ຕອນນີ້ຂ້ານ້ອຍສາມາດຮັບມືກັບອຸປະສັກ ແລະ ຄວາມລົ້ມເຫຼວໄດ້ຢ່າງຖືກຕ້ອງ

28 November 2026

ໂດຍ ສຽວຊີງ, ປະເທດຈີນ

ໃນເດືອນພຶດສະພາ 2024, ຂ້ານ້ອຍໄດ້ຝຶກຝົນໃນການຂຽນຄໍາເທດສະໜາໃນຄຣິສຕະຈັກ. ໃນຕອນທຳອິດ, ຂ້ານ້ອຍປະເຊີນກັບຄວາມຫຍຸ້ງຍາກບາງຢ່າງ ໂດຍຮູ້ສຶກວ່າຍ້ອນຄວາມເຂົ້າໃຈຂອງຂ້ານ້ອຍກ່ຽວກັບຄວາມຈິງຍັງຕື້ນເຂີນຢູ່, ຂ້ານ້ອຍຈຶ່ງບໍ່ສາມາດຂຽນມັນໄດ້ດີ. ເອື້ອຍທີ່ຂ້ານ້ອຍຮ່ວມມືນໍາໄດ້ໂອ້ລົມກັບຂ້ານ້ອຍ ແລະ ໃຫ້ກຳລັງໃຈຂ້ານ້ອຍ ແລະ ລາວໄດ້ແບ່ງປັນວິທີການບາງຢ່າງທີ່ດີກັບຂ້ານ້ອຍ. ຕໍ່ມາ ເມື່ອຂຽນຄໍາເທດສະໜາຢູ່, ຂ້ານ້ອຍໄດ້ສະແຫວງຫາຄວາມຈິງທີ່ກ່ຽວຂ້ອງ; ເມື່ອຂ້ານ້ອຍຄິດອອກກ່ຽວກັບຄວາມຈິງໂດຍສົມບູນແລ້ວ, ຂ້ານ້ອຍກໍຄິດໄຕ່ຕອງວິທີຂຽນຄໍາເທດສະໜາ ແລະ ຂ້ານ້ອຍກໍໄດ້ສໍາເລັດມັນຢ່າງວ່ອງໄວ. ຂ້ານ້ອຍຮູ້ສຶກດີໃຈຫຼາຍ ແລະ ສໍານຶກເຖິງບຸນຄຸນການນຳພາຂອງພຣະເຈົ້າ. ສອງມື້ຕໍ່ມາ, ຜູ້ຮັບຜິດຊອບໄດ້ຂຽນຫາຂ້ານ້ອຍ, ໂດຍກ່າວວ່າຄໍາເທດສະໜາຂອງຂ້ານ້ອຍໄດ້ຮັບການຄັດເລືອກ ແລະ ວ່າຂ້ານ້ອຍມີຄວາມສາມາດດີ ແລະ ມີແນວຄິດບາງຢ່າງ. ຂ້ານ້ອຍທັງປະຫຼາດໃຈ ແລະ ດີໃຈ. ຂ້ານ້ອຍພຽງຫາກໍເລີ່ມການຝຶກຝົນ ແລະ ຄໍາເທດສະໜາອັນທຳອິດທີ່ຂ້ານ້ອຍຂຽນໄດ້ຖືກຄັດເລືອກ. ເອື້ອຍນ້ອງບາງຄົນທີ່ຢູ່ອ້ອມຂ້າງຂ້ານ້ອຍໄດ້ຂຽນຄໍາເທດສະໜາຫຼາຍອັນ ແຕ່ບໍ່ມີອັນໃດຂອງພວກເຂົາທີ່ຖືກຄັດເລືອກ, ສະນັ້ນ ຂ້ານ້ອຍຈຶ່ງຮູ້ສຶກວ່າຂ້ານ້ອຍຕ້ອງເປັນຄົນພິເສດແທ້ໆ. ສອງສາມມື້ຕໍ່ມາ, ຂ້ານ້ອຍໄດ້ອ່ານຈົດໝາຍທີ່ຜູ້ຮັບຜິດຊອບຂຽນເຖິງຜູ້ນຳໂດຍບັງເອີນ. ຈົດໝາຍດັ່ງກ່າວຂຽນວ່າ “ສຽວຊີງ ຂ້ອນຂ້າງມີຄວາມຫ້າວຫັນໃນການຂຽນຄໍາເທດສະໜາ ແລະ ເປັນຄົນທີ່ມີແນວຄິດ ແລະ ມີຄວາມສາມາດ ແລະ ພວກເຮົາກຳກຽມການທີ່ຈະເພາະປູກລາວ”. ເຖິງວ່າມັນບໍ່ແມ່ນຫຍັງຫຼາຍ ແຕ່ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍໄດ້ກາຍເປັນຈຸດສົນໃຈຂອງທຸກຄົນ ແລະ ຂ້ານ້ອຍແຕກຕ່າງຈາກອ້າຍເອື້ອຍນ້ອງຄົນອື່ນໆ. ຂ້ານ້ອຍຄິດເຖິງປີກາຍນີ້ ເຊິ່ງຂ້ານ້ອຍໄດ້ຂຽນຫຼາຍບົດຄວາມໃນໄລຍະໜຶ່ງອາທິດ ແລະ ໃນບໍ່ດົນຜູ້ຮັບຜິດຊອບກໍໄດ້ສັງເກດເຫັນ. ຜູ້ຮັບຜິດຊອບເວົ້າວ່າຂ້ານ້ອຍມີພອນສະຫວັນໃນການຂຽນ ແລະ ໄດ້ມອບໝາຍໃຫ້ຂ້ານ້ອຍເຮັດໜ້າທີ່ກ່ຽວກັບບົດເລື່ອງ. ຕອນນີ້, ຫຼັງຈາກຫາກໍເລີ່ມຝຶກຝົນການຂຽນຄໍາເທດສະໜາ, ຜູ້ຮັບຜິດຊອບອີກຜູ້ໜຶ່ງກໍສັງເກດເຫັນຂ້ານ້ອຍ. ຂ້ານ້ອຍຄິດກັບຕົນເອງວ່າ “ຂ້ານ້ອຍສາມາດໄດ້ຮັບຄວາມສົນໃຈບໍ່ວ່າຂ້ານ້ອຍໄປໃສກໍຕາມ. ມັນເບິ່ງຄືວ່າຂ້ານ້ອຍມີຄວາມສາມາດ ແລະ ພອນສະຫວັນໃນການຂຽນແທ້ໆ!” ຫຼັງຈາກນີ້, ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍແຕກຕ່າງຈາກຄົນອື່ນໆ. ຂ້ານ້ອຍຄິດວ່າ “ຂ້ານ້ອຍຕ້ອງຝຶກຝົນຢ່າງດຸໝັ່ນ ແລະ ເຮັດໃຫ້ຄໍາເທດສະໜາແຕ່ລະອັນດີກວ່າທີ່ຜ່ານມາ, ເພື່ອທີ່ຂ້ານ້ອຍຈະສາມາດຂຽນຄໍາເທດສະໜາທີ່ໄດ້ມາດຕະຖານໃນເວລາສັ້ນທີ່ສຸດ. ດ້ວຍວິທີນັ້ນ, ທຸກຄົນຈະນັບຖືຂ້ານ້ອຍຫຼາຍຂື້ນຢ່າງແນ່ນອນ ແລະ ຍ້ອງຍໍຂ້ານ້ອຍເພີ່ມຂຶ້ນອີກ”. ຕໍ່ມາ, ຂ້ານ້ອຍມີຄວາມຫ້າວຫັນຫຼາຍໃນການຂຽນຄໍາເທດສະໜາ ແລະ ຂ້ານ້ອຍໄດ້ຂຽນຄໍາເທດສະໜາສອງອັນລຽນຕິດ, ເຊິ່ງຂ້ານ້ອຍໄດ້ສົ່ງໃຫ້ຜູ້ຮັບຜິດຊອບ. ຜູ້ຮັບຜິດຊອບກໍຂຽນຈົດໝາຍມາໃຫ້ກຳລັງໃຈຂ້ານ້ອຍຢູ່ເລື້ອຍໆ ແລະ ຈາກຄວາມໝາຍໃນຈົດໝາຍ ຂ້ານ້ອຍສາມາດບອກໄດ້ວ່າຜູ້ຮັບຜິດຊອບເປັນຫ່ວງ ແລະ ໃຫ້ຄຸນຄ່າຂ້ານ້ອຍ. ຂ້ານ້ອຍຮູ້ສຶກມີຄວາມສຸກຢູ່ພາຍໃນ ແລະ ຂ້ານ້ອຍກໍໃຊ້ຊີວິດຢູ່ກັບຄວາມຮູ້ສຶກພໍໃຈໃນຕົນເອງ.

ຕໍ່ມາອີກບໍ່ດົນ, ຂ້ານ້ອຍໄດ້ຮັບຄຳຕິຊົມເປັນລາຍລັກອັກສອນກ່ຽວກັບຄໍາເທດສະໜາທີ່ຂ້ານ້ອຍຂຽນ. ຂ້ານ້ອຍໄດ້ເປີດໄຟລ໌ ແລະ ເຫັນວ່າມີບັນຫາຫຼາຍຢ່າງທີ່ຜູ້ນໍາໄດ້ໝາຍໄວ້. ບາງຈຸດຂອງການໂອ້ລົມບໍ່ຈະແຈ້ງ ແລະ ຈຸດອື່ນໆກໍອອກນອກຫົວຂໍ້... ຂ້ານ້ອຍທໍ້ຖອຍໃຈແທ້ໆ ແລະ ຮູ້ສຶກບໍ່ມີຄວາມຫວັງ. ຂ້ານ້ອຍຄິດວ່າ “ດ້ວຍເຫດຜົນແລ້ວ, ຕັ້ງແຕ່ຂ້ານ້ອຍມີພອນສະຫວັນໃນການຂຽນ, ຄໍາເທດສະໜາຂອງຂ້ານ້ອຍກໍຄວນຈະດີຂຶ້ນໃນແຕ່ລະຄັ້ງ ແລະ ຂ້ານ້ອຍຄວນຈະມີຄວາມຄືບໜ້າຢ່າງຊັດເຈນ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງກັບຖອຍຫຼັງແທນ? ຜູ້ນຳຈະຄິດແນວໃດກັບຂ້ານ້ອຍ? ພວກເຂົາຈະຄິດວ່າພວກເຂົາເຂົ້າໃຈຂ້ານ້ອຍຜິດ ແລະ ວ່າຂ້ານ້ອຍບໍ່ມີຄວາມສາມາດແບບນີ້ເລີຍບໍ?” ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ານ້ອຍກໍຍິ່ງຄິດລົບຫຼາຍຂຶ້ນເທົ່ານັ້ນ ແລະ ຂ້ານ້ອຍກໍບໍ່ມີໃຈທີ່ຈະໄຕ່ຕອງບັນຫາຕ່າງໆທີ່ຜູ້ນຳຍົກຂຶ້ນມາອີກຕໍ່ໄປ. ຂ້ານ້ອຍຮູ້ໂຕວ່າສະພາບຂອງຂ້ານ້ອຍຜິດປົກກະຕິ, ສະນັ້ນ ຂ້ານ້ອຍຈຶ່ງຊອກຫາພຣະທໍາຂອງພຣະເຈົ້າມາອ່ານ ແລະ ຂ້ານ້ອຍໄດ້ເຫັນວັກນີ້: “ຜູ້ຄົນບໍ່ຄວນຄິດວ່າຕົນເອງສົມບູນແບບຫຼາຍ, ໂດດເດັ່ນຫຼາຍ, ສູງສົ່ງຫຼາຍ ຫຼື ແຕກຕ່າງຈາກຄົນອື່ນຫຼາຍ; ທັງໝົດນີ້ແມ່ນເກີດຈາກອຸປະນິໄສທີ່ອວດດີ ແລະ ຄວາມບໍ່ຮູ້ຂອງມະນຸດ. ຄິດຢູ່ສະເໝີວ່າຕົນເອງພິເສດກວ່າຄົນອື່ນ, ສິ່ງນີ້ແມ່ນເກີດຈາກອຸປະນິໄສທີ່ອວດດີ; ບໍ່ເຄີຍສາມາດຍອມຮັບຂໍ້ບົກຜ່ອງຂອງຕົນເອງ ແລະ ບໍ່ເຄີຍສາມາດຜະເຊີນໜ້າກັບຄວາມຜິດພາດ ແລະ ຄວາມລົ້ມເຫຼວຂອງຕົນເອງ, ສິ່ງນີ້ແມ່ນເກີດຈາກອຸປະນິໄສທີ່ອວດດີ; ບໍ່ເຄີຍອະນຸຍາດໃຫ້ຄົນອື່ນເໜືອກວ່າຕົນເອງ ຫຼື ດີກວ່າຕົນເອງ, ສິ່ງນີ້ແມ່ນເກີດຈາກອຸປະນິໄສທີ່ອວດດີ; ບໍ່ເຄີຍອະນຸຍາດໃຫ້ຈຸດແຂງຂອງຄົນອື່ນລື່ນກາຍ ຫຼື ເກີນກວ່າຂອງຕົນເອງ, ສິ່ງນີ້ແມ່ນເກີດຈາກອຸປະນິໄສທີ່ອວດດີ; ບໍ່ເຄີຍອະນຸຍາດໃຫ້ຄົນອື່ນມີແນວຄິດ, ຄຳແນະນຳ ແລະ ທັດສະນະທີ່ດີກວ່າຕົນເອງ ແລະ ເມື່ອພວກເຂົາພົບວ່າຄົນອື່ນດີກວ່າຕົນເອງ ກໍເລີ່ມຄິດລົບ, ບໍ່ຢາກເວົ້າ, ຮູ້ສຶກທຸກໃຈ ແລະ ຫົດຫູ່ ແລະ ຮູ້ສຶກອຸກໃຈ, ທັງໝົດນີ້ແມ່ນເກີດຈາກອຸປະນິໄສທີ່ອວດດີ. ອຸປະນິໄສທີ່ອວດດີສາມາດເຮັດໃຫ້ເຈົ້າບໍ່ສາມາດຍອມຮັບການແກ້ໄຂຂອງຄົນອື່ນໄດ້ ຍ້ອນການປົກປ້ອງໜ້າຕາຂອງເຈົ້າ, ບໍ່ສາມາດຜະເຊີນໜ້າກັບຂໍ້ບົກຜ່ອງຂອງເຈົ້າ ແລະ ບໍ່ສາມາດຍອມຮັບຄວາມລົ້ມເຫຼວ ແລະ ຄວາມຜິດພາດຂອງຕົນເອງໄດ້. ຍິ່ງໄປກວ່ານັ້ນ, ເມື່ອຄົນໃດໜຶ່ງດີກວ່າເຈົ້າ, ມັນກໍສາມາດເຮັດໃຫ້ຄວາມກຽດຊັງ ແລະ ຄວາມອິດສາເກີດຂຶ້ນໃນໃຈຂອງເຈົ້າ ແລະ ເຈົ້າກໍສາມາດຮູ້ສຶກອຶດອັດໃຈ ແລະ ແມ່ນແຕ່ບໍ່ຢາກປະຕິບັດໜ້າທີ່ຂອງເຈົ້າ ແລະ ກາຍເປັນຄົນເຮັດພໍແລ້ວມືແລ້ວຕີນໃນການເຮັດໜ້າທີ່ນັ້ນ. ອຸປະນິໄສທີ່ອວດດີສາມາດເຮັດໃຫ້ພຶດຕິກຳ ແລະ ການປະຕິບັດເຫຼົ່ານີ້ເກີດຂຶ້ນໃນຕົວເຈົ້າໄດ້” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິສແຫ່ງຍຸກສຸດທ້າຍ. ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ). ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າແລ້ວ, ຂ້ານ້ອຍໄດ້ຮູ້ໂຕວ່າ ການສະແຫວງຫາຄວາມສົມບູນແບບ ແລະ ການໂດດເດັ່ນກວ່າຄົນອື່ນ, ລວມທັງການປະຕິເສດການນຳພາຂອງຜູ້ນຳກ່ຽວກັບບັນຫາຂອງຂ້ານ້ອຍ ແມ່ນຍ້ອນຂ້ານ້ອຍຖືກຄວບຄຸມໂດຍອຸປະນິໄສທີ່ອວດດີ. ເມື່ອຂ້ານ້ອຍໄດ້ຍິນວ່າຄໍາເທດສະໜາທີ່ຂ້ານ້ອຍຂຽນໄດ້ຮັບການຄັດເລືອກ ແລະ ວ່າຜູ້ຮັບຜິດຊອບເວົ້າວ່າຂ້ານ້ອຍມີຄວາມສາມາດ, ຂ້ານ້ອຍກໍກາຍເປັນຄົນທະນົງໂຕ ແລະ ຂ້ານ້ອຍກໍຄິດວ່າໂຕເອງບໍ່ແມ່ນຄົນທຳມະດາ ແຕ່ເປັນຄົນທີ່ມີຄວາມສາມາດ ແລະ ມີພອນສະຫວັນໃນການຂຽນ. ຂ້ານ້ອຍເລີ່ມຮຽກຮ້ອງໃຫ້ໂຕເອງເຮັດໃຫ້ແນ່ໃຈວ່າຄໍາເທດສະໜາຂອງຂ້ານ້ອຍດີກວ່າຄົນອື່ນ ແລະ ຂ້ານ້ອຍຮູ້ສຶກວ່າພວກມັນບໍ່ຄວນມີບັນຫາຫຼາຍປານນີ້, ເມື່ອເປັນແບບນັ້ນເທົ່ານັ້ນຂ້ານ້ອຍຈຶ່ງສົມຄວນກັບນາມມະຍົດວ່າມີພອນສະຫວັນໃນການຂຽນ. ດັ່ງນັ້ນ ເມື່ອໃດກໍຕາມທີ່ຂ້ານ້ອຍປະເຊີນກັບອຸປະສັກ, ຂ້ານ້ອຍກໍຄິດລົບ ແລະ ບໍ່ສາມາດເບິ່ງໂຕເອງໄດ້ຢ່າງເໝາະສົມ. ໃນຄວາມເປັນຈິງແລ້ວ, ການມີບັນຫາໃນຄໍາເທດສະໜາທີ່ຂຽນຂອງຄົນໆໜຶ່ງນັ້ນເປັນເລື່ອງປົກກະຕິຫຼາຍ ແລະ ມັນເປັນໄປບໍ່ໄດ້ທີ່ຈະຮູ້ ແລະ ສາມາດເຮັດທຸກສິ່ງທຸກຢ່າງໄດ້ເມື່ອເລີ່ມຕົ້ນໜ້າທີ່ນີ້ ແລະ ບໍ່ເຮັດຜິດພາດໃດໆເລີຍ. ຄວາມຕ້ອງການດັ່ງກ່າວຕໍ່ໂຕເອງແມ່ນບໍ່ເປັນຈິງ. ຍິ່ງໄປກວ່ານັ້ນ, ຜູ້ນຳໄດ້ຊີ້ໃຫ້ເຫັນບັນຫາຂອງຂ້ານ້ອຍ ເພື່ອຊ່ອຍຂ້ານ້ອຍຄົ້ນພົບຂໍ້ບົກພ່ອງຂອງໂຕເອງ, ຮຽນຮູ້ທີ່ຈະຊົດເຊີຍພວກມັນ ແລະ ເຕີບໃຫຍ່ ແຕ່ເມື່ອຂ້ານ້ອຍປະເຊີນກັບອຸປະສັກ, ຂ້ານ້ອຍກໍຄິດລົບ ແລະ ບໍ່ສາມາດປະເຊີນກັບຂໍ້ບົກພ່ອງຂອງໂຕເອງໄດ້ຢ່າງຖືກຕ້ອງ. ຂ້ານ້ອຍຖືໂຕເອງສູງເກີນໄປ ແລະ ຂ້ານ້ອຍອວດດີແທ້ໆ! ຫຼັງຈາກຄິດກ່ຽວກັບເລື່ອງນີ້ແລ້ວ, ຂ້ານ້ອຍກໍເຕັມໃຈທີ່ຈະຍອມຮັບການນໍາພາ ແລະ ການຊ່ອຍເຫຼືອຂອງຜູ້ນຳ ແລະ ເພື່ອສຸມໃສ່ການສະແຫວງຫາ ແລະ ໄຕ່ຕອງຫຼັກການຄວາມຈິງທີ່ກ່ຽວຂ້ອງໃນຂະນະທີ່ຂຽນຄໍາເທດສະໜາຂອງຂ້ານ້ອຍ ເພື່ອປ້ອງກັນບໍ່ໃຫ້ການບ່ຽງເບນ ແລະ ຄວາມຜິດພາດເຫຼົ່ານີ້ເກີດຂຶ້ນອີກ.

ຫຼັງຈາກນັ້ນ, ຂ້ານ້ອຍໄດ້ສະຫງົບໃຈ ແລະ ຮໍ່າຮຽນຫຼັກການທີ່ກ່ຽວຂ້ອງ ແລະ ຂ້ານ້ອຍກໍສາມາດເຂົ້າໃຈບາງຢ່າງໃນລະຫວ່າງການຮໍ່າຮຽນຂອງຂ້ານ້ອຍ. ແຕ່ເມື່ອເວົ້າເຖິງການຂຽນແລ້ວ, ຂ້ານ້ອຍຍັງມີຄວາມລໍາບາກບາງຢ່າງຢຸ່ ແລະ ຂ້ານ້ອຍຮູ້ສຶກວ່າການຂຽນຄໍາເທດສະໜາທີ່ໄດ້ມາດຕະຖານບໍ່ແມ່ນເລື່ອງງ່າຍ. ເມື່ອເວລາຜ່ານໄປ, ຂ້ານ້ອຍພົບວ່າຂ້ານ້ອຍຍັງບໍ່ມີແນວຄິດ ແລະ ຂ້ານ້ອຍກໍເລີ່ມຮູ້ສຶກທໍ້ຖອຍໃຈ, ໂດຍຄິດໃນໃຈວ່າ “ຈະເປັນແນວໃດຖ້າຂ້ານ້ອຍບໍ່ສາມາດຂຽນຄໍາເທດສະໜາທີ່ດີໄດ້? ຜູ້ນຳຈະເບິ່ງຂ້ານ້ອຍແນວໃດ? ພວກເຂົາຈະເວົ້າບໍວ່າ ‘ປາກົດວ່າຄວາມສາມາດຂອງ ສຽວຊີງ ບໍ່ດີແທ້ໆ ແລະ ລາວກໍບໍ່ເຂົ້າໃຈຄວາມຈິງອີກດ້ວຍ’?” ເມື່ອຄິດແນວນີ້, ຂ້ານ້ອຍກໍມີຄວາມກັງວົນ ແລະ ເມື່ອຂ້ານ້ອຍຮໍ່າຮຽນອີກຄັ້ງ, ໃຈຂອງຂ້ານ້ອຍກໍເລື່ອນລອຍ ແລະ ຂ້ານ້ອຍກໍຍັງຮູ້ສຶກຢາກນອນຢູ່. ໃນຕອນກາງຄືນ, ເມື່ອຂ້ານ້ອຍພະຍາຍາມນອນ, ຂ້ານ້ອຍອົດຖອນຫາຍໃຈບໍ່ໄດ້ ແລະ ຂ້ານ້ອຍກໍນອນພິກໂຕໄປມາ, ບໍ່ສາມາດນອນຫຼັບໄດ້. ຂ້ານ້ອຍຢາກຂຽນຄໍາເທດສະໜາທີ່ດີໃຫ້ສຳເລັດຢ່າງວ່ອງໄວ ເພື່ອທີ່ຂ້ານ້ອຍຈະສາມາດໃຫ້ທຸກຄົນເຫັນໄດ້ ແລະ ດ້ວຍວິທີນັ້ນກໍຟື້ນຟູພາບລັກຂອງຂ້ານ້ອຍ. ແຕ່ຍິ່ງຂ້ານ້ອຍຄິດກ່ຽວກັບການຂຽນມັນໃຫ້ດີຫຼາຍເທົ່າໃດ, ຂ້ານ້ອຍກໍຍິ່ງຮູ້ສຶກມີຄວາມກົດດັນຫຼາຍຂຶ້ນເທົ່ານັ້ນ. ຕອນເຊົ້າຂອງມື້ຕໍ່ມາ, ຂ້ານ້ອຍຕື່ນນອນດ້ວຍຄວາມຮູ້ສຶກອ່ອນເພຍ ແລະ ຫົວຂອງຂ້ານ້ອຍເລີ່ມເຈັບ. ຂ້ານ້ອຍໄຕ່ຕອງຕະຫຼອດມື້ ແຕ່ຂ້ານ້ອຍຍັງບໍ່ສາມາດຄິດຫຍັງອອກໄດ້ ແລະ ມັນຮູ້ສຶກຄືກັບວ່າມີກ້ອນຫີນໜັກກຳລັງກົດທັບຂ້ານ້ອຍຢູ່ ເຊິ່ງເຮັດໃຫ້ຫາຍໃຈຍາກ. ເອື້ອຍນ້ອງທີ່ຂ້ານ້ອຍໄດ້ຮ່ວມມືນຳຢາກຮໍ່າຮຽນຫຼັກການນຳຂ້ານ້ອຍ ແຕ່ຂ້ານ້ອຍບໍ່ຕ້ອງການ.

ຕໍ່ມາ, ຂ້ານ້ອຍໄດ້ເປີດໃຈກັບລາວກ່ຽວກັບສະພາບທີ່ຂ້ານ້ອຍເປັນໃນສອງສາມມື້ທີ່ຜ່ານມາ ແລະ ລາວກໍໄດ້ອ່ານພຣະທໍາຂອງພຣະເຈົ້າວັກໜຶ່ງໃຫ້ຂ້ານ້ອຍຟັງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງຜູ້ຄົນ, ເຮັດໃຫ້ພວກເຂົາບໍ່ຄິດເຖິງສິ່ງໃດເລີຍ ນອກຈາກສອງສິ່ງນີ້ ແລະ ເຮັດໃຫ້ພວກເຂົາດິ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກທໍລະມານເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍ ແລະ ແບກຫາບພາລະອັນໜັກໜ່ວງເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະລະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ຕັດສິນ ຫຼື ຕັດສິນໃຈທຸກຢ່າງເພື່ອເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ດ້ວຍວິທີນີ້, ຊາຕານຈຶ່ງໃສ່ໂສ້ລ່າມທີ່ເບິ່ງບໍ່ເຫັນໄວ້ເທິງໂຕຜູ້ຄົນ ແລະ ເມື່ອມີໂສ້ລ່າມເຫຼົ່ານີ້ຢູ່ເທິງໂຕພວກເຂົາ, ພວກເຂົາກໍບໍ່ມີທັງຄວາມສາມາດ ແລະ ຄວາມກ້າຫານທີ່ຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະ. ພວກເຂົາແບກຫາບໂສ້ລ່າມເຫຼົ່ານີ້ໂດຍບໍ່ຮູ້ຕົວ ໃນຂະນະທີ່ພວກເຂົາຍ່າງຢ່າງທຸລັກທຸເລໄປຂ້າງໜ້າເທື່ອລະກ້າວ. ເພື່ອເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼົງທາງອອກຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ ແລະ ຊົ່ວຮ້າຍຫຼາຍຂຶ້ນເລື້ອຍໆ. ດ້ວຍວິທີນີ້, ຄົນຈາກລຸ້ນສູ່ລຸ້ນຈຶ່ງຖືກທຳລາຍທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ. ເມື່ອເບິ່ງການກະທຳຂອງຊາຕານໃນຕອນນີ້ແລ້ວ, ເຈດຕະນາທີ່ແຝງຊົ່ວຂອງມັນບໍ່ໜ້າກຽດຊັງເປັນຢ່າງຍິ່ງບໍ? ບາງເທື່ອ ໃນປັດຈຸບັນ ພວກເຈົ້າຍັງບໍ່ສາມາດເບິ່ງອອກເຖິງແຮງຈູງໃຈອັນຊົ່ວຊ້າຂອງຊາຕານ ຍ້ອນພວກເຈົ້າຄິດວ່າມະນຸດບໍ່ສາມາດດຳລົງຊີວິດຢູ່ໄດ້ຫາກຂາດຊື່ສຽງ ແລະ ຜົນປະໂຫຍດ. ເຈົ້າຄິດວ່າ ຖ້າຜູ້ຄົນປະຖິ້ມຊື່ສຽງ ແລະ ຜົນປະໂຫຍດໄວ້ເບື້ອງຫຼັງ, ພວກເຂົາກໍຈະບໍ່ສາມາດເຫັນຫົນທາງທີ່ຢູ່ເບື້ອງໜ້າໄດ້ອີກຕໍ່ໄປ, ບໍ່ສາມາດເຫັນເປົ້າໝາຍຂອງພວກເຂົາໄດ້ອີກຕໍ່ໄປ, ອະນາຄົດຂອງພວກເຂົາກໍຈະມືດມິດ, ມືດມົວ ແລະ ເສົ້າໝອງ. ແຕ່ມື້ໜຶ່ງ ພວກເຈົ້າທຸກຄົນຈະຄ່ອຍໆເຂົ້າໃຈວ່າ ຊື່ສຽງ ແລະ ຜົນປະໂຫຍດແມ່ນໂສ້ແຫ່ງວິບັດທີ່ຊາຕານໃຊ້ເພື່ອຜູກມັດມະນຸດ. ເມື່ອມື້ນັ້ນມາເຖິງ, ເຈົ້າກໍຈະຕໍ່ຕ້ານການຄວບຄຸມຂອງຊາຕານຢ່າງສຸດຂີດ ແລະ ຕໍ່ຕ້ານໂສ້ທີ່ຊາຕານໃຊ້ເພື່ອຜູກມັດເຈົ້າຈົນເຖິງທີ່ສຸດ. ເມື່ອເຖິງເວລາທີ່ເຈົ້າຕ້ອງການໂຍນທຸກສິ່ງທີ່ຊາຕານໄດ້ປູກຝັງໃນຕົວເຈົ້ານັ້ນອອກໄປ, ເຈົ້າກໍຈະຕັດຂາດຈາກຊາຕານຢ່າງສົມບູນ ແລະ ເຈົ້າຈະກຽດຊັງທຸກສິ່ງທີ່ຊາຕານນໍາມາໃຫ້ເຈົ້າຢ່າງແທ້ຈິງ. ພຽງແຕ່ເມື່ອນັ້ນ ມະນຸດຊາດຈຶ່ງຈະມີຄວາມຮັກ ແລະ ປາຖະໜາພຣະເຈົ້າຢ່າງແທ້ຈິງ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI). ຫຼັງຈາກຟັງພຣະທໍາຂອງພຣະເຈົ້າແລ້ວ, ໃຈຂອງຂ້ານ້ອຍກໍຮູ້ສຶກຜ່ອງໃສຂຶ້ນມາທັນທີ. ຂ້ານ້ອຍຮູ້ໂຕວ່າ ຄວາມຮູ້ສຶກກົດດັນໃນໃຈຂອງຂ້ານ້ອຍໃນສອງສາມມື້ທີ່ຜ່ານມາ ແມ່ນຍ້ອນການຖືກຈໍາກັດ ແລະ ຖືກຜູກມັດໂດຍຊື່ສຽງ, ສິ່ງທີ່ໄດ້ຮັບ ແລະ ສະຖານະຂອງຂ້ານ້ອຍ. ໃນຕອນທຳອິດ, ຜູ້ຮັບຜິດຊອບເວົ້າວ່າຂ້ານ້ອຍມີຄວາມສາມາດດີ ແລະ ຄໍາເທດສະໜາທີ່ຂ້ານ້ອຍຂຽນກໍດີພໍສົມຄວນ. ຂ້ານ້ອຍພໍໃຈໃນໂຕເອງ, ໂດຍຮູ້ສຶກວ່າຂ້ານ້ອຍມີພອນສະຫວັນພິເສດໃນການຂຽນ ແລະ ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ພະຍາຍາມຫຼາຍຂຶ້ນເພື່ອຂຽນຄໍາເທດສະໜາ, ໂດຍຫວັງວ່າຈະໄດ້ຮັບການສັນລະເສີນ ແລະ ການຊົມເຊີຍຈາກຄົນອື່ນ. ເຖິງຢ່າງໃດກໍຕາມ, ເມື່ອມີການຊີ້ໃຫ້ເຫັນຫຼາຍບັນຫາໃນຄໍາເທດສະໜາສອງທີ່ຂ້ານ້ອຍໄດ້ຂຽນ, ຂ້ານ້ອຍກໍກັງວົນວ່າຄົນອື່ນໆຈະດູໝິ່ນຂ້ານ້ອຍ ແລະ ບໍ່ຄິດວ່າຂ້ານ້ອຍເປັນຄົນທີ່ມີຄວາມສາມາດ ແລະ ພອນສະຫວັນອີກຕໍ່ໄປ, ດັ່ງນັ້ນ ຂ້ານ້ອຍຈຶ່ງບໍ່ສາມາດສະຫງົບລົງເພື່ອໄຕ່ຕອງບັນຫາທີ່ຜູ້ນຳຊີ້ໃຫ້ເຫັນ, ແລະ ຂ້ານ້ອຍກໍບໍ່ໄດ້ຮໍ່າຮຽນຫຼັກການ ຫຼື ສະແຫວງຫາຄວາມຈິງເພື່ອຊົດເຊີຍຂໍ້ບົກຜ່ອງຂອງຂ້ານ້ອຍ. ຂ້ານ້ອຍພຽງແຕ່ຢາກຂຽນຄໍາເທດສະໜາທີ່ດີຢ່າງວ່ອງໄວ ເພື່ອຟື້ນຟູພາບລັກຂອງຂ້ານ້ອຍ. ເຖິງຢ່າງໃດກໍຕາມ, ຍິ່ງຂ້ານ້ອຍກັງວົນໃຈຫຼາຍເທົ່າໃດ, ຂ້ານ້ອຍກໍຍິ່ງມີແນວຄິດໜ້ອຍລົງເທົ່ານັ້ນ ແລະ ຄວາມຄິດຂອງຂ້ານ້ອຍກໍຍິ່ງມືດມົວຫຼາຍຂຶ້ນ ແລະ ຫຼັງຈາກເຮັດວຽກມາໝົດມື້, ຂ້ານ້ອຍກໍຍັງບໍ່ມີຄວາມຄືບໜ້າເລີຍ. ຂ້ານ້ອຍຈື່ໄດ້ວ່າເມື່ອຂ້ານ້ອຍເລີ່ມຂຽນຄໍາເທດສະໜາເທື່ອທຳອິດ, ເຖິງແມ່ນວ່າມີຄວາມລໍາບາກຫຼາຍ, ຂ້ານ້ອຍມີໃຈອັນບໍລິສຸດທີ່ເພິ່ງພາພຣະເຈົ້າ. ຂ້ານ້ອຍຮໍາຮຽນ ແລະ ສະແຫວງຫາພຣະທໍາຂອງພຣະເຈົ້າທີ່ກ່ຽວຂ້ອງເພື່ອໄຕ່ຕອງຢ່າງແທ້ຈິງ ແລະ ພຣະເຈົ້າໄດ້ໃຫ້ຄວາມສະຫວ່າງ ແລະ ນຳພາຂ້ານ້ອຍ ແລະ ດັ່ງນັ້ນ ເມື່ອຂ້ານ້ອຍຂຽນ, ຂ້ານ້ອຍກໍມີແນວຄິດບາງຢ່າງ. ແຕ່ໃນຕອນນີ້, ສິ່ງທີ່ຂ້ານ້ອຍຄິດເຖິງແມ່ນຄວາມທະນົງໂຕ ແລະ ສະຖານະຂອງຂ້ານ້ອຍເທົ່ານັ້ນ ແລະ ຄວາມຄິດຂອງຂ້ານ້ອຍທີ່ພະຍາຍາມຮັກສາພາບລັກທີ່ດີໃນສາຍຕາຂອງຄົນອື່ນໆ ເຮັດໃຫ້ຂ້ານ້ອຍກິນບໍ່ໄດ້ນອນບໍ່ຫຼັບ, ເຮັດໃຫ້ຂ້ານ້ອຍຮູ້ສຶກວິນຫົວ ແລະ ມຶນຊາ ແລະ ເຮັດໃຫ້ຂ້ານ້ອຍບໍ່ສາມາດສຸມໃສ່ການຂຽນຄໍາເທດສະໜາໄດ້. ໃຈຂອງຂ້ານ້ອຍຖືກຄວບຄຸມໂດຍຊື່ສຽງ ແລະ ສິ່ງທີ່ໄດ້ຮັບໂດຍສົມບູນ. ຖ້າຂ້ານ້ອຍບໍ່ປ່ຽນແປງສະພາບແບບນີ້, ຂ້ານ້ອຍຈະສືບຕໍ່ໃຊ້ຊີວິດໃນຄວາມມືດ ແລະ ຄວາມເຈັບປວດທີ່ທົນບໍ່ໄດ້ ແລະ ເມື່ອເວລາຜ່ານໄປ, ຂ້ານ້ອຍຈະສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ຫຼື ແມ່ນແຕ່ສູນເສຍໜ້າທີ່ນີ້. ຈາກນັ້ນຂ້ານ້ອຍກໍໄດ້ອະທິຖານຕໍ່ພຣະເຈົ້າ, “ພຣະເຈົ້າ, ຂ້ານ້ອຍບໍ່ຢາກໃຊ້ຊີວິດໃນສະພາບທີ່ໄລ່ຕາມຊື່ສຽງ ແລະ ສະຖານະ ແຕ່ຂ້ານ້ອຍກໍບໍ່ຮູ້ວ່າຈະແກ້ໄຂມັນແນວໃດ. ຂໍພຣະອົງໃຫ້ຄວາມສະຫວ່າງ ແລະ ນຳພາຂ້ານ້ອຍດ້ວຍ, ເພື່ອທີ່ຂ້ານ້ອຍຈະສາມາດກ້າວອອກຈາກສະພາບທີ່ຜິດນີ້ ແລະ ເຮັດໜ້າທີ່ຂອງຂ້ານ້ອຍໄດ້ດີ”.

ຕອນເຊົ້າຂອງມື້ຕໍ່ມາ, ເອື້ອຍຂອງຂ້ານ້ອຍໄດ້ອ່ານພຣະທໍາຂອງພຣະເຈົ້າບາງວັກໃຫ້ຂ້ານ້ອຍຟັງ ແລະ ມີວັກໜຶ່ງໄດ້ຊ່ວຍຂ້ານ້ອຍຫຼາຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກຄົນຮູ້ວ່າມັນບໍ່ແມ່ນສິ່ງທີ່ດີທີ່ຄົນໆໜຶ່ງຈະເຊີດໜ້າຊູຕາຕົນເອງ ພຽງແຕ່ເພາະພວກເຂົາສາມາດບັນລຸຜົນຮັບບາງຢ່າງໃນໜ້າທີ່ຂອງພວກເຂົາ. ສະນັ້ນເປັນຫຍັງຄົນຈຶ່ງຍັງມີແນວໂນ້ມຈະເຊີດໜ້າຊູຕາຕົນເອງ? ສ່ວນໜຶ່ງກໍເນື່ອງຈາກຄວາມອວດດີ ແລະ ຄວາມເຮັດພໍຜິວເຜີນຂອງຜູ້ຄົນ. ມີເຫດຜົນອື່ນອີກບໍ? (ມັນເປັນເພາະຄົນບໍ່ໄດ້ສຳນຶກວ່າພຣະເຈົ້າເປັນຜູ້ທີ່ນໍາພາພວກເຂົາໃຫ້ບັນລຸຜົນຮັບເຫຼົ່ານີ້. ພວກເຂົາຈຶ່ງຄິດວ່າພວກເຂົາສົມຄວນໄດ້ຮັບຄວາມໄວ້ວາງໃຈທັງໝົດ ແລະ ມີຫົນທາງ. ໃນຄວາມເປັນຈິງແລ້ວ ຖ້າບໍ່ມີພາລະກິດຂອງພຣະເຈົ້າ ຄົນກໍບໍ່ສາມາດເຮັດຫຍັງໄດ້, ແຕ່ພວກເຂົາບໍ່ສາມາດເຂົ້າໃຈມັນໄດ້.) ປະໂຫຍກນີ້ຖືກຕ້ອງ ແລະ ມັນຍັງເປັນໃຈກາງຂອງບັນຫາອີກດ້ວຍ. ຖ້າຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ມີພຣະວິນຍານບໍລິສຸດໃຫ້ສ່ອງແສງສະຫວ່າງແກ່ພວກເຂົາ, ພວກເຂົາກໍຈະຄິດຢູ່ສະເໝີວ່າຕົນເອງມີຄວາມສາມາດເຮັດທຸກຢ່າງ. ສະນັ້ນຖ້າພວກເຂົາມີຫົນທາງ, ພວກເຂົາກໍສາມາດກາຍມາເປັນຄົນອວດດີ ແລະ ເຊີດໜ້າຊູຕາຕົນເອງ. ພວກເຈົ້າສາມາດຮູ້ສຶກເຖິງການຊີ້ນໍາຂອງພຣະເຈົ້າ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດບໍໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງເຈົ້າ? (ແມ່ນແລ້ວ). ຖ້າເຈົ້າສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ ແຕ່ຍັງຄິດຫາຕົວເຈົ້າເອງເອງຢ່າງສູງສົ່ງ ແລະ ຄິດວ່າເຈົ້າມີຄວາມເປັນຈິງ, ແລ້ວແມ່ນຫຍັງກຳລັງເກີດຂຶ້ນໃນທີ່ນີ້? (ເມື່ອການທີ່ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາໄດ້ເກີດໝາກຜົນບາງຢ່າງ, ພວກເຮົາຄິດວ່າເຄິ່ງໜຶ່ງຂອງຊື່ສຽງຄວາມສຳເລັດເປັນຂອງພຣະເຈົ້າ ແລະ ເຄິ່ງໜຶ່ງເປັນຂອງພວກເຮົາ. ພວກເຮົາຂະຫຍາຍການຮ່ວມມືຂອງພວກເຮົາໄປສູ່ຂອບເຂດທີ່ບໍ່ຈຳກັດ, ຄິດວ່າບໍ່ມີຫຍັງສຳຄັນກວ່າການຮ່ວມມືຂອງພວກເຮົາ ແລະ ແສງສະຫວ່າງຂອງພຣະເຈົ້າຈະບໍ່ສາມາດເປັນໄປໄດ້ຖ້າປາສະຈາກການຮ່ວມມືນັ້ນ). ແລ້ວເປັນຫຍັງພຣະເຈົ້າຈຶ່ງສ່ອງແສງສະຫວ່າງໃຫ້ກັບເຈົ້າ? ພຣະເຈົ້າຈະສາມາດສ່ອງແສງສະຫວ່າງໃຫ້ຄົນອື່ນເຊັ່ນກັນບໍ? (ແມ່ນແລ້ວ). ເມື່ອພຣະເຈົ້າສ່ອງແສງສະຫວ່າງໃຫ້ກັບຄົນໃດໜຶ່ງ, ມັນກໍແມ່ນໂດຍຄວາມກະລຸນາຂອງພຣະເຈົ້າ. ແລ້ວແມ່ນຫຍັງຄືການຮ່ວມມືເລັກໆນ້ອຍໆໃນສ່ວນຂອງເຈົ້າ? ມັນເປັນສິ່ງທີ່ເຈົ້າສົມຄວນໄດ້ຮັບຊື່ສຽງບໍ ຫຼື ມັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? (ມັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກຂ້ານ້ອຍ). ເມື່ອເຈົ້າຮັບຮູ້ວ່າມັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າ, ແລ້ວເຈົ້າຕ້ອງມີຊຸດຄວາມຄິດທີ່ຖືກຕ້ອງ ແລະ ຈະບໍ່ຄິດທີ່ພະຍາຍາມເອົາຊື່ສຽງຈາກສິ່ງນັ້ນ. ຖ້າເຈົ້າຄິດຢູ່ສະເໝີວ່າ ‘ນີ້ຄືການປະກອບສ່ວນຂອງຂ້ອຍ ຢູ່ສະເໝີ. ແສງສະຫວ່າງຂອງພຣະເຈົ້າຈະເປັນໄປໄດ້ບໍຖ້າບໍ່ມີການຮ່ວມມືຂອງຂ້ອຍ? ໜ້າວຽກນີ້ຈຳເປັນຕ້ອງມີການຮ່ວມມືຂອງມະນຸດ; ການຮ່ວມມືຂອງພວກເຮົາເປັນສ່ວນໃຫຍ່ໃນຄວາມສຳເລັດນີ້’, ແລ້ວເຈົ້າກໍເຂົ້າໃຈຜິດ. ເຈົ້າຈະສາມາດຮ່ວມມືໄດ້ແນວໃດ ຖ້າພຣະວິນຍານບໍລິສຸດບໍ່ໄດ້ສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ຖ້າບໍ່ມີຜູ້ໃດໂອ້ລົມຫຼັກການແຫ່ງຄວາມຈິງກັບເຈົ້າ? ເຈົ້າຈະບໍ່ຮູ້ຈັກສິ່ງທີ່ພຣະເຈົ້າຮຽກຮ້ອງ ຫຼື ເຈົ້າຈະບໍ່ຮູ້ເສັ້ນທາງແຫ່ງການປະຕິບັດ. ເຖິງແມ່ນວ່າເຈົ້າຕ້ອງການເຊື່ອຟັງພຣະເຈົ້າ ແລະ ຮ່ວມມື, ເຈົ້າຈະບໍ່ຮູ້ວ່າຈະເຮັດແນວໃດ. ‘ການຮ່ວມມື’ ຂອງເຈົ້ານີ້ບໍ່ແມ່ນພຽງຄຳເວົ້າທີ່ວ່າງເປົ່າບໍ? ຖ້າບໍ່ມີການຮ່ວມມືທີ່ແທ້ຈິງ, ເຈົ້າກໍພຽງແຕ່ເຮັດຕາມແນວຄິດຂອງເຈົ້າເອງ, ເຊິ່ງໃນກໍລະນີນັ້ນ ໜ້າທີ່ທີ່ເຈົ້າປະຕິບັດຈະສາມາດບັນລຸມາດຕະຖານໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ, ເຊິ່ງບົ່ງບອກເຖິງບັນຫາທີ່ເປັນຢູ່. ບັນຫາແມ່ນຫຍັງ? ບໍ່ວ່າບຸກຄົນໜຶ່ງຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະບັນລຸຜົນ, ປະຕິບັດໜ້າທີ່ຂອງພວກເຂົາຕາມມາດຕະຖານ ແລະ ຮັບເອົາການຮອງຮັບຂອງພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນກັບການກະທຳຂອງພຣະເຈົ້າ. ເຖິງແມ່ນວ່າເຈົ້າປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າ, ຖ້າພຣະເຈົ້າບໍ່ເຮັດພາລະກິດ, ຖ້າພຣະເຈົ້າບໍ່ສ່ອງແສງສະຫວ່າງ ແລະ ຊີ້ນໍາເຈົ້າ, ແລ້ວເຈົ້າກໍຈະບໍ່ຮູ້ຈັກເສັ້ນທາງຂອງເຈົ້າ, ທິດທາງຂອງເຈົ້າ ຫຼື ເປົ້າໝາຍຂອງເຈົ້າ. ໃນທີ່ສຸດແລ້ວແມ່ນຫຍັງຈະເກີດຂຶ້ນຈາກສິ່ງນັ້ນ? ຫຼັງຈາກທີ່ເຮັດວຽກໜັກຕະຫຼອດເວລາເຫຼົ່ານັ້ນ, ເຈົ້າຈະບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ ຫຼື ເຈົ້າຈະບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດ, ມັນລ້ວນແລ້ວແຕ່ສູນເປົ່າ. ສະນັ້ນ, ການທີ່ໜ້າທີ່ຂອງເຈົ້າຖືກປະຕິບັດຈົນບັນລຸມາດຕະຖານ, ການອົບຮົມສັ່ງສອນອ້າຍເອື້ອຍນ້ອງຂອງເຈົ້າ ແລະ ການຮັບເອົາການຮອງຮັບຂອງພຣະເຈົ້າລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ! ຜູ້ຄົນພຽງແຕ່ສາມາດເຮັດສິ່ງເຫຼົ່ານີ້ທີ່ພວກເຂົາສາມາດເຮັດເປັນການສ່ວນຕົວ, ສິ່ງທີ່ພວກເຂົາຄວນເຮັດ ແລະ ສິ່ງທີ່ຢູ່ພາຍໃນສັກກະຍາພາບໂດຍທຳມະຊາດຂອງພວກເຂົາ, ບໍ່ມີຫຍັງອີກ. ໃນທີ່ສຸດແລ້ວນັ້ນ, ການປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ມີປະສິດທິພາບແມ່ນຂຶ້ນກັບການຊີ້ນໍາຈາກພຣະທຳຂອງພຣະເຈົ້າ ແລະ ແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ ແລະ ສຳເລັດການຝາກຝັງຂອງພຣະເຈົ້າຕາມເສັ້ນທາງທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ ແລະ ຫຼັກການທີ່ພຣະອົງໄດ້ກຳນົດໄວ້. ສິ່ງນີ້ແມ່ນຄວາມກະລຸນາ ແລະ ພອນຂອງພຣະເຈົ້າ ແລະ ຖ້າຜູ້ຄົນບໍ່ສາມາດເຫັນສິ່ງນີ້ໄດ້, ພວກເຂົາກໍຕາບອດ. ບໍ່ວ່າເຮືອນຂອງພຣະເຈົ້າຈະເຮັດວຽກງານໃນລັກສະນະໃດກໍຕາມ, ຜົນຮັບຄວນເປັນແນວໃດ? ສ່ວນໜຶ່ງກໍຄວນເປັນການເປັນພະຍານໃຫ້ພຣະເຈົ້າ ແລະ ເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ, ໃນຂະນະທີ່ອີກສ່ວນຄວນເປັນການອົບຮົມສັ່ງສອນ ແລະ ການນໍາຜົນປະໂຫຍດມາສູ່ອ້າຍເອື້ອຍນ້ອງ. ວຽກງານຂອງເຮືອນຂອງພຣະເຈົ້າຄວຮບັນລຸຜົນຮັບໃນທັງສອງຂົງເຂດ. ໃນເຮືອນຂອງພຣະເຈົ້າ ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ຫຍັງກໍຕາມ, ເຈົ້າສາມາດບັນລຸຜົນຮັບໂດຍບໍ່ມີການຊີ້ນໍາຂອງພຣະເຈົ້າບໍ? ບໍ່ໄດ້ຢ່າງແນ່ນອນ. ມັນສາມາດເວົ້າໄດ້ວ່າຖ້າບໍ່ມີການຊີ້ນໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າເຮັດກໍໄຮ້ປະໂຫຍດເປັນຢ່າງຍິ່ງ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິສແຫ່ງຍຸກສຸດທ້າຍ. ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ). ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າແລ້ວ, ຂ້ານ້ອຍໄດ້ຮູ້ໂຕວ່າ ຂ້ານ້ອຍບໍ່ສາມາດຖອດປ້າຍ “ມີພອນສະຫວັນພິເສດໃນການຂຽນ” ອອກໄດ້ ເພາະຂ້ານ້ອຍຖືວ່າປະສິດທິພາບທັງໝົດຂອງການຂຽນຄໍາເທດສະໜາແມ່ນມາຈາກໂຕເອງ ແລະ ຂ້ານ້ອຍຄິດວ່າມັນແມ່ນຍ້ອນຄວາມສາມາດທີ່ດີ, ພອນສະຫວັນໃນການຂຽນຂອງຂ້ານ້ອຍ ແລະ ຄວາມພະຍາຍາມທີ່ຂ້ານ້ອຍໄດ້ໄຕ່ຕອງ ແລະ ຈ່າຍລາຄາເທົ່ານັ້ນ ທີ່ເຮັດໃຫ້ຜົນເຫຼົ່ານີ້ເກີດຂື້ນໄດ້. ໃນຄວາມເປັນຈິງແລ້ວ, ຂ້ານ້ອຍດີ້ນຮົນຢູ່ເລື້ອຍໆໃນລະຫວ່າງການຂຽນ ແລະ ມັນແມ່ນການອະທິຖານຕໍ່ພຣະເຈົ້າ ແລະ ໄຕ່ຕອງຄວາມຈິງທີ່ກ່ຽວຂ້ອງ ແລະ ໄດ້ຮັບຄວາມສະຫວ່າງ ແລະ ການນຳພາຈາກພຣະເຈົ້າທີ່ເຮັດໃຫ້ຂ້ານ້ອຍໄດ້ຮັບແຮງບັນດານໃຈໜ້ອຍໜຶ່ງ. ເຖິງຢ່າງໃດກໍຕາມ, ຫຼັງຈາກນັ້ນ, ເມື່ອຄົນອື່ນໆເວົ້າຄຳຍ້ອງຍໍ ແລະ ໃຫ້ກຳລັງໃຈສອງສາມຄຳ, ຂ້ານ້ອຍກໍກາຍເປັນຄົນທະນົງໂຕ, ໂດຍຄິດວ່າທັງໝົດນີ້ແມ່ນຜົນສຳເລັດຂອງໂຕຂ້ານ້ອຍເອງ ແລະ ຂ້ານ້ອຍເຖິງກັບຕິດປ້າຍ “ມີຄວາມສາມາດດີ ແລະ ມີພອນສະຫວັນໃນການຂຽນ” ໃຫ້ໂຕເອງ ແລະ ຂ້ານ້ອຍລົ້ມເຫຼວໃນການເບິ່ງໂຕເອງວ່າຂ້ານ້ອຍເປັນໃຜແທ້ໆ. ໃນຄວາມເປັນຈິງແລ້ວ, ບໍ່ວ່າໜ້າທີ່ຈະສາມາດປະຕິບັດໄດ້ດີ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບຄວາມເຂົ້າໃຈຫຼັກການຂອງໜ້າທີ່ ແລະ ຄວາມຈິງທີ່ກ່ຽວຂ້ອງບາງສ່ວນ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄື ການໄດ້ຮັບຄວາມສະຫວ່າງ ແລະ ການນຳພາຈາກພຣະເຈົ້າ. ມີບາງຄັ້ງທີ່ພວກເຮົາຄິດບໍ່ອອກ ແລະ ໂດຍການອະທິຖານຕໍ່ພຣະເຈົ້າ, ສະແຫວງຫາການນຳພາຂອງພຣະອົງ ແລະ ພິຈາລະນາພຣະທໍາຂອງພຣະອົງ, ພວກເຮົາກໍເຂົ້າໃຈຄວາມຈິງບາງຢ່າງໂດຍບໍ່ຮູ້ໂຕ ແລະ ໄດ້ຮັບແສງສະຫວ່າງ ແລະ ແນວຄິດບາງຢ່າງ ແລະ ເມື່ອນັ້ນເທົ່ານັ້ນ ຄໍາເທດສະໜາທີ່ພວກເຮົາຂຽນຈຶ່ງຈະສາມາດບັນລຸຜົນດີໄດ້. ນີ້ບໍ່ແມ່ນຍ້ອນຄວາມສາມາດຂອງພວກເຮົາເອງ. ໃນສອງສາມມື້ທີ່ຜ່ານມາ ຂ້ານ້ອຍຄິດກ່ຽວກັບວິທີທີ່ຂ້ານ້ອຍໄດ້ໃຊ້ຊີວິດຢູ່ໃນຊື່ສຽງ ແລະ ສະຖານະ, ບໍ່ສາມາດໄດ້ຮັບຄວາມສະຫວ່າງ ແລະ ການນຳພາຈາກພຣະເຈົ້າ. ເຖິງວ່າຂ້ານ້ອຍໄດ້ພະຍາຍາມຂຽນ ແຕ່ໃຈຂອງຂ້າຂ້ານ້ອຍກໍຄືໝອກຄວັນ, ບໍ່ມີແນວຄິດໃດໆ ແລະ ຂ້ານ້ອຍກໍເປັນຄົນໂງ່ແທ້ໆ. ຂ້ານ້ອຍໄດ້ຮູ້ໂຕຢ່າງແທ້ຈິງວ່າຜົນດີໃນໜ້າທີ່ຂອງຂ້ານ້ອຍແມ່ນມາຈາກຄວາມສະຫວ່າງ ແລະ ການນຳພາຂອງພຣະເຈົ້າ ແລະ ວ່າຂ້ານ້ອຍບໍ່ມີຫຍັງທີ່ຈະອວດອ້າງ. ແຕ່ຂ້ານ້ອຍກໍໄດ້ອ້າງເອົາຄວາມດີທັງໝົດມາເປັນຂອງໂຕເອງຢ່າງບໍ່ອາຍ. ອັນນີ້ແມ່ນໜ້າອັບອາຍແທ້ໆ! ເຖິງແມ່ນວ່າຂ້ານ້ອຍໄດ້ຂຽນຄໍາເທດສະໜາຫຼາຍອັນ, ຂ້ານ້ອຍກໍໄດ້ເຂົ້າໃຈພຽງແຕ່ສ່ວນນ້ອຍຂອງຂະບວນການໃນການຂຽນພວກມັນເທົ່ານັ້ນ. ທີ່ຈິງແລ້ວ, ຂ້ານ້ອຍບໍ່ໄດ້ເຂົ້າໃຈຫຼາຍຫຼັກການ ແລະ ບໍ່ຈະແຈ້ງກ່ຽວກັບຄວາມຈິງໃນຫຼາຍໆດ້ານ; ບາງຄັ້ງຂ້ານ້ອຍກໍຍັງໄດ້ດີ້ນຮົນໃນການເຂົ້າໃຈຈຸດສຳຄັນໃນການຂຽນຄໍາເທດສະໜາ. ເຖິງແມ່ນວ່າຂ້ານ້ອຍໄດ້ຮໍ່າຮຽນຫຼັກການທີ່ກ່ຽວຂ້ອງ, ເມື່ອນຳໃຊ້ພວກມັນໃນທາງປະຕິບັດ, ຂ້ານ້ອຍຍັງບົກຜ່ອງຫຼາຍ, ແລະ ຂ້ານ້ອຍຍັງຕ້ອງການການແກ້ໄຂ ແລະ ການຊ່ວຍເຫຼືອຈາກຄົນອື່ນໆ. ແຕ່ຂ້ານ້ອຍຄິດວ່າໂຕເອງພິເສດ, ຄືກັບວ່າຂ້ານ້ອຍລອຍຢູ່ໃນອາກາດ ແລະ ຂ້ານ້ອຍບໍ່ຮູ້ເຖິງຂີດຈຳກັດຂອງໂຕເອງແທ້ໆ. ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ານ້ອຍກໍຍິ່ງຮູ້ສຶກອັບອາຍຫຼາຍຂຶ້ນ, ຢາກປິດບັງໃບໜ້າຂອງໂຕເອງ ແລະ ຂ້ານ້ອຍພຽງແຕ່ຢາກຄານເຂົ້າໄປໃນຮູໃນພື້ນດິນ.

ຫຼັງຈາກນັ້ນ, ຂ້ານ້ອຍຄິດເຖິງເຫດຜົນຫຼັກທີ່ຂ້ານ້ອຍຂຽນຄໍາເທດສະໜາທຳສອງອັນນັ້ນໄດ້ບໍ່ດີ ແມ່ນຍ້ອນຂ້ານ້ອຍຫາກໍເລີ່ມການຝຶກຝົນ ແລະ ຍັງບໍ່ໄດ້ເຂົ້າໃຈຫຼັກການບາງອັນ, ສະນັ້ນ ຂ້ານ້ອຍຈຶ່ງໄດ້ສຶກສາຫຼັກການກັບເອື້ອຍນ້ອງຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ໃຊ້ຄໍາເທດສະໜາສອງອັນດັ່ງກ່າວເປັນຕົວຢ່າງໃຫ້ທຸກຄົນວິເຄາະ ແລະ ສົນທະນາ. ທຸກຄົນໄດ້ສະເໜີຄຳແນະນຳ ແລະ ຫຼັງຈາກນັ້ນ, ເມື່ອຂ້ານ້ອຍໄດ້ປັບປຸງຄໍາເທດສະໜາອີກຄັ້ງ, ຂ້ານ້ອຍກໍມີທິດທາງ. ເມື່ອໃດກໍຕາມທີ່ຂ້ານ້ອຍບໍ່ເຂົ້າໃຈຫຍັງ, ຂ້ານ້ອຍໄດ້ອະທິຖານຕໍ່ພຣະເຈົ້າ ແລະ ຂ້ານ້ອຍໄດ້ສະແຫວງຫາຄວາມຈິງ ແລະ ໄຕ່ຕອງ ແລະ ຂ້ານ້ອຍກໍໄດ້ສົ່ງຄໍາເທດສະໜາອັນໜຶ່ງໄປພາຍຫຼັງທີ່ຂ້ານ້ອຍໄດ້ປັບປຸງມັນສຳເລັດແລ້ວ. ເຖິງຢ່າງໃດກໍຕາມ, ເມື່ອປັບປຸງອີກອັນໜຶ່ງ, ຂ້ານ້ອຍຍັງຄົງມີຄວາມລໍາບາກ. ຂ້ານ້ອຍບໍ່ຈະແຈ້ງກ່ຽວກັບຄວາມຈິງ ແລະ ຮູ້ສຶກມີບັນຫາໜ້ອຍໜຶ່ງ. ຂ້ານ້ອຍຍັງຢ້ານວ່າການຂຽນຂອງຂ້ານ້ອຍຈະຈຶດຈາງ ແລະ ໜ້າເບື່ອ ແລະ ຂ້ານ້ອຍສົງໄສວ່າຜູ້ນຳຈະຄິດແນວໃດກັບຂ້ານ້ອຍພາຍຫຼັງທີ່ຂ້ານ້ອຍສົ່ງມັນ. ພວກເຂົາຈະເວົ້າບໍວ່າຄວາມສາມາດຂອງຂ້ານ້ອຍບໍ່ພຽງພໍ? ຂ້ານ້ອຍບໍ່ກ້າທີ່ຈະສະແຫວງຫາການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ ແຕ່ຂ້ານ້ອຍບໍ່ມີທາງໄປຕໍ່ ແລະ ຂ້ານ້ອຍຮູ້ສຶກມີຄວາມກົດດັນຫຼາຍໃນໃຈ. ໃນເວລານັ້ນ, ຂ້ານ້ອຍກໍໄດ້ຄິດເຖິງພຣະທໍາຂອງພຣະເຈົ້າວັກໜຶ່ງ. ພຣະເຈົ້າຊົງກ່າວວ່າ: “ເມື່ອພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ພຣະອົງບໍ່ໄດ້ຮ້ອງຂໍໃຫ້ພວກເຂົາເຮັດໜ້າວຽກໃນຈຳນວນໃດໜຶ່ງໃຫ້ສຳເລັດ ຫຼື ເຮັດບາກບັ່ນເຮັດສິ່ງໃດໜຶ່ງໃຫ້ສຳເລັດຢ່າງຍິ່ງໃຫຍ່ ຫຼື ບໍ່ໄດ້ໃຫ້ປະຕິບັດກິດຈະການໃດໜຶ່ງທີ່ຍິ່ງໃຫຍ່. ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນບໍ່ແມ່ນຄວາມສາມາດໃນການເຮັດສຳເລັດໜ້າວຽກຈຳນວນໃດໜຶ່ງ ຫຼື ປະຕິບັດວຽກງານອັນຍິ່ງໃຫຍ່ໃດໜຶ່ງໃຫ້ສຳເລັດ ແລະ ພຣະອົງບໍ່ຕ້ອງການໃຫ້ພວກເຂົາເປັນຜູ້ບຸກເບີກວຽກງານອັນຍິ່ງໃຫຍ່ໃດ. ສິ່ງທີ່ພຣະເຈົ້າຕ້ອງການແມ່ນໃຫ້ຜູ້ຄົນສາມາດເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ໃນແບບທີ່ຕິດດິນ ແລະ ດຳລົງຊີວິດໃຫ້ສອດຄ່ອງກັບພຣະທຳຂອງພຣະອົງ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າເປັນຜູ້ຍິ່ງໃຫຍ່ ຫຼື ສູງສົ່ງ ຫຼື ສ້າງປະຕິຫານໃດໆ ແລະ ພຣະອົງບໍ່ຕ້ອງການເຫັນຄວາມປະຫຼາດໃຈທີ່ໜ້າຍິນດີໃນຕົວເຈົ້າ. ພຣະອົງບໍ່ໄດ້ຕ້ອງການສິ່ງດັ່ງກ່າວ. ສິ່ງດຽວທີ່ພຣະເຈົ້າຕ້ອງການກໍຄືໃຫ້ເຈົ້າປະຕິບັດຕາມພຣະທຳຂອງພຣະອົງຢ່າງໜັກແໜ້ນ. ເມື່ອເຈົ້າຮັບຟັງພຣະທຳຂອງພຣະເຈົ້າ, ເຮັດສິ່ງທີ່ເຈົ້າເຂົ້າໃຈ, ປະຕິບັດສິ່ງທີ່ເຈົ້າຢັ່ງຮູ້, ຈື່ສິ່ງທີ່ເຈົ້າໄດ້ຍິນເປັນຢ່າງດີ ແລະ ຫຼັງຈາກນັ້ນ ເມື່ອຮອດເວລາປະຕິບັດ, ໃຫ້ເຮັດຕາມພຣະທຳຂອງພຣະເຈົ້າ. ໃຫ້ພວກມັນກາຍມາເປັນຊີວິດຂອງເຈົ້າ, ຄວາມເປັນຈິງຂອງເຈົ້າ ແລະ ສິ່ງທີ່ເຈົ້າດຳລົງຊີວິດຕາມ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະພໍໃຈ. ເຈົ້າສະແຫວງຫາຄວາມຍິ່ງໃຫຍ່, ຄວາມມີກຽດ ແລະ ສະຖານະຢູ່ສະເໝີ; ເຈົ້າສະແຫວງຫາຄວາມສູງສົ່ງຢູ່ສະເໝີ. ພຣະເຈົ້າຮູ້ສຶກແນວໃດເມື່ອພຣະອົງເຫັນສິ່ງນີ້? ພຣະອົງກຽດຊັງມັນ ແລະ ພຣະອົງຈະເອົາພຣະອົງເອງອອກຫ່າງຈາກເຈົ້າ. ຍິ່ງເຈົ້າໄລ່ຕາມຄວາມຍິ່ງໃຫຍ່ ແລະ ຄວາມສູງສົ່ງ ແລະ ສະແຫວງຫາທີ່ຈະເໜືອກວ່າຄົນອື່ນ, ເປັນທີ່ໂດດເດັ່ນກວ່າຝູງຊົນ, ເປັນເລີດ ແລະ ເປັນທີ່ຈັບຕາຫຼາຍເທົ່າໃດ, ພຣະເຈົ້າກໍຍິ່ງຮູ້ສຶກເບື່ອໜ່າຍຕໍ່ເຈົ້າຫຼາຍຂຶ້ນເທົ່ານັ້ນ. ຖ້າເຈົ້າບໍ່ທົບທວນຕົນເອງ ແລະ ກັບໃຈ ແລ້ວພຣະເຈົ້າກໍຈະກຽດຊັງເຈົ້າ ແລະ ປະຖິ້ມເຈົ້າ. ເຈົ້າຕ້ອງບໍ່ເປັນຄົນທີ່ພຣະເຈົ້າຮູ້ສຶກເບື່ອໜ່າຍຢ່າງເດັດຂາດ; ເຈົ້າຕ້ອງເປັນຄົນທີ່ພຣະເຈົ້າຮັກ. ດັ່ງນັ້ນ ເຈົ້າຈະກາຍເປັນຄົນທີ່ພຣະເຈົ້າຮັກໄດ້ແນວໃດ? ຈົ່ງຍອມຮັບຄວາມຈິງຢ່າງເຊື່ອຟັງ ຢືນຢູ່ໃນຕຳແໜ່ງທີ່ເໝາະສົມຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ, ປະພຶດຕາມພຣະທຳຂອງພຣະເຈົ້າດ້ວຍຄວາມເປັນຈິງ, ປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ, ເປັນຄົນຊື່ສັດ ແລະ ໃຊ້ຊີວິດທີ່ເປັນຄວາມເໝືອນມະນຸດ. ສິ່ງນີ້ກໍພຽງພໍແລ້ວ ແລະ ສິ່ງນີ້ຈະເຮັດໃຫ້ພຣະເຈົ້າພໍໃຈ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິສແຫ່ງຍຸກສຸດທ້າຍ. ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ). ຫຼັງຈາກອ່ານພຣະທຳຂອງພຣະເຈົ້າແລ້ວ, ຂ້ານ້ອຍເຂົ້າໃຈວ່າ ຂໍ້ກໍານົດຂອງພຣະເຈົ້າສຳລັບມະນຸດນັ້ນບໍ່ສູງ ແລະ ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ມະນຸດຕ້ອງບັນລຸຜົນສຳເລັດອັນຍິ່ງໃຫຍ່. ຕາບໃດທີ່ມະນຸດສາມາດເຊື່ອຟັງ ແລະ ອ່ອນນ້ອມ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີດ້ວຍຄວາມເປັນຈິງຕາມເງື່ອນໄຂຂອງພຣະເຈົ້າ, ພຣະເຈົ້າກໍຈະພໍໃຈ. ແຕ່ຂ້ານ້ອຍຢາກໂດດເດັ່ນຢູ່ສະເໝີ ແລະ ຂຽນຄໍາເທດສະໜາທີ່ດີ ເພື່ອໄດ້ຮັບຄຳຍ້ອງຍໍ ແລະ ການຍອມຮັບຈາກຄົນອື່ນໆ. ສິ່ງນີ້ແມ່ນຄວບຄຸມໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຂ້ານ້ອຍ. ສິ່ງນີ້ແມ່ນອຸປະນິໄສທີ່ເສື່ອມຊາມ. ຂ້ານ້ອຍຄິດເຖິງພຣະດໍາລັດທຳອິດທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງເຊື່ອຟັງ, ເຊິ່ງກ່າວວ່າ: “ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກົດການປົກຄອງສິບຂໍ້ທີ່ປະຊາກອນທີ່ພຣະເຈົ້າເລືອກໄວ້ ຕ້ອງຖືກເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ). ຂ້ານ້ອຍໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢູ່ສະເໝີ, ຢາກໄດ້ຮັບຄຳຍ້ອງຍໍ ແລະ ການນັບຖືຈາກຄົນອື່ນ ແລະ ຢາກມີບ່ອນຢູ່ໃນໃຈຂອງພວກເຂົາ. ນີ້ແມ່ນສິ່ງທີ່ພຣະເຈົ້າກຽດຊັງ. ການໃຊ້ຊີວິດໃນສະພາບນີ້ເຮັດໃຫ້ຂ້ານ້ອຍບໍ່ສາມາດປະຕິບັດໜ້າທີ່ຂອງຂ້ານ້ອຍໄດ້ດີ ແລະ ມັນອາດຈະເປັນການຂັດຂວາງວຽກງານອີກດ້ວຍ. ຂ້ານ້ອຍຕ້ອງຟ້າວປ່ຽນແປງມຸມມອງທີ່ຢູ່ເບື້ອງຫຼັງຂອງການໄລ່ຕາມຂອງຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍຍັງຂາດຫຼາຍສິ່ງໃນການຂຽນຄໍາເທດສະໜາ, ຂ້ານ້ອຍເຕັມໃຈທີ່ຈະສະຫງົບໃຈຂອງຂ້ານ້ອຍຕໍ່ໜ້າພຣະເຈົ້າ ເພື່ອສະແຫວງຫາຄວາມຈິງ ແລະ ຮ່ວມມືໃຫ້ດີທີ່ສຸດ. ຂ້ານ້ອຍຈະຂຽນຕາມທີ່ຂ້ານ້ອຍເຂົ້າໃຈ ແລະ ຂ້ານ້ອຍຈະຖືວ່າທຸກໆບັນຫາທີ່ເກີດຂຶ້ນໃນການຂຽນຄໍາເທດສະໜາເປັນໂອກາດໃນການຊົດເຊີຍຂໍ້ບົກຜ່ອງຂອງຂ້ານ້ອຍ. ຂ້ານ້ອຍເຊື່ອວ່າຜ່ານການຝຶກຝົນເທື່ອລະກ້າວດ້ວຍວິທີນີ້, ຂ້ານ້ອຍຈະມີຄວາມກ້າວໜ້າຢ່າງແນ່ນອນ. ເມື່ອຂ້ານ້ອຍຄິດເຖິງສິ່ງນີ້, ຂ້ານ້ອຍກໍຮູ້ສຶກຜ່ອນຄາຍຫຼາຍຂຶ້ນ.

ຄັ້ງຕໍ່ໄປທີ່ຂ້ານ້ອຍຂຽນຄໍາເທດສະໜາ, ຂ້ານ້ອຍຈະຂຽນສິ່ງທີ່ຂ້ານ້ອຍເຂົ້າໃຈກ່ອນ ແລະ ສໍາລັບສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ, ຂ້ານ້ອຍຈະສະແຫວງຫາ ແລະ ໄຕ່ຕອງ ຫຼື ສື່ສານກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ເມື່ອຂ້ານ້ອຍຈະແຈ້ງກ່ຽວກັບຄວາມຈິງແລ້ວ, ຂ້ານ້ອຍກໍຈະສືບຕໍ່ຂຽນ. ດ້ວຍວິທີນີ້, ປະສິດທິພາບຂອງຄໍາເທດສະໜາທີ່ຂ້ານ້ອຍຂຽນກໍດີຂຶ້ນຫຼາຍ. ຕໍ່ມາບໍ່ດົນ, ຜູ້ນຳໄດ້ສົ່ງຄໍາເທດສະໜາທີ່ດີບາງອັນມາໃຫ້ພວກເຮົາຮໍ່າຮຽນ ແລະ ຮຽນຮູ້. ຄໍາເທດສະໜາເຫຼົ່ານັ້ນບໍ່ພຽງແຕ່ສົດໃໝ່ ແລະ ສະຫວ່າງເທົ່ານັ້ນ ແຕ່ການໂອ້ລົມຄວາມຈິງກໍປະຕິບັດໄດ້ຈິງ ແລະ ຈະແຈ້ງແທ້ໆ. ເມື່ອປຽບທຽບກັນ, ຂ້ານ້ອຍຮູ້ໂຕວ່າຄໍາເທດສະໜາຂອງຂ້ານ້ອຍແມ່ນເຕັມໄປດ້ວຍພຣະທໍາ ແລະ ຄຳສອນເທົ່ານັ້ນ ແລະ ວ່າຄວາມຈິງບໍ່ໄດ້ຖືກໂອ້ລົມຢ່າງຈະແຈ້ງ. ໃນເວລານັ້ນ, ຂ້ານ້ອຍໄດ້ເຫັນວ່າຂ້ານ້ອຍບົກຜ່ອງຫຼາຍປານໃດ. ເມື່ອປຽບທຽບກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍ, ຂ້ານ້ອຍລ້າຫຼັງຫຼາຍ! ເມື່ອພວກເຂົາຂຽນກ່ຽວກັບຄວາມຄິດ ແລະ ຜົນປະໂຫຍດຂອງພວກເຂົາ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ອວດອ້າງເທົ່ານັ້ນ ແຕ່ແທນທີ່ຈະເປັນແບບນັ້ນພວກເຂົາກັບເວົ້າວ່າພວກເຂົາຂາດເຂີນຫຼາຍສິ່ງ ແລະ ການທີ່ສາມາດຂຽນຄໍາເທດສະໜາທີ່ໄດ້ມາດຕະຖານບໍ່ແມ່ນຍ້ອນຄວາມສາມາດຂອງພວກເຂົາເອງ, ທັງບໍ່ແມ່ນຍ້ອນພວກເຂົາເຂົ້າໃຈຄວາມຈິງ ແຕ່ແມ່ນຜ່ານການໄດ້ຮັບຄວາມສະຫວ່າງຂອງພຣະວິນຍານບໍລິສຸດໂດຍການອະທິຖານ, ການສະແຫວງຫາ ແລະ ການໄຕ່ຕອງຄວາມຈິງທີ່ກ່ຽວຂ້ອງ. ເມື່ອເຫັນສິ່ງນີ້, ຂ້ານ້ອຍຮູ້ສຶກອັບອາຍຫຼາຍແທ້ໆ. ຂ້ານ້ອຍຄິດກ່ຽວກັບການທີ່ຂ້ານ້ອຍຫາກໍເລີ່ມຂຽນຄໍາເທດສະໜາ ແລະ ດ້ວຍຄວາມເຂົ້າໃຈທີ່ຜິວເຜີນ, ຂ້ານ້ອຍຄິດວ່າໂຕເອງດີກວ່າຄົນທົ່ວໄປ. ຂ້ານ້ອຍຍັງໄດ້ຕິດປ້າຍໃຫ້ໂຕເອງວ່າທີ່ມີພອນສະຫວັນພິເສດໃນການຂຽນທີ່ຂ້ານ້ອຍບໍ່ສາມາດຖອດອອກໄດ້. ຂ້ານ້ອຍປະເມີນໂຕເອງສູງເກີນໄປ ແລະ ຂາດການຮັບຮູ້ໂຕເອງແທ້ໆ!

ໃນຕອນນີ້, ເມື່ອຂຽນຄໍາເທດສະໜາ, ຂ້ານ້ອຍສາມາດປະຕິບັດຕໍ່ຄຳແນະນຳຈາກຜູ້ນຳໄດ້ຢ່າງຖືກຕ້ອງ ແລະ ຖ້າມີສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ ຫຼື ເຮັດບໍ່ໄດ້, ຂ້ານ້ອຍກໍສາມາດລິເລີ່ມເພື່ອສະແຫວງຫາ ແລະ ຄຸນນະພາບຂອງຄໍາເທດສະໜາຂອງຂ້ານ້ອຍກໍໄດ້ປັບປຸງດີຂຶ້ນເມື່ອທຽບໃສ່ກັບແຕ່ກ່ອນ. ຂ້ານ້ອຍຮູ້ໃນໃຈວ່າຄວາມຄືບໜ້າທີ່ຂ້ານ້ອຍໄດ້ເຮັດນັ້ນແມ່ນຍ້ອນຄວາມສະຫວ່າງ ແລະ ການນຳພາຂອງພຣະເຈົ້າ. ຜ່ານປະສົບການນີ້, ຂ້ານ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ຮັບສິ່ງທີ່ໄດ້ຮັບບາງຢ່າງໃນການເຂົ້າສູ່ຊີວິດຂອງຂ້ານ້ອຍ. ຂ້ານ້ອຍຍັງໄດ້ເຫັນວ່າຄວາມເຂົ້າໃຈຄວາມຈິງຂອງຂ້ານ້ອຍແມ່ນຕື້ນແທ້ໆ, ແລະ ຂ້ານ້ອຍຄວນສຸມໃສ່ຫຼັກການຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຂ້ານ້ອຍໃນແບບທີ່ເດັດດ່ຽວ. ຖ້າບໍ່ມີການເປີດເຜີຍນີ້, ຂ້ານ້ອຍຄົງຈະສືບຕໍ່ໃຊ້ຊີວິດຢູ່ໃນສະພາບທີ່ພໍໃຈໃນໂຕເອງ ແລະ ຂ້ານ້ອຍຈະບໍ່ມີຄວາມຄືບໜ້າໃນໜ້າທີ່ຂອງຂ້ານ້ອຍເລີຍ. ຄວາມລົ້ມເຫຼວ ແລະ ອຸປະສັກນີ້ໄດ້ນຳເອົາປະໂຫຍດທີ່ໃຫຍ່ຫຼວງມາໃຫ້ຂ້ານ້ອຍ ແລະ ຂ້ານ້ອຍກໍຂໍຂອບໃຈພຣະເຈົ້າຈາກໃຈຈິງ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ