມັນເພື່ອເຕີມເຕັມຊ່ອງວ່າງທີ່ພວກເຂົາຮູ້ສຶກພາຍໃນ; ແລະ ບາງຄົນໃຊ້ມັນເພື່ອຕອບສະໜອງຄວາມຄິດຂອງພວກເຂົາທີ່ເຊື່ອວ່າຄວາມໂຊກດີຈະເກີດຂຶ້ນ, ໂດຍຄິດວ່າຕາບໃດທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະມີສ່ວນແບ່ງໃນເຮືອນຂອງພຣະເຈົ້າ ແລະ ໃນຈຸດໝາຍປາຍທາງທີ່ອັດສະຈັນທີ່ພຣະເຈົ້າຈັດແຈງໃຫ້ແກ່ມະນຸດ. ທ່າທີ່ດັ່ງກ່າວກ່ຽວກັບໜ້າທີ່ແມ່ນບໍ່ຖືກຕ້ອງ; ພວກມັນລັງກຽດພຣະເຈົ້າ ແລະ ຕ້ອງຖືກແກ້ໄຂຢ່າງຮີບດ່ວນ” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າບອກພວກເຮົາວ່າ ໜ້າທີ່ຄືການຝາກຝັງຂອງພຣະເຈົ້າສຳລັບມະນຸດຊາດ ແລະ ພວກເຮົາຕ້ອງເຂົ້າຫາໜ້າທີ່ຂອງພວກເຮົາດ້ວຍຫົວໃຈທີ່ຊື່ສັດ. ມັນເປັນສິ່ງຈຳເປັນທີ່ພວກເຮົາຈະປະຖິ້ມຜົນປະໂຫຍດຂອງພວກເຮົາເອງ ແລະ ເຮັດສຸດຄວາມສາມາດຂອງພວກເຮົາເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຮົາ. ນີ້ແມ່ນທັດສະນະຄະຕິທີ່ພວກເຮົາຄວນມີຕໍ່ໜ້າທີ່ຂອງພວກເຮົາ. ແຕ່ໃນອະດີດ, ຂ້ານ້ອຍປະຕິບັດຕໍ່ໜ້າທີ່ຂອງຂ້ານ້ອຍຄືກັບວ່າມັນເປັນກິດຈະການຂອງຂ້ານ້ອຍເອງຢູ່ສະເໝີ ໂດຍໃຊ້ປະໂຫຍດຈາກມັນເພື່ອຊ່ວຍໃຫ້ຕົນເອງໂດດເດັ່ນ ແລະ ຮັບເອົາຄວາມຊົມເຊີຍຈາກຄົນອື່ນ. ຂ້ານ້ອຍບໍ່ໄດ້ເອົາໃຈໃສ່ກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ, ແຕ່ກົງກັນຂ້າມ ຂ້ານ້ອຍກຳລັງຄິດກ່ຽວກັບສິ່ງທີ່ຂ້ານ້ອຍຈະໄດ້ ຫຼື ເສຍ. ສິ່ງນີ້ຂັດຂວາງວຽກງານຂອງຄຣິສຕະຈັກ. ການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍມີຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດ ແລະ ຜົນຕາມມາຂອງການປະຕິບັດໜ້າທີ່ຂອງຂ້ານ້ອຍໃນລັກສະນະນັ້ນ ແລະ ຕອນນີ້ ຂ້ານ້ອຍໄດ້ປ່ຽນທັດສະນະຂອງຂ້ານ້ອຍກ່ຽວກັບມັນ.

ໃນປີ 2017, ໜ້າທີ່ຂອງຂ້ານ້ອຍຢູ່ໃນຄຣິສຕະຈັກຄືການກວດແກ້ເອກະສານ. ຕໍ່ມາ ຜູ້ນຳຄຣິສຕະຈັກໄດ້ຈັດແຈງໃຫ້ອ້າຍລິນເຮັດວຽກກັບຂ້ານ້ອຍ ແລະ ບອກຂ້ານ້ອຍໃຫ້ແນ່ໃຈວ່າຈະຊ່ວຍລາວເຮັດວຽກແທ້ໆ. ຂ້ານ້ອຍຕົກລົງກັບສິ່ງນີ້ຢ່າງມີຄວາມສຸກ ໂດຍຄິດວ່າ “ຂ້ານ້ອຍໄດ້ຍິນວ່າອ້າຍລິນມີຄວາມສາມາດແທ້ໆ. ຖ້າລາວສາມາດເຂົ້າໃຈຫຼັກການໄດ້ໄວ, ພວກເຮົາຈະເຫັນຄວາມສໍາເລັດຫຼາຍຂຶ້ນເລື້ອຍໆໃນວຽກງານຂອງທີມພວກເຮົາຢ່າງແນ່ນອນ. ຜູ້ນຳຈະຄິດວ່າຂ້ານ້ອຍມີຄວາມສາມາດ ແລະ ໃຫ້ຄ່າແກ່ຂ້ານ້ອຍແທ້ໆ, ສະນັ້ນ ຂ້ານ້ອຍຕ້ອງຊ່ວຍລາວໃຫ້ຫຼາຍເທົ່າທີ່ຂ້ານ້ອຍສາມາດເຮັດໄດ້”. ຂ້ານ້ອຍໃຫ້ຫຼັກການທີ່ກ່ຽວຂ້ອງທັງໝົດ ເຊິ່ງຂ້ານ້ອຍໄດ້ຮວບຮວມເຂົ້າກັນ ໃຫ້ແກ່ອ້າຍລິນ ເພື່ອໃຫ້ລາວສຶກສາ, ເພື່ອວ່າລາວຈະສາມາດເຂົ້າໃຈທຸກສິ່ງທີ່ລາວຈຳເປັນຕ້ອງຮູ້ໃຫ້ໄວເທົ່າທີ່ເປັນໄປໄດ້. ເມື່ອລາວພົບກັບອຸປະສັກໃນວຽກງານຂອງລາວ, ຂ້ານ້ອຍຈະໂອ້ລົມກັບລາວຢ່າງໃຈເຢັນ ແລະ ຊ່ວຍແກ້ໄຂບັນຫາຂອງລາວ. ຫຼັງຈາກນັ້ນຊົ່ວໄລຍະໜຶ່ງ, ລາວກໍເຂົ້າໃຈຫຼັກການບາງຢ່າງ ແລະ ບັນລຸຜົນບາງຢ່າງໃນໜ້າທີ່ຂອງລາວ. ການເຫັນວ່າລາວມີຄວາມກ້າວໜ້າໄວແບບນັ້ນເຮັດໃຫ້ຂ້ານ້ອຍມີຄວາມສຸກແທ້ໆ. ລາວເຂົ້າໃຈສິ່ງຕ່າງໆໄດ້ໄວຫຼາຍ, ຂ້ານ້ອຍຄິດວ່າລາວມີສັກກະຍາພາບແທ້ໆ! ທີມຂອງພວກເຮົາເລີ່ມມີປະສິດທິພາບຫຼາຍຂຶ້ນ ແລະ ໄດ້ແບ່ງເບົາສ່ວນຂອງຂ້ານ້ອຍເອງອອກໄປຫຼາຍ. ຂ້ານ້ອຍຄິດວ່າຖ້າມີເວລາອີກໜ້ອຍໜຶ່ງເພື່ອໃຫ້ອ້າຍລິນຝຶກຝົນ, ພວກເຮົາຈະໄດ້ຮັບຜົນທີ່ດີຂຶ້ນໃນໜ້າທີ່ຂອງພວກເຮົາ.

ມື້ໜຶ່ງ, ຜູ້ນຳເວົ້າວ່າມີຄຣິສຕະຈັກແຫ່ງໜຶ່ງທີ່ຕ້ອງການຄົນໆໜຶ່ງໃຫ້ຮັບຜິດຊອບວຽກງານກວດແກ້ເອກະສານຢ່າງຮີບດ່ວນ ແລະ ເນື່ອງຈາກວ່າອ້າຍລິນເປັນຄົນເກັ່ງ ແລະ ມີຄວາມຮັບຜິດຊອບໃນວຽກງານຂອງລາວ, ລາວຈະຖືກຍົກຍ້າຍໄປຄຣິສຕະຈັກນັ້ນ ເພື່ອປະຕິບັດໜ້າທີ່ຂອງລາວ. ຂ້ານ້ອຍຕົກໃຈທີ່ໄດ້ຍິນເລື່ອງນີ້ ໂດຍຄິດວ່າ “ແມ່ນຫຍັງ? ເຈົ້າກຳລັງຍົກຍ້າຍລາວຫວາ? ເຈົ້າບໍ່ສາມາດເຮັດແບບນັ້ນໄດ້. ຂ້ານ້ອຍໄດ້ໃສ່ຄວາມພະຍາຍາມທັງໝົດນີ້ເພື່ອໃຫ້ລາວລຶ້ງເຄີຍກັບໜ້າວຽກ ແລະ ຫຼັກການ ແລະ ວຽກງານຂອງທີມພວກເຮົາຫາກໍເລີ່ມປັບປຸງຂຶ້ນ. ຖ້າລາວຖືກຍົກຍ້າຍອອກໄປໃນຕອນນີ້, ວຽກງານຂອງພວກເຮົາຈະໄດ້ຮັບຜົນກະທົບຢ່າງແນ່ນອນ. ແລ້ວຜູ້ຄົນຈະຄິດແນວໃດກັບຂ້ານ້ອຍ? ພວກເຂົາຈະເວົ້າວ່າຂ້ານ້ອຍບໍ່ເກັ່ງ”. ຂ້ານ້ອຍບໍ່ພໍໃຈຫຼາຍຂຶ້ນເມື່ອຂ້ານ້ອຍຄິດກ່ຽວກັບເລື່ອງນັ້ນ. ຜູ້ນໍາເວົ້າວ່າ ຫຼັງຈາກທີ່ອ້າຍລິນຖືກຍົກຍ້າຍ, ຂ້ານ້ອຍສາມາດຝຶກຝົນຄົນອື່ນອີກ. ຂ້ານ້ອຍບໍ່ໄດ້ເວົ້າຫຍັງຈັກຄຳ, ແຕ່ຂ້ານ້ອຍຕໍ່ຕ້ານຄວາມຄິດນັ້ນ. ຂ້ານ້ອຍຄິດວ່າ “ເຈົ້າເວົ້າຄືກັບມັນບໍ່ມີຫຍັງ. ເຈົ້າຄິດວ່າການຝຶກຝົນຄົນໆໜຶ່ງເປັນສິ່ງທີ່ງ່າຍຫຼາຍບໍ? ມັນໃຊ້ເວລາ ແລະ ຄວາມພະຍາຍາມຫຼາຍ! ນອກຈາກນັ້ນ, ຫຼັງຈາກທີ່ອ້າຍລິນຖືກຍົກຍ້າຍອອກໄປ, ຄວາມຮັບຜິດຊອບທັງໝົດຈະຕົກຢູ່ພາຍໃຕ້ຂ້ານ້ອຍອີກຄັ້ງ. ສິ່ງຕ່າງໆກໍຈະຫຍຸ້ງດັ່ງທີ່ມັນເປັນ, ສະນັ້ນ ເມື່ອມືຄູ່ໜຶ່ງທີ່ເກັ່ງຂາດຫາຍໄປ, ວຽກງານຂອງພວກເຮົາຈະປະສົບກັບຄວາມຫຍຸ້ງຍາກຢ່າງແນ່ນອນ”. ຍິ່ງຂ້ານ້ອຍຄິດຫຼາຍສໍ່າໃດ, ຂ້ານ້ອຍຍິ່ງຮູ້ສຶກຕໍ່ຕ້ານມັນສໍ່ານັ້ນ. ສອງມື້ຕໍ່ມາ, ຜູ້ນຳໄດ້ໃຫ້ຂ້ານ້ອຍຂຽນປະເມີນອ້າຍລິນ. ຂ້ານ້ອຍຄິດວ່າ “ຂ້ານ້ອຍຄວນເນັ້ນທີ່ຈຸດອ່ອນຂອງລາວ ແລະ ການທີ່ລາວສະແດງຄວາມເສື່ອມຊາມອອກ ແທນທີ່ຈະເປັນຄຸນສົມບັດທີ່ດີຂອງລາວ. ບາງເທື່ອຜູ້ນຳຈະບໍ່ຍົກຍ້າຍລາວຫຼັງຈາກນັ້ນ”. ຂ້ານ້ອຍຮູ້ສຶກຜິດໜ້ອຍໜຶ່ງຫຼັງຈາກທີ່ຂ້ານ້ອຍປະເມີນຜົນແລ້ວ ແລະ ສົງໄສວ່າຂ້ານ້ອຍກຳລັງເປັນຄົນທີ່ບໍ່ສັດຊື່ ຫຼື ບໍ່. ແຕ່ຫຼັງຈາກນັ້ນ ຂ້ານ້ອຍພຽງແຕ່ຄິດຫາວຽກງານຂອງທີມ. ສະນັ້ນ, ຂ້ານ້ອຍຈຶ່ງຍື່ນການປະເມີນຂອງຂ້ານ້ອຍໃຫ້ຜູ້ນໍາ. ສອງສາມມື້ຜ່ານໄປໂດຍບໍ່ມີຄຳຕອບຈາກຜູ້ນໍາ ແລະ ຂ້ານ້ອຍເລີ່ມຮູ້ສຶກກັງວົນ ໂດຍຄິດວ່າ “ບາງເທື່ອລາວບໍ່ໄດ້ເຫັນມັນ ແລະ ຍັງຈະຍົກຍ້າຍອ້າຍລິນຢູ່ບໍ? ບໍ່, ຂ້ານ້ອຍບໍ່ສາມາດຢູ່ຊື່ໆໄດ້. ຂ້ານ້ອຍຕ້ອງຄິດຫາວິທີທີ່ຈະເກັບຮັກສາລາວໄວ້”. ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມເວົ້າອ້ອມໆ ໂດຍຖາມອ້າຍລິນວ່າ “ເຈົ້າຄິດແນວໃດ ຖ້າເຈົ້າຖືກຮຽກຮ້ອງໃຫ້ຮັບຜິດຊອບໜ້າທີ່ກວດແກ້ເອກະສານສຳລັບຄຣິສຕະຈັກອື່ນ?” ໂດຍບໍ່ລັງເລໃຈ, ລາວເວົ້າວ່າ “ຂ້ານ້ອຍຕ້ອງຍອມອ່ອນນ້ອມຕໍ່ການຈັດແຈງຂອງຄຣິສດຕະຈັກ. ຂ້ານ້ອຍເຕັມໃຈທີ່ຈະໄປ”. ຂ້ານ້ອຍຕອບຢ່າງໄວວ່າ “ເມື່ອຮັບຜິດຊອບວຽກງານກວດແກ້ເອກະສານ, ມັນສຳຄັນທີ່ຈະເຂົ້າໃຈຫຼັກການ ແລະ ມີຄວາມສາມາດ. ຖ້າບໍ່ມີສິ່ງດັ່ງກ່າວ, ຄວາມຄືບໜ້າຂອງວຽກງານຈະຖືກຂັດຂວາງຢ່າງແນ່ນອນ. ຂ້ານ້ອຍຮູ້ສຶກວ່າມັນດີກວ່າສຳລັບເຈົ້າທີ່ຈະສືບຕໍ່ເຮັດໜ້າທີ່ຂອງເຈົ້າຢູ່ທີ່ນີ້”. ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ອ້າຍລິນບໍ່ກະທົບກະເທືອນເລີຍ, ພຽງແຕ່ເວົ້າຢ່າງໝັ້ນໃຈວ່າ “ຖ້າໂອກາດປາກົດຂຶ້ນເອງ, ຂ້ານ້ອຍກໍເຕັມໃຈທີ່ຈະໄປ ແລະ ເພິ່ງພາພຣະເຈົ້າ”. ຂ້ານ້ອຍຜິດຫວັງທີ່ຂ້ານ້ອຍບໍ່ໄດ້ບັນລຸເປົ້າໝາຍຂອງຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກໃຈຮ້າຍກັບລາວໜ້ອຍໜຶ່ງ. ຄັ້ງໜຶ່ງ ຂ້ານ້ອຍເຫັນວ່າມີບັນຫາບາງຢ່າງໃນໜ້າທີ່ຂອງລາວ ແລະ ຂ້ານ້ອຍບໍ່ສາມາດຫ້າມຕົນເອງບໍ່ໃຫ້ໃຈຮ້າຍ ແລະ ສັ່ງສອນລາວ. ໃນຊ່ວງເວລານັ້ນ, ເມື່ອໃດກໍຕາມທີ່ຂ້ານ້ອຍຄິດກ່ຽວກັບການທີ່ອ້າຍລິນຈະຖືກຍົກຍ້າຍໄປ, ຂ້ານ້ອຍກໍຮູ້ສຶກວຸ້ນວາຍແທ້ໆ. ຂ້ານ້ອຍພຽງແຕ່ບໍ່ສາມາດຄົ້ນຫາຄວາມຮູ້ສຶກສະຫງົບສຸກໃນວຽກງານຂອງຂ້ານ້ອຍ. ຂ້ານ້ອຍບໍ່ມີຄວາມເຂົ້າໃຈກ່ຽວກັບບັນຫາໃດໜຶ່ງໃນວຽກງານເຊັ່ນກັນ. ຂ້ານ້ອຍມຶນງົງຢູ່ສະເໝີ. ຂ້ານ້ອຍຮູ້ສຶກທໍລະມານແທ້ໆ. ສະນັ້ນ ຂ້ານ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງຊີ້ນໍາໃຫ້ຂ້ານ້ອຍຮູ້ຈັກຕົນເອງ.

ຫຼັງຈາກນັ້ນ ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ມັນສະແດງໃຫ້ເຫັນວ່າເຈົ້າບໍ່ຄ່ອຍປະຕິບັດຄວາມຈິງ, ເຈົ້າມັກຈະຫັນຫຼັງໃຫ້ກັບຄວາມຈິງ ແລະ ດໍາລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຊາຕານທີ່ເຫັນແກ່ຕົວ ແລະ ຊົ່ວຮ້າຍ. ມັນສະແດງໃຫ້ເຫັນວ່າເຈົ້າເບິ່ງແຍງກຽດສັກສີ, ຊື່ສຽງ, ສະຖານະ ແລະ ຜົນປະໂຫຍດຂອງເຈົ້າເອງ ແລະ ເຈົ້າບໍ່ມີຄວາມຈິງ. ເພາະສະນັ້ນ, ຄວາມທຸກທໍລະມານຂອງເຈົ້າຈຶ່ງໃຫຍ່ຫຼວງ, ຄວາມກັງວົນຂອງເຈົ້າມີຫຼາຍ ແລະ ໂສ້ລ່າມຂອງເຈົ້າກໍມີຈຳນວນຫຼວງຫຼາຍ” (ຄັດຈາກບົດ “ການເຂົ້າສູ່ຊີວິດຕ້ອງເລີ່ມດ້ວຍປະສົບການຈາກການປະຕິບັດໜ້າທີ່ຂອງເຈົ້າ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ແມ່ນຫຍັງຄືມາດຕະຖານທີ່ການກະທຳຂອງບຸກຄົນໜຶ່ງຈະຖືກຕັດສິນວ່າດີ ຫຼື ຊົ່ວຮ້າຍ? ມັນຂຶ້ນກັບວ່າ ໃນຄວາມຄິດ, ການສະແດງອອກ ແລະ ການກະທຳຂອງເຈົ້າ, ເຈົ້າມີຄຳພະຍານໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ມີຄວາມເປັນຈິງນີ້ ຫຼື ບໍ່ດຳລົງຊີວິດແບບນີ້, ແລ້ວເຈົ້າຈະເປັນຜູ້ເຮັດການຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ. ພຣະເຈົ້າເບິ່ງຜູ້ເຮັດການຊົ່ວຮ້າຍແນວໃດ? ຄວາມຄິດ ແລະ ການກະທຳພາຍນອກຂອງເຈົ້າບໍ່ໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ ຫຼື ພວກເຂົາບໍ່ໄດ້ເຮັດໃຫ້ຊາຕານອັບອາຍ ຫຼື ເອົາຊະນະຊາຕານ; ກົງກັນຂ້າມ, ພວກເຂົາເຮັດໃຫ້ພຣະເຈົ້າອັບອາຍ ແລະ ຖືກລະດົມຍິງດ້ວຍເຄື່ອງໝາຍທີ່ເຮັດໃຫ້ພຣະເຈົ້າອັບອາຍ. ເຈົ້າບໍ່ໄດ້ເປັນພະຍານໃຫ້ກັບພຣະເຈົ້າ, ບໍ່ໄດ້ເສຍສະຫຼະຕົນເອງເພື່ອພຣະເຈົ້າ ຫຼື ເຈົ້າບໍ່ໄດ້ກຳລັງປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ພັນທະຕໍ່ພຣະເຈົ້າ; ກົງກັນຂ້າມ, ເຈົ້າກຳລັງປະຕິບັດເພື່ອຕົວເຈົ້າເອງ. ແມ່ນຫຍັງຄືຄວາມໝາຍຂອງ ‘ເພື່ອຕົວເຈົ້າເອງ’? ເພື່ອຊາຕານ. ສະນັ້ນ ໃນທີ່ສຸດແລ້ວ ພຣະເຈົ້າຈະເວົ້າວ່າ ‘ໃຫ້ຈາກເຮົາໄປ, ພວກເຈົ້າທີ່ເຮັດວຽກດ້ວຍຄວາມຊົ່ວຊ້າ’. ໃນສາຍຕາຂອງພຣະເຈົ້າ, ເຈົ້າບໍ່ໄດ້ເຮັດການກະທຳທີ່ດີ, ແຕ່ກົງກັນຂ້າມ ພຶດຕິກຳຂອງເຈົ້າໄດ້ກາຍເປັນສິ່ງທີ່ຊົ່ວຮ້າຍ. ແທນທີ່ຈະໄດ້ຮັບການອະນຸມັດຈາກພຣະເຈົ້າ, ເຈົ້າພັດໄດ້ຮັບການປະນາມ. ຄົນທີ່ມີຄວາມເຊື່ອດັ່ງກ່າວໃນພຣະເຈົ້າແມ່ນສະແຫວງຫາທີ່ຈະໄດ້ຮັບຫຍັງ? ໃນທີ່ສຸດແລ້ວ ຄວາມເຊື່ອດັ່ງກ່າວຈະບໍ່ມີປະໂຫຍດຫຍັງບໍ?” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ໃນຂະນະທີ່ຂ້ານ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍຮູ້ວ່າ ພຣະເຈົ້າຕັດສິນວ່າຜູ້ຄົນກໍາລັງເຮັດດີ ຫຼື ຊົ່ວ ແມ່ນໂດຍການທີ່ພວກເຂົາສະຫຼະຕົນເອງພຽງແຕ່ຜິວເຜີນ ຫຼື ບໍ່, ພວກເຂົາປະສົບຫຼາຍສໍ່າໃດ ຫຼື ພວກເຂົາຈ່າຍລາຄາຫຼາຍສໍ່າໃດ, ແຕ່ໂດຍການເບິ່ງທີ່ແຮງຈູງໃຈຂອງຜູ້ຄົນເປັນຫຼັກ ແລະ ການກະທໍາຂອງພວກເຂົາແມ່ນສໍາລັບພຣະເຈົ້າ ຫຼື ສໍາລັບຕົນເອງ ແລະ ພວກເຂົາປະຕິບັດຄວາມຈິງ ຫຼື ບໍ່. ຂ້ານ້ອຍໄດ້ໄຕ່ຕອງສະພາວະຂອງຂ້ານ້ອຍຕະຫຼອດຊ່ວງເວລານັ້ນ ແລະ ເຫັນວ່າຄວາມພະຍາຍາມຂອງຂ້ານ້ອຍທີ່ຈະຊ່ວຍອ້າຍລິນໃຫ້ເຂົ້າໃຈຫຼັກການໄດ້ໄວບໍ່ແມ່ນສຳລັບວຽກງານຂອງຄຣິສຕະຈັກ. ຂ້ານ້ອຍພຽງແຕ່ຕ້ອງການປັບປຸງປະສິດທິພາບຂອງທີມຜ່ານລາວ, ເພື່ອວ່າຂ້ານ້ອຍຈະເບິ່ງດີ. ເມື່ອຂ້ານ້ອຍເຫັນວ່າລາວກຳລັງຈະຖືກຍົກຍ້າຍ, ຂ້ານ້ອຍກໍຢ້ານວ່າວຽກງານຂອງທີມຈະໄດ້ຮັບຜົນກະທົບ, ຊື່ສຽງ ແລະ ສະຖານະຂອງຂ້ານ້ອຍຈະໄດ້ຮັບອັນຕະລາຍ, ສະນັ້ນ ເມື່ອຂ້ານ້ອຍຂຽນການປະເມີນຂອງຂ້ານ້ອຍ, ຂ້ານ້ອຍຈຶ່ງຕັ້ງໃຈເນັ້ນໃຫ້ເຫັນເຖິງຂໍ້ບົກຜ່ອງຂອງລາວ, ພະຍາຍາມຊີ້ນໍາຜູ້ນໍາຢ່າງຜິດໆ. ຂ້ານ້ອຍເຖິງກັບເວົ້າບາງສິ່ງທີ່ບໍ່ດີເພື່ອເຮັດໃຫ້ຄວາມກະຕືລືລົ້ນຂອງລາວຕໍ່ໜ້າທີ່ຫຼຸດລົງ. ນັ້ນເປັນການປະຕິບັດຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຂ້ານ້ອຍໄດ້ແນວໃດ? ຂ້ານ້ອຍກຳລັງເຮັດໜ້າທີ່ຂອງຂ້ານ້ອຍຢ່າງເຫັນແກ່ຕົວ, ບໍ່ໄດ້ພິຈາລະນາວຽກງານໂດຍລວມຂອງຄຣິສຕະຈັກ, ແຕ່ພິຈາລະນາພຽງແຕ່ຜົນຂອງວຽກງານທີ່ຂ້ານ້ອຍຮັບຜິດຊອບເທົ່ານັ້ນ ແລະ ຊື່ສຽງ ແລະ ສະຖານະຂອງຂ້ານ້ອຍຈະໄດ້ຮັບອັນຕະລາຍ ຫຼື ບໍ່. ຂ້ານ້ອຍຍັງຫຼອກລວງ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກທີ່ຜູ້ນໍາໄດ້ຈັດແຈງໃຫ້. ນັ້ນຄືການທີ່ຂ້ານ້ອຍຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ, ການເຮັດຄວາມຊົ່ວ ແລະ ການຕໍ່ຕ້ານພຣະເຈົ້າ! ເມື່ອຂ້ານ້ອຍເຫັນວ່າຂ້ານ້ອຍຢູ່ໃນສະພາວະທີ່ອັນຕະລາຍແບບໃດ, ຂ້ານ້ອຍກໍກ່າວຄໍາອະທິຖານນີ້ຕໍ່ພຣະເຈົ້າວ່າ “ໂອ ພຣະເຈົ້າ, ຂ້ານ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ. ຂ້ານ້ອຍໄດ້ຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າເພື່ອຜົນປະໂຫຍດຂອງຂ້ານ້ອຍເອງ. ພຣະເຈົ້າ, ຂ້ານ້ອຍປາຖະໜາທີ່ຈະກັບໃຈມາຫາພຣະອົງ”.

ຫຼັງຈາກນັ້ນ ຂ້ານ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າທີ່ວ່າ: “ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າຄຳນຶງເຖິງສະຖານະ, ກຽດຕິຍົດ ຫຼື ຊື່ສຽງຂອງເຈົ້າເອງ. ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດອີກດ້ວຍ! ກ່ອນອື່ນໝົດ ເຈົ້າຕ້ອງຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າເຈົ້າບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ເຮັດສຸດຄວາມສາມາດຂອງເຈົ້າເພື່ອຈົງຮັກພັກດີ ຫຼື ບໍ່, ເຮັດສຸດຄວາມສາມາດຂອງເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ມອບທັງໝົດຂອງເຈົ້າແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ໃສ່ຄວາມຄິດຂອງເຈົ້າໃສ່ໜ້າທີ່ຂອງພຣະເຈົ້າ ແລະ ພາລະກິດໃນເຮືອນຂອງພຣະເຈົ້າຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້. ໃຫ້ຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ານ້ອຍໄດ້ພົບເສັ້ນທາງແຫ່ງການປະຕິບັດພາຍໃນພຣະທຳຂອງພຣະເຈົ້າ. ຂ້ານ້ອຍຕ້ອງແກ້ໄຂແຮງຈູງໃຈຂອງຂ້ານ້ອຍໃນໜ້າທີ່ຂອງຂ້ານ້ອຍ, ຍອມຮັບການກວດສອບຂອງພຣະເຈົ້າ, ປ່ອຍຖິ້ມຜົນປະໂຫຍດສ່ວນຕົວຂອງຂ້ານ້ອຍ ແລະ ສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ. ອ້າຍລິນມີຄວາມສາມາດທີ່ດີ ແລະ ລາວໄດ້ສະແຫວງຫາຄວາມຈິງເມື່ອປະສົບກັບບັນຫາ, ສະນັ້ນ ຖ້າລາວສາມາດຮັບວຽກງານໃນຄຣິສຕະຈັກອື່ນໄດ້, ສິ່ງນັ້ນກໍຈະເປັນປະໂຫຍດຕໍ່ວຽກງານໃນເຮືອນຂອງພຣະເຈົ້າ. ລາວຈະໄດ້ຮັບການຝຶກຝົນເພີ່ມອີກໃນລັກສະນະນັ້ນເຊັ່ນກັນ, ສະນັ້ນຂ້ານ້ອຍຄວນສະໜັບສະໜູນລາວ. ຫຼັງຈາກນັ້ນ, ຂ້ານ້ອຍກໍໄດ້ຊອກຫາຜູ້ນໍາ ແລະ ເປີດໃຈກ່ຽວກັບແຮງຈູງໃຈທີ່ເຫັນແກ່ຕົວ ແລະ ມີເລ່ຫຼ່ຽມຂອງຂ້ານ້ອຍ ແລະ ໃຫ້ການປະເມີນທີ່ບໍ່ລຳອຽງ ແລະ ຍຸຕິທໍາກ່ຽວກັບອ້າຍລິນ. ໃນທີ່ສຸດ ລາວກໍຖືກຍົກຍ້າຍໄປຄຣິສຕະຈັກອື່ນ ແລະ ໃນທີ່ສຸດ ຂ້ານ້ອຍກໍຮູ້ສຶກເຖິງຄວາມສະຫງົບສຸກບາງຢ່າງພາຍໃນ.

ໃນເວລານັ້ນ, ຂ້ານ້ອຍຄິດວ່າຂ້ານ້ອຍປ່ຽນແປງເລັກນ້ອຍ. ຂ້ານ້ອຍບໍ່ເຄີຍຈິນຕະນາການວ່າ ເມື່ອຂ້ານ້ອຍປະສົບກັບສະຖານະການທີ່ຄ້າຍຄືກັນນີ້, ທໍາມະຊາດແບບຊາຕານຂອງຂ້ານ້ອຍຈະປາກົດໂດດເດັ່ນອີກຄັ້ງ.

ໃນລະດູໜາວຂອງປີ 2018, ອ້າຍເຊິນ ແລະ ຂ້ານ້ອຍໄດ້ເຮັດວຽກຮ່ວມກັນເປັນຜູ້ນໍາທີມ. ພວກເຮົາໄດ້ທົດແທນຈຸດອ່ອນຂອງກັນ ແລະ ດ້ວຍການຊີ້ນໍາຂອງພຣະເຈົ້າ, ພວກເຮົາເຫັນຜົນທີ່ດີຂຶ້ນໃນວຽກງານຂອງພວກເຮົາ. ຂ້ານ້ອຍມີຄວາມສຸກແທ້ໆທີ່ໄດ້ເຮັດວຽກກັບອ້າຍເຊິນ. ຄັ້ງໜຶ່ງ ຫຼັງຈາກການເຕົ້າໂຮມ, ຜູ້ນໍາໄດ້ເວົ້າກັບຂ້ານ້ອຍ ແລະ ເວົ້າວ່າທີມອື່ນຕ້ອງການຄວາມຊ່ວຍເຫຼືອ ແລະ ອ້າຍເຊິນອາດຈະຖືກຍົກຍ້າຍ. ຂ້ານ້ອຍຮູ້ສຶກວ່າອ້າຍເຊິນມີຄວາມສາມາດທີ່ດີ, ລາວເຂົ້າໃຈຄວາມຈິງໄດ້ໄວ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ຂອງລາວ, ສະນັ້ນ ລາວຈຶ່ງເປັນປະໂຫຍດແທ້ໆໃນການຜັກດັນໃຫ້ວຽກງານຂອງທີມພວກເຮົາກ້າວໄປຂ້າງໜ້າ. ຖ້າລາວອອກໄປ ແລະ ວຽກຂອງພວກເຮົາໄດ້ຮັບຜົນກະທົບ, ຜູ້ນໍາຈະຄິດແນວໃດກັບຂ້ານ້ອຍ? ລາວຄິດວ່າຂ້ານ້ອຍບໍ່ເກັ່ງໃນວຽກງານຂອງຂ້ານ້ອຍບໍ? ຂ້ານ້ອຍບໍ່ຕ້ອງການເຫັນອ້າຍເຊິນຈາກໄປແທ້ໆ, ແຕ່ເມື່ອພິຈາລະນາວຽກງານຂອງຄຣິສຕະຈັກ, ຂ້ານ້ອຍກໍຕ້ອງເຫັນດີ. ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ຫຼັງຈາກນັ້ນ ຜູ້ນຳກໍສືບຕໍ່ເວົ້າວ່າມີອີກຄວາມຕ້ອງການໜຶ່ງທີ່ຮີບດ່ວນໃນຄຣິສຕະຈັກ ແລະ ລາວຕ້ອງການໃຫ້ເອື້ອຍລູ ເຊິ່ງດປັນສະມາຊິກທີມອີກຄົນໜຶ່ງ ໃຫ້ໄປຊ່ວຍໃນເລື່ອງນີ້. ຫົວໃຈຂອງຂ້ານ້ອຍເກືອບຢຸດເຕັ້ນ ເມື່ອຂ້ານ້ອຍໄດ້ຍິນກ່ຽວກັບເລື່ອງນີ້. ຂ້ານ້ອຍຄິດວ່າ “ເຈົ້າກຳລັງຈະເອົາເອື້ອຍລູໄປບໍ? ອ້າຍເຊິນກຳລັງຖືກຍົກຍ້າຍ ແລະ ຕອນນີ້ ເອື້ອຍລູກໍຈະຈາກໄປເຊັ່ນກັນ. ສອງຄົນທີ່ເປັນຫຼັກໃນທີມຂອງພວກເຮົາຈະຈາກໄປ, ສະນັ້ນ ວຽກຂອງພວກເຮົາຈະປະສົບກັບຄວາມຫຍຸ້ງຍາກຢ່າງແນ່ນອນ. ບໍ່ມີທາງ! ຂ້ານ້ອຍບໍ່ສາມາດໃຫ້ເຈົ້າເອົາເອື້ອຍລູໄປໄດ້”. ແຕ່ຫຼັງຈາກນັ້ນ ມັນເຂົ້າມາໃນຄວາມຄິດຂອງຂ້ານ້ອຍວ່າ “ຖ້າຂ້ານ້ອຍພຽງແຕ່ປະຕິເສດໂດຍບໍ່ລັງເລ, ຜູ້ນໍາຈະບໍ່ເວົ້າວ່າຂ້ານ້ອຍເຫັນແກ່ຕົວບໍ?” ຫຼັງຈາກນັ້ນ ຂ້ານ້ອຍກໍໄດ້ແນະນຳເອື້ອຍອີກຄົນໜຶ່ງທີ່ບໍ່ມີຄວາມສາມາດຫຼາຍຂະໜາດນັ້ນ. ຫຼັງຈາກທີ່ໄດ້ທົບທວນທຸກຢ່າງ, ຜູ້ນໍາຍັງຮູ້ສຶກວ່າເອື້ອຍລູເປັນທາງເລືອກທີ່ດີກວ່າ ແລະ ຂໍໃຫ້ຂ້ານ້ອຍໂອ້ລົມກັບລາວກ່ຽວກັບການປ່ຽນແປງໜ້າທີ່ນີ້. ຂ້ານ້ອຍເວົ້າວ່າຂ້ານ້ອຍຈະໂອ້ລົມກັບລາວ, ແຕ່ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຕໍ່ຕ້ານກັບຄວາມຄິດດັ່ງກ່າວຢ່າງເດັດຂາດ. ຫຼັງຈາກນັ້ນ, ຂ້ານ້ອຍກໍໄປຫາອ້າຍອີກຄົນໜຶ່ງ ໂດຍຈົ່ມກ່ຽວກັບການທີ່ຜູ້ນໍາບໍ່ຄຳນຶງເຖິງຄວາມຫຍຸ້ງຍາກຂອງຂ້ານ້ອຍ, ຍົກຍ້າຍສອງຄົນທີ່ສຳຄັນໃນທັນທີ. ຂ້ານ້ອຍຄວນຈະເຮັດວຽກຂອງຂ້ານ້ອຍແນວໃດໃນຖານະທີ່ເປັນຜູ້ນໍາທີມ? ຂ້ານ້ອຍເວົ້າຕໍ່ໄປເລື້ອຍໆ, ຫຼັງຈາກນັ້ນກໍຮູ້ໃນທັນທີວ່າສິ່ງທີ່ຂ້ານ້ອຍກຳລັງເວົ້າແມ່ນບໍ່ຖືກຕ້ອງ. ຂ້ານ້ອຍບໍ່ໄດ້ພະຍາຍາມເຮັດໃຫ້ອ້າຍຄົນນີ້ຢູ່ຂ້າງຂ້ານ້ອຍ ແລະ ຈົ່ມຄຳຮ້ອງທຸກຂອງຂ້ານ້ອຍບໍ? ນັ້ນຄືການເຮັດຜິດຕໍ່ພຣະເຈົ້າ. ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ານ້ອຍກໍຮູ້ສຶກຂີ້ຮ້າຍຫຼາຍສໍ່ານັ້ນ. ຂ້ານ້ອຍມາຢູ່ຕໍ່ໜ້າພຣະເຈົ້າຢ່າງໄວເພື່ອອະທິຖານ ແລະ ໄຕ່ຕອງກ່ຽວກັບຕົນເອງ. ຫຼັງຈາກທີ່ໄດ້ອະທິຖານ, ຂ້ານ້ອຍໄດ້ຄຸ່ນຄິດວ່າ ເປັນຫຍັງທຸກຄັ້ງທີ່ມີຄົນໃດໜຶ່ງທີ່ຢູ່ພາຍໃນຂອບເຂດຂອງຂ້ານ້ອຍກຳລັງຈະຖືກຍົກຍ້າຍອອກ, ຂ້ານ້ອຍຈຶ່ງປະຕິເສດທີ່ຈະຍອມຮັບ, ພະຍາຍາມເຮັດທຸກຢ່າງເພື່ອຢຸດກສຍຍົກຍ້າຍນັ້ນ. ແມ່ນຫຍັງຄືທຳມະຊາດທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການທີ່ຂ້ານ້ອຍເຮັດໃນລັກສະນະນັ້ນ?

ຂ້ານ້ອຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າທີ່ວ່າ: “ໜ້າທີ່ແມ່ນວຽກງານທີ່ຖືກມອບໝາຍໄວ້ໃຫ້ແກ່ຜູ້ຄົນໂດຍພຣະເຈົ້າ; ພວກມັນຄືພາລະກິດເພື່ອໃຫ້ຜູ້ຄົນປະຕິບັດໃຫ້ສຳເລັດ. ເຖິງຢ່າງໃດກໍ່ຕາມ, ໜ້າທີ່ບໍ່ແມ່ນທຸລະກິດທີ່ຖືກຈັດການໂດຍເຈົ້າເອງເປັນການສ່ວນຕົວຢ່າງແນ່ນອນ ຫຼື ມັນບໍ່ແມ່ນສິ່ງທີ່ຖ່ວງດຶງເຈົ້າບໍ່ໃຫ້ໂດດເດັ່ນຈາກຝູງຊົນ. ບາງຄົນໃຊ້ໜ້າທີ່ຂອງພວກເຂົາໃຫ້ເປັນໂອກາດເພື່ອມີສ່ວນຮ່ວມໃນການຈັດການຂອງພວກເຂົາເອງ ແລະ ສ້າງພັກພວກ; ບາງຄົນໃຊ້ມັນເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາ... ທ່າທີ່ດັ່ງກ່າວກ່ຽວກັບໜ້າທີ່ແມ່ນບໍ່ຖືກຕ້ອງ; ພວກມັນລັງກຽດພຣະເຈົ້າ ແລະ ຕ້ອງຖືກແກ້ໄຂຢ່າງຮີບດ່ວນ” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ໃນບໍລິບົດຂອງພາລະກິດປັດຈຸບັນ, ຜູ້ຄົນຍັງຈະເຮັດສິ່ງແບບດຽວກັນ ດັ່ງທີ່ໄດ້ນໍາສະເໜີໃນພຣະທຳທີ່ວ່າ: ‘ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ’. ຕົວຢ່າງເຊັ່ນ: ຜູ້ຄົນເຫັນວ່າ ການປະຕິບັດໜ້າທີ່ຂອງພວກເຂົາຄືອາຊີບຂອງພວກເຂົາ; ພວກເຂົາເຫັນວ່າ ການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການສູ້ຮົບກັບມັງກອນແດງໃຫຍ່ຄືການເຄື່ອນໄຫວທາງການເມືອງເພື່ອປົກປ້ອງສິດທິມະນຸດ, ເພື່ອປະຊາທິປະໄຕ ແລະ ອິດສະຫຼະພາບ; ພວກເຂົາຫັນປ່ຽນໜ້າທີ່ຂອງພວກເຂົາເປັນທັກສະເພື່ອໃຊ້ເຂົ້າໃນອາຊີບຂອງພວກເຂົາ, ແຕ່ພວກເຂົາປະຕິບັດຕໍ່ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍເປັນພຽງທິດສະດີທາງສາສະໜາຢ່າງໜຶ່ງທີ່ຕ້ອງຮັກສາເທົ່ານັ້ນ; ແລະ ອື່ນໆອີກ. ພຶດຕິກຳເຫຼົ່ານີ້ບໍ່ຄືກັບຂໍ້ຄວາມທີ່ວ່າ: ‘ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ’ ບໍ? ຄວາມແຕກຕ່າງກໍຄື ສອງພັນປີທີ່ຜ່ານມາ ຜູ້ຄົນດຳເນີນທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ຈັບຕ້ອງໄດ້, ແຕ່ໃນປັດຈຸບັນ ຜູ້ຄົນປະຕິບັດທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ບໍ່ສາມາດຈັບຕ້ອງໄດ້. ຄົນທີ່ເຊີດຊູກົດລະບຽບຈະເຫັນວ່າກົດລະບຽບຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກສະຖານະກໍຈະເຫັນວ່າສະຖານະຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກອາຊີບຂອງພວກເຂົາກໍຈະເຫັນວ່າອາຊີບຍິ່ງໃຫຍ່ກວ່າພຣະເຈົ້າ ແລະ ອື່ນໆອີກ, ທຸກການສະແດງອອກຂອງພວກເຂົາພາໃຫ້ເຮົາກ່າວວ່າ: ‘ຜູ້ຄົນສັນລະເສີນພຣະເຈົ້າວ່າຍິ່ງໃຫຍ່ທີ່ສຸດພຽງຜ່ານຄຳເວົ້າຂອງພວກເຂົາ, ແຕ່ໃນສາຍຕາຂອງພວກເຂົາ ທຸກສິ່ງແມ່ນຍິ່ງໃຫຍ່ກວ່າພຣະເຈົ້າ’. ນີ້ກໍຍ້ອນວ່າ ທັນທີທີ່ຜູ້ຄົນຄົ້ນພົບໂອກາດຕາມເສັ້ນທາງໃນການຕິດຕາມພຣະເຈົ້າຂອງພວກເຂົາເພື່ອສະແດງພອນສະຫວັນຂອງພວກເຂົາເອງອອກມາ ຫຼື ດຳເນີນທຸລະກິດ ຫຼື ອາຊີບຂອງພວກເຂົາເອງ, ພວກເຂົາກໍຈະຫ່າງອອກຈາກພຣະເຈົ້າ ແລະ ຍຶດຕິດກັບອາຊີບອັນເປັນທີ່ຮັກຂອງພວກເຂົາ. ແຕ່ສຳລັບສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ແກ່ພວກເຂົາ ແລະ ຄວາມປະສົງຂອງພຣະອົງ, ສິ່ງເຫຼົ່ານີ້ໄດ້ຖືກປະຖິ້ມຕັ້ງແຕ່ດົນນານມາແລ້ວ. ແມ່ນຫຍັງຄືຄວາມແຕກຕ່າງກັນລະຫວ່າງສະພາວະຂອງຜູ້ຄົນເຫຼົ່ານີ້ ແລະ ຄົນທີ່ດຳເນີນທຸລະກິດຂອງພວກເຂົາເອງໃນພຣະວິຫານສອງພັນປີກ່ອນ?” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ເມື່ອຂ້ານ້ອຍພິຈາລະນາພຣະທຳຂອງພຣະເຈົ້າ, ຂ້ານ້ອຍໄດ້ຮັບຄວາມຊັດເຈນຫຼາຍຂຶ້ນກ່ຽວກັບແກ່ນແທ້ຂອງການກະທໍາຂອງຂ້ານ້ອຍເອງ. ຂ້ານ້ອຍຕໍ່ຕ້ານ ແລະ ຂັດຂວາງທຸກຄັ້ງທີ່ຜູ້ນໍາຍົກຍ້າຍຄົນໃດໜຶ່ງຈາກທີມຂອງຂ້ານ້ອຍ, ຫຼັກໆເພາະຂ້ານ້ອຍປະຕິບັດຕໍ່ໜ້າທີ່ຂອງຂ້ານ້ອຍຄືກັບກິດຈະການສ່ວນຕົວຂອງຂ້ານ້ອຍເອງ. ຂ້ານ້ອຍຄິດວ່າອ້າຍເອື້ອຍນ້ອງເຫຼົ່ານັ້ນເປັນຄົນທີ່ຂ້ານ້ອຍໄດ້ຝຶກຝົນ, ສະນັ້ນ ພວກເຂົາຄວນເຮັດໜ້າທີ່ຂອງພວກເຂົາພາຍໃນຂອບເຂດຂອງຂ້ານ້ອຍເອງ, ຂັບເຄື່ອນວຽກງານໃນທີມຂອງຂ້ານ້ອຍໄປຂ້າງໜ້າ ແລະ ພວກເຂົາບໍ່ຄວນຖືກຍົກຍ້າຍ. ຄວາມຄິດຂອງຂ້ານ້ອຍບໍ່ສົມເຫດສົມຜົນຫຼາຍ, ໂງ່ຈ້າຫຼາຍ. ຄວາມສາມາດ ຫຼື ຈຸດແຂງຫຍັງກໍຕາມທີ່ອ້າຍເອື້ອຍນ້ອງເຫຼົ່ານັ້ນມີກໍລ້ວນແລ້ວແຕ່ຖືກກຳນົດລ່ວງໜ້າໂດຍພຣະເຈົ້າສຳລັບພາລະກິດຂອງພຣະອົງເອງ. ພວກເຂົາຄວນຈະຖືກຈັດວາງໃນບ່ອນໃດກໍຕາມໃນເຮືອນຂອງພຣະເຈົ້າ ເຊິ່ງເປັນບ່ອນທີ່ຕ້ອງການພວກເຂົາ. ມັນເປັນແນວນັ້ນແນ່ນອນ. ແຕ່ຂ້ານ້ອຍພະຍາຍາມຮັກສາພວກເຂົາໃຫ້ຢູ່ພາຍໃຕ້ການຄວບຄຸມຂອງຂ້ານ້ອຍ ໂດຍປະຕິບັດຕໍ່ພວກເຂົາຄືກັບເປັນເຄື່ອງມືເພື່ອໃຫ້ບໍລິການແກ່ຂ້ານ້ອຍ ເພື່ອເປັນແຮງງານສຳລັບຂ້ານ້ອຍ. ຂ້ານ້ອຍຕໍ່ຕ້ານຜູ້ໃດກໍຕາມທີ່ຕ້ອງການຍົກຍ້າຍອອກ ແລະ ຂ້ານ້ອຍເຖິງກັບຕັດສິນ ແລະ ພະຍາຍາມສ້າງພັກພວກຢູ່ຫຼັບຫຼັງ. ຂ້ານ້ອຍແຕກຕ່າງແນວໃດຈາກພວກຟາຣີຊາຍທີ່ຕໍ່ຕ້ານພຣະເຢຊູເຈົ້າ? ພວກຟາລິຊາຍເຫັນວ່າພຣະວິຫານເປັນຂອບເຂດອິດທິພົນຂອງພວກເຂົາເອງ ແລະ ບໍ່ຍອມໃຫ້ຜູ້ທີ່ມີຄວາມເຊື່ອອອກໄປຈາກມັນເພື່ອຕິດຕາມພຣະເຢຊູເຈົ້າ. ບໍ່ມີຫຍັງສາມາດຢຸດພວກເຂົາໄດ້ໃນການຄວບຄຸມຜູ້ທີ່ມີຄວາມເຊື່ອ ເພື່ອວ່າພວກເຂົາຈະສາມາດຮັກສາສະຖານະ ແລະ ລາຍຮັບຂອງພວກເຂົາເອງ ແລະ ກ່າວອ້າງຢ່າງບໍ່ອາຍວ່າຜູ້ທີ່ມີຄວາມເຊື່ອເປັນຂອງພວກເຂົາ. ສຳລັບຂ້ານ້ອຍແລ້ວ, ຂ້ານ້ອຍໄດ້ຮັກສາໃຫ້ອ້າຍເອື້ອຍນ້ອງຢູ່ພາຍໃຕ້ການຄວບຄຸມຂອງຂ້ານ້ອຍ, ບໍ່ຕ້ອງການໃຫ້ເຮືອນຂອງພຣະເຈົ້າຍົກຍ້າຍພວກເຂົາ. ຂ້ານ້ອຍບໍ່ໄດ້ຂະຫຍາຍຂອບເຂດອິດທິພົນຂອງຂ້ານ້ອຍເອງ ແລະ ຕໍ່ຕ້ານພຣະເຈົ້າບໍ? ຂ້ານ້ອຍກຳລັງເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ, ຕໍ່ຕ້ານພຣະເຈົ້າ ແລະ ຂ້ານ້ອຍໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ! ຄວາມຄິດນີ້ເຮັດໃຫ້ຂ້ານ້ອຍຢ້ານກົວ ແລະ ຂ້ານ້ອຍເລີ່ມກຽດຊັງຄວາມເຫັນແກ່ຕົວ ແລະ ຄວາມໃຈຄັບແຄບຂອງຂ້ານ້ອຍ. ຂ້ານ້ອຍຟ້າວອະທິຖານຫາພຣະເຈົ້າເພື່ອກັບໃຈ. ຫຼັງຈາກນັ້ນ ຂ້ານ້ອຍໄດ້ໄປ ແລະ ລົມກັບເອື້ອຍລູກ່ຽວກັບການຍົກຍ້າຍຂອງລາວ ແລະ ຫຼັງຈາກນັ້ນກໍໄດ້ລົມກັບອ້າຍທີ່ຂ້ານ້ອຍໄດ້ຫຼອກລວງ ໂດຍໂອ້ລົມ ແລະ ແຍກແຍະທຳມະຊາດ ແລະ ຜົນທີ່ຕາມມາຂອງສິ່ງທີ່ຂ້ານ້ອຍເວົ້າ ເພື່ອວ່າລາວຈະມີການແຍກແຍະບາງຢ່າງ. ໃນທີ່ສຸດ ຂ້ານ້ອຍໄດ້ຮັບຄວາມສະຫງົບໜ້ອຍໜຶ່ງ.

ຫຼັງຈາກທີ່ເອື້ອຍລູ ແລະ ອ້າຍເຊິນຖືກຍົກຍ້າຍ, ເອື້ອຍລີກໍເຂົ້າມາໃນທີມ. ລາວມີຄວາມສາມາດທີ່ດີ ແລະ ເຂົ້າໃຈສິ່ງຕ່າງໆໄດ້ຢ່າງໄວວາ. ບໍ່ມີການຊັກຊ້າໃນວຽກງານຂອງທີມ. ຂ້ານ້ອຍມີປະສົບການແທ້ໆວ່າ ການປະຕິບັດໜ້າທີ່ຂອງຂ້ານ້ອຍເພື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ແມ່ນເພື່ອຈຸດມຸ່ງໝາຍຂອງຂ້ານ້ອຍເອງ, ເປັນຫົນທາງທີ່ແທ້ຈິງທີ່ຈະເຫັນພອນຂອງພຣະເຈົ້າ. ພຣະເຈົ້າຈະຈັດແຈງຄົນທີ່ຖືກຕ້ອງສຳລັບໜ້າວຽກ. ພຣະອົງຈະສະໜັບສະໜູນພາລະກິດຂອງພຣະອົງເອງ. ມື້ໜຶ່ງ, ສາມເດືອນຫຼັງຈາກນັ້ນ, ເມື່ອເພື່ອນຮ່ວມງານຂອງຂ້ານ້ອຍ ເອື້ອຍລິນ ໄດ້ກັບມາຈາກການເຕົ້າໂຮມ, ລາວບອກຂ້ານ້ອຍວ່າຄຣິສຕະຈັກທີ່ຢູ່ໃກ້ຄຽງກຳລັງເຮັດວຽກງານຂ່າວປະເສີດໄດ້ດີ ແລະ ພວກເຂົາຕ້ອງການຜູ້ຄົນໃຫ້ມາລ້ຽງດູຜູ້ທີ່ມີຄວາມເຊື່ອໃໝ່ແທ້ໆ. ຜູ້ນໍາແນະນໍາໃຫ້ເອື້ອຍລີໄປຮັບໜ້າທີ່ການລ້ຽງດູ. ຂ້ານ້ອຍຮູ້ສຶກບໍ່ພໍໃຈໜ້ອຍໜຶ່ງອີກຄັ້ງ, ແຕ່ຂ້ານ້ອຍຮູ້ໃນທັນທີວ່າສະພາວະຂອງຂ້ານ້ອຍບໍ່ຖືກຕ້ອງ. ຂ້ານ້ອຍຄິດເຖິງທຸກເວລາກ່ອນໜ້ານັ້ນທີ່ຂ້ານ້ອຍຈະບໍ່ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເພື່ອຊື່ສຽງ ແລະ ສະຖານະຂອງຂ້ານ້ອຍເອງ. ຂ້ານ້ອຍຮູ້ສຶກບໍ່ດີ, ຮູ້ສຶກຜິດຫຼາຍ ແລະ ຫຼັງຈາກນັ້ນ ພຣະທຳເຫຼົ່ານີ້ຂອງພຣະເຈົ້າກໍເຂົ້າມາໃນຄວາມຄິດ: “ໜ້າທີ່ບໍ່ແມ່ນເລື່ອງສ່ວນຕົວຂອງເຈົ້າເອງ; ເຈົ້າບໍ່ໄດ້ກຳລັງເຮັດມັນເພື່ອຕົວເອງ, ເຈົ້າບໍ່ໄດ້ກຳລັງດຳເນີນການປະຕິບັດການຂອງເຈົ້າ, ມັນບໍ່ແມ່ນເລື່ອງສ່ວນຕົວຂອງເຈົ້າເອງ. ໃນເຮືອນຂອງພຣະເຈົ້າ, ບໍ່ວ່າເຈົ້າເຮັດຫຍັງກໍ່ຕາມ, ເຈົ້າບໍ່ໄດ້ເຮັດວຽກຢູ່ໃນກິດຈະການຂອງເຈົ້າເອງ; ມັນເປັນວຽກງານໃນເຮືອນຂອງພຣະເຈົ້ໍາ, ມັນແມ່ນພາລະກິດຂອງພຣະເຈົ້າ. ເຈົ້າຕ້ອງມີຄວາມຮູ້ ແລະ ຄວາມຕື່ນຕົວນີ້ຢູ່ໃນຄວາມຄິດຢູ່ສະເໝີ ແລະ ເວົ້າວ່າ ‘ນີ້ບໍ່ແມ່ນເລື່ອງຂອງຂ້ອຍເອງ; ຂ້ອຍກຳລັງເຮັດໜ້າທີ່ຂອງຂ້ອຍ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຂ້ອຍໃຫ້ສຳເລັດ. ຂ້ອຍກຳລັງປະຕິບັດວຽກໃນເຮືອນຂອງພຣະເຈົ້າ. ນີ້ແມ່ນໜ້າວຽກທີ່ພຣະເຈົ້າມອບໝາຍໃຫ້ຂ້ອຍ ແລະ ຂ້ອຍກຳລັງເຮັດມັນເພື່ອພຣະອົງ. ນີ້ບໍ່ແມ່ນເລື່ອງສ່ວນຕົວຂອງຂ້ອຍເອງ’. ຖ້າເຈົ້າຄິດວ່າມັນແມ່ນເລື່ອງສ່ວນຕົວຂອງເຈົ້າເອງ ແລະ ເຈົ້າເຮັດມັນຕາມຄວາມຕັ້ງໃຈ, ຫຼັກການ ແລະ ແຮງຈູງໃຈຂອງເຈົ້າເອງ, ແລ້ວເຈົ້າຈະປະສົບກັບບັນຫາ” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າເຮັດໃຫ້ມັນຊັດເຈນຍິ່ງຂຶ້ນວ່າ ໜ້າທີ່ຂອງຂ້ານ້ອຍຄືການຝາກຝັງຈາກພຣະເຈົ້າສຳລັບຂ້ານ້ອຍ, ບໍ່ແມ່ນກິດຈະການສ່ວນຕົວຂອງຂ້ານ້ອຍ. ຂ້ານ້ອຍບໍ່ພຽງແຕ່ສາມາດເຮັດຕາມທີ່ຂ້ານ້ອຍພໍໃຈເພື່ອຕອບສະໜອງຜົນປະໂຫຍດຂອງຂ້ານ້ອຍເອງ. ຂ້ານ້ອຍຄວນພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງ. ນັ້ນຄືທັດສະນະຄະຕິ ແລະ ເຫດຜົນດຽວທີ່ສິ່ງທີ່ຖືກສ້າງຄວນມີໃນໜ້າທີ່ຂອງພວກເຂົາ. ຂ້ານ້ອຍເຄີຍຄິດກ່ຽວກັບຜົນປະໂຫຍດຂອງຕົນເອງຢູ່ສະເໝີ ແລະ ຂ້ານ້ອຍໄດ້ເຮັດຫຼາຍສິ່ງທີ່ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍຮູ້ວ່າຂ້ານ້ອຍບໍ່ສາມາດດຳລົງຊີວິດໃນລັກສະນະນັ້ນອີກຕໍ່ໄປ. ຂ້ານ້ອຍຕ້ອງປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງຂ້ານ້ອຍເອງ ແລະ ປະຕິບັດຄວາມຈິງ. ໃນຄວາມຄິດນີ້, ຂ້ານ້ອຍຮູ້ສຶກໂລ່ງໃຈແທ້ໆ. ຂ້ານ້ອຍເວົ້າກັບເອື້ອຍລິນວ່າ “ຜູ້ນໍາໄດ້ຈັດແຈງສິ່ງນີ້ເພື່ອເປັນປະໂຫຍດຕໍ່ວຽກງານໃນເຮືອນຂອງພຣະເຈົ້າ. ພວກເຮົາຄວນລົມກັບເອື້ອຍລີໃນທັນທີກ່ຽວກັບການປ່ຽນແປງນີ້ໃນໜ້າທີ່ຂອງລາວ. ພວກເຮົາບໍ່ສາມາດສົ່ງຜົນກະທົບຕໍ່ວຽກງານໃນເຮືອນຂອງພຣະເຈົ້າໄດ້”.

ການຮຽນຮູ້ທີ່ຈະປ່ອຍວາງຜົນປະໂຫຍດຂອງຂ້ານ້ອຍເອງໃນໜ້າທີ່ຂອງຂ້ານ້ອຍ, ການຄິດເຖິງວຽກງານໃນເຮືອນຂອງພຣະເຈົ້າ, ການຮູ້ຕໍາແໜ່ງຂອງຂ້ານ້ອຍ ແລະ ການມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງແມ່ນລ້ວນແລ້ວແຕ່ມາຈາກການປະສົບກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ຂອບພຣະຄຸນພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງແຕ່ຄວາມຊື່ສັດເທົ່ານັ້ນທີ່ກໍ່ໃຫ້ເກີດຄວາມຄ້າຍຄືມະນຸດ

ໂດຍ ຊື່ຈ້າຍ, ຈີນຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍແມ່ນເຮັດທຸລະກິດຂາຍເຄື່ອງເຟີນີເຈີຫ້ອງການ. ພວກເຮົາເລີ່ມຕົ້ນເຮັດທຸລະກິດດ້ວຍຄວາມຊື່ສັດແທ້ໆ,...

ຄວາມເຊື່ອໝາຍເຖິງການເພິ່ງພາພຣະເຈົ້າ

ໂດຍ ເຊີງເຊີງ, ອິຕາລີພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້...

Leave a Reply