ຄຳເທດສະໜາໃນພຣະຄຳພີ: ວິທີການແຍກແຍະພຣະຄຣິດຕົວຈິງອອກຈາກພຣະຄຣິດຕົວປອມ ແລະ ຕ້ອນຮັບເອົາພຣະຜູ້ເປັນເຈົ້າ

25 ເດືອນທັນວາ 2021

ບັດນີ້ ໄພພິບັດທຸກຮູບແບບກຳລັງເກີດຂຶ້ນ ແລະ ຄຳທຳນາຍໃນພຣະຄຳພີທີ່ກ່ຽວກັບການມາເຖິງຂອງພຣະຜູ້ເປັນເຈົ້າກໍໄດ້ຖືກເຮັດໃຫ້ສຳເລັດເປັນສ່ວນໃຫຍ່ແລ້ວຕອນນີ້. ອ້າຍເອື້ອຍນ້ອງຫຼາຍຄົນຮູ້ສຶກໃນຫົວໃຈຂອງພວກເຂົາວ່າ ພຣະຜູ້ເປັນເຈົ້າອາດໄດ້ກັບຄືນມາແລ້ວ ແລະ ພວກເຂົາທຸກຄົນກໍຄົ້ນຫາພຣະຜູ້ເປັນເຈົ້າ. ແຕ່ມີຫຼາຍຄົນທີ່ຄິດເຖິງຄຳເວົ້າເຫຼົ່ານີ້ຈາກພຣະຄຳພີ “ແລ້ວຖ້າມີມະນຸດຄົນໃດເວົ້າກັບເຈົ້າວ່າ ເບິ່ງແມະ, ພຣະຄຣິດຢູ່ນີ້ ຫຼື ຢູ່ນັ້ນ; ຈົ່ງຢ່າເຊື່ອ.ຍ້ອນຈະເກີດມີພຣະຄຣິດປອມ ແລະ ຜູ້ປະກາດພຣະທຳປອມ ແລະ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນຫຼາຍຢ່າງ; ເພື່ອວ່າຖ້າເປັນໄປໄດ້ ພວກເຂົາຈະຫຼອກລວງແມ່ນແຕ່ຄົນທີ່ຖືກເລືອກໄວ້ແລ້ວ(ມັດທາຍ 24:23-24). ເຖິງແມ່ນພວກເຂົາອາດໄດ້ຍິນຜູ້ໃດຜູ້ໜຶ່ງເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ, ພວກເຂົາບໍ່ໄດ້ສະແຫວງຫາ ຫຼື ສືບຄົ້ນຄຳອ້າງກ່າວນີ້, ແຕ່ກົງກັນຂ້າມ ພວກເຂົາຕິດຕາມໂລກສາສະໜາ ແລະ ຍຶດຕິດກັບແນວຄິດທີ່ວ່າ “ຂໍ້ຄວາມໃດກໍຕາມທີ່ເທດສະໜາວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນເນື້ອໜັງແລ້ວແມ່ນບໍ່ເປັນຄວາມຈິງ”. ຖ້າພວກເຮົາເຮັດແບບນີ້, ພວກເຮົາຈະສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ບໍ? ພຣະເຢຊູເຈົ້າທຳນາຍຫຼາຍຄັ້ງວ່າ ພຣະອົງຈະກັບຄືນມາ, ສະນັ້ນ ຖ້າພວກເຮົາຖືໃຫ້ພຣະທຳຂອງພຣະອົງໝາຍຄວາມວ່າ ຂໍຄວາມໃດກໍຕາມທີ່ເທດສະໜາວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນເນື້ອໜັງແລ້ວແມ່ນບໍ່ເປັນຄວາມຈິງ, ແລ້ວພວກເຮົາບໍ່ໄດ້ກຳລັງປະຕິເສດການກັບຄືນມາຂອງພຣະຜູ້ເປັນເຈົ້າບໍ? ແລ້ວພວກເຮົາກໍຈະຕໍ່ຕ້ານພຣະເຈົ້າ ແລະ ເຮັດຜິດຢ່າງຮ້າຍແຮງຢ່າງແນ່ນອນ. ເມື່ອເວົ້າເຖິງການລໍຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າ, ພວກເຮົາບໍ່ສາມາດເຝົ້າລະວັງຢູ່ຊື່ໆ ຍ້ອນດ້ວຍການເຮັດແບບນັ້ນ ພວກເຮົາຈະພາດການກັບຄືນມາຂອງພຣະຜູ້ເປັນເຈົ້າ. ເພື່ອທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ, ພວກເຮົາຕ້ອງສະແຫວງຫາຢ່າງຫ້າວຫັນເພື່ອຟັງສຽງຂອງພຣະເຈົ້າ, ດັ່ງທີ່ມັນກ່າວໄວ້ໃນພຣະຄຳພີວ່າ “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). ໜັງສືພຣະນິມິດຍັງທຳນາຍໄວ້ວ່າ “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20) ແລະ “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ 2:7). ມັນຄືຄວາມປະສົງຂອງພຣະເຈົ້າທີ່ພວກເຮົາຍັງຄົງເຝົ້າລະວັງ ແລະ ໃສ່ໃຈໃນການຟັງສຽງຂອງພຣະເຈົ້າ. ຊ່ວງເວລາທີ່ຜູ້ໃດຜູ້ໜຶ່ງເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ, ພວກເຮົາຕ້ອງເປັນຍິງສາວບໍລິສຸດຜູ້ສະຫຼາດທີ່ສະແຫວງຫາສຽງຂອງພຣະຜູ້ເປັນເຈົ້າຢ່າງຫ້າວຫັນ, ຍ້ອນດ້ວຍວິທີນີ້ເທົ່ານັ້ນ ພວກເຮົາຈຶ່ງຈະສາມາດຕ້ອນຮັບເອົາພຣະຜູ້ເປັນເຈົ້າ. ຖ້າພວກເຮົາພຽງແຕ່ເຝົ້າລະວັງພຣະຄຣິດປອມ ແລະ ລົງເອີຍດ້ວຍການປິດປະຕູຂອງພວກເຂົາໃສ່ພຣະຜູ້ເປັນເຈົ້າເມື່ອພຣະອົງກັບຄືນມາອີກດ້ວຍ, ນັ້ນຈະບໍ່ເປັນເໝືອນກັບການທີ່ພວກເຮົາເຊົາກິນພ້ອມກັນ ເພາະຢ້ານວ່າຈະຄາຄໍບໍ? ແລ້ວພວກເຮົາຈະບໍ່ເປັນຄືກັບຍິງສາວບໍລິສຸດຜູ້ໂງ່ຈ້າທີ່ບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າ, ຖືກປະຖິ້ມ ແລະ ຖືກກຳຈັດບໍ? ແກະຂອງພຣະເຈົ້າຟັງສຽງຂອງພຣະອົງ; ຄົນທີ່ມີຄວາມສາມາດ ແລະ ການສັງເກດຢ່າງແທ້ຈິງຈະຟັງສຽງຂອງພຣະເຈົ້າ ແລະ ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ບອກຄວາມແຕກຕ່າງລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ. ພວກເຂົາຈະບໍ່ຖືກລໍ້ລວງໂດຍພຣະຄຣິດຕົວປອມ. ສະນັ້ນ ສິ່ງທີ່ພວກເຮົາຄວນເຂົ້າໃນຕອນນີ້ເໜືອສິ່ງອື່ນໃດກໍຄືວິທີການແຍກແຍະລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ. ໂດຍການເຮັດແບບນີ້ເທົ່ານັ້ນ ພວກເຮົາຈຶ່ງຈະຖືກປົກປ້ອງຈາກການລໍ້ລວງຂອງພຣະຄຣິດຕົວປອມ ແລະ ພວກເຮົາຈະສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ການສົນທະນາຂອງພວກເຮົາຂ້າງລຸ່ມນີ້ແມ່ນກ່ຽວຂ້ອງກັບລັກສະນະນີ້ຂອງຄວາມຈິງ.

ວິທີທຳອິດທີ່ຈະບອກຄວາມແຕກຕ່າງລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ: ຮັບຮູ້ວ່າພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດ

ເພື່ອທີ່ຈະແຍກແຍະວ່າຜູ້ໃດຜູ້ໜຶ່ງເປັນພຣະຄຣິດຕົວຈິງ ຫຼື ພຣະຄຣິດຕົວປອມ, ພວກເຮົາຕ້ອງເບິ່ງວ່າພວກເຂົາສາມາດກ່າວຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງມະນຸດໄດ້ ຫຼື ບໍ່. ພຣະເຈົ້າກ່າວວ່າ: “ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຮະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມແປງເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ພຣະທຳຂອງພຣະເຈົ້າກ່າວໄວ້ຢ່າງຊັດເຈນວ່າ ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນຈຶ່ງສາມາດຖືກເອີ້ນວ່າພຣະຄຣິດໄດ້. ພຣະຄຣິດຄືພຣະວິນຍານຂອງພຣະເຈົ້າທີ່ເປັນຈິງໃນເນື້ອໜັງ ນັ້ນກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ອຸປະນິໄສຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ຖືກເຮັດໃຫ້ເປັນຈິງໃນເນື້ອໜັງ. ພຣະຄຣິດມີແກ່ນແທ້ທີ່ສັກສິດ, ພຣະອົງຄືຄວາມຈິງທີ່ມີຮູບຮ່າງ; ພຣະອົງສາມາດກ່າວຄວາມຈິງເພື່ອລ້ຽງດູ ແລະ ສະໜອງໃຫ້ແກ່ມະນຸດໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້ ແລະ ມີພຽງແຕ່ພຣະຄຣິດເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ຄວາມລອດພົ້ນຂອງມະນຸດຊາດ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ ພຣະເຢຊູເຈົ້າແມ່ນພຣະຄຣິດທີ່ບັງເກີດເປັນມະນຸດ; ພຣະອົງສາມາດກ່າວຄວາມຈິງໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້, ພຣະອົງນໍາຫົນທາງແຫ່ງການກັບໃຈມາສູ່ມະນຸດ ແລະ ໄຖ່ມະນຸດຈາກການຈຳກັດແຫ່ງກົດເກນ. ພຣະຜູ້ເປັນເຈົ້າຍັງຮຽກຮ້ອງບາງຢ່າງຈາກພວກເຮົາ ເພື່ອວ່າພວກເຮົາຈະເຂົ້າໃຈວິທີທີ່ຈະຮັກ ແລະ ໃຫ້ອະໄພຄົນອື່ນ ແລະ ເພື່ອທີ່ຈະຮັບເອົາຄວາມຜິດບາບໄວ້ໃນຕົວພຣະອົງເອງ, ພຣະອົງຈຶ່ງຖືກຄຶງທີ່ໄມ້ກາງແຂນໂດຍກົງ. ພາລະກິດທັງໝົດທີ່ພຣະເຢຊູເຈົ້າປະຕິບັດ ແລະ ພຣະທຳທັງໝົດທີ່ພຣະອົງກ່າວ ພ້ອມທັງຄວາມຮັກ ແລະ ຄວາມເມດຕາຂອງພຣະອົງສຳລັບມະນຸດຊາດ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດບັນລຸໄດ້ຈັກເທື່ອ ແລະ ພວກມັນເປັນຕົວແທນໃຫ້ແກ່ຕົວຕົນຂອງພຣະເຈົ້າທັງສິ້ນ.

ໃນທາງກົງກັນຂ້າມ ພຣະຄຣິດປອມແມ່ນວິນຍານຊົ່ວຮ້າຍ ແລະ ມານຮ້າຍໂດຍແກ່ນແທ້. ພຣະຄຣິດປອມປາສະຈາກຄວາມຈິງທັງສິ້ນ, ແຮງໄກທີ່ພວກເຂົາຈະສາມາດກ່າວຄວາມຈິງໄດ້. ພວກເຂົາສ່ວນໃຫຍ່ອວດດີ ແລະ ຂັດກັບທຳມະຊາດຢ່າງທີ່ສຸດ. ພວກເຂົາຮູ້ວ່າຜູ້ຄົນເຄົາລົບບູຊາຄວາມຮູ້ໃນພຣະຄຳພີ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໃຊ້ຄວາມຄິດນີ້ເພື່ອຕີຄວາມໝາຍພຣະຄຳພີຢ່າງຜິດໆ, ເພື່ອນໍາເອົາຂໍ້ພຣະຄຳອອກຈາກບໍລິບົດ ແລະ ວາງທິດສະດີທີ່ໄຮ້ເຫດຜົນທຸກຮູບແບບເພື່ອລໍ້ລວງຜູ້ຄົນ. ບໍ່ພຽງແຕ່ຄຳເວົ້າຂອງພວກເຂົາບໍ່ສາມາດກໍ່ໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ ຫຼື ປ່ອຍໃຫ້ຜູ້ຄົນຮູ້ຈັກພຣະເຈົ້າເທົ່ານັ້ນ, ແຕ່ພວກມັນຍັງເຮັດໃຫ້ວິນຍານຂອງຜູ້ຄົນເລີ່ມມືດມົວ ແລະ ຕົກຕໍ່າ. ພວກເຂົາບໍ່ກ້າເຮັດໃຫ້ຄຳເວົ້າຂອງພວກເຂົາເປັນທີ່ສາທາລະນະໃຫ້ມະນຸດຊາດທຸກຄົນໄດ້ສະແຫວງຫາ ແລະ ສືບຄົ້ນ, ແຕ່ສາມາດພຽງລໍ້ລວງຜູ້ຄົນສໍ່າກຳມືໜຶ່ງທີ່ບໍ່ສາມາດແຍກແຍະໄດ້ ຢ່າງລັບໆ. ສະນັ້ນ ເພື່ອທີ່ຈະບອກຄວາມແຕກຕ່າງລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ, ກ່ອນອື່ນ ພວກເຮົາຕ້ອງແຍະແຍະແກ່ນແທ້ຂອງພວກເຂົາ; ມີພຽງແຕ່ພຣະຄຣິດຜູ້ມີແກ່ນແທ້ອັນສັກສິດເທົ່ານັ້ນຈຶ່ງສາມາດກ່າວຄວາມຈິງເພື່ອຊ່ວຍ ແລະ ສະໜອງໃຫ້ແກ່ມະນຸດຊາດ, ໃນຂະນະທີ່ຄົນທີ່ປາສະຈາກແກ່ນແທ້ອັນສັກສິດບໍ່ສາມາດເຮັດສິ່ງນີ້ໄດ້, ບໍ່ວ່າພວກເຂົາຈະມີຄວາມຮູ້ຫຼາຍສໍ່າໃດ ຫຼື ພວກເຂົາຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ. ວິນຍານຊົ່ວຮ້າຍ ແລະ ມານຮ້າຍແມ່ນແຮງໄກທີ່ຈະສາມາດກ່າວຄວາມຈິງ ຫຼື ປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງມະນຸດໄດ້; ສິ່ງທີ່ພວກມັນສາມາດເຮັດໄດ້ກໍພຽງແຕ່ລໍ້ລວງ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ. ສະນັ້ນ ມັນຈຶ່ງຊັດເຈນແລ້ວວ່າ ເພື່ອທີ່ຈະບອກຄວາມແຕກຕ່າງລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ, ພວກເຮົາຕ້ອງຮັບຮູ້ວ່າພຣະຄຣິດຄືຄວາມຈິງ, ຫົນທາງ ແລະ ຊີວິດ. ມັນເປັນດັ່ງທີ່ພຣະເຢຊູເຈົ້າກ່າວໄວ້ “ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ(ໂຢຮັນ 14:6). “ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ(ພຣະນິມິດ 14:4).

ວິທີໆສອງທີ່ຈະບອກຄວາມແຕກຕ່າງລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິ! ດຕົວປອມ: ພາລະກິດຂອງພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ

ດັ່ງທີ່ພວກເຮົາທຸກຄົນຮູ້, ພຣະເຈົ້າໃໝ່ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ສະນັ້ນ ພວກເຮົາຈຶ່ງສາມາດໃຊ້ຈຸດນີ້ເພື່ອແຍກແຍະລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ. ກ່ອນອື່ນແມ່ນໃຫ້ພວກເຮົາອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ “ຖ້າໃນລະຫວ່າງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງທີ່ປອມຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ແລະ ການລອກແບບພຣະເຢຊູທີ່ພວກມັນມັກແຕ່ງຂຶ້ນມາ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ... ໃນລະຫວ່າງຍຸກສຸດທ້າຍ ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ ວິນຍານຊົ່ວຮ້າຍກໍຈະລອກແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ ພຣະເຈົ້າກໍປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ ວິນຍານຊົ່ວຮ້າຍກໍຈະລອກແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ).

ພວກເຮົາສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ທຸກຄັ້ງທີ່ພຣະເຈົ້າປະຕິບັດພາລະກິດ, ພຣະອົງເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ, ກໍ່ໃຫ້ເກີດຂັ້ນຕອນທີ່ໃໝ່ກວ່າ ແລະ ສູງກວ່າຂອງພາລະກິດ. ຕົວຢ່າງເຊັ່ນ ພຣະເຈົ້າເຢໂຮວາໄດ້ສຳເລັດພາລະກິດຂອງຍຸກແຫ່ງພຣະບັນຍັດໃນການປະກາດກົດໝາຍ ແລະ ພຣະບັນຍັດ ແລະ ນໍາພາຊີວິດຂອງມະນຸດ. ເມື່ອພຣະເຢຊູເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍບໍ່ໄດ້ເຮັດຊໍ້າພາລະກິດທີ່ມາກ່ອນໜ້າ; ກົງກັນຂ້າມ ພຣະອົງນໍາຍຸກແຫ່ງພຣະບັນຍັດໄປສູ່ຈຸດຈົບ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງມະນຸດ ແລະ ການອະໄພບາບຂອງເຂົາ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດພາລະກິດດັ່ງກ່າວ. ເຖິງຢ່າງໃດກໍຕາມ ຍ້ອນພຣະຄຣິດປອມບໍ່ມີແກ່ນແທ້ຂອງພຣະເຈົ້າ, ພວກເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະສາມາດປະຕິບັດພາລະກິດເພື່ອເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ສິ່ງທີ່ພວກເຂົາສາມາດເຮັດໄດ້ມີພຽງຕາມຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າ, ຮຽນແບບນໍ້າສຽງຂອງການເວົ້າຂອງພຣະເຈົ້າ ແລະ ພຣະທຳທີ່ພຣະອົງໄດ້ກ່າວ ແລະ ລອກແບບພາລະກິດທີ່ພຣະເຈົ້າໄດ້ເຮັດໃນອະດີດ. ພວກເຂົາສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງທີ່ງ່າຍດາຍ ແລະ ທຳທ່າເປັນພຣະເຈົ້າເພື່ອລໍ້ລວງຜູ້ຄົນ. ຍິ່ງໄປກວ່ານັ້ນ ພຣະຄຣິດປອມບໍ່ມີສິດອຳນາດ; ບໍ່ວ່າພວກເຂົາຈະພະຍາຍາມຮຽນແບບພຣະເຈົ້າແນວໃດກໍຕາມ, ພວກເຂົາບໍ່ສາມາດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນດັ່ງທີ່ພຣະເຢຊູເຈົ້າໄດ້ປະຕິບັດຈັກເທື່ອ ເຊັ່ນ: ການລ້ຽງຄົນຫ້າພັນຄົນດ້ວຍປາສອງໂຕ ແລະ ເຂົ້າຈີ່ຫ້າກ້ອນ ແລະ ນໍາລາຊະໂຣກັບຄືນມາຈາກຄວາມຕາຍ. ຄວາມໝາຍຂອງສິ່ງນີ້ກໍຄືພຣະເຈົ້າໃນຍຸກສຸດທ້າຍຈະບໍ່ເຮັດຊໍ້າພາລະກິດທີ່ຖືກປະຕິບັດກ່ອນໜ້າໂດຍພຣະເຢຊູເຈົ້າຢ່າງແນ່ນອນ ແລະ ທຸກຄົນໃນຍຸກສຸດທ້າຍທີ່ຮຽນແບບພາລະກິດຂອງພຣະເຈົ້າ, ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນສອງສາມຢ່າງທີ່ງ່າຍດາຍ ແລະ ຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍເພື່ອລໍ້ລວງຜູ້ຄົນ ແມ່ນວິນຍານຊົ່ວຮ້າຍປອມຕົວຢ່າງແນ່ນອນທີ່ສຸດ, ພວກເຂົາແມ່ນພຣະຄຣິດປອມ. ນັ້ນຄືເຫດຜົນທີ່ພຣະເຢຊູເຈົ້າໄດ້ໃຫ້ຄຳເຕືອນນີ້ແກ່ພວກເຮົາ “ຍ້ອນຈະເກີດມີພຣະຄຣິດປອມ ແລະ ຜູ້ປະກາດພຣະທຳປອມ ແລະ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນຫຼາຍຢ່າງ; ເພື່ອວ່າຖ້າເປັນໄປໄດ້ ພວກເຂົາຈະຫຼອກລວງແມ່ນແຕ່ຄົນທີ່ຖືກເລືອກໄວ້ແລ້ວ(ມັດທາຍ 24:24).

ຈາກການສົນທະນານີ້, ບັດນີ້ ພວກເຮົາໄດ້ຮັບຮູ້ວ່າ ມີພຽງແຕ່ພຣະຄຣິດເທົ່ານັ້ນທີ່ມີແກ່ນແທ້ແຫ່ງຊີວິດຂອງພຣະເຈົ້າ ແລະ ມີແຕ່ພຣະຄຣິດເທົ່ານັ້ນທີ່ສາມາດກ່າວຄວາມຈິງ ແລະ ສະໜອງໃຫ້ແກ່ຊີວິດຂອງຜູ້ຄົນໄດ້. ເມື່ອຄົນທີ່ຮັກຄວາມຈິງ ແລະ ຫິວກະຫາຍຫາຄວາມຈິງຟັງພຣະທຳຂອງພຣະເຈົ້າ, ພວກເຂົາກໍຖືກດຶງດູດ ແລະ ຖືກເອົາຊະນະໂດຍພຣະທຳຂອງພຣະອົງ. ຄົນດັ່ງກ່າວເປັນຂອງພຣະເຈົ້າ; ພວກເຂົາສາມາດເຂົ້າໃຈສຽງຂອງພຣະເຈົ້າ ແລະ ຮັບຮູ້ວ່າພຣະຄຣິດເປັນພຣະເຈົ້າເອງ. ຕົວຢ່າງເຊັ່ນ: ເປໂຕ, ໂຢຮັນ ແລະ ສາວົກຄົນອື່ນໆແມ່ນລ້ວນແລ້ວແຕ່ຮັບຮູ້ໃນພຣະທຳຂອງພຣະເຢຊູເຈົ້າວ່າ ພຣະອົງເປັນພຣະເມຊີອາທີ່ກັບຄືນມາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເລີ່ມຕິດຕາມພຣະອົງເທື່ອລະຄົນ. ບັດນີ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ ແລະ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ, ພຣະອົງປະຕິບັດພາລະກິດແຫ່ງການພິພາກສາ ແລະ ພຣະອົງກ່າວຄວາມຈິງທັງໝົດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງເປີດເຜີຍຄວາມລຶກລັບແຫ່ງພາລະກິດຄຸ້ມຄອງຫົກພັນປີທັງໝົດຂອງພຣະເຈົ້າ ແລະ ພຣະອົງເປີດໂປງທຳມະຊາດ ແລະ ແກ່ນແທ້ແບບຊາຕານຂອງມະນຸດ ເພື່ອວ່າເຂົາອາດມາຮູ້ຈັກຄວາມຈິງແຫ່ງຄວາມເສື່ອມຊາມຂອງເຂົາ ແລະ ມີເສັ້ນທາງທີ່ນໍາໄປສູ່ການປ່ຽນແປງໃນອຸປະນິໄສຂອງເຂົາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງບອກພວກເຮົາເຖິງວິທີທີ່ຈະນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ວິທີການດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ປົກກະຕິ ພ້ອມທັງອີກຫຼາຍໆສິ່ງ ແລະ ພ້ອມດຽວກັນນັ້ນ ທຸກສິ່ງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຊົ່ວນິດນິລັນ. ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທີ່ຖືກປະຕິບັດໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພາລະກິດຂອງພຣະເຈົ້າເອງ ເຊິ່ງບັນລຸຄຳທຳນາຍເຫຼົ່ານີ້ທີ່ຢູໃນພຣະຄຳພີຢ່າງແທ້ຈິງ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້.ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ(ໂຢຮັນ 12:47).

ບັດນີ້ ໜັງສືແຫ່ງພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ ຄື ພຣະທໍາປາກົດໃນຮ່າງກາຍ ຖືກເຮັດໃຫ້ເປັນສາທາລະນະໃນອອນລາຍສຳລັບການສະແຫວງຫາ ແລະ ການສືບຄົ້ນໂດຍຜູ້ຮັກຄວາມຈິງຈາກທຸກຄົນທົ່ວໂລກ. ຫຼາຍຄົນທີ່ປາຖະໜາໃຫ້ພຣະເຈົ້າປາກົດຕົວກໍໄດ້ອ່ານພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວ ແລະ ຮັບຮູ້ວ່າພວກມັນຄືສຽງຂອງພຣະເຈົ້າ ແລະ ແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາໃນຍຸກສຸດທ້າຍ. ພວກເຂົາຕິດຕາມບາດກ້າວຂອງພຣະເມສານ້ອຍ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າເທື່ອລະຄົນ. ນີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າເອງທັງສິ້ນ ເຊິ່ງບັນລຸຄຳທຳນາຍໃນພຣະທຳເອຊາຢາ ບົດທີ 2 ຂໍ້ 2 “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ” ຢ່າງສິ້ນເຊີງ. ມັນຊັດເຈນແລ້ວວ່າ ໃນການຕ້ອນຮັບພຣະຜູ້ເປັນເຈົ້າ ສິ່ງທີ່ສຳຄັນແມ່ນການເອົາໃຈໃສ່ຕໍ່ການຟັງສຽງຂອງພຣະເຈົ້າ ແລະ ຮັບຮູ້ວ່າພຣະຄຣິດຄືຄວາມຈິງ, ຫົນທາງ ແລະ ຊີວິດ. ພວກເຮົາຄວນສະແຫວງຫາ ແລະ ສືບຄົ້ນໃນເວລາທີ່ພວກເຮົາໄດ້ຍິນວ່າ ແຫ່ງໃດແຫ່ງໜຶ່ງມີພຣະຄຳຂອງພຣະເຈົ້າ ຫຼື ຜູ້ໃດຜູ້ໜຶ່ງກຳລັງເທດສະໜາການກັບຄືນມາຂອງພຣະຜູ້ເປັນເຈົ້າ. ຖ້າພວກເຮົາຍັງຢ້ານກົວທີ່ຈະຖືກລໍ້ລວງໂດຍພຣະຄຣິດຕົວປອມ ແລະ ເຝົ້າລະມັດລະວັງ, ຖ້າພວກເຮົາບໍ່ກ້າສະແຫວງຫາ ຫຼື ສືບຄົ້ນ ແລະ ພວກເຮົາປະຕິເສດທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍຄື ພຣະຄຣິດແຫ່ງຍຸກສຸດທ້າຍ, ແລ້ວພວກເຮົາຈະບໍ່ໂງ່ຈ້າຈົນເຖິງທີ່ສຸດບໍ? ຖ້າພວກເຮົາເຮັດແບບນັ້ນ, ພວກເຮົາກໍຈະສູນເສຍຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍຕະຫຼອດໄປ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຊາວຄຣິສຕຽນຈະເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?

ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ:...

ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

ໂດຍ ສູຊິງ, ປະເທດຈີນ ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ....

ມັນສຳຄັນຢ່າງຍິ່ງທີ່ຊາວຄຣິສຕຽນຕ້ອງເຂົ້າຮ່ວມກອງປະຊຸມເປັນປະຈຳ

ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ຢ່າປະຖິ້ມການເຕົ້ມໂຮມຮ່ວມກັນຂອງພວກເຮົາເອງດັ່ງທີ່ບາງຄົນມີລັກສະນະແບບນັ້ນ; ແຕ່ໃຫ້ຕັກເຕືອນກັນ: ຍິ່ງຫຼາຍແຮງດີ...

Leave a Reply