6 ຄຳທຳນາຍເຖິງການມາຄັ້ງທີສອງຂອງພຣະເຢຊູຄຣິດໄດ້ຖືກສຳເລັດແລ້ວ

25 ເດືອນທັນວາ 2021

ສອງພັນປີກ່ອນ, ພຣະເຢຊູໄດ້ເຈົ້າສັນຍາກັບພວກເຮົາວ່າ: “ແລະ ເບິ່ງແມ ເຮົາມາຢ່າງໄວວາ(ພຣະນິມິດ 22:12). ບັດນີ້ ສັນຍານທຸກຮູບແບບຂອງການກັບຄືນມາຂອງພຣະອົງໄດ້ປາກົດຂຶ້ນ ແລະ ອ້າຍເອື້ອຍນ້ອງຫຼາຍຄົນມີລາງສັງຫອນວ່າມື້ຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາແລ້ວ. ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວບໍ? ພວກເຮົາສາມາດເຮັດຫຍັງໄດ້ເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ? ໃຫ້ພວກເຮົາສົນທະນາໃນຕອນນີ້ໂດຍຄົ້ນຫາຄຳທຳນາຍທີ່ກ່າວໄວ້ໃນພຣະຄຳພີ.

6 ຄຳທຳນາຍເຖິງການມາຄັ້ງທີສອງຂອງພຣະເຢຊູຄຣິດໄດ້ຖືກສຳເລັດແລ້ວ

ສັນຍາຢ່າງທຳອິດຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ: ແຜ່ນດິນໄຫວ, ຄວາມອຶດຢາກ, ໂຣກລະບາດ ແລະ ສົງຄາມ

ມັດທາຍ 24:6–8 ໄດ້ກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ ແຕ່ຍັງບໍ່ເຖິງຕອນສຸດທ້າຍ. ຍ້ອນປະເທດຊາດຈະລຸກຂຶ້ນຕໍ່ສູ້ກັບປະເທດຊາດ ແລະ ອານາຈັກຕໍ່ສູ້ກັບອານາຈັກ ແລະ ຈະມີຄວາມອຶດຢາກ ແລະ ໂຣກລະບາດ ແລະ ແຜ່ນດິນໄຫວໃນທົ່ວທຸກແຫ່ງ. ທຸກສິ່ງເຫຼົ່ານີ້ເປັນການເລີ່ມຕົ້ນຂອງຄວາມໂສກເສົ້າ”. ສົງຄາມປາກົດຂຶ້ນຢູ່ເລື້ອຍໆໃນວ່າງບໍ່ດົນມານີ້ ເຫດການເຊັ່ນ ການໂຄ່ນລົ້ມລະບອບການປົກຄອງຂອງຕາລິບານໃນອັບການິດສະຖານ, ຂໍ້ຂັດແຍ່ງລະຫວ່າງອິນເດຍ ແລະ ປາກິດສະຖານ, ການທີ່ສະຫະລັດອາເມຣິກາຮຸກຮານອີຣັກ ແລະ ສົງຄາມທີ່ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງລະຫວ່າງອິດສະຣາເອັນ ແລະ ປາເລັດສະໄຕ. ໂຣກລະບາດ, ໄຟໄໝ້, ນໍ້າຖ້ວມ ແລະ ແຜ່ນດິນໄຫວຍັງພົບໄດ້ທຸກທີ່. ໝາຍເຫດໂດຍສະເພາະແມ່ນ “ຈຸລະໂຣກໂຄໂລນາສາຍພັນໃໝ່” ເຊິ່ງປາກົດຂຶ້ນໃນເມືອງອູຮ່ານ, ປະເທດຈີນໃນປີ 2019 ແລະ ໄດ້ແຜ່ລະບາດໄປທົ່ວໂລກນັບແຕ່ນັ້ນມາ. ຍັງມີໄຟໄໝ້ປ່າທີ່ຮຸນແຮງໃນອົດສະຕຣາລີໃນເດືອນກັນຍາ 2019 ໃນຂະນະເກີດມີການລະບາດຢ່າງໂຫດຮ້າຍຂອງຝູງຕັກກະແຕນໃນອາຝຣິກາຕາເວັນອອກ ເຊິ່ງຢູ່ອີກຝາກໜຶ່ງຂອງດາວເຄາະ ພ້ອມກັບມີຫຼາຍປະເທດທີ່ກຳລັງປະສົບການຄວາມອຶດຢາກໃນຕອນນີ້. ໃນເດືອນມັງກອນ 2020, ປະເທດອິນໂດເນເຊຍໄດ້ປະສົບກັບນໍ້າຖ້ວມ ແລະ ລັດນິວຟາວແລນໃນປະເທດການາດາກໍຖືກໂຈມຕີດ້ວຍພາຍະຫິມະທີ່ເກີດຂຶ້ນຄັ້ງໜຶ່ງໃນສັດຕະວັດ. ແຜ່ນດິນໄຫວເກີດຂຶ້ນໃນເມືອງອີລາຊິກໃນປະເທດຕວກກີ, ທິດໃຕ້ຂອງປະເທດກູບາໃນເຂດຄາຣິບຽນ ແລະ ບ່ອນອື່ນໆອີກ. ຈາກສັນຍານເຫຼົ່ານີ້, ມັນສາມາດເຫັນໄດ້ວ່າຄຳທຳນາຍນີ້ໄດ້ຖືກສຳເລັດແລ້ວ.

ສັນຍານຢ່າງທີສອງຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ: ການປາກົດຕົວຂອງຄວາມຜິດປົກກະຕິໃນສະຫວັນ

ພຣະນິມິດ 6:12 ກ່າວວ່າ “ແລ້ວເຮົາໄດ້ຫຼຽວເບິ່ງເວລາທີ່ພຣະອົງເປີດຕາປະທັບທີຫົກ ແລະ ເບິ່ງແມະ ມີແຜ່ນດິນໄຫວຄັ້ງຍິ່ງໃຫຍ່; ແລະ ດວງຕາເວັນກາຍມາເປັນສີດຳດັ່ງຖົງກະສອບທີ່ມີແຕ່ຜົມ ແລະ ດວງເດືອນໄດ້ກາຍມາເປັນສີເລືອດ” ໂຢເອນ 2:30–31 ກ່າວວ່າ “ແລ້ວເຮົາຈະສຳແດງສິ່ງອັດສະຈັນໃນສະຫວັນ ແລະ ໃນແຜ່ນດິນໂລກ, ເລືອດ ແລະ ໄຟ ແລະ ເສົາແຫ່ງຄວັນ. ດວງຕາເວັນຈະກາຍເປັນຄວາມມືດ ແລະ ດວງເດືອນຈະກາຍເປັນສີເລືອດ ກ່ອນມື້ຍິ່ງໃຫຍ່ ແລະ ເປັນຕາຢ້ານຂອງມື້ພຣະເຢໂຮວາມາ”. ໃນວ່າງບໍ່ດົນມານີ້, ມີຫຼາຍກໍລະນີທີ່ດວງເດືອນກາຍເປັນສີເລືອດ. ຕົວຢ່າງເຊັ່ນ ໃນລະຫວ່າງໄລຍະເວລາສອງປີຂອງປີ 2014 ແລະ 2015, “ດວງເດືອນສີເລືອດ” ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງສີ່ຄັ້ງ ແລະ ໃນວັນທີ 31 ມັງກອນ 2018 ໄດ້ມີ “ດວງເດືອນເລືອດສີຟ້າຂະໜາດໃຫຍ່” ເຊິ່ງປາກົດຂຶ້ນພຽງແຕ່ໜຶ່ງຄັ້ງໃນທຸກໆ 150 ປີ. ແລ້ວ “ດວງເດືອນໝາປ່າສີເລືອດຂະໜາດໃຫຍ່” ປາກົດຂຶ້ນໃນເດືອນມັງກອນ 2019. ປາກົດການທີ່ຖືກທຳນາຍໄວ້ກ່ຽວກັບດວງຕາເວັນກາຍເປັນສີດຳຍັງປາກົດຂຶ້ນເຊັ່ນກັນ ແລະ ແນ່ນອນໄດ້ມີສຸລິຍະຄາດເຕັມດວງຫຼາຍຄັ້ງ ເຊັ່ນສຸລິຍະຄາດໃນປະເທດສິງກະໂປໃນວັນທີ 26 ທັນວາ 2019 ແລະ ໃນປະເທດຊິລີໃນວັນທີ 2 ກໍລະກົດຂອງປີດຽວກັນ. ການສຳເລັດຕາມຄຳທຳນາຍນີ້ຈຶ່ງຊັດເຈນໃນປາກົດການເຫຼົ່ານີ້.

ສັນຍານຢ່າງທີສາມຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ: ຄຣິສຕະຈັກເປົ່າປ່ຽວ ແລະ ຄວາມຮັກຂອງຜູ້ເຊື່ອເຢືອກເຢັນ

ມັດທາຍ 24:12 ກ່າວວ່າ “ເພາະຄວາມຊົ່ວຮ້າຍຈະມີຫຼາຍ, ຄວາມຮັກຂອງຫຼາຍຄົນຈະເຢັນລົງ” ທົ່ວໂລກແຫ່ງສາສະໜາທັງປວງ, ຄວາມເປົ່າປ່ຽວກຳລັງແຜ່ຂະຫຍາຍ. ການເທດສະໜາຂອງສິດຍາພິບານ ແລະ ເຖົ້າແກ່ເລີ່ມເປັນຕາໜ່າຍ ແລະ ໜ້າເບື່ອ ແລະ ລົ້ມເຫຼວທີ່ຈະສະໜອງໃຫ້ແກ່ຜູ້ເຊື່ອ. ໃນຄວາມດິ້ນລົນເພື່ອສະຖານະຂອງພວກເຂົາ, ສິດຍາພິບານບາງຄົນກຳລັງກໍ່ຕັ້ງກຸ່ມຂອງຕົນ ແລະ ສ້າງພັກພວກໃນຄຣິສຕະຈັກ ແລະ ບາງຄົນເຖິງກັບໄປເຮັດທຸລະກິດ ໂດຍຈັດຕັ້ງໂຮງຈັກເພື່ອນໍາພາຜູ້ເຊື່ອຕາມເສັ້ນທາງໆໂລກ; ໃນຂະນະດຽວກັນ ໃນບັນດາຜູ້ເຊື່ອແມ່ນມີຄວາມອ່ອນແອທົ່ວໄປຂອງຄວາມເຊື່ອໝັ້ນ ແລະ ຄວາມບໍ່ເຕັມໃຈທີ່ຈະແຍກທາງຈາກໂລກ ແລະ ພວກເຂົາດຳລົງຊີວິດດ້ວຍຄວາມຫຍຸ້ງຍາກທີ່ເປັນຕາເບື່ອໜ່າຍ. ຄຣິສຕະຈັກບາງແຫ່ງເບິ່ງຄືແອອັດ ແລະ ມີຊີວິດຊີວິດຈາກພາຍນອກ, ແຕ່ຫຼາຍຄົນມາຄຣິສຕະຈັກພຽງແຕ່ເພື່ອຂະຫຍາຍເຄື່ອຂ່າຍຂອງພວກເຂົາ ແລະ ຂາຍຜະລິດຕະພັນ, ໃຊ້ຄຣິສຕະຈັກເປັນສະຖານທີ່ຄ້າຂາຍ. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຄຣິສຕະຈັກໃນມື້ນີ້ ແລະ ພຣະວິນຍານໃນທ້າຍຍຸກແຫ່ງພຣະບັນຍັດ? ໃນສິ່ງເຫຼົ່ານີ້, ການສຳເລັດຄົບຖ້ວນຕາມຄຳທຳນາຍກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າຈຶ່ງຊັດເຈນ.

ສັນຍານຢ່າງທີສີ່ຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ: ການປາກົດຕົວຂອງພຣະຄຣິດປອມ

ມັດທາຍ 24:4–5 ກ່າວວ່າ: “ພຣະເຢຊູກໍຕອບ ແລະ ກ່າວກັບພວກເຂົາວ່າ ຈົ່ງເອົາໃຈໃສ່ເພື່ອຈະບໍ່ມີມະນຸດຄົນໃດລໍ້ລວງພວກເຈົ້າໄດ້. ຍ້ອນຫຼາຍຄົນຈະມາໃນນາມຂອງເຮົາ ໂດຍກ່າວວ່າ ຕົນແມ່ນພຣະຄຣິດ; ແລະ ພວກເຂົາຈະລໍ້ລວງຫຼາຍຄົນ”. ຈາກຄຳທຳນາຍຂອງພຣະຜູ້ເປັນເຈົ້າ, ພວກເຮົາສາມາດເຫັນໄດ້ວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະຄຣິດປອມຈະປາກົດຂຶ້ນ ແລະ ລໍ້ລວງຜູ້ຄົນ. ໃນວ່າງບໍ່ດົນມານີ້, ພຣະຄຣິດປອມໄດ້ປາກົດຕົວ ແລະ ລໍ້ລວງຜູ້ຄົນໃນປະເທດຕ່າງໆ ເຊັ່ນ: ປະເທດຈີນ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ. ພຣະຄຣິດປອມເຫຼົ່ານີ້ບໍ່ມີແກ່ນແທ້ຂອງພຣະຄຣິດ ຫຼື ພວກເຂົາບໍ່ປະກາດຄວາມຈິງ, ແຕ່ພວກເຂົາອ້າງວ່າຕົນເອງເປັນພຣະຄຣິດ. ໃນທີ່ນີ້, ການສຳເລັດຕາມຄຳທຳນາຍນີ້ຈຶ່ງຊັດເຈນ.

ສັນຍານຢ່າງທີຫ້າຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ ການຟື້ນຟູອິດສະຣາເອັນ

ມັດທາຍ 24:32–33 ກ່າວວ່າ “ບັດນີ້ ຈົ່ງຮຽນຮູ້ຄຳອຸປະມາເລື່ອງຕົ້ນເດື່ອ; ເມື່ອກິ່ງຂອງມັນແຕກໃບອ່ອນອອກ, ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ມາເຖິງແລ້ວ: ສະນັ້ນ ໃນທຳນອງດຽວກັນ ເມື່ອພວກເຈົ້າເຫັນທຸກສິ່ງເຫຼົ່ານີ້, ພວກເຈົ້າກໍຈະຮູ້ວ່າມັນໃກ້ມາເຖິງແລ້ວ, ເຖິງກັບຢູ່ທີ່ປະຕູ”. ຫຼາຍຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຮູ້ວ່າ ກິ່ງອ່ອນ ແລະ ໃບຂອງຕົ້ນເດື່ອໝາຍເຖິງການຟື້ນຟູອິດສະຣາເອັນ. ເມື່ອອິດສະຣາເອັນຖືກຟື້ນຟູ, ມື້ຂອງພຣະຜູ້ເປັນເຈົ້າຈະໃກ້ເຂົ້າມາ ແລະ ອິດສະຣາເອັນຖືກຟື້ນຟູໃນວັນທີ 14 ພຶດສະພາ 1948. ແນ່ນອນ ຄຳທຳນາຍນີ້ກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ຖືກສຳເລັດຢ່າງສົມບູນ.

ສັນຍານຢ່າງທີຫົກຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ: ການແຜ່ຂະຫຍາຍຂ່າວປະເສີດໄປສຸດປາຍແຜ່ນດິນໂລກ

ມັດທາຍ 24:14 ບັນທຶກໄວ້ວ່າ: “ແລ້ວຂ່າວປະເສີດແຫ່ງອານາຈັກນີ້ຈະຖືກເທດສະໜາໄປທົ່ວແຜ່ນດິນໂລກເພື່ອເປັນພະຍານໃຫ້ແກ່ບັນດາປະຊາຊາດ; ແລະ ຫຼັງຈາກນັ້ນ ຈຸດຈົບກໍຈະມາ” ໃນມາລະໂກ 16:15 ພຣະເຢຊູເຈົ້າໄດ້ກ່າວຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຂອງພຣະອົງວ່າ “ໃຫ້ເຈົ້າໄປທົ່ວແຜ່ນດິນໂລກ ແລະ ເທດສະໜາຂ່າວປະເສີດໃຫ້ແກ່ທຸກສິ່ງທີ່ຖືກສ້າງ” ຫຼັງຈາກທີ່ພຣະເຢຊູຟື້ນຄືນ ແລະ ຂຶ້ນສູ່ສະຫວັນ, ພຣະວິນຍານບໍລິສຸດກໍເລີ່ມນໍາພາຄົນທີ່ຕິດຕາມພຣະເຢຊູເຈົ້າໃຫ້ເປັນພະຍານເຖິງພຣະເຢຊູເຈົ້າ. ມື້ນີ້ ຄຣິສຕຽນໄດ້ຂະຫຍາຍໄປທົ່ວແຜ່ນດິນໂລກ ແລະ ຫຼາຍປະເທດທີ່ເປັນປະຊາທິປະໄຕກໍໄດ້ນໍາໃຊ້ສາສະໜາຄຣິດເປັນສາສະໜາປະຈຳລັດຂອງພວກເຂົາ. ແມ່ນແຕ່ໃນປະເທດຈີນ ເຊິ່ງເປັນບ່ອນທີ່ພັກມີອຳນາດບໍ່ເຊື່ອໃນພຣະເຈົ້າ, ຫຼາຍສິບລ້ານຄົນໄດ້ຍອມຮັບຂ່າວປະເສີດຂອງພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ມັນຈຶ່ງສາມາດເຫັນໄດ້ວ່າຂ່າວປະເສີດແຫ່ງການໄຖ່ບາບຂອງມະນຸດຜ່ານທາງພຣະເຢຊູເຈົ້າໄດ້ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ພ້ອມນີ້, ມັນຊັດເຈນວ່າຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ຖືກບັນລຸແລ້ວ.

ພວກເຮົາຄວນຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າແນວໃດ?

ຈາກຂໍ້ແທ້ຈິງທີ່ລະບຸໄວ້ຂ້າງເທິງ, ພວກເຮົາສາມາດເຫັນໄດ້ວ່າຫົກສັນຍານຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ປາກົດຂຶ້ນແລ້ວ. ບັດນີ້ແມ່ນຊ່ວງເວລາສຳຄັນໃນການຕ້ອນຮັບການມາຂອງພຣະຜູ້ເປັນເຈົ້າ. ພວກເຮົາຕ້ອງເຮັດຫຍັງກ່ອນທີ່ພວກເຮົາຈະສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້? ພຣະເຢຊູເຈົ້າມອບຄຳຕອບຕໍ່ຄຳຖາມນີ້ໃຫ້ແກ່ພວກເຮົາແຕ່ດົນແລ້ວ.

ໃນໂຢຮັນ 16:12–13 ພຣະເຢຊູເຈົ້າໄດ້ກ່າວວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ”. ພຣະນິມິດ 3:20 ກ່າວວ່າ “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ”. ຍັງມີອີກຫຼາຍຄຳທຳນາຍໃນບົດທີ 2 ແລະ 3 ຂອງພຣະນິມິດ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ດັ່ງທີ່ເຈົ້າສາມາດເຫັນຈາກຂໍ້ພຣະທຳເຫຼົ່ານີ້, ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະເປັ່ງພຣະຄຳອອກ ແລະ ກ່າວຕໍ່ຄຣິສຕະຈັກ, ບອກພວກເຮົາທຸກຢ່າງກ່ຽວກັບຄວາມຈິງທີ່ພວກເຂົາບໍ່ເຂົ້າໃຈມາກ່ອນ. ຄົນທີ່ໄດ້ຍິນການເວົ້າຂອງພຣະເຈົ້າ ແລະ ຮັບຮູ້ສຽງຂອງພຣະອົງ ແລ້ວຍອມຮັບພຣະອົງ ແລະ ຍອມຕໍ່ພຣະອົງກໍຈະສາມາດຕ້ອນຮັບເອົາພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມງານລ້ຽງຂອງພຣະເມສານ້ອຍ; ໃນທາງກົງກັນຂ້າມ ຄົນທີ່ບໍ່ຮັບຮູ້ສຽງຂອງພຣະເຈົ້າຈະບໍ່ແມ່ນແກະຂອງພຣະເຈົ້າຢ່າງແນ່ນອນ ແລະ ພວກເຂົາຈະຖືກເປີດໂປງ ແລະ ຖືກກຳຈັດໂດຍພຣະເຈົ້າ. ພ້ອມນີ້ ມັນຊັດເຈນແລ້ວວ່າ ເມື່ອພວກເຮົາລໍຖ້າການມາຂອງພຣະຜູ້ເປັນເຈົ້າ, ມັນສຳຄັນທີ່ພວກເຮົາຈະຄົ້ນພົບພຣະທຳຂອງພຣະວິນຍານບໍລິສຸດຕໍ່ຄຣິສຕະຈັກ ແລະ ຮຽນຮູ້ທີ່ຈະຟັງສຽງຂອງພຣະເຈົ້າ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ “ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່).

ເມື່ອໄດ້ຍິນແບບນີ້, ບາງຄົນກໍອາດຖາມວ່າ: “ແລ້ວພວກຂ້ານ້ອຍຈະຄົ້ນພົບສຽງຂອງພຣະເຈົ້າໄດ້ຢູ່ໃສ?” ໃນມັດທາຍ 25:6, ພຣະເຢຊູເຈົ້າໄດ້ກ່າວວ່າ “ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ”. ຍ້ອນພຣະຜູ້ເປັນເຈົ້າເອີ້ນແກະຂອງພຣະອົງດ້ວຍພຣະຄຳ ແລະ ການເວົ້າຂອງພຣະອົງ, ແນ່ນອນ ມັນຈະມີບາງຄົນທີ່ຈະໄດ້ຍິນສຽງຂອງພຣະຜູ້ເປັນເຈົ້າກ່ອນ ແລະ ຕິດຕາມບາດກ້າວຂອງພຣະເມສານ້ອຍ ແລະ ຫຼັງຈາກນັ້ນກໍຮ້ອງຂຶ້ນທຸກຫົນແຫ່ງວ່າ “ເຈົ້າບ່າວມາແລ້ວ” ເຊິ່ງຈະເຜີຍແຜ່ຂ່າວການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ພຣະທຳແຫ່ງການມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ ເພື່ອວ່າທຸກຄົນອາດມີໂອກາດທີ່ຈະໄດ້ຍິນສຽງຂອງພຣະເຈົ້າ. ສະນັ້ນ ມັນຈຶ່ງເວົ້າວ່າ ບໍ່ວ່າພວກເຮົາຈະສາມາດຕາມທັນບາດກ້າວຂອງພຣະເມສານ້ອຍ ຫຼື ບໍ່ແມ່ນຂຶ້ນກັບວ່າພວກເຮົາມີຫົວໃຈທີ່ປາຖະໜາເພື່ອສະແຫວງຫາພຣະອົງ ຫຼື ບໍ່ ແລະ ພວກເຮົາສາມາດຮັບຮູ້ສຽງຂອງພຣະເຈົ້າ ຫຼື ບໍ່. ເໝືອນກັບໃນຕອນທີ່ພຣະເຢຊູເຈົ້າປາກົດຂຶ້ນເປັນຄັ້ງທຳອິດ ແລະ ເລີ່ມຕົ້ນປະຕິບັດພາລະກິດ, ເປໂຕ, ມາຣິອາ ແລະ ຄົນອື່ນໆຮັບຮູ້ວ່າພຣະເຢຊູເຈົ້າເປັນພຣະເມຊີອາຈາກພາລະກິດ ແລະ ການເວົ້າຂອງພຣະອົງ ແລະ ພວກເຂົາຕິດຕາມພຣະອົງ ແລະ ເລີ່ມເປັນພະຍານເຖິງຂ່າວປະເສີດຂອງພຣະອົງ. ຄົນທີ່ໄດ້ຍິນພາລະກິດ ແລະ ພຣະທຳຂອງພຣະເຢຊູເຈົ້າ ແລະ ສາມາດຮັບຮູ້ສຽງຂອງພຣະເຈົ້າແມ່ນຍິງສາວບໍລິສຸດທີ່ສະຫຼາດ ໃນຂະນະທີ່ປະໂລຫິດ, ພວກທຳມະຈານ ແລະ ພວກຟາຣີຊາຍເຫຼົ່ານັ້ນ ຜູ້ທີ່ບໍ່ຮັກຄວາມຈິງ ໄດ້ຍິນສິດອຳນາດ ແລະ ລິດອຳນາດແຫ່ງພຣະທຳຂອງພຣະເຢຊູເຈົ້າ ແຕ່ພວກເຂົາບໍ່ໄດ້ສືບຄົ້ນໃນພຣະທຳເຫຼົ່ານັ້ນ. ກົງກັນຂ້າມ ພວກເຂົາຍຶດຕິດຢ່າງດື້ດຶງໃນແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ຄິດວ່າ “ຜູ້ທີ່ບໍ່ໄດ້ຖືກເອີ້ນວ່າພຣະເມຊີອາບໍ່ແມ່ນພຣະເຈົ້າ” ແລະ ລໍຖ້າໃຫ້ພຣະເມຊີອາປາກົດຕົວຕໍ່ພວກເຂົາ. ພວກເຂົາເຖິງກັບກ່າວຮ້າຍ ແລະ ໝິ່ນປະໝາດພາລະກິດຂອງພຣະເຢຊູເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍສູນເສຍຄວາມລອດພົ້ນຂອງພຣະເຈົ້າ. ຍັງມີຜູ້ເຊື່ອຊາວຢິວທີ່ຕິດຕາມພວກຟາຣີຊາຍ ແລະ ບໍ່ແຍກແຍະສຽງຂອງພຣະເຈົ້າໃນພາລະກິດ ແລະ ພຣະທຳຂອງພຣະເຢຊູເຈົ້າ, ຜູ້ທີ່ຟັງປະໂລຫິດ, ພວກທຳມະຈານ ແລະ ພວກຟາຣີຊາຍຢ່າງລັບຫູລັບຕາ ແລະ ປະຕິເສດຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າ. ຜູ້ຄົນດັ່ງກ່າວໄດ້ກາຍມາເປັນຍິງສາວບໍລິສຸດທີ່ໂງ່ຈ້າ ຜູ້ເຊິ່ງຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ. ບາງຄົນອາດຖາມວ່າ: “ແລ້ວຈະສາມາດແຍກແຍະສຽງຂອງພຣະເຈົ້າໄດ້ແນວໃດ?” ເມື່ອໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນເລື່ອງຫຍຸ້ງຍາກ. ພຣະຄຳ ແລະ ການເວົ້າຂອງພຣະເຈົ້າຕ້ອງບໍ່ສາມາດເວົ້າໄດ້ໂດຍມະນຸດ. ມັນຕ້ອງມີສິດອຳນາດ ແລະ ລິດອຳນາດໂດຍສະເພາະ. ມັນຈະສາມາດເປີດເຜີຍຄວາມລຶກລັບແຫ່ງອານາຈັກສະຫວັນ ແລະ ເປີດໂປງຄວາມເສື່ອມຊາມຂອງມະນຸດ ແລະ ອື່ນໆອີກ. ພຣະທຳທັງໝົດເຫຼົ່ານີ້ແມ່ນຄວາມຈິງ ແລະ ພວກມັນທັງໝົດສາມາດເປັນຊີວິດຂອງມະນຸດ. ຜູ້ໃດກໍຕາມທີ່ມີຫົວໃຈ ແລະ ວິນຍານກໍຈະຮູ້ສຶກເຖິງມັນໄດ້ ເມື່ອເຂົາໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ມັນຈະມີການຢືນຢັນໃນຫົວໃຈຂອງເຂົາວ່າ ພຣະຜູ້ສ້າງກຳລັງກ່າວ ແລະ ເປັ່ງພຣະຄຳຂອງພຣະອົງຕໍ່ພວກເຮົາທີ່ເປັນມະນຸດ. ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ. ຖ້າພວກເຮົາແນ່ໃຈວ່າພຣະທຳເຫຼົ່ານີ້ແມ່ນສຽງຂອງພຣະເຈົ້າ, ແລ້ວພວກເຮົາຄວນຍອມຮັບ ແລະ ເຊື່ອຟັງພວກມັນ ບໍ່ວ່າພວກມັນຈະສອດຄ່ອງກັບແນວຄິດຂອງພວກເຮົາເລັກນ້ອຍສໍ່າໃດກໍຕາມ. ດ້ວຍວິທີນີ້ເທົ່ານັ້ນ ພວກເຮົາຈຶ່ງສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ.

ໃນໂລກປັດຈຸບັນ, ມີພຽງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນພະຍານວ່າ ພຣະຜູ້ເປັນເຈົ້າ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ ໄດ້ກັບຄືນມາແລ້ວ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳເປັນລ້ານໆຄຳ ແລະ ພຣະທຳເຫຼົ່ານີ້ກໍຖືກຈັດພິມເທິງອິນເຕີເນັດໃຫ້ຜູ້ຄົນຈາກທຸກປະເທດ ແລະ ທຸກຂະແໜງຂອງຊີວິດໄດ້ຄົ້ນຄວ້າ. ຫຼາຍຄົນຈາກແຕ່ລະຊົນຊາດທີ່ປາຖະໜາຫາຄວາມຈິງ ກໍມາດ້ວຍຫວັງທີ່ຈະໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ ເທື່ອລະຄົນ. ດັ່ງທີ່ມັນໄດ້ກ່າວໄວ້ໃນພຣະຄຳພີວ່າ “ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ”. ຖ້າພວກເຮົາພຽງແຕ່ອ່ານເພີ່ມເຕີ່ມກ່ຽວກັບພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ, ຟັງເພື່ອແຍກແຍະວ່າພວກມັນແມ່ນສຽງຂອງພຣະເຈົ້າ ຫຼື ບໍ່, ແລ້ວພວກເຮົາກໍຈະສາມາດບົ່ງບອກໄດ້ວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ ຫຼື ບໍ່. ດັ່ງທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ໃນໂຢຮັນ 10:27 ວ່າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ”. ເຮົາເຊື່ອວ່າ ຕາບໃດທີ່ພວກເຮົາມີຫົວໃຈແຫ່ງການສະແຫວງຫາຢ່າງຖ່ອມຕົນ, ພວກເຮົາກໍສາມາດຮັບຮູ້ສຽງຂອງພຣະເຈົ້າ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄຳທຳນາຍໃນພຣະຄຳພີກ່ຽວກັບຍຸກສຸດທ້າຍໄດ້ກາຍເປັນຈິງ ແລະ ມື້ຂອງໂນອາກໍໄດ້ມາເຖິງ: ຮຽນຮູ້ກ່ຽວກັບຄວາມລຶກລັບຂອງການມາເຖິງຂອງບຸດມະນຸດ

ມື້ຂອງໂນອາໄດ້ປາກົດຂຶ້ນ: ສິ່ງນີ້ທຳນາຍເຖິງຫຍັງ? ເມື່ອພວກເຮົາເວົ້າກ່ຽວກັບມະນຸດຊາດໃນຍຸກຂອງໂນອາ, ທຸກຄົນກໍຮູ້ວ່າ ການຄາດຕະກຳ ແລະ ການວາງເພີງ,...

ການສຶກສາປະຈໍາວັນ: 4 ວິທີການທີ່ຈະຊ່ວຍໃຫ້ທ່ານໃກ້ຊິດກັບພຣະເຈົ້າເຂົ້າຕື່ມ

ໂດຍ ສຽວມົ່ວ, ຈີນ ໃນຊີວິດປະຈໍາວັນຂອງພວກເຮົາ, ໂດຍການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ການມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າເທົ່ານັ້ນ,...

ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?

ໂດຍ ເບັກກີ, ສະຫະລັດອາເມຣິກາ ໃນປັດຈຸບັນ, ໄພພິບັດທົ່ວແຜ່ນດິນໂລກກຳລັງຮຸນແຮງຂຶ້ນເລື້ອຍໆ. ຂ່າວຕ່າງໆແມ່ນເຕັມໄປດ້ວຍເລື່ອງລາວຂອງໂຣກຮ່າ, ແຜ່ນດິນໄຫວ,...