ການຕື່ນຕົວຂອງທາດຂອງເງິນ
ໂດຍ ຊິງອູ່, ຈີນເມື່ອຂ້ອຍຍັງໜຸ່ມ, ຄອບຄົວຂ້ອຍທຸກຍາກ ແລະ ພໍ່ແມ່ຂອງຂ້ອຍບໍ່ສາມາດຈ່າຍຄ່າຮຽນໃຫ້ຂ້ອຍໄດ້, ສະນັ້ນ ຂ້ອຍຈຶ່ງໄດ້ສ້າງ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຂ້ອຍເຕີບໃຫຍ່ມາໃນຄອບຄົວທີ່ທຸກຍາກ ເຊິ່ງມີອ້າຍເອື້ອຍນ້ອງສິບຄົນ. ຕັ້ງແຕ່ຍັງນ້ອຍ ຂ້ອຍຢາກຫາເງິນໃຫ້ໄດ້ຫຼາຍໆ ເພື່ອຊ່ວຍຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ຕອນຮຽນຢູ່ມະຫາວິທະຍາໄລ, ຂ້ອຍໄດ້ຮັບແຮງບັນດານໃຈເປັນພິເສດ ເມື່ອໝູ່ຮ່ວມຫ້ອງຄົນໜຶ່ງຊວນຂ້ອຍໄປຮ່ວມງານສຳມະນາທາງທຸລະກິດ ເຊິ່ງຜູ້ເວົ້າໄດ້ແບ່ງປັນປະສົບການຂອງພວກເຂົາໃນການກ້າວຈາກຄວາມທຸກຍາກໄປສູ່ຄວາມຮັ່ງມີ. ຂ້ອຍເອງກໍຢາກກາຍເປັນນັກທຸລະກິດຍິງທີ່ປະສົບຄວາມສຳເລັດ ແລະ ຢາກເຮັດສິ່ງຕ່າງໆ ເຊັ່ນ: ຫາເງິນໃຫ້ໄດ້ຫຼາຍໆ, ມີເຮືອນ ແລະ ມີລົດເປັນຂອງຕົນເອງ ແລະ ເດີນທາງທ່ອງທ່ຽວທົ່ວໂລກ. ດ້ວຍວິທີນັ້ນ ຄົນທີ່ຮູ້ຈັກຂ້ອຍກໍຈະເຫັນຂ້ອຍເປັນແບບຢ່າງຂອງເດັກຍິງທີ່ສາມາດດຶງຕົນເອງອອກຈາກຄວາມທຸກຍາກໄດ້ ແລະ ພວກເຂົາກໍຈະຊື່ນຊົມຂ້ອຍ. ຫຼັງຈາກຮຽນຈົບ ຂ້ອຍກໍໄດ້ໄປປະເທດສະຫະລັດອາຣັບເອມິເຣດ ແລະ ເຮັດວຽກເປັນພະນັກງານຕ້ອນຮັບຢູ່ບໍລິສັດແຫ່ງໜຶ່ງ. ຍ້ອນລາຍຮັບຂອງຂ້ອຍຕໍ່າ ຂ້ອຍຈຶ່ງຊອກຫາວຽກນອກເວລາຢູ່ຕະຫຼອດ. ຂ້ອຍມັກຈະເຮັດວຽກປະຈຳໃນຕອນກາງເວັນ ແລ້ວກໍເຮັດທຸລະກິດເສີມໃນຕອນກາງຄືນ. ຂ້ອຍຍັງໄດ້ພະຍາຍາມລົງທຶນຫຼາຍຢ່າງ ແຕ່ການລົງທຶນທັງໝົດກໍລ້ວນແຕ່ຈົບລົງດ້ວຍຄວາມລົ້ມເຫຼວ ແລະ ຊີວິດຂອງຂ້ອຍກໍແຮ່ງຫຍຸ້ງຍາກຂຶ້ນກວ່າເກົ່າ. ຂ້ອຍຮູ້ສຶກທໍ້ແທ້ຫຼາຍໃນເວລານັ້ນ ແລະ ຂ້ອຍກໍບໍ່ເຂົ້າໃຈເລີຍວ່າ ຂ້ອຍເຮັດວຽກໜັກຫຼາຍເພື່ອຫາເງິນ ແຕ່ເປັນຫຍັງທຸກຢ່າງຈຶ່ງອອກມາເປັນແບບນີ້ຕະຫຼອດ? ເປັນຫຍັງຂ້ອຍຈຶ່ງລົ້ມເຫຼວຢູ່ຕະຫຼອດ ບໍ່ວ່າຂ້ອຍຈະເຮັດວຽກໜັກ ຫຼື ລົງທຶນຫຼາຍສໍ່າໃດກໍຕາມ? ຂ້ອຍຮູ້ສຶກອິດເມື່ອຍທີ່ສຸດ.
ໃນເດືອນກຸມພາ ປີ 2020, ຂ້ອຍໄດ້ຍອມຮັບວຽກງານຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ມີພຣະທຳຂອງພຣະເຈົ້າວັກໜຶ່ງທີ່ສຳຜັດໃຈຂ້ອຍຫຼາຍແທ້ໆ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອພາລະກິດທີ່ທ່ຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອພັນທະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງສະໜອງທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ວຽກງານຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອໂຊກຊະຕາຂອງມະນຸດຊາດທັງປວງ). ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຂ້ອຍກໍເຂົ້າໃຈວ່າ ໃນຖານະສິ່ງທີ່ຖືກສ້າງ ພວກເຮົາຄວນບັນລຸໜ້າທີ່ຂອງສິ່ງທີ່ຖືກສ້າງ ເພາະນັ້ນແມ່ນຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາ. ນີ້ກໍຍ້ອນວ່າພຣະເຈົ້າໄດ້ຈັດແຈງທຸກຢ່າງໃຫ້ພວກເຮົາ ລວມເຖິງຄອບຄົວ, ພໍ່ແມ່ ແລະ ສະພາບແວດລ້ອມທີ່ພວກເຮົາເຕີບໃຫຍ່ຂຶ້ນມາ ເຊິ່ງພຣະເຈົ້າໄດ້ກຳນົດທັງໝົດນີ້ໄວ້ລ່ວງໜ້າຕັ້ງແຕ່ດົນນານມາແລ້ວ ແລະ ໃນຖານະສິ່ງທີ່ຖືກສ້າງ ພວກເຮົາຄວນຕອບແທນຄວາມຮັກຂອງພຣະອົງ. ຂ້ອຍຮູ້ສຶກຕື້ນຕັນໃຈຢ່າງເລິກເຊິ່ງຕໍ່ພຣະທຳຂອງພຣະເຈົ້າ ແລະ ຢາກປະຕິບັດໜ້າທີ່ຂອງຕົນເພື່ອຕອບແທນຄວາມຮັກຂອງພຣະເຈົ້າ. ແຕ່ຂ້ອຍເຂົ້າໃຈຄວາມຈິງໜ້ອຍຫຼາຍ ຈົນຂ້ອຍບໍ່ສາມາດຕ້ານທານກັບສິ່ງລໍ້ລວງຂອງເງິນໄດ້ ແລະ ໃຈຂອງຂ້ອຍກໍຈົດຈໍ່ຢູ່ແຕ່ກັບການຫາເງິນຢູ່ຕະຫຼອດ.
ຕໍ່ມາ ຂ້ອຍກໍໄດ້ປ່ຽນຈາກການເປັນພະນັກງານຕ້ອນຮັບມາເປັນຜູ້ຊ່ວຍຝ່າຍບຸກຄະລາກອນ ແລະ ເງິນເດືອນຂອງຂ້ອຍກໍເພີ່ມຂຶ້ນນຳ. ແຕ່ຂ້ອຍບໍ່ຄ່ອຍມີຄວາມສຸກປານໃດ ເພາະວຽກນີ້ບໍ່ສາມາດເຮັດໃຫ້ຂ້ອຍລວຍ ຫຼື ເຮັດໃຫ້ຄົນອື່ນຊື່ນຊົມຂ້ອຍໄດ້. ຖ້າຂ້ອຍຍັງເປັນແບບນີ້ຕໍ່ໄປ ເມື່ອໃດຂ້ອຍຈຶ່ງຈະສາມາດປຸກເຮືອນຢູ່ບ້ານ, ປັງປຸງຊີວິດການເປັນຢູ່ຂອງຄອບຄົວ ແລະ ພາພວກເຂົາໄປທ່ຽວໄດ້? ສະນັ້ນ, ຂ້ອຍຈຶ່ງຈຳເປັນຕ້ອງຊອກຫາວຽກທີ່ມີຄ່າຕອບແທນສູງກວ່ານີ້ ຫຼື ຮັບວຽກນອກເວລາໃຫ້ຫຼາຍຂຶ້ນ. ດັ່ງນັ້ນ, ຂ້ອຍຈຶ່ງສົ່ງຊີວະປະຫວັດໄປສະໝັກວຽກຫຼາຍບ່ອນຕື່ມອີກ. ບໍ່ດົນຫຼັງຈາກນັ້ນ ຂ້ອຍກໍໄດ້ເລີ່ມວຽກໃໝ່ຢູ່ບໍລິສັດອີກແຫ່ງໜຶ່ງໃນຕຳແໜ່ງຜູ້ຊ່ວຍຝ່າຍບໍລິຫານ ໃນພະແນກການຂາຍ. ຂ້ອຍດີໃຈຫຼາຍ ເພາະນອກຈາກເງິນເດືອນຄົງທີ່ແລ້ວ ຍັງມີເງິນຄ່ານາຍໜ້າ ແລະ ຕາບໃດທີ່ຂ້ອຍເຮັດວຽກໄດ້ດີ ຂ້ອຍກໍຍັງຈະໄດ້ຮັບເງິນໂບນັດອີກດ້ວຍ. ຂ້ອຍຄິດວ່າ: “ໃນທີ່ສຸດຂ້ອຍກໍມີໂອກາດຫາເງິນໄດ້ຫຼາຍຂຶ້ນແລ້ວ ແລະ ເມື່ອຂ້ອຍປຸກເຮືອນຢູ່ບ້ານສຳເລັດ ຄົນຢູ່ທີ່ນັ້ນກໍຈະຕ້ອງເທີດທູນ ແລະ ຊື່ນຊົມຂ້ອຍຢ່າງແນ່ນອນ”. ເນື່ອງຈາກມັນເປັນວຽກໃໝ່ ແລະ ຂ້ອຍກໍບໍ່ມີປະສົບການ ຂ້ອຍຈຶ່ງຕ້ອງໃຊ້ເວລາຫຼາຍໃນການຮຽນຮູ້ ເພື່ອທີ່ຈະໄດ້ຮັບລາຍໄດ້ທີ່ສູງຕາມທີ່ຂ້ອຍຕ້ອງການ. ເພື່ອຫາເງິນໃຫ້ໄດ້ຫຼາຍຂຶ້ນ ຂ້ອຍຈຶ່ງມັກຈະເຮັດວຽກລ່ວງເວລາສະເໝີ. ໃນຊ່ວງເວລານັ້ນ ຂ້ອຍໄດ້ທຸ້ມເທເວລາ ແລະ ກຳລັງທັງໝົດຂອງຂ້ອຍໃສ່ກັບວຽກ. ຕອນຢູ່ບ່ອນເຮັດວຽກ ຂ້ອຍມັກຈະກິນເຂົ້າບໍ່ກົງເວລາ ຫຼື ບາງຄັ້ງກໍລືມກິນເຂົ້າໄປເລີຍ. ໂດຍສະເພາະເມື່ອຜູ້ຈັດການ ຫຼື ເພື່ອນຮ່ວມງານຕ້ອງການໃຫ້ຂ້ອຍຈັດການວຽກດ່ວນບາງຢ່າງ ເຖິງແມ່ນວ່າຕອນນັ້ນຂ້ອຍຈະບໍ່ສະບາຍກໍຕາມ ແຕ່ຂ້ອຍກໍຍັງຕ້ອງສືບຕໍ່ເຮັດວຽກ. ໃນເວລານັ້ນ ຂ້ອຍເປັນຜູ້ເຮັດວຽກຂ່າວປະເສີດ ແຕ່ຂ້ອຍຫຍຸ້ງກັບວຽກຫຼາຍ ຈົນຂ້ອຍບໍ່ຄ່ອຍມີເວລາໄປເທດສອນຂ່າວປະເສີດ. ຫຼັງຈາກກັບຮອດເຮືອນແລ້ວ ຂ້ອຍກໍຍັງສືບຕໍ່ເຮັດວຽກຢູ່. ເມື່ອຜູ້ນຳຂໍໃຫ້ຂ້ອຍຈັດການເຕົ້າໂຮມ, ສ່ວນໃຫຍ່ແລ້ວຂ້ອຍຈະປະຕິເສດ ເພາະຂ້ອຍບໍ່ມີເວລາໄຕ່ຕອງພຣະທຳຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ຂ້ອຍກໍອິດເມື່ອຍຫຼາຍແລ້ວຫຼັງຈາກທີ່ເຮັດວຽກມາໝົດມື້ ແລະ ບໍ່ມີແຮງເຫຼືອພໍທີ່ຈະຈັດການເຕົ້າໂຮມອີກ; ຂ້ອຍພຽງແຕ່ຢາກພັກຜ່ອນ. ໃນຊ່ວງເວລານັ້ນ ຂ້ອຍບໍ່ໄດ້ເອົາໃຈໃສ່ໃນການເຕົ້າໂຮມຢູ່ເລື້ອຍໆ ແລະ ຂ້ອຍກໍມັກຈະເຂົ້າຮ່ວມການເຕົ້າໂຮມທາງອອນລາຍໄປພ້ອມກັບການເຮັດວຽກຕະຫຼອດ. ບາງຄັ້ງຂ້ອຍກໍເຖິງກັບນອນຫຼັບໃນລະຫວ່າງການຊຸມນຸມຊ້ຳ. ຍ້ອນຂ້ອຍຈົດຈໍ່ຢູ່ແຕ່ກັບການຫາເງິນ ຜົນຮັບໃນການເທດສອນຂ່າວປະເສີດຂອງຂ້ອຍຈຶ່ງອອກມາບໍ່ດີ. ຂ້ອຍຮູ້ສຶກຜິດຫຼາຍ ໂດຍຄິດວ່າ: “ຂ້ອຍເຕັມໃຈທີ່ຈະສືບຕໍ່ເຮັດວຽກຂອງຂ້ອຍ ເຖິງວ່າຈະອິດເມື່ອຍ ຫຼື ບໍ່ສະບາຍກໍຕາມ ແຕ່ຂ້ອຍພັດປະຕິບັດຕໍ່ໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນ ແລະ ເຮັດໜ້າທີ່ຢ່າງບໍ່ຫ້າວຫັນ”. ເຖິງວ່າຂ້ອຍຈະຮູ້ສຶກຕຳນິຕົນເອງຢູ່ແດ່ ແຕ່ຂ້ອຍກໍມັກຈະຫາຂໍ້ອ້າງເພື່ອໃຫ້ອະໄພຕົນເອງ ໂດຍຄິດວ່າ: “ຂ້ອຍຍັງໃໝ່ສຳລັບວຽກການຂາຍຢູ່ ແຕ່ເມື່ອຂ້ອຍເກັ່ງຂຶ້ນກວ່ານີ້ ຂ້ອຍກໍຈະມີເວລາສຳລັບໜ້າທີ່ຂອງຂ້ອຍຫຼາຍຂຶ້ນ”. ແນວໃດກໍຕາມ ທຸກຢ່າງພັດບໍ່ໄດ້ເປັນໄປຕາມທີ່ຂ້ອຍຄາດຫວັງໄວ້. ຍິ່ງຂ້ອຍລຶ້ງເຄີຍກັບວຽກຫຼາຍສໍ່າໃດ ຂ້ອຍກໍຍິ່ງຕ້ອງໃຊ້ເວລາເຮັດວຽກດົນຂຶ້ນສໍ່ານັ້ນ. ບໍ່ພຽງແຕ່ຂ້ອຍຈະບໍ່ມີເວລາວ່າງຫຼາຍຂຶ້ນເທົ່ານັ້ນ ແຕ່ຂ້ອຍແຮ່ງຫຍຸ້ງຫຼາຍຂຶ້ນກວ່າເກົ່າອີກ. ໃຈຂອງຂ້ອຍເລີ່ມກະວົນກະວາຍ ເພາະຂ້ອຍຮູ້ວ່າໃນຖານະທີ່ສິ່ງທີ່ຖືກສ້າງ ໜ້າທີ່ຂອງຂ້ອຍແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງຂ້ອຍ ແລະ ຂ້ອຍຄວນປະຕິບັດໜ້າທີ່ຂອງຕົນເອງເປັນຢ່າງດີເພື່ອຕອບແທນຄວາມຮັກຂອງພຣະເຈົ້າ. ແນວໃດກໍຕາມ ຂ້ອຍພັດບໍ່ໄດ້ບັນລຸໜ້າທີ່ຂອງຕົນເອງເລີຍ. ໃນຂະນະດຽວກັນ ຂ້ອຍກໍຮູ້ສຶກຢ້ານຫຼາຍຄືກັນ ເພາະຂ້ອຍມັກຈະໄລ່ຕາມສິ່ງຂອງທາງໂລກຢູ່ສະເໝີ ເຊິ່ງເຮັດໃຫ້ໃຈຂອງຂ້ອຍກຳລັງຫ່າງເຫີນຈາກພຣະເຈົ້າອອກໄປເລື້ອຍໆ. ຂ້ອຍບໍ່ສາມາດຮູ້ສຶກໄດ້ເຖິງການນຳພາຂອງພຣະວິນຍານບໍລິສຸດໃນໜ້າທີ່ຂອງຂ້ອຍເລີຍ ແລະ ການເທດສອນຂ່າວປະເສີດຂອງຂ້ອຍກໍບໍ່ເກີດຜົນ. ຂ້ອຍອະທິຖານຫາພຣະເຈົ້າໃນໃຈວ່າ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍໄດ້ຫຼົງທາງໄປແລ້ວ. ຂ້ານ້ອຍບໍ່ສາມາດຮູ້ສຶກເຖິງວຽກງານຂອງພຣະວິນຍານບໍລິສຸດ ຫຼື ການນຳພາຂອງພຣະອົງເລີຍ. ຂໍຄວາມກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ”.
ຕໍ່ມາ ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າວັກໜຶ່ງ ແລະ ໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບບັນຫາຂອງຕົນເອງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ບໍ່ໄດ້ມີຫຼາຍຄົນໃນບັນດາພວກເຈົ້າບໍທີ່ໄດ້ລັງເລລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນທຸກການຕໍ່ສູ້ລະຫວ່າງດ້ານບວກ ແລະ ດ້ານລົບ, ລະຫວ່າງຂາວ ແລະ ດຳ, ລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ຄວາມປອງດອງ ແລະ ການແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຈົນ, ສະຖານະ ແລະ ຄວາມທຳມະດາ, ການໄດ້ຮັບການສະໜັບສະໜູນ ແລະ ການຖືກປະຕິເສດ ແລະ ອື່ນໆ, ແນ່ນອນວ່າພວກເຈົ້າຄົງຈະຮັບຮູ້ທາງເລືອກທີ່ພວກເຈົ້າໄດ້ເລືອກໄວ້! ລະຫວ່າງຄອບຄົວທີ່ປອງດອງ ແລະ ຄອບຄົວທີ່ແຕກແຍກ, ພວກເຈົ້າໄດ້ເລືອກຢ່າງທຳອິດ ແລະ ພວກເຈົ້າກໍເຮັດເຊັ່ນນັ້ນໂດຍປາສະຈາກຄວາມລັງເລໃດໆ; ລະຫວ່າງຄວາມຮັ່ງມີ ແລະ ໜ້າທີ່, ພວກເຈົ້າກໍເລືອກສິ່ງທີ່ມາກ່ອນໜ້າ ເຖິງກັບຂາດຄວາມເຕັມໃຈທີ່ຈະກັບຄືນຝັ່ງ; ລະຫວ່າງຄວາມຫຼູຫຼາ ແລະ ຄວາມທຸກຍາກ, ພວກເຈົ້າກໍເລືອກອັນກ່ອນໜ້າ; ເມື່ອຕ້ອງເລືອກລະຫວ່າງລູກໆ ເມຍ ແລະ ຜົວ ຫຼື ເຮົາ, ພວກເຈົ້າກໍເລືອກສິ່ງທີ່ຢູ່ກ່ອນໜ້າ; ແລະ ລະຫວ່າງແນວຄິດຕ່າງໆ ແລະ ຄວາມຈິງ, ພວກເຈົ້າກໍຍັງເລືອກອັນກ່ອນໜ້າ. ເມື່ອພົບພໍ້ກັບການກະທໍາອັນຊົ່ວຮ້າຍທຸກຮູບແບບຂອງພວກເຈົ້າ, ເຮົາກໍພຽງແຕ່ສິ້ນສັດທາໃນຕົວພວກເຈົ້າ, ເຮົາກໍພຽງແຕ່ຕົກຕະລຶງ. ຫົວໃຈຂອງພວກເຈົ້າບໍ່ສາມາດອ່ອນລົງໄດ້ຢ່າງບໍ່ຄາດຄິດ. ເລືອດຂອງຫົວໃຈທີ່ເຮົາໄດ້ທຸ້ມເທໄປເປັນເວລາຫຼາຍປີບໍ່ໄດ້ນຳຫຍັງມາໃຫ້ເຮົາຢ່າງໜ້າປະຫຼາດໃຈ ນອກຈາກ ການປະຖິ້ມ ແລະ ການຍອມຮັບແບບຈົນໃຈຂອງພວກເຈົ້າ. ແຕ່ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ ເພາະມື້ຂອງເຮົາໄດ້ຖືກເປີດເຜີຍຕໍ່ໜ້າທຸກຄົນໝົດແລ້ວ. ເຖິງຢ່າງນັ້ນກໍຕາມ ຕອນນີ້ພວກເຈົ້າກໍຍັງສະແຫວງຫາສິ່ງທີ່ມືດມົວ ແລະ ຊົ່ວຊ້າ ແລະ ປະຕິເສດທີ່ຈະປ່ອຍວາງພວກມັນ. ດັ່ງນັ້ນ ຜົນໄດ້ຮັບຂອງພວກເຈົ້າຈະເປັນແນວໃດ? ພວກເຈົ້າໄດ້ພິຈາລະນາສິ່ງນີ້ຢ່າງລະອຽດກ່ອນແລ້ວບໍ? ຖ້າໃຫ້ພວກເຈົ້າເລືອກອີກຄັ້ງ, ແລ້ວຕໍາແໜ່ງຂອງພວກເຈົ້າຈະແມ່ນຫຍັງ? ພວກເຈົ້າຍັງຈະເລືອກອັນກ່ອນໜ້າຢູ່ບໍ? ພວກເຈົ້າຍັງຈະນໍາຄວາມຜິດຫວັງ ແລະ ຄວາມເສົ້າເສຍໃຈທີ່ເຈັບປວດມາສູ່ເຮົາຢູ່ບໍ? ຫົວໃຈຂອງພວກເຈົ້າຍັງຈະມີພຽງແຕ່ຄວາມອົບອຸ່ນເລັກນ້ອຍເທົ່ານັ້ນບໍ? ພວກເຈົ້າຈະຍັງບໍ່ຮູ້ຈັກສິ່ງທີ່ຈະຕ້ອງເຮັດເພື່ອເຮັດໃຫ້ເຮົາສະບາຍໃຈຢູ່ບໍ? ໃນຊ່ວງເວລານີ້ ພວກເຈົ້າຈະເລືອກຫຍັງ?” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ວຽກງານຂອງພຣະເຈົ້າ. ເຈົ້າຈົງຮັກພັກດີຕໍ່ຜູ້ໃດກັນແທ້?). ສິ່ງທີ່ພຣະເຈົ້າເປີດໂປງນັ້ນກໍຄືສະພາວະຕົວຈິງຂອງຂ້ານ້ອຍ. ຫຼາຍຄັ້ງທີ່ພວກເຮົາຮູ້ວ່າອັນໃດຖືກ ແລະ ອັນໃດຜິດ, ອັນໃດແມ່ນສິ່ງທີ່ເປັນບວກ ແລະ ອັນໃດແມ່ນສິ່ງທີ່ເປັນລົບ ແຕ່ພວກເຮົາກໍຍັງເລືອກສິ່ງທີ່ຜິດ ແລະ ສິ່ງທີ່ເປັນລົບເຫຼົ່ານີ້ຢູ່. ນັບຕັ້ງແຕ່ຂ້ອຍໄດ້ຍອມຮັບວຽກງານຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຂ້ອຍຮູ້ວ່າ ໃນຖານະທີ່ເປັນສິ່ງທີ່ຖືກສ້າງ ຂ້ານ້ອຍຄວນບັນລຸໜ້າທີ່ຂອງຕົນ ແຕ່ຂ້ອຍພັດເຮັດວຽກໜັກໝົດມື້ ແລະ ທຸ່ມເທເວລາ ແລະ ກຳລັງແຮງຢ່າງຫຼວງຫຼາຍ. ພຽງເພື່ອໃຫ້ຄົນອື່ນມາຊື່ນຊົມ ແລະ ອິດສາ ແລະ ເພື່ອໃຫ້ຫາເງິນໄດ້ຫຼາຍຂຶ້ນ ແລະ ມີຊີວິດທາງວັດຖຸທີ່ສະດວກສະບາຍຂຶ້ນ. ຂ້ານ້ອຍບໍ່ໄດ້ເຮັດໜ້າທີ່ຂອງຕົນຢ່າງສຸດໃຈເລີຍ. ຫຼັງຈາກເລີກວຽກໃນຕອນແລງ ໃນຕອນທີ່ຂ້ອຍຄວນຈະທຸ່ມເທເວລາໃຫ້ກັບໜ້າທີ່ ຂ້ອຍຄິດແຕ່ວ່າຈະຫາເງິນໃຫ້ໄດ້ຫຼາຍຂຶ້ນແນວໃດ; ຂ້ານ້ອຍບໍ່ມີກະຈິດກະໃຈທີ່ຈະເທດສອນຂ່າວປະເສີດ ຫຼື ເຮັດໜ້າທີ່ຂອງຂ້ານ້ອຍເລີຍ. ຂ້ານ້ອຍຄິດວ່າຕາບໃດທີ່ຂ້ານ້ອຍຍັງເຮັດໜ້າທີ່ຂອງຕົນຢູ່ ນັ້ນກໍພຽງພໍແລ້ວ ແລະ ຂ້ອຍກໍບໍ່ໄດ້ສົນໃຈເລີຍວ່າ ໜ້າທີ່ຂອງຂ້ອຍຈະເກີດຜົນ ຫຼື ບໍ່. ຂ້ອຍເຫັນວ່າ ຂ້ອຍຂາດຄວາມຢຳເກງໃນການເຮັດໜ້າທີ່ຢ່າງແທ້ຈິງ. ຂ້ານ້ອຍເຊື່ອໃນພຣະເຈົ້າ ແຕ່ຂ້ານ້ອຍບໍ່ສາມາດຕິດຕາມພຣະອົງໄດ້ຢ່າງແທ້ຈິງ, ຂ້ານ້ອຍຍັງຄົງເລືອກສິ່ງຂອງທາງໂລກ ແລະ ຍ່າງໃນເສັ້ນທາງຂອງຜູ້ບໍ່ມີຄວາມເຊື່ອ. ໃນເມື່ອພຣະເຈົ້າຍັງໃຫ້ໂອກາດຂ້ອຍເຮັດໜ້າທີ່, ຂ້ອຍກໍຄວນຈະຄວ້າໂອກາດນີ້ໄວ້ ແລະ ທະນຸຖະໜອມມັນ ແລະ ທຸ່ມເທເວລາ ແລະ ກຳລັງແຮງຂອງຂ້ອຍໃສ່ກັບການໄລ່ຕາມເສາະຫາຄວາມຈິງ ແລະ ບັນລຸໜ້າທີ່ຂອງຕົນ. ນີ້ແມ່ນສິ່ງທີ່ມີຄ່າ ແລະ ມີຄວາມໝາຍທີ່ສຸດ. ນັບແຕ່ນັ້ນມາ ຂ້ອຍກໍເລີ່ມເຂົ້າຮ່ວມການເຕົ້າໂຮມຢ່າງຫ້າວຫັນ ແລະ ບໍ່ຍອມໃຫ້ວຽກທີ່ຫຍຸ້ງມາຂັດຂວາງໜ້າທີ່ຂອງຂ້ອຍອີກຕໍ່ໄປ. ແຕ່ກ່ອນ ຂ້ານ້ອຍມັກຈະເຮັດວຽກລ່ວງເວລາຫຼັງຈາກກັບຮອດເຮືອນ ເຖິງຂັ້ນຮັບສາຍໂທລະສັບກ່ຽວກັບວຽກຕອນ 11 ໂມງກາງຄືນ ແຕ່ຕອນນີ້ ຂ້ອຍບໍ່ຮັບສາຍໂທລະສັບກ່ຽວກັບວຽກ ຫຼື ກວດເບິ່ງຂໍ້ຄວາມໃດໆອີກເລີຍຫຼັງຈາກ 8 ໂມງແລງ. ນອກຈາກນີ້, ແຕ່ກ່ອນ ຂ້ອຍບໍ່ຄ່ອຍອະທິຖານ ແລະ ບໍ່ໄດ້ເຝົ້າດ່ຽວເປັນປະຈຳ, ແຕ່ຕອນນີ້ ຂ້ານ້ອຍຈະຕື່ນແຕ່ເຊົ້າເພື່ອອ່ານພຣະທຳຂອງພຣະເຈົ້າ, ຟັງເພງສັນລະເສີນ ແລະ ເບິ່ງວິດີໂອຄຳພະຍານຈາກປະສົບການ. ໃນຕອນເຊົ້າຂອງມື້ພັກ ຂ້ອຍຈະເຊີນຜູ້ທີ່ອາດຈະຮັບຂ່າວປະເສີດເຂົ້າຮ່ວມການເຕົ້າໂຮມ ແລະ ໃນຕອນບ່າຍ ຂ້ອຍກໍຈະເຕົ້າໂຮມກັບພວກເຂົາ. ຂ້ອຍເຖິງຂັ້ນໃຊ້ເວລາພັກຈາກວຽກເພື່ອຟ້າວເຮັດໜ້າທີ່ຂອງຕົນ. ເມື່ອປະຕິບັດດ້ວຍວິທີນີ້ ໃຈຂອງຂ້ອຍກໍຮູ້ສຶກສະຫງົບ ແລະ ປິຕິຍິນດີ.
ບໍ່ດົນຫຼັງຈາກນັ້ນ ມີໝູ່ຄົນໜຶ່ງມາຊວນຂ້ານ້ອຍໄປຮ່ວມລົງທຶນ ໂດຍຮັບປາກກັບຂ້ອຍວ່າ ການຮ່ວມລົງທຶນນີ້ຈະເຮັດໃຫ້ຂ້ອຍຫາເງິນໄດ້ຫຼາຍ ແລະ ຂ້ອຍຈະບໍ່ພຽງແຕ່ສາມາດຊື້ລົດໄດ້ເທົ່ານັ້ນ ແຕ່ຂ້ອຍຍັງສາມາດປຸກເຮືອນໄດ້ນໍາອີກ ແລະ ເຖິງຂັ້ນໄປທ່ຽວຕ່າງປະເທດໄດ້ອີກດ້ວຍ. ທັງໝົດນີ້ລ້ວນແຕ່ເປັນຄວາມຝັນຂອງຂ້ອຍ! ຂ້ອຍຄິດວ່າ: “ການລົງທຶນກໍພຽງແຕ່ນຳເງິນໄປລົງທຶນ ແລ້ວກໍຈະໄດ້ກຳໄລທຸກເດືອນ, ສະນັ້ນ ມັນຈະບໍ່ສົ່ງຜົນກະທົບຕໍ່ໜ້າທີ່ຂອງຂ້ອຍ”. ດັ່ງນັ້ນ, ຂ້ອຍກັບເອື້ອຍຈຶ່ງໃຊ້ເງິນ 500.000 ເປໂຊເພື່ອຮ່ວມລົງທຶນ. ພວກເຮົາໄດ້ຮັບກຳໄລໃນຊ່ວງສອງເດືອນທຳອິດຫຼັງຈາກທີ່ລົງທຶນ ແຕ່ໃນເດືອນທີສາມພວກເຂົາກໍເຊົາຈ່າຍກຳໄລໃຫ້ ພວກເຮົາຈຶ່ງຂໍເງິນຄືນ ແຕ່ພວກເຂົາກໍເອົາແຕ່ຫາຂໍ້ອ້າງ ແລະ ປະຕິເສດ. ຂ້ານ້ອຍໃຈຮ້າຍຫຼາຍ. ຂ້ານ້ອຍຢາກໄດ້ເງິນຕົ້ນທຶນຄືນ ແຕ່ບໍ່ວ່າຈະພະຍາຍາມຫຼາຍສໍ່າໃດກໍຕາມ ຂ້ານ້ອຍກໍບໍ່ສາມາດເອົາມັນຄືນມາໄດ້. ຂ້ອຍຮູ້ສຶກອຸກໃຈຫຼາຍ ເພາະນີ້ແມ່ນເງິນທີ່ຂ້ອຍເກັບໄວ້ເພື່ອສົ່ງກັບບ້ານໄປປຸກເຮືອນ. ຂ້ອຍພຽງແຕ່ຢາກຮີບຊອກຫາວິທີເພື່ອຫາເງິນທີ່ເສຍໄປໃນການລົງທຶນນັ້ນຄືນມາໃຫ້ໄວ. ສະນັ້ນ ຂ້ານ້ອຍຈຶ່ງເຮັດວຽກໜັກຂຶ້ນກວ່າເກົ່າ ແລະ ມັກຈະເຮັດວຽກລ່ວງເວລາຢູ່ສະເໝີ. ແຕ່ເງິນເດືອນຂອງຂ້ານ້ອຍພັດອອກຊ້າ ຍ້ອນການປັບໂຄງສ້າງຂອງບໍລິສັດ. ໃນເວລານັ້ນ ຂ້ານ້ອຍເຫຼືອເງິນບໍ່ຫຼາຍ ແລະ ແມ່ນແຕ່ການຈ່າຍຄ່າເຊົ່າຫ້ອງ ຫຼື ຊື້ອາຫານກໍກາຍມາເປັນບັນຫາ. ເລື່ອງເຫຼົ່ານີ້ໄດ້ຄອບງຳຈິດໃຈຂອງຂ້ານ້ອຍ ແລະ ຂ້ອຍກໍກາຍເປັນຄົນບໍ່ກະຕືລືລົ້ນ ແລະ ເຮັດໜ້າທີ່ແບບພໍແລ້ວມືແລ້ວຕີນອີກຄັ້ງ. ຂ້ອຍພຽງແຕ່ເຊີນຜູ້ທີ່ອາດຈະຮັບຂ່າວປະເສີດເຂົ້າຮ່ວມການເຕົ້າໂຮມເທົ່ານັ້ນ, ແຕ່ຂ້ອຍບໍ່ໄດ້ເຂົ້າໃຈ ຫຼື ແກ້ໄຂບັນຫາຂອງພວກເຂົາຢ່າງແທ້ຈິງ. ຂ້ານ້ອຍຮັບຮູ້ວ່າ ຖ້າຂ້ານ້ອຍຍັງເປັນແບບນີ້ຕໍ່ໄປ ສະພາວະຂອງຂ້ານ້ອຍກໍຈະມີແຕ່ຊຸດໂຊມລົງເລື້ອຍໆ ແລະ ໃນທີ່ສຸດຂ້ອຍກໍອາດຈະສູນເສຍວຽກງານຂອງພຣະວິນຍານບໍລິສຸດ ແລະ ຖືກພຣະເຈົ້າປະຖິ້ມ. ດັ່ງນັ້ນ, ຂ້ອຍຈຶ່ງອະທິຖານຕໍ່ພຣະເຈົ້າວ່າ: “ໂອ້ ພຣະເຈົ້າ, ຕະຫຼອດສາມເດືອນທີ່ຜ່ານມານີ້ ຂ້ານ້ອຍໄດ້ໃຫ້ຄວາມສຳຄັນກັບວຽກຂອງຕົນເອງຫຼາຍກວ່າໜ້າທີ່ຂອງຂ້ານ້ອຍ. ໃຈຂອງຂ້ານ້ອຍຖືກຄອບງຳໄປດ້ວຍການຫາເງິນໃຫ້ໄດ້ຫຼາຍຂຶ້ນ ແລະ ການເອົາເງິນລົງທຶນຄືນມາທັງໝົດ. ໂອ້ ພຣະເຈົ້າ, ຂໍຄວາມກະລຸນາ ຢ່າປະຖິ້ມຂ້ານ້ອຍ. ກະລຸນາໃຫ້ຄວາມຮູ້ແຈ້ງ ແລະ ນຳພາຂ້ານ້ອຍກັບຄືນມາຢູ່ຄຽງຂ້າງພຣະອົງ, ກັບຄືນສູ່ເສັ້ນທາງທີ່ຖືກຕ້ອງດ້ວຍເຖີດ. ຂ້ານ້ອຍຕ້ອງການປ່ອຍວາງສິ່ງຕ່າງໆທີ່ລົບກວນຈິດໃຈຂອງຂ້ານ້ອຍ ແລະ ດຶງຂ້ານ້ອຍໃຫ້ຫ່າງເຫີນຈາກພຣະອົງ”.
ຫຼັງຈາກນັ້ນ ຂ້ານ້ອຍກໍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວັກໜຶ່ງ ເຊິ່ງເປັນປະໂຫຍດຫຼາຍສຳລັບຂ້ານ້ອຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໂຊກຊະຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊະຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເພື່ອຮັບໃຊ້ມະນຸດ ເຊັ່ນ: ດວງເດືອນ, ດວງຕາເວັນ ແລະ ດວງດາວທີ່ພຣະອົງສ້າງຂຶ້ນສຳລັບມະນຸດ, ສັດ ແລະ ພືດ, ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ແລະ ອື່ນໆອີກ, ທຸກສິ່ງແມ່ນຖືກສ້າງຂຶ້ນເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະຂ້ຽນຕີ ແລະ ພິພາກສາມະນຸດແນວໃດກໍຕາມ ມັນກໍເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດທັງໝົດ. ເຖິງແມ່ນວ່າ ພຣະອົງຍຶດເອົາຄວາມຫວັງທາງເນື້ອໜັງຈາກມະນຸດ ມັນກໍເພື່ອຜົນປະໂຫຍດແຫ່ງການເຮັດໃຫ້ມະນຸດບໍລິສຸດຂຶ້ນ ແລະ ການເຮັດໃຫ້ມະນຸດບໍລິສຸດຂຶ້ນກໍຖືກປະຕິບັດເພື່ອວ່າເຂົາຈະສາມາດລອດພົ້ນໄດ້. ເຊິ່ງຈຸດໝາຍປາຍທາງຂອງມະນຸດແມ່ນຢູ່ໃນມືຂອງພຣະຜູ້ສ້າງ ສະນັ້ນ ມະນຸດຈະສາມາດຄວບຄຸມຕົວເອງໄດ້ແນວໃດ?” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ວຽກງານຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ຈຸດໝາຍປາຍທາງທີ່ດີງາມ). ຈາກພຣະທຳຂອງພຣະເຈົ້າ ຂ້ອຍກໍເຂົ້າໃຈວ່າ ຊະຕາກຳຂອງຄົນເຮົາແມ່ນຢູ່ໃນມືຂອງພຣະເຈົ້າ ແລະ ຜູ້ຄົນບໍ່ສາມາດປ່ຽນແປງຊະຕາກຳຂອງຕົນເອງໄດ້. ບໍ່ວ່າຜູ້ຄົນຈະເຮັດວຽກໜັກສໍ່າໃດເພື່ອບັນລຸເປົ້າໝາຍຂອງພວກເຂົາ ຫຼື ປາຖະໜາຢາກມີຊີວິດທີ່ສະດວກສະບາຍ ແລະ ງົດງາມຫຼາຍປານໃດກໍຕາມ, ພວກເຂົາຈະບັນລຸມັນໄດ້ ຫຼື ບໍ່ນັ້ນ ບໍ່ໄດ້ຂຶ້ນຢູ່ກັບພວກເຂົາ. ຄືກັນກັບກໍລະນີຂອງຂ້ານ້ອຍ ຂ້ານ້ອຍຢາກປ່ຽນວຽກ ແລະ ລົງທຶນເພື່ອຫາເງິນໃຫ້ໄດ້ຫຼາຍຂຶ້ນ ແລະ ເຮັດໃຫ້ຄວາມຝັນຂອງຕົນເອງເປັນຈິງ ແລະ ມີອະນາຄົດທີ່ສົດໃສ. ແຕ່ຂ້ອຍບໍ່ໄດ້ຫາເງິນໄດ້ຫຼາຍຂຶ້ນເລີຍ, ກົງກັນຂ້າມ ການລົງທຶນຂອງຂ້ອຍພັດລົ້ມເຫຼວ ແລະ ຂ້ອຍກໍສູນເສຍເງິນໄປຢ່າງຫຼວງຫຼາຍ ແລະ ໃນທີ່ສຸດກໍຕ້ອງເສຍເວລາ ລວມເຖິງກຳລັງແຮງໄປຢ່າງຫຼວງຫຼາຍອີກດ້ວຍ. ຂ້ານ້ອຍບໍ່ໄດ້ບັນລຸໜ້າທີ່ຂອງຕົນເອງ ແລະ ຊີວິດຂອງຂ້ອຍກໍຍິ່ງຫຍຸ້ງຍາກຂຶ້ນກວ່າເກົ່າ. ສິ່ງນີ້ເຮັດໃຫ້ຂ້ານ້ອຍເຂົ້າໃຈວ່າ ບໍ່ວ່າຄົນເຮົາຈະລວຍ ຫຼື ທຸກຍາກ ມັນລ້ວນແຕ່ຖືກກຳນົດໄວ້ລ່ວງໜ້າຕັ້ງແຕ່ດົນແລ້ວ ກ່ອນທີ່ພວກເຂົາຈະເກີດມາ. ຖ້າພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າແລ້ວວ່າ ຄວາມຮັ່ງມີ ແລະ ໂຊກລາບບໍ່ໄດ້ຢູ່ໃນຊະຕາກຳຂອງຂ້ອຍ, ດັ່ງນັ້ນ ບໍ່ວ່າຂ້ອຍຈະເຮັດວຽກໜັກສໍ່າໃດເພື່ອຫາເງິນ ຂ້ອຍກໍຈະພົບກັບຄວາມລົ້ມເຫຼວໃນທີ່ສຸດ.
ຕໍ່ມາ ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຂົ້າໃຈບັນຫາຂອງຂ້ານ້ອຍໄດ້ຊັດເຈນຂຶ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “‘ເງິນເຮັດໃຫ້ໂລກໝູນໄປ’ ແມ່ນປັດຊະຍາຂອງຊາຕານ. ມັນແຜ່ຫຼາຍຢູ່ທ່າມກາງມະນຸດຊາດ, ໃນທຸກສັງຄົມ; ເຈົ້າສາມາດເວົ້າໄດ້ວ່າ ມັນແມ່ນຄ່ານິຍົມ. ນີ້ແມ່ນຍ້ອນມັນຖືກປູກຝັງໃນຫົວໃຈຂອງທຸກໆຄົນ, ຜູ້ທີ່ບໍ່ຍອມຮັບເອົາຄຳເວົ້ານີ້ໃນຕອນທໍາອິດ, ແຕ່ຫຼັງຈາກນັ້ນພວກເຂົາກໍຍອມຮັບໂດຍປະລິຍາຍ ເມື່ອພວກເຂົາພົບພໍ້ກັບຊີວິດທີ່ເປັນຈິງ ແລະ ເລີ່ມຮູ້ສຶກວ່າຄຳເວົ້າເຫຼົ່ານີ້ເປັນຈິງແທ້ໆ. ນີ້ບໍ່ແມ່ນຂະບວນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? ບາງທີ ຜູ້ຄົນບໍ່ມີລະດັບຄວາມຮູ້ຈາກປະສົບການໂດຍກົງກ່ຽວກັບຄຳເວົ້ານີ້ທີ່ຄືກັນ, ແຕ່ທຸກຄົນມີລະດັບການຕີຄວາມໝາຍ ແລະ ການຮັບຮູ້ຄຳເວົ້ານີ້ທີ່ແຕກຕ່າງກັນ ໂດຍອີງໃສ່ສິ່ງຕ່າງໆທີ່ເກີດຂຶ້ນອ້ອມຕົວພວກເຂົາ ແລະ ທຸກສິ່ງທີ່ພວກເຂົາໄດ້ມີປະສົບການດ້ວຍຕົນເອງ. ມັນບໍ່ແມ່ນແນວນັ້ນບໍ? ບໍ່ວ່າຄົນໆໜຶ່ງຈະມີປະສົບການກ່ຽວກັບຄຳເວົ້ານີ້ຫຼາຍສໍ່າໃດກໍຕາມ, ມັນມີຜົນກະທົບໃນທາງລົບຫຍັງແດ່ຕໍ່ຫົວໃຈຂອງພວກເຂົາ? ມັນຄືການທີ່ມະນຸດໃນໂລກນີ້, ເຊິ່ງສາມາດເວົ້າໄດ້ວ່າມັນລວມເຖິງພວກເຈົ້າທຸກໆຄົນ, ໄດ້ເປີດເຜີຍບາງຢ່າງຈາກອຸປະນິໄສຂອງພວກເຂົາ. ມັນແມ່ນຫຍັງ? ມັນຄືການບູຊາເງິນ. ມັນງ່າຍບໍທີ່ຈະເອົາສິ່ງນີ້ອອກຈາກຫົວໃຈຂອງມະນຸດ? ບໍ່, ມັນບໍ່ແມ່ນເລື່ອງງ່າຍ! ສິ່ງນີ້ສະແດງໃຫ້ເຫັນວ່າ ການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມນັ້ນຢູ່ເລິກແທ້ໆ! ຊາຕານໃຊ້ເງິນເພື່ອລໍ້ລວງຜູ້ຄົນ ແລະ ເຮັດໃຫ້ພວກເຂົາທຸກຄົນເສື່ອມຊາມກາຍເປັນສິ່ງທີ່ບູຊາເງິນ ແລະ ຄວາມປາຖະໜາທາງວັດຖຸ. ແລ້ວການບູຊາເງິນນີ້ສະແດງອອກແນວໃດໃນຜູ້ຄົນ? ພວກເຈົ້າບໍ່ຄິດບໍວ່າ ໃນໂລກນີ້ ພວກເຈົ້າຈະບໍ່ສາມາດຢູ່ລອດໄດ້ ຖ້າປາສະຈາກເງິນ ແລະ ພວກເຈົ້າຈະບໍ່ສາມາດຢູ່ໄດ້ແມ່ນແຕ່ມື້ດຽວ ຖ້າປາສະຈາກມັນ? ຈຳນວນເງິນທີ່ຜູ້ຄົນມີເປັນຕົວຕັດສິນວ່າຖານະຂອງພວກເຂົາສູງສໍ່າໃດ; ຈຳນວນເງິນທີ່ຜູ້ຄົນມີເປັນຕົວຕັດສິນວ່າພວກເຂົາມີກຽດສໍ່າໃດ. ຄົນຍາກຈົນບໍ່ສາມາດຢືນຢ່າງອົງອາດ ແລະ ພາກພູມໃຈໄດ້, ໃນຂະນະທີ່ຄົນຮັ່ງມີມີຖານະສູງ, ຢືນຢ່າງອົງອາດ ແລະ ພາກພູມໃຈ, ພ້ອມທັງສາມາດເວົ້າສຽງດັງ ແລະ ດຳລົງຊີວິດໃນລັກສະນະທີ່ຍິ່ງຈອງຫອງ ແລະ ບໍ່ມີການຢັບຢັ້ງຊັ່ງໃຈ. ຄຳເວົ້າ ແລະ ຄ່ານິຍົມນີ້ນຳຫຍັງມາສູ່ມະນຸດ? ມັນບໍ່ແມ່ນຄວາມຈິງບໍທີ່ວ່າ ຫຼາຍຄົນເຕັມໃຈທີ່ຈະເສຍສະລະທຸກສິ່ງທຸກຢ່າງເພື່ອຫາເງິນ? ຫຼາຍຄົນບໍ່ໄດ້ສູນເສຍໂອກາດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າເພື່ອເຫັນແກ່ເງິນບໍ? ການສູນເສຍໂອກາດທີ່ຈະຮັບເອົາຄວາມຈິງ ແລະ ຖືກຊ່ວຍໃຫ້ລອດພົ້ນບໍ່ແມ່ນຄວາມສູນເສຍທີ່ໃຫຍ່ຫຼວງທີ່ສຸດສຳລັບຜູ້ຄົນບໍ? ຊາຕານບໍ່ໄດ້ມຸ່ງຮ້າຍບໍທີ່ໃຊ້ວິທີການນີ້ ແລະ ຄຳເວົ້ານີ້ເພື່ອເຮັດໃຫ້ມະນຸດເສື່ອມຊາມຈົນເຖິງລະດັບດັ່ງກ່າວ? ນີ້ບໍ່ແມ່ນກົນອຸບາຍທີ່ປອງຮ້າຍບໍ?” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ V). ຈາກພຣະທຳຂອງພຣະເຈົ້າ ຂ້ານ້ອຍກໍເຂົ້າໃຈວ່າ “ເງິນເຮັດໃຫ້ໂລກໝຸນ” ຄືປັດຊະຍາຂອງຊາຕານ. ໃນຕອນທຳອິດ ຂ້ານ້ອຍບໍ່ສາມາດແຍກແຍະຄຳເວົ້ານີ້ໄດ້ເລີຍ ແລະ ຂ້ານ້ອຍຮູ້ພຽງແຕ່ວ່າ ຖ້າບໍ່ມີເງິນ ຜູ້ຄົນກໍບໍ່ສາມາດມີຊີວິດທີ່ດີ ຫຼື ໄດ້ຮັບໃນສິ່ງທີ່ພວກເຂົາຕ້ອງການ. ເມື່ອມາຄິດເບິ່ງຕອນນີ້ ນີ້ຄືວິທີການທີ່ຊາຕານໃຊ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມແທ້ໆ. ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ລໍ້ລວງຜູ້ຄົນຜ່ານທາງເງິນ ໂດຍເຮັດໃຫ້ພວກເຂົາເຊື່ອວ່າມີພຽງແຕ່ການມີເງິນເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບການເຄົາລົບ, ສາມາດຢືນຢັດໃນສັງຄົມໄດ້ ແລະ ໄດ້ຮັບການເທີດທູນ. ຂ້ານ້ອຍໄດ້ດຳລົງຊີວິດດ້ວຍປັດຊະຍາຂອງຊາຕານເຫຼົ່ານີ້ ແລະ ຂ້ານ້ອຍກໍເຕັມໄປດ້ວຍຄວາມກະຫາຍທີ່ຈະຫາເງິນ. ຂ້ານ້ອຍບໍ່ພໍໃຈກັບລາຍຮັບຄົງທີ່ໃນແຕ່ລະເດືອນ ສະນັ້ນ ຂ້ານ້ອຍຈຶ່ງຫັນໄປລົງທຶນ. ຂ້ານ້ອຍຄິດວ່າດ້ວຍວິທີນີ້ ຂ້ານ້ອຍຈະສາມາດຫາເງິນໄດ້ຫຼາຍຂຶ້ນ ແລະ ເຮັດໃຫ້ຄວາມຝັນຂອງຂ້ານ້ອຍເປັນຈິງ ນັ້ນກໍຄື ການປຸກເຮືອນ, ໄປທ່ຽວກັບຄອບຄົວ ແລະ ມີຊີວິດທີ່ຄົນອື່ນຈະເທີດທູນ ແລະ ຊື່ນຊົມ. ເພື່ອໄລ່ຕາມເງິນ ແລະ ຄວາມເພີດເພີນທາງວັດຖຸ ຂ້ານ້ອຍຈຶ່ງເອົາໜ້າທີ່ຂອງຂ້ານ້ອຍປະໄວ້ຂ້າງໆຢູ່ຕະຫຼອດ ແລະ ໃຈຂອງຂ້ານ້ອຍກໍຫ່າງເຫີນຈາກພຣະເຈົ້າອອກໄປເລື້ອຍໆ. ຂ້ານ້ອຍດຳລົງຊີວິດຢູ່ໃນຄວາມມືດ ແລະ ຂ້ານ້ອຍກໍບໍ່ສາມາດຮູ້ສຶກເຖິງວຽກງານຂອງພຣະວິນຍານບໍລິສຸດໄດ້ເລີຍ. ຕອນນີ້ ຂ້ານ້ອຍເຫັນໄດ້ຢ່າງຊັດເຈນເຖິງກົນອຸບາຍ ແລະ ແຜນຊົ່ວຂອງຊາຕານ ເຊິ່ງກໍຄື ການດັກຈັບຜູ້ຄົນໄວ້ໃນກັບດັກຂອງເງິນ ໂດຍເຮັດໃຫ້ໃຈຂອງພວກເຂົາຫຼົງທາງໄປຈາກພຣະເຈົ້າ ແລະ ທໍລະຍົດພຣະອົງ ຈົນກວ່າໃນທີ່ສຸດ ພວກເຂົາຈະຖືກໂຍນລົງສູ່ນະຮົກໄປພ້ອມກັບມັນ. ຂ້ານ້ອຍຍັງເຫັນອີກວ່າ ຄົນລວຍຫຼາຍຄົນ ເຖິງວ່າພວກເຂົາຈະໃຊ້ຊີວິດຢ່າງຫຼູຫຼາ ແລະ ສາມາດຊື້ທຸກຢ່າງທີ່ພວກເຂົາຕ້ອງການໄດ້ ເຊັ່ນ: ເຮືອນທີ່ສວຍງາມ, ລົດລາຄາແພງ ແລະ ອື່ນໆ ເຊິ່ງເບິ່ງຄືວ່າໃຊ້ຊີວິດແບບບໍ່ມີຄວາມກັງວົນຫຍັງເລີຍກໍຕາມ ແຕ່ພວກເຂົາກໍບໍ່ໄດ້ມີຄວາມສຸກຢ່າງແທ້ຈິງ. ບາງຄົນກໍຕາຍຍ້ອນພະຍາດຮ້າຍແຮງທີ່ເກີດຈາກການດື່ມເຫຼົ້າ ແລະ ການໃຊ້ຢາເສບຕິດມາເປັນເວລາດົນນານ ແລະ ຄວາມຮັ່ງມີ ຫຼື ສະຖານະກໍບໍ່ສາມາດຊ່ວຍຊີວິດຂອງພວກເຂົາໄວ້ໄດ້. ສ່ວນບາງຄົນກໍໃຊ້ເວລາຫຼາຍປີໃນການເຮັດວຽກໜັກເພື່ອສ້າງທຸລະກິດຂອງຕົນເອງ ແຕ່ສຸດທ້າຍກໍລົ້ມລະລາຍ ແລະ ຈົມຢູ່ກັບໜີ້ສິນຢ່າງໜັກ. ບາງຄົນກໍທົນຮັບຄວາມກົດດັນບໍ່ໄຫວ, ຕົກຢູ່ໃນຄວາມຊຶມເສົ້າເປັນເວລາດົນນານ ແລະ ໃນທີ່ສຸດກໍຂ້າຕົວຕາຍ. ມັນມີຕົວຢ່າງແບບນີ້ໃຫ້ເຫັນຢ່າງຫຼວງຫຼາຍ. ຊາຕານໃຊ້ເງິນ ແລະ ຊີວິດທີ່ຫຼູຫຼາເພື່ອລໍ້ລວງຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນມີຊີວິດທີ່ວ່າງເປົ່າ, ຊົ່ວຮ້າຍ ແລະ ເສື່ອມຊາມລົງເລື້ອຍໆ. ເມື່ອເບິ່ງທະລຸເຖິງສິ່ງນີ້ ຂ້ານ້ອຍກໍບໍ່ຄິດຫາວິທີທີ່ຈະເອົາເງິນລົງທຶນຄືນມາອີກຕໍ່ໄປ ແລະ ຂ້ານ້ອຍກໍເຕັມໃຈທີ່ຈະອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ພ້ອມທັງໃສ່ໃຈລົງໃນໜ້າທີ່ຂອງຂ້ານ້ອຍ.
ໃນວັນທີ 2 ມັງກອນ ປີ 2024, ບໍລິສັດຂອງພວກເຮົາໄດ້ຜູ້ຈັດການຄົນໃໝ່ ແລະ ວຽກຂອງຂ້ານ້ອຍກໍເພີ່ມຂຶ້ນນຳ. ນອກເໜືອຈາກວຽກເດີມຂອງຂ້ານ້ອຍແລ້ວ ຂ້ານ້ອຍຍັງໄດ້ກາຍມາເປັນຜູ້ຊ່ວຍສ່ວນຕົວຂອງລາວອີກດ້ວຍ. ສິ່ງນີ້ເຮັດໃຫ້ຂ້ານ້ອຍຫຍຸ້ງຂຶ້ນກວ່າເກົ່າ ແລະ ຂ້ານ້ອຍຕ້ອງກຽມພ້ອມສຳລັບວຽກເກືອບຈະຕະຫຼອດ 24 ຊົ່ວໂມງ. ແຕ່ຄັ້ງນີ້ ຂ້ານ້ອຍບອກຕົນເອງວ່າ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ຂ້ານ້ອຍຈະບໍ່ຍອມໃຫ້ສິ່ງນີ້ມາສົ່ງຜົນກະທົບຕໍ່ໜ້າທີ່ຂອງຂ້ານ້ອຍເດັດຂາດ. ຕໍ່ມາ ມີຜູ້ກຳກັບດູແລຄຣິສຕະຈັກຄົນໜຶ່ງຖາມຂ້ານ້ອຍວ່າ ຂ້ານ້ອຍເຕັມໃຈທີ່ຈະຝຶກຝົນເພື່ອເທດສອນຂ່າວປະເສີດ ແລະ ເປັນພະຍານບໍ ແລະ ຂ້ານ້ອຍກໍຕອບຕົກລົງ. ຂ້ານ້ອຍຮູ້ສຶກດີໃຈຫຼາຍແທ້ໆ ແລະ ຂ້ານ້ອຍຮູ້ສຶກວ່ານີ້ຄືໂອກາດທີ່ພຣະເຈົ້າປະທານໃຫ້ຂ້ານ້ອຍ. ຂ້ານ້ອຍເຊື່ອໃນພຣະເຈົ້າມາດົນແລ້ວ ແຕ່ຂ້ານ້ອຍມັກຈະໄລ່ຕາມເງິນຢູ່ສະເໝີ ແລະ ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ສະນັ້ນ ຄັ້ງນີ້ ຂ້ານ້ອຍຈຶ່ງຈະທະນຸຖະໜອມໂອກາດນີ້ໄວ້ໃຫ້ດີແທ້ໆ. ນັບຕັ້ງແຕ່ນັ້ນມາ ຂ້ານ້ອຍກໍອຸທິດເວລາໃຫ້ກັບການເທດສອນຂ່າວປະເສີດຫຼາຍຂຶ້ນ. ແຕ່ວຽກຂອງຂ້ານ້ອຍແຮ່ງຫຍຸ້ງຂຶ້ນເລື້ອຍໆ ແລະ ຂ້ານ້ອຍກໍບໍ່ສາມາດຢຸດເຮັດວຽກໄດ້ເລີຍ ເຖິງວ່າຈະເລີກວຽກກັບຮອດເຮືອນໃນຕອນກາງຄືນແລ້ວກໍຕາມ. ຜູ້ຈັດການຂອງຂ້ານ້ອຍກໍມັກຈະໂທ ຫຼື ສົ່ງຂໍ້ຄວາມຫາຂ້ານ້ອຍຢູ່ເລື້ອຍໆ. ບາງຄັ້ງໃນເວລາທີ່ຂ້ານ້ອຍກຳລັງໂອ້ລົມກັບຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດ ຜູ້ຈັດການ ຫຼື ເພື່ອນຮ່ວມງານຂອງຂ້ານ້ອຍກໍຈະໂທຫາຂ້ານ້ອຍ ເຊິ່ງເຮັດໃຫ້ຂ້ານ້ອຍບໍ່ສາມາດສະຫງົບໃຈຂອງຕົນເອງລົງໄດ້. ແຕ່ຂ້ານ້ອຍບໍ່ຢາກຈະສູນເສຍໂອກາດໃນການເຮັດໜ້າທີ່ຂອງຂ້ານ້ອຍອີກແລ້ວ ສະນັ້ນ ຂ້ານ້ອຍຈຶ່ງອະທິຖານຫາພຣະເຈົ້າເພື່ອຂໍໃຫ້ພຣະອົງນຳພາຂ້ານ້ອຍ ແລະ ປະທານກຳລັງໃຫ້ຂ້ານ້ອຍເພື່ອຫຼຸດພົ້ນຈາກພັນທະນາການຂອງຊາຕານ. ຂ້ານ້ອຍຄິດເຖິງພຣະທຳຂອງອົງພຣະເຢຊູເຈົ້າທີ່ວ່າ: “ມະນຸດຈະໄດ້ຮັບປະໂຫຍດຫຍັງ, ຖ້າເຂົາຈະໄດ້ຮັບໂລກທັງໝົດ ແລະ ສູນເສຍຈິດວິນຍານຂອງເຂົາເອງ? ຫຼື ມະນຸດຈະແລກປ່ຽນຫຍັງກັບຈິດວິນຍານຂອງເຂົາ?” (ມັດທາຍ 16:26). ຈາກພຣະທຳຂອງພຣະຜູ້ເປັນເຈົ້າ ຂ້ານ້ອຍກໍເຂົ້າໃຈວ່າ ເຖິງແມ່ນວ່າຂ້ານ້ອຍຈະໄດ້ຮັບຄວາມຮັ່ງມີຢ່າງຫຼວງຫຼາຍ ພ້ອມທັງໄດ້ຮັບຊື່ສຽງ ແລະ ສະຖານະກໍຕາມ ຖ້າຂ້ອຍບໍ່ມີການປົກປ້ອງຈາກພຣະເຈົ້າ ແລະ ບໍ່ໄດ້ຮັບຄວາມຈິງ ແລະ ຊີວິດ, ໃນທີ່ສຸດແລ້ວ ຈຸດຈົບຂອງຂ້ານ້ອຍກໍຍັງຄົງເປັນການຖືກທຳລາຍຢູ່ດີ. ໃນໂລກນີ້ ຄົນລວຍຫຼາຍຄົນມີຄວາມຮັ່ງມີທາງວັດຖຸຢ່າງອຸດົມສົມບູນ ແຕ່ເມື່ອມະຫາໄພເກີດຂຶ້ນ ເງິນຂອງພວກເຂົາກໍຈະບໍ່ສາມາດຊ່ວຍຊີວິດຂອງພວກເຂົາໄວ້ໄດ້ເລີຍ ແລະ ພວກເຂົາກໍຈະພິນາດຢູ່ດີ ຖ້າມັນເປັນຊະຕາກຳຂອງພວກເຂົາ. ເງິນ ແລະ ສະຖານະບໍ່ມີປະໂຫຍດຫຍັງເລີຍເມື່ອຜະເຊີນໜ້າກັບມະຫາໄພ. ຈາກນັ້ນ ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວັກໜຶ່ງ ແລະ ຮູ້ສຶກຕື້ນຕັນໃຈຢ່າງເລິກເຊິ່ງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ວິທີທີ່ງ່າຍທີ່ສຸດທີ່ຈະປົດປ່ອຍຕົວເອງອອກຈາກສະພາວະນີ້ກໍຄືບອກລາວິຖີຊີວິດດັ່ງເດີມຂອງຕົນ; ກ່າວຄຳອຳລາເປົ້າໝາຍຊີວິດທີ່ຜ່ານມາຂອງຕົນ; ສະຫຼຸບຄວາມ ແລະ ໄຈ້ແຍກວິຖີຊີວິດຜ່ານມາ, ທັດສະນະຄະຕິຊີວິດ, ການສະແຫວງຫາ, ຄວາມປາດຖະໜາ ແລະ ອຸດົມຄະຕິ; ແລະ ຈາກນັ້ນ ຈົ່ງປຽບທຽບພວກມັນກັບເຈດຕະນາ ແລະ ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ເບິ່ງວ່າມີອັນໃດທີ່ເຂົ້າກັນໄດ້ກັບເຈດຕະນາຂອງພຣະເຈົ້າແດ່, ມີອັນໃດແດ່ທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ, ມີອັນໃດແດ່ທີ່ສະໜອງຄຸນຄ່າທີ່ຖືກຕ້ອງຂອງຊີວິດ, ນຳພາຜູ້ຄົນໃຫ້ເຂົ້າໃຈຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ເຮັດໃຫ້ຜູ້ຄົນມີຊີວິດຢູ່ກັບຄວາມເປັນມະນຸດ ແລະ ຢູ່ໃນຮູບລັກສະນະຂອງມະນຸດ. ເມື່ອເຈົ້າກວດສອບຊໍ້າໄປຊໍ້າມາ ແລະ ໄຈ້ແຍກເປົ້າໝາຍຕ່າງໆທີ່ມະນຸດໄລ່ຕາມໃນຊີວິດ ແລະ ວິຖີຊີວິດທີ່ຫຼາກຫຼາຍຂອງພວກເຂົາຢ່າງຮອບຄອບ ເຈົ້າຈະພົບວ່າບໍ່ມີອັນໃດສອດຄ່ອງກັບເຈດຕະນາເດີມຂອງພຣະຜູ້ສ້າງ ທີ່ພຣະອົງໄດ້ສ້າງມະນຸດຊາດ, ສິ່ງທັງໝົດເຫຼົ່ານັ້ນດຶງມະນຸດອອກຈາກອຳນາດສູງສຸດ ແລະ ການດູແລຂອງພຣະຜູ້ສ້າງ ແລະ ພວກມັນທັງໝົດເປັນກັບດັກທີ່ເຮັດໃຫ້ມະນຸດເສື່ອມໂຊມ ແລະ ເປັນສິ່ງທີ່ນຳພາເຂົາໄປສູ່ນະຮົກ. ຫຼັງຈາກທີ່ເຈົ້າຮັບຮູ້ເລື່ອງນີ້, ສິ່ງທີ່ເຈົ້າຄວນເຮັດກໍຄືໃຫ້ປ່ອຍວາງທັດສະນະຊີວິດເດີມຂອງເຈົ້າ, ຈົ່ງຢູ່ຫ່າງຈາກກັບດັກຕ່າງໆ, ປ່ອຍໃຫ້ພຣະເຈົ້າຄວບຄຸມຊີວິດຂອງເຈົ້າ ແລະ ຈັດແຈງໃຫ້ກັບມັນ, ຈົ່ງສະແຫວງຫາທີ່ຈະອ່ອນນ້ອມຕໍ່ການຈັດວາງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ ໂດຍບໍ່ເຮັດການເລືອກໃດໆໃຫ້ກັບຕົວເອງ ແລະ ເປັນຄົນທີ່ນະມັດສະການພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III). ຈາກພຣະທຳຂອງພຣະເຈົ້າ ຂ້ານ້ອຍກໍເຂົ້າໃຈວ່າ ຂ້ານ້ອຍຄວນຈະຫຼຸດພົ້ນຈາກວິຖີຊີວິດແບບເກົ່າຂອງຂ້ານ້ອຍ ແລະ ດຳລົງຊີວິດຕາມເຈດຕະນາ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າ. ເມື່ອໄຕ່ຕອງເບິ່ງຕົນເອງ ຂ້ານ້ອຍກໍເຫັນວ່າ ເຖິງວ່າຂ້ານ້ອຍຈະເຊື່ອໃນພຣະເຈົ້າມາຫຼາຍປີແລ້ວກໍຕາມ ເພາະມຸມມອງຕໍ່ສິ່ງຕ່າງໆຂອງຂ້ອຍຍັງບໍ່ໄດ້ປ່ຽນແປງ, ຂ້ອຍຢາກຫາເງິນໃຫ້ໄດ້ຫຼາຍໆຢູ່ສະເໝີ ແລະ ຂ້ອຍກໍໄລ່ຕາມສະຖານະ ແລະ ຊື່ສຽງເພື່ອໃຫ້ຄົນອື່ນນັບຖືຂ້ອຍ. ຂ້ອຍມັກຈະຫຍຸ້ງຢູ່ກັບວຽກສະເໝີ, ເຮັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນ ແລະ ບໍ່ມີຄວາມຮູ້ສຶກເຖິງການແບກຮັບພາລະ ແລະ ຜົນກໍຄື ຂ້ອຍໄດ້ສູນເສຍວຽກງານຂອງພຣະວິນຍານບໍລິສຸດ ແລະ ໃຊ້ຊີວິດຢູ່ໃນຄວາມເປົ່າວ່າງ ແລະ ຄວາມມືດມົວ ເຊິ່ງເຮັດໃຫ້ພາດໂອກາດຫຼາຍຄັ້ງໃນການປະຕິບັດຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ານ້ອຍ. ຄວາມເພີດເພີນທີ່ເງິນ, ຊື່ສຽງ ແລະ ຜົນປະໂຫຍດນຳມາໃຫ້ຂ້ານ້ອຍນັ້ນເປັນພຽງສິ່ງຊົ່ວຄາວເທົ່ານັ້ນ ແລະ ມັນບໍ່ສາມາດຊ່ວຍຊີວິດຂອງຂ້ານ້ອຍໄວ້ໄດ້. ມີພຽງການໄລ່ຕາມເສາະຫາຄວາມຈິງເທົ່ານັ້ນ ຂ້ານ້ອຍຈຶ່ງຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ ແລະ ບັນລຸຄວາມລອດພົ້ນໄດ້. ໃນຊ່ວງເວລານີ້ ຂ້ານ້ອຍມັກຈະອະທິຖານຢູ່ສະເໝີ ໂດຍຂໍໃຫ້ພຣະເຈົ້ານຳພາຂ້ານ້ອຍເພື່ອໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ.
ໃນວັນທີ 6 ກຸມພາ ປີ 2024 ຂ້ານ້ອຍໄດ້ຍື່ນໃບລາອອກໃຫ້ຜູ້ຈັດການຂອງຂ້ານ້ອຍ. ລາວແປກໃຈຫຼາຍ ແລະ ຖາມຂ້ານ້ອຍວ່າເປັນຫຍັງຂ້ານ້ອຍຈຶ່ງລາອອກ ແລະ ລາວຍັງເວົ້າອີກວ່າລາວຈະບໍ່ອະນຸມັດ. ແຕ່ຂ້ອຍຕອບຢ່າງໜັກແໜ້ນວ່າ “ຂ້ອຍມີສິ່ງທີ່ສຳຄັນກວ່າທີ່ຕ້ອງເຮັດໃນຕອນແລງ ແລະ ໃນມື້ພັກຂອງຂ້ອຍ, ສະນັ້ນ ຂ້ອຍຈຶ່ງບໍ່ສາມາດເຮັດວຽກນີ້ຕໍ່ໄປໄດ້ອີກແລ້ວ”. ໃນທີ່ສຸດ ລາວກໍບໍ່ມີທາງເລືອກນອກຈາກຕ້ອງຕົກລົງ ແລະ ເຊັນອະນຸມັດ. ໃນວັນທີ 12 ກຸມພາ ຂ້ານ້ອຍກໍໄດ້ອອກຈາກບໍລິສັດ. ຂ້ອຍຮູ້ສຶກໂລ່ງໃຈຫຼາຍຫຼັງຈາກທີ່ອອກມາ ເຊິ່ງຄືກັບວ່າພາລະທີ່ໜັກໜ່ວງໄດ້ຖືກຍົກອອກຈາກໃຈຂອງຂ້ອຍ. ຂ້ານ້ອຍຮູ້ສຶກເຖິງຄວາມຍິນດີ ແລະ ຄວາມສຸກພາຍໃນໃຈຢ່າງແທ້ຈິງ. ໃນວັນທີ 28 ກຸມພາ ປີ 2024 ຂ້ານ້ອຍຖືກຕອບຮັບເຂົ້າເຮັດວຽກໃໝ່ທີ່ຂ້ານ້ອຍໄດ້ສະໝັກໄວ້ ແລະ ສະຫວັດດີການກໍດີພໍສົມຄວນ ໂດຍຜູ້ຈັດການສັນຍາວ່າຈະຂຶ້ນເງິນເດືອນໃຫ້ຫຼັງຈາກຫົກເດືອນ. ວຽກນີ້ເປັນຕາລໍ້ໃຈຫຼາຍແທ້ໆ. ແຕ່ຂ້ອຍກໍຄິດວ່າວຽກນີ້ຄົງຈະຫຍຸ້ງຄືກັນກັບວຽກເກົ່າຂອງຂ້ອຍ ແລະ ຂ້ານ້ອຍກໍຈະບໍ່ສາມາດເຮັດໜ້າທີ່ຂອງຂ້ານ້ອຍໄດ້. ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າເພື່ອຂໍໃຫ້ພຣະອົງນຳພາຂ້ານ້ອຍໃນການເລືອກໃຫ້ຖືກຕ້ອງ. ຂ້ານ້ອຍຄິດເຖິງພຣະທຳຂອງພຣະເຈົ້າ: “ໃນຖານະຄົນປົກກະຕິ ແລະ ໃນຖານະຄົນທີ່ສະແຫວງຫາທີ່ຈະຮັກພຣະເຈົ້າ, ການເຂົ້າສູ່ລາຊະອານາຈັກ ແລະ ການກາຍມາເປັນປະຊາຊົນຂອງພຣະເຈົ້າຄືອະນາຄົດທີ່ແທ້ຈິງຂອງພວກເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າພວກເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດຢູ່ເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ມື້ນີ້ ພວກເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງພວກເຈົ້າແມ່ນມີຄວາມໝາຍທີ່ສຸດ. ມີພຽງແຕ່ຄົນກຸ່ມນີ້ ເຊິ່ງເປັນຄົນທີ່ຖືກຄັດເລືອກໂດຍພຣະເຈົ້າຈຶ່ງສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດໄດ້: ບໍ່ມີໃຜອີກແລ້ວເທິງແຜ່ນດິນໂລກທີ່ສາມາດດຳລົງຊີວິດທີ່ມີຄຸນຄ່າ ແລະ ມີຄວາມໝາຍແບບນັ້ນຄືກັບພວກເຈົ້າໄດ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ວຽກງານຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມບາດກ້າວຂອງພຣະອົງ). ຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍເຂົ້າໃຈວ່າ ການໄລ່ຕາມເສາະຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຕົນເປັນຢ່າງດີແມ່ນສິ່ງທີ່ໃຫ້ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງແກ່ຊີວິດ ແລະ ນີ້ແມ່ນສິ່ງທີ່ຂ້ອຍຄວນໄລ່ຕາມເສາະຫາໃນຖານະທີ່ເປັນສິ່ງທີ່ຖືກສ້າງ. ມີພຽງຜູ້ທີ່ໄລ່ຕາມເສາະຫາ ແລະ ໄດ້ຮັບຄວາມຈິງເທົ່ານັ້ນ ທີ່ມີຄຸນສົມບັດພຽງພໍທີ່ຈະເຂົ້າສູ່ລາຊະອານາຈັກຂອງພຣະເຈົ້າ ແລະ ພວກເຂົາຄືຜູ້ທີ່ໄດ້ຮັບພອນຢ່າງແທ້ຈິງ. ແຕ່ຜູ້ທີ່ມັກຈະໄລ່ຕາມເງິນ, ຄວາມຮັ່ງມີ, ຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ ແມ່ນກຳລັງໃຊ້ຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ໃນທີ່ສຸດພວກເຂົາກໍຈະຖືກພຣະເຈົ້າປະຖິ້ມ. ຖ້າຂ້ານ້ອຍຕ້ອງຍອມຖິ້ມໜ້າທີ່ຂອງຂ້ານ້ອຍອີກຄັ້ງເພື່ອເຫັນແກ່ວຽກ ຂ້ອຍກໍຄົງຈະລົງເອີຍດ້ວຍການໃຊ້ຊີວິດຢູ່ໃນຄວາມມືດ ແລະ ຄວາມເປົ່າວ່າງອີກຄັ້ງຢ່າງແນ່ນອນ ແລະ ໃນທີ່ສຸດຂ້ານ້ອຍກໍຈະທຳລາຍໂອກາດໃນການໄດ້ຮັບຄວາມລອດພົ້ນຂອງຂ້ານ້ອຍເອງ. ດັ່ງນັ້ນ, ຂ້ອຍຈຶ່ງປະຕິເສດວຽກນັ້ນ. ດ້ວຍວິທີນັ້ນ ຂ້ານ້ອຍກໍຈະມີເວລາໃນການເຮັດໜ້າທີ່ຂອງຂ້ານ້ອຍຫຼາຍຂຶ້ນ. ຫົກເດືອນຕໍ່ມາ ຂ້ອຍກໍໄດ້ວຽກທີ່ເໝາະສົມ. ເວລາເຮັດວຽກບໍ່ໄດ້ລົບກວນໜ້າທີ່ຂອງຂ້ານ້ອຍ ແລະ ກໍບໍ່ມີການເຮັດວຽກລ່ວງເວລາ. ເຖິງວ່າເງິນເດືອນຈະໜ້ອຍກວ່າແດ່ ແຕ່ຂ້ານ້ອຍກໍຮູ້ສຶກສະບາຍໃຈ ເພາະຕອນນີ້ຂ້ານ້ອຍມີເວລາເຮັດໜ້າທີ່ຂອງຂ້ານ້ອຍແລ້ວ. ຕອນນີ້ ຂ້ານ້ອຍກຳລັງເຮັດໜ້າທີ່ຂອງຂ້ານ້ອຍຢູ່ໃນຄຣິສຕະຈັກ ແລະ ຂ້ານ້ອຍກໍມີໂອກາດໄດ້ເທດສອນຂ່າວປະເສີດ ແລະ ເປັນພະຍານເຖິງວຽກງານຂອງພຣະເຈົ້າໃນຍຸກສຸດທ້າຍ. ນີ້ແມ່ນສິ່ງທີ່ເປັນພອນຢ່າງແທ້ຈິງ! ຂ້ອຍໄດ້ຮັບຮູ້ວ່າ ພຽງແຕ່ສາມາດຕອບສະໜອງຄວາມຕ້ອງການພື້ນຖານໃນຊີວິດກໍພຽງພໍແລ້ວ ແລະ ການບັນລຸໜ້າທີ່ຂອງພວກເຮົາ ແລະ ການໄລ່ຕາມເສາະຫາຄວາມຈິງເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້ານັ້ນ ແມ່ນສິ່ງທີ່ສຳຄັນ ແລະ ມີຄ່າທີ່ສຸດ. ຂອບໃຈພຣະເຈົ້າ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໂດຍ ຊິງອູ່, ຈີນເມື່ອຂ້ອຍຍັງໜຸ່ມ, ຄອບຄົວຂ້ອຍທຸກຍາກ ແລະ ພໍ່ແມ່ຂອງຂ້ອຍບໍ່ສາມາດຈ່າຍຄ່າຮຽນໃຫ້ຂ້ອຍໄດ້, ສະນັ້ນ ຂ້ອຍຈຶ່ງໄດ້ສ້າງ ແລະ...
ໂດຍ ເຈີ່ນຊິ່ນ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈາກການຊົງສ້າງໂລກຈົນຮອດປັດຈຸບັນ,...
ໂດຍ ທຽນທຽນ, ຈີນມື້ໜຶ່ງໃນລະດູໃບໄມ້ປົ່ງ, ທ່ານໝໍອາວຸໂສບາງຄົນ ແລະ ຂ້ອຍອອກໄປແຕ່ງກິນນອກບ້ານ. ລະຫວ່າງທາງ, ຊາວບ້ານທ້ອງຖິ່ນບາງຄົນຈື່ ດຣ. ຫວັງໄດ້....
ຂ້ອຍເກີດມາໃນຄອບຄົວທີ່ແຕກສະຫຼາຍ. ເມື່ອແມ່ຂອງຂ້ອຍຖືພາຂ້ອຍ, ພໍ່ຂອງຂ້ອຍໄດ້ແລ່ນໄປນຳຍິງຄົນອື່ນ. ແມ່ຂອງຂ້ອຍທົນທຸກຫຼາຍທີ່ຕ້ອງເບິ່ງແຍງລູກຫົກຄົນ ແລະ...