ໄພພິບັດມາແລ້ວ: ຄຣິສຕຽນຄວນກັບໃຈແນວໃດເພື່ອໄດ້ຮັບການປົກປ້ອງຈາກພະເຈົ້າ?

25 ເດືອນທັນວາ 2021

ທຸກມື້ນີ້, ພະຍາດລະບາດໄດ້ແຜ່ລາມໄປທົ່ວໂລກ. ຜູ້ຄົນກຳລັງຈະຕາຍຈາກກັນໃນທົ່ວໂລກ ແລະ ອີກຫຼາຍຄົນຕົກຢູ່ໃນສະພາວະຕົກຕະລຶງຢູ່ຕະຫຼອດ ໂດຍຮູ້ສຶກວ່າໄພພິບັດອັນໃຫຍ່ກຳລັງເກີດຂຶ້ນກັບພວກເຮົາ. ບໍ່ມີໃຜຮູ້ວ່າພະຍາດລະບາດນີ້ຈະແກ່ຍາວດົນປານໃດ ຫຼື ມັນຈະພາກຊີວິດຫຼາຍປານໃດ. ແນວໃດກໍ່ຕາມ, ບັນດາຜູ້ທີ່ເຊື່ອໃນພຣະເຈົ້າຮູ້ໃນໃຈຂອງຕົນວ່າສິ່ງທັງໝົດເກີດຂຶ້ນດ້ວຍການອະນຸຍາດຂອງພຣະເຈົ້າ ແລະ ບໍ່ມີຫຍັງສາມາດເກີດຂຶ້ນໄດ້ຖ້າບໍ່ມີການອະນຸຍາດນັ້ນ. ແລ້ວແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນການອະນຸຍາດໃຫ້ໄພພິບັດເຫຼົ່ານີ້ເກີດຂຶ້ນກັບພວກເຮົາ?

ໄພພິບັດມາແລ້ວ: ຄຣິສຕຽນຄວນກັບໃຈແນວໃດເພື່ອໄດ້ຮັບການປົກປ້ອງຈາກພະເຈົ້າ?

ຈົ່ງເບິ່ງຄືນໃນປະຫວັດສາດ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າ

ມີບັນທຶກໄວ້ໃນພັນທະສັນຍາເດີມວ່າປະຊາຊົນເມືອງໂຊໂດມເປັນຄົນຊົ່ວ, ສຳສ່ອນ ແລະ ເສື່ອມຊາມ, ເປັນເມືອງທີ່ເຕັມໄປດ້ວຍຄວາມກະຫາຍເລືອດ ແລະ ການຂ້າຟັນ, ຫຼາຍຈົນຜູ້ຄົນທີ່ນັ້ນເຖິງກັບຢາກຂ້າເທວະດາ. ການກັບໃຈບໍ່ເຄີຍເກີດຂຶ້ນກັບພວກເຂົາ ແລະ ເປັນເຊັ່ນນັ້ນ ພຣະເຈົ້າຈິ່ງຖອກເທໄຟຈາກສະຫວັນລົງມາສູ່ພວກເຂົາ ແລະ ທຳລາຍພວກເຂົາທັງໝົດ. ແນວໃດກໍ່ຕາມ, ຜູ້ທີ່ຮອບຮູ້ພຣະຄຳພີຮູ້ວ່າກ່ອນທີ່ພຣະເຈົ້າໄດ້ນຳໄພພິບັດມາສູ່ເມືອງ, ອັບຣາຮາມໄດ້ອ້ອນວອນພຣະເຈົ້າແທນເມືອງໂຊໂດມ. ນີ້ແມ່ນບົດຄັດຂອງບົດບັນທຶກນີ້ຈາກພຣະຄຳພີ: “ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ... ແລະ ລາວກໍເວົ້າວ່າ ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ(ປະຖົມມະການ 18: 26-32). ຂໍ້ພຣະຄໍາພີເຫຼົ່ານີ້ບໍ່ພຽງແຕ່ເປີດເຜີຍອຸປະນິໄສອັນຊອບທໍາຂອງພຣະເຈົ້າເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນແມ່ນໃຫ້ພວກເຮົາຮູ້ສຶກເຖິງຄວາມເມດຕາ ແລະ ຄວາມປານີອັນຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຈົ້າຈະໄດ້ລະເວັ້ນເມືອງໂຊໂດມຖ້າພົບວ່າມີຄົນຊອບທຳພຽງແຕ່ສິບຄົນ. ເຖິງວ່າຜູ້ຄົນຈະເສື່ອຊາມ ແລະ ຊົ່ວຮ້າຍພຽງໃດ, ພຣະເຈົ້າກໍ່ຍັງຫວັວວ່າພວກເຂົາຈະກັບໃຈ. ມັນເປັນຄວາມຈິງທີ່ເຈັບປວດທີ່ບໍ່ສາມາດພົບເຫັນຄົນຊອບທໍາເຖິງ 10 ຄົນຢູ່ໃນເມືອງໃຫຍ່ດັ່ງກ່າວ ແລະ ໃນທີ່ສຸດພຣະເຈົ້າກໍ່ບໍ່ມີທາງເລືອກນອກຈາກທໍາລາຍເມືອງນັ້ນ.

ຜູ້ຄົນທີ່ດໍາລົງຊີວິດຢູ່ໃນໂລກນີ້, ເຕັມໄປດ້ວຍການລໍ້ລວງ, ແມ່ນຮ້າຍແຮງກວ່າຄົນໃນເມືອງໂຊໂດມເມື່ອຫຼາຍປີກ່ອນ. ຜູ້ຄົນປັດຈຸບັນນີ້ໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈົນເຖິງຂີດສຸດ: ພວກເຂົານັບຖືຄວາມຊົ່ວ ແລະ ຮັກຄວາມອະທຳ; ແຜ່ນດິນໂລກເຕັມໄປດ້ວຍຄວາມຮຸນແຮງ ແລະ ການຫຼິ້ນຊູ້ ແລະ ເຈົ້າສາມາດເຫັນບາຄາລາໂອເກະ, ຮ້ານນວດຕີນ, ໂຮງແຮມ ແລະ ສະໂມສອນເຕັ້ນລໍາຢູ່ທົ່ວທຸກຫົນແຫ່ງຕາມຖະໜົນສາຍໃຫຍ່ ແລະ ຕາມຖະ ໜົນນ້ອຍ. ສະຖານທີ່ດັ່ງກ່າວເຕັມໄປດ້ວຍຄວາມຊົ່ວຮ້າຍ ແລະ ຄວາມບໍ່ໂປ່ງໃສ. ທຸກຄົນຢູ່ເພື່ອກິນ, ດື່ມ, ມ່ວນຊື່ນ ແລະ ດື່ມດ່ຳກັບຄວາມສຸກທາງຮ່າງກາຍ, ເສື່ອມໂຊມຈົນເຖິງຂີດສຸດ. ບໍ່ມີຄວາມຮັກລະຫວ່າງຜູ້ຄົນ, ແຕ່ທຸກຄົນຫຼອກລວງ, ຕໍ່ສູ້ ແລະ ຍາດແຍ່ງເຊິ່ງກັນ ແລະ ກັນເພື່ອສະຖານະ, ຊື່ສຽງ ແລະ ໂຊກລາບ; ພວກເຂົາສໍ້ໂກງ ແລະ ວາງອຸບາຍໃສ່ກັນ ແລະ ກັນ ແລະ ເຖິງກັບບໍ່ເຫັນດີຢ່າງຍິ່ງກ່ຽວກັບເລື່ອງເງິນ ແລະ ຜົນກຳໄລ. ມະນຸດຊາດທັງປວງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ມີໃຜມີຄວາມຮັກໃນສິ່ງທີ່ດີ ຫຼື ໂຫຍຫາແສງສະຫວ່າງ ຫຼືກ້າວໄປຂ້າງໜ້າເພື່ອຮັບເອົາພຣະຄຸນແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ແມ່ນແຕ່ຜູ້ທີ່ເຊື່ອກໍ່ດຳລົງຊີວິດຢູ່ໃນວົງຈອນຂອງການເຮັດບາບ ແລະ ການສາລະພາບ, ບໍ່ສາມາດຍຶດໝັ້ນໃນຄຳສອນຂອງພຣະຜູ້ເປັນເຈົ້າໄດ້ຢ່າງສິ້ນເຊີງ. ເຂົາເຈົ້າໄປໄກຫຼາຍເພື່ອເຮັດຕາມກະແສຂອງໂລກ ແລະ ສະແຫວງຫາຄວາມເພີດເພີນທາງເນື້ອໜັງ. ແມ່ນແຕ່ເມື່ອພວກເຂົາຮູ້ວ່າພວກເຂົາດໍາລົງຊີວິດຢູ່ໃນບາບ, ພວກເຂົາຍັງບໍ່ສາມາດກໍາຈັດຂໍ້ຜູກມັດຂອງບາບໄດ້ ນັ້ນຄືຫົວໃຈຂອງພວກເຂົາໄດ້ຫຼົງທາງມາໄກຈາກພຣະເຈົ້າຫຼາຍເກີນໄປ. ບໍ່ແມ່ນມະນຸດຊາດທັງມວນທີ່ເສື່ອຊາມຈົນເຖິງຂີດສຸດໄດ້ມາເຖິງຈຸດທີ່ພວກເຂົາຄວນຖືກທຳລາຍດົນແລ້ວບໍ?

ພຣະເຈົ້າຫວັງວ່າຜູ້ຄົນສາມາດກັບໃຈໄດ

ໄພພິບັດກຳລັງເກີດຂຶ້ນລຽນກັນມາ ແລະ ຄວາມປະສົງຂອງພຣະເຈົ້າແມ່ນເພື່ອໃຫ້ພວກເຮົາມາຢູ່ຕໍ່ໜ້າພຣະອົງເພື່ອກັບໃຈ. ພຣະອົງປາຖະໜາໃຫ້ທຸກຄົນກັບໃຈ ແລະ ບໍ່ໄດ້ຕ້ອງການໃຫ້ຜູ້ໃດຕ້ອງພິນາດ. ເມື່ອສອງພັນປີກ່ອນ, ອົງພຣະເຢຊູເຈົ້າກ່າວວ່າ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ(ມັດທາຍ 4:17). ໃນຈຸດນັ້ນ, ພວກເຈົ້າບາງຄົນອາດເວົ້າວ່າ “ຜູ້ທີ່ບໍ່ເຊື່ອກໍ່ບໍ່ເຊື່ອໃນພຣະເຈົ້າ ແລະ ບໍ່ສາມາດກັບໃຈໄດ້. ແນວໃດກໍ່ຕາມ, ພາຍຫຼັງທີ່ໄດ້ຮັບຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາມັກຮ້ອງໄຫ້ຢ່າງຂົມຂື່ນຢູ່ຕໍ່ໜ້າພຣະເຈົ້າເມື່ອພວກເຮົາອະທິຖານ. ພວກເຮົາສາມາດໃຫ້ຄວາມໃຈບຸນ ແລະ ບໍລິຈາກ ແລະ ຊ່ວຍຄົນອື່ນ, ເຖິງແມ່ນວ່າພວກເຮົາສາມາດໃຊ້ເວລາທັງໝົດຂອງພວກເຮົາເຮັດວຽກໜັກ ແລະ ເຮັດວຽກເພື່ອພຣະຜູ້ເປັນເຈົ້າ ແລະ ພວກເຮົາຈະບໍ່ທໍລະຍົດຕໍ່ພຣະຜູ້ເປັນເຈົ້າເຖິງແມ່ນວ່າພວກເຮົາຈະຖືກຈັບ ແລະ ຖືກຂັງຢູ່ໃນຄຸກ. ນີ້ບໍ່ແມ່ນການກັບໃຈທີ່ແທ້ຈິງບໍ? ຖ້າພວກເຮົາປະຕິບັດແບບນີ້ຢ່າງເດັດດ່ຽວ, ພຣະຜູ້ເປັນເຈົ້າກໍ່ຈະປົກປ້ອງພວກເຮົາບໍ່ໃຫ້ຖືກໄພພິບັດພັດພາກໄປ”. ແຕ່ມັນເປັນແບບນັ້ນແທ້ໆບໍ? ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ: “ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ(ໂຢຮັນ 8:34-35). ພາຍຫຼັງທີ່ພວກເຮົາໄດ້ຮັບຄວາມເຊື່ອໃນພຣະເຈົ້າ, ພວກເຮົາສາມາດເປັນຄົນຖ່ອມຕົນ ແລະ ອົດທົນ, ພວກເຮົາສາມາດຊ່ວຍຄົນອື່ນ ແລະ ພວກເຮົາສາມາດເສຍສະລະ, ອຸທິດຕົນ, ປະກາດຂ່າວປະເສີດ, ເປັນພະຍານໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ພວກເຮົາມີພຶດຕິກໍາທີ່ດີພາຍນອກບາງອັນ. ແນວໃດກໍ່ຕາມ, ສິ່ງທີ່ພວກເຮົາບໍ່ສາມາດປະຕິເສດໄດ້ຄືອຸປະນິໄສທີ່ເສື່ອຊາມທີ່ຢູ່ພາຍໃນຕົວພວກເຮົາ ເຊັ່ນ: ຄວາມຈອງຫອງ, ການຫຼອກລວງ, ຄວາມແຂງກະດ້າງ, ຄວາມຊົ່ວ ແລະ ຄວາມໂຫດຮ້າຍ, ບໍ່ໄດ້ຖືກຊຳລະລ້າງ ແລະ ພວກເຮົາຍັງສາມາດເຮັດບາບໄດ້ຕະຫຼອດເວລາ. ຕົວຢ່າງ, ພວກເຮົາຮູ້ເປັນຢ່າງວ່າພຣະຜູ້ເປັນເຈົ້າຮຽກຮ້ອງໃຫ້ພວກເຮົາເປັນຄົນຊື່ສັດ, ແຕ່ຖືກຄວບຄຸມໂດຍທຳມະຊາດທີ່ຫຼອກລວງຂອງພວກເຮົາ,​ ທັນທີທີ່ບາງສິ່ງບາງຢ່າງລະເມີດຕໍ່ຜົນປະໂຫຍດສ່ວນຕົວຂອງພວກເຮົາເອງ, ພວກເຮົາອົດບໍ່ໄດ້ທີ່ຈະເວົ້າຕົວະ ແລະ ມີສ່ວນຮ່ວມໃນການຫຼອກລວງ; ການຖືກຄວບຄຸມໂດຍທຳມະຊາດທີ່ອວດດີ, ຫຼອກລວງ, ພວກເຮົາມັກໃຫ້ຄົນອື່ນເຮັດໃນສິ່ງທີ່ພວກເຮົາເວົ້າບໍ່ວ່າຈະເປັນຫຍັງກໍ່ຕາມ ແລະ ເມື່ອພວກເຂົາບໍ່ເຮັດຕາມ ພວກເຮົາກໍ່ໃຈຮ້າຍ ແລະ ສັ່ງສອນພວກເຂົາ; ເມື່ອໄພພິບັດ ແລະ ການທົດລອງເກີດຂຶ້ນ, ພວກເຮົາກໍ່ຈົ່ມວ່າ ແລະ ໂທດພຣະຜູ້ເປັນເຈົ້າ. ນີ້ເປັນພຽງສອງສາມຕົວຢ່າງເທົ່ານັ້ນ. ບາບຂອງພວກເຮົາເປັນຄືກັບຫຍ້າ ຄືວ່າ ມັນປົ່ງຄືນໃໝ່ທັນທີຫຼັງຈາກຖືກຕັດລົງ. ເຖິງແມ່ນວ່າພວກເຮົາຮ້ອງໄຫ້ຢ່າງຂົ່ມຂື່ນທຸກໆມື້ເມື່ອພວກເຮົາອະທິຖານ ແລະ ສາລະພາບບາບຂອງພວກເຮົາ, ພວກເຮົາກໍ່ຍັງບໍ່ປ່ຽນແປງ. ນີ້ສາມາດເປັນການກັບໃຈທີ່ແທ້ຈິງໄດ້ບໍ? ໃຜສາມາດຮັບປະກັນວ່າພຣະເຈົ້າຈະປົກປ້ອງຄົນເຊັ່ນນີ້ທ່າມກາງໄພພິບັດຕ່າງໆ? ການກັບໃຈທີ່ແທ້ຈິງແມ່ນເມື່ອອຸປະນິໄສທີ່ເສື່ອມຊາມຂອງບາງຄົນໄດ້ຖືກຊຳລະລ້າງ ແລະ ຖືກປ່ຽນແປງຢ່າງສິິນເຊີງ, ເມື່ອພວກເຂົາບໍ່ເຮັດຄວາມຊົ່ວ, ເຮັດບາບ ຫຼື ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ. ມີແຕ່ຄົນແບບນີ້ເທົ່ານັ້ນທີ່ເໝາະສົມທີ່ຈະສືບທອດຄໍາສັນຍາ ແລະ ພອນຂອງພຣະເຈົ້າ ແລະ ເຂົ້າໄປໃນອານາຈັກສະຫວັນ. ດັ່ງທີ່ກ່າວໄວ້ໃນພຣະຄຳພີວ່າ: “ສະນັ້ນ ເຈົ້າຕ້ອງບໍລິສຸດ, ຍ້ອນເຮົາກໍ່ບໍລິສັດ(ກົດລະບຽບການເລວີ 11:45). “ພອນຈົ່ງມີແກ່ຄົນທີ່ປະຕິບັດຕາມພຣະບັນຊາຂອງພຣະອົງ, ເພື່ອວ່າພວກເຂົາອາດມີສິດໃນຕົ້ນໄມ້ແຫ່ງຊີວິດ ແລະ ອາດຜ່ານປະຕູເຂົ້າໄປໃນເມືອງໄດ້(ພຣະນິມິດ 22:14).

ຈະບັນລຸການກັບໃຈທີ່ແທ້ຈິງ ແລະ ໄດ້ຮັບການປົກປ້ອງຂອງພຣະເຈົ້າໄດ້ແນວໃດ

ແລ້ວພວກເຮົາຈະສາມາດບັນລຸການກັບໃຈທີ່ແທ້ຈິງໄດ້ແນວໃດ? ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). “ໃຫ້ຊໍາລະລ້າງພວກເຂົາໃຫ້ບໍລິສຸດຜ່ານຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງເປັນຄວາມຈິງ(ໂຢຮັນ 17:17). ພຣະຜູ້ເປັນເຈົ້າໄດ້ທຳນວາຍວ່າ ພຣະອົງຈະກັບມາໃນຍຸກສຸດທ້າຍ, ພຣະອົງຈະສຳແດງຄວາມຈິງຫຼາຍຂຶ້ນ ແລະ ສູງຂື້ນກວ່າຍຸກແຫ່ງພຣະຄຸນ ແລະ ພຣະອົງຈະປະຕິບັດພາລະກິດຂັ້ນຕອນໜຶ່ງເພື່ອພິພາກສາ ແລະ ຊຳລະລ້າງມະນຸດ. ນີ້ກໍ່ເພື່ອໃຫ້ພວກເຂົາສາມາດເປັນອິດສະຫຼະຈາກພັນທະນາການຂອງບາບໄດ້ອີກເທື່ອໜຶ່ງ ແລະ ເພື່ອທຸກຄົນ ແລະ ໄດ້ຮັບການຊຳລະລ້າງ ແລະ ປ່ຽນແປງ. ຍ້ອນພາລະກິດທີ່ອົງພຣະເຢຊູເຈົ້າກະທຳໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ, ຜູ້ຄົນສາມາດໄດ້ຮັບການອະໄພບາບຂອງຕົນໂດຍການເຊື່ອໃນພຣະອົງ. ແນວໃດກໍ່ຕາມ, ຜູ້ຄົນບໍ່ໄດ້ຊຳລະລ້າງທຳມະຊາດທີ່ເປັນບາບຂອງຕົນ. ໂດຍການຍອມຮັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າເທົ່ານັ້ນ ອຸປະນິໄສທີ່ເສື່ອຊາມຂອງພວກເຮົາຈິ່ງຈະໄດ້ຮັບການຊຳລະລ້າງ ແລະ ປ່ຽນແປງ ບໍ່ເຮັດຊົ່ວ, ເຮັດບາບ ຫຼື ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ. ພວກເຮົາສາມາດເວົ້າໄດ້ວ່າໄດ້ກັບໃຈແທ້ບໍ. ເມື່ອນັ້ນເອງພວກເຮົາຈິ່ງຈະມາຢູ່ພາຍໃຕ້ການປົກປ້ອງຂອງພຣະເຈົ້າ ແລະ ເອົາຕົວລອດຈາກໄພພິບັດໄດ້.

ອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ. ພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ກຳລັງປະຕິບັດພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມດ້ວຍເຮືອນຂອງພຣະເຈົ້າບົນພື້ນຖານຂອງພາລະກິດການກູ້ໄຖ່ຂອງອົງພຣະເຢຊູເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ... ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ເພື່ອຊ່ວຍພວກເຮົາໃຫ້ລອດພົ້ນຈາກພັນທະນາການຂອງອຸປະນິໄສແບບຊາຕານຂອງພວກເຮົາ, ພຣະເຈົ້າອົງຊົງລິດທານຸພາບສູງສຸດສຳແດງຄວາມຈິງທັງໝົດທີ່ສາມາດຊຳລະລ້າງພວກເຮົ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນໄດ້ຢ່າງເຕັມທີ່. ພຣະອົງເປີດເຜີຍຂໍ້ເລິກລັບແຫ່ງພາລະກິດການຄຸ້ມຄອງຫົວພັນປີຂອງພຣະເຈົ້າ; ພຣະອົງເປີດເຜີຍແຫຼ່ງກຳເນີດຄວາມຊົ່ວຮ້າຍຂອງໂລກ ພ້ອມທັງແກ່ນແທ້ ແລະ ຄວາມຈິງຂອງຄວາມເສື່ອມຊາມຂອງມະນຸດໂດຍຊາຕານ. ໂດຍການປະສົບກັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າ, ພວກເຮົາເຫັນໄດ້ວ່າພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງພຽງໃດ. ຄວາມອວດດີ, ຄວາມຫຼອກລວງ, ຄວາມແຂງກະດ້າງ, ຄວາມຊົ່ວຮ້າຍ, ຄວາມຊົ່ວຊ້າ; ບໍ່ມີຫຍັງທີ່ພວກເຮົາດໍາລົງຊີວິດຢູ່ມີລັກສະນະຄ້າຍຄືມະນຸດ, ເຮັດໃຫ້ພຣະເຈົ້າເກີດຄວາມລັງກຽດ ແລະ ຄວາມກຽດຊັງຕໍ່ພວກເຮົາ. ໃນເວລາດຽວກັນນັ້ນ, ພວກເຮົາໄດ້ມາຮູ້ຈັກອຸປະນິໄສອັນຊອບທຳຂອງພຣະເຈົ້າທີ່ບໍ່ອົດທົນຕໍ່ການເຮັດຜິດໃດໆ. ພວກເຮົາຮັບຮູ້ວ່າພວກເຮົາດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມແບບຊາຕານສະເໝີ ແລະ ຖ້າພວກເຮົາບໍ່ປະຕິບັດຄວາມຈິງ, ແລ້ວພຣະເຈົ້າກໍ່ຈະລັງກຽດ ແລະ ປະຕິເສດພວກເຮົາຢ່າງແນ່ນອນ. ເມື່ອນັ້ນເອງພວກເຮົາຈິ່ງຈະກົ້ມຂາບລົງຕໍ່ໜ້າພຣະເຈົ້າ ແລະ ກັບໃຈ. ພວກເຮົາກຽດຊັງບາບຂອງພວກເຮົາ ແລະ ປາຖະໜາດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ໂດຍການປະຖິ້ມເນື້ອໜັງຂອງພວກເຮົາຊ້ຳແລ້ວຊ້ຳອີກ ແລະ ປະຕິບັດຄວາມຈິງ, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາໄດ້ຖືກຊຳລະລ້າງ ແລະ ຖືກປ່ຽນແປງເທື່ອລະເລັກລະນ້ອຍ. ພວກເຮົາບໍ່ກະບົດພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ພວກເຮົາເລີ່ມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ເຄົາລົບນັບຖືພຣະອົງ. ມີພຽງຄົນແບບນີ້ເທົ່ານັ້ນແມ່ນບັນດາຜູ້ທີ່ມີການກັບໃຈທີ່ແທ້ຈິງ ແລະ ຈະໄດ້ຮັບການປົກປ້ອງຈາກພຣະເຈົ້າ ແລະ ເອົາຊີວິດລອດຈາກໄພພິບັດ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເລີ່ມພາລະກິດຂອງພຣະອົງເມື່ອ 30 ປີກ່ອນ. ວຽກງານປະກາດຂ່າວປະເສີດໄດ້ແຜ່ຂະຫຍາຍໄປທົ່ວທຸກຊົນຊາດເທິງແຜ່ນດິນໂລກ ແລະ ພຣະທຳຫຼາຍລ້ານຄໍາທີ່ສະແດງອອກໂດຍພະເຈົ້າຜູ້ຊົງລິດທານຸພາບສູງສຸດໄດ້ຖືກພິມເຜີຍແຜ່ທາງອອນໄລນມາດົນແລ້ວ. ພຣະທຳເຫຼົ່ານີ້ໄດ້ຖືກແປໃນຫຼາຍກວ່າ 20 ພາສາ; ພວກມັນເປັນພະຍານ ແລະ ມີຢູ່ຢ່າງເປີດເຜີຍສໍາລັບມະນຸດຊາດທັງປວງ. ໃນຍຸດທີ່ມືດມົນ ແລະ ຊົ່ວຮ້າຍທີ່ສຸດນີ້, ຄວາມຈິງທີ່ພຣະຄຣິດສະແດງອອກໃນຍຸກສຸດທ້າຍປາກົດຕົວຄືກັບແສງສະຫວ່າງທີ່ແທ້ຈິງ, ຄືກັບແສງຟ້າມາບເຫຼື້ອມທີ່ວາບຈາກທິດຕາເວັນຕົກໄປທິດຕາເວັນອອກ. ພວກມັນເປັນພະຍານໃຫ້ມວນມະນຸດທັງມວນ: ພຣະເຈົ້າໄດ້ປາກົດມາແລ້ວ ແລະ ອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ. ພຣະອົງສຳແດງຄວາມຈິງເພືອຊຳລະລ້າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ ແລະ ທາງດຽວທີ່ມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງເຕັມທີ່ແມ່ນຕ້ອງຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແນວໃດກໍ່ຕາມ, ມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງຫຼາຍ. ບໍ່ມີໃຜຮັກຄວາມຈິງ. ທັງໝົດທີ່ຜູ້ຄົນຕ້ອງການແມ່ນການໂລບຄວາມພໍໃຈຂອງບາບ. ພວກເຂົາບໍ່ເຕັມໃຈທີ່ຈະກວດສອບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ຍອມຮັບການພິພາກສາ ແລະ ການຕິສອນຂອງພຣະອົງໃນຍຸກສຸດທ້າຍ. ກົງກັນຂ້າມ, ຜູ້ຄົນມີແນວຄິດທີ່ຝັງຮາກເລິກກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ບາງຄົນເຖິງກັບຕໍ່ຕ້ານ ແລະ ກ່າວໂທດພາລະກິດຍຸກສຸດທ້າຍຂອງພຣະເຈົ້າຢ່າງເປີດເຜີຍ. ທຸກຄົນດຳລົງຢູ່ໃນບາບໂດຍບໍ່ມີຄວາມຄິດແຫ່ງການກັບໃຈໃດໆ. ດັ່ງນັ້ນ ມີໜ້ອຍຄົນທີ່ປາຖະໜາຄວາມຈິງ ຫຼື ໂຫຍຫາຄວາມສະຫວ່າງ. ໄພພິບັດທີ່ພວກເຮົາເຫັນໃນມື້ນີ້ແມ່ນການເຕືອນເທື່ອສຸດທ້າຍຂອງພຣະເຈົ້າ, ຄໍາເຕືອນສຸດທ້າຍຂອງພຣະອົງຕໍ່ມະນຸດຊາດ. ຍິ່ງໄປກວ່ານັ້ນ, ພວກມັນແມ່ນຄວາມລອດພົ້ນຂອງພຣະເຈົ້າ. ມີພຽງໂດຍການມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈເທົ່ານັ້ນ ພວກເຮົາຈິ່ງສາມາດໄດ້ຮັບການປົກປ້ອງຂອງພຣະເຈົ້າຈາກໄພພິບັດ.

ຈົ່ງເອົາໃຈໃສ່ຄຳຕັກເຕືອນຂອງພຣະເຈົ້າ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໄພພິບັດທັງໝົດຈະເກີດຂຶ້ນຢ່າງຕໍ່ເນື່ອງ; ທຸກຊາດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດເຊັ່ນ: ໂລກລະບາດ, ໄພອຶດຫີວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວຈະເກີດຂື້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ຈະເກີດຂື້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫລື ສອງບ່ອນ ຫຼື ຈະບໍ່ເກີດຂື້ນພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ພວກມັນຈະແຜ່ລາມໄປທົ່ວທຸກແຫ່ງຫົນ ແລະ ໄພພິບັດເຫຼົ່ານັ້ນ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂື້ນຢ່າງຕໍ່ເນື່ອງກັນ ແລະ ຈະເກີດມີປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ທຸກຊາດ ແລະ ທຸກຊົນຊາດ(ຄັດຈາກ “ບົດທີ 65” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ). “ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ). “ພາລະກິດຂັ້ນຕອນສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອລິຂີດຊະຕາກໍາຂອງມະນຸດ. ຍິ່ງໄປກວ່ານັ້ນ ກໍແມ່ນເພື່ອຮັບເອົາການຍອມຮັບຈາກຄົນທັງປວງສໍາລັບທຸກສິ່ງທີ່ເຮົາໄດ້ກະທໍາ. ເຮົາຕ້ອງການ ໃຫ້ມະນຸດທຸກຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສໍາແດງເຖິງອຸປະນິໄສຂອງເຮົາ, ບໍ່ແມ່ນການກະທໍາຂອງມະນຸດ ແລະ ກໍບໍ່ແມ່ນທໍາມະຊາດ ເປັນສິ່ງທີ່ສ້າງມະນຸດຊາດຂຶ້ນມາ. ແຕ່ກົງກັນຂ້າມ ເຮົາເປັນຜູ້ຊົງສ້າງ ແລະ ດູແລທຸກຊີວິດທັງປວງ. ຖ້າປາສະຈາກເຮົາ ມະນຸດກໍຈະມີແຕ່ຄວາມຕາຍ ແລະ ປະສົບກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວໜ່ວຍນີ້ອີກ. ມະນຸດຈະປະເຊີນກັບກາງຄືນທີ່ໜາວຈັດ ແລະ ໂລກທີ່ເຕັມໄປດ້ວຍຄວາມມືດ ແລະ ຄວາມຕາຍ. ເຮົາເປັນຄວາມພົ້ນດຽວຂອງມະນຸດ ເຮົາເປັນຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການດໍາລົງຢູ່ຂອງມະນຸດກໍຂຶ້ນຢູ່ກັບເຮົາ. ປາສະຈາກເຮົາແລ້ວ ມະນຸດກໍຈະດໍາລົງຢູ່ບໍ່ໄດ້. ປາສະຈາກເຮົາແລ້ວ ມະນຸດກໍຈະປະເຊີນກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກມານຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງປານນັ້ນກໍຍັງບໍ່ມີຜູ້ໃດເຊື່ອຟັງເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ເຮົາຫວັງຢ່າງດຽວວ່າມະນຸດຈະຕອບແທນເຮົາດ້ວຍການກະທໍາຄວາມດີ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ).

ໄພພິບັດຮ້າຍແຮງຂຶ້ນເລື້ອຍໆໃນທົ່ວໂລກ, ຂະຫຍາຍໄປທົ່ວບໍລິເວນທີ່ກວ້າງໃຫຍ່ຂຶ້ນເລື້ອຍໆ. ບັນດາຜູ້ທີ່ຖືກສາບແຊ່ງບໍ່ສາມາດໜີພົ້ນໄດ້ ແລະ ມັນຮູ້ສຶກຄືກັບວ່າຈຸດຈົບຂອງໂລກຈະມາເຖິງພວກເຮົາໄວໆນີ້. ແນວໃດກໍ່ຕາມ, ພວກເຮົາທຸກຄົນຮູ້ວ່າພຣະເຈົ້າປົກຄອງໂຊກຊະຕາຂອງພວກເຮົາ ແລະ ໄພພິບັດທັງໝົດກໍ່ຢູ່ໃນມືຂອງພຣະອົງ. ຖ້າພວກເຮົາມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈ ແລະ ຍອມຮັບການພິພາກສາ ແລະ ການຕິສອນຂອງພຣະອົງໃນຍຸກສຸດທ້າຍເທົ່ານັ້ນ ພວກເຮົາຈິ່ງຈະມີການປ່ຽນແປງເພື່ອຖືກປົກປ້ອງໂດຍພຣະເຈົ້າຈາກໄພພິບັດ ແລະ ມີຊີວິດລອດ. ວິທີການຂອງໂລກກຳລັງດຳເນີນຢູ່ແມ່ນເປີດເຜີຍຕໍ່ໜ້າຕໍ່ຕາຂອງພວກເຮົາ. ເມື່ອພຣະເຈົ້າໄດ້ຊ່ວຍບັນດາຜູ້ທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້, ພຣະອົງຈະໃຊ້ໄພພິບັດທີ່ຍິ່ງໃຫຍ່ເພື່ອທຳລາຍໂລກທີ່ຊົ່ວຮ້າຍ, ບໍ່ສະອາດນີ້ເສຍ. ເມື່ອເວລານັ້ນມາເຖິງ, ບັນດາຜູ້ທີ່ບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າຈະຖືກໄພພິບັດກວາດລ້າງໄປ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ.

ໝາຍເຫດຈາກຜູ້ກວດແກ້: ເມື່ອໄດ້ອ່ານບົດຄວາມນີ້, ຕອນນີ້ທ່ານເຂົ້າໃຈບໍ່ວ່າແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນການປົດປ່ອຍໄພພິບັດຕ່າງໆ? ຕອນນີ້ທ່ານໄດ້ພົບວິທີທີ່ຈະຖືກປົກປ້ອງໂດຍພຣະເຈົ້າຈາກໄພພິບັດຕ່າງໆແລ້ວບໍ? ຫາກທ່ານມີຄຳຖາມ ຫຼື ຂໍ້ຫຍຸ້ງຍາກເພີ່ມເຕີມ, ທ່ານສາມາດຕິດຕໍ່ຫາພວກເຮົາໄດ້ຕະຫຼອດເວລາຜ່ານຕົວເລືອກການແຊັດ ແລະ ສົ່ງຂໍ້ຄວາມໃນເວັບໄຊທ໌ຂອງພວກເຮົາ ແລະ ເພື່ອຕິດຕໍ່ສື່ສານກັບພວກເຮົາ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຊາວຄຣິສຕຽນຈະເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?

ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ:...

ການໄຂຄວາມລຶກລັບທີ່ຢູ່ເບື້ອງຫຼັງພຣະທຳມັດທາຍ 24:36: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”

ໂດຍ ຊິນເຈຍ ດວງເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນ ແລະ ໄພພິບັດ ເຊັ່ນ ແຜ່ນດິນໄຫວ, ໄພອຶດຢາກ ແລະ ໂຣກລະບາດເກີດຂຶ້ນເປັນປະຈຳຢູ່ເລື້ອຍໆ....

ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

ໂດຍ ສູຊິງ, ປະເທດຈີນ ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ....

ຄຳເທດສະໜາໃນພຣະຄຳພີ: ວິທີການແຍກແຍະພຣະຄຣິດຕົວຈິງອອກຈາກພຣະຄຣິດຕົວປອມ ແລະ ຕ້ອນຮັບເອົາພຣະຜູ້ເປັນເຈົ້າ

ບັດນີ້ ໄພພິບັດທຸກຮູບແບບກຳລັງເກີດຂຶ້ນ ແລະ ຄຳທຳນາຍໃນພຣະຄຳພີທີ່ກ່ຽວກັບການມາເຖິງຂອງພຣະຜູ້ເປັນເຈົ້າກໍໄດ້ຖືກເຮັດໃຫ້ສຳເລັດເປັນສ່ວນໃຫຍ່ແລ້ວຕອນນີ້....

Leave a Reply