ຊາວຄຣິສຕຽນຈະເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?

25 ເດືອນທັນວາ 2021

ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ(ໂຢຮັນ 8:34-35). ພຣະທຳຂອງພຣະຜູ້ເປັນເຈົ້າບອກພວກເຮົາວ່າຖ້າຜູ້ຄົນບໍ່ສາມາດເຮັດໃຫ້ໂຕເອງຫຼຸດພົ້ນຈາກຄວາມເປັນທາດ ແລະ ໂສ້ລ່າມຂອງບາບ ແລະ ພວກເຂົາສືບຕໍ່ເຮັດບາບຕໍ່ໄປ, ພວກເຂົາກໍ່ເປັນຜູ້ຮັບໃຊ້ຂອງບາບ ແລະ ຈະບໍ່ມີວັນເຂົ້າໃນອະນາຈັກຂອງພຣະເຈົ້າໄດ້. ອ່ານບົດຄວາມນີ້ຈາກພຣະຄຳພີ, ອ້າຍເອື້ອຍນ້ອງທີ່ສັດທາຫຼາຍຄົນຈະຄິດວ່າພວກເຂົາເຮັດບາບແນວໃດໃນຕອນກາງເວັນພຽງເພື່ອສາລະພາບໃນຕອນກາງຄືນ, ດັ່ງນັ້ນ ພວກເຂົາຈະກັງວົນວ່າພວກເຂົາຢູ່ໃນບາບ ແລະ ບໍ່ສາມາດເຂົ້າອານາຈັກຂອງພຣະເຈົ້າໄດ້ ແລະ ພວກເຂົາຈະທຸກລະທົມຢູ່ໃນໃຈຂອງຕົນ. ພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າ, ແລ້ວເປັນຫຍັງພວກເຂົາຈິ່ງບໍ່ສາມາດເຮັດໃຫ້ໂຕເອງຫຼຸດພົ້ນຈາກບາບໄດ້? ແລ້ວພວກເຮົາຈະສາມາດເຮັດໃຫ້ໂຕເອງພົ້ນຈາກໂສ້ລ່າມຂອງບາບໄດ້ແນວໃດ? ຕອນນີ້ ພວກເຮົາຈະສົນທະນາເຖິງຄວາມຈິງດ້ານນີ້.

ຊາວຄຣິສຕຽນຈະເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?

ເປັນຫຍັງພວກເຮົາຈິ່ງບໍ່ສາມາດຫຼຸດພົ້ນຈາກພັນທະຂອງບາບໃນຄວາມເຊື່ອພວກເຮົາໃນພຣະເຈົ້າໄດ້?

ເມື່ອເວົ້າເຖິງຄໍາຖາມວ່າເປັນຫຍັງພວກເຮົາເຊື່ອໃນອົງພຣະຜູ້ເປັນເຈົ້າແຕ່ຍັງບໍ່ສາມາດກໍາຈັດບາບຂອງຕົນເອງໄດ້, ກ່ອນອື່ນໃຫ້ພວກເຮົາອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). ພຣະທຳຂອງພຣະເຈົ້າສະແດງໃຫ້ພວກເຮົາເຫັນວ່າ ເຖິງແມ່ນວ່າພວກເຮົາໄດ້ຜ່ານການກູ້ໄຖ່ຂອງພຣະເຢຊູເຈົ້າ ແລະ ບາບຂອງພວກເຮົາໄດ້ຮັບການອະໄພ ແລະ ເຖິງແມ່ນວ່າຫຼັງຈາກເຮັດບາບ, ພວກເຮົາກໍ່ອະທິຖານ, ສາລະພາບ ແລະ ກັບໃຈຫາພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າບໍ່ເບິ່ງວ່າພວກເຮົາເປັນຄົນບາບອີກຕໍ່ໄປ, ທຳມະຊາດທີ່ເປັນບາບຂອງພວກເຮົາກໍ່ຍັງມີຢູ່; ພວກເຮົາຍັງມີແນວໂນ້ມທີ່ຈະເຮັດບາບເລື້ອຍໆ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ດຳລົງຊີວິດຢູ່ໃນບາບ ຕອນກາງເວັນເພື່ອສາລະພາບບາບຕອນກາງຄືນເທົ່ານັ້ນ. ຕົວຢ່າງ: ເມື່ອຄົນອື່ນເວົ້າ ຫຼື ເຮັດບາງສິ່ງທີ່ທຳຮ້າຍຜົນປະໂຫຍດຂອງພວກເຮົາເອງ, ພວກເຮົາກໍ່ກຽດຊັງພວກເຂົາ; ພວກເຮົາຮູ້ເປັນຢ່າງດີວ່າພຣະເຈົ້າຮັກຄົນທີ່ຊື່ສັດ, ແຕ່ພວກເຮົາມັກຕົວະ ແລະ ຂີ້ໂກງເພື່ອເຫັນແກ່ຜົນປະໂຫຍດຂອງພວກເຮົາເອງ; ເມື່ອຖືກພຣະເຈົ້າອວຍພອນ, ພວກເຮົາກໍ່ຂອບໃຈພຣະເຈົ້າຢູ່ຕະຫຼອດ; ເມື່ອປະສົບກັບໄພພິບັດ, ພວກເຮົາກໍ່ເລີ່ມຈົ່ມວ່າໃຫ້ພຣະເຈົ້າ ແລະ ພວກເຮົາອາດແມ່ນແຕ່ຕໍ່ວ່າພຣະເຈົ້າ ໂດຍສົບປະໝາດພຣະອົງຢ່າງເປີດເຜີຍ. ສາມາດເຫັນໄດ້ວ່າ ເຖິງແມ່ນວ່າບາບຂອງພວກເຮົາໄດ້ຮັບການອະໄພແລ້ວ, ອຸປະນິໄສທີ່ເສື່ອມຊາມພາຍໃນຕົວພວກເຮົາຍັງບໍ່ໄດ້ຮັບການຊຳລະລ້າງ, ເພາະວ່າສິ່ງທີ່ພຣະເຢຊູເຈົ້າກະທຳແມ່ນພາລະກິດແຫ່ງການຄືງການແຂນ ແລະ ການກູ້ໄຖ່ມວນມະນຸດ, ບໍ່ແມ່ນພາລະກິດແຫ່ງການພິພາກສາ ແລະ ການເຮັດໃຫ້ສະອາດບໍລິສຸດໃນຍຸກສຸດທ້າຍເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງສົມບູນ. ພວກເຮົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມມາເປັນເວລາຫຼາຍພັນປີ ແລະ ອຸປະນິໄສແບບຊາຕານຂອງພວກເຮົາໄດ້ຢັ່ງຮາກເລິກໃນຕົວພວກເຂົາຢ່າງໜັກແໜ້ນ. ຄວາມຈອງຫອງ, ກົນອຸບາຍ, ຄວາມແຂງກະດ້າງ, ຄວາມໂຫດຮ້າຍ, ຄວາມຊົ່ວ ແລະ ການກຽດຊັງຄວາມຈິງ, ສິ່ງເຫຼົ່ານີ້ລ້ວນປ່ຽນແປງໄດ້ຍາກຫຼາຍກວ່າບາບ ແລະ ສາມາດເຮັດໃຫ້ຜູ້ຄົນຕໍ່ຕ້ານພຣະເຈົ້າໂດຍກົງ. ຖ້າຕົ້ນເຫດເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ແລ້ວພວກເຮົາກໍ່ຈະເຮັດບາບມື້ນີ້ ແລະ ມື້ອື່ນກໍ່ຈະເຮັດບາບເຊັ່ນດຽວກັນ, ໃນທີ່ສຸດກໍ່ບໍ່ສາມາດຫຼຸດພົ້ນຈາກພັນທະ ແລະ ຂໍ້ຈໍາກັດຂອງບາບໄດ້ຢ່າງສິ້ນເຊີງ.

ຊາວຄຣິສຕຽນຈະເຮັດໃຫ້ໂຕເອງເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?

ແລ້ວພວກເຮົາຈະສາມາດເຮັດໃຫ້ໂຕພວກເຮົາເອງພົ້ນຈາກໂສ້ລ່າມຂອງບາບໄດ້ແນວໃດ? ພຣະເຢຊູເຈົ້າຊົງທຳນວາຍວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48).

ພຣະທຳຂອງພຣະເຈົ້າຍັງເວົ້າອີກວ່າ “ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ)

ພຣະທຳຂອງພຣະເຈົ້າບອກພວກເຮົາວ່າ ພຣະເຈົ້າຈະກັບມາໃນວັນສຸດທ້າຍເພື່ອກ່າວພຣະທຳຂອງພຣະອົງ ແລະ ປະຕິບັດພາລະກິດແຫ່ງການພິພາກສາ, ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຊ່ວຍລາວໃຫ້ລອດພົ້ນຈາກບາບຢ່າງສິ້ນເຊີງ. ມື້ນີ້, ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວໃນເນື້ອໜັງເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດ. ບົນພື້ນຖານແຫ່ງພາລະກິດການໄຖ່ຂອງອົງພຣະເຢຊູເຈົ້າ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປະຕິບັດພາລະກິດຂອງພຣະອົງຂັ້ນຕອນໜຶ່ງ ນັ້ນຄືການພິພາກສາທີ່ເລີ່ມຕົ້ນໃນເຮືອນຂອງພຣະເຈົ້າ. ພຣະອົງຊົງສຳແດງຄວາມຈິງທັງໝົດເພື່ອການຊຳລະລ້າງ ແລະ ຄວາມລອດພົ້ນຂອງມະນຸດ, ແກ້ໄຂທຳມະຊາດທີ່ເປັນບາບຂອງພວກເຮົາຕັ້ງແຕ່ຮາກຂຶ້ນມາ ແລະ ເຮັດໃຫ້ພວກເຮົາເຂົ້າໃຈຄວາມຈິງ, ເຮັດໃຫ້ໂຕເອງຫຼຸດພົ້ນຈາກບາບ, ເຊົາເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ, ກາຍເປັນຄົນທີ່ເຊື່ອຟັງ ແລະ ຢຳເກງພຣະເຈົ້າ ໃນເວລາທີ່ພວກເຮົາຖືກເຮັດໃຫ້ໄດ້ຮັບຢ່າງແທ້ຈິງໂດຍພຣະເຈົ້າ. ເມື່ອພວກເຮົາຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເທົ່ານັ້ນ ພວກເຮົາຈິ່ງຈະມີໂອກາດເຮັດໃຫ້ໂຕເອງຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ຖືກຊຳລະລ້າງໃຫ້ບໍລິສຸດ.

ພຣະເຈົ້າຊຳລະລ້າງ ແລະ ພິພາກສາມະນຸດແນວໃດ?

ແລ້ວພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດພາລະກິດແຫ່ງການພິພາກສາເພື່ອຊຳລະລ້າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ເຮັດໃຫ້ມະນຸດປົດປ່ອຍໂຕເອງຈາກບາບແນວໃດ? ໃຫ້ພວກເຮົາອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ)

ໃນການກ່າວເຖິງວຽກງານການພິພາກສາ, ບາງຄົນອາດຄິດວ່າ: ການພິພາກສາບໍ່ແມ່ນການກ່າວໂທດໂດຍພຣະເຈົ້າບໍ? ແລ້ວຄົນໆໜຶ່ງຍັງຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າໄດ້ແນວໃດ? ທີ່ພວກເຮົາມີຄວາມຄິດເຊັ່ນກັນກໍ່ຍ້ອນວ່າພວກເຮົາບໍ່ຮູ້ຈັກພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ພຣະທຳຂອງພຣະເຈົ້າບອກພວກເຮົາວ່າພາລະກິດແຫ່ງການພິພາກສາທີ່ຖືກປະຕິບັດໂດຍພຣະເຈົ້າໃນຍຸກສຸດທ້າຍ ສ່ວນໃຫຍ່ແມ່ນການສຳແດງຄວາມຈິງເພື່ອພິພາກສາ ແລະ ຊຳລະລ້າງມະນຸດ, ດັ່ງນັ້ນ ຈາກການເປີດເຜີຍແຫ່ງພຣະທຳຂອງພຣະເຈົ້າ ເຮັດໃຫ້ພວກເຮົາຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງພວກເຮົເອງ ແລະ ຈົ່ງເບິ່ງຄວາມຈິງຕົວຈິງຂອງອຸປະນິໄສຂອງພວກເຮົາຢູ່ໃນມືຂອງຊາຕານ. ພຣະທຳຂອງພຣະເຈົ້າເປັນຄືດາບສອງຄົມ; ເມື່ອພວກເຮົາອ່ານພຣະທຳຂອງພຣະເຈົ້າ, ຄືກັບວ່າພຣະອົງກຳລັງພິພາກສາ ແລະ ເປີດໂປງພວກເຮົາໜ້າຕໍ່ໜ້າ, ເຮັດໃຫ້ພວກເຮົາຮັບຮູ້ອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຮົາ, ອຸປະນິໄສທີ່ຈອງຫອງ, ເຈົ້າເລ່, ຊົ່ວຮ້າຍ ແລະ ອື່ນໆ. ຕົວຢ່າງ ເມື່ອພວກເຮົາເລີ່ມເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາຊື່ນຊົມພຣະຄຸນຂອງພຣະຜູ້ເປັນເຈົ້າ, ມີຄວາມສະຫງົບ ແລະ ຄວາມສຸກຢູ່ໃນຫົວໃຈຂອງພວກເຮົາ ແລະ ໂດຍສະເພາະຫຼັງຈາກທີ່ພວກເຮົາເຫັນພອນ ແລະ ຄຳສັນຍາທີ່ພຣະຜູ້ເປັນເຈົ້າມອບໃຫ້ແກ່ພວກເຮົາ. ພວກເຮົາຍິ່ງມີຄວາມກະຕືລືລົ້ນຫຼາຍຂຶ້ນໃນການເສຍສະຫຼະຕົວເອງເພື່ອພຣະອົງ. ພວກເຮົາບໍ່ເຄີຍພາດການຊຸມນຸມ ຫຼື ຂ້າມການອ່ານພຣະຄໍາພີ; ພວກເຮົາສະໜັບສະໜູນອ້າຍເອື້ອຍນ້ອງທີ່ອ່ອນແອເລື້ອຍໆ, ເຜີຍແຜ່ຂ່າວປະເສີດໃນທຸກບ່ອນທີ່ພວກເຮົາໄປ, ໃຈທຸ່ນທ່ຽງໃນການອຸທິດຕົນ ແລະ ຄວາມໃຈບຸນຂອງພວກເຮົາ, ເຊື່ອໝັ້ນວ່າຖ້າພວກເຮົາເສຍສະຫຼະໂຕເອງ, ພຣະຜູ້ເປັນເຈົ້າຈະຮັບປະກັນວ່າທຸກສິ່ງຈະດຳເນີນໄປຢ່າງປອດໄພ ແລະ ຢ່າງລາບລື້ນສຳລັບພວກເຮົາ ແລະ ຫຼັງຈາກນັ້ນ ພວກເຮົາກໍ່ຈະສາມາດເຂົ້າສູ່່ອານາຈັກສະຫວັນ ແລະ ໄດ້ຮັບຊີວິດນິລັນດອນ. ແຕ່ເມື່ອຄວາມໂຊກຮ້າຍເກີດຂຶ້ນກັບພວກເຮົາ, ເມື່ອພຣະຜູ້ເປັນເຈົ້າບໍ່ດູແລ ແລະ ປົກປ້ອງພວກເຮົາ, ພວກເຮົາກໍ່ເສຍໃຈທີ່ໄດ້ເສຍສະຫຼະໂຕເອງເພື່ອພຣະເຈົ້າໃນເມື່ອກ່ອນ ແລະ ເຖິງກັບເລີ່ມໂທດພຣະເຈົ້າຢູ່ໃນໃຈຂອງພວກເຮົາ. ເມື່ອພວກເຮົາຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາເຫັນພຣະອົງກ່າວວ່າ “ທຸກມື້ນີ້, ຄົນສ່ວນໃຫຍ່ຢູ່ໃນສະພາວະແບບນີ້: ‘ເພື່ອຮັບເອົາພອນ, ຂ້ອຍຕ້ອງສະລະຕົນເອງເພື່ອພຣະເຈົ້າ ແລະ ຈ່າຍລາຄາສຳລັບພຣະອົງ. ເພື່ອຮັບເອົາພອນ, ຂ້ອຍຕ້ອງປະຖິ້ມທຸກສິ່ງສຳລັບພຣະເຈົ້າ; ຂ້ອຍຕ້ອງເຮັດສິ່ງທີ່ພຣະອົງຝາກຝັງໄວ້ໃຫ້ຂ້ອຍນັ້ນສຳເລັດ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ’. ສິ່ງນີ້ຖືກຄອບງໍາໂດຍເຈດຕະນາເພື່ອຮັບເອົາພອນ ເຊິ່ງເປັນຕົວຢ່າງຂອງການສະລະຕົນເອງເພື່ອຈຸດປະສົງໃນການຮັບເອົາລາງວັນຈາກພຣະເຈົ້າ ແລະ ການຮັບເອົາມົງກຸດທັງສິ້ນ. ຄົນດັ່ງກ່າວບໍ່ມີຄວາມຈິງໃນຫົວໃຈຂອງພວກເຂົາ ແລະ ແນ່ນອນ ຄວາມເຂົ້າໃຈຂອງພວກເຂົາກໍພຽງແຕ່ປະກອບມີຄຳເວົ້າສອງສາມຄຳທີ່ເປັນຄຳສອນ ເຊິ່ງພວກເຂົາໂອ້ອວດໃນທຸກບ່ອນທີ່ພວກເຂົາໄປ. ເສັ້ນທາງຂອງພວກເຂົາແມ່ນເສັ້ນທາງຂອງໂປໂລ(“ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ). “ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕົງປະເດັນໃນການເປີດເຜີຍແຮງຈູງໃຈ ແລະ ມຸມມອງທີ່ຜິດພາດຂອງຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ. ຜ່ານການໄຕ່ຕົງຕົວເອງເທົ່ານັ້ນ ພວກເຮົາຈິ່ງຮັບຮູ້ວ່າພວກເຮົາບໍ່ໄດ້ເຮັດວຽກໜັກຈາກຄວາມຮັກຂອງພວກເຮົາຕໍ່ພຣະເຈົ້າ ແລະ ເພາະວ່າພວກເຮົາປາຖະໜາເຮັດໃຫ້ພຣະເຈົ້າພໍໃຈ; ກົງກັນຂ້າມ, ພວກເຮົາກຳລັງແນມຫາການເສຍສະຫຼະຕົວເອງເພື່ອແລກກັບພອນ ແລະ ຄຳສັນຍາຂອງພຣະເຈົ້າ ນັ້ນຄືການປະພຶດີ ແລະ ການປະທຳຂອງພວກເຮົາແມ່ນເພື່ອບັນລຸເປົ້າໝາຍຂອງພວກເຮົາເອງເທົ່ານັ້ນ. ໃນເວລາເຊັ່ນນັ້ນ, ພວກເຮົາເຫັນໄດ້ວ່າພວກເຮົາເຫັນແກ່ຕົວ ແລະ ເຍີ່ຍິ່ງພຽງໃດ. ພວກເຮົາດຳລົງຊີວິດຕາມກົດເກນຂອງຊາຕານກ່ຽວກັບ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”; ທຸກສິ່ງທີ່ພວກເຮົາເຮັດແມ່ນເພື່ອຜົນປະໂຫຍດຂອງພວກເຮົາເອງ ແລະ ແມ່ນແຕ່ເມື່ອພວກເຮົາເສຍສະຫຼະຕົວເອງເລັກນ້ອຍໃນຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ, ນີ້ກໍ່ແມ່ນເພື່ອໄດ້ຮັບຜົນປະໂຫຍດ ແລະ ພອນຈາກພຣະເຈົ້າເຊັ່ນກັນ. ພວກເຮົາຕ້ອງການແລກປ່ຽນການເສຍສະຫຼະເລັກນ້ອຍເພື່ອພອນທີ່ຍິ່ງໃຫຍ່ ແລະ ພວກເຮົາສະແຫວງຫາເພື່ອໄດ້ຮັບເປັນຮ້ອຍເທົ່າໃນຊີວິດນີ້ ແລະ ໄດ້ຮັບຊີວິດນິລັນດອນໃນໂລກໜ້າ. ພວກເຮົາບໍ່ໄດ້ເສຍສະຫຼະຕົວເອງເພື່ອປະຕິບັດໜ້າທີ່ຂອງພວກເຮົາໃນນາມສິ່ງມີຊີວິດທີ່ຖືກສ້າງ ແລະ ເພື່ອຕອບແທນຄວາມຮັກຂອງພຣະເຈົ້າເລີຍ. ເມື່ອຄວາມຕັ້ງໃຈ ແລະ ຄວາມປາຖະໜາຂອງພວກເຮົາບໍ່ສຳເລັດຜົນ, ພວກເຮົາກໍ່ກາຍເປັນຄົນຄິດລົບ, ຈົ່ມວ່າ, ທໍລະຍົດ ແລະ ຕໍ່ຕ້ານພຣະເຈົ້າ. ເມື່ອພວກເຮົາເຫັນວ່າພວກເຮົາສົກກະປົກ ແລະ ເສື່ອມຊາມພຽງໃດ, ພວກເຮົາຂາດມະໂນທຳ ແລະ ເຫດຜົນ ແລະ ບໍ່ເໝາະສົມຢ່າງສິ້ນເຊີງທີ່ຈະໄດ້ຮັບລາງວັນ ແລະ ພອນຂອງພຣະເຈົ້າ, ໃນໃຈຂອງພວກເຮົາ ພວກເຮົາຮູ້ສຶກເສຍໃຈ ແລະ ຕຳນິຕົນເອງ. ພວກເຮົາດູໝິ່ນຕົນເອງ ແລະ ຖືກບັງຄັບໃຫ້ລົ້ມລົງຕໍ່ໜ້າພຣະເຈົ້າເພື່ອສາລະພາບບາບຂອງພວກເຮົາ, ຫວັງວ່າຈະເລີ່ມຕົ້ນໃໝ່, ເຕັມໃຈທີ່ສະເສຍສະຫຼະຕົວເອງເພື່ອພຣະເຈົ້າ ແລະ ບໍ່ຂໍຫຍັງເປັນການຕອບແທນອີກຕໍ່ໄປ. ຜ່ານການປະສົບກັບການພິພາກສາ ແລະ ການຕິສອນຂອງພຣະເຈົ້າ, ພວກເຮົາໄດ້ມາຮັບຮູ້ອຸປະນິໄສຊາຕານຂອງພວກເຮົາເອງ ແລະ ພວກເຮົາເຫັນວ່າບ່ອນໃດກໍ່ຕາມທີ່ມີຄວາມສົກກະປົກ, ບ່ອນນັ້ນກໍ່ມີການພິພາກສາຂອງພຣະເຈົ້າ ແລະ ພວກເຮົາໄດ້ມາຮູ້ຈັກເນື້ອແທ້ຂອງພຣະເຈົ້າ ແລະ ອຸປະນິໄສທີ່ຊອບທຳ, ລ່ວງລະເມີດບໍ່ໄດ້ຂອງພຣະອົງ, ດັ່ງນັ້ນຫົວໃຈທີ່ຢຳເກງພຣະເຈົ້າຈຶ່ງເກີດມາຢູ່ໃນໂຕພວກເຮົາ. ພາຍໃຕ້ການຊີ້ນຳແຫ່ງພຣະທຳຂອງພຣະເຈົ້າ, ພວກເຮົາຄ່ອຍໆມາເຂົ້າໃຈຄວາມປະສົງ ແລະ ຂໍ້ກຳນົດຂອງພຣະເຈົ້າ, ພວກເຮົາຍຶດໝັ້ນໃນຕຳແໜ່ງຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນເພື່ອປະຕິບັດໜ້າທີ່ເລັກນ້ອຍຂອງມະນຸດ, ມີການເຮັດທຸລະກໍາໃນການມີສ່ວນຮ່ວມຂອງພວກເຮົາກັບພຣະເຈົ້າໜ້ອຍລົງເລື້ອຍໆ, ຄວາມສໍາພັນຂອງພວກເຮົາກັບພຣະອົງກາຍຍິ່ງໃກ້ຊິດກັນຫຼາຍຂຶ້ນ, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາມີການປ່ຽນແປງບາງຢ່າງ ແລະ ໃນທີ່ສຸດພວກເຮົາດໍາລົງຊີວິດຄືກັນກັບມະນຸດແທ້.

ການທີ່ພວກເຮົາສາມາດປ່ຽນແປງດັ່ງທີ່ພວກເຮົາມີໃນທຸກມື້ນີ້ ລ້ວນເປັນຜົນສຳເລັດໃນຕົວພວກເຮົາໂດຍພາລະກິດແຫ່ງການພິພາກສາຂອງພຣະເຈົ້າທັງສິ້ນ. ທຸກຄົນທີ່ໄດ້ປະສົບກັບການພິພາກສາ ແລະ ການຕິສອນຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຜູ້ທີ່ຮັກຄວາມຈິງຢ່າງແທ້ຈິງ, ຫຼັງຈາກຫຼາຍປີພວກເຂົາເຫັນການປ່ຽນແປງຢ່າງຊັດເຈນ ແລະ ເກັບກ່ຽວຜົນເກັບກ່ຽວ; ໃນໃຈພວກເຂົາ, ພວກເຂົາສາມາດຮູ້ສຶກໄດ້ວ່າຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດຍິ່ງໃຫຍ່ພຽງໃດ ແລະ ຄວາມລອດພົ້ນຂອງພຣະອົງຕໍ່ມະນຸດຍິ່ງໃຫຍ່ພຽງໃດ ແລະ ພວກເຂົາມີຄວາມຊາບຊຶ້ງຢ່າງເລິກເຊິ່ງວ່າພາລະກິດຂອງພຣະເຈົ້ານັ້ນຈິ່ງແທ້ພຽງໃດ. ພວກເຂົາຮັບຮູ້ວ່າມີແຕ່ການພິພາກສາ ແລະ ການຕິສອນຂອງພຣະເຈົ້າເທົ່ານັ້ນແມ່ນຄວາມລອດພົ້ນທີ່ແທ້ຈິງທີ່ສຸດ ແລະ ໂດຍການຍອມຮັບພາລະກິດຍຸກສຸດທ້າຍຂອງພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ ແລະ ປະສົບກັບການພິພາກສາ ແລະ ການຕິສອນຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈິ່ງສາມາດຖືກຊຳລະລ້າງ ແລະ ປ່ຽນແປງໄດ້; ນີ້ແມ່ນເສັ້ນທາງດຽວເຊິ່ງພວກເຮົາສາມາດເຮັດໃຫ້ຕົວເອງພົ້ນຈາກບາບໄດ້.

ໝາຍເຫດຈາກຜູ້ກວດແກ້: ການສົນທະນານີ້ໄດ້ແກ້ໄຂຄວາມສັບສົນຂອງທ່ານບໍ? ທ່ານພົບວ່າໃນການສົນທະນານີ້ມີເສັ້ນທາງທີ່ຈະເຮັດໃຫ້ໂຕເອງພົ້ນຈາກບາບບໍ? ຖ້າທ່ານຄິດວ່າສິ່ງນີ້ຊ່ວຍທ່ານໄດ້, ໃຫ້ຈັບຕາເບິ່ງເວັບໄຊທ໌ນີ້ ແລະ ພວກເຮົາຈະສືບຕໍ່ອັບເດດມັນດ້ວຍເນື້ອຫາໃໝ່ໆ. ຖ້າຄົນທີ່ທ່ານຮູ້ຈັກມີຄວາມສັບສົນຄືກັນກັບທ່ານ, ກາລຸນາແບ່ງປັນບົດເລື່ອງນີ້ກັບພວກເຂົາ. ຖ້າທ່ານມີຄຳຖາມ ຫຼື ຂໍ້ຫຍຸ້ງຍາກໃດໆ, ກາລຸນາຕິດຕໍ່ພວກເຮົາໄດ້ຕະຫຼອດເວລາ ແລະ ພວກເຮົາສາມາດກວດສອບເບິ່ງພວກມັນ ແລະ ສະແຫວງຫາຮ່ວມກັນ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການໄຂຄວາມລຶກລັບທີ່ຢູ່ເບື້ອງຫຼັງພຣະທຳມັດທາຍ 24:36: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”

ໂດຍ ຊິນເຈຍ ດວງເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນ ແລະ ໄພພິບັດ ເຊັ່ນ ແຜ່ນດິນໄຫວ, ໄພອຶດຢາກ ແລະ ໂຣກລະບາດເກີດຂຶ້ນເປັນປະຈຳຢູ່ເລື້ອຍໆ....

ຄຳທຳນາຍໃນພຣະຄຳພີກ່ຽວກັບຍຸກສຸດທ້າຍໄດ້ກາຍເປັນຈິງ ແລະ ມື້ຂອງໂນອາກໍໄດ້ມາເຖິງ: ຮຽນຮູ້ກ່ຽວກັບຄວາມລຶກລັບຂອງການມາເຖິງຂອງບຸດມະນຸດ

ມື້ຂອງໂນອາໄດ້ປາກົດຂຶ້ນ: ສິ່ງນີ້ທຳນາຍເຖິງຫຍັງ? ເມື່ອພວກເຮົາເວົ້າກ່ຽວກັບມະນຸດຊາດໃນຍຸກຂອງໂນອາ, ທຸກຄົນກໍຮູ້ວ່າ ການຄາດຕະກຳ ແລະ ການວາງເພີງ,...

ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?

ໂດຍ ເບັກກີ, ສະຫະລັດອາເມຣິກາ ໃນປັດຈຸບັນ, ໄພພິບັດທົ່ວແຜ່ນດິນໂລກກຳລັງຮຸນແຮງຂຶ້ນເລື້ອຍໆ. ຂ່າວຕ່າງໆແມ່ນເຕັມໄປດ້ວຍເລື່ອງລາວຂອງໂຣກຮ່າ, ແຜ່ນດິນໄຫວ,...

Leave a Reply