ເງິນ ແລະ ສະຖານະ ເຄີຍເຮັດຫຍັງໃຫ້ຂ້ອຍແດ່?
ຂ້ອຍເກີດມາໃນຄອບຄົວທີ່ແຕກສະຫຼາຍ. ເມື່ອແມ່ຂອງຂ້ອຍຖືພາຂ້ອຍ, ພໍ່ຂອງຂ້ອຍໄດ້ແລ່ນໄປນຳຍິງຄົນອື່ນ. ແມ່ຂອງຂ້ອຍທົນທຸກຫຼາຍທີ່ຕ້ອງເບິ່ງແຍງລູກຫົກຄົນ ແລະ ຂ້ອຍສາມາດໄດ້ຍິນແມ່ຂອງຂ້ອຍຮ້ອງໄຫ້ເກືອບທຸກຄືນ. ການທີ່ໄດ້ເຫັນລາວຮ້ອງໄຫ້ຢ່າງຂົມຂື່ນເຊັ່ນນັ້ນ ກໍເຮັດໃຫ້ຂ້ອຍມີມຸມມອງດ້ານລົບກັບການແຕ່ງງານ ແລະ ຄວາມສຳພັນ. ຂ້ອຍບອກຕົວເອງວ່າ “ເຈົ້າບໍ່ສາມາດມອບຄວາມໄວ້ວາງໃຈທັງໝົດຂອງເຈົ້າໃຫ້ກັບບຸກຄົນອື່ນໄດ້. ຢ່າເຊື່ອໃຜຈັກເທື່ອ. ສິ່ງດຽວທີ່ເຈົ້າສາມາດເພິ່ງພາໄດ້ໃນຊີວິດແມ່ນຕົວເຈົ້າເອງ ແລະ ເງິນທີ່ເຈົ້າຫາມາໄດ້ດ້ວຍມືຂອງເຈົ້າເອງ”. ຕັ້ງແຕ່ນັ້ນມາ, ຂ້ອຍກໍເລີ່ມຄິດກ່ຽວກັບວິທີການຫາເງິນ. ໃນຕອນມັດທະຍົມປາຍ, ໃນຂະນະທີ່ທຸກຄົນມີຄວາມສຸກກັບມື້ພັກຂອງພວກເຂົາ, ແມ່ຂອງຂ້ອຍ ແລະ ຂ້ອຍຕັ້ງຮ້ານຂາຍເຄື່ອງຢູ່ແຄມທາງເພື່ອຂາຍອາຫານ. ແຕ່ໃນເວລານັ້ນ, ເງິນທີ່ພວກເຮົາຫາມາໄດ້ພຽງແຕ່ຈ່າຍສໍາລັບຄວາມຕ້ອງການພື້ນຖານຂອງພວກເຮົາເທົ່ານັ້ນ. ໃນປີທີສອງຂອງມັດທະຍົມປາຍ, ຂ້ອຍຕ້ອງອອກໂຮງຮຽນຍ້ອນຂ້ອຍບໍ່ສາມາດຈ່າຍຄ່າຮຽນໄດ້. ຫຼັງຈາກນັ້ນ, ຂ້ອຍຈຶ່ງສືບຕໍ່ເຮັດຮ້ານຕໍ່ໄປ. ຂ້ອຍຕື່ນນອນຕອນສີ່ ຫຼື ຫ້າໂມງທຸກໆເຊົ້າເພື່ອກະກຽມອາຫານ ແລະ ໄປທີ່ຮ້ານປະມານຫົກໂມງ. ສາມປີຕໍ່ມາ, ຂ້ອຍເກັບທ້ອນເງິນໄດ້ພຽງພໍທີ່ຈະໄປເຮັດວຽກໃນເມືອງໃຫຍ່. ຂ້ອຍຕື່ນແຕ່ເຊົ້າ ແລະ ເຮັດວຽກໜັກທຸກໆມື້, ແຕ່ຂ້ອຍຫາເງິນບໍ່ໄດ້ຫຼາຍປານໃດ ແລະ ຂ້ອຍກໍບໍ່ພໍໃຈ. ດັ່ງນັ້ນ, ດ້ວຍຄວາມຊ່ວຍເຫຼືອຂອງຜູ້ບ່າວຂ້ອຍ, ຂ້ອຍໃຊ້ເງິນສະສົມຫຼາຍປີຂອງຂ້ອຍເພື່ອເປີດຮ້ານຄ້ານ້ອຍໆ. ສອງປີຕໍ່ມາ, ພວກເຮົາຫາເງິນໄດ້ຈຳນວນໜຶ່ງ ແລະ ມີລູກໆ. ເມື່ອພວກເຮົາເກືອບຈະແຕ່ງງານກັນ, ແຟນຂອງຂ້ອຍກໍໂກງເອົາທຸກຢ່າງໄປຈາກຂ້ອຍ. ລາວເອົາເງິນທັງໝົດໄປ, ຫຼົບໜີ ແລະ ໄປຕັ້ງຮາກຖານກັບຜູ້ຍິງຄົນອື່ນ. ພວກເຂົາຍັງມີລູກຄົນໜຶ່ງອີກດ້ວຍ. ເງິນທີ່ຫາມາຢ່າງຍາກລຳບາກຂອງຂ້ອຍທັງໝົດໄດ້ຫາຍໄປແລ້ວ ແລະ ຂ້ອຍກໍຮູ້ສຶກຫົດຫູ່ ແລະ ເສົ້າໃຈ. ເມື່ອໄດ້ປະສົບກັບສິ່ງທີ່ເກີດຂຶ້ນກັບແມ່ຂອງຂ້ອຍ, ຂ້ອຍຮູ້ສຶກວ່າຜູ້ຊາຍໄວ້ໃຈບໍ່ໄດ້ ແລະ ຂ້ອຍຕ້ອງຕັ້ງໃຈຫາເງິນໃຫ້ພໍເພື່ອລ້ຽງລູກໆຂອງຂ້ອຍ. ແຕ່ຂ້ອຍຢູ່ພາຍໃຕ້ຄວາມກົດດັນຫຼາຍຢ່າງ, ຂ້ອຍບໍ່ມີແຮງທີ່ຈະເປີດຮ້ານຂອງຂ້ອຍ ແລະ ຂ້ອຍກໍເຈັບປ່ວຍ. ຂ້ອຍບໍ່ຕ້ອງການຢູ່ໃນເມືອງນີ້ອີກຕໍ່ໄປ. ຕໍ່ມາ, ເມື່ອພໍ່ຂອງຜູ້ບ່າວຂ້ອຍຮູ້ເລື່ອງ, ລາວຈ່າຍເງິນໃຫ້ຂ້ອຍເພື່ອຍື່ນຂໍວິຊ່າໄປສະຫະລາຊະອານາຈັກ. ສີ່ປີຕໍ່ມາ, ຂ້ອຍໄດ້ຮັບໃບອະນຸຍາດທີ່ຢູ່ອາໄສ ແລະ ເຂົ້າມະຫາວິທະຍາໄລ. ເພື່ອຫາເງິນໃຫ້ໄດ້ຫຼາຍຂຶ້ນ, ຂ້ອຍເລືອກຫຼັກສູດບໍລິຫານທຸລະກິດ. ໃນປີ 2011, ຂ້ອຍໄດ້ຮັບທຶນການສຶກສາສໍາລັບນັກສຶກສາ ແລະ ຂ້ອຍໃຊ້ເງິນເພື່ອເປີດຮ້ານອາຫານອາຟຣິກາຢູ່ໃນເມືອງ.
ໃນຕອນເລີ່ມຕົ້ນ, ເນື່ອງຈາກວ່າຮ້ານຍັງນ້ອຍ, ຂ້ອຍຈຶ່ງຈ້າງພະນັກງນຄົນດຽວເທົ່ານັ້ນ. ຂ້ອຍຕື່ນແຕ່ຫ້າໂມງທຸກເຊົ້າເພື່ອເຮັດວຽກຢູ່ໃນຮ້ານ ແລະ ໄປໂຮງຮຽນເມື່ອຂ້ອຍເຮັດແລ້ວ. ຫຼັງຈາກເລີກຮຽນ, ຂ້ອຍກໍຟ້າວກັບມາຮ້ານເພື່ອທຳຄວາມສະອາດ, ສົ່ງສິນຄ້າ ແລະ ຈັດການບັນຊີ. ການເຮັດທຸລະກິດ, ການສຶກສາຢູ່ມະຫາວິທະຍາໄລ ແລະ ການລ້ຽງລູກໃນເວລາດຽວກັນ ຕ້ອງມີຄວາມຫຍຸ້ງຍາກຫຼາຍ. ແຕ່ເມື່ອຂ້ອຍໄດ້ຍິນທຸກຄົນຍ້ອງຍໍໃນຄວາມສາມາດຂອງຂ້ອຍ ແລະ ໄດ້ເຫັນສາຍຕາທີ່ຊື່ນຊົມ ແລະ ອິດສາຂອງພວກເຂົາ, ຂ້ອຍກໍຮູ້ສຶກພໍໃຈຫຼາຍ. ໃນເວລານັ້ນ, ທຸລະກິດໃນຮ້ານດຳເນີນໄປດ້ວຍດີ ແລະ ມັນສ້າງເງິນໄດ້ຫຼາຍກວ່າທີ່ຂ້ອຍຄິດ, ແຕ່ມັນບໍ່ໄດ້ຮູ້ສຶກຄືກັບວ່າພຽງພໍ. ຂ້ອຍຄິດວ່າຂ້ອຍຄວນລວຍພໍທີ່ຈະຊື້ທະນາຄານໄດ້, ເພື່ອວ່າຄົນອື່ນຈະຍ້ອງຍໍ ແລະ ອິດສາຂ້ອຍ. ນັ້ນແມ່ນສິ່ງທີ່ຂ້ອຍຕ້ອງການແທ້ໆ. ເພື່ອຈະໄດ້ຮັບກຽດສັກສີ ແລະ ຄໍາສັນລະເສີນ ແລະ ເພື່ອພິສູດວ່າຂ້ອຍເຂັ້ມແຂງ ແລະ ເພື່ອຫາເງິນໃຫ້ຫຼາຍຂຶ້ນເພື່ອລ້ຽງລູກໆຂອງຂ້ອຍ ແລະ ໃຊ້ຊີວິດທີ່ຫຼູຫຼາ, ຂ້ອຍຂະຫຍາຍຂະໜາດຂອງຮ້ານ. ສາມປີຕໍ່ມາ, ຮ້ານນ້ອຍໆຂອງຂ້ອຍໄດ້ກາຍເປັນຮ້ານໃຫຍ່ທີ່ຂາຍອາຫານຈາກປະເທດຕ່າງໆໃນທະວີບອາຟຣິກາ. ຂ້ອຍຍັງໄດ້ຮັບການຍອມຮັບວ່າເປັນຜູ້ປະກອບການຊາວອາຟຣິກາພຽງຄົນດຽວຢູ່ໃນຕົວເມືອງ. ຄູອາຈານໂຮງຮຽນມັດທະຍົມ ແລະ ວິທະຍາໄລໄດ້ເຊີນໃຫ້ຂ້ອຍໄປເວົ້າ, ເພື່ອສົນທະນາກ່ຽວກັບຄວາມທະເຍີທະຍານ ແລະ ຄວາມສໍາເລັດຂອງຂ້ອຍທີ່ຈະສ້າງແຮງບັນດານໃຈໃຫ້ຊາວໜຸ່ມຄົນອົບພະຍົບຢູ່ໃນສະຫະລາຊະອານາຈັກ ແລະ ພວກເຂົາໄດ້ມອບລາງວັນໃຫ້ຂ້ອຍ. ເມື່ອຂ້ອຍໄປໃຫ້ຄຳປາໄສພ້ອມດ້ວຍລາງວັນ, ທຸກຄົນກໍຮັບຮູ້ຂ້ອຍ. ຂ້ອຍຮູ້ສຶກຄືກັບວ່າການເຮັດວຽກໜັກ ແລະ ການທົນທຸກທໍລະມານຕະຫຼອດເວລາຫຼາຍປີຂອງຂ້ອຍນັ້ນຄຸ້ມຄ່າ ແລະ ເປົ້າໝາຍຊີວິດຂອງຂ້ອຍໄດ້ບັນລຸຜົນ. ແຕ່ຂ້ອຍບໍ່ໄດ້ເຊົາຫາເງິນ, ເພາະມັນງ່າຍວ່າທີ່ຈະເຮັດສິ່ງຕ່າງໆ ແລະ ຫາເງິນຫຼັງຈາກທີ່ເຈົ້າມີຖານະທາງສັງຄົມ ແລະ ຄວາມປາຖະໜາຂອງຂ້ອຍສຳລັບຊື່ສຽງກໍເພີ່ມຂຶ້ນເຊັ່ນກັນ. ແຕ່ໃນເວລານີ້, ຮ່າງກາຍຂອງຂ້ອຍຮູ້ສຶກບໍ່ສະບາຍແລ້ວ. ຂ້ອຍພຽງແຕ່ສາມາດຢືນໄດ້ຊົ່ວໄລຍະໜຶ່ງກ່ອນທີ່ຂ້ອຍຕ້ອງນັ່ງລົງ. ທ່ານໝໍບອກວ່າຂ້ອຍເປັນປະດົງຂໍ້, ປວດກ້າມຊີ້ນ ແລະ ປວດສະໂພກ ເຊິ່ງໝາຍຄວາມວ່າໝົດກະດູກສັນຫຼັງຂອງຂ້ອຍເຈັບປວດ. ທ່ານໝໍບອກວ່າຂ້ອຍຕ້ອງການເວລາເພື່ອຟື້ນຟູ ແລະ ຂ້ອຍບໍ່ສາມາດເຮັດວຽກໄດ້ອີກຕໍ່ໄປ, ແຕ່ຂ້ອຍບໍ່ໄດ້ຈິງຈັງກັບຄວາມເຈັບປ່ວຍຂອງຂ້ອຍ. ຂ້ອຍຮູ້ສຶກວ່າຂ້ອຍຈະຟື້ນຕົວໄດ້ຫຼັງຈາກທີ່ອອກກຳລັງກາຍສໍ່າໃດໜຶ່ງ. ນອກຈາກນັ້ນ, ທຸລະກິດຢູ່ທີ່ຮ້ານກໍເປັນໄປໄດ້ດີຫຼາຍຈົນຂ້ອຍບໍ່ຢາກປ່ອຍໄປ, ດັ່ງນັ້ນ ຂ້ອຍຈຶ່ງສືບຕໍ່ເຮັດທຸລະກິດ.
ໃນຕົ້ນປີ 2014, ອາການຂອງຂ້ອຍຮ້າຍແຮງຂຶ້ນ ແລະ ທົ່່ວຮ່າງກາຍຂອງຂ້ອຍກໍເຈັບປວດ. ມັນຮູ້ສຶກຄືກັບວ່າທົ່ວຮ່າງກາຍຂອງຂ້ອຍກຳລັງຖືກເຜົາໄໝ້, ຄືກັບວ່າມັນຢູ່ໃນໄຟ. ຂາຂອງຂ້ອຍໄຄ່ບວມຢູ່ເກືອບຕະຫຼອດເວລາ, ຂ້ອຍຮູ້ສຶກຄືກັບວ່າກະດູກສະໂພກແຕກຫັກ ແລະ ກະດູກສັນຫຼັງຂອງຂ້ອຍອ່ອນ. ຂ້ອຍຕ້ອງໃສ່ຂອງເຝືອກເພື່ອໃຫ້ມັນຢຽດອອກ. ເມື່ອຂ້ອຍໄປກວດສຸຂະພາບ, ທ່ານໝໍເວົ້າວ່າຂ້ອຍເປັນປະດົງຂໍ້ແລ້ວ, ແຕ່ເນື່ອງຈາກວ່າຂ້ອຍມັກຢູ່ໃນຕູ້ແຊ່ເຢັນຢູ່ຮ້ານຂາຍຊີ້ນສັດເລື້ອຍໆ, ຄວາມໜາວໄດ້ເຂົ້າຮອດກະດູກຂອງຂ້ອຍ, ສະນັ້ນ ຂ້ອຍຈຶ່ງຕົກຢູ່ໃນອັນຕະລາຍທີ່ຈະເປັນອຳມະພາດຢ່າງຖາວອນໄດ້ທຸກເວລາ. ຕອນນັ້ນຂ້ອຍຢ້ານຫຼາຍ, ແຕ່ມັນກໍຊ້າເກີນໄປ. ຕໍ່ມາ, ໂດຍພື້ນຖານແລ້ວ, ຂ້ອຍບໍ່ສາມາດເໜັງຕີງໄດ້, ດັ່ງນັ້ນຂ້ອຍຈຶ່ງບໍ່ມີທາງເລືອກອື່ນນອກຈາກການປິດຮ້ານ. ໂດຍບໍ່ຄາດຄິດ, ຄົນອື່ນໆໃນເມືອງເລີ່ມຮຽນແບບຂ້ອຍ ແລະ ເປີດຮ້ານຂອງພວກເຂົາເອງ. ຂ້ອຍອິດສາ ແລະ ຍັງເສົ້າໃຈຫຼາຍກັບອາການຂອງຂ້ອຍ. ເປັນຫຍັງຂ້ອຍຈຶ່ງເຈັບປ່ວຍຢ່າງຮ້າຍແຮງເຊັ່ນນັ້ນ? ຄວາມເຈັບປວດບໍ່ໄດ້ຢຸດຢ່ອນ, ຊາວສີ່ຊົ່ວໂມງຕໍ່ມື້ ແລະ ບໍ່ມີມື້ໃດທີ່ຂ້ອຍສາມາດນອນຢ່າງສະຫງົບໄດ້. ມັນຄືກັບວ່າມີໄຟລຸກໄໝ້ຢູ່ໃນໃຈຂອງຂ້ອຍ ແລະ ຄວາມທໍລະມານທາງກາຍ ແລະ ຈິດໃຈແມ່ນເຈັບປວດເປັນພິເສດ. ໃນເວລານີ້, ຂ້ອຍເລີ່ມໄຕ່ຕອງສິ່ງຕ່າງໆຢ່າງແທ້ຈິງ. ເງິນທີ່ຂ້ອຍຫາມາໄດ້ບໍ່ສາມາມາດປິ່ນປົວພະຍາດຂອງຂ້ອຍໄດ້, ດັ່ງນັ້ນ ມັນມີປະໂຫຍດຫຍັງ? ໃນເວລານັ້ນ, ຂ້ອຍຮູ້ສຶກອ່ອນແອ ແລະ ໝົດຫວັງ. ຂ້ອຍເປັນຫ່ວງລູກໆຂອງຂ້ອຍ, ເພາະວ່າຂ້ອຍເປັນຄອບຄົວດຽວຂອງພວກເຂົາ. ຂ້ອຍບໍ່ຕ້ອງການຄິດກ່ຽວກັບເງິນ ແລະ ຊື່ສຽງອີກຕໍ່ໄປ. ຂ້ອຍພຽງແຕ່ຕ້ອງການສິ້ນສຸດຄວາມເຈັບປວດ ແລະ ລ້ຽງລູກໆຂອງຂ້ອຍຢ່າງສະຫງົບສຸກ. ຂ້ອຍນອນຢູ່ເທິງຕຽງມາເປັນເວລາຫຼາຍກວ່າໜຶ່ງປີ, ຖາມຕົວເອງວ່າ “ເປັນຫຍັງຜູ້ຄົນຈຶ່ງທົນທຸກຫຼາຍ? ເປັນຫຍັງພວກເຮົາຈຶ່ງເຈັບປ່ວຍ?” ໃນຄວາມທຸກລຳບາກ ແລະ ຄວາມສິ້ນຫວັງ, ຂ້ອຍໄດ້ຮ້ອງຫາພຣະຜູ້ເປັນເຈົ້າໃຫ້ຊ່ວຍຂ້ອຍເພື່ອຫຼີກໜີຈາກຄວາມເຈັບປວດຂອງຂ້ອຍ.
ໃນເດືອນພຶດສະພາ 2019, ຄັ້ງໜຶ່ງ, ຫຼັງຈາກສິບມື້ຂອງການອົດອາຫານ ແລະ ການອະທິຖານ, ຂ້ອຍຕ້ອງການຟັງເພງນະມັດສະການ. ຂ້ອຍຄົ້ນຫາໃນອອນລາຍ ແລະ ພົບເວັບໄຊຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຫຼັງຈາກທີ່ຂ້ອຍເບິ່ງຮູບເງົາສອງສາມເລື່ອງ, ເຮືອນຂອງຂ້ອຍຢູ່ໃສ ເຮັດໃຫ້ຂ້ອຍປະທັບໃຈຢ່າງສຸດຊຶ້ງ. ຊີວິດຂອງສາວນ້ອຍແມ່ນສະທ້ອນໃຫ້ເຫັນເຖິງໄວເດັກຂອງຂ້ອຍ, ແລະ ປະສົບການແມ່ຂອງລາວແມ່ນຄືກັນກັບຂອງຂ້ອຍແທ້ໆ. ຫົວໃຈຂອງຂ້ອຍເຕັ້ນເທິງໜ້າເອິກຂອງຂ້ອຍຢ່າງແຮງໝົດຄືນ ແລະ ໃນມື້ຕໍ່ມາ ຂ້ອຍໂທຫາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຮັດໃຫ້ຂ້ອຍແນ່ໃຈວ່າ ພຣະອົງແມ່ນພຣະເຢຊູເຈົ້າທີ່ກັບຄືນມາ. ຂ້ອຍຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ ແລະ ຂ້ອຍເລີ່ມເຂົ້າຮ່ວມການເຕົ້າໂຮມອອນລາຍ. ເມື່ອຂ້ອຍໄດ້ຍິນເພງນະມັດສະການ ແລະ ຮູ້ສຶກປະທັບໃຈຫຼາຍ. “ຖ້າຂ້ານ້ອຍບໍ່ໄດ້ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ, ຂ້ານ້ອຍຄົງຍັງຈະລ່ອງລອຍຢູ່ໃນໂລກ, ດິ້ນຮົນຢ່າງເຈັບປວດໃນຄວາມຜິດບາບ ໂດຍບໍ່ມີຄວາມຫວັງໃດໆໃນຊີວິດ. ຖ້າຂ້ານ້ອຍບໍ່ໄດ້ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ, ຂ້ານ້ອຍຄົງຍັງຈະຖືກມານຮ້າຍຢຽບຢໍ້າ, ເພີດເພີນກັບຄວາມສຸກຂອງບາບ, ບໍ່ຮູ້ເສັ້ນທາງແຫ່ງຊີວິດຂອງມະນຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດມີເມດຕາແກ່ຂ້ານ້ອຍ; ສຽງພຣະທຳຂອງພຣະອົງກວັກມືເອີ້ນຂ້ານ້ອຍ. ຂ້ານ້ອຍໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າພຣະບັນລັງຂອງພຣະອົງ. ຂ້ານ້ອຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກໆມື້ ແລະ ຂ້ານ້ອຍໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ. ຂ້ານ້ອຍເຫັນຄວາມເລິກເຊິ່ງຢ່າງໃຫຍ່ຫຼວງຂອງຄວາມເສື່ອມຊາມຂອງມະນຸດ. ພວກຂ້ານ້ອຍຕ້ອງການຄວາມລອດພົ້ນຂອງພຣະເຈົ້າຢ່າງແທ້ຈິງ. ຄວາມຈິງຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍບໍລິສຸດ ແລະ ຊ່ວຍຂ້ານ້ອຍໃຫ້ລອດພົ້ນ. ຄັ້ງແລ້ວຄັ້ງເລົ່າທີ່ຂ້ານ້ອຍຖືກພິພາກສາ ແລະ ຖືກຫຼໍ່ຫຼອມ ແລະ ຊີວິດ-ອຸປະນິໄສຂອງຂ້ານ້ອຍໄດ້ປ່ຽນໄປ. ຈົນໄດ້ຊີມຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າ, ຂ້ານ້ອຍຈຶ່ງຮູ້ຈັກຄວາມຮັກຂອງພຣະອົງ. ຫົວໃຈຂອງຂ້ານ້ອຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຂ້ານ້ອຍໃຊ້ຊີວິດຕາມລັກສະນະຂອງມະນຸດໄດ້ເລັກນ້ອຍ” (ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່). ເພງນີ້ອະທິບາຍຊີວິດຂອງຂ້ອຍໄດ້ດີຫຼາຍ. ໃນອະດີດ, ຂ້ອຍຕ້ອງການສ້າງຊີວິດທີ່ມີຄວາມສຸກດ້ວຍມືຂອງຂ້ອຍເອງຢູ່ສະເໝີ ແລະ ຂ້ອຍເຊື່ອວ່າຂ້ອຍສາມາດ ເຕີມເຕັມຄວາມຝັນໃນໄວເດັກຂອງຂ້ອຍ ແລະ ຄວາມປາຖະໜາທັງໝົດຂອງຂ້ອຍຜ່ານຄວາມເຂັ້ມແຂງຂອງຂ້ອຍເອງ, ແຕ່ໃນທີ່ສຸດ, ຂ້ອຍກໍເຈັບໜັກ, ບໍ່ໄດ້ຮັບການສະໜັບສະໜູນ ແລະ ຢູ່ໃນຄວາທຸກທໍລະມານ. ແມ່ນພຣະເຈົ້າທີ່ໄດ້ນຳຂ້ອຍມາຢູ່ຕໍ່ໜ້າພຣະອົງ, ບັນເທົາຄວາມເຈັບປວດຂອງຂ້ອຍ, ຊ່ວຍຂ້ອຍໃຫ້ລອດພົ້ນຈາກຄວາມມືດມົນຂອງໂລກ, ອະນຸຍາດໃຫ້ຂ້ອຍໄດ້ອ່ານພຣະທຳຂອງພຣະອົງ ແລະ ໃຫ້ໂອກາດຂ້ອຍຮັບເອົາການພິພາກສາ ແລະ ການຊຳລະລ້າງ. ຂອບໃຈພຣະເຈົ້າສຳລັບຄວາມລອດພົ້ນຂອງພຣະອົງ! ໃນເວລານັ້ນ, ຂ້ອຍບໍ່ສາມາດຖ້າທີ່ຈະອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕື່ມອີກ, ຍ້ອນຂ້ອຍຮູ້ວ່າຄຳຕອບຕໍ່ຫຼາຍໆຄຳຖາມອາດຖືກພົບເຫັນໄດ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.
ຕໍ່ມາ, ຂ້ອຍອ່ານຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ. “ແມ່ນຫຍັງຄືແຫຼ່ງກຳເນີດຂອງການທົນທຸກຕະຫຼອດຊີວິດນັບຕັ້ງແຕ່ເກີດ, ຄວາມຕາຍ, ຄວາມເຈັບປ່ວຍ ແລະ ອາຍຸແກ່ທີ່ມະນຸດໄດ້ທົນທຸກ? ແມ່ນຫຍັງເຮັດໃຫ້ຜູ້ຄົນມີການທົນທຸກນີ້? ມະນຸດບໍ່ມີສິ່ງນີ້ ເມື່ອພວກເຂົາຖືກສ້າງຂຶ້ນມາໃນຕອນທຳອິດ ແມ່ນບໍ? ແລ້ວສິ່ງການທົນທຸກນີ້ມາຈາກໃສ? ການທົນທຸກນີ້ເກີດຂຶ້ນຫຼັງຈາກທີ່ມະນຸດຖືກລໍ້ລວງໂດຍຊາຕານ ແລະ ຫຼັງຈາກທີ່ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ກາຍມາເປັນຄົນເສື່ອມຊາມ. ຄວາມເຈັບປວດໃນເນື້ອໜັງຂອງມະນຸດ, ຄວາມຍາກລຳບາກຂອງມັນ ແລະ ຄວາມວ່າງເປົ່າຂອງມັນ ພ້ອມທັງເລື່ອງທຸກໃຈທີ່ສຸດໃນໂລກຂອງມະນຸດ ພຽງແຕ່ເກີດຂຶ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມ. ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ມັນກໍເລີ່ມທໍລະມານພວກເຂົາ. ຜົນຕາມມາກໍຄື ພວກເຂົາຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ພະຍາດຂອງມະນຸດຊາດຍິ່ງຮ້າຍແຮງຂຶ້ນເລື້ອຍໆ ແລະ ການທົນທຸກຂອງພວກເຂົາຮ້າຍແຮງຂຶ້ນເລື້ອຍໆ. ຜູ້ຄົນຮູ້ສຶກເຖິງຄວາມວ່າງເປົ່າ ແລະ ໂສກກະນາດຕະກຳໃນໂລກຂອງມະນຸດຢ່າງເພີ່ມຂຶ້ນ, ພ້ອມທັງຄວາມບໍ່ສາມາດຂອງພວກເຂົາທີ່ຈະສືບຕໍ່ດຳລົງຊີວິດໃນບ່ອນນັ້ນ ແລະ ການດຳລົງຊີວິດໃນໂລກກໍປາສະຈາກຄວາມຫວັງຫຼາຍຂຶ້ນ. ສະນັ້ນ ການທົນທຸກນີ້ແມ່ນນໍາມາສູ່ມະນຸດໂດຍຊາຕານ ແລະ ມັນເກີດຂຶ້ນຫຼັງຈາກການເສື່ອມຊາມຂອງມະນຸດພາຍຫຼັງທີ່ຊາຕານເຮັດໃຫ້ພວກເຂົາເສື່ອມຊາມ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມສຳຄັນຂອງການທີ່ພຣະເຈົ້າຊີມລົດຊາດການທົນທຸກທາງໂລກ). ຈາກພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າ ພຣະເຈົ້າສ້າງໂລກໂດຍປາສະຈາກພະຍາດ, ຄວາມເຈັບປວດ ແລະ ຄວາມຕາຍ. ຫຼັງຈາກທີ່ຊາຕານລໍ້ລວງຜູ້ຄົນໃຫ້ທໍລະຍົດພຣະເຈົ້າ ແລະ ຫັນໜ້າໜີຈາກພຣະເຈົ້າ, ຜູ້ຄົນຈຶ່ງເລີ່ມເສື່ອມໂຊມ ແລະ ເສື່ອມຊາມ ແລະ ຄວາມເຈັບປ່ວຍ ແລະ ຄວາມຕາຍຍັງເກີດຂຶ້ນກັບມະນຸດອີກດ້ວຍ. ຫຼັງຈາກນັ້ນ, ຊີວິດກໍມີຄວາມທຸກຍາກຫຼາຍຂຶ້ນ. ໃນໄລຍະຫົກປີນີ້, ຂ້ອຍທົນທຸກຈາກຄວາມເຈັບປ່ວຍ ແລະ ເຖິງກັບຢາກຂ້າຕົວຕາຍ. ຊີວິດຂອງຂ້ອຍໄຮ້ຄວາມໝາຍ ແລະ ເຕັມໄປດ້ວຍຄວາມເຈັບປວດ. ແຕ່ດຽວນີ້ຂ້ອຍເຂົ້າໃຈແຫຼ່ງທີ່ມາຄວາມເຈັບປວດຂອງຂ້ອຍ: ຂ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຫັນໜີຈາກພຣະເຈົ້າ ແລະ ດໍາລົງຊີວິດເພື່ອຊື່ສຽງ ແລະ ໂຊກລາບເທົ່ານັ້ນ. ເມື່ອໄດ້ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານ, ຂ້ອຍສາມາດຮູ້ສຶກເຈັບປວດຫຼາຍກວ່າເກົ່າເທົ່ານັ້ນ ແລະ ຊີວິດຂອງຂ້ອຍຈະບໍ່ມີຄວາມໝາຍ. ຍິ່ງຂ້ອຍອ່ານພຣະທຳຂອງພຣະເຈົ້າຫຼາຍສ່ຳໃດ, ຫົວໃຈຂອງຂ້ອຍຍິ່ງສົດໃສຂຶ້ນສ່ຳນັ້ນ ແລະ ພຣະທຳຂອງພຣະເຈົ້າໄດ້ບຳລຸງລ້ຽງຈິດວິນຍານທີ່ແຫ້ງແລ້ງຂອງຂ້ອຍ. ຂ້ອຍຮູ້ສຶກຕື່ນຂຶ້ນ, ຄືກັບວ່າຕື່ນຈາກການຫຼັບໄຫຼທີ່ເຕັມໄປດ້ວຍຝັນຮ້າຍ.
ຕໍ່ມາ, ຂ້ອຍອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕື່ມອີກ. “‘ເງິນເຮັດໃຫ້ໂລກໝູນໄປ’ ແມ່ນປັດຊະຍາຂອງຊາຕານ. ມັນມີກຳລັງເໜືອມະນຸດຊາດທັງປວງ ເຊິ່ງຢູ່ໃນທຸກສັງຄົມຂອງມະນຸດ. ເຈົ້າສາມາດເວົ້າໄດ້ວ່າ ມັນແມ່ນຄ່ານິຍົມ. ນີ້ແມ່ນຍ້ອນມັນຖືກປູກຝັງໃນຫົວໃຈຂອງທຸກໆຄົນ, ຜູ້ທີ່ບໍ່ຍອມຮັບເອົາຄຳເວົ້ານີ້ໃນຕອນທໍາອິດ, ແຕ່ຫຼັງຈາກນັ້ນພວກເຂົາກໍຍອມຮັບໂດຍປະລິຍາຍ ເມື່ອພວກເຂົາພົບພໍ້ກັບຊີວິດທີ່ເປັນຈິງ ແລະ ເລີ່ມຮູ້ສຶກວ່າຄຳເວົ້າເຫຼົ່ານີ້ເປັນຈິງແທ້ໆ. ນີ້ບໍ່ແມ່ນຂະບວນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? ບາງເທື່ອ ຜູ້ຄົນບໍ່ເຂົ້າໃຈຄຳເວົ້ານີ້ໃນລະດັບດຽວກັນ ແຕ່ທຸກຄົນມີການຕີຄວາມໝາຍ ແລະ ການຮັບຮູ້ຄຳເວົ້ານີ້ໃນລະດັບທີ່ແຕກຕ່າງກັນ ໂດຍອີງຕາມສິ່ງຕ່າງໆທີ່ເກີດຂຶ້ນອ້ອມຂ້າງພວກເຂົາ ແລະ ດ້ວຍປະສົບການສ່ວນຕົວຂອງພວກເຂົາເອງ. ນັ້ນບໍ່ເປັນຄວາມຈິງບໍ? ໂດຍບໍ່ຄຳນຶງເຖິງວ່າຜູ້ໃດຜູ້ໜຶ່ງຈະມີປະສົບການຫຼາຍສໍ່າໃດກັບຄຳເວົ້ານີ້, ແມ່ນຫຍັງຄືຜົນລົບທີ່ມັນສາມາດມີໃນຫົວໃຈຂອງຜູ້ໃດຜູ້ໜຶ່ງ? ບາງສິ່ງແມ່ນຖືກເປີດເຜີຍຜ່ານອຸປະນິໄສມະນຸດຂອງຜູ້ຄົນໃນໂລກນີ້ ລວມເຖິງພວກເຈົ້າທຸກໆຄົນ. ມັນແມ່ນຫຍັງ? ມັນຄືການນະມັດສະການເງິນ. ມັນຍາກທີ່ຈະກຳຈັດສິ່ງນີ້ອອກຈາກຫົວໃຈຂອງຜູ້ໃດຜູ້ໜຶ່ງບໍ? ມັນຍາກຫຼາຍ! ເບິ່ງຄືກັບວ່າ ການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມແມ່ນເລິກແທ້ໆ! ຊາຕານໃຊ້ເງິນເພື່ອລໍ້ລວງຜູ້ຄົນ ແລະ ເຮັດໃຫ້ພວກເຂົາເສື່ອມຊາມໂດຍການນະມັດສະການເງິນ ແລະ ນັບຖືສິ່ງຂອງທີ່ເປັນວັດຖຸ. ແລ້ວການນະມັດສະການເງິນແບບນີ້ໄດ້ສະແດງອອກໃນຜູ້ຄົນແນວໃດ? ພວກເຈົ້າຮູ້ສຶກບໍວ່າ ພວກເຈົ້າບໍ່ສາມາດຢູ່ລອດໃນໂລກນີ້ໄດ້ ຫາກປາສະຈາກເງິນ, ແມ່ນແຕ່ມື້ດຽວທີ່ປາສະຈາກເງິນກໍເປັນໄປບໍ່ໄດ້? ສະຖານະຂອງຜູ້ຄົນແມ່ນຂຶ້ນກັບວ່າພວກເຂົາມີເງິນຫຼາຍສໍ່າໃດ ເຊັ່ນດຽວກັນກັບຄວາມເຄົາລົບນັບຖືທີ່ພວກເຂົາໄດ້ຮັບ. ຫຼັງຂອງຄົນທຸກຍາກແມ່ນຄົດດ້ວຍຄວາມອັບອາຍ ໃນຂະນະທີ່ຄົນລໍ້າລວຍໄດ້ຮັບສະຖານະທີ່ສູງສົ່ງຂອງພວກເຂົາ. ພວກເຂົາເຊີດໜ້າຊູຕາ ແລະ ພາກພູມໃຈ, ເວົ້າຢ່າງສຽງດັງ ແລະ ດຳລົງຊີວິດຢ່າງອວດດີ. ຄຳເວົ້າ ແລະ ຄ່ານິຍົມນີ້ນໍາຫຍັງມາເຖິງຜູ້ຄົນ? ມັນບໍ່ເປັນຈິງບໍທີ່ຫຼາຍຄົນໄດ້ເສຍສະຫຼະເພື່ອສະແຫວງຫາເງິນ? ຫຼາຍຄົນບໍ່ໄດ້ສູນເສຍສັກສີ ແລະ ຄວາມຊື່ສັດຂອງພວກເຂົາເພື່ອສະແຫວງຫາເງິນເພີ່ມບໍ? ຫຼາຍຄົນບໍ່ໄດ້ສູນເສຍໂອກາດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າເພື່ອເຫັນແກ່ເງິນບໍ? ການສູນເສຍໂອກາດທີ່ຈະຮັບເອົາຄວາມຈິງ ແລະ ຖືກຊ່ວຍໃຫ້ລອດພົ້ນບໍ່ແມ່ນຄວາມສູນເສຍທີ່ໃຫຍ່ຫຼວງທີ່ສຸດສຳລັບຜູ້ຄົນບໍ? ຊາຕານບໍ່ໄດ້ມຸ່ງຮ້າຍບໍທີ່ໃຊ້ວິທີການນີ້ ແລະ ຄຳເວົ້ານີ້ເພື່ອເຮັດໃຫ້ມະນຸດເສື່ອມຊາມຈົນເຖິງລະດັບດັ່ງກ່າວ? ນີ້ບໍ່ແມ່ນກົນອຸບາຍທີ່ປອງຮ້າຍບໍ? ໃນຂະນະທີ່ເຈົ້າກ້າວຈາກການຂັດຄ້ານຄຳເວົ້າທີ່ມີຊື່ສຽງນີ້ຈົນຍອມຮັບວ່າມັນເປັນຄວາມຈິງໃນທີ່ສຸດ, ຫົວໃຈຂອງເຈົ້າກໍຕົກຢູ່ໃນອົງມື້ຂອງຊາຕານຢ່າງສົມບູນ ແລະ ສະນັ້ນ ເຈົ້າຈຶ່ງມາດຳລົງຊີວິດດ້ວຍຄຳເວົ້ານັ້ນໂດຍບໍ່ໄດ້ຕັ້ງໃຈ. ຄຳເວົ້ານີ້ມີຜົນຕໍ່ເຈົ້າຈົນເຖິງລະດັບໃດ? ເຈົ້າອາດຮູ້ຈັກຫົນທາງທີ່ແທ້ຈິງ ແລະ ເຈົ້າອາດຮູ້ຈັກຄວາມຈິງ, ແຕ່ເຈົ້າກໍໄຮ້ອຳນາດທີ່ຈະສະແຫວງຫາມັນ. ເຈົ້າອາດຮູ້ຈັກວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງຢ່າງຊັດເຈນ, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະຈ່າຍລາຄາ ຫຼື ທົນທຸກເພື່ອຮັບເອົາຄວາມຈິງ. ກົງກັນຂ້າມ, ເຈົ້າຈະເສຍສະຫຼະອະນາຄົດ ແລະ ໂຊກຊະຕາຂອງເຈົ້າເອງເພື່ອຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດແທ້ໆ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ບໍ່ວ່າເຈົ້າຈະເຂົ້າໃຈ ຫຼື ບໍ່ວ່າຄວາມຮັກຂອງພຣະເຈົ້າສຳລັບເຈົ້ານັ້ນເລິກເຊິ່ງສໍ່າໃດ ແລະ ຍິ່ງໃຫຍ່ສໍ່າໃດ, ເຈົ້າກໍຈະຢືນຢັນຢ່າງດື້ດຶງທີ່ຈະເຮັດຕາມທາງຂອງເຈົ້າເອງ ແລະ ຈ່າຍລາຄາສຳລັບຄຳເວົ້ານີ້. ນັ້ນໝາຍຄວາມວ່າ ຄຳເວົ້ານີ້ໄດ້ຫຼອກລວງ ແລະ ຄວບຄຸມຄວາມຄິດຂອງເຈົ້າແລ້ວ, ມັນໄດ້ປົກຄອງເໜືອພຶດຕິກຳຂອງເຈົ້າແລ້ວ ແລະ ເຈົ້າກໍຈະປ່ອຍໃຫ້ມັນປົກຄອງໂຊກຊະຕາຂອງເຈົ້າແທນທີ່ຈະປະຖິ້ມການສະແຫວງຫາຄວາມຮັ່ງມີຂອງເຈົ້າ. ການທີ່ຜູ້ຄົນສາມາດເຮັດແບບນັ້ນໄດ້, ການທີ່ພວກເຂົາຖືກຄວບຄຸມ ແລະ ຖືກບົງການໂດຍຄຳເວົ້າຂອງຊາຕານ, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາຖືກຫຼອກລວງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມບໍ? ປັດຊະຍາ ແລະ ວິທີຄິດຂອງຊາຕານ ແລະ ອຸປະນິໄສຂອງຊາຕານບໍ່ໄດ້ຝັງຮາກໃນຫົວໃຈຂອງເຈົ້າບໍ? ເມື່ອເຈົ້າສະແຫວງຫາຄວາມຮັ່ງມີຢ່າງຫຼັບຫູຫຼັບຕາ ແລະ ປະຖິ້ມການສະແຫວງຫາຄວາມຈິງ, ຊາຕານບໍ່ໄດ້ບັນລຸເປົ້າໝາຍຂອງມັນໃນການຫຼອກລວງເຈົ້າບໍ? ມັນເປັນແບບນັ້ນແທ້ໆ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ V). ຂ້ອຍພຽງແຕ່ເຂົ້າໃຈຫຼັງຈາກອ່ານພຣະທຳຂອງພຣະເຈົ້າ ສິ່ງຕ່າງໆເຊັ່ນ “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າປາສະຈາກມັນ, ເຈົ້າກໍບໍ່ສາມາດເຮັດຫຍັງໄດ້” ແລະ “ເງິນເຮັດໃຫ້ໂລກໝຸນ” ທີ່ຂ້ອຍເຊື່ອມາຢູ່ສະເໝີແມ່ນເປັນປັດຊະຍາຂອງຊາຕານແທ້ໆ. ພວກມັນໄດ້ຝັງຮາກໃນຫົວໃຈຂອງຂ້ອຍ ແລະ ຄວບຄຸມຈິດໃຈຂອງຂ້ອຍ, ເພື່ອໃຫ້ຂ້ອຍບໍ່ສາມາດຄິດຫາສິ່ງໃດທີ່ສຳຄັນໄປກວ່າເງິນ. ຂ້ອຍຖືເອົາມັນເປັນເຫດຜົນດຽວຂອງຂ້ອຍໃນການມີຊີວິດຢູ່ ແລະ ຂ້ອຍຄິດວ່າມັນຈະນຳຄວາມສຸກ ແລະ ກຽດຕິຍົດມາໃຫ້ຂ້ອຍ, ສະນັ້ນ ຂ້ອຍຈຶ່ງສະແຫວງຫາເງິນຢ່າງສິ້ນຫວັງ. ເພື່ອໃຫ້ມີເງິນຫຼາຍຂຶ້ນ, ຖືກອິດສາ ແລະ ໄດ້ຮັບຄວາມເຄົາລົບ ແລະ ມີຊີວິດການເປັນຢູ່ທີ່ດີ, ຂ້ອຍເຮັດວຽກໜັກໂດຍບໍ່ໄດ້ສົນຮ່າງກາຍຂອງຂ້ອຍຈົນກະທັງຂ້ອຍເກືອບເປັນອຳມະພາດ ແລະ ສູນເສຍຊີວິດຂອງຂ້ອຍ. ນີ້ແມ່ນຜົນຂອງການທີ່ຂ້ອຍຍອມຮັບປັດຊະຍາຂອງຊາຕານ ແລະ ຖືກພວກມັນຄວບຄຸມ. ເຖິງແມ່ນຂ້ອຍຮູ້ວ່າພຣະເຈົ້າມີຢູ່ຈິງ, ຂ້ອຍກໍບໍ່ມີແຮງທີ່ຈະຕິດຕາມພຣະເຈົ້າ ແລະ ຍ່າງບົນເສັ້ນທາງທີ່ແທ້ຈິງແຫ່ງຊີວິດ ຍ້ອນຄຳເວົ້າ ແລະ ປັດຊະຍາຂອງຊາຕານຄວບຄຸມຂ້ອຍ. ພວກມັນພາຫົວໃຈຂອງຂ້ອຍໄປໄກຈາກພຣະເຈົ້າ ແລະ ເຮັດໃຫ້ຂ້ອຍມີຊີວິດຢູ່ເພື່ອເຮັດໃຫ້ເນື້ອໜັງພໍໃຈເທົ່ານັ້ນ. ຂອບໃຈການຊີ້ນຳຈາກພຣະທຳຂອງພຣະເຈົ້າ, ຂ້ອຍຈຶ່ງຮູ້ວ່າຂ້ອຍກຳລັງໄປໃນທາງທີ່ຜິດ.
ຕໍ່ມາ, ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອີກຂໍ້ໜຶ່ງ ແລະ ພົບເສັ້ນທາງເພື່ອອອກຈາກຄວາມເຈັບປວດຂອງຂ້ອຍ. ພຣະທຳຂອງພຣະເຈົ້າຊົງກ່າວວ່າ, “ຍ້ອນຄົນບໍ່ຮູ້ຈັກການປັ້ນແຕ່ງ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ, ພວກເຂົາຈິ່ງຜະເຊີນກັບໂຊກຊະຕາດ້ວຍຄວາມຄັດຄ້ານ ແລະ ມີທັດສະນະຄະຕິກະບົດຢູ່ສະເໝີ ແລະ ພວກເຂົາຢາກປະຖິ້ມສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ສິ່ງຕ່າງໆທີ່ໂຊກຊະຕາກໍານົດຢູ່ສະເໝີ, ຫວັງລົມໆແລ້ງໆເພື່ອປ່ຽນແປງສະຖານະການປັດຈຸບັນຂອງພວກເຂົາ ແລະ ປ່ຽນແປງໂຊກຊະຕາຂອງຕົນ. ແຕ່ພວກເຂົາບໍ່ສາມາດເຮັດສຳເລັດໄດ້ ແລະ ຖືກຂັດຂວາງທຸກດ້ານ. ການດີ້ນຮົນນີ້ ເຊິ່ງຝັງເລິກຢູ່ໃນຈິດວິນຍານຂອງພວກເຂົາ ນຳເອົາຄວາມເຈັບປວດຢ່າງຮ້າຍແຮງ ທີ່ຕັດເຂົ້າໃນກະດູກຂອງພວກເຂົາ ໃນຂະນະທີ່ພວກເຂົາປະຖິ້ມຊີວິດຂອງພວກເຂົາຕະຫຼອດເວລາ. ແມ່ນຫຍັງຄືສາເຫດຂອງຄວາມເຈັບປວດນີ້? ມັນແມ່ນຍ້ອນອຳນາດອະທິປະໄຕຂອງພຣະເຈົ້າບໍ ຫຼື ຍ້ອນຄົນເກີດມາຢ່າງໂຊກຮ້າຍ? ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນຈັກຢ່າງ. ໂດຍພື້ນຖານແລ້ວ ມັນເກີດຈາກເສັ້ນທາງທີ່ຜູ້ຄົນຍ່າງ, ວິທີທີ່ພວກເຂົາເລືອກດຳເນີນຊີວິດຂອງພວກເຂົາ... ມັນຍັງມີວິທີທີ່ງ່າຍທີ່ສຸດທີ່ຈະປົດປ່ອຍຕົວເອງອອກຈາກສະຖານະພາບນີ້ ເຊິ່ງນັ້ນກໍຄືປະຖິ້ມວິຖີຊີວິດດັ່ງເດີມຂອງຕົນ; ປະຖິ້ມເປົ້າໝາຍຊີວິດທີ່ຜ່ານມາຂອງຕົນ; ສະຫຼຸບຄວາມ ແລະ ວິເຄາະວິຖີຊີວິດຜ່ານມາ, ທັດສະນະຄະຕິຊີວິດ, ການສະແຫວງຫາ, ຄວາມປາດຖະໜາ ແລະ ອຸດົມຄະຕິ; ແລະ ຈາກນັ້ນ ຈົ່ງປຽບທຽບພວກມັນກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດ ແລະ ເບິ່ງວ່າມີອັນໃດສອດຄ່ອງກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າແດ່, ມີອັນໃດແດ່ທີ່ສະໜອງຄຸນຄ່າທີ່ຖືກຕ້ອງຂອງຊີວິດ, ນຳພາຜູ້ຄົນໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນມີຊີວິດຢູ່ກັບຄວາມເປັນມະນຸດ ແລະ ຢູ່ໃນຮູບລັກສະນະຂອງມະນຸດ. ເມື່ອເຈົ້າກວດສອບຢູ່ຕະຫຼອດ ແລະ ຈໍາແນກເປົ້າໝາຍຕ່າງໆທີ່ຄົນສະແຫວງຫາໃນຊີວິດ ແລະ ວິຖີຊີວິດອັນນັບບໍ່ຖ້ວນຂອງພວກເຂົາຢ່າງຮອບຄອບ ເຈົ້າຈະພົບວ່າບໍ່ມີອັນໃດສອດຄ່ອງກັບຄວາມປະສົງເດີມຂອງພຣະຜູ້ຊົງສ້າງ ເຊິ່ງພຣະອົງໄດ້ຊົງສ້າງມະນຸດ. ສິ່ງທັງໝົດເຫຼົ່ານັ້ນດຶງຜູ້ຄົນອອກຈາກອຳນາດອະທິປະໄຕ ແລະ ການດູແລຂອງພຣະຜູ້ຊົງສ້າງ; ພວກມັນທັງໝົດເປັນກັບດັກທີ່ເຮັດໃຫ້ຜູ້ຄົນຊົ່ວຊ້າ ແລະ ເປັນສິ່ງທີ່ນຳພາພວກເຂົາໄປສູ່ນະຮົກ. ຫຼັງຈາກທີ່ເຈົ້າຮັບຮູ້ເລື່ອງນີ້, ໜ້າທີ່ຂອງເຈົ້າກໍ່ຄືໃຫ້ປະຖິ້ມທັດສະນະຊີວິດດັ່ງເດີມຂອງເຈົ້າ, ຈົ່ງຢູ່ຫ່າງຈາກກັບດັກຕ່າງໆ, ປ່ອຍໃຫ້ພຣະເຈົ້າຮັບຜິດຊອບຊີວິດຂອງເຈົ້າ ແລະ ຈັດແຈງໃຫ້ກັບເຈົ້າ; ຈົ່ງພະຍາຍາມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ, ຈົ່ງດຳລົງຊີວິດໂດຍບໍ່ມີການເລືອກ ແລະ ຈົ່ງເປັນຄົນທີ່ນະມັດສະການພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍເຂົ້າໃຈວິທີການປົດປ່ອຍຕົວເອງຈາກການຄວບຄຸມຂອງເງິນ, ເຊິ່ງເປັນການປ່ອຍວາງເປົ້າໝາຍທີ່ຂ້ອຍສະແຫວງຫາໃນເມື່ອກ່ອນ, ບໍ່ສະແຫວງຫາຊື່ສຽງ ແລະ ໂຊກລາບຜ່ານຄວາມພະຍາຍາມຂອງຂ້ອຍເອງອີກຕໍ່ໄປ ແລະ ປ່ອຍໃຫ້ພຣະເຈົ້າຕັດສິນໃຈ ແລະ ຈັດແຈງຊີວິດຂອງຂ້ອຍ. ຂ້ອຍຕ້ອງຍອມຕໍ່ການປັ້ນແຕ່ງຂອງພຣະເຈົ້າ, ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ກາຍເປັນຄົນທີ່ນະມັດສະການພຣະເຈົ້າ. ຂ້ອຍຂອບຄຸນພຣະເຈົ້າຢ່າງສຸດຊຶ້ງ. ນີ້ແມ່ນຄັ້ງທຳອິດໃນຊີວິດຂອງຂ້ອຍທີ່ຂ້ອຍຮູ້ສຶກເຖິງການຊີ້ນຳຂອງພຣະເຈົ້າສຳລັບຂ້ອຍ. ມັນເບິ່ງຄືກັບວ່າພຣະເຈົ້າກຳລັງປາກເວົ້າກັບຂ້ອຍໂດຍກົງ, ກຳລັງສະແດງເສັ້ນທາງແຫ່ງການປະຕິບັດໃຫ້ແກ່ຂ້ອຍ. ຫຼັງຈາກທີ່ຂ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍຕ້ອງການປະຕິບັດໜ້າທີ່ຂອງຂ້ອຍໃນຄຣິສຕະຈັກ, ແຕ່ໃນເວລານັ້ນ, ຂ້ອຍຍັງເປີດຮ້ານທາງອອນລາຍຢູ່. ຂ້ອຍໄດ້ລົງທຶນເງິນຈຳນວນຫຼາຍ ແຕ່ບໍ່ໄດ້ກຳໄລຫຍັງເລີຍ. ຂ້ອຍຢ້ານທີ່ຈະສູນເສຍອີກຫຼາຍ, ດັ່ງນັ້ນ ຂ້ອຍຕ້ອງເບິ່ງການສັ່ງຊື້ຂອງຮ້ານອອນລາຍຕະຫຼອດເວລາ ແລະ ຂ້ອຍໄດ້ຮັບຂໍ້ຄວາມໃນລະຫວ່າງການເຕົ້າໂຮມໃນຕອນກາງເວັນຢູ່ສະເໝີ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ສາມາດສະຫງົບຫົວໃຈຂອງຂ້ອຍໄດ້ເລີຍ ແລະ ຂ້ອຍຍັງຄົງຄິດກ່ຽວກັບວິທີການລົງທຶນ ແລະ ຫາເງິນໃຫ້ໄດ້ຫຼາຍຂຶ້ນ. ການເປີດຮ້ານທາງອອນລາຍຂອງຂ້ອຍໃນຕອນກາງເວັນເປັນສິ່ງທີ່ເມື່ອຍ, ດັ່ງນັ້ນ ບາງຄັ້ງ, ໃນການເຕົ້າໂຮມພາກຄ່ຳ, ເນື່ອງຈາກຄວາມເຈັບປວດທົ່ວຮ່າງກາຍຂອງຂ້ອຍ, ຂ້ອຍເຮັດໄດ້ພຽງແຕ່ນອນລົງ ແລະ ກິນຢາບັນເທົາ, ແຕ່ຢາໄດ້ກະຕຸ້ນໃຫ້ນອນຫຼັບ ແລະ ຂ້ອຍກໍ່ເຫງົານອນໃນລະຫວ່າງການເຕົ້າໂຮມ. ຂ້ອຍຕ້ອງການນະມັດສະການພຣະເຈົ້າຢ່າງຈິງໃຈ. ຂ້ອຍບໍ່ຕ້ອງການໃຊ້ຊີວິດແບບເກົ່າຂອງຂ້ອຍ. ດັ່ງນັ້ນ, ຂ້ອຍຈຶ່ງປິດຮ້ານອອນລາຍ. ຕໍ່ມາ, ເພື່ອນຂອງຂ້ອຍເວົ້າວ່າລາວຕ້ອງການເປີດຮ້ານຄ້າທີ່ມີໜ້າຮ້ານ ແລະ ຍ້ອນຂ້ອຍຮຽນບໍລິຫານທຸລະກິດ, ຂ້ອຍຈຶ່ງຊ່ວຍລາວສ້າງແຜນໂດຍບໍ່ເສຍຄ່າ. ລາວມັກມັນຫຼາຍ ແລະ ເວົ້າວ່າລາວຕ້ອງການເຮັດວຽກຮ່ວມກັບຂ້ອຍ. ລາວຕ້ອງການໃຫ້ຂ້ອຍເຮັດການແພັກເຄື່ອງ, ໃນຂະນະທີ່ລາວເຮັດການຂົນສົ່ງ ແລະ ພວກເຮົາຈະແບ່ງປັນເງິນເທົ່າທຽມກັນ. ຂ້ອຍຖືກລໍ້ລວງ. ຂ້ອຍຄິດວ່ານີ້ແມ່ນໂອກາດດີທີ່ຈະສ້າງລາຍໄດ້ຫຼາຍຂຶ້ນ ແລະ ມີຫຼາຍໆແນວຄິດທີ່ຜຸດຂຶ້ນມາໃນໃຈຂອງຂ້ອຍທັນທີ. ໃນຄືນນັ້ນ, ເມື່ອຂ້ອຍອະທິຖານຫາພຣະເຈົ້າເພື່ອໄຕ່ຕອງສະພາວະຂອງຂ້ອຍ, ຂ້ອຍຮູ້ວ່າຂ້ອຍກຳລັງເຜີຍຄວາມໂລບມາກເຫັນແກ່ເງິນຂອງຂ້ອຍອີກຄັ້ງ. ຂ້ອຍຈື່ຄວາມເຈັບປວດນາໆປະການທີ່ຂ້ອຍໄດ້ປະສົບໃນອາດີດ. ຂ້ອຍຍັງຮູ້ອີກວ່າ ຫຼັງຈາກທີ່ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຈິດວິນຍານຂອງຂ້ອຍບໍ່ເຈັບປວດອີກຕໍ່ໄປ. ຂ້ອຍໄດ້ຊື່ນຊົມຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງ ແລະ ຄວາມເຈັບປວດຂອງຮ່າງກາຍຂ້ອຍກໍດີຂຶ້ນຫຼາຍ ໂດຍບໍ່ໄດ້ໃຊ້ຢາ. ນີ້ຄືການປົກປ້ອງ ແລະ ຄວາມລອດພົ້ນຂອງພຣະເຈົ້າສຳລັບຂ້ອຍ. ແມ່ນພຣະເຈົ້າທີ່ໄດ້ຊ່ວຍຂ້ອຍຫຼຸດພົ້ນຈາກການທົນທຸກແຫ່ງຊື່ສຽງ ແລະ ໂຊກລາບ, ແຕ່ຕອນນີ້ ຂ້ອຍຕ້ອງການສືບຕໍ່ສະແຫວງຫາເງິນ ແລະ ຊື່ສຽງ. ບໍ່ແມ່ນຂ້ອຍກຳລັງຕົກຫຼຸມພາງຂອງຊາຕານອີກແລ້ວບໍ? ຂ້ອຍຮູ້ວ່າຂ້ອຍຄວນປະຕິເສດວຽກນີ້ຈາກເພື່ອນຂອງຂ້ອຍ, ແຕ່ຂ້ອຍຍັງບໍ່ສາມາດປ່ອຍວາງໄດ້ຢ່າງສົມບູນ. ຫຼັງຈາກນັ້ນ, ຂ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ພົບເສັ້ນທາງແຫ່ງການປະຕິບັດ. ພຣະທຳຂອງພຣະເຈົ້າຊົງກ່າວວ່າ, “ຄົນໃຊ້ທັງຊີວິດຂອງພວກເຂົາຕາມຫາເງິນ ແລະ ຊື່ສຽງ; ພວກເຂົາຈ່ອງດຶງເຟືອງເຫຼົ່ານີ້ໂດຍຄິດວ່າ ພວກມັນແມ່ນວິທີການຊ່ວຍເຫຼືອດຽວຂອງພວກເຂົາ, ຄືກັບວ່າ ການມີພວກມັນ ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ພົ້ນຈາກຄວາມຕາຍໄດ້. ມີພຽງແຕ່ເມື່ອພວກເຂົາໃກ້ຈະຕາຍເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງເຫຼົ່ານີ້ຢູ່ຫ່າງໃກຈາກພວກເຂົາພຽງໃດ, ພວກເຂົາອ່ອນແອພຽງໃດເມື່ອຜະເຊີນກັບຄວາມຕາຍ, ພວກເຂົາໝົດກໍາລັງໃຈງ່າຍພຽງໃດ, ພວກເຂົາໂດດດ່ຽວ ແລະ ສິ້ນຫວັງພຽງໃດ ໂດຍບໍ່ມີບ່ອນທີ່ຈະເພິ່ງພາ. ພວກເຂົາຮູ້ວ່າຊີວິດບໍ່ສາມາດຊື້ດ້ວຍເງິນ ຫຼື ດ້ວຍຊື່ສຽງໄດ້, ບໍ່ວ່າຜູ້ຄົນຈະລ້ຳລວຍພຽງໃດ, ບໍ່ວ່າຖານະຂອງພວກເຂົາຈະສູງສົ່ງພຽງໃດ, ທຸກຄົນລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ບໍ່ມີຄວາມສຳຄັນຫຍັງເມື່ອຢູ່ຕໍ່ໜ້າຄວາມຕາຍ. ພວກເຂົາຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ. ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢາກມີຊີວິດຢູ່ຕໍ່ໄປຫຼາຍເທົ່ານັ້ນ; ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢ້ານການຫຍັບເຂົ້າໃກ້ຂອງຄວາມຕາຍຫຼາຍເທົ່ານັ້ນ. ມີພຽງແຕ່ເຖິງຈຸດນີ້ເທົ່ານັ້ນ ພວກເຂົາຈິ່ງຮູ້ຢ່າງແທ້ຈິງວ່າ ຊີວິດຂອງພວກເຂົາບໍ່ແມ່ນເປັນຂອງພວກເຂົາ, ພວກເຂົາບໍ່ແມ່ນເປັນຜູ້ຄວບຄຸມ ແລະ ບໍ່ວ່າຜູ້ຄົນຈະມີຊີວິດຢູ່ ຫຼື ຕາຍ ພວກເຂົາແມ່ນບໍ່ມີສິດອໍານາດຫຍັງ, ທັງໝົດນີ້ຢູ່ນອກເໜືອການຄວບຄຸມຂອງຜູ້ຄົນ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III). ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າ ໃນຂະນະທີ່ຄົນຄິດວ່າການຍຶດຕິດກັບເງິນສາມາດຍື້ຊີວິດ ແລະ ປ້ອງກັນພວກເຂົາຈາກຄວາມຕາຍໄດ້, ເມື່ອໃກ້ຈະຕາຍເທົ່ານັ້ນ, ພວກເຂົາຈຶ່ງຮູ້ວ່າ ເງິນບໍ່ສາມາດຊ່ວຍຊີວິດພວກເຂົາໄດ້, ມັນບໍ່ສາມາດມອບຊີວິດນິລັນດອນໃຫ້ພວກເຂົາໄດ້ ແລະ ມັນບໍ່ສາມາດຊ່ວຍໃຫ້ພວກເຂົາຟື້ນຟູສຸຂະພາບຂອງພວກເຂົາໄດ້. ການຕື່ນມາຜະເຊີນໜ້າກັບຄວາມຕາຍບໍ່ແມ່ນສິ່ງທີ່ຊ້າເກີນໄປບໍ? ຂ້ອຍກໍເຄີຍເປັນຄືກັນ, ສະແຫວງຫາເງິນຢ່າງຫຼັບຫູຫຼັບຕາໂດຍບໍ່ໄດ້ສົນໃຈຮ່າງກາຍຂອງຂ້ອຍ. ທ່ານໝໍບອກຂ້ອຍໃຫ້ພັກຜ່ອນ ແລະ ພັກຟື້ນ, ແຕ່ຂ້ອຍກັງວົນກ່ຽວກັບການຫາເງິນບໍ່ໄດ້ຖ້າຂ້ອຍຢູ່ເຮືອນ, ດັ່ງນັ້ນຂ້ອຍຈຶ່ງເຮັດວຽກໃນຂະນະທີ່ເຈັບປ່ວຍຢູ່. ຂ້ອຍຄິດວ່າຂ້ອຍສາມາດຄວບຄຸມໂຊກຊະຕາຂອງຂ້ອຍເອງ, ແຕ່ເມື່ອໃກ້ຈະຕາຍ, ຂ້ອຍຮູ້ວ່າບໍ່ມີຫຍັງທີ່ຢູ່ພາຍໃຕ້ການຄວບຄຸມຂອງຂ້ອຍ. ຕອນນີ້, ຂອບໃຈຄວາມລອດພົ້ນຂອງພຣະເຈົ້າ ຂ້ອຍຈຶ່ງໂຊກດີທີ່ໄດ້ຍິນພຣະທຳຂອງພຣະເຈົ້າ. ຂ້ອຍເຂົ້າໃຈວ່າພຣະເຈົ້າມີອຳນາດສູງສຸດເໜືອຊະຕາກໍາຂອງຜູ້ຄົນ ແລະ ຂ້ອຍຄວນເຊື່ອຟັງການຈັດແຈງຂອງພຣະເຈົ້າ ແລະ ບໍ່ຕໍ່ສູ້ຊະຕາກຳດ້ວຍຕົວເອງອີກຕໍ່ໄປ. ຖ້າຂ້ອຍເລືອກທີ່ຈະຫາເງິນ, ຂ້ອຍກໍຈະເປັນທຸກໃຈອີກຄັ້ງ. ຂ້ອຍຈະບັງຄັບຮ່າງກາຍຕົນເອງຢ່າງໜັກເພື່ອເງິນ ແລະ ຊາຕານຈະສືບຕໍ່ຄວບຄຸມ ແລະ ທໍລະມານຂ້ອຍ. ນີ້ແມ່ນຕອນທີ່ຂ້ອຍຮູ້ວ່ານີ້ຄືການລໍ້ລວງຂອງຊາຕານສຳລັບຂ້ອຍ. ເພື່ອນຄົນໜຶ່ງມາຫາຂ້ອຍພ້ອມດ້ວຍຄວາມຄິດທາງທຸລະກິດ, ລາວເປັນຜູ້ລົງທຶນ ແລະ ເຕັມໃຈແບ່ງລາຍໄດ້ຢ່າງເທົ່າທຽມກັນ. ຂໍ້ສະເໜີລໍ້ຕາລໍ້ໃຈຫຼາຍ. ຊາຕານກຳລັງໃຊ້ສິ່ງນີ້ເພື່ອເຮັດໃຫ້ຂ້ອຍຕົກຫຼຸມພາງຂອງເງິນ ແລະ ຊື່ສຽງ ແລະ ຂ້ອຍຕ້ອງການກັບໄປສູ່ຊີວິດເດີມຂອງຂ້ອຍທີ່ມີແຕ່ຄວາມທໍລະມານ ແລະ ຄວາມທຸກລຳບາກຢ່າງໂງ່ຈ້າ. ບໍ່ແມ່ນນີ້ເປັນການຕົກກົນອຸບາຍຂອງຊາຕານບໍ? ຂ້ອຍອະທິຖານຫາພຣະເຈົ້າ, ເວົ້າວ່າຂ້ອຍຕ້ອງການປະຖິ້ມຊື່ສຽງ ແລະ ໂຊກລາບ ແລະ ເຮັດໜ້າທີ່ຂອງຂ້ອຍແທນ. ຫຼັງຈາກທີ່ຂ້ອຍອະທິຖານ, ຂ້ອຍກໍຮູ້ສຶກຜ່ອນຄາຍຫຼາຍ. ມັນເປັນຄືກັບໄດ້ຮັບການປົດປ່ອຍຈາກພາລະອັນໜັກໜ່ວງ. ສໍາລັບສາມມື້ຕໍ່ໄປ, ເພື່ອປ້ອງກັນຕົວເອງຈາກກະແສນ້ຳວົນຂອງຊື່ສຽງ ແລະ ໂຊກລາບ, ຂ້ອຍອະທິຖານຢ່າງແຮງກ້າຂຶ້ນທຸກມື້. ຂ້ອຍຮວບຮວມຄວາມກ້າທີ່ຈະປະຕິເສດວຽກກັບເພື່ອນຂອງຂ້ອຍ, ແຕ່ລາວພະຍາຍາມຈູງໃຈຂ້ອຍ, “ຕອນນີ້ເຈົ້າອາໄສຄວາມຊ່ວຍເຫຼືອຈາກລັດຖະບານ. ສິ່ງນີ້ບໍ່ພຽງພໍສຳລັບເຈົ້າ. ນີ້ບໍ່ແມ່ນນີນ່າທີ່ຂ້ອຍຮູ້ຈັກ”. ຂ້ອຍເວົ້າວ່າ, “ແມ່ນແທ້ວ່າ ຂ້ອຍບໍ່ແມ່ນນີນ່າທີ່ຂ້ອຍເຄີຍເປັນ. ຂ້ອຍຍອມຮັບພາລະກິດແຫ່ງຍຸກທຸດທ້າຍຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ. ແມ່ນພຣະເຈົ້າທີ່ໄດ້ຊ່ວຍຂ້ອຍຈາກຄວາມເຈັບປວດຂອງຂ້ອຍ. ເມື່ອກ່ອນ, ໂຮງໝໍເວົ້າວ່າພະຍາດຂອງຂ້ອຍບໍ່ສາມາດຮັກສາໃຫ້ຫາຍຂາດໄດ້ ແລະ ພວກເຂົາຍອມຈຳນົນກັບຂ້ອຍ. ແມ່ນແຕ່ຢາກ່ອມປະສາດກໍບໍ່ໄດ້ບັນເທົາຄວາມເຈັບປວດຂອງຂ້ອຍ. ແຕ່ເມື່ອຂ້ອຍອ່ານພຣະທຳຂອງພຣະເຈົ້າ, ຄວາມເຈັບປວດຂອງຂ້ອຍກໍບັນເລົາລົງໂດຍບໍ່ຮູ້ຕົວ. ຖ້າຂ້ອຍອອກຈາກເຮືອນຂອງພຣະເຈົ້າ ແລະ ກັບຄືນສູ່ໂລກ, ຂ້ອຍຈະຍັງຢູ່ໃນຄວາມເຈັບປວດ. ຂ້ອຍບໍ່ຕ້ອງການສືບຕໍ່ມີຊີວິດຢູ່ແບບນັ້ນ”. ຂ້ອຍຍັງບອກລາວອີກວ່າ: “ເຈົ້າສາມາດຊອກຫາຄົນອື່ນໃຫ້ເປັນຫຸ້ນສ່ວນຂອງເຈົ້າ. ຖ້າເຈົ້າຕ້ອງການຄວາມຊ່ວຍເຫຼືອ, ຂ້ອຍສາມາດໃຫ້ຄຳແນະນຳບາງຢ່າງແກ່ເຈົ້າໄດ້”. ຕໍ່ມາ, ລາວໄດ້ມາຫາຂ້ອຍຫຼາຍຄັ້ງ, ຈົນລາວຮູ້ວ່າບໍ່ສາມາດຈູງໃຈຂ້ອຍໄດ້.
ປັດຈຸບັນນີ້ ຂ້ອຍເຮັດໜ້າທີ່ຂອງຂ້ອຍໃນຄຣິສຕະຈັກ ແລະ ຂ້ອຍຮູ້ສຶກໄດ້ເຖິງອິດສະຫຼະພາບ ແລະ ສັນຕິສຸກ. ຄວາມເຈັບປວດທາງຮ່າງກາຍຂອງຂ້ອຍໄດ້ຫຼຸດລົງ 60 ຫາ 70 ເປີເຊັນ ແລະ ຕອນນີ້ຂ້ອຍສາມາດຍ່າງ ແລະ ແຕ່ງກິນໄດ້. ແຕ່ສິ່ງທີ່ສຳຄັນທີ່ສຸດຄື ຂ້ອຍສາມາດເຮັດໜ້າທີ່ຂອງຂ້ອຍໃນຄຣິສຕະຈັກ. ຂ້ອຍຂອບຄຸນພຣະເຈົ້າທີ່ໄດ້ຊ່ວຍຂ້ອຍຈາກການຖືກຄວບຄຸມໂດຍເງິນ ແລະ ປ່ຽນທິດທາງຂອງຊີວິດຂ້ອຍ. ຕອນນີ້ ຂ້ອຍເຂົ້າໃຈວ່າ ການຮູ້ຈັກອຳນາດສູງສຸດຂອງພຣະເຈົ້າ, ການນະມັດສະການພຣະເຈົ້າ ແລະ ການປະຕິບັດຕາມພຣະທຳ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າ ແມ່ນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າທີ່ສຸດໃນຊີວິດ. ເຖິງແມ່ນວ່າຄວາມເຈັບປ່ວຍຂອງຂ້ອຍໃຫ້ກໍ່ໃຫ້ເກີດຄວາມເຈັບປວດຢ່າງຫຼວງຫຼາຍແກ່ຂ້ອຍ, ມັນຍັງເປັນພອນຂອງພຣະເຈົ້າສຳລັບຂ້ອຍອີກດ້ວຍ. ມັນມອບໂອກາດໃຫ້ຂ້ອຍກັບຄືນຫາພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ບໍ່ມີເງິນຈຳນວນໃດສາມາດຊື້ໄດ້. ຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?