ການປະຕິບັດຄວາມຈິງເປັນກະແຈສູ່ການປະສານງານທີ່ກົມກຽວກັນ

19 ເດືອນກຸມພາ 2022

ໂດຍ ຕົ່ງເຟີງ, ສະຫະລັດອາເມຣິກາ

ໃນເດືອນສິງຫາຂອງປີ 2018, ໜ້າທີ່ຂອງຂ້ອຍຄືການສ້າງອຸປະກອນປະກອບສາກຮູບເງົາກັບອ້າຍຫວັງ. ໃນຕອນທຳອິດ, ຂ້ອຍຮູ້ສຶກວ່າມີຫຼາຍສິ່ງທີ່ຂ້ອຍບໍ່ຮູ້, ສະນັ້ນ ຂ້ອຍຈຶ່ງຂໍຄວາມຊ່ວຍເຫຼືອຈາກອ້າຍຫວັງຕະຫຼອດເວລາ. ຫຼັງຈາກນັ້ນໜ້ອຍໜຶ່ງ, ຂ້ອຍກໍ່ເຂົ້າໃຈໜ້າວຽກ. ອີກຢ່າງ, ຂ້ອຍໄດ້ສຶກສາການອອກແບບພາຍໃນ ແລະ ຂ້ອຍເຮັດວຽກໃນການກໍ່ສ້າງ ແລະ ມີປະສົບການບາງຢ່າງໃນດ້ານຊ່າງໄມ້, ສະນັ້ນ ຂ້ອຍຈະສາມາດສ້າງອຸປະກອນປະກອບສາກດ້ວຍຕົນເອງໃນອີກບໍ່ດົນ. ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ວ່າອ້າຍຫວັງເກັ່ງໃນການອອກແບບສາກພາຍໃນ ແຕ່ການສ້າງອຸປະກອນປະກອບສາກແທ້ໆບໍ່ແມ່ນຈຸດແຂງຂອງລາວ. ສະນັ້ນ ເມື່ອພວກເຮົາມີຂະບວນຄວາມຄິດທີ່ແຕກຕ່າງກັນໃນເລື່ອງນັ້ນ, ຂ້ອຍບໍ່ຕ້ອງການຟັງລາວ. ຂ້ອຍຄິດສະເໝີວ່າຂ້ອຍເກັ່ງກວ່າໃນການສ້າງອຸປະກອນປະກອບສາກ ແລະ ແຜນການຂອງຂ້ອຍກໍ່ດີກວ່າຂອງລາວ. ເມື່ອເວລາຜ່ານໄປ, ພວກເຮົາຂັດແຍ້ງກັນຫຼາຍຂຶ້ນເລື້ອຍໆ ແລະ ບາງຄັ້ງ ພວກເຮົາຈະໂຕ້ຖຽງກັນເປັນເວລາດົນກ່ຽວກັບສິ່ງທີ່ຈະເຮັດກັບໄມ້ທ່ອນນ້ອຍໆທ່ອນໜຶ່ງ. ຂ້ອຍມັກຈະຍອມເພື່ອເຫັນແກ່ຄວາມສໍາພັນຂອງພວກເຮົາ, ແຕ່ຂ້ອຍຮູ້ສຶກຄືກັບວ່າຂ້ອຍຖືກຕ້ອງຢູ່ສະເໝີ. ຫຼັງຈາກຊົ່ວໄລຍະໜຶ່ງ ຂ້ອຍກໍ່ຮູ້ສຶກເປັນທຸກແທ້ໆ ແລະ ບໍ່ຢາກເຮັດວຽກກັບລາວເລີຍ.

ຄັ້ງໜຶ່ງ ພວກເຮົາຈໍາເປັນຕ້ອງສ້າງເຮືອນທີ່ມຸງຫຼັງດ້ວຍເຟືອງສຳລັບວິດີໂອ ແຕ່ພວກເຮົາບໍ່ມີໄມ້ທີ່ທົນທານສໍາລັບເສົາດັ່ງກ່າວ, ສະນັ້ນ ພວກເຮົາຈຳເປັນຕ້ອງສ້າງພວກມັນຂຶ້ນດ້ວຍຕົວຂອງພວກເຮົາເອງ. ພວກເຮົາລົມກັນກ່ຽວກັບແນວຄວາມຄິດຂອງພວກເຮົາສໍາລັບສິ່ງນີ້. ຂ້ອຍສະເໜີວ່າພວກເຮົາຄວນສ້າງແມ່ພິມສໍາລັບເສົາກ່ອນ, ແລ້ວເທຄອນກຣີດໃສ່ໃນນັ້ນ ເພື່ອວ່າພວກມັນຈະແໜ້ນກວ່າ. ແຕ່ອ້າຍຫວັງເວົ້າວ່າເສົາຕັ້ງຈະກ້ຽງເກີນໄປ ແລະ ບໍ່ເບິ່ງຄືສົມຈິງພໍ ແລະ ຖ້າພວກເຮົາໃຊ້ຜ້າເສດບາງຢ່າງ, ພວກເຮົາຈະສາມາດຮຽນແບບເນື້ອຜິວ ແລະ ຮູບຮ່າງຂອງລໍາຕົ້ນໄມ້. ຂ້ອຍຄິດວ່າ “ຂ້ອຍໄດ້ເຮັດວຽກໃນການກໍ່ສ້າງ, ແຕ່ຂ້ອຍບໍ່ເຄີຍເຫັນຜ້າທີ່ໃຊ້ຢູ່ເທິງເສົາຊີມັງ. ບໍ່ວ່າມັນຈະເບິ່ງແນວໃດກໍ່ຕາມ, ຄວາມໜາຂອງມັນຈະຄວບຄຸມໄດ້ຍາກ ແລະ ມັນຈະບໍ່ແຂງແໜ້ນຫຼາຍ”. ສະນັ້ນ ຂ້ອຍໄດ້ທຳລາຍຄວາມຄິດຂອງລາວ, ແຕ່ລາວເວົ້າວ່າລາວຍັງຢາກລອງເຮັດມັນຢູ່. ຂ້ອຍຕໍ່ຕ້ານ ເມື່ອຂ້ອຍເຫັນວ່າລາວບໍ່ຍອມຮັບຂໍ້ສະເໜີຂອງຂ້ອຍ. ຂ້ອຍຄິດວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ຟັງຂ້ອຍ? ມັນບໍ່ສຳຄັນ, ຂ້ອຍເວົ້າຖືກຢູ່ແລ້ວ. ຜົນໄດ້ຮັບຈະເວົ້າແທນຕົວພວກມັນເອງ. ຖ້າມັນລົ້ມເຫຼວ ເມື່ອມັນເກີດຂຶ້ນ, ຢ່າເວົ້າວ່າຂ້ອຍບໍ່ໄດ້ເຕືອນເຈົ້າ”. ພວກເຮົາບໍ່ສາມາດບັນລຸຂໍ້ຕົກລົງໄດ້, ສະນັ້ນ ພວກເຮົາທັງສອງຈຶ່ງອອກໄປ ແລະ ເຮັດຕາມທາງຂອງພວກເຮົາເອງ. ຂ້ອຍເຮັດວຽກໝົດສວາຍ ແລະ ສ້າງເສົາຂຶ້ນມາ. ຂ້ອຍກຳລັງສົງໄສວ່າເສົາຂອງອ້າຍຫວັງເປັນແນວໃດ ແລະ ເສົາຂອງພວກເຮົາຈະເຂົ້າກັນໄດ້ ຫຼື ບໍ່ ຍ້ອນພວກເຮົາແຕ່ລະຄົນກໍ່ເຮັດຕາມທາງຂອງພວກເຮົາເອງ. ຂ້ອຍຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງໃນຄວາມຄິດນີ້ ສະນັ້ນຂ້ອຍຈຶ່ງໄປເບິ່ງຂອງລາວ. ເມື່ອຂ້ອຍໄປຮອດທີ່ນັ້ນ, ຂ້ອຍກໍ່ເຫັນວ່າເສົາຂອງລາວບໍ່ດີແທ້ໆເລີຍ. ໃນເວລານັ້ນ ຂ້ອຍຄິດວ່າ “ຂ້ອຍບອກເຈົ້າແລ້ວວ່າມັນຈະບໍ່ເປັນຜົນ ແຕ່ເຈົ້າບໍ່ຮັບຟັງຂ້ອຍ ແລະ ຕອນນີ້ ມັນກໍ່ຊັດເຈນແລ້ວແນວຄວາມຄິດຂອງຂ້ອຍດີກວ່າຂອງເຈົ້າ”. ຫຼັງຈາກນັ້ນ ຂ້ອຍກໍ່ເວົ້າກັບອ້າຍຫວັງວ່າ “ອ້າຍຫວັງ, ເສົານີ້ຂ້ອນຂ້າງໜາຫຼາຍ. ເຮືອນທີ່ມຸງດ້ວຍເຟືອງທີ່ພວກເຮົາກຳລັງສ້າງບໍ່ໄດ້ໃຫຍ່, ສະນັ້ນເສົານີ້ຈະພໍດີບໍ? ມັນຍັງມີຮອຍແຕກຢູ່ໃນນັ້ນ, ມັນບໍ່ໄດ້ເບິ່ງຄືກັບວ່າແໜ້ນຫຼາຍ. ເສົາທີ່ພວກເຮົາແຕ່ລະຄົນສ້າງຂຶ້ນມາແມ່ນເບິ່ງແຕກຕ່າງກັນຫຼາຍ. ພວກເຮົາຈະສາມາດນໍາໃຊ້ເສົາເຫຼົ່ານີ້ສຳລັບການຖ່າຍທຳຮູບເງົາໄດ້ແນວໃດ? ຢ່າເຮັດແບບນີ້ຕໍ່ໄປ. ພວກເຮົາບໍ່ຄວນເຮັດຕາມຄວາມຄິດຂອງຂ້ອຍບໍ?” ຂ້ອຍປະຫຼາດໃຈທີ່ໄດ້ຍິນລາວເວົ້າວ່າ “ເສົາຂອງຂ້ອຍໜາໜ້ອຍໜຶ່ງ, ແຕ່ມັນກໍ່ບໍ່ແມ່ນບັນຫາແທ້ໆ. ເສົາຊີມັງຂອງເຈົ້າເບິ່ງບໍ່ຄືກັບລຳຕົ້ນໄມ້. ມັນຈຳເປັນຕ້ອງເຮັດວຽກເພີ່ມໃນພາຍຫຼັງ”. ເມື່ອຂ້ອຍເຫັນລາວບໍ່ພຽງແຕ່ບໍ່ຍອມຮັບ, ແຕ່ເວົ້າວ່າຂ້ອຍບໍ່ໄດ້ເຮັດວຽກທີ່ດີ, ຂ້ອຍຮູ້ສຶກອຶດອັດແທ້ໆ. ຂ້ອຍຄິດວ່າ, “ເປັນຫຍັງເຈົ້າຄືເວົ້ານໍາຍາກແທ້ໆ? ເຈົ້າບໍ່ສາມາດເຮັດວຽກນຳໄດ້ເລີຍ!” ຂ້ອຍນັ່ງຕໍ່ໜ້າຄອມພິວເຕີຫຼັງຈາກກິນເຂົ້າແລງ ແລະ ຄິດຫາມື້ນັ້ນ. ຂ້ອຍຮູ້ສຶກຜິດຫວັງເລັກນ້ອຍ. ຂ້ອຍຄິດວ່າອ້າຍຫວັງຜິດຢ່າງຊັດເຈນ ແລະ ລາວກໍ່ແຂ່ງຂັນກັບຂ້ອຍໂດຍກົງຢູ່ສະເໝີ. ຂ້ອຍບໍ່ຕ້ອງການເຮັດວຽກກັບລາວອີກຕໍ່ໄປ. ແຕ່ຫຼັງຈາກນັ້ນ ຂ້ອຍຄິດວ່າຂ້ອຍກຳລັງຫຼົບຫຼີກຈາກບັນຫາ, ຂ້ອຍບໍ່ໄດ້ຍອມອ່ອນນ້ອມ. ຂ້ອຍຮູ້ສຶກຕໍ່ສູ້ກັນຢູ່ພາຍໃນຫຼາຍຂຶ້ນ ແລະ ບໍ່ພໍໃຈຂຶ້ນເລື້ອຍໆ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ຂໍໃຫ້ພຣະເຈົ້າຊີ້ນໍາຂ້ອຍໃຫ້ຮູ້ຈັກຕົນເອງ ເພື່ອວ່າຂ້ອຍຈະສາມາດເຮັດວຽກກັບອ້າຍຫວັງໄດ້ເປັນຢ່າງດີ.

ຫຼັງຈາກນັ້ນ ຂ້ອຍກໍ່ເຂົ້າໄປເວັບໄຊຂອງຄຣິດຕະຈັກ ແລະ ອ່ານພຣະທຳບາງຂໍ້ຂອງພຣະເຈົ້າກ່ຽວກັບການບໍລິການທີ່ປະສານງານກັນ. ພຣະເຈົ້າກ່າວວ່າ: “ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ ‘ພາລະ’ ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ການທີ່ພວກເຈົ້າຮັບເອົາສິ່ງຕ່າງໆແມ່ນບ່ຽງເບນ ແລະ ຜິດພາດແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ” (ຄັດຈາກບົດ “ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ການຮ່ວມມືກັນລະຫວ່າງອ້າຍເອື້ອຍນ້ອງເປັນຂະບວນການຂອງການຊົດເຊີຍຈຸດອ່ອນຂອງຕົນເອງດ້ວຍຈຸດແຂງຂອງອີກຄົນ. ເຈົ້າໃຊ້ຈຸດແຂງຂອງເຈົ້າເພື່ອຊົດເຊີຍຂໍ້ບົກຜ່ອງຂອງຄົນອື່ນ ແລະ ຄົນອື່ນກໍ່ໃຊ້ຈຸດຂອງພວກເຂົາເພື່ອຊົດເຊີຍຈຸດອ່ອນຂອງເຈົ້າ. ນີ້ແມ່ນສິ່ງທີ່ໝາຍເຖິງການຊົດເຊີຍຈຸດອ່ອນຂອງຕົນດ້ວຍຈຸດແຂງຂອງຄົນອື່ນ ແລະ ເພື່ອຮ່ວມມືກັນດ້ວຍຄວາມກົມກຽວກັນ. ເມື່ອຮ່ວມມືກັນດ້ວຍຄວາມກົມກຽວກັນເທົ່ານັ້ນ ຜູ້ຄົນຈຶ່ງສາມາດໄດ້ຮັບພອນຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງມີປະສົບການນີ້ຫຼາຍເທົ່າໃດ ພວກເຂົາກໍ່ຍິ່ງມີການປະຕິບັດທີ່ເປັນຈິງຫຼາຍຂຶ້ນເທົ່ານັ້ນ, ເສັ້ນທາງກໍ່ຈະສົດໃສຍິ່ງຂຶ້ນ ແລະ ພວກເຂົາກໍ່ສະບາຍໃຈຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າເປັນຄົນຫົວດື້ກັບຄົນອື່ນຢູ່ສະເໝີ ແລະ ບໍ່ເຊື່ອໝັ້ນຄົນອື່ນ ຜູ້ທີ່ບໍ່ເຄີຍປາຖະໜາທີ່ຈະຟັງເຈົ້າຢູ່ສະເໝີ; ຖ້າເຈົ້າພະຍາຍາມຮັກສາກຽດສັກສີຂອງຄົນອື່ນ, ແຕ່ພວກເຂົາບໍ່ເຮັດແບບດຽວກັນເພື່ອເຈົ້າ ເຊິ່ງເຈົ້າຮູ້ສຶກວ່າທົນບໍ່ໄດ້; ຖ້າເຈົ້າຕອບພວກເຂົາຄືນໃນມຸມໃນມຸມຂອງສິ່ງທີ່ພວກເຂົາໄດ້ເວົ້າ ແລະ ພວກເຂົາຈື່ມັນໄດ້ ແລະ ໃນຄັ້ງຕໍ່ໄປທີ່ມີບັນຫາເກີດຂຶ້ນ, ພວກເຂົາກໍ່ເຮັດແບບດຽວກັນກັບເຈົ້າ, ສິ່ງທີ່ເຈົ້າກຳລັງເຮັດສາມາດຖືກເອີ້ນວ່າເປັນການຊົດເຊີຍຈຸດອື່ອນຂອງຄົນອື່ນດ້ວຍຈຸດແຂງຂອງເຈົ້າ ແລະ ເປັນການຮ່ວມດ້ວຍຄວາມກົມກຽວກັນໄດ້ບໍ? ມັນຖືກເອີ້ນວ່າການຜິດຖຽງກັນ ແລະ ເປັນການດໍາລົງຊີວິດດ້ວຍເລືອດຮ້ອນ ແລະ ອຸປະນິໄສທີ່ເສື່ອມຊາມ. ມັນຈະບໍ່ໄດ້ຮັບພອນຂອງພຣະເຈົ້າ; ມັນບໍ່ໄດ້ເຮັດໃຫ້ພຣະອົງພໍໃຈ” (ຄັດຈາກບົດ “ກ່ຽວກັບການປະສານງານຢ່າງສະໝານສັນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າອ້າຍຫວັງ ແລະ ຂ້ອຍເຂົ້າກັນບໍ່ໄດ້ ເພາະຂ້ອຍກໍາລັງດໍາລົງຊີວິດຢູ່ພາຍໃນອຸປະນິໄສທີ່ອວດດີ ແລະ ເຫັນວ່າຕົນເອງຊອບທຳຂອງຂ້ອຍ. ຂ້ອຍຕ້ອງການມີອຳນາດຕັດສິນໃຈໃນໜ້າທີ່ຂອງພວກເຮົາຢູ່ສະເໝີ. ຂ້ອຍຄິດຢູ່ສະເໝີວ່າການສ້າງອຸປະກອນປະກອບສາກເປັນຈຸດແຂງທີ່ສະເພາະສຳລັບຂ້ອຍຫຼາຍກວ່າອ້າຍຫວັງ, ສະນັ້ນ ຂ້ອຍຈຶ່ງດູຖູກຢູ່ສະເໝີ ແລະ ຕ້ອງການໃຫ້ລາວຮັບຟັງຂ້ອຍ, ໃຫ້ເຮັດໃນສິ່ງທີ່ຂ້ອຍເວົ້າ. ເມື່ອລາວໄດ້ເຮັດຂໍ້ສະເໜີສຳລັບເສົາ, ຂ້ອຍບໍ່ພິຈາລະນາເບິ່ງມັນ, ແຕ່ປະຕິເສດມັນທັງໝົດ. ຂ້ອຍເຖິງກັບດູຖູກລາວ ແລະ ເມີນເສີຍ. ຂ້ອຍຄິດວ່າລາວບໍ່ມີຄວາມຊ່ຽວຊານໃດເລີຍ, ສະນັ້ນ ຂໍ້ສະເໜີຂອງລາວຈຶ່ງບໍ່ຄຸ້ມຄ່າແກ່ການພິຈາລະນາ. ເມື່ອຂ້ອຍເຫັນວ່າເສົາຂອງລາວບໍ່ດີ, ຂ້ອຍກໍ່ຄິດວ່າຂ້ອຍເວົ້າຖືກ, ດັ່ງນັ້ນ ຂ້ອຍຈຶ່ງດູຖູກວຽກງານຂອງລາວຢ່າງລັບໆ ແລະ ຕ້ອງການໃຫ້ລາວເຫັນດີກັບຂ້ອຍ. ເມື່ອລາວຊີ້ໃຫ້ເຫັນຂໍ້ບົກຜ່ອງໃນແຜນການຂອງຂ້ອຍ, ຂ້ອຍບໍ່ຍອມຮັບມັນ ຫຼື ເຖິງກັບພະຍາຍາມຊອກຫາວິທີແກ້ບັນຫາກັບລາວ. ຂ້ອຍຕໍ່ຕ້ານ ແລະ ບໍ່ຢາກເຮັດວຽກກັບລາວອີກຕໍ່ໄປເລີຍ. ຂ້ອຍພຽງແຕ່ເວົ້າ ແລະ ເຮັດເພື່ອພິສູດຕົນເອງ, ໃຫ້ລາວເຫັນດີກັບຂ້ອຍ. ນັ້ນຄືອຸປະນິໄສແຫ່ງຄວາມອວດດີ ແລະ ການເຫັນວ່າຕົນເອງຊອບທຳຂອງຊາຕານທັງສິ້ນ. ພຣະທຳເຫຼົ່ານີ້ຂອງພຣະເຈົ້າເໝາະສົມໂດຍສະເພາະ: “ສິ່ງທີ່ເຈົ້າກຳລັງເຮັດສາມາດຖືກເອີ້ນວ່າເປັນການຊົດເຊີຍຈຸດອື່ອນຂອງຄົນອື່ນດ້ວຍຈຸດແຂງຂອງເຈົ້າ ແລະ ເປັນການຮ່ວມດ້ວຍຄວາມກົມກຽວກັນໄດ້ບໍ? ມັນຖືກເອີ້ນວ່າການຜິດຖຽງກັນ ແລະ ເປັນການດໍາລົງຊີວິດດ້ວຍເລືອດຮ້ອນ ແລະ ອຸປະນິໄສທີ່ເສື່ອມຊາມ. ມັນຈະບໍ່ໄດ້ຮັບພອນຂອງພຣະເຈົ້າ; ມັນບໍ່ໄດ້ເຮັດໃຫ້ພຣະອົງພໍໃຈ” (ຄັດຈາກບົດ “ກ່ຽວກັບການປະສານງານຢ່າງສະໝານສັນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍສາມາດຮູ້ສຶກໄດ້ຈາກພຣະທຳຂອງພະອົງວ່າພຣະເຈົ້າຖືກລັງກຽດໂດຍຄົນແບບນັ້ນ. ພຣະເຈົ້າໄດ້ຈັດໃຫ້ຂ້ອຍເຮັດວຽກກັບອ້າຍຫວັງ, ໂດຍຫວັງວ່າພວກເຮົາຈະສາມາດທົດແທນຈຸດອ່ອນຂອງອີກຄົນ ແລະ ເຮັດໜ້າທີ່ຂອງພວກເຮົາໃຫ້ດີ. ແຕ່ຂ້ອຍພຽງແຕ່ເວົ້າ ແລະ ເຮັດຍ້ອນຄວາມອວດດີ, ໂດຍຄິດຢູ່ສະເໝີວ່າຂ້ອຍເຮັດຖືກ ແລະ ຄວນມີອຳນາດໃນການຕັດສິນ. ຂ້ອຍຕ້ອງການໃຫ້ຄົນອື່ນເຮັດຕາມຄວາມຄິດຂອງຂ້ອຍ ຄືກັບວ່າພວກມັນເປັນຄວາມຈິງໂດຍບໍ່ຍອມຮັບຄວາມຄິດຂອງຜູ້ອື່ນ. ພຣະເຈົ້າກຽດຊັງອຸປະນິໄສປະເພດນັ້ນ. ຂ້ອຍເຕັມໄປດ້ວຍຄວາມເສຍໃຈ ແລະ ຄວາມຮູ້ສຶກຜິດໃນຂະນະທີ່ຂ້ອຍຄິດກ່ຽວກັບມັນ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄໍາອະທິຖານນີ້: “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ສາມາດເຮັດວຽກກັບຄົນອື່ນໄດ້ດີ ເພາະຄວາມອວດດີຂອງຂ້ານ້ອຍ ແລະ ສິ່ງນີ້ໄດ້ສົ່ງຜົນກະທົບຕໍ່ໜ້າທີ່ຂອງຂ້ານ້ອຍ. ພຣະເຈົ້າ, ຂ້ານ້ອຍຕ້ອງການກັບໃຈ. ຂ້ານ້ອຍຕ້ອງການປ່ອຍວາງຕົນເອງ ແລະ ເຮັດວຽກຮ່ວມກັບອ້າຍຂອງຂ້ານ້ອຍເພື່ອເຮັດ ໜ້າທີ່ຂອງພວກເຮົາໃຫ້ດີ”.

ຫຼັງຈາກນັ້ນ ຂ້ອຍກໍ່ໄດ້ອ່ານຂໍ້ຄວາມອີກຂໍ້ໃນພຣະທຳຂອງພຣະເຈົ້າ. “ບາງເທື່ອ, ເມື່ອຮ່ວມມືກັນເພື່ອປະຕິບັດໜ້າທີ່, ສອງຄົນມີການຜິດຖຽງກັນກ່ຽວກັບເລື່ອງຫຼັກການ. ພວກເຂົາມີທັດສະນະທີ່ແຕກຕ່າງກັນ ແລະ ພວກເຂົາມີຄວາມຄິດເຫັນທີ່ແຕກຕ່າງກັນ. ມີຫຍັງທີ່ສາມາດເຮັດໄດ້ໃນກໍລະນີນັ້ນ? ນີ້ແມ່ນບັນຫາທີ່ເກີດຂຶ້ນເລື້ອຍໆບໍ? ມັນແມ່ນປະກົດການປົກກະຕິ ເຊິ່ງເກີດຈາກຄວາມແຕກຕ່າງໃນຈິດໃຈ, ຄວາມສາມາດ, ຄວາມເຂົ້າໃຈ, ອາຍຸ ແລະ ປະສົບການຂອງຜູ້ຄົນ. ມັນເປັນໄປບໍ່ໄດ້ທີ່ຫົວຂອງຄົນສອງຄົນຈະມີເນື້ອຫາດຽວກັນຢ່າງຊັດເຈນ, ສະນັ້ນ ການທີ່ສອງຄົນອາດມີຄວາມຄິດເຫັນ ແລະ ມຸມມອງທີ່ແຕກຕ່າງກັນຈຶ່ງເປັນປະກົດການທີ່ພົບເຫັນຫຼາຍ ແລະ ເກີດຂຶ້ນເລື້ອຍທີ່ສຸດ. ຢ່າຜູກມັດຕົວເອງກັບມັນເລີຍ. ຄຳຖາມທີ່ສຳຄັນຄື ເມື່ອບັນຫາດັ່ງກ່າວເກີດຂຶ້ນ, ເຈົ້າຄວນຮ່ວມມື ແລະ ສະແຫວງຫາທີ່ຈະບັນລຸຄວາມເປັນໜຶ່ງດຽວຕໍ່ໜ້າພຣະເຈົ້າ ແລະ ຄວາມເຫັນທີ່ເປັນເອກະພາບແນວໃດ. ແມ່ນຫຍັງຄືເປົ້າໝາຍຂອງການມີຄວາມເຫັນທີ່ເປັນເອກະພາບ? ມັນກໍເພື່ອການສະແຫວງຫາຫຼັກການຄວາມຈິງໃນເລື່ອງນີ້ ແລະ ບໍ່ເຮັດຕາມເຈດຕະນາຂອງເຈົ້າເອງ ຫຼື ຂອງຜູ້ອື່ນ, ແຕ່ສະແຫວງຫາເຈດຕະນາຂອງພຣະເຈົ້າຮ່ວມກັນ. ນີ້ແມ່ນເສັ້ນທາງເພື່ອບັນລຸການຮ່ວມມືທີ່ກົມກຽວກັນ. ເມື່ອເຈົ້າສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ຫຼັກການທີ່ພຣະອົງຮຽກຮ້ອງເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເປັນໜຶ່ງດຽວກັນໄດ້” (ຄັດຈາກບົດ “ກ່ຽວກັບການປະສານງານຢ່າງສະໝານສັນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ເຫັນວ່າ ເພື່ອບັນລຸການຮ່ວມມືຂອງພວກເຮົາ, ພວກເຮົາບໍ່ພຽງແຕ່ສາມາດເຮັດຕາມຄວາມຄິດຂອງຄົນໆໜຶ່ງ, ແຕ່ພວກເຮົາຕ້ອງພະຍາຍາມຕາມຫຼັກການແຫ່ງຄວາມຈິງ. ການຮ່ວມມືທີ່ກົມກຽວກັນຢ່າງແທ້ຈິງໝາຍເຖິງການສະແຫວງຫາຄວາມຈິງ ແລະ ການເຮັດວຽກຕາມຫຼັກການ. ຍ້ອນອ້າຍຫວັງ ແລະ ຂ້ອຍມີປະສົບການ, ຄວາມຮູ້ ແລະ ທັກສະດ້ານເຕັກນິກທີ່ແຕກຕ່າງກັນ, ມັນເປັນເລື່ອງປົກກະຕິທີ່ຈະມີທັດສະນະທີ່ແຕກຕ່າງກັນໃນວຽກງານຂອງພວກເຮົາ. ຂ້ອຍຕ້ອງຮຽນຮູ້ທີ່ຈະປ່ອຍວາງຕົນເອງ ແລະ ສະແຫວງຫາຫຼັກການໄປພ້ອມກັບລາວ. ພວກເຮົາຕ້ອງຍອມອ່ອນນ້ອມຕໍ່ຄວາມຈິງ ແລະ ຍຶດຖືວຽກງານໃນເຮືອນຂອງພຣະເຈົ້າ ເພື່ອວ່າພວກເຮົາສາມາດໄດ້ຮັບການຊີ້ນໍາຂອງພຣະວິນຍານບໍລິສຸດໃນໜ້າທີ່ຂອງພວກເຮົາ. ເມື່ອຮັບຮູ້ສິ່ງນີ້, ຂ້ອຍຈຶ່ງວາງແຜນທີ່ຈະເປີດໃຈກັບອ້າຍຫວັງໃນການໂອ້ລົມກັນໃນມື້ຖັດໄປ ເພື່ອວ່າພວກເຮົາຈະສາມາດຄິດຫາວິທີສ້າງອຸປະກອນປະກອບສາກຮ່ວມກັນ. ຂ້ອຍປະຫຼາດໃຈ ເມື່ອລາວມາຊອກຫາຂ້ອຍໃນຕອນເຊົ້າຂອງມື້ຕໍ່ມາ ແລະ ເວົ້າວ່າລາວຫົວດື້ເກີນໄປ ແລະ ແຜນການຂອງລາວບໍ່ດີເລີຍ. ລາວເຖິງກັບທຳລາຍເສົາທີ່ລາວສ້າງຂຶ້ນ ແລະ ພ້ອມທີ່ຈະເຮັດຕາມຄວາມຄິດຂອງຂ້ອຍ. ຂ້ອຍຮູ້ສຶກອາຍ ເມື່ອຂ້ອຍໄດ້ຍິນລາວເວົ້າແນວນີ້. ຂ້ອຍໄດ້ເປີດໃຈກັບອ້າຍຫວັງເຊັ່ນກັນ ກ່ຽວກັບສະພາວະຂອງຂ້ອຍເອງ ແລະ ຄວາມເຂົ້າໃຈຂອງຂ້ອຍ ແລະ ເມື່ອພວກເຮົາທັງສອງຄົນປະຖິ້ມຄວາມທະນົງຕົວຂອງພວກເຮົາ, ອຸປະສັກທີ່ຢູ່ລະຫວ່າງພວກເຮົາກໍ່ຫາຍໄປ. ຂ້ອຍເຫັນເຖິງຄວາມບົກຜ່ອງຂອງຂ້ອຍເອງໃນໜ້າທີ່ຂອງຂ້ອຍຫຼັງຈາກນັ້ນ. ເສົາທີ່ຂ້ອຍສ້າງຂຶ້ນກ້ຽງເກີນໄປ ແລະ ມັນບໍ່ເບິ່ງຄືກັບລຳຕົ້ນໄມ້ແທ້ໆ. ມັນຕ້ອງການໆປ່ຽນແປງອີກຮອບໜຶ່ງ. ຂ້ອຍໄປສົນທະນາກັບອ້າຍຫວັງ ແລະ ພວກເຮົາຄົ້ນພົບວິທີແກ້ໄຂຢ່າງໄວວາແທ້ໆ. ພວກເຮົາແຕ່ລະຄົນທົດແທນໃຫ້ກັບຈຸດອ່ອນຂອງອີກຄົນ ແລະ ຫຼັງຈາກນັ້ນກໍ່ສ້າງສຳເລັດສາມເສົາໃນໜຶ່ງມື້. ກ່ອນໜ້ານີ້, ພວກເຮົາໃຊ້ເວລາເກືອໝົດມື້ ເພື່ອສ້າງພຽງແຕ່ສອງເສົາເທົ່ານັ້ນ ແລະ ບໍ່ມີເສົາໃດທີ່ຖືກຕ້ອງ. ສິ່ງນີ້ມີປະສິດທິພາບຫຼາຍຂຶ້ນ. ຂ້ອຍຮູ້ວ່າມັນສໍາຄັນສໍ່າໃດທີ່ຈະປະຕິບັດຄວາມຈິງ ແລະ ຮ່ວມມືກັບອ້າຍເອື້ອຍນ້ອງໃນໜ້າທີ່ຂອງຂ້ອຍ. ແຕ່ຂ້ອຍອວດດີຫຼາຍ ແລະ ເຫັນວ່າຕົນເອງຊອບທຳ ເຊິ່ງໃນອີກບໍ່ດົນ ຂ້ອຍມີອີກບັນຫາໃນການເຮັດວຽກກັບຄົນອື່ນ.

ຄັ້ງໜຶ່ງ, ຂ້ອຍກຳລັງເຮັດວຽກກັບອ້າຍລີ່ໃນການຕິດຕັ້ງເຕັນເພື່ອບັງອ້າຍເອື້ອຍນ້ອງຈາກຝົນໃນສະຖານທີ່ຖ່າຍທຳ. ຂ້ອຍໄດ້ນຳສະເໜີວິທີການໜຶ່ງໃນການສົນທະນາຂອງພວກເຮົາເຊິ່ງລາວມັກແທ້ໆ. ໃນຊ່ວງເວລານັ້ນ ຂ້ອຍຄິດວ່າ “ຂ້ອຍເຮັດວຽກໃນການກໍ່ສ້າງມາກ່ອນ, ສະນັ້ນ ຂ້ອຍຈຶ່ງເຂົ້າໃຈເລື່ອງນີ້ດີກວ່າເຈົ້າຢ່າງແນ່ນອນ”. ແຕ່ຫຼັງຈາກນັ້ນເອງ, ລາວໄດ້ກ່າວເຖິງຄວາມກັງວົນ. ລາວເວົ້າວ່າ “ພວກເຮົາມີພຽງແຕ່ເສົາໂລຫະ 16 ຕົ້ນໃນຕອນນີ້. ພວກເຮົາມີພຽງພໍສຳລັບແຜນການນີ້ບໍ? ມັນຈະເກີດຜົນດີບໍ? ມັນຈະປອດໄພບໍ?” ຂ້ອຍຄິດວ່າ “ນີ້ແມ່ນໂຄງສ້າງສາມຫຼ່ຽມ. ເຈົ້າບໍ່ໄດ້ຮຽນຮູ້ກ່ຽວກັບສະຖຽນລະພາບຂອງໂຄງສ້າງສາມຫຼ່ຽມບໍ? ມັນຈະເກີດຜົນດີແທ້ໆ, ບໍ່ມີບັນຫາ”. ສະນັ້ນ ຂ້ອຍຈຶ່ງຕອບຢ່າງບໍ່ພໍໃຈວ່າ “ບໍ່ມີການຮັບປະກັນ 100% ວ່າຈະບໍ່ມີບັນຫາ, ແຕ່ຕາບໃດທີ່ພວກເຮົາບໍ່ໄດ້ພົບກັບພາຍຸເຮີຣິເຄນປະເພດ 10, ມັນກໍ່ຈະບໍ່ເປັນຫຍັງ”. ຫຼັງຈາກນັ້ນ ລາວຕ້ອງການໃຫ້ຂ້ອຍແຕ້ມແບບສ້າງ ແລະ ອະທິບາຍລາຍລະອຽດ ແລະ ຂ້ອຍສູນເສຍຄວາມອົດທົນຂອງຂ້ອຍ ໂດຍເວົ້າວ່າ “ບໍ່ຈຳເປັນ. ຮູບແຕ້ມຢູ່ໃນຫົວຂອງຂ້ອຍ ແລະ ຂ້ອຍຈະຮັບປະກັນວ່າມັນຖືກສ້າງຂຶ້ນຢ່າງຖືກຕ້ອງ”. ບໍ່ມີການເວົ້າຫຍັງອີກ. ຕອນສວາຍຂອງມື້ຕໍ່ມາ ເມື່ອພວກເຮົາເລີ່ມສ້າງເຕັນ, ອ້າຍອີກຄົນໜຶ່ງແນະນໍາໃຫ້ພວກເຮົາວາງເສົາໂລຫະສອງຕົ້ນກ່ອນເພື່ອຮັບໃຫ້ຫຼັງຄາໝັ້ນຄົງ, ຫຼັງຈາກນັ້ນຈຶ່ງຕັ້ງເສົາຂ້າງຂຶ້ນ. ເມື່ອຂ້ອຍໄດ້ຍິນສິ່ງນີ້ ຂ້ອຍຈຶ່ງຄິດວ່າ “ສິ່ງນັ້ນຈະໃຊ້ເວລາເພີ່ມອີກຢ່າງແນ່ນອນ. ຂ້ອຍໄດ້ຄິດກ່ຽວກັບເລື່ອງນີ້ຫຼາຍຄັ້ງແລ້ວ ແລະ ວິທີການຂອງຂ້ອຍຕ້ອງເປັນວິທີການທີ່ດີທີ່ສຸດ. ເຈົ້າເປັນຄົນໃໝ່ຢູ່ທີ່ນີ້ ແລະ ເຈົ້າບໍ່ໄດ້ມີສ່ວນຮ່ວມໃນການສົນທະນາ. ແຜນການຂອງຂ້ອຍດີກວ່າຢ່າງແນ່ນອນ”. ສະນັ້ນ ຂ້ອຍຈຶ່ງເວົ້າກັບລາວວ່າ “ສິ່ງນັ້ນຈະເຮັດໃຫ້ຊ້າເກີນໄປ. ເສົາສອງຕົ້ນເຫຼົ່ານັ້ນຈະຕ້ອງຖືກເອົາລົງໃນພາຍຫຼັງ, ສະນັ້ນ ການສ້າງມັນຈາກທາງຫຼັງແມ່ນຈະໄວກວ່າ”. ລາວບໍ່ໄດ້ເວົ້າຫຍັງອີກ ເມື່ອລາວເຫັນວ່າຂ້ອຍບໍ່ມີເຈດຕະນາທີ່ຈະຍອມຮັບຄວາມຄິດຂອງລາວ, ສະນັ້ນ ຂ້ອຍຈຶ່ງເລີ່ມສ້າງເຕັນໂດຍອີງຕາມແຜນການຂອງຂ້ອຍເອງ. ເມື່ອຂ້ອຍໄປຮອດເທິງຂັ້ນໄດ, ຂ້ອຍກໍ່ເຫັນຂໍເກາະໃນເສົາໂລຫະຫຼວມໃນທັນທີ ແລະ ເສົາກໍ່ລົ້ມລົງ. ໂຊກດີທີ່ມັນລົ້ມລົງໃສ່ເທິງຫຍ້າ, ບໍ່ໄດ້ຕົກໃສ່ຄົນ ຫຼື ສິ່ງໃດ. ຫົວໃຈຂອງຂ້ອຍເຕັ້ນໄວຫຼາຍ. “ເກີດຫຍັງຂຶ້ນ?” ຂ້ອຍສົງໄສ. “ຂ້ອຍໄດ້ຮັດໃຫ້ມັນແໜ້ນແລ້ວຢ່າງແນ່ນອນ, ສະນັ້ນ ມັນຈະສາມາດຫຼຸດອອກແບບນັ້ນໄດ້ແນວໃດ? ຄົນໃດໜຶ່ງອາດບໍ່ໄດ້ເຮັດໃຫ້ມັນຕັ້ງຊື່ ສະນັ້ນຂໍເກາະຈຶ່ງບໍ່ເກາະແໜ້ນຢ່າງຖືກຕ້ອງ”. ຄວາມຄິດຂອງຂ້ອຍງ່າຍຂະໜາດນັ້ນ ແລະ ຂ້ອຍບໍ່ໄດ້ເອົາໃຈໃສ່ມັນ. ຂ້ອຍພຽງແຕ່ສືບຕໍ່ສ້າງມັນຕາມແຜນການຂອງຂ້ອຍເອງ. ໃນເວລານັ້ນເອງ, ເສົາທີ່ຕັ້ງຂຶ້ນໄດ້ລົ້ມໃສ່ຂ້ອຍເທິງຂັ້ນໄດທີ່ຂ້ອຍຢືນຢູ່. ຂ້ອຍຕົກລົງຈາກຂັ້ນໄດຫຼາຍກວ່າຫົກຟຸດ. ໂຊກດີທີ່ຂ້ອຍບໍ່ໄດ້ຮັບບາດເຈັບ. ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ວ່າອຸປະຕິເຫດສອງຄັ້ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນຕາມເວນຕາມກຳ. ຖ້າມັນບໍ່ແມ່ນຍ້ອນການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ຜົນຕາມມາຂອງການຖືກເຮັດໃຫ້ບາດເຈັບໂດຍເສົາໃດໜຶ່ງເຫຼົ່ານັ້ນກໍ່ຈະຮ້າຍແຮງ. ຂ້ອຍຮູ້ສຶກຜິດຂຶ້ນອີກ ແລະ ຢ້ານຫຼາຍ ໃນຂະນະທີ່ຂ້ອຍຄິດກ່ຽວກັບມັນ ແລະ ຂ້ອຍໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ. “ໂອ ພຣະເຈົ້າ, ສິ່ງຕ່າງໆຜິດພາດໄປໝົດໃນມື້ນີ້. ຂ້ານ້ອຍຮູ້ວ່າຄວາມປະສົງທີ່ດີຂອງພຣະອົງແມ່ນຢູ່ເບື້ອງຫຼັງເຫດການນີ້ ແລະ ມີບົດຮຽນໃຫ້ຂ້ານ້ອຍຕ້ອງຮຽນຮູ້, ແຕ່ຂ້ານ້ອຍບໍ່ຮູ້ວ່າຂ້ອຍຄວນສະແຫວງຫາຫຍັງ. ໄດ້ໂປດຊີ້ນໍາ ແລະ ສ່ອງແສງໃຫ້ແກ່ຂ້ານ້ອຍເພື່ອທີ່ຈະຮູ້ຈັກຄວາມປະສົງຂອງພຣະອົງ”. ຂ້ອຍຄິດຫາພຣະທຳຂອງພຣະເຈົ້າຫຼັງຈາກທີ່ໄດ້ອະທິຖານ: “ເມື່ອໃດກໍຕາມທີ່ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະມີການຜິດພາດຢູ່ສະເໝີ ຫຼື ເຈົ້າຊົນຝາ. ນີ້ແມ່ນການລົງວິໄນຂອງພຣະເຈົ້າ. ບາງເທື່ອ ເມື່ອເຈົ້າເຮັດບາງສິ່ງທີ່ບໍ່ເຊື່ອຟັງ ແລະ ກະບົດຕໍ່ພຣະເຈົ້າ, ບໍ່ມີຜູ້ໃດອາດຮູ້ຈັກມັນໄດ້, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ” (ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳເຫຼົ່ານີ້ຍັງວົນວຽນຢູ່ໃນຄວາມຄິດຂອງຂ້ອຍ: “ບໍ່ມີຜູ້ໃດອາດຮູ້ຈັກມັນໄດ້, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ”. ຫຼັງຈາກນັ້ນ ຂ້ອຍກໍ່ຮູ້ວ່າຂ້ອຍເມີນເສີຍຫຼາຍສໍ່າໃດຕໍ່ອ້າຍນ້ອງຂອງຂ້ອຍກ່ຽວກັບການສ້າງເຕັນ. ຂ້ອຍບໍ່ໄດ້ຮັບຟັງຂໍ້ສະເໜີຂອງພວກເຂົາເລີຍ, ແຕ່ປະຕິເສດພວກມັນໃນທັນທີ. ຂ້ອຍຄິດວ່າຂ້ອຍເວົ້າຖືກຕ້ອງ, ດັ່ງນັ້ນ ພວກເຮົາຈຶ່ງຄວນເຮັດໃນສິ່ງທີ່ຂ້ອຍຕ້ອງການ. ນັ້ນບໍ່ແມ່ນຄວາມອວດດີຂອງຂ້ອຍບໍ? ມັນບໍ່ປອດໄພແລ້ວ ເມື່ອມັນກຳລັງຖືກສ້າງຂຶ້ນ. ຖ້າມັນລົ້ມລົງໃສ່ນັກສະແດງທີ່ຢູ່ລຸ່ມມັນ, ຜົນຕາມມາແມ່ນຈະບໍ່ສາມາດຄິດອອກໄດ້. ໃນຄວາມຄິດນັ້ນ, ຂ້ອຍໄດ້ອະທິຖານຫາພຣະເຈົ້າເພື່ອຫັນຕົນເອງກັບ. ຫຼັງຈາກນັ້ນ, ຂ້ອຍກໍ່ຄິດຫາບາງສິ່ງທີ່ພຣະເຢຊູເຈົ້າເວົ້າວ່າ: “ຖ້າພວກເຈົ້າທັງສອງຄົນເຫັນດີຮ່ວມກັນເທິງແຜ່ນດິນໂລກເພື່ອຂໍສິ່ງໃດໜຶ່ງ, ມັນກໍ່ຈະຖືກເຮັດໃຫ້ສຳເລັດແກ່ພວກເຂົາໂດຍພຣະບິດາຂອງເຮົາເຊິ່ງຢູ່ໃນສະຫວັນ” (ມັດທາຍ 18:19). ພຣະທຳຂອງພຣະເຈົ້າໄດ້ປຸກຂ້ອຍຕື່ນຂຶ້ນໃນທັນທີ, ຂ້ອຍຮູ້ວ່າຂ້ອຍບໍ່ສາມາດສືບຕໍ່ເຮັດສິ່ງຕ່າງໆໃນລັກສະນະນັ້ນໄດ້ ແຕ່ຂ້ອຍຈຳເປັນຕ້ອງສົນທະນາສິ່ງຕ່າງໆ ແລະ ຮ່ວມມືກັບອ້າຍນ້ອງຂອງຂ້ອຍ. ຫຼັງຈາກນັ້ນ, ຂ້ອຍກໍ່ມີອີກຄວາມຄິດໜຶ່ງ: ຄວາມປອດໄພມາກ່ອນ. ສິ່ງທີ່ສຳຄັນທີ່ສຸດແມ່ນການກໍ່ສ້າງເຕັນໃຫ້ດີດ້ວຍວັດສະດຸທີ່ພວກເຮົາມີ. ພຽງແຕ່ເວລານັ້ນເອງ, ອ້າຍນ້ອງກໍ່ເວົ້າວ່າ ຖ້າອີງໃສ່ແຜນການເດີມຂອງຂ້ອຍ, ພວກເຮົາບໍ່ມີເສົາໂລຫະທີ່ພຽງພໍສໍາລັບການກໍ່ສ້າງທີ່ເຂັ້ມແຂງ, ແຕ່ຖ້າພວກເຮົາຕັ້ງເສົາສອງຕົ້ນຂຶ້ນຢູ່ເຄິ່ງກາງ, ຄານຫຼັງຄາກໍ່ຈະໝັ້ນຄົງ. ຂ້ອຍເຫັນດີກັບພວກເຂົາຢ່າງສົມບູນ. ແຜນການເດີມຂອງຂ້ອຍຈະສ້າງອັນຕະລາຍຫຼາຍຢ່າງຕໍ່ຄວາມປອດໄພແທ້ໆ. ສະນັ້ນ ພວກເຮົາຈຶ່ງເຫັນດີຕາມນັ້ນ ແລະ ພວກເຮົາຈຶ່ງມີແຜນການທີ່ສົມບູນພາຍໃນເວລາບໍ່ດົນ. ຍິ່ງໄປກວ່ານັ້ນ, ພວກເຮົາມີເສົາໂລຫະຢ່າງພຽງພໍ ແລະ ພວກເຮົາສໍາເລັດມັນກ່ອນທີ່ຈະຮອດຕອນຄໍ່າ.

ໃນຕອນແລງຂອງມື້ນັ້ນ, ຂ້ອຍກໍ່ຫວນຄິດກ່ຽວກັບມື້ນັ້ນ. ຄວາມອວດດີຂອງຂ້ອຍເກືອບນໍາມາສູ່ໄພພິບັດ ແລະ ຂ້ອຍບໍ່ສາມາດສະຫງົບຄວາມຮູ້ສຶກຂອງຂ້ອຍໄດ້. ຂ້ອຍຟ້າວອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງຊີ້ນຳໃຫ້ຂ້ອຍຮູ້ຈັກຕົນເອງ. ຂ້ອຍຈັບໂທລະສັບຂອງຂ້ອຍມາ ແລະ ໄປທີ່ເວັບໄຊຂອງຄຣິດຕະຈັກ ເຊິ່ງເປັນບ່ອນທີ່ຂ້ອຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ບາງຄົນບໍ່ເຄີຍສະແຫວງຫາຄວາມຈິງຈັກເທື່ອໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາພຽງແຕ່ເຮັດຕາມທີ່ພວກເຂົາພໍໃຈ, ເຮັດຕາມຈິນຕະນາການຂອງພວກເຂົາເອງຢ່າງດື້ດ້ານ ແລະ ເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບ. ‘ເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບ’ ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ, ເມື່ອເຈົ້າຜະເຊີນກັບບັນຫາ, ເຈົ້າກໍ່ເຮັດແນວໃດກໍ່ຕາມທີ່ເຈົ້າເຫັນວ່າເໝາະສົມ ໂດຍບໍ່ມີຂະບວນການຄິດຫຍັງເລີຍ, ບໍ່ເອົາໃຈໃສ່ໃນສິ່ງທີ່ຄົນອື່ນເວົ້າ. ບໍ່ມີໃຜສາມາດເຂົ້າຫາເຈົ້າໄດ້ ແລະ ບໍ່ມີໃຜສາມາດປ່ຽນໃຈເຈົ້າໄດ້, ດັ່ງນັ້ນ ເຈົ້າຈຶ່ງບໍ່ຫວັ່ນໄຫວແມ່ນແຕ່ໜ້ອຍເລີຍ; ເຈົ້າຢືນຢັດ ແລະ ແມ່ນແຕ່ເມື່ອສິ່ງທີ່ຄົນອື່ນເວົ້າມີເຫດຜົນ, ເຈົ້າກໍ່ບໍ່ຟັງ ແລະ ເຊື່ອວ່າວິທີການຂອງເຈົ້ານັ້ນຖືກຕ້ອງ. ເຖິງແມ່ນວ່າຈະເປັນແນວນັ້ນ, ເຈົ້າຄວນບໍ່ເອົາໃຈໃສ່ຕໍ່ຄໍາແນະນໍາຂອງຄົນອື່ນບໍ? ເຖິງຢ່າງໃດກໍ່ຕາມ, ເຈົ້າບໍ່ໄດ້ເອົາໃຈໃສ່. ຄົນອື່ນໆເອີ້ນເຈົ້າວ່າດື້ດ້ານ. ດື້ດ້ານແນວໃດ? ດື້ດ້ານຫຼາຍຈົນວ່າງົວສິບໂຕບໍ່ສາມາດດຶງເຈົ້າກັບຄືນມາໄດ້ ນັ້ນກໍ່ຄື ດື້ດ້ານຈົນຕາຍ, ຈອງຫອງ ແລະ ຫົວດື້ທີ່ສຸດ, ແບບທີ່ບໍ່ເຫັນຄວາມຈິງຈົນມັນຈ້ອງໜ້າເຈົ້າ. ຄວາມດື້ດ້ານດັ່ງກ່າວບໍ່ໄດ້ເພີ່ມຂຶ້ນເຖິງລະດັບຄວາມຫົວດື້ບໍ? ເຈົ້າເຮັດແມ່ນຫຍັງກໍ່ຕາມທີ່ເຈົ້າຕ້ອງການ, ສິ່ງໃດກໍ່ຕາມທີ່ເຈົ້າຄິດທີ່ຈະເຮັດ ແລະ ເຈົ້າບໍ່ຟັງໃຜເລີຍ. ຖ້າມີບາງຄົນບອກເຈົ້າວ່າສິ່ງທີ່ເຈົ້າກຳລັງເຮັດຢູ່ບໍ່ສອດຄ່ອງກັບຄວາມຈິງ, ເຈົ້າກໍ່ຈະເວົ້າວ່າ ‘ຂ້ອຍຈະເຮັດມັນ ບໍ່ວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ກໍ່ຕາມ. ຖ້າມັນບໍ່ສອດຄ່ອງກັບຄວາມຈິງ, ຂ້ອຍຈະໃຫ້ເຫດຜົນນັ້ນນີ້ກັບເຈົ້າ ຫຼື ຂໍ້ອ້າງແບບນັ້ນແບບນີ້. ຂ້ອຍຈະເຮັດໃຫ້ເຈົ້າຟັງຂ້ອຍ. ຂ້ອຍຕັ້ງໃຈໃນເລື່ອງນີ້’. ຄົນອື່ນອາດຈະເວົ້າວ່າສິ່ງທີ່ເຈົ້າກໍາລັງເຮັດແມ່ນເປັນການລົບກວນ, ມັນຈະນໍາໄປສູ່ຜົນສະທ້ອນທີ່ຮ້າຍແຮງ, ມັນເປັນຜົນເສຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ເຈົ້າບໍ່ໃສ່ໃຈພວກມັນ, ແຕ່ສະເໜີເຫດຜົນຂອງເຈົ້າຕື່ມອີກ: ນີ້ແມ່ນສິ່ງທີ່ຂ້ອຍກຳລັງເຮັດ, ບໍ່ວ່າເຈົ້າມັກມັນ ຫຼື ບໍ່ກໍ່ຕາມ. ຂ້ອຍຕ້ອງການເຮັດມັນແບບນີ້. ເຈົ້າຜິດຢ່າງສິ້ນເຊີງ ແລະ ຂ້ອຍມີເຫດຜົນຢ່າງສົມບູນ’. ບາງທີ ເຈົ້າອາດມີເຫດຜົນຢ່າງແທ້ຈິງ ແລະ ສິ່ງທີ່ເຈົ້າກຳລັງເຮັດຢູ່ອາດບໍ່ມີຜົນຕາມມາທີ່ຮ້າຍແຮງ, ແຕ່ແມ່ນຫຍັງຄືອຸປະນິໄສທີ່ເຈົ້າກຳລັງເປີດເຜີຍອອກມາ? (ຄວາມຈອງຫອງ). ທຳມະຊາດທີ່ອວດດີເຮັດໃຫ້ເຈົ້າດື້ດ້ານ. ເມື່ອຜູ້ຄົນມີອຸປະນິໄສທີ່ດື້ດ້ານນີ້, ພວກເຂົາຈະບໍ່ມີແນວໂນ້ມທີ່ຈະເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບບໍ?” (ຄັດຈາກການສົນທະນາຂອງພຣະເຈົ້າ). “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ບັນຫານີ້ຮ້າຍແຮງສໍ່າໃດ? ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ. ດ້ານພາຍນອກ ເຖິງແມ່ນບາງຄົນອາດປາກົດວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາມີຄວາມຈິງ ແລະ ຄິດວ່າໂລກເປັນຂອງພວກເຂົາເອງ. ນີ້ແມ່ນແກ່ນແທ້ ແລະ ສາເຫດຂອງອຸປະນິໄສທີ່ອວດດີ ແລະ ມັນມາຈາກຊາຕານ. ສະນັ້ນ, ບັນຫາຂອງຄວາມອວດດີຕ້ອງຖືກແກ້ໄຂ. ການຮູ້ສຶກວ່າຄົນໜຶ່ງດີກວ່າຄົນອື່ນ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ບັນຫາທີ່ຮ້າຍແຮງກໍຄືອຸປະນິໄສທີ່ອວດດີຂອງຄົນໆໜຶ່ງໄດ້ຫ້າມບໍ່ໃຫ້ເຂົາຍອມຕໍ່ພຣະເຈົ້າ, ຍອມຕໍ່ການປົກຄອງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງ; ບຸກຄົນດັ່ງກ່າວຮູ້ສຶກຢູ່ສະເໝີວ່າມັກຈະແຂ່ງຂັນກັບພຣະເຈົ້າເພື່ອເອົາອຳນາດເໜືອຄົນອື່ນ. ບຸກຄົນປະເພດນີ້ບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງເລື່ອງການຮັກພຣະເຈົ້າ ຫຼື ການຍອມຕໍ່ພຣະອົງເລີຍ” (ຄັດຈາກການສົນທະນາຂອງພຣະເຈົ້າ). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍເຫັນເຖິງຄວາມຂີ້ຮ້າຍຂອງຂ້ອຍເອງ. ຂ້ອຍພຽງແຕ່ຫົວແຂງ ແລະ ບໍ່ມີເຫດຜົນດັ່ງທີ່ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍ. ໃນການສ້າງເຕັນນັ້ນ, ຂ້ອຍຍຶດຕິດກັບປະສົບການຂອງຂ້ອຍເອງ ແລະ ເຮັດຢ່າງດື້ດຶງອີກຄັ້ງ. ຂ້ອຍຈະບໍ່ຟັງຂໍ້ສະເໜີຂອງອ້າຍນ້ອງຄົນອື່ນ, ແຕ່ປະຕິເສດພວກມັນໃນທັນທີເທົ່ານັ້ນ. ພວກເຂົາໄດ້ເຕືອນຂ້ອຍເພື່ອໃຫ້ແນ່ໃຈວ່າມັນມີຄວາມປອດໄພ, ຄານຫຼັງຄາມີຄວາມໝັ້ນຄົງ, ແຕ່ຂ້ອຍກໍ່ບໍ່ສົນໃຈສິ່ງເຫຼົ່ານັ້ນ. ຂ້ອຍຕ້ອງການມີອຳນາດຕັດສິນໃຈ ແລະ ໃຫ້ທຸກຄົນເຮັດຕາມສິ່ງທີ່ຂ້ອຍຕ້ອງການ. ຂ້ອຍເຫັນວ່າທຳມະຊາດທີ່ອວດດີຂອງຂ້ອຍເປັນສາຍເຫດຂອງຄວາມເມີນເສີຍ ແລະ ຄວາມຫົວດື້ຂອງຂ້ອຍ. ການເປັນຄົນອວດດີ ແລະ ການເຮັດສິ່ງຕ່າງໆຕາມທາງຂອງຂ້ອຍເອງໄດ້ສົ່ງຜົນກະທົບໃສ່ໜ້າທີ່ຂອງຂ້ອຍກ່ອນໜ້າ. ແຕ່ໃນເວລານັ້ນ, ເມື່ອຂ້ອຍເຖິງກັບບໍ່ຮັບຟັງຂໍ້ສະເໜີທີ່ສົມເຫດສົມຜົນ ແຕ່ຍຶດຕິດກັບຄວາມຄິດຂອງຂ້ອຍເອງ, ຂ້ອຍເກືອບເຮັດໃຫ້ເກີດອຸປະຕິເຫດ. ຂ້ອຍເປັນຜະເດັດການ ແລະ ຫົວດື້ໃນຄວາມອວດດີຂອງຂ້ອຍ. ຂ້ອຍບໍ່ໄດ້ເຮັດວຽກກັບຄົນອື່ນຢ່າງດີ ແລະ ພຣະເຈົ້າບໍ່ມີພື້ນທີ່ໃນໃຈຂ້ອຍ. ຂ້ອຍເຖິງກັບບໍ່ໄດ້ສົນໃຈກ່ຽວກັບວຽກງານໃນເຮືອນຂອງພຣະເຈົ້າ ຫຼື ຄວາມປອດໄພຂອງຄົນອື່ນ. ຂ້ອຍພຽງແຕ່ຕັ້ງໃຈເຮັດຕາມທາງຂອງຂ້ອຍເອງ. ຂ້ອຍໄດ້ສູນເສຍເຫດຜົນທັງໝົດໃນຄວາມອວດດີຂອງຂ້ອຍ. ຖ້າມັນບໍ່ແມ່ນຍ້ອນການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ຂ້ອຍບໍ່ສາມາດແມ່ນແຕ່ຈະຈິນຕະນາການເຖິງຜົນຕາມມາໄດ້. ໃນທີ່ສຸດ ຂ້ອຍຮູ້ວ່າມັນອັນຕະລາຍສໍ່າໃດທີ່ຈະເຮັດສິ່ງຕ່າງໆໃນລັກສະນະນັ້ນ. ບໍ່ພຽງແຕ່ວ່າຂ້ອຍໄດ້ຖ່ວງດຶງໜ້າທີ່ຂອງພວກເຮົາ, ແຕ່ມື້ໜຶ່ງ ມັນສາມາດເຮັດໃຫ້ເກີດອຸປະຕິເຫດທີ່ຮ້າຍແຮງໄດ້ ແລະ ມັນຈະຊ້າເກີນໄປທີ່ຈະເສຍໃຈ! ຄວາມຄິດນີ້ເຮັດໃຫ້ຂ້ອຍຢ້ານແທ້ໆ. ຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດທີ່ອວດດີຂອງຂ້ອຍ ແລະ ບໍ່ຕ້ອງການເຮັດໜ້າທີ່ຂອງຂ້ອຍໃນລັກສະນະນັ້ນອີກຕໍ່ໄປ.

ຫຼັງຈາກນັ້ນ, ຂ້ອຍກໍ່ຄົ້ນພົບເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າ. “ຢ່າເຮັດຄືກັບວ່າຕົນເອງດີກວ່າຄົນອື່ນ. ເຈົ້າສາມາດເຮັດວຽກຄົນດຽວໄດ້ບໍ, ເຖິງແມ່ນວ່າເຈົ້າມີຄວາມຊຳນານດ້ານວິຊາຊີບຫຼາຍທີ່ສຸດ ຫຼື ເຈົ້າຮູ້ສຶກວ່າຄຸນນະພາບຂອງເຈົ້າເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດຢູ່ທີ່ນີ້ ຫຼື ເຈົ້າມີສະຖານະສູງສຸດບໍ? ເຈົ້າບໍ່ສາມາດເຮັດໄດ້ ຖ້າບໍ່ໄດ້ຮັບການຊ່ວຍເຫຼືອຈາກທຸກຄົນ. ເພາະສະນັ້ນ, ບໍ່ຄວນມີໃຜຈອງຫອງ ແລະ ບໍ່ຄວນໃຫ້ໃຜປາຖະໜາທີ່ຈະປະຕິບັດຝ່າຍດຽວ; ຄົນໜຶ່ງຕ້ອງກືນກິນຄວາມພາກພູມໃຈຂອງຕົນເອງ, ປ່ອຍວາງຄວາມຄິດ ແລະ ທັດສະນະຂອງຕົນເອງ ແລະ ເຮັດວຽກຢ່າງກົມກຽວກັນກັບກຸ່ມຄົນ. ຄົນເຫຼົ່ານີ້ແມ່ນຄົນທີ່ປະຕິບັດຄວາມຈິງ ແລະ ມີຄວາມເປັນມະນຸດ. ຄົນເຊັ່ນນີ້ເປັນທີ່ຮັກຂອງພຣະເຈົ້າ ແລະ ມີແຕ່ພວກເຂົາເທົ່ານັ້ນທີ່ສາມາດອຸທິດຕົນໃນການປະຕິບັດໜ້າທີ່ຂອງຕົນໄດ້. ສິ່ງດຽວນີ້ເອງເປັນການສະແດງອອກເຖິງການອຸທິດຕົນ” (ຄັດຈາກບົດ “ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນເຖິງຫຼັກການສໍາລັບການຮ່ວມມື. ບໍ່ວ່າຄວາມສາມາດ ຫຼື ຂອງຂວັນຂອງຜູ້ໃດໜຶ່ງຈະເປັນຫຍັງກໍ່ຕາມ, ພວກເຮົາທຸກຄົນມີຄວາມຂາດເຂີນ ແລະ ຈຸດອ່ອນ. ບໍ່ມີຜູ້ໃດສາມາດເຮັດໄດ້ທຸກຢ່າງ. ພວກເຮົາຕ້ອງຮຽນຮູ້ທີ່ຈະປ່ອຍວາງຕົນເອງ ແລະ ເຮັດວຽກຮ່ວມກັບຄົນອື່ນໃຫ້ດີ ເພື່ອໃຫ້ທຸກຄົນສາມາດໃຊ້ສິ່ງທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາເພື່ອເກີດປະໂຫຍດ ແລະ ພວກເຮົາສາມາດພະຍາຍາມເພື່ອເປົ້າໝາຍດຽວກັນ ເພື່ອເຮັດໜ້າທີ່ຂອງເຮົາໃຫ້ດີ. ເມື່ອຫວນຄິດຄືນຫາໜ້າທີ່ຂອງຂ້ອຍ, ອ້າຍເອື້ອຍນ້ອງບາງຄົນມີຈຸດແຂງທີ່ຂ້ອຍບໍ່ມີ. ຫຼັງຈາກທີ່ພວກເຂົາໃຫ້ຕົວບົ່ງຊີ້ ແລະ ຄວາມຊ່ວຍເຫຼືອບາງຢ່າງແກ່ຂ້ອຍ, ຂ້ອຍຈະເຮັດໄດ້ດີກວ່າໃນຄັ້ງທີສອງ. ບາງຄັ້ງ ພວກເຂົາມີແນວຄວາມຄິດທີ່ຂ້ອຍບໍ່ໄດ້ພິຈາລະນາເຖິງ ແລະ ການຮັບເອົາຂໍ້ສະເໜີຂອງພວກເຂົາກໍ່ຫຼົບຫຼີກຈາກບັນຫາທີ່ອາດຈະເກິດຂຶ້ນ. ການຄິດເຖິງສິ່ງນີ້ເຮັດໃຫ້ຂ້ອຍອາຍ. ຂ້ອຍບໍ່ຮູ້ຈັກຕົນເອງມາກ່ອນ. ຂ້ອຍພຽງແຕ່ເປັນຄົນອວດດີຢ່າງຫຼັບຫູຫຼັບຕາ, ແຕ່ຕອນນີ້ ຂ້ອຍໄດ້ຮຽນຮູ້ວ່າຂ້ອຍຕ້ອງການຄວາມຮ່ວມມື ແລະ ຄວາມຊ່ວຍເຫຼືອຈາກຄົນອື່ນ, ຖ້າບໍ່ດັ່ງນັ້ນ ຂ້ອຍຈະບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ດີ. ປະສົບການຂອງຂ້ອຍສະແດງໃຫ້ຂ້ອຍເຫັນວ່າ ເມື່ອຂ້ອຍປະຕິບັດດ້ວຍຄວາມອວດດີ ແລະ ບໍ່ໄດ້ຮ່ວມມືກັບຄົນອື່ນ, ຂ້ອຍກໍ່ຫຼັງຊົນຝາຢູ່ສະເໝີ. ເມື່ອຂ້ອຍເຕັມໃຈທີ່ຈະກັບໃຈ, ປ່ອຍວາງຕົນເອງ ແລະ ເຮັດວຽກຮ່ວມກັບຄົນອື່ນ, ຂ້ອຍໄດ້ຮັບການຊີ້ນໍາ ແລະ ພອນຈາກພຣະເຈົ້າ. ຂ້ອຍສາມາດເຫັນໄດ້ວ່າພຣະເຈົ້າມັກຜູ້ທີ່ມີຄວາມເປັນມະນຸດ ຜູ້ເຊິ່ງປະຕິບັດຄວາມຈິງ. ສິ່ງນີ້ສ່ອງແສງໃຫ້ກັບຂ້ອຍແທ້ໆ ແລະ ຂ້ອຍໄດ້ຄົ້ນພົບເສັ້ນທາງແຫ່ງການປະຕິບັດ.

ໃນຕອນເຊົ້າຂອງມື້ທີສາມ, ອ້າຍຄົນໜຶ່ງໄດ້ຂໍໃຫ້ຂ້ອຍເສີມປະກອບເຕັນອີກໜ້ອຍໜຶ່ງ. ຂ້ອຍຄິດວ່າ, “ມັນຈະຖືກມ້າງລົງຫຼັງຈາກການຖ່າຍທຳຮູບເງົາໃນຕອນສວາຍຂອງມື້ນີ້. ສິ່ງນັ້ນຈຳເປັນບໍ?” ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດຫາສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ບໍ່ຄວນມີໃຜຈອງຫອງ ແລະ ບໍ່ຄວນໃຫ້ໃຜປາຖະໜາທີ່ຈະປະຕິບັດຝ່າຍດຽວ; ຄົນໜຶ່ງຕ້ອງກືນກິນຄວາມພາກພູມໃຈຂອງຕົນເອງ, ປ່ອຍວາງຄວາມຄິດ ແລະ ທັດສະນະຂອງຕົນເອງ ແລະ ເຮັດວຽກຢ່າງກົມກຽວກັນກັບກຸ່ມຄົນ. ຄົນເຫຼົ່ານີ້ແມ່ນຄົນທີ່ປະຕິບັດຄວາມຈິງ ແລະ ມີຄວາມເປັນມະນຸດ”. ພຣະທຳຂອງພຣະເຈົ້າໄດ້ມອບເສັ້ນທາງແຫ່ງການປະຕິບັດໃຫ້ແກ່ຂ້ອຍ. ຂ້ອຍຈຳເປັນຕ້ອງປ່ອຍວາງມຸມມອງຂອງຂ້ອຍເອງ ເພື່ອຮ່ວມມືກັບອ້າຍລີ່ ແລະ ບໍ່ວ່າລາວຈະເວົ້າຖືກ ຫຼື ບໍ່ກໍ່ຕາມ, ຂ້ອຍກໍ່ຕ້ອງຍອມ ແລະ ຄົ້ນຫາກ່ອນ. ຫຼັງຈາກນັ້ນ ຂ້ອຍກໍ່ຮູ້ວ່າຍັງເຫຼືອເວລາຖ່າຍທຳອີກຫ້າ ຫຼື ຫົກຊົ່ວໂມງ ແລະ ບໍ່ສາມາດຮູ້ໄດ້ສະພາບອາກາດອາດຈະປ່ຽນແປງແນວໃດ. ການເສີມປະກອບມັນກໍ່ຈະປອດໄພກວ່າ. ສະນັ້ນ ອ້າຍຄົນໜຶ່ງ ແລະ ຂ້ອຍຈຶ່ງໄດ້ເສີມປະກອບສ້າງເຕັນ. ຫຼັງຈາກນັ້ນ ປະມານ 2 ຫຼື 3 ໂມງໃນຕອນສວາຍຂອງມື້ນັ້ນ, ມັນກໍ່ມີລົມພັດແຮງ ແລະ ຝົນຕົກ ແລະ ພາຍຸຢ່າງກະທັນຫັນ ເຊິ່ງເກີດຂຶ້ນເປັນເວລາປະມານ 40 ນາທີ. ພວກເຮົາລໍຖ້າລົມພາຍຸພາຍໃນເຕັນຢ່າງປອດໄພ. ສິ່ງນີ້ໄດ້ດົນບັນດານຂ້ອຍໃນລັກສະນະທີ່ຂ້ອຍບໍ່ສາມາດສະແດງອອກໄດ້. ຂ້ອຍໄດ້ເຫັນວ່າພຣະເຈົ້າມີລິດທານຸພາບສູງສຸດ ແລະ ມີສະຕິປັນຍາຫຼາຍສໍ່າໃດ. ບໍ່ພຽງແຕ່ວ່າຂໍ້ສະເໜີຂອງຄົນອື່ນຊ່ວຍໃຫ້ຂ້ອຍຮັບຮູ້ເຖິງອຸປະນິໄສທີ່ເສື່ອມຊາມຂອງຂ້ອຍເອງ, ແຕ່ພຣະເຈົ້າໄດ້ເຕືອນຂ້ອຍໃນລັກສະນະທີ່ອັດສະຈັນນີ້ ແລະ ປົກປ້ອງພວກເຮົາໃຫ້ຜ່ານພົ້ນຈາກພາຍຸ. ຂ້ອຍຂອບພຣະຄຸນພຣະເຈົ້າຈາກກົ້ນເລິກຂອງຫົວໃຈຂອງຂ້ອຍ!

ປະສົບການເຫຼົ່ານີ້ເຮັດໃຫ້ຂ້ອຍມີຄວາມເຂົ້າໃຈກ່ຽວກັບທຳມະຊາດທີ່ອວດດີຂອງຊາຕານໃນຕົວຂ້ອຍ ແລະ ທາງເຂົ້າບາງຢ່າງສູ່ການຮ່ວມມືທີ່ກົມກຽວກັນ. ຂ້ອຍໄດ້ເຫັນວ່າການປະຕິບັດຄວາມຈິງ ແລະ ການບໍ່ດື້ດ້ານໃນໜ້າທີ່ຂອງຂ້ອຍເປັນສິ່ງທີ່ສໍາຄັນແທ້ໆສຳລັບການເຮັດວຽກຮ່ວມກັບຄົນອື່ນໃຫ້ດີ. ສິ່ງທີ່ຂ້ອຍເຂົ້າໃຈ ແລະ ໄດ້ຮັບແມ່ນລ້ວນແລ້ວແຕ່ເປັນຍ້ອນການພິພາກສາ ແລະ ການເປີດເຜີຍຈາກພຣະຄໍາຂອງພຣະເຈົ້າ, ພ້ອມທັງການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງ. ຂອບພຣະຄຸນພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ມື້ແລ້ວມື້ເລົ່າໃນຄຸກຂອງພັກກອມມູນິດຈີນ

ໂດຍ ຢາງຢີ່, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ....

ການທໍລະມານໃນຫ້ອງສອບສວນ

ໂດຍ ສຽວມິນ, ຈີນໃນປີ 2012 ໃນລະຫວ່າງຊ່ວງການປະກາດຂ່າວປະເສີດ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນ. ຈົນຮອດຕອນແລງຂອງວັນທີ 13 ກັນຍາ,...

ເບື້ອງຫຼັງຄວາມງຽບ

ໂດຍ ຫຼີຈື້, ເກຣັກຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ...

ການຍຶດໝັ້ນໃນໜ້າທີ່ຂອງຂ້ອຍ

ໂດຍ ຢາງໝູ່, ເກົາຫຼີໃຕ້ຂ້ອຍເຄີຍຮູ້ສຶກອິດສາຫຼາຍເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງສະແດງ, ຮ້ອງເພງ ແລະ ຟ້ອນລໍາເພື່ອສັນລະເສີນພະເຈົ້າ....

Leave a Reply