ຄວາມເຈັບປວດຂອງການເວົ້າຕົວະ

22 ເດືອນສິງຫາ 2023

ໃນເດືອນຕຸລາ 2019, ຂ້ອຍຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ໃນການເຕົ້າໂຮມ, ຂ້ອຍເຫັນອ້າຍເອື້ອຍນ້ອງສາມາດໂອ້ລົມເຖິງປະສົບການ ແລະ ຄວາມເຂົ້າໃຈຂອງພວກເຂົາ. ພວກເຂົາສາມາດເປີດໃຈກ່ຽວກັບຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງທັງໝົດຂອງພວກເຂົາໂດຍບໍ່ຕ້ອງວິຕົກກັງວົນໃດໆ ແລະ ຂ້ອຍກໍອິດສາຫຼາຍ. ຂ້ອຍຕ້ອງການເປັນຄົນຊື່ສັດເຊັ່ນກັນ ແລະ ພຽງແຕ່ເປີດໃຈຄືກັບທີ່ພວກເຂົາເຮັດ, ແຕ່ເມື່ອມັນເກີດຂຶ້ນແທ້, ຂ້ອຍກໍບໍ່ສາມາດເວົ້າຢ່າງກົງໄປກົງມາໄດ້. ຄັ້ງໜຶ່ງ, ອ້າຍເອື້ອຍນ້ອງຂອງຂ້ອຍຖາມຂ້ອຍວ່າ “ເຈົ້າໜຸ່ມນ້ອຍ, ເຈົ້າຍັງເປັນນັກສຶກສາຢູ່ບໍ?” ຄວາມຈິງກໍຄືຂ້ອຍບໍ່ໄດ້ເປັນນັກສຶກສາໄດ້ໄລຍະໜຶ່ງແລ້ວ ແລະ ຂ້ອຍພຽງແຕ່ແຕ່ງກິນ ແລະ ເຮັດຄວາມສະອາດຢູ່ຮ້ານອາຫານ, ແຕ່ຂ້ອຍຢ້ານວ່າ ຄົນອື່ນຈະດູຖູກຂ້ອຍເມື່ອພວກເຂົາຮູ້ເລື່ອງນີ້, ດັ່ງນັ້ນ ຂ້ອຍຈຶ່ງບອກພວກເຂົາວ່າຂ້ອຍຍັງເປັນນັກສຶກສາຢູ່. ຂ້ອຍບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບມັນເມື່ອຂ້ອຍເວົ້າມັນອອກໄປ ແລະ ຂ້ອຍກໍດຳເນີນຕໍ່ໄປ. ມື້ໜຶ່ງ, ຂ້ອຍເຫັນຂໍ້ຄວາມຈາກພຣະທຳຂອງພຣະເຈົ້າໃນວີດີໂອຄຳພະຍານ ທີ່ເຮັດໃຫ້ຂ້ອຍໄຕ່ຕອງຕົວເອງ. “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນແທ້ຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ຕະຫຼອດເວລາ; ນອກຈາກນັ້ນ ການກະທໍາຂອງພຣະອົງບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າມັກຄົນທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າ ພຣະເຈົ້າມັກຄົນຊື່ສັດ, ຄົນຊື່ສັດສາມາດເປີດໃຈໄດ້ງ່າຍໆກັບພຣະເຈົ້າ, ພວກເຂົາມີຄວາມຊັດເຈນໃນສິ່ງທີ່ພວກເຂົາເຮັດ ແລະ ເວົ້າ ແລະ ພວກເຂົາບໍ່ພະຍາຍາມຫຼອກລວງທັງພຣະເຈົ້າ ຫຼື ຄົນອື່ນ. ແຕ່ສຳລັບຂ້ອຍ, ເມື່ອຄົນອື່ນຖາມຂ້ອຍວ່າ “ເຈົ້າຍັງເປັນນັກສຶກສາຢູ່ບໍ?” ຂ້ອຍບໍ່ສາມາດເວົ້າແມ່ນແຕ່ຄວາມຈິງ ດ້ວຍຄວາມຢ້ານຖືກດູຖູກ, ແລ້ວນັບພາສາຫຍັງກັບການເປັນຄົນຊື່ສັດຕໍ່ໜ້າພຣະເຈົ້າ. ຂ້ອຍບໍ່ໄດ້ຊື່ສັດເລີຍ. ສະນັ້ນ ຂ້ອຍຈຶ່ງຕ້ອງການຊື່ສັດກັບຄົນອື່ນ, ແຕ່ຂ້ອຍຢ້ານວ່າພວກເຂົາຈະເຍາະເຍີ້ຍຂ້ອຍ, ແຕ່ໃນເວລາດຽວກັນ, ການບໍ່ເວົ້າອອກມາເຮັດໃຫ້ຂ້ອຍຮູ້ສຶກອຶດອັດໃຈເປັນຢ່າງຍິ່ງ. ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງຊ່ວຍຂ້ອຍໃຫ້ຝຶກເວົ້າຄວາມຈິງ ແລະ ເປັນຄົນຊື່ສັດ. ໃນການເຕົ້າໂຮມຕໍ່ມາ, ຂ້ອຍໄດ້ເປີດໃຈກ່ຽວກັບຄວາມເສື່ອມຊາມຂອງຂ້ອຍ ແລະ ເປີດເຜີຍຄຳເວົ້າຕົວະ ແລະ ຄວາມຫຼອກລວງຂອງຂ້ອຍ. ຄົນອື່ນບໍ່ພຽງບໍ່ດູຖູກຂ້ອຍ, ພວກເຂົາເຖິງກັບສົ່ງຂໍ້ຄວາມຫາຂ້ອຍໂດຍເວົ້າວ່າປະສົບການຂອງຂ້ອຍນັ້ນດີ. ສິ່ງນີ້ເຮັດໃຫ້ຂ້ອຍໝັ້ນໃຈຫຼາຍຂຶ້ນທີ່ຈະເປັນຄົນຊື່ສັດ. ເຖິງແມ່ນວ່າຈະໄດ້ຝຶກເປັນຄົນຊື່ສັດ ແລະ ເວົ້າຄວາມຈິງໃນໂອກາດນີ້, ຂ້ອຍຍັງບໍ່ມີຄວາມຕື່ນຕົວກ່ຽວກັບອຸປະນິໄສແບບຊາຕານຂອງຂ້ອຍ ແລະ ເມື່ອເວົ້າເຖິງສິ່ງທີ່ກ່ຽວຂ້ອງກັບຊື່ສຽງ ແລະ ຜົນປະໂຫຍດຂອງຂ້ອຍ, ຂ້ອຍກໍຍັງອົດບໍ່ໄດ້ທີ່ຈະເປີດເຜີຍອຸປະນິໄສທີ່ຫຼອກລວງຂອງຂ້ອຍເພື່ອປົກປິດຕົວເອງ.

ຕໍ່ມາຂ້ອຍໄດ້ຖືກເລືອກໃຫ້ເປັນນັກເທດສະໜາ ແລະ ຂ້ອຍຮັບຜິດຊອບວຽກຂອງຄຣິສຕະຈັກສາມແຫ່ງ. ໃນລະຫວ່າງການເຕົ້າໂຮມຄູ່ຮ່ວມງານ, ຜູ້ນຳຄົນໜຶ່ງຕ້ອງການຮູ້ໂດຍສະເພາະວ່າຜູ້ເຊື່ອໃໝ່ໄດ້ຮັບການລ້ຽງດູແນວໃດໃນຄຣິສຕະຈັກແຕ່ລະແຫ່ງ ແລະ ເປັນຫຍັງຜູ້ເຊື່ອໃໝ່ບາງຄົນຈຶ່ງບໍ່ໄດ້ຮັບການສະໜັບສະໜູນຢ່າງເໝາະສົມ. ຂ້ອຍເລີ່ມວຸ້ນວາຍໃຈໜ້ອຍໜຶ່ງ ເນື່ອງຈາກຂ້ອຍຮູ້ພຽງແຕ່ວ່າສິ່ງຕ່າງໆເປັນແນວໃດໃນຄຣິສຕະຈັກແຫ່ງໜຶ່ງ ແລະ ບໍ່ຮູ້ໃນອີກສອງແຫ່ງ. ສະນັ້ນຂ້ອຍຄວນເວົ້າຫຍັງ? ຖ້າຂ້ອຍບອກຄວາມຈິງ, ຄົນອື່ນຈະຄິດກັບຂ້ອຍແນວໃດ? ພວກເຂົາຈະສົງໄສວ່າຂ້ອຍສາມາດເປັນນັກເທດສະໜາໄດ້ບໍຖ້າຂ້ອຍບໍ່ສາມາດເວົ້າແມ່ນແຕ່ເລື່ອງນີ້ຢ່າງກົງໄປກົງມາ? ຫຼື ພວກເຂົາຈະເວົ້າບໍວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ ແລະ ຂ້ອຍບໍ່ສາມາດເຮັດໜ້າທີ່ນີ້ໄດ້? ມັນຈະໜ້າອັບອາຍຫຼາຍຖ້າຂ້ອຍຖືກຍົກຍ້າຍ ຫຼື ຖືກປົດອອກຈາກໜ້າທີ່. ຂ້ອຍຢາກຈະແລ່ນໜີ, ແຕ່ຖ້າຂ້ອຍລາອອກກ່ອນກຳນົດ, ທຸກຄົນກໍຈະຮູ້ວ່າຂ້ອຍຢ້ານພວກເຂົາພົບວ່າຂ້ອຍບໍ່ໄດ້ເຮັດວຽກຕົວຈິງ. ດັ່ງນັ້ນ ຂ້ອຍຈຶ່ງບໍ່ມີທາງເລືອກນອກຈາກຢູ່ຕໍ່ ແລະ ຟັງ ໃນຂະນະທີ່ນັກເທດສະໜາຄົນອື່ນເວົ້າກ່ຽວກັບວຽກທີ່ພວກເຂົາຮັບຜິດຊອບ. ຂ້ອຍເປັນຄືກັບແມວຢູ່ເທິງຫຼັງຄາກົ່ວຮ້ອນ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ເມື່ອຜູ້ນຳຮ້ອງຊື່ຂອງຂ້ອຍ, ຂ້ອຍກໍຕົກໃຈຫຼາຍ ແລະ ທຳທ່າວ່າຂ້ອຍບໍ່ໄດ້ຍິນລາວ, “ເຈົ້າເວົ້າຫຍັງ?” ຜູ້ນຳເວົ້າວ່າ “ພວກເຮົາຫາກໍລົມກັນກ່ຽວກັບການລ້ຽງດູຜູ້ເຊື່ອໃໝ່, ເຈົ້າຢາກບອກພວກເຮົາກ່ຽວກັບຜູ້ເຊື່ອໃໝ່ຂອງເຈົ້າບໍ?” ມັນຮູ້ສຶກຄືກັບຫົວໃຈຂອງຂ້ອຍກຳລັງຈະລະເບີດອອກຈາກໜ້າເອິກ. ຂ້ອຍບໍ່ມີທາງເລືອກນອກຈາກຈະເວົ້າກ່ຽວກັບຄຣິສຕະຈັກທີ່ຂ້ອຍຮູ້ກ່ອນ, ແຕ່ຂ້ອຍບໍ່ຕ້ອງການເວົ້າກ່ຽວກັບອີກສອງແຫ່ງ. ເຖິງຢ່າງໃດກໍຕາມ, ຂ້ອຍຢ້ານຄົນອື່ນຈະຮູ້ວ່າຂ້ອຍບໍ່ໄດ້ເຮັດວຽກຕິດຕາມ, ດັ່ງນັ້ນ ຂ້ອຍຈຶ່ງກັດແຂ້ວ ແລະ ເວົ້າຕົວະວ່າ “ຜູ້ເຊື່ອໃໝ່ຫຼາຍຄົນໃນຄຣິສຕະຈັກແຫ່ງທີ່ສອງບໍ່ໄດ້ຮັບການສະໜັບສະໜູນຢ່າງຖືກຕ້ອງ ແລະ ເນື່ອງຈາກໂລກລະບາດ, ພວກເຮົາຈຶ່ງບໍ່ສາມາດເຂົ້າເຖິງພວກເຂົາໄດ້. ຂ້ອຍບໍ່ໝັ້ນໃຈຫຼາຍປານໃດກ່ຽວກັບສະຖານະການໃນຄຣິສຕະຈັກແຫ່ງທີສາມ ເພາະວ່າຂ້ອຍໄດ້ຕິດຕາມວຽກງານຂອງຄຣິສຕະຈັກອີກສອງແຫ່ງຕະຫຼອດໄລຍະເວລານີ້”. ຂ້ອຍຮູ້ສຶກອຶດອັດໃຈຫຼາຍທີ່ໄດ້ເວົ້າສິ່ງນີ້ ແລະ ຂ້ອຍກໍຢ້ານວ່າທຸກຄົນຈະເບິ່ງຄຳເວົ້າຕົວະຂອງຂ້ອຍອອກ ເຊິ່ງຈະເປັນການເຮັດໃຫ້ອັບອາຍຫຼາຍກວ່າເກົ່າ. ຂ້ອຍໃຈຈົດໃຈຈໍ່ຕະຫຼອດການເຕົ້າໂຮມທັງໝົດ ແລະ ສາມາດຖອນຫາຍໃຈຢ່າງໂລ່ງໃຈຫຼັງຈາກທີ່ມັນສິ້ນສຸດລົງເທົ່ານັ້ນ. ຂ້ອຍປະຫຼາດໃຈເມື່ອຜູ້ນຳເອີ້ນຂ້ອຍ ແລະ ຖາມວ່າ “ກ່ຽວກັບບັນດາຜູ້ເຊື່ອໃໝ່ທີ່ບໍ່ໄດ້ຮັບການສະໜັບສະໜູນຢ່າງຖືກຕ້ອງຍ້ອນໂລກລະບາດ, ເຈົ້າໄດ້ຂໍພະນັກງານລ້ຽງດູໃຫ້ໂທຫາພວກເຂົາ ແລະ ກວດເບິ່ງພວກເຂົາບໍ?” ຂ້ອຍຕົກຕະລຶງກັບຄຳຖາມຂອງຜູ້ນຳ. ຂ້ອຍບໍ່ຮູ້ລາຍລະອຽດຂອງສະຖານະການ. ຖ້າຂ້ອຍເວົ້າຄວາມຈິງ, ຜູ້ນຳຈະບໍ່ຮູ້ວ່າຂ້ອຍໄດ້ເວົ້າຕົວະບໍ? ຂ້ອຍບໍ່ສາມາດເວົ້າວ່າຂ້ອຍບໍ່ຮູ້. ດັ່ງນັ້ນ ຂ້ອຍຈຶ່ງເວົ້າຕົວະຕໍ່ໄປ, “ຂ້ອຍໄດ້ເວົ້າເລື່ອງນີ້ກັບພວກເຂົາ, ແຕ່ຜູ້ເຊື່ອໃໝ່ບາງຄົນບໍ່ໄດ້ຮັບສາຍໂທລະສັບຂອງພວກເຂົາ”. ແລ້ວຜູ້ນຳກໍຖາມວ່າ “ຜູ້ເຊື່ອໃໝ່ຄົນໃດ?” ຂ້ອຍຄິດກັບຕົວເອງວ່າ “ຜູ້ນຳສືບຕໍ່ຖາມຄຳຖາມຂ້ອຍ ຍ້ອນລາວຮູ້ແລ້ວວ່າຂ້ອຍເວົ້າຕົວະບໍ?” ຂ້ອຍຟ້າວຕອບໄປວ່າ “ຂ້ອຍຄິດວ່າແມ່ນບາງຄົນໃນບັນດາຜູ້ທີ່ຫາກໍຮັບເອົາພາລະກິດຂອງພຣະເຈົ້າ”. ເມື່ອເຫັນວ່າຂ້ອຍບໍ່ສາມາດອະທິບາຍໄດ້ຢ່າງຊັດເຈນ, ຜູ້ນຳຈຶ່ງເວົ້າວ່າ “ດີແລ້ວ, ເມື່ອເຈົ້າຮູ້, ໃຫ້ບອກໃຫ້ຂ້ອຍຮູ້ນໍາແດ່”. ເມື່ອຂ້ອຍວາງສາຍແລ້ວ, ຂ້ອຍກໍຮູ້ສຶກຜິດຢ່າງສຸດຊຶ້ງ. ຂ້ອຍເວົ້າຕົວະ ແລະ ຫຼອກລວງອີກແລ້ວ. ດັ່ງນັ້ນ ຂ້ອຍຕ້ອງໃຊ້ຄຳຕົວະທັງໝົດເພື່ອຈັດການກັບຄຳຕົວະທຳອິດ. ມັນເປັນເລື່ອງທີ່ຫຍຸ້ງຍາກແທ້ໆທີ່ຈະໃຊ້ຄຳຕົວະເພື່ອປົກປິດຄໍາຕົວະອື່ນໆ. ເມື່ອຄິດຍ້ອນກັບໄປທີ່ການເຕົ້າໂຮມ, ນັກເທດສະໜາຄົນໜຶ່ງໄດ້ເວົ້າເຖິງສາມຄຣິສຕະຈັກທີ່ລາວຮັບຜິດຊອບ, ລາວບໍ່ໄດ້ກວດເບິ່ງຄຣິສຕະຈັກໃດໜຶ່ງເລີຍ. ລາວສາມາດເວົ້າຄວາມຈິງ, ດັ່ງນັ້ນ ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເວົ້າຄຳທີ່ຊື່ສັດແມ່ນແຕ່ຄຳດຽວ? ການເວົ້າຕົວະ, ການຫຼອກລວງ ແລະ ການວາງລັກສະນະທີ່ບໍ່ເປັນຈິງແບບນີ້ບໍ່ສາມາດປົກປິດຄວາມຈິງໄດ້. ພຣະເຈົ້າກວດສອບເບິ່ງທຸກສິ່ງ ແລະ ບໍ່ໄວກໍຊ້າ ຂ້ອຍຈະຖືກເປີດໂປງ ແລະ ຖືກເປີດເຜີຍ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າວ່າ “ພຣະເຈົ້າ, ໃນການເຕົ້າໂຮມມື້ນີ້, ເມື່ອຜູ້ນຳຖາມກ່ຽວກັບວຽກງານ, ຂ້ານ້ອຍບໍ່ໄດ້ເວົ້າຄວາມຈິງ ແລະ ເວົ້າຕົວະແທນ. ຂ້ານ້ອຍຢ້ານວ່າທຸກຄົນຈະດູຖູກຂ້ານ້ອຍ ຖ້າພວກເຂົາຮູ້ວ່າຂ້ານ້ອຍບໍ່ໄດ້ເຮັດວຽກຕົວຈິງ. ພຣະເຈົ້າ, ກະລຸນາຊີ້ນຳຂ້ານ້ອຍໃຫ້ຮູ້ຈັກຕົວເອງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ”.

ຕໍ່ມາຂ້ອຍໄດ້ອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຊີວິດປະຈຳວັນຂອງພວກເຂົາ, ຜູ້ຄົນເວົ້າຫຼາຍສິ່ງທີ່ບໍ່ມີຈຸດໝາຍ, ບໍ່ຈິງ, ບໍ່ຮູ້, ໂງ່ຈ້າ ແລະ ບໍ່ສົມເຫດສົມຜົນ. ໂດຍພື້ນຖານແລ້ວ, ພວກເຂົາເວົ້າສິ່ງເຫຼົ່ານີ້ເພື່ອຄວາມພາກພູມໃຈຂອງພວກເຂົາເອງ, ເພື່ອເຮັດຕາມຄວາມທະນົງຕົວຂອງພວກເຂົາເອງ. ຄຳເວົ້າຂອງພວກເຂົາກ່ຽວກັບຄວາມບໍ່ຈິງເຫຼົ່ານີ້ແມ່ນການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ການແກ້ໄຂຄວາມເສື່ອມຊາມນີ້ຈະຊຳລະລ້າງຫົວໃຈຂອງເຈົ້າ ແລະ ນັ້ນຈະເຮັດໃຫ້ເຈົ້າບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊື່ສັດຫຼາຍຍິ່ງຂຶ້ນ. ຄວາມຈິງແລ້ວ, ທຸກຄົນລ້ວນຮູ້ວ່າເປັນຫຍັງພວກເຂົາຈຶ່ງເວົ້າຕົວະ: ມັນແມ່ນເພື່ອຜົນປະໂຫຍດ, ໜ້າຕາ, ຄວາມທະນົງຕົວ ແລະ ສະຖານະຂອງພວກເຂົາ. ແລ້ວໃນການສົມທຽບຕົວພວກເຂົາເອງກັບຄົນອື່ນ, ພວກເຂົາເຮັດເກີນຄວາມສາມາດຂອງຕົວເອງຫຼາຍເກີນໄປ. ຜົນທີ່ໄດ້ຄື ຄຳເວົ້າຕົວະຂອງພວກເຂົ້າຖືກເປີດໂປງ ແລະ ຖືກເບິ່ງທະລຸໂດຍຄົນອື່ນ, ເຊິ່ງສົ່ງຜົນໃຫ້ພວກເຂົາເສຍໜ້າ, ເສຍບຸກຄະລິກ ແລະ ເສຍກຽດສັກສີແທນ. ນີ້ແມ່ນຜົນມາຈາກການຕົວະຫຼາຍເກີນໄປ. ເມື່ອເຈົ້າຕົວະຫຼາຍເກີນໄປ, ທຸກຄຳເວົ້າທີ່ເຈົ້າເວົ້າແມ່ນປົນເປື້ອນ. ພວກມັນຈອມປອມທັງໝົດ ແລະ ບໍ່ມີຄຳໃດສາມາດເປັນຄວາມຈິງ ຫຼື ເປັນຈິງໄດ້. ເຖິງແມ່ນວ່າເຈົ້າອາດຈະບໍ່ເສຍໜ້າເມື່ອເຈົ້າເວົ້າຕົວະ ແຕ່ເຈົ້າຮູ້ສຶກເສຍກຽດພາຍໃນແລ້ວ. ເຈົ້າຈະຮູ້ສຶກຖືກຕຳນິໂດຍຈິດສຳນຶກຂອງເຈົ້າ ແລະ ເຈົ້າຈະກຽດຊັງ ແລະ ດູຖູກຕົວເຈົ້າເອງ. ‘ເປັນຫຍັງຂ້ອຍຈຶ່ງມີຊີວິດຢູ່ຢ່າງໜ້າສົມເພດ? ມັນຍາກຫຼາຍແທ້ບໍທີ່ຈະເວົ້າສິ່ງໜຶ່ງທີ່ຊື່ສັດ? ຂ້ອຍຈຳເປັນຕ້ອງເວົ້າຄຳເວົ້າຕົວະເຫຼົ່ານີ້ພຽງເພື່ອໜ້າຕາບໍ? ເປັນຫຍັງມັນຈຶ່ງອິດເມື່ອຍຫຼາຍທີ່ຈະດຳລົງຊີວິດໃນລັກສະນະນີ້?’ ເຈົ້າສາມາດດຳລົງຊີວິດໃນລັກສະນະທີ່ບໍ່ອິດເມື່ອຍ. ຖ້າເຈົ້າຝຶກຝົນເປັນຄົນຊື່ສັດ, ເຈົ້າກໍສາມາດດຳລົງຊີວິດໄດ້ຢ່າງງ່າຍດາຍ ແລະ ຢ່າງອິດສະຫຼະ, ແຕ່ເມື່ອເຈົ້າເລືອກທີ່ຈະຕົວະເພື່ອປົກປ້ອງໜ້າຕາ ແລະ ຄວາມທະນົງຕົວຂອງເຈົ້າ, ຊີວິດຂອງເຈົ້າກໍອິດເມື່ອຍ ແລະ ເຈັບປວດຫຼາຍ, ເຊິ່ງໝາຍຄວາມວ່ານີ້ແມ່ນຄວາມເຈັບປວດທີ່ເກີດຂຶ້ນເອງ. ແມ່ນຫຍັງຄືໃບໜ້າທີ່ເຈົ້າໄດ້ຮັບຈາກການເວົ້າຕົວະ? ມັນແມ່ນບາງສິ່ງທີ່ຫວ່າງເປົ່າ, ບາງສິ່ງທີ່ໄຮ້ຄ່າຢ່າງສິ້ນເຊີງ. ເມື່ອເຈົ້າຕົວະ, ເຈົ້າກໍາລັງທໍລະຍົດບຸກຄະລິກ ແລະ ກຽດສັກສີຂອງຕົນເອງ. ຄຳເວົ້າຕົວະເຫຼົ່ານີ້ເຮັດໃຫ້ຜູ້ຄົນເສຍກຽດສັກສີຂອງພວກເຂົາ, ພວກມັນເຮັດໃຫ້ພວກເຂົາເສຍບຸກຄະລິກຂອງພວກເຂົາ ແລະ ພຣະເຈົ້າພົບວ່າພວກມັນບໍ່ເປັນທີ່ພໍໃຈ ແລະ ໜ້າກຽດຊັງ. ພວກມັນຄຸ້ມຄ່າບໍ? ບໍ່ເລີຍ. ນີ້ແມ່ນເສັ້ນທາງທີ່ຖືກຕ້ອງບໍ? ບໍ່ແມ່ນ. ບັນດາຜູ້ທີ່ມັກຕົວະເປັນປະຈໍາ ຕິດກັບດັກຢູ່ໃນອຸປະນິໄສແບບຊາຕານຂອງພວກເຂົາ ແລະ ພາຍໃຕ້ການປົກຄອງຂອງຊາຕານ, ບໍ່ແມ່ນໃນແສງສະຫວ່າງ ຫຼື ຕໍ່ໜ້າພຣະເຈົ້າ. ເຈົ້າຈຳເປັນຕ້ອງຄິດກ່ຽວກັບວິທີການເວົ້າຕົວະເປັນປະຈໍາ ແລະ ຫຼັງຈາກທີ່ເຈົ້າຕົວະ, ເຈົ້າຈຳເປັນຕ້ອງຄິດກ່ຽວກັບວິທີປົກປິດມັນ ແລະ ຖ້າເຈົ້າປົກປິດມັນໄດ້ບໍ່ດີພໍ ຄຳເວົ້າຕົວະກໍຈະອອກມາ, ດັ່ງນັ້ນ ເຈົ້າຈຳເປັນຕ້ອງໃຊ້ສະໝອງຂອງເຈົ້າເພື່ອການປົກປິດ. ນີ້ບໍ່ແມ່ນວິທີການດຳລົງຊີວິດທີ່ໜ້າອິດເມື່ອຍບໍ? ມັນອິດເມື່ອຍເກີນໄປ. ມັນຄຸ້ມຄ່າບໍ? ບໍ່ເລີຍ. ຈະມີປະໂຫຍດຫຍັງທີ່ຈະໃຊ້ສະໝອງຂອງເຈົ້າເພື່ອເວົ້າຕົວະ ແລະ ປົກປິດມັນພຽງເພື່ອເຫັນແກ່ຄວາມທະນົງຕົວ ແລະ ສະຖານະ? ໃນທີ່ສຸດ, ເຈົ້າຈະຄິດກ່ຽວກັບມັນ ແລະ ເວົ້າກັບຕົນເອງວ່າ ‘ເປັນຫຍັງຕ້ອງເຮັດໃຫ້ຕົວເອງປະສົບກັບເລື່ອງນີ້? ມັນອິດເມື່ອຍເກີນໄປທີ່ຈະເວົ້າຕົວະ ແລະ ປົກປິດມັນ. ການເຮັດສິ່ງຕ່າງໆໃນລັກສະນະນີ້ຈະບໍ່ໄດ້ຜົນຫຍັງ. ມັນງ່າຍກວ່າທີ່ຈະເປັນຄົນຊື່ສັດ’. ເຈົ້າຕ້ອງການເປັນຄົນຊື່ສັດ, ແຕ່ເຈົ້າບໍ່ສາມາດປ່ອຍວາງໜ້າຕາ, ຄວາມທະນົງຕົວ ແລະ ຜົນປະໂຫຍດຂອງເຈົ້າ. ເຈົ້າເຮັດໄດ້ພຽງເວົ້າຕົວະ ແລະ ໃຊ້ຄຳເວົ້າຕົວະເພື່ອປົກປ້ອງສິ່ງເຫຼົ່ານີ້... ເຈົ້າອາດຈະຄິດວ່າການໃຊ້ຄຳເວົ້າຕົວະສາມາດປົກປ້ອງຊື່ສຽງ, ສະຖານະ ແລະ ຄວາມທະນົງຕົວທີ່ປາຖະໜາໄດ້, ແຕ່ນີ້ແມ່ນຄວາມຜິດພາດອັນໃຫຍ່ຫຼວງ. ຄຳເວົ້າຕົວະບໍ່ພຽງແຕ່ບໍ່ສາມາດປົກປ້ອງຄວາມທະນົງຕົວ ແລະ ກຽດສັກສີສ່ວນຕົວຂອງເຈົ້າ, ແຕ່ຮ້າຍແຮງໄປກວ່ານັ້ນ, ມັນຍັງເຮັດໃຫ້ເຈົ້າພາດໂອກາດທີ່ຈະປະຕິບັດຄວາມຈິງ ແລະ ເປັນຄົນຊື່ສັດ. ເຖິງແມ່ນວ່າເຈົ້າຈະປົກປ້ອງຊື່ສຽງ ແລະ ຄວາມທະນົງຕົວຂອງເຈົ້າໃນຂະນະນັ້ນກໍຕາມ, ສິ່ງທີ່ເຈົ້າສູນເສີຍແມ່ນຄວາມຈິງ ແລະ ເຈົ້າທໍລະຍົດພຣະເຈົ້າ ເຊິ່ງໝາຍຄວາມວ່າເຈົ້າສຸນເສຍໂອກາດທີ່ຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ການຖືກເຮັດໃຫ້ສົມບູນຢ່າງສິ້ນເຊີງ. ນີ້ເປັນການສູນເສຍທີ່ໃຫຍ່ຫຼວງທີ່ສຸດ ແລະ ເປັນຄວາມເສຍໃຈຕະຫຼອດນິລັນດອນ. ຄົນຫຼອກລວງບໍ່ເຫັນສິ່ງນີ້ຢ່າງຊັດເຈນຈັກເທື່ອ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການເປັນຄົນຊື່ສັດເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດດຳລົງຊີວິດຕາມລັກສະນະມະນຸດທີ່ແທ້ຈິງ). ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະຂອງຂ້ອຍ. ຜູ້ນຳຕ້ອງການຮູ້ກ່ຽວກັບສະຖານະການການລ້ຽງດູໃນຄຣິສຕະຈັກແຕ່ລະແຫ່ງ, ເຊິ່ງເປັນເລື່ອງທີ່ງ່າຍດາຍຢ່າງຊັດເຈນ ແລະ ມັນຈະບໍ່ເປັນຫຍັງຖ້າເວົ້າພຽງແຕ່ຄວາມຈິງ, ແຕ່ສຳລັບຂ້ອຍແມ່ນບໍ່ມີຫຍັງຍາກໄປກວ່ານີ້. ຂ້ອຍເຕັມໄປດ້ວຍຄວາມວຸ້ນວາຍໃຈ ແລະ ຢ້ານວ່າ ຫຼັງຈາກທີ່ຜູ້ນຳ ແລະ ນັກເທດສະໜາຄົນອື່ນໆຮູ້ຄວາມຈິງ, ພວກເຂົາຈະດູຖູກຂ້ອຍ, ເວົ້າວ່າຂ້ອຍບໍ່ໄດ້ເຮັດວຽກຕົວຈິງ ແລະ ບໍ່ສາມາດແມ່ນແຕ່ກຳເລື່ອງເລັກນ້ອຍນີ້ໄດ້. ແລ້ວຖ້າຂ້ອຍຖືກປົດອອກຈາກໜ້າທີ່, ນັ້ນຈະໜ້າອັບອາຍຫຼາຍ. ເພື່ອປົກປ້ອງຊື່ສຽງ, ສະຖານະຂອງຂ້ອຍ ແລະ ຄວາມຮູ້ສຶກດີໆທີ່ຄົນອື່ນມີຕໍ່ຂ້ອຍ, ຂ້ອຍຕົວະກ່ຽວກັບການເບິ່ງຄຣິສຕະຈັກສອງແຫ່ງ, ເມື່ອຂ້ອຍມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບແຫ່ງດຽວເທົ່ານັ້ນ. ຂ້ອຍເຖິງກັບເວົ້າເຖິງລາຍລະອຽດໃນຄຣິສຕະຈັກແຫ່ງທີສອງ ໂດຍເວົ້າວ່າ ຜູ້ເຊື່ອໃໝ່ຢູ່ທີ່ນັ້ນບໍ່ໄດ້ຮັບການສະໜັບສະໜູນຍ້ອນໂລກລະບາດ. ນີ້ບໍ່ແມ່ນເປັນການຕົວະໜ້າດ້ານໆບໍ? ເມື່ອຜູ້ນຳຖາມຂ້ອຍວ່າຂ້ອຍໄດ້ຂໍໃຫ້ພະນັກງານລ້ຽງດູໂທຫາຜູ້ເຊື່ອໃໝ່ ຫຼື ບໍ່ນັ້ນ, ຂ້ອຍຢ້ານຜູ້ນຳຮູ້ກ່ຽວກັບຄຳເວົ້າຕົວະທີ່ຂ້ອຍຫາກໍບອກໄປ, ດັ່ງນັ້ນ ຂ້ອຍຈຶ່ງປັ້ນແຕ່ງຄຳເວົ້າຕົວະທີສອງຂຶ້ນມາເພື່ອປົກປິດຄໍາຕົວະທີໜຶ່ງ ແລະ ຂ້ອຍກໍສ້າງຂໍ້ອ້າງເພື່ອຫຼອກລວງລາວ. ເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ, ຂ້ອຍໃຊ້ຄຳເວົ້າຕົວະໜຶ່ງເພື່ອສ້າງຄຳເວົ້າຕົວະອື່ນ. ຂ້ອຍຫຼອກລວງແທ້ໆ! ຂ້ອຍຄິດກ່ຽວກັບບົດສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານທີ່ບັນທຶກໄວ້ໃນພຣະຄຳພີ. ພຣະເຈົ້າຖາມຊາຕານວ່າມັນມາຈາກໃສ, ເຊິ່ງຊາຕານຕອບກັບວ່າ “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ” (ໂຢບ 1:7). ຊາຕານເຈົ້າເລ່ຫຼາຍ. ຂ້ອຍບໍ່ໄດ້ຕອບຄຳຖາມຂອງພຣະເຈົ້າໂດຍກົງ ແລະ ເວົ້າໃນລັກສະນະທີ່ປັ່ນປ່ວນ ແລະ ຄົດຄ້ຽວ. ມັນເປັນໄປບໍ່ໄດ້ທີ່ຈະບອກວ່າຊາຕານມາຈາກໃສ. ປາກຂອງມັນເຕັມໄປດ້ວຍຄຳເວົ້າຕົວະເທົ່ານັ້ນ, ມັນບໍ່ເຄີຍເວົ້າຢ່າງກົງໄປກົງມາ ແລະ ມັນເຄີຍແຕ່ເວົ້າຢ່າງກຳກວມ ແລະ ຢ່າງຄຸມເຄືອເທົ່ານັ້ນ. ດ້ວຍການຕົວະ ແລະ ຄວາມຫຼອກລວງຂອງຂ້ອຍ, ບໍ່ແມ່ນຂ້ອຍເປັນຄືກັນກັບຊາຕານມານຮ້າຍບໍ? ເຖິງແມ່ນວ່າຂ້ອຍໃຫ້ຄຳຕອບກ່ຽວກັບວຽກທີ່ຜູ້ນຳຕ້ອງການຮູ້, ມັນລ້ວນແລ້ວແຕ່ເປັນຄຳເວົ້າຕົວະ ແລະ ການຫຼອກລວງ. ເມື່ອໄດ້ຍິນຄຳຕອບຂອງຂ້ອຍ, ຜູ້ນຳຍັງບໍ່ຊັດເຈນກ່ຽວກັບສະພາວະທີ່ແທ້ຈິງຂອງວຽກງານການລ້ຽງດູທີ່ຂ້ອຍຮັບຜິດຊອບ ແລະ ລາວບໍ່ສາມາດຕັດສິນໄດ້ ວ່າຂ້ອຍໄດ້ຕິດຕາມຢ່າງຖືກຕ້ອງ ຫຼື ບໍ່. ຄວາມຈິງແລ້ວ, ການຕົວະ ແລະ ການຫຼອກລວງຂອງຂ້ອຍແບບນີ້ ພຽງແຕ່ຮັກສາຊື່ສຽງ ແລະ ສະຖານະຂອງຂ້ອຍໄວ້ຊົ່ວຄາວເທົ່ານັ້ນ, ແຕ່ສິ່ງທີ່ຂ້ອຍສູນເສຍໄປແທ້ໆແມ່ນບຸກຄະລິກ, ສັກສີຂອງຂ້ອຍ ແລະ ຄວາມໄວ້ວາງໃຈຂອງຄົນອື່ນ. ຖ້າຂ້ອຍຍັງສືບຕໍ່ແບບນີ້, ບໍ່ໄວກໍຊ້າ ທຸກຄົນກໍຈະເຫັນວ່າຂ້ອຍບໍ່ໄດ້ເປັນຄົນຊື່ສັດ ແລະ ບໍ່ໜ້າໄວ້ວາງໃຈ. ບໍ່ມີໃຜຈະເຊື່ອໃນຕົວຂ້ອຍ ແລະ ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະບໍ່ໄວ້ໃຈຂ້ອຍ. ແລ້ວຂ້ອຍຈະບໍ່ຂາດບຸກຄະລິກ ແລະ ກຽດສັກສີຢ່າງສົມບູນບໍ? ນີ້ຈະບໍ່ເຮັດໃຫ້ຂ້ອຍເປັນຄົນໂງ່ບໍ?

ຕໍ່ມາ, ຂ້ອຍໄດ້ອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ: “ການທີ່ພຣະເຈົ້າຂໍໃຫ້ຜູ້ຄົນຊື່ສັດກໍ່ພິສູດວ່າພຣະອົງກຽດຊັງ ແລະ ບໍ່ມັກຄົນທີ່ຫຼອກລວງຢ່າງແທ້ຈິງ. ຄວາມບໍ່ມັກຄົນຫຼອກລວງຂອງພຣະເຈົ້າແມ່ນຄວາມບໍ່ມັກວິທີການເຮັດສິ່ງຕ່າງໆຂອງພວກເຂົາ, ອຸປະນິໄສຂອງພວກເຂົາ, ເຈດຕະນາຂອງພວກເຂົາ ແລະ ວິທີການໃຊ້ກົນອຸບາຍຂອງພວກເຂົາ; ພຣະເຈົ້າບໍ່ມັກສິ່ງເຫຼົ່ານີ້ທັງໝົດ. ຖ້າຄົນຫຼອກລວງສາມາດຍອມຮັບຄວາມຈິງ, ຮັບຮູ້ອຸປະນິໄສທີ່ຫຼອກລວງຂອງພວກເຂົາ ແລະ ເຕັມໃຈທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ແລ້ວພວກເຂົາກໍມີຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນເຊັ່ນກັນ, ເພາະພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນ, ເຊັ່ນດຽວກັບຄວາມຈິງ. ເພາະສະນັ້ນ, ຖ້າພວກເຮົາປາຖະໜາທີ່ຈະກາຍເປັນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈ, ສິ່ງທຳອິດທີ່ພວກເຮົາຕ້ອງເຮັດຄືການປ່ຽນຫຼັກການຄວາມປະພຶດຂອງພວກເຮົາ: ພວກເຮົາຈະບໍ່ສາມາດດຳລົງຊີວິດຕາມປັດຊະຍາຂອງຊາຕານອີກຕໍ່ໄປ, ພວກເຮົາບໍ່ສາມາດມີຊີວິດຢູ່ບົນຄຳເວົ້າຕົວະ ແລະ ກົນອຸບາຍໄດ້ອີກຕໍ່ໄປ, ພວກເຮົາຕ້ອງໂຍນຖິ້ມຄຳເວົ້າຕົວະທັງໝົດຂອງພວກເຮົາ ແລະ ກາຍເປັນຄົນຊື່ສັດ, ແລ້ວມຸມມອງນີ້ທີ່ພຣະເຈົ້າມີຕໍ່ພວກເຮົາກໍຈະປ່ຽນໄປ. ກ່ອນໜ້ານີ້, ຜູ້ຄົນອີງໃສ່ຄຳເວົ້າຕົວະ, ການທຳທ່າ ແລະ ກົນອຸບາຍໃນຂະນະທີ່ດຳລົງຊີວິດຢູ່ທ່າມກາງຄົນອື່ນ ແລະ ໃຊ້ປັດຊະຍາຊາຕານເປັນພື້ນຖານການມີຊີວິດຢູ່ຂອງພວກເຂົາ, ຊີວິດຂອງພວກເຂົາ ແລະ ພື້ນຖານສຳລັບການປະພຶດຂອງພວກເຂົາ. ນີ້ແມ່ນສິ່ງທີ່ພຣະເຈົ້າກຽດຊັງ. ໃນບັນດາຜູ້ທີ່ບໍ່ເຊື່ອ, ຖ້າເຈົ້າເວົ້າຢ່າງກົງໄປກົງມາ, ບອກຄວາມຈິງ ແລະ ເປັນຄົນຊື່ສັດ, ເຈົ້າຈະຖືກໃສ່ຮ້າຍ, ຖືກຕັດສິນ ແລະ ຖືກປະຖິ້ມ. ດັ່ງນັ້ນ ເຈົ້າຈຶ່ງເຮັດຕາມແນວໂນ້ມທາງໂລກ, ດຳລົງຊີວິດຕາມປັດຊະຍາຂອງຊາຕານ, ຊຳນານໃນການເວົ້າຕົວະຫຼາຍຂຶ້ນເລື້ອຍໆ ແລະ ຫຼອກລວງຫຼາຍຂຶ້ນເລື້ອຍໆ. ເຈົ້າຍັງຮຽນຮູ້ທີ່ຈະໃຊ້ວິທີການທີ່ຫຼວກລວງເພື່ອບັນລຸເປົ້າໝາຍຂອງເຈົ້າ ແລະ ປົກປ້ອງຕົວເຈົ້າເອງ. ເຈົ້າປະສົບຜົນສຳເລັດຢ່າງຕໍ່ເນື່ອງໃນໂລກຂອງຊາຕານ ແລະ ຜົນທີ່ຕາມມາກໍຄື, ເຈົ້າຈະຈົມລົງສູ່ຄວາມຜິດບາບເລິກຂຶ້ນເລື້ອຍໆຈົນເຈົ້າບໍ່ສາມາດຖອນຕົວໄດ້. ສິ່ງຕ່າງໆແມ່ນກົງກັນຂ້າມໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ. ຍິ່ງເຈົ້າເວົ້າຕົວະ ແລະ ຫຼິ້ນເກມລໍ້ລວງ, ຄົນທີ່ພຣະເຈົ້າເລືອກຍິ່ງຈະເລີ່ມເບື່ອໜ່າຍ ແລະ ປະຖິ້ມເຈົ້າ. ຖ້າເຈົ້າປະຕິເສດທີ່ຈະກັບໃຈ ແລະ ຍັງຍຶດຕິດກັບປັດຊະຍາຊາຕານ ແລະ ເຫດຜົນ, ຖ້າເຈົ້າໃຊ້ແຜນອຸບາຍ ແລະ ວາງແຜນລະອຽດເພື່ອປອມຕົວ ແລະ ປົກປິດຕົນເອງ, ເຈົ້າກໍມີແນວໂນ້ມຫຼາຍທີ່ຈະຖືກເປີດເຜີຍ ແລະ ຂັບໄລ່. ນີ້ກໍຍ້ອນວ່າ ພຣະເຈົ້າຊັງຄົນຫຼອກລວງ. ມີພຽງຄົນຊື່ສັດເທົ່ານັ້ນທີ່ສາມາດຈະເລີນກ້າວໜ້າຢູ່ໃນເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດຄົນຫຼອກລວງກໍຈະຖືກປະຖິ້ມ ແລະ ຂັບໄລ່. ທັງໝົດນີ້ແມ່ນໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ. ມີພຽງຄົນຊື່ສັດທີ່ສາມາດມີສ່ວນໃນອານາຈັກສະຫວັນ. ຖ້າເຈົ້າບໍ່ພະຍາຍາມເປັນຄົນຊື່ສັດ ແລະ ຖ້າເຈົ້າບໍ່ມີປະສົບການ ແລະ ປະຕິບັດໃນທິດທາງຂອງການສະແຫວງຫາຄວາມຈິງ, ຖ້າເຈົ້າບໍ່ເປີດໂປງຄວາມຂີ້ຮ້າຍຂອງເຈົ້າເອງ ແລະ ບໍ່ສະແດງໃບໜ້າທີ່ແທ້ຈິງຂອງເຈົ້າ, ເຈົ້າກໍຈະບໍ່ສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມການເຫັນດີເຫັນພ້ອມຂອງພຣະເຈົ້າຈັກເທື່ອ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່). ເມື່ອຄິດເຖິງພຣະທຳຂອງພຣະເຈົ້າ, ຂ້ອຍກໍຮູ້ວ່າ ພຣະເຈົ້າບໍ່ມັກຄົນຫຼອກລວງ ແລະ ພຣະອົງບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ນີ້ກໍຍ້ອນວ່າພວກເຂົາເປັນຂອງຊາຕານ. ຄົນຫຼອກລວງໃຊ້ເລ່ຫຼ່ຽມ ແລະ ກົນອຸບາຍໃນທຸກສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາເວົ້າໂດຍບໍ່ມີຄວາມຊື່ສັດ ທັງໝົດແມ່ນເພື່ອປົກປ້ອງຊື່ສຽງ, ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາ. ເຈດຕະນາທີ່ຄົນເຫຼົ່ານີ້ເກັບໄວ້ ແລະ ວິທີການທີ່ພວກເຂົາໃຊ້ ເປັນທີ່ໜ້າລັງກຽດ ແລະ ເປັນຕາຊັງສຳລັບພຣະເຈົ້າ. ເຖິງແມ່ນວ່າຂ້ອຍຈະເຊື່ອໃນພຣະເຈົ້າ, ຂ້ອຍກໍບໍ່ໄດ້ຮັບຄວາມຈິງ ແລະ ຍັງດຳລົງຊີວິດຕາມປັດຊະຍາຊາຕານເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ” ແລະ “ດັ່ງຕົ້ນໄມ້ທີ່ມີຊີວິດຢູ່ເພື່ອເປືອກຂອງມັນ, ມະນຸດມີຊີວິດຢູ່ເພື່ອໜ້າຕາຂອງເຂົາ”. ປັດຊະຍາຊາຕານເຫຼົ່ານີ້ໄດ້ຝັງຕົວພວກມັນໃນຫົວໃຈຂອງຂ້ອຍ, ເຮັດໃຫ້ຫຼົງຜິດ ແລະ ເຮັດໃຫ້ຂ້ອຍເສື່ອມຊາມແລ້ວ ແລະ ເຮັດໃຫ້ຂ້ອຍຍ່າງບົນເສັ້ນທາງຂອງການສະແຫວງຫາຊື່ສຽງ ແລະ ສະຖານະ. ຂ້ອຍຄິດວ່າຜູ້ຄົນຄວນມີຊີວິດຢູ່ເພື່ອຕົວເອງ, ໂດດເດັ່ນທ່າມກາງຄົນອື່ນ ແລະ ໄດ້ຮັບຊື່ສຽງ ແລະ ຜົນກໍາໄລ ແລະ ເມື່ອນັ້ນເທົ່ານັ້ນ ບຸກຄົນໜຶ່ງຈຶ່ງຈະບໍ່ຖືກດູຖູກ. ຂ້ອຍຄິດວ່າຖ້າບຸກຄົນໜຶ່ງເຄີຍແຕ່ບອກຄວາມຈິງ ແລະ ບໍ່ເຄີຍເວົ້າຕົວະ, ບຸກຄົນນັ້ນກໍເປັນຄົນບ້າ ແລະ ບໍ່ມີດີຫຍັງເລີຍ. ດ້ວຍເຫດນີ້, ຂ້ອຍຈຶ່ງຫຼອກລວງຢູ່ສະເໝີ ແລະ ຫຍິບໄຍແຫ່ງຄຳເວົ້າຕົວະເພື່ອເຫັນແກ່ຜົນປະໂຫຍດຂອງຂ້ອຍເອງ, ກາຍເປັນຄົນຫຼອກລວງ, ຈອມປອມ ແລະ ຂາດຄຸນລັກສະນະທົ່ວໄປຂອງມະນຸດຫຼາຍຂຶ້ນເລື້ອຍໆ. ຂ້ອຍຖືວ່າຊື່ສຽງ ແລະ ສະຖານະສຳຄັນຫຼາຍກວ່າຄວາມຈິງ ແລະ ເຕັມໃຈຕົວະ ແລະ ຕໍ່ຕ້ານຄວາມຈິງເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ. ຊາຕານເປັນນັກຕົວະ ແລະ ເມື່ອຂ້ອຍຕົວະ ແລະ ຫຼອກລວງແບບນີ້, ບໍ່ແມ່ນຂ້ອຍກໍເປັນແບບດຽວກັນບໍ? ໃນໂລກທີ່ຊົ່ວຮ້າຍນີ້, ການເປັນຄົນຊື່ສັດ ແລະ ກົງໄປກົງມາແມ່ນຈະບໍ່ໄດ້ດີ. ແຕ່ໃນເຮືອນຂອງພຣະເຈົ້າ ແມ່ນຂ້ອນຂ້າງກົງກັນຂ້າມ. ໃນເຮືອນຂອງພຣະເຈົ້າ, ຄວາມຊອບທຳ ແລະ ຄວາມຈິງປົກຄອງສູງສຸດ ແລະ ຍິ່ງບຸກຄົນໜຶ່ງຫຼອກລວງຫຼາຍສ່ຳໃດ, ພວກເຂົາຍິ່ງມີແນວໂນ້ມທີ່ຈະລົ້ມລົງຫຼາຍສ່ຳນັ້ນ ແລະ ໃນທີ່ສຸດ ຜູ້ຫຼອກລວງທຸກຄົນຈະຖືກພຣະເຈົ້າເປີດໂປງ ແລະ ປະຖິ້ມ. ພຣະເຈົ້າຊົງກ່າວວ່າ: “ຖ້າຜູ້ຄົນປາຖະໜາທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ແລ້ວພວກເຂົາກໍຕ້ອງເລີ່ມຕົ້ນເປັນຄົນຊື່ສັດ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຕົວບົ່ງຊີ້ຫົກຢ່າງຂອງການເຕີບໂຕໃນຊີວິດ). “ມີພຽງຄົນຊື່ສັດທີ່ສາມາດມີສ່ວນໃນອານາຈັກສະຫວັນ...(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່). ພຣະເຈົ້າບໍລິສຸດ ແລະ ຄົນເປີເປື້ອນບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າສູ່ອານາຈັກສະຫວັນ. ເມື່ອນຂ້ອຍຮູ້ແບບນີ້, ຂ້ອຍກໍຮູ້ສຶກວ່າອຸປະນິໄສອັນບໍລິສຸດ ແລະ ຊອບທຳຂອງພຣະເຈົ້າບໍ່ສາມາດທົນຕໍ່ການເຮັດຜິດໄດ້ ແລະ ຂ້ອຍກໍເສຍໃຈແທ້ໆທີ່ຕົວະອ້າຍເອື້ອຍນ້ອງຂອງຂ້ອຍ. ຂ້ອຍກຽດຊັງຕົວເອງແທ້ໆ ແລະ ຂ້ອຍບໍ່ເຄີຍຕ້ອງການຕົວະ ຫຼື ຫຼອກລວງອີກ. ຂ້ອຍຕ້ອງການປະຕິບັດຄວາມຈິງ, ເປັນຄົນຊື່ສັດ ແລະ ເວົ້າຢ່າງຊື່ສັດກັບທຸກຄົນ. ຂ້ອຍຕ້ອງການດຶງຄຳເວົ້າຕົວະອອກຈາກປາກຂອງຂ້ອຍ ແລະ ຄວາມຫຼອກລວງຈາກຫົວໃຈຂອງຂ້ອຍ ແລະ ດ້ວຍເຫດນີ້ ຈຶ່ງຄູ່ຄວນແກ່ການຍອມຮັບຂອງພຣະເຈົ້າ ແລະ ການເຂົ້າສູ່ອານາຈັກສະຫວັນ.

ໃນລະຫວ່າງການເຝົ້າດ່ຽວຂອງຂ້ອຍໜຶ່ງຄັ້ງ, ຂ້ອຍໄດ້ອ່ານຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ: “ການປະຕິບັດຄວາມຊື່ສັດກວມເອົາຫຼາຍລັກສະນະ. ເວົ້າອີກຢ່າງໜຶ່ງຄື ມາດຕະຖານການເປັນຄົນຊື່ສັດບໍ່ແມ່ນພຽງແຕ່ບັນລຸຜ່ານລັກສະນະໜຶ່ງເທົ່ານັ້ນ; ເຈົ້າຕ້ອງມີມາດຕະຖານໃນຫຼາຍດ້ານກ່ອນທີ່ເຈົ້າຈະສາມາດເປັນຄົນຊື່ສັດໄດ້. ບາງຄົນຄິດຢູ່ສະເໝີວ່າພວກເຂົາພຽງແຕ່ຈຳເປັນຕ້ອງບໍ່ເວົ້າຕົວະເພື່ອທີ່ຈະເປັນຄົນຊື່ສັດ. ມຸມມອງນີ້ຖືກຕ້ອງບໍ? ການເປັນຄົນຊື່ສັດພຽງແຕ່ກ່ຽວຂ້ອງກັບການບໍ່ເວົ້າຕົວະ? ບໍ່, ມັນຍັງກ່ຽວຂ້ອງກັບລັກສະນະອື່ນໆອີກຫຼາຍຢ່າງ. ຢ່າງທຳອິດ, ບໍ່ວ່າເຈົ້າຈະຜະເຊີນກັບຫຍັງກໍຕາມ, ບໍ່ວ່າຈະເປັນສິ່ງທີ່ເຈົ້າໄດ້ເຫັນດ້ວຍຕາຂອງເຈົ້າເອງ ຫຼື ເປັນສິ່ງທີ່ຄົນອື່ນໄດ້ບອກເຈົ້າ, ບໍ່ວ່າມັນເປັນການມີປະຕິສຳພັນກັບຜູ້ຄົນ ຫຼື ການແກ້ໄຂບັນຫາ, ບໍ່ວ່າມັນຈະເປັນໜ້າທີ່ທີ່ເຈົ້າຄວນເຮັດ ຫຼື ເປັນສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບເຈົ້າກໍຕາມ, ເຈົ້າຕ້ອງເຂົ້າຫາມັນດ້ວຍຫົວໃຈທີ່ຊື່ສັດຢູ່ສະເໝີ. ຄົນໆໜຶ່ງຄວນປະຕິບັດການເຂົ້າຫາສິ່ງຕ່າງໆດ້ວຍຫົວໃຈທີ່ຊື່ສັດແນວໃດ? ເວົ້າສິ່ງທີ່ເຈົ້າຄິດ ແລະ ເວົ້າຢ່າງຊື່ສັດ; ຢ່າເວົ້າດ້ວຍຄຳເວົ້າທີ່ວ່າງເປົ່າ, ພາສາທາງການ ຫຼື ຄຳເວົ້າທີ່ຟັງຄືດີ, ຢ່າເວົ້າສິ່ງປອມໆທີ່ເປັນການປະຈົບປະແຈງ ຫຼື ເປັນການໜ້າໄຫວ້ຫຼັງຫຼອກ, ແຕ່ໃຫ້ເວົ້າຄຳເວົ້າທີ່ຢູ່ໃນຫົວໃຈຂອງເຈົ້າ. ນີ້ຄືການເປັນຄົນຊື່ສັດ. ການສະແດງຄວາມຄິດ ແລະ ມຸມມອງທີ່ແທ້ຈິງເຊິ່ງຢູ່ໃນຫົວໃຈຂອງເຈົ້າ, ນີ້ຄືສິ່ງທີ່ຄົນຊື່ສັດຄວນເຮັດ. ຖ້າເຈົ້າບໍ່ເວົ້າສິ່ງທີ່ເຈົ້າຄິດຈັກເທື່ອ ແລະ ຄຳເວົ້າເໜົ່າເປື່ອຍໃນຫົວໃຈຂອງເຈົ້າ ແລະ ສິ່ງທີ່ເຈົ້າເວົ້າຂັດກັບສິ່ງທີ່ເຈົ້າຄິດຢູ່ສະເໝີ, ນັ້ນບໍ່ແມ່ນສິ່ງທີ່ຄົນຊື່ສັດເຮັດ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການເປັນຄົນຊື່ສັດເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດດຳລົງຊີວິດຕາມລັກສະນະມະນຸດທີ່ແທ້ຈິງ). ພຣະທຳຂອງພຣະເຈົ້າມອບເສັ້ນທາງປະຕິບັດໃຫ້ແກ່ຂ້ອຍ. ບໍ່ວ່າມັນເປັນການປະຕິສຳພັນກັບຄົນອື່ນ ຫຼື ການຈັດການໜ້າທີ່ຂອງຂ້ອຍ, ຂ້ອຍຕ້ອງມີຫົວໃຈທີ່ຊື່ສັດໃນວິທີການຂອງຂ້ອຍ. ເນື່ອງຈາກວ່າຂ້ອຍບໍ່ໄດ້ເຮັດວຽກຕິດຕາມ, ຂ້ອຍກໍຄວນຊື່ສັດກ່ຽວກັບມັນ. ຂ້ອຍບໍ່ຄວນຄິດກ່ຽວກັບວ່າ ຊື່ສຽງຂອງຂ້ອຍຈະໄດ້ຮັບຄວາມເສຍຫາຍ ຫຼື ບໍ່. ການຝຶກເປັນຄົນຊື່ສັດເປັນສິ່ງສຳຄັນ.

ໃນການເຕົ້າໂຮມຄູ່ຮ່ວມງານຄັ້ງຕໍ່ໄປ, ຂ້ອຍຕ້ອງການລິເລີ່ມ ແລະ ເປີດເຜີຍຄວາມເສື່ອມຊາມຂອງຂ້ອຍ, ແຕ່ຂ້ອຍກັງວົນກ່ຽວກັບສິ່ງທີ່ທຸກຄົນຈະຄິດກັບຂ້ອຍ. ຂ້ອຍຮູ້ວ່າຂ້ອຍກຳລັງຕ້ອງການປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍອີກແລ້ວ ແລະ ດ້ວຍເຫດນັ້ນ ຂ້ອຍຈຶ່ງກ່າວຄຳອະທິຖານງຽບໆຫາພຣະເຈົ້າ, ຂໍໃຫ້ພຣະອົງຊີ້ນຳຂ້ອຍ, ມອບຄວາມເຂັ້ມແຂງໃຫ້ແກ່ຂ້ອຍ ແລະ ປະທານຄວາມກ້າທີ່ຈະເປີດເຜີຍຄວາມເສື່ອມຊາມຂອງຂ້ອຍ. ຂ້ອຍຈື່ຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າທີ່ຂ້ອຍໄດ້ອ່ານໃນເມື່ອກ່ອນວ່າ: “ຖ້າເຈົ້າບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍກວດສອບເບິ່ງຄວາມລັບຂອງເຈົ້າ ແລະ ຄວາມທ້າທາຍຂອງເຈົ້າ ແລະ ບໍ່ເຄີຍເປີດໃຈຕົນເອງໃນການໂອ້ລົມກັບຄົນອື່ນ, ບໍ່ໂອ້ລົມ ຫຼື ວິເຄາະ ຫຼື ເປີດເຜີຍຄວາມເສື່ອມຊາມຂອງເຈົ້າ ແລະ ຂໍ້ບົກຜ່ອງທີ່ຮ້າຍແຮງກັບພວກເຂົາ, ແລ້ວເຈົ້າກໍບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່). ຂ້ອຍຮູ້ວ່າຖ້າຂ້ອຍບໍ່ເປັນຄົນຊື່ສັດ, ສືບຕໍ່ປົກປິດຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງຂ້ອຍ, ບໍ່ເປີດໃຈ, ເປີດເຜີຍ ຫຼື ໄຈ້ແຍກຕົວເອງ, ຂ້ອຍກໍຈະບໍ່ມີວັນປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຂ້ອຍໄດ້ ແລະ ຂ້ອຍຈະບໍ່ມີວັນຖືກຊ່ວຍໃຫ້ລອດພົ້ນໄດ້. ຂ້ອຍກ່າວອີກຄຳອະທິຖານໜຶ່ງຫາພຣະເຈົ້າວ່າ “ພຣະເຈົ້າ! ກະລຸນາມອບຄວາມເຂັ້ມແຂງໃຫ້ແກ່ຂ້ານ້ອຍ ເພື່ອໃຫ້ຂ້ານ້ອຍສາມາດເປີດໃຈໄດ້ຢ່າງງ່າຍ ແລະ ເປັນຄົນຊື່ສັດ”. ຫຼັງຈາກຄຳອະທິຖານຂອງຂ້ອຍ, ຂ້ອຍກໍເລີ່ມເປີດເຜີຍກັບຄົນອື່ນ: “ຂ້ອຍເວົ້າຕົວະໃນການເຕົ້າໂຮມຄັ້ງກ່ອນ ເມື່ອຜູ້ນຳຖາມກ່ຽວກັບການລ້ຽງດູຜູ້ເຊື່ອໃໝ່. ຄວາມຈິງກໍຄື ຂ້ອຍຮູ້ກ່ຽວກັບຄຣິສຕະຈັກພຽງແຕ່ໜຶ່ງແຫ່ງເທົ່ານັ້ນ ແລະ ບໍ່ຮູ້ກ່ຽວກັບອີກສອງແຫ່ງ. ຂ້ອຍຢ້ານວ່າຖ້າຂ້ອຍບອກຄວາມຈິງ, ພວກເຈົ້າຈະດູຖູກຂ້ອຍ ແລະ ດ້ວຍເຫດນີ້ ຂ້ອຍຈຶ່ງເວົ້າຕົວະ ແລະ ເວົ້າວ່າຂ້ອຍຮູ້ກ່ຽວກັບສອງຄຣິສຕະຈັກ. ຂ້ອຍຫຼອກລວງພວກເຈົ້າທຸກຄົນ”. ເມື່ອໄດ້ເວົ້າແບບນີ້, ຄົນອື່ນບໍ່ໄດ້ກ່າວໂທດ ຫຼື ດູຖູກຂ້ອຍ. ໃນທາງກົງກັນຂ້າມ, ພວກເຂົາເວົ້າວ່າມັນເປັນການດີທີ່ຂ້ອຍສາມາດເປີດໃຈໄດ້ຢ່າງງ່າຍດາຍ ແລະ ເປັນຄົນຊື່ສັດ. ເມື່ອປະຕິບັດແບບນີ້, ຂ້ອຍກໍຮູ້ສຶກໝັ້ນຄົງ ແລະ ສະບາຍໃຈຫຼາຍຂຶ້ນ. ຖ້າຂ້ອຍສືບຕໍ່ປິດບັງຕົວເອງ, ຂ້ອຍຄົງຈະບໍ່ໄດ້ຮັບຮູ້ ແລະ ໄດ້ຮັບຜົນຮັບເຫຼົ່ານີ້.

ຫຼັງຈາກນັ້ນບໍ່ດົນ, ຜູ້ນຳລະດັບສູງກໍຖາມຂ້ອຍວ່າ “ປັດຈຸບັນນີ້ ເຈົ້າມີຄວາມເຂົ້າໃຈກ່ຽວກັບສະພາວະຂອງຜູ້ນຳຄຣິສຕະຈັກບໍ?” ຂ້ອຍຮູ້ສຶກບໍ່ໝັ້ນໃຈໜ້ອຍໜຶ່ງຕໍ່ຄຳຖາມນີ້ ເນື່ອງຈາກວ່າຂ້ອຍຮູ້ພຽງແຕ່ສະພາວະຂອງຜູ້ນຳຄຣິສຕະຈັກແຫ່ງດຽວເທົ່ານັ້ນ, ແຕ່ບໍ່ຮູ້ສະພາວະຂອງອີກສອງແຫ່ງ. ຂ້ອຍຄິດກັບຕົວເອງວ່າ “ຖ້າຂ້ອຍບອກຄວາມຈິງ, ຜູ້ນຳຈະເວົ້າວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງບໍ?” ແລ້ວດ້ວຍເຫດນັ້ນ ຂ້ອຍຈຶ່ງຕ້ອງການເວົ້າວ່າຂ້ອຍມີຄວາມເຂົ້າໃຈ. ແລ້ວຂ້ອຍກໍຮູ້ວ່າຂ້ອຍກຳລັງຕ້ອງການຕົວະອີກແລ້ວ, ດັ່ງນັ້ນ ຂ້ອຍຈຶ່ງກ່າວຄຳອະທິຖານຫາພຣະເຈົ້າ ແລະ ບອກຄວາມຈິງວ່າ “ຂ້ອຍຮູ້ພຽງແຕ່ສະພາວະຂອງຜູ້ນຳຄຣິສຕະຈັກແຫ່ງໜຶ່ງເທົ່ານັ້ນ ແລະ ບໍ່ຮູ້ສະພາວະຂອງອີກສອງແຫ່ງ”. ກ່ຽວກັບເລື່ອງນີ້, ຜູ້ນຳບໍ່ໄດ້ວິຈານຂ້ອຍ ແລະ ໄດ້ໃຫ້ຄຳແນະນຳບາງຢ່າງແກ່ຂ້ອຍແທນ, ເວົ້າວ່າ ຂ້ອຍຄວນໂທຖາມກ່ຽວກັບສະພາວະຂອງຜູ້ນຳຄຣິສຕະຈັກເປັນປະຈຳຫຼາຍຂຶ້ນ ແລະ ຊ່ວຍແກ້ໄຂຂໍ້ຫຍຸ້ງຍາກຂອງພວກເຂົາໂດຍໄວ ແລະ ລາວຍັງໄດ້ມອບເສັ້ນທາງໃຫ້ຂ້ອຍປະຕິບັດຕາມອີກດ້ວຍ. ຂ້ອຍຮຽນຮູ້ວ່າ ຍິ່ງຂ້ອຍເວົ້າຄວາມຈິງ, ເປັນຄົນຊື່ສັດ ແລະ ກ້າເປີດເຜີຍຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງຂ້ອຍຫຼາຍສ່ຳໃດ, ຂ້ອຍຍິ່ງສາມາດຖືກອ້າຍເອື້ອຍນ້ອງຊ່ວຍເຫຼືອ ແລະ ເຮັດໃຫ້ໄດ້ຮັບຫຼາຍສ່ຳນັ້ນ. ເມື່ອກ່ອນ, ຂ້ອຍເວົ້າຕົວະ ແລະ ຫຼອກລວງເພື່ອປົກປ້ອງຊື່ສຽງ ແລະ ສະຖານະຂອງຂ້ອຍ, ແຕ່ຫຼັງຈາກທີ່ຂ້ອຍເວົ້າຄຳຕົວະແຕ່ລະຄຳ, ຫົວໃຈຂອງຂ້ອຍຮູ້ສຶກມີພາລະ ແລະ ຈິດສຳນຶກຂອງຂ້ອຍຖືກຕຳນິ ແລະ ສໍາຄັນທີ່ສຸດ, ຂ້ອຍໄດ້ສູນເສຍບຸກຄະລິກ ແລະ ກຽດສັກສີຂອງຂ້ອຍ. ຜ່ານປະສົບການນີ້, ຂ້ອຍໄດ້ມາເຂົ້າໃຈວ່າ ຄົນຊື່ສັດແມ່ນເປັນທີ່ມັກຂອງພຣະເຈົ້າ ແລະ ມະນຸດ ແລະ ຍິ່ງເຈົ້າຊື່ສັດຫຼາຍສ່ຳໃດ, ຄວາມສາມັກຄີຂອງເຈົ້າກັບຄົນອື່ນຍິ່ງຈະກົມກຽວກັນ ແລະ ເຈົ້າຍິ່ງຈະສະຫງົບ ແລະ ເປັນສຸກຫຼາຍຂຶ້ນສ່ຳນັ້ນ. ຄົນອື່ນບໍ່ພຽງແຕ່ຈະບໍ່ດູຖູກເຈົ້າ, ແຕ່ເຈົ້າຈະໄດ້ຮັບການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງແທນ. ການເປັນຄົນສັດຊື່ແມ່ນຍອດຍ້ຽມແທ້ໆ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເບື້ອງຫຼັງຄວາມງຽບ

ໂດຍ ຫຼີຈື້, ເກຣັກຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ...

ການປິ່ນປົວຄວາມອິດສາ

ໂດຍ ຊຸນຈິ໋ວ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ,...

ພຣະເຈົ້າຊອບທໍາຫຼາຍ

ໂດຍ ຈາງຫຼິນ, ຍີ່ປຸ່ນໃນເດືອນກັນຍາ 2012, ຂ້ອຍຮັບຜິດຊອບວຽກງານຄຣິດຕະຈັກເມື່ອຂ້ອຍພົບກັບຜູ້ນໍາຂອງຂ້ອຍ: ເອື້ອຍຍັນຊູ....

Leave a Reply